​2010–2019
ການ​ເອົາ​ຊະນະ​ໂລກ
ເດືອນ​ເມສາ 2017


ການ​ເອົາ​ຊະນະ​ໂລກ

ການ​ເອົາ​ຊະນະ​ໂລກ ​ບໍ່​ແມ່ນ​​ເຫດການ​ໃດ​ໜຶ່ງ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນ​ເທື່ອ​ດຽວ​ໃນ​ຊີວິດ, ​ແຕ່​​ແມ່ນ​ເຫດການ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນຫລາຍ​ເທື່ອ​ໃນ​ຊີວິດ ທີ່ກຳນົດ​ນິລັນດອນ.

ເມື່ອ​ຫລາຍ​ປີ​ກ່ອນ, ປະທານ​ເດ​ວິດ ໂອ ມິກ​ເຄ ​ໄດ້​ບອກ​ເຖິງ​ປະສົບ​ການ​ທີ່​ງົດງາມ ທີ່​ເພິ່ນ​ມີ ​ໃນ​ຂະນະ​ທີ່​ຂີ່​ເຮືອ​ໄປ​ເກາະ ຊາ​ມົວ. ຫລັງ​ຈາກ​ເຊືອບ​ຫລັບ​ໄປ, ​ເພິ່ນ​ໄດ້ “ເຫັນ​ພາບ​ນິມິດ—ບາງ​ສິ່ງ​ທີ່​ສັກສິດ. ຢູ່​ໄກ​ຕາ,” ​ເພິ່ນ​ເວົ້າວ່າ, “ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ນະຄອນສີຂາວ. … ຕົ້ນ​ໄມ້​ທີ່​ເຕັມ​ໄປ​ດ້ວຍ​ໝາກ … ​ແລະ ດອກ​ໄມ້​ກໍ​ບານ​ສະພັ່ງ ຢູ່​ທົ່ວ​ທຸກ​ບ່ອນ. ມັນມີ​ຜູ້​ຄົນ​ຢ່າງ​ຫລວງຫລາຍ ກຳລັງ​ເດີນ​ໄປ​ຫາ​ນະຄອນ​ແຫ່ງນັ້ນ. ​ແຕ່ລະ​ຄົນ​ໄດ້​ນຸ່ງຫົ່ມ​ເຄື່ອງ​ສີຂາວ​ທີ່​​ປິວ​ສະ​ບັດໄປ​ຕາມ​ລົມ. … ທັນ​ໃດ​ນັ້ນ ຂ້າພະ​ເຈົ້າກໍ​ສົນ​ໃຈ​ກັບ … ບຸກຄົນ​ທີ່​ເປັນ​ຜູ້ນຳ​ຂອງ​ເຂົາ​ເຈົ້າ, ​ແລະ ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ເຫັນ​ພຣະອົງພຽງ​ແຕ່​ພໍ​ເປັນ​ຮູບ​ຮ່າງ … , ແຕ່​ຂ້າພະ​ເຈົ້າຈື່​ພຣະອົງ​ໄດ້ ວ່າ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າພະ​ເຈົ້າ! ຄວາມ​ສະຫວ່າງ … ທີ່ຢູ່​ເທິງ​ພຣະພັກ​ຂອງ​ພຣະອົງ [ແມ່ນ] ຮຸ່ງ​ເຫລື້ອມ​ແທ້ໆ. ສັນຕິ​ສຸກທີ່ຢູ່​ອ້ອມ​ຮອບ​ພຣະອົງ​ … ​ແມ່ນ​ເລີດ​ລ້ຳ!”

ປະທານ​ມິກ​ເຄ ກ່າວ​ຕື່ມ​ວ່າ, “ນະຄອນດັ່ງກ່າວ … ​ເປັນ​ຂອງ​ພຣະອົງ … ຄື ​ນະຄອນ​ນິລັນດອນ; ​ແລະ ຜູ້​ຄົນ​ທີ່​​ຕິດຕາມ​ພຣະອົງ ອາ​ໄສ​ຢູ່​ທີ່​ນັ້ນ ​ໃນ​ຄວາມ​ສະຫງົບ ​ແລະ ​​ໃນ​ຄວາມສຸກ​ນິລັນດອນ.”

ປະທານ​ມິກ​ເຄ ຄິດ​ຢູ່​ໃນ​ໃຈ​ວ່າ, “[ເຂົາ​ເຈົ້າ​ແມ່ນ​ໃຜ? ຄົນ​ເຫລົ່າ​ນີ້​ແມ່ນ​ໃຜ?]”

ເພິ່ນ​ໄດ້​ອະທິບາຍ​ຕໍ່ວ່າ:

“ຄື​ກັບ​ວ່າ ພຣະຜູ້​ຊ່ວຍ​ໃຫ້​ລອດ ຮູ້ຈັກ​ເຖິງ​ຄວາມ​ນຶກ​ຄິດ​ຂອງ​ຂ້າພະ​ເຈົ້າ, ພຣະອົງ​ໄດ້​ຕອບ​ໂດຍ​ການ​ຊີ້​ໄປ​ຫາ [ຂໍ້ຄວາມ ຢູ່​ທີ່] ຂອບ​ປະ​ຕູ​ໂຄ້ງ ... ທີ່​ຢູ່​ເທິງ​ຜູ້​ຄົນ ... ​ເປັນ​ສີຄຳ … :

“‘ນີ້​ຄືຜູ້​ທີ່​ເອົາ​ຊະນະ​ໂລກ​ແລ້ວ—

“ຜູ້​ທີ່​ໄດ້​ເກີດ​ໃໝ່​ແທ້ໆ!’”1

ເປັນ​ເວລາ​ຫລາຍ​ສິບ​ປີ, ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຖ້ອຍ​ຄຳ​ນີ້​ໄດ້: “ນີ້​ຄືຜູ້​ທີ່​ເອົາ​ຊະນະ​ໂລກ​ແລ້ວ.”

ພອນ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາຕໍ່​ຜູ້​ທີ່​ເອົາ​ຊະນະ​ໂລກ ​ແມ່ນ​ໜ້າ​ປະ​ທັບ​ໃຈ​ຫລາຍ​ທີ່​ສຸດ. ​ເຂົາ​ເຈົ້າ “ຫົ່ມ​ເຄື່ອງ​ຂາວ … ​ແລະ [ຊື່​ມີ​ຢູ່​ໃນ] ທະບຽນ​ແຫ່ງ​ຊີວິດ.” ພຣະຜູ້​ເປັນ​ເຈົ້າ “ຮັບຮອງ [ຊື່​ຂອງ​​ເຂົາ​ເຈົ້າ] ຊ້ອງ​ພຣະພັກ​ພຣະບິດາ, ​ແລະ ຕໍ່ໜ້າ​ເຫລົ່າ​ທູດ.”2 ທຸກ​ຄົນ​ຈະ​ເປັນ​ພາກ​ສ່ວນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງທຳ​ອິດ,3 ຮັບ​ເອົາ​ຊີວິດ​ນິລັນດອນ,4 ​ແລະ “ບໍ່​ອອກ​ໄປ​ອີກ”5 ຈາກ​ທີ່ປະ​ທັບ​ຂອງ​ພຣະ​ເຈົ້າ.

ເປັນ​ໄປ​ໄດ້​ບໍ ທີ່​ຈະ​ເອົາ​ຊະນະ​ໂລກ ​ແລະ ຮັບ​ເອົາ​ພອນ​ເຫລົ່າ​ນີ້? ​ເປັນ​ໄປ​ໄດ້.

ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

ບຸກຄົນ​ທີ່​ເອົາ​ຊະນະ​ໂລກ ຈະ​ມີ​ຄວາມ​ຮັກ​ຈົນ​ສຸດ​ໃຈ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.

ການ​ກຳ​ເນີດ​ອັນ​ສູງ​ສົ່ງ​ຂອງ​ພຣະອົງ, ຊີວິດ​ທີ່​ບໍລິບູນ, ການ​ຊົດ​ໃຊ້​ອັນ​ເປັນນິດ ທີ່​ເຄັດ​ເຊ​ມາ​ເນ ​ແລະ ​ໂຄ​ລະ​ໂຄ​ທາ​ຂອງ​ພຣະອົງ, ​ໄດ້​ນຳ​ການ​ຟື້ນ​ຄືນ​ຊີວິດ​ທີ່​ແນ່ນອນ ມາ​ໃຫ້​ເຮົາ​ແຕ່ລະຄົນ. ​ແລະ ດ້ວຍ​ການ​ກັບ​ໃຈ​ທີ່​ຈິງ​ໃຈ​ຂອງ​ເຮົາ, ພຣະອົງ​ເທົ່າ​ນັ້ນທີ່​ສາມາດ​ເຮັດ​ໄດ້, ​ເພື່ອ​ຊຳລະ​ເຮົາ​ໃຫ້​ສະອາດ ຈາກ​ບາບ​ຂອງ​ເຮົາ, ​ເພື່ອ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. “ເຮົາ​ໄດ້​ຮັກ​ພຣະອົງ, ​ເພາະ​ພຣະອົງ​ຮັກ​ພວກ​ເຮົາ​ກ່ອນ.”6

ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “ຈົ່ງ​ຊື່ນ​ໃຈ​ເຖີດ; ​ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”7

ແລ້ວ ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຢາກ​ໃຫ້​ເຮົາ​ເອົາ​ຊະນະ​ໂລກ​ຄື​ກັນ.8

ການ​ເອົາ​ຊະນະ​ໂລກ ​ບໍ່​ແມ່ນ​​ເຫດການ​ໃດ​ໜຶ່ງ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນ​ເທື່ອ​ດຽວ​ໃນ​ຊີວິດ, ​ແຕ່​ແມ່ນ​ເຫດການ​ທີ່ສຳຄັນ ຊຶ່ງ​ເກີດ​ຂຶ້ນຫລາຍ​ເທື່ອ​ໃນ​ຊີວິດ ທີ່ກຳນົດ​ນິລັນດອນ.

ມັນ​ສາມາດ​ເລີ່ມຕົ້ນ​ເມື່ອ​ລູກ​ເລີ່ມຮຽນ​ອະທິຖານ ​ແລະ ຮ້ອງ​ເພງ​ດ້ວຍ​ຄວາມ​ຄາລະວະ, “ເຮົາ​ພະຍາຍາມ​ເປັນ​ເໝືອນ​ພຣະ​ເຢຊູ.”9 ມັນ​ດຳ​ເນີນ​ໄປ​ໜ້າ​ເມື່ອ​ບຸກຄົນ​ສຶກສາ​ຊີວິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ພຣະຄຳ​ພີ​​ໃໝ່ ​ແລະ ​ໄຕ່ຕອງ​ກ່ຽວ​ກັບ​ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ.

ການ​ອະທິຖານ, ການ​ກັບ​ໃຈ, ການ​ຕິດຕາມ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແລະ ການ​ຮັບ​ເອົາ​ພຣະຄຸນ​ຂອງ​ພຣະອົງ ຈະ​ນຳ​​ເຮົາ​ໄປ​ສູ່ຄວາມ​ເຂົ້າ​ໃຈຫລາຍ​ຂຶ້ນ ທີ່​ວ່າ ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້ ​ແລະ ​ເຮົາ​ຈະ​ກາຍ​ເປັນ​ຄົນ​ແບບ​ໃດ.

ແອວ​ມາ ບັນຍາຍ ​ໃນ​ທາງ​ນີ້: “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຂົາ​ເຈົ້າຄື​ກັນ, ​ແລະ ​ເຂົາ​ເຈົ້າ​ໄດ້​ຖ່ອມຕົວ ​ແລະ ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າອົງ​ທ່ຽງ​ແທ້ … [ສືບ​ຕໍ່] ຊື່ສັດ​ຈົນ​ເຖິງ​ວັນ​ຕາຍ.”10

ບຸກຄົນ​ທີ່​ເອົາ​ຊະນະ​ໂລກ ຮູ້​ວ່າ​ເຂົາ​ເຈົ້າຈະ​ຮັບຜິດຊອບ​ຕໍ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຂົາ​ເຈົ້າ. ການ​ປ່ຽນ​ແປງ ​ແລະ ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ ຈາກ​ບາບ ບໍ່​ໄດ້​ຍຶດຕົວເຮົາ​​ໄວ້ອີກ​ຕໍ່​ໄປ ​ແຕ່​ໄດ້​ປົດ​ປ່ອຍ​ເຮົາ ​ແລະ “ເຖິງ​ແມ່ນບາບ​ເປັນ​ສີແດງ​ເຂັ້ມ … [ຈະ​ກັບ] ຂາວ​ສະອາດ​ເໝືອນ​ດັ່ງ​ຫິມະ.”11

ຄວາມ​ຮັບຜິດຊອບ​ຕໍ່​ພຣະ​ເຈົ້າ

ຜູ້​ຄົນ​ໃນໂລກ​ມີ​ບັນຫາ​ເລື່ອງ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ—ຄື​ກັນ​ກັບ ລູກ​ຜູ້​ຈັດ​ງານ​ລ້ຽງ​ຢູ່​ເຮືອນ​ຂອງ​ພໍ່​ແມ່ ​ໃນ​ລະຫວ່າງ​ທີ່​ພໍ່​ແມ່​ໄປ​ຕ່າງ​ເມືອງ, ພາກັນ​ມ່ວນ​ຊື່ນ ​ໂດຍ​ທີ່​ບໍ່​ຄິດ​ເຖິງ​ຜົນ​ສະທ້ອນ ​ເມື່ອ​ພໍ່​ແມ່​ກັບ​ມາ ​ໃນ 24 ຊົ່ວ​ໂມງ ຫລັງ​ຈາກ​ນັ້ນ. 

ໂລກ​ມັກ​ປ່ອຍ​ໃຫ້ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ ມີ​ຄວາມເພີດ​ເພີນ ຫລາຍ​ກວ່າທີ່​ຈະ​ຢຸດ​ຢັ້ງ​ເຂົາ.

ການ​ເອົາ​ຊະນະ​ໂລກ ບໍ່​ແມ່ນ​ການ​ຮຸກ​ຮານ​ທົ່ວ​ໂລກ ​ແຕ່​ເປັນ​ສ່ວນ​ຕົວ, ​ຕໍ່ສູ້​ສ່ວນ​ຕົວ, ຊຶ່ງ​ເປັນ​ສົງຄາມ​ພາຍ​ໃນ​ຕົວ​ເອງ.

ການເອົາ​ຊະນະ​ໂລກ ໝາຍ​ເຖິງ​ການທະນຸ​ຖະໜອມ​ພຣະບັນຍັດ​ຂໍ້​ໃຫຍ່​ສຸດ ທີ່​ວ່າ: “ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າ ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ​ແລະ ດ້ວຍ​ສຸດ​ພະລັງ, ສຸດຄວາມ​ຄິດ, ​ແລະ ສຸດກຳລັງ​ຂອງ​ເຈົ້າ.”12

ນັກ​ຂຽນ​ຊາວ​ຄຣິດຄົນ​ໜຶ່ງ ຊື່ ຊີ ແອັສ ຫລຸຍສ໌ ​ໄດ້​ບັນຍາຍ​ມັນ ​ໃນ​ທາງ​ນີ້: “ພຣະຄຣິດກ່າວ​ວ່າ ‘ຈົ່ງມອບ​ໃຫ້​ເຮົາ​ທັງ​ໝົດ. ​ເຮົາ​ບໍ່​ຢາກ​ໄດ້​ເວລາ, ​ເງິນ​ຄຳ, ຫລື ວຽກ​ງານ​ຂອງ​ເຈົ້າ: ​ແຕ່​ເຮົາ​ຢາກ​ໄດ້​ຕົວ​ເຈົ້າ.’”13

ການ​ເອົາ​ຊະນະ​ໂລກ ຄື​ການ​ຮັກສາ​ຄຳ​ສັນຍາ​ຕໍ່​ພຣະ​ເຈົ້າ—ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ ​ແລະ ​ພຣະວິຫານ​ຂອງ​ເຮົາ, ​ແລະ ຄຳ​ສາບານ​ວ່າ​ຈະ​ຊື່​ສັດ ຕໍ່​ຄູ່​ນິລັນດອນ​ຂອງ​ເຮົາ. ການ​ເອົາ​ຊະນະ​ໂລກ ນຳພາ​ເຮົາ​ໄປ​ຫາ​ໂຕະ​ສິນ​ລະ​ລຶກດ້ວຍ​ຄວາມ​ຖ່ອມຕົວ ທຸກ​ອາທິດ, ທູນ​ຂໍ​ການ​ໃຫ້​ອະ​ໄພ ​ແລະ ອ້ອນວອນທີ່​ຈະ ລະນຶກ​ເຖິງ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ເພື່ອ​ວ່າ​ເຮົາ​ຈະມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.14

ຄວາມ​ຮັກ​ຂອງ​ເຮົາ ຕໍ່​ວັນ​ຊະບາ​ໂຕ ບໍ່​ສິ້ນ​ສຸດ​ລົງ ​ເມື່ອ​ອອກຈາກ​ໂບດ, ​ແຕ່​ຍັງ​ມີ​ຕໍ່​ໃນ​ຕອນ​ພັກຜ່ອນຈາກ​ໜ້າ​ທີ່​ປະຈຳ​ວັນ, ສຶກສາ, ອະທິຖານ, ​ແລະ ​ເອື້ອມ​ອອກ​ໄປ​ຫາຄົນ​ໃນ​ຄອບຄົວ ​ແລະ ຄົນ​ອື່ນໆ ຜູ້​ຕ້ອງການ​ຄວາມ​ສົນ​ໃຈ. ​ແທນ​ທີ່​ຈະ​ສະບາຍ​ໃຈ ​ເມື່ອ​ເລີກ​ໂບດ, ​ແລະ ຟ້າວ​ແລ່ນ​ໄປ​ຫາໂທລະທັດ ກ່ອນ​ເກມຟຸດ​ບອນ​ຈະເລີ່ມຕົ້ນ, ​ໃຫ້​ເຮົາ​ຕັ້ງ​ໃຈ​ຢູ່​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຢູ່​ທີ່​ວັນ​ສັກສິດ​ຂອງ​ພຣະອົງ.

ໂລກ​ຖືກ​ດຶງ​ໄປ​ບໍ່​ມີ​ວັນ​ຢຸດ ​ໂດຍ​ສິ່ງ​ລໍ້ລວງ ​ແລະ ສຽງ​ທີ່ຢົ້ວຢວນ​ໃຈ.15

ການ​ເອົາ​ຊະນະ​ໂລກ ຄື​ການ​ໄວ້​ວາງ​ໃຈ ​ໃນ​ສຸລະສຽງ​ດຽວ ທີ່​ເຕືອນ, ປອບ​ໂຍນ, ​ໃຫ້​ຄວາມ​ຮູ້, ​ແລະ ນຳ​ສັນຕິ​ສຸກ​ມາ​ໃຫ້ ຊຶ່ງ “ບໍ່​ເໝືອນ​ໂລກ​ມອບ​ໃຫ້.”16

ຄວາມ​ບໍ່​ເຫັນ​ແກ່​ຕົວ

ການ​ເອົາ​ຊະນະ​ໂລກ ໝາຍ​ເຖິງ​ການ​ຄິດ​ກ່ຽວ​ກັບ​ຄົນ​ອື່ນ, ການ​ຈື່​ຈຳພຣະບັນຍັດ​ຂໍ້​ທີ​ສອງ ທີ່​ວ່າ17: “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້ານັ້ນ ຕ້ອງ​ເປັນ​ຜູ້​ຮັບ​ໃຊ້ພວກ​ເຈົ້າ.”18 ຄວາມສຸກ​ຂອງ​ຄູ່​ຄອງ​ຂອງ​ເຮົາ​ແມ່ນ​ສຳຄັນ​ຫລາຍ​ກວ່າ ຄວາມ​ພໍ​ໃຈ​ຂອງ​ເຮົາ​ເອງ. ການ​ຊ່ວຍ​ເຫລືອ​ລູກໆ​ໃຫ້​ຮັກ​ພຣະ​ເຈົ້າ ​ແລະ ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ເປັນ​ສິ່ງ​ສຳຄັນ​ກວ່າ​ໝູ່​ໝົດ. ​ເຮົາ​ເຕັມ​ໃຈ​ທີ່​ຈະ​ແບ່ງປັນ​ຊັບ​ສິນ​ຂອງ​ເຮົາ ​ໂດຍ​ການ​ຈ່າຍ​ສ່ວນ​ສິບ, ຈ່າຍ​ບໍລິຈາກ, ​ແລະ ມອບ​ໃຫ້​ແກ່​ຄົນ​ຂັດ​ສົນ. ​ແລະ ​ເມື່ອ​ເຮົາ​​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ, ພຣະຜູ້​ເປັນ​ເຈົ້າຈະ​ນຳພາ​ເຮົາ ​ໄປ​ຫາ​ຜູ້​ທີ່​ເຮົາ​ສາມາດ​ຊ່ວຍ​ເຫລືອ.

ໂລກ​ນີ້​ສ້າງ​ຈັກກະວານ​ອ້ອມ​ຕົວຂອງ​ມັນ​ເອງ, ​ໂດຍ​ທີ່​ປະກາດ​ຢ່າງ​ພູມ​ໃຈ​ວ່າ: “ປຽບທຽບ​ຂ້ອຍ​ໃສ່​ກັບ​ເພື່ອນບ້ານ​ເບິ່ງ​ດູ! ​ເບິ່ງ​ສິ່ງ​ທີ່​ຂ້ອຍ​ມີ​ນີ້​ແມ! ເບິ່ງ​ວ່າ​ຂ້ອຍ​ສຳຄັນ​ຫລາຍ​ຂະໜາດ​ໃດ!”

ໂລກ​ມັກຄຽດ​ງ່າຍ, ບໍ່​ສົນ​ໃຈ​ຄົນ​ອື່ນ, ​ແລະ ບົ່ງ​ການ, ມັກ​ການ​ຊົມ​ເຊີຍ​ຈາກ​ຝູງ​ຊົນ, ​ແຕ່​ການເອົາ​ຊະນະ​ໂລກ ນຳ​ຄວາມ​ຖ່ອມຕົວມາ​ໃຫ້, ​ການເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ, ຄວາມອົດທົນ, ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ ​ຜູ້​ທີ່​ແຕກ​ຕ່າງ​ຈາກ​ທ່ານ​ເອງ.

ຄວາມປອດ​ໄພ​ຢູ່​ໃນ​ສາດສະດາ

ການ​ເອົາ​ຊະນະ​ໂລກ ຈະ​ໝາຍ​ຄວາມ​ວ່າ ​ເຮົາ​ມີ​ຄວາມ​ເຊື່ອ​ບາງ​ສິ່ງ ທີ່​ໂລກ​ກຽດຊັງສະ​ເໝີ. ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ກ່າວ​ວ່າ:

“ຖ້າ​ໂລກ​ກຽດ​ຊັງ​ເຈົ້າທັງຫລາຍ, ຈົ່ງ​ຮູ້​ວ່າ​ ໂລກ​ໄດ້​ກຽດ​ຊັງ​ເຮົາ​ກ່ອນ​ແລ້ວ.

“ຖ້າ​ເຈົ້າທັງຫລາຍ​ເປັນ​ຝ່າຍ​ໂລກ, ​ໂລກ​ກໍ​ຈະ​ຮັ​ກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ.”19

ປະທານ​ຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ກ່າວ​ມື້​ເຊົ້ານີ້​ວ່າ, “ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ເຕັມ​ໃຈ​ທີ່​ຈະ​ຢືນ​ຂຶ້ນ, ກ້າເວົ້າ, ​ແລະ ​ແຕກ​ຕ່າງ​ຈາກ​ຄົນ​ອື່ນຂອງ​ໂລກ.”20

ສາ​ນຸສິດຂອງ​ພຣະຄຣິດ ຈະ​ບໍ່​ຕົກ​ອົກ​ຕົກ​ໃຈ ​ຖ້າ​ຫາກ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ ບໍ່​ມີ​ຄົນ ຄະ​ລິກ ມັກ​ຊອບ ​ເຖິງ 1,000 ​ຄົນ ຫລື ມີ​ຮູບໜ້າ​ກະຕຸ​ນທີ່​ຍິ້ມ​ແຍ້ມ ພຽງສອງ​ສາມ​ອັນ.

ໃນ​ການ​ເອົາ​ຊະນະ​ໂລກ ຄື​ການ​ບໍ່​ເປັນ​ຫ່ວງຫລາຍ​ນຳ​ການ​ຕິດ​ຕໍ່​ທາງ​ອອນ​ລາຍອິນ​ເຕີ​ເນັດ, ​ແຕ່​ຈະ​ມີ​ຄວາມ​ເປັນ​ຫ່ວງ​ກັບ​ການ​ຕິດ​ຕໍ່​ກັບ​ພຣະ​ເຈົ້າ.

ພຣະຜູ້​ເປັນ​ເຈົ້າຈະ​ຮັກສາ​ເຮົາ​ໃຫ້​ປອດ​ໄພ ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ການ​ນຳ​ພາຂອງສາດ​ສະ​ດາ ​ແລະ ອັກຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່ ຂອງ​ພຣະອົງ.

ຮູບ​ພາບ
ຖ້ອຍ​ຄຳ​ຂອງ​ປະທານ​ມອນ​ສັນ

ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ​: “ໂລກ​ນີ້​ມີ​ການ​ທ້າ​ທາຍ​ຫລາຍ. ... ​ເມື່ອ​ເຮົາ​ໄປ​ພຣະວິຫານ, ... ​ເຮົາ​ຈະ​ສາມາດ​ທົນ​ກັບ​ການ​ທົດ​ລອງ​ທຸກ​ສິ່ງ ​ແລະ ​ເອົາ​ຊະນະ​ການ​ລໍ້ລວງ​ທຸກ​ຢ່າງ​ໄດ້. ... ​ເຮົາ​ຈະ​ໄດ້​ຮັບ​ການຕໍ່​ພັນທະ​ສັນຍາ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ.”21

ໂດຍ​ທີ່​ມີ​ການ​ລໍ້​ລວງ, ການ​ລົບ​ກວນ, ​ແລະ ການ​ບິດ​ເບືອນ​ຫລາຍ​ຂຶ້ນ, ​ໂລກ​ຈຶ່ງ​ພະຍາຍາມ​ລໍ້​ລວງ​ຄົນ​ທີ່​​ຊື່ສັດ ​ໃຫ້​​ເຊົາ​ຄິດ​ກ່ຽວ​ກັບ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ຜ່ານ​ມາ, ​ແລະ ​ບອກ​ວ່າ ມັນ​ເປັນ​ພຽງ​ກົນອຸບາຍ​ທີ່​ໂງ່​ຈ້າ​ເທົ່າ​ນັ້ນ.

ການ​ເອົາ​ຊະນະ​ໂລກ ຄື​ການ​ຈື່​ຈຳ ​ເວລາ​ທີ່​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ສະຫວ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຮູ້ສຶກ​ທໍ້ຖອຍ​ໃຈ. ​​ແອວ​ເດີ ນຽວ ເອ ​ແມ໊ກສະ​ແວວ ​ໄດ້​ອະທິບາຍ​ກ່ຽວ​ກັບ​ປະສົບ​ການ​ໜຶ່ງ ​ໃນ​ທາງ​ນີ້: “ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ, ​ແລະ ພຣະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ.”22 ​ເຖິງ​ແມ່ນ​ວ່າ ​ເຮົາ​ຄິດ​ວ່າ​ ເຮົາ​ຖືກ​ພຣະ​ເຈົ້າລືມ​ເປັນ​ບາງ​ຄັ້ງ, ​ແຕ່​ເຮົາ​ກໍບໍ່​ລືມ​ພຣະ​ເຈົ້າ.

ການ​ເອົາ​ຊະນະ​ໂລກ ບໍ່​ໝາຍ​ຄວາມ​ວ່າ ​ເຮົາ​ດຳລົງ​ຊີວິດຢ່າງ​ສັນ​ໂດດ, ປົກ​ປ້ອງ​ຕົວ​ເອງ​ຈາກ​ຄວາມ​ບໍ່​ຍຸດຕິ​ທຳ ຫລື ຄວາມ​ຫຍຸ້ງຍາກ​ເລື່ອງ​ສິນ​ທຳ. ​ແຕ່ ມັນ​ເປີດ​ພາບ​ແຫ່ງ​ສັດທາ​ອັນ​ກວ້າງຂວາງ, ດູດ​ດຶງ​ເຮົາ​​ໄປ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຄຳ​ສັນຍາ​ຂອງ​ພຣະອົງ.

ເຖິງ​ແມ່ນ​ຄວາມ​ບໍລິ​ບູນ ຈະ​ບໍ່​ປະສົບ​ຄວາມ​ສຳ​ເລັດ ຢູ່​ໃນ​ຊີວິດ​ນີ້, ​ແຕ່​ການ​ເອົາ​ຊະນະ​ໂລກ ຍັງ​ຮັກສາ​ຄວາມ​ຫວັງ​ຂອງ​ເຮົາ​ໃຫ້​ມີ​ຊີວິດ​ຊີວາ ຈົນ​ເຖິງ​ວັນ​ທີ່​ເຮົາ “ຈະ​ຢືນ​ຢູ່​ຕໍ່ພຣະພັກ [ຂອງ​ພຣະຜູ້​ໄຖ່]; [ແລະ] ​ເຫັນ​ພຣະພັກ​ຂອງ​ພຣະອົງ​ດ້ວຍ​ຄວາມສຸກ​ໃຈ,”23 ​ແລະ ​ໄດ້​ຍິນສຸລະສຽງ​ຂອງ​ພຣະອົງ ກ່າວ​ວ່າ: “ມາ​ເຖີດ, ​ເຈົ້າຜູ້​ເປັນສຸກ​ແລ້ວ ​ຂອງ​ພຣະບິດາ​ຂອງ​ເຮົາ, ມາ​ຮັບ​ເອົາ​ມູນ​ມໍລະດົກ​ຂອງ​ອານາຈັກ ທີ່​ໄດ້​ຕຽມ​ໄວ້​ສຳລັບ​ເຈົ້າ.”24

ຕົວຢ່າງ​ຂອງ​ແອວ​ເດີ ບຣູສ໌ ດີ ​ໂພດ​ເທີ

ໃນ​ວັນ​ທີ 28 ​ເດືອນ​ທັນວາ ຜ່ານ​ມາ​ນີ້, ​ແອວ​ເດີ ບຣູສ໌ ດີ​ ​ໂພດ​ເທີ ເພື່ອ​ນຮັກ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ ​ແລະ ​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ​ໄດ້​ບັນລຸຊີວິດ​ມະຕະ​ຂອງ​ເພິ່ນ​ແລ້ວ. ​ເພິ່ນ​ມີ​ອາຍຸ 64 ປີ.

ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ​ ບຣູສ໌ ​ແມ່ນ​ຕອນ​ທີ່​ພວກ​ເຮົາ​ສຶກສາ​ຢູ່​ມະຫາ​ວິທະຍາ​ໄລ ບຣິກຳ ຢັງ. ​ເພິ່ນ​ເປັນ​ນັກ​ສຶກສາ​ທີ່​ດີ​ເລີດ ​ແລະ ສະຫລາດ​ທີ່​ສຸດ. ຫລັງ​ຈາກ​ເພິ່ນ​ໄດ້​ຮັບ​ປະລິນ​ຍາ​ເອກ ຈາກ​ມະຫາວິທະຍາ​ໄລ ຮາວ​ເວີດ, ​ເນັ້ນໜັກ​ເລື່ອງ​ການ​ເມືອງ ​ແລະ ປະຫວັດສາດ​ຂອງ​ຣັດ​ເຊຍ, ຄວາມ​ນຶກ​ຄິດ ​ແລະ ການ​ຂຽນ​ຂອງ ບຣູສ໌ ​ໄດ້​ນຳຊື່​ສຽງ​ມາ​ໃຫ້​ເພິ່ນ ທີ່​ສາມາດ​ດຶງ​ດູດ​ເພິ່ນ​ໄປ​ຫາ​ໂລກ​ໄດ້, ​ແຕ່​ຄວາມ​ຮັ່ງມີ ​ແລະ ຄຳ​ສັນລະ​ເສີນ​ຂອງ​ໂລກ ບໍ່​ສາມາດ​ເອົາ​ຊະນະ​ເພິ່ນ​ໄດ້.25 ​ເພິ່ນ​ມີ​ຄວາມ​ຈົງ​ຮັກ​ພັກດີຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ; ຕໍ່​ ຊູ​ແຊນ ຄູ່​ນິລັນດອນ​ຂອງ​ເພິ່ນ; ຕໍ່​ລູກ​ຫລານ​ຂອງ​ເພິ່ນ.

ຮູບ​ພາບ
ແອວ​ເດີ​ ​ໂພດ​ເທີ ກັບ​ຄອບຄົວ​ທີ່​ຍັງ​ໜຸ່ມ​ຂອງ​ເພິ່ນ

ບຣູສ໌ ໄດ້​ເກີດ​ມາ​ກັບ​ໝາກ​ໄຂ່ຫລັງ​ເສື່ອມ. ​ເພິ່ນ​ໄດ້​ຮັບ​ການຜ່າຕັດ, ​ແຕ່​ເມື່ອ​ເວລາ​ຜ່ານ​ໄປ ໝາກ​ໄຂ່ຫລັງ​ຂອງ​ເພິ່ນ​ໄດ້​ຊຸດ​ໂຊມ​ລົງ.

ບໍ່​ດົນ​ຫລັງ​ຈາກ ບຣູສ໌ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ​ໃນ​ປີ 1995, ພວກ​ເຮົາ​ໄດ້​ຮັບ​ໃຊ້​ນຳ​ກັນ ຢູ່​ເມືອງຟະ​ແລ້ງ​ເຝີດ, ປະ​ເທດ​ເຢຍລະ​ມັນ, ກັບ​ຄອບຄົວ​ຂອງ​ພວກ​ເຮົາ, ບ່ອນ​ທີ່ວຽກ​ງານ​ຂອງ​ເພິ່ນ ​ເຈາະ​ຈົງ​ຢູ່​ທີ່ ປະ​ເທດຣັດ​ເຊຍ ​ແລະ ​ເອີຣົບພາບ​ຕາ​ເວັນ​ອອກ.

ຊີວິດ​ຂອງ ​ແອວ​ເດີ ​ໂພດ​ເທີ ​ໄດ້​ປ່ຽນ​ແປງຢ່າງ​ໄວ ​ໃນ​ປີ 1997​ ​ເມື່ອ​ໝາກ​ໄຂ່ຫລັງ ​ແລະ ສຸຂະພາບ​ຂອງ​ເພິ່ນ ຊຸດ​ໂຊມລົງອີກ. ຄອບຄົວ​ໂພດ​ເທີ ​ໄດ້​ກັບ​ຄືນ​ມາ​ເມືອງ​ເຊົາ​ເລັກ.

ໃນ​ໄລຍະ 22 ປີ ທີ່​ໄດ້​ຮັບ​ໃຊ້​ເປັນ​ສາວົກ​ເຈັດ​ສິບ, ບຣູສ໌​ ໄດ້​ທຽວ​ເຂົ້າ​ໂຮງ​ໝໍຫລາຍ​ເທື່ອ, ຮ່ວມ​ທັງການຜ່າ​ຕັດ 10 ​ເທື່ອ. ທ່ານໝໍ​ໄດ້​ບອກ ຊູ​ແຊນ ສອງ​ເທື່ອວ່າ ບຣູສ໌ ຈະ​ບໍ່​ຢູ່​ນຳ​ກາຍ​ຄືນ, ​ແຕ່​ເພິ່ນ​ກໍ​ລອດ​ຊີວິດ​ມາ​ໄດ້.

ເປັນ​ເວລາ​ຫລາຍ​ກວ່າ 12 ປີ ​ໃນ​ລະຫວ່າງ​ການ​ຮັບ​ໃຊ້​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່, ບຣູສ໌ ຕ້ອງ​ໄດ້​ໄປ​ຟອກ​ເລືອດ. ​ໃນ​ຊ່ວງ​ໄລຍະ​ນັ້ນ, ຕ້ອງ​ໄດ້ຟອກ​ເລືອດຫ້າ​ມື້​ຕໍ່​ອາທິດ ​ໃນ​ຕອນ​ຄ່ຳ, ​ແຕ່ລະ​ເທື່ອ​ ສີ່​ຊົ່ວ​ໂມງ ​ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ເພິ່ນ​ ​ໃນ​ຕອນ​ກາງ​ເວັນ ​ແລະ ຮັບ​ເອົາ​ການ​ໄປ​ຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ສາດສະໜາ​ຈັກ ​ໃນ​ທ້າຍອາທິດ. ​ເມື່ອ​ສຸຂະພາບ​ຂອງ​ເພິ່ນບໍ່​ດີ​ຂຶ້ນ ຫລັງ​ຈາກ​ໄດ້​ຮັບ​ພອນ​ຂອງ​ຖານະ​ປະ​ໂລຫິດ ຫລາຍ​ເທື່ອ, ບຣູສ໌ ກໍ​ຄິດ​ສົງ​ໄສ, ​ແຕ່​ເພິ່ນ​ຮູ້​ວ່າ ​ເພິ່ນ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ.26

ໃນ​ປີ 2010, ບຣູສ໌ ​ໄດ້​ຮັບ​ໝາກ​ໄຂ່ຫລັງ​ຈາກ​ທ້າວ​ເດວິດ ລູກ​ຊາຍ​ຂອງ​ເພິ່ນ. ​ເທື່ອ​ນີ້ ຮ່າງກາຍ​ຂອງ​ເພິ່ນ​ບໍ່​ໄດ້​ປະຕິ​ເສດ​ການປ່ຽນ​ໝາກ​ໄຂ່ຫລັງ. ມັນ​ເປັນ​ການ​ມະຫັດສະຈັນ, ນຳ​ສຸຂະພາບ​ໃໝ່​ມາ​ໃຫ້, ​ແລະ ຊຶ່ງ​ໃນ​ທີ່​ສຸດ ຊ່ວຍ​ໃຫ້​ເພິ່ນ​ ​ແລະ ຊູ​ແຊນ ກັບ​ໄປ​ປະ​ເທດຣັດ​ເຊຍ​ທີ່​ພວກ​ເພິ່ນຮັກ ​ໃນ​ຕຳ​ແໜ່ງຝ່າຍ​ປະທານ​ປະຈຳ​ເຂດທີ່​ເພິ່ນ​ຮັບ​ໃຊ້.

ຮູບ​ພາບ
ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ໂພດ​ເທີ ​ໃນ​ປະ​ເທດຣັດ​ເຊຍ

ໃນ​ວັນ​ທີ 26 ເດືອນ​ທັນວາ ທີ່​ຜ່ານ​ມາ​ນີ້, ຫລັງ​ຈາກ​ໄດ້​ພະຍາຍາມ​ຕໍ່ສູ້​ກັບ​ໝາກ​ໄຂ່ຫລັງ​ອັກ​ເສບ ຢູ່​ໂຮງໝໍ ​ໃນ​ເມືອງ​ເຊົາ​ເລັກ, ​ເພິ່ນ​ໄດ້​ຂໍ​ໃຫ້​ທ່ານໝໍ​ອອກ​ຈາກ​ຫ້ອງ​ໄປ. ບຣູສ໌​ ໄດ້​ບອກ ຊູ​ແຊນ “ວ່າ ​ເພິ່ນຮູ້​ໂດຍ​ທາງ​ພຣະວິນ​ຍານວ່າ ທ່ານໝໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ ໄດ້​ອີກ​ແລ້ວ ​ເພື່ອ​ຊ່ວຍ​ຊີວິດ​ເພິ່ນ. ​ເພິ່ນ​ຮູ້​ວ່າ ... ພຣະບິດາ​ເທິງ​ສະຫວັນ ຈະ​​ເອົາ​ເພິ່ນ​ກັບ​ບ້ານ. ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ.”27

ໃນ​ວັນ​ທີ 28 ​ເດືອນ​ທັນວາ, ບຣູສ໌​ ໄດ້​ຖືກ​ພາ​ກັບ​ບ້ານຫາ​ຄອບຄົວ. ສອງ​ສາມ​ຊົ່ວ​ໂມງ​ຈາກ​ນັ້ນ, ຊຶ່ງ​ອ້ອມ​ຮອບ​ໄປ​ດ້ວຍ​ຄອບຄົວ​ຂອງ​ເພິ່ນ, ​ເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ບ້ານ​ແຫ່ງ​ສະຫວັນ​ຂອງ​ເພິ່ນ.

ຮູບ​ພາບ
ຮູບ​ຂອງ​ແອວ​ເດີ​ ບຣູສ໌ ດີ ​ໂພດ​ເທີ

ເມື່ອ​ຫລາຍ​ປີ​ກ່ອນ, ບຣູສ໌ ​ໂພດ​ເທີ ​ໄດ້​ຂຽນ​ຂໍ້ຄວາມ​ເຫລົ່າ​ນີ້ ​ເຖິງ​ລູກໆ​ຂອງ​ເພິ່ນ​ວ່າ:

“ປະຈັກ​ພະຍານ​ທີ່​ພໍ່​ມີ​ເຖິງ​ຄວາມ​ເປັນ​ຈິງ ​ແລະ ຄວາມ​ຮັກ​ຕໍ່​ພຣະ​ເຢຊູ​ຄຣິດ ​ໄດ້​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ຊີວິດ​ຂອງ​ພໍ່. … ມັນ​ເປັນພະຍານ​ທີ່​ບໍລິສຸດ ​ແລະ ລຸກ​ໄໝ້ ຈາກ​ພຣະວິນ​ຍານ ບອກ​ວ່າ​ພຣະອົງ​ຊົງ​ພຣະຊົນ​ຢູ່, ວ່າ​ພຣະອົງ​ເປັນ​ພຣະຜູ້​ໄຖ່​ ​ແລະ ​ເປັນ​ເພື່ອນ​ຂອງ​ພໍ່ ​ໃນ​ທຸກ​ເວລາ​ທີ່​ພໍ່​ຕ້ອງການ.”28

“ການ​ທ້າທາຍ​ຂອງ​ເຮົາ ... ຄື​ການ​ມາ​ຮູ້ຈັກ [ພຣະຜູ້​ຊ່ວຍ​ໃຫ້​ລອດ], ​ແລະ ​ໂດຍ​ຜ່ານ​ທາງ​ສັດທາ​ໃນ​ພຣະອົງ ​ເພື່ອ​ເອົາ​ຊະນະ​ການ​ທົດ​ສອບ ​ແລະ ການ​ລໍ້​ລວງ ຂອງ​ໂລກ​ນີ້.”29

“ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ສັດ ​ແລະ ຈິງ​ໃຈ, ​ໄວ້​ວາງ​ໃຈ​ໃນ​ພຣະອົງ.”30

ບຣູສ໌ ດັກ​ລັສ ​ໂພດ​ເທີ ​ໄດ້​ເອົາ​ຊະນະ​ໂລກ​ແລ້ວ.

ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ພະຍາຍາມ​ຕື່ມ​ອີກຈັກ​ໜ້ອຍ​ໜຶ່ງ ​ໃນ​ການເອົາ​ຊະນະ​ໂລກ, ​ໂດຍ​ການ​ບໍ່​ເມີນ​ເສີຍ​ຈາກ​ບາບ​ທີ່​ຮ້າຍ​ແຮງ, ​ແຕ່​ໃຫ້​ມີ​ຄວາມ​ອົດທົນ ກັບ​ຄວາມ​ຜິດ​ພາດ​ເລັກໆ​ນ້ອຍໆ, ​ເລັ່ງການ​ກ້າວ​ເດີນ​ຂອງ​ເຮົາ ​ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ດ້ວຍ​ໃຈ​ເພື່ອ​ແຜ່. ​ເມື່ອ​ທ່ານ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ສ່ວນ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຂ້າພະ​ເຈົ້າສັນຍາ​ວ່າ ທ່ານ​ຈະ​ໄດ້​ຮັບພອນທີ່​ຈະ​ມີສັນ​ຕິ​ສຸກ​ໃນ​ຊີວິດ​ນີ້ ​ແລະ ​ໄດ້​ຮັບ​ຄວາມ​ແນ່ນອນ​ໃຈ ​ເຖິງ​ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ທ່ານ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.