​2010–2019
​ເສັ້ນທາງ​ບໍລິບູນທີ່​ພາ​ໄປ​ສູ່​ຄວາມສຸກ
​ເດືອນ​ຕຸລາ 2016


​ເສັ້ນທາງ​ບໍລິບູນທີ່​ພາ​ໄປ​ສູ່​ຄວາມສຸກ

ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ແຜນ​ຂອງ​ພຣະບິດາ​ສຳລັບ​ເຮົາ. ມັນ​ເປັນ​ເສັ້ນທາງ​ທີ່​ບໍລິບູນ ​ເສັ້ນ​ດຽວທີ່​ຈະ​ພາ​ໄປ​ຫາ​ຄວາມ​ສະຫງົບ ​ແລະ ຄວາມສຸກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ທັງ​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່​ນີ້ ​ແລະ ຕະຫລອດ​ທົ່ວ​ໂລກ, ຊ່າງ​ເປັນ​ຄວາ​ມກະຕັນຍູ​​ຢ່າງ​ຫລວງ​ຫລາຍ ທີ່​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ມາ​ແບ່ງປັນ​ຄວາມ​ຄິດ​ກັບ​ທ່ານ ​ໃນ​ເຊົ້າມື້​ນີ້.

​ເມື່ອຫ້າ​ສິບ​ສອງ​ປີກ່ອນ, ​ໃນ​ເດືອນ​ກໍລະກົດ ປີ 1964, ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ມອບ​ໝາຍ ​ໃຫ້​ໄປ​ເມືອງ ນິວຢອກ ​​ຕອນກຳລັງມີ​ງານ​ສະ​ແດງ​ສິນລະ​ປະຈາກ​ທົ່ວ​ໂລກ. ​ໃນ​ເຊົ້າຂອງ​ມື້ໜຶ່ງ ຂ້າພະ​ເຈົ້າ​ໄດ້​ໄປ​ຊົມ​​ຫໍ​ສະ​ແດງ​ຂອງ​ຊາວ​ມໍ​ມອນ​ ຢູ່​ງານ​ສະ​ແດງ​ສິນ​ລະ​ປະ. ຂ້າພະ​ເຈົ້າ​ໄດ້​ໄປ​ເຖິງພໍດີ​ກ່ອນ​ການ​ສາຍ​ໜັງ​ສັ້ນຂອງ​ສາດສະໜາ​ຈັກ ​ເລື່ອງ ການສະ​ແຫວງຫາ​ຄວາມສຸກ​ຂອງ​ມະນຸດ, ຊຶ່ງ​ສະ​ແດງ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ແລະ ນັບ​ແຕ່​ນັ້ນມາ ມັນ​ໄດ້​ກາຍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ ​ໃນ​ສາດສະໜາ​ຈັກ. ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ທາງຂ້າງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ອາຍຸ​ປະມານ 35 ປີ. ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນບຶດໜຶ່ງ. ລາວ​ບໍ່​ໄດ້​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກຂອງ​ເຮົາ. ​ແລ້ວໄຟ​ກໍ​ຖືກ​ປິດ, ​ແລະ ໜັງກໍ​ເລີ່ມຕົ້ນ.

ພວກ​ເຮົາ​ໄດ້​ຟັງສຽງ​ຂອງຜູ້​ບັນຍາຍ ຊຶ່ງ​ໄດ້​ຖາມ​ຄຳ​ຖາມ​ທີ່​ສຳຄັນ ​ແລະ ສຳລັບ​ທຸກ​ຄົນ ມີ​ຄຳ​ວ່າ: ​ເຮົາ​ມາ​ຈາກ​ໃສ? ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້? ​ເຮົາ​ຈະ​ໄປ​ໃສ ຫລັງ​ຈາກ​ຊີວິດ​ນີ້? ທຸກ​ຄົນ​ກໍ​ລໍຖ້າ​ຟັງ​ຄຳ​ຕອບ, ​ແລະ ​ເບິ່ງ​ຮູບ​ພາບຢ່າງ​ຕັ້ງ​ໃຈ. ຊີວິດ​ກ່ອນ​ເກີດ​ຂອງ​ເຮົາ​ໄດ້​ຖືກ​ບັນຍາຍ, ພ້ອມ​ທັງ​ການ​ອະທິ​ບາຍ​ເຖິງ​ຈຸດປ​ະສົງ​ຂອງ​ເຮົາ​ຢູ່​ໃນ​ໂລກ. ພວກ​ເຮົາ​ໄດ້​ເຫັນ​ພາບ​ທີ່​ປະ​ທັບ​ໃຈ ຂອງຊາຍ​ຊະ​ລາຄົນ​ໜຶ່ງ​ຜູ້​ກຳລັງ​ຈະ​ຈາກ​ໂລກ​ນີ້​ໄປ ​ແລະ ​ໄດ້​ເຫັນ​ພາບ​ທີ່​ລາວ​ມີ​ຄວາມສຸກ​ຫລາຍ ​ເມື່ອ​ພົບ​ພໍ້​ຄົນ​ທີ່​ລາວ​ຮັກ ​ທີ່​​ໄດ້​ຕາຍ​ໄປ​ກ່ອນ​ລາວ ຢູ່​​ໃນໂລກ​ວິນ​ຍານ.

ຫລັງ​ຈາກ​ໄດ້​ເບິ່ງການ​ສະ​ແດງ​ອັນ​ສວຍ​ງາມນີ້ ກ່ຽວ​ກັບ​ແຜນ​ ຊຶ່ງ​ພຣະບິດາ​ເທິງ​ສະຫວັນ​ໄດ້​ຈັດ​ຕຽມ​ໄວ້​ສຳລັບ​ພວກ​ເຮົາ, ທຸກ​ຄົນ​ໄດ້​ຍ່າງ​ອອກ​ຈາກຫ້ອງ​ໄປ​ດ້ວຍ​ຄວາມ​ມິດ​ງຽບ, ຫລາຍ​ຄົນ​ໄດ້​ຖືກ​ປະ​ທັບ​ໃຈ​ຈາກ​ຂ່າວສານ​​ໃນໜັງ​ເລື່ອງນັ້ນ. ຊາຍ​ໜຸ່ມ​ຜູ້​ທີ່​ນັ່ງ​ຢູ່​ທາງຂ້າງ​ຂອງ​ຂ້າພະ​ເຈົ້າ​ບໍ່​ໄດ້​ລຸກຂຶ້ນ. ຂ້າພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ ລາວ​ມັກ​ໜັງ​ເລື່ອງ​ນັ້ນຫລືບໍ່. ລາວ​ໄດ້​ຕອບ​ຢ່າງ​ມີ​ພະລັງ​ວ່າ: “ນັ້ນເປັນຄວາມ​ຈິງ​ແທ້ໆ!”

​ແຜນ​ຂອງ​ພຣະບິດາ​ຂອງ​ເຮົາ​ສຳລັບ​ຄວາມສຸກ​ຂອງ​ເຮົາ ​ແມ່ນ​ຖືກ​ແບ່ງປັນ​ໂດຍ​ຜູ້​ສອນ​ສາດສະໜາ ຕະຫລອດ​ທົ່ວ​ໂລກ. ບໍ່​ແມ່ນ​ທຸກ​ຄົນ​ທີ່​ໄດ້​ຍິນ​ຂ່າວສານ​ທີ່​ປະ​ເສີດ​ນີ້ ຈະ​ຮັບ​ເອົາ​ມັນ. ​ແຕ່​ຊາຍ​ ​ແລະ ຍິງ ​ໃນ​ທຸກ​ແຫ່ງ​ຫົນ, ຄື​ກັນ​ກັບ​ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າຄົນ​ນີ້ ຜູ້ຢູ່​ໃນງານ​ສະ​ແດງ​ສິນ​ລະ​ປະຈາກ​ທົ່ວ​ໂລກ ທີ່​ເມືອງ​ນິວຢອກ, ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຈິງ​ຂອງ​ມັນ, ​ແລະ ​ເຂົາ​ເຈົ້າ​ໄດ້​ເຂົ້າມາສູ່​ເສັ້ນທາງ​ທີ່​ຈະ​ພາ​​ເຂົາ​​ເຈົ້າກັບ​ຄືນ​ໄປ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ. ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໄປ​ຕະຫລອດ​ການ.

ສິ່ງ​ສຳຄັນ​ຕໍ່​ແຜນ​ນີ້ ​ແມ່ນ​ພຣະຜູ້​ຊ່ວຍ​ໃຫ້ລອດ, ພຣະ​ເຢຊູ​ຄຣິດ. ປາດ​ສະ​ຈາກ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ທຸກ​ຄົນ​ຈະບໍ່​ສາມາດ​ກັບ​ບ້ານ. ​ເຖິງ​ຢ່າງ​ໃດ​ຕາມ, ການ​ພຽງ​ແຕ່​ເຊື່ອ​ໃນ​ພຣະອົງ ​ແລະ ​ເຊື່ອ​ໃນ​ພາລະ​ກິດ​ຂອງ​ພຣະອົງ​ເທົ່າ​ນັ້ນ ​ແມ່ນ​ບໍ່​ພຽງພໍ. ​ເຮົາ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ ​ແລະ ຮຽນ​ຮູ້, ສະ​ແຫວງຫາ ​ແລະ ອະທິຖານ, ກັບ​ໃຈ ​ແລະ ພັດທະນາ​ຕົນ. ​ເຮົາ​ຕ້ອງ​ຮູ້ຈັກ​ກົດ​ຂອງ​ພຣະ​ເຈົ້າ ​ແລະ ດຳລົງ​ຊີວິດ​ຕາມ​ນັ້ນ. ​ເຮົາ​ຕ້ອງ​ໄດ້​ຮັບ​ພິທີການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະອົງ. ພຽງ​ແຕ່​ໂດຍ​ການ​ເຮັດ​​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ​ເຮົາ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມສຸກ​​ນິລັນດອນ ທີ່​ແທ້​ຈິງ.

​ເຮົາ​ໄດ້​ຮັບ​ພອນ​ຫລາຍ ທີ່ ມີ ​ຄວາມ​ຈິງ. ​ເຮົາ​​ໄດ້​ຮັບບັນຊາ​ໃຫ້​ ແບ່ງປັນ ​ຄວາມ​ຈິງ. ຂໍ​ໃຫ້​ເຮົາ​ຈົ່ງ​ ດຳລົງ​ຊີວິດ ຕາມ​ຄວາມ​ຈິງ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດໄດ້​ຮັບ​ທຸກ​ສິ່ງທີ່​ພຣະບິດາ​ມີ​ສຳລັບ​ເຮົາ. ພຣະບິດາ​​ເຮັດ​ທຸກ​ສິ່ງ​ເພື່ອ​ຜົນ​ປະ​ໂຫຍດຂອງ​ເຮົາ. ພຣະອົງ​ໄດ້​ບອກ​ເຮົາ​ວ່າ ນີ້​ຄື​ວຽກ​ງານຂອງ​ພຣະອົງ ​ແລະ ລັດສະໝີ​ພາບຂອງ​ພຣະອົງ—ຄື​ການ​ທີ່​ຈະເຮັດ​ໃຫ້​ເກີດຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ຂອງມະນຸດ.”1

ຈາກ​ສ່ວນ​ເລິກ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ, ​ແລະ ດ້ວຍ​ຄວາມ​ຖ່ອມຕົວທີ່​ສຸດ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ແຜນ​ຂອງ​ພຣະບິດາ​ສຳລັບ​ເຮົາ. ມັນ​ເປັນ​ເສັ້ນທາງ​ທີ່​ບໍລິບູນ ​ເສັ້ນ​ດຽວທີ່​ຈະ​ພາ​ໄປ​ຫາ​ຄວາມ​ສະຫງົບ ​ແລະ ຄວາມສຸກ ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນໂລກ​ໜ້າ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຂໍ​ມອບ​ຄວາມ​ຮັກ ​ແລະ ພອນ​ຂອງ​ຂ້າພະ​ເຈົ້າ​ໃຫ້​ແກ່​ທ່ານ ​ໃນ​ທ້າຍສຸດ​ນີ້, ​ແລະ ຂ້າພະ​ເຈົ້າກະທຳ​ໄປ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່ຂອງ​ເຮົາ, ​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Moses 1:39.