​2010–2019
ພວກ​ຜູ້ຍິງ​ບາງ​ຄົນ
ເດືອນ​ເມສາ 2017


ພວກ​ຜູ້ຍິງ​ບາງ​ຄົນ

ພວກ​ຜູ້ຍິງ​ບາງ​ຄົນ​ເຫລົ່າ​ນີ້ ​​ເປັນ​ສານຸສິດ​ຜູ້ຈົດ​ຈໍ່​ຢູ່​ທີ່ພຣະຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ​ ແລະ ມີ​ຄວາມ​ຫວັງ ຜ່ານ​ຄຳ​ສັນຍາ​ຂອງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ.

​ເອື້ອຍນ້ອງ​ທີ່​ຮັກ​ແພງ, ພວກ​ເຮົາ​ຮັກທ່ານ ​ແລະ ຂອບ​ໃຈ​ທ່ານ ສຳລັບ​ການ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ດ້ວຍ​ຄວາມ​ເມດ​ຕາ ​ແລະ ​ກະ​ຕືລືລົ້ນ ​​ແລະ ​ໃນ​ໂຄງການ​ ​ເຮົາ​ເປັນ​ຄົນ​ແປກ​ໜ້າ.​​ ຂໍ​ໃຫ້​ທ່ານ​ອະທິຖານ, ຟັງ​ການ​ຊື່​ມຂອງ​ພຣະວິນ​ຍານ, ​ແລະ ​ເຮັດ​ຕາມ​ການ​ດົນ​​ໃຈ​ທີ່​ທ່ານ​ໄດ້​ຮັບ ຕໍ່​ໄປ.

ບໍ່​ວ່າ​ຂ້າພະ​ເຈົ້າ​ຈະ​ເດີນທາງ​ໃກ້ ຫລື ​ໄກ ຕະຫລອດ​ທົ່ວ​ໂລກ, ມັນບໍ່​ເປັນ​ສິ່ງ​ແປກ​ໃຈ ສຳລັບ​ບາງ​ຄົນ​ທີ່​ຈະ​ຖາມ​ວ່າ, “ທ່ານ​ຈື່​ຂ້ານ້ອຍ​ໄດ້​ບໍ?” ​​ເປັນເພາະ​ວ່າ ຂ້າພະ​ເຈົ້າ​ບໍ່​ດີ​ພ້ອມ​ທຸກ​ຢ່າງ, ຂ້າພະ​ເຈົ້າຈຶ່ງ​ຂໍ​ຍອມຮັບ​ວ່າ ສ່ວນ​ຫລາຍ​ແລ້ວ ຂ້າພະ​ເຈົ້າຈື່​ຊື່​ຂອງ​ເຂົາ​ເຈົ້າບໍ່​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຄວາມ​ຮັກ​ອັນແທ້​ຈິງຂອງ​ພຣະບິດາ​ເທິງ​ສະຫວັນ ທີ່​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າພົບ​ເຫັນ​ທິດາ​ ​ແລະ ບຸດຜູ້​ປະ​ເສີດ​ຂອງ​ພຣະອົງ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ກຸ່ມ​ຜູ້ຍິງ​ທີ່​ໜ້າ​ຮັກ​ຈຳນວນ​ໜຶ່ງ ຢູ່​ໃນ​ຄຸກ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້​ສັ່ງ​ລາ​ເຂົາ​ເຈົ້າດ້ວຍ​ຄວາມຈິງ​ໃຈ​ຢູ່​ນັ້ນ, ຜູ້ຍິງຄົນ​ໜຶ່ງ​ໄດ້​ອ້ອນວອນ​ວ່າ, “ຊິດ​ສະ​ເຕີ ​ເບີ​ຕັນ, ຢ່າ​ລືມ​ພວກ​ຂ້ານ້ອຍ​ເດີ້.” ຂ້າພະ​ເຈົ້າຫວັງ​ວ່າ ນາງ ​ແລະ ຄົນ​ອື່ນໆ ທີ່​ຢາກ​ໃຫ້​ຖືກ​ຈື່​ຈຳ ຈະ​ຮູ້ສຶກ​ວ່າ ຂ້າພະ​ເຈົ້າບໍ່​ໄດ້​ລືມ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ແບ່ງປັນ​ຄວາມ​ຄິດ​ບາງ​ຢ່າງ​ກັບ​ທ່ານ.

ຜູ້ຍິງ​ບາງ​ຄົນ ຢູ່​ໃນ​ວັນ​ເວລາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ: ຈົດ​ຈໍ່​ຢູ່​ທີ່ພຣະຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ

ເອື້ອຍ​ນ້ອງ​ຂອງ​ເຮົາ​ໃນ​ທຸກ​ໄວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແບບ​ແຜນ​ແຫ່ງ​ຄວາມ​ຊື່ສັດ ຂອງ​ການ​ເປັນ​ສານຸສິດ ທີ່​ເຮົາ​ກໍ​ພະຍາຍາມ​ເຮັດ​ຄື​ກັນ. “ພຣະຄຳ​ພີ​ໃໝ່ ​ໄດ້​ຮ່ວມ​ເລື່ອງ​ລາວ ຂອງ​ພວກ​ຜູ້ຍິງ [ບາງ​ຄົນ], ທີ່​ຖືກ​ບອກ​ຊື່ ບາງ​ຄົນ​ກໍ​ບໍ່​ຖືກ​ບອກ​ຊື່, ຜູ້​ໄດ້​ໃຊ້​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ [ແລະ ​ໃນ​ການ​ຊົດ​​ໃຊ້​ຂອງ​ພຣະອົງ], ​ໄດ້​ຮຽນ​ຮູ້ ​ແລະ ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ, ​ແລະ ​ໄດ້​ເປັນ​ພະຍານ​ເຖິງ​ການ​ປະຕິບັດ​, ການ​ມະຫັດສະຈັນ, ​ແລະ ກຽດຕິຍົດ​ຂອງ​ພຣະອົງ. ຜູ້ຍິງ​ເຫລົ່ານັ້ນ ​ໄດ້​ກາຍ​ເປັນ​ສານຸສິດ​ທີ່​ດີ​ເລີດ ​ແລະ ​ເປັນ​ພະຍານ​ທີ່ສຳຄັນ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ.”1

ຮູບ​ພາບ
ພວກ​ຜູ້ຍິງ​ບາງ​ຄົນ

​ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ລາວ​ເຫລົ່າ​ນີ້ ຢູ່​ໃນ​ພຣະທຳລູກາ. ທຳ​ອິດ, ລະຫວ່າງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ:

“ແລະ ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື  … [ພຣະ​ເຢຊູ] ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ​ແລະ ຕາມ​ບ້ານ​ຕ່າງໆ, ​ເພື່ອ​ປະກາດ​ຂ່າວ​ປະ​ເສີດ ​ເລື່ອງ​ອານາຈັກ​ຂອງ​ພຣະ​ເຈົ້າ: ​ແລະ ອັກຄະ​ສາວົກ​ສິບ​ສອງ ກໍ​ໄປ​ກັບ​ພຣະອົງ,

“ແລະ ກໍ​ມີ ພວກ​ຜູ້ຍິງ​ບາງ​ຄົນ, … ນາງ​ມາຣີ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ ​ໄທ​ມັກ​ດາລາ, … ​ແລະ ​ໂຢຮັນນາ​ … , ​ແລະ ຊູ​ຊັນ​ນາ, ກັບ​ຜູ້ຍິງ​ຄົນ​ອື່ນໆ, ທີ່​ເຄີຍ​ບົວລະບັດ​ພຣະອົງ.”2

ຕໍ່​ໄປ, ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ:

“ແລະ ພວກ​ຜູ້ຍິງ​ບາງ​ຄົນ … ໄດ້​ໄປ​ອຸບ​ມຸງ​ແຕ່​ເຊົ້າໆ;

“… ​ເມື່ອ​ພວກ​ນາງ​ບໍ່​ພົບ​ພຣະສົບ​ຂອງ​ພຣະອົງ, ພວກ​ນາງ​ໄດ້​ກັບ​ມາບ​ອກວ່າ ພວກ​ນາງ​ໄດ້​ເຫັນ​ທູດ​ປະກົດ … ​ຊຶ່ງ​ໄດ້​ບອກ​ວ່າ ພຣະອົງ​ເປັນ​ຄືນ​ມາສູ່​ຊີວິດ​ແລ້ວ.”3

ຂ້າພະ​ເຈົ້າ​ເຄີຍ​ໄດ້​ອ່ານ ​ແລະ ​ໄດ້​ຜ່ານ​ກາຍຖ້ອຍ​ຄຳ ທີ່​ເບິ່ງ​ຄື​ວ່າ ບໍ່​ສຳຄັນ ນັ້ນຄື “ພວກ​ຜູ້ຍິງ​ບາງ​ຄົນ,” ຫລາຍ​ເທື່ອ​ແລ້ວ, ​ແຕ່​​ເມື່ອບໍ່​ດົນ​ມາ​ນີ້ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າໄຕ່ຕອງ​ກ່ຽວ​ກັບ​ມັນຢ່າງ​ຖີ່​ຖ້ວນ, ຖ້ອຍ​ຄຳນັ້ນ ​ເບິ່ງ​ຄື​ວ່າ ມີ​ຄວາມ​ສຳຄັນ​ຫລາຍ. ​ໃຫ້​ເຮົາ​ມາ​ພິຈາລະນາ ຄຳ​ສັບ​ທີ່​ມີ​ຄວາມ​ໝາຍ​ຄື​ກັນ​ເຫລົ່າ​ນີ້ ຂອງ​ຄຳ​ທີ່​ວ່າ ບາງ​ຄົນ ຊຶ່ງ​ກ່ຽວ​ພັນ​ກັບ​​ ພວກ​ຜູ້ຍິງ​ບາງ​ຄົນທີ່​ຊື່ສັດ ນັ້ນຄື: “ເຮັດ​ໃຫ້​ເຊື່ອ,” “ຄິດ​ໃນ​ທາງ​ບວກ,” “ໝັ້ນ​ໃຈ,” “ໝັ້ນຄົ​ງ,” “ແນ່​ນອນ,” “ຮັບຮອງ​ໄດ້,” ​ແລະ “ເພິ່ງ​ພາ​ໄດ້.”4

ເມື່ອ​ຂ້າພະ​ເຈົ້າ​ໄຕ່ຕອງ​ຄຳ​ອະທິບາຍທີ່​ມີ​ພະລັງ​ເຫລົ່ານັ້ນ, ຂ້າພະ​ເຈົ້າຈື່​ຜູ້ຍິງ​ສອງ​ຄົນ​ຢູ່​ໃນ​ພຣະຄຳ​ພີ​ໃໝ່​ ຊຶ່ງ​ເປັນ ​ພວກ​ຜູ້ຍິງ​ບາງ​ຄົນ ທີ່​ໄດ້​ສະ​ແດງ​ປະຈັກ​ພະຍານ​ໃນ​ທາງ​ບວກ, ໝັ້ນ​ໃຈ, ໝັ້ນຄົງ, ​ແລະ ຮັບຮອງ​ໄດ້ ​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເຖິງ​ແມ່ນ​ວ່າ​ພວກ​ນາງ, ​ຄື​ກັນກັບ​​ເຮົາ, ບໍ່​ດີ​ພ້ອມ​ທຸກ​ຢ່າງ, ​ແຕ່​ການ​ເປັນ​ພະຍານ​ຂອງ​ພວກ​ນາງ ​ເປັນ​ສິ່ງ​ດົນ​ໃຈ.

ທ່ານ​ຈື່​ຜູ້ຍິງ​ຢູ່​ນ້ຳສ້າງ​ໄດ້​ບໍ ຜູ້​ບໍ່​ຖືກ​ບອກ​ຊື່ ທີ່ໄດ້​ຊັກ​ຊວນ​ຄົນ​ອື່ນໆ​ໃຫ້​ມາ​ເບິ່ງ ສິ່ງ​ທີ່​ນາງ​ໄດ້​ຮຽນ​ຮູ້​ຈາກ​ພຣະຜູ້​ຊ່ວຍ​ໃຫ້​ລອດ? ນາງ​ໄດ້​ກ່າວພະຍານ ​ບາງ​ຢ່າງ ​ເປັນ​ແບບ​ຄຳ​ຖາມ​ວ່າ: “ຜູ້​ນີ້​ບໍ່​ແມ່ນ​ພຣະຄຣິດບໍ?”5 ປະຈັກ​ພະຍານ​ ​ແລະ ການ​ເຊື້ອ​ເຊີນ​ຂອງ​ນາງ ມີ​ພະລັງ​ຫລາຍ ຈົນ​ວ່າ “ຫລາຍ​ຄົນ … ​ໄດ້​ເຊື່ອ​ໃນ​ພຣະອົງ.”6

ຮູບ​ພາບ
ນາງ​ມາ​ທາ​​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

ຫລັງ​ຈາກ​ ລາຊາ​ໂຣ ນ້ອງ​ຊາຍ​ຂອງ​ນາງ​ມາ​ທາ ​ໄດ້​ຕາຍ​ໄປ, ສານຸສິດ​ທີ່​ຮັກ​ແພງ ​ແລະ ຜູ້​ເປັນ​ເພື່ອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ປະກາດ​ດ້ວຍ​ຄວາມ​ຮູ້ສຶກ​ທີ່​ເລິກ​ຊຶ້ງວ່າ, “ພຣະອົງ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້ ນ້ອງ​ຊາຍ​ຂອງ​ຂ້ານ້ອຍ​ຄົງ​ບໍ່​ຕາຍ.” ​ໃຫ້​ເຮົາ​ມາ​ພິຈາ​ລະນາ ຄວາມ​​ແນ່ນອນ​ໃຈ​ຂອງ​ນາງ ທີ່​ວ່າ, “ແຕ່​ຂ້ານ້ອຍ​ຮູ້​ວ່າ, ພຣະ​ເຈົ້າຈະ​ໂຜດ​ໃຫ້​ແກ່​ທ່ານ ​ໃນ​ສິ່ງ​ທີ່​ທ່ານ​ທູນ​ຂໍ​ຈາກ​ພຣະອົງ.” ນາງ​ໄດ້​ເປັນ​ພະຍານ​ຕື່ມ​ວ່າ, “ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ ທ່ານ​ເປັນ​ພຣະຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ, ຜູ້​ທີ່​ຕ້ອງ​ເຂົ້າມາ​ໃນ​ໂລກ.”7

ເຮົາ​ຮຽນ​ຮູ້​ຈາກ​ເອື້ອຍ​ນ້ອງ​ເຫລົ່າ​ນີ້ ວ່າ​ ພວກ​ຜູ້ຍິງ​ບາງ​ຄົນ ​​ເປັນ​ສານຸສິດ​ຜູ້ຈົດ​ຈໍ່​ຢູ່​ທີ່ພຣະຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ ​ແລະ ມີ​ຄວາມ​ຫວັງ ຜ່ານ​ຄຳ​ສັນຍາ​ຂອງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ.

ພວກ​ຜູ້ຍິງ​ບາງ​ຄົນ​ແຫ່ງ​ການ​ຟື້ນ​ຟູ ທີ່​ຮັກສາ​ພັນທະ​ສັນຍາ​: ​ເຕັມ​ໃຈ​ທີ່ຈະ​ເສຍ​ສະລະ

ໃນ​ສະ​ໄໝ​ບູຮານ, ພວກ​ຜູ້ຍິງ​ບາງ​ຄົນ ​ໄດ້​ເສຍ​ສະລະ ​ເມື່ອ​ພວກ​ນາງ​ໄດ້​ເປັນ​ພະຍານ ​ແລະ ​ໄດ້​ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢຊູ. ພວກ​ຜູ້ຍິງ​ບາງ​ຄົນ ​ໃນ​ລຸ້ນທຳ​ອິດ​ຂອງ​ການ​ຟື້ນ​ຟູ ກໍ​ໄດ້​ເຮັດ​ຄື​ກັນ. ນາງດຣູຊິ​ລາ ​ເຮັນ​ດຣິກສ໌ ​ແລະ ຄອບຄົວ​ຂອງ​ນາງ ກໍ​ເປັນ​ຜູ້​ໜຶ່ງ ​ໃນ​ບັນດາ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ທີ່​ໄດ້​ຮັບ​ທຸກທໍລະມານ​ໃນ​ໄລຍະ​ໄພ່​ພົນ​ຂອງ​ພຣະ​ເຈົ້າຖືກ​ຂົ່ມ​ເຫັງ​ ຢູ່​ໃນ​ເຂດຄະ​ເລ, ລັດມີ​ເຊີຣີ. ສາມີ​ຂອງ​ນາງ​ໄດ້​ກາຍ​ເປັນ​ຄົນ​ເສຍ​ອົງຄະ ຕອນ​ສູ້​ຮົບ​ຢູ່​ແມ່ນ້ຳຄຣຸກ. ນາງ​ໄດ້​ຖືກ​ປະ​ໃຫ້​ດູ​ແລ​ສາມີ ​ແລະ ຫາ​ລ້ຽງ​ຄອບຄົວ​ນຳ​ອີກ.

“ມີ​ເທື່ອ​ໜຶ່ງ ຕອນ​ລຳບາກ​ຫລາຍ​ທີ່​ສຸດ, ​ທີ່​ຄອບຄົວ​ຂອງ​ນາງ​ບໍ່​ມີ​ອາຫານ, ນາງ​ຈື່​ໄດ້​ວ່າ ສຽງ​ໄດ້​ບອກ​ນາງ​ວ່າ ‘ຈົ່ງ​ອົດທົນ, ​ເພາະ​ພຣະຜູ້​ເປັນ​ເຈົ້າຈະ​ຈັດ​ຫາ​ໃຫ້.’”

ເມື່ອ​ລູກ​ຊາຍ​ຂອງ​ນາງ​ຈຳ​ເປັນ​ຕ້ອງ​ສະໝັກ​ເຂົ້າຮ່ວມ​ກອງ​ທັບ​ມໍ​ມອນ, ທຳ​ອິດ​ນາງດຣູຊິ​ລາ ບໍ່​ຍອມ​ໃຫ້​ໄປ ​ແລະ ​ໄດ້​ອະທິຖານ​ຫາ​ພຣະບິດາ​ເທິງ​ສະຫວັນດ້ວຍ​ຄວາມ​ກັງວົນ​ໃຈ ຈົນ​ກະທັ້ງ “ຄື​ກັບ​ວ່າ ນາງ​ໄດ້​ຍິນ​ສຽງ​ບອກວ່າ, ‘ເຈົ້າບໍ່​ຢາກ​ຮັບ​ລັດສະໝີ​ພາບ​ທີ່​ສູງ​ສຸດ​ບໍ?’ ນາງ​ໄດ້​ຕອບ​ວ່າ ​ໂດຍ, ‘ຢາກ​ຮັບ’ ​ແລະ ສຽງ​ນັ້ນ​ໄດ້​ກ່າວ​ຕື່ມ​ວ່າ, ‘ເຈົ້າຈະ​ຮັບ​ມັນ​ໄດ້​ແນວ​ໃດ ຍົກ​ເວັ້ນ​ແຕ່​ເຈົ້າຕ້ອງ​ເຮັດ​ການ​ເສຍ​ສະລະ ອັນ​ໃຫຍ່​ຫລວງ​ທີ່​ສຸດ?’”8

​ເຮົາ​ຮຽນ​ຮູ້​ຈາກ​ ​ຜູ້ຍິງ​ບາງ​ຄົນ ​ຄົນ​ນີ້ ວ່າ​ການ​ເປັນສາ​ນຸສິດ​ທີ່​ຮັກສາ​ພັນທະ​ສັນຍາ​ ຮຽກຮ້ອງ​ຄວາມ​ເຕັມ​ໃຈຂອງ​ເຮົາ​ທີ່​ຈະເສຍ​ສະລະ.

ພວກ​ຜູ້ຍິງ​ບາງ​ຄົນ​ໃນ​ປະຈຸ​ບັນ: ການ​ຈື່​ຈຳ ​ແລະ ການ​ຕຽມ ສຳລັບ​ການສະ​ເຫລີມ​ສະຫລອງ ການ​ສະ​ເດັດກັບ​ມາ​ຂອງ​ພຣະອົງ

ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ ພວກ​ຜູ້ຍິງ​ບາງ​ຄົນ ​ໃນ​ວັນ​ເວລາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ໃນ​ລຸ້ນທຳ​ອິດ​ຂອງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ, ​ແຕ່​ຕົວຢ່າງ​ຂອງ​ການ​ເປັນ​ສານຸສິດ ​ແລະ ປະຈັກ​ພະຍານ​ຂອງ ພວກ​ຜູ້ຍິງ​ບາງ​ຄົນ ໃນ​ວັນ​ເວລາ​ຂອງ​ເຮົາ​ເດ ​ເປັນ​ຈັ່ງ​ໃດ?

ຮູບ​ພາບ
ຊິດ​ສະ​ເຕີ ​ເບີ​ຕັນ ກັບ​ເອື້ອຍ​ນ້ອງ​ຢູ່​ໃນ​ເຂດ​ອາຊີ

​ໃນ​ໜ້າ​ທີ່​ມອບ​ໝາຍ​ຂອງ​ຂ້າພະ​ເຈົ້າຢູ່​ທີ່​ອາຊີ, ອີກ​ເທື່ອ​ໜຶ່ງ ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ ພວກ​ຜູ້ຍິງ​ບາງ​ຄົນ ທີ່​ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ. ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ ສະມາຊິກ​ລຸ້ນທຳ​ອິດ ຢູ່​ປະ​ເທດ​ອິນ​ເດຍ, ມາ​ເລ​ເຊຍ, ​ແລະ ອິນ​ໂດ​ເນ​ເຊຍ, ຜູ້​ພະຍາຍາມ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, ບາງ​ເທື່ອ ​ເຂົາ​ເຈົ້າຕ້ອງ​ໄດ້​ເສຍ​ສະລະ​ຫລາຍ​ທີ່​ສຸດ ​ເພາະ​ສ່ວນ​ຫລາຍ​ແລ້ວ ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ມັກ​ຈະ​ຂັດ​ກັບ​ວັດທະ​ນະທຳ​ຂອງ​ຄອບຄົວ ​ແລະ ​ປະ​ເທດ. ພວກ​ຜູ້ຍິງ​ບາງ​ຄົນ ທີ່​ຄອບຄົວ​ໄດ້​ເປັນ​ສະມາຊິກ​ມາ​ຫລາຍ​ລຸ້ນ​ແລ້ວ ທີ່​ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນຢູ່​ຮົງ​ກົງ ​ແລະ ​ໄຕ້​ຫວັນ ກໍສືບ​ຕໍ່​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຄອບຄົວ​ຂອງ​ເຂົາ​ເຈົ້າ, ​ໃຫ້​ແກ່​ສາດສະໜາ​ຈັກ,​ ແລະ ຊຸມ​ຊົນ ​ໂດຍ​ການ​ຈົດ​ຈໍ່​ຢູ່​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​​ແລະ ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ ​ເພື່ອ​ຈະ​ໄດ້​ຮັກສາ​ພັນທະ​ສັນຍາ. ພວກ​ຜູ້ຍິງ​ບາງຄົນ ທີ່​ຄ້າຍຄື​ກັນ​ນີ້ ກໍ​ມີ​ຢູ່​ໃນ​ຫລາຍ​ບ່ອນ ຕະຫລອດ​ທົ່ວ​ສາດສະໜາ​ຈັກ.

ຮູບ​ພາບ
ຊິດ​ສະ​ເຕີ ​ເບີ​ຕັນ ກັບ​ເອື້ອຍ​ນ້ອງ​ຢູ່​ໃນ​ເຂດ​ອາຊີ

ຜູ້ຍິງ​ບາງ​ຄົນ ທີ່​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ເປັນ​ເວລາ​ຫລາຍ​ສິບ​ປີ ​​ໄດ້​ປະ​ເຊີນ​ກັບ​ພະຍາດ​ທີ່​ເອີ້ນ​ວ່າ ກ້າມ​ເນື້ອ​ໄຂ່​ພອງ​ເປັນ​ເວລາ 15 ປີ ດ້ວຍ​ຄວາມ​ອ່ອນ​ເພຍ, ຍາກ​ລຳບາກ, ​ແລະ ໜັກ​ຂຶ້ນ​ເລື້ອຍໆ ​ເຖິງ​ແມ່ນ​ວ່າ ນາງ​ຕ້ອງ​ນັ່ງ​ລໍ້​ເຂັນ, ​ແຕ່​ນາງ​​ໄດ້​ພະຍາຍາມ​ມີ​ຄວາມ​ກະຕັນຍູ ​ແລະ ​ເຮັດ​ຕາມ​ລາຍການ ທີ່​ນາງ​ “ສາມາດ​ເຮັດ​ໄດ້”—​ເປັນ​ລາຍການ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ນາງ​ ສາມາດ​ ເຮັດ​ໄດ້​ ​ດັ່ງເຊັ່ນ ​ເຮົາ​ສາມາດ​ຫາຍ​ໃຈ, ​ເຮົາ​ສາມາດ​ກືນ​ນ້ຳລາຍ, ​ເຮົາ​ສາມາດ​ອະທິຖານ, ​ແລະ ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ນາງ​ໄດ້​ເປັນ​ພະຍານ ບາງ​ຄົນ ​ເຖິງ​ການ​ຈົດ​ຈໍ່​ຢູ່​ທີ່​ພຣະຄຣິດ ​ເກືອບ​ທຸກ​ວັນ ຕໍ່​ຄອບຄົວ ​ແລະ ໝູ່​ເພື່ອນ.

​ເມື່ອບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ ​ເລື່ອງ​ລາວ​ກ່ຽວ​ກັບ​ນາງ​ເຈັນ​ນີ. ນາງ​​ເຄີຍ​ໄປ​ສອນ​ສາດສະໜາ ຜູ້​ທີ່​ພໍ່​ແມ່​ໄດ້​ປະ​ຮ້າງ​ກັນ ຕອນ​ນາງ​ຢູ່​ໃນ​ສະໜາມ​ເຜີຍ​ແຜ່. ນາງ​ໄດ້​ບອກ​ວ່າ ການ​ຄິດ​ທີ່​ຈະ​ກັບ​ບ້ານ ​ເຮັດ​ໃຫ້​ນາງ​ມີ​ “ຄວາມ​ຢ້ານ​ກົວຫລາຍ​ທີ່​ສຸ​ດ.” ​ແຕ່​ໃນ​ທ້າຍ​ການ​ສອນ​ສາດສະໜາ​ຂອງ​ນາງ ຢູ່​ປະ​ເທດ​ອີ​ຕາ​ລີ, ​ເມື່ອ​ນາງ​ເຂົ້າ​ໄປ​​ໃນ​ຫ້ອງການ​ເຜີຍ​ແຜ່ ຕຽມ​ເດີນທາງ​ກັບ​ ສະຫະລັດ​ອາ​ເມ​ຣິກາ, ມີ​ ຜູ້ຍິງ​ບາງ​ຄົນ, ​ເພິ່ນ​ເປັນ​ພັນ​ລະ​ຍາ​ຂອງ​ປະທານ​ເຜີຍ​ແຜ່, ​ໄດ້​ປະຕິບັດ​ຕໍ່​ນາງ​ດ້ວຍ​ຄວາມ​ຮັກ​ໃຄ່ ພຽງ​ແຕ່​ໂດຍ​ການ​ຫວີ​ຜົມ​ໃຫ້​ນາງ.

ຫລາຍ​ປີ​ຈາກ​ນັ້ນ, ມີ​ ຜູ້ຍິງ​ບາງ​ຄົນ ອີກ​ຄົນ​ໜຶ່ງ, ຊື່​ ​ແທຣີ—ປະທານ​ສະມາຄົມ​ສະຕີ​ສົງ​ເຄາະປະຈຳ​ສະ​ເຕກ ​ແລະ ​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູຄຣິດ—​ໄດ້​ເປັນ​ພອນ​ໃຫ້​ແກ່​ນາງ​ເຈັນ​ນີ ຕອນ​ນາງ​ເຈັນ​ນີ ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະທານ​ສະມາຄົມ​ສະຕີ​ສົງ​​ເຄາະ​ປະຈຳຫວອດ​. ​ໃນ​ເວລາ​ນັ້ນ, ນາງ​ເຈັນ​ນີ ​​ກຳລັງ​​ຂຽນ​ເລື່ອງ​ການ​ຄົ້ນຄວ້າ ​ເພື່ອ​ໃຫ້​ຈົບ​ປະລິນຍາ​ເອກ​ຂອງນາງ. ບໍ່​ພຽງ​ແຕ່​ນາງ​ແທຣີ ​ໄດ້​ຊ່ວຍ​ເປັນ​ຄູ​ສອນ​ຂອງ​ນາງ​ເຈັນ​ນີ​ ​ເລື່ອງ​ການ​ເປັນ​ຜູ້ນຳ​ເທົ່າ​ນັ້ນ, ​ແຕ່​ນາງ​ຍັງ​ໄດ້​ນັ່ງ​​ເຝົ້ານາງ​ເຈັນ​ນີ ຢູ່​ໂຮງໝໍ​​ເປັນ​ເວລາ​ສິບ​ຊົ່ວ​ໂມງ​ນຳ​ອີກ ຕອນ​ນາງ​ເຈັນ​ນີ ຖືກ​ກວດ​ພົບ​ວ່າ ​ເປັນ​ພະຍາດ ລູຄີ​ເມຍ. ນາງ​ແທຣີ ​ໄດ້​ໄປ​ຢາມ​ນາງ​ຢູ່​ໂຮງໝໍ ​ແລະ ​ໄດ້​ຂັບ​ລົດ​ພາ​ນາງ​ໄປ​ຫາ​ໝໍ. ນາງ​ເຈັນ​ນີ​ໄດ້​ສາລະພາບ​ວ່າ, “ຂ້ານ້ອຍຄິດ​ວ່າ ຂ້ານ້ອຍໄດ້​ຮາກ​ໃສ່​ລົດ​ເພິ່ນ​ຫລາຍ​ເທື່ອ.”

​ເຖິງ​ແມ່ນນາງ​ເຈັບ​ປ່ວຍ, ​ແຕ່​ນາງ​ເຈັນ​ນີ ຍັງ​ສືບ​ຕໍ່​ການ​ເປັນ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ປະຈຳ​ຫວອດ ຢ່າງ​ກ້າຫານ. ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ເຈັບ​ໜັກ, ນາງ​ໄດ້​ໂທລະສັບ ​ແລະ ສົ່ງ​ຂໍ້ຄວາມ​ທາງ​ມື​ຖື, ​ແລະ ສົ່ງ​ອີ​ເມວ ຈາກ​ຕຽງ​ນອນ​ຂອງ​ນາງ, ​ແລະ ນາງ​ໄດ້​ເຊື້ອ​ເຊີນ​ເອື້ອຍ​ນ້ອງ ​ໃຫ້​ມາ​ຢ້ຽມຢາມ​ນາງ​ອີກ. ນາງ​ໄດ້​ສົ່ງ​ບັດ​ ​ແລະ ຈົດໝາຍ​ໄປ​ໃຫ້​ຜູ້​ຄົນ, ​ໄປ​ໃຫ້​ເອື້ອຍ​ນ້ອງ​ທີ່​ຮັກ​ນາງ ຜູ້​ທີ່ຢູ່​ຫ່າງ​ໄກ. ​ເມື່ອ​ຫວອດ​ຂອງ​ນາງ ​ໄດ້​ຂໍ​ຮູບ​ຂອງ​ຝ່າຍ​ປະທານ​ສະມາຄົມ ​ສຳລັບ​ປະຫວັດ​ຂອງ​ຫວອດ, ນີ້​ຄື​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ​ເພາະວ່າ​ນາງ​ເຈັນ​ນີ ​ເປັນ​ ຜູ້ຍິງ​ບາງ​ຄົນ ຢູ່​ແລ້ວ, ນາງ​ຈຶ່ງ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ ​ໃຫ້​ມາ​ຊ່ວຍ​ກັນ​ແບ່ງ​ເບົາ​ພາລະ​ຂອງ​ຄົນ​ອື່ນ, ຮ່ວມ​ທັງ​ຂອງ​ນາງ​ດ້ວຍ.

ຮູບ​ພາບ
ຝ່າຍ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ປະຈຳ​ຫວອດ​ໃສ່​ໝວກ

ໃນ​ຖານະ​ທີ່​ເປັນ​ ຜູ້ຍິງ​ບາງ​ຄົນ, ນາງ​ເຈັນ​ນີ​ໄດ້​ເປັນ​ພະຍານ​ວ່າ: “ບໍ່​ພຽງ​ແຕ່​ເຮົາ​ໄດ້​ມາ​ຢູ່​ນີ້ ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ​ເທົ່າ​ນັ້ນ ​ແຕ່​ຍັງ​ເພື່ອ​ຊ່ວຍ​ເຫລືອ​ຕົວ​ເຮົາ​ເອງ​ນຳອີກ. ​ແລະ ຄວາມລອດ​ນັ້ນ ມາ​ຈາກ​ການ​ມີ​ສ່ວນ​ຮ່ວມ​ກັບ​ພຣະ​ເຢຊູ​ຄຣິດ; ຈາກ​ຄວາມ​ເຂົ້າ​ໃຈ​ເຖິງ​ພຣະຄຸນ​ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ ​ແລະ ຈາກຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຜູ້ຍິງ​ຂອງ​ສາດສະໜາ​ຈັກ. ສິ່ງ​ນັ້ນ​​ເກີດ​ຂຶ້ນຜ່ານ​ທາງການ​ກະທຳ​ຕ່າງໆ ​ແມ່ນ​ແຕ່​ການ​ຫວີ​ຜົມ​ໃຫ້​ບາງ​ຄົນ, ການສົ່ງ​ບັດດ້ວຍ​ຂ່າວສານ​ທີ່​ດົນ​ໃຈ, ​ແຈ່ມ​ແຈ້ງ, ​ແລະ ​ເປີດ​ເຜີຍ ​ແຫ່ງ​ຄວາມ​ຮັກ ​ແລະ ພຣະຄຸນ, ຫລື ການອະນຸຍາດ​ໃຫ້​ພວກ​ຜູ້ຍິງ​ມາ​ຮັບ​ໃຊ້​ເຮົາ.”9

​ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ເຮົາ​ກາຍ​ເປັນ​ຄົນສັບສົນ, ສົງ​ໄສ, ທໍ້​ຖອຍ​ໃຈ, ​ເຮັດ​ບາບ, ​ໂສກ​ເສົ້າ, ຫລື ມີຈິດ​ວິນ​ຍານ​ຕຶງ​ຄຽດ, ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ມາດື່ມນ້ຳທີ່​ປະກອບ​ດ້ວຍ​ຊີວິດ ຄື​ກັນ​ກັບ​ຜູ້ຍິງ ​ບາງ​ຄົນ ຢູ່ນ້ຳສ້າງ, ​​ໂດຍ​ການ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ເຮັດ​ຄື​ກັນ ​ເມື່ອ​ເຮົາ​ເປັນ​ພະຍານ​ ບາງ​ຄົນ ດ້ວຍ​ຕົວ​ເອງ ທີ່​ວ່າ: “ຜູ້​ນີ້​ບໍ່​ແມ່ນ​ພຣະຄຣິດບໍ?”

​ເມື່ອ​ຊີວິດ​ເບິ່ງ​ຄື​ວ່າ ບໍ່​ຍຸດຕິ​ທຳ, ດັ່ງ​ທີ່​ເກີດ​ກັບ​ນາງ​ມາ​ທາ ຕອນ​ນ້ອງ​ຊາຍ​ຂອງ​ນາງ​ໄດ້​ຕາຍ​ໄປ—​ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ​ໃຈ ຂອງ​ການ​ຢູ່​ໂດດດ່ຽວ, ການ​ເປັນ​ໝັນ, ການ​ສູນ​ເສຍ​ຄົນ​ຮັກ​ໄປ, ການ​ສູນ​ເສຍ​ໂອກາດ​ທີ່​ຈະ​ໄດ້​ແຕ່ງງານ ​ແລະ ມີ​ຄອບຄົວ, ບ້ານ​ເຮືອນ​ທີ່​ແຕກ​ສະຫລາຍ, ຄວາມ​ເສົ້າ​ໃຈ​ທີ່​ບໍ່​ອາດ​ທົນ​ກັບ​ມັນ​ໄດ້, ຄວາມ​ເຈັບ​ປວດ​ທາງ​ຮ່າງກາຍ ຫລື ທາງ​ຈິດ​ໃຈ, ຄວາມ​ກົດ​ດັນ​ຈົນຫາຍ​ໃຈ​ບໍ່​ອອກ, ຄວາມ​ກະວົນ​ກະວາຍ, ການ​ຕິດ​ແສດ, ບັນຫາ​ດ້ານ​ການ​ເງິນ, ຫລື ໜ້າ​ທີ່​ຮັບ​ຜິດຊອບ​ຢ່າງ​ຫລວງຫລາຍ—ຂໍ​ໃຫ້​ເຮົາ​ຈື່​ຈຳ​ນາງ​ມາ​ທາ ​ແລະ ປະກາດ​ພະຍານ​ທີ່​ແນ່ນອນ​ ບາງ​ຢ່າງ ​ຂອງ​ເຮົາ​ວ່າ: “ແຕ່​ຂ້ານ້ອຍ​ຮູ້ … [ແລະ] ຂ້ານ້ອຍ​ເຊື່ອ ​ແລ້ວ​ວ່າ ທ່ານ​ເປັນ​ພຣະຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ.”

ຮູບ​ພາບ
ພວກ​ຜູ້ຍິງ​ທີ່​ໄມ້​ກາງ​ແຂນ

ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ ພວກ​ຜູ້ຍິງບາງ​ຄົນ ຜູ້​ບໍ່​ຍອມ​ປະ​ຖິ້ມ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ປະ​ເສີດ​ຂອງ​ເຮົາ ​ໃນ​ຕອນ​ທີ່​ພຣະອົງ​ຖືກ​ຄຶງ​ຢູ່​ເທິງ​ໄມ້​ກາງ​ແຂນ ​ແລະ ​ໃນ​ຫລາຍ​ຊົ່ວ​ໂມງ​ຕໍ່​ມາ ​ເຂົາ​ເຈົ້າ​ໄດ້​ຮັບ​ສິດທິ​ພິ​ເສດ ​​ໃຫ້​ເປັນ​ພະຍານ​​ໃນ​ບັນດາ​ພະຍານ​ ບາງ​ຄົນ ​ເຖິງ​ການ​ຟື້ນ​ຄືນ​ພຣະຊົນ​ຢ່າງ​ສະຫງ່າ​ລາ​ສີຂອງ​ພຣະອົງ. ຂໍ​ໃຫ້​ເຮົາ​ຖືກ​ພົບ​ເຫັນ​ວ່າ ຢືນ​ຢູ່​ໃກ້​ພຣະອົງ ​ໃນ​ການ​ອະທິຖານ ​ແລະ ​ໃນ​ການ​ສຶກສາ​ພຣະຄຳ​ພີ. ຂໍ​ໃຫ້​ເຮົາ​​ເອົາ​ຕົວ​ເຂົ້າ​ໃກ້​ພຣະ​ອົງ ​ໂດຍ​ການ​ຕຽມ ​ແລະ ຮັບ​ສ່ວນ​ສັນຍາ​ລັກທີ່​ສັກສິດ ​ແຫ່ງ​ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ ​​ແຕ່​ລະອາ​ທິດ ​ໃນ​ລະຫວ່າງ​ພິທີສິນ​ລະ​ລຶກ ​ແລະ ​ເມື່ອ​ເຮົາ​ຮັກສາ​ພັນທະ​ສັນຍາ ​ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ ​ໃນ​ເວລາ​ທີ່​ເຂົາ​ເຈົ້າຂັດ​ສົນ. ບາງ​ທີ​ໃນ​ເວລາ​ນັ້ນ ​ເຮົາ​ຈະ​ໄດ້​ເປັນ​ພາກສ່ວນ​ໃນ​ບັນດາ​ ພວກ​ຜູ້ຍິງ​ບາງ​ຄົນ, ທີ່​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ, ຜູ້​ຈະ​ສະ​ເຫລີມ​ສະຫລອງ ການ​ສະ​ເດັດກັບ​ມາ​ອັນ​ສະຫງ່າ​ລາສີ​ຂອງ​ພຣະ​ອົງ ​ເມື່ອ​ພຣະອົງ​ສະ​ເດັດ​ມາ​ອີກ.

ຮູບ​ພາບ
ພຣະຜູ້​ຊ່ວຍ​ໃຫ້​ລອດ​ໃນ​ການສະ​ເດັດ​ມາ​ຄັ້ງທີ​ສອງ

​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະບິດາ​ມານ​ດາ ​ທີ່​ຊົງ​ຮັກ​ຂອງ​ເຮົາ; ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ; ​ແລະ ​ເຖິງ​ການ​ຊົດ​​ໃຊ້ອັນ​ເປັນນິດ​ຂອງ​ພຣະອົງ ​ແທນ​ເຮົາ. ຂ້າພະ​ເຈົ້າຮູ້​ວ່າ ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຖືກ​ແຕ່ງຕັ້ງ​ລ່ວງ​ໜ້າ ​ໃຫ້​ເປັນ​ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ. ຂ້າພະ​ເຈົ້າຮູ້​ວ່າ ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ ​ແລະ ​ໄດ້​ຖືກ​ແປ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ. ​ເຮົາ​​ໄດ້​ຮັບ​ພອນ ​ໂດຍ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່ ​ໃນວັນ​ເວລາ​ຂອງ​ເຮົາ, ນັ້ນຄື ປະທານ​ທອມມັສ ​ແອັສ ມອນ​ສັນ. ຂ້າພະ​ເຈົ້າ​ ແນ່​ໃຈ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້! ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ໝາຍ​ເຫດ: ​ໃນ​ວັນ​ທີ 1 ​ເດືອນ​ເມສາ, 2017, ຊິດ​ສະ​ເຕີ ​ເບີ​ຕັນ ​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່ງ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ.

ແຫລ່ງອ້າງ​ອີງ

  1. Daughters in My Kingdom: The History and Work of Relief Society (2011), 3.

  2. ລູກາ 8:1–3; ເນັ້ນຄຳ​ເນີ້ງ.

  3. ລູກາ 24:22–23; ເນັ້ນຄຳ​ເນີ້ງ.

  4. ໃນ​ພາສາ​ອັງກິດ ຄຳ​ວ່າ ບາງ​ຄົນ ມີ​ຄວາມ​ໝາຍ​ອີກ​ ວ່າ​ເປັນ “ພາກສ່ວນ​ໜຶ່ງ” ຫລື “ຈຳພວກ​ໜຶ່ງ.” ​ແຕ່​ຄວາມ​ໝາຍ​ທີ່​ຂ້າພະ​ເຈົ້າຢາກ​ເນັ້ນໜັກ​ໃນ​ມື້​ນີ້ ​ແມ່ນ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ໝັ້ນ​ໃຈ, ​ແລະ ຄວາມ​ຊື່ສັດ.

  5. ​ໂຢຮັນ 4:29.

  6. ​ໂຢຮັນ 4:39.

  7. ​ໂຢຮັນ 11:21–22, 27; ​ເນັ້ນຄຳ​ເນີ້ງ.

  8. ເບິ່ງ Jennifer Reeder and Kate Holbrook, eds., At the Pulpit: 185 Years of Discourses by Latter-day Saint Women (2017), 51–52.

  9. ຖືກ​ອະນຸຍາດ​ໃຫ້​ໃຊ້​ໂດຍ​ຜູ້​ຂຽນ, ​ເຈັນ​ນິ​ເຟີ ຣີດ​ເດີ, ຜູ້​ຊຽວຊານ​ເລື່ອງ​ປະ​ຫວັດ​ສາດ​ຂອງ​ພວກ​ຜູ້ຍິງ ສະ​ໄໝ ສັດຕະວັດ​ທີ 19 ໃນ​ພະ​ແນກ​ປະຫວັດ​ສາດ​ຂອງ​ສາດ​ສະໜາ​ຈັກ.