​2010–2019
ມີ​ພະລັງ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ
​ເດືອນ​ຕຸລາ 2016


ມີ​ພະລັງ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ

ພະລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະຄຳ​ພີ​ມໍ​ມອນ ​ແມ່ນ​ຜົນ​ກະທົບ​ຂອງ​ມັນ ​ໃນ​ການ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃກ້​ພຣະ​ເຢຊູ​ຄຣິດຫລາຍ​ຂຶ້ນ.

​ໃນ​ວັນ​ທີ 14 ​ເດືອນ​ມິຖຸນາ, ປີ 1989, ອີງ​ຕາມຂ່າວ​ທີ່​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ສາດສະໜາ​ຈັກ, ລັດຖະບານ​ຂອງ​ປະ​ເທດກາ​ນາ ຈຶ່ງ​ໄດ້​ສັ່ງ​ຫ້າມ​ກິດຈະກຳ​ທັງ​ໝົດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ພາຍ​ໃນ​​ເຂດອາ​ຟຣິການັ້ນ. ລັດຖະບານ​ໄດ້​ຍຶດ​ເອົາຊັບ​ສິນ​ທັງ​ໝົດ​ຂອງ​ສາດສະໜາ​ຈັກ, ​ແລະ ກໍ​ໄດ້​ຢຸດການ​ສອນ​ສາດສະໜາ​. ສະມາຊິກ​ຂອງ​ສາດສະໜາ​ຈັກ, ຜູ້​ອ້າງ​ເຖິງ​ໄລຍະ​ນັ້ນວ່າ​ເປັນ “ຊ່ວງ​ຢຸດສະ​ງັກ,” ​​ໄດ້​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ ​ໃນ​ວິທີທີ່​ເຂົາ​ເຈົ້າສາມາດ ປາດ​ສະ​ຈາກການປະຊຸມ​ຂອງສາຂາ ​ແລະ ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຜູ້​ສອນ​ສາດສະໜາ. ມີ​ຫລາຍ​​ເລື່ອງ​ທີ່​ດົນ​ໃຈ ກ່ຽວ​ກັບ​ວິທີ​ທີ່​ສະມາຊິກ​ໄດ້​ຮັກສາ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ໃຫ້​ຮຸ່ງ​ເຫລື້ອມ ​ໂດຍ​ການ​ນະມັດສະການ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ຕົນ ​ແລະ ​ໂດຍ​ການ​ດູ​ແລ​ກັນ ​ຜ່ານ​ທາງ​ການ​ເປັນ​ຄູ​ສອນ​ປະຈຳ​ບ້ານ ​ແລະ ຜູ້​ຢ້ຽມ​ສອນ.

​ໃນ​ທີ່​ສຸດ ຄວາມ​ບໍ່​ເຂົ້າ​ໃຈ​ກັນ ກໍ​ໄດ້​ຖືກ​ແກ້​ໄຂ, ​ແລະ ​ໃນ​ວັນ​ທີ 30 ​ເດືອນ​ພະຈິກ, ປີ 1990, ຊ່ວງ​ຢຸດສະ​ງັກ ​ກໍ​ໄດ້​ສິ້ນ​ສຸດ​ລົງ ​ແລະ ກິດຈະກຳ​ທີ່​ປົກກະຕິຂອງ​ສາດສະໜາ​ຈັກ​ກໍ​ໄດ້​ດຳ​ເນີນ​ຕໍ່.1 ນັບ​ແຕ່​ນັ້ນມາ, ກໍ​ໄດ້​ມີ​ຄວາມ​ສຳພັນ​ທີ່​ດີງາມ​ລະຫວ່າງ​ສາດສະໜາ​ຈັກ ​ແລະ ລັດຖະບານ​ຂອງ​ປະ​ເທດກາ​ນາ.

ສະມາຊິກ​ຜູ້​ໄດ້​ມີ​ຊີວິດ​ຢູ່​ຜ່ານ​ຊ່ວງ​ຢຸດ​ສະ​ງັກນັ້ນ ກໍ​ໄດ້​ຊີ້​ບອກ​ເຖິງ​ພອນ​ທີ່​ມາ​ຈາກ​ໄລຍະ​ທີ່​​ຜິດປົກກະຕິ​ດັ່ງກ່າວ. ສັດທາ​ຂອງ​ຫລາຍ​ຄົນ​ໄດ້​ເຂັ້ມ​ແຂງ​ຂຶ້ນ ຜ່ານ​ຄວາມ​ຍາກ​ລຳບາກ ທີ່​ເຂົາ​ເຈົ້າ​ໄດ້​ປະ​ເຊີນ. ​ແຕ່​ພອນ​ຢ່າງ​ໜຶ່ງ​ຂອງຊ່ວງ​ຢຸດສະ​ງັກ ​ໄດ້​ມາ​ເຖິງ​ໃນ​ວິທີ​ທີ່​ຜິດ​ປົກກະຕິ.

ທ້າວນິໂກ​ລັສ ​ໂອ​ໂຟຊູ-​ເຮ​ເນ ​ເປັນ​ຕຳ​ຫລວດ​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຍາມ​ຕຶກ​ໂບດ​ຂອງ​ຊາວ​ມໍ​ມອນ ​ໃນ​ຊ່ວງ​ຢຸດສະ​ງັກ. ໜ້າ​ທີ່​ຂອງ​ລາວ​ແມ່ນ ລາວ​ຕ້ອງ​ຍາມ​ຕຶກ​ໂບດ​ໃນ​ຕອນ​ກາງຄືນ. ​ເມື່ອ ທ້າວນິ​ໂກ​ລັສ ​ໄດ້​ໄປ​ເຖິງ​ຕຶກ​ໂບດ ​ເປັນ​ເທື່ອ​ທຳ​ອິດ, ລາວ​ໄດ້​ເຫັນ​ສິ່ງ​ຂອງ​ກະຈັດກະຈາຍຢູ່, ທັງ​ເຈ້ຍ, ປຶ້ມ, ​ແລະ ​ເຄື່ອງ​ໃຊ້​ກໍ​ບໍ່​ເປັນ​ລະບຽບ. ​ໃນ​ບັນດາ​ສິ່ງ​ຂອງ​ເຫລົ່າ​ນັ້ນ, ລາວ​ໄດ້​ເຫັນ​ປຶ້ມພຣະຄຳ​ພີ​ມໍ​ມອນ​​ເຫລັ້ມໜຶ່ງ. ລາວ​ພະຍາຍາມ​ບໍ່​ສົນ​ໃຈ​ກັບ​ມັນ ​ເພາະ​ລາວ​ໄດ້​ຖືກ​ບອກ​ວ່າ ມັນ​ເປັນ​ສິ່ງ​ຊົ່ວ​ຮ້າຍ. ​ແຕ່​ລາວ​ຮູ້ສຶກຖືກ​ດຶງ​ດູດ​ໄປ​ຫາ​ມັນ​ແບບ​ແປກປະຫລາດ. ​ໃນ​ທີ່​ສຸດ, ທ້າວນິ​ໂກ​ລັສ ບໍ່​ສາມາດ​ເມີນ​ເສີຍ​ຈາກ​ພຣະຄຳ​ພີ​ອີກ​ຕໍ່​ໄປ. ລາວ​ໄດ້​ຈັບ​ມັນ​ຂຶ້ນມາ. ລາວ​ຮູ້ສຶກ​ວ່າ ລາວ​ຄວນ​ອ່ານ​ມັນ. ລາວ​ໄດ້​ອ່ານ​ມັນ​ໝົດ​ຄືນ, ນ້ຳຕາ​ໄຫລ​ລົງອາບ​ແກ້ມ ​ໃນ​ຂະນະ​ທີ່ລາວ​ອ່ານ​ມັນ.

​ເທື່ອ​ທຳ​ອິດ​ທີ່​ລາວ​ໄດ້​ຈັບ​ມັນ​ຂຶ້ນມາ ລາວ​ໄດ້​ອ່ານ​ຈົບ 1 ນີ​ໄຟ. ​ເທື່ອ​ທີ​ສອງ, ລາວ​ໄດ້​ອ່ານ​ຈົບ 2 ນີ​ໄຟ. ​​ເມື່ອ​ລາວ​ອ່ານ​ເຖິງ 2 ນີ​ໄຟ ບົດ​ທີ 25, ລາວ​ໄດ້​ອ່ານ ຂໍ້ຄວາມ​ດັ່ງ​ຕໍ່​ໄປ​ນີ້: “ແລະ ​ພວກເຮົາ​ເວົ້າ​ເຖິງ​ພຣະຄຣິດ, ພວກ​ເຮົາປິ​ຕິ​ຍິນ​ດີ​ໃນ​ພຣະຄຣິດ, ​ພວກ​ເຮົາ​ສັ່ງສອນ​ເລື່ອງ​ພຣະຄຣິດ, ພວກ​ເຮົາ​ທຳນາຍ​ເຖິງ​ພຣະຄຣິດ, ​ແລະ ພວກ​ເຮົາ​ບັນທຶກ​ຕາມ​ຄຳ​ທຳນາຍ​ຂອງ​ພວກ​ເຮົາ ​ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​​ເຂົາ.”2

​ໃນ​ເວລາ​ນັ້ນ ທ້າວນິ​ໂກ​ລັສ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ທີ່ມີ​ພະລັງ​ທີ່​ສຸດ ຈົນ​ລາວ​ຮ້ອງ​ໄຫ້​ສະ​ອຶກ​ສະ​ອື້ນ. ລາວ​​ໄດ້​ຮັບ​ຮູ້​ວ່າ ​ໃນ​ຂະນະ​ທີ່​ລາວ​ອ່ານ​ຂໍ້​ນີ້ ລາວ​ໄດ້​ຮັບ​ການ​ດົນ​ໃຈ​ທາງ​ວິນ​ຍານ​ຫລາຍ​ເທື່ອ ວ່າ​ປຶ້ມ​ເຫລັ້ມນີ້ ​ເປັນ​ພຣະຄຳ​ພີ, ​ເປັນ​ປຶ້ມທີ່​ຖືກຕ້ອງ​ທີ່​ສຸດ ທີ່​ລາວ​ເຄີຍ​ອ່ານ​ມາ. ລາວ​ໄດ້​ຮັບ​ຮູ້​ວ່າ ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ບໍ່​ໄດ້​ເປັນ​ຢ່າງ​ທີ່​ລາວ​ໄດ້​ຍິນ, ​​ແຕ່ເຂົາ​ເຈົ້າ​ເຊື່ອ​ແທ້ໆ​ໃນ​ພຣະ​ເຢຊູ​ຄຣິດ. ຫລັງ​ຈາກ​ຊ່ວງ​ຢຸດສະ​ງັກ ​ໄດ້​ສິ້ນ​ສຸດ​ລົງ, ​ແລະ ຜູ້​ສອນ​ສາດສະໜາ​ໄດ້​ກັບ​ຄືນ​ໄປ​ປະ​ເທດກາ​ນາ, ທ້າວນິ​ໂກ​ລັສ, ພັນ​ລະ​ຍາ​ຂອງ​ລາວ ພ້ອມ​ດ້ວຍ​ລູກໆຂອງ​ລາວ ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ. ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ເຫັນ​ລາວ​ປີ​ກາຍ​ນີ້, ລາວ​ໄດ້​ເປັນ​ຜູ້​ບັນຊາ​ການ​ກົມຕຳຫລວດ, ​ແລະ ​ຮັບ​ໃຊ້​ເປັນ​ປະທານ​ເຂດ​ທາ​ແມວ ປະ​ເທດ​ກາ​ນາ ຂອງ​ສາດສະໜາ​ຈັກ. ລາວ​ກ່າວ​ວ່າ, “ສາດສະໜາ​ຈັກ​ໄດ້​ປ່ຽນ​ຊີວິດ​ຂອງ​ຂ້ານ້ອຍ. … ຂ້ານ້ອຍ​ຂອບ​ພຣະ​ໄທ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ທີ່​ໄດ້​ພາ​ຂ້ານ້ອຍມາສູ່​ພຣະກິດ​ຕິ​ຄຸນ​ນີ້.”3

ທ້າວອາ​ລິ​ເບີດ ​ເດ​ວີສ໌, ກໍ​ເປັນ​ຊາວກາ​ນາອີກ​ຄົນ​ໜຶ່ງ, ຜູ້​ໄດ້​ໄປ​ຕຶກ​ໂບດ​ຂອງ​ພວກ​ເຮົາ ກັບ​​ເພື່ອນຄົນ​ໜຶ່ງ ຜູ້​​ໄປ​ປະຊຸມ​ຝ່າຍ​ປະທານ. ​ໃນ​ຂະນະ​ທີ່​ລາວ​ກຳລັງ​ນັ່ງ​ລໍຖ້າ​​ເພື່ອນ, ທ້າວອາ​ລິ​ເບີດ​ໄດ້​ອ່ານ​ປຶ້ມ​ເຫລັ້ມໜຶ່ງ ທີ່​ວາງ​ຢູ່​ໃກ້. ​ເມື່ອ​ການ​ປະຊຸມ​ສິ້ນ​ສຸດ​ລົງ, ທ້າວອາ​ລິ​ເບີດຢາກ​ເອົາ​ປຶ້ມຫົວນັ້ນ​ກັບ​ເມືອ​ບ້ານ. ລາວບໍ່​ພຽງ​ແຕ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເອົາ​ປຶ້ມຫົວ​ນັ້ນກັບ​ເມື່ອ​ບ້ານ​ເທົ່າ​ນັ້ນ, ​ແຕ່​ລາວ​ຍັງ​ໄດ້​ຮັບພຣະຄຳ​ພີ​ມໍ​ມອນນຳ​ອີກ. ​ເມື່ອ​ລາວ​ໄປ​ຮອດ​ບ້ານ, ລາວ​ໄດ້​ເລີ່ມຕົ້ນອ່ານ​ພຣະຄຳ​ພີ​ມໍ​ມອນ. ລາວ​ບໍ່​ສາມາດ​ວາງ​ມັນ​ລົງ. ລາວ​ໄດ້​ອ່ານ​ຢູ່​ໃຕ້​ແສງ​ທຽນ ຈົນ​ເຖິງ 3 ​ໂມງ​ເຊົ້າ. ລາວ​ໄດ້​ເຮັດ​ແບບ​ນັ້ນ ​ເປັນ​ເວລາ​ຫລາຍ​ຄືນ, ຕື້ນ​ຕັນ​ໃຈ​ກັບ​ສິ່ງ​ທີ່​ລາວ​ໄດ້​ອ່ານ ​ແລະ ສິ່ງ​ທີ່​ລາວ​​ໄດ້​ຮູ້ສຶກ. ບັດ​ນີ້ ທ້າວອາ​ລິ​ເບີດ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສາດສະໜາ​ຈັກ.

ທ້າວ​ແອງຈີ​ໂລ ສະກາ​ປູ​ລາ ​ໄດ້​ເລີ່ມຕົ້ນສຶກສາ​ຝ່າຍ​ສາດສະໜາ ​​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລາວ ທີ່​ປະ​ເທດອີ​ຕາ​ລີ ຕອນ​ລາວ​ມີ​ອາຍຸ​ໄດ້ 10 ປີ. ​ໃນ​ທີ່​ສຸດ ລາວ​ໄດ້​ກາຍ​ເປັນ​ຄຸນ​ພໍ່ ​ແລະ ​ໄດ້​ຮັບ​ໃຊ້​ສາດສະໜາ​ຈັກ​ຂອງ​ລາ​ວດ້ວຍ​ຄວາມ​ອຸທິດ​ຕົນ. ​ໃນ​ຈຸດ​ໜຶ່ງ​ຂອງ​ຊີວິດ ສັດທາ​ຂອງ​ລາວ​ໄດ້​​ເລີ່ມຫວັ່ນ​ໄຫວ, ​ແລະ ລາວ​ໄດ້​ຄົ້ນຄວ້າ ​ແລະ ​ໄດ້​ຮັບ​ໂອກາດ​ໃຫ້​ສຶກສາ​ເພີ່ມ​ເຕີມ. ​ເມື່ອ​ລາວ​ໄດ້​ສຶກສາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ລາວ​ກໍ​ຍິ່ງ​ມີ​ຄວາມ​ສົງ​ໄສ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ສິ່ງ​ທີ່​ລາວ​ໄດ້​ອ່ານ ​ແລະ ​ຮູ້ສຶກ ​ໄດ້​ເຮັດ​ໃຫ້​ລາວໝັ້ນ​ໃຈວ່າ ​ເຄີຍ​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ຈາກ​ຄຳ​ສອນ​ທີ່​ແທ້​ຈິງ ທີ່​ສອນ​ໂດຍ​ພຣະຄຣິດ ​ແລະ ​ໂດຍ​ກຸ່ມ​ອັກຄະ​ສາວົກ​ລຸ້ນທຳ​ອິດ. ​ທ້າວ​ແອງຈີ​ໂລ​ໄດ້​ຊອກ​ຫາ​ສາດສະໜາ​ຈັກ​ທີ່​ແທ້​ຈິງຂອງພຣະ​ເຈົ້າ ​ໃນ​ສາດສະໜາ​ຕ່າງໆ ​ແຕ່​ລາວ​ກໍຍັງ​ຮູ້ສຶກ​ບໍ່ພໍ​ໃຈ​ຢູ່ ​ເປັນ​ເວລາ​ຫລາຍ​ປີ.

ມື້ໜຶ່ງ ​ລາວ​ໄດ້​​ເຫັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ສອງ​ຄົນ ທີ່ກຳລັງ​ຊ່ວຍ​ເຫລືອ​ຜູ້​ສອນ​ສາດສະໜາ ຊອກ​ຫາ​ຄົນ​ທີ່​ຈະ​ສອນ. ລາວ​ຮູ້ສຶກ​ສົນ​ໃຈ​ເຂົາ​ເຈົ້າ ​ແລະ ​ໄດ້​ຟັງ​ຂ່າວສານ​ຂອງ​ເຂົາ​ເຈົ້າດ້ວຍ​ຄວາມ​ຊື່ນ​ຊົມ. ທ້າວ​ແອງຈີ​ໂລ​ໄດ້​ຮັບ​ເອົາ​ພຣະຄຳ​ພີ​ມໍ​ມອນ​ດ້ວຍ​ຄວາມ​ເຕັມ​ໃຈ.

​ໃນ​ຄືນ​ນັ້ນ ລາວ​ໄດ້​ເລີ່ມຕົ້ນອ່ານ​ພຣະຄຳ​ພີ. ລາວ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມສຸກ. ຜ່ານ​ທາງ​ພຣະວິນ​ຍານ, ພຣະ​ເຈົ້າ​ໄດ້​ມອບ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ທ້າວ​ແອງຈີ​ໂລ ວ່າ​ໃນພຣະຄຳ​ພີ​ມໍ​ມອນ​ເຫລັ້ມນັ້ນ ລາວ​ຈະ​ພົບ​ເຫັນ​ຄວາມ​ຈິງ​ທີ່​ລາວ​ຊອກ​ຫາ​ຢູ່ ​ເປັນ​ເວລາ​ຫລາຍ​ປີ. ລາວ​​ໄດ້​​ເຕັມໄປ​ດ້ວຍຄວາມ​ຮູ້ສຶກ​ອັນ​ຫວານ​ຊື່ນ. ​ສິ່ງ​ທີ່​ລາວ​ໄດ້​ອ່ານ ​ແລະ ​ຮຽນ​ຈາກ​ຜູ້​ສອນ​ສາດສະໜາ ​ໄດ້​ຢືນຢັນ​​ຄວາມຄິດ​ຄວາມ​ເຫັນ​ຂອງ​ລາວ ກ່ຽວ​ກັບ​ການປະ​ຖິ້ມ​ຄວາມ​ເຊື່ອ, ​ພ້ອມ​ນີ້ ລາວ​ກໍ​ຍັງ​ໄດ້​ຮຽນ​ຮູ້​ວ່າ ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ​ໄດ້​ຖືກ​ຟື້ນ​ຟູ​​ແລ້ວ ຢູ່​ໃນ​ໂລກ​ນີ້. ບໍ່​ດົນ​ຈາກ​ນັ້ນ ທ້າວ​ແອງຈີ​ໂລໄດ້​ຮັບ​ບັບຕິ​ສະມາ​ເຂົ້າ​ໃນ​ສາດ​ສະໜາ​ຈັກ.4 ​ຕອນ​ຂ້າພະ​ເຈົ້າ​ໄດ້​ເຫັນ​ລາວ​ເປັນ​ເທື່ອ​ທຳ​ອິດ, ລາວ​ໄດ້​ເປັນ​ປະທານ​ສາຂາ ຣີມີ​ນີ ຂອງ​ສາດສະໜາ​ຈັກຂອງ​ເຮົາ ​ໃນ​ປະ​ເທດ​ອີ​ຕາ​ລີ.

ສິ່ງ​ທີ່​ທ້າວນິ​ໂກ​ລັສ, ທ້າວອາ​ລິ​ເບີດ, ​ແລະ ທ້າວ​ແອງຈີ​ໂລ​ໄດ້​ມີ​ປະສົບ​ການ​ນຳພຣະຄຳ​ພີ​ມໍ​ມອນ ​​ແມ່ນ​ຄ້າຍຄື​ກັນ​ກັບ​ປະສົບ​ການ​ຂອງ ພາ​ລີ ພີ ​ພະ​ແຣັດ ທີ່​ວ່າ:

“ຂ້າພະ​ເຈົ້າ​​ເປີດ [ພຣະຄຳ​ພີ] ດ້ວຍ​ຄວາມ​ຢາກ​ຮູ້​ຢາກ​ເຫັນ. … ຂ້າພະ​ເຈົ້າ​ອ່ານ​ໝົດ​ມື້; ບໍ່​ກິນ​ເຂົ້າບໍ່​ກິນນ້ຳ, ຂ້າພະ​ເຈົ້າບໍ່​ຄິດ​ຢາກກິນ​ຫຍັງ; ຂ້າພະ​ເຈົ້າບໍ່​ຢາກ​ນອນ ​ເມື່ອ​ກາງຄືນ​ມາ​ເຖິງ, ​ເພາະ​ຂ້າພະ​ເຈົ້າຢາກ​ອ່ານ​ຫລາຍ​ກວ່າ​ຢາກ​ນອນ.

“ຂະນະ​ທີ່​ຂ້າພະ​ເຈົ້າອ່ານ ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າຮູ້ ​ແລະ ​ເຂົ້າ​ໃຈ​ວ່າ ໜັງສື​ນີ້​ເປັນຄວາມ​ຈິງ ຊຶ່ງ​ແຈ່ມ​ແຈ້ງ ​ແລະ ສະ​ແດງ​ບອກ​ຢ່າງ​ເຊັດ​ເຈນ​ແບບ​ດຽວ​ກັນ​ກັບ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ເຂົ້າ​ໃຈ ​ແລະ ຮູ້​ວ່າ​ຕົວ​ເຂົາ​ມີ​ຢູ່​ຈິງ. ບໍ່​ດົນ ຂ້າພະ​ເຈົ້າມີ​ຄວາມສຸກ​ເຕັມ​ຂະໜາດ, ​ແລະ ຄວາມສຸກ​ຂອງ​ຂ້າພະ​ເຈົ້າ ມີ​ຫລາຍ​ກວ່າ​ການ​ທົດ​ແທນ​ຄວາມ​ໂສກ​ເສົ້າ, ການ​ເສຍ​ສະລະ, ​ແລະ ຄວາມທຸກ​ຍາກ​ລຳບາກ​ທັງ​ໝົດ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.”5

ບາງ​ຄົນ​ໄດ້​ມີ​ປະສົບ​ການ​ທີ່​ມີ​ພະລັງ​ເຊັ່ນ​ນັ້ນ ນຳພຣະຄຳ​ພີ​ມໍ​ມອນ ​ໃນ​ເທື່ອ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ເປີດ​ອ່ານ​ມັນ, ​ແຕ່​ສຳລັບ​ບາງ​ຄົນ ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ໄດ້​ມາ​ເຖິງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າອ່ານ ​ແລະ ອະທິຖານ​ກ່ຽວ​ກັບ​ມັນ. ​ນັ້ນຄື​ກໍລະນີ​ຂອງ​ຂ້າພະ​ເຈົ້າ. ຕອນ​ຂ້າພະ​ເຈົ້າ​ໄດ້ອ່ານ​ພຣະຄຳ​ພີ​ມໍ​ມອນ​ເທື່ອ​ທຳ​ອິດ ຕອນ​ເປັນ​ນັກຮຽນໄວ​ລຸ້ນ​ໃນ​ຫ້ອງ​ຮຽນ​ສາດສະໜາ. ນີ້​ຄື​ພຣະຄຳ​ພີ​ມໍ​ມອນ​ເຫລັ້ມທີ່​ຂ້າພະ​ເຈົ້າ​ໄດ້​ອ່ານ. ຂ້າພະ​ເຈົ້າບໍ່​ສາມາດ​ບອກ​ທ່ານ​ໄດ້ ​ເຖິງ​ເທື່ອ​ທຳ​ອິດ ຫລື ສະຖານ​ທີ່​ທຳ​ອິດ​ທີ່​ມັນ​ໄດ້​ເກີດ​ຂຶ້ນ, ​ແຕ່​ໃນ​ໄລຍະ​ທີ່​ຂ້າພະ​ເຈົ້າ​ໄດ້​ອ່ານ, ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນຮູ້ສຶກ​ເຖິງ​ບາງ​ສິ່ງ. ຄວາມ​ຮູ້ສຶກ​ອັນ​ອົບ​ອຸ່ນ ​ແລະ ພຣະວິນ​ຍານ ​ໄດ້​ມາສູ່​ຂ້າພະ​ເຈົ້າ ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ເປີດ​ອ່ານ​ມັນ. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ພຣະວິນ​ຍານ​ຫລາຍ​ຂຶ້ນ ​ເມື່ອ​ຂ້າພະ​ເຈົ້າອ່ານ​ມັນ​ຕື່ມ​ອີກ. ຄວາມ​ຮູ້ສຶກ​ນັ້ນກໍ​ຍັງ​ມີ​ຢູ່​ໃນ​ທຸກ​ວັນ​ນີ້. ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ເປີດ​ພຣະຄຳ​ພີ​ມໍ​ມອນ, ກໍ​ຄື​ກັນ​ກັບ​ຂ້າພະ​ເຈົ້າ​ເປີດ​ສະ​ວິດ​ໄຟ—ພຣະວິນ​ຍານ​ໄດ້​ເຂົ້າສູ່​ຫົວ​ໃຈ ​ແລະ ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ.

ສຳລັບ​ບາງ​ຄົນ, ປະຈັກ​ພະຍານ​ເຖິງ​ພຣະຄຳ​ພີ​ມໍ​ມອນ ​ໄດ້​ມາ​ເຖິງ​ຢ່າງ​ຊ້າໆ, ຫລັງ​ຈາກ​ການ​ສຶກສາ ​ແລະ ການ​ອະທິຖານ​ເປັນ​ເວລາ​ດົນ​ນານ. ຂ້າພະ​ເຈົ້າມີ​ເພື່ອນ​ຄົນ​ໜຶ່ງ ຜູ້​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ ​ໃນ​ການສະ​ແຫວງຫາ​ ​ເພື່ອ​ຈະ​​ໄດ້ຮູ້ຈັກ ​ຖ້າ​ຫາກວ່າ​ມັນ​ເປັນຄວາມ​ຈິງຫລື​ບໍ່. ລາວ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ໂມ​ໂຣ​ໄນ ​ເພື່ອ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ ​​ໂດຍ​ມີ​ສັດທາ​ໃນ​ພຣະຄຣິດ, ຖ້າ​ຫາກ​ວ່າ​ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ​ຫລື​ບໍ່.6 ​ແຕ່​ລາວ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທາງ​ວິນ​ຍານ​ທີ່​ສັນຍາ​ໄວ້​ໃນ​ທັນທີ​ທັນ​ໃດ. ​ແຕ່​ມື້ໜຶ່ງ, ​ໃນ​ຂະນະ​ທີ່​ລາວຄຸ້ນ​ຄິດ​ຢູ່ ​ແລະ ຂັບ​ລົດ​ໄປ, ພຣະວິນ​ຍານ​ໄດ້​ເປັນ​ພະຍານ​ຕໍ່​ລາວ ​ເຖິງ​ຄວາມ​ຈິງ​ຂອງ​ພຣະຄຳ​ພີ​ມໍ​ມອນ. ດ້ວຍ​ຄວາມດີ​ອົກ​ດີ​ໃຈ ​ແລະ ດ້ວຍ​ຄວາມ​ປາບ​ປື້​ມຫລາຍ​ທີ່​ສຸດ ລາວ​ໄດ້​ໝຸນ​ແວ່ນ​ລົງ ​ແລະ ​ໄດ້​ຮ້ອງ​ອອກ​ໄປ, ບໍ່​ແມ່ນ​ຮ້ອງ​ໄປ​ໃສ່ຄົນ​ໃດ​ຄົນ​ໜຶ່ງ ​ແຕ່​ຮ້ອງ​ໄປ​ໃສ່​ທຸກ​ຄົນ​ທົ່ວ​ໂລກ​ວ່າ, “ມັນ​ເປັນຄວາມ​ຈິງ!”

​ບໍ່​ວ່າ​​ເຮົາ​ຈະ​ໄດ້ຮັບປະຈັກ​ພະຍານ​ເຖິງ​ພຣະຄຳ​ພີ​ມໍ​ມອນ ​ໃນ​ເທື່ອ​ທຳ​ອິດ​ທີ່​ເຮົາ​ເປີດ​ອ່ານ​ມັນ ຫລື ອ່ານ​ມັນ​ເປັນ​ເວລາ​ດົນ​ນານກໍ​ຕາມ, ມັນ​ຈະ​ມີ​ອິດ​ທິພົນ​ຕໍ່​ເຮົາ ​ໄປ​ຕະຫລອດ​ຊີວິດ ຖ້າ​ຫາກ​ເຮົາ​ອ່ານ​ມັນ​ຕໍ່​ໄປ ​ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ. ປະທານ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ສອນ​ວ່າ: “ມັນ​ມີ​ພະລັງ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ຊຶ່ງ​ຈະ​ເລີ່​ມຕົ້ນຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ຊີວິດ​ຂອງ​ທ່ານ ​ໃນ​ນາທີ​ທີ່​ທ່ານ​ເລີ່ມສຶກສາມັນ​ຢ່າງ​ຈິງ​ຈັງ. ທ່ານ​ຈະ​ພົບ​ເຫັນ​ພະລັງ​ທີ່​ຍິ່ງ​ໃຫຍ່​ກວ່າ ​ເພື່ອ​ຕ້ານທານ​​ກັບ​ການ​ລໍ້​ລວງ. ທ່ານ​ຈະ​ພົບ​​ເຫັນ​ພະລັງ ​ເພື່ອ​ຫລີກ​ເວັ້ນຈາກການ​ຫລອກ​ລວງ. ທ່ານ​ຈະ​ພົບ​ເຫັນ​ພະລັງ ​ເພື່ອ​ຢູ່​ໃນ​ທາງທີ່​ຄັບ​ແຄບ.”7

ຂ້າພະ​ເຈົ້າຂໍ​ຊຸກຍູ້​ທຸກ​ຄົນ ທີ່​ໄດ້​ຮັບ​ຂ່າວສານ​ນີ້, ຮ່ວມ​ທັງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ໃຫ້​ຄົ້ນຫາ​ພະລັງ​ຂອງ​ພຣະຄຳ​ພີ​ມໍ​ມອນ. ດັ່ງ​ທີ່​ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ຊຸກຍູ້​ວ່າ: “ຈົ່ງ​ອ່ານ​ພຣະຄຳ​ພີ​ມໍ​ມອນ. ຈົ່ງ​ໄຕ່ຕອງ​ຄຳ​ສອນ​ຂອງ​ມັນ. ຈົ່ງ​ທູນ​ຖາມ​ພຣະບິດາ​ເທິງ​ສະຫວັນ ຖ້າ​ຫາກ​ວ່າ ມັນ​ເປັນຄວາມ​ຈິງ​ຫລື​ບໍ່.”8 ​ໃນ​​ໄລຍະ​ທີ່​ທ່ານອ່ານ ທ່ານຈະ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ຊີວິດ​ຂອງ​ທ່ານ. ພຣະວິນ​ຍານ​ນັ້ນ ຈະ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ປະຈັກ​ພະຍານ​ຂອງ​ທ່ານ ວ່າ​ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ, ວ່າ​ໂຈ​ເຊັບ ສະ​ມິດ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ, ​ແລະ ວ່າ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເປັນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ​ປະຈັກ​ພະຍານ​ດັ່ງກ່າວ ຈະ​ຊ່ວຍທ່ານ​ໃຫ້ຕ້ານທານ​ກັບ​ການລໍ້​ລວງ.9 ມັນ​ຈະ​ຕຽມ​ທ່ານສຳລັບ “ການ​ເອີ້ນ​ຄວາມ​ພາກ​ພຽນ​ຂອງ​ມະນຸດ​ຄັ້ງ​ໃຫຍ່ … ເພື່ອ​ໃຫ້​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນຂອງ​ພຣະຜູ້​ເປັນ​ເຈົ້າ.”10 ມັນ​ຈະ​ເປັນ​ສິ່ງ​ຄ້ຳ​ຈູ​ນທ່ານ ​ເມື່ອຄຳ​ກ່າວ​ຫາ ຫລື ຄຳ​ໃສ່​ຮ້າຍ​ປ້າຍ​ສີ ຖືກ​ໃຊ້ ​ເພື່ອ​ປ່ຽນ​ແປງ​ສັດທາ​ຂອງ​ທ່ານ ​ແລະ ມັນ​ຈະ​ເປັນ​ຮາກ​ຖານທີ່​ໝັ້ນຄົງ ​ເມື່ອ​ທ່ານປະ​ເຊີນ​ກັບ​ຄຳ​ຖາມ​ທີ່​ທ່ານບໍ່​ສາມາດ​ຕອບ, ​ຢ່າງ​ໜ້ອຍໃນ​ທັນທີ​ທັນ​ໃດ. ທ່ານຈະ​ສາມາດ​ເບິ່ງ​ອອກ​ວ່າ ອັນ​ໃດ​ຖືກ ອັນ​ໃດ​ຜິດ, ​ແລະ ທ່ານຈະ​ຮູ້ສຶກ​ໝັ້ນ​ໃຈ​ກັບການ​ຢືນຢັນຂອງ​ພຣະວິນ​ຍານ​ບໍ​ລິ​ສຸດ ຕໍ່​ປະຈັກ​ພະຍານ​ຂອງ​ທ່ານ ​ເທື່ອ​ແລ້ວ​ເທື່ອ​ອີກ ​ເມື່ອ​ທ່ານສືບ​ຕໍ່​ອ່ານ​ພຣະຄຳ​ພີ​ມໍ​ມອນ​ເລື້ອຍໄປ ຕະຫລອດ​ຊີວິດ​ຂອງ​ທ່ານ.

ຂ້າພະ​ເຈົ້າກໍ​ຂໍ​ຊຸກຍູ້​ພໍ່​ແມ່​ທັງຫລາຍ ທີ່​ໄດ້​ຍິນ ຫລື ອ່ານຂ່າວສານ​ນີ້ ​ເຮັດ​ໃຫ້​ພຣະຄຳ​ພີ​ມໍ​ມອນ ​ເປັນ​ພາກ​ສ່ວນ​ທີ່​ສຳຄັນ ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ. ຕອນ​ລູກ​ຂອງ​ພວກ​ເຮົາ​ຍັງ​ນ້ອຍ, ພວກ​ເຮົາ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ ຕອນ​ກິນ​ເຂົ້າ​ເຊົ້າ. ນີ້​ຄື​ສິ່ງ​ໝາຍໜ້າປຶ້ມ ອັນ​ທີ່​ພວກ​ເຮົາ​ໄດ້​ໃຊ້. ຢູ່​ທາງ​ໜ້າ ມີ​ຂໍ້ຄວາມ​ຂອງ​ປະທານ​ເບັນ​ສັນ ສັນຍາ​ວ່າ ພຣະ​ເຈົ້າຈະ​ຖອກ​ເທພຣະພອນ​ລົງ​ມາ​ເທິງເຮົາ ​ເມື່ອ​ເຮົາ​ອ່ານ​ພຣະຄຳ​ພີ​ມໍ​ມອນ.11 ຢູ່​ທາງ​ຫລັງ​ມີ​ຄຳ​ສັນຍາ​ຂອງ​ປະທານ​ແມຣີອອນ ຈີ ຣອມນີ, ອະດີດທີ່​ປຶກສາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ມີ​ຄຳ​ວ່າ: “ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຖ້າ​ຫາກ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ພໍ່​ແມ່ຈະ​ອ່ານ​ພຣະຄຳ​ພີ​ມໍ​ມອນ ດ້ວຍ​ການ​ອະທິຖານ ​ແລະ ​ອ່ານເປັນ​ປະຈຳ, ສອງ​ຕໍ່​ສອງ ຫລື ກັບ​ລູກໆ​ຂອງ​ເຂົາ​ເຈົ້າ, ​ແລ້ວ​ພຣະວິນ​ຍານ​ຂອງ​ພຣະຄຳ​ພີ​ທີ່​ຍິ່ງ​ໃຫຍ່​ນັ້ນ ຈະ​ຂະຫຍາຍ​ໄປ​ທົ່ວ​ບ້ານ​ເຮືອນ​ຂອງ​ເຮົາ ​ແລະ ​ເຖິງທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ. … ວິນ​ຍານ​ທີ່​ຂັດ​ແຍ້​ງກັນຈະ​ໜີ​ໄປ. ພໍ່​ແມ່​ຈະ​ແນະນຳ​ລູກໆ​ຂອງ​ຕົນ ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ປັນຍາ​ທີ່​ດີກວ່າ. ລູກໆ​ຈະ​ຕອບ​ຮັບ ​ແລະ ​ເຮັດຕາມ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ຂອງ​​ເຂົາ. ສັດທາ, ຄວາມ​ຫວັງ ​ແລະ ຄວາມ​ໃຈ​ບຸນ—ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ—ຈະ​ສະຖິດ​ຢູ່​ໃນ​ບ້ານ​ເຮືອນ ​ແລະ ​ໃນ​ຊີວິດ​ຂອງ​ເຮົາ, ນຳຄວາມ​ສະຫງົບ, ຄວາມຊື່ນ​ຊົມ, ​ແລະ ຄວາມສຸກ​ມາ​ໃຫ້​.”12

ບັດ​ນີ້, ຫລາຍ​ປີ​ຫລັງ​ຈາກ​ລູກໆ​ຂອງ​ພວກ​ເຮົາ​ໄດ້​ອອກ​ເຮືອນ​ໄປ ​ແລະ ມີ​ຄອບຄົວ​ຂອງ​ຕົນ​ເອງ, ພວກ​ເຮົາ​ສາມາດ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄຳ​ສັນຍາ​ຂອງ​ປະທານຣອມນີ​ໄດ້​ເກີດ​ເປັນ​ຈິງ. ຄອບຄົວ​ຂອງ​ພວກ​ເຮົາ ​ຍັງ​ຢູ່​ໄກ​ຈາກ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ, ​ແຕ່​ພວກ​ເຮົາ​ສາມາດ​ເປັນ​ພະຍານ​ເຖິງ​ພະລັງ​ຂອງ​ພຣະຄຳ​ພີ​ມໍ​ມອນ​ໄດ້ ​ແລະ ​ເຖິງ​ພອນ​ທີ່​​ໄດ້​ຮັບ​ຈາກ​ການ​ອ່ານ​ມັນ, ​ແລະ ຍັງ​ໄດ້​ຮັບ​ພອນຢູ່​ຕໍ່​ໄປ, ​ໃນ​ຊີວິດ​ຂອງ​ຄອບຄົວ​ພວກ​ເຮົາ​ທັງ​ໝົດ.

ພະລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະຄຳ​ພີ​ມໍ​ມອນ ​ແມ່ນ​ຜົນ​ກະທົບ​ຂອງ​ມັນ ​ໃນ​ການ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃກ້​ພຣະ​ເຢຊູ​ຄຣິດຫລາຍ​ຂຶ້ນ. ມັນ​ເປັນ​ພະຍານ​ທີ່​ເຂັ້ມ​ແຂງ​ເຖິງ​ພຣະອົງ ​ແລະ ​ເຖິງ​ພາລະກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະອົງ.13 ຜ່ານ​ທາງ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ຈຶ່ງ​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້​ອັນ​ສັກສິດ ​ແລະ ມີ​ພະລັງ​ຂອງ​ພຣະອົງ.14 ພຣະຄຳ​ພີ​ມໍ​ມອນ​ສອນ​ເຮົາ​ຢ່າງ​ແຈ່ມ​ແຈ້ງ ​ເຖິງຄຳ​ສອນ​ຂອງ​ພຣະອົງ.15 ​ແລະ ​ເປັນ​ເພາະບົດ​ທີ່​ສຳຄັນ ຊຶ່ງ​ບັນຍາຍ​ເຖິງ​ການ​ມາ​ຢ້ຽມຢາມ​ຂອງ​ພຣະຄຣິດທີ່​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວ ຕໍ່ຊາວ​ນີ​ໄຟ, ​ເຮົາ​ຈຶ່ງ​ເຫັນພຣະອົງ​ຮັກ, ​ໃຫ້​ພອນ, ​ແລະ ສອນ​ຜູ້​ຄົນ​ເຫລົ່ານັ້ນ ​ແລະ ຈຶ່ງ​ເຂົ້າ​ໃຈ​ວ່າ ພຣະອົງ​ຈະ​ເຮັດ​ຢ່າງ​ດຽວ​ກັນນັ້ນກັບເຮົາ, ຖ້າ​ຫາກ​ເຮົາ​ມາ​ຫາ​ພຣະອົງ ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ.16

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພະລັງ​ຂອງ​ພຣະຄຳ​ພີ​ມໍ​ມອນ. ບໍ່​ວ່າ​ຈະ​ອ່ານ​ມັນ​​ເປັນ​ພາ​ອັງກິດ, ພາສາອີ​ຕາ​ລີ, ຫລື ພາສາຝະຣັ່ງ ກໍ​ຕາມ; ບໍ່​ວ່າ​ຈະ​ອ່ານ​ຈາກ​ປຶ້ມ ຫລື ຈາກ​​ເຄື່ອງ​ອີເລັກ​​ໂທ​ນິກ ກໍ​ຕາມ, ຂ້າພະ​ເຈົ້າພົບ​ເຫັນ​ວ່າ ພຣະວິນ​ຍານ​ອັນ​ດຽວ​ກັນນັ້ນ ​ໄດ້​ຫລັ່ງ​ໄຫລ​ມາ​ຈາກ​ປຶ້ມ ​ເຂົ້າສູ່​ຊີວິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ສາມາດ​ຂອງ​ມັນ ທີ່​ຈະ​ໃຫ້​​ເຮົາເຂົ້າ​ໃກ້​ພຣະຄຣິດຫລາຍ​ຂຶ້ນ. ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ແຕ່ລະຄົນ ຈະ​ສວຍ​ໂອກາດຍຶດ​ເອົາ​ພະລັງ ທີ່​ມາ​ຈາກ​ພຣະຄຳ​ພີ​ທີ່​ດີ​ເລີດ​ນີ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ “‘You Can’t Close My Heart’: Ghanaian Saints and the Freeze,” Jan. 6, 2016, history.lds.org.

  2. 2 ນີ​ໄຟ 25:26.

  3. ອີ​​ເມ​ວຈາກ ນິ​ໂກ​ລັສ ​ໂອ​ໂຟຊູ-​ເຮ​ເນ, ວັນ​ທີ 27 ​ເດືອນ​ຕຸລາ, 2015.

  4. ​ເບິ່ງ Angelo Scarpulla, “My Search for the Restoration,” Tambuli, June 1993, 16–20; ອີ​ເມ​ວຈາກ ​ເອຊີ​ໂອ ຄາຣາມີ​ອາ, ວັນ​ທີ 16 ​ເດືອນ​ກັນຍາ, 2016.

  5. Autobiography of Parley P. Pratt, ed. Parley P. Pratt Jr. (1938), 37.

  6. ​ເບິ່ງ ​ໂມ​ໂຣ​ໄນ 10:4–5.

  7. Teachings of Presidents of the Church: Ezra Taft Benson (2014), 141.

  8. Thomas S. Monson, “Dare to Stand Alone,” Liahona, Nov. 2011, 62; see also Thomas S. Monson, “Priesthood Power,” Liahona, May 2011, 66; A Prophet’s Voice: Messages from Thomas S. Monson (2012), 490–94.

  9. ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ວ່າ: “ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທຸກ​ຄົນ ຄວນ​ມີ​ການ​ສຶກສາ​ພຣະຄຳ​ພີທຸກ​ວັນ. … ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ, ບໍ່​ວ່າ​ທ່ານ​ຈະ​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຫລື ​ເມັນ​ຄີ​ເສ​ເດັກ​ກໍ​ຕາມ, ​ແຕ່​ຖ້າ​ຫາກ​ທ່ານ​ຈະ​ສຶກສາ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ, ​ແລ້ວ​ພະລັງ​ຂອງ​ທ່ານ​ທີ່​ຈະ​ຕ້ານທານ​ກັບ​ການ​ລໍ້ລວງ ​ແລະ ການ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຊີວິດ​ຂອງ​ທ່ານ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ” (“Be Your Best Self,” Liahona, May 2009, 68).

  10. ​ແອວ​ມາ 28:14.

  11. “ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ຈາກ​​ເວລາ​ນີ້​ຕໍ່​ໄປ, ຖ້າ​ຫາກ​ເຮົາ​ຈະ​ອ່ານ [ພຣະຄຳ​ພີ​ມໍ​ມອນ] ​ແລະ ປະຕິບັດ​ຕາມ​ຄຳ​ສອນ​ຂອງ​ມັນ, ​ແລ້ວ​ພຣະ​ເຈົ້າຈະ​ຖອກ​ເທພຣະພອນ​ລົງ​ມາ​ເທິງ​ລູກທຸກ​ຄົນ​ຂອງ​ຊີ​ໂອນ ​ແລະ ສາດສະໜາ​ຈັກ ຈົນ​ບັດ​ນີ້ ກໍ​ບໍ່​ຮູ້​ເລີຍ” (Teachings: Ezra Taft Benson, 127).

  12. Marion G. Romney, “The Book of Mormon,” Ensign, May 1980, 67.

  13. ​ເບິ່ງ, ຍົກ​ຕົວຢ່າງ, ໜ້າ​ວິ​ເຄາະ​ສະບັບ​ຂອງ​ພຣະຄຳ​ພີ​ມໍ​ມອນ; 1 ນີ​ໄຟ 11; 2 ນີ​ໄຟ 25; ​ໂມ​ໄຊ​ຢາ 16; 18; ​ແອວ​ມາ 5; 12; ຮີ​ລາມັນ 5; 3 ນີ​ໄຟ 9; ມໍ​ມອນ 7.

  14. ​ເບິ່ງ, ຍົກ​ຕົວຢ່າງ, 2 ນີ​ໄຟ 2; 9; ​ໂມ​ໄຊ​ຢາ 3; ​ແອວ​ມາ 7; 34.

  15. ​ເບິ່ງ, ຍົກ​ຕົວຢ່າງ, 2 ນີ​ໄຟ 31; 3 ນີ​ໄຟ 11; 27.

  16. ​ເບິ່ງ 3 ນີ​ໄຟ 11–28.