​2010–2019
ພຣະອາຈານ​ແຫ່ງ​ການ​ປິ່ນປົວ
​ເດືອນ​ຕຸລາ 2016


ພຣະອາຈານ​ແຫ່ງ​ການ​ປິ່ນປົວ

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​​ໂສກ​ເສົ້າ ຊຶ່ງ​ເກີດ​ຈາກ​ບາບ, ຄວາມເຈັບ​ປວດ ຊຶ່ງ​ເກີດ​ຈາກ​ການ​ກະທຳ​ຂອງ​ຄົນ​ອື່ນ, ຫລື ຄວາມ​ເຈັບ​ປວດ​ຂອງ​ຄວາມ​ເປັນ​ຈິງ​ຂອງ​ຊີວິດ​ມະຕະ—​ແຕ່ພຽງຜູ້​ດຽວ.

ລາງວັນ​ຢ່າງ​ໜຶ່ງທີ່​ມີຄ່າ​ທີ່​ສຸດ​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ການ​ມີ​ໂອກາດ​ເດີນທາງ—​ເພື່ອ​ຮຽນ​ຮູ້ຈາກ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າຕະຫລອດ​ທົ່ວ​ໂລກ. ບໍ່​ມີ​ສິ່ງ​ໃດ​ທີ່​ຄືກັບ​ການ​ທຳ​ງານ​ດ້ວຍ​ກັນ, ຈ້ອງ​ມອງ​ໜ້າ​ກັນ, ​ແລະ ຜູກ​ພັນ​​ທາງໃຈ​ກັບ​ທ່ານ.

ມີ​ເທື່ອ​ໜຶ່ງ, ຜູ້ນຳ​ສະມາຄົມ​ສະຕີ​ສົງ​ເຄາະ​ຄົນ​ໜຶ່ງໄດ້​ຖາມ​ວ່າ, “ມີ​ສິ່ງ​ໃດທີ່​ສະຕີ​ຄວນ​ເອົາ​ໃຈ​​ໃສ່​ເປັນ​ພິ​ເສດ​ບໍ?”

ຂ້າພະ​ເຈົ້າ​ໄດ້​ຕອບ​ວ່າ, “ມີ!” ​ໃນ​​ເວລາ​ດຽວ​ກັນນັ້ນ ຄຳ​ປາ​ໄສ​ຂອງປະທານຣະ​ໂຊ ​ເອັມ ​ແນວ​ສັນ ຊື່ “ຄຳ​ຮ້ອງ​ຂໍ​ຕໍ່​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ” ​ກໍໄດ້​ເຂົ້າມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ. ປະທານ​ແນວ​ສັນ ​ໄດ້​ສອນ​ວ່າ, “ພວກ​ເຮົາຕ້ອງ​ການ​ຜູ້ຍິງ​ທີ່​ມີ​ຄວາມ​ເຂົ້າໃຈ​ທ່ຽງ​ແທ້​ກ່ຽວ​ກັບຄຳ​ສອນ​ຂອງ​ພຣະ​ຄຣິດ.”1

​ນີ​ໄຟ​ໄດ້​ບັນຍາຍ​ຄຳ​ສອນ​ຂອງ​ພຣະຄຣິດ​ໃນ​ທາງ​ນີ້:

“ເພາະ​ປະຕູ​ທີ່​ພວກ​ທ່ານ​ຄວນ​ເຂົ້າ​ໄປ​ຄື​ ການ​ກັບ​ໃຈ ​ແລະ ການ​ຮັບ​ບັບຕິ​ສະມາ ​ດ້ວຍ​ນ້ຳ; ​ແລະ ​ເວລາ​ນັ້ນການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມາ​ເຖິງ​ໂດຍ​ໄຟ ​ແລະ ​ໂດຍ ພຣະວິນ​ຍານ​ ບໍລິສຸດ. …

“ແລະ ບັດ​ນີ້ ... ຂ້າພະ​ເຈົ້າຢາກ​ຖາມ​ວ່າ ​ເຮັດ​ທຸກ​ຢ່າງ​ແລ້ວ​ບໍ? ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ​ເພາະ​ພວກ​ທ່ານ​ບໍ່​ໄດ້​ມາ​ເຖິງ​ທີ່​ນີ້​ນອກຈາກ​ເປັນ​ໄປ​ໂດຍ​ພຣະຄຳ​ຂອງ​ພຣະຄຣິດ, ພ້ອມ​ດ້ວຍ​ ສັດທາ ອັນ​ບໍ່​ສັ່ນ​ສະ​ເທືອ​ນ​ໃນ​ພຣະອົງ, ​ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມທີ່ ​ໃນ​ພຣະຄຸນ​ຄວາມ​ດີ​ຂອງ​ພຣະອົງ ຜູ້​ຊົງ​ອານຸພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.

“ດັ່ງນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະຄຣິດ, ​ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ​ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ຂອງ​ມະນຸດ​ທັງ​ປວງ​. ດັ່ງນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະຄຳ​ຂອງ​ພຣະຄຣິດ ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ​​ແລ້ວ, ຈົ່ງ​ເບິ່ງ, ພຣະບິດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ​ເຈົ້າຈະ​ມີ​ຊີວິດ​ນິລັນດອນ.

“… ນີ້​ຄື​ທາງນັ້ນ ​ແລະ ບໍ່​ມີ​ທາງ ຫລື ພຣະນາມ​ອື່ນ​ໃດ​ຈະ​ປະທານ​ໃຫ້​ພາຍ​ໃຕ້​ສະຫວັນ​ອີກ​ເລີຍ ​ຊຶ່ງ​ໂດຍ​ທາງນັ້ນມະນຸດ​ຈະ​ລອດ​ໄດ້​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ. ​ແລະ ບັດ​ນີ້, ຈົ່ງ​ເບິ່ງ ນີ້​ຄື​ຄຳ​ສອນ​ຂອງ​ພຣະຄຣິດ.2

ດ້ວຍ​ເຫດ​​ໃດ​ເຮົາ​ຈຶ່ງຈຳ​ເປັນ​ຕ້ອງ​ເຂົ້າ​ໃຈ​ຫລັກ​ທຳ​ເຫລົ່າ​ນີ້​ຢ່າງ​ຄັກ​ແນ່?

ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ສະຕີ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເລື້ອຍໆ ຜູ້​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດ, ​ແຕ່​ເຂົາ​ເຈົ້າບໍ່​ໄດ້​ຫັນ​ໄປ​ຫາ​ພຣະອົງ​ຜູ້​ທີ່​ສາມາດ​​ໃຫ້​ຄວາມຊ່ວຍ​ເຫລືອ​ອັນ​ເປັນນິດ. ສ່ວນ​ຫລາຍ​ແລ້ວ​ເຂົາ​ເຈົ້າ​ໄດ້​ຊອກ​ຫາຄວາມ​ເຂົ້າ​ໃຈຢູ່​ທີ່ “ອາຄານ​ໃຫຍ່ ​ແລະ ກວ້າງຂວາງ.”3

ເມື່ອ​ເຮົາ​​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະຄຣິດ, ​ບໍ່​ດົນ​ເຮົາ​ຈະ​ຄົ້ນພົບ​ວ່າ ​ເຮົາ​ກຳລັງພັດທະນາ​ຕົວ​ຫລາຍ​ຂຶ້ນ​ໃນ​ຄວາມ​ເຂົ້າ​ໃຈ ​ເຖິງ “ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່.”4 ​ເຮົາ​ກໍ​ຈະ​ຮັບ​ຮູ້​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ເປັນ​ຈຸດ​ໃຫຍ່​ໃຈກາງຂອງ​ແຜນນັ້ນ.

ເມື່ອ​ເຮົາ​ຮຽນ​ທີ່​ຈະ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ​ໃນ​ສະພາບ​ການ​ສ່ວນ​ຕົວ​ຂອງ​ເຮົາ, ​ແລ້ວ​ຄວາມ​ຮັກ​ຂອງ​ເຮົາ​ສຳລັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຈະ​ເຕີບ​ໂຕ​ຂຶ້ນ. ​ແລະ ​ເຮົາ​ຮັບ​ຮູ້​ວ່າ “ບໍ່​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ທີ່​ເຫັນໄດ້​ກັບ​ຕາ​ກໍ​ຕາມ, ເຮົາ​ທຸກ​ຄົນ​ກໍ​ຕ້ອງການ​ ການ​ຊົດ​ໃຊ້ ທີ່​ບໍ່​ມີ​ຂອບ​ເຂດ​ອັນ​ດຽວ​ກັນ​ນັ້ນ.”5 ເຮົາ​ຈະ​ຮັບ​ຮູ້​ວ່າ ພຣະອົງ​ເປັນ​ຮາກ​ຖານ​ຂອງ​ເຮົາ—“ດານ​ຫີນ​ຂອງ​ພຣະຜູ້​ໄຖ່, … ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນໜາ … ​ຊຶ່ງ​ຫາກ​ [ເຮົາ] ສ້າງ​ຂຶ້ນ​ເທິງ​ມັນ [ເຮົາ] ຈະ​ຕົກ​ໄປ​ບໍ່​ໄດ້.”6

ຄຳ​ສອນ​ນີ້ ​ເປັນ​ພອນ​ໃຫ້​ເຮົາ​ແນວ​ໃດ ຂະນະ​ທີ່​ເຮົາ​ສະ​ແຫວງຫາ​ຄວາມ​ສະຫງົບ​ສຸກ ​ແລະ ຄວາມ​ເຂົ້າ​ໃຈ ​ແລະ ພະຍາຍາມ​ທີ່​ຈະ​ອົດທົນ​ດ້ວຍ​ຄວາມ​ຊື່ນ​ຊົມ ​ໃນ​ເສັ້ນທາງ​ທີ່​ພິ​ເສດ​ແຫ່ງ​ມະຕະ​ນີ້?

ຂ້າພະ​ເຈົ້າຂໍ​ແນະນຳ​ ​ໃຫ້​ເຮົາ​ເລີ່ມຕົ້ນດ້ວຍ​ຖ້ອຍ​ຄຳ​ຂອງ​ນີ​ໄຟ ທີ່​ວ່າ, “ດ້ວຍ​ສັດທາ​ອັນ​ບໍ່​ສັ່ນ​ສະ​ເທືອນ​ໃນ [ພຣະຄຣິດ], ​ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມທີ່​ໃນ​ພຣະຄຸນ​ຄວາມ​ດີ​ຂອງ​ພຣະອົງ ຜູ້​ຊົງ​ອານຸພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.”7 ສັດທາ​ຂອງ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ການ​ທ້າ​ທາຍ​ຕ່າງໆ.

​ຕາມ​ຈິງ​ແລ້ວ, ເຮົາ​ຈະ​ພົບ​ເຫັນ​ສັດທາ​ຂອງ​ເຮົາ​ເລິກຊຶ້ງກວ່າ​ເກົ່າ ​ແລະ ຄວາມ​ສຳພັນ​ຂອງ​ເຮົາ​ນຳພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ ຖືກ​ຫລໍ່​ຫລອມ​ໃນ​ຄວາມ​ຍາກ​ລຳບາກ. ຂ້າພະ​ເຈົ້າຂໍ​ແບ່ງປັນ​ສາມ​ຕົວຢ່າງ.

ທຳ​ອິດ, ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະອາຈານ​ແຫ່ງ​ການ​ປິ່ນປົວ, ມີ​ອຳນາດ​ທີ່​ຈະ​ປ່ຽນ​ໃຈ​ຂອງ​ເຮົາ ​ແລະ ປະທານ​ຄວາມ​ບັນ​ເທົາ​ອັນ​ຖາວອນ​ໃຫ້​ເຮົາ ຈາກ​ຄວາມ​ໂສກ​ເສົ້າ ຊຶ່ງ​ເກີດ​ຈາກ​ບາບ​ຂອງ​ເຮົາ​ເອງ. ເມື່ອ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ຍິງຊາວ​ຊາ​ມາ​ເຣຍຄົນ​ໜຶ່ງ​ ຢູ່​ທີ່​ນ້ຳສ້າງ, ພຣະອົງ​ໄດ້​ຮູ້ຈັກ​ກ່ຽວ​ກັບ​ບາບ​ທີ່​ຮ້າຍ​ແຮງ​ຂອງ​ນາງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເບິ່ງ​ພາຍ​ໃນ​ຈິດ​ໃຈ,”8 ​ແລະ ພຣະອົງ​ຮູ້​ວ່າ ນາງ​ເປັນ​ຄົນ​ສອນ​ງ່າຍ.

ເມື່ອ​​ຍິງ​ຄົນ​ນັ້ນ​ໄດ້​ມາ​ທີ່​ນ້ຳສ້າງ, ພຣະ​ເຢຊູ​—​ໄດ້​ສະ​ເໜີ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ນາງ—​ໂດຍ​ກ່າວ​ພຽງ​ແຕ່, “ເຮົາ​ຂໍ​ດື່ມນ້ຳ​ແດ່.” ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ຈະ​ກ່າວ​ກັບ​ເຮົາຄື​ກັນ ​ໃນ​ສຸລະສຽງ​ທີ່​ເຮົາ​ຈື່ ​ໄດ້ ຕອນ​ເຮົາ​ມາ​ຫາ​ພຣະອົງ—​ເພາະ​ພຣະອົງ​ຮູ້ຈັກ​ເຮົາ. ພຣະອົງ​ຈະ​ຊ່ວຍ​​ເຮົາ ກັບ​ສະພາບ​ການ​ຂອງ​ເຮົາ. ​​ແລະ ​ເນື່ອງ​ດ້ວຍ​ຜູ້​ທີ່​ພຣະອົງ​ເປັນ ​ແລະ ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ເພື່ອ​ເຮົາ, ພຣະອົງ​ຈຶ່ງ​ເຂົ້າ​ໃຈ. ​ເພາະ​ພຣະອົງ​ໄດ້​ປະສົບ​ກັບ​ຄວາມ​ເຈັບ​ປວດ​ຂອງ​ເຮົາ, ພຣະອົງ​ຈຶ່ງ​ປະທານ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ເຮົາ ​ເມື່ອ​ເຮົາ​ສະ​ແຫວ​ງຫາ​ມັນ. ພຣະອົງ​ໄດ້​ສອນ​ຍິງ​ຊາວ​ຊາ​ມາ​ເຣຍຄົນ​ນັ້ນ ​ເມື່ອ​ພຣະອົງ​ກ່າວ​ວ່າ, “ຖ້າ​ເຈົ້າຮູ້ຈັກ​ສິ່ງ​ທີ່​ພຣະ​ເຈົ້າ​ໃຫ້ ​ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳຈາກ​ເຈົ້າ​ແລ້ວ ​ເຈົ້າກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ​ແລະ ​ເພິ່ນ​ຈະ​​ເອົາ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.” ​ໃນ​ທີ່​ສຸດ ດ້ວຍຄວາມ​ເຂົ້າ​ໃຈ​, ນາງ​ໄດ້​ຕອບ​ດ້ວຍ​ສັດທາ ​ແລະ ຖາມ​ວ່າ, “ທ່ານ​ເອີຍ, ຂໍ​ເອົາ​ນ້ຳນັ້ນ​ໃຫ້​ຂ້ານ້ອຍ​ດື່ມ​ແດ່ທ້ອນ ​ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຢາກ.”

ຫລັງ​ຈາກ​ຍິງ​ຊາວ​ຊາ​ມາ​ເຣຍ​ໄດ້​ມີ​ປະສົບ​ການ​ນີ້​ນຳພຣະຜູ້​ຊ່ວຍ​ໃຫ້​ລອດ, ນາງ “ໄດ້​ປະ​ໄຫ​ນ້ຳຂອງ​ຕົນ, ກັບ​ຄືນ​ເຂົ້າ​ໄປ​ໃນ​ເມືອງ ​ແລະ ບອກ​ຄົນ​ທັງຫລາຍ​ວ່າ,

“ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ໜຶ່ງ ທີ່​ບອກ​ຂ້ອຍ​ເຖິງ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່​​ແມ່ນ​ພຣະຄຣິດບໍ?”

ນາງ​ໄດ້​ຮັບ​ປະຈັກ​ພະຍານ—ນາງ​ໄດ້​ເລີ່ມຕົ້ນຮັບ​ເອົາ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ—​ແລະ ນາງ​ຈຶ່ງ​ປາດ​ຖະໜາ​ທີ່​ຈະ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າຂອງ​ພຣະອົງ​ຕໍ່​ຄົນ​ອື່ນໆ.9

ເມື່ອ​ເຮົາ​ມາ​ຫາ​ພຣະອົງ​ດ້ວຍ​ຄວາມ​ຖ່ອມຕົວ ​ແລະ ດ້ວຍ​ໃຈ​ທີ່​ສອນ​ງ່າຍ—​ແມ່ນ​ແຕ່​ຕອນ​ຫົວ​ໃຈ​ຂອງ​ເຮົາ​ໜັກໜ່ວງ​​ໄປດ້ວຍ​ຄວາມ​ຜິດພາດ, ​ດ້ວຍ​ບາບ, ​ແລະ ດ້ວຍ​ການ​ລ່ວງ​ລະ​ເມີດ​ກໍ​ຕາມ—ພຣະອົງສາ​ມາດ​ປ່ຽນ​​ແປງເຮົາ​ໄດ້, “ເພາະ ພຣະອົງ​​ມີ​ອານຸພາບ​ທີ່​ຈະ​ຊ່ວຍ​ໃຫ້​ລອດ.”10 ​ແລະ ດ້ວຍ​​ໃຈ​ທີ່​ປ່ຽນ​ແປງ, ເຊັ່ນ​ດຽວ​ກັບ​ຍິງ​ຊາວ​ຊາ​ມາ​ເຣຍ, ​​ເຮົາ​ຈະ​ສາມາດເຂົ້າ​ໄປ​ໃນ​​ເມືອງ​ຂອງ​ເຮົາ​ເອງ—​ໃນ​ບ້ານ, ​​ໃນໂຮງຮຽນ, ​ແລະ ​ໃນບ່ອນ​ທຳ​ງານ ​ເພື່ອ​ເປັນ​ພະຍານ​ເຖິງ​​ພຣະອົງ.

ສອງ, ພຣະອາຈານ​ແຫ່ງ​ການ​ປິ່ນປົວ ສາມາດ​ປອບ​ໂຍນ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ​ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ເຈັບ​ປວດ ​ເພາະ​ການ​ກະທຳ​ທີ່​ບໍ່​ຊອບ​ທຳ​ຂອງ​ຄົນ​ອື່ນ. ຂ້າພະ​ເຈົ້າ​ໄດ້​ສົນທະນາ​ກັບ​ສະຕີ​ຫລາຍ​ຄົນ ຜູ້​ທີ່​ໄດ້​ແບກ​ຫາບ​ພາລະ​ອັນ​ໜັກໜ່ວງ. ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ ຈາກການ​ໄປ​ພຣະວິຫານ​ຂອງ​ເຂົາ​ເຈົ້າ ​ໄດ້​ກາຍ​​ເປັນ​ການ​ເດີນທາງ​ແຫ່ງ​ການ​ປິ່ນປົວ​ສຳລັບ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ພັນທະ​ສັນຍາ​ທີ່​ແຕກ​ຫັກ, ຫົວ​ໃຈ​ທີ່​ເຈັບ​ປວດ, ​ແລະ ສູນ​ເສຍ​ຄວາມ​ໝັ້ນ​ໃຈ. ຫລາຍ​ຄົນ​ໄດ້​ເປັນ​ຜູ້​ຮັບ​ເຄາະ​ຂອງ​ການ​ນອກ​ໃຈ, ການ​ຖືກ​ຂົ່ມ​ເຫັງ​ທາງ​ວາຈາ, ທາງ​ເພດ, ​ແລະ ທາງ​ຄວາມ​ຮູ້ສຶກ, ສ່ວນ​ຫລາຍ​ແລ້ວ ​ແມ່ນ​ມາ​ຈາກ​ການ​ຕິດ​ແສດ​ຂອງ​ຄົນ​ອື່ນ.

ປະສົບ​ການ​ເຫລົ່າ​ນີ້, ​ເຖິງ​ແມ່ນ​ຈະ​ບໍ່​ໄດ້​ເປັນຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ເອງ, ​ແຕ່​ມັນ​ຍັງໄດ້​ເຮັດ​ໃຫ້​ເຂົາ​ເຈົ້າຮູ້ສຶກ​ຜິດ ​ແລະ ອັບອາຍ. ​ເມື່ອບໍ່​ເຂົ້າ​ໃຈ​ວິທີ​ທີ່​ຈະ​ຈັດການກັບ​ຄວາມ​ຮູ້ສຶກ​ທີ່​ໜັກໜ່ວງ, ບາງ​ຄົນ​ກໍ​ພະຍາຍາມ​ເຊື່ອງ​ຊ້ອນ​ມັນ​ໄວ້, ຝັງ​ເລິກ​ໄວ້ຢູ່​ກັບ​ຕົວ​ເອງ.

ຄວາມ​ຫວັງ ​ແລະ ການ​ປິ່ນປົວ ບໍ່​ຖືກ​ພົບ​ເຫັນ​ຢູ່​ໃນ​ຄວາມ​ເລິກ​ຂອງການ​ເກັບ​ໄວ້​ເປັນຄວາມ​ລັບ ​ແຕ່​ຈະ​ພົບ​ເຫັນ​ຢູ່​ໃນ​ຄວາມ​ສະຫວ່າງ ​ແລະ ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.11 ​ແອວ​ເດີ ຣິ​ເຈີດ ຈີ ສະກາດ ​ໄດ້​ແນະນຳ​ວ່າ: “ຖ້າ​ຕົວ​ທ່ານ​ເອງ​ບໍ່​ໄດ້​ເຮັດ​ຜິດ, ທ່ານ​ກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ແບກ​ຫາບ​ຜົນ​ສະທ້ອນຈາກ​ບາບ​ຂອງ​ຄົນ​ອື່ນ. … ທ່ານ​ສາມາດ​ຮູ້ສຶກ​ເຖິງຄວາມ​ເຫັນ​ອົກ​ເຫັນ​ໃຈ. … ​ແຕ່​ທ່ານ​ບໍ່​ຄວນ​ຮັບຜິດຊອບ​ຕໍ່​ການ​ເຮັດ​ບາບ​ຂອງ​ເຂົາ. … ​ເມື່ອ​ທ່ານ​ໄດ້​ເຮັດ​ຢ່າງ​ເໝາະ​ສົມ​ໃນ​ການ​ຊ່ວຍ​ເຫລືອ​ຄົນ​ທີ່​ທ່ານ​ຮັກ​ແລ້ວ, ​ໃຫ້​ວາງ​ຄວາມ​ໜັກໜ່ວງ​ນັ້ນ​ໄວ້​ທີ່​ພຣະບາດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. … ​ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ບໍ່​ພຽງ​ແຕ່​ທ່ານ​ຈະ​ພົບ​ຄວາມ​ສະຫງົບ​ສຸກເທົ່າ​ນັ້ນ, ​ແຕ່​ທ່ານ​ຍັງ​ໄດ້​ສະ​ແດງ​ສັດທາ​ນຳ​ອີກ ​ໃນ​ອຳນາດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ຍົກ​ຄວາມ​ໜັກໜ່ວງ​ຂອງ​ຄວາມ​ຜິດ​ບາບ​ອອກ​ຈາກ​ຄົນ​ທີ່​ທ່ານ​ຮັກ ຜ່ານ​ການ​ກັບ​ໃຈ ​ແລະ ການ​ເຊື່ອ​ຟັງ​ຂອງ​ເຂົາ.”

ເພິ່ນ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: “ທ່ານ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ທັງ​ໝົດ ​ໂດຍ​ການ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ອຳນາດ​ ​ແລະ ຄວາມ​ສາມາດຂອງ​ພຣະອົງ, ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ເພື່ອ​ປິ່ນປົວ​ບາດ​ແຜ​ທີ່​ບໍ່​ຍຸດຕິ​ທຳ ​ແລະ ບໍ່​ສົມຄວນທີ່​ຈະ​ໄດ້​ຮັບ.”12

ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ທ່ານ​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະພາບ​ນີ້, ການ​ປິ່ນປົວ​ອາດ​​ໃຊ້​ເວລາ​ນານ. ມັນ​ຈະ​ຮຽກຮ້ອງ​ໃຫ້​ທ່ານ​ສະ​ແຫວງຫາ​ການ​ນຳພາ ​ແລະ ການ​ຊ່ວຍ​ເຫລືອ​ທີ່​ເໝາະ​ສົມ, ຮ່ວມ​ທັງ​ການ​ຮັບ​ຄຳ​ແນະນຳ​ຈາກ​ ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​​ໄດ້​ຮັບ​ການ​ແຕ່ງຕັ້ງຢ່າງ​ຖືກຕ້ອງ. ​ເມື່ອ​ທ່ານ​ຮຽນ​ທີ່​ຈະ​ສື່ສານ​ຢ່າງ​ເປີດ​ໃຈ, ​ໃຫ້​ຈັດວາງ​ຂອບ​ເຂດ​ທີ່​ເໝາະ​ສົມ, ​ແລະ ບາງທີ ​ໃຫ້ສະ​ແຫວງຫາ​ຄຳ​ແນະນຳ​ຈາກ​ຜູ້​ຊ່ຽວຊານ ດ້ວຍ​ການ​ອະທິຖານ. ​ການ​ຮັກສາ​ສຸຂະພາບ​ທາງ​ວິນ​ຍານ ​ໃນ​​ໄລຍະ​ຜ່ານ​ຂັ້ນຕອນ ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຸດ! ​ຈົ່ງ​ຈື່​ຈຳ​ເອກະລັກ​​ທີ່​ສູງ​ສົ່ງ​ຂອງ​ທ່ານ: ທ່ານ​ເປັນ​ທິດາ​ທີ່​ຮັກ​ຂອງ​ພຣະບິດາ​ມານ​ດາ​ແຫ່ງ​ສະຫວັນ. ຈົ່ງ​ໄວ້​ວາງ​ໃຈ​ແຜນ​ນິລັນດອນ​ຂອງ​ພຣະບິດາ ​ສຳລັບ​ທ່ານ. ຈົ່ງ​ພະຍາຍາມ​ທຸກ​ວັນ ທີ່​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​​ ໃນຄຳ​ສອນ​ຂອງ​ພຣະ​ເຢຊູ​ຄຣິດ. ​ຈົ່ງ​ໃຊ້​ສັດທາ​ໃນ​ແຕ່​ລະ​ວັນ ​ເພື່ອ​ດື່ມ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ ຈາກ​ນ້ຳສ້າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ຈົ່ງ​ເພິ່ງ​ອາ​ໄສຂອງ​ປະທານ​ທີ່​ມີ​ພະລັງ ຊຶ່ງ​ມີ​ໃຫ້​ເຮົາ​ແຕ່ລະຄົນ ຜ່ານ​ພິທີການ ​ແລະ ພັນທະ​ສັນຍາ. ​ແລະ ​ຈົ່ງ​ອະນຸຍາດໃຫ້​ອຳນາດ​ແຫ່ງ​ການ​ປິ່ນປົວ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ການ​ຊົດ​​ໃຊ້​ຂອງ​ພຣະອົງ ​ເຂົ້າມາສູ່​ຊີວິດ​ຂອງ​ທ່ານ.

ສາມ, ພຣະອາຈານ​ແຫ່ງ​ການ​ປິ່ນປົວ ສາມາດ​ປອບ​ໂຍນ ​ແລະ ສະໜັບສະໜູນ​ເຮົາ ​ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ເຈັບ​ປວດ “​ເນື່ອງ​ດ້ວຍຄວາມ​ເປັນ​ຈິງ​ຂອງ​ຊີວິດ​ມະຕະ,”13 ດັ່ງ​ເຊັ່ນ​ ໄພ​ທຳ​ມະ​ຊາດ, ຄວາມ​ປ່ວຍ​ໂຊ​ທາງ​ຈິດ​ໃຈ, ພະຍາດ​ໂຣຄາ, ຄວາມ​ເຈັບ​ປວດໜັກ, ​ແລະ ຄວາມ​ຕາຍ. ​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ກັບ​ຍິງ​ໜຸ່ມ​ທີ່​ໜ້າ​ອັດສະຈັນ​ໃຈ​ຄົນ​ໜຶ່ງ ຊື່ວ່າ ​ໂຈ​ຊີ ຜູ້​ເປັນ​ພະຍາດຈິດ​ໃຈ​ບໍ່​ສະຫງົບ. ຕໍ່​ໄປ​ນີ້ ​ແມ່ນ​ສິ່ງ​ທີ່​ນາງ​ໄດ້​ເຮັດ ​ເພື່ອ​ຮັບ​ການ​ປິ່ນປົວ ຕາມ​ການ​ບອກ​ເລົ່າ​ຂອງ​ນາງ​​ທີ່​ໄດ້​ເລົ່າໃຫ້​ຂ້າພະ​ເຈົ້າຟັງ:

“ມື້​ທີ່​ມືດ​ມົວ​ທີ່​ສຸດ​ໃນ​ຊີວິດ​ໄດ້​ເກີດ​ຂຶ້ນ ຊຶ່ງຂ້ານ້ອຍ​ກັບ​ຄອບຄົວ​​ເອີ້ນ​ວ່າ ‘ມື້​ນອນ​ຢູ່​ພື້ນ.’ ມັນເລີ່ມຕົ້ນດ້ວຍ​ຄວາມ​ຮູ້ສຶກວ່າ ທຸກ​ສິ່ງ​ຖ້ວມ​ຕົວ ​ແລະ ບໍ່​ສາມາດ​ທົນ​ກັບ​ສຽງ, ຄວາມ​ສຳ​ພັດ, ຫລື ຄວາມ​ສະຫວ່າງ​ໄດ້. ມັນ​​ເປັນຄວາມ​ທຸກທໍລະມານ​ທາງຈິດ​ໃຈ. ມີ​ມື້​ໜຶ່ງ ທີ່​ຂ້ານ້ອຍ​ບໍ່​ເຄີຍ​ລືມ.

“ມັນ​ເປັນ​ມື້​ທີ່​ຂ້ານ້ອຍ​ເລີ່ມຕົ້ນຈັດການ​ກັບ​ພະຍາດ​ຈິດ​ໃຈ​ບໍ່​ສະຫງົບ, ​​ເປັນ​ປະສົບ​ການ​ທີ່ໜ້າ​ຢ້ານ​ກົວ. ຂ້ານ້ອຍ​ຈື່​ໄດ້​ວ່າ ​ນ້ຳຕາ​ໄດ້​ໄຫລ​ອາບ​​ແກ້ມ ​ແລະ ຂ້ານ້ອຍ​ຫັນ​ໃຈ​ບໍ່​ອີ່ມ​ທ້ອງ. ​ເຖິງ​ແມ່ນ​ຂ້ານ້ອຍ​ມີ​ຄວາມທຸກ​ທໍລະມານ​ຫລາຍ, ​ແຕ່​ກໍ​ຍັງ​ບໍ່​ເທົ່າ​ກັບຄວາມ​ເຈັບ​ປວດ​ທີ່​ຂ້ານ້ອຍ​ມີ ​ໃນ​ຂະນະ​ທີ່​ຂ້ານ້ອຍ​ສັງ​ເກດ​ເບິ່ງ​ແມ່ ຜູ້ພະຍາຍາມ​ຊ່ວຍຂ້ານ້ອຍ​ດ້ວຍ​ຄວາມ​ຕົກ​ອົກ​ຕົກ​ໃຈ.

“ເມື່ອ​ຂ້ານ້ອຍ​ເຈັບ​ປວດ​ທາງ​ຈິດໃຈ ​ແມ່​ຂອງ​ຂ້ານ້ອຍ​ກໍ​ເຈັບ​ປວດ​​ໃຈນຳ. ​ແຕ່​ເຖິງ​ແມ່ນ​ ພວກ​ຂ້ານ້ອຍ​ຮູ້ສຶກ​ວ່າ​ຢູ່​ໃນ​ຄວາມ​ເລິກ​ອັນ​ມືດ​ມົວ, ​ແຕ່​ພວກ​ຂ້ານ້ອຍ​ບໍ່​ໄດ້​ຢູ່​ໄກ​ເລີຍ​ຈາກ​ປະສົບ​ການ​ທີ່​ມະຫັດສະຈັນ.

“ໃນ​ຂະນະ​ທີ່​ຂ້ານ້ອຍ​ຢູ່​ໃນ​ຄວາມ​ເຈັບ​ປວດ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ນັ້ນ, ​ແມ່​ຂອງ​ຂ້ານ້ອຍ​ໄດ້​ເວົ້າຄ່ອຍໆ​ ​ເທື່ອ​ແລ້ວ​ເທື່ອ​ອີກ ​ກັບ​ຂ້ານ້ອຍ​ວ່າ, ‘​ແມ່​ຈະ​ເຮັດ​ທຸກ​ສິ່ງ ​ເພື່ອ​ຮັບ​ເອົາ​ມັນ​ໄປ​ຈາກ​ລູກ.’

“ໃນ​ເວລາ​ດຽວ​ກັນນັ້ນ, ຄວາມ​ມືດ​ໄດ້​ຕຶບ​ໜາ​ກວ່າ​ເກົ່າ, ​ແລະ ​ເມື່ອ​ຂ້ານ້ອຍ​ຄິດ​ວ່າ ບໍ່ສາມາດ​ທົນ​ກັບ​ມັນ​ໄດ້​ອີກ​ແລ້ວ, ​ໃນ​​ເວລາ​ນັ້ນ​ເອງ ສິ່ງ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ.

“ພະລັງ​ທີ່​ເໜືອກ​ວ່າ​ສິ່ງ​ອື່ນ​ໃດ ​ແລະ ດີ​ເລີດ ​ໄດ້​ມາ​ຄອບ​ງຳ​ຮ່າງກາຍ​ຂອງ​ຂ້ານ້ອຍ. ​ແລ້ວ, ‘ດ້ວຍ​ກຳລັງ​ທີ່​ເກີນ​ກວ່າຂອງ​ຂ້ານ້ອຍ​ເອງ,’14 ຂ້ານ້ອຍ​ໄດ້​ປະກາດ​ຕໍ່​ແມ່​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ດ້ວຍ​ຖ້ອຍຄຳ ທີ່​ປ່ຽນ​ແປງ​ຊີວິດ​ຂອງ​ຂ້າ​ນ້ອຍ​ວ່າ, ‘​ແມ່​ບໍ່​ຈຳ​ເປັນ; ມີ​ຄົນ​ເຮັດ​ແທນ​ແລ້ວ.’”

ຈາກ​ຄວາມ​ເລິກ​ທີ່​ມືດ​ຕຶບ​​ແຫ່ງ​ການ​ເປັນ​ພະຍາດ​ທາງ​ຈິດ​ໃຈ ຊຶ່ງ​ອັນຕະລາຍ​ທີ່​ສຸດ, ນາງ​ໂຈ​ຊີ ​ໄດ້​ກ່າວ​ເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະອົງ.

ນາງ​ບໍ່​ໄດ້​ຫາຍ​ດີ​ທັງ​ໝົດ​ໃນ​ມື້ນັ້ນ, ​ແຕ່​ນາງ​ໄດ້​ຮັບ​ຄວາມ​ສະຫວ່າງ​ຂອງ​ຄວາມ​ຫວັງ ​ໃນ​ຊ່ວງ​ເວລາ​ທີ່ຢູ່​ໃນ​ຄວາມ​ມືດອັນ​ຕຶບໜາ. ​ແລະ ທຸກວັນ​ນີ້, ​ໂດຍ​ໄດ້​ຮັບ​ການ​ຄ້ຳ​ຈູ​ນດ້ວຍ​ຄວາມ​ເຂົ້າ​ໃຈ​ທີ່​ໜັກ​ແໜ້ນ​ເຖິງ​ຄຳ​ສອນ​ຂອງ​ພຣະຄຣິດ ​ແລະ ​ໂດຍ​ການ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ນ້ຳທີ່​ປະກອບ​ດ້ວຍ​ຊີວິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​​ໂຈ​ຊີ ຈຶ່ງ​ດຳ​ເນີນ​ໄປ​ໜ້າ ​ໃນ​ການ​ປິ່ນປົວ ​ແລະ ການ​ເຝິກ​ສັດທາ​ທີ່​ບໍ່ສັ່ນ​ສະ​ເທືອ​ນຂອງ​ນາງ ​ໃນ​ການ​ປິ່ນປົວ​ຂອງ​ພຣະອາຈານ. ນາງ​ໄດ້​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃນ​ເສັ້ນທາງດ້ວຍ. ​ແລະ ນາງ​ໄດ້​ເວົ້າວ່າ, “​ເມື່ອ​ຮູ້ສຶກ​ຕົວ​ວ່າຂ້ານ້ອຍ​ຢູ່​ໃນ​ຄວາມ​ມືດ​ຕະຫລອດ​ເວລາ, ຂ້ານ້ອຍ​ໄດ້​ລະນຶກ​ເຖິງ​ຄວາມ​​ເມດ​ຕາ​ອັນ​ລະອຽດ​ອ່ອນຂອງ​ພຣະອົງ. ມັນ​ເປັນ ​ຄວາມ​ສະຫວ່າງ ​ເຍືອງ​ທາງ​​ໃຫ້​ຂ້ານ້ອຍ ​​ເພື່ອ​ໃຫ້​ສາມາດ​ຜ່ານ​ຜ່າ​ຄວາມ​ມືດ​ໄປ​ໄດ້.”15

ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ—

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ແບກ​ຫາບ​ຄວາມໜັກໜ່ວງ​ ຊຶ່ງເກີດ​ຈາກ​​ບາບ—​ແຕ່ພຽງ​ຜູ້​ດຽວ.

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ແບກ​ຫາບ​ຄວາມ​ເຈັບ​ປວດ ​ເພາະການ​ກະທຳ​ທີ່​ບໍ່​ຊອບ​ທຳ​ຂອງ​ຄົນ​ອື່ນ—​ແຕ່ພຽງ​ຜູ້​ດຽວ.

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ​ ​ເນື່ອງດ້ວຍ​​ຄວາມ​ເປັນ​ຈິງ​ຂອງ​ຊີວິດ​ມະຕະ—​ແຕ່ພຽງຜູ້​ດຽວ.

ພຣະຜູ້​ຊ່ວຍ​ໃຫ້​ລອດໄດ້​ອ້ອນວອນ​ວ່າ:

“ບັດ​ນີ້ພວກ​ເຈົ້າຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ​ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ​ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ​ເພື່ອ​ເຮົາ​ຈະ​ໄດ້​ປິ່ນປົວ​ພວກ​ເຈົ້າ?

“… ຖ້າ​ຫາກ​ພວກ​ເຈົ້າ​ເຂົ້າມາ​ຫາ​ເຮົາ ພວກ​ເຈົ້າຈະ​ມີ​ຊີວິດ​ນິລັນດອນ. ຈົ່ງ​ເບິ່ງ, ​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງສານຂອງ​ເຮົາ ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ​ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າມາ … ​ເຮົາ​ຈະ​ຮັບ​ເອົາ​ໄວ້.”16

“[ພຣະອົງ] ຈະ​ກະທຳ​ທຸກ​ສິ່ງ ​ເພື່ອ​ຮັບ​ເອົາ​ມັນ​ໄປ​ຈາກ​ທ່ານ.” ຕາມ​ຈິງ​ແລ້ວ, “[ພຣະອົງ] ​ໄດ້​ກະທຳ​ແລ້ວ.” ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະອາຈານ​ແຫ່ງການ​ປິ່ນປົວ, ອາແມນ.