​2010–2019
ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?
ເດືອນ​ເມສາ 2017


ພຣະວິນ​ຍານ​ບໍລິສຸດ​​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?

ພຣະວິນ​ຍານ​ບໍລິສຸດ​ເຕືອນ, ພຣະວິນ​ຍານ​ບໍລິສຸດ​ປອບ​ໂຍນ, ​ແລະ ພຣະວິນ​ຍານ​ບໍ​ສຸດ​ເປັນ​ພະຍານ.

ໃນ​ແລງ​ຄືນ​ວັນ​ຈັນ ​ເມື່ອ​ບໍ່​ດົນ​ມາ​ນີ້, ລີ​ຊ້າ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ ​ໄດ້​ແວ່​ຢາມ​ເພື່ອນ​ບ້ານ ທີ່​ເປັນ​ຄອບຄົວ​​ໜຸ່ມ. ​ໃນ​ຂະນະ​ທີ່​ພວກ​ເຮົາ​ຢ້ຽມຢາມ​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ພວກ​ເຮົາ ຢູ່​ຮ່ວມ​ການ​ສັງ​ສັນ​ໃນຄອບຄົວ ຊຶ່ງ​ລູກ​ຊາຍ​ຜູ້​ອາຍຸ ​ເກົ້າ ປີ ​ໄດ້​ຕຽມ​ບົດຮຽນ. ​ແນ່ນອນ, ພວກ​ເຮົາ​ກໍ​ໄດ້​ຢູ່!

ຫລັງ​ຈາກ​ໄດ້​ຮ້ອງ​ເພງ​ເປີດ​, ອະທິຖານ, ​ແລະ ​ແຈ້ງ​ບອກ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຄອບຄົວ​​ແລ້ວ, ລູກ​ຜູ້​ອາຍຸ​ເກົ້າປີ ກໍ​ເລີ່ມຕົ້ນ​ອ່ານ ຄຳ​ຖາມທີ່​ໃຫ້​ຄວາມ​ຮູ້ ຈາກ​ບົດຮຽນ​ທີ່​ລາວ​ໄດ້​ຂຽນ​ໄວ້ ວ່າ: “ພຣະວິນ​ຍານ​ບໍລິສຸດ​​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?” ການ​ຖາມ​ຄຳ​ຖາມ​ແບບ​ນີ້ ຈະ​ກໍ່​ໃຫ້​ເກີດ​ການ​ສົນທະນາ​ທີ່​ດີ​ໃນ​ຄອບຄົວ ​ເມື່ອ​ທຸກ​ຄົນ​ແບ່ງປັນ​ແນວ​ຄິດ ​ແລະ ຄວາມ​ຮູ້. ຂ້າພະ​ເຈົ້າປະ​ທັບ​ໃຈ​ຫລາຍ ກັບ​ການ​ຕຽມບົດຮຽນ​ຂອງ​ຜູ້​ສອນ ​ແລະ ຄຳ​ຖາມ​ທີ່​ດີ​ຂອງ​ລາວ, ຊຶ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າຄຸ້ນ​ຄິດ ຫລັງ​ຈາກ​ການ​ໄປ​ຢ້ຽມຢາມ​ເທື່ອ​ນັ້ນ.

ຮູບ​ພາບ
ບົດຮຽນ​ສຳລັບ​ການ​ສັງ​ສັນ​ໃນ​ຄອບຄົວ ທີ່​ຂຽນ​ເອງ

ນັບ​ແຕ່​ນັ້ນມາ, ຂ້າພະ​ເຈົ້າ​ໄດ້ຖາມ​ຕົວ​ເອງ​ເລື້ອຍໆ​ວ່າ, “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?”—​ເປັນ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ກັບ​ເດັກນ້ອຍ​ຊັ້ນປະຖົມ​​ໄວ​ໂດຍສະ​ເພາະ ຜູ້​ຈະ​ເຖິງ​ອາຍຸ​ແປດ​ປີ ​ແລະ ຕຽມ​ຮັບ​ບັບຕິ​ສະມາ ​ແລະ ສຳລັບ​ເດັກນ້ອຍ​ຜູ້​ຫາ​ກໍ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ​ມັນ​ກໍ​ຍັງ​ກ່ຽວຂ້ອງ​ກັບ​ຜູ້​ຫາກໍ​ປ່ຽນ​ໃຈ​ເຫລື້ອມ​ໃສ​ ຫລາຍ​ພັນ​ຄົນ​ນຳອີກ.

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ເຮົາ​ແຕ່ລະຄົນ, ​ໂດຍ​ສະ​ເພາະ​ເດັກນ້ອຍ​ໃນ​ຊັ້ນປະຖົມ​ໄວ, ​ໃຫ້​ຄິດ​ໄຕ່ຕອງ ຄຳ​ວ່າ “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?” ​ເມື່ອ​ຂ້າພະ​ເຈົ້າ​ຄິດ​ໄຕ່ຕອງ​ຄຳ​ຖາມ​ນີ້, ທັນ​ໃດ​ນັ້ນ ຂ້າພະ​ເຈົ້າກໍ​ຫວນ​ຄິດ​ເຖິງ​ປະສົບ​ການ ຕອນ​ຂ້າພະ​ເຈົ້າ​ຍັງ​ນ້ອຍ. ​ເລື່ອງ​ນີ້ ຂ້າພະ​ເຈົ້າ​ໄດ້​ເລົ່າ​ສູ່​ແອວ​ເດີ ຣໍ​ເບີດ ດີ ​ແຮວສ໌ ຟັງ ບໍ່​ດົນ​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ ​ເປັນ​ອັກຄະ​ສາວົກ​ສິບ​ສອງ ​ຊຶ່ງ​ເພິ່ນ​ໄດ້​ບັນ​ຈຸ​ມັນ​ໄວ້ ​ເປັນ​ເລື່ອງສັ້ນ ​ໃນ​ວາລະສານ​ຂອງ​ສາດສະໜາ​ຈັກ ກ່ຽວ​ກັບ​ຊີວິດ​ຂອງ​ຂ້າພະ​ເຈົ້າ.1 ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ນີ້, ບາງ​ຄົນ​ກໍ​ບໍ່​ເຄີຍ​ໄດ້​ຍິນ.

ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 11 ປີ, ພໍ່​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ ​ໄດ້​ໄປ​ເດີນ​ປ່າ ​ໃນ​ມື້​ທີ່​ຮ້ອນ​ອົບ​ເອົ້າມື້​ໜຶ່ງຂອງ​ລະດູ​ແລ້ງ ຢູ່​ແຖວພູ​ໃກ້​ບ້ານ​ຂອງ​ພວກ​ເຮົາ. ​ໃນ​ຂະນະ​ທີ່​ພໍ່​ກຳລັງ​ຍ່າງ​ຂຶ້ນ​​ພູ, ຂ້າພະ​ເຈົ້າ​ໄດ້​ກະ​ໂດດຈາກ​ໂງ່ນ​ຫີນ​ກ້ອນໜຶ່ງ ຫາອີກ​ກ້ອນໜຶ່ງ, ທີ່ຢູ່​ແຄມ​ເສັ້ນທາງ. ​ໂດຍ​ທີ່ຄິດ​ຢາກ​ປີນ​ຂຶ້ນ​ໂງ່ນ​ຫີນ​ກ້ອນໃຫຍ່, ຂ້າພະ​ເຈົ້າຈຶ່ງ​ເລີ່ມປີນ​ຂຶ້ນ​ໄປຫາ​ຈອມ​. ທັນ​ໃດ​ນັ້ນ ຂ້າພະເຈົ້າ​ກໍ​ຕົກໃຈ ເມື່ອພໍ່​ຂອງ​ຂ້າພະ​ເຈົ້າໄດ້​ຈັບສາຍ​ແອວ​ຂອງ​ຂ້າພະ​ເຈົ້າ ​ແລະ ດຶງ​ຂ້າພະ​ເຈົ້າລົງ, ​ເວົ້າວ່າ, “ຢ່າ​ປີນ​ຂຶ້ນ​ໂງ່ນ​ຫີນ​ກ້ອນ​ນັ້ນ. ​ໃຫ້ຍ່າງ​ຢູ່​ໃນ​ເສັ້ນທາງ.”

ສອງ​ສາມ​ນາທີ​ຈາກ​ນັ້ນ, ​ເມື່ອ​ຂ້າພະ​ເຈົ້າຫລຽວ​ລົງ​ເບິ່ງ ຈາກ​​ເສັ້ນທາງ​ບ່ອນ​ສູງ, ພວກ​ເຮົາ​ໄດ້​ຫລຽວ​ເຫັນ​ງູ​ຫາງ​ກະ​ດິ່ງ ນອນ​ຝີງ​ແດດ​ຢູ່​ເທິງ​ໂງ່ນ​ຫີນ​ກ້ອນ​ນັ້ນ ບ່ອນ​ທີ່​ຂ້າພະ​ເຈົ້າຊິ​ປີນ​ຂຶ້ນ​ໄປ.

ແລ້ວ​ໃນ​ຂະນະ​ທີ່​ພວກ​ເຮົາ​ກຳລັງ​ຂັບ​ລົດ​ກັບ​ບ້ານ, ຂ້າພະ​ເຈົ້າຮູ້​ວ່າ ພໍ່​ກຳລັງ​ລໍຖ້າ​ໃຫ້​ຂ້າພະ​ເຈົ້າຖາມ​ວ່າ, “ພໍ່​ຮູ້​ໄດ້​ແນວ​ໃດ​ວ່າ ງູ​ຢູ່​ເທິງ​ບ່ອນ​ນັ້ນ? ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ຖາມ, ​ແລະ ຄຳ​ຕອບ​ໄດ້​ພາ​ໃຫ້​ພວກ​ເຮົາ​ສົນທະນາ​ກັນ​ເລື່ອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ວິທີ​ທີ່​ພຣະວິນ​ຍານ​ບໍລິສຸດ​ສາມາດ​ຊ່ວຍ​ເຫລືອ​ເຮົາ. ຂ້າພະ​ເຈົ້າບໍ່​ເຄີຍ​ລືມ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ໃນ​ມື້ນັ້ນ.

ທ່ານ​ເຫັນ​ໄດ້​ບໍ​ວ່າ ພຣະວິນ​ຍານ​ບໍລິສຸດ​​ໄດ້​ຊ່ວຍ​ເຫລືອ​ຂ້າພະ​ເຈົ້າແນວໃດ? ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕະຫລອດ​ໄປ ທີ່​ພໍ່​ໄດ້​ເຊື່ອ​ຟັງສຽງ​ແຜ່ວ​ເບົາ​ນັ້ນ ຂອງ​ພຣະວິນ​ຍານ​ບໍລິສຸດ, ຊຶ່ງ​ໄດ້​ຊ່ວຍ​ຊີວິດ​ຂ້າພະ​ເຈົ້າ​ໄວ້.

ສິ່ງ​ທີ່​ເຮົາ​ຮູ້ຈັກ​ກ່ຽວ​ກັບ​ພຣະວິນ​ຍານ​ບໍລິສຸດ

ກ່ອນ​ເຮົາ​ຈະ​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ວ່າ “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ? ​ໃຫ້​ເຮົາ​ມາ​ທົບ​ທວນ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ ກ່ຽວ​ກັບ​ພຣະວິນ​ຍານ​ບໍລິສຸດ. ມີ​ຄວາມ​ຈິງ​ນິລັນດອນ​ຫລາຍ​ຢ່າງ ທີ່​ເຮົາ​ສາມາດ​ເອົາ​ມາ​ສົນທະນາ, ​ແຕ່​ມື້​ນີ້ ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ສາມ​ຢ່າງ.

ໜຶ່ງ, ພຣະວິນ​ຍານ​ບໍລິສຸດ ​ເປັນ​ສະມາຊິກ​ອົງ​ທີສາມ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ. ​ເຮົາ​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ນີ້ ​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທຳ​ອິດ ວ່າ: “ພວກ​ເຮົາ​ເຊື່ອ​ໃນ​ພຣະ​ເຈົ້າ, ພຣະບິດາ​ນິລັນດອນ, ​ແລະ ​ເຊື່ອ​ໃນ​ພຣະບຸດຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ແລະ ​ພຣະວິນ​ຍານ​ບໍລິສຸດ.”2

ສອງ, ພຣະວິນ​ຍານ​ບໍລິສຸດ ​ມີ​ຮູບ​ຮ່າງ​ລັກສະນະ​ທີ່​ເປັນ​ພຣະວິນ​ຍານ, ດັ່ງ​ທີ່​ມີ​ບັນຍາຍ​ໄວ້ ຢູ່​ໃນ​ພຣະຄຳ​ພີ​ສະ​ໄໝ​ໃໝ່ ວ່າພຣະບິດາ​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ ທີ່​ສຳ​ພັດ​ໄດ້​ດັ່ງ​ຂອງ​ມະນຸດ; ພຣະບຸດ​ກໍ​ຄື​ກັນ; ​ແຕ່​ພຣະວິນ​ຍານ​ບໍລິສຸດ​ບໍ່​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ, ​ແຕ່​ເປັນ​ພຣະກາຍ​ທີ່​ເປັນ​ພຣະວິນ​ຍານ. ຖ້າ​ຫາກ​ບໍ່​ເປັນ​ເຊັ່ນນັ້ນ, ພຣະວິນ​ຍານ​ບໍລິສຸດ​ຈະ​ສະຖິດ​ຢູ່​ໃນ​ເຮົາ​ບໍ່​ໄດ້.3 ນີ້​ໝາຍ​ຄວາມ​ວ່າ​ພຣະວິນ​ຍານ​ບໍລິສຸດ ມີ​ພຣະກາຍ​ທີ່​ເປັນວິນ​ຍານ, ບໍ່​ຄື​ກັນ​ກັບ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ແລະ ພຣະ​ເຢຊູ​ຄຣິດ, ຜູ້​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ. ຄວາມ​ຈິງ​ນີ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ພຣະນາມ​ອື່ນ​ອີກ ທີ່​ມອບ​ໃຫ້​ແກ່​ພຣະວິນ​ຍານ​ບໍລິສຸດ ​ແລະ ​ເຮົາ​ກໍ​ຄຸ້ນ​ເຄີຍ​ກັບ​ພຣະນາມ​ຂອງ​ພຣະອົງ, ຮ່ວມ​ທັງ ພຣະວິນ​ຍານ​ສັກສິດ, ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ, ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ພຣະວິນ​ຍານ​ສັກສິດ​ແຫ່ງ​ຄຳ​ສັນຍາ, ​ແລະ ພຣະຜູ້​ປອບ​ໂຍນ.4

ສາມ, ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ມາ​ເຖິງ​ໂດຍ​ການວາງ​ມື​. ພິທີການ​ນີ້, ຊຶ່ງ​ຕິດຕາມ​ການ​ຮັບ​ບັບຕິ​ສະມາ, ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳລັບ​ການ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ​ຕະຫລອດ​ເວລາ.5 ​ໃນ​ການ​ກະທຳ​ພິທີການ​ນີ້, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີຄ່າ​ຄວນ ຈະ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກຄົນ,6 ​ເອີ້ນ​ຊື່​ເຂົາ​ເຈົ້າ, ກ່າວ​ເຖິງ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ທີ່​ເພິ່ນ​ມີ, ​ແລະ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ຢືນຢັນ​ເຂົາ​ເຈົ້າ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແລະ ກ່າວ​ຂໍ້ຄວາມ​ທີ່​ສຳຄັນ​ວ່າ: “ຈົ່ງຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ.”

ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?

ໂດຍ​ການ​ທົບ​ທວນ​ຄວາມ​ຈິງ​ທີ່ສຳຄັນ​ສາມ​ຢ່າງນັ້ນ ກ່ຽວ​ກັບ​ພຣະວິນ​ຍານ​ບໍລິສຸດ, ​ເຮົາ​ຫັນ​ກັບ​ຄືນ​ໄປ​ຫາ​ຄຳ​ຖາມ​ຂໍ້​ທຳ​ອິດ​ທີ່​ວ່າ: “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ?”

ພຣະວິນ​ຍານ​ບໍລິສຸດ​ເຕືອນ

ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ບັນຍາຍ​ປະສົບ​ການຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອທ່ານ​ໄດ້ ​ໂດຍ​ການ​ເຕືອນ​ທ່ານ​ລ່ວງ​ໜ້າ ​ເຖິງ​ສິ່ງ​ອັນ​ຕະລາຍ​ຕໍ່​ທາງ​ຮ່າງກາຍ ​ແລະ ທາງ​ວິນ​ຍານ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ອີກ ​ເຖິງ​ຄວາມ​ສຳຄັນ​ຂອງ​ບົດບາດ​ການ​ເຕືອນ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ຕອນ​ຂ້າພະ​ເຈົ້າ​ໄດ້​ໄປ​ຮັບ​ໃຊ້ ​ຢູ່​ໃນ​ຝ່າຍ​ປະທານ​ເຂດ ຢູ່​ປະ​ເທດ​ຍີ່ປຸ່ນ.

ໃນ​ໄລຍະ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ທຳ​ງານ​ຢ່າງ​ໃກ້ຊິດ​ກັບ​ປະທານ ຣີດ ຕາ​ເຕ​ໂອ​ກະ, ຂອງ​ເຂດ​ເຜີຍ​ແຜ່​ ຍີ່ປຸ່ນ ​ເຊັນ​ໄດ. ​ພາກສ່ວນ​ໜຶ່ງ​ໃນ​ວຽກງານ​ປະຈຳ​ຂອງ​ເພິ່ນ, ປະທານຕາ​ເຕ​ໂອ​ກະ ​ໄດ້​ວາງ​ແຜນ​ຈັດ​ການປະຊຸມ​ສຳລັບ​ກຸ່ມ​ຫົວໜ້າ​ຂອງ​ຜູ້​ສອນ​ສາດສະໜາ ຢູ່​ໃນພາກ​ໃຕ້​ຂອງ​ເຂດ​ເຜີຍ​ແຜ່​ຂອງ​ເພິ່ນ. ສອງ​ສາມ​ມື້ກ່ອນ​ການ​ປະຊຸມ, ປະທານຕາ​ເຕ​ໂອ​ກະ ​ໄດ້​ຮັບ​ການ​ດົນ​ໃຈ, ​ເປັນຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ເພິ່ນ, ​ໃຫ້​ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະໜາ​ ທຸກ​ຄົນ ຢູ່​ໃນ​ອະນາ​ເຂດນັ້ນ​ໃຫ້​ໄປ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ, ​ແທນ​ທີ່​ຈະ​ເປັນ​ພຽງ​ກຸ່ມ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ຈຳນວນ​ນ້ອຍ​ໜຶ່ງ ທີ່​ເປັນ​ຫົວໜ້າ​ເທົ່າ​ນັ້ນ.

ເມື່ອ​ເພິ່ນ​ໄດ້​ປະກາດ​ຄວາມ​ປະສົງ​ຂອງ​ເພິ່ນ, ​ເພິ່ນ​​ໄດ້​ຖືກ​ເຕືອນ​ວ່າ ການ​ປະຊຸມ​ນັ້ນ ​ບໍ່​ແມ່ນ​ສຳລັບ​ຜູ້​ສອນ​ສາດສະໜາ​ທຸກ​ຄົນ ​ແຕ່​​ແມ່ນສຳລັບ​ຜູ້​ເປັນ​ຫົວໜ້າ​ເທົ່າ​ນັ້ນ.​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພິ່ນ​ໄດ້​ປ່ຽນ​ການ​ປະຊຸມ​ທີ່​ເຄີຍ​ວາງ​ແຜນ​ໄວ້ ​ແລະ ​ໄດ້​ເຊື້ອ​ເຊີນ​ຜູ້​ສອນ​ສາດສະໜາ​ທຸກ​ຄົນ ຜູ້​ຮັບ​ໃຊ້​ຢູ່​ໃນ​ເມືອງ​ຕ່າງໆ ​ໃນ​ເຂດ​ໃກ້​ທະ​ເລ​ໃຫ້​ມາ​ຮ່ວມ​ການ​ປະຊຸມ ຕາມ​ທີ່​ເພິ່ນ​ໄດ້​ຮັບ​ການກະ​ຕຸ້ນ, ຊຶ່ງ​ຮ່ວມ​ດ້ວຍ​ເມືອງ​ຟູ​ກູ​ຊິ​ມະ. ​ໃນ​ມື້​ປະຊຸມ, ​ເປັນ​ວັນ​ທີ 11 ເດືອນ​ມິນາ, 2011, ຜູ້​ສອນ​ສາດສະໜາ​ໄດ້​ເຕົ້າ​ໂຮມ​ກັນ ຢູ່​ໃນ​ບ່ອນປະຊຸມ ​ໄກ​ຈາກ​ທະ​ເລ, ຢູ່​ເມືອງ​ໂກຣິຢາ​ມະ.

ລະຫວ່າງ​ກອງ​ປະຊຸມ​ດັ່ງກ່າວ, ​ແຜ່ນດິນ​ໄຫວ ​ແຮງ​ເຖິງ 9.0 ​ແລະ ລົມ​ພະຍຸ​ສຸ​ນາ​ມິ ​ໄດ້​ເກີດ​ຂຶ້ນ ຢູ່ທີ່​ປະ​ເທດ​ຍີ່ປຸ່ນ ບ່ອນ​ທີ່​ເຂດ​ເຜີຍ​ແຜ່ ​ເຊັນ​ໄດ ຕັ້ງຢູ່. ໜ້າ​ເສຍ​ໃຈ ທີ່​ຫລາຍ​ເມືອງ​ຢູ່​ແຖວ​ແຄມ​ທະ​ເລ—ຮ່ວມ​ທັງ​ເມືອງ​ຕ່າງໆ​ທີ່​ຜູ້​ສອນ​ສາດສະໜາ​ໄດ້​ມາ​ຮ່ວມ​ການ​ປະຊຸມ—ກໍ​ຖືກ​ທຳລາຍ ​ແລະ ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ໄປ. ​ແລະ ​ເມືອງ​ຟູ​ກູ​ຊິ​ມະ ກໍ​ຖືກ​ທຳລາຍ​ ​ແລະ ມີ​ບັນ​ຫາ​ເກີດ​ຂຶ້ນ ກັບໂຮງງານ​ປະລະມະ​ນູ ນຳ​ອີກ.

ເຖິງ​ແມ່ນ​ວ່າ ຕຶກ​ທີ່​ຜູ້​ສອນ​ສາດສະໜາ​ໄດ້​ຈັດການ​ປະຊຸມ​ເພພັງ​ເລັກ​ນ້ອຍ ​ເນື່ອງ​ດ້ວຍ​ແຜ່ນດິນ​ໄຫວ​ໃນ​ມື້ນັ້ນ, ​ແຕ່ໂດຍ​ທີ່​ໄດ້ເຮັດ​ຕາມ​ການ​ກະ​ຕຸ້ນຈາກ​ພຣະວິນ​ຍານ, ປະທານ ​ແລະ ຊິດ​ສະ​ເຕີ ຕາ​ເຕ​ໂອ​ກະ ​ແລະ ຜູ້​ສອນ​ສາດສະໜາ​ທັງ​ໝົດ ​ປອດ​ໄພຢູ່​ນຳ​ກັນ. ​ເຂົາ​ເຈົ້າ​ໄດ້​ອອກ​ຈາກ​ບ່ອນ​ທີ່​ອັນຕະລາຍ ​ແລະ ​ໄກ​ຈາກ​ພະຍຸ​ສຸ​ນາ​ມິ ​ທັງ​ບໍ່​ວິຕົກ​ເລື່ອງ​ອາຍພິດ​ປະລະ​ມະ​ນູ ນຳ​ອີກ​.

ເມື່ອ​ທ່ານ​ເຮັດ​ຕາມ​ການ​ກະ​ຕຸ້ນຈາກ​ພຣະວິນ​ຍານ​ບໍລິສຸດ—ການ​ກະ​ຕຸ້ນ​ທີ່​ສ່ວນ​ຫລາຍ​ງຽບໆ ​ແລະ ​ແຜ່ວ​ເບົາ—ໂດຍ​ທີ່​ບໍ່​ຮູ້ລ່ວງ​ໜ້າ, ທ່ານ​ອາດ​ຖືກ​ພາ​ໜີຈາກ​ສິ່ງ​ອັນຕະລາຍ​ຕໍ່​ທາງ​ວິນ​ຍານ ​ແລະ ທາງ​ຮ່າງກາຍ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ພຣະວິນ​ຍານ​ບໍລິສຸດ​ຈະ​ຊ່ວຍ​ເຫລືອ​ທ່ານ ​ໂດຍ​ການ​ເຕືອນ​ທ່ານ, ດັ່ງ​ທີ່​ພຣະອົງ​ໄດ້​ເຕືອນ​ພໍ່​ຂອງ​ຂ້າພະ​ເຈົ້າ ​ແລະ ປະທານ​ຕາ​ເຕ​ໂອ​ກະ.

ພຣະວິນ​ຍານ​ບໍລິສຸດ​ປອບ​ໂຍນ

ໃນ​ການ​ຕອບ​ຄຳ​ຖາມຕໍ່​ໄປ “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານ​ແນວ​ໃດ? ບັດ​ນີ້​ໃຫ້​ເຮົາ​ມາ​ຄົ້ນຄວ້າ​ເລື່ອງ​ບົດບາດ​ຂອງ​ພຣະອົງ ​ໃນ​ຖານະ​ທີ່ເປັນ​ພຣະຜູ້​ປອບ​ໂຍນ. ​ເຫ​ດການ​ທີ່​ບໍ່​ຄາດ​ຄິດ​ໃນ​ຊີວິດ​ຂອງ​ເຮົາ​ທຸກ​ຄົນ ​ກໍ່​ໃຫ້​ເກີດ​ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ປວດ, ​ແລະ ຄວາມຜິດ​ຫວັງ. ​ແຕ່, ​ໃນ​ທ່າມກາງ​ການ​ທົດ​ລອງ​ເຫລົ່າ​ນີ້, ພຣະວິນ​ຍານ​ບໍລິສຸດ ຊ່ວຍ​ເຫລືອ​ເຮົາ​ໃນ​ບົດບາດ​ຢ່າງ​ໜຶ່ງ​ທີ່​ສຳຄັນ​ຂອງ​ພຣະອົງ—​ເປັນ ພຣະຜູ້​ປອບ​ໂຍນ, ຊຶ່ງ​ຕາມ​ຈິງ​ແລ້ວ ​ເປັນ​ພຣະນາມ​ໜຶ່ງ​ອີກ​ຂອງ​ພຣະອົງ. ຖ້ອຍ​ຄຳ​ທີ່​ໃຫ້​ຄວາມ​ສະຫງົບ, ​ແລະ ຄວາມ​ແນ່ນອນ​ໃຈ​ຈາກ​ພຣະ​ເຢຊູ​ຄຣິດ ບັນຍາຍ​ເຖິງ​ບົດບາດ​ທີ່​ສັກສິດ​ນີ້ ທີ່​ວ່າ, “ຝ່າຍ​ເຮົາ​ຈະ​ທູນ​ຂໍພຣະບິດາ ​ແລະ ພຣະອົງ​ຈະ​ປະທານ​ຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກ​ເຈົ້າ ​ເພື່ອ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫລອດ​ໄປ​ເປັນນິດ.”7

ໃນ​ການ​ອະທິບາຍ​ກ່ຽວ​ກັບ​ເລື່ອງ​ນີ້​ຕື່ມ​ອີກ, ຂ້າພະ​ເຈົ້າຂໍ​ເລົ່າ​ເລື່ອງຈິງ​ ກ່ຽວ​ກັບ​ຄອບຄົວ​ໜຶ່ງ ທີ່​ມີ​ລູກ​ຊາຍ​ຫ້າ​ຄົນ ຜູ້​ໄດ້​ຍ້າຍ​ຈາກ​ເມືອງ​​ລອສ໌ ​ແອງ​ໂຈ​ເລສ໌, ລັດ​ຄາ​ລິ​ຟໍ​ເນຍ, ສະຫະລັດ​ອາ​ເມຣິກາ, ​ໄປ​ຢູ່​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ ​ເມື່ອ​ຫລາຍ​ປີ​ກ່ອນ. ລູກ​ຊາຍ​ໃຫຍ່​ສອງ​ຄົນ ​ເລີ່ມຫລິ້ນ​ກິລາ​ຢູ່​ໂຮງຮຽນ ​ແລະ ກໍ​ມີ​ຄວາມ​ສຳພັນ​ດີກັບໝູ່​ເພື່ອນ, ຜູ້ນຳ, ​ແລະ ຫົວໜ້າ​ທີມ—ຫລາຍ​ຄົນ​ກໍ​ເປັນ​ສະມາຊິກ​ທີ່​ຊື່ສັດ ຂອງ​ສາດສະໜາ​ຈັກ. ຄວາມ​ສຳພັນ​ນີ້​ໄດ້​ພາ​ໃຫ້ທ້າວ​ເຟີ​ນານໂດ ຜູ້​ເປັນ ອ້າຍ​ກົກ ​ແລະ ນ້ອງ​ຊາຍ​ຜູ້​ຖັດ​ໄປຂອງ​ລາວ ​ໄປສູ່​ການ​ຮັບ​ບັບຕິ​ສະມາ.

ຕໍ່​ມາທ້າວ​ເຟີ​ນານໂດ ​ໄດ້​ຍ້າຍ​ອອກ​ຈາກ​ເຮືອນ​ພໍ່​ແມ່ ​ໄປ​ຮຽນ​ຕໍ່ ​ແລະ ຫລິ້ນ​ຟຸດ​ບອນ​ຢູ່​ວິທະຍາໄລ. ລາວ​ໄດ້​ແຕ່ງງານ​ກັບນາງ​ເບລີຢູ່​ໃນ​ພຣະວິຫານ, ​ຄົນ​ຮັກ​ຂອງ​ລາວ​ແຕ່ຕອນ​ຮຽນ​ຢູ່​ຊັ້ນ​ມັດທະຍົມ. ​ເມື່ອ​ທ້າວ​ເຟີ​ນານໂດ ​ແລະ ນາງ​ເບ​ລີ ຈົບ​ຈາກ​ການ​ຮຽນ, ​ນາງ​ເບ​ລີກໍ​ຖືພາ ແລະ ທັງສອງ​ກໍຕື່ນ​ເຕັ້ນ​ລໍຖ້າ​ລູກ​ຄົນ​ທຳ​ອິດ—​ເປັນ​ຜູ້ຍິງ. ​ແຕ່​ໃນ​ລະຫວ່າງ​ການ​ຍ້າຍ​ຄອບຄົວ​ຂອງ​ທ້າວ​ເຟີ​ນານ​ໂດ ​ແລະ ນາງ​ເບ​ລີ ກັບ​ບ້ານ, ນາງ​ເບ​ລີ ​ແລະ ນ້ອງ​ສາວ​ຂອງ​ນາງ​ໄດ້​ຂັບ​ລົດ​ໄປ​ຕາມ​ທາງ​ດ່ວນ ​ແລະ ​ໄດ້​ເກີດ​ອຸປະ​ຕິ​ເຫດ​ລົດຫລາຍ​ຄັນ​ຊົນກັນ​. ນາງ​ເບ​ລີ ກັບ​ລູກ​ໃນ​ທ້ອງ ​ໄດ້​ເສຍ​ຊີວິດ​ໄປ.

ຮູບ​ພາບ
ເຟີ​ນານ​ໂດ ​ແລະ ​ເບ​ລີ

ເຖິງ​ແມ່ນ​ທ້າວ​ເຟີ​ນານ​ໂດ​ມີ​ຄວາມ​ເຈັບ​ປວດ​ຫລາຍ​ທີ່​ສຸດ, ​ແລະ ພໍ່​ແມ່​ ​ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ​ເບ​ລີ ກໍ​ຄື​ກັນ, ​ແຕ່​ເຂົາ​ເຈົ້າກໍ​ຮູ້ສຶກ​ເຖິງ​ຄວາມ​ສະຫງົບ ​ແລະ ​ໄດ້​ຮັບ​ການ​ປອບ​ໂຍນ ​ເກືອບ​ທັນທີ. ພຣະວິນ​ຍານ​ບໍລິສຸດ ​ໃນ​ບົດບາດ​ຂອງ​ພຣະອົງ ​ໃນ​ຖານະ​ທີ່​ເປັນ​ພຣະຜູ້​ປອບ​ໂຍນ ​ໄດ້​ຄ້ຳຊູ​ທ້າວ​ເຟີ​ນານ​ໂດ​ແທ້ໆ ​ໃຫ້​ຜ່ານ​ຜ່າ​ຄວາມທຸກ​ທໍລະມານ ​ທີ່​ເກີນ​ກວ່າ​ຈະ​ເຂົ້າ​ໃຈ​ໄດ້​ນັ້ນ. ພຣະວິນ​ຍານ​ໄດ້​ມອບຄວາມ​ສະຫງົບ ທີ່​ພາ​ໃຫ້ທ້າວ​ເຟີ​ນານ​ໂດ​ສາມາດ​ໃຫ້​ອະ​ໄພ ​ແລະ ມີ​ຄວາມ​ຮັກ​ຕໍ່​ທຸກ​ຄົນ ທີ່​ມີ​ສ່ວນ​ຢູ່​ໃນ​ອຸປະຕິ​ເຫດ​ດັ່ງກ່າວ.

ພໍ່​ແມ່​ຂອງ​ນາງ​ເບ​ລີ ​ໄດ້​ໂທ​ຫາ​ນ້ອງ​ຊາຍ​ຂອງ​ນາງ ຜູ້​ກຳລັງ​ຮັບ​ໃຊ້​ເຜີຍ​ແຜ່ ​ເພື່ອ​ບອກ​ໃຫ້​ຮູ້​ເລື່ອງ​ອຸປະຕິ​ເຫດ. ລາວ​ໄດ້​ບັນຍາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລາວ ຢູ່​ໃນ​ຈົດໝາຍ ກ່ຽວ​ກັບ​ຂ່າວ​ທີ່​ໂສກ​ເສົ້າ ກ່ຽວ​ກັບ​ເອື້ອຍ​ທີ່​ຮັກ​ຂອງ​ລາວ​ວ່າ: “ລູກ​ດີ​ໃຈ​ຫລາຍ​ທີ່​ໄດ້​ຍິນ​ສຽງ​ຂອງ​ພໍ່​ແມ່ຢ່າງ​ສະຫງົບ ​ໃນ​ລະຫວ່າງ​ຄວາມ​ໂສກ​ເສົ້າ. ລູກ​ບໍ່​ຮູ້​ວ່າ ຈະ​ເວົ້າຫຍັງ​ແດ່. … ສິ່ງ​ດຽວ​ທີ່​ລູກ​ຄິດ​ໄດ້​ແມ່ນ ​ເອື້ອຍ​ຂອງ​ລູກ​ຈະ​ບໍ່​ຢູ່​ທີ່​ນັ້ນອີກ​ແລ້ວ ຕອນ​ລູກ​ກັບ​ບ້ານ. … ລູກ​ໄດ້​ຮັບ​ການ​ປອບ​ໂຍນ ​ໂດຍ​ປະຈັກ​ພະຍານ​ທີ່​ໜັກ​ແໜ້ນ​ຂອງ​ພໍ່ແມ່​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ແຜນ​ຂອງ​ພຣະອົງ. ພຣະວິນ​ຍານ​ອົງ​ດຽວ​ກັນນັ້ນ ທີ່​​ເຮັດ​ໃຫ້​ລູກ​ນ້ຳຕາ​ໄຫລ ຕອນ​ສຶກສາ ​ແລະ ສິດສອນ ​ໄດ້​ເຕັມຢູ່​ໃນ​ໃຈ​ຂອງ​ລູກ. ລູກ​ໄດ້​ຮັບ​ການ​ປອບ​ໂຍນ ​ແລະ ​ໄດ້​ຖືກ​ເຕືອນໃຈ​ເຖິງ​ສິ່ງ​ທີ່​ລູກ​ຮູ້.”8

ພຣະວິນ​ຍານ​ບໍລິສຸດ ຈະ​ຊ່ວຍ​ເຫລືອ​ເຮົາ ​ໂດຍ​ການ​ປອບ​ໂຍນ​ເຮົາ, ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ແກ່​ຄອບຄົວ​ຂອງທ້າວ​ເຟີ​ນານ​ໂດ ​ແລະ ນາງ​ເບ​ລີ.

ພຣະວິນ​ຍານ​ບໍລິສຸດ​ເປັນ​ພະຍານ

ພຣະວິນ​ຍານ​ບໍລິສຸດ​ກໍ​ໃຫ້​ຖ້ອຍ​ຄຳ ​ແລະ ​ເປັນ​ພະຍານ​ເຖິງ​ພຣະບິດາ ​ແລະ ພຣະບຸດ ​ແລະ ​ເຖິງ​ຄວາມ​ຈິງ​ທຸກ​ຢ່າງ.9 ພຣະຜູ້​ເປັນ​ເຈົ້າ ​ໄດ້​ກ່າວ​ກັບ​ອັກຄະ​ສາວົກ​ຂອງ​ພຣະອົງ​ວ່າ: “​ແຕ່​ເມື່ອ​ພຣະຜູ້​ປອບ​ໂຍນ​ມາ​ຫາ, ຊຶ່ງ​ເຮົາ​ຈະ​ສົ່ງ​ມາຫາ​ເຈົ້າ​ທັງຫລາຍ​ຈາກ​ພຣະບິດາ, … ພຣະອົງ​ຈະ​ເປັນ​ພະຍານ​ໃຫ້ແກ່​ເຮົາ.”10

ໃນ​ການ​ບັນຍາຍ​ເຖິງ​ບົດບາດ​ທີ່​ສຳຄັນ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຖານະ​ທີ່​ເປັນ​ພະຍານ, ຂ້າພະ​ເຈົ້າຈະ​ເລົ່າ​ເລື່ອງ​ຂອງ​ທ້າວ​ເຟີ​ນານ​ໂດ ​ແລະ ນາງ​ເບ​ລີ ຕໍ່. ຖ້າ​ທ່ານ​ຈື່​ໄດ້, ຂ້າພະ​ເຈົ້າ​ໄດ້​ບອກ​ທ່ານວ່າ ທ້າວ​ເຟີ​ນານ​ໂດ ​ແລະ ນ້ອງ​ຊາຍ​ຄົນ​ໜຶ່ງ​ຂອງ​ລາວ​ ໄດ້​ຮັບ​ບັບຕິ​ສະມາ, ​ແຕ່​ພໍ່​ແມ່ ​ແລະ ນ້ອງ​ຊາຍ​ສາມ​ຄົນ ບໍ່​ໄດ້​ຮັບ. ​ເຖິງ​ແມ່ນ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຫລາຍ​ເທື່ອ ​ເພື່ອ​ໃຫ້​ພົບ​ກັບ​ຜູ້​ສອນ​ສາດສະໜາ, ​ແຕ່​ຄອບຄົວ​ໄດ້​ປະຕິ​ເສດ​ທຸກ​ເທື່ອ.

ໃນ​ການ​ຈາກ​ໄປ​ທີ່​ເຈັບ​ປວດ​ຂອງ​ນາງ​ເບລີ ​ແລະ ລູກ​ຂອງ​ນາງ, ຄອບຄົວ​ຂອງ​ທ້າວ​ເຟີ​ນານ​ໂດ ກໍ​ເປັນ​ທຸກ​ຢ່າງ​ໜັກ. ບໍ່​ເໝືອນ​ທ້າວ​ເຟີ​ນານ​ໂດ ​ແລະ ຄອບຄົວ​ຂອງ​ນາງ​​ເບ​ລີ, ​ຄອບຄົວ​ຂອງ​ທ້າວ​ເຟີ​ນານ​ໂດ ບໍ່​​ໄດ້​ຮັບ​ການ​ປອບ​ໂຍນ ​ແລະ ບໍ່​ມີ​ຄວາມ​ສະຫງົບ​ເລີຍ. ​ເຂົາ​ເຈົ້າບໍ່​ສາມາດ​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​ລູກ​ຊາຍ ​ແລະ ຄອບຄົວ​ຂອງ​ນາງ​ເບ​ລີ ຈຶ່ງ​ສາມາດ​ຮັບ​ເອົາ​ຄວາມ​ເຈັບ​ປວດ​ນັ້ນ​ໄດ້.

ໃນ​ທີ່​ສຸດ ​ເຂົາ​ເຈົ້າ​ໄດ້​ສະຫລຸບ​ວ່າ ສິ່ງ​ທີ່​ລູກ​ຊາຍ​ມີ ​ແລະ ​ເຂົາ​ເຈົ້າບໍ່​ມີ​ ແມ່ນພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢຊູ​ຄຣິດ, ​ແລະ ນີ້​ຄົງ​ເປັນ​ແຫ​ລ່ງທີ່​ນຳ​ຄວາມ​ສະຫງົບ ​ແລະ ການ​ປອບ​ໂຍນ​ມາ​ໃຫ້. ຫລັງ​ຈາກ​ສຳນຶກ​ໄດ້​ແລ້ວ, ​ເຂົາ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຜູ້​ສອນ​ສາດສະໜາ​ໃຫ້​ມາ​ສອນ​ເຂົາ​ເຈົ້າ. ຜົນ​ທີ່​ຕາມ​ມາ​ກໍ​ຄື, ​ເຂົາ​ເຈົ້າ​ໄດ້​ຮັບ​ພະຍານ ​ແລະ ປະຈັກ​ພະຍານ​ດ້ວຍ​ຕົວ​ເອງ ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມສຸກ​ທີ່​ຍິ່ງ​ໃຫຍ່, ຊຶ່ງ​ໄດ້​ນຳ​ຄວາມ​ສະຫງົບ​ອັນ​ຫວານ​ຊື່ນ ​ແລະ ການ​ປອບ​ໂຍນ​ທີ່​ໃຫ້​ຄວາມ​ສະຫງົບ ມາ​ໃຫ້​ເຂົາ​ເຈົ້າ ທີ່​ກຳລັງ​ຢາກ​ມີຫລາຍ​ທີ່​ສຸດ.

ຮູບ​ພາບ
ການ​ຮັບ​ບັບຕິ​ສະມາ​ຂອງ​ຄອບຄົວ​ເຟີ​ນານ​ໂດ

ສອງ​ເດືອນ​ຫລັງ​ຈາກ​ໄດ້​ສູນ​ເສຍ​ນາງ​ເບ​ລີ ​ແລະ ຫລານ​ທີ່​ຍັງ​ບໍ່​ໄດ້​ເກີດ​, ພໍ່​ແມ່​ຂອງ​ທ້າວ​ເຟີ​ນານ​ໂດ ​ແລະ ນ້ອງ​ຊາຍ​ສອງ​ຄົນ ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ໄດ້​ຮັບ​ການ​ຢືນຢັນ ​ແລະ ​ໄດ້​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ຕອນ​ນີ້ນ້ອງ​ຊາຍ​ຫລ້າຂອງ​ທ້າວ​ເຟີ​ນານ​ໂດ ກໍ​ຄອຍ​ຖ້າ​ວັນ​ຮັບ​ບັບຕິ​ສະ​ມາ​ຂອງ​ລາວ ເມື່ອ​ລາວ​ເຖິງ​ອາຍຸ​ແປດ​ປີ. ​ແຕ່ລະຄົນ​ກໍ​ໄດ້​ເປັນ​ພະຍານ​ເຖິງ​ພຣະວິນ​ຍານ, ພຣະວິນ​ຍານ​ບໍລິສຸດ, ​ແລະ ​ໄດ້​ສະ​ແດງ​ປະຈັກ​ພະຍານ​ເຖິງ​ຄວາມ​ສົມບູນ​ແຫ່ງ​ພຣະກິດ​ຕິຄຸນ, ຊຶ່ງຊົງ​ນຳ​ເຂົາ​ເຈົ້າ ​​ໄປ​ສູ່​ການ​ຮັບ​ບັບຕິ​ສະມາ ​ແລະ ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ພຣະວິນ​ຍານ​ບໍລິສຸດ ຈະ​ຊ່ວຍ​ເຫລືອ​ທ່ານ​ໂດຍ​ການ​ເປັນ​ພະຍານ​ຕໍ່​ທ່ານ ​ເຊັ່ນ​ດຽວ​ກັນກັບ​ທີ່​ພຣະອົງ​ໄດ້​ເປັນ​ພະຍານ​ຕໍ່​ຄອບຄົວ​ຂອງ​ທ້າວ​ເຟີ​ນານ​ໂດ.

ການ​ທົບ​ທວນ

ຂ້າພະ​ເຈົ້າຂໍ​ສະຫລຸບ. ​ເຮົາ​ຮູ້ຈັກ​ຄວາມ​ຈິງ​ທີ່​ຖືກ​ເປີດ​ເຜີຍ​ສາມ​ຢ່າງ ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຮູ້​ເລື່ອງ​ພຣະວິນ​ຍານ​ບໍລິສຸດ. ນັ້ນຄື​ພຣະວິນ​ຍານ​ບໍລິສຸດ ​ເປັນ​ສະມາຊິກ​ອົງ​ທີສາມ​ໃນ​ຝ່າຍ​ພຣະ​ເຈົ້າ, ພຣະວິນ​ຍານ​ບໍລິສຸດ ມີ​ຮູບ​ຮ່າງ​ລັກສະນະ​ທີ່​ເປັນ​ພຣະວິນ​ຍານ, ​ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ມີ​ມາ​ໂດຍ​ການວາງ​ມື. ​ເຮົາ​ຍັງ​ຮູ້ຈັກ​ຄຳຕອບ​ສາມ​ຢ່າງ​ນຳ​ອີກ ຕໍ່​ຄຳ​ຖາມ​ທີ່​ວ່າ “ພຣະວິນ​ຍານ​ບໍລິສຸດ​ຊ່ວຍ​ເຫລືອ​ທ່ານແນວ​ໃດ?” ພຣະວິນ​ຍານ​ບໍລິສຸດ​ເຕືອນ, ພຣະວິນ​ຍານ​ບໍລິສຸດ​ປອບ​ໂຍນ, ​ແລະ ພຣະວິນ​ຍານ​ບໍ​ສຸດ​ເປັນ​ພະຍານ.

ການ​ມີຄ່າ​ຄວນ​ທີ່​ຈະ​ຮັກສາ​ຂອງ​ປະທານ

ສຳລັບ​ທ່ານ​ຜູ້​ທີ່​ຕຽມ​ຮັບ​ບັບຕິ​ສະມາ ​ແລະ ຮັບ​ການ​ຢືນຢັນ, ຜູ້​ທີ່​ຫາ​ກໍ​ໄດ້​ຮັບ ຫລື ​​ແມ່ນ​ແຕ່​ຜູ້​ທີ່ໄດ້​ຮັບ​ດົນ​ນານ​ມາ​ແລ້ວ, ມັນ​ສຳຄັນ​ຫລາຍ​ຕໍ່​ຄວາມ​ປອດ​ໄພ​ທາງ​ຮ່າງກາຍ ​ແລະ ວິນ​ຍານ​ຂອງ​ເຮົາ ທີ່​ເຮົາ​ຕ້ອງ​ຮັກສາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ​ໄວ້. ​ເຮົາ​ເລີ່ມຕົ້ນ​ເຮັດ​ສິ່ງ​ນີ້ ​ໂດຍ​ການ​ພະຍາຍາມ​ຮັກສາ​ພຣະບັນຍັດ, ​ໂດຍ​ການ​ອະທິຖານ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ, ອ່ານ​ພຣະຄຳ​ພີ, ​ແລະ ມີ​ຄວາມ​ສຳພັນ​ທີ່​ມີ​ຄວາມ​ຮັກ ​ແລະ ມີ​ການ​ໃຫ້​ອະ​ໄພກັບ​ຄອບຄົວ ແລະ ຄົນທີ່​ເຮົາຮັກ. ​ເຮົາ​ຄວນ​ຮັກສາ​ຄວາມ​ນຶກ​ຄິດ, ການ​ກະທຳ, ​ແລະ ການ​ປາກ​ເວົ້າ ​ໃຫ້​ມີ​ຄຸນ​ນະທຳ. ​ເຮົາ​ຄວນ​ນະມັດ​ສະການ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຢູ່​ໃນ​ບ້ານ​ເຮືອນ, ຢູ່​ທີ່​ໂບດ, ​ແລະ ​ເມື່ອໃດ​ກໍ​ຕາມ ທີ່​ເປັນ​ໄປ​ໄດ້, ​ໃນ​ພຣະວິຫານ​ທີ່​ສັກສິດ. ຈົ່ງ​ຢູ່​ໃກ້​ພຣະວິນ​ຍານ, ​ແລະ ພຣະວິນ​ຍານ​ຈະ​ຢູ່​ໃກ້​ທ່ານ.

ປະຈັກ​ພະຍານ

ຂ້າພະ​ເຈົ້າຂໍ​ຈົບ​ດ້ວຍ​ການ​ເຊື້ອ​ເຊີນ ​ແລະ ດ້ວຍ​ປະຈັກ​ພະຍານ​ທີ່​ແນ່ນອນ​ໃຈ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ດຳລົງ​ຊີວິດ​ຢ່າງ​ສົມບູນ ຕາມ​ຖ້ອຍ​ຄຳ​ຢູ່​ໃນ​ເພງ ທີ່​ເດັກນ້ອຍ​ໃນຊັ້ນ​ປະຖົມ​ໄວ ຮ້ອງ​ເລື້ອຍໆ ຊຶ່ງ​ພວກ​ເຂົາ​ຈື່​ມັນ​ໄດ້​ດີ ທີ່​ວ່າ: “ຈົ່ງ​ຟັງ, ຈົ່ງ​ຟັງ. ພຣະວິນ​ຍານ​ບໍລິສຸດ​ຈະ​ກະຊິບ. ຈົ່ງ​ຟັງ, ຈົ່ງ​ຟັງສຽງ​ແຜ່ວ​ເບົາ.”11

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ທັງ​ແກ່ ​ແລະ ໜຸ່ມ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງຄວາມ​ຈິງ​ແທ້ ທີ່ມີ​ລັດສະໝີ​ພາບ​ແຫ່ງ​ສະຫວັນ ຊຶ່ງ​ປະກອບ​ດ້ວຍ​ຝ່າຍ​ພຣະ​ເຈົ້າ—ນັ້ນຄື ພຣະ​ເຈົ້າ​ອົງ​ເປັນ​ພຣະບິດາ, ພຣະ​ເຢຊູ​ຄຣິດ, ​ແລະ ພຣະວິນ​ຍານ​ບໍລິສຸດ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ສິດທິ​ພິ​ເສດ​ຢ່າງ​ໜຶ່ງ ທີ່​ເຮົາ​ຊື່ນ​ຊົມ​ໃນ​ຖານະ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໃນ​ການ​ມີ​ຊີວິດ​ຢູ່​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ ​ແມ່ນ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ຂ້າພະ​ເຈົ້າຮູ້​ວ່າ ພຣະວິນ​ຍານ​ບໍລິສຸດ​ ຊ່ວຍ​ເຫລືອ ​ແລະ ຈະ ຊ່ວຍ​ເຫລືອ​ທ່ານ. ຂ້າພະ​ເຈົ້າຂໍ​ຕື່ມ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ​ເຖິງ​ບົດບາດ​ຂອງ​ພຣະອົງ ​ໃນ​ຖານະ​ທີ່​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ ​ແລະ ​ເຖິງ​ພຣະ​ເຈົ້າ ຜູ້ທີ່​ເປັນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.