​2010–2019
ສິນ​ລະ​ລຶກສາມາດ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຜູ້ສັກສິດ​ໄດ້
​ເດືອນ​ຕຸລາ 2016


ສິນ​ລະ​ລຶກສາມາດ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຜູ້ສັກສິດ​ໄດ້

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ​ໃຫ້​ພິຈາລະນາ​ຫ້າ​ວິທີ ທີ່​ຈະ​ເພີ່ມ​ຜົນ​ກະທົບ ​ແລະ ພະລັງ ​ໃຫ້​​ແກ່​ການ​ມີ​ສ່ວນ​ຮ່ວມ​​ເປັນ​ປະຈຳ​ຂອງ​ເຮົາ ​ໃນ​ພິທີສິນ​ລະ​ລຶກ​ທີ່​ສັກສິດ.

ຄວາມ​ຈຳ​ໜຶ່ງ​ຕອນຂ້າພະ​ເຈົ້າ​ຍັງ​ນ້ອຍ ​ແມ່ນກ່ຽວ​ກັບ​ກອງ​ປະຊຸມ​ສິນ​ລະ​ລຶກ ​ທີ່​ໄດ້​ຖືກ​ຈັດ​ຂຶ້ນຢູ່​ໃນ​ບ້ານ​ຂອງ​ພວກ​ເຮົາ ຢູ່​ເມືອງວໍ​ແນມບູ, ປະ​ເທດອົດ​ສະ​ຕາ​ລີ. ມີ​ຜູ້​ຄົນປະມານ 10 ​ເຖິງ 15 ຄົນ ທີ່​ໄດ້​ໄປ​ຮ່ວມ​ສາຂາ​ຂອງ​ພວກ​ເຮົາ, ​ແລະ ພໍ່​ຂອງ​ຂ້າພະ​ເຈົ້າ, ​ໄດ້​ເປັນ​ຜູ້​ໜຶ່ງ​ໃນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ສາມ​ຄົນ, ທີ່​ໄດ້​ມີ​ໂອກາດ​ໃຫ້ພອນ​​ແກ່ສິນ​ລະ​ລຶກ​ເປັນ​ປະຈຳ. ຂ້າພະ​ເຈົ້າຍັງຈື່​ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ ​ໃນ​ຂະນະ​ທີ່​ພໍ່​ໄດ້​ອ່ານ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກຢ່າງຖ່ອມຕົວ ​ແລະ ​ລະມັດລະວັງ. ສ່ວນ​ຫລາຍ​ສຽງ​ຂອງ​ເພິ່ນຈະ​ສັ່ນ ​ເມື່ອ​ເພິ່ນ​ຮູ້ສຶກ​ເຖິງ​ພຣະວິນ​ຍານ. ​ບາງ​ເທື່ອ​ເພິ່ນ​ຕ້ອງໄດ້​ຢຸດ​ບຶດໜຶ່ງ ​ເພື່ອຄວບ​ຄຸມ​ຄວາມ​ຮູ້ສຶກ ກ່ອນ​ເພິ່ນຈະ​ກ່າວ​ຄຳ​ອະທິຖານ​ຕໍ່​ໄປ​ໃຫ້​ສຳ​ເລັດ.

ຕອນ​ມີ​ອາຍຸ​ໄດ້​ຫ້າ​ປີ, ຂ້າພະ​ເຈົ້າບໍ່​ສາມາດ​ເຂົ້າ​ໃຈ​ ​ເຖິງ​ຄວາມ​ໝາຍອັນ​ແທ້ຈິງຂອງ​ສິ່ງ​ທີ່​ຖືກກ່າວ ຫລື ຖືກ​ກະທຳ; ​ແຕ່​ຂ້າພະ​ເຈົ້າຮູ້​ເຖິງ​ບາງ​ສິ່ງ​ພິ​ເສດ​ທີ່​ໄດ້​ເກີດ​ຂຶ້ນ. ຂ້າພະ​ເຈົ້າສາມາດ​ຮູ້ສຶກ​ເຖິງ​ອິດ​ທິພົນ​ທີ່​ສະຫງົບ​ງຽບ ​ແລະ ​ໃຫ້​ຄວາມ​ແນ່ນອນ​ໃຈ ຂອງ​ພຣະວິນ​ຍານ​ບໍ​ລິ​ສຸດ ​ໃນ​ຂະນະ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າ ຕຶກ​ຕອງ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ຕໍ່ເຮົາ.

ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ: “ນີ້​ເຈົ້າຈົ່ງ​ປະຕິບັດ​ສະ​ເໝີ​ໄປ​ກັບ​ຄົນ​ທີ່​ກັບ​ໃຈ ​ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ; ​ແລະ ​ເຈົ້າຈົ່ງ​ກະທຳ​ສິ່ງ​ນີ້​ດ້ວຍ​ຄວາມ​ລະນຶກ​ເຖິງ​ໂລຫິດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ຫລັ່ງ​ເພື່ອ​ເຈົ້າ, ​ເພື່ອ​ເຈົ້າຈະ​ໄດ້​ເປັນ​ພະຍານ​ຕໍ່​ພຣະບິດາ​ວ່າ ​ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ. ​ແລະ ຖ້າ​ຫາກ​ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ ​ເຈົ້າຈະ​ມີ​ວິນ​ຍານ​ຂອງ​ເຮົາ​ຢູ່​ນຳ​​ເຈົ້າ” (3 ນີ​ໄຟ 18:11).

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ​ໃຫ້​ພິຈາລະນາ​ຫ້າ​ວິທີ ທີ່​ຈະ​ເພີ່ມ​ຜົນ​ກະທົບ ​ແລະ ພະລັງ ​ໃຫ້​​ແກ່​ການ​ມີ​ສ່ວນ​ຮ່ວມ​​ເປັນ​ປະຈຳ​ຂອງ​ເຮົາ ​ໃນ​ພິທີສິນ​ລະ​ລຶກ​ທີ່​ສັກສິດ​, ຊຶ່ງ​ເປັນ​ພິທີການ​ທີ່​ສາມາດ​ຊ່ວຍ​ເຮົາ ​ໃຫ້​ກາຍ​ເປັນ​ຜູ້​ສັກສິດ​ໄດ້.

1. ຕຽມ​ຕົວ​ລ່ວງ​ໜ້າ

​ເຮົາ​ສາມາດ​ເລີ່ມຕົ້ນດ້ວຍ​ການ​ຕຽມ​ຕົວ​ສຳລັບ​ສິນ​ລະ​ລຶກ ກ່ອນ​ທີ່​ກອງ​ປະຊຸມ​ຈະ​ເລີ່ມຕົ້ນ. ວັນ​​ເສົາ​ອາດ​ເປັນ​ມື້​ທີ່​ດີ ທີ່​ຈະ​ຕຶກ​ຕອງ​​ເຖິງ​ຄວາມ​ກ້າວໜ້າ ​ແລະ ການ​ຕຽມ​ພ້ອມ​ທາງ​ວິນ​ຍານ​ຂອງ​ເຮົາ.

ຮູບ​ພາບ
ການ​ຕຽມ​ສຳລັບ​ວັນ​ອາທິດ

ຄວາມ​ເປັນ​ມະຕະ ​ເປັນ​ຂອງ​ປະທານ​ທີ່​ຈຳ​ເປັນ ​ໃນ​ການ​ເດີນທາງ​ຂອງ​ເຮົາ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ. ມັນ​ຈຳ​ເປັນ​ທີ່​ຈະ​ມີ​ການ​ທົດ​ລອງ ​ແລະ ການ​ທ້າ​ທາຍ​ຢູ່​ດ້ວຍ ​ເພື່ອ​ເປັນ​ໂອກາດ​ໃຫ້​ເຮົາ ທີ່​ຈະ​ປ່ຽນ​ແປງ ​ແລະ ​ເຕີບ​ໂຕ. ກະສັດ​ເບັນ​ຢາ​ມິນ ​ໄດ້​ສອນ​ວ່າ “ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດຕູ​ກັບ​ພຣະ​ເຈົ້າ ... ​ແລະ ຈະ​ເປັນ​ໄປ​ຕະຫລອດ​ການ ​ແລະ ຕະຫລອດ​ໄປ, ​ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ​ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ​ພຣະວິນ​ຍານ​ສັກສິດ, ​ແລະ ປະ​ຖິ້ມ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ​ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 3:19). ການ​ໄປ​ຮ່ວມ​ພິທີ​ສິນ​ລະ​ລຶກ ​ໃຫ້​ໂອກາດ​ເຮົາ​ຫລາຍ​ຂຶ້ນ ທີ່​ຈະ​ຍອມ​ຖວາຍຫົວ​ໃຈ ​ແລະ ຈິດ​ວິນ​ຍານ​ໃຫ້​ແກ່​ພຣະ​ເຈົ້າ.

​ໃນ​ການ​ຕຽມ​ຂອງ​ເຮົາ, ຫົວ​ໃຈ​ຂອງ​ເຮົາ​ຈະ​ຊອກ​ຊ້ຳ ​ເມື່ອ​ເຮົາ​ສະ​ແດງ​ຄວາມ​ກະຕັນຍູ​ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ, ກັບ​ໃຈ​ຈາກ​ຄວາມ​ຜິດພາດ ​ແລະ ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ເຮົາ, ​ແລະ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະບິດາ ​ເພື່ອ​ຈະ​ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນທາງ ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ. ​ຈາກ​ນັ້ນ ​ເຮົາ​ສາມາດຕັ້ງ​ໃຈ​ສຳລັບໂອກາດ​ທີ່ສິນ​ລະ​ລຶກມີ​​ໄວ້ໃຫ້ ​ເພື່ອ​ຈະ​ໄດ້​ລະ​ນຶກ​ເຖິງ​ການ​ເສຍ​ສະລະ​ຂອງ​ພຣະອົງ ​ແລະ ​ຕໍ່​ຄຳ​ສັນຍາ​ຂອງ​ເຮົາ ​ໃນ​ພັນທະ​ສັນຍາ​ທຸກ​ຂໍ້​ທີ່​ເຮົາ​ໄດ້​ເຮັດ​ໄວ້.

2. ​ໄປ​ຮອດ​ກ່ອນ​ເວລາ

ປະສົບ​ການ​ໃນ​ພິທີ​ສິນ​ລະ​ລຶກຂອງ​ເຮົາ ສາມາດ​ຖືກ​ຍົກ​ລະດັບ​ຂຶ້ນໄດ້ ​ເມື່ອ​ເຮົາ​ໄປ​ຮອດ​ກອງ​ປະຊຸມ​ກ່ອນ​​ເວລາ ​ແລະ ​ໄຕ່ຕອງ​ໃນ​ໃຈ ​ໃນ​ຂະນະ​ທີ່​​ເຮົາ​ຟັງ​ສຽງ​ອໍແກນ ກ່ອນ​ເປີດ​ກອງ​ປະຊຸມ.

ປະທານ​ບອຍ ​ເຄ ​ແພ໊ກ​ເກີ ​ໄດ້​ສອນ​ວ່າ: “ສຽງ​ອໍ​ແກນ ກ່ອນ​ເປີດ​ກອງ​ປະຊຸມ, ການ​ອະທິຖານ​ດ້ວຍ​ຄວາມ​ຄາລະວະ, ​ເປັນ​ສິ່ງ​ບຳລຸງ​ລ້ຽງ​ວິນ​ຍານ. ມັນ​ເຊື້ອ​ເຊີນ​ການ​ດົນ​ໃຈ.”1 ປະທານຣະ​ໂຊ ​ເອັມ ນຽວສັນ ​ໄດ້​ອະທິບາຍ​ວ່າ, “ນີ້​ບໍ່​ແມ່ນ​ເວລາ​ສຳລັບ​ການ​ເວົ້າລົມ​ກັນ ຫລື ສົ່ງ​ຂ່າວສານ ​ແຕ່​ເປັນ​ເວລາ​ທີ່​ຈະ​ອະທິຖານ​ຢູ່​ໃນ​ໃຈ ​​ຂະນະ​ທີ່​ຜູ້ນຳ ​ແລະ ສະມາຊິກ ຕຽມ​ຕົວທາງ​ວິນ​ຍານ​ສຳລັບ​ສິນ​ລະ​ລຶກ.”2

3. ຮ້ອງ​ເພງ ​ແລະ ຮຽນ​ຮູ້​ຈາກ​ຖ້ອຍ​ຄຳ​​ໃນ​ເນື້ອ​ເພງ​ສຳລັບ​ສິນ​ລະ​ລຶກ​

​ເພງ​ສຳລັບ​ສິນ​ລະ​ລຶກ ​​ເປັນ​ພາກສ່ວນ​ທີ່​ສຳຄັນ​ເປັນ​ພິ​ເສດ ສຳລັບ​ປະສົບ​ການ​ຂອງ​ເຮົາ​ໃນ​ພິທີ​ສິນ​ລະ​ລຶກ. ​ເພງ​ຈະ​ຍົກ​ລະດັບ​ຄວາມ​ຄິດ ​ແລະ ຄວາມ​ຮູ້ສຶກ​ຂອງ​ເຮົາ. ​ເພງ​ສຳລັບ​ສິນ​ລະ​ລຶກ​ມີ​ອິດ​ທິພົນ​ຫລາຍ ​ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ ​ແລະ ຄຳ​ສອນອັນ​ມີ​ພະລັງ​ ທີ່​ຖືກສອນ​ໃຫ້​ເຮົາ. ​ເຮົາ​ຮຽນ​ຮູ້​ຫລາຍ​ຂຶ້ນ ຈາກ​ຖ້ອຍ​ຄຳ​​ເຊັ່ນ “ຊ້ຳ, ​ຫັກ, ​ຂາດ ​ເພື່ອ​ເຮົາ,”3 “ຂໍ​ໃຫ້​ເຮົາ​ຈົ່ງ​ລະນຶກ​ເຖິງ ​ແລະ ​ແນ່​ໃຈ​ວ່າ ​ໃຈ​ ​ແລະ ມື​ຂອງ​ເຮົາ​ສະອາດ ​ແລະ ບໍລິສຸດ,”4 ​ແລະ “ບ່ອນ​ໃດ​ທີ່ມີ​ຄວາມ​ຍຸດຕິ​ທຳ, ຄວາມ​ຮັກ, ​ແລະ ຄວາມ​ເມດ​ຕາ ຈະ​ປອງ​ດອງ​ກັນ!”5

ຮູບ​ພາບ
ຮ້ອງ​ເພງ ​ແລະ ຮຽນ​ຈາກ​ເພງ​ສວດ

​ເມື່ອ​ເຮົາ​ຮ້ອງ​ເພງ ​ໃນ​ການ​ຕຽມ​ທີ່​ຈະ​ຮັບ​ສ່ວນ​, ຖ້ອຍ​ຄຳ​ໃນ​ເນື້ອ​ເພງ​ສາມາດ​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ໃນພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້. ​ໃຫ້​ເຮົາ​ມາ​ພິຈາລະນາ​ນຳ​ກັນ, ຍົກ​ຕົວຢ່າງ, ຄຳ​ວ່າ, “ເຮົາ​ຮັກ​ພຣະອົງ​ເຈົ້າ; ​ໃຈ​ຂອງ​ເຮົາ​ເຕັມ​ປ່ຽມ. ​ເຮົາ​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ພຣະອົງ.”6

4. ມີ​ສ່ວນ​ຮ່ວມ​ທາງ​ວິນ​ຍານ ​ໃນ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ (ເບິ່ງ ​ໂມ​ໂຣ​ໄນ 4–5)

​ແທນ​ທີ່​ຈະ​ເມີນ​ເສີຍ​ຈາກ​ຄຳ​ອະທິຖານ​ສຳລັບສິນ​ລະ​ລຶກ, ​ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຫລາຍ, ​ແລະ ຮູ້ສຶກ​ຫລາຍ​ກວ່າ​ເກົ່າ, ​ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ທາງ​ວິນ​ຍານ ​ໂດຍ​ການ​ຄິດ​ກ່ຽວ​ກັບ​ຄຳ​ໝັ້ນສັນຍາ ​ແລະ ພອນ​ທີ່​ກ່ຽວ​ພັນ​ກັບ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກນັ້ນ.

ຮູບ​ພາບ
ການ​ໃຫ້​ພອນ​ເຂົ້າຈີ່

​ເຂົ້າຈີ່ ​ແລະ ນ້ຳ ​ໄດ້​ຖືກ​ໃຫ້​ພອນ ​ແລະ ຖືກ​ເຮັດ​ໃຫ້​ສັກສິດ​ສຳລັບ​ຈິດ​ວິນ​ຍານ​ຂອງ​ເຮົາ. ມັນ​ເຕືອນ​ເຮົາ​ເຖິງ​ການ​ເສຍ​ສະລະ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ວ່າ​ພຣະອົງສາ​ມາດ​ຊ່ວຍ​ເຮົາ​ໃຫ້ກາຍ​ເປັນ​ຜູ້​ສັກສິດ​ໄດ້.

ຄຳ​ອະທິຖານ​ອະທິບາຍ​ວ່າ ​ເຮົາ​ຮັບ​ເອົາ​ເຂົ້າຈີ່ ​ໃນ​ການ​ລະນຶກ​ເຖິງ​ພຣະກາຍ​ຂອງ​ພຣະບຸດ, ຊຶ່ງ​ພຣະອົງ​ໄດ້​ເສຍສະ​ລະ ​ເພື່ອ​ທຸກ​ຄົນ​ຈະ​ສາມາດ​ຟື້ນ​ຄືນ​ຊີວິດ, ​ແລະ ​ເຮົາ​ດື່ມນ້ຳ ​ໃນ​ການ​ລະນຶກ​ເຖິງ​ໂລຫິດ​ຂອງ​ພຣະບຸດ, ຊຶ່ງ​ພຣະອົງ​ໄດ້​ຫລັ່ງ​ດ້ວຍ​ຄວາມ​ສະໝັກ​ໃຈ ​ເພື່ອ​ເຮົາ​ຈະ​ໄດ້​ຮັບການ​​ໄຖ່ ຖ້າ​ເຮົາກັບ​ໃຈ.

ຄຳ​ອະທິຖານ​ໄດ້​​ແນະນຳ​ພັນທະ​ສັນຍາ ດ້ວຍ​ສຳ​ນວນ​ທີ່​ວ່າ “ເພື່ອ​ເຂົາ​ຈະ​ເຕັມ​ໃຈ” (ໂມ​ໂຣ​ໄນ 4:3). ສຳນວນ​ນີ້ ມີ​ພະລັງ​ຫລາຍ​ສຳລັບ​ເຮົາ. ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້ ​ແລະ ມີ​ສ່ວນ​ຮ່ວມ​ແລ້ວ​ບໍ? ​ເຮົາ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ແປງ​ແລ້ວບໍ? ​ເຮົາ​ເຕັມ​ໃຈ​ທີ່​ຈະ​ບອກ​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ແລ້ວ​ບໍ? ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເອື້ອມ​ອອກ​ໄປ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ແລ້ວ​ບໍ? ​ເຮົາ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງ​ພຣະ​ໄທ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ແລ້ວ​ບໍ?

ຂະນະທີ່​ຄຳ​ສັນຍາ​ມີ​ກ່າວໄວ້ ​ແລະ ​ໃນ​ຂະນະ​ທີ່​ເຮົາ​ຮັບ​ສ່ວນ, ​ເຮົາ​ຢືນຢັນຢູ່​ໃນ​ໃຈ​​ວ່າ ​ເຮົາ​ຈະ​ເຕັມ​ໃຈ​ທີ່​ຈະ:

  • ຮັບ​ເອົາ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ.

  • ພະຍາຍາມ​ຮັກສາ​ພຣະບັນຍັດ​ທຸກ​ປະການ​ຂອງ​ພຣະອົງ.

  • ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ.

ຄຳ​ອະທິຖານ​ສິ້ນ​ສຸດ​ລົງ​ດ້ວຍ​ຄຳ​ເຊື້ອ​ເຊີນ ​ແລະ ຄຳ​ສັນຍາ​ທີ່ສູງ​ສົ່ງ ທີ່​ວ່າ: “ເພື່ອ​ເຂົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ” (ໂມ​ໂຣ​ໄນ 4:3).

​ໂປ​ໂລ ​ໄດ້​ຂຽນ​ວ່າ, “ຜົນ​ຂອງ​ພຣະວິນ​ຍານ​ນັ້ນຄື ຄວາມ​ຮັກ, ຄວາມ​ຊື່ນຊົມ​ຍິນ​ດີ, ສັນຕິ​ສຸກ, ຄວາມ​ອົດທົນ​ດົນ​ນານ, ຄວາມ​ເມດ​ຕາປາ​ນີ, ຄວາມ​ດີ, ຄວາມ​ສັດ​ຊື່, ຄວາມ​ສຸພາບ​ອ່ອນ​ຫວານ, [ແລະ] ການ​ຮູ້ຈັກ​ບັງຄັບ​ຕົນ” (ຄາ​ລາ​ເຕຍ 5:22–23). ພອນ​ ​ແລະ ຂອງ​ປະທານທີ່​ສວຍ​ງາມ ມີ​ໄວ້​ໃຫ້​ເຮົາ ​ເມື່ອ​ເຮົາ​ຮັກສາ​ພຣະບັນຍັດ​ຂອງ​ເຮົາ.

5. ​ໄຕ່ຕອງ ​ແລະ ລະນຶກ​ເຖິງ​ພຣະອົງ ​ໃນລະຫວ່າງ​ການຢາຍ​ສິນ​ລະ​ລຶກ

ຊ່ວງ​ໄລຍະ​ທີ່​ມີ​ຄວາມ​ຄາລະວະ ​ໃນ​ຂະນະ​ທີ່​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ຢາຍ​ສິນ​ລະ​ລຶກ ສາມາດ​ກາຍ​ເປັນ​ເວລາ​ທີ່​ສັກສິດ​ຕໍ່​ເຮົາ​ໄດ້.

ຮູບ​ພາບ
ການ​ຢາຍ​ເຂົ້າຈີ່

​ໃນລະຫວ່າງ​ກາຍ​ຢາຍ​ເຂົ້າຈີ່, ​ເຮົາ​ສາມາດ​ຕຶກ​ຕອງ​ວ່າ, ​ໃນ​ການ​ກະທຳ​ດ້ວຍ​ຄວາມ​ຮັກ​ຢ່າງ​ລົ້ນ​ເຫລືອ​ທີ່​ມີ​ຕໍ່​ເຮົາ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້ “ຮັບ​ເອົາ​ຄວາມ​ຕາຍ ​ເພື່ອ​ພຣະອົງ​ຈະ​ໄດ້​ເຮັດ​ໃຫ້​ສາຍຮັດ​ແຫ່ງ​ຄວາມ​ຕາຍ ຊຶ່ງ​ຜູກ​ມັດ​ຜູ້​ຄົນ​ຂອງ​ພຣະອົງ​ຫລຸດ​ອອກ” (ແອວ​ມາ 7:12).

​ເຮົາ​ອາດລະນຶກ​ເຖິງ​ພອນ​ທີ່​ຮຸ່ງ​ເຫລື້ອມ ຂອງ​ການ​ຟື້ນ​ຄືນ​ຊີວິດ ຊຶ່ງ “ຈະ​ເກີດ​ກັບ​ຄົນ​ທັງ​ປວງ, … ທັງ​ຂ້າ​ທາດ ​ແລະ ຜູ້​ເປັນ​ອິດ​ສະລະ, ທັງ​ຊາຍ ​ແລະ ຍິງ, ທັງ​ຄົນ​ຊົ່ວ ​ແລະ ຄົນ​ຊອບ​ທຳ; ​ແລະ ​ເຖິງ​ແມ່ນ​ຜົມ​ໃນ​ຫົວ​ຂອງ​ພວກ​ເຂົາ ​ເສັ້ນໜຶ່ງ​ກໍ​ຈະ​ບໍ່​ເສຍ​ໄປ; ​ແຕ່​ທຸກ​ຢ່າງ​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ສົມບູນ​ຂອງມັນ” (ແອວ​ມາ 11:44).

ຮູບ​ພາບ
ການ​ຢາຍ​ນ້ຳ

​ໃນ​ລະຫວ່າງ​ການ​ຢາຍ​ນ້ຳ, ​ເຮົາ​ສາມາດ​ລະນຶກ​ເຖິງ​ຄຳ​ອ້ອນວອນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້ລອດ ທີ່​ວ່າ:

ພຣະ​ເຈົ້າ​ໄດ້​ທົນ​ທຸກທໍລະມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, ​ເພື່ອ​ວ່າ​​ເຮົາ​ຈະ​ບໍ່​ໄດ້​ທົ​ນທຸກທໍລະມານ​ຖ້າ​ຫາກ​​ເຮົາຈະ​ກັບ​ໃຈ; …

ຊຶ່ງ​ຄວາມທຸກ​ທໍລະມານ​ເຮັດ​ໃຫ້​ພຣະອົງ ​ແມ່ນ​ແຕ່​ພຣະ​ເຈົ້າ ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະຄວາມ​ເຈັບ​ປວດ, ​ແລະ ​ໂລຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ​ແລະ ທົນ​ທຸກທໍລະມານ​ທັງ​ພຣະກາຍ ​ແລະ ພຣະວິນ​ຍານ—ແລະ ປາດ​ຖະໜາ​ທີ່​ພຣະອົງຈະ​ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ ​ແລະ ຢຸດ​ສະຫງັກຢູ່ (ເບິ່ງ D&C 19:16, 18).

​ເຮົາ​ຈື່​ຈຳ​ວ່າ ພຣະອົງ​ໄດ້ “ຮັບ​ເອົາ​ຄວາມ​ບົກພ່ອງ [ຂອງ​ເຮົາ], ​ເພື່ອ​ອຸທອນ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ​ເພື່ອ​ພຣະອົງ​ຈະ​ຮູ້ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະອົງ​ຕາມ​ຄວາມ​ບົກພ່ອງ​ [ຂອງ​ເຮົາ] ​ໄດ້​ແນວ​ໃດ” (ແອວ​ມາ 7:12).

​ເມື່ອ​ເຮົາ​ໄຕ່ຕອງ​ເຖິງ​ປະສົບ​ການ​ຂອງ​ເຮົາ​ໃນ​ລະຫວ່າງ​ພິທີ​ສິນ​ລະ​ລຶກ, ​ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ:

  • ​ເຮົາ​ຈະ​ເຮັດ​ສິ່ງ​ໃດ ​ໃນ​ອາທິດ​ນີ້ ​ເພື່ອ​ຕຽມ​ຕົວ​​ໃຫ້​ດີກ​ວ່າ​ເກົ່າ​ສຳລັບ​ສິນ​ລະ​ລຶກ?

  • ​ເຮົາ​ສາມາດ​ຊ່ວຍ​ໃຫ້​ມີ​ຄວາມ​ຄາລະວະ ​ແລະ ​ໃຫ້​ມີ​ການ​ເປີດ​ເຜີຍ​ຫລາຍ​ຂຶ້ນ​ໄດ້​​ແນວ​ໃດ ອັນ​ທີ່​ສາມາດ​ມາ​ເຖິງ ​​ໃນ​ຕອນ​ຕົ້ນຂອງ​ກອງ​ປະຊຸມ​ສິນ​ລະ​ລຶກ?

  • ​ເຮົາ​ໄດ້​ຮຽນ​ຮູ້ຄຳ​ສອນ​ຢ່າງ​ໃດ​ແດ່ ຈາກ​ເພງ​ສຳລັບ​ສິນ​ລະ​ລຶກ?

  • ​ເຮົາ​ໄດ້​ຍິນ ​ແລະ ຮູ້ສຶກ​ຫຍັງ​ແດ່ ​ເມື່ອ​ເຮົາ​ຟັງ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ?

  • ​ເຮົາ​ຄິດ​ຫຍັງ ​ໃນ​ລະຫວ່າງ​ການ​ຢາຍສິນ​ລະ​ລຶກ?

​ແອວ​ເດີ ​ເດ​ວິດ ເອ ​ແບ໊ດນາ ​ໄດ້​ສອນ​ວ່າ: “ພິທີສິນ​ລະ​ລຶກ ​ເປັນ​ການ​ເຊື້​ອ​ເຊີນ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ສັກສິດ ​ເພື່ອ​ໃຫ້​ກັບ​ໃຈຢ່າງ​ຈິງ​ໃຈ ​ແລະ ຕໍ່ອາຍຸທາງ​ວິນ​ຍານ. ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ​ໃນ​ຕົວ​ມັນ​ເອງ, ບໍ່​ສາມາດ​ປົດ​ບາບ. ​ແຕ່​ເມື່ອ​ເຮົາ​ຕຽມ​ໃຈ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ທີ່​ສັກສິດ​ນີ້ ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ, ​ແລ້ວ​ຄຳ​ສັນຍາ​ບອກ​ໄວ້​ວ່າ ​ເຮົາ​ຈະ​ມີພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ນຳ​ເຮົາ ຕະຫລອດ​ເວລາ. ​ແລະ ​ໂດຍ​ອຳນາດ​ແຫ່ງ​ການ​ຊຳລະ​ໃຫ້​ສະອາດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ທີ່​ໃກ້ຊິດ​ຂອງ​ເຮົາ, ​ເຮົາ​ສາມາດ​​ໄດ້​ຮັບ​ການ​ປົດ​ບາບ​ຄືນ​ໃໝ່​ໄດ້ ຕະຫລອດ​ເວລາ.”7

ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພອນ​ຢ່າງ​ຫລວງຫລາຍ ທີ່​ມີ​​ໄວ້ໃຫ້​ເຮົາ ​ເມື່ອ​ເຮົາ​ເພີ່ມ​ການ​ຕຽມ ​ແລະ ການ​ມີ​ສ່ວນ​ຮ່ວມ​ທາງ​ວິນ​ຍານ​ໃຫ້​ຫລາຍ​ຂຶ້ນ ​ໃນ​ພິທີ​ສິນ​ລະ​ລຶກ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານຕື່ມ​ອີກ​ວ່າ ພອນ​ເຫລົ່າ​ນີ້​ມີ​ໄວ້​ໃຫ້​ເຮົາ ​ເພາະ​ຄວາມ​ຮັກ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ແລະ ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ, ​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. Boyd K. Packer, “Personal Revelation: The Gift, the Test, and the Promise,” Ensign, Nov. 1994, 61.

  2. Russell M. Nelson, “Worshiping at Sacrament Meeting,” Liahona, Aug. 2004, 13.

  3. “Jesus of Nazareth, Savior and King,” Hymns, no. 181.

  4. “While of These Emblems We Partake,” Hymns, no. 173.

  5. “How Great the Wisdom and the Love,” Hymns, no. 195.

  6. “As Now We Take the Sacrament,” Hymns, no. 169.

  7. David A. Bednar, “Always Retain a Remission of Your Sins,” Liahona, May 2016, 61–62.