​2010–2019
ຢືນ​ຢູ່​ທາງ​ໃນ ແລະ ເຮັດ​ຢ່າງເຕັມ​ທີ່
ເດືອນ​ເມສາ 2017


ຢືນ​ຢູ່​ທາງ​ໃນ ແລະ ເຮັດ​ຢ່າງເຕັມ​ທີ່

ຂໍ​ໃຫ້​ເຮົາ​ຈົ່ງ​ທົບ​ທວນ​ທິດທາງຂອງ​ເຮົາ​ຖ້າ​ຈຳ​ເປັນ ແລະ​ ມີ​ຄວາມ​ມຸ່ງ​ຫວັງ​ ແລະ​ ມີສັດ​ທາ​ອັນ​ຍິ່ງ​ໃຫຍ່. ຂໍ​ໃຫ້​ເຮົາ “ຈົ່ງ​ຢືນ​ຢູ່​ທາງ​ໃນ” ໂດຍ​ການ​ມີ​ຄວາມ​ກ້າຫານ ແລະ “ເຮັດ​ເຕັມ​ທີ່.”

ຫລາຍ​ປີ​ມາ​ແລ້ວ ຫລານ​ສາວ​ນ້ອຍ​ຂອງພວກ​ເຮົາ​ໄດ້​ແລ່ນ​ມາ​ຫາ​ຂ້າ​ພະ​ເຈົ້າ ແລ້ວ​ຮ້ອງ​ອອກ​ມາ​ຢ່າງ​ຕື່ນ​ເຕັ້ນ​ວ່າ, “ພໍ່​ຕູ້, ພໍ່​ຕູ້, ຂ້າ​ນ້ອຍ​ໄດ້​ເຕະ​ບານ​ເຂົ້າ​ໂກນ​ທັງ​ສາມ​ເທື່ອ​ຢູ່​ເກມ​ເຕະ​ບານ​ມື້​ນີ້!”

ຂ້າ​ພະ​ເຈົ້າ​ເລີຍ​ຕອບ​ແບບ​ຕື່ນ​ເຕັ້ນ​ວ່າ, “ແຊ​ຣາ ເກັ່ງ​ຫລາຍ!”

ແມ່​ຂອງ​ລາວ​ຫົວ​ຍຸ້ມໆ​ໃສ່​ຂ້າ​ພະ​ເຈົ້າ ແລ້ວ​ເວົ້າ​ວ່າ, “ຄະ​ແນນ​ນັ້ນ​ແມ່ນ ສອງ​ຕໍ່​ໜຶ່ງ.”

ຂ້າ​ພະ​ເຈົ້າ​ເລີຍ​ບໍ່​ກ້າ​ຖາມ​ວ່າ​ ທີມ​ໃດ​ຊະ​ນະ!

ກອງ​ປະ​ຊຸມ​ໃຫຍ່​ເປັນ​ເວ​ລາ​ແຫ່ງ​ການ​​ໄຕ່ຕອງ, ການ​ເປີດ​ເຜີຍ, ແລະ ​ບາງ​ເທື່ອ ແມ່ນ​ ການ​ປ່ຽນ​ທິດ​ທາງ.

ມີ​ບໍ​ລິ​ສັດ​ເຊົ່າ​ລົດ​ບ່ອນ​ໜຶ່ງ​ທີ່​ມີ​ລະ​ບົບ GPS ນຳ​ທາງ​ທີ່​ຊື່​ວ່າ NeverLost (ແປ​ວ່າ ບໍ່​ເຄີຍ​ຫລົງ​ທາງ). ຖ້າ​ທ່ານ​ລ້ຽວ​ຜິດ​ບ່ອນ​ເທື່ອ​ໜຶ່ງ ເມື່ອ​ຕີ​ຈຸດ​ໝາຍ​ໃສ່​ແລ້ວ, ສຽງ​ທີ່​ບອກ​ທາງ ຈະ​ບໍ່​ເວົ້າ​ວ່າ “ເຫງີກ​ຫງາກ​ແທ້!” ແຕ່​ຈະ​ເວົ້າ​ເປັນ​ສຽງ​ນຸ້ມ​ນວນ​ວ່າ “ປ່ຽນ​ຫົນ​ທາງ​ໃໝ່ —ຖ້າ​ລ້ຽວ​ໄດ້ ໃຫ້​ລ້ຽວ​ກັບ.”

ໃນ​ພຣະ​ທຳ​ເອ​ເຊ​ກຽນ ມີ​ຄຳ​ສັນ​ຍາ​ທີ່​ດີ ວ່າ:

“ຖ້າ​ຄົນ​ຊົ່ວ​ຜູ້​ໜຶ່ງ​ເຊົາ​ເຮັດ​ບາບ ແລະ​ ຖ້າ​ລາວ​ຍຶດ​ຖືບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ເຮົາ ຄື​ເຮັດ​ໃນ​ສິ່ງ​ທີ່​ດີ​ ແລະ ​ຖືກ​ຕ້ອງ ລາວ​ກໍ​ຈະ​ບໍ່​ຕາຍ; ແຕ່​ລາວ​ຈະ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່​ນອນ.

“ບາບ​ທັງ​ໝົດ​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ອະ​ໄພ, ມັນ​ຈະ​ບໍ່​ຖືກ​ນຳ​ມາ​ກ່າວ​ຕໍ່​ລາວ​ອີກ.”1

ມັນ​ຊ່າງ​ເປັນ​ຄຳ​ສັນ​ຍາ​ທີ່​ດີ​ເລີດ​ແທ້ໆ, ແຕ່​ເຮົາ​ຕ້ອງ​ເຮັດ​ສອງ​ຢ່າງ ເຕັມທີ່ ເພື່ອ​ຈະ​ໄດ້​ຮັບຄຳ​ສັນ​ຍາ​ອັນ​ທີ​ສາມ. ຫລີກ​ເວັ້ນ​ຈາກ​ທຸກ​ອັນ; ຮັກ​ສາ​ທຸກ​ອັນ​ໄວ້; ແລ້ວ​ຈະ​ໄດ້​ຮັບ​ການ​ອະ​ໄພ​ໃນ​ທຸກ​ປະ​ການ. ແຕ່​ມີ​​ເງື່ອນ​ໄຂວ່າ​ເຮົາ “ຕ້ອງ​ເຮັດ​ໃຫ້​ເຕັມ​ທີ່!”

ເຮົາ​ບໍ່​ຄວນ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ ທີ່ Wall Street Journal ໄດ້​ລາຍ​ງານ​ວ່າ, ລາວ​ໄດ້​ສົ່ງ​ເງິນ ​ແລະ​ ຈົດ​ໝາຍ​ໃສ່​ຊອງ​ໄປ​ຫາ ກົມ​ພາ​ສີ​ອາ​ກອນ​ສະ​ຫະ​ລັດ ໂດຍ​ມີ​ຂໍ້​ຄວາມ​ວ່າ, “ຮຽນ​ມາ​ຍັງ ກົມ​ພາ​ສີ​ອາ​ກອນ, ໃນ​ຊອງ​ນີ້​ມີ​ເງິນ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ໜີ້​ພາ​ສີ​ສຳ​ລັບ​ຫລາຍ​ປີ​ຜ່ານ​ມາ. ປ.ລ. ຖ້າ​ຂ້າ​ພະ​ເຈົ້າ ຍັງ​ຄາ​ໃຈ​ຢູ່​ຫລັງ​ຈາກ​ສົ່ງ​ເງິນນີ້ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ໃຫ້​ທ່ານ.”2

ເຮົາ​ບໍ່​ໄດ້ເຮັດ​ແບບ​ນັ້ນ​ເດີ້! ຢ່າ​ລອງ​ເບິ່ງ​ວ່າ ຈຳ​ນວນ​ທີ່​ໃຫ້​ໜ້ອຍ​ດຽວ ຈະຊ່ວຍ​ໃຫ້​ເຮົາ​ພົ້ນ​ໂທດ​ໄດ້​ຫລື​ບໍ່. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ມີ​ຄວາມ​ຊື່​ສັດ​ ແລະ​ ຈິງ​ໃຈ.3 ດ້ວຍ​ຄວາມສຸດ​ໃຈ! ເມື່ອ​ເຮົາ​ຮັບ​ບັບຕິ​ສະມາ, ເຮົາ​ໄດ້​​ເອົາ​ທັງ​ຕົວລົງ​ນ້ຳ ໃນ​ການ​ເປັນ​ສັນ​ຍາ​ລັກ​ ທີ່​ສັນ​ຍາ​ວ່າ​ເຮົາ​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ຈິງ​ໃຈ, ບໍ່​ແມ່ນ​ເຮັດ​ພໍ​ສ່ຳ​ໜຶ່ງ. ເມື່ອ​ເຮົາ​ທຸ້ມ​ເທ “ຢ່າງ​ເຕັມ​ທີ່” ພອນ​ຈະ​ຫລັ່ງ​ໄຫລ​ມາ.4 ແຕ່​ຖ້າ​ເຮົາ​ເຮັດ​ແບບ​ພໍ​ກະ​ເທີນ ຫລື ທຸ້ມ​ເທ​ແຕ່​ບາງ​ສ່ວນ, ເຮົາ​ຈະ​ຂາດ​ພອນ​ວິ​ເສດ​ຕ່າງໆ​ໄປ.5

ຫລາຍ​ປີ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ພາ​ພວກ​ລູກ​ເສືອ​ໄປ​ນອນໃນ​ທະ​ເລ​ຊາຍ. ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ໄດ້​ນອນ​ໃກ້​ກອງ​ໄຟ ທີ່​ພວກ​ເຂົາ​ສຸມ, ແລະ​ ຄື​ກັນ​ກັບ​ຫົວ​ໜ້າ​ລູກ​ເສືອ​ທີ່​ດີ ຂ້າ​ພະ​ເຈົ້າ​ໄດ້​ໄປ​ນອນ​ຢູ່​ກົ້ນ​ລົດ​ກະ​ບະ. ຕອນ​ເຊົ້າ​ມາ ເມື່ອ​ຂ້າ​ພະ​ເຈົ້າ​ລຸກ​ນັ່ງ ແລ້ວ​ຫລຽວ​ໄປ​​ເບິ່ງ​ບ່ອນ​ພວກ​ລູກ​ເສືອ​ນອນ, ຂ້າ​ພະ​ເຈົ້າ​ເຫັນ​ລູກ​ເສືອ​ຄົນ​ໜຶ່ງ, ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ລາວ​ວ່າ ພອນ, ເບິ່ງ​ຊົງ​ຄື​ລາວອຶດ​ນອນ​ແທ້ໆ. ຂ້າພະ​ເຈົ້າ​ຖາມ​ລາວ​ວ່າ​ ນອນ​ດີ​ຢູ່​ບໍ, ແລະ​ ລາວ​ຕອບ​ວ່າ, “ບໍ່​ດີ​ປານ​ໃດ.”

ແລ້ວ​ຂ້າພະ​ເຈົ້າ​ຖາມ​ລາວ​ວ່າ ເປັນ​ຫຍັງ, ລາວ​ຕອບ​ວ່າ, “ເຮົາ​ໜາວ; ແລ້ວ​ໄຟ​ກໍ​ດັບ.”

ແລ້ວ​ຂ້າ​ພະ​ເຈົ້າ​​ເວົ້າ​ວ່າ, “ໄຟ​ກໍ​ເປັນ​ແນວ​ນັ້ນ​ລະ. ຖົງ​ນອນ​ບໍ່​ອຸ່ນ​ພໍ​ບໍ?”

ລາວ​ບໍ່​ຕອບ.

ແລ້ວ​ມີ​ລູກ​ເສືອ​ຄົນ​ໜຶ່ງ​ເວົ້າ​ສອດ​ອອກ​ມາ​ດັງໆ​ວ່າ, “ລາວ​ບໍ່​ໄດ້​ນອນ​ໃນ​ຖົງ​ນອນ​ຂອງ​ລາວ.”

ຂ້າ​ພະ​ເຈົ້າ​ເລີຍ​ຖາມ​ແບບ​ງົງໆ​ວ່າ, “ເປັນ​ຫຍັງ, ພອນ?”

ລາວ​ບໍ່​ຕອບ—ແລ້ວ​ຕອບ​ແບບ​ເຂີນ​ອາຍ​ວ່າ: “ເຮົາ​ຄຶດ​ວ່າ ຖ້າ​ບໍ່​ໃຊ້​ຖົງ​ນອນ, ເຮົາ​ກໍ​ບໍ່​ຕ້ອງ​ມ້ວນ​ມັນ.”

ນີ້​ແມ່ນ​ເລື່ອງ​ແທ້: ລາວ​ນອນ​ໜາວ​ເຢັນ​ເປັນ​ຫລາຍ​ຊົ່ວ​ໂມງ ຍ້ອນ​ບໍ່​ຢາກ​ອອກ​ແຮງ​ພຽງ​ຫ້າ​ນາ​ທີ​ເທົ່າ​ນັ້ນ. ພວກ​ເຮົາ​ອາດ​ຈະ​ຄິດ​ວ່າ: ຄື​ໂງ່​ແທ້! ແມ່ນ​ໃຜ​ຈະ​ເຮັດ​ແນວ​ນັ້ນ? ເຮົາ​ທຸກ​ຄົນ​ເຮັດ​ແນວ​ນັ້ນ​ຕະ​ຫລອດ​ໃນ​ທາງ​ທີ່​ເປັນ​ອັນ​ຕະ​ລາຍ​ກວ່ານີ້. ແທ້​ຈິງ​ແລ້ວ, ເຮົາ​ປະ​ຕິ​ເສດ​ທີ່​ຈະ​ຜື່​ຖົງ​ນອນ​ແຫ່ງ​ທາງ​ວິນ​ຍານ​ອອກ ເມື່ອ​ເຮົາ​ບໍ່​ໃຊ້​ເວ​ລາ​ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ, ບໍ່​ສຶກ​ສາ, ແລະ ​ບໍ່​ໃຊ້​ຊີ​ວິດ​ຕາມ​ຫລັກ​ທຳພຣະ​ກິດ​ຕິຄຸນ​ໃນ​ທຸກ​ວັນ, ບໍ່​ພຽງ​ແຕ່​ໄຟ​ຈະ​ດັບ​ເທົ່າ​ນັ້ນ, ເຮົາ​ຍັງ​ຈະ​ຂາດ​ສິ່ງ​ຄຸ້ມ​ກັນ ແລະ​ ເຢັນ​ຊາ​ຕໍ່​ທາງ​ວິນ​ຍານ​ອີກ​ດ້ວຍ.

ເມື່ອ​ເຮົາ​ພໍ​ໃຈ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຈະ​ຮັບ​ຜິດ​ຊອບ​ຕໍ່​ຜົນ​ທີ່​ຕາມ​ມາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພຣະບັນ​ຍັດ​ໃຫ້​ແກ່​ເຮົາ​ ​ວ່າ “​ໃຫ້ລະ​ວັງ​ກ່ຽວ​ກັບ​ຕົວ​ເຈົ້າ ທີ່​ຈະ​ເອົາ​ໃຈ​ໃສ່​ຢ່າງ​ພາກ​ພຽນ​ຕໍ່​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.”6 ແລະ ​ພຣະ​ອົງ​ໄດ້ກ່າວ​ຕໍ່​ໄປ​ອີກ​ວ່າ, “ໂລ​ຫິດ​ຂອງ​ເຮົາ ຈະ​ບໍ່​ຊຳ​ລະ​ເຂົາ ຫາກ​ເຂົາ​ບໍ່​ຟັງ​ເຮົາ.”7

ຕາມ​ຄວາມ​ເປັນ​ຈິງ​ແລ້ວ, ມັນ​ງ່າຍ​ທີ່​ຈະ “ເຮັດ​ເຕັມ​ທີ່” ຫລາຍ​ກວ່າ​ເຮັດ​ພໍ​ກະ​ເທີນ. ເມື່ອ​ເຮົາ​ເຮັດ​ພໍ​ກະ​ເທີນ ຫລື​ ບໍ່​ເຮັດ​ເລີຍ, ມີຄຳ​ເວົ້າໜຶ່ງ​ໃນ Star Wars ເອີ້ນ​ວ່າ “ມີ​ການ​ລົບ​ກວນ​ພະ​ລັງ.” ເຮົາ​ບໍ່ເຮັດ​ຕາມພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ສະນັ້ນ ​ເຮົາກໍ​ຢູ່​ນອກ​ເຂດ​ຂອງ​ຄວາມສຸກ.8 ເອ​ຊາ​ຢາ ​ໄດ້ກ່າວ​ວ່າ:

“ຄົນ​ຊົ່ວ​ຮ້າຍ​ກໍ​ເປັນ​ດັ່ງ​ທະ​ເລ​ທີ່​ປັ່ນ​ປ່ວນ ຊຶ່ງ​ຄື້ນ​ຂອງ​ມັນ​ບໍ່​ເຊົາ​ພັດ​ຕີ​ຕະ​ຝັ່ງ​ຈັກ​ເທື່ອ ທັງ​ນຳ​ເອົາ​ຂອງ​ເປິ​ເປື້ອນ ​ແລະ​ ຂີ້​ຕົມ​ມາ​ດ້ວຍ.

“ພຣະ​ເຈົ້າ​ກ່າວ​ວ່າ ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່​ໄດ້​ຮັບ​ສັນ​ຕິ​ສຸກ.”9

ໂຊກ​ດີ, ທີ່​ບໍ່​ວ່າ​ເຮົາ​ຢູ່​ແຫ່ງ​ໃດ ​ຫລື​ ເຄີຍ​ໄປ​ບ່ອນ​ໃດ, ເຮົາ​ບໍ່​ຢູ່​ໄກ​ເກີນ​ຄວາມເອື້ອມຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ກ່າວ​ວ່າ “ດັ່ງ​ນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ແລະ ​ມາ​ຫາ​ເຮົາ​ຄື​ກັນ​ກັບ​ເດັກ​ນ້ອຍ, ເຮົາ​ຈະ​ຮັບ​ຜູ້​ນັ້ນ​ໄວ້ ເພາະ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ປະ​ກອບ​ດ້ວຍ​ຄົນ​ເຊັ່ນ​ນັ້ນ. ຈົ່ງ​ເບິ່ງ, ເພາະ​ຄົນ​ເຊັ່ນ​ນັ້ນ​ໄດ້​ສະ​ລະ​ຊີ​ວິດ​ຂອງ​ເຂົາ​ແທນ, ແລະ​ ຮັບ​ເອົາ​ຊີ​ວິດ​ນັ້ນ​ຄືນ​ອີກ.”10

ເມື່ອ​ເຮົາ​ກັບ​ໃຈ ແລະ ເພິ່ງ​ພາ​ພຣະ​ເຈົ້າ​ຕະ​ຫລອດ, ເຮົາ​ຈະ​ໄດ້​ຮັບ​ພະ​ລັງ ເມື່ອ​ເຮົາກັບ​ມາມີ​ຄວາມ​ຖ່ອມ​ຕົນ ແລະ​ ມີ​ສັດ​ທາ​ດັ່ງ​ເດັກ​ນ້ອຍ,11 ເພີ່ມ​ພູນ​ປັນ​ຍາຈາກປະ​ສົບ​ການ​ໃນ​ຊີ​ວິດ. ໂຢບ​ໄດ້​ກ່າວ​ວ່າ, “ຄົນ​ຊອບ​ທຳ​ນັ້ນ​ຈະ​ມີ​ຄວາມ​ອົດ​ທົນ​ດົນ​ນານ, ແລະ ​ຜູ້​ທີ່​ມີ​ມື​ປາດ​ສະ​ຈາກ​ມົນ​ທິນ ຈະ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ.”12 ທ່ານ​ເທັນ​ນິ​ຊັນ ໄດ້​ຂຽນ​ໄວ້​ວ່າ, “ແຮງ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ແຮງ​ສິບ​ຄົນ, ເພາະ​ຫົວ​ໃຈ​ຂອງຂ້າ​ພະ​ເຈົ້າ​ບໍ​ລິ​ສຸດ.”13 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ວ່າ, “ຈົ່ງ​ຢືນ​ຢູ່​ໃນ​ບ່ອນ​ສັກ​ສິດ, ແລະ​ ຢ່າ​ຫວັ່ນ​ໄຫວ.”14

ຫລັງ​ຈາກ​ລູກ​ຊາຍ​ຂອງ​ພວກເຮົາ​ບໍ່​ສະ​ບາຍ​ຍ້ອນ​ພະ​ຍາດ​ປະ​ຈຳ​ຕົວ​ຕະ​ຫລອດ​ຊີ​ວິດ, ລາວ​ໄດ້​​ເສຍ​ຊີວິດ​ໄປ ເມື່ອ​ມີ​ອາ​ຍຸ 19 ປີ. ໃນ​ການ​ປາ​ໄສ​ຂອງ​ລາວ​ໃນ​ພິ​ທີ​ສິນ​ລະ​ລຶກ ບໍ່​ດົນ​ກ່ອນ​ທີ່​ລາວ​ຈະ​ຈາກ​ໄປ, ລາວ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ຕໍ່​ລາວ ກ່ຽວ​ກັບ​ພໍ່​ ແລະ​ ລູກ​ຊາຍ​ນ້ອຍ​ທີ່​ໄປ​ຮ້ານ​ຂາຍ​ເຄື່ອງ​ຫລິ້ນ ບ່ອນ​ທີ່​ມີ​ຖົງ​ລົມ​ຊົກ​ມວຍ​ທີ່​ເປັນ​ຮູບ​ຊົງ​ຄົນ. ທ້າວ​ນ້ອຍນັ້ນ​ຊົກ​ຖົງ​​ມວຍ​ທີ່​ເປັນ​ຄົນ​ນັ້ນ ມັນ​ກໍ​ງ່ຽງ​ແລ້ວ​ລຸກ​ຂຶ້ນ​ໃໝ່​ຢ່າງ​ປຸບ​ປັບ ຫລັງ​ຈາກ​ຊົກ​ແຕ່​ລະ​ເທື່ອ. ຜູ້​ເປັນພໍ່​ໄດ້ຖາມ​ລູກ​ຊາຍ​ວ່າ ເປັນ​ຫຍັງ​ຖົງ​ຊົກ​ມວຍ​ອັນ​ນັ້ນ​ ຈຶ່ງ​ລຸກ​ຂຶ້ນ​ມາ​ໄດ້​ອີກ​ທຸກ​ເທື່ອ. ທ້າວ​ນ້ອຍ​ໄດ້​ຄິດ​ບຶດໜຶ່ງ ​ແລ້ວ​ຕອບ​ວ່າ, “ລູກ​ບໍ່​ຮູ້. ລູກ​ຄິດ​ວ່າ ຍ້ອນ​ຜູ້​ຊາຍ​ຄົນນັ້ນ​ຢືນ​ຢູ່​ທາງ​ໃນ.” ເພື່ອ​ໃຫ້​ເຮົາ “ເຮັດ​ຢ່າງ​ເຕັມ​ທີ່​ໄດ້” ເຮົາ​ຕ້ອງ “ຢືນ​ຢູ່​ທາງ​ໃນ,” “ບໍ່​ວ່າຈະ​ຢູ່​ໃນ​ສະ​ຖາ​ນະ​ການ​ໃດໆ​ກໍ​ຕາມ.”15

ເຮົາ​ອາດ​ຢືນ​ຢູ່​ທາງ​ໃນ ເມື່ອ​ເຮົາລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ ເພື່ອ​ໃຫ້​ພຣະ​ອົງ​ບົ່ງ​ໜາມ​ແຫ່ງ​ຊີ​ວິດ​ອອກ ຫລື​ ໃຫ້​ຄວາມ​ບັນ​ເທົາ​ແກ່​ເຮົາ.16 ໜາມ​ຕ່າງໆ​ນັ້ນ​ອາດ​ຈະ​ແມ່ນ​ພະ​ຍາດ, ຄວາມ​ພິ​ການ, ໂຣກ​ຈິດ, ການ​ສູນ​ເສຍ​ຄົນ​ທີ່​ເຮົາ​ຮັກ, ແລະ​ ບັນ​ຫາ​ຕ່າງໆ.

ເຮົາ​ຢືນ​ຢູ່​ທາງ​ໃນ ເມື່ອ​ເຮົາ​ຊ່ວຍ​ຍົກມື​ທີ່​ອ່ອນ​ລ້າ. ເຮົາ​ຢືນ​ຢູ່​ທາງ​ໃນ​ເມື່ອ​ເຮົາ​ປົກ​ປ້ອງ​ຄວາມ​ຈິງ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ທາງ​ໂລກ ທີ່​ມັນ​ນັບ​ມື້​ເຮັດ​ໃຫ້​ທົນ​ຕໍ່​ຄວາມ​ສະ​ຫວ່າງ​ໄດ້​ຍາກ, ຄວາມ​ຊົ່ວ​ຈະ​ຖືກ​ເອີ້ນ​ວ່າ ຄວາມ​ດີ ແລະ ຄວາມ​ດີ ຖືກ​ເອີ້ນ​ວ່າ​ຄວາມ​ຊົ່ວ17 ແລະ “ຄົນ​ຊອບ​ທຳ​ຈະ​ຖືກ​ປະ​ນາມ ເພາະ​ຄວາມ​ຊອບ​ທຳ​ຂອງ​ເຂົາ​ເຈົ້າ.”18

​ໃນການ​ຢືນ​ຢູ່​ທາງ​ໃນ​​ໄດ້ ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ລຳ​ບາກ ແມ່ນ​ຍ້ອນ​ການມີ​ຈິດ​ສຳນຶກ​ທີ່​ແຈ່ມ​ແຈ້ງ, ການ​ເພີ່ມ​ພະ​ລັງ ແລະ​ ການ​ປອບ​​ໂຍນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ​ ມີ​ແນວ​ຄິດ​ອັນ​ນິ​ລັນ​ດອນ ທີ່​ເຂົ້າ​ໃຈ​ເກີນ​ຊີ​ວິດ​ມະ​ຕະ​ນີ້.19 ໃນ​ໂລກ​ກ່ອນ​ເກີດ​ຂອງ​ເຮົາ, ເຮົາ​ໂຮ່​ຮ້ອງ​ດີ​ໃຈ ທີ່​ຈະ​ໄດ້​ມີ​ໂອ​ກາດ​ມາສູ່​ໂລກ.20 ເຮົາ “ພໍ​ໃຈ​ເຕັມ​ທີ່” ເມື່ອ​ເຮົາ​ໄດ້​ຕັດ​ສິນ​ໃຈ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ທີ່​ຈະ​ເປັນ​ຜູ້​ປົກ​ປ້ອງຢ່າງ​ອາດ​ຫານ​ໃນ​ແຜນ​ຂອງ​ພຣະ​ບິ​ດາ. ມັນ​ເຖິງ​ເວ​ລາ ທີ່​ຈະຢືນ​ຂຶ້ນຕໍ່​ສູ້​ໃຫ້ແຜນ​ຂອງ​ພຣະ​ອົງ​ອີກ!

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 97 ປີ ແລະ​ ເພິ່ນ​ຫາ​ກໍ​ເສຍ. ເມື່ອ​ມີ​ຄົນ​ຖາມ​ເພິ່ນ​ວ່າ ສະ​ບາຍ​ດີ​ບໍ່, ເພິ່ນ​ມັກ​ຈະ​ຕອບ​ວ່າ, “ຈາກ​ 1 ​ເຖິງ 10, ຂ້ອຍແມ່ນ​ 25! ເຖິງ​ແມ່ນວ່າ​ ເພິ່ນ​ເກືອບ​ຢືນ ຫລື​ ນັ່ງ​ບໍ່​ໄດ້, ແລະ ​ເວົ້າ​ເກືອບ​ບໍ່​ອອກ, ເພິ່ນ​ກໍ​ຍັງ​ຕອບ​ຄື​ເກົ່າ. ເພິ່ນ​ຈະ​ຢືນ​ຢູ່ທາງ​ໃນ​ສະ​ເໝີ.

ເມື່ອພວກ​ເຮົາ​ໄປ​ສະ​ໜາມ​ບິນ​ຕອນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ຮອດ 90 ປີ, ຂ້າ​ພະ​ເຈົ້າ​​ໄດ້ຖາມ​ເພິ່ນ​ວ່າ ເພິ່ນ​ຢາກ​ໄດ້​ລໍ້​ນັ່ງ​ບໍ່ ເພິ່ນ​ຕອບ​ວ່າ, “ບໍ່​ເອົາ​ດອກ, ແກ​ຣີ—ບາງ​ທີ ເມື່ອ​ພໍ່​ເຖົ້າ​ກ່ອນ​ເດີ້.” ແລ້ວ​ເພິ່ນ​ເວົ້າ​ວ່າ, “ອີກ​ຢ່າງ​ໜຶ່ງ, ຖ້າ​ພໍ່​ເມື່ອຍ​ຍ່າງ, ພໍ່​ກໍ​ຈະ​ແລ່ນ​ໄປ.” ຖ້າ​ເຮົາ​ບໍ່​ສາ​ມາດ​ເຮັດ “ຢ່າງ​ເຕັມ​ທີ່” ແບບ​ທີ່​ຍ່າງ​ໄດ້​ດຽວ​ນີ້, ແລ້ວ​ບາງ​ທີ ເຮົາ​ຕ້ອງ​ແລ່ນ; ບາງ​ທີ ເຮົາ​ຕ້ອງປ່ຽນ​ທິດ​ທາງ​ໃໝ່. ເຮົາ​ອາດຕ້ອງ​ໄດ້​ລ້ຽວ​ກັບ. ເຮົາ​ອາດ​ຕ້ອງ​ໄດ້​ສຶກ​ສາ​ຢ່າງ​ຕັ້ງ​ໃຈ, ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ, ຫລື ປ່ອຍ​ໃຫ້​ມັນ​ເປັນ​ໄປ ເພື່ອ​ເຮົາ​ຈະຢຶດ​ຖື ສິ່ງ​ທີ່​ສຳ​ຄັນ​ກວ່າໄດ້. ເຮົາ​ອາດ​ຕ້ອງ​ໄດ້​ປ່ອຍ​ວາງ​ສິ່ງ​ຂອງ​ທາງ​ໂລກ ເພື່ອ​ເຮົາ​ຈະ​ສາ​ມາດ​ຢຶດ​ຖື​ທາງ​ນິ​ລັນ​ດອນ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ນີ້.

ຮູບ​ພາບ
ພໍ່​ຂອງ​ແອວ​ເດີ​ເຊບິນ ຕອນ​ເປັນ​ທະຫານ​ເຮືອ

ເມື່ອ​ຄາວ​ເພິ່ນ​ເປັນ​ທະ​ຫານ​ເຮືອ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຍັງ​ມີ​ຄົນ​ທີ່​ຢູ່​ໃນ​ຕຶກ​ກວ້າງ​ໃຫຍ່21 ທີ່​ເຍາະ​ເຍີ້ຍ​ຫລັກ​ທຳ​ຂອງ​ເພິ່ນ; ​ແຕ່ເພິ່ນ​ມີ​ໝູ່​ທະ​ຫານ​ເຮືອ​ສອງ​ຄົນ​ທີ່​ສັງ​ເກດ​ເພິ່ນ ແລະ ​ບໍ່​ໄດ້​ເຍາະ​ເຍີ້ຍ​ເພິ່ນ, ຜູ້​ໜຶ່ງ​ຊື່​ວ່າ ​ແດວ ​ແມດ​ດ໊ອກສ໌ ແລະ​ ອີກ​ຜູ້​ໜຶ່ງ​ຊື່ ດອນ ​ເດ​ວິດ​ສັນ. ເຂົາ​ເຈົ້າ​ຖາມ​ວ່າ, “ເຊ​ບິນ, ເປັນ​ຫຍັງ​ເຈົ້າ​ຄື​ຕ່າງ​ຈາກ​ຄົນ​ອື່ນ​ແທ້? ເຈົ້າ​ມີ​ສິນ​ທຳ​ດີ ແລະ​ ບໍ່​ກິນ​ເຫລົ້າ, ສູບ​ຢາ, ຫລື​ ດ່າ, ແຕ່​ເຈົ້າ​ຄື​ສະ​ຫງົບ​ ແລະ​ ມີ​ຄວາມ​ສຸກ​ແທ້.”

ຄວາມ​ນຶກ​ຄິດ​ທາງ​ບວກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ຕ່າງ​ຈາກ​ການ​ຖືກ​ສອນ​ມາ​ກ່ຽວ​ກັບ​ຄົນ​ມໍ​ມອນ, ແລະ ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສອນ ​ແລະ​ ​ໃຫ້​ບັບຕິ​ສະມາ​ແກ່​ໝູ່​ທະ​ຫານ​ເຮືອ​ສອງ​ຄົນ​ນັ້ນ. ພໍ່​ແມ່​ຂອງ​ແດວ ກໍ​ໃຈ​ຮ້າຍ ​ແລະ ​ໄດ້​ເຕືອນ​ລາວ​ວ່າ ຖ້າ​ຫາກ​ລາວ​ເຂົ້າຮ່ວມ​ສາດສະໜາ​ຈັກ, ລາວ​ຈະ​ສູນ​ເສຍ​ນາງ​ແມຣີ​ ໂອ​ລີບ ຄົນ​ຮັກ​ຂອງ​ລາວ​ໄປ, ​ແຕ່​ນາງ​ໄດ້​ພົບ​ກັບ​ຜູ້​ສອນ​ສາດສະໜາ ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ລາວ ​ແລະ ນາງ​ກໍ​ໄດ້​ຮັບ​ບັບຕິ​ສະມາ​ຄື​ກັນ.

ໃກ້ ສົງ​ຄາມ​ສິ້ນ​ສຸດ​ລົງ, ປະ​ທານຮີ​ເບີ ເຈ ​ແກຣນ ໄດ້​ຫາ​ຄົນ​ໄປ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ຮ່ວມ​ທັງ​ຜູ້​ຊາຍບາງ​ຈຳນວນ​ທີ່​ແຕ່ງ​ງານ​ແລ້ວ. ​ໃນ​ປີ 1946, ແດວ ແລະ ນາງ​ແມຣີ ​ໂອ​ລີບ, ພັນ​ລະ​ຍາ​ຂອງ​ລາວ, ໄດ້​ຕັດ​ສິນ​ໃຈ​ວ່າ ​ແດວຄວນ​ໄປ​ຮັບ​ໃຊ້ ເຖິງ​ແມ່ນວ່າ​ເຂົາ​ເຈົ້າ​ກຳ​ລັງ​ຈະ​ໄດ້​ລູກ​ຜູ້​ທຳ​ອິດ​ກໍ​ຕາມ. ພາຍ​ຫລັງ​ມາ ເຂົາ​ເຈົ້າ​ມີ​ລູກ​ເກົ້າ​ຄົນ, ລູກ​ຊາຍສາມຄົນ, ລູກ​ຍິງຫົກ​ຄົນ. ທັງ​ໝົດ​ເກົ້າ​ຄົນ​ໄດ້​ໄປ​ສອນ​ສາດ​ສະ​ໜາ, ແລ້ວ ​ແດວ ແລະ ​ແມຣີ​ ໂອ​ລີບ ກໍ​ໄດ້​ໄປ​ສອນ​ສາດ​ສະ​ໜາ ສາມ​ເທື່ອ. ດຽວ​ນີ້​ລູກ​ຊາຍ​ສອງ​ຄົນ ທີ່​ຊື່ ຈອນ ແລະ ​ແມດທິວ ​ແມດ​ດ໊ອກສ໌ ໄດ້​ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ຮ້ອງ​ເພງ ແທ​ໂບ​ແນ​ໂກ, ລູກ​ເຂີຍ​ຂອງ​ແມດ​ທິວ ທີ່​ຊື່ ​ຣາຍ​ແອນ ກໍ​ຢູ່​ໃນ​ກຸ່ມ​ນັ້ນ​ຄື​ກັນ. ປະຈຸ​ບັນ​ນີ້ ຄອບຄົວ​ແມດ​ດ໊ອກສ໌ ມີ 144 ຄົນ ​ແລະ ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ ​ໃນ​ການ “ເຮັດ​ເຕັມທີ່.”

ຮູບ​ພາບ
ສະມາຊິກ​ໃນ​ຄອບຄົວ​ແມດ​ດ໊ອກສ໌ ຢູ່​ໃນ​ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ

ເມື່ອ​ພວກ​ເຮົາ​ຄົ້ນ​ເບິ່ງ ໜັງ​ສື​ຕ່າງໆ​ຂອງ​ພໍ່​ຂ້າ​ພະ​ເຈົ້າ, ພວກເຮົາ​ໄດ້​ພໍ້​ຈົດ​ໝາຍ​ຈາກ​ນາງ​ເຈັນ​ນິ​ເຟີ ຣິ​ເຈີດສ໌, ລູກ​ສາວ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ລູກ​ສາວ​ຫ້າ​ຄົນ ຂອງ​ໝູ່​ທະ​ຫານ​ເຮືອ​ອີກ​ຄົນ​ໜຶ່ງ ທີ່​ຊື່ ດອນ ດາ​ວິດ​ສັນ. ນາງ​ໄດ້​ຂຽນ​ວ່າ: “ຄວາມ​ຊອບ​ທຳຂອງ​ທ່ານ ໄດ້​ປ່ຽນ​ແປງ​ຊີ​ວິດຂອງພວກ​ເຮົາ. ມັນ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ຊີ​ວິດ​ຂອງ​ພວກ​ເຮົາ​ຈະ​ເປັນ​ແນວ​ໃດ ຖ້າ​ບໍ່​ມີ​ສາດ​ສະ​ໜາ. ພໍ່​ຂອງ​ຂ້າ​ນ້ອຍ​ຮັກ​ພຣະ​ກິດ​ຕິ​ຄຸນ ແລະ​ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ​ ຈົນ​ເຖິງ​ນາ​ທີ​ສຸດ​ທ້າຍ​ຂອງ​ເພິ່ນ.”22

ມັນ​ຍາກທີ່​ຈະ​ວັດ​ແທກ​ວ່າ​ ແຕ່​ລະ​ຄົນ​ທີ່​ດີ​ຄົນ​ໜຶ່ງ​ ຈະ​ມີ​ຜົນ​ສະ​ທ້ອນ​ແນວ​ໃດ​ໃນ​ການ​ຢືນ​ຢູ່​ທາງ​ໃນ​ໄດ້. ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ​ໝູ່​ທະ​ຫານ​ເຮືອ​ຂອງ​ເພິ່ນ ໄດ້​ປະ​ຕິ​ເສດ​ຟັງ​ຄຳ​ເຍາະ​ເຍີ້ຍ​ຂອງ​ຫລາຍ​ຄົນ​ທີ່​ຢູ່​ໃນ​ຕຶກ​ກວ້າງ​ໃຫຍ່​ນັ້ນ.23 ພວກ​ເພິ່ນຮູ້​ວ່າ ມັນ​ດີ​ກວ່າ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ສ້າງ ແທນ​ທີ່​ຈະເຫີ່​ຕາມສັງ​ຄົມ.

ອັກຄະສາ​ວົກ​ໂປ​ໂລ ຄື​ຈະ​ແມ່ນ​ເວົ້າ​ເຖິງ​ສະ​ໄໝ​ຂອງ​ພວກ​ເຮົາ ເມື່ອ​ເພິ່ນ​ບອກ​ຕີ​ໂມ​ທຽວວ່າ “ມີ​ບາງ​ຄົນ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ເຫລົ່າ​ນີ້, ແລະ ​ໄປ​ມົ້ວ​ສຸມ​ກັບ​ສິ່ງ​ທີ່​ໄຮ້​ສາ​ລະ.”24 ໃນ​ສະ​ໄໝ​ນີ້​ມີ​ສິ່ງ​ທີ່ “ໄຮ້​ສາ​ລະ​ຫລາຍ”. ມັນ​ແມ່ນ​ເລື່ອງ​ທີ່​ຄົນ​ໃນ​ຕຶກກວ້າງ​ໃຫຍ່​ເວົ້າ​ກັນ.25 ຫລາຍ​ເທື່ອ​ເຂົາ​ເຈົ້າ​ຈະ​ໃຊ້​ສິ່ງ​ນີ້​ເປັນ​ເຫດ​ຜົນ​ແກ້​ຕົວ ເມື່ອ​ເຂົາ​ເຈົ້າຫັນ​ໜີ​ໄວ​ວາ​ຈາກ​ພຣະ​ກິດ​ຕິ​ຄຸນ. ບາງ​ເທື່ອ​ມັນ​ແມ່ນ​ພວກ​ທີ່​ຍັງ​ບໍ່​ທັນໄດ້​ພະ​ຍາ​ຍາມ “ເຮັດ​ເຕັມ​ທີ່” ແລະ​ ເຂົາ​ເຈົ້າ​ຢາກ​ເຫີ່​ຕາມທາງ​ມະ​ນຸດ ຫລາຍ​ກວ່າ​ຕາມ​ທາງ​ສາດ​ສະ​ດາ.

ໂຊກ​ດີ, ທີ່​ພວກ​ເຮົາ​ຮູ້​ວ່າ​ມັນ​ລົງ​ເອີ່ຍ​ແນວ​ໃດ​ກັບ​ຄົນ​ທີ່​ມີ​ສັດ​ທາ. ເມື່ອ​ເຮົາ​ “ເຮັດເຕັມ​ທີ່,” ເຮົາ​ຮັບ​ຮອງ​ໄດ້​ວ່າ “ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ ເພື່ອຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ​ທີ່​ຮັກ​ພຣະ​ເຈົ້າ.”26 ດັ່ງ​ທີ່ ​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ​ໄດ້​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ, ​ພຽງ​ແຕ່ດຳລົງ​ຊີວິດ​ຢ່າງ​ຖືກຕ້ອງ.”27

ພໍ່​ເຖົ້າ​ຂອງ​ຂ້າ​ພະ​ເຈົ້າ​ສອນ​ຢູ່ມະຫາ​ວິທະຍາ​ໄລ ບຣິກຳ ຢັງ ແລະ ​ມັກ ກຸ່ມ​ຟຸດ​ບອນ​ຂອງມະຫາ​ວິທະຍາ​ໄລ ບຣິກຳ ຢັງ ຫລາຍ. ແຕ່​ເພິ່ນ​ບໍ່ກ້າ​ເບິ່ງເກມ​ຕອນ​ເຂົາ​ເຈົ້າ​ຫລິ້ນ ເພາະ​ຢ້ານ​ທີມ​ເສຍ. ແລ້ວ​ມີ​ສິ່ງ​ພິ​ເສດ​ເກີດ​ຂຶ້ນ; ນັ້ນ​ຄື ການ​ປະ​ດິດ ເຄື່ອງ​ອັດ​ວິດີ​ໂອ ເພິ່ນ​ຈຶ່ງ​ອັດ​ວິດີໂອ​ຂອງ​ເກມ​ໄວ້. ເມື່ອທີມ​ມະຫາ​ວິທະຍາ​ໄລ ບຣິກຳ ຢັງ ຊະ​ນະ ເພິ່ນ​ຈຶ່ງ​ຈະ​ເບິ່ງ​ວິດີໂອ​ທີ່​ອັດ​ໄວ້​ດ້ວຍ​ຄວາມ​ໝັ້ນ​ໃຈ, ເພາະ​ແນ່​ໃຈ​ວ່າ​ຜົນ​ມັນ​ເປັນ​ແນວ​ໃດ! ຖ້າ​ທີມ​ນັ້ນ​ຖືກ​ໂທດ​ຢ່າງ​ບໍ່​ເປັນ​ທຳ, ຫລື​ ບາດ​ເຈັບ, ຫລື ເກືອບ​ຈະ​ເສຍ​ໃນ​ຕອນ​ໃກ້​ຈະ​ຈົບ​ເກມ, ເພິ່ນ​ກໍ​ບໍ່​ຫ່ວງ​ ເພາະ​ຮູ້​ວ່າ​ເຂົາ​ເຈົ້າ​ຈະຊະ​ນະຢູ່​ແລ້ວ! ທ່ານ​ອາດ​ເວົ້າ​ໄດ້​ວ່າ ເພິ່ນ​ມີ “ຄວາມ​ຫວັງ​ອັນ​ດີ​ເລີດ”!28

ກັບ​ເຮົາ​ກໍ​ເຊັ່ນ​ກັນ. ເມື່ອເຮົາ​ມີ​ສັດ​ທາ, ເຮົາ​ຈະ​ແນ່​ໃຈ​ໄດ້​ວ່າ​ທຸກ​ຢ່າງ​ຈະ​ລົງ​ເອີ່ຍ​ດ້ວຍ​ດີ​ສຳ​ລັບ​ເຮົາ. ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນ່​ແທ້. ນີ້​ບໍ່​ໝາຍ​ຄວາມ​ວ່າ ມະຫາ​ວິທະຍາ​ໄລ​ແຫ່ງ​ມະຕະ​ນີ້ ​ຈະ​ງ່າຍ​ ຫລື​ ປາດ​ສະ​ຈາກ​ການ​ເສຍ​ນ້ຳ​ຕາຫລາຍ, ເໝືອນ​ດັ່ງ ໂປ​ໂລ ​ໄດ້​ຂຽນ​ວ່າ, “ສິ່ງ​ທີ່​ມະ​ນຸດ​ບໍ່​ເຄີຍ​ຍິນ, ​ບໍ່​ເຄີຍ​ເຫັນ, ສິ່ງ​ທີ່​ມະ​ນຸດ​ບໍ່​ເຄີຍ​ຄິດ​ວ່າ​ເປັນ​ໄປ​ໄດ້ ແມ່ນ​ສິ່ງ​ນັ້ນ​ແຫລະ ​ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ໃຫ້.”29

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ​, ບໍ່​ມີ​ໃຜ​ເຮັດ​ຄວາມ​ບາບ​ໃນ​ມື້​ອື່ນ. ຂໍ​ໃຫ້​ເຮົາ​ຈົ່ງ​ທົບ​ທວນທິດທາງຂອງ​ເຮົາ​ຖ້າ​ຈຳ​ເປັນ ແລະ​ ມີ​ຄວາມ​ມຸ່ງ​ຫວັງ​ ແລະ​ ມີສັດ​ທາ​ອັນ​ຍິ່ງ​ໃຫຍ່. ຂໍ​ໃຫ້​ເຮົາ “ຈົ່ງ​ຢືນ​ຢູ່​ທາງ​ໃນ” ໂດຍ​ການ​ມີ​ຄວາມ​ກ້າຫານ ແລະ “ເຮັດ​ເຕັມ​ທີ່.” ຂໍ​ໃຫ້​ເຮົາ​ມີ​ຄວາມ​ບໍ​ລິ​ສຸດ ແລະ​ ກ້າ​ຫານ​ໃນ​ການ​ປົກ​ປ້ອງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພາ​ລະ​ກິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ພຣະບິດາ​ເທິງ​ສະຫວັນຊົງ​ພຣະຊົນ​ຢູ່, ວ່າ​ພຣະ​ເຢຊູ​ຄື ພຣະຄຣິດ, ​ແລະ ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ແຜນ​ແຫ່ງ​ຄວາມສຸກ. ຂ້າພະ​ເຈົ້າອະທິຖານ​ວ່າ ພອນ​ທີ່​ດີ​ທີ່​ສຸດ​ຂອງ​ພຣະຜູ້​ເປັນ​ເຈົ້າ ຈະ​ເປັນ​ຂອງ​ທ່ານ, ​ແລະ ຂ້າພະ​ເຈົ້າກ່າວ​ມາ​ໃນ​ພຣະນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.