​2010–2019
ແຜນ​ທີ່​ປະ​ເສີດ​ເລີດ​ລ້ຳຂອງ​ພຣະບິດາ​ຂອງ​ເຮົາ
ເດືອນ​ເມສາ 2017


ແຜນ​ທີ່​ປະ​ເສີດ​ເລີດ​ລ້ຳຂອງ​ພຣະບິດາ​ຂອງ​ເຮົາ

ເພາະ​ແຜນ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ, ​ເຮົາຈຶ່ງ​ຮູ້​ວ່າ ການ​ເກີດ ​ແລະ ການ​ຕາຍ ບໍ່​ໄດ້​ພຽງ​ແຕ່​ເປັນ​ເຫດການ​ພິ​ເສດ​ເທົ່າ​ນັ້ນ ​ໃນ​ການ​ເດີນທາງ​ໄປ​ສູ່​ຊີວິດ​ນິລັນດອນ ​ເພື່ອ​ຢູ່​ນຳພຣະບິດາ​ເທິງ​ສະຫວັນ.

ໃນ​ຕອນ​ຕົ້ນຂອງ​ການ​​ເຝິກ​ເປັນ​ໝໍ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຊ່ວຍ​ແມ່​ໜຸ່ມ​ຄົນ​ໜຶ່ງ​ຄອດ​ລູກ​ຄົນ​ທຳ​ອິດ​ຂອງ​ນາງ. ນາງ​ກໍ​ສະຫງົບ, ຕັ້ງ​ໃຈ, ​ແລະ ມີ​ຄວາມສຸກ. ​ເມື່ອ​ຄອດ​ລູກ​ແລ້ວ, ຂ້າພະ​ເຈົ້າກໍ​ໄດ້​ອູ້ມ​ແອນ້ອຍ​ໄປ​ໃຫ້​ນາງ. ດ້ວຍ​ນ້ຳຕາ​ທີ່​ມີ​ຄວາມສຸກ​ໄຫລ​ອາບ​ແກ້ມ, ນາງ​ໄດ້​ອູ້ມ​ເອົາ​ແອນ້ອຍ​ໄວ້​ໃນ​ອ້ອມ​ແຂນ ​ແລະ ສຳ​ຫລວດ​ເບິ່ງ​ລາວ​ຈາກ​ຫົວ​ເຖິງ​ຕີນ. ນາງ​ໄດ້​ກອດ​ລາວ​ໄວ້​ໃກ້​ຕົວ ​ແລະ ຮັກລາວ​ຢ່າງ​ທີ່​ແມ່​ເທົ່າ​ນັ້ນທີ່​​ເຮັດ​ໄດ້. ຂ້າພະ​ເຈົ້າ​ໄດ້​ຮັບສິດທິ​ພິ​ເສດ ທີ່​ໄດ້ຢູ່​ໃນ​ຫ້ອງ​ນັ້ນກັບ​ນາງ.

ນັ້ນຄື​ການ​ເລີ່ມຕົ້ນຊີວິດ​ຂອງ​ເຮົາ​ແຕ່ລະຄົນ. ​ແຕ່​ການ​ເກີດ​ຂອງ​ເຮົານັ້ນ ​ເປັນ​ການ​ເລີ່ມ​ຕົ້ນ​ແທ້ໆ​ບໍ? ​ຊາວ​ໂລກ​ເຫັນ​ການ​ເກີດ ​ແລະ ການ​ຕາຍ ວ່າ​ເປັນ​ການ​ເລີ່ມຕົ້ນ ​ແລະ ການສິ້ນ​ສຸດ. ​ແຕ່​ເພາະ​ແຜນ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈຶ່ງຮູ້​ວ່າ ການ​ເກີດ ​ແລະ ການ​ຕາຍ ບໍ່​ໄດ້​ພຽງ​ແຕ່​ເປັນ​ເຫດການ​ພິ​ເສດ​ເທົ່າ​ນັ້ນ ​ໃນ​ການ​ເດີນທາງ​ໄປ​ສູ່​ຊີວິດ​ນິລັນດອນ ​ເພື່ອ​ຢູ່​ນຳພຣະບິດາ​ເທິງ​ສະຫວັນ.1 ມັນ​ເປັນ​ພາກສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະບິດາ—ຊ່ວງ​ເວລາ​ສັກສິດ ຕອນ​ທີ່​ຄວາມ​ເປັນ​ມະຕະ ​ແລະ ສະຫວັນ ມາ​​ເຈິ​ກັນ. ມື້​ນີ້, ​ເມື່ອ​ຫວນ​ຄິດ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າໄດ້​ຮຽນ​ຮູ້​ຈາກ​ການ​ສັງ​ເກດ​ເບິ່ງ​ການ​ເກີດ ​ແລະ ການ​ຕາຍ ​ຕະຫລອດ​ຫລາຍ​ປີ​ໃນ​ການຮັບ​ໃຊ້​ເປັນ​ໝໍ ​ແລະ ​ໃນ​ສາດສະໜາ​ຈັກ, ຂ້າພະ​ເຈົ້າຢາກ​ເປັນ​ພະຍານ​ໃຫ້ແຜນ​ທີ່​ປະ​ເສີດ​ເລີດ​ລ້ຳຂອງ​ພຣະບິດາ​ຂອງ​ເຮົາ.

ກ່ອນ​ເຮົາ​ມາ​ເກີດ, ​ເຮົາ​ໄດ້ອາ​ໄສ​ຢູ່​ນຳພຣະ​ເຈົ້າ, ພຣະບິດາ​ທາງ​ວິນ​ຍານ​ຂອງ​ເຮົາ. ​ເຮົາ​ [ທຸກ​ຄົນ] ທີ່​ຢູ່​ໃນ​ໂລກ​ນີ້ ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ແທ້ໆ ​ໃນ​ຄອບຄົວ​ຂອງ​ພຣະອົງ,2 ​ແລະ ​ເຮົາ​ແຕ່ລະຄົນ ກໍ​ມີຄ່າ​ປະ​ເສີດ​ລ້ຳຕໍ່​ພຣະອົງ. ​ເຮົາ​ໄດ້​ຢູ່​ກັບ​ພຣະອົງ​ເປັນ​ເວລາ​ດົນ​ນານ ກ່ອນ​ເຮົາ​ມາ​ເກີດ​ໃນ​ຊ່ວງ​ມະຕະ—​ເພື່ອ​ຮຽນ, ເລືອກ, ​ແລະ ​ຕຽມ.

​ເພາະ​ພຣະບິດາ​ເທິງ​ສະຫວັນ​ຮັກ​ເຮົາ, ພຣະອົງ​ຈຶ່ງ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະອົງສາ​ມາດ​ມອບ​ໃຫ້, ນັ້ນຄື​ຂອງ​ປະທານ​ແຫ່ງ​ຊີວິດ​ນິລັນດອນ.3 ພຣະອົງ​ບໍ່​ສາມາດ​ມອບ​ມັນ​ໃຫ້​ເຮົາ ແບບ​ບໍ່​ມີ​ເງື່ອນ​ໄຂ; ​ເຮົາ​ຕ້ອງ​​ຮັບ​ມັນ​ໂດຍ​ການ​ເລືອກ​ພຣະອົງ ​ແລະ ​ເລືອກ​ທາງ​ຂອງ​ພຣະອົງ. ສິ່ງ​ນີ້​ມີ​ເງື່ອນ​ໄຂ​ວ່າ ​ເຮົາ​ຕ້ອງ​ໜີ​ຈາກ​ທີ່​ປະ​ທັບ​ຂອງ​ພຣະອົງ ​ແລະ ​ເລີ່ມຕົ້ນການ​ເດີນທາງ​ແຫ່ງ​ສັດທາ, ການເຕີບ​ໂຕ, ​ແລະ ການກາຍ​ເປັນ ທີ່​ດີ​ເລີດ ​ແລະ ທ້າ​ທາຍ​ຂອງ​ເຮົາ. ​ສິ່ງ​ທີ່​ພຣະບິດາ​ຂອງ​ເຮົາ​ໄດ້​ຕຽມ​ໄວ້​ໃຫ້​ເຮົາ ​ເອີ້ນ​ວ່າ​ແຜນ​ແຫ່ງ​ຄວາມ​ລອດ ຫລື ​ແຜນ​ແຫ່ງ​ຄວາມສຸກ.4

ໃນ​ສະພາ​ມະຫາສານກ່ອນ​ເກີດ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ໄດ້​ບອກ​ເຮົາ​ກ່ຽວ​ກັບ​ແຜນ​ຂອງ​ພຣະອົງ.5 ​ເມື່ອ​ເຮົາ​ເຂົ້າ​ໃຈ​ມັນ, ​ເຮົາ​ກໍ​ດີ​ໃຈ​ຫລາຍ ຈົນ​ວ່າ​ເຮົາ​ໄດ້​​ໂຮ່ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ ​ແລະ ໝູ່​ດາວ​ແຫ່ງອາ​ລຸນ ​ໄດ້​ຮ້ອງ​ເພງ​ນຳ​ກັນ.”6

ແຜນ​ນັ້ນ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຄຳ​ສອນ​ທີ່​ຍິ່ງ​ໃຫຍ່​ສາມ​ຂໍ້: ​ຄຳ​ສອນ​ແຫ່ງ​ນິລັນດອນ.7

ຄຳ​ສອນ​ຂໍ້ທຳ​ອິດ​ແມ່ນ​ການ​ສ້າງ​ໂລກ, ສະຖານ​ທີ່​ສຳລັບ​ການ​ເດີນທາງ​ໃນ​ຊ່ວງ​ມະຕະ​ຂອງ​ເຮົາ.8

ຄຳ​ສອນ​ຂໍ້ທີ​ສອງ​ແມ່ນ​ການ​ຕົກ​ຂອງ​ອາ​ດາມ ​ແລະ ​ເອວາ ພໍ່​ແມ່​​ໃນ​ໂລກ ຜູ້​ທຳ​ອິດ​ຂອງ​ເຮົາ. ​ເປັນ​ເພາະ​ການ​ຕົກ, ຫລາຍ​ສິ່ງ​ທີ່​ອັດສະຈັນ​ໃຈ ​ໄດ້​ຖືກ​ມອບ​ໃຫ້​​ແກ່ເຮົາ. ​ເຮົາ​ສາມາດ​ມາ​ເກີດ ​ແລະ ຮັບ​ເອົາ​ຮ່າງກາຍ​ທີ່​ເປັນ​ເນື້ອ​ໜັງ.9 ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ແມ່ ສຳລັບ​ການ​ນຳ​ພວກ​ອ້າຍ​ນ້ອງ ​ແລະ ຂ້າພະ​ເຈົ້າມາສູ່​ໂລກ​ນີ້ ​ແລະ ສິດສອນ​ພວກ​ເຮົາ​ກ່ຽວ​ກັບ​ພຣະ​ເຈົ້າ.

ພຣະ​ເຈົ້າກໍ​ຍັງ​ໄດ້​ມອບ​ອຳ​ເພີ​ໃຈ​ໃຫ້​ເຮົາ​ນຳ​ອີກ—ຄວາມ​ສາມາດ ​ແລະ ສິດທິ​ພິ​ເສດ​ທີ່​ຈະ​ເລືອກ ​ແລະ ​ເຮັດ​ເພື່ອ​ຕົວ​ເອງ.10 ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເລືອກໄດ້​ດີ, ພຣະບິດາ​ເທິງ​ສະຫວັນ​ໄດ້​ປະທານ​ພຣະບັນຍັດໃຫ້​​ແກ່ເຮົາ. ​ແຕ່​ລະ​ມື້, ​ເມື່ອ​ເຮົາ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ​ເຮົາ​ໄດ້​ສະ​ແດງ​ໃຫ້​ພຣະ​ເຈົ້າ​ເຫັນ​ວ່າ ​ເຮົາ​ຮັກ​ພຣະອົງ ​ແລະ ພຣະອົງ​ກໍ​ອວຍພອນ​ຊີວິດ​ເຮົາ.11

ການ​ຮູ້​ວ່າ​ເຮົາ​ຈະ​ບໍ່​ເລືອກ​ໄດ້​ດີ​ຕະຫລອດ​ໄປ, ຫລື ​ໃນ​ອີກ​ຄຳ​ໜຶ່ງ ​​ເຮັດບາບ, ພຣະບິດາ​ຈຶ່ງ​ໄດ້​ມອບ​ຄຳ​ສອນ​ຂໍ້ທີ​ສາມ​ໃຫ້​ເຮົາ—ນັ້ນຄື ພຣະຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ. ຜ່ານ​ການ​ຮັບ​ທຸກທໍລະມານ​ຂອງ​ພຣະອົງ, ພຣະຄຣິດ​ຈຶ່ງໄດ້​ຈ່າຍ​ຄ່າ​ສຳລັບ​ການ​ຕາຍ​ທາງ​ຮ່າງກາຍ ​ແລະ ການ​ບາບ​ຂອງ​ເຮົາ.12 ພຣະອົງ​ໄດ້​ສອນ​ວ່າ: “ເພາະ​ພຣະ​ເຈົ້າຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ​ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະບຸດ​ນັ້ນ ຈະ​ບໍ່​ຈິບຫາຍ ​ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.”13

ພຣະ​ເຢຊູ​ໄດ້​ມີ​ຊີວິດ​ທີ່​ປາດ​ສະ​ຈາກ​ບາບ, ​ໄດ້​ຮັກສາ​ພຣະບັນຍັດ​ຂອງ​ພຣະບິດາ​ຂອງ​ພຣະອົງ​ສະ​ເໝີ. ພຣະອົງ​ໄດ້​ເດີນ​ໃນ​ເສັ້ນທາງ​ໄປ​ຟີ​ລິດ​ສະຕິນ, ສອນຄວາມ​ຈິງ​ແຫ່ງ​ນິລັນດອນ, ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ໂຜດ​ຄົນ​ຕາບອດ​ໃຫ້​ເຫັ່ນ​ຮຸ່ງ, ​ແລະ ​ນຳຄົນທີ່​ຕາຍ​ແລ້ວ​ໃຫ້​ຄືນ​ມີ​ຊີວິດ.14 ພຣະອົງ “ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ ​ເພື່ອ​ເຮັດ​ຄຸນງາມ​ຄວາມດີ”15 ​ແລະ ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ.16

ໃນ​ທ້າຍ​ຊີວິດ​ຊ່ວງ​ມະຕະ​ຂອງ​ພຣະອົງ, ພຣະອົງ​ໄດ້​ຄຸ​ເຂົ່າ ​ແລະ ອະທິຖານ, ກ່າວ​ວ່າ:

“ພຣະບິດາ​ເຈົ້າ​ເອີຍ, ຖ້າ​ເປັນຄວາມ​ປະສົງ​ຂອງ​ພຣະອົງ​ແລ້ວ, ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ນີ້ ​ເລື່ອນ​ໄປ​ຈາກ​ລູກ​ທ້ອນ: ​ແຕ່​ຢ່າງ​ໃດ​ກໍ​ດີ​ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ລູກ, ​​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ເທີ້ນ. …

“ແລະ ​ເມື່ອ​ເກີດ​ເປັນ​ທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ໄດ້​ຕັ້ງ​ໃຈ​ອະທິຖານ​: ​ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່.”17

ພຣະຄຣິດ​ໄດ້ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ຮັບ​ທຸກທໍລະມານ​ຂອງ​ພຣະອົງ ​ເມື່ອ​ພຣະອົງ​ໄດ້​ບອກ​ສາດສະດາ​ໂຈ​ເຊັບ ສະ​ມິດ ວ່າ:

ພຣະ​ເຈົ້າ​ໄດ້​ທົນ​ທຸກທໍລະມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, ​ເພື່ອ​ວ່າ​ພວກ​ເຂົາຈະ​ບໍ່​ໄດ້​ທົນ​ທຸກທໍລະມານ​ຖ້າ​ຫາກ​ພວກ​ເຂົາຈະ​ກັບ​ໃຈ;

ແຕ່​ຖ້າ​ຫາກ​ພວກ​ເຂົາບໍ່​ກັບ​ໃຈ ​ພວກ​ເຂົາຈະ​ຕ້ອງ​ທົນ​ທຸກ​ທໍລະມານ​ແມ່ນ​ແຕ່​ເໝືອນ​ດັ່ງ​ພຣະອົງ;

ຊຶ່ງ​ຄວາມທຸກ​ທໍລະມານ​ເຮັດ​ໃຫ້​ຕົວ​ພຣະອົງ​ເອງ ​ແມ່ນ​ແຕ່​ພຣະ​ເຈົ້າ ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ​ແລະ ​ໂລຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ​ແລະ ທົນ​ທຸກທໍລະມານ​ທັງ​ພຣະກາຍ ​ແລະ ພຣະວິນ​ຍານ.18

ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນນັ້ນ, ພຣະອົງ​ໄດ້​ຈ່າຍ​ຄ່າ​ສຳລັບ​ບາບ ​ແລະ ​ຄວາມປ່ວຍ​ໄຂ້, ຄວາມ​ເຈັບ​ປວດ ​ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ.19 ​ເພາະ​ພຣະອົງ​ໄດ້​ເຮັດດັ່ງນັ້ນ, ​ເຮົາ​ຈຶ່ງ​ຈະ​ບໍ່​ເຄີຍ​ຢູ່​ໃນ​ຄວາມ​ອ່ອນ​ແອ​ເຫລົ່ານັ້ນຄົນ​ດຽວ ຖ້າ​ຫາກ​ເຮົາ​ເລືອກ​ທີ່​ຈະ​ເດີນ​ໄປ​ກັບ​ພຣະອົງ. ພຣະອົງ​ໄດ້​ຖືກ​ຈັບ ​ແລະ ຖືກ​ກ່າວ​ຫາ ​ໃນ​ຄະດີ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ, ຖືກ​ຈຳ​ຄຸກ​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຝູງ​ຊົນ, ​ແລະ ຖືກ​ສົ່ງ​ໄປ​ຕາຍ​ຢູ່​ເທິງ​​ໄມ້​ກາງ​​ແຂນ​ທີ່​ຄາ​ວາຣີ. ຢູ່​ເທິງ​ໄມ້​ກາງ​ແຂນ ພຣະອົງ​ໄດ້​ມອບ​ຊີວິດ​ຂອງ​ພຣະອົງ ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ມວນ​ມະນຸດ, ​ເປັນ​ການ​ເຮັດ​ແທນ​ຄົນ​ອື່ນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ໃນ​ບັນດາ​ຜູ້​ຄົນທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້.20

ພຣະອົງ​ໄດ້​ປະກາດ​ວ່າ:

“ຈົ່ງ​ເບິ່ງ, ​ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ສາດສະດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້.

“ແລະ ຈົ່ງ​ເບິ່ງ, ​ເຮົາ​ເປັນຄວາມ​ສະຫວ່າງ ​ແລະ ຊີວິດ​ຂອງ​ໂລກ; ​ແລະ ​ເຮົາ​ໄດ້​ດື່ມ​ຈາກ​ຈອກ​ອັນ​ຂົມ​ຂື່ນ ຊຶ່ງ​ພຣະບິດາ​ໄດ້​ປະທານ​ໃຫ້​ເຮົາ​ແລ້ວ, ​ແລະ ຖວາຍ​ບາ​ລະ​ມີ​ພຣະບິດາ​ໂດຍ​ຮັບ​ເອົາ​ບາບ​ຂອງ​ໂລກ​ມາ​ໄວ້​ກັບ​ເຮົາ.”21

​ແລ້ວ ​ໃນ​ມື້​ທຳ​ອິດ​ຂອງ​ອາທິດ,22 ພຣະອົງ​ໄດ້​ລຸກຂຶ້ນຈາກ​ອຸບ​ມຸງ ດ້ວຍ​ຮ່າງກາຍ​ທີ່ສົມບູນ​ແບບ​ ຊຶ່ງຟື້ນ​ຄືນ​ພຣະຊົນ​ແລ້ວ, ຈະບໍ່​ຕາຍ​ອີກ. ​ແລະ ​ເປັນ​ເພາະ​ພຣະອົງ​ໄດ້​ຟື້ນ​ຄືນ​ພຣະຊົນ, ​ເຮົາ​ກໍ​ຈະ​ຟື້ນຄືນ​ຊີວິດ​ຄື​ກັນ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຄຣິດ​ໄດ້​ລຸກຂຶ້ນຈາກ​ອຸບ​ມຸງ​ແທ້ໆ. ​ແຕ່​ກ່ອນ​ຈະ​ໄດ້​ລຸກຂຶ້ນ​ຈາກ​ອຸບ​ມຸງ, ພຣະອົງ​ຕ້ອງ​ໄດ້​ສິ້ນ​ພຣະຊົນ​ກ່ອນ. ​ແລະ ​ສະນັ້ນ ​ເຮົາ​ກໍ​ຄືກັນ.

ພອນ​ອັນ​ຍິ່ງ​ໃຫຍ່​ອີກຢ່າງ​ໜຶ່ງ​ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ຄື​ການ​ຮູ້ສຶກ​ໃກ້ຊິດ​ກັບ​ສະຫວັນ ​ໃນ​ລະຫວ່າງ​ທີ່​ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ຂ້າງ​ຕຽງ​ຂອງ​ຜູ້​ທີ່​ກຳລັງ​ຈະຈາກ​ໂລກ​ໄປ. ​ໃນ​ເຊົ້າມື້ໜຶ່ງ ​ເມື່ອ​ຫລາຍ​ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ຫ້ອງຜູ້​ປ່ວຍ​ຢູ່​ໂຮງໝໍ ຂອງ​ແມ່ໝ້າຍ ທີ່​ເປັນ​ໄພ່​ພົນ​ຍຸກ​ທ້າຍ​ທີ່​ຊື່ສັດ​ຄົນ​ໜຶ່ງ ຜູ້​ເປັນ​ໂຣກມະ​ເລັງ. ລູກ​ສາວ​ສອງ​ຄົນ​ຂອງ​ນາງ ກໍ​ນັ່ງ​ຢູ່​ຂ້າງ​ຕຽງ. ​ເມື່ອ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ໃກ້​ຕຽງ, ຂ້າພະ​ເຈົ້າ​​ເຫັນ​ວ່າ ນາງ​ບໍ່​ທຸກ​ທໍລະ​ມານ​ຕໍ່​ໄປ​ອີກ​ແລ້ວ, ​ເພາະ​ນາງ​ຫາ​ກໍ​ຈາກ​ໄປ.

ໃນ​ນາທີ​ຂອງ​ການ​ຕາຍ​ນັ້ນ, ຫ້ອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ. ລູກ​ສາວ​ຂອງ​ນາງ​ມີ​ຄວາມ​ໂສກ​ເສົ້າ​ແຕ່​ເຂົ້າ​ໃຈ, ​ເພາະໃຈ​ຂອງ​ພວກ​ນາງ​ເຕັມ​ໄປ​ດ້ວຍ​ສັດທາ. ​ພວກ​ນາງຮູ້​ວ່າ ​ແມ່​ຂອງ​ພວກ​ນາງ​ບໍ່​ໄດ້​ສູນຫາຍ​ໄປ, ​ແຕ່​ໄດ້​ກັບ​ຄືນ​ບ້ານ.23 ​ເຖິງ​ແມ່ນ​ໃນ​ເວລາ​ທີ່​ມີ​ຄວາມ​ໂສກ​ເສົ້າຫລາຍ​ທີ່​ສຸດ, ​ໃນ​ຕອນ​ທີ່​ຄິດ​ວ່າ​ຄົງ​ບໍ່​ມີ​ວັນ​ຫາຍ​ໂສກ​ເສົ້າ ​ແລະ ​ເບິ່ງ​ຄື​ວ່າ ຊີວິດ​ນີ້​ບໍ່​ຍຸດຕິ​ທຳ​ເລີຍ, ​ແຕ່​ເຮົາ​ສາມາດ​ພົບ​ການ​ປອບ​ໂຍນ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້ ​ເພາະວ່າ​ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ຄື​ກັນ.24 ມັນ​ເປັນ​ສິດທິ​ພິ​ເສດ​ສຳລັບ​ຂ້າພະ​ເຈົ້າ ທີ່​ໄດ້​ຢູ່​ໃນ​ຫ້ອງ​ນັ້ນ.

ເມື່ອ​ເຮົາ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ຈະ​ອອກ​ຈາກ​ຮ່າງກາຍ ​ແລະ ​ເຮົາ​ຈະ​ໄປ​ສູ່​ສະພາວະ​ຕໍ່​ໄປ ​ໃນ​ການ​ເດີນທາງ​ຂອງ​ເຮົາ, ນັ້ນຄື ​ໂລກ​ວິນ​ຍານ. ມັນ​ເປັນ​ບ່ອນ​ແຫ່ງ​ການ​ຮຽນ​ຮູ້, ການກັບ​ໃຈ, ​ການໃຫ້​ອະ​ໄພ, ​ແລະ ການກາຍ​ເປັນ25 ບ່ອນ​ທີ່​ເຮົາ​ລໍຖ້າ​ການ​ຟື້ນ​ຄືນ​ຊີວິດ.26

ໃນ​ມື້​ທີ່​ຍິ່ງ​ໃຫຍ່ ​ໃນອະນາຄົດ, ທຸກ​ຄົນ​ຜູ້​ໄດ້​ມາ​ເກີດ ຈະ​ລຸກຂຶ້ນຈາກ​ອຸບ​ມຸງ. ວິນ​ຍານ​ຂອງ​ເຮົາ ​ແລະ ຮ່າງກາຍ​ຂອງ​ເຮົາ ຈະ​ກັບ​ຄືນ​ເຂົ້າ​ຫາ​ກັນ ​​ເປັນ​ຮ່າງກາຍ​ທີ່ສົມບູນ​ແບບ. ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີວິດ, ທັງ​ຄົນ​ແກ່ ​ແລະ ຄົນ​ໜຸ່ມ, … ທັງ​ຊາຍ ​ແລະ ຍິງ, ທັງ​ຄົນ​ຊົ່ວ ​ແລະ ຄົນ​ຊອບ​ທຳ; ​ແລະ “ທຸກ​ຢ່າງ​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ສົມບູນ​ຂອງ​ມັນ.”27

ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ ​ເຮົາ​ຈະ​ໄດ້​ຮັບ​ພອນ​ອັນ​ສູງ​ສົ່ງ ຂອງ​ການ​​ຮັບ​ການພິພາກສາ​ໂດຍ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຜູ້​ໄດ້​ກ່າວ​ວ່າ:

“ເຮົາຈະ​ຊັກ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ, ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

“ແລະ ​ເຫດການ​ຈະບັງ​ເກີດ​ຂຶ້ນຄື ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ​ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ ຜູ້ນັ້ນຈະ​ເຕັມ​ປ່ຽມ; ​ແລະ ຖ້າ​ຫາກ​ເຂົາ​ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຈົ່ງ​ເບິ່ງ, ​ເຮົາ​ຈະ​ຖືວ່າ​ເຂົາ​ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະພັກ​ຂອງ​ພຣະບິດາ​ຂອງ​ເຂົາ​ໃນ​ມື້ນັ້ນ ທີ່​ເຮົາ​ຈະ​ຢືນ​ຂຶ້ນ​ເພື່ອ​ພິພາກສາ​ໂລກ.”28

ແລະ ​ແລ້ວ, ​ຜ່ານທາງ​ພຣະຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ, ທຸກ​ຄົນ​ທີ່​ເລືອກ​ຕິດຕາມ​ພຣະອົງ ​ດ້ວຍສັດທາ, ການ​ກັບ​ໃຈ, ການ​ບັບຕິ​ສະມາ, ​ແລະ ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ29 ຈະ​ພົບ​ວ່າ ​ເສັ້ນ​ໄຊ​ຂອງ​ການ​ເດີນທາງ​ຂອງ​ເຂົາ​ເຈົ້າ ຄື​ການ​ໄດ້​ຮັບ​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນ ​ເປັນ​ຜູ້​ຮັບ​ມູນ​ມໍລະດົກ​ແຫ່ງ​ຊີວິດ​ນິລັນດອນ.30 ​ເຂົາ​ເຈົ້າຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະບິດາ ​ເພື່ອ​ຢູ່​ນຳ​ພຣະອົງ​ຕະຫລອດ​ການ. ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ໄດ້​ດີ.

ມີ​ຫລາຍ​ສິ່ງ​ທີ່​ສຳຄັນ​ຕໍ່​ຊີວິດ​ຂອງ​ເຮົາ ​ເກີນ​ກວ່າສິ່ງ​ທີ່​ເກີດ​ຂຶ້ນລະຫວ່າງ​ການ​ເກີດ ​ແລະ ການ​ຕາຍ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມາ ​ແລະ ຕິດຕາມ​ພຣະຄຣິດ.31

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ສະມາຊິກ​ທຸກ​ຄົນ ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໃຫ້, “ມາ​ຫາ​ພຣະຄຣິດ​ທຸກ​ວັນ, ​ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະອົງ, ​ແລະ ປະຕິ​ເສດ​ຕົນ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າທຸກ​ຢ່າງ, … [ເພື່ອ​ວ່າ] ​ໂດຍ​ທາງ​ການ​ຫລັ່ງ​ໂລຫິດ​ຂອງ​ພຣະຄຣິດ, ... ທ່ານ [ອາດ] ກາຍ​ມາ​ເປັນ​ຜູ້​ບໍລິສຸດ, ປາດ​ສະ​ຈາກ​ມົນທິນ.”32

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ຜູ້​ທີ່​ຍັງ​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ນີ້​ເທື່ອ ​ໃຫ້​ມາ ​ແລະ ອ່ານ​ພຣະຄຳ​ພີ​ມໍ​ມອນ ​ແລະ ຟັງ​ຜູ້​ສອນ​ສາດສະໜາ. ຈົ່ງ​ມາ ​ແລະ ມີ​ສັດທາ ​ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ທ່ານ. ຈົ່ງ​ມາ ​ແລະ ຮັບ​ບັບຕິ​ສະມາ ​ແລະ ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ. ຈົ່ງ​ມາ ​ແລະ ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ, ຊີວິດ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ເຢຊູ. ​ເມື່ອ​ທ່ານ​ມາ​ຫາ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ຂ້າພະ​ເຈົ້າສັນຍາ​ວ່າ ທ່ານ​ຈະ​ພົບ​ສັນຕິ​ສຸກ ​ແລະ ຈຸດປະສົງ​ ​ໃນ​ປະສົບ​ການ​ຂອງ​ຊ່ວງ​ມະຕະ​ທີ່​ຫຍຸ້ງ​ຍາກ​ຕະຫລອດ​ນີ້ ​ແລະ ພົບ​ຊີວິດ​ນິລັນດອນ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.33

ສຳລັບ​ຜູ້​ທີ່​ມີ​ປະສົບ​ການ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້​ແລ້ວ ​ແລະ ດ້ວຍ​ເຫດຜົນ​ໃດ​ກໍ​ຕາມ ທີ່​ໄດ້​ອອກ​ໄປ​ຈາກ​ເສັ້ນທາງ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ກັບ​ຄືນມາ​. ​ໃຫ້​ກັບ​ຄືນ​ມາໃນມື້​ນີ້. ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ ຮັກ​ທ່ານ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຄຣິດມີ​ພະລັງ​ທີ່​ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ, ປິ່ນປົວ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ໂສກ​ເສົ້າຂອງ​ທ່ານ, ​ແລະ ​ໃຫ້​ອະ​ໄພຄວາມ​ຜິດ​ບາບ​ຂອງ​ທ່ານ. ຂ້າພະ​ເຈົ້າຮູ້​ວ່າ ສິ່ງ​ນີ້​ຈິງ. ຂ້າພະ​ເຈົ້າຮູ້​ວ່າ ທຸກ​ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ຈິງ. ພຣະຄຣິດ​ຊົງ​ພຣະຊົນ​ຢູ່! ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະອົງ! ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.