​2010–2019
​​​ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຂອງ​ສາດສະໜາ​ຈັກ
​ເດືອນ​ຕຸລາ 2016


​ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຂອງ​ສາດສະໜາ​ຈັກ

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ປະທານ​ມອນ​ສັນ​ ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ ສະ​ເໜີ​ເຈົ້າໜ້າ​ທີ່​ສາມັນ, ສາວົກ​ເຈັດ​ສິບ​ປະຈຳ​ເຂດຂອງ​ສາດສະໜາ​ຈັກ ​ເພື່ອ​ການ​ສະໜັບສະໜູນ.

ຂໍ​ສະ​ເໜີ​ໃຫ້​ສະໜັບ​ສະ​ໜູນ ທອມ​ມັສ ສະ​ເປັນ​ເຊີ ​ມອນ​ສັນ​ ​ເປັນ​ປະທານ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ​ເຮັນຣີ ​ເບັນ​ນຽນ ​ໄອຣິງ ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ດີ​ເດີ ​ຟະຣີດະ​ຣິກ ​ອຸກ​ດອບ ​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ ຣະ​ໂຊ ​​ແມຣິອອນ ​ແນວ​ສັນ ​ເປັນ​ປະທານ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ແລະ ຕໍ່​ໄປ​ນີ້​ຄື ກຸ່ມ​ອັກຄະ​ສາວົກ​ສິບ​ສອງ: ຣະ​ໂຊ ເອັມ ​ແນວສັນ, ດາ​ລິນ ​ເອັຈ ​ໂອກສ໌, ​ເອັມ ຣະ​ໂຊ ບາດ​ເລີດ, ຣໍ​ເບີດ ດີ ​ແຮວສ໌, ​ແຈັບ​ຟະຣີ ອາ ຮໍ​ແລນ, ​ເດ​ວິດ ​ເອ ​ແບ໊ດນາ, ຄວິນ​ຕິນ ​ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ​ແອວ ​ແອນ​ເດີ​​ເຊັນ, ຣອນ​ໂນ ​ເອ ​ແຣັສ໌​ແບນ, ​ແກຣີ ອີ ສະຕີບ​ເວັນ​ສັນ, ​ແລະ ​ແດ​ວ ຈີ ​ເຣັນລັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ທີ່​ປຶກສາ​ໃນ​ຝ່າຍປະທານ​ສູງ​ສຸດ ​ແລະ ​ກຸ່ມອັກຄະ​ສາວົກ​ສິບ​ສອງ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ປົດ​ ດ້ວຍ​ຄວາມ​ຮູ້​ບຸນຄຸນສຳລັບ​ການ​ຮັບ​ໃຊ້ທີ່​ດີ​ເດັ່ນ​ຂອງບັນດາ​ອ້າຍ​ນ້ອງ​ດັ່ງ​ຕໍ່​ໄປ​ນີ້: ​ແດນ​ໂຍ ​ແອວ ຈອນ​ສັນ, ຈາ​ຍ​ໂຣ ມາ​ຊາ​ກາ​ດີ, ​ເຄັນ ​ແອັຟ ຣິ​ເຈີດ​ສ໌, ​ແລະ ​ແຟຣນຊິດ​ສະ​ໂກ ​ເຈ ວີ​ຍາ​ສ໌ ຈາກ​ຕຳ​ແໜ່​ງ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ສາວົກ​ເຈັບ​ສິບ ​ແລະ ​​​ແຕ່ງຕັ້ງພວກ​ເພິ່ນ​ເປັນອະດີດ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່. ພວກ​ເຮົາ​ຂໍ​ຮັບ​ຮູ້​ການ​ຮັບ​ໃຊ້​ຂອງ​ແອວ​ເດີ ​ເພີ ຈີ ມອມ, ຜູ້​ໄດ້​ເສຍ​ຊີວິດ​ໄປ ​ໃນ​ວັນ​ທີ 26 ​ເດືອນ​ກໍ​ລະ​ກົດ, 2016. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮັກຕໍ່ ​ແລະ ຂໍ​ສະ​ແດງ​ຄວາມ​ເສຍ​ໃຈນຳຊິດ​ສະ​ເຕີ ມອມ ​ແລະ ລູກ​ຫລານ​ຂອງ​ເພິ່ນ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຮ່ວມ​ກັບພວກ​ເຮົາ ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ພວກ​ອ້າຍ​ນ້ອງ​ເຫລົ່າ​ນີ້, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ປົດ ອາລັນ ອາ ວອກ​ເກີ ຈາກ​ຕຳ​ແໜ່ງ ສາວົກ​ເຈັດ​ສິບ​ປະຈຳ​ເຂດ. ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ບຣາ​ເດີ ວອກ​ເກີ ສຳລັບ​ການ​ຮັບ​ໃຊ້​ຂອງ​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

​ຂໍສະ​ເໜີ​ໃຫ້​ສະໜັບສະໜູນ​ ​ສາວົກ​ເຈັດ​ສິບປະຈຳ​ເຂດ ດັ່ງ​ຕໍ່​ໄປ​ນີ້​: ບາ​ນູ ​ເຄ ຮີຣານານ​ດາ​ນີ ​ແລະ ຊານ​ດີ​ໂນ ​ໂຣມັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ອື່ນໆ, ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ​ແລະ ຝ່າຍ​ປະທານ​ອົງການຊ່ວຍ​ເຫລືອ​ສາມັນ​ຕ່າງໆ ຊຶ່ງ​ຖືກ​ແຕ່ງຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ປະທານມອນ​ສັນ, ການອອກສຽງ​ໄດ້ຖືກ​ບັນທຶກ​ໄວ້​ແລ້ວ. ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ຜູ້​ທີ່​ຂັດ​ຄ້ານ ​ໃຫ້​ຕິດ​ຕໍ່​ຫາ​ປະທານ​ສະ​ເຕກຂອງ​ຕົນ.

ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ຂອບ​ໃຈ​ຫລາຍໆ​ສຳລັບ​ສັດທາ ​ແລະ ຄຳ​ອະທິຖານ​ຂອງ​ທ່ານ ​ເພື່ອ​ຜູ້ນຳ​ຂອງ​ສາດສະໜາ​ຈັກຕະຫລອດ​ມາ.