​2010–2019
ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ
ເດືອນ​ເມສາ 2017


ຖືກ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ

ການ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ​ໃນ​ເຂດ​ໃດ​ເຂດ​ໜຶ່ງ​ໂດຍ​ສະ​ເພາະ​ນັ້ນ​ກໍ​ຈຳ​ເປັນ ແລະ ສຳ​ຄັນ ແຕ່​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ສອງ​ຮອງ​ການ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ.

ປະທານ​ມອນ​ສັນ, ພວກ​ເຮົາ​ດີ​ໃຈ​ຫລາຍ ທີ່​ໄດ້​ຍິນ​ສຽງ​ຂອງ​ທ່ານ ​ແລະ ທີ່​ໄດ້ຮັບ​ຄຳ​ແນະນຳ​ຂອງ​ທ່ານ. ພວກ​ເຮົາ​ຮັກ​ທ່ານ, ພວກ​ເຮົາ​ສະ​ໜັນ​ສະ​ໜູນ​ທ່ານ, ​ແລະ ພວກ​ເຮົາ​ຈະ​ອະທິຖານ​ເພື່ອ​ທ່ານ​ສະ​ເໝີ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ພວກ​ເຮົາ​ພິ​ຈາ​ລະ​ນາ​ນຳ​ກັນ ເຖິງ​ຫລັກ​ທຳ​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ທີ່​ສຳ​ຄັນ​ຂອງ​ການ​ສັ່ງ​ສອນ​ພຣະ​ກິດ​ຕິຄຸນ ໃຫ້​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.1

ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ແລະ ຖືກ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ

ທຸກໆ​ປີ ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຫລາຍໆສິບ​ພັນ​ຄົນ, ແລະ ຄູ່​ສາ​ມີ​ພັນ​ລະ​ຍາ​ອາ​ວຸ​ໂສ​ເປັນ​ຈຳ​ນວນ​ຫລາຍ​ກໍ​ພາ​ກັນ​ລໍ​ຖ້າ​ທີ່​ຈະ​ໄດ້​ຮັບ​ຈົດ​ໝາຍ​ພິ​ເສດ​ຈາກ​ເມືອງ​ເຊົາ​ເລັກ ຢ່າງ​ກະ​ຕື​ລື​ລົ້ນ. ເນື້ອ​ຫາ​ຂອງ​ຈົດ​ໝາຍ​ນັ້ນ​ຈະ​ມີ​ຜົນ​ກະ​ທົບ​ກະ​ເທືອນ​ຕໍ່​ຜູ້​ທີ່​ຈະ​ໄດ້​ຮັບ​ຈົດ​ໝາຍ​ນັ້ນ​ຕະ​ຫລອດ​ໄປ, ພ້ອມ​ທັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ນຳ​ອີກ. ເມື່ອ​ມັນ​ມາ​ເຖິງ, ຈົດ​ໝາຍ​ນັ້ນ​ອາດ​ຖືກ​ເປີດ​ຢ່າງ​ເປັນ​ລະ​ບຽບ ແລະ ລະ​ມັດ​ລະ​ວັງ ຫລື ຖືກ​ຈີກ​ເປີດ​ຢ່າງ​ຕື່ນ​ເຕັ້ນ ແລະ ດ້ວຍ​ຄວາມ​ຮີບ​ຮ້ອນ​ໃຈ​ທີ່​ສຸດ. ການ​ອ່ານ​ຈົດ​ໝາຍ​ນີ້​ເປັນ​ປະ​ສົບ​ການ​ທີ່​ຜູ້​ອ່ານ​ຈະ​ບໍ່​ມີ​ວັນ​ລືມ.

ປະ​ທານ​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ຜູ້​ເຊັນ​ຈົດ​ໝາຍ​ນັ້ນ, ແລະ ສອງ​ປະ​ໂຫຍກ​ທຳ​ອິດ​ຈະ​ມີ​ຄຳ​ດັ່ງ​ຕໍ່​ໄປ​ນີ້​ວ່າ: “ທ່ານ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ທ່ານ​ຖືກ​ມອບ​ໝາຍ​ໃຫ້​ຮັບ​ໃຊ້​ຢູ່​ທີ່​ເຂດ​ເຜີຍ​ແຜ່ _______.”

ຂໍ​ໃຫ້​ສັງ​ເກດ​ເຫັນ​ວ່າ ປະ​ໂຫຍກ​ທຳ​ອິດ​ຄື​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ໂຫຍກ​ທີ​ສອງ​ບອກ​ເຖິງ​ການ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ​ໃນ​ສະ​ຖານ​ທີ່ ແລະ ເຂດ​ເຜີຍ​ແຜ່​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ມັນ​ສຳ​ຄັນ​ສຳ​ລັບ​ເຮົາ​ທຸກ​ຄົນ​ ທີ່​ຈະ​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ ລະ​ຫວ່າງ​ສິ່ງ​ທີ່​ແຕ່​ລະ​ປະ​ໂຫຍກ​ເຫລົ່າ​ນີ້​ສະ​ແດງ​ອອກ.

ໃນ​ວັດ​ທະ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ມັກ​ຈະ​ກ່າວ​ວ່າ ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ ດັ່ງ​ເຊັ່ນ ປະ​ເທດ​ອາກຊັງ​ຕິນ, ໂປ​ໂລຍ, ເກົາ​ຫລີ, ຫລື ສະ​ຫະ​ລັດ. ແຕ່​ຜູ້​ສອນ​ສາດ​ສະ​ໜາ​ບໍ່​ໄດ້​ຖືກ​ເອີ້ນ​ໃຫ້ໄປ​ສະ​ຖານ​ທີ່​ໃດ​ສະ​ຖານ​ທີ່​ໜຶ່ງ; ແຕ່ເຂົາ​​ເຈົ້າຖືກ​ເອີ້ນ​ໃຫ້​ຮັບ​ໃຊ້. ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ຕໍ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໃນ​ປີ 1829 ວ່າ ຖ້າ​​ເພິ່ນ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ​ເພິ່ນກໍ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ.2

ການ​ເອີ້ນ ແລະ ການ​ມອບ​ໝາຍ​ຂອງ​ການ​ເຜີຍ​ແຜ່​ແຕ່​ລະ​ຢ່າງ, ຫລື ການ​ມອບ​ໝາຍ​ໃໝ່​ໃນ​ເວ​ລາ​ຕໍ່​ໄປ, ເປັນ​ຜົນ​ຂອງ​ການ​ເປີດ​ເຜີຍ​ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ​ນັ້ນ ມາ​ຈາກ​ພຣະ​ເຈົ້າ ຜ່ານ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ການ​ມອບ​ໝາຍ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ເຂດ​ເຜີຍ​ແຜ່​ຫລາຍ​ກວ່າ 400 ແຫ່ງ ທີ່​ດຳ​ເນີນ​ງານ​ຢູ່​ໃນ​ເວ​ລາ​ປະ​ຈຸ​ບັນ ຕະ​ຫລອດ​ທົ່ວ​ໂລກ​ນັ້ນ ມາ​ຈາກ​ພຣະ​ເຈົ້າ ຜ່ານ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ທີ່​ປະ​ຕິ​ບັດ​ງານ​ດ້ວຍ​ສິດ​ອຳ​ນາດ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂອງ​ປະ​ທານ​ທາງ​ວິນ​ຍານ​ແຫ່ງ​ການ​ພະ​ຍາ​ກອນ ແລະ ການ​ເປີດ​ເຜີຍ​ຈະ​ຢູ່​ກັບ​ການ​ເອີ້ນ ແລະ ການ​ມອບ​ໝາຍ​ຂອງ​ການ​ເຜີຍ​ແຜ່​ທັງ​ໝົດ.

ພາກ​ທີ 80 ຂອງ Doctrine and Covenants ມີບັນ​ທຶກ​ຂອງ​ການ​ເອີ້ນ​ໃຫ້​ເຜີຍ​ແຜ່​ຂອງ ສະຕີບ​ເວັນ ເບີ​ແນັດ ທີ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໄດ້​ສະ​ເໜີ​ໃຫ້​ໃນ​ປີ 1832. ການ​ສຶກ​ສາ​ການ​ເອີ້ນ​ຂອງ ບຣາ​ເດີ ເບີ​ແນັດ ສາ​ມາດ​ຊ່ວຍ​ເຮົາ​ໃຫ້ (1) ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ ລະ​ຫວ່າງ​ການ “ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ” ໃນ​ຖາ​ນະ​ທີ່​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແລະ ການ “ຖືກ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ” ໃນ​ສະ​ຖານ​ທີ່​ໃດ​ໜຶ່ງ​ໂດຍ​ສະ​ເພາະ ແລະ (2) ເຫັນ​ຄຸນ​ຄ່າ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ ແລະ ທີ່​ຖືກ​ມອບ​ໝາຍ​ຈາກ​ສະ​ຫວັນ​ຂອງ​ເຮົາ ທີ່​ຈະ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ.

ຂໍ້​ທີ 1 ຂອງ​ພາກ​ນີ້​ຄື​ການ​ເອີ້ນ​ໃຫ້​ຮັບ​ໃຊ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ສະ​ຕີບ​ເວັນ ເບີ​ແນັດ ວ່າ ລາວ​ຄວນ​ອອກ​ໄປ​ໃນ​ໂລກ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ມະ​ນຸດ​ສະ​ໂລກ​ທັງ​ໝົດ​ທີ່​ໄດ້​ຍິນ​ສຽງ​ຂອງ​ລາວ.3

ໜ້າ​ສົນ​ໃຈ​ທີ່ ຂໍ້​ທີ 2 ບອກ ບຣາ​ເດີ ເບີ​ແນັດ ກ່ຽວ​ກັບ​ຄູ່​ສອນ​ສາດ​ສະ​ໜາ​ທີ່​ລາວ​ໄດ້​ຖືກ​ມອບ​ໝາຍ​ໃຫ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເພາະ​ວ່າ ບຣາ​ເດີ ເບີ​ແນັດ ​ປາດ​ຖະ​ໜາ​ຢາກ​ມີເພື່ອນ​ຮ່ວມ​ງານ, ພຣະ​ອົງ​ຈະ​ມອບ ອີ​ເດັນ ສະ​ມິດ ໃຫ້​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ.”4

ຂໍ້​ທີ 3 ບອກ​ເຖິງ​ສະ​ຖານ​ທີ່​ ທີ່​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ນີ້​ຄວນ​ອອກ​ແຮງ​ງານ​ຮັບ​ໃຊ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ບຣາ​ເດີ ເບີ​ແນັດ​ ຄວນ​ອອກ​ໄປ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ບໍ່​ວ່າ​ຈະ​ໄປ​ເໜືອ ຫລື ໃຕ້, ໄປ​ພາກ​ຕາ​ເວັນ​ອອກ ຫລື ຕາ​ເວັນ​ຕົກ, ມັນ​ບໍ່​ສຳ​ຄັນ, ເພາະ​ລາວ​ຈະ​ບໍ່​ໄປ​ຜິດ​ທາງ.5

ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ​ສຳ​ນວນ​ທີ່​ວ່າ “ມັນ​ບໍ່​ສຳ​ຄັນ” ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ໃນ​ພຣະ​ຄຳ​ພີ​ຂໍ້​ນີ້​ພຣະ​ອົງ​ແນະ​ນຳ​ວ່າ ພຣະ​ອົງ​ບໍ່​ສົນ​ໃຈ​ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ອອກ​ແຮງ​ງານ​ຢູ່​ໃສ. ແທ້​ຈິງ​ແລ້ວ, ພຣະ​ອົງ​ສົນ​ໃຈ​ຫລາຍ. ແຕ່ ເພາະ​ວ່າ​ວຽກ​ງານ​ຂອງ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ເປັນ​ວຽກ​ງານ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງດົນ​ໃຈ, ຊີ້​ນຳ, ແລະ ນຳ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ທີ່​ໄດ້​ຮັບ​ສິດ​ອຳ​ນາດ. ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ທີ່​ມີ​ຄ່າ​ຄວນ ແລະ ມີຄວາມ​ສາ​ມາດ​ຫລາຍ​ຂຶ້ນ ແລະ ເຮັດ​ໃຫ້​ໄດ້​ດີ​ ຈົນສຸດ​ຄວາມ​ສາ​ມາດ ເພື່ອ​ຈະ​ບັນ​ລຸ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຊື່​ສັດ, ແລ້ວ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ ເຂົາ​ເຈົ້າ​ຈະ “ບໍ່​ໄປ​ຜິດ​ທາງ” ບໍ່​ວ່າ​ເຂົາ​ເຈົ້າຈະ​ຮັບ​ໃຊ້​ຢູ່​ບ່ອນ​ໃດ​ກໍ​ຕາມ. ບາງ​ເທື່ອ ບົດ​ຮຽນ​ຢ່າງ​ໜຶ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ສອນ​ເຮົາ​ຢູ່​ໃນ​ການ​ເປີດ​ເຜີຍ​ນີ້ ຄື​ວ່າ​ການ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ​ໃນ​ເຂດ​ໃດ​ເຂດ​ໜຶ່ງ​ໂດຍ​ສະ​ເພາະ​ນັ້ນ​ກໍ​ຈຳ​ເປັນ ແລະ ສຳ​ຄັນ ແຕ່​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ສອງ​ຮອງ​ການ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ.

ຂໍ້​ຕໍ່​ໄປ​ຊີ້​ໃຫ້​ເຫັນ​ເຖິງ​ຄຸນ​ວຸດ​ທິ​ສຳ​ຄັນ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ທຸກໆ​ຄົນ. ພຣະ​ອົງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຄວນ​ປະ​ກາດ​ສິ່ງ​ທີ່​ເຂົາ​ເຈົ້າ​ ໄດ້​ຍິນ, ແລະ ສິ່ງ​ທີ່​ເຂົາ​ເຈົ້າ ເຊື່ອ ​ແທ້ໆ, ແລະ ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ວ່າ​ເປັນ​ຄວາມ​ຈິງ.6

ຂໍ້​ສຸດ​ທ້າຍ​ເຕືອນ ບຣາ​ເດີ ເບີ​ແນັດ ແລະ ເຮົາ​ທຸກ​ຄົນ​ວ່າ ການ​ເອີ້ນ​ໃຫ້​ຮັບ​ໃຊ້​ນັ້ນ​ມາ​ຈາກ​ໃຜ​ແທ້ໆ. ມັນ​ເປັນ​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ​, ​ພຣະຜູ້​ໄຖ່​ຂອງ​ລາວ, ​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ ຜູ້​ໄດ້​ເອີ້ນ​ລາວ.7

ການ​ເອົາ​ຊະ​ນະ​ຄວາມ​ເຂົ້າ​ໃຈ​ຜິດ

ພວກ​ທ່ານ​ບາງ​ຄົນ​ອາດ​ສົງ​ໄສ​ວ່າ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເລືອກ​ທີ່​ຈະ​ສົນ​ທະ​ນາ ໃນ​ພາກ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເຖິງ​ຄວາມ​ແຕກ​ຕ່າງ​ທີ່​ເບິ່ງ​ຄື​ວ່າ​ແຈ່ມ​ແຈ້ງ​ດີ ລະ​ຫວ່າງ​ການ​ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກງານ ແລະ ການ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ. ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ຄຳ​ຖາມ​ຂອງ​ທ່ານ​ກໍ​ແຈ່ມ​ແຈ້ງ​ດີ​ວ່າ: ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສອນ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສ່ວນ​ຫລາຍ​ບໍ່​ເຂົ້າ​ໃຈ​ຫລັກ​ທຳ​ຂອງ​ການ​ຖືກ​ເອີ້ນ ແລະ ການ​ຖືກ​ມອບ​ໝາຍ​ ຄັກ​ປານ​ໃດ.

ເຫດ​ຜົນ​ສຳ​ຄັນ​ທີ່​ສຸດ​ທີ່​ຈະ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ກໍ​ຄື ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ມາ​ເປັນ​ເວ​ລາ​ຫລາຍ​ປີ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ, ຄວາມ​ກັງ​ວົນ, ແລະ ແມ່ນ​ແຕ່​ຄວາມ​ຮູ້​ສຶກ​ຜິດ ທີ່​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ​ໄດ້​ຮູ້​ສຶກ ຜູ້​ທີ່​ໄດ້​ຖືກ​ມອບ​ໝາຍ​ໃໝ່ ໃຫ້​ຮັບ​ໃຊ້​ຢູ່​ເຂດ​ອື່ນ ໃນ​ລະ​ຫວ່າງ​ເວ​ລາ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ເປັນ​ເພາະ​ຫລາຍໆ​ເຫດ​ຜົນ​ຕ່າງໆ. ການ​ມອບ​ໝາຍ​ໃໝ່​ດັ່ງ​ກ່າວ ບາງ​ເທື່ອ​ກໍ​ຈຳ​ເປັນ ເພາະ​ເຫດ​ການ ແລະ ສະ​ຖາ​ນະ​ການ​ດັ່ງ​ເຊັ່ນ ອຸບ​ປະ​ຕິ​ເຫດ ຫລື ການ​ບາດ​ເຈັບ​ທາງ​ຮ່າງ​ກາຍ, ການ​ຊັກ​ຊ້າ ແລະ ບັນ​ຫາ​ໃນ​ເລື່ອງ​ໜັງ​ສື​ເດີນ​ທາງ, ການ​ເມືອງ​ທີ່​ບໍ່​ສະ​ຫງົບ, ການ​ຈັດ ແລະ ການ​ເສີມ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ເຂດ​ເຜີຍ​ແຜ່​ແຫ່ງ​ໃໝ່, ຫລື ຄວາມ​ຕ້ອງ​ການ​ຢູ່​ຕະ​ຫລອດ​ທົ່ວ​ໂລກ​ ໃນ​ວຽກ​ງານ​ຂອງ​ການ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ ທີ່​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ.8

ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ຖືກ​ມອບ​ໝາຍ​ໃໝ່ ໃຫ້​ໄປ​ຮັບ​ໃຊ້​ຢູ່​ທີ່​ອື່ນ, ຂັ້ນ​ຕອນ​ກໍ​ເໝືອນ​ກັນ​ກັບ​ການ​ມອບ​ໝາຍ​ໃນ​ຕອນ​ຕົ້ນ. ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ສະ​ແຫວງ​ຫາ​ການ​ດົນ​ໃຈ ແລະ ການ​ຊີ້​ນຳ​ໃນ​ການ​ຈັດ​ການ​ກັບ​ການ​ມອບ​ໝາຍ​ຄັ້ງ​ໃໝ່​ດັ່ງ​ກ່າວ​ທັງ​ໝົດ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ຊາຍ​ທີ່​ຊື່​ສັດ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​​ຈາກ​ສ່ວນ​ເລິກຂອງ​ໃຈລາວ. ໃນ​ການ​ປະ​ຊຸມ ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກງານ ແລະ ການ​ຖືກ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ. ຊາຍທີ່​ດີ​ຄົນ​ນີ້​ໄດ້​ຈັບ​ມື​ທັກ​ທາຍ​ຂ້າ​ພະ​ເຈົ້າ ແລະ ດ້ວຍ​ນ້ຳ​ຕາ​ເຕັມ​ເບົ້າ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ສິ່ງ​ທີ່​ທ່ານ​ໄດ້​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ຮຽນ​ຮູ້​ໃນ​ມື້​ນີ້​ໄດ້​ກຳ​ຈັດ​ຄວາມ​ໜັກ​ໜ່ວງ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ ທີ່​ຂ້າ​ນ້ອຍ​ໄດ້​ເກັບ​ໄວ້​ຢູ່​ໃນ​ໃຈ​ຫລາຍ​ກວ່າ 30 ປີ. ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ, ການ​ມອບ​ໝາຍ​ຕົ້ນ​ຕໍ​ຂອງ​ຂ້າ​ນ້ອຍ​ແມ່ນ​ໃຫ້​ຮັບ​ໃຊ້​ຢູ່​ທີ່​ອາ​ເມຣິ​ກາ​ໃຕ້. ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ຮັບ​ໜັງ​ສື​ເດີນ​ທາງ, ສະ​ນັ້ນ​ການ​ມອບ​ໝາຍ​ຂອງ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ປ່ຽນ ໃຫ້​ຮັບ​ໃຊ້​ຢູ່​ທີ່​ສະ​ຫະ​ລັດ. ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ​ນີ້ ຂ້າ​ນ້ອຍ​ໄດ້​ສົງ​ໄສ​ວ່າ ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ບໍ່​ສາ​ມາດ​ຮັບ​ໃຊ້​ຢູ່​ໃນ​ເຂດ​ທີ່​ຂ້າ​ນ້ອຍ​ໄດ້​ຖືກ​ເອີ້ນ. ບັດ​ນີ້​ຂ້າ​ນ້ອຍ​ຮູ້​ວ່າ​ຂ້າ​ນ້ອຍ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ ແລະ ບໍ່​ແມ່ນ​ໃຫ້​ໄປ​ຫາສະ​ຖານ​ທີ່​ໃດ​ໜຶ່ງ. ຄວາມ​ເຂົ້າ​ໃຈ​ຫລັກ​ທຳ​ນີ້​ໄດ້​ຊ່ວຍ​ຂ້າ​ນ້ອຍ​ຫລາຍ​ກວ່າ​ທີ່​ຂ້າ​ນ້ອຍ​ຈະ​ສະ​ແດງ​ອອກ​ໄດ້.”

ຂ້າ​ພະ​ເຈົ້າ​ສົງ​ສານ​ຊາຍ​ທີ່​ດີ​ຄົນ​ນີ້. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ສອນ​ຫລັກ​ທຳ​ພື້ນ​ຖານ​ເຫລົ່າ​ນີ້​ຕະ​ຫລອດ​ທົ່ວ​ໂລກ, ບຸກ​ຄົນ​ເປັນ​ຈຳ​ນວນ​ທີ່​ນັບ​ບໍ່​ຖ້ວນ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ແບບ​ດຽວ​ກັນ​ນີ້​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ເປັນ​ສ່ວນ​ຕົວ ດັ່ງ​ທີ່​ຊາຍ​ຄົນ​ນີ້​ຫາ​ກໍ​ໄດ້​ບັນ​ຍາຍ. ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ຫົວ​ຂໍ້​ນີ້​ໃນ​ວັນ​ນີ້ ເພາະ​ບໍ່​ມີ​ສະ​ມາ​ຊິກ​ຄົນ​ໃດ​ໃນ​ສາດ​ສະ​ໜາ​ຈັກ​ນີ້​ຄວນ​ແບກ​ຫາບ​ພາ​ລະ​ໜັກໜ່ວງ ​ທີ່​ຮ່ວມ​ທັງ​ຄວາມ​ເຂົ້າ​ໃຈ​ຜິດ, ຄວາມ​ບໍ່​ແນ່​ນອນ, ຄວາມ​ທຸກ​ທໍ​ລະ​ມານ​ໃຈ, ຫລື ຄວາມ​ຮູ້​ສຶກ​ຜິດ​ທີ່​ບໍ່​ຈຳ​ເປັນ ກ່ຽວ​ກັບ​ການ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່ ສະ​ຕີບ​ເວັນ ເບີ​ແນັດ ວ່າ​ລາວ​ຄວນ​ອອກ​ໄປ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ບໍ່​ວ່າ​ຈະ​ໄປ​ເໜືອ ຫລື ໃຕ້, ໄປ​ພາກ​ຕາ​ເວັນ​ອອກ ຫລື ຕາ​ເວັນ​ຕົກ, ມັນ​ບໍ່​ສຳ​ຄັນ, ເພາະ​ລາວ​ຈະ​ບໍ່​ໄປ​ຜິດ​ທາງ.9 ເມື່ອ​ທ່ານ​ໄຕ່​ຕອງ​ພຣະ​ຄຳ​ ໃນຂໍ້ພຣະ​ຄຳ​ພີ​ນີ້ ແລະ ເປີດ​ໃຈ​ຮັບ, ຂ້າ​ພະ​ເຈົ້າ​ຫວັງ ແລະ ອະ​ທິ​ຖານ​ວ່າ ທ່ານ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ນຳ​ເອົາ​ຄວາມ​ເຂົ້າ​ໃຈ, ການ​ປິ່ນ​ປົວ, ແລະ ການ​ຟື້ນ​ຟູ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ທ່ານ ທີ່​ທ່ານ​ອາດ​ຕ້ອງ​ການ.

ອີກ​ເຫດ​ຜົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ດົນ​ໃຈ​ໃຫ້​ສົນ​ທະ​ນາ​ຫົວ​ຂໍ້​ນີ້​ກໍ​ແມ່ນ ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ ໃນ​ການ​ມອບ​ໝາຍ​ຜູ້​ສອນ​ສາດ​ສະ​ໜາ​ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ. ສຳ​ລັບ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແລ້ວ, ບໍ່​ມີ​ຫຍັງ​ຈະ​ຢືນ​ຢັນ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ການ​ເປີດ​ເຜີຍ​ຂອງ​ວັນ​ເວ​ລາ​ສຸດ​ທ້າຍ​ທີ່​ດຳ​ລົງ​ຢູ່ ຢ່າງ​ມີ​ພະ​ລັງ ຫລາຍ​ໄປ​ກວ່າ​ການ​ສະ​ແຫວງ​ຫາ​ການ​ຫລິງ​ເຫັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ພວກ​ເຮົາ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ ​ໃນ​ການ​ມອບ​ໝາຍ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ໄປ​ຮັບ​ໃຊ້​ຢູ່​ໃນ​ເຂດ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຈັກ ແລະ ຮັບ​ຮູ້​ເຮົາ​ແຕ່​ລະ​ຄົນ ແລະ ຮູ້​ຊື່​ຂອງ​ເຮົາ​ດ້ວຍ.

ການ​ຕຽມ​ພ້ອມ​ສຳ​ລັບ​ການ​ເອີ້ນ​ໃຫ້​ມາ​ຫາ​ວຽກງານ

ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ຈະ​ສົນ​ທະ​ນາ​ຈັກ​ນ້ອຍ ກ່ຽວ​ກັບ​ຂອບ​ເຂດ​ຂອງ​ການ​ຕຽມ​ຕົວ​ສຳ​ລັບ​ການ​ເອີ້ນ​ໃຫ້​ມາ​ຫາ​ວຽກງານ ທີ່​ສ່ວນ​ຫລາຍ​ແລ້ວ​ຖືກ​ມອງ​ຂ້າມ.

ສາມ​ຄຳ​ທີ່​ພົວ​ພັນ​ກັນ​ໃຫ້​ຄຳ​ອະ​ທິ​ບາຍ​ເຖິງ​ແບບ​ແຜນ​ຂອງ​ການ​ຕຽມ​ຕົວ ແລະ ຂັ້ນ​ຕອນ​ສຳ​ລັບ​ບຸດ​ຂອງ​ພຣະ​ເຈົ້າ ນັ້ນ​ຄື: ຖາ​ນະ​ປະ​ໂລ​ຫິດ, ພຣະ​ວິ​ຫານ, ການ​ເຜີຍ​ແຜ່. ບາງ​ເທື່ອ ໃນ​ຖາ​ນະ​ທີ່​ເປັນ​ພໍ່​ແມ່, ໝູ່​ເພື່ອນ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ເອົາ​ໃຈ​ໃສ່​ການ​ຕຽມ​ຕົວ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສຳ​ລັບ​ຊາຍ​ໜຸ່ມ​ຫລາຍ​ເກີນ​ໄປ ຈົນ​ວ່າ​ເຮົາ​ບໍ່​ເອົາ​ໃຈ​ໃສ່​ຂັ້ນ​ຕອນ​ທີ່​ສຳ​ຄັນ ​ຍິ່ງ​ກວ່າ​ໃນ​ລະ​ດັບ​ໃດ​ລະ​ດັບ​ໜຶ່ງ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ຈຳ​ເປັນ​ຕ້ອງ​ບັນລຸ ກ່ອນ​ການ​ເລີ່ມ​ຕົ້ນຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ການ​ເຮັດ​ວຽກງານ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ນັ້ນ​ເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ແນ່​ນອນ ແຕ່​ມັນ​ບໍ່​ໄດ້​ເປັນ​ສ່ວນ​ດຽວ​ທີ່​ສຳ​ຄັນ​ໃນ​ຂັ້ນ​ຕອນ​ຂອງ​ການ​ສ້າງ​ຕັ້ງ​ພື້ນ​ຖານ​ທີ່​ເຂັ້ມ​ແຂງ ສຳລັບ​ການ​ເຕີບ​ໂຕ​ທາງ​ວິນ​ຍານ ແລະ ການ​ຮັບ​ໃຊ້. ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ, ທັງ​ສອງ​ທີ່​ມາ​ກ່ອນ​ການ​ຖືກ​ມອບ​ໝາຍ​ໃຫ້​ອອກ​ແຮງ​ງານ​ໃນ​ເຂດ​ເຜີຍ​ແຜ່, ກໍ​ຈຳ​ເປັນ​ເໝືອນ​ກັນ ເພື່ອ​ຈະ​ປ້ອງ​ກັນ ແລະ ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ທາງ​ວິນ​ຍານ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.

ຊາຍ​ໜຸ່ມ​ທັງ​ຫລາຍ, ເມື່ອ​ພວກ​ເຈົ້າ​ບັນ​ລຸ​ໜ້າ​ທີ່​ຂອງ​ພວກ​ເຈົ້າ ແລະ ໃຫ້​ກຽດ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ, ພວກ​ເຈົ້າ​ກໍ​ຕຽມ​ຕົວ​ທີ່​ຈະ​ຮັບ​ເອົາ ແລະ ຂະ​ຫຍາຍ ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຫລື ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ.10 ຄວາມ​ມີ​ຄ່າ​ຄວນ​ສ່ວນ​ຕົວ​ຄື​ຂໍ້​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ທີ່​ສຸດ​ຢ່າງ​ດຽວ ສຳ​ລັບ​ການ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ. ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຍັງ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ. ຂໍ​ໃຫ້​ຕຽມ​ຕົວ​ໃນ​ເວ​ລາ​ນີ້ ໂດຍ​ການ​ໃຫ້​ການ​ຮັບ​ໃຊ້​ທີ່​ມີ​ຄວາມ​ໝາຍ​ຢູ່​ເລື້ອຍໆ. ຂໍ​ໃຫ້​ຮຽນ​ຮັກ​ການ​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ ແລະ ຄົງມີຄ່າ​ຄວນ​ຢູ່​ເລື້ອຍ​ໄປ. ຂໍ​ໃຫ້​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ. ຂໍ​ໃຫ້​ມີ​ຄ່າ​ຄວນ​ຢູ່​ສະ​ເໝີ​ໄປ.

ຫລັງ​ຈາກ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ການ​ເອີ້ນ​ໃຫ້​ຮັບ​ໃຊ້, ຊາຍ​ໜຸ່ມ​ສາ​ມາດ​ມີ​ອາ​ວຸດ​ດ້ວຍ​ອຳ​ນາດ11 ຜ່ານ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ສັກ​ສິດ. ການ​ໄປ​ພຣະ​ວິ​ຫານ ແລະ ການ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ວິ​ຫານ​ຕິດ​ຢູ່​ໃນ​ຕົວ​ພວກ​ເຈົ້າ ​ຈະ​ມາ​ກ່ອນ​ການ​ຮັບ​ໃຊ້​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ບົດ​ບາດ​ຂອງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ການ​ມີ​ຄ່າ​ຄວນ​ສ່ວນ​ຕົວ​ຄື​ຂໍ້​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ​ສຳ​ລັບ​ພວກ​ເຈົ້າ​ຊາຍ​ໜຸ່ມ ແລະ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກໆ​ຄົນ. ເມື່ອ​ພວກ​ເຈົ້າ​ດຳ​ລົງ​ຊີ​ວິດ​ທີ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ, ພວກ​ເຈົ້າ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂົ້າ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ​ຕະ​ຫລອດ​ໄວ​ລຸ້ນ​ຂອງ​ພວກ​ເຈົ້າ. ຄວາມ​ຮັກ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຈົ້າ​ເຖິງ​ພິ​ທີ​ການ​​ໃນພຣະ​ວິ​ຫານ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມ​ແຂງ ແລະ ເປັນ​ພອນ​ແກ່​ພວກ​ເຈົ້າ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຈົ້າ. ຂໍ​ໃຫ້​ຮຽນ​ຮັກ​ການ​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ ແລະ ຄົງ​ມີ​ຄ່າ​ຄວນ​ຢູ່​ເລື້ອຍ​ໄປ. ຂໍ​ໃຫ້​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ. ຂໍ​ໃຫ້​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ​ຢູ່​ສະ​ເໝີ​ໄປ.

ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຫລາຍ​ຄົນ​ກໍ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ຈຳ​ກັດ​ແລ້ວ. ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ພວກ​ເຈົ້າ​ກໍ​ກຳ​ລັງ​ຄົ້ນ​ພົບ​ລາຍ​ຊື່ ແລະ ກຳ​ລັງ​ດຳ​ເນີນ​ພິ​ທີ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ​ພຣະ​ວິ​ຫານ ແທນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຈົ້າ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ການ​ຮັກ​ສາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ພວກ​ເຈົ້າ​ໄວ້ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຄ່າ​ຄວນ​ຂອງ​ພວກ​ເຈົ້າ, ແລະ ການ​ຮັບ​ໃຊ້​ຄົນ​ອື່ນ​ໃນ​ພຣະ​ວິ​ຫານ​ກໍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ຕຽມ​ຕົວ​ຮັບ ແລະ ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ຊາຍ​ໜຸ່ມ​ທັງ​ຫລາຍ, ພວກ​ເຈົ້າ​ແຕ່​ລະ​ຄົນ​ກໍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໃນ​ເວ​ລາ​ນີ້. ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ, ທຸກໆ​ມື້, ຄື​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ ຜູ້​ທີ່​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.12 ເມື່ອ​ພວກ​ເຈົ້າ​ຖືກ​ຊີ້​ນຳ​ໂດຍ​ພຣະ​ວິນ​ຍານ, ພວກ​ເຈົ້າ​ຈະ​ສາ​ມາດ​ແບ່ງ​ປັນ​ຫລັກ​ທຳ, ການ​ເຊື້ອ​ເຊີນ, ຂໍ້​ຄວາມ, ຫລື ຂ່າວ​ສານ​ມວນ​ຊົນ ທີ່​ຈະ​ແນະ​ນຳ​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ​ໃຫ້​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ. ພວກ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ລໍ​ຖ້າ​ການ​ເອີ້ນ​ທີ່​ເປັນ​ທາງ​ການ ກ່ອນ​ຈະ​ກະ​ຕື​ລື​ລົ້ນ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ເຜີຍ​ແຜ່.

ເມື່ອ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ວິ​ຫານ, ແລະ ການ​ເຜີຍ​ແຜ່​ຖືກ​ຮວບ​ຮວມ “ໄວ້ ... ໃນ​ພຣະ​ຄຣິດ”13 ແລະ ປະ​ສົມ​ປະ​ສານ​ກັນ​ໃນ​ຫົວ​ໃຈ, ຈິດ​ໃຈ, ແລະ ຄວາມ​ຄິດ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄົນ​ໜຶ່ງ, ລາວ​ຈະ​ມີ​ຄຸນ​ຄ່າ​ເໝາະ​ສົມ​ສຳ​ລັບ​ວຽກ​ງານ​ນັ້ນ.14 ຄວາມ​ສາ​ມາດ​ຂອງ​ລາວ​ຈະ​ເພີ່ມ​ທະ​ວິ​ຂຶ້ນ ເພື່ອ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຈະ​ເປັນ​ຕົວ​ແທນ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ. ສ່ວນ​ປະ​ກອບ​ທີ່​ມີ​ພະ​ລັງ​ທາງ​ວິນ​ຍານ​ຂອງ​ການ​ໃຫ້​ກຽດ​ຖາ​ນະ​ປະ​ໂລ​ຫິດ ແລະ ພັນ​ທະ​ສັນ​ຍາຂອງ​ພຣະ​ວິ​ຫານ, ການ​ໄດ້​ຮັບອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ15 ຜ່ານ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ,16 ການ​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ແລະ ການ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ທີ່​ເປັນ​ນິດ ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ ຈະ​ເຮັດ​ໃຫ້​ຊາຍ​ໜຸ່ມ​ສາ​ມາດ​ກາຍ​ເປັນ​ຄົນ​ທີ່ “ໝັ້ນ​ຄົງ ແລະ ແນ່ວ​ແນ່​ຢູ່​ໃນ​ສັດ​ທາ”17 ແລະ “ຢັ່ງ​ຮາກ ແລະ ກໍ່​ຮ່າງ​ສ້າງ​ຊີ​ວິດ ຂຶ້ນ​ເທິງ [ພຣະ​ຄຣິດ].”18

ໃນ​ບ້ານ​ເຮືອນ​ຂອງ​ເຮົາ ແລະ ໃນ​ໂບດ, ເຮົາ​ຄວນ​ໃຫ້​ຄວາມ​ເນັ້ນ​ໜັກ​ທີ່​ເທົ່າ​ທຽມ​ກັນ ຕໍ່​ທັງ​ສາມ​ສ່ວນ​ປະ​ກອບ​ຂອງ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ການ​ຕຽມ​ຕົວ ແລະ ຄວາມ​ກ້າວ​ໜ້າ​ສຳ​ລັບ​ບຸດ​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ ນັ້ນ​ຄື: ຖາ​ນະ​ປະ​ໂລ​ຫິດ, ພຣະ​ວິ​ຫານ, ການ​ເຜີຍ​ແຜ່. ທັງ​ສາມ​ຮຽກ​ຮ້ອງ​ໃຫ້​ເຮົາ​ຮັກ​ການ​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ ແລະ ຄົງ​ມີ​ຄ່າ​ຄວນ​ຢູ່​ເລື້ອຍ​ໄປ. ຂໍ​ໃຫ້​ເປັນ​ຄົນ​ທີ່​ມີ​ຄ່າ​ຄວນ. ຂໍ​ໃຫ້​ມີ​ຄ່າ​ຄວນ​ຢູ່​ສະ​ເໝີ​ໄປ.

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ວ່າ ຂອງ​ປະ​ທານ​ທາງ​ວິນ​ຍານ​ແຫ່ງ​ການເປີດ​ເຜີຍ​ຈະ​ຢູ່​ກັບ​ການ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ​ຂອງ​ການ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ ແລະ ການ​ມອບ​ໝາຍ​ຂອງ​ທ່ານ​ໃນ​ເຂດ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຫລື ຫລາຍໆ​ເຂດ​ຂອງ​ການ​ອອກ​ແຮງ​ງານ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ຕຽມ​ຕົວ​ຢ່າງ​ພາກ​ພຽນ​ໃນ​ເວ​ລາ​ນີ້ ຜ່ານ​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ໃນ​ພຣະ​ວິ​ຫານ​ທີ່​ບໍ່​ເຫັນ​ແກ່​ຕົວ, ການ​ເປັນ​ພາ​ຍານ​ຂອງ​ທ່ານ ເຖິງ​ຄວາມ​ເປັນ​ຈິງ​ທີ່​ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ. ຄວາມ​ຮັກ​ທີ່​ມີ​ໃຫ້​ພຣະ​ອົງ ແລະ ວຽກ​ງານ​ຂອງ​ພຣະ​ອົງ​ຈະ​ເຕັມ​ຢູ່​ໃນ​ຫົວ​ໃຈ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ຮຽນ​ທີ່​ຈະ​ຮັກ​ການ​ເປັນ​ຄົນ​ມີ​ຄ່າ​ຄວນ, ທ່ານ​ຈະ​ກາຍ​ເປັນ​ເຄື່ອງ​ມື​ທີ່​ຍິ່ງ​ໃຫຍ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ເປັນ​ພອນ ແລະ ຮັບ​ໃຊ້ຜູ້​ຄົນ​ຢ່າງ​ຫລວງຫລາຍ.

ດ້ວຍ​ຄວາມປິ​ຕິ​ຍິນ​ດີ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຊົງ​ຮັກ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ຊົງ​ພຣະ​ຊົນ​ຢູ່. ການ​ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ການ​ຮັບ​ໃຊ້​ຂອງ​ພວກ​ພຣະ​ອົງ ຄື​ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ ທີ່​ເຮົາ​ສາ​ມາດ​ຈະ​ໄດ້​ຮັບ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.