​2010–2019
ລຸ້ນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້
ເດືອນ​ເມສາ 2017


ລຸ້ນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້

ເມື່ອ​ທ່ານ​ສອນ, ນຳ​ພາ, ແລະ ຮັກ​ລູກໆ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ຈະ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ຈະ​ຊ່ວຍ​ທ່ານ​ໄດ້​ໃນ​ການ​ສ້າງ ແລະ ການ​ໃຫ້​ອາ​ວຸດ​ປ້ອງ​ກັນ​ແກ່​ລູກໆຜູ້​ກ້າ​ຫານ ແລະ ຕ້ານ​ທານ​ກັບ​ຄວາມ​ບາບ​ເຫລົ່າ​ນັ້ນ.

ເມື່ອ​ປີ​ເຄິ່ງ​ທີ່​ຜ່ານ​ມາ​ນີ້, ປະ​ທານຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນ “ທີ່​ຈະ​ສອນ ແລະ ສ້າງ​ຄົນ​ໃຫ້​ເປັນ​ລຸ້ນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້.”1 ສຳ​ນວນນັ້ນ ​ທີ່​ວ່າ—“ລຸ້ນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້”—ມີ​ຄວາມ​ໝາຍ​ຫລາຍ​ ທາງ​ວິນ​ຍານ​ສຳ​ລັບ​ຂ້າ​ພະ​ເຈົ້າ.

ເຮົາ​ໃຫ້​ກຽດ​ເດັກນ້ອຍ ຜູ້​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ທີ່​ບໍ​ລິ​ສຸດ ແລະ ເຊື່ອ​ຟັງ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເດັກ​ນ້ອຍ​ທັງ​ຫລາຍ ຕະ​ຫລອດ​ທົ່ວ​ໂລກ. ພວກ​ເຂົາ​ຢືນ​ຢູ່​ຢ່າງທຸ່ນ​ທ່ຽງ​, “ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ”2 ຢູ່​ໃນ​ສະ​ຖາ​ນະ​ການ ແລະ ສະ​ພາບ​ແວດ​ລ້ອມ​ອັນ​ທ້າ​ທາຍ​ທີ່​ແຕກ​ຕ່າງ​ກັນ. ເດັກ​ນ້ອຍ​ເຫລົ່າ​ນີ້​ເຂົ້າ​ໃຈ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພວກ​ເຂົາ, ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນທີ່​ມີ​ຕໍ່​ພວກ​ເຂົາ, ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ເດັກ​ນ້ອຍ​ທີ່​ດີ້ນ​ລົນ​ທີ່​ຈະ​ຢືນຢູ່​ຢ່າງ “ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ” ແລະ ຜູ້​ທີ່​ມີ​ຈິດ​ໃຈ​ທີ່​ຮູ້​ສຶກ​ໄວ​ ​ແຕ່​ກໍໄດ້​ຮັບ​ບາດ​ເຈັບ.3 ພວກ​ເຂົາ​ຖືກ​ໂຈມ​ຕີ​ຈາກ​ທຸກໆ​ດ້ານ​ໂດຍ “ລູກ​ສອນ​ໄຟ​ທັງ​ໝົດ​ຂອງ​ມານ​ຊົ່ວ​ຮ້າຍ”4 ແລະ ຕ້ອງ​ການ ​ການ​ເສີມ​ສ້າງ​ກຳ​ລັງ ແລະ ການ​ຊ່ວຍ​ເຫລືອ. ພວກ​ເຂົາ​ເປັນ​ປັດ​ໃຈ​ທີ່​ຊຸກ​ຍູ້​ເຮົາ ​ໃຫ້ຢືນ​ຂຶ້ນ​ເປັນ​ພາກ​ສ່ວນ ແລະ ຕໍ່​ສູ້​ໃນ​ສົງ​ຄາມ​ເພື່ອ​ຕ້ານ​ທານ​ຄວາມ​ບາບ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ນຳ​ລູກໆ​ຂອງ​ເຮົາ​ໃຫ້​ມາ​ສູ່​ພຣະ​ຄຣິດ.

ຂໍ​ໃຫ້​ຟັງ​ຖ້ອຍ​ຄຳ​ຂອງ ແອວ​ເດີ ບຣູສ໌ ອາ ມັກ​ຄອງ​ກີ ເກືອບ 43 ປີ​ທີ່​ຜ່ານ​ມາ ທີ່​ວ່າ:

“ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ມີ​ພາກ​ສ່ວນ​ຢູ່​ໃນ​ການ​ສູ້​ຮົບ​ທີ່​ຍິ່ງ​ໃຫຍ່. ເຮົາ​ກຳ​ລັງ​ຢູ່​ໃນ​ສົງ​ຄາມ. ເຮົາ​ໄດ້​ເຂົ້າ​ຮ່ວມ​ໃນ​ອຸ​ດົມ​ການ​ຂອງ​ພຣະ​ຄຣິດ ທີ່​ຕໍ່​ສູ້​ກັບ​ລູ​ຊິ​ເຟີ. …

“ເຮົາ​ຢູ່​ໃນ​ສົງ​ຄາມ​ທີ່​ດຳ​ເນີນ​ຕໍ່​ໄປ​ຢ່າງ​ຮ້າຍ​ແຮງ​ໃນ​ທຸກໆ​ດ້ານ ແລະ ເປັນ​ໂຊກ​ຮ້າຍ​ທີ່​ກໍ່​ໃຫ້​ເກີດ​ການ​ບາດ​ເຈັບ​ຢ່າງ​ຫລວງ​ຫລາຍ, ບາງ​ເທື່ອ​ກໍ​ອັນ​ຕະ​ລາຍ​ຈົນ​ເຖິງ​ຕາຍ, ນີ້​ບໍ່​ໄດ້​ເປັນ​ເລື່ອງ​ໃໝ່. ...

“ບັດ​ນີ້​ຈະ​ບໍ່​ມີ​ຄົນ​ກາງ ແລະ ຈະ​ເປັນ​ຄົນ​ກາງ​ບໍ່​ໄດ້​ອີກ​ຕໍ່​ໄປ​ແລ້ວ ໃນ​ສົງ​ຄາມ​ນີ້.”5

ໃນ​ວັນ​ເວ​ລາ​ນີ້ ສົງ​ຄາມ​ນັ້ນ​ກໍ​ກ້າວ​ໄປ​ໜ້າ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ມີ​ຫລາຍ​ຂຶ້ນ. ການ​ສູ້​ຮົບ​ນີ້​ກໍ​ສຳ​ພັດ​ເຮົາ​ທຸກ​ຄົນ, ແລະ ລູກໆ​ຂອງ​ເຮົາ​ກໍ​ຢູ່​ດ້ານ​ໜ້າ ຮັບ​ມື​ກັບ​ກຳ​ລັງ​ທີ່​ກົງ​ກັນ​ຂ້າມ. ສະ​ນັ້ນ, ຄວາມ​ຕ້ອງ​ການ​ນັ້ນ​ກໍ​ມີ​ຫລາຍ​ຂຶ້ນ ສຳ​ລັບ​ເຮົາ​ທີ່​ຈະ​ເສີມ​ກຳ​ລັງ​ໃຫ້​ແກ່​ຍຸດ​ທະ​ວິ​ທີ​ທາງ​ວິນ​ຍານ​ຂອງ​ເຮົາ.

ການ​ເສີມ​ກຳ​ລັງ​ໃຫ້​ລູກໆ​ຂອງ​ເຮົາ​ໃຫ້​ກາຍ​ເປັນ​ລຸ້ນ​ຄົນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້ ເປັນ​ວຽກ​ງານ ແລະ ເປັນ​ພອນ​ໃຫ້​ແກ່​ພໍ່​ແມ່, ປູ່ຍ່າ​ຕາ​ຍາຍ, ສະ​ມາ​ຊິກ​ໃນ​ຄອບ​ຄົວ, ຄູ​ສອນ, ແລະ ຜູ້​ນຳ. ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຊ່ວຍ​ເຫລືອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ ພໍ່​ແມ່ ​ໂດຍ​ສະ​ເພາະ ໃຫ້​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ເລື່ອງ​ການ​ກັບ​ໃຈ, ການ​ມີສັດ​ທາ​ໃນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ແລະ ເລື່ອງ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” ແລະ “ໃຫ້​ອະ​ທິ​ຖານ, ແລະ ເດີນ​ໄປ​ຢ່າງ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”6

ການ​ລ້ຽງ​ດູ​ລູກໆ [ຂອງ​ເຮົາ] ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ7 ອາດ​ເປັນ​ຄຳ​ຖາມ​ທີ່​ທ້າ​ທາຍ ເພາະ​ມັນ​ຖືກ​ຈັດ​ຂຶ້ນ​ໂດຍ​ສະ​ເພາະ​ສຳ​ລັບ​ຄອບ​ຄົວ ແລະ ເດັກນ້ອຍ​ແຕ່​ລະ​ຄົນ​, ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ການ​ຊີ້​ນຳ​ທີ່​ກ່ຽວ​ພັນ​ກັບ​ທຸກ​ຄົນ​ທີ່​ຈະ​ຊ່ວຍ​ເຮົາ. ພຣະ​ວິນຍານ​ຈະ​ດົນ​ໃຈ​ເຮົາ ໃນ​ວິ​ທີ​ທາງ​ທີ່​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ ເພື່ອ​ເຮົາ​ຈະ​ສາ​ມາດ​ຕຽມ​ລູກໆ​ຂອງ​ເຮົາ​ໄດ້​ທາງ​ວິນ​ຍານ.

ເພື່ອ​ຈະ​ເລີ່ມ​ຕົ້ນ, ການ​ມີ​ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນັ້ນ​ແມ່ນ​ສຳ​ຄັນ​ຫລາຍ. ເຮົາ​ຕ້ອງ​ເຂົ້າ​ໃຈ​ເອ​ກະ​ລັກ ແລະ ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ—ແລະ ຂອງ​ພວກ​ເຂົາ—ກ່ອນ​ທີ່​ເຮົາ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ເຮົາ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ເປັນ​ ໃຜ ແລະ ວ່າ ເປັນຫຍັງ ພວກ​ເຂົາ​ມາ​ຢູ່​ນີ້. ເຮົາ​ຕ້ອງ​ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້ ປາດ​ສະ​ຈາກ​ຄວາມ​ສົງ​ໄສ​ວ່າ ພວກ​ເຂົາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ວ່າ​ພຣະ​ອົງ​ມີ​ຄວາມ​ຄາດ​ໝາຍແຫ່ງ​ສະ​ຫວັນ​ຫຍັງ​ແດ່​ຈາກ​ພວກ​ເຂົາ.

ສອງ, ການ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຂອງ​ການ​ກັບ​ໃຈ​ກໍ​ສຳ​ຄັນ​ຕໍ່​ການ​ຕ້ານ​ທານກັບ​ຄວາມ​ບາບ. ການ​ຕ້ານ​ທານກັບ​ຄວາມ​ບາບ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ມີ​ບາບ, ແຕ່​ມັນ​ກ່ຽວ​ພັນ​ກັບ​ການ​ກັບ​ໃຈ​ຢ່າງ​ຕໍ່​ເນື່ອງ, ເອົາ​ໃຈ​ໃສ່ ແລະ ມີ​ຄ່າ​ຄວນ. ບາງ​ທີ​ການ​ຕ້ານ​ທານ​ກັບ​ຄວາມບາບ​ຈະ​ມີ​ມາ ດັ່ງ​ພອນ​ຈາກ​ການ​ຕ້ານ​ທານ​ກັບ​ຄວາມບາບ​ເທື່ອ​ແລ້ວ​ເທື່ອ​ອີກ. ດັ່ງ​ທີ່ຢາ​ໂກ​ໂບ​ໄດ້​ກ່າວວ່າ, “ຈົ່ງ​ຕໍ່​ສູ້​ກັບ​ມານ ແລ້ວ​ມັນ​ຈະ​ໜີ​ຈາກ​ພວກ​ເຈົ້າ​ໄປ.”8

ກອງ​ທະ​ຫານ​ໜຸ່ມ “ເປັນ​ຄົນ​ກ້າ​ຫານ​ທີ່​ສຸດ … ; ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພວກ​ເຂົາ ... ເປັນ​ຄົນ​ເອົາ​ການ​ເອົາ​ງານ​ຢູ່​ຕະ​ຫລອດ​ເວ​ລາ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ມອບ​ໝາຍ; ແທ້​ຈິງ​ແລ້ວ, ... ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.”9 ຊາຍ​ໜຸ່ມ​ເຫລົ່າ​ນີ້​ໄດ້​ອອກ​ໄປ​ຕໍ່​ສູ້​ໃນ​ສົງ​ຄາມ ໂດຍ​ການ​ຈັບ​ເອົາ​ຄຸນ​ນະ​ທຳ​ເໝືອນ​ດັ່ງ​ພຣະ​ຄຣິດ ໄປ​ເປັນ​ອາ​ວຸດ​ເພື່ອ​ຕໍ່​ຕ້ານ​ສັດ​ຕູ​ຂອງ​ພວກ​ເຂົາ. ປະທານ​ທອມ​ມັສ ແອັສ ມອນ​ສັນ ​ເຕືອນ​ໃຈເຮົາ​ວ່າ “ເຮົາ​ຈະ​ຖືກ​ເອີ້ນ​ໃຫ້​ມີ​ຄວາມ​ກ້າຫານ​ເລື້ອຍໆ. ທຸກ​ມື້​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ—ບໍ່​ແມ່ນ​ແຕ່​ໃນ​ໂອກາດ​ທີ່​ໃຫຍ່​ໂຕ​ເທົ່າ​ນັ້ນ, ​ແຕ່​ສ່ວນ​ຫລາຍ​ແມ່ນ​ຕອນ​ທີ່​ເຮົາ​ຕ້ອງຕັດສິນ​ໃຈ ຫລື ປະ​ເຊີນ​ກັບ​ສະພາບ​ການ​ທີ່​ເກີດ​ຂຶ້ນຢູ່ອ້ອມ​ຮອບ​ເຮົາ.”10

ລູກໆ​ຂອງ​ເຮົາ​ສວມ​ໃສ່​ເຄື່ອງ​ປ້ອງ​ກັນ​ຕົວ​ທາງ​ວິນ​ຍານ ຂະ​ນະ​ທີ່​ພວກ​ເຂົາ​ຈັດ​ແບບ​ແຜນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທຸກໆ​ມື້​ຢ່າງ​ເປັນ​ສ່ວນ​ຕົວ. ບາງ​ທີ​ເຮົາ​ກໍ​ຈະປະ​ໝາດ​ຄວາມ​ສາ​ມາດ​ຂອງ​ລູກໆ​ຂອງ​ເຮົາ ທີ່​ຈະ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທຸກໆ​ວັນ. ປະ​ທານ​ເຮັນ​ຣີ ບີ ​ໄອ​ຣິງ ໄດ້​ແນະ​ນຳ​ເຮົາ​ໃຫ້ “ເລີ່ມ​ສອນລູກໆ​ຕັ້ງ​ແຕ່​ຕົ້ນ ແລະ ສອນ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ.”11 ສະ​ນັ້ນ ຈຸດ​ສຳ​ຄັນ​ທີ​ສາມ ທີ່​ຈະ​ຊ່ວຍ​ລູກໆ​ໃຫ້​ກາຍ​ເປັນ​ຄົນ​ທີ່​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້ ແມ່ນ​ທີ່​ຈະ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ໄວ​ອ່ອນໆ ເພື່ອ​ຈະ​ສັ່ງ​ສອນ​ຄຳ​ສອນ ​ແລະ ຫລັກ​ທຳ​ຂັ້ນ​ພື້ນຖານ—​ຈາກ​ພຣະ​ຄຳ​ພີ, ຫລັກ​ແຫ່ງ​ຄວາມ​ເຊື່ອ, ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ເພງ​ປະ​ຖົມ​ໄວ, ເພງ​ສວດ, ແລະ ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ເຮົາ​ເອງ—ທີ່​ຈະ​ນຳ​ພາ​ລູກໆ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ສ້າງ​ນິ​ໄສ​ທີ່​ສະ​ໝ່ຳ​ສະ​ເໝີ​ຂອງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ສັງ​ສັນ​ໃນ​ຄອບ​ຄົວ, ແລະ ການ​ນະ​ມັດ​ສະ​ການ​ໃນ​ວັນ​ອາ​ທິດ​ຈະ​ນຳ​ໄປ​ສູ່​ຄວາມ​ສົມ​ບູນ, ຄວາມ​ສະ​ໝ່ຳ​ສະ​ເໝີ​ພາຍ​ໃນ​ຕົວ, ແລະ ຄຸນ​ນະ​ທຳ​ທາງ​ສິນ​ທຳ—ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື, ຄຸນ​ນະ​ທຳ​ທາງ​ວິນ​ຍານ. ໃນ​ໂລກ​ຍຸກ​ສະ​ໄໝ​ໃໝ່​ນີ້, ບ່ອນ​ທີ່​ຄຸນ​ນະ​ທຳ​ໄດ້​ສູນ​ຫາຍ​ໄປ​ແລ້ວ, ລູກໆ​ຂອງ​ເຮົາ​ສົມ​ຄວນ​ຈະ​ເຂົ້າ​ໃຈ​ວ່າ ສິ່ງ​ໃດ​ຄື​ຄຸນ​ນະ​ທຳ​ທີ່​ແທ້​ຈິງ ແລະ ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນຫລາຍ—ໂດຍ​ສະ​ເພາະ​ໃນ​ຂະ​ນະ​ທີ່​ເຮົາ​ຕຽມ​ພວກ​ເຂົາ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຕອນ​ບັບຕິ​ສະມາ ແລະ ໃນ​ພຣະ​ວິ​ຫານ. ດັ່ງ​ທີ່​ປຶ້ມ, ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສອນ​ວ່າ, “ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຕຽມ​ຄົນ [ຮ່ວມ​ທັງ​ຜູ້​ຄົນ​ທີ່​ຍັງ​ນ້ອຍໆ] ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາອັນ​ສັກສິດ​ຕ່າງໆ.”12

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສອນ​ວ່າ, “ເມື່ອ​ເຮົາ​ກ່າວ​ເຖິງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ກໍ​ກ່າວ​ເຖິງ​ຈຸດ​ປະ​ສົງ​ທີ່​ສຳ​ຄັນທີ່​ສຸດ​ໃນ​ຊີ​ວິດ​ມະ​ຕະ.”13 ມັນ​ມີ​ພະ​ລັງ​ທີ່​ບໍ່​ທຳ​ມະ​ດາ​ໃນ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຜູ້​ປໍ​ລະ​ປັກ​ຮູ້​ເລື່ອງ​ນີ້, ສະ​ນັ້ນ​ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ການ​ເຮັດ​ພັນ​ທະ​ສັນ​ຍາ​ສັບ​ສົນໃນ​ຄວາມ​ຄິດ​ຂອງ​ຄົນ.14 ການ​ຊ່ວຍ​ໃຫ້​ລູກໆ​ເຂົ້າ​ໃຈ, ເຮັດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກໍ​ເປັນ​ຈຸດ​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ສ້າງ​ລຸ້ນ​ທີ່​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້.

ເຮົາ​ຈະ​ຕຽມ​ລູກໆ​ຂອງ​ເຮົາ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນສັກ​ສິດ​ໄດ້ແນວ​ໃດ ຂະ​ນະ​ທີ່​ພວກ​ເຂົາ​ເຂົ້າ​ໄປ ແລະ ກ້າວ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ຂອງ​ພັນ​ທະ​ສັນ​ຍາ? ການ​ສອນ​ລູກໆ​ໃຫ້​ຮັກ​ສາ​ຄຳ​ສັນ​ຍາອັນ​ງ່າຍໆ ເມື່ອ​ພວກ​ເຂົາ​ຍັງ​ນ້ອຍ​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ພະ​ລັງ​ທີ່ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່ສັກ​ສິດ​ຕໍ່​ໄປ​ເມື່ອ​ພວກ​ເຂົາ​ໃຫຍ່​ຂຶ້ນ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຕົວ​ຢ່າງ​ງ່າຍໆ​ຢ່າງ​ໜຶ່ງ: ຢູ່​ໃນ​ການ​ສັງ​ສັນ​ໃນຄອບ​ຄົວ, ພໍ່​ຄົນ​ໜຶ່ງ​ໄດ້​ຖາມ​ວ່າ, “ພວກ​ເຮົາ​ປອງ​ດອງ​ກັນ​ແນວ​ໃດ​ໃນ​ຄອບ​ຄົວ​ຂອງພວກ​ເຮົາ?” ນາງ​ລິຊີ ອາ​ຍຸ​ຫ້າ​ປີ​ໄດ້​ຈົ່ມ​ວ່າ​ ອ້າຍ​ຂອງ​ນາງ, ທ້າວ​ແຄເວັນ, ໄດ້​ຢອກ​ນາງ​ຫລາຍ ແລະ ເຮັດ​ໃຫ້​ນາງ​ເສຍ​ໃຈ. ທ້າວ​ແຄເວັນ​ຝືນ​ໃຈ​ຍອມ​ຮັບ​ວ່າ ນາງ​ລິຊີ ເວົ້າ​ຖືກ​ແລ້ວ. ແມ່​ຂອງ​ທ້າວ​ແຄເວັນ ໄດ້​ຖາມ​ລາວ​ວ່າ ລາວ​ຈະ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຈະ​ບໍ່​ຜິດ​ຖຽງ​ກັບ​ນ້ອງ​ສາວ​ຂອງ​ລາວ. ທ້າວ​ແຄເວັນ ໄດ້​ຄິດ ​ແລະ ໄດ້​ຕັດ​ສິນ​ໃຈ​ວ່າ ລາວ​ຈະ​ສັນ​ຍາ​ກັບ ນາງ​ລິຊີ ວ່າ ລາວ​ຈະ​ບໍ່​ຢອກ​ນ້ອງ​ພາຍ​ໃນ​ໜຶ່ງ​ມື້.

ໃນ​ທ້າຍ​ມື້​ຕໍ່​ມາ ເມື່ອ​ທຸກ​ຄົນ​ໃນ​ຄອບ​ຄົວ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ສຳ​ລັບ​ການ​ອະ​ທິ​ຖານ, ພໍ່​ຂອງ​ທ້າວ​ແຄເວັນ ໄດ້​ຖາມ ທ້າວ​ແຄເວັນ ວ່າ​ເລື່ອງ​ລາວ​ເປັນ​ຈັ່ງ​ໃດ. ທ້າວ​ແຄເວັນ ໄດ້​ຕອບ​ພໍ່​ວ່າ, “ພໍ່​ເອີຍ, ລູກ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ນັ້ນ!” ນາງ​ລິຊີ ກໍ​ໄດ້​ເຫັນ​ພ້ອມ​ດ້ວຍ​ຄວາມ​ສຸກ​ໃຈ, ​ແລະ ຄອບ​ຄົວ​ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ ທ້າວ​ແຄເວັນ.

ແລ້ວ​ແມ່​ຂອງ ທ້າວ​ແຄເວັນ ໄດ້​ແນະ​ນຳ​ວ່າ ຖ້າ​ຫາກ​ລາວ​ສາ​ມາດ​ຮັກ​ສາ​ຄຳ​ສັນ​ຍາ​ໄດ້​ໜຶ່ງ​ມື້, ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ລອງ​ເຮັດ​ເບິ່ງ​ຈັກ​ສອງ​ມື້? ທ້າວ​ແຄເວັນ ກໍ​ໄດ້​ຕົກ​ລົງ​ຈະ​ພະ​ຍາ​ຍາມ​ອີກ. ສອງ​ມື້​ໄດ້​ຜ່ານ​ໄປ, ແລະ ທ້າວ​ແຄເວັນ ກໍ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ລາວ​ໄດ້​ດີ, ແລະ ນາງ​ລິຊີ ແຮ່ງ​ດີ​ໃຈ​ຫລາຍ! ເມື່ອ​ພໍ່​ຂອງ​ລາວ​ໄດ້​ຖາມ​ວ່າ ເປັນ​ຫຍັງ​ລາວ​ຈຶ່ງ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ລາວ​ໄດ້​ດີ​ແທ້, ທ້າວ​ແຄເວັນ ໄດ້​ຕອບ​ພໍ່​ວ່າ, “ລູກ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ ເພາະ​ວ່າ​ລູກ​ເວົ້າ​ວ່າ​ລູກ​ຈະ​ເຮັດ​ດັ່ງ​ນັ້ນ​ເດ້.”

ການ​ຮັກ​ສາ​ຄຳ​ສັນ​ຍາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ຢ່າງ​ຕໍ່​ເນື່ອງ​ຈະ​ນຳ​ໄປ​ສູ່​ຄວາມ​ຊື່​ສັດ. ການ​ປະ​ຕິ​ບັດ​ຂອງ​ການ​ຮັກ​ສາ​ຄຳ​ສັນ​ຍາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ເປັນ​ການ​ຕຽມ​ພ້ອມ​ທາງ​ວິນ​ຍານ ສຳ​ລັບ​ລູກໆ​ທີ່​ຈະ​ໄດ້​ຮັບ​ພັນ​ທະ​ສັນ​ຍາ​ຄັ້ງ​ທຳ​ອິດ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຕອນ​ທີ່​ພວກ​ເຂົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.15 ຄຳ​ສັນ​ຍາ ແລະ ພັນ​ທະ​ສັນ​ຍາ​ຄົງ​ຢູ່​ ຄຽງ​ຄູ່​ກັນ​ໄປ.

ໃນ​ພຣະທຳດາ​ນີ​ເອນ ເຮົາ​ຮຽນ​ຮູ້​ເຖິງ ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບດ​ເນ​ໂກ ທີ່​ບໍ່​ຍອມ​ນະ​ມັດ​ສະ​ການ​ຮູບ​ປັ້ນ​ຂອງ​ກະ​ສັດ​ເນ​ບູ​ກາດ​ເນັດຊາ​.16  ກະ​ສັດ​ໄດ້​ເຕືອນ​ເຂົາ​ເຈົ້າ​ວ່າ​ ເຂົາ​ເຈົ້າ​ຈະ​ຖືກ​ໂຍນ​ເຂົ້າ​ເຕົາ​ໄຟ​ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ. ເຂົາ​ເຈົ້າ​ບໍ່​ຍອມ ແລະ ໄດ້​ກ່າວ​ວ່າ:

“ຖ້າ​ພຣະ​ເຈົ້າ​ອົງ​ທີ່​ພວກ​ຂ້າ​ນ້ອຍ​ຮັບ​ໃຊ້​ຢູ່​ ພໍ​ພຣະ​ໄທ​ຈະ​ຊ່ວຍ​ພວກ​ຂ້າ​ນ້ອຍ ພຣະອົງ​ກໍ​ຈະ​ຊ່ວຍ​ໃຫ້​ພົ້ນ​ຈາກ​ເຕົາ​ໄຟ. …

“ແຕ່​ຖ້າ​ພຣະອົງຊ່ວຍ ຫລື ບໍ່​ຊ່ວຍ​ກໍ​ຕາມ, ຂໍ​ພຣະ​ອົງ​ຈົ່ງຊາບ​ວ່າ ພວກ​ຂ້າ​ນ້ອຍ​ຈະ​ບໍ່​ນັບ​ຖື​ພຣະ​ຂອງ​ພຣະລາຊາ.”17

“ແຕ່​ຖ້າບໍ່ຊ່ວຍ.” ຂໍ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ຄວາມ​ໝາຍ​ຂອງ​ສຳ​ນວນ​ນີ້​ເບິ່ງ ແລະ ວ່າ​ມັນ​ກ່ຽວ​ພັນ​ແນວ​ໃດ​ກັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ. ຄວາມ​ເຊື່ອ​ຟັງ​ຂອງຊາຍ​ໜຸ່ມ​ສາມ​ຄົນ​ນີ້​ ບໍ່​ໄດ້​ຂຶ້ນ​ຢູ່ກັບ​ການ​ປົດ​ປ່ອຍ. ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການ​ປົດ​ປ່ອຍ, ເຂົາ​ເຈົ້າ​ຍັງ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ເຂົາ​ເຈົ້າ​ຈະ​ຮັກ​ສາ​ມັນ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ຈະ​ບໍ່​ປ່ຽນ​ແປງ​ອີງ​ຕາມ​ສະ​ພາບ​ການ​ຂອງ​ເຮົາ. ຊາຍ​ໜຸ່ມ​ທັງ​ສາມ​ຄົນ​ນີ້, ເໝືອນ​ດັ່ງ​ກອງ​ທະ​ຫານ​ໜຸ່ມ ກໍ​ເປັນ​ຕົວ​ຢ່າງ​ທີ່​ປະ​ເສີດ ເຖິງ​ການ​ຕ້ານ​ທານ​ກັບ​ຄວາມ​ບາບ ສຳລັບ​ລູກໆ​ຂອງ​ເຮົາ.

ຕົວ​ຢ່າງ​ເຫລົ່າ​ນີ້​ກ່ຽວ​ພັນ​ກັບ​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຊ່ວຍ​ລູກໆ​ຂອງ​ເຮົາ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ຜົນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ.”18 ເມື່ອ​ພວກ​ເຂົາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກເຂົາ, ພວກ​ເຂົາ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ພວກເຂົາ. ແອວ​ເດີ ໂຈ​ເຊັບ ບີ ເວີດ​ລິນ ໄດ້​ສອນ​ວ່າ, “ລາງ​ວັນ​ທີ່​ສູງ​ສຸດ​ຂອງ​ຄວາມ​ຊື່​ສັດ​ຄື ການ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ດ້ວຍເປັນ​ເພື່ອນ.”19 ​ເມື່ອນັ້ນ “ຄວາມ​ໝັ້ນ​ໃຈ” ຂອງ​ລູກໆ​ຂອງ​ເຮົາ “ຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.”20 ລຸ້ນ​ທີ່​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້​ນັ້ນ ຈະ​ເກີດ​ມາ​ຈາກ​ແຫລ່ງ​ຂອງ​ຄວາມ​ຊື່​ສັດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ທ່ານໂອບ​ກອດ​ເອົາ​ລູກ​ນ້ອຍໆ​ຂອງ​ທ່ານ​ໄວ້​ໃຫ້​ແໜ້ນ—​ໄວ້ໃກ້ໆ​ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ພຶດ​ຕິ​ກຳ​ທາງ​ເລື່ອງ​ສາດ​ສະ​ໜາ​ຂອງ​ທ່ານ ທຸກໆ​ວັນ ແລະ ເບິ່ງ​ທ່ານ​ຮັກ​ສາ​ຄຳ​ສັນ​ຍາ ແລະ ພັນ​ທະ​ສັນ​ຍາ​ຂອງ​ທ່ານ. “ເດັກ​ນ້ອຍ​ເປັນ​ຜູ້​ທີ່​ເຮັດ​ຕາມ​ໄດ້​ດີ​ທີ່​ສຸດ, ສະ​ນັ້ນ​ຈົ່ງ​ໃຫ້​ພວກ​ເຂົາ​ມີ​ຕົວ​ຢ່າງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ເຮັດ​ຕາມ.”21 ແນ່​ນອນ​ວ່າ ເຮົາ​ກຳ​ລັງ​ພາ​ກັນ​ຊ່ວຍ​ສອນ ແລະ ລ້ຽງ​ດູ​ລຸ້ນ​ທີ່​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້ ໃຫ້​ແກ່ພຣະ​ຜູ້​ເປັນ​ເຈົ້າ ຕາມ​ຄຳ​ສັນ​ຍາ ແລະ ຕາມ​ພັນ​ທະ​ສັນ​ຍາ​ເທື່ອ​ລະ​ຂໍ້.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ສາດ​ສະ​ໜາ​ຈັກ​ນີ້. ເມື່ອ​ທ່ານ​ສອນ, ນຳ​ພາ, ແລະ ຮັກ​ລູກໆໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ຈະ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ຈະ​ຊ່ວຍ​ທ່ານ​ໄດ້​ໃນ​ການ​ສ້າງ ແລະ ການ​ໃຫ້​ອາ​ວຸດ​ປ້ອງ​ກັນ​ແກ່​ລູກໆຜູ້​ກ້າ​ຫານ ແລະ ຕ້ານ​ທານ​ກັບ​ຄວາມ​ບາບ​ເຫລົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ລູກໆ​ຂອງ​ເຮົາ​ກໍ​ຈະ​ກ່າວ​ຊ້ຳ​ຖ້ອຍ​ຄຳ​ຂອງ ນີ​ໄຟ ທີ່​ວ່າ: “ພຣະ​ອົງ​ຈະ​ເຮັດ​ໃຫ້​ຕົວ​ຂ້າ​ນ້ອຍ​ສັ່ນ​ຕໍ່​ສິ່ງ​ທີ່​ຫລຽວ​ເຫັນ​ເປັນ​ບາບ​ບໍ?”22 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ23—ເພາະ​ວ່າ​ພຣະ​ອົງ​ໄດ້​ກ່າວ​ວ່າ​ພຣະ​ອົງ​ຈະ​ເຮັດ​ແບບ​ນັ້ນ, ແລະ ວ່າ​ພຣະ​ອົງ​ຮັກ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ ຜູ້​ເປັນ​ມະ​ນຸດ​ທຳ​ມະ​ດາ​ຈະ​ເຂົ້າ​ໃຈ​ໄດ້24—ເພາະ​ວ່າ​ພຣະ​ອົງ​ໄດ້​ກ່າວ​ວ່າ​ພຣະ​ອົງ​ຈະ​ເຮັດ​ແບບນັ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.