​2010–2019
ເພງ​ທີ່​ໄດ້​ຂັບ​ຮ້ອງ ​ແລະ ບໍ່​ໄດ້​ຂັບ​ຮ້ອງ
ເດືອນ​ເມສາ 2017


ເພງ​ທີ່​ໄດ້​ຂັບ​ຮ້ອງ ແລະ ບໍ່​ໄດ້​ຂັບ​ຮ້ອງ

ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ກັບ​ເຮົາ​ແຕ່​ລະ​ຄົນ ໃຫ້​ຄົງ​ຢູ່​ຕະ​ຫລອດ​ໄປ ແລະ ຢ່າງ​ຊື່​ສັດ​ກັບ​ສະ​ມາ​ຊິກ​ຄົນ​ອື່ນ​ໃນ​ສາດ​ສະ​ໜາ​ຈັກ.

ນາງ​ອີ​ລາຍ​ຊາ ຫິວ​ວິດ ໄດ້​ຂຽນ​ວ່າ “ມີ​ແສງ​ສະ​ຫວ່າງ​ໃນ​ໃຈ​ຂ້າ​ວັນ​ນີ້, ລັດ​ສະ​ໝີ​ພ່າງ​ພາວ​ສົດ​ໃສ, ເຈີດ​ຈ້າກ​ວ່າ​ແສງ​ໃດ​ໃນ​ນະ​ພາ, ພຣະ​ເຢ​ຊູ​ເປັນ​ແສງ​ຂ້າ.”1 ດ້ວຍ​ຄວາມ​ຊື່ນ​ຊົມ​ໃນ​ທຸກໆ​ນົດ​ເພງ, ເກືອບ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ຂັບ​ຮ້ອງ​ເພງ​ສວດ​ທີ່​ປະ​ເສີດ​ຂອງ​ຊາວ​ຄຣິດ​ນັ້ນ​ປາດ​ສະ​ຈາກ​ການ​ຍິ້ມ​ແຍ້ມ. ແຕ່​ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ສົນ​ທະ​ນາ​ຄວາມ​ໝາຍ​ອື່ນ​ຈາກ​ພຽງ​ແຕ່ແຖວ​ໜຶ່ງ​ໃນ​ເພງ​ສວດ​ນີ້ ທີ່​ອາດ​ຈະ​ຊ່ວຍ​ເຮົາ​ໄດ້ ໃນ​ວັນ​ເວ​ລາ​ທີ່​ເຮົາ​ພົບ​ເຫັນ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຂັບ​ຮ້ອງ ຫລື ຍິ້ມ ແລະ ເມື່ອ “ເມື່ອ​ຄວາມ​ສຸກ​ປະ​ເຊີນ​ສັນ​ຕິ​ພັ່ງ​ພູ” ນັ້ນ​ເບິ່ງ​ຄື​ວ່າ​ ບໍ່ “ພັ່ງ​ພູ.” ຖ້າ​ຫາກ​ວ່າ​ໃນ​ຊ່ວງ​ເວ​ລາ​ໜຶ່ງ ທ່ານ​ບໍ່​ສາ​ມາດ​ຮ້ອງ​ໄປ​ຕາມ​ເພງ​ທີ່​ຊື່ນ​ຊົມ ທີ່​ທ່ານ​ໄດ້​ຍິນ​ຈາກ​ຄົນ​ອື່ນ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈື່​ຈຳ​ແຖວ​ໜຶ່ງ​ໃນ​ເພງ​ສວດ​ນີ້​ໄວ້​ຢ່າງ​ເດັດ​ດ່ຽວ ທີ່​ໃຫ້​ຄວາມ​ແນ່​ນອນ​ໃຈ​ວ່າ, “ພຣະ​ເຢ​ຊູ​ສາ​ມາດ​ໄດ້​ຍິນ​ເພງ​ທີ່ [ທ່ານ] ຮ້ອງ​ບໍ່​ໄດ້.”2

ໃນ​ທ່າມ​ກາງ​ຄວາມ​ເປັນ​ຈິງ​ທີ່​ເຮົາ​ປະ​ເຊີນ​ຢູ່ ໃນ​ຖາ​ນະ​ທີ່​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ​ທີ່​ອາ​ໄສ​ຢູ່​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ ກໍ​ຄື​ວ່າ​ຈະ​ມີ​ວັນ​ທີ່​ຫຍຸ້ງ​ຍາກ, ວັນ​ທີ່​ສັດ​ທາ ແລະ ຄວາມ​ກ້າ​ຫານ​ຂອງ​ເຮົາ​ຈະ​ຖຶກ​ທົດ​ລອງ. ການ​ທ້າ​ທາຍ​ເຫລົ່າ​ນີ້​ອາດ​ມາ​ຈາກ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ໃນ​ຕົວ​ເຮົາ​ເອງ, ຄວາມ​ບົກ​ພ່ອງ​ໃນ​ຕົວ​ຄົນ​ອື່ນ, ຫລື ຄວາມ​ຂາດ​ແຄນ​ໃນ​ຊີ​ວິດ, ແຕ່​ບໍ່​ວ່າ​ສາ​ເຫດ​ນັ້ນ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ, ເຮົາ​ຈະ​ເຫັນ​ວ່າ​ມັນ​ສາ​ມາດ​ກີດ​ກັນ​ເຮົາ​ຈາກ​ການ​ສະ​ແດງ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ກະຕັນ​ຍູ​ຂອງ​ເຮົາ​ອອກ​ມາ ແລະ ມັນ​ອາດ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ບໍ່​ໄດ້​ມີ “ຄວາມ​ສຸກ​ໃນ​ໃຈ”3 ທີ່​ນາງ​ອີ​ລາຍ​ຊາ ຫິວ​ວິດ ກ່າວ​ເຖິງ​ໃນ​ຂໍ້​ໜຶ່ງ​ຂອງ​ເພງ​ຂອງ​ນາງ.

ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວ? ສິ່ງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ກໍ​ຄື ເຮົາ​ຈະ​ຍອມ​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ໂປ​ໂລ ແລະ “ຫວັງ​ໃນ​ສິ່ງ​ທີ່​ພວກ​ເຮົາ​ບໍ່​ເຫັນ ແລະ ພວກ​ເຮົາ​ກໍ​ຄອງ​ຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດ​ທົນ.”4 ໃນ​ຊ່ວງ​ເວ​ລາ​ເຫລົ່າ​ນັ້ນ​ເມື່ອ​ຄວາມ​ຊື່ນ​ຊົມ​ຂອງ​ເຮົາ​ຫລຸດ​ຜ່ອນ​ລົງ​ຈົນ​ເຖິງ​ຈຸດ​ທີ່​ເຮົາ​ບໍ່​ຮັບ​ຮູ້​ມັນ​ອີກ​ເລີຍ, ເຮົາ​ອາດ​ຕ້ອງ​ຄົງ​ຢູ່​ຢ່າງ​ງຽບໆ​ໃນ​ໄລ​ຍະ​ໜຶ່ງ ແລະ ພຽງ​ແຕ່​ຟັງ​ຄົນ​ອື່ນ​ຮ້ອງ, ຮັບ​ເອົາ​ຄວາມ​ເຂັ້ມ​ແຂງ​ຈາກ​ຄວາມ​ງົດ​ງາມ​ຂອງ​ສຽງ​ເພງ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ເຮົາ. ເຮົາ​ຫລາຍ​ຄົນ​ຜູ້​ທີ່ “ດີ້ນ​ລົນ​ເພື່ອ​ພັດ​ທະ​ນາ​ສັດ​ທາ” ກໍ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ ແລະ ການ​ຂັບ​ຮ້ອງ​ຂອງ​ເຮົາ​ພັດ​ທະ​ນາ​ຫລາຍ​ຂຶ້ນ ໂດຍ​ການ​ວາງ​ຕົວ​ເຮົາ​ເອງ​ໃຫ້​ຢູ່​ຄຽງ​ຂ້າງ​ຜູ້​ທີ່​ມີ​ສຽງ​ທີ່​ມີ​ພະ​ລັງ, ສຽງ​ທີ່​ແນ່​ນອນ​ກວ່າ. ແນ່​ນອນ​ວ່າ ມັນ​ກໍ​ຈະ​ເປັນ​ໄປ​ແບບ​ນັ້ນ​ໃນ​ການ​ຮັບ​ມືກັບ​ເລື່ອງ​ທີ່​ເປັນ​ທາງ​ວິນ​ຍານ, ເຮົາ​ຄວນ​ຢືນ​ຢູ່​ໃຫ້​ໃກ້​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່ຂອງ​ໂລກ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້—ພຣະ​ອົງ​ທີ່​ສະ​ແດງ​ສັດ​ທາ​ທີ່​ສົມ​ບູນ​ແບບ. ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ກ້າ​ຫານ​ຈາກ​ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ທີ່​ເຮົາ​ສະ​ແດງ​ອອກ​ບໍ່​ໄດ້ ແລະ ມີ​ຄວາມ​ຫວັງ​ຈາກ​ການ​ວິງ​ວອນ​ທູນ​ຂໍ​ຄວາມ​ລອດ​ຂອງ​ພຣະ​ອົງ​ແທນ​ເຮົາ. ແນ່​ນອນ​ວ່າ “ເມື່ອ​ມີ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃກ້ໆ” ແລ້ວ “ເຮົາ​ຈະ​ຮູ້​ສຶກ​ເຖິງສັນ​ຕິ​ສຸກ [ແລະ] ຜົນ​ປະ​ໂຫຍດ​ທີ່​ເພິ່ງ​ພໍ​ໃຈ.”5

ໃນ​ວັນ​ທີ່​ເຮົາ​ຮູ້​ສຶກ​ວ່າ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ແຕກ​ຕ່າງ​ຈາກ​ຂອງ​ຄົນ​ອື່ນ, ທີ່​ໜ້ອຍ​ກວ່າ​ຈາກ​ສິ່ງ​ທີ່​ເຮົາຄິດ ສິ່ງ​ທີ່​ເຮົາ​ເຫັນ ຫລື ໄດ້​ຍິນ​ໃນ​ຄົນ​ອື່ນ, ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ໃຫ້​ທ່ານ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ, ໃຫ້​ຈຳ​ໄວ້​ວ່າ ມັນ​ເປັນ​ຄວາມ​ປະ​ສົງ​ຂອງ​ສະ​ຫວັນ​ທີ່​ທຸກໆ​ສຽງ​ໃນ​ກຸ່ມ​ນັກ​ຮ້ອງ​ຈະ​ບໍ່​ເໝືອນ​ກັນ. ມັນ​ຮຽກ​ຮ້ອງ​ຄວາມ​ແຕກ​ຕ່າງ—ສຽງ​ສູງ​ສຽງ​ຕ່ຳ, ສຽງ​ທຸ້ມ ແລະ ອື່ນໆ—ເພື່ອ​ເຮັດ​ໃຫ້​ສຽງ​ເພງ​ນັ້ນ​ມ່ວນ​ອອນ​ຊອນ. ໂດຍ​ຂໍ​ຢືມ​ໃຊ້​ແຖວ​ໜຶ່ງ​ ທີ່​ກ່າວ​ເຖິງ​ຢູ່​ໃນຈົດ​ໝາຍ​ຂອງ​ສະ​ຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ປະ​ເສີດ​ສອງ​ຄົນ​ທີ່​ວ່າ: “ສັດ​ສາ​ວາ​ສິ່ງ​ທຸກໆ​ຢ່າງ​ມີ​ບົດ​ບາດ​ຢູ່​ໃນ​ກຸ່ມ​ນັກ​ຮ້ອງ​ນັ້ນ.”6 ເມື່ອ​ເຮົາ​ໝິ່ນ​ປະ​ໝາດ​ຈຸດ​ພິ​ເສດ​ຂອງ​ຕົວ​ເອງ ຫລື ພະ​ຍາ​ຍາມ​ທີ່ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ເອົາ​ຕົວ​ຢ່າງ​ຕາຍ​ຕົວ ທີ່​ບໍ່​ເປັນ​ຄວາມ​ຈິງ—ຕົວ​ຢ່າງ​ທີ່​ຖືກ​ດຶງ​ດູດ​ໂດຍ​ວັດ​ທະ​ນະ​ທຳ​ການ​ເຫັນ​ແກ່​ຕົວ​ທີ່​ບໍ່​ຮູ້​ຈັກ​ພໍ ແລະ ຄວາມ​ເຊື່ອ​ຖື​ທີ່​ຈະ​ບັນ​ລຸ​ຄວາມ​ເປັນ​ຈິງ​ບໍ່​ໄດ້ ຈາກ​ສື່​ສານ​ມວນ​ຊົນ—ເຮົາ​ຈະ​ສູນ​ເສຍ​ຄວາມ​ສົມ​ບູນ​ຂອງ​ຄວາມ​ແຕກ​ຕ່າງ​ຫລາກ​ຫລາຍ​ທີ່​ພຣະ​ເຈົ້າ​ຊົງ​ປະ​ສົງ​ເອົາ​ໄວ້​ ເມື່ອ​ພຣະ​ອົງ​ໄດ້​ສ້າງ​ໂລກ​ທີ່​ແຕກ​ຕ່າງ​ກັນ.

ບັດນີ້, ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທຸກ​ຄົນ​ທີ່​ຢູ່​ໃນ​ກຸ່ມ​ນັກ​ຮ້ອງ​ແຫ່ງ​ສະ​ຫວັນ​ຈະ​ເລີ່ມ​ຮ້ອງ​ແຖວ​ເພງ​ຂອງ​ຕົວ​ເອງ​ເທົ່າ​ນັ້ນ​ເດີ້! ຄວາມ​ແຕກ​ຕ່າງ​ບໍ່​ແມ່ນ​ການ​ເຮັດ​ຕາມ​ໃຈ​ຊອບ​ຢ່າງ​ສັບ​ສົນ​ວຸ້ນ​ວາຍ ແລະ ກຸ່ມ​ນັກ​ຮ້ອງ​ຕ້ອງ​ມີ​ລະ​ບຽບ​ວິ​ໄນ—ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ມື້​ນີ້, ​ແອວ​ເດີ ​​ແຮວ​ສ໌, ຂ້າ​ພະ​ເຈົ້າ​ຂໍ​ໃຊ້​ຄຳ​ວ່າ ການ​ເປັນ​ສາ​ນຸ​ສິດ—ແຕ່​ເມື່ອ​ເຮົາ​ໄດ້​ຮັບ​ເອົາ​ເນື້ອ​ເພງ​ທີ່​ຖືກ​ເປີດ​ເຜີຍ​ແລ້ວ ແລະ ວົງ​ດົນ​ຕີ​ທີ່​ປະ​ສົມ​ປະ​ສານ​ກັນ​ເປັນ​ຢ່າງ​ດີ ທີ່​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ກ່ອນ​ການ​ສ້າງ​ໂລກ, ​ແລ້ວພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈະປິ​ຕິ​ຍິນ​ດີ ທີ່​ເຮົາ​ຈະ​ຂັບ​ຮ້ອງ​ດ້ວຍ​ສຽງ​ຂອງ​ເຮົາ​ເອງ, ບໍ່​ແມ່ນ​ດ້ວຍ​ສຽງ​ຂອງ​ຄົນ​ອື່ນ. ຂໍ​ໃຫ້​ເຊື່ອ​ຕົວ​ທ່ານ​ເອງ, ແລະ ຂໍ​ໃຫ້​ເຊື່ອ​ໃນ​ພຣະ​ອົງ. ຢ່າ​ໝິ່ນ​ປະ​ໝາດ​ຄຸນ​ຄ່າ​ຂອງ​ຕົວ​ເອງ ຫລື ລົດ​ຄຸນ​ຄ່າ​ການ​ບໍ​ລິ​ຈາກ​ຂອງ​ທ່ານ. ເໜືອ​ທຸກ​ສິ່ງ​ທັງ​ໝົດ, ຢ່າ​ປະ​ຖິ້ມ​ບົດ​ບາດ​ຂອງ​ທ່ານ​ໃນ​ກຸ່ມ​ນັກ​ຮ້ອງ​ນັ້ນ​ເລີຍ. ເປັນ​ຫຍັງ? ເພາະ​ວ່າ​ທ່ານ​ເປັນ​ຄົນ​ພິ​ເສດ; ບໍ່​ມີ​ໃຜ​ຈະ​ເຂົ້າ​ມາ​ແທນ​ທ່ານ​ໄດ້. ການ​ສູນ​ເສຍ​ແມ່ນ​ແຕ່​ສຽງ​ດຽວ​ກໍ​ຈະ​ເຮັດ​ໃຫ້​ນັກ​ຮ້ອງ​ຄົນ​ອື່ນ​ໃນ​ກຸ່ມ​ນັກ​ຮ້ອງ​ມະ​ຕະ​ທີ່​ຍິ່ງ​ໃຫຍ່​ນີ້​ອ່ອນ​ແອ​ລົງ, ຮ່ວມ​ທັງ​ການ​ສູນ​ເສຍ​ຜູ້​ຄົນ​ທີ່​ຮູ້​ສຶກ​ວ່າ​ສັງ​ຄົມ​ດູ​ຖູກ ຫລື ສາດ​ສະ​ໜາ​ຈັກ​ບໍ່​ຍອມ​ຮັບ.

ເຖິງ​ແມ່ນ​ເມື່ອ​ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ ທ່ານ ທຸກ​ຄົນໃຫ້​ມີ​ສັດ​ທາ​ກ່ຽວ​ກັບ​ໜ້າ​ທີ່​ ທີ່​ອາດ​ຈະ​ບັນ​ລຸ​ໄດ້​ຍາກ, ຂ້າ​ພະ​ເຈົ້າ​ກໍ​ຍອມ​ຮັບ​ທັນ​ທີ​ວ່າ ເປັນ​ເພາະ​ສາ​ເຫດ​ທີ່​ແຕກ​ຕ່າງ​ກັນ ຂ້າພະ​ເຈົ້າ ກໍ​ມີ​ບັນ​ຫາ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ເຮັດ​ໄດ້—ແຕ່​ຍັງ​ເຮັດ​ໃຫ້​ສຳ​ເລັດ​ບໍ່​ໄດ້​—ເທື່ອ.

ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ຄວາມ​ບໍ່​ສະ​ເໝີ​ພາບ​ຂອງ​ເສດ​ຖະ​ກິດ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຜິດ​ທີ່​ຈະ​ຂັບ​ຮ້ອງ​ກັບ ນາງຫິວ​ວິດ ເຖິງ “ພອນ​ທີ່ [ພຣະ​ເຈົ້າ] ຊົງ​ປະ​ທານ​ໃຫ້​ເຮົາ, [ແລະ] ຄວາມ​ຊື່ນ​ຊົມທີ່ ‘ຮັກ​ສາ​ໄວ້.’”7 ບໍ່​ສາມາດ​ຂັບ​ຮ້ອງ​ຄຳ​ນັ້ນ​ໄດ້​ຢ່າງ​ສົມ​ບູນ, ຢ່າງ​ຊື່ສັດ ຈົນ​ກວ່າ​ເຮົາ​ໄດ້​ດູ​ແລ​ຄົນ​ຍາກ​ລຳ​ບາກ​ຢ່າງ​ເປັນ​ກຽດ​ສາ​ກ່ອນ. ການ​ຂາດ​ແຄນ​ສິ່ງ​ຈຳ​ເປັນ​ຕໍ່​ຊີ​ວິດ​ເປັນ​ການ​ສາບ​ແຊ່ງ​ທີ່​ຈະ​ເປັນ​ແບບ​ນີ້​ຕໍ່​ໄປ, ປີ​ແລ້ວ​ປີ​ອີກ ແລະ ລຸ້ນ​ແລ້ວ​ລຸ້ນ​ອີກ. ມັນ​ທຳ​ລາຍ​ຮ່າງ​ກາຍ, ເຮັດ​ໃຫ້​ວິນ​ຍານ​ບາດ​ເຈັບ, ເປັນ​ອັນ​ຕະ​ລາຍ​ຕໍ່​ຄອບ​ຄົວ, ແລະ ທຳ​ລາຍ​ຄວາມ​ຝັນ. ຖ້າ​ຫາກ​ເຮົາ​ສາ​ມາດ​ເຮັດ​ໄດ້​ດີກ​ວ່າ​ນີ້​ທີ່​ຈະ​ບັນ​ເທົາ​ຄວາມ​ທຸກ​ຍາກ, ໃນ​ວິ​ທີ​ທາງ​ທີ່​ພຣະ​ເຢ​ຊູ​ຄຣິດ​​ໄດ້​ບັນ​ຊາ​ໃຫ້​ເຮົາ​ເຮັ​ດ​ຊ້ຳ​ແລ້ວ​ຊ້ຳ​ອີກ, ບາງ​ທີ​ຄົນ​ຍາກ​ຈົນ​ບາງ​ຄົນ​ໃນ​ໂລກ​ນີ້​ອາດ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຄວາມ​ສຸກ​ແດ່​ຈັກ​ໜ້ອຍ, ເປັນ​ເທື່ອ​ທຳ​ອິດ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຂ້າ​ພະ​ເຈົ້າ​ກໍ​ເຫັນ​ວ່າ ມັນ​ຍາກ​ທີ່​ຈະ​ຮູ້​ສຶກ​ເບີກ​ບານ ແລະ ຕື່ນ​ເຕັ້ນ ເມື່ອ​ຫລາຍໆ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ທົນ​ທຸກ​ຢູ່​ຈາກ​ຄວາມ​ເຈັບ​ປ່ວຍ​ທາງ​ຈິດ​ໃຈ ແລະ ອາ​ລົມ, ຫລື ຂໍ້​ຈຳ​ກັດ​ທາງ​ສຸ​ຂະ​ພາບ​ທີ່​ຊຸດ​ໂຊມ​ອື່ນໆ. ໜ້າ​ເສຍ​ດາຍ ທີ່​ພາ​ລະ​ໜັກ​ເຫລົ່າ​ນີ້ ບາງ​ເທື່ອ​ຈະ​ຄົງ​ຢູ່​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ຜູ້​ໃຫ້​ການ​ດູ​ແລ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ປານ​ໃດ​ກໍ​ຕາມ, ຮ່ວມ​ທັງ​ສະມາຊິກ​ໃນ​ຄອບຄົວ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ລູກໆ​ຂ​ອ​ງ​ພຣະ​ເຈົ້າ​ເຫລົ່າ​ນີ້​ທົນ​ທຸກ​ຢູ່​ໂດຍ​ບໍ່​ມີ​ຄົນ​ໃດ​ຮັບ​ຮູ້​ສະ​ພາບ​ຂອງ​ເຂົາ​ເຈົ້າ ແລະ ​ເຮົາຈະໄດ້​ຮັບ​ຂອງ​ປະ​ທານ​ດ້ວຍ​ຄວາມ​ສາ​ມາດ​ຂອງ​ພຣະ​ອົງ ທີ່​ຈະ​ໄດ້​ຍິນ​ສຽງ​ເພງ​ທີ່​ເຂົາ​ເຈົ້າ​ຂັບ​ຮ້ອງ​ບໍ່​ໄດ້.

ແລະ ມື້​ໃດ​ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຜູ້​ຄົນ​ທັງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ ຈະ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໂດຍ​ບໍ່​ຄຳ​ນຶງ​ເຖິງ​ເຊື້ອ​ຊາດ ແລະ ຊົນ​ເຜົ່າ, ປະ​ກາດ​ວ່າ ​ປືນ, ຄວາມ​ຄິດ​ເຫັນ​ທີ່​ຂຸ່ນ​ເຄືອງ, ແລະ ຄຳ​ຫຍາບ​ຄາຍ ແລະ ໂມ​ໂຫ​ຮ້າຍ​ນັ້ນ ບໍ່ ​ແມ່ນ​ວິ​ທີ​ທາງ​ທີ່​ຈະ​ຮັບ​ມື​ກັບ​ການ​ປະ​ທະ​ກັນ​ຂອງ​ມະ​ນຸດ. ການ​ປະ​ກາດ​ຈາກ​ສະ​ຫວັນ​ຈະ​ອ້ອນ​ວອນ​ຕໍ່​ເຮົາ​ວ່າ ວິ​ທີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ທີ່​ສັບ​ຊ້ອນ​ຂອງ​ສັງ​ຄົມ​ໄດ້​ຢ່າງ​ເພິ່ງ​ພໍ​ໃຈ ຄື​ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ, ທີ່​ຈະ​ເຮັດ​ໃຫ້​ການ​ຊ່ວຍ​ໃຫ້​ລອດ​ອັນ​ເປັນ​ນິດ​ນັ້ນ​ເປັນ​ໄປ​ໄດ້, ທີ່​ຈະ​ຮັກ​ກັນ​ແລະ​ກັນ​ໃນ​ຖາ​ນະ​ເພື່ອນ​ບ້ານ. ສາດ​ສະ​ດາ​ອີ​ເທີ ໄດ້​ສອນ​ວ່າ ເຮົາ​ຄວນ “ມຸ້ງ​ຫວັງ​ຢ່າງ​ແນ່​ນອນ​ສຳ​ລັບ​ໂລກ​ທີ່​ຈະ​ດີກ​ວ່າ​ນີ້.” ເມື່ອ​ໄດ້​ອ່ານ​ຄວາມ​ຄິດ​ນັ້ນ ​ເມື່ອ​ໜຶ່ງ​ພັນ​ປີ​ຕໍ່​ຈາກ​ນັ້ນ, ໂມ​ໂຣ​ໄນ​ທີ່​ອິດ​ເມື່ອຍ​ກັບ​ສົງ​ຄາມ ແລະ ຄວາມ​ຮຸນ​ແຮງ ໄດ້​ປະ​ກາດ​ວ່າ “ເສັ້ນ​ທາງ​ອັນ​ປະ​ເສີດ​ທີ່​ສຸດ” ຕໍ່​ໂລກ​ນັ້ນ​ ຈະ​ເປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ.8

ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ໃນ​ທ່າມ​ກາງ​ການ​ທ້າ​ທາຍ​ຕ່າງໆ​ເຫລົ່າ​ນີ້, ເປັນ​ບາງ​ຄັ້ງ​ບາງ​ຄາວ, ກໍ​ຈະ​ມີ​ເພງ​ທີ່​ແຕກ​ຕ່າງ​ ທີ່​ເຮົາ​ພົບ​ເຫັນ​ວ່າ​ຕົວ​ເອງ​ຮ້ອງ​ບໍ່​ໄດ້, ແຕ່​ເປັນ​ເພາະ​ເຫດ​ຜົນ​ຕ່າງໆ ຄວາມ​ຮູ້ສຶກຕໍ່ສິ່ງ​ເຫລົ່າ​ນີ້​ກໍ​ເລິກ​ຊຶ້ງ ແລະ ເປັນ​ສ່ວນ​ຕົວ, ແມ່ນ​ແຕ່​ສັກ​ສິດ, ຈົນ​ວ່າ​ມັນ​ທັງ​ບໍ່​ສາ​ມາດ​ຂັບ​ຮ້ອງ ຫລື ບໍ່​ຄວນ​ຖືກ​ສະ​ແດງ​ອອກ—ດັ່ງ​ຄວາມ​ຮັກ​ຂອງ ນາງໂຄ​ເດ​ເລຍ ທີ່​ມີ​ຕໍ່​ພໍ່​ຂອງ​ນາງ, ຊຶ່ງ​ນາງ​ໄດ້​ກ່າວ​ວ່າ, “ຂ້​າ​ບໍ່​ສາ​ມາດ​ສະ​ແດງ​ຄວາມ​ຮັກ … ​ຂອງ​ຂ້າ​ໄດ້​ຢ່າງ​ສົມ​ບູນ. … ຂ້າ​ບໍ່​ສາ​ມາດ​ສະ​ແດງ​ຄວາມ​ຮູ້​ສຶກ​ທັງ​ໝົດ​ອອກ​ມາ​ເປັນ​ຄຳ​ເວົ້າ​ໄດ້.”9 ໂດຍ​ທີ່​ມາ​ເຖິງ​ເຮົາ​ເໝືອນ​ດັ່ງ​ສິ່ງ​ທີ່​ສັກ​ສິດ, ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ແມ່ນ​ກ່າວ​ອອກ​ບໍ່​ໄດ້​ເລີຍ—ສວຍ​ງາມ ແລະ ຍິ່ງ​ໃຫຍ່​ເກີນ​ກວ່າ​ຈະ​ບັນ​ຍາຍ​ໄດ້​ທາງ​ວິນ​ຍານ—ເໝືອນ​ດັ່ງ​ຄຳ​ອະ​ທິ​ຖານ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ເພື່ອ​ເດັກ​ນ້ອຍ​ຊາວ​ນີ​ໄຟ. ຜູ້​ຄົນ​ທີ່​ໄດ້​ເຫັນ​ເຫດ​ການ​ນັ້ນ​ໄດ້​ບັນ​ທຶກ​ໄວ້​ວ່າ:

“ຕາ​ບໍ່​ເຄີຍ​ໄດ້​ເຫັນ ແລະ ຫູ​ບໍ່​ເຄີຍ​ໄດ້​ຍິນ, ... ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ມາ​ກ່ອນ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພຣະ​ບິ​ດາ; 

“… ບໍ່​ມີ​ລີ້ນ​ໃດ​ຈະ​ເວົ້າ​ໄດ້, ທັງ​ບໍ່​ມີ​ຄົນ​ໃດ​ຈະ​ຂຽນ​ໄວ້​ໄດ້, ທັງ​ໃຈ​ຂອງ​ມະ​ນຸດ​ຈະ​ເຂົ້າ​ໃຈ​ເລື່ອງ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ບໍ່​ໄດ້ ດັ່ງ​ທີ່​ພວກ​ເຮົາ​ທັງ​ໄດ້​ເຫັນ ແລະ ໄດ້​ຍິນ​ພຣະ​ເຢ​ຊູ​ກ່າວ.10

ເວ​ລາ​ທີ່ເສຍ​ສະລະ​ເຫລົ່າ​ນີ້​ຍັງ​ຄົງ​ກ່າວ​ອອກ​ບໍ່​ໄດ້ ເພາະ​ວ່າ​ການ​ສະ​ແດງ​ອອກ, ແມ່ນ​ແຕ່​ຖ້າ​ຫາກ​ເປັນ​ໄປ​ໄດ້, ອາດ​ເບິ່ງ​ຄື​ວ່າ​ບໍ່​ເປັນ​ການ​ໃຫ້​ຄວາມ​ເຄົາ​ລົບ​ເລີຍ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ມະ​ຕະ​ດ້ວຍ​ຫລາຍໆ​ເພງ​ທີ່​ເຮົາ​ບໍ່​ສາ​ມາດ​ຂັບ​ຮ້ອງ ຫລື ຍັງ​ບໍ່​ເຂົ້າ​ໃຈ​ເທື່ອ. ແຕ່​ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ກັບ​ເຮົາ​ແຕ່​ລະ​ຄົນ ໃຫ້​ຄົງ​ຢູ່​ຕະ​ຫລອດ​ໄປ ແລະ ຢ່າງ​ຊື່​ສັດ​ກັບ​ສະ​ມາ​ຊິກ​ຄົນ​ອື່ນ​ໃນ​ສາດ​ສະ​ໜາ​ຈັກ, ບ່ອນ​ທີ່​ເຮົາ​ຈະສາມາດມີ​ຄວາມ​ຊື່ນ​ຊົມ​ຕະ​ຫລອດ​ໄປ​ກັບ​ເພງ​ທີ່​ລ້ຳ​ຄ່າ​ທີ່​ສຸດ—“ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່.”11 ໂຊກ​ດີ​ທີ່​ວ່າ, ທຸກ​ຄົນ​ສາ​ມາດ​ນຳ​ໃຊ້​ການ​ຊົດ​ໃຊ້​ນັ້ນ. ຍັງ​ມີ​ທີ່​ສຳ​ລັບ​ຜູ້​ຄົນ​ທີ່​ເວົ້າ​ພາ​ສາ​ອື່ນໆ, ສະ​ຫລອງ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ, ແລະ ອາ​ໄສ​ຢູ່​ໃນ​ເຂດ​ອື່ນ​ຕະ​ຫລອດ​ທົ່ວ​ໂລກ. ຍັງ​ມີ​ທີ່​ສຳ​ລັບ​ຄົນ​ໂສດ, ສຳລັບຄົນ​ທີ່​ແຕ່ງ​ງານ​ແລ້ວ, ສຳລັບຄອບ​ຄົວ​ໃຫຍ່, ແລະ ສຳລັບຄອບ​ຄົວ​ທີ່​ບໍ່​ມີ​ລູກ. ຍັງ​ມີ​ທີ່​ສຳ​ລັບ​ຜູ້​ທີ່​ເຄີຍ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ສັດ​ທາ​ຂອງ​ຕົນ ແລະ ຍັງ​ມີ​ທີ່​ສຳ​ລັບຜູ້​ຍັງ​ສົງ​ໄສ​ຢູ່. ຍັງ​ມີ​ທີ່​ສຳ​ລັບ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ທາງ​ເພດ​ທີ່​ແຕກ​ຕ່າງ. ໂດຍ​ສະ​ຫລຸບ​ແລ້ວ, ຍັງ​ມີ​ທີ່​ສຳ​ລັບ​ທຸກໆ​ຄົນ​ທີ່​ຮັກ​ພຣະ​ເຈົ້າ ແລະ ໃຫ້​ກຽດ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ວ່າ​ເປັນ​ມາດ​ຕະ​ຖານ​ທີ່​ສຳ​ຄັນ ແລະ ຕ້ອງ​ເຄົາ​ລົບ ສຳ​ລັບ​ພຶດ​ຕິ​ກຳ​ສ່ວນ​ຕົວ, ເພາະ​ຖ້າ​ຫາກ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ​ເປັນ​ສຽງ​ເພງ​ທີ່​ເຮົາ​ຮ້ອງ​ຮ່ວມ​ກັນ, ແນ່ນອນ​ວ່າ​ຄວາມ​ສະ​ແຫວງ​ຫາ​ທີ່​ເຮົາ​ມີ​ຄື​ກັນ ທີ່​ຈະ​ເຊື່ອ​ຟັງ​ພຣະ​ອົງ​ນັ້ນ​ຈະ​ເປັນ​ສຽງ​ປອງ​ດອງ​ທີ່​ເຮົາ​ຂາດ​ບໍ່​ໄດ້. ດ້ວຍ​ພຣະ​ບັນ​ຊາ​ຈາກ​ສະ​ຫວັນ​ຂອງ​ຄວາມ​ຮັກ ແລະ ສັດ​ທາ, ການ​ກັບ​ໃຈ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ສັດ​ຊື່ ແລະ ການ​ໃຫ້​ອະ​ໄພ, ຍັງ​ມີ​ທີ່​ໃນ​ກຸ່ມ​ນັກ​ຮ້ອງ​ນີ້​ສຳ​ລັບ​ທຸກ​ຄົນ​ທີ່​ຢາກ​ຢູ່​ທີ່​ນັ້ນ.12 “ຈົ່ງ​ມາ​ຕາມ​ທີ່​ເຈົ້າ​ເປັນ​ຢູ່” ພຣະ​ບິ​ດາ​ທີ່​ຊົງ​ຮັກ​ກ່າວ​ຕໍ່​ເຮົາ​ແຕ່​ລະ​ຄົນ, ແຕ່​ພຣະ​ອົງ​ຕື່ມ​ຄຳ​ນີ້​ວ່າ, “ຢ່າ​ຄິດ​ເລີຍ​ວ່າ​ເຈົ້າ​ຈະ​ບໍ່​ປ່ຽນ​ໄປ.” ເຮົາ​ຍິ້ມ ແລະ ຈື່ຈຳ​ວ່າ​ພຣະ​ເຈົ້າ​ມຸ້ງ​ໝັ້ນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ໄປ​ໄດ້​ຫລາຍ​ກວ່າ​ທີ່​ເຮົາ​ໄດ້​ຄິດ​ວ່າ​ເຮົາ​ຈະ​ເປັນ​ໄດ້.

ໃນ​ຄຳ​ປາ​ໄສ​ທີ່​ເປັນ​ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ຕິດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ອົງ ແລະ ພະ​ຍາ​ຍາມ​ຕໍ່​ໄປ​ກັບ​ສິ່ງ​ທີ່​ເຮົາ​ຍັງ​ເຮັດ​ໃຫ້​ສຳ​ເລັດ​ບໍ່​ໄດ້, ຈົນ​ກວ່າ​ເຮົາ​ຈະ​ສະ​ເໜີ “ເພງ​ນີ້​ແດ່​ພຣະ​ລາ​ຊາ [ຂອງ​ເຮົາ].”13 ແລ້ວ​ມື້​ໜຶ່ງ, ດັ່ງ​ທີ່​ເພງ​ເຮົາ​ກ່າວ:

ເຮົາ​ຈະ​ຮ່ວມ​ຮ້ອງ​ເພງ ຈະ​ໂຮ່ຮ້ອງ​ກັບ​ທູດ​ສະ​ຫວັນ,

ໂຮ​ຊັນ​ນາ, ​ໂຮ​ຊັນ​ນາ ​ແດ່​ພຣະ​ເຈົ້າ ​ແລະ ພຣະ​ເມສາ​ນ້ອຍ! …

... ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ໂດຍ​ລົດ​ມ້າ​ໄຟ!14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ​ເວລານັ້ນ​ຈະ​ມາ​ເຖິງ, ວ່າ​ພຣະ​ເຈົ້າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ເຮົາ​ຈະ​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ມາ​ສູ່​ໂລກ​, ເທື່ອ​ນີ້​ເພື່ອ​ມາ​ປົກ​ຄອງ ແລະ ຄອບ​ຄອງ​ເປັນ​ມະ​ຫາ​ກະ​ສັດ​ເໜືອ​ກະ​ສັດ​ທັງ​ຫລາຍ​ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ ແລະ ເປັນ​ພາ​ຫະນະ​ສຳ​ລັບ​ການ​ນຳ​ຄຳ​ສອນ ​ແລະ ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ມາ​ສູ່​ມະ​ນຸດ​ຊາດ​ທັງ​ປວງ. ເມື່ອ​ຂ່າວສານ​ຂອງ​ພຣະອົງ “ຂະຫຍາຍ​ໄປ​ທົ່ວ​ທຸກ​ທະວີບ ​ແລະ ຢ້ຽມຢາມທຸກ​ບ່ອນ,”15 ​ແລະ ພຣະ​ເຢຊູ​ ຈະ “ສົ່ງ​ຍິ້ມ​ມາ”16 ຢ່າງ​ແນ່ນອນ. ມັນຈະ​ມີ​ແສງ​ສະ​ຫວ່າງ​ນິລັນດອນໃນ​ຈິດ​ວິນ​ຍານ​ຢ່າງ​ຫລວງຫລາຍ ໃນ​ວັນ​ນັ້ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ ​ຂໍ​ໃຫ້​ເວລາ​ທີ່​ຖືກ​ສັນຍາ​ໄວ້​ນັ້ນມາ​ເຖິງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. “There Is Sunshine in My Soul Today,” Hymns, no. 227.

  2. Hymns, no. 227.

  3. Hymns, no. 227.

  4. ​ໂຣມ 8:25.

  5. Hymns, no. 227.

  6. Bill Staines, “All God’s Critters Got a Place in the Choir,” in Laurel Thatcher Ulrich and Emma Lou Thayne, All God’s Critters Got a Place in the Choir (1995), 4.

  7. Hymns, no. 227.

  8. ເບິ່ງ ອີ​ເທີ 12:4, 11.

  9. William Shakespeare, King Lear, act 1, scene 1, lines 79–80, 93–94.

  10. 3 ນີ​ໄຟ 17:16–17; ເນັ້ນຄຳ​ເນີ້ງ.

  11. ແອວ​ມາ 5:26; ເບິ່ງ ແອວ​ມາ 26:13 ນຳ​ອີກ.

  12. ເບິ່ງ 2 ນີ​ໄຟ 26:33.

  13. Hymns, no. 227.

  14. “ພຣະວິນ​ຍານພຣະ​ເຈົ້າ,” ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ເລກທີ 30.

  15. Teachings of Presidents of the Church: Joseph Smith (2007), 142.

  16. Hymns, no. 227.