​2010–2019
ຄວາມ​ປາດ​ຖະ​ໜາ​ອັນ​ແທ້​ຈິງ​ຂອງ​ຈິດ​ວິນ​ຍານ
​ເດືອນ​ຕຸລາ 2016


ຄວາມ​ປາດ​ຖະ​ໜາ​ອັນ​ແທ້​ຈິງ​ຂອງ​ຈິດ​ວິນ​ຍານ

ທຸກໆ​ເວ​ລາ​ຂອງ​ການ​ອະ​ທິ​ຖານ​ທີ່​ລ້ຳ​ຄ່າ ສາ​ມາດ​ເປັນ​ເວ​ລາ​ທີ່​ສັກ​ສິດ ທີ່​ຈະ​ໄດ້​ຢູ່​ນຳ​ພຣະ​ບິ​ດາ​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງພຣະບຸດ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃນ​ລະ​ຫວ່າງ​ການ​ດີ້ນ​ລົນ​ຂອງ​ຊີ​ວິດ​ມະ​ຕະ, ເຮົາ​ບໍ່​ໄດ້​ຖືກ​ປະ​ຖິ້ມ​ໃຫ້​ຢູ່​ຕາມ​ລຳ​ພັງ ເພື່ອ​ຈະ​ສຳ​ເລັດ​ວຽກ​ງານ​ຂອງ​ເຮົາ, ທີ່​ຈະ​ຕໍ່​ສູ້​ຄົນ​ດຽວ​ໃນ​ການ​ສູ້​ຮົບ​ຂອງ​ເຮົາ, ທີ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ ຫລື ຊອກ​ຫາ​ຄຳ​ຕອບ​ຢູ່​ຄົນ​ດຽວ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ດ້ວຍ​ຄຳ​ອຸ​ປະ​ມາ​ວ່າ “ຕ້ອງ​ໝັ່ນ​ອະ​ທິ​ຖານ​ຢູ່​ສະ​ເໝີ, ແລະ ບໍ່​ໃຫ້​ທໍ້​ຖອຍ​ໃຈ.”  ພຣະ​ອົງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ຕຸລາການ​ຄົນ​ໜຶ່ງ ຜູ້​ທີ່​ບໍ່​ໄດ້​ໃຫ້​ກຽດ​ພຣະ​ເຈົ້າ ແລະ ບໍ່​ມີ​ຄວາມ​ຫ່ວງ​ໃຍ​ຫຍັງ​ສຳ​ລັບ​ຄົນ​ອື່ນ. ແມ່​ໝ້າຍ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ເພິ່ນ​ເລື້ອຍໆ, ທູນ​ຂໍ​ຄວາມ​ຍຸດ​ຕິ​ທຳ​ຕໍ່​ຕ້ານ​ຜູ້​ປໍ​ລະ​ປັກ. ເປັນ​ເວ​ລາ​ດົນ​ນານ​ຕຸລາການ​ບໍ່​ໄດ້​ໃຫ້​ຄວາມ​ບັນ​ເທົາ​ແນວ​ໃດ​ເລີຍ. ແຕ່ ເປັນ​ເພາະ​ຜົນ​ທີ່​ຕາມ​ມາ​ຂອງ​ການ​ທູນ​ຂໍ​ຢ່າງ​ມີ​ສັດ​ທາ ແລະ ຢ່າງ​ສະ​ໝ່ຳ​ສະ​ເໝີ, ທີ່​ໃນ​ທີ່​ສຸດ ຕຸລາ​ການກໍ​ໄດ້​ຄິດ​ວ່າ, “ເພາະ​ແມ່​ໝ້າຍ​ຜູ້​ນີ້​ກວນ​ໃຈ​ເຮົາ​ຕະ​ຫລອດ​ມາ, ເຮົາ​ຈະ​ໃຫ້​ຄວາມ​ຍຸດ​ຕິ​ທຳ​ແກ່​ນາງ, ຖ້າ​ບໍ່​ດັ່ງ​ນັ້ນ ນາງ​ກໍ​ຈະ​ໝັ່ນ​ມາ​ຫາ​ເລື້ອຍໆ.”

ແລ້ວ​ພຣະ​ເຢຊູ​ໄດ້​ອະ​ທິ​ບາຍ​ວ່າ:

“… ພຣະ​ເຈົ້າ​ຈະ​ບໍ່​ໂຜດ​ຄວາມ​ຍຸດ​ຕິ​ທຳ​ແກ່​ຜູ້​ທີ່​ໄດ້​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ​ບໍ, ຊຶ່ງ​ຮ້ອງ​ຫາ​ພຣະ​ອົງ​ທັງ​ກາງ​ເວັນ ແລະ ກາງ​ຄືນ​ນັ້ນ … ?

“ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ ພຣະ​ອົງ​ຈະ​ໂຜດ​ຄວາມ​ຍຸດ​ຕິ​ທຳ​ໃຫ້​ແກ່​ພວກ​ເຂົາ​ໂດຍ​ໄວ.”

ແລະ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຖາມ​ຄຳ​ຖາມ​ນີ້​ວ່າ: “ແຕ່​ເຖິງ​ປານ​ນັ້ນ ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ ພຣະ​ອົງ​ຈະ​ພົບ​ຄົນ​ທີ່​ມີ​ສັດ​ທາ​ຢ່າງ​ນີ້​ຢູ່​ໃນ​ໂລກ​ຢູ່​ບໍ?”1

ການ​ອະ​ທິ​ຖານ​ແມ່ນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ສັດ​ທາ. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ອີກ, ພຣະ​ອົງ​ຈະ​ພົບ​ເຫັນ​ຜູ້​ຄົນ ທີ່​ຮູ້​ວິທີ​ອະ​ທິ​ຖານ​ດ້ວຍ​ສັດ​ທາ ແລະ ຜູ້​ທີ່​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ​ບໍ? “ເພາະ​ວ່າ​ທຸກ​ຄົນ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໄດ້​ລອດ.”2 ພວກ​ເຮົາ​ເປັນ​ລູກໆ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແລະ ເຮົາ​ອາດ​ຊື່ນ​ຊົມ​ກັບ​ການ​ຕິດ​ຕໍ່​ສ່ວນ​ຕົວ​ກັບ​ພຣະ​ອົງ​ເມື່ອ​ເຮົາ​ອະ​ທິ​ຖານ “ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ”3 ແລະ ແລ້ວ​ລົງ​ມື​ປະ​ຕິ​ບັດ ໃຫ້​ສອດ​ຄ່ອງ​ກັບ​ຄຳ​ຕອບ​ທີ່​ເຮົາ​ໄດ້​ຮັບ​ໂດຍ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ດ້ວຍ​ສັດ​ທາ ເຮົາ​ອະ​ທິ​ຖານ, ເຮົາ​ຮັບ​ຟັງ, ແລະ ເຮົາ​ເຊື່ອ​ຟັງ ເພື່ອ​ວ່າ​ເຮົາ​ອາດ​ຈະ​ໄດ້​ຮຽນ​ຮູ້ ທີ່​ຈະ​ກາຍ​ເປັນ​​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ.4

ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ທີ່​ຈະ​ໄດ້​ຮັບ​ພອນ​ອັນ​ຮຸ່ງ​ເຫລື້ອມ ທີ່​ຖືກ​ສົ່ງ​ມາ​ຈາກ​ສະ​ຫວັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ:

“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ:

“ດ້ວຍ​ວ່າ ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກ​ຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ, ແລະ ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້.”5

​ຖ້າ​ຫາກ​ເຮົາ​ຫວັງ​ທີ່​ຈະ​ໄດ້​ຮັບ, ​ເຮົາ​ຕ້ອງ​ໝັ່ນ​ຂໍ, ​ແລະ ໝັ່ນ​ເຄາະ.ໃນ​ການ​ຄົ້ນ​ຫາ​ຄວາມ​ຈິງ ໂຈ​ເຊັບ ສະ​ມິດ ​ໄດ້​ອ່ານ​ຈາກ​ພຣະຄຳ​ພີວ່າ, “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ຜູ້​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ລຸ​ນາ ແລະ ບໍ່​ກ່າວ​ຕິ.”6 ໃນ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ຂອງ​ເພິ່ນ, ທ້ອງ​ຟ້າ​ໄດ້​ເປີດ​ອອກ. ພຣະ​ບິ​ດາ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສະ​ເດັດ​ລົງ​ມາ​ໃນ​ລັດ​ສະ​ໝີ​ພາບ ແລະ ໄດ້​ກ່າວ​ຕໍ່ ໂຈ​ເຊັບ ສະ​ມິດ, ໄດ້​ເລີ່ມ​ຕົ້ນ​ຂອງ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ. ສຳລັບ​ເຮົາ, ການ​ປິ່ນ​ປົວ​ທີ່​ມະຫັດສະຈັນ, ການ​ປົກ​ປັກ​ຮັກ​ສາ​ທີ່​ມີ​ພະ​ລັງ, ຄວາມ​ຮູ້​ແຫ່ງ​ສະ​ຫວັນ, ການ​ໃຫ້​ອະ​ໄພ​ທີ່​ປົດ​ປ່ອຍ, ແລະ ຄວາມ​ສະ​ຫງົບ​ທີ່​ລ້ຳ​ຄ່າ​ຄື​ບັນ​ດາ​ຄຳ​ຕອບ​ທີ່​ມີ​ມາ ເມື່ອ​ເຮົາ​ສະ​ແດງ​ “ຄວາມ​ປາດ​ຖະ​ໜາ​ອັນ​ແທ້​ຈິງ​ຂອງ​ຈິດ​ວິນ​ຍານ​”7 ດ້ວຍ​ສັດ​ທາ.

ເຮົາ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສະ​ນັ້ນ​ຈຶ່ງ​ຮຽກ​ຮ້ອງ​ເຖິງ​ສະ​ມາ​ຊິກ​ທັງ​ສາມ​ອົງຂອງ​ຝ່າຍ​ພຣະ​ເຈົ້າ ໃນ​ການ​ອະ​ທິ​ຖານ​ຂອງ​ເຮົາ.

ເຮົາ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຫາ​ພຣະ​ອົງ​ພຽງ​ອົງ​ດຽວ ເພາະ​ວ່າ​ພຣະ​ອົງ​ຄື ພຣະ​ເຈົ້າ​ໃນ​ສະ​ຫວັນ, ຜູ້​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ, ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ … , ຜູ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລ​ກ​ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ. ໃນ​ຖາ​ນະ​ພຣະ​ຜູ້​ສ້າງ​ຂອງ​ເຮົາ, ພຣະ​ອົງ​​ໄດ້​ປະ​ທານ​ພຣະ​ບັນ​ຍັດ ວ່າ​ເຮົາຄວນ​ຈະ​ຮັກ ແລະ ຮັບ​ໃຊ້​ພຣະ​ອົງ, ພຣະ​ເຈົ້າ​ທີ່​ຊົງ​ພຣະຊົງ​ຢູ່ ແລະ ຈິງ​ແທ້​ແຕ່​ອົງ​ດຽວ, ແລະ ວ່າ​ເຮົາ​ຄວນ​ນະ​ມັດ​ສະ​ການ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ.8

ເມື່ອ​ທ່ານ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ດ້ວຍ​ສັດ​ທາ, “ພຣະ​ອົງ​ຈະ​ປອບ​ໂຍນ​ທ່ານ​ໃນ​ຄວາມ​ທຸກ​ຂອງ​​ທ່ານ, … [ແລະ ​ທ່ານ​ຈະ] ຊື່ນ​ຊົມ​ຢູ່​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ.”9 ປະ​ທານເຮັນ​ຣີ ບີ ໄອ​ຣິງ ໄດ້​ແບ່ງ​ປັນ​ວ່າ ຄຳ​ອະ​ທິ​ຖານ​ຂອງ​ພໍ່ຂອງ​ເພິ່ນ ຕອນ​ຕໍ່​ສູ້​ຢ່າງ​ທໍ້​ຖອຍ ກັບ​ໂຣກ​ມະ​ເລັງ ໄດ້​ສອນ​ເພິ່ນ​ເຖິງ​ຄວາມ​ສຳ​ພັນ​ສ່ວນ​ຕົວ​ທີ່​ເລິກ​ຊຶ້ງ ລະ​ຫວ່າງ​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ​ວ່າ:

“ເມື່ອ​ຄວາມ​ເຈັບ​ປວດ​ຮຸນ​ແຮງ​ຂຶ້ນ​ຫລາຍ, ໃນ​ຕອນ​ເຊົ້າ ພວກ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ເພິ່ນ​ຄຸ​ເຂົ່າ​ຢູ່​ຂ້າງ​ຕຽງ. ເພິ່ນ​ອ່ອນ​​ເພຍຫລາຍ ​ເກີນ​ທີ່​ຈະ​ຂຶ້ນ​ເທິງ​ຕຽງ​ຄືນ. ເພິ່ນ​ໄດ້​ບອກ​ພວກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ໄດ້​ອະ​ທິ​ຖານ ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເພິ່ນ​ວ່າ ເປັນ​ຫຍັງ​ເພິ່ນ​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ​ຫລາຍ​ແທ້ ເມື່ອ​ເພິ່ນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຄົນ​ດີ. ເພິ່ນ​ໄດ້​ບອກ​ວ່າ​ຄຳ​ຕອບ​ທີ່​ມີ​ເມດ​ຕາ​ໄດ້​ມີ​ມາ​ວ່າ: ‘ພຣະ​ເຈົ້າ​ຕ້ອງ​ການ​ບຸດ​ທັງ​ຫລາຍ​ທີ່​ກ້າ​ຫານ.’

“ແລະ ສະ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ຮັກ​ເພິ່ນ, ໄດ້​ຮັບ​ຟັງ​ເພິ່ນ, ແລະ ຈະ​ຄ້ຳ​ຊູ​ເພິ່ນ. ເພິ່ນ​ໄດ້​ຮັບ​ພອນ​ທີ່​ໄດ້​ຮູ້​ຕັ້ງ​ແຕ່​ຕົ້ນ ແລະ ບໍ່​ເຄີຍ​ລືມ​ເລີຍ​ວ່າ ພຣະ​ເຈົ້າ​ທີ່​ຊົງ​ຮັກ​ ຄົງ​ສະ​ຖິດ​ຢູ່​ໃກ້ໆ​ດັ່ງ​ການ​ອະ​ທິ​ຖານ.”10

ເຮົາ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອ​ງ​ພ​ຣະ​ເຢ​ຊູ​ຄຣິດ ເພາະ​ຄວາມ​ລອດ​ຂອງ​ເຮົາ​ຢູ່​ໃນ​ພຣະ​ຄຣິດ, ແລະ “ໃນ​ຜູ້​ອື່ນ​ຄວາມ​ລອດ​ບໍ່​ມີ ດ້ວຍ​ວ່າ, ບໍ່​ມີ​ນາມ​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຖືກ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍ​ໄດ້​ຮັບ​ຄວາມ​ລອດ.”11 ເຮົາ​ມາ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ12 ເພາະ​ວ່າ ພຣະ​ອົງ​ເປັນ​ຜູ້​ວິງ​ວອນ​ແທນ​ເຮົາ​ນຳ​ພຣະ​ບິ​ດາ, ແລະ ພຣະ​ອົງ​ເປັນ​ຜູ້​ອ້ອນ​ວອນ​ແກ້​ຕາງ​ເຮົາ.13 ພຣະ​ອົງ​ໄດ້​ທົນ​ທຸກ, ຫລັ່ງ​ໂລ​ຫິດ, ແລະ ໄດ້​ສິ້ນ​ພຣະ​ຊົນ ເພື່ອ​ຈະ​ໃຫ້​ລັດ​ສະ​ໝີ​ພາບ​ແດ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ແລະ ການ​ອ້ອນ​ວອນ​ທີ່​ມີ​ເມດ​ຕາ​ຂອງ​ພຣະ​ອົງ ແທນ​ເຮົາ ເປີດ​ທາງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ຄວາມ​ສະ​ຫງົບ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ທີ່​ເປັນ​ນິດ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ພຣະ​ອົງ​ບໍ່​ຢາກ​ໃຫ້​ເຮົາ​ທົນ​ທຸກ​ທໍ​ລະ​ມານ​ດົນ​ໄປ​ກວ່າ ຫລື ອົດ​ທົນ​ກັບ​ບັນ​ຫາ​ຕ່າງໆ​ນາໆ ທີ່​ເກີນ​ຄວາມ​ຈຳ​ເປັນ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ຫັນ​ໄປ​ຫາ​ພຣະ​ອົງ ແລະ ປ່ອຍ​ໃຫ້​ພຣະ​ອົງ​ຊ່ວຍ​ເຮັດ​ໃຫ້​ພາ​ລະ​ໜັກ​ຂອງ​ເຮົາ​ເບົາ​ລົງ, ເພື່ອ​ປິ່ນ​ປົວ​ຈິດ​ໃຈ​ຂອງ​ເຮົາ, ແລະ ຊຳ​ລະ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ສະ​ອາດ ຜ່ານ​ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ໃຫ້​ສະ​ອາດ. ເຮົາ​ບໍ່​ຕ້ອງ​ນຳ​ໃຊ້​ພຣະ​ນາມ​ຂອງ​ພຣະ​ອົງ​ແບບ​ທ່ອງ​ຈຳ ແລະ ໃຊ້​ຊ້ຳ​ຢ່າງ​ຫຍາບ​ຄາຍ. ການ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ທີ່​ໄດ້​ກ່າວ​ອອກ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ທີ່​ອຸ​ທິດ​ຕົນ, ຄວາມ​ກະ​ຕັນ​ຍູ​ນິ​ລັນ​ດອນ, ແລະ ຄວາມ​ປາດ​ຖະ​ໜາ​ທີ່​ໝັ້ນ​ຄົງ​ຂອງ​ເຮົາ ທີ່​ຈະ​ອະ​ທິ​ຖານ​ໃນ​ທຳ​ນອງ​ດຽວ​ກັນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ອະ​ທິ​ຖານ, ທີ່​ຈະ​ເຮັດ​ເໝື່ອນ​ດັ່ງ​ພຣະ​ອົງ​ໄດ້​ເຮັດ, ແລະ ກາຍ​ເປັນ​ຄົນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ເປັນ​ຢູ່.

ເຮົາ​ອະ​ທິ​ຖານ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພາະ​ວ່າ​ພຣະ​ອົງ​ໄດ້ ທູນ​ຂໍ​ໂດຍ​ພຣະ​ວິນ​ຍານ​ ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.14 ເມື່ອ​ເຮົາ​ອະ​ທິ​ຖານ​ດ້ວຍ​ສັດ​ທາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ ສາ​ມາດ​ຊີ້​ນຳ​ຄວາມ​ນຶກ​ຄິດ​ຂອງ​ເຮົາ ເພື່ອ​ວ່າ​ຄຳ​ວາ​ຈາ​ຂອງ​ເຮົາ​ຈະ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. “ຢ່າ​ໄດ້​ຂໍ​ເພື່ອ​ທ່ານ​ຈະ​ໄດ້​ໃຊ້​ຈ່າຍ​ເພື່ອ​ຄວາມ​ໄຄ່​ຂອງ​ທ່ານ, ແຕ່​ໃຫ້​ຂໍ​ດ້ວຍ​ຄວາມ​ໝັ້ນ​ຄົງ​ອັນ​ບໍ່​ຫວັ່ນ​ໄຫວ, ເພື່ອ​ທ່ານ​ຈະ​ບໍ່​ໄດ້​ຍອມ​ຕໍ່​ການ​ລໍ້​ລວງ, ແຕ່​ວ່າ​ເພື່ອ​ທ່ານ​ຈະ​ໄດ້​ຮັບ​ໃຊ້​ພຣະ​ເຈົ້າ​ອົງ​ທີ່​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.”15

“ມັນ​ບໍ່​ພຽງ​ແຕ່​ສຳ​ຄັນ ທີ່​ເຮົາ​ມາ​ຮູ້​ວິ​ທີທີ່ຈະ​ອະ​ທິ​ຖານ, ແຕ່ ມັນ​ຍັງ​ສຳ​ຄັນ​ເທົ່າ​ກັນ ວ່າ​ເຮົາ​ຈະ​ຮູ້​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຮົາ, ທີ່ຈະ​ຫລິງ​ເຫັນ, ທີ່​ຈະ​ຮູ້​ສຶກ​ຕົວ, ທີ່​ຈະ​ໄດ້​ເຫັນ​ດ້ວຍ​ສາຍ​ຕາ​ທີ່​ແຈ່ມ​ແຈ້ງ ແລະ ເຂົ້າ​ໃຈ​ດ້ວຍ​ເຈດ​ຕະ​ນາ​ທີ່​ແຈ້ງ​ຊັດ ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ຈຸດ​ປະ​ສົງ​ທີ່​ກ່ຽວ​ກັບ​​ເຮົາ.”16

ປະ​ທານໄອ​ຣິງ ໄດ້​ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄຳ​ອະ​ທິ​ຖານ​ຖືກ​ຕອບ. ຄຳ​ຕອບ​ແມ່ນ​ແຈ່ມ​ແຈ້ງ​ດີ ເມື່ອ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ໄດ້​ກໍ​ຖືກ​ລະ​ເລີຍ ໂດຍ​ຄວາມ​ຕ້ອງ​ການ​ທີ່​ມີ​ພະ​ລັງ ເພື່ອ​ຈະ​ຮູ້​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ. ແລ້ວ ຄຳ​ຕອບ​ທີ່​ມາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ຈະ​ສາ​ມາດ​ຖືກ​ກ່າວ​ອອກ​ໄປ​ສູ່​ຈິດ​ໃຈ ໂດຍ​ສຽງ​ເບົາໆ ແລະ ສາ​ມາດ​ຖືກ​ບັນ​ທຶກ​ໄວ້​ໃນ​ໃຈ.”17

ຮູບ​ພາບ
ພຣະຄຣິດກັບ​ອັກຄະ​ສາ​ວົກ
ຮູບ​ພາບ
ພຣະຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຂົ້າ​ໄປ​ໃນ​ສວນ​ເຄັດ​ເຊ​ມາ​ເນ, ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ໄດ້​ໂສກ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ, ແມ່ນ​ແຕ່​ຈົນ​ເຖິງ​ຄວາມ​ຕາຍ. ໃນ​ຄວາມ​ທໍ​ລະ​ມານຂອງ​ພຣະອົງ, ພຣະ​ອົງ​ດຽວ​ທີ່​ພຣະ​ອົງ​ສາ​ມາດ​ເພິ່ງ​ໄດ້​ແມ່ນ ພຣະ​ບິ​ດາ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. ພຣະ​ອົງ​ໄດ້​ອ້ອນ​ວອນ​ວ່າ, “ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ.” ແຕ່​ພຣະ​ອົງ​ໄດ້​ກ່າວ​ເພີ່ມ​ອີກ​ວ່າ, “ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະ​ໜາ​ຂອງ​ ລູກ, ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ.”18 ເຖິງ​ແມ່ນ​ວ່າ​ບໍ່​ມີ​ບາບ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ເອີ້ນ​ໃຫ້ “ຮັບ​ຄວາມ​ເຈັບ​ປວດ ​ແລະ ທຸກ​ທໍ​ລະ​ມານ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮັບ​ເອົາ​ບາບ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ລຶບ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ ຕາມ​ອຳ​ນາດ​ແຫ່ງ​ການ​ປົດ​ປ່ອຍ.”19 ພຣະ​ອົງ​ໄດ້​ອະ​ທິ​ຖານ​ສາມ​ເທື່ອ, “ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ເປັນ​​ໄປຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ.”20 ຈອກ​ນັ້ນ​ບໍ່​ໄດ້​ຖືກ​​ເລື່ອນ​ພົ້ນ​ໄປ. ໃນ​ການ​ອະ​ທິ​ຖານ​ທີ່​ຖ່ອມ​ຕົວ ແລະ ຊື່​ສັດ, ພຣະ​ອົງ​ໄດ້​ຮັບ​ກຳ​ລັງ​ໃຫ້​ກ້າວ​ໄປ​ໜ້າ ແລະ ສຳ​ເລັດ​ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ ທີ່​ຈະ​ຕຽມ​ພ້ອມ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ, ວ່າ​ເຮົາ​ອາດ​ກັບ​ໃຈ, ເຊື່ອ, ເຊື່ອ​ຟັງ, ແລະ ໄດ້​ຮັບ​ພອນ​ແຫ່ງ​ນິ​ລັນ​ດອນ.

ຮູບ​ພາບ
ພຣະຄຣິດອະທິຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

ຄຳ​ຕອບ​ທີ່​ເຮົາ​ໄດ້​ຮັບ​ໃນ​ການ​ອະ​ທິ​ຖານ​ ອາດ​ບໍ່​ເປັນ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ໃຫ້​ມັນ​ເປັນ. ແຕ່​ໃນ​ຊ່ວງ​​ເວລາ​ທີ່​ມີ​ບັນ​ຫາ, ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຈະ​ກາຍ​ເປັນ​ຄວາມ​ຊ່ວຍ​ເຫລືອ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ. ໃນ​​ການ​ອ້ອນ​ວອນຂອງ​ເຮົາ, ເຮົາ​ອາດ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​​ເພື່ອກ້າວ​ໄປ​ໜ້າ ແລະ ບັນ​ລຸ​ທຸກ​ສິ່ງ​ທີ່​ເຮົາ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຮັດ. ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ ທີ່​ດຳ​ລົງ​ຊີ​ວິດ​ໃນ​ວັນ​ເວ​ລາ​ທີ່​ອັນ​ຕະ​ລາຍ, ພຣະ​ຜູ້​ເປັນ​ເຈົ້າບອກ​ໃຫ້​ເຮົາ​ສະ​ບາຍ​ໃຈ … ; ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ; ໃຫ້​ເຮົາ​ສະ​ຫງົບ ແລະ ຮູ້​ວ່າ​ພຣະ​ອົງ​ຄື​ພຣະ​ເຈົ້າ.”21

ບໍ່​ວ່າ​ເຮົາ​ຈະ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ, ກັບ​ຄອບ​ຄົວ​ຂອງ​ເຮົາ, ຢູ່​ທີ່​ໂບດ, ໃນ​ພຣະ​ວິ​ຫານ, ຫລື ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ; ບໍ່​ວ່າ​ເຮົາ​ຈະ​ອະ​ທິ​ຖານ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ, ສະ​ຕິ​ປັນ​ຍາ​ເທິງ​ສະ​ຫວັນ ຫລື ແມ່ນ​ແຕ່​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ຕໍ່, ເຮົາ​ອະ​ທິ​ຖານ​ດ້ວຍ​ຫົວ​ໃຈ​ທີ່​ເຕັມ​ປ່ຽມ ສະ​ເໝີ, ອອກ​ມາ​ເປັນ​ການ​ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ສະ​ເໝີ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ພວກ​ທ່ານ, ແລະ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ທ່ານ​ນຳ​ອີກ. ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ທີ່​ໄດ້​ມອບ​ໃຫ້​ໃນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ກະ​ຕັນ​ຍູ ສຳ​ລັບ​ພອນ​ທີ່​ໄດ້​ຮັບ​ຢ່າງ​ລົ້ນ​ເຫລືອ ແລະ ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ບົດ​ຮຽນ​ຂອງ​ຊີ​ວິດ ທີ່​ໄດ້​ປູກ​ຝັງ​ສັດ​ທາ​​ທີ່​ໝັ້ນ​ຄົງ​ໃນ​ພຣະຄຣິດ ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຮົາ, “ຄວາມ​ສະ​ຫວ່າງ​ຂອງ​ຄວາມ​ຫວັງ,” “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ.”22

ການ​ອະ​ທິ​ຖານ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ເຮົາ​ບໍ່​ຕ້ອງ​ຮູ້​ສຶກ​ວ່າ​ຫລົງ​ທາງ ຫລື ໂດດ​ດ່ຽວ​ດຽວ​ດາຍ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ທຸກໆ​ເວ​ລາ​ຂອງ​ການ​ອະ​ທິ​ຖານ​ທີ່​ລ້ຳ​ຄ່າ ສາ​ມາດ​ເປັນ​ເວ​ລາ​ທີ່​ສັກ​ສິດ ທີ່​ຈະ​ໄດ້​ຢູ່​ນຳ​ພຣະ​ບິ​ດາ​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງພຣະບຸດ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃນ​ພຣະ​ນາມ​ອັນ​ສັກສິດຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.