​2010–2019
ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ອອກ​ໄປ
ເດືອນ​ເມສາ 2017


ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ອອກ​ໄປ

ຂໍ​ໃຫ້​ເຮົາ​ຢ່າ​ສູ່​ຢ້ານ ແລະ ​ໃຫ້ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່ນ​ຊົມ, ດ້ວຍ​ຄວາມ​ຖ່ອມ​ຕົວ, ດ້ວຍ​ຄວາມ​ຫວັງ, ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ​ແທ້ໆ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ສິດ​ທິ​ພິ​ເສດ ແລະ ຊື່ນ​ຊົມ​ແທ້ໆ ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ ໃນ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ໂລກ ເປັນ​ອັນ​ໜຶ່ງ​ດຽວ​ກັນ ໃນ​ສັດ​ທາ ແລະ ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ລູກໆ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ ໂດຍ​ສະ​ເພາະ​ທີ່​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ,​ ທອມ​ມັສ ແອັສ ມອນ​ສັນ, ໄດ້​ມາ​ຮ່ວມ​ນຳ. ປະ​ທານ​ເອີຍ, ພວກ​ເຮົາ​ຈະ​ຮັບ​ເອົາ​ຄຳ​ຊີ້​ນຳ, ຄຳ​ແນະ​ນຳ, ແລະ ປັນ​ຍາ​ຂອງ​ທ່ານ​ໄວ້​ໃນ​ໃຈ. ພວກ​ເຮົາ​ຮັກ​ທ່ານ, ປະ​ທານ​ມອນ​ສັນ, ແລະ ພວກ​ເຮົາ​ຈະ​ອະ​ທິ​ຖານ​ເພື່ອ​ທ່ານ​ສະ​ເໝີ.

ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ເຕກ ຢູ່​ເມືອງ​ຟະ​ແລ້ງ​ເຝີດ, ປະ​ເທດ​ເຢຍ​ລະ​ມັນ, ຊິດ​ສະ​ເຕີ​ທີ່​ດີ ແຕ່​ບໍ່​ມີ​ຄວາມ​ສຸກ​ຄົນ​ໜຶ່ງ ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ ໃນ​ທ້າຍ​ກອງ​ປະ​ຊຸມ​ສະ​ເຕກ.

“ຈັ່ງ​ແມ່ນ​ຂີ້​ຮ້າຍ​ນໍ?” ນາງ​ເວົ້າ. “ຄົງ​ມີ​ຄົນ​ປະ​ມານ ສີ່ ຫລື ຫ້າ ຄົນ ນອນ​ຫລັບ ຕອນ​ທ່ານ​ກ່າວ​ປາ​ໄສ!”

ຂ້າ​ພະ​ເຈົ້າ​ກໍ​ຄິດ​ບຶດ​ໜຶ່ງ ແລະ ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ ການ​ນອນ​ຢູ່​ໂບດ ເປັນ​ການ​ນອນ​ທີ່​ເຮັດ​ໃຫ້ ສຸ​ຂະ​ພາບ​ດີ​ທີ່​ສຸດ.”

ແຮ​ຣີ​ແອດ ພັນ​ລະ​ຍາ​ທີ່​ປະ​ເສີດ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຍິນ​ການ​ສົນ​ທະ​ນາ​ນັ້ນ ແລະ ໄດ້​ເວົ້າ​ວ່າ ມັນ​ເປັນ​ຄຳ​ຕອບ​ທີ່​ດີ​ທີ່​ສຸດ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຕອບ.

ການ​ຕື່ນ​ອັນ​ຍິ່ງ​ໃຫຍ່

ສອງ​ສາມ​ຮ້ອຍ​ປີ​ກ່ອນ ໃນ​ອາ​ເມຣິ​ກາ​ເໜືອ, ມີ​ການ​ເຄື່ອນ​ໄຫວ ທີ່​ເອີ້ນ​ວ່າ “ການ​ຕື່ນ​ອັນ​ຍິ່ງ​ໃຫຍ່” ຂະ​ຫຍາຍ​ໄປ​ທົ່ວ​ປະ​ເທດ. ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ເຂົາ​ເຈົ້າ ແມ່ນ​ເພື່ອ​ປຸກ​ລະ​ດົມ​ຜູ້​ຄົນ ທີ່​ປະ​ກົດ​ວ່າ ຍັງ​ຫລັບ​ຢູ່​ທາງ​ວິນ​ຍານ ໃຫ້​ຕື່ນ​ຂຶ້ນ.

ໂຈ​ເຊັບ ສະ​ມິດ ຜູ້​ໜຸ່ມ​ນ້ອຍ ໄດ້​ຖືກ​ຊັກ​ຊວນ​ໂດຍ​ສິ່ງ​ທີ່​​ເພິ່ນ​ໄດ້​ຍິນ​ຈາກ​ນັກ​ເທດ​ສະ​ໜາ ທີ່​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການປຸກ​ລະ​ດົມທາງ​ສາດສະໜາ​ນີ້. ມັນ​ເປັນ​ເຫດ​ຜົນ​ໜຶ່ງ ທີ່​ເພິ່ນ​ໄດ້​ຕັດ​ສິນ​ໃຈ ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ໃນ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ນັກ​ເທດ​ສະ​ໜາ​ເຫລົ່າ​ນີ້ ມີ​ວິ​ທີ​ສັ່ງ​ສອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ຄຶກ​ຄັກ, ດ້ວຍ​ຄຳ​ເທດ​ສະ​ໜາ ທີ່​ເນັ້ນ​ໜັກ​ກ່ຽວ​ກັບ​ນະ​ລົກ​ທີ່​ລຸກ​ໄໝ້​ຢູ່ ລໍ​ຖ້າ​ຄົນ​ບາບ.1 ຈຸດປະສົງ ​ແລະ ການ​ເທດ​ສະ​ໜາ​ເຫລົ່າ​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເຊືອບ​ຫລັບ​ໄປ—ແຕ່​ເຂົາ​ເຈົ້າ​ອາດ​ຝັນ​ຮ້າຍ​ກໍ​ເປັນ​ໄດ້. ແບບ​ແຜນ​ຂອງ​ເຂົາ​ເຈົ້າ ເບິ່ງ​ຄື​ວ່າ ເຮັດ​ໃຫ້​ຜູ້​ຄົນ​ເກີດ​ຄວາມ​ຢ້ານ​ກົວ ເພື່ອ​ໃຫ້​ເຂົ້າ​ໂບດ.

ຄວາມ​ຢ້ານ​ກົວ​ທີ່​ເກີດ​ຈາກ​ເລ່​ຫລ່ຽມ

ຕາມ​ປະ​ຫວັດ​ສາດ, ຄວາມ​ຢ້ານ​ກົວ​ມັກ​ຖືກ​ໃຊ້​ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ເກີດ​ການ​ປະ​ຕິ​ບັດ. ພໍ່​ແມ່​ໄດ້​ໃຊ້​ມັນ ກັບ​ລູກໆ​ຂອງ​ຕົນ, ເຈົ້າ​ນາຍ​ໄດ້​ໃຊ້​ມັນ​ກັບ​ລູກ​ນ້ອງ, ແລະ ນັກ​ການ​ເມືອງ​ໄດ້​ໃຊ້​ມັນ​ກັບ​ຜູ້​ອອກ​ສຽງ​ເລືອກ​ຕັ້ງ.

ນັກ​ຊ່ຽວ​ຊານ​ເລື່ອງ​ການ​ຄ້າ ເຂົ້າ​ໃຈ​ພະ​ລັງ​ຂອງ​ຄວາມ​ຢ້ານ​ກົວ ແລະ ສ່ວນ​ຫລາຍ​ຈະ​ນຳ​ໃຊ້​ມັນ. ສະ​ນັ້ນ ການ​ໂຄ​ສະ​ນາ​ບາງ​ຢ່າງ ຈຶ່ງ​ເບິ່ງ​ຄື​ວ່າ ເປັນ​ຂ່າວ​ທີ່​ແອບ​ແຝງ​ຄວາມ​ໝາຍ ຊຶ່ງ​ຖ້າ​ຫາກ​ເຮົາ​ຊື້​ອາຫານ​ການ​ກິນ ຊະ​ນິດ​ທີ່​ບໍ່​ຖືກ​ຕ້ອງ ຫລື ພາດ​ການ​ຊື້ ວິ​ດີ​ໂອ​ເກມ ຫລື ມື​ຖື ຊະ​ນິດ​ໃໝ່, ແລ້ວ​ເຮົາ​ຈະ​ສ່ຽງ​ກັບ​ການ​ມີ​ຊີ​ວິດ​ທີ່​ລຳ​ບາກ​ຫລາຍ, ຕາຍ​ຄົນ​ດຽວ ແລະ ບໍ່​ມີ​ຄວາມ​ສຸກ.

ເຮົາ​ກໍ​ຍິ້ມ​ອອກ​ມາ ແລະ ຄິດ​ວ່າ ເຮົາ​ຈະ​ບໍ່​ມີ​ວັນ ໄປ​ຫລົງ​ເຊື່ອ​ເລ່​ຫລ່ຽມ​ເຊັ່ນ​ນັ້ນ, ແຕ່​ບາງ​ເທື່ອ​ເຮົາ​ໄດ້​ຫລົງ​ເຊື່ອ. ຍິ່ງ​ຮ້າຍ​ກວ່າ​ນັ້ນ, ບາງ​ເທື່ອ​ເຮົາ​ໄດ້​ໃຊ້​ວິ​ທີ​ດຽວ​ກັນ​ນັ້ນ​ກັບ​ຄົນ​ອື່ນ ເພື່ອ​ໃຫ້​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງ​ການ.

ມື້​ນີ້ ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ ມີ​ຈຸດ​ປະ​ສົງ​ຢູ່​ສອງ​ຢ່າງ: ໜຶ່ງ ຮຽກ​ຮ້ອງ​ໃຫ້​ທ່ານ​ຄິດ​ໄຕ່​ຕອງ ແລະ ພິ​ຈາ​ລະ​ນາ ຂອບ​ເຂດ​ທີ່​ ເຮົາ ໃຊ້​ຄວາມ​ຢ້ານ​ກົວ ເພື່ອ​ຈູງ​ໃຈ​ຄົນ​ອື່ນ—ຮ່ວມ​ທັງ​ຕົວ​ເຮົາເອງ. ສອງ ຄື​ການແນະ​ນຳ​ວິ​ທີ​ທີ່​ດີກວ່າ.

ບັນ​ຫາ​ເລື່ອງ​ຄວາມ​ຢ້ານ​ກົວ

ທຳ​ອິດ, ຂໍ​ໃຫ້​ເຮົາ​ມາ​ກ່າວ​ກ່ຽວ​ກັບ​ບັນ​ຫາ​ເລື່ອງ​ຄວາມ​ຢ້ານ​ກົວ. ເມື່ອ​ຈະ​ເວົ້າ​ແລ້ວ, ມີ​ໃຜ​ແດ່​ໃນ​ພວກ​ເຮົາ ທີ່​ບໍ່​ເຄີຍ​ຄິດ​ຢາກ​ກິນ​ອາ​ຫານ​ທີ່​ດີກວ່າ, ໃສ່​ສາຍ​ນິ​ລະ​ໄພ, ອອກ​ກຳ​ລັງ​ກາຍ​ຫລາຍ​ກວ່າ​ເກົ່າ, ເກັບ​ທ້ອນ​ເງິນ​ຄຳ, ຫລື ແມ່ນ​ແຕ່​ກັບ​ໃຈ​ຈາກ​ບາບ ເພາະ​ຄວາມ​ຢ້ານ​ກົວ?

ມັນ​ເປັນ​ຄວາມ​ຈິງ​ທີ່​ວ່າ ຄວາມ​ຢ້ານ​ກົວ​ສາ​ມາດ​ມີ​ອິດ​ທິ​ພົນ​ຫລາຍ ຕໍ່​ການ​ກະ​ທຳ ແລະ ການ​ປະ​ພຶດ​ຂອງ​ເຮົາ. ແຕ່​ອິດ​ທິ​ພົນ​ດັ່ງ​ກ່າວ ສ່ວນ​ຫລາຍ​ເປັນ​ສິ່ງ​ຊົ່ວ​ຄາວ ແລະ ຕື້ນໆ. ໜ້ອຍ​ທີ່​ສຸດ ທີ່​ຄວາມ​ຢ້ານ​ກົວ​ຈະ​ສາ​ມາດ​ເຮັດ​ໃຫ້​ເຮົາ​ປ່ຽນ​ໃຈ, ແລະ ມັນ​ບໍ່​ເຄີຍ​ປ່ຽນ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ມັກ​ສິ່ງ​ທີ່​ຖືກ​ຕ້ອງ ຜູ້​ຢາກ​ເຊື່ອ​ຟັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ບຸກ​ຄົນ​ທີ່​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ ອາດ ເວົ້າ ແລະ ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ແຕ່​ເຂົາ​ເຈົ້າ​ບໍ່​ ຮູ້ສຶກ ​ເຖິງ​ສິ່ງ​ທີ່​ຖືກ​ຕ້ອງ. ສ່ວນ​ຫລາຍ​ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ວ່າ ຊ່ວຍ​ຕົວ​ເອງ​ບໍ່​ໄດ້ ແລະ ບໍ່​ພໍ​ໃຈ, ແມ່ນ​ແຕ່ ໃຈ​ຮ້າຍ. ເມື່ອ​ເວ​ລາ​ຜ່ານ​ໄປ, ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ ຈະ​ພາ​ເຂົາ​ເຈົ້າ​ໄປ​ສູ່​ຄວາມ​ບໍ່​ໄວ້​ວາງ​ໃຈ, ການ​ຂັດ​ຂືນ​ຄຳ​ສັ່ງ, ​ແມ່ນ​ແຕ່ການ​ກະ​ບົດ.

ໜ້າ​ເສຍ​ໃຈ​ທີ່ ວິທີ​ການ​ດຳລົງ​ຊີວິດ ​ແລະ ການ​ເປັນ​ຜູ້ນຳ​ທີ່​ຫລົງ​ຜິດ ບໍ່​ແມ່ນ​ເກີດ​ກັບ​ພຽງ​ແຕ່​ຊາວ​ໂລກ​ທົ່ວ​ໄປ​ເທົ່າ​ນັ້ນ. ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ທີ່​ໄດ້​ຍິນ​ເລື່ອງ​ ວ່າ​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ໃຊ້​ອຳ​ນາດ​ການ​ປົກ​ຄອງ​ທີ່​ບໍ່​ຊອບ​ທຳ—ບໍ່​ວ່າຢູ່​ໃນ​ບ້ານ​ເຮືອນ, ໃນ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ທີ່​ບ່ອນ​ທຳ​ງານ, ຫລື ໃນ​ການ​ປະ​ຕິ​ບັດ​ກັບ​ຄົນ​ອື່ນ​ກໍ​ຕາມ.

ສ່ວນ​ຫລາຍ ຜູ້​ຄົນ​ອາດ​ກ່າວ​ໂທດ​ຄົນ​ທີ່​ມັກ​ຂົ່ມ​ເຫັງ​ຜູ້​ອື່ນ, ແຕ່​ບໍ່​ເຫັນສິ່ງ​ນັ້ນ​ໃນ​ຕົວ​ພວກ​ເຂົາ​ເອງ. ພວກ​ເຂົາ​ສັ່ງ​ລະ​ບຽບ ຕາມ​ກົດ​ຈາກ​ອາ​ລົມ​ຂອງ​ຕົນ​ເອງ, ແຕ່ ເມື່ອ​ຄົນ​ອື່ນ​ບໍ່​ເຮັດ​ຕາມ​ກົດ​ທີ່​ມົ່ວ​ຊົ່ວ​ເຫລົ່າ​ນັ້ນ, ພວກ​ເຂົາ​ໄດ້​ລົງ​ໂທດ​ເຂົາ​ທາງ​ວາ​ຈາ, ທາງ​ຄວາມ​ຮູ້​ສຶກ, ແລະ ບາງ​ເທື່ອ ແມ່ນ​ແຕ່​ທາງ​ຮ່າງ​ກາຍ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເມື່ອ​ພວກ​ເຮົາ … ໃຊ້​ການ​ບັງ​ຄັບ ຫລື ການ​ຄອບ​ຄອງ ຫລື ການ​ບີບ​ບັງ​ຄັບ​ຈິດ​ວິນ​ຍານ​ຂອງ​ລູກ​ຫລານ​ມະ​ນຸດ, ໃນ​ຄວາມ​ບໍ່​ຊອບ​ທຳ​ລະ​ດັບ​ໃດ​ກໍ​ຕາມ, ... ສະ​ຫວັນ​ຈະ​ຖອນ​ຕົວ [ແລະ] ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂສກ​ເສົ້າ.”2

ອາດ​ຈະ​ມີ​ບາງ​ເວ​ລາ ເມື່ອ​ເຮົາ​ຫາ​ຂໍ້​ແກ້​ຕົວ​ໃຫ້​ກັບ​ການ​ປະ​ພຶດ​ຂອງ​ເຮົາ​ເອງ ໂດຍ​ການ​ເຊື່ອ​ວ່າ ມັນ​ເປັນ​ສິ່ງ​ຖືກ​ຕ້ອງ​ສະ​ເໝີ​ຖ້າ​ຜົນ​ຕາມ​ມາ ເປັນ​ໄປ​ໃນ​ທາງ​ດີ. ເຮົາ​ອາດ​ຄິດ​ວ່າ ການ​ບັງ​ຄັບ, ການ​ໃຊ້​ເລ່​ຫລ່ຽມ, ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ ເປັນ​ສິ່ງ​ທີ່​ດີ​ສຳ​ລັບ​ຄົນ​ອື່ນ. ນັ້ນ​ບໍ່​ແມ່ນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ແລ້ວ​ວ່າ, “ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ​ຄື ຄວາມ​ຮັກ, ຄວາມ​ຊົມ​ຊື່ນ​ຍິນ​ດີ, ສັນ​ຕິ​ສຸກ, ຄວາມ​ອົດ​ທົນ​ດົນ​ນານ, ຄວາມ​ເມດ​ຕາ​ປາ​ນີ, ຄວາມ​ດີ, ສັດ​ທາ, ຄວາມ​ສຸ​ພາບ​ອ່ອນ​ຫວານ, [ແລະ] ການ​ຮູ້​ຈັກ​ບັງ​ຄັບ​ຕົນ.”3

ວິ​ທີ​ທີ່​ດີກວ່າ

ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຮູ້​ຈັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ຂຶ້ນ​ເທົ່າ​ໃດ, ຂ້າ​ພະ​ເຈົ້າ​ຍິ່ງ​ເຫັນ​ພຣະ​ອົງ​ດົນ​ໃຈ ແລະ ນຳ​ພາ​ລູກໆ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ພຣະ​ອົງ​ບໍ່​ພຣະ​ພິ​ໂລດ, ອາ​ຄາດ, ຫລື ແກ້​ແຄ້ນ.4 ຈຸດ​ປະ​ສົງ​ຂອງ​ພຣະ​ອົງ—ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ຄື​ທີ່​ຈະ​ເປັນ ພຣະ​ອາ​ຈານ​ຂອງ​ເຮົາ, ສົ່ງ​ເສີມ​ເຮົາ, ແລະ ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ບໍ​ລິ​ບູນ​ຂອງ​ພຣະ​ອົງ.5

ພຣະ​ເຈົ້າ​ໄດ້​ບັນ​ຍາຍ​ພຣະ​ອົງ​ເອງ​ຕໍ່​ໂມ​ເຊ​ວ່າ “ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ ແລະ ເຕັມ​ລົ້ນ​ດ້ວຍ​ພຣະ​ຄຸນ, ບໍ່​ຮູ້​ຮ້າຍ​ງ່າຍ, ແລະ ເປັນ​ຜູ້​ສະ​ແດງ​ຄວາມ​ຮັກ​ອັນ​ໝັ້ນ​ຄົງ ແລະ ຊື່​ສັດ.”6

ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ທີ່​ມີ​ຕໍ່​ເຮົາ, ຜູ້​ເປັນ​ລູກໆ​ຂອງ​ພຣະ​ອົງ, ແມ່ນ ເກີນ​ກວ່າ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ໄດ້.7

ນີ້​ໝາຍ​ຄວາມ​ວ່າ ພຣະ​ເຈົ້າ​ຊິ​ບໍ່​ເອົາ​ໂທດ ຫລື ມອງ​ຂ້າມ ການ​ປະ​ພຶດ​ທີ່​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ບໍ? ບໍ່​ເລີຍ, ແນ່​ນອນ ຊິ​ບໍ່​ເປັນ​ແບບ​ນັ້ນ!

ແຕ່​ພຣະ​ອົງ​ຢາກ​ປ່ຽນ​ຫລາຍ​ກວ່າ​ການ​ປະ​ພຶດ​ຂອງ​ເຮົາ​ເທົ່າ​ນັ້ນ. ພຣະ​ອົງ​ຢາກ​ປ່ຽນ​ທຳ​ມະ​ຊາດ​ຂອງ​ເຮົາ. ພຣະ​ອົງ​ຢາກ​ປ່ຽນ​ໃຈ​ເຮົາ.

ພຣະ​ອົງ​ຢາກ​ໃຫ້​ເຮົາ​ເອື້ອມ​ອອກ​ໄປ ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ, ປະ​ເຊີນ​ກັບ​ຄວາມ​ຢ້ານ​ກົວຂອງ​ເຮົາ, ແລະ ກ້າວ​ໄປ​ຂ້າງ​ໜ້າ​ດ້ວຍ​ຄວາມ​ກ້າ​ຫານ ຂຶ້ນ​ໄປ​ໃນ​ທາງ​ຄັບ ແລະ ແຄບ. ພຣະ​ອົງ​ປະ​ສົງ​ສິ່ງ​ນີ້​ສຳ​ລັບ​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ, ແລະ ເພາະ​ວ່າ​ນີ້​ຄື​ທາງ​ທີ່​ນຳ​ໄປ​ສູ່​ສັນ​ຕິ​ສຸກ.

ສະ​ນັ້ນ, ພຣະ​ເຈົ້າ​ຈູງ​ໃຈ​ລູກໆ​ຂອງ​ພຣະ​ອົງ​ດ້ວຍ​ວິ​ທີ​ໃດ ເພື່ອ​ໃຫ້​ຕິດ​ຕາມ​ພຣະ​ອົງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ?

ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ!

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ມາ, ເພື່ອ​ສະ​ແດງ​ໃຫ້​ເຮົາ​ຮູ້​ທາງ​ທີ່​ຖືກ​ຕ້ອງ.

ພຣະ​ເຈົ້າ​ຈູງ​ໃຈ​ຜ່ານ​ການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນ​ໂຍນ, ແລະ ໂດຍ​ຄວາມ​ອ່ອນ​ນ້ອມ, ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ.8 ພຣະ​ເຈົ້າ​ຢູ່​ຝ່າຍ​ເຮົາ. ພຣະ​ອົງ​ຮັກ​ເຮົາ ແລະ ເມື່ອ​ເຮົາ​ສະ​ດຸດ​ລົ້ມ, ພຣະ​ອົງ​ຢາກ​ໃຫ້​ເຮົາ​ລຸກ​ຂຶ້ນ, ພະ​ຍາ​ຍາມ​ຕໍ່​ໄປ, ແລະ ເຂັ້ມ​ແຂງ​ຫລາຍ​ກວ່າ​ເກົ່າ.

ພຣະ​ອົງ​ເປັນ​ພຣະ​ອາ​ຈານ​ຂອງ​ເຮົາ.

ພຣະ​ອົງ​ເປັນ​ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ທະ​ນຸ​ຖະ​ໜອມ.

ພຣະ​ອົງ​ປະ​ສົງ​ທີ່​ຈະ​ສົ່ງ​ເສີມ​ເຮົາ​ດ້ວຍ​ສັດ​ທາ.

ພຣະ​ອົງ​ໄວ້​ວາງ​ໃຈ​ເຮົາ ເພື່ອ​ໃຫ້​ຮຽນ​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ ແລະ ການ​ເລືອກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ.

ນີ້​ຄື​ວິ​ທີ​ທີ່​ດີກວ່າ!9

ແມ່ນ​ຫຍັງ​ຄື​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ?

ເລ່​ຫລ່ຽມ​ໜຶ່ງ​ທີ່​ຊາ​ຕານ​ຢາກ​ໃຫ້​ເຮົາ​ໃຊ້​ເຮັດ​ກັບ​ຄົນ​ອື່ນ ແມ່ນ​ການ​ໝົກ​ໝຸ້ນ​ຢູ່​ກັບ​ການ​ເວົ້າ​ເກີນ​ຄວາມ​ຈິງ​ກ່ຽວ​ກັບ ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ​ນີ້.

ແນ່​ນອນ ໂລກ​ຂອງ​ເຮົາ​ເຄີຍ​ເປັນ​ໂລກ​ທີ່​ບໍ່​ຄົບ​ບໍ​ລິ​ບູນ ແລະ ຈະ​ເປັນ​ແບບ​ນັ້ນ​ຕໍ່​ໄປ. ມີ​ຜູ້​ຄົນ​ທີ່​ໄຮ້​ດຽງ​ສາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ໄດ້​ຮັບ​ທຸກ​ທໍ​ລະ​ມານ ເພາະ​ສະ​ພາບ​ການ​ຂອງ​ທຳ​ມະ​ຊາດ ຕະ​ຫລອດ​ທັງ​ຈາກ​ຄວາມ​ໂຫດ​ຮ້າຍ​ຂອງ​ມະ​ນຸດ. ຄວາມ​ເສື່ອມ​ຊາມ ແລະ ຄວາມ​ຊົ່ວ​ຮ້າຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ແມ່ນ​ແຕກ​ຕ່າງ ແລະ ເປັນ​ໜ້າ​ວິ​ຕົກ.

ເຖິງ​ແມ່ນ​ຈະ​ເປັນ​ຈັ່ງ​ຊັ້ນ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ຢາກ​ແລກປ່ຽນ​ການ​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝນີ້ ກັບ​ສະ​ໄໝໃດ ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ພວກ​ເຮົາ​ໄດ້​ຮັບ​ພອນ​ຫລາຍ ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້ ທີ່​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ນີ້ ຊຶ່ງ​ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ຮຸ່ງ​ເຮືອງ, ສະ​ຫວ່າງ​ສະ​ໄຫວ, ແລະ ກ້າວ​ໜ້າ​ຫລາຍ​ໄປ​ກວ່າ​ນີ້. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ຍັງ​ໄດ້​ຮັບ​ພອນ​ຫລາຍ ທີ່​ໄດ້​ມີ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ໃຫ້​ເຮົາ​ມີ​ການເຫັນ​ມຸມ​ມອງ​ພິ​ເສດ ກ່ຽວ​ກັບ​ສິ່ງ​ອັນ​ຕະ​ລາຍ​ຂອງ​ໂລກ ແລະ ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຈະ​ຫລີກ​ເວັ້ນ​ສິ່ງ​ອັນ​ຕະ​ລາຍ​ເຫລົ່າ​ນີ້ ຫລື ປະ​ເຊີນ​ກັບ​ມັນ.

ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ຄຸ​ເຂົ່າ​ລົງ​ອະ​ທິ​ຖານ ແລະ ສັນ​ລະ​ເສີນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ຄວາມ​ຮັກ​ທີ່​ບໍ່​ສິ້ນ​ສຸດ ທີ່​ພຣະ​ອົງ​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ ພຣະ​ເຈົ້າ​ປະ​ສົງ​ໃຫ້​ລູກໆ​ຂອງ​ພຣະ​ອົງ ມີ​ຄວາມ​ຢ້ານ​ກົວ ຫລື ໝົກ​ໝຸ້ນ​ຢູ່​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ. “ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ; ແຕ່​ໄດ້​ປະ​ທານ​ໃຈ​ອັນ​ປະ​ກອບ​ດ້ວຍ​ອຳ​ນາດ, ແລະ ຄວາມ​ຮັກ, ແລະ ການ​ບັງ​ຄັບ​ຕົນ​ເອງ ໃຫ້​ແກ່​ເຮົາ.”10

ພຣະ​ອົງ​ໄດ້​ປະ​ທານ​ເຫດ​ຜົນ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ. ເຮົາ​ພຽງ​ແຕ່​ຕ້ອງ​ຊອກ​ຫາ ແລະ ຮັບ​ຮູ້​ມັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ເຮົາ​ສະ​ເໝີ​ວ່າ “ຢ່າ​ສູ່​ຢ້ານ,” “ຢ່າ​ວິ​ຕົກ​ເລີຍ,” “ຈົ່ງ​ຊື່ນ​ໃຈ​ເທາະ,”11 ແລະ “ຝູງ​ແກະ​ນ້ອຍ​ເອີຍ, ຢ່າ​ສູ່​ຢ້ານ.”12

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສູ້​ຮົບ​ຕາງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ເປັນ “ຝູງ​ແກະ​ນ້ອຍ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ເປັນ​ໄພ່​ພົນ​ໃນ​ຍຸກ​ສຸດ​ທ້າຍ. ຝັງ​ຕິດ​ຢູ່​ໃນ​ຊື່​ຂອງ​ເຮົາ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ຄອຍ​ຖ້າ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕຽມ​ໂລກ​ເພື່ອ​ຮັບ​ຕ້ອນ​ພຣະ​ອົງ. ສະ​ນັ້ນ, ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ. ຂໍ​ໃຫ້​ເຮົາ​ເຮັດ​ສິ່ງ​ນີ້​ດ້ວຍ​ຄວາມ​ໝັ້ນ​ໃຈ​ແທ້ໆ, ດ້ວຍ​ຄວາມ​ຖ່ອມ​ຕົວ, ຢ່າ​ດູ​ຖູກ​ສາດ​ສະ​ໜາ​ອື່ນ ຫລື ຜູ້​ຄົນ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ຖືກ​ສັ່ງ​ໃຫ້​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ເພື່ອ​ວ່າ​ເຮົາ​ຈະ​ຮູ້​ເຄື່ອງ​ໝາຍ​ແຫ່ງ​ການ​ເວ​ລາ, ແລະ ເຄື່ອງ​ໝາຍ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ.”13

ສະ​ນັ້ນ, ເຮົາ​ຈຶ່ງ​ບໍ່​ໂງ່​ຕໍ່​ການ​ທ້າ​ທາຍ​ຂອງ​ໂລກ, ທັງ​ເຮົາ​ຮູ້​ດີ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຂອງ​ວັນ​ເວ​ລາ​ຂອງ​ເຮົາ. ແຕ່​ສິ່ງ​ນີ້​ບໍ່​ໝາຍ​ຄວາມ​ວ່າ ເຮົາ ຫລື ຄົນ​ອື່ນໆ ຄວນ​ແບກ​ຫາບ​ຄວາມ​ຢ້ານ​ກົວ​ໄວ້​ຕະ​ຫລອດ​ເວ​ລາ. ແທນ​ທີ່​ຈະ​ໝົກ​ໝຸ້ນ​ຢູ່​ກັບ​ການ​ທ້າ​ທາຍ​ອັນ​ໃຫຍ່​ໂຕ​ຂອງ​ເຮົາ, ມັນ​ຊິ​ບໍ່​ເປັນ​ການ​ດີກ​ວ່າ​ບໍ ຖ້າ​ເຮົາ​ຈະ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຍິ່ງ​ໃຫຍ່​ອັນ​ເປັນ​ນິດ, ຄວາມ​ດີ​ງາມ, ແລະ ອຳ​ນາດ​ອັນ​ສູງ​ສຸດ​ຂອງ​ພຣະ​ເຈົ້າ, ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ຕຽມ​ພ້ອມ​ດ້ວຍ​ໃຈ​ທີ່​ຊື່ນ​ຊົມ ສຳ​ລັບ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ, ເຮົາ​ບໍ່​ຕ້ອງ​ຢຸດ​ສະ​ງັກ ເພາະ​ຢ້ານ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຈະ​ເກີດ​ຂຶ້ນ. ແຕ່​ເຮົາ​ສາ​ມາດ​ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ກ້າ​ຫານ, ດ້ວຍ​ຄວາມ​ຕັ້ງ​ໃຈ, ແລະ ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ແລະ ໂອ​ກາດ​ຢູ່​ຕໍ່​ໜ້າ​ເຮົາ.14

ເຮົາ​ບໍ່​ໄດ້​ຍ່າງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ ພຽງ​ລຳ​ພັງ. “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ... ສະຖິດ​ຢູ່​ກັບ​ພວກ​ເຈົ້າ; ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກ​ເຈົ້າຜິດ​ຫວັງ, ຫລື ປະ​ຖິ້ມ​ພວກ​ເຈົ້າ.”15

“ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສູ້​ຮົບ​ຕາງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ທັງ​ຫລາຍ​ຈົ່ງ​ສະ​ຫງົບ​ຢູ່​ເຖີດ.”16

ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຢ້ານ​ກົວ, ຂໍ​ໃຫ້​ເຮົາ​ຈົ່ງ​ພົບ​ເຫັນ​ຄວາມ​ກ້າ​ຫານ​ຂອງ​ເຮົາ, ຈົ່ງ​ລວມ​ສັດ​ທາ, ແລະ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ຍິ່ງ​ໃນ​ຄຳ​ສັນ​ຍາ ທີ່​ວ່າ “ບໍ່​ມີ​ອາ​ວຸດ​ໃດໆ​ທີ່​ທຳ​ຮ້າຍ​ເຈົ້າ​ໄດ້​ເລີຍ.”17

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ອັນ​ຕະ​ລາຍ ແລະ ສັບ​ສົນ​ບໍ? ແນ່​ນອນ.

ພຣະ​ເຈົ້າ​ເອງ ໄດ້​ກ່າວ​ວ່າ, “ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”18

ເຮົາ​ຊິ​ໃຊ້​ສັດ​ທາ​ໄດ້​ບໍ ເພື່ອ​ຈະ​ໄດ້​ເຊື່ອ ແລະ ປະ​ຕິ​ບັດ​ຕົນ​ຕາມ​ນັ້ນ? ເຮົາ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຕາມ​ຄຳໝັ້ນ​ສັນ​ຍາ ແລະ ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຂອງ​ເຮົາ​ບໍ? ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ເຖິງ​ແມ່ນ​ໃນ​ສະ​ພາບ​ການ​ທີ່​ທ້າ​ທາຍ​ບໍ? ແນ່​ນອນວ່າເຮົາ​ເຮັດ​ໄດ້!

ເຮົາ​ເຮັດ​ໄດ້ ເພາະ​ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ.19 ສະ​ນັ້ນ, ຂໍ​ໃຫ້​ເຮົາ​ຢ່າ​ສູ່​ຢ້ານ ແລະ ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່ນ​ຊົມ, ດ້ວຍ​ຄວາມ​ຖ່ອມ​ຕົວ, ດ້ວຍ​ຄວາມ​ຫວັງ, ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ​ແທ້ໆ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຮົາ.

ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ອອກ​ໄປ

ໝູ່​ເພື່ອນ, ອ້າຍ​ເອື້ອຍ​ນ້ອງ​ໃນ​ພຣະ​ຄຣິດ ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ເຮົາ​ພົບ​ເຫັນ​ຕົວ​ເຮົາ​ເອງ ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ຢ້ານ​ກົວ ຫລື ມີ​ຄວາມ​ກັງ​ວົນ, ຫລື ຖ້າ​ຫາກ​ເຮົາ​ພົບ​ວ່າ ວາ​ຈາ, ທ່າ​ທີ, ຫລື ການ​ກະ​ທຳ​ຂອງ​ເຮົາ​ເອງ ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ຢ້ານ​ກົວ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ຈິດ​ວິນ​ຍານ ຂອງ​ຂ້າ​ພະ​ເຈົ້າ​ວ່າ ເຮົາ​ຈະ​ພົ້ນ​ຈາກ​ຄວາມ​ຢ້ານ​ກົວ​ນີ້ ໂດຍ​ການ​ໃຊ້​ຢາ​ທີ່​ສະ​ຫວັນ​ປະ​ທານ​ໃຫ້ ເພື່ອ​ແກ້​ຄວາມ​ຢ້ານ​ກົວ: ນັ້ນ​ຄື ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ ເພາະ “ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ກົວອອກ​ໄປ.”20

ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ຂອງ​ພຣະ​ຄຣິດ ຈະ​ເອົາ​ຊະ​ນະ​ການ​ຢາກ​ທຳ​ຮ້າຍ, ຂູ່​ເຂັນ, ການ​ມັກ​ຂົ່ມ​ເຫັງ​ຜູ້​ອື່ນ, ຫລື ການ​ບີບ​ບັງ​ຄັບ ໃຫ້​ສູນ​ສິ້ນ​ໄປ.

ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ຂອງ​ພຣະ​ຄຣິດ ຈະ​ເຮັດ​ໃຫ້​ເຮົາ​ເດີນ​ໄປ​ຢ່າງ​ຖ່ອມ​ຕົວ, ດ້ວຍ​ກຽດ​ຕິ​ຍົດ, ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ຍິ່ງ ໃນ​ຖາ​ນະ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຊົງ​ຮັກ​ຂອງ​ເຮົາ. ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ຂອງ​ພຣະ​ຄຣິດ ປະ​ທານ​ຄວາມ​ໝັ້ນ​ໃຈ​ໃຫ້​ເຮົາ ເພື່ອ​ຜ່ານ​ຜ່າ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ​ໄປ ແລະ ໄວ້​ວາງ​ໃຈ​ໃນ​ອຳ​ນາດ ແລະ ຄວາມ​ດີ​ງາມ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ໃນ​ທຸ​ລະ​ກິດ​ຂອງ​ເຮົາ, ໃນ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໃນ​ໃຈ​ຂອງ​ເຮົາ​ເອງ, ຂໍ​ໃຫ້​ເຮົາ​ຈົ່ງ​ປ່ຽນ​ຄວາມ​ຢ້ານ​ກົວ ດ້ວຍ​ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ຂອງ​ພຣະ​ຄຣິດ. ຄວາມ​ຮັກ​ຂອງ​ພຣະ​ຄຣິດ ຈະ​ປ່ຽນ​ຄວາມ​ຢ້ານ​ກົວ ດ້ວຍ​ສັດ​ທາ!

ຄວາມ​ຮັກ​ຂອງ​ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ຮູ້, ໄວ້​ວາງ​ໃຈ, ແລະ ມີ​ສັດ​ທາ​ ໃນ​ຄຸນ​ງາມ​ຄວາມ​ດີ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນຂອງ​ເຮົາ, ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ, ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.21 ການ​ຮັກ​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ​ຂອງ​ເຮົາ ຈະ​ປ່ຽນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ໃຫ້​ກາຍ​ເປັນ​ພອນ ແທນ​ການ​ເປັນ​ພາ​ລະ. ຄວາມ​ຮັກ​ຂອງ​ພຣະ​ຄຣິດ ຈະ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ກະ​ລຸ​ນາ​ຫລາຍ​ຂຶ້ນ, ໃຫ້​ອະ​ໄພ​ຫລາຍ​ຂຶ້ນ, ແລະ ເປັນ​ຫ່ວງ​ເປັນ​ໃຍ​ຫລາຍ​ຂຶ້ນ, ແລະ ອຸ​ທິດ​ຕົນ​ຕໍ່​ວຽກ​ງານ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ.

ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ, ແລ້ວ​ເຮົາ​ຈະ​ຕື່ນ​ຂຶ້ນ​ດ້ວຍ​ວິນ​ຍານ​ໃໝ່​ທີ່​ສົດ​ຊື່ນ ແລະ ເຮົາ​ຈະ​ເດີນ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ, ໝັ້ນ​ໃຈ, ຕື່ນ​ຂຶ້ນ, ແລະ ມີ​ຊີ​ວິດ​ຊີ​ວາ ໃນ​ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຊົງ​ຮັກ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ ຮ່ວມ​ກັບ​ອັກ​ຄະ​ສາ​ວົກ​ໂຢ​ຮັນ ທີ່​ວ່າ, “ໃນ​ຄວາມ​ຮັກ [ຂອງ​ພຣະ​ຄຣິດ] ນັ້ນ ບໍ່​ມີ​ຄວາມຢ້ານ.”22 ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທັງ​ຫລາຍ, ພຣະ​ເຈົ້າ​ຮູ້​ຈັກ​ທ່ານ​ເປັນ​ຢ່າງ​ດີ. ພຣະ​ອົງ​ຮັກ​ທ່ານ​ຢ່າງ​ຄົບ​ບໍ​ລິ​ບູນ. ພຣະ​ອົງ​ຮູ້​ວ່າ ອະ​ນາ​ຄົດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ. ພຣະ​ອົງ​ປະ​ສົງ “ບໍ່​ໃຫ້​ທ່ານ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ”23 ແລະ “ຕັ້ງ​ຢູ່​ໃນ​ຄວາມ​ຮັກ [ອັນ​ຄົບ​ບໍ​ລິ​ບູນ] ຂອງ​ພຣະ​ອົງ.”24 ນີ້​ຄື​ຄຳ​ອະ​ທິ​ຖານ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ຈອດ​ ໄວ້​ຟຽວ ແລະ ຈອນ​ນາ​ຕັນ ເອດ​ເວີ ເປັນ​ຕົວ​ຢ່າງ​ທີ່​ສຳ​ຄັນ ເຖິງ​ການ​ເປັນ​ຜູ້​ເທດ​ສະ​ໜາ​ເຊັ່ນ​ນີ້.

  2. ເບິ່ງ Doctrine and Covenants 121:37.

  3. ຄາ​ລາ​ເຕຍ 5:22–23.

  4. ມີ​ເທື່ອ​ໜຶ່ງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກ​ເຂົ້າ​ໄປ​ໃນ​ໝູ່​ບ້ານ​ຂອງ​ຊາວ​ຊາ​ມາ​ເຣຍ, ແຕ່​ຜູ້​ຄົນ​ໄດ້​ປະ​ຕິ​ເສດ​ພຣະ​ເຢ​ຊູ ແລະ ບໍ່​ຍອມ​ໃຫ້​ພຣະ​ອົງ​ເຂົ້າ​ໄປ​ໃນ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ. ສາ​ນຸ​ສິດ​ສອງ​ຄົນ​ຂອງ​ພຣະ​ອົງ ກໍ​ເຄືອງ​ແຄ້ນ​ຢ່າງ​ໜັກ ແລະ ໄດ້​ທູນ​ຖາມ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຢາກ​ໃຫ້​ພວກ​ຂ້າ​ນ້ອຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ ເພື່ອ​ເຜົາ​ຜານ​ພວກ​ເຂົາ​ບໍ?” ພຣະ​ເຢ​ຊູ​ໄດ້​ຕອບ​ດ້ວຍ​ການ​ກ່າວ​ຕິ​ຕຽນ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ວ່າ ມີ​ຈິດ​ໃຈ​ແນວ​ໃດ. ດ້ວຍ​ວ່າ ບຸດ​ມະ​ນຸດ​ໄດ້​ມາ ບໍ່​ແມ່ນ​ເພື່ອ​ທຳ​ລາຍ​ຊີ​ວິດ​ມະ​ນຸດ ແຕ່​ມາ​ເພື່ອ​ໂຜດ​ມະ​ນຸດ​ໃຫ້​ພົ້ນ” (ເບິ່ງ ລູ​ກາ 9:51–56).

  5. ເບິ່ງ Moses 1:39; ເບິ່ງ ເອ​ເຟ​ໂຊ 3:19 ນຳ​ອີກ.

  6. ອົບ​ພະຍົບ 34:6.

  7. ເບິ່ງ ເອ​ເຟ​ໂຊ 3:19.

  8. ເບິ່ງ Doctrine and Covenants 121:41. ແນ່ນອນ​ຖ້າ​ຫາກ​ພຣະ​ເຈົ້າ​ຄາດ​ຫວັງ​ໃຫ້, ລູກໆ​ແຫ່ງ​ມະ​ຕະ​ຂອງ​ພຣະ​ອົງ, ປະ​ພຶດ​ຕົວ​ໃນ​ທາງ​ນີ້ ຕໍ່​ກັນ​ແລະ​ກັນ, ແລ້ວ​ພຣະ​ອົງ—ຜູ້​ຊຶ່ງ​ດີ​ພ້ອມ​ທຸກ​ຢ່າງ ທີ່​ມີ​ຄຸນ​ນະ​ທຳ​ໃນ​ທຸກ​ສິ່ງ—​ຈະ​ເປັນ​ຕົວ​ຢ່າງ​ຂອງ​ການ​ປະ​ພຶດ​ຕົວ​ເຊັ່ນ​ນັ້ນ.

  9. ສະ​ພາ​ໃນ​ສະ​ຫວັນ ທີ່​ເກີດ​ຂຶ້ນກ່ອນ​ຊ່ວງ​ມະຕະ ເປັນ​ກໍ​ລະ​ນີ​ປະ​ເສີດ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ຢູ່​ທີ່​ນັ້ນ ພຣະ​ບິ​ດາ​ເທິງ​ສະ​ຫວັນ ໄດ້ສະ​ເໜີ​ແຜນ​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ພາກ​ສ່ວນ​ສຳ​ຄັນ​ຂອງ​ແຜນ​ດັ່ງ​ກ່າວ ແມ່ນ​ຮ່ວມ​ດ້ວຍ ອຳ​ເພີ​ໃຈ, ການ​ເຊື່ອ​ຟັງ, ແລະ ຄວາມ​ລອດ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລູ​ຊິ​ເຟີ ໄດ້​ສະ​ເໜີ​ແຜນ​ທີ່​ແຕກ​ຕ່າງ​ກັນ. ມັນ​ຮັບ​ປະ​ກັນ​ວ່າ ທຸກ​ຄົນ​ຈະ​ເຊື່ອ​ຟັງ—ບໍ່​ມີ​ຈັກ​ຄົນ​ທີ່​ຈະ​ເສຍ​ໄປ. ວິ​ທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ບັນ​ລຸ​ສິ່ງ​ນີ້​ໄດ້ ແມ່ນ​ຜ່ານ​ການ​ກົດ​ຂີ່​ຂົ່ມ​ເຫັງ ແລະ ການ​ບັງ​ຄັບ. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ບໍ່​ອະ​ນຸ​ຍາດ​ໃຫ້​ເຮັດ​ຕາມ​ແຜນ​ນັ້ນ. ພຣະ​ອົງ​ນັບ​ຖື​ອຳ​ເພີ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ວ່າ ເຮົາ​ຕ້ອງ​ເຮັດ​ຄວາມ​ຜິດ​ໃນ​ຊີ​ວິດ ຖ້າ​ຫາກ​ເຮົາ​ຈະ​ຮຽນ​ຮູ້​ແທ້ໆ. ແລະ ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ຈັດ​ຕຽມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ຈະ​ຊຳ​ລະ​ລ້າງ​ເຮົາ ຈາກ​ບາບ ແລະ ອະ​ນຸ​ຍາດ​ເຮົາ​ໃຫ້​ກັບ​ຄືນ​ໄປ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

    ເມື່ອ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ເຫັນ​ວ່າ ລູກໆ​ທີ່​ຮັກ​ຂອງ​ພຣະອົງຢ່າງ​ຫລວງ​ຫລາຍ​ ໄດ້​ຖືກ​ລູ​ຊິ​ເຟີ​ຍົວະ​ຍົງ​ໄປ, ພຣະ​ອົງ​ໄດ້​ບັງ​ຄັບ​ເຂົາ​ເຈົ້າ​ໃຫ້​ຮັບ​ເອົາ​ແຜນ​ຂອງ​ພຣະ​ບິ​ດາ​ບໍ? ພຣະ​ອົງ​ໄດ້​ແຜງ​ລິດ ຫລື ຂົ່ມ​ຂູ່ ຜູ້​ທີ່​ເລືອກ​ເຮັດ​ຕາມ​ແຜນ​ທີ່​ຮ້າຍ​ກາດ​ນັ້ນ​ບໍ? ບໍ່​ເລີຍ. ແນ່​ນອນ​ວ່າ ພຣະ​ເຈົ້າ​ຜູ້​ຊົງ​ມີ​ລິດ​ທາ​ນຸ​ພາບ​ສູງ​ສຸດ ສາ​ມາດ​ຢຸດ​ຢັ້ງ​ການ​ກະ​ບົດ​ນີ້​ໄດ້. ພຣະ​ອົງ​ສາ​ມາດ​ໃຊ້​ລິດ​ເດດ​ຂອງ​ພຣະ​ອົງ​ກັບ​ຜູ້​ຄັດ​ຄ້ານ ແລະ ເຮັດ​ໃຫ້​ພວກ​ເຂົາ​ຍອມ​ເຮັດ​ຕາມ​ໄດ້. ແຕ່​ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ພຣະ​ອົງ​ໄດ້​ອະ​ນຸ​ຍາດ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເລືອກ​ສຳ​ລັບ​ຕົວ​ເອງ.

  10. 2 ຕີ​ໂມ​ທຽວ 1:7.

  11. ເບິ່ງ, ຍົກ​ຕົວຢ່າງ, ໂຢຊວຍ 1:9; ເອຊາ​ຢາ 41:13; ລູກາ 12:32; ໂຢຮັນ 16:33; 1 ເປ​ໂຕ 3:14; Doctrine and Covenants 6:36; 50:41; 61:36; 78:18.

  12. ລູກາ 12:32.

  13. ເບິ່ງ Doctrine and Covenants 68:11.

  14. ຄຳ​ແນະ​ນຳ​ຂອງ​ໂມ​ເຊ​ຕໍ່​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ ກໍ​ຍັງ​ໃຊ້​ໄດ້​ຢູ່ ທີ່​ວ່າ: “ຢ່າ​ຢ້ານ​ເລີຍ. … ພວກ​ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ໃນ​ວັນ​ນີ້” (ອົບ​ພະ​ຍົບ 14:13).

  15. ພຣະບັນຍັດ​ສອງ 31:6.

  16. ອົບ​ພະຍົບ 14:14.

  17. ເອຊາ​ຢາ 54:17.

  18. ໂຢຮັນ 16:33.

  19. ເບິ່ງ Doctrine and Covenants 90:24; ເບິ່ງ 2 ໂກຣິນ​ໂທ 2:14; Doctrine and Covenants 105:14 ນຳ​ອີກ.

  20. 1 ໂຢຮັນ 4:18.

  21. ຂໍ​ໃຫ້​ເຮົາ​ຈື່​ຈຳ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ ບໍ່​ແມ່ນ “ເພື່ອ​ຕັດ​ສິນ​ລົງ​ໂທດ​ມະ​ນຸດ​ສະ​ໂລກ, ແຕ່​ເພື່ອ​ມະ​ນຸດ​ສະ​ໂລກ ຈະ​ລອດ​ໂດຍ​ຜ່ານ​ທາງ​ພຣະ​ອົງ” (ໂຢ​ຮັນ 3:17). ຕາມ​ຈິງ​ແລ້ວ, “ພຣະ​ອົງ​ຍ່ອມ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ນອກ​ຈາກ​ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ​ຮັກ​ໂລກ​ຈົນ​ຍອມ​ສະ​ລະ​ຊີ​ວິດ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ພາ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ” (2 ນີ​ໄຟ 26:24).

  22. 1 ໂຢຮັນ 4:18; ເບິ່ງ 1 ໂຢຮັນ 4:16 ນຳ​ອີກ.

  23. ມາຣະ​ໂກ 5:36.

  24. ໂຢຮັນ 15:10.