​2010–2019
ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ?
​ເດືອນ​ຕຸລາ 2016


ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ?

ໃນ​ທີ່​ສຸດ, ​ເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ຕອບ​ຄຳ​ຖາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ ທີ່​ວ່າ: “ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?”

​ເມື່ອ​ຫລາຍ​ປີ​ກ່ອນ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ ​ໄດ້​ໄປ​ຢ້ຽມຢາມ​ແຜ່ນດິນ​ສັກ​ສິດ. ຄວາມ​ຈຳ​ໜຶ່ງ​ທີ່​ຂ້າພະ​ເຈົ້າຍັງ​ຈື່​ໄດ້​ຄັກ ​ແມ່ນຕອນໄປ​ເບິ່ງ​ຫ້ອງ​ຊັ້ນ​ເທິງ ​ຢູ່​ໃນ​ເມືອງ​ເຢຣູຊາ​ເລັມ, ຊຶ່ງ​ເປັນສະຖານ​ທີ່​ເດີມ ບ່ອນ​ຈັດ​​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ.

​ໃນ​ຂະນະ​ທີ່​ພວກ​ເຮົາ​ຢືນ​ຢູ່​​ໃນນັ້ນ, ຂ້າພະ​ເຈົ້າ​ໄດ້​ອ່ານ​ຈາກ ​ໂຢຮັນ 17, ບ່ອນ​ທີ່​ພຣະ​ເຢຊູ​ໄດ້​ອ້ອນວອນ​ພຣະບິດາ​ຂອງ​ພຣະອົງ ສຳລັບ​ສານຸສິດ​ຂອງ​ພຣະອົງ ມີ​ຄຳ​ວ່າ:

“ຂ້ານ້ອຍ​ອະທິຖານ​ເພື່ອ​ພວກ​ເຂົາ ... ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ. …

“ຂ້ານ້ອຍ​ອະທິຖານ​ບໍ່​ແມ່ນ​ແຕ່​ສຳລັບ​ພວກ​ເຂົາ​ເທົ່າ​ນັ້ນ, ​ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ວາງ​ໃຈ​ເຊື່ອ​ໃນ​ຂ້ານ້ອຍ ​ເພາະ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ;

“ເພື່ອ​ໃຫ້​ພວກ​ເຂົາ​ທັງ​ໝົດ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ໂອ້ ພຣະບິດາ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ, ​ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ, ​ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກ​ເຂົາ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.”1

ຂ້າພະ​ເຈົ້າ​​ໄດ້ຮູ້ສຶກ​ໂສກ​​ເສົ້າ ​ໃນ​ຂະນະ​ທີ່​ອ່ານ​ຖ້ອຍ​ຄຳ​​ເຫລົ່ານັ້ນ ​ແລະ ພົບ​ເຫັນ​ຕົວ​ເອງ​ອະທິຖານ ຢູ່​ໃນ​ສະຖານ​ທີ່ສັກສິດ​ນັ້ນ ​ເພື່ອ​ວ່າ​ຂ້າພະ​ເຈົ້າຈະສາມາດ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ກັບ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ແລະ ກັບ​ພຣະບິດາ​ເທິງ​ສະຫວັນຂອງ​ຂ້າພະ​ເຈົ້າ ​ແລະ ກັບພຣະບຸດ​ຂອງ​ພຣະອົງ.

ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ຄອບຄົວ, ໝູ່​ເພື່ອນ, ພຣະຜູ້​ເປັນ​ເຈົ້າ ​ແລະ ສາດສະໜາ​ຈັກ​ຂອງ​ພຣະອົງ ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ຊີວິດ. ​ເພາະ​ຄວາມ​ສຳພັນ​ດັ່ງກ່າວ​ມີ​ຄວາມ​ສຳຄັນ​ຫລາຍ, ສະນັ້ນ​ເຮົາ​ຄວນ​ທະນຸ​ຖະໜອມ​, ປົກ​ປ້ອງ, ​ແລະ ບຳລຸງ​ລ້ຽງ​ມັນ​ໄວ້​ໃຫ້​ດີ.

​ເລື່ອງ​ໜຶ່ງ​ໃນ​ພຣະຄຳ​ພີ ທີ່​ໜ້າ​ໂສກ​ເສົ້າ​ທີ່​ສຸດ ​ໄດ້​ເກີດ​ຂຶ້ນ ​ເມື່ອ “ສານຸສິດ​ຫລາຍ​ຄົນ [ຂອງ​ພຣະຜູ້​ເປັນ​ເຈົ້າ]” ​ມີ​ຄວາມ​ຫຍຸ້ງຍາກ​ທີ່​ຈະ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະອົງ, ​ແລະ ພວກ​ເຂົາ “ໄດ້​ທໍ້ຖອຍ, ​ແລະ ບໍ່​ໄປ​ກັບ​ພຣະອົງ​ອີກ.2

​ຂະນະ​ທີ່​ສານຸ​ສິດ​ເຫລົ່ານັ້ນໜີ​ໄປ, ພຣະ​ເຢຊູ​ໄດ້​ຫັນ​ໄປ​ຫາ​ສາວົກ​ສິບ​ສອງ​ຄົນ​ຂອງ​ພຣະອົງ ​ແລະ ​ຖາມ​ວ່າ, “ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?”3

​ເປ​ໂຕ​ໄດ້​ຕອບ​ວ່າ:

“ພຣະອົງ​ເອີຍ ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະອົງ​ເປັນ​ຜູ້​ມີຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ.

“ບັດ​ນີ້​ພວກ​ຂ້ານ້ອຍ​ເຊື່ອ ​ແລະ ຮູ້​ແລ້​ວວ່າ ພຣະອົງ​ເປັນ​ພຣະຄຣິດ, ​ເປັນ​ພຣະບຸດຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່.”4

​ໃນ​ເວລາ​ນັ້ນ​ເອງ, ​​ຂະນະ​ທີ່​ຄົນ​ອື່ນ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ເຂົາ​ເຈົ້າບໍ່​ສາມາດ​ຮັບ​​ຮູ້, ພວກ​ອັກຄະສາວົກ​ໄດ້​​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ພວກ​ເພິ່ນ ໄດ້ ​ເຊື່ອ ​ແລະ ຮູ້, ​ແລະ ສຸດ​ທ້າຍ, ພວກ​ເພິ່ນ​ກໍໄດ້​ຢູ່​ກັບ​ພຣະຄຣິດ.

ຕໍ່​ມາ, ​ໃນ​ງານ​ສະຫລອງບຸນ ເພັນ​ເຕຄໍ​ສະ​ເຕ, ອັກຄະ​ສາວົກ​ສິບ​ສອງຄົນ ​ໄດ້​ຮັບ​ຂອງ​ປະທານ​​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ພວກ​ເພິ່ນ​ໄດ້​ກາຍ​ເປັນ​ພະຍານ​ທີ່​ກ້າຫານ ຂອງ​ພຣະຄຣິດ ​ແລະ ​ໄດ້​ເລີ່ມຕົ້ນ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ເຖິງ​ຄຳສອນ​ຂອງ​ພຣະຄຣິດ.

ວັນ​ເວລາ​ຂອງ​ເຮົາ​ກໍ​ບໍ່​ແຕກ​ຕ່າງ​. ສຳລັບ​ບາງ​ຄົນ, ການ​ເຊື້ອ​ເຊີນ​ຂອງ​ພຣະຄຣິດ ​ເພື່ອ​ໃຫ້​ເຊື່ອ ​ແລະ ຢູ່​ກັບ​ພຣະອົງ ຍັງ​ເປັນ​ສິ່ງ​ຍາກ​ຢູ່—ຫລື ຍາກ​ທີ່​ຈະ​ຮັບ​ເອົາ. ສານຸສິດ​ບາງ​ຄົນ​ຍັງ​ພະຍາຍາມ​ເຂົ້າ​ໃຈ​ນະ​ໂຍບາຍ ​ແລະ ຄຳ​ສອນ​​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຂອງ​ສາດສະໜາ​ຈັກ​ຢູ່. ບາງ​ຄົນ​ກໍ​ມີ​ຄວາມ​ຂ້ອງ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ ​ຫລື ຂ້ອງ​ໃຈ​ກັບ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ສະມາຊິກ ​ແລະ ຜູ້ນຳ​ບາງ​ຄົນ, ທັງ​ໃນ​ອະດີດ ​ແລະ ​ໃນ​ປະຈຸ​ບັນ. ອີກບາງ​ຄົນ​ຍັງ​ມີ​ບັນຫາ​ເລື່ອງ​ການ​ດຳລົງ​ຊີວິດ​ຕາມ​ສາດສະໜາ ທີ່​ຮຽກຮ້ອງ​ຫລາຍ. ​ໃນ​ທີ່​ສຸດ ບາງ​ຄົນ​ໄດ້​ເລີ່​ມເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ.5 ສຳລັບ​ເຫດຜົນ​ທີ່​ກ່າວ​ມານັ້ນ ​ແລະ ​ເຫດຜົນອື່ນໆ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ບາງ​ຈຳນວນ ກໍ​ເລີຍ​ບໍ່​ແນ່​ໃຈ​​ໃນ​ສັດທາ​ຂອງ​ຕົນ, ສົງ​​ໄສ​ຖ້າ​ຫາກ​ເຂົາ​ເຈົ້າຄວນ​ຕິດຕາມ​ ຜູ້​ທີ່ “ໄດ້​ທໍ້ຖອຍ, ​ແລະ ບໍ່​ໄປ​ກັບ​ພຣະ​ເຢຊູອີກ.”

ຖ້າ​ມີ​ຄົນ​ໃດ​ໃນ​ພວກ​ທ່ານ ບໍ່​​ແນ່​ໃຈ​ກັບ​ສັດທາ​ຂອງ​ຕົນ, ຂ້າພະ​ເຈົ້າຂໍ​ຖາມ​ຄຳ​ຖາມ​ດຽວ​ກັນ​ກັບ ​ເປ​ໂຕ ​ໄດ້​ຖາມ​ວ່າ: “[ທ່ານ] ​ຈະ​ໜີ​ໄປ​ຫາ​ຜູ້​ໃດ?” ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​​ເຊົາ​ໄປ​ໂບດ ຫລື ໜີ​ໄປ​ຈາກ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລ້ວ​ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ການ​ຕັດສິນ​​ໃຈ​ທີ່​ຈະ “ບໍ່​ໄປ” ກັບ​ສະມາຊິກ​ຂອງສາດສະໜາຈັກ ​ແລະ ກັບ​ຜູ້ນຳ​ທີ່​ຖືກ​ເລືອກ​ຂອງ​ພຣະຜູ້​ເປັນ​ເຈົ້າ​ ຈະ​ມີ​ຜົນ​ກະທົບ​ອັນ​ຍາວ​ນານ ທີ່​ບໍ່​ສາມາດ​ຫລິງ​ເຫັນ​ໄດ້​ໃນ​ເວລາ​ນີ້. ອາດ​ມີ​ຄຳ​ສອນ​ບາງ​ຢ່າງ, ນະ​ໂຍບາຍ​ບາງ​ຂໍ້, ປະຫວັດສາດ​ບາງ​ຈຳນວນ ທີ່​ເຮັດ​ໃຫ້​ທ່ານ​ຂັດ​ກັບ​ສັດທາ​ຂອງ​ທ່ານ, ​ແລະ ທ່ານ​ອາດ​ຮູ້ສຶກ​ວ່າ ມີ​ວິທີ​ດຽວ​ທີ່​ຈະ​ແກ້​ໄຂ​ບັນຫາ​ນີ້​ໄດ້ ​ໃນ​ເວລາ​ນີ້ ຄື “ບໍ່​ໄປ” ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າອີກ. ​ຖ້າ​ຫາກ​ທ່ານ​ມີ​ຊີວິດ​ຢູ່​ດົນ​ນານເທົ່າ​ກັບ​ຂ້າພະ​ເຈົ້າ, ທ່ານ​ຈະ​ຮູ້​ວ່າ ທຸກ​ສິ່ງ​ຈະ​ມີ​ວິທີ​ແກ້​ໄຂຂອງມັນ​ເອງ. ຄວາມ​ຮູ້​ທີ່​ໄດ້​ຮັບ​ໂດຍ​ການ​ດົນ​ໃຈ ຫລື ການ​ເປີດ​ເຜີຍ ອາດ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ແກ່​ຄວາມ​ຂ້ອງ​ໃຈ​ດັ່ງກ່າວ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ການ​ຟື້ນ​ຟູ​ບໍ່​ໄດ້​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ ​ແລ້ວ​ສິ້ນ​ສຸດ​ລົງ, ​ແຕ່​ເປັນ​ການ​ຂະຫຍາຍອອກ​ກວ້າງ ທີ່ຕໍ່​ເນື່ອງ.

ຢ່າ​ປະ​ຖິ້ມ​ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່​ໄປ ຊຶ່ງ​ໄດ້​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດສະດາ ​ໂຈເຊັ​ບ ສະ​ມິດ. ຢ່າ​​ເຊົາອ່ານ, ​ຢ່າ​​ເຊົາໄຕ່ຕອງ, ​ແລະ ຢ່າ​​ເຊົານຳ​ໃຊ້​ຄຳ​ສອນ​ຂອງ​ພຣະຄຣິດ ທີ່​ມີ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ.

ຢ່າ​ເຊົາ​ຖວາຍ​ເວລາ​ທີ່​ເໝາະ​ສົມ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ ຜ່ານ​ຄວາມ​ພະຍາຍາມ​ທີ່​ຊື່ສັດ ​​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ. ​ດັ່ງ​ທີ່​ເພື່ອນ​ຮັກ ​ແລະ ​ເພື່ອ​ນຮ່ວມ​ງານ​ທີ່​ດີ​ຂອງ​ຂ້າພະ​ເຈົ້າ, ​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ, ​ໄດ້​ກ່າວ​ຄັ້ງໜຶ່ງ​ວ່າ, “​ເຮົາ​ບໍ່​ຄວນ​ຕັດສິນ​ລ່ວງ​ໜ້າ … ​ວ່າບາງ​ສິ່ງ​ທີ່​ເຮົາ​ບໍ່​ສາມາດ​ອະທິບາຍ, ນັ້ນຈະ​ເປັນ​ສິ່ງ​ທີ່​ບໍ່​ສາມາດ​ຖືກອະທິບາຍ​ໄດ້.”6

ສະນັ້ນ ກ່ອນ​ທ່ານ​ຈະ​ຕັດສິນ​ໃຈ​ທີ່​ສ່ຽງ​ໄພ​ທາງ​ວິນ​ຍານ ​ເພື່ອ​ໜີ​ໄປ, ຂ້າພະ​ເຈົ້າຂໍ​ຊັກ​ຊວນ​ທ່ານ​ໃຫ້​ຢຸດ ​ແລະ ຄິດ​ຢ່າງ​ຖີ່​ຖ້ວນ ກ່ອນ​ຈະ​ປະ​ຖິ້ມ​ສິ່ງ​ທີ່​ໄດ້​ນຳ​ທ່ານ​ມາສູ່ປະຈັກ​ພະຍານ​ເຖິງ​ ​ສາດສະໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຂອງ​ພຣະ​ເຢຊູ​ຄຣິດຕັ້ງ​ແຕ່​ຕົ້ນ. ​ໃຫ້​ທ່ານ​ຢຸດ ​ແລະ ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເຄີຍ​ຮູ້ສຶກ ​ແລະ ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້ສຶກ​ມັນ. ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບຕອນ​ທີ່​ພຣະວິນ​ຍານ​ບໍລິສຸດ​ໄດ້​ສະ​ແດງ​ປະຈັກ​ພະຍານ​ຕໍ່​ທ່ານ ​ເຖິງ​ຄວາມ​ຈິງ​ແຫ່ງນິລັນດອນ.

ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ພົບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ດຽວ​ກັນ​ກັບ​ທ່ານ, ທີ່​ມີ​ພຣະບິດາ​ມານ​ດາ​ເທິງ​ສະຫວັນ ທີ່​ຊົງ​ຮັກ, ຜູ້​ສອນ​ເຮົາ​ເຖິງ​ວິທີ​ກັບ​ໄປ​ຫາ​ທີ່​ປະ​ທັບ​ນິລັນດອນ​ຂອງ​ພວກ​ພຣະອົງ?

ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ຮັບ​ການ​ສິດສອນ​ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຜູ້​ທີ່​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ, ຜູ້​ໄດ້​ຮັບ​ທຸກທໍລະມານ ບໍ່​ພຽງ​ແຕ່​ສຳລັບ​ບາບ​ຂອງ​ທ່ານ​ເທົ່າ​ນັ້ນ ​ແຕ່​ໄດ້​ຮັບ​ທຸກທໍລະມານ​ “ກັບ​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ ​ແລະ ການ​ລໍ້​ລວງ​ທຸກ​ຢ່າງ” ​ເພື່ອ “ອຸທອນ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ​ເພື່ອ​ພຣະອົງ​ຈະ​ຮູ້ຈັກ​ຕາມ​ທາງ​ຂອງ​ເນື້ອໜັງ​ວ່າ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະອົງ​ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ,”7 ຊຶ່ງ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ພຣະອົງ​ໄດ້​ຮັບ​ທຸກທໍລະມານ​​ ​ເພື່ອຄວາມ​ອ່ອນ​ແອ​ຂອງສັດທາ​ນຳ​ອີກ?

ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ສຳລັບ​ຄວາມສຸກ​​ແລະ ຄວາມ​ສະຫງົບ​ນິລັນດອນ, ​ແຜນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ໄປ​ໄດ້, ຄຳ​ສອນ, ​ແລະ ການ​ນຳພາ ສຳລັບ​ຊີວິດ​ມະຕະ ​ແລະ ຊີ​ວິດ​ນິລັນດອນ​ຂອງ​ເຮົາ? ຈົ່ງ​ຈື່​ຈຳ​ໄວ້​ວ່າ, ​ແຜນ​ແຫ່ງ​ຄວາມ​ລອດ ​ເຮັດ​ໃຫ້​ຊີວິດ​ມະຕະ​ມີ​ຄວາມ​ໝາຍ, ມີຈຸດປະສົງ, ​ແລະ ມີການ​ຊີ້​ນຳ.

ທ່າ​ນຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ພົບ​ໂຄງ​ຮ່າງ​ການຈັດຕັ້ງຂອງ​ສາດສະໜາ​ຈັກ​ທີ່​ລະອຽດ ​ແລະ ໄດ້​ຮັບ​ການ​ດົນ​ໃຈ ຊຶ່ງ​ຜ່ານ​ສິ່ງ​ດັ່ງກ່າວ ທ່ານ​ໄດ້​ຮັບ​ການ​ສິດສອນ ​ແລະ ສະໜັບ​ສະໜູນ​ໂດຍ​ຊາຍ ​ແລະ ຍິງ ຜູ້​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ຮັບ​ໃຊ້​ທ່ານ ​ແລະ ຄອບຄົວ​ຂອງ​ທ່ານ?

ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ພົບ​ສາດສະດາ ​ແລະ ອັກຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່, ຜູ້​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ ​ເພື່ອ​ໃຫ້​ມາ​ເປັນ​ແຫລ່ງ​ແນະນຳ, ​ໃຫ້​ຄວາມ​ເຂົ້າ​ໃຈ, ​ໃຫ້ການ​ປອບ​ໂຍນ, ​ແລະ ​ໃຫ້ການ​ດົນ​ໃຈ ສຳລັບ​ການ​ທ້າ​ທາຍ ​ໃນ​ວັນ​ເວລາ​ຂອງ​ເຮົາ?

ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ພົບ​ເຫັນ​ຜູ້​ຄົນ​ທີ່​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ ​ແລະ ມາດຕະຖານ​ທີ່ຖືກ​​ຕັ້ງ​ໄວ້ ຊຶ່ງ​ທ່ານ​ໄດ້​ແ​ບ່ງປັນ ​ແລະ ສົ່ງ​ຕໍ່​ໃຫ້​ລູກຫລານຂອງ​ທ່ານຕໍ່ໆ​ໄປ?

​ແລະ ທ່ານ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ​ເພື່ອ​ປະສົບ​ກັບ​ຄວາມສຸກ ທີ່​ມາ​​ເຖິງ​ຜ່ານ​ທາງ​ພິທີການ ​ແລະ ພັນທະ​ສັນຍາ ທີ່​ຊ່ວຍ​​ໃຫ້​ລອດ ຂອງ​ພຣະວິຫານ?

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ຮັບ​ເອົາ ​ແລະ ການ​ດຳ​ລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ທີ່​ດຳລົງ​ຢູ່​ຂອງ​ພຣະຄຣິດ ອາດ​ເປັນ​ສິ່ງ​ທ້າ​ທາຍ. ມັນ​ເປັນ​ແບບ​ນີ້​ຢູ່​ແລ້ວ, ​ແລະ ກໍ​ຈະ​ເປັນ​ແບບ​ນີ້​​ເລື້ອຍ​ໄປ. ຊີວິດ​ອາດ​ເປັນ​ຄື​ກັນ​ກັບການປີນ​ພູ ຂຶ້ນ​​ເຖິງ​ບ່ອນ​ສູງ​ຊັນ. ​ເປັນ​ເລື່ອງ​ທຳ​ມະ​ດາ ທີ່​ບາງ​ເທື່ອ​ເຮົາ​ຕ້ອງ​​ໄດ້​ຢຸດ​ພັກຜ່ອນ ​ເພື່ອ​ຫັນ​ໃຈ, ​​ເພື່ອ​ສຳຫລວດ​ເບິ່ງ​ເສັ້ນທາງ, ​ແລະ ​ເພື່ອ​​ໄຕ່ຕອງ​ກ່ຽວ​ກັບບາດກ້າວ​ເດີນ​ຂອງ​ເຮົາ. ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈຳ​ເປັນ​ຕ້ອງ​ຢຸດ​ພັກຜ່ອນ, ​ແຕ່​ບໍ່​ຜິດ​ດອກ​ທີ່​ຈະ​ພັກຜ່ອນ ຕາມ​ຄວາມ​ຈຳ​ເປັນ​ຂອງ​ສະພາບ​ການ. ຕາ​ມຈິງ​ແລ້ວ, ອາດ​ເປັນ​ສິ່ງ​ດີ​​ ສຳລັບ​ຜູ້​ທີ່​ໄດ້​ກັບ​ຄືນມາ​ດື່ມນ້ຳທີ່​ປະກອບ​ດ້ວຍ​ຊີວິດ​​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ ຄືນ​ໃໝ່.

ສິ່ງ​ອັນ​ຕະລາຍ​ກໍ​ຄື ບາງ​ຄົນ​​ໄດ້​ເລືອກ​ເດີນ​ໜີ​ອອກ​ຈາກ​ເສັ້ນທາງ​ທີ່​ພາ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີວິດ.8 ບາງ​ເທື່ອ​ເຮົາ​ສາມາດ​ຮຽນ​ຮູ້, ສຶກສາ, ​ແລະ ຮູ້ຈັກ, ​ແລະ ບາງ​ເທື່ອ ​ເຮົາ​ຕ້ອງ​ເຊື່ອ, ​ໄວ້​ວາງ​ໃຈ, ​ແລະ ມີ​ຄວາມ​ຫວັງ.

​ໃນ​ທີ່​ສຸດ, ​ເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ຕອບ​ຄຳ​ຖາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ ທີ່​ວ່າ: “ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?”9 ເຮົາ​ທຸກ​ຄົນ​ຕ້ອງ​ຊອກ​ຫາ​ຄຳ​ຕອບ​ດ້ວຍ​ຕົວ​ເອງ. ສຳລັບ​ບາງ​ຄົນ, ຈະຫາ​ຄຳ​ຕອບ​ໄດ້​ຢ່າງ​ງ່າຍໆ; ສຳລັບ​ບາງ​ຄົນ, ອາດຫາ​ໄດ້ຍາ​ກ. ຂ້າພະ​ເຈົ້າບໍ່ຮູ້​ວ່າ ​ເປັນ​ຫຍັງ​ສັດທາ​ທີ່​ຈະ​ເຊື່ອ ມາ​ເຖິງ​ຢ່າງ​ງ່າຍດາຍ​ສຳລັບ​ບາງ​ຄົນ ​ແລະ ຕໍ່ອີກ​ບາງ​ຄົນ ​​ມາ​ເຖິງ​ຍາກ​ທີ່​ສຸດ. ຂ້າພະ​ເຈົ້າພຽງ​ແຕ່​ມີ​ຄວາມ​ກະຕັນຍູຫລາຍ​ທີ່​ສຸດ ທີ່​ຮູ້​ວ່າ ຄຳ​ຕອບນັ້ນ​ມີ​ຢູ່​ແລ້ວ, ​ແລະ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ຊອກ​ຫາ​ມັນ—ຕັ້ງ​ໃຈ​ຊອກ​ຫາ​ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ ​ແລະ ດ້ວຍຄວາມ​ມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ​ ດ້ວຍ​ການອະທິຖານ—​ແລ້ວ​ໃນ​ທີ່​ສຸດ ​ເຮົາ​ຈະ​ພົບ​ຄຳ​ຕອບຕໍ່​ຄຳ​ຖາມ​ຂອງ​ເຮົາ ​ໃນ​ຂະນະ​ທີ່​ເຮົາ​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ. ​ໃນ​ໄລຍະ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເຄີຍ​ເຫັນ​ຜູ້​ຄົນ​ທີ່​ໄດ້​ອອກ​ໜີ​ໄປ ​ແລ້ວ​ຫວນ​ກັບ​ຄືນ​ມາ ຫລັງ​ການ​ໄດ້​ຮັບ​ການ​ທົດ​ລອງ​ທາງ​ສັດທາ.

ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ​ເຮົາ​ຈະ​​ເຊື້ອ​ເຊີນ​ລູກໆ​ຂອງ​ພຣະ​ເຈົ້າ ​​ໃຫ້​ມາ​ພົບ​ເຫັນ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ ​ແລະ ​ເດີນ​ໄປ​ຢູ່​ໃນ​​ເສັ້ນທາງຄື​ກັນ ​ເພື່ອ​ເຂົາ​ເຈົ້າຈະ​ສາມາດ “ຮັບ​ສ່ວນ​ໝາກ​ໄມ້, ຊຶ່ງ [ເປັນ] ທີ່​ເພິ່ງ​ປາດ​ຖະໜາ​ເໜືອກ​ວ່າ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ.”10

ຂ້າພະ​ເຈົ້າອ້ອນວອນ​ຢ່າງ​ຈິງ​ໃຈ ​ເພື່ອ​ວ່າ​ເຮົາ​ຈະ​ຊຸກຍູ້, ຮັບ​ຮູ້, ​ເຂົ້າ​ໃຈ, ​ແລະ ຮັກ​ຄົນ​ທີ່​ກຳລັງມີ​ບັນ​ຫາ​ກັບ​ສັດທາ​ຂອງ​ຕົນ. ​ເຮົາ​ບໍ່​ຄວນ​ເມີນ​ເສີຍ​ຈາກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ. ​ເຮົາ​ຢູ່​ໃນ​ຈຸດ​ທີ່​ແຕກ​ຕ່າງ​ກັນ ຢູ່​ໃນ​ເສັ້ນທາງ, ​ແລະ ​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕໍ່​ກັນ ດັ່ງ​ທີ່​ຄວນ.

ດັ່ງ​ທີ່​ເຮົາ​ໄດ້​ວາ​ແຂນ​ຕ້ອນຮັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ​ເຮົາ​ກໍ​ຄວນ​​ໂອບ​ກອດ ​ແລະ ຊ່ວຍ​ເຫລືອ ຜູ້​ທີ່​ມີ​ຄຳ​ຖາມ ​ແລະ ມີ​ຄວາມ​ຫວັ່ນ​ໄຫວ​ໃນ​ສັດທາ​ຂອງ​ເຂົາ​ເຈົ້າ.

​ໃນ​ການ​ໃຊ້​ຄຳ​ປຽບທຽບ​ຢ່າງ​ໜຶ່ງ​ອີກ​ທີ່ຄຸ້ນ​ຫູ, ຂ້າພະ​ເຈົ້າອະທິຖານ​ວ່າ ຜູ້​ທີ່​ກຳລັງ​ຄິດ​ຈະ​ໜີ​ໄປ​ຈາກ “ເຮືອ​ເກົ່າ​ຊີ​ໂອນ​ລຳ​ນີ້,” ບ່ອນ​ທີ່​ພຣະ​ເຈົ້າ ​ແລະ ພຣະຄຣິດ ​ເປັນ​ຜູ້ຂັດທ້າຍ​ເຮືອ, ຄວນ​ຢຸດ ​ແລະ ຄິດ ຢ່າ​ງຖີ່​ຖ້ວນ​ເສຍ​ກ່ອນ, ກ່ອນ​ຈະ​ເຮັດ.

ຂໍ​ໃຫ້​ຮູ້​ໄວ້​ວ່າ ​ເຖິງ​ແມ່ນ​ລົມພະຍຸ​ຈະພັດ​ມາ​ແຮງ ​ແລະ ຟອງນ້ຳຊັດ​ໃສ່​ເຮືອ​ເກົ່າ​ລຳ​ນີ້, ​ແຕ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່ຢູ່​ໃນ​ເຮືອ ຈະສາມາດສັ່ງ​​ໃຫ້​ມັນ​ຢຸດ ດ້ວຍ​ຄຳ​ວ່າ, “ງຽບ​ສະຫງົບ​ແມ.” ຈົນ​ກວ່າ​ເວລາ​ນັ້ນຈະ​ມາ​ເຖິງ, ​ເຮົາ​ບໍ່​ຕ້ອງ​ຢ້ານ, ​ແລະ ​ເຮົາ​ຈະ​ຕ້ອງ​ມີ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ ​ແລະ ຮູ້​ວ່າ “ແມ່ນ​ແຕ່​ລົມ ​ແລະ ນ້ຳ ກໍ​ເຊື່ອ​ຟັງ​ພຣະອົງ.”11

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ ​ໃນພຣະນາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດວ່າ ພຣະອົງ​ຈະ​ບໍ່​ປະ​ຖິ້ມ​ສາດສະໜາ​ຈັກ​ຂອງ​ພຣະອົງ ​ແລະ ວ່າ​ພຣະອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ຈັກ​ຄົນ. ຈົ່ງ​ຈື່​ຈຳ​ຄຳ​ຕອບ​ຂອງ​ ​ເປ​ໂຕ ຕໍ່​ຄຳ​ຖາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ທີ່​ວ່າ:

“ພຣະອົງ​ເອີຍ ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະອົງ​ເປັນ​ຜູ້​ມີຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ.

“ບັດ​ນີ້​ພວກ​ຂ້ານ້ອຍ​ເຊື່ອ ​ແລະ ຮູ້​ແລ້ວວ່າ ພຣະອົງ​ເປັນ​ພຣະຄຣິດ, ​ເປັນ​ພຣະບຸດຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່.”12

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ບໍ່​ມີ “ນາມອື່ນ​ໃດ​ໃຫ້​ໄວ້ ຫລື ທາງ​ອື່ນ​ໃດ ຫລື ວິທີ​ໃດ​ທີ່​ຄວາມ​ລອດ​ຈະ​ມາ​ຫາ​ລູກ​ຫລານ​ມະນຸດ​ໄດ້ ນອກຈາກ​ໃນ ​ແລະ ​ໂດຍ​ພຣະນາມ​ຂອງ​ພຣະຄຣິດ.”13

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ອີກ​ວ່າ ພຣະ​ເຢຊູ​ຄຣິດ​ໄດ້​ເອີ້ນ​ອັກຄະ​ສາວົກ ​ແລະ ສາດສະດາ ​ໃນ​ວັນ​ເວລາ​ຂອງ​ເຮົາ ​ແລະ ​ໄດ້​ຟື້ນ​ຟູ​ສາດສະໜາ​ຈັກ​ຂອງ​ພຣະອົງ​ ດ້ວຍ​ຄຳ​ສອນ ​ແລະ ພຣະບັນຍັດ ຄືນ​ມາ​ໃໝ່ ​ຊຶ່ງເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະຍຸ, ​ແລະ ຈາກ​ພຣະພິ​ໂລດ ທີ່​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ຍົກ​ເວັ້ນ​ແຕ່​ຜູ້​ຄົນ​ຂອງ​ໂລກ​ນີ້​ຈະກັບ​ໃຈ ​ແລະ ຫັນ​ມາ​ຫາ​ພຣະອົງ.14

ຂ້າພະ​ເຈົ້າ​ເປັນ​ພະຍານ​ຕື່ມ​ອີກ​ວ່າ ພຣະ​ຜູ້​ເປັນເຈົ້າ “ຈະ​ເຊື້ອ​ເຊີນ​ເຂົາ​ທັງ​ໝົດ​ໃຫ້​ເຂົ້າມາ​ຫາ​ພຣະອົງ; ​ແລະ ຮັບ​ສ່ວນ​ພຣະກະລຸນາ​ທິຄຸນ​ຂອງ​ພຣະອົງ; ​ແລະ ພຣະອົງ​ບໍ່​ປະຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະອົງ​ເລີຍ, ບໍ່​ວ່າ​ດຳ ​ແລະ ຂາວ, ຂ້າ​ທາດ ​ແລະ ຜູ້​ເປັນ​ອິດ​ສະລະ, ຊາຍ ​ແລະ ຍິງ; ... ​ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳລັບ​ພຣະ​ເຈົ້າ.”15

ພຣະ​ເຢຊູ​ຄື ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ​ແລະ ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະອົງ ຈະ​ນຳພາ​ເຮົາ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະບິດາ​ມານ​ດາ​ເທິງ​ສະຫວັນ​ຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ ຖ້າ​ຫາກ​ເຮົາ​ຢູ່​ໃນ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ ​ແລະ ຕິດຕາມຮອຍ​ພຣະບາດ​ຂອງ​ພຣະອົງ​ໄປ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.