​2010–2019
ຜູ້​ພິພາກສາ​ທີ່​ຍຸດຕິ​ທຳ
​ເດືອນ​ຕຸລາ 2016


ຜູ້ພິພາກສາ​ທີ່ຍຸດຕິ​ທຳ

ມີວິທີ​ດຽວ​ທີ່​ຈະ​ສາມາດ​ເປັນ​ຜູ້​ພິພາກສາ​ທີ່​ຍຸດຕິ​ທຳ​ໄດ້, ດັ່ງ​ທີ່​ພຣະ​ເຢຊູ​ຄຣິດ​​ເປັນ, ນັ້ນຄື ການ​ເປັນ​ດັ່ງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່.

​ໃນ​ຊີວິດ​ມະຕະ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ​ໄດ້​ເປັນ​ຜູ້​ພິພາກສາ​ທີ່ຍຸດຕິ​ທຳ, ສະຫລາດ​ ​ແລະ ອົດທົນ​ເປັນ​ພິ​ເສດ. ​ພຣະອົງ​ເປັນ​ທີ່​ຮູ້ຈັກ​ຢູ່​ໃນ​ພຣະຄຳ​ພີ​ວ່າ​ເປັນ “ຜູ້ພິພາກສາ​ທີ່​ຍຸດຕິ​ທຳ” (2 ຕີ​ໂມ​ທຽວ 4:8; Moses 6:57), ​ແລະ ຄຳ​ແນະນຳ​ຂອງ​ພຣະອົງ​ຕໍ່​ເຮົາຄື “ຈົ່ງຕັດສິນ​ຢ່າງ​ຊອບ​ທຳ” (ເບິ່ງ Joseph Smith Translation, Matthew 7:1–2 [in Matthew 7:1, footnote a]) ​ແລະ ຈົ່ງໄວ້​ວາງ​ໃຈ​ໃນພຣະວິນ​ຍານນັ້ນ ​ຊຶ່ງພາ​ໃຫ້​ເຮັດ​ຄວາ​ມດີ … [ແລະ] ​ໃຫ້​ຕັດສິນ​ຢ່າງ​ຊອບ​ທຳ (ເບິ່ງ D&C 11:12).

​​ຄຳ​ແນະນຳ​ນີ້​ ຕໍ່​ອັກຄະ​ສາວົກ​ຊາວ​ນີ​ໄຟ​ ຈະ​ຊ່ວຍ​ເຮົາ​ຕັດສິນ ດັ່ງ​ທີ່​ພຮະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະທຳ ທີ່​ວ່າ: “ເຈົ້າຈະ​ເປັນ​ຜູ້​ພິພາກສາ​ຂອງ​ຜູ້​ຄົນ​ພວກ​ນີ້, ຕາມ​ການ​ພິພາກສາ​ຊຶ່​ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຊຶ່ງ​ຈະ​ຍຸດຕິ​ທຳ. ດັ່ງນັ້ນ ​ເຈົ້າຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ​ເຮົາ​ກ່າວ​ກັບ​ເຈົ້າວ່າ ​ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ.” (3 ນີ​ໄຟ 27:27; ​ເນັ້ນຄຳ​ເນີ້ງ). ບາງ​ເທື່ອ​ເຮົາ​ກໍລືມ​ໄປ​ວ່າ ​ເມື່ອ​ພຣະອົງ​ໄດ້​ມອບ​ຄຳ​ແນະນຳ​ນີ້​ໃຫ້​ເຮົາເປັນ​ເໝືອນ​ດັ່ງ​ພຣະອົງ, ພຣະອົງ​ໄດ້​ກ່າວ​​ເຖິງ​ການ​ພິພາກສາ​ທີ່ຍຸດຕິ​ທຳ.

ການ​ພິພາກສາ​ທີ່​ບໍ່​ຍຸດຕິ​ທຳ

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ ​ກັບ​ພວກ​ຟາຣີຊາຍ ​ແລະ ພວກ​ທຳ​ມະ​ຈານ

ຕົວຢ່າງ​ທີ່​ໜ້າ​ອັບອາຍ​ຢ່າງ​ໜຶ່ງ ​ເຖິງ​ການ​ພິພາກສາທີ່​ບໍ່​ຍຸດຕິ​ທຳ ມາ​ຈາກ​ຄຳ​ອຸປະມາ​ເລື່ອງ​​ແກະ​ທີ່​ເສຍ​ ​ເມື່ອ​ພວກ​ຟາຣີຊາຍ ​ແລະ ພວກ​ທຳ​ມະ​ຈານ​ໄດ້​ຕັດສິນ ທັງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ແຂກ​ຄົນ​ທີ່​ຮັບ​ປະທານ​ອາຫານ​ຮ່ວມ​ກັບ​ພຣະອົງ ​​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ​ໂດຍ​ກ່າວ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກ​ສິນ​ທຳ ​ແລະ ຍັງ​ຮ່ວມ​ກິນ​ນຳ​ພວກ​ເຂົາ​ດ້ວຍ” (ລູກາ 15:2)—​ໂດຍ​ທີ່ພວກ​ເຂົາ​ບໍ່​ຄຳນຶງ​ວ່າ ​ແທ້​ຈິງ​ແລ້ວ ພວກ​ເຂົາ​ກໍ​ເປັນ​ຄົນ​ບາບ​ຄື​ກັນ. ​ເປັນ​ເພາະ​ໃຈ​ທີ່ເຕັມ​ໄປ​ດ້ວຍ​ການ​ຢາກ​ກ່າວ​ໂທດ, ພວກ​ທຳ​ມະ​ຈານ ​ແລະ ພວກ​ຟາຣີຊາຍ ​ຈຶ່ງບໍ່​ເຄີຍ​ຮູ້​ຈັກ​ຄວາມສຸກ ທີ່​ມາ​ຈາກ​ການ​ຊ່ວຍ​ກູ້​ຄົນ​ທີ່​ຫລົງ​ທາງ​.

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ ກັບ​ຍິງ​ຜູ້​ໄດ້ຫລິ້ນ​ຊູ້

​ແລະ ​ກໍ​ແມ່ນ “ພວກ​ທຳ​ມະ​ຈານ ​ແລະ ພວກ​ຟາຣີຊາຍ” ນີ້​ແຫລະ (ໂຢຮັນ 8:3) ທີ່ໄດ້​ພາ “ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ຫລິ້ນ​ຊູ້” ມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​​ເພື່ອ​ຢາກ​ຮູ້​ວ່າ ​ພຣະອົງ​ຈະ​ພິພາກສາ​ນາງ​ຕາມ​ກົດ​ຂອງ​ໂມ​ເຊ​ຫລື​ບໍ່ (​ເບິ່ງ ຂໍ້​ທີ 5). ທ່ານ​ຮູ້​ວ່າ​ເລື່ອງ​ນີ້​​ເປັນຈັ່ງ​ໃດ​ຕໍ່​ຈາກ​ນັ້ນ, ​ເຖິງ​ວິທີ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຖ່ອມຕົວ​ລົງ ສຳລັບ​ການພິພາກ​ສາ​ທີ່ບໍ່​ຍຸດຕິ​ທຳ, ​ແລະ ​ເຖິງ​ວິທີ​ທີ່​ພວກ​ເຂົາ “ໄດ້​ຮູ້ສຶກ​ຜິດ​ຢູ່​ໃນ​ໃຈ​ ຂອງ​ພວກ​ເຂົາ​ເອງ ” ​ແລະ ​ໄດ້​ໜີ​ອອກ​ໄປ “ເທື່ອ​ລະ​ຄົນ” (ຂໍ້​ທີ 9; ​ເນັ້ນຄຳ​ເນີ້ງ). ​ແລ້ວ​ພຣະອົງ​ໄດ້​ກ່າວ​ຕໍ່​ຍິງ​ຄົນ​ນັ້ນວ່າ, “ດີ​ແລ້ວ ​ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເໝືອນ​ກັນ. ຈົ່ງ​ໄປ​ສາ ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ. ​ແລະ ຍິງ​ຄົນ​ນັ້ນ​ໄດ້​ສັນລະ​ເສີນ​ພຣະອົງ ​ນັບ​​ແຕ່​ເວລາ​ນັ້ນມາ, ​ແລະ ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ” (Joseph Smith Translation, John 8:11 [in John 8:11, footnote c]).

ຮູບ​ພາບ
ພຣະ​ເຢຊູ​ກຳລັງ​ກ່າວ​ກັບ​ຍິງ​ທີ່​ໄດ້​ຫລິ້ນ​ຊູ້

ຊາຍ ​ແລະ ຍິງ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ມັກ​ຈະ​ກ່າວ​ໂທດ ​ແລະ ຕັດສິນ​ຄົນ​ອື່ນ​ຢ່າງ​ບໍ່​ຍຸດ​ຕິ​ທຳ, ຫລື ຄິດ​ວ່າ​ຕົວ​ເອງ​ຊອບ​ທຳ. ​ແມ່ນ​ແຕ່​ຢາ​ໂກ​ໂບ ​ແລະ ​ໂຢຮັນ, ອັກຄະ​ສາວົກ​ສອງ​ຄົນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ກໍ​ເຄີຍ​ເປັນ​ແນວ​ນີ້. ພວກ​ເພິ່ນ​ໄດ້​​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ ​ເມື່ອ​ຜູ້​ຄົນ​​ໃນໝູ່​ບ້ານ​ໜຶ່ງ​ຂອງ​ຊາວ​ຊາ​ມາ​ເຣຍ ບໍ່​ໄດ້​ປະຕິບັດ​ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ​ຄວາມ​ນັບຖື (ເບິ່ງ ລູກາ 9:51–54):

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ​ກັບ​ຜູ້​ຕິດຕາມ

“ເມື່ອ [​​ພວກ​ເພິ່ນ] ​​ເຫັນ​ດັ່ງນັ້ນ​ແລ້ວ ກໍ​ເວົ້າວ່າ, ພຣະອົງ​ເຈົ້າ​ເອີຍ, ພຣະອົງ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ສັ່ງ​ໄຟ​ລົງ​ມາ​ຈາກ​ຟ້າ​ສະຫວັນ ​ເພື່ອ​ເຜົາ​ຜານ​ພວກ​ເຂົາ​ບໍ?

“ແຕ່​ພຣະອົງ​ໄດ້​ຫັນ​ໜ້າ​ມາ​ກ່າວ​ຕິຕຽນ​ພວກ​ເພິ່ນ ​ແລະ ກ່າວ​ວ່າ, ພວກ​ເຈົ້າບໍ່​ຮູ້​ວ່າ​ພວກ​ເຈົ້າມີ​ຈິດ​ໃຈ​ແນວ​ໃດ.

“ດ້ວຍ​ວ່າ ບຸດ​ມະນຸດ​ໄດ້​ມາ ບໍ່​ແມ່ນ​ເພື່ອ​ທຳລາຍ​ຊີວິດ​ມະນຸດ, ​ແຕ່​ມາ​ເພື່ອ​ໂຜດ​ມະນຸດ​ໃຫ້​ພົ້ນ” (ຂໍ້​ທີ 54–56).

ຜູ້​ຕັດສິນ​ທົ່ວ​​ໄປ ​ໃນ​ປະຈຸ​ບັນ (ເບິ່ງ D&C 107:74), ອະທິການ ​ແລະ ປະທານສາຂາ​ຂອງ​ພວກ​ເຮົາ, ຄວນ​ຫລີກ​ເວັ້ນຈາກ​ແຮງ​ກະ​ຕຸ້ນ​ທີ່​ຄ້າຍຄື​ກັນນີ້ ​​ເລື່ອງ​ການ​ກ່າວ​ໂທດ, ​ດັ່ງ​ທີ່ຢາ​ໂກ​ໂບ ​ແລະ ​ໂຢຮັນ​ໄດ້​ເຮັດ ​ໃນ​ເວລາ​ນັ້ນ. ຜູ້​ພິພາກສາ​ທີ່​ຍຸດຕິ​ທຳ​ຈະ​ຕອບ​ຮັບ​ການ​ສາລະພາບ​ຜິດ ດ້ວຍ​ຄວາມ​ເມດ​ຕາ ​ແລະ ດ້ວຍ​ຄວາມ​ເຂົ້າ​ໃຈ. ຊາວ​ໜຸ່ມ​ທີ່​ໄດ້​ເຮັດ​ຜິດ, ຍົກ​ຕົວຢ່າງ, ຄວນ​ອອກ​ມາ​ຈາກ​ຫ້ອງການ​ຂອງ​ອະທິການ ດ້ວຍ​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຜ່ານທາງ​ອະທິການ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມສຸກ ​ແລະ ດ້ວຍອຳນາດ​ແຫ່ງ​ການ​ປິ່ນປົວ​ຂອງ​ການ​ຊົດ​ໃຊ້—ບໍ່​ອັບອາຍ ຫລື ​ໄດ້​ຮັບ​ການ​ດູ​ຖູກ. ຖ້າ​ບໍ່​ດັ່ງນັ້ນ, ອະທິການ​ອາດ​ຂັບ​ໄລ່​​ແກະ​ທີ່​ເສຍ​​ ເຂົ້າ​ໄປ​ໃນຖິ່ນ​ແຫ້ງ​ແລ້ງ​ກັນດານ ​ເລິກ​ກວ່າ​ເກົ່າ ​ໂດຍ​ທີ່​ບໍ່​ໄດ້​ຕັ້ງ​ໃຈ (ເບິ່ງ ລູກາ 15:4).

ການ​ລົງ​ໂທດ

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເຫັນ​ອົກ​ເຫັນ​ໃຈ ບໍ່​​ໄດ້​ໝາຍ​ຄວາມ​ວ່າ ບໍ່​ມີ​ການ​ລົງ​ໂທດ. ຄຳ​ວ່າ ລົງ​ໂທດ ມາ​ຈາກ​ພາສາ​ລາ​ຕິນ discere, “ຮຽນ​ຮູ້,” ຫລື discipulus, “ຜູ້​ຮຽນ,” ​ເຮັດ​ໃຫ້​ສານຸສິດ​ເປັນ​ນັກຮຽນ ​ແລະ ​ເປັນຜູ້​ຕິດຕາມ.1 ​ໃນ​ການ​ຖືກລົງ​ໂທດ​ຕາມ​ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າ ​​ເປັນການ​ສອນ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄວາມ​ອົດທົນ. ​ໃນ​ພຣະຄຳ​ພີ ພຣະຜູ້​ເປັນ​ເຈົ້າ​ໄດ້​ໃຊ້ຄຳ​ວ່າ ຕີ​ສອນ, ​​ເລື້​ອຍໆ ​ເມື່ອ​ກ່າວ​ເຖິງການລົງ​ໂທດ (ເບິ່ງ, ຍົກ​ຕົວຢ່າງ, ໂມ​ໄຊ​ຢາ 23:21; D&C 95:1). ຄຳ​ວ່າ ຕີ​ສອນ ມາ​ຈາກ​ພາສາ​ລາ​ຕິນ castus, ໝາຍ​ເຖິງ “ພົມມະຈາລີ ຫລື ຄວາມ​ບໍລິສຸດ,” ​ແລະ ຕີ​ສອນ ໝາຍ​ເຖິງ “ການ​ເຮັດ​ໃຫ້​ບໍລິສຸດ.”2

ຢູ່​ໃນ​ໂລກ​ນີ້, ມັນ​​ແມ່ນ​ການ​ພິພາກສາ​ຂອງ​ໂລກ​ມະນຸດ ຜູ້​ກ່າວ​ໂທດ​ບຸກຄົນ ​ແລະ ຂັງ ​ເຂົາ​ໄວ້​ໃນ​ຄຸກ. ກົງກັນຂ້າມ, ພຣະຄຳ​ພີ​ມໍ​ມອນ​ສອນ​ເຮົາ​ວ່າ ​ເມື່ອ​ເຮົາ​ເຮັດ​ບາບ​ດ້ວຍ​ຄວາມ​ຕັ້ງ​ໃຈ, ​ເຮົາ​ກາຍ​ “ເປັນ​ຜູ້​ພິພາກ​ສາຂອງ​ຕົນ​ເອງ” (ແອວ​ມາ 41:7) ​ແລະ ສົ່ງ​ຕົວ​ເອງ​ໄປ​ເຂົ້າຄຸກ​ທາງ​ວິນ​ຍານ. ສິ່ງ​ທີ່ແປກຫລາຍ​ກໍ​ຄື, ຜູ້​ຕັດສິນ​ທົ່ວ​​ໄປ ​ໃນ​ກໍລະນີ​ນີ້ ມີ​ຂໍ​ກະ​ແຈ​ທີ່​ສາມາດ ເປີດ ປະຕູ​ຄຸກ​ໄດ້; ​ເພາະ​ດ້ວຍ​ການ​ຕີ​ສອນ ​ພຣະອົງ​ຈຶ່ງ​ຕຽມ​ທາງ​ສຳລັບ ການ​ປົດ​ປ່ອຍ ​ເຮົາ​ໃນ​ທຸກ​ສິ່ງ​ທັງ​ປວງ​ຈາກ​ການ​ລໍ້​ລວງ (ເບິ່ງ D&C 95:1; ​ເນັ້ນຄຳ​ເນີ້ງ). ການ​ກະທຳ​ຂອງ​ຜູ້​ພິພາກສາ​ທີ່​ຍຸດຕິ​ທຳ​ຄື ຄວາມ​ເມດ​ຕາ, ຄວາມ​ຮັກ, ​ແລະ ການ​ໄຖ່​ຄືນ, ບໍ່​ແມ່ນ​ການ​ກ່າວ​ໂທດ.

ຊາຍ​ໜຸ່ມ ​ໂຈ​ເຊັບ ສະ​ມິດ ກໍ​ໄດ້​ຖືກ​ລົງ​ໂທດ ​ເປັນ​ເວລາ​ສີ່​ປີ ກ່ອນ​ເພິ່ນ​ສາມາດ​ໄດ້​ຮັບ​ແຜ່ນ​ຈາລຶກຄຳ ​ເພາະ​ເພິ່ນ​ບໍ່​ໄດ້​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.3 ຕໍ່​ມາ, ​ເມື່ອ​ໂຈ​ເຊັບ​ໄດ້​​ເຮັດຕົ້ນສະ​ບັບຈຳນວນ 116 ໜ້າ​ເສຍ, ​ເພິ່ນ​ກໍ​ໄດ້​ຖືກ​ລົງ​ໂທດ​ອີກ. ​ເຖິງ​ແມ່ນ​​ໂຈ​ເຊັບ​ໄດ້ເສຍ​ໃຈ​ຫລາຍແທ້ໆ, ​ແຕ່​ພຣະຜູ້​ເປັນ​ເຈົ້າຍັງ​ໄດ້​ເອົາ​ສິດທິ​ພິ​ເສດ​ຂອງ​ເພິ່ນ​ຄືນ​ໄປ ຊົ່ວ​ໄລຍະ​ໜຶ່ງ, ​ເພາະຜູ້​ທີ່​ພຣະອົງ​ຮັກ ​ພຣະອົງຈະ​ຕີ​ສອນ​ ​ເພື່ອ​ວ່າ​ບາບ​ຂອງ​​ເຂົາຈະ​ໄດ້​ຮັບ​ການ​ອະ​ໄພ (ເບິ່ງ D&C 95:1).

ໂຈ​ເຊັບ​ໄດ້​ກ່າວ​ວ່າ, “ທູດ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ ​ເມື່ອ​ເພິ່ນ​ໄດ້​ເອົາ​ອູຣີມ ​ແລະ ທຸມ​ມີມ ຄືນ​ມາ​ສົ່ງ​ຂ້າພະ​ເຈົ້າ ​ແລະ ​ໄດ້​ເວົ້າວ່າ ພຣະ​ເຈົ້າພໍພຣະ​ໄທ​ຫລາຍ ກັບ​ຄວາມ​ຊື່ສັດ ​ແລະ ຄວາມ​ຖ່ອມຕົວ​ຂອງ​ຂ້າພະ​ເຈົ້າ, ​ແລະ ຮັກ​ຂ້າພະ​ເຈົ້າສຳລັບ​ ຄວາມ​ສຳນຶກ​ຜິດ ​ແລະ ຄວາມ​ພາກ​ພຽນ​ໃນ​ການ​ອະທິຖານ​ຂອງ​ຂ້າພະ​ເຈົ້າ.”4 ​ເພາະ​ພຣະຜູ້​ເປັນ​ເຈົ້າປະສົງ​ທີ່​ຈະ​ສອນບົດຮຽນ​ທີ່​ປ່ຽນ​ແປງ​ຈິດໃຈ​ໃຫ້​ແກ່​ໂຈ​ເຊັບ, ​ພຣະອົງ​ຈຶ່ງ​ຮຽກຮ້ອງ​ການ​ເສຍ​ສະລະ​ອັນ​ເຈັບ​ປວດ​ ຈາກ​ເພິ່ນ—ການ​ເສຍ​ສະລະ ​ເປັນ​ພາກສ່ວນ​ທີ່​ຈຳ​ເປັນ​ຂອງ​ການ​ລົງ​ໂທດ.

ການ​ເສຍ​ສະລະ

“ໃນ​ສະ​ໄໝ​ບູຮານ, ການ​ເສຍ​ສະລະ ໝາຍ​ເຖິງ ການ​ເຮັດ​ໃຫ້​ບາງ​ສິ່ງ ຫລື ບາງ​ຄົນ​ສັກສິດ,”5 ​​ເມື່ອ​ເອົາ​ຄຳ​ນີ້​​ເຊື່ອມ​ໂຍງ​​ເຂົ້າກັບຄຳ​ວ່າ ຕີ​ສອນ—“ມັນ​ກໍ​ເປັນ​ການ​ເຮັດ​ໃຫ້​ບໍລິສຸດ.” ​ເຊັ່ນ​ດຽວ​ກັນນີ້ ​ໃນ​ສະ​ໄໝ​ບູຮານຂອງ​ຊາວ​ອິດສະຣາ​ເອນ, ການ​ໃຫ້​ອະ​ໄພມາ​ເຖິງ​ຜ່ານ​ທາງ​ການ​​ຖວາຍບາບ ຫລື ຖວາຍການ​ລ່ວງ​ລະ​ເມີດ, ຫລື​ ທຳ​ການເສຍ​ສະລະ.6 ການ​ເສຍ​ສະລະ​ບໍ່​ພຽງ​ແຕ່ “ໄດ້​ຊີ້​​ໄປ​ເຖິງ​ການ​ເສຍ​ສະລະ​ຄັ້ງຍິ່ງ​ໃຫຍ່ ​ແລະ ຄັ້ງສຸດ​ທ້າຍ” ​ເທົ່າ​ນັ້ນ (ແອວ​ມາ 34:14) ​ແຕ່​ໄດ້​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກະຕັນຍູ​ທີ່​ເລິກ​ຊຶ້ງ ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ. ​ພາກສ່ວນ​ໜຶ່ງ​ໃນ​ຄວາມ​ສຳນຶກ​ຜິດ​ຂອງ​ເຮົາ, ຖ້າ​ເຮົາເສຍ​ສະລະ​ຢ່າງ​ບໍ່​ເຕັມ​ໃຈ, ມັນ​ຈະເປັນ​ການ​ເຍາະ​ເຍີ້ຍ ຫລື ດູ​ຖູ​ກ ການ​ເສຍ​ສະລະ​ອັນ​ຍິ່ງ​ໃຫຍ່​ກວ່າຂອງ​ພຣະຄຣິດ ສຳລັບ​ບາບ​ອັນ​ດຽວ​ກັນນັ້ນ ​ແລະ ​ເຮັດ​ໃຫ້ການ​ຮັບ​ທຸກທໍລະມານ​ຂອງ​ພຣະອົງ​ເປັນ​ເລື່ອງ​ເລັກ​ນ້ອຍ—​ເປັນ​ເຄື່ອງໝາຍ​ຂອງ​ຄວາມ​ອັກ​ກະຕັນຍູ​ທີ່​ແຂງ​ກະດ້າງ.

ກົງກັນຂ້າມ, ​ເຖິງ​ແມ່ນ​ມັນ​ຈະ​ເປັນ​ການ​ເສຍ​ສະລະ​ທີ່​ແປກ​ປະຫລາດ, ​ແທ້​ຈິງ​ແລ້ວ ​ເຮົາ​ໄດ້ ຮັບ ບາງ​ສິ່ງ​ທີ່​ກຸ້ມ​ຄ່າ​ຊົ່ວ​ນິລັນດອນ—ນັ້ນຄື ພຣະ​ເມດ​ຕາ ​ແລະ ການ​ໃຫ້​ອະ​ໄພ ຂອງ​ພຣະອົງ, ​ແລະ ​ໃນ​ທີ່​ສຸດ ທຸກ​ສິ່ງ​ທີ່​ພຣະບິດາ​ມີ (ເບິ່ງ D&C 84:38). ພາກສ່ວນ​ໜຶ່ງ​ຂອງ​ຂັ້ນຕອນ​ຂອງການ​ກັບ​ໃຈ, ການ​ເສຍ​ສະລະ​ຍັງ​ເປັນ​ຫວ້ານ​ຢາ​ປິ່ນປົວ ​ເພື່ອ​ຊ່ວຍປ່ຽນ “ຄວາມ​ເສຍ​ໃຈ​ໃນ​ຈິດ​ສຳນຶກ” (ແອວ​ມາ 42:18) ​ມາເປັນ “ຄວາມ​ສະຫງົບ​ໃນ​ຈິດ​ສຳນຶກ” (ໂມ​ໄຊ​ຢາ 4:3). ຖ້າ​ປາດ​ສະ​ຈາກ​ການ​ເສຍ​ສະລະ, ບຸກຄົນ​ອາດ​​ໃຫ້​ອະ​ໄພ​ຕົນ​ຍາກ, ​ເພາະ​ຄວາມສຳນຶກທີ່​ຄ້າງ​ຢູ່ເຖິງ​ບາງ​ສິ່ງ​ທີ່​ຕົນໄດ້​ເຮັດ​ຜິດພາດ.7

​ບົດບາດ​ຂອງ​ພໍ່​ແມ່​ໃນການ​ເປັນ​ຜູ້​ພິພາກສາ​ທີ່ຍຸດຕິ​ທຳ

​ເຖິງ​ແມ່ນວ່າ​ບາງ​ຄົນ​ໃນ​ພວກ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ຕັດສິນ​ທົ່ວ​ໄປ, ​ແຕ່​ຫລັກ​ທຳ​ຂອງ​ການ​ຕັດສິນທີ່​ຊອບ​ທຳ​ທົ່ວ​ໄປ ​ແມ່ນ​ກ່ຽວ​ພັນ​ກັບ​ເຮົາ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ຜູ້​ເປັນ​ພໍ່​ແມ່ ທີ່​ມີ​ໂອກາດ​ທຸກ​ວັນ ​ເພື່ອ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ນຳ​ລູກໆ​ຂອງ​ຕົນ. ການ​ສອນ​ລູກ​​ແບບ​ມີ​ປະສິດທິພາບ​ເປັນ​ສິ່ງ​ສຳຄັນ​ຂອງ​ການ​ເປັນ​ພໍ່​ແມ່​ທີ່​ດີ, ​ແລະ ​ການ​ລົງ​ໂທດດ້ວຍ​ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ​ຂອງ​ການ​ເປັນຜູ້​ພິພາກສາ​ທີ່ຍຸດຕິ​ທຳ.

ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ສອນ​ວ່າ, “ຖ້າ​ຫາກ​ລູກ​ຕໍ່ຕ້ານ ​ແລະ ຍາກ​ທີ່​ຈະ​ຄວບ​ຄຸມ​ໄດ້, ​ໃຫ້​ອົດທົນ​ກັບ​ເຂົາ ຈົນ​ກວ່າ​ທ່ານ​ສາມາດ​ເອົາ​ຊະນະ​ເຂົາ​ໄດ້​ດ້ວຍ​ຄວາມ​ຮັກ, … ​ແລ້ວທ່ານຈະ​ສາມາດ [ຫລໍ່​ຫລອມ] ​ບຸກຄະ​ລິກລັກສະນະ​ຂອງ​ເຂົາ​ ຕາມທີ່​ທ່ານປາດ​ຖະໜາ.”8

ມັນ​ເປັນຄວາມ​ຮູ້​ທີ່​ດີ​ ​ທີ່​ໃນ​ການ​ສອນ​ວິທີ​ທີ່​ຈະ​ລົງ​ໂທດ, ສາດ​ສະ​ດາ​ມັກ​ກ່າວ​ເຖິງ​ຄຸນສົມບັດ​ຢ່າງ​ພຣະຄຣິດ. ພຣະຄຳ​ພີ Doctrine and Covenants ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ຮູ້ຈັກ​ກັນ​ດີ ​ເລື່ອງ​ການ​ລົງ​ໂທດ ດັ່ງ​ຕໍ່​ໄປ​ນີ້:

ບໍ່​ມີ​ອຳນາດ​ ຫລື ອິດ​ທິພົນ​ໃດ​ສາມາດ ຫລື ຈະ​ດຳລົງຮັກສາ​ໄວ້​ໄດ້​ໂດຍ​ອາ​ໄສຖານະ​ປະ​ໂລຫິດ​, ນອກຈາກ​ໂດຍ​ການ​ຊັກຊວນ,​ ໂດຍຄວາມ​ອົດ​ກັ້ນ,​ ໂດຍຄວາມ​ອ່ອນໂຍນ ​ແລະ ໂດຍຄວາມ​ອ່ອນ​ນ້ອມ, ​ແລະ​ ໂດຍຄວາມ​ຮັກອັນ​ບໍ່​ແກ້ງ​ເຮັດ;

​ໂດຍ​ຄວາມ​ກະລຸ​ນາ, ​ແລະ ຄວາມ​ຮູ້​ອັນ​ບໍລິສຸດ, ຊຶ່ງ​ຈະ​ຂະຫຍາຍ​ຈິດ​ວິນ​ຍານ​ອອກ​ໄປ​ຢ່າງ​ກວ້າງຂວາງ ​ໂດຍ​ປາດ​ສະ​ຈາກ​ຄວາມ​ໜ້າ​ຊື່​ໃຈ​ຄົດ ​ແລະ ປາດ​ສະ​ຈາກ​ອຸບາຍ—

ຈົ່ງ​ຕິຕຽນໃຫ້​ທັນ​ການ​ດ້ວຍ​ຄວາມ​ສຽບ​ຂາດ, ​ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍພຣະວິນ​ຍານ​ບໍລິສຸດ; ແລະ ຈາກ​ນັ້ນ ​ໃນ​ເວລາ​ຕໍ່ມາ​ຈົ່ງ​ສະ​ແດງ​ຄວາມ​ຮັກຫລາຍ​ຂຶ້ນ (ເບິ່ງ D&C 121:41–43).

ພຣະຄຳ​ພີ​ຂໍ້​ນີ້ ສອນ​ເຮົາ​​ໃຫ້​ຕິຕຽນ “ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍພຣະວິນ​ຍານ​ບໍລິສຸດ,” ​ບໍ່​ ​ແມ່ນ​ເມື່ອ​ໄດ້​ຮັບ​ການ​ກະຕຸ້ນໂດຍ​ຄວາມ​ຄຽດ​ແຄ້ນ. ພຣະວິນ​ຍານບໍລິສຸດ ​ແລະ ຄວາມ​ຄຽດ​ແຄ້ນ ​ໄປ​ນຳ​ກັນ​ບໍ່​ໄດ້, ​ເພາະ “ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້​ງນັ້ນບໍ່​ໄດ້​ມາ​ຈາກ​ເຮົາ, ​ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິດາ​ຂອງ​ການ​ຂັດ​ແຍ້ງ ​ແລະ ມັນ​ໄດ້​ຍຸຍົງ​ໃຈ​ຂອງ​ມະນຸດ​ໃຫ້​ຂັດ​ແຍ້ງກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ” (3 ນີ​ໄຟ 11:29). ປະທານຈອດ ອາວ​ເບີດ ສະ​ມິດ ​ໄດ້​ສອນ​ວ່າ “ຕາມ​ປົກກະຕິ​ແລ້ວ ຖ້ອຍ​ຄຳ​ທີ່​ບໍ່ມີ​ເມດ​ຕາ ຈະ​ບໍ່​ຖືກ​ກ່າວ​ອອກ​ມາ ພາຍ​ໃຕ້​ການ​ດົນ​ໃຈ​ຈາກ​ພຣະຜູ້​ເປັນ​ເຈົ້າ. ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເປັນ​ພຣະວິນ​ຍານ ​ແຫ່ງ​ຄວາມເມດ​ຕາ; ​ມັນເປັນ​ພຣະວິນ​ຍານ​ແຫ່ງ​ຄວາມ​ອົດທົນ; ມັນ​ເປັນ​ພຣະວິນ​ຍານ​ແຫ່ງ​ຄວາມ​ໃຈ​ບຸນ ​ແລະ ​ເປັນຄວາມ​ຮັກ ​ແລະ ຄວາມ​ອົດ​ກັ້ນ ​ແລະ ຄວາມ​ຮັບ​ທຸກທໍລະມານ​ໄດ້​ດົນ​ນານ. …

​ແຕ່​ຖ້າ​ຫາກ​ເຮົາ​​ມັກ​ຊອກ​ຫາ​​ແຕ່ຄວາມ​ຜິດພາດ ... ​ໃນ​​ແບບ​ທີ່​ເສຍ​ຫາຍ, ຄວາມ​ຮູ້ສຶກ​ດັ່ງກ່າວ ບໍ່​ເຄີຍ ມາ​ກັບ​ພຣະວິນ​ຍານ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ​ເປັນ​ສິ່ງ​ອັນຕະລາຍ​ ສະ​ເໝີ. …

ຄວາມ​ເມດ​ຕາ​​ເປັນ​ພະລັງ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ປະທານ​ໃຫ້​ເຮົາ ​ເພື່ອ​ເປີດ​ໃຈ​ຂອງ​ຄົນ​ທີ່​ມີ​ໃຈ​ແຂງ​ກະດ້າງ ​ແລະ ​ເອົາ​ຊະນະຈິດ​ວິນ​ຍານ​ທີ່​ດື້ດຶງ.”9

​ເອກະລັກ​ທີ່​ແທ້​ຈິງ​ຂອງ​ລູກໆ​ຂອງ​ເຮົາ

ເມື່ອ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ມາ​ຢ້ຽມຢາມ​ຊາວ​ນີ​ໄຟ, ພຣະອົງ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ພິ​ເສດ​ທີ່​ສຸດ​ໃຫ້ແກ່​ເດັກນ້ອຍ ທີ່​ວ່າ:

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ ກັບ​ເດັກນ້ອຍ​ຊາວ​ນີ​ໄຟ

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະອົງ​ໄດ້​ສິດສອນ ​ແລະ ປະຕິບັດ​ສາດສະໜາ​ກິດ​ແກ່​ເດັກນ້ອຍ​ຂອງ​ຝູງ​ຊົນ … , ​ແລະ ພຣະອົງ​ໄດ້​ມາຍ​ລີ້ນ​ຂອງ​ພວກ​ເຂົາ, ​ແລະ ພວກ​ເຂົາ​ໄດ້​ເວົ້າ​ເລື່ອງ​ອັນ​ຍິ່ງ​ໃຫຍ່ ​ແລະ ໜ້າ​ອັດສະຈັນ​ກັບ​ພໍ່​ຂອງ​ພວກ​ເຂົາ. …

“… ​ແລະ ພວກ​ເຂົາ​ທັງ​ໄດ້​​ເຫັນ ​ແລະ ​ໄດ້​ຍິນ​ເດັກນ້ອຍ​ເຫລົ່າ​ນີ້; ​ແທ້​ຈິງ​ແລ້ວ, ​ເຖິງ​ຂະໜາດ​ທາລົກ​ກໍ​ໄດ້​ເປີດ​ປາກ​ເວົ້າ​ເລື່ອງ​ອັດສະຈັນ” (3 ນີ​ໄຟ 26:14, 16).

ບາງທີ​ຫລາຍ​ກວ່າ ການ​ເປີດ​ປາກ ​ເດັກ​ທາລົກ, ພຣະຜູ້​ເປັນ​ເຈົ້າ​ໄດ້​ ເປີດ​ຕາ ​ແລະ ​ເປີດ​ຫູ ຂອງ​ພໍ່​ແມ່ ຜູ້​​ງຶດ​ງໍ້​ນຳ​ອີກ. ພໍ່​ແມ່​ເຫລົ່ານັ້ນ​ໄດ້​ຮັບ​ຂອງ​ປະທານ​ທີ່​ໜ້າ​ງຶດ​ງໍ້ ​ເຖິງ​ສິ່ງ​ທີ່​ສຳຄັນ ​ແລະ ຍືນ​ຍົງ, ​ແລະ ​ໄດ້​ເຫັນ​ເອກະລັກ​ທີ່​ແທ້​ຈິງ ​ແລະ ຄວາມ​ສຳຄັນ​ຂອງ​ລູກ​ຂອງ​ຕົນກ່ອນ​ເຂົາ​ມາ​ເກີດ. ສິ່ງ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພໍ່​ແມ່​ປ່ຽນ​ວິທີ​ທີ່​ເຂົາ​ເຈົ້າ​ ເຫັນ ແລະ ກະທຳ​ກັບ​ລູກ​ຂອງ​ຕົນ​ບໍ? ຂ້າພະ​ເຈົ້າມັກ​​ຂໍ້ຄວາມ​ນີ້ ທີ່​ເປັນຂອງ​ທ່ານ​ໂກ​​ແອັດ ທີ່​ວ່າ: “ທ່ານ​ຄິດ​ກັບ​ລູກ​ຈັ່ງ​ໃດ ທ່ານ​ກໍ​ຈະ​ປະພຶດ​ກັບ​ເຂົາ​ຢ່າງ​ນັ້ນ. ທ່ານ​ປະພຶດກັບ​ລູກ​ຈັ່ງ​ໃດ [ເຂົາ] ກໍ​ [ຈະ]​ ​ເປັນ​ຢ່າງ​ນັ້ນ.”10 ​ການ​ທີ່​ຈະຈື່​ຈຳ​​ເອກະລັກ​ທີ່​ແທ້​ຈິງ​ຂອງ​​ເດັກນ້ອຍ ​ເປັນ​ຂອງ​ປະທານ​ທີ່ທ່ານສາມາດ​ຫລິງ​ເຫັນ​ໄດ້​ລ່ວງ​ໜ້າ ​ທີ່​ຊ່ວຍ​ດົນ​ໃຈ​ທັດ​ສະ​ນະ​ຂອງ​ຜູ້​ພິ​ພາກສາ​ທີ່​ຍຸດຕິ​ທຳ.

ສະຫລຸບ

ປະທານ​ທອມມັສ ແອັສ ມອນ​ສັນ ​ໄດ້​ສອນ​ເຮົາ​ວ່າ, “ຢ່າປ່ອຍ​ໃຫ້​ບັນຫາ​ທີ່​ເຮົາຕ້ອງແກ້​ໄຂ ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຄົນ​ທີ່​​ເຮົາ​ຮັກ.”11 ຫລັກ​ທຳ​ແຫ່ງ​ການ​ເປັນ​ຜູ້​ພິພາກສາ​ທີ່ຍຸດຕິ​ທຳ ​ເປັນ​ສິ່ງ​ຈຳ​ເປັນ​ຫລາຍ​ແທ້ໆ, ​ໂດຍ​ສະ​ເພາະ​ນຳ​ລູກໆ​ຂອງ​ເຮົາ​ເອງ.

ມີວິທີ​ດຽວ​ທີ່​ຈະ​ໃຫ້ການ​ພິພາກສາ​ທີ່​ຍຸດຕິ​ທຳ​ໄດ້, ດັ່ງ​ທີ່​ພຣະ​ເຢຊູ​ຄຣິດ​ໃຫ້ການ​ພິພາກສາ, ​ແລະ ນັ້ນຄື ການ​ເປັນ​ດັ່ງ​ທີ່​ພຣະອົງ​ເປັນ. ສະນັ້ນ, “[ເຈົ້າ] ​ຄວນ​ເປັນຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ​ເຮົາ​ກ່າວ​ກັບ​ເຈົ້າວ່າ ​ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ (3 ນີ​ໄຟ 27:27). ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ “disciple,” etymonline.com.

  2. ເບິ່ງ Merriam-Webster’s Collegiate Dictionary, 11th ed. (2003), “chasten.”

  3. Karen Lynn Davidson and others, eds., Histories, Volume 1: Joseph Smith Histories, 1832–1844, vol. 1 of the Histories series of The Joseph Smith Papers (2012), 83.

  4. Teachings of Presidents of the Church: Joseph Smith (2007), 71; emphasis added.

  5. Guide to the Scriptures, “Sacrifice,” scriptures.lds.org.

  6. ເບິ່ງ Bible Dictionary, “Sacrifices.”

  7. ການ​ເສຍ​ສະລະ​ທີ່​ເຮົາ​ຖວາຍ​ຢູ່​ເທິງ​ໂຕະ​ສິນ​ລະ​ລຶກ​ໃນແຕ່​ລະອາ​ທິດ ຄື​ໃຈ​ທີ່​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ (ເບິ່ງ 2 ນີ​ໄຟ 2:7; 3 ນີ​ໄຟ 9:20; Doctrine and Covenants 59:8). ​ໃຈ​ທີ່​ຊອກ​ຊ້ຳ ຄື​ໃຈ​ທີ່​ປ່ຽນ​ແປງ; ວິນ​ຍານ​ທີ່​ສຳນຶກ​ຜິດ ຄື​ວິນ​ຍານ​ທີ່​ເຊື່ອ​ຟັງ (ເບິ່ງ D. Todd Christofferson, “When Thou Art Converted,” Liahona, May 2004, 12).

  8. Teachings of Presidents of the Church: Joseph F. Smith (1998), 299.

  9. Teachings of Presidents of the Church: George Albert Smith (2011), 225, 226, 228; emphasis added.

  10. ​ເປັນ​ຂອງທ່ານ​ໂຢຮານ ວຸບ​ແກງ ວອນ ​ໂກແອັດ, brainyquote.com.

  11. Thomas S. Monson, “Finding Joy in the Journey,” Liahona, Nov. 2008, 86.