​2010–2019
ອົງພຣະ​ເຢຊູ​ຄຣິດ​ເຈົ້າສອນ​ເຮົາ​ໃຫ້​ອະທິຖານ
​ເດືອນ​ຕຸລາ 2016


ອົງພຣະ​ເຢຊູ​ຄຣິດ​ເຈົ້າສອນ​ເຮົາ​ໃຫ້​ອະທິຖານ

ເມື່ອ​ທ່ານ​ອະທິຖານ, ທ່ານ​ຕັ້ງ​ໃຈ​ອະທິຖານ​ແທ້ໆ​ບໍ ຫລື ພຽງ​ແຕ່​ກ່າວ​ຄຳ​ອະທິຖານ​ເທົ່າ​ນັ້ນ?

​ໃນ​ປີ 1977, ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ຢູ່​ເມືອງຄູດ​ສະ​ໂກ, ປະ​ເທດ​ເປຣູ. ຄູ່​ຮ່ວມ​ສອນ ​ແລະ ຂ້າພະ​ເຈົ້າ ​ໄດ້​ຮັບອະນຸຍາດ​ໃຫ້​ພາ​ຜູ້​ສອນ​ສາດສະໜາ​ທຸກ​ຄົນ ຢູ່​ໃນ​​ເຂດຄູ​ສະ​ໂກ ​ໄປ​​ເບິ່ງ​ເມືອງ​ຮ້າງ ມາ​ຈູ ພີ​ຈູ ທີ່​ສວຍ​ງາມ.

​​ໃນ​ທ້າຍ​ການ​ຢ້ຽມຢາມ​ຂອງ​ພວ​ກ​ເຮົາ, ຜູ້​ສອນ​ສາດສະໜາ​ຈຳນວນ​ໜຶ່ງ ຢາກ​ໄປ​ທີ່ຂົວ​ອິງ​ກາ, ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ ບ່ອນ​ຜູ້​ຄົນ​ໄປ​ຍ່າງ​ຊົມ​ພູຜາ​ປ່າດົງ. ​ໃນທັນ​ໃດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຮັບ​ການ​​ເຕືອນຈາກ ພຣະວິນ​ຍານ​ວ່າ ບໍ່​​ໃຫ້​ໄປ. ​​ເສັ້ນທາງ​ແມ່ນ​ຢູ່​ຂ້າງ​ພູ ​ໃກ້ໜ້າຜາ ທີ່​ສູງ 610 ​ແມັດ. ​ໃນ​ຫລາຍ​ບ່ອນ ​ເສັ້ນທາງ​ຈະ​ແຄບ​ຂະໜາດ ​ແລະ ພຽງ​ແຕ່​ຍ່າງໄປ​ໄດ້​ເທື່ອ​ລະ​ຄົນ. ຄູ່​ຮ່ວມ​ສອນ ​ແລະ ຂ້າພະ​ເຈົ້າ​ໄດ້​ບອກ​ທຸກ​ຄົນວ່າ​ ບໍ່​​ໃຫ້ໄປ​ທີ່ຂົວ​ອິງ​ກາ.

​ແຕ່​ຜູ້​ສອນ​ສາດສະໜາ​ຫລາຍ​ຄົນ​ຢາກ​ໄປ​ເຫັນ​ຫລາຍ​ແທ້ໆ. ​ເຂົາ​ເຈົ້າ​ໄດ້​ອ້ອນວອນ​ໜັກ​ຂຶ້ນ, ​ແລະ ​ເຖິງ​ແມ່ນ​ວ່າ ພຣະວິນ​ຍານ​ໄດ້​ເຕືອນ​ຂ້າພະ​ເຈົ້າ​ແລ້ວ, ​ແຕ່​ຂ້າພະ​ເຈົ້າກໍ​ໄດ້​ເຮັດ​ຕາມ​ຄວາມ​ກົດ​ດັນ​ຂອງ​ໝູ່​ເພື່ອນ ຜູ້​ຢາກ​ໄປ​​ເບິ່ງ​ໜ້າຜາ, ​​ໂດຍ​ບອກ​ວ່າ ພວກ​ເຮົາ​ໄປ​ໄດ້ ຖ້າ​ຫາກ​ພວກ​ເຮົາ​​ໃຊ້​ຄວາມລະ​ມັດ​ລະວັງ​ທີ່​ສຸດ.

ພວກ​ເຮົາ​ໄດ້​ພາກັນ​ຍ່າງ​ໄປ​ຕາມ​ເສັ້ນທາງ​ທີ່​ພາ​ໄປ​ຫາ​ຂົວ​ອິງ​ກາ ​​ໂດຍ​ມີ​ຂ້າພະ​ເຈົ້າຍ່າງ​ຢູ່​ທ້າຍ​ແຖວ, ​ແລະ ​ໃນ​ຕອນ​ຕົ້ນ, ທຸກ​ຄົນ​ກໍ​ພາກັນ​ຍ່າງ​ໄປ​ຢ່າງ​ຊ້າໆ ດັ່ງ​ທີ່​ໄດ້​ຕົກລົງ​ກັນ. ​ແລ້ວ​ຜູ້​ສອນ​ສາດສະໜາ​ເລີ່​ມຍ່າງ​ໄວ​ຂຶ້ນ ​ທັງ​ແລ່ນ​ໄປ​ກໍ​ມີ. ​ເຂົາ​ເຈົ້າບໍ່​ໄດ້​​ເອົາ​ໃຈ​ໃສ່​ກັບ​ຄຳ​ຂໍ​ຮ້ອງ​ຂອງ​ຂ້າພະ​ເຈົ້າ ​ທີ່​ໃຫ້ຄ່ອຍ​ເດີນ​ໄປ.​ ຂ້າພະ​ເຈົ້າຮູ້ສຶກ​ວ່າ ຕ້ອງ​ຟ້າວ​ໄປ​ໃຫ້​ທັນ​ເຂົາ​ເຈົ້າ, ​ເພື່ອ​ບອກ​ເຂົາ​ເຈົ້າວ່າ ​ຕ້ອງ​ກັບ​ຄືນ. ຂ້າພະ​ເຈົ້າຢູ່​ໄກ​ຈາກ​ເຂົາ​ເຈົ້າ, ​ແລະ ຂ້າພະ​ເຈົ້າຕ້ອງ​ໄດ້​ແລ່ນ​ໄປ​ໄວໆ ​ເພື່ອ​ໃຫ້​ທັນ​ເຂົາ​ເຈົ້າ.

​ເມື່ອ​ຂ້າພະ​ເຈົ້າ​ໄປ​ເຖິງ​ບ່ອນ​ທີ່​ແຄບ​ທີ່​ສຸດ ​ແລະ ສາມາດ​ຍ່າງ​ຜ່ານ​ໄດ້​ແຕ່​ພຽງ​ຄົນ​ດຽວ, ຂ້າພະ​ເຈົ້າ​ໄດ້​​ເຫັນ​ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ ຢືນ​ອີງ​ຢູ່​ໂງ່ນ​ຫີນ​. ຂ້າພະ​ເຈົ້າ​ໄດ້​ຖາມ​ລາ​ວວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ຢືນ​ຢູ່​ຫັ້ນ. ລາວ​ບອກ​ວ່າ ລາວ​ໄດ້​ຖືກ​​ເຕືອນໃຫ້​ຢືນ​ຢູ່​ບ່ອນ​ນັ້ນຈັກ​ບຶດໜຶ່ງ ​ແລະ ​ໃຫ້​ຂ້າພະ​ເຈົ້າຜ່ານ​ລາວ​ໄປ​.

ຂ້າພະ​ເຈົ້າຮູ້ສຶກ​ວ່າ​ຕ້ອງ​ໄດ້​ຟ້າວ​ໃຫ້​ໄປ​ເຖິງ​ຜູ້​ທີ່​ເດີນ​ໄປ​ກ່ອນ, ສະນັ້ນ ລາວ​ຈຶ່ງໄດ້​ຊ່ວຍ​ຂ້າພະ​ເຈົ້າ​ໃຫ້​ຜ່ານ​ກາຍ​ລາວ, ​ແລະ ຂ້າພະ​ເຈົ້າກໍ​ໄດ້​ເດີນ​ໄປ​ຕໍ່ອີກໃນ​ເສັ້ນທາງ. ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ພື້ນ​ທີ່​ເຕັມ​ໄປ​ດ້ວຍຫຍ້າ​ສີຂຽວ. ຂ້າພະ​ເຈົ້າ​ໄດ້​ວາງ​ຕີນ​ເບື້ອງ​ຂວາ​ລົງ​ພື້ນ, ​ແລະ ຮູ້ສຶກ​ວ່າ ມັນ​ບໍ່​ມີ​ພື້ນ​ຢູ່​ທາງ​ກ້ອງ​ຫຍ້າ​ເຫລົ່ານັ້ນ. ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຈ່ອງງ່າ​ໄມ້ ທີ່ຢູ່​ກ້ອງ​ເສັ້ນທາງ. ​ໃນ​ເວລາ​ດຽວ​ກັນ, ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຂ້າງ​ລຸ່ມ ​ເລິກ​ປະມານ 600 ​ແມັດ, ​ໄດ້​ເຫັນ​ແມ່ນ້ຳ ອູຣູບຳບາ ຊຶ່ງໄຫລ​ຜ່ານ​ ຮ່ອມ​ພູ​ສັກສິດ ຂອງ ອິງ​ກາ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ​ກຳລັງວັງຊາ​ໄດ້​ຫາຍ​ໄປ​ໝົດ, ​ແລະ ຄົງ​ບໍ່​ສາມາດ​ຈ່ອງ​ງ່າ​​ໄມ້ຕໍ່​ໄປ​​ໄດ້ດົນ​ນານ. ​ໃນ​​ເວລາ​ນັ້ນ​ເອງ ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ຕັ້ງ​ໃຈ. ມັນ​ເປັນ​ການ​ອະທິຖານ​​ແບບ​​ໄວໆ. ຂ້າພະ​ເຈົ້າ​ໄດ້​ອ້າ​ປາກ ​ແລະ ​ເວົ້າອອກ​ມາ​ວ່າ, “ພຣະບິດາ​ເອີຍ, ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ!”

ງ່າ​ໄມ້​ບໍ່​ແຂງ​ແຮງ​ພໍ​ ທີ່ຈະ​ສູ້​ນ້ຳໜັກ​​ຂອງ​ຂ້າພະ​ເຈົ້າ​ໄວ້​ໄດ້. ຂ້າພະ​ເຈົ້າຮູ້​ວ່າ ​ຂ້າພະ​ເຈົ້າ​ໃກ້​ຊິ​ຕາຍ​ແລ້ວ. ​ໃນ​​ເວລາ ນັ້ນ​ເອງ ​ຕອນ​ຂ້າພະ​ເຈົ້າກຳລັງ​ຈະ​ຕົກ, ຂ້າພະ​ເຈົ້າຮູ້ສຶກ​ວ່າ ມີ​ມື​ມາ​ຈັບ​ແຂນ​ຂອງ​ຂ້າພະ​ເຈົ້າ ​ແລະ ດຶງ​ຂ້າພະ​ເຈົ້າຂຶ້ນ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ນັ້ນ, ຂ້າພະ​ເຈົ້າຈຶ່ງ​ພະຍາຍາມ​ປີນ​ຂຶ້ນ​ໄປ​ຫາ​ເສັ້ນທາງ. ຜູ້​ສອນ​ສາດສະໜາ​ທີ່​​ອີງຢູ່​ໂງ່ນ​ຫີນ ​ໄດ້​ມາຊ່ວຍ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄວ້.

ຕາມ​ຄວາມ​ຈິງ​ແລ້ວ, ພຣະບິດາ​ເທິງ​ສະຫວັນ​ໄດ້ຊ່ວຍ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄວ້. ພຣະອົງ​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະວິນ​ຍານ​ສາມ​ເທື່ອ​ກ່ອນ​ໜ້ານັ້ນ, ບອກ​ຂ້າພະ​ເຈົ້າວ່າ ບໍ່​ໃຫ້​ໄປ​ທີ່​ຂົວ​ອິງ​ກາ, ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ເຊື່ອ​ຟັງ​ສຸລະສຽງ. ຂ້າພະ​ເຈົ້າຕົກ​ໃຈ​ຫລາຍ, ໜ້າ​ຊີດ, ​ແລະ ບໍ່​ຮູ້​ວ່າ ຈະ​ເວົ້າຫຍັງ. ​ແລ້ວ ຂ້າພະ​ເຈົ້າຈື່​ໄດ້​ວ່າ ຜູ້​ສອນ​ສາດສະໜາ​ຄົນ​ອື່ນໆ ​ໄດ້​ເດີນ​ໄປ​ກ່ອນ​ພວກ​ເຮົາ, ສະນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ໄປ​ຊອກ​ຫາ​ເຂົາ​ເຈົ້າ ຈົນ​ໄດ້​ພົບ​ເຫັນ ​ແລະ ​ໄດ້​ບອກ​ເຂົາ​ເຈົ້າ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ຂ້າພະ​ເຈົ້າ.

ພວກ​ເຮົາ​ໄດ້​ກັບ​ຄືນ​ໄປທີ່ ມາ​ຈູ ພີ​ຈູ, ດ້ວຍ​ຄວາມ​ລະມັດ​ລະວັງ, ​​ແລະ ດ້ວຍ​ຄວາມ​ມິດ​ງຽບ. ​ໃນ​ເວລາ​ເດີນທາງ​ກັບ, ຂ້າພະ​ເຈົ້າ​ໄດ້​ນັ່ງ​ມິດ​ງຽບ​ຢູ່, ​ແລະ ​ແນວ​ຄິດ​ໄດ້​ເຂົ້າມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ວ່າ​ພຣະອົງ​ໄດ້​​ຟັງສຽງ​ຂອງ​ຂ້າພະ​ເຈົ້າ, ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ຟັງ​ສຸລະສຽງ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້ສຶກ​​ເສຍ​ໃຈ​ຫລາຍ ທີ່​ບໍ່​ໄດ້​​ເຊື່ອ​ຟັງ​ສຸລະສຽງ​ຂອງ​ພຣະອົງ ​ແລະ ​ໃນ​ເວລາ​ດຽວ​ກັນ ຂ້າພະ​ເຈົ້າກໍ​ມີ​ຄວາມ​ຮູ້ສຶກ​ກະຕັນຍູ​ສຳລັບ​ພຣະເມດ​ຕາ​ຂອງ​ພຣະອົງ. ພຣະອົງ​ບໍ່​ໄດ້​ຕັດສິນ​ຂ້າພະ​ເຈົ້າ, ​ແຕ່​ດ້ວຍ​ພຣະຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ, ພຣະອົງ​ໄດ້​ຊ່ວຍ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄວ້ (ເບິ່ງ ​ແອວ​ມາ 26:20).

​ໃນ​ທ້າຍ​ຂອງ​ມື້ນັ້ນ, ​ເມື່ອ​ເຖິງ​ເວລາ​ອະທິຖານ​ເປັນ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຈາກ​ໃຈ ຫາ “ພຣະບິດາ​ຜູ້​ຊົງ​ເມດ​ຕາ, ​ຄື​ພຣະ​ເຈົ້າທີ່​ໃຫ້​ຄວາມ​ເລົ້າ​ໂລມ​ໃຈ​ທຸກ​ຢ່າງ” (2 ໂກຣິນ​ໂທ 1:3). ຂ້າພະ​ເຈົ້າ​ໄດ້​ອະທິຖານ “ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ​ໂດຍ​ມີ​ສັດທາ​ໃນ​ພຣະຄຣິດ” (ໂມ​ໂຣ​ໄນ 10:4).

​ໃນ​​ເຊົ້າຂອງ​ມື້​ດຽວ​ກັນນັ້ນ, ຂ້າພະ​ເຈົ້າ​ໄດ້​ອ​ະທິຖານ​ດ້ວຍ​ລົມປາກ, ​ແລະ ​ເມື່ອ​ຂ້າພະ​ເຈົ້າ​ເກືອບ​ຕາຍ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຈາກ​ໃຈ​ຕໍ່​ພຣະອົງ. ຂ້າພະ​ເຈົ້າ​ໄດ້ຄິດ​ໄຕ່​ຕອງ​ກ່ຽວ​ກັບຊີວິດ​ຂອງ​ຂ້າພະ​ເຈົ້າ ຈົນ​ເຖິງຈຸດ​ນັ້ນ. ຂ້າພະ​ເຈົ້າພົບ​ເຫັນ​ວ່າ ຫລາຍ​ເທື່ອ​ທີ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ໄດ້ມີ​ພຣະ​ເມດ​ຕາ​ຕໍ່​ຂ້າພະ​ເຈົ້າ. ພຣະອົງ​ໄດ້​ສອນ​ຫລາຍ​ບົດຮຽນ​ໃຫ້​ແກ່​ຂ້າພະ​ເຈົ້າ ​ໃນ​ມື້ນັ້ນ ຢູ່​ທີ່ ມາ​ຈູ ພີ​ຈູ ​ແລະ ຢູ່​​ໃນ​ເມືອງຄູດ​ສະ​​ໂກ, ປະ​ເທດ​ເປ​ຣູ. ບົດຮຽນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດຄື ຂ້າພະ​ເຈົ້າຄວນ​ອະທິຖານ​ດ້ວຍ​ໃຈ​ຈິງ​, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ​ແລະ ​ໃຊ້​ສັດທາ​ໃນ​ພຣະຄຣິດ​ສະ​ເໝີ.

​ເທື່ອໜຶ່ງ ອົງ​ພຣະຜູ້​ເປັນ​ເຈົ້າ “ກຳລັງ​ອະທິຖານ​ຢູ່​ໃນ​ສະຖານ​ທີ່​ແຫ່ງ​ໜຶ່ງ,” ​ແລະ “ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ສານຸສິດຄົນ​ໜຶ່ງ​ກໍ​ເວົ້າກັບ​ພຣະອົງ​ວ່າ, ພຣະອົງ​ເຈົ້າ​ເອີຍ, ຂໍ​ໂຜດ​ສອນ​ພວກ​ຂ້ານ້ອຍ​ໃຫ້​ອະທິຖານ​ແດ່ທ້ອນ​” (ລູກາ 11:1). ​ແລ້ວ ພຣະອົງ​ກໍ​ໄດ້​ສອນ​ສານຸສິດຂອງ​ພຣະອົງ​ໃຫ້​ອະທິຖານ. ​ແລະ ມື້​ນີ້ ພຣະອົງ​ໄດ້​ສອນ​ທ່ານ ​ແລະ ຂ້າພະ​ເຈົ້າ​ໃຫ້​ອະທິຖານ ດັ່ງ​ທີ່​ເຮົາ​ເຫັນ​ພຣະອົງ​ຢູ່​ໃນ​ຈິດ​ໃຈ ຕອນ​ທີ່​ພຣະອົງ​ໄດ້​ອະທິຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ​ແລະ ກ່າວ​ວ່າ, “​ແຕ່​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະໜາຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ເທີ້ນ” (ລູກາ 22:42). ​ເມື່ອ​ທ່ານ​ອະທິຖານ, ທ່ານ​ຢາກ​ໃຫ້​ເປັນ​ແບບ​ນັ້ນ​ແທ້ໆ​ບໍ ທີ່​ວ່າ “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະໜາຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ເທີ້ນ”?

​ໂປ​ໂລ ​​ໄດ້​ບັນຍາຍ​ເຖິງ​ວິທີ​ທີ່​ພຣະ​ເຢຊູ​ໄດ້​ອະທິຖານ​ “​ໃນ​ຂະນະ​ທີ່​ພຣະອົງ​ເປັນ​ມະນຸດ​ຢູ່,” ​ໂດຍ​ສະ​ເພາະ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ທີ່​ວ່າ: “​ພຣະອົງ​ໄດ້​ອະທິຖານ ​ແລະ ​ໄຫວ້​ວອນ​ດ້ວຍ​ການ​ຮ້ອງ​ໄຫ້​ຢ່າງ​ໜັກ ​ແລະ ມີນ້ຳຕາ​ໄຫລ​ທູນ​ຕໍ່​ພຣະ​ເຈົ້າ ຜູ້​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນຈາກ​ຕາຍ​ໄດ້ ​ແລະ ນ້ອມ​ຮັບ​ຟັງ ​ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ” (ເຮັບ​ເຣີ 5:7). ​ເມື່ອ​ທ່ານ​ອະທິຖານ, ທ່ານ​ຕັ້ງ​ໃຈ​ອະທິຖານ​ແທ້ໆ​ບໍ ຫລື ພຽງ​ແຕ່​ກ່າວ​ຄຳ​ອະທິຖານ​ເທົ່າ​ນັ້ນ? ທ່ານ​ກ່າວ​ພຽງ​ຜ່ານໆ​ໄປ​ເທົ່າ​ນັ້ນບໍ ​ໃນ​ຄຳ​ອະທິຖານຂອງ​ທ່ານ?

ພຣະ​ເຢຊູ​ໄດ້​ອະທິຖານ​ຢ່າງ​ຕັ້ງ​ໃຈ ​ແລະ ​ໄດ້​ກ່າວ​ກັບ​ພຣະບິດາ​ຂອງ​ພຣະອົງ. “ເມື່ອພຣະ​ເຢຊູ​ກຳລັງ​ຮັບ​ບັບຕິ​ສະມາ, ​ແລະ ອະທິຖານ​ຢູ່​ນັ້ນ, ທ້ອງຟ້າສະຫວັນ​ກໍ​ໄຂ​ອອກ​” (ລູກາ 3:21). ​ເມື່ອ​ທ່ານ​ອະທິຖານ, ທ່ານ​ຮູ້ສຶກ​ວ່າ ທ້ອງຟ້າ​ສະຫວັນ​​ໄດ້​ໄຂ​ອອກ ຫລື​ບໍ່? ​ດົນ​ນານປານ​ໃດ​ແລ້ວ ທີ່​ທ່ານ​​ເຄີຍຮູ້ສຶກວ່າ ​ໄດ້​ຮັບ​ການ​ຕິດ​ຕໍ່​ກັບ​ສະຫວັນ?

ພຣະ​ເຢຊູ​ໄດ້​ຕຽມ​ພຣະອົງ​ເອງ ​ສຳລັບ​ການ​ຕັດສິນ​ໃຈ​​ເຮັດ​ສິ່ງ​ທີ່​ສຳຄັນ ​ໂດຍ​ການ​ອະທິຖານ​ຫາ​ພຣະບິດາ​ຂອງ​ພຣະອົງ.

“ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ​ເພື່ອ​ອະທິຖານ, ​ແລະ ​ໃຊ້​ເວລາ​ອະທິຖານ​ຫາພຣະ​ເຈົ້າຢູ່​ທີ່​ນັ້ນ ຕະຫລອດ​ຄືນ.

“ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ສານຸສິດ​ມາ​ຫາ​ພຣະອົງ: ​ແລະ ​ໃນ​ພວກ​ເຂົາ ພຣະອົງ​ໄດ້​ເລືອກ​ເອົາ​ສິບ​ສອງ​ຄົນ” (ລູກາ 6:12–13).

ທ່ານ​ຕຽມ​ຕົວ​ເອງ​ແລ້ວ​ບໍ ສຳລັບ​ການ​ຕັດສິນ​ໃຈ​ເຮັດ​ບາງ​ສິ່ງ​ທີ່​ສຳຄັນ ​ໂດຍ​ການ​ອະທິຖານ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ? ທ່ານ​​ໄດ້​ຕຽມ​ຕົວ​ເອງ​ບໍ ກ່ອນ​ທ່ານຈະ​ອະທິຖານ?

​ເມື່ອ​ພຣະ​ເຢຊູ​ໄດ້​ມາ​ຫາທະວີບອາ​ເມຣິກາ, ພຣະອົງ​ໄດ້​ສອນ​ຜູ້​ຄົນ​ໃຫ້​ອະທິຖານ. “​ແລະ ພຣະ​ເຢຊູ​​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ຈົ່ງ​ອະທິຖານ​ຕໍ່​ໄປ​ເຖີດ; ​ແຕ່​ເຖິງ​ປານ​ນັ້ນພວກ​ເພິ່ນ​ກໍ​ບໍ່​ໄດ້​ຢຸດ​ອະທິຖານ​ເລີຍ” (3 ນີ​ໄຟ 19:26).

ພຣະ​ເຢຊູ​ເຊື້ອ​ເຊີນ​ເຮົາ​ໃຫ້ ອ​ະທິຖານ​ຕະຫລອດ​ເວລາ (ເບິ່ງ D&C 10:5). ພຣະ​ເຢຊູ​ຮູ້​ວ່າ ພຣະບິດາ​ເທິງ​ສະຫວັນ​ໄດ້​ຍິນ ​ແລະ ປະທານ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​​ແກ່ເຮົາ. ​​ດ້ວຍ​ເຫດ​ໃດບາງ​ເທື່ອ​ເຮົາ​ຈຶ່ງ​ບໍ່​ຢາກ​ຮັບ? ​ດ້ວຍ​ເຫດ​ໃດ?

​ໃນ​ນາ​ທີທີ່​ເຮົາ​ກ່າວ​ວ່າ, “​ໂອ້ ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ,” ​ພຣະອົງ​​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຮົາ ​ແລະ ມີ​ຄວາມ​ຮູ້ສຶກ​ໄວ​ຕໍ່​ເຮົາ ​ແລະ ຕໍ່​ຄວາມ​ຕ້ອງການ​ຂອງ​ເຮົາ. ແລະ ສະນັ້ນ ພຣະອົງ​ຈະຕັ້ງພຣະ​ໄທ​ທອດ​ພຣະ​​ເນ​ດ ​ແລະ ຟັງ​ທ່ານ. ພຣະອົງ​ຈະ​ອ່ານ​ຄວາມ​ນຶກ​ຄິດ, ​ແລະ ພຣະອົງ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຢູ່​ໃນ​ໃຈ​ຂອງ​​ເຮົາ. ທ່ານ​ບໍ່​ສາມາດ​ເຊື່ອ​ງຊ້ອນ​ສິ່ງ​ໃດ​ຈາກ​ພຣະອົງ. ບັດ​ນີ້, ສິ່ງ​ທີ່​ປະ​ເສີດ​ທີ່​ສຸດ​ຄື ພຣະອົງ​ຈະ​​ເຫັນ​ທ່ານ ດ້ວຍ​ສາຍພຣະ​ເນ​ດທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ພຣະ​ເມດ​ຕາ—ຄວາມ​ຮັກ ​ແລະ ພຣະ​ເມດ​ຕາ​ທີ່​ເຮົາ​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້​ຢ່າງ​ບໍລິບູນ. ​ແຕ່​ຄວາມ​ຮັກ ​ແລະ ພຣະ​ເມດ​ຕາ ​ໄດ້​ຢູ່​ກັບ​ພຣະອົງ ​ໃນ​ນາ​ທີ​ທີ່​ທ່ານ​ກ່າວ​ວ່າ, “ໂອ້ ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.”

ສະນັ້ນ​ແລ້ວ ​ເວລາ​ທີ່​​ເຮົາ​ອະທິຖານ ຈຶ່ງ​ເປັນ​ເວລາ​ທີ່​ສັກສິດ​ແທ້ໆ. ພຣະອົງ​ຈະ​ບໍ່​ກ່າວ​ວ່າ, “ເຮົາ​ຈະບໍ່​ຮັບ​ຟັງ​ເຈົ້າ​ໃນ​ເວລາ​ນີ້, ​ເພາະ​ເຈົ້າພຽງ​ແຕ່ເຂົ້າມາ​ຫາ​ເຮົາ ຕອນ​ເຈົ້າມີ​ບັນຫາ.” ມີ​ແຕ່ມະນຸດ​ເທົ່າ​ນັ້ນ ທີ່ຈະ​​ກ່າວ​​ແບບນີ້. ພຣະອົງ​ຈະ​ບໍ່​ກ່າວ​ວ່າ, “ໂອ້, ເຈົ້າບໍ່​ຮູ້​ດອກ​ວ່າ ​ດຽວນີ້ເຮົາ​ຫຍຸ້ງ​ຫລາຍ​ຂະໜາດ​ໃດ.” ມີ​ແຕ່ມະນຸດ​ເທົ່າ​ນັ້ນ ທີ່ຈະ​ກ່າວ​ແບບນີ້.

ຂ້າພະ​ເຈົ້າຫວັງ ​ແລະ ອະທິຖານວ່າ​ ເຮົາ​ທຸກ​ຄົນ​ຈະ​ອະທິຖານ​ຢ່າງ​ທີ່​ພຣະ​ເຢຊູ​ໄດ້​ສອນ​ເຮົາ​ໃຫ້​ອະທິຖານ, ​ໃນ​ພຣະນາມ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.