​2010–2019
​ແຜນ​ແຫ່ງ​ການ​ໄຖ່ທີ່​ຍິ່ງ​ໃຫຍ່
​ເດືອນ​ຕຸລາ 2016


​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່

ຂ້າພະ​ເຈົ້າຮູ້ວ່າ ​ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈຈາກ​ບາບ​ຂອງ​ເຮົາ, ​ແລ້ວ​ມັນ​ຈະ​ໝົດ​ໄປ​ແທ້ໆ—ບໍ່​ເຫລືອ​ເລີຍ!

ສອງ​ສາມ​ເດືອນ​ ກ່ອນ​ປະທານບອຍ ເຄ ​ແພ໊ກ​ເກີ ​ໄດ້​ເສຍ​ຊີວິດ​ໄປ, ຜູ້ນຳ​ຖານະ​ປະ​ໂລຫິດ ​ແລະ ຜູ້ນຳ​ອົງການ​ຊ່ວຍ​ເຫລືອ ​ໄດ້​ມີ​ໂອກາດ​​ໄປ​ຟັງ​ເພິ່ນ​ກ່າວ. ຂ້າພະ​ເຈົ້າບໍ່​​ເຄີຍ​ລືມ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ. ​ເພິ່ນ​ບອກ​ວ່າ ​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ມາຕະຫລອດ​ຊີວິດ, ຊອກ​ຫາ​​ບາບ​ທີ່​ເພິ່ນ​ໄດ້​ເຮັດ ​ແລະ ​ໄດ້​ກັບ​ໃຈຢ່າງ​ຈິງ​ໃຈ​, ​​ແລະ ​ເພິ່ນ​ ບໍ່​ພົບ​ເຫັນ​ອັນ​ໃດ ​ເລີຍ. ​ເພາະການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່ຊົງ​ຮັກ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ​ແລະ ຜ່ານ​ການ​ກັບ​ໃຈຢ່າງ​ຈິງ​ໃຈ​, ບາບ​ຂອງ​ເພິ່ນ​ໄດ້​ໝົດ​ໄປ, ຄື​ກັບ​ວ່າ​ມັນ​ບໍ່​ເຄີຍ​ເກີດ​ຂຶ້ນ. ​ແລ້ວປະທານ​ແພ໊ກ​ເກີ​ໄດ້​​ແນະນຳ​ພວກ​ເຮົາ​ຜູ້​ເປັນ​ຜູ້ນຳ​ໃນ​ມື້ນັ້ນວ່າ ​ໃຫ້​ເປັນ​ພະຍານ​ວ່າ ສິ່ງ​ນີ້​ເປັນຄວາມ​ຈິງ ສຳລັບ​ເຮົາ​ແຕ່ລະຄົນ ທີ່​ກັບ​ໃຈ​ຢ່າງ​ຈິງ​ໃຈ.

ຂ້າພະ​ເຈົ້າຮູ້ຈັກ​ຊາຍ​ຄົນ​ໜຶ່ງ ຜູ້​ເຄີຍ​ລະ​ເມີດ​ກົດ​ສິນ​ທຳ ​ເມື່ອ​ຫລາຍ​ປີ​ກ່ອນ. ​ເປັນ​ເວລາ​ດົນ​ນານ ທີ່​ຊາຍ​ຄົນ​ນີ້​ຮູ້ສຶກ​ອັບອາຍ ​ແລະ ​ເປັນ​ຫ່ວງ​ທີ່​ຈະ​ບອກ​ພັນລະ​ຍາ ​ແລະ ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ລາວ. ລາວ​ຢາກ​ກັບ​ໃຈຫລາຍ​ແທ້ໆ ​ແຕ່​​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຍອມ​ສະລະ​ຄວາມ​ລອດ​ນິລັນດອນ​ຂອງ​ລາວ ​ເພາະ​ບໍ່​ຢາກ​ໃຫ້​ພັນ​ລະ​ຍາ ​​ແລະ ລູກໆ​​ໂສກ​ເສົ້າ, ອັບອາຍ, ​ແລະ ຜົນ​ສະທ້ອນ​ອື່ນໆ ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ສາລະພາບ​ຂອງ​ລາວ.

​ເມື່ອ​ເຮົາ​ເຮັດ​ການ​ບາບ, ຊາຕານມັກ​ພະຍາຍາມ​​ໃຫ້​ເຮົາ​ເຊື່ອ​ວ່າ ມັນ​ເປັນ​ສິ່ງ​ບໍ່​ເຫັນ​ແກ່​ຕົວ ທີ່​ເຮົາ​ຈະ​ປົກ​ປ້ອງ​ຄົນ​ອື່ນ ຈາກ​ຄວາມ​​ເສຍໃຈ​ຢ່າງ​ໜັກ ​ເມື່ອ​ເຂົາ​ເຈົ້າຮູ້​ເຖິງ​ການ​ບາບ​ຂອງ​ເຮົາ, ຮ່ວມ​ດ້ວຍ​ການຫລີກ​ເວັ້ນຈາກ​ການ​ສາລະພາບ​ບາບ​ຕໍ່​ອະທິການ, ຜູ້​ສາມາດ​ໃຫ້​ພອນ​ເຮົາ ຜ່ານ​ທາງ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ຂອງ​ເພິ່ນ ​ໂດຍ​ທີ່​ເປັນ​ຜູ້​ຕັດສິນ​ທົ່ວ​​ໄປ ​ໃນ​ອິດສະຣາ​ເອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ​ແມ່ນ​ວ່າ ການ​ເຮັດ​ສິ່ງ​ທີ່ບໍ່​ເຫັນ​ແກ່​ຕົວ ​​ແລະ ​ເຮັດ​ຢ່າງ​ພຣະຄຣິດ ຄື​ການ​ສາລະພາບ ​ແລະ ການ​ກັບ​ໃຈ. ນີ້​ຄື​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະບິດາ​ເທິງ​ສະຫວັນ.

​ໃນ​ທີ່​ສຸດ, ຊາຍ​ທີ່​ດີ​ຄົນ​ນີ້​ໄດ້​ສາລະພາບ​ຕໍ່​ພັນ​ລະ​ຍາທີ່​ຊື່ສັດ ​ແລະ ຕໍ່​ຜູ້ນຳ​ຂອງ​ສາດສະໜາ​ຈັກ, ​ໂດຍ​ການສະ​ແດງ​ຄວາມ​ສຳນຶກ​ຜິດ​ຫລາຍ​ທີ່​ສຸດ. ​ເຖິງ​ແມ່ນ​ມັນ​ເປັນ​ສິ່ງ​ຍາກ​ ທີ່​ລາວ​ເຄີຍ​ເຮັດ​ມາ, ​ແຕ່​ລາວກໍ​ສະບາຍ​ໃຈ, ​ໄດ້​ຮັບຄວາມ​ສະຫງົບ, ຄວາມ​ກະຕັນຍູ​, ຄວາມ​ຮັກສຳລັບ​ພຣະຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ, ​ແລະ ສຳລັບ​ຄວາມ​ຮູ້​ທີ່​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ຍົກ​ພາລະ​ອັນ​ໜັກໜ່ວງອອກ​​ໄປຈາກ​ລາວ ​ແລະ ຍົກ​ລາວ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ລາວ​ມີ​ຄວາມສຸກ​​ເກີນ​ກວ່າ​ຈະ​ກ່າວ​ອອກ​ມາໄດ້, ​ບໍ່​ວ່າ​ຜົນ​ສະທ້ອນ​ ​ແລະ ອະນາຄົດ​ຂອງ​ລາວ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ​​ໃຫ້ການ​ປອບ​ໂຍນ

ລາວ​ແນ່​ໃຈ​ວ່າ ພັນ​ລະ​ຍາ​ ​ແລະ ລູກໆ​ຂອງ​ລາວ ຈະ​ເສຍ​ໃຈ​ຢ່າງ​ໜັກ—​ແລະ ​ເຂົາ​ເຈົ້າກໍ​​ເປັນ​ແນວນັ້ນແທ້; ​ລາວ​ຕ້ອງຖືກ​ລົງ​ໂທດ ​ແລະ ຖືກ​ປົດ​ຈາກ​ການ​ເອີ້ນ​ຂອງ​ລາວ—​ແລະ ກໍ​ເປັນ​​ແນວນັ້ນ​ແທ້. ລາວ​ແນ່​ໃຈ​ວ່າ ພັນ​ລະ​ຍາ​ຂອງ​ລາວ​ຈະ​ຕ້ອງ​ເສຍ​ໃຈ​ຫລາຍທີ່​ສຸດ, ​ເຈັບ​ປວດ, ​ແລະ ​ໃຈ​ຮ້າຍ—​ແລະ ນາງ​ກໍ​ໄດ້​ເປັນ​ແນວ​ນັ້ນ​ແທ້. ​​ແລະ ລາວ​ແນ່​ໃຈ​ວ່າ ນາງ​ຈະ​ໜີ​ປະ​ລາວ, ​ເອົາ​ລູກ​ໄປ​ກັບ​ນາງ—​ແຕ່​ນາງ​ບໍ່​ໄດ້​ເຮັດ​ແນວ​ນັ້ນ.

ບາງ​ເທື່ອ​ການ​ລ່ວງ​ລະ​ເມີດ​ອັນ​ຮ້າຍ​ແຮງ ຈະ​ນຳ​ໄປ​ສູ່​ການ​ຢ່າ​ຮ້າງ, ​ແລະ ອີງ​ຕາມ​ສະພາບ​ການ, ອາດ​ເປັນ​ແນວ​ນັ້ນ​ແທ້. ​ແຕ່​ຕໍ່​ຄວາມ​ປະຫລາດ​ໃຈ​ຂອງ​ຊາຍ​ຄົນ​ນີ້, ພັນ​ລະ​ຍາ​ຂອງ​ລາວ​ໄດ້​ໂອບ​ກອດ​ລາວ ​ແລະ ​ໄດ້​ອຸທິດ​ຕົນ​ໃນ​ການ​ຊ່ວຍ​ເຫລືອ​ລາວ ​ໃນ​ທຸກ​ວິທີ​ທາງ​ທີ່​ນາງ​ສາມາດ​ເຮັດ​ໄດ້. ​ໃນ​ທີ່​ສຸດ, ນາງ​ສາມາດ​ອະ​ໄພ​ໃຫ້​ລາວ​ທັງ​ໝົດ. ນາງ​ໄດ້​ຮູ້ສຶກ​ເຖິງ​ພະລັງ​ແຫ່ງ​ການ​ປິ່ນປົວ​ ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ຫລາຍ​ປີ​ຕໍ່​ມາ, ສາມີ​ພັນ​ລະ​ຍາ​ຄູ່​ນີ້ ​ແລະ ລູກ​ສາມ​ຄົນ​ຂອງ​ເຂົາ​ເຈົ້າ ຍັງ​ເຂັ້ມ​ແຂງ ​ແລະ ຊື່ສັດ​ເໝືອນ​ເດີມ. ສາມີ ​ແລະ ພັນ​ລະ​ຍາ ​ໄດ້​ຮັບ​ໃຊ້​ຢູ່​ໃນ​ພຣະວິຫານ ​ແລະ ​ເປັນ​ຄູ່​ແຕ່ງງານ​ທີ່​ດີ​ເລີດ ​ແລະ ຮັກ​ກັນ​ຫລາຍ. ປະຈັກ​ພະຍານ​ທີ່​ເລິກ​ຊຶ້ງຂອງ​ຊາຍ​ຄົນ​ນີ້ ​​ແລະ ຄວາມ​ຮັກ ​ແລະ ຄວາມ​ກະຕັນຍູ​ຂອງ​ລາວ​ທີ່​ມີຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ສະ​ແດງ​ອອກ​ໃນ​ຊີວິດ​ຂອງ​ລາວ ຢ່າງ​ແຈ້ງ​ຊັດ.

​ແອມມິວ​ເລັກ ​ໄດ້​ເປັນ​ພະຍານ​ວ່າ, “ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ອອກ​ມາ ​ແລະ ບໍ່​ເຮັດ​ໃຈ​ແຂງ​ກະດ້າງ​ອີກ​ຕໍ່​ໄປ; … ຖ້າ​ຫາກ​ພວກ​ທ່ານ​ຈະ​ກັບ​ໃຈ … , ​ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ນີ້​ ຈະ​ຖືກ​ນຳ​ມາ​ຫາ​ພວກ​ທ່ານ​ໂດຍ​ທັນທີ.”1

​ຕອນ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ນຳສາມີ ​ໃນ​ໄລຍະ​ທີ່ລາວ​ເປັນ​ປະທານ​ເຜີຍ​ແຜ່, ພວກ​ເຮົາ​ໄດ້​ໄປ​​ເດີ່ນ​ບິນ ​ເພື່ອ​ຮັບ​ເອົາ​ຜູ້​ສອນ​ສາດສະໜາ​ກຸ່ມ​ໃຫຍ່ ​ໃນ​ເຊົ້າມື້ໜຶ່ງ. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ສົນ​ໃຈລາວ. ລາວ​ເບິ່ງ​ຄື​ໂສກ​ເສົ້າ, ໜັກ​ໃຈ, ​​ອຸກ​ອັ່ງ. ພວກ​ເຮົາ​ໄດ້​ສັງ​ເກດ​ເບິ່ງ​ລາວ​ໃນ​ຕອນ​ບ່າຍ​ມື້ນັ້ນ. ​ເມື່ອ​​ເຖິງ​ຕອນ​ແລງ, ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ສາລະພາບ​ຢ້ອນ​ຫລັງ, ​ແລະ ຜູ້ນຳ​ຂອງ​ລາວ ​ໄດ້​ຕັດສິນ​ໃຈ​ສົ່ງ​ລາວ​ກັບ​ບ້ານ. ​ເຖິງ​ແມ່ນ​ວ່າ​ລາວ​​ເສຍ​ໃຈ​ຫລາຍ ທີ່​ລາວ​ບໍ່​​ໄດ້​ຊື່ສັດ ​ແລະ ບໍ່​ໄດ້​ກັບ​ໃຈ ກ່ອນ​ທີ່​ຈະ​ມາ​ເຜີຍ​ແຜ່, ​ໃນ​ລະ​ຫວ່າງ​ທີ່​ພວກ​ເຮົາ​ຂັບ​ລົດ​ໄປ​ເດີ່ນ​ບິນ ພວກ​ເຮົາ​ໄດ້​ຍ້ອງຍໍ​ລາວດ້ວຍ​ຄວາມ​ຈິງ​ໃຈ ສຳລັບ​ຄວາມ​ກ້າຫານທີ່​ໄດ້​ສາລະພາບ​ນັ້ນ, ​ແລະ ພວກ​ເຮົາ​ໄດ້​ບອກ​ວ່າ ພວກ​ເຮົາ​ຈະ​ຕິດຕໍ່​ຫາ​ລາວ​ເລື້ອຍໆ.

ຊາຍ​ໜຸ່ມ​ຄົນ​ນີ້ ​​ໂຊກ​ດີ​ຫລາຍ​ທີ່​ມີ​ພໍ່​ແມ່​ທີ່​ປະ​ເສີດ, ມີ​ຜູ້ນຳ​ຖານະ​ປະ​ໂລຫິດ​ທີ່​ດີ​ເລີດ, ​ມີ​ຫວອດ​ທີ່​ຮັກ ​ແລະ ​ຊຸກຍູ້. ຫລັງ​ຈາກ​ໜຶ່ງ​ປີ ທີ່​ໄດ້​ດຳ​ເນີນ​ຂັ້ນຕອນ​ການ​ກັບ​ໃຈ​ແທ້ໆ ​ແລະ ​ໄດ້​ຮັບ​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ລາວ​ຈຶ່ງ​ສາມາດ​ກັບ​ຄືນ​ໄປ​ຫາ​ເຂດ​​ເຜີຍ​ແຜ່​ຂອງ​ພວກ​ເຮົາ. ມັນ​ເປັນ​ສິ່ງ​ຍາກ​ສຳລັບ​ຂ້າພະ​ເຈົ້າທີ່​ຈະ​ບັນຍາຍ​ເຖິງ​ຄວາມ​ສຸກ​ທີ່ພວກ​ເຮົາຮູ້ສຶກ ​ເມື່ອ​ພວກ​ເຮົາ​ໄດ້​ໄປ​ຮັບ​ເອົາ​ຊາຍ​ໜຸ່ມ​ຄົນ​ນີ້ ຢູ່​ເດີ່ນ​ບິນ. ລາວ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ, ມີ​ຄວາມສຸກ, ​ແລະ ໝັ້ນ​ໃຈ ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ກະຕືລືລົ້ນທີ່​ຈະ​ບັນລຸ​ການ​ສອນ​ສາດສະໜາ​ດ້ວຍ​ຄວາມ​ຊື່ສັດ. ລາວ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ດີ​ເດັ່ນ, ​ແລະ ຕໍ່​ມາ​ສາມີ ​ແລະ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປຮ່ວມ​ການ​ຜະ​ນຶກ​ຂອງ​ລາວ ຢູ່​ໃນ​ພຣະວິຫານ.

​ກົງກັນຂ້າມ​ກັບ​ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ ທີ່​ຂ້າພະ​ເຈົ້າ​ເຄີຍຮູ້ຈັກ. ​ໂດຍ​ທີ່​ຮູ້​ວ່າ ຖ້າ​ຫາກ​ນາງ​ສາລະພາບບາບ​ທີ່​ນາງ​ໄດ້​ເຮັດ ກ່ອນ​ການ​ໄປ​ເຜີຍ​ແຜ່ ນາງ​ຈະ​ຖືກ​ສົ່ງ​ກັບ​ບ້ານ​ຢ່າງ​ແນ່ນອນ, ນາງ​ຈຶ່ງ​ໄດ້​ພະຍາຍາມ​ທຳ​ງານ​ຢ່າງ​ໜັກ ​ໃນ​ໄລຍະ​ການ​ເຜີຍ​ແຜ່ ​ແລະ ​ໄດ້​ສາລະພາບ​ບາບ​ຕໍ່​ປະທານ​ເຜີຍ​ແຜ່ ​ໃນ​ສອງ​ສາມ​ມື້ ກ່ອນ​ນາງ​ຈົບ​ການ​ເຜີຍ​ແຜ່. ນາງ​ຂາດ​ຄວາມ​ໂສກ​ເສົ້າຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ ​ແລະ ​ໄດ້​ພະຍາຍາມ​ຫລີກ​ເວັ້ນຈາກ​ແຜນທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ ​ໄດ້​ສະ​ເໜີ​ມອບ​ໃຫ້​ເຮົາ​ແຕ່ລະຄົນ.

​ໃນ​ໄລຍະ​ການ​ເຜີຍ​ແຜ່ຂອງ​ພວກ​ເຮົາ, ມີ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າ​ໄດ້​ໄປ​ກັບ​ສາມີ ຕອນ​ລາວໄດ້​ໄປ​ສຳພາດ​ຊາຍ​ຄົນ​ໜຶ່ງ​ສຳລັບ​ການ​ບັບຕິ​ສະມາ. ​ໃນ​ຂະນະ​ທີ່​ສາມີ​ຂອງ​ຂ້າພະ​ເຈົ້າສຳ​ພາດ​ຜູ້​ສົນ​ໃຈ, ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ນອກ​ກັບ ຊິດ​ສະ​ເຕີ ຜູ້​ສອນ​ສາດສະໜາ​ ຜູ້​ໄດ້​ສອນ​ຊາຍ​ຄົນ​ນີ້. ​ເມື່ອ​ການ​ສຳພາດ​ສິ້ນ​ສຸດ​ລົງ, ສາມີ​ຂອງ​ຂ້າພະ​ເຈົ້າ​ໄດ້​ບອກ​ຜູ້​ສອນ​ສາດສະໜາ​ວ່າ ຊາຍ​ຄົນ​ນີ້​ສາມາດ​ຮັບ​ບັບຕິ​ສະມາ​ໄດ້. ຊາຍ​ທີ່​ດີ​ຄົນ​ນີ້ ​ໄດ້​ນ້ຳຕາ​ໄຫລ ​ເພາະ​ລາວ​ເປັນ​ຫ່ວງ​ວ່າ ບາບ​ທີ່​ຮ້າຍ​ແຮງ ທີ່​ລາວ​ໄດ້​ເຮັດ​ຜ່ານ​ມາ ຈະ​ກີດ​ກັນ​ລາວ​ຈາກ​ການ​ໄດ້​ຮັບ​ບັບຕິ​ສະມາ. ຂ້າພະ​ເຈົ້າບໍ່​ສູ້​ໄດ້​ເຫັນ​ຄວາມຊື່ນ​ຊົມ ​ແລະ ຄວາມສຸກ​ຂອງ​ບຸກຄົນ​ທີ່​ໄດ້​ອອກ​ມາ​ຈາກ​ຄວາມ​ມືດ ​ເຂົ້າສູ່​ແສງ​ສະຫວ່າງ ​ເລື້ອຍ​ປານ​ໃດ ​ເທົ່າ​ກັບ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ໃນມື້ນັ້ນ.

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ຄວາມ​ຫວັງ

​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ເປັນ​ພະຍານ​ວ່າ:

“ດ້ວຍ​ສັດທາ​ໃນ​ພຣະຜູ້​ໄຖ່​ທີ່​ມີ​ເມດ​ຕາ​ [ຂອງ​ເຮົາ] ​ແລະ ​ໃນ​ອຳນາດ​ຂອງ​ພຣະອົງ, ຄວາມ​ທໍ້ຖອຍ​ໃຈ ຈະ​ປ່ຽນ​ເປັນຄວາມ​ຫວັງ. ​ໃຈ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ບຸກຄົນ​ຈະ​ປ່ຽນ​ໄປ, ​ແລະ ບາບ​ທີ່​ເຄີຍມັກ​ເຮັດ ຈະ​ກາຍ​ເປັນ​ສິ່ງ​ທີ່​ໜ້າ​ລັງ​ກຽດ. …

“… ບໍ່ວ່າ​ຈະ​ຕ້ອງ​ຈ່າຍ​ຄ່າການ​ກັບ​ໃຈ​ໜ້ອຍ​ຫລາຍ​ປານ​ໃດ, ມັນ​ຈະ​ຖືກ​ກືນ​​ເຂົ້າ​ໄປ​ໃນ​ຄວາມສຸກ​ຂອງ​ການ​ໃຫ້​ອະ​ໄພ.”2

ປະສົບ​ການ​ດັ່ງກ່າວ ​ໄດ້​ເຕືອນ​ໃຈ​ຂ້າພະ​ເຈົ້າ​ເຖິງ ​ເອ​ໂນດ ​ໃນ​ພຣະຄຳ​ພີ​ມໍ​ມອນ, ຜູ້​ “ໄດ້​ອະທິຖານຕໍ່ [ພຣະຜູ້​ເປັນ​ເຈົ້າ] ຢ່າງ​ສຸດ​ກຳລັງ,” ​​ແລະ ແລ້ວໄດ້​ຍິນ​ສຸລະສຽງ ກ່າວ​ວ່າ, “ເອ​ໂນດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ. …

“ແລະ ຂ້າພະ​ເຈົ້າ​ເອ​ໂນ​ດຮູ້​ວ່າ​ພຣະ​ເຈົ້າຈະ​ບໍ່​ເວົ້າຕົວະ; ດັ່ງນັ້ນ, ຄວາມ​ຜິດ​ຂອງ​ຂ້າພະ​ເຈົ້າຈຶ່ງ​ຖືກ​ກວາດ​ລ້າງ​ໄປ.

“ແລະ ຂ້າພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະອົງ​ເຈົ້າ, ມັນ​ເປັນ​ໄປ​ໄດ້​ແນວ​ໃດ?

“ແລະ ພຣະອົງ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: ​ເພາະ​ສັດທາ​ຂອງ​ເຈົ້າ​ໃນ​ພຣະຄຣິດ. … ຈົ່ງ​ໄປ​ເຖີດ, ສັດທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າບໍລິບູນ​ແລ້ວ.”3

​ໃນ​ການ​ຕຽມ​ຄຳ​ປາ​ໄສ​​ເທື່ອນີ້, ຂ້າພະ​ເຈົ້າຢາກ​ຮູ້​ວ່າ ພວກ​ຫລານ​ຂອງ​ພວກ​ເຮົາ ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ກັບ​ໃຈ ​ແລະ ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ຂໍ​ໃຫ້​ລູກໆ​ຂອງ​ພວກ​ເຮົາ ຖາມ​ລູກຂອງ​ເຂົາ​ເຈົ້າ ​ໃນ​ຄຳ​ຖາມ​ດັ່ງ​ຕໍ່​​ໄປ​ນີ້. ຂ້າພະ​ເຈົ້າມີ​ຄວາມ​ຊາບ​ຊຶ້ງຫລາຍ ກັບຄຳ​ຕອບ​ຂອງ​​ຫລານໆ​ຂອງ​ພວກ​ເຮົາ.

ການ​ກັບ​ໃຈ​ຄື​ຫຍັງ? “ເມື່ອ​ທ່ານ​ຍ່າງຕຳ​ຄົນ, ທ່ານສາມາດ​ເວົ້າວ່າ ‘ຂໍ​ໂທດ’ ​ແລ້ວ​ໃຫ້​ຊ່ວຍ​ເຂົາ​ລຸກຂຶ້ນ.

​ລູກຮູ້ສຶກ​ແນວ​ໃດ ​ເມື່ອ​ລູກກັບ​ໃຈ? “ເຮົາ​ສາມາດ​ຮູ້ສຶກ​ເຖິງ​ພຣະອົງ, ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ອົບ​ອຸ່ນ​ຂອງ​ພຣະອົງ ​ແລະ ຄວາມ​ຮູ້ສຶກ​ທີ່​ບໍ່​ດີ ​ຈະໜີ​ໄປ.”

​ລູກຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢຊູ ​ແລະ ພຣະບິດາ​ເທິງ​ສະຫວັນ ​ເມື່ອ​ລູກກັບ​ໃຈ? “ເຮົາ​ຮູ້ສຶກ​ວ່າ ພຣະ​ເຢຊູ​ຮູ້ສຶກ​ວ່າ ມັນ​ກຸ້ມ​ຄ່າ​ທີ່​ຈະ​ຊົດ​ໃຊ້, ​ແລະ ພຣະອົງ​ດີ​ໃຈ​ທີ່​ເຮົາ​ຈະ​ສາມາດ​ຢູ່​ນຳພຣະອົງ​ອີກ.”

​ເປັນ​ຫຍັງ​ພຣະ​ເຢຊູ ​ແລະ ພຣະບິດາ​ເທິງ​ສະຫວັນ ຈຶ່ງ​ຢາກ​ໃຫ້​ເຮົາ​ກັບ​ໃຈ? ​ຕາມ​ຄຳ​ຕອບ​ຂອງ​ຫລານ ຜູ້​ໄວ​ລຸ້ນ, ນາງ​ເວົ້າວ່າ: “ເພາະວ່າ​ພວກ​ພຣະອົງ​ຮັກ​​ຂ້ານ້ອຍ! ກ່ອນ​ຈະ​ກ້າວໜ້າ ​ແລະ ກາຍ​​ເປັນ​ເໝືອນ​ພວກ​ພຣະອົງ​ໄດ້​ນັ້ນ, ​ຂ້ານ້ອຍ​ຕ້ອງ​ກັບ​ໃຈ. ​ຂ້ານ້ອຍກໍ​ຢາກ​ມີ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ​ຂ້ານ້ອຍ, ສະນັ້ນ​ຂ້ານ້ອຍຕ້ອງ​ກັບ​ໃຈ​ທຸກ​ວັນ ​ເພື່ອ​ຈະ​ໄດ້​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ເປັນ​ເພື່ອນ. ​ຂ້ານ້ອຍບໍ່​ສາມາດ​ຂອບ​ພຣະ​ໄທ​ພວກ​ພຣະອົງ​ຫລາຍ​ພໍ.”

​ເມື່ອ​ນາງບຣິນລີ ຜູ້​ອາຍຸ​ສີ່​ປີ ​ໄດ້​ຍິນ​ຄຳ​ຖາມ​ເຫລົ່າ​ນີ້, ນາງ​ເວົ້າວ່າ, “ພໍ່​ເອີຍ, ລູກ​ບໍ່​ຮູ້, ​ພໍ່​ຕ້ອງ​ສອນ​ລູກ.”

ຮູບ​ພາບ
ນາງ​ບຣິນລີ ​ແລະ ພໍ່ຂອງ​ນາງ

​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາມັນ​ທີ່​ຜ່ານ​ມາ, ​ແອວ​ເດີ ​ແຈັບຟະຣີ ອາ ຮໍແລນ ​ໄດ້​ປະກາດ​ວ່າ: “ເຖິງ​ແມ່ນ​ທ່ານ​ຄິດ​ວ່າ ທ່ານ​ຊ້າ​ໄປ​ແລ້ວດົນ​ປານ​ໃດ, ທ່ານ​ພາດ​ໂອກາດ​ໄປ​ແລ້ວ​ຫລາຍ​ເທື່ອ​ປານ​ໃດ, ທ່ານ​ໄດ້​ເຮັດ​ຄວາມ​ຜິດພາດ​ຫລາຍ​ເທື່ອປານ​ໃດ … , ຫລື ຫ່າງ​​ໄກ​ຈາກ​ບ້ານ ​ແລະ ຄອບຄົວ ​ແລະ ຈາກ​ພຣະ​ເຈົ້າຫລາຍ​ປານ​ໃດ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ທ່ານ​​ ບໍ່ ​ໄດ້​ເດີນ​ໄປໄກ ​​ເກີນ​ຄວາມ​ຮັກ​ຂອງສະຫວັນ​ ຈະເອື້ອມບໍ່​ເຖິງ​ດອກ. ​ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​​ໄດ້ຈົມ​ລົງ​ເລິກ ເກີນຄວາມ​ສະຫວ່າງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ຈະສ່ອງ​ບໍ່​ເຖິງ​ດອກ.”4

​ໂອ້ ຂ້າພະ​ເຈົ້າຢາກ​ໃຫ້​ລູກຫລານ​ຂອງ​ຂ້າພະ​ເຈົ້າທຸກ​ຄົນ, ​ແລະ ທ່ານ​ທຸກ​ຄົນ—ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຮູ້ສຶກ​ເຖິງ​ຄວາມ​ສຸກ ​ແລະ ຄວາມ​​ໃກ້ຊິດ​ກັບ​ພຣະບິດາ​ເທິງ​ສະຫວັນ ​ແລະ ກັບພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ຫລາຍ​ແທ້ໆ​ເດ ​ເມື່ອ​ເຮົາ​ກັບ​ໃຈ​ທຸກ​ວັນ​ຈາກ​ບາບ​ ​ແລະ ຈາກ​ຄວາມ​ອ່ອນ​ແອ​ຂອງ​ເຮົາ. ລູກ​ທຸກ​ຄົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ພຣະບິດາ​ເທິງ​ສະຫວັນ ຕ້ອງການ ການ​ກັບ​ໃຈ. ​ໃຫ້​ຄິດ​ເບິ່ງ​ວ່າ ມີ​​ບາບ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ກັບ​ໃຈ. ມີ​ສິ່ງ​ໃດ​ແດ່​ທີ່​ກີດ​ກັນ​ເຮົາ? ​ເຮົາ​ຕ້ອງ​ພັດທະນາ​ຕົນ​ໃນ​ທາງ​ໃດ​ແດ່?

ຂ້າພະ​ເຈົ້າຮູ້ ດັ່ງ​ທີ່​ປະທານ​ແພ໊ກ​ເກີ​ ຜູ້​ມີ​ປະສົບ​ການຫລາຍ ​ແລະ ​ເພິ່ນ​ໄດ້​ເປັນ​ພະຍານວ່າ, ​ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈຈາກ​ບາບ​ຂອງ​ເຮົາ, ​ແລ້ວ​ມັນ​ຈະ​ໝົດ​ໄປ​ແທ້ໆ—ບໍ່​ເຫລືອ​ເລີຍ! ​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ, ຄວາມ​ສຸກ, ຄວາມ​​ສະບາຍໃຈ, ​ແລະ ຄວາມໝັ້ນ​ໃຈ ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ກັບ​ໃຈຢ່າງ​ຈິງ​ໃຈ.

ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ການ​ມະຫັດສະຈັນ​ທີ່​ຍິ່ງ​​ໃຫຍ່​ທີ່​ສຸດໃນ​ຊີວິດ​ ບໍ່​ແມ່ນ​ການ​ແຍກ​ນ້ຳທະ​ເລ​ແດງ​ອອກ​ຈາກ​ກັນ, ບໍ່​ແມ່ນ​ການ​ຍ້າຍ​ພູ​ເຂົາ, ຫລື ການ​ຫາຍ​ດີຈາກ​ພະຍາດ. ການ​ມະຫັດສະຈັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຊຶ່ງ​ໄດ້​ເກີດ​ຂຶ້ນ ​ແມ່ນ​ຕອນ​ເຮົາ​ເຂົ້າຫາ​ພຣະບິດາ​ຂອງ​ເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ດ້ວຍ​ການ​ອະທິຖານ​ທີ່​ຈິງ​ໃຈ ອ້ອນວອນຂໍ​ການ​ໃຫ້​ອະ​ໄພ​, ​ແລະ ​ແລ້ວ​ສະອາດ​ຈາກ​ບາບ​ເຫລົ່ານັ້ນ ຜ່ານ​ທາງ​ການ​ເສຍສະ​ລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ. ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.