​2010–2019
ຝ່າຍ​ພຣະ​ເຈົ້າ ​ແລະ ​ແຜນ​ແຫ່ງ​ຄວາມ​ລອດ
ເດືອນ​ເມສາ 2017


ຝ່າຍ​ພຣະ​ເຈົ້າ ​ແລະ ​ແຜນ​ແຫ່ງ​ຄວາມ​ລອດ

ເພາະ​ເຮົາ​ມີ​ຄວາມ​ຈິງ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ ​ແລະ ກ່ຽວ​ກັບ​ຄວາມ​ສຳພັນ​ຂອງ​ເຮົາ​ຕໍ່​ພວກ​ພຣະອົງ, ​ເຮົາ​ຈຶ່ງ​ມີ​ແຜນ​ທີ່​ບອກ​ທາງ ທີ່​ດີ​ທີ່​ສຸດ ​ສຳລັບ​ການ​ເດີນທາງ​ຂອງ​ເຮົາ ຜ່ານ​ກາຍ​ຊ່ວງ​ມະຕະ​ນີ້​ໄປ.

I.

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທຳ​ອິດ ຂອງ​ເຮົາ ປະກາດ​ວ່າ, “ພວກ​ເຮົາ​ເຊື່ອ​ໃນ​ພຣະ​ເຈົ້າ, ພຣະບິດາ​ນິລັນດອນ, ​ແລະ ​ເຊື່ອ​ໃນ​ພຣະບຸດຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ແລະ ​ໃນ​ພຣະວິນ​ຍານ​ບໍລິສຸດ.” ​ເຮົາ​ຮ່ວມ​ໃຈ​ກັບ​ຊາວ​ຄຣິດກຸ່ມ​ອື່ນໆ​ ​ໃນ​ຄວາມ​ເຊື່ອ​ນີ້ ​ເລື່ອງພຣະບິດາ ​ແລະ ພຣະບຸດ ​ແລະ ພຣະວິນ​ຍານ​ບໍລິສຸດ, ​ແຕ່​ຄວາມເຊື່ອຂອງ​ເຮົາ​ກ່ຽວ​ກັບ ພວກ​ພຣະອົງ ​ແມ່ນ​ແຕກ​ຕ່າງ​ຈາກ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນໆ. ​ເຮົາ​ບໍ່​ເຊື່ອ​ໃນ​ສິ່ງ​ທີ່​ຊາວ​ຄຣິດທົ່ວ​ໂລກ ​ເອີ້ນ​ວ່າ ຄຳ​ສອນ​ຂອງ​ຄະນະ​ສາມ​ອົງ. ​ໃນ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງທຳ​ອິດ, ​ໂຈ​ເຊັບ ສະ​ມິດ ​ໄດ້​ເຫັນ​ສອງ​ພຣະອົງ, ສອງຮູບ​ຮ່າງ, ຊຶ່ງ​ໃຫ້​ຄວາມ​ແຈ່ມ​ແຈ້ງວ່າ ຄວາມ​ເຊື່ອ​ກ່ຽວ​ກັບ​ພຣະ​ເຈົ້າ ​ແລະ ຝ່າຍ​ພຣະ​ເຈົ້າ ​ໃນ​ເວລາ​ນັ້ນ ບໍ່​ເປັນຄວາມ​ຈິງ.

ກົງກັນຂ້າມ​ກັບ​ຄວາມ​ເຊື່ອ​ທີ່​ວ່າ ພຣະ​ເຈົ້າ​ເປັນ​ສິ່ງ​ລຶກລັບ​ທີ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້ ​ແລະ ບໍ່​ຮູ້ຈັກວ່າ​ເປັນ​ອັນໃດ​ແທ້, ຄວາມ​ຈິງ​ແລ້ວ ຄຸນສົມບັດ​ຂອງ​ພຣະ​ເຈົ້າ ​ແລະ ຄວາມ​ສຳພັນຂອງ​ເຮົາ​ຕໍ່​ພຣະອົງ ​ເປັນ​ທີ່​ຮູ້ຈັກ​ໄດ້ ​ແລະ ​ເປັນ​ຂໍ​ກະ​ແຈ​ເປີດ​ໃຫ້​ເຫັນ​ທຸກ​ສິ່ງ ​ໃນ​ຄຳ​ສອນ​ຂອງ​ເຮົາ. ພຣະຄຳ​ພີ​​ໄດ້​ບັນທຶກ “ຄຳ​ອະທິຖານ​ທີ່​ປະ​ທັບ​ໃຈ ເພື່ອ​ສານຸສິດ” ຂອງ​ພຣະ​ເຢຊູ ​ເມື່ອ​ພຣະອົງໄດ້​ປະກາດ​ວ່າ “ນີ້​ແມ່ນ​ຊີວິດ​ນິລັນດອນ ຄື​ໃຫ້​ພວກ​ເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະ​ເຈົ້າທ່ຽງ​ແທ້​ແຕ່​ອົງ​ດຽວ ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດຜູ້​ທີ່​ພຣະອົງ​ໃຊ້​ມາ” (ໂຢຮັນ 17:3).

ຮູບ​ພາບ
ພຣະຄຣິສ​ຕະທຳ​ຄຳ​ພີ​ທີ່​ສັກສິດ

ຄວາມ​ພະຍາຍາມ​​ເພື່ອ​ໃຫ້ຮູ້ຈັກ​ພຣະ​ເຈົ້າ ​ແລະ ວຽກ​ງານ​ຂອງ​ພຣະອົງ ​ເລີ່ມຕົ້ນ​ຈາກ​ກ່ອນ​ຊ່ວງ​ມະຕະ ​ແລະ ຈະ​ບໍ່​ສິ້ນ​ສຸດ​ລົງ​ຢູ່​ນີ້. ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສອນ​ວ່າ, “ແຕ່​ກ່ອນ​ທ່ານ​ຈະ​ຮຽນ​ຮູ້​ ... ຫລັກ​ທຳ​ແຫ່ງ​ຄວາມ​ລອດ​ທັງ​ໝົດ ຕ້ອງ​ໃຊ້​ເວລາ​ອີກ​ນານ ຫລັງ​ຈາກ​ທ່ານ​ຜ່ານ​ມ່ານ​ໄປ.”1 ​ຄວາມ​ຮູ້​ທີ່​ເຮົາ​ໄດ້​ຮັບ​ໃນ​ເວລາ​ນີ້ ​ຈະ​ເພີ່ມໃສ່​ກັບຄວາມ​ຮູ້​ທີ່​ເຮົາ​ໄດ້​ຮັບ ຢູ່​ໃນ​ໂລກ​ວິນ​ຍານ​ກ່ອນ​ຊ່ວງ​ມະຕະ. ດັ່ງນັ້ນ, ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສິດສອນ​ຊາວ​ອິດສະຣາ​ເອນ ​ກ່ຽວ​ກັບ​ຄຸນສົມບັດ​ຂອງ​ພຣະ​ເຈົ້າ ​ແລະ ຄວາມ​ສຳພັນ​ຂອງ​ພຣະອົງ​ຕໍ່​ລູກໆ​ຂອງ​ພຣະອົງ, ສາດສະດາ​ເອຊາ​ຢາ ຈຶ່ງ​ໄດ້​ປະກາດ ດັ່ງ​ທີ່​ມີ​ບັນທຶກ​ໄວ້ ຢູ່​ໃນ​ພຣະຄຣິສ​ຕະທຳ​ຄຳ​ພີ ວ່າ:

“ພຣະ​ເຈົ້າຖືກ​ປຽບທຽບ​ໃສ່​ກັບ​ສິ່ງ​ໃດ? ທ່ານ​ພັນ​ລະນາ​ໄດ້​ບໍ​ວ່າ ພຣະອົງ​ເປັນອັນ​ໃດ​ແທ້? …

“ທ່ານ​ບໍ່​ເຄີຍ​ຮູ້​ບໍ? ທ່ານ​ບໍ່​ເຄີຍ​ໄດ້​ຍິນ​ບໍ? ບໍ່​ມີ​ໃຜ​ບອກ​ທ່ານ​ຕັ້ງ​ແຕ່​ຕົ້ນ​ບໍ? ທ່ານ​ບໍ່​ເຂົ້າ​ໃຈ​ຕັ້ງ​ແຕ່​ຮາກ​ຖານ​ຂອງ​ແຜ່ນດິນ​ໂລກ​ບໍ?” (ເອຊາ​ຢາ 40:18, 21).

ເຮົາ​ຮູ້​ວ່າ ສະມາຊິກ​ສາມ​ພຣະອົງ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ ມີ​ພຣະກາຍ​ຂອງ​ໃຜ​ລາວ ​ແລະ ມີ​ລັກສະນະ​ທີ່​ແຕກ​ຕ່າງ​ກັນ. ​ເຮົາ​ຮູ້​ສິ່ງ​ນີ້​ຈາກ​ຄຳ​ແນະນຳ​ທີ່​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຮັບ ວ່າພຣະບິດາ​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ ທີ່​ສຳ​ພັດ​ໄດ້​ດັ່ງ​ຂອງ​ມະນຸດ; ພຣະບຸດ​ກໍ​ຄື​ກັນ; ​ແຕ່​ພຣະວິນ​ຍານ​ບໍລິສຸດ​ບໍ່​ມີ​ພຣະກາຍ​ທີ່​ເປັນ​ເນື້ອ​ໜັງ ​ແລະ ກະດູກ, ​ແຕ່​ເປັນ​ພຣະກາຍ​ທີ່​ເປັນ​ພຣະວິນ​ຍານ. ຖ້າ​ຫາກ​ບໍ່​ເປັນ​ເຊັ່ນນັ້ນ, ພຣະວິນ​ຍານ​ບໍລິສຸດ​ຈະ​ສະຖິດ​ຢູ່​ໃນ​ເຮົາ​ບໍ່​ໄດ້ (ເບິ່ງ D&C 130:22).

ກ່ຽວ​ກັບ​ຕຳ​ແໜ່ງສູງ​ສຸດ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ໃນ​ຝ່າຍ​ພຣະ​ເຈົ້າ, ຕະຫລອດ​ທັງ​ບົດບາດຂອງ​ແຕ່​ລະພຣະອົງ ທີ່​ຈະ​ກະທຳ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ອະທິບາຍ​ວ່າ:

ຮູບ​ພາບ
ສາດສະດາ​ໂຈ​ເຊັບ ສະ​ມິດ

“ບຸກຄົນ​ໃດ​ທີ່​ເຄີຍ​ເຫັນ​ທ້ອງຟ້າ​ເປີດ ຈະ​ຮູ້​ວ່າ​ມີ​ສາມ​ພຣະອົງ​ໃນ​ສະຫວັນ ​ທີ່​ດຳລົງ​ຂໍ​ກະ​ແຈ​ແຫ່ງ​ອຳນາດ, ​ແລະ ຄວບ​ຄຸມ​ທັງ​ໝົດ. …

“… ທັງ​ສາມ​ພຣະອົງ … ຖືກ​ເອີ້ນ​ວ່າ ພຣະ​ເຈົ້າອົງ​ທຳ​ອິດ, ພຣະຜູ້​ສ້າງ; ພຣະ​ເຈົ້າອົງ​ທີ​ສອງ, ພຣະຜູ້​ໄຖ່; ​ແລະ ພຣະ​ເຈົ້າອົງ​ທີ​ສາມ, ພະຍານ ຫລື ຜູ້​ກ່າວ​ຄຳພະຍານ.

“[ນັ້ນຄື] ສິດ​ໂດຍ​ຊອບ​ທຳ​ຂອງ​ພຣະບິດາ​ທີ່​ຈະ​ຄວບ​ຄຸມ​ໃນ​ຖານະ​ຫົວໜ້າ ຫລື ປະທານ, ພຣະ​ເຢຊູ​ເປັນ​ຜູ້​ໄກ່​ເກ່ຍ, ​ແລະ ພຣະວິນ​ຍານ​ບໍລິສຸດ ​ເປັນ​ຜູ້​ກ່າວ​ຄຳ​ພະຍານ ຫລື ​ເປັນພະຍານ.”2

II. ແຜນ

ເຮົາ​ເຂົ້າ​ໃຈຄວາມ​ສຳພັນ​ຂອງ​ເຮົາ​ຕໍ່​ສະມາຊິກ​ໃນ​ຝ່າຍ​ພຣະ​ເຈົ້າ ຈາກ​ສິ່ງ​ທີ່​ໄດ້​ຖືກ​ເປີດ​ເຜີຍ ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ.

ຄຳ​ຖາມ​ເຊັ່ນ ​“ເຮົາ​ມາ​ຈາກ​ໃສ?” ​“ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້?” ​ແລະ “ເຮົາ​ຈະ​ໄປ​ໃສ​?” ​ໄດ້​ຖືກ​ຕອບ​ ຢູ່​ໃນ​ບ່ອນ​ທີ່ ພຣະຄຳ​ພີ ​ເອີ້ນ​ວ່າ “ແຜນ​ແຫ່ງ​ຄວາມ​ລອດ,” “ແຜນ​ແຫ່ງ​ຄວາມສຸກ​ອັນຍິ່ງ​ໃຫຍ່,” ຫລື “ແຜນ​ແຫ່ງ​ການ​ໄຖ່” (ແອວ​ມາ 42:5, 8, 11). ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ເປັນ​ຈຸດ​ໃຈກາງ​ຂອງ​ແຜນ​ນີ້.

ໂດຍ​ທີ່​ເຮົາ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ​ໃນ​ຕອນ​ທີ່​ເຮົາ​ມີ​ຊີວິດ​ຢູ່​ກ່ອນ​ຊ່ວງ​ມະຕະ, ​ເຮົາ​ຢາກ​ມີ​ຊີວິດ​ນິລັນດອນ ​ແລະ ​ກ້າວໜ້າ ​ແຕ່​ກໍ​ເຮັດ​ໄດ້​ພຽງ​ບາງ​ຢ່າງ ​ເພາະ​ບໍ່​ມີ​ປະສົບ​ການ​ຂອງຊ່ວງ​ມະຕະ ​ແລະ ບໍ່​ມີ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ ​ແລະ ກະດູກ. ​ເພື່ອ​​ໃຫ້​ໂອກາດ​ເຊັ່ນ​ນັ້ນ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈຶ່ງ​ໄດ້​ສ້າງ​ໂລກ​ນີ້​ຂຶ້ນມາ, ບ່ອນ​ທີ່ຈະ​ລຶບ​ຄວາມ​ຊົງ​ຈຳ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກ່ອນ​ການ​ມາເກີດ​ໃນ​ຊ່ວງ​ມະຕະ​, ບ່ອນ​ທີ່​ເຮົາ​ຕ້ອງ​ພິສູດ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ ທີ່​ຈະ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ແລະ ມີ​ປະສົບ​ການ ​ແລະ ​ເຕີບ​ໂຕ ຜ່ານ​ການ​ທ້າ​ທາຍ​ຕ່າງໆ ຂອງ​ຊີວິດ​ມະຕະ. ​ແຕ່​ໃນ​ລະຫວ່າງ​ປະສົບ​ການ​ ໃນ​ຊ່ວງ​ມະຕະ​ນີ້, ​ແລະ ຈາກ​ຜົນ​ຂອງ​ການ​ຕົກ ຂອງ​ບິດາ​ມານ​ດາຜູ້​ທຳ​ອິດ​ຂອງ​ເຮົາ, ​ເຮົາ​ຈະ​ຮັບ​ທຸກ​ທໍລະມານ​ກັບ​ການ​ຕາຍ​ທາງ​ວິນ​ຍານ ​ໂດຍ​ທີ່​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ຖືກ​ເປິ​ເປື້ອນດ້ວຍ​ບາບ, ​ແລະ ຕ້ອງຕາຍ. ​ແຜນ​ຂອງ​ພຣະບິດາ​ໄດ້​ຖືກສ້າງ​ຂຶ້ນ ​ແລະ ມີ​ວິທີ​ທາງ ທີ່​ຈະ​ຜ່ານ​ຂ້າມ​ອຸປະສັກ​ເຫລົ່າ​ນີ້​ໄດ້.

III. ຝ່າຍ​ພຣະ​ເຈົ້າ

ໂດຍ​ທີ່​ຮູ້​ເຖິງ​ຈຸດປະສົງ​ຂອງ​ແຜນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ, ​ບັດ​ນີ້ ​ເຮົາ​ຈຶ່ງ​ຄຳນຶງ​ເຖິງ​ບົດບາດ​ຂອງ​ແຕ່​ລະພຣະອົງ ສະມາຊິກ​ຂອງ​ຝ່າຍ​ພຣະ​ເຈົ້າ ຢູ່​ໃນ​ແຜນ​ນັ້ນ.

ເຮົາ​ເລີ່ມຕົ້ນດ້ວຍ​ການ​ສິດສອນ​ຈາກ​ພຣະຄຳ​ພີ. ​ໃນ​ຈົດໝາຍ​ສະບັບ​ທີ​ສອງ ​ເຖິງ​ຊາວ​ໂກຣິນ​ໂທ, ອັກຄະ​ສາວົກ ​ໂປ​ໂລ ​ໄດ້​ກ່າວ​ເຖິງ​ຝ່າຍ​ພຣະ​ເຈົ້າ ​ເຖິງ​ພຣະບິດາ, ພຣະບຸດ, ​ແລະ ພຣະວິນ​ຍານບໍລິສຸດ ​ແບບຢ່າງ​ບໍ່​ໄດ້​ກຽມ ວ່າ: “ພຣະຄຸນ​ຂອງອົງ​ພຣະເຢ​ຊູຄຣິດ​ເຈົ້າ, ແລະ ຄວາມຮັກ​ຂອງ​ພຣະເຈົ້າ, ແລະ ຄວາມ​ສາມັກ​ຄີທຳ [ຫລື ການ​ເປັນ​ເພື່ອນ3] ກັບ​ພຣະວິນ​ຍານ​ບໍລິສຸດ ຈົ່ງ​ສະຖິດ​ຢູ່ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ (2 ໂກຣິນ​ໂທ 13:14).

ພຣະຄຳ​ພີ​​ໄດ້ບອກ​ເຖິງ​ຝ່າຍ​ພຣະ​ເຈົ້າ ​ແລະ ອ້າງ​ເຖິງ​ຄວາມ​ຮັກ​ທີ່ຖືກ​ອະທິບາຍ​ທັງ​ໝົດ ​ແລະ ຄວາມ​ຈູງ​​ໃຈ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ, ອ້າງ​ເຖິງ​ພຣະ​ເມດ​ຕາ ​ແລະ ພາລະກິດ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຢຊູ​ຄຣິດ, ​ແລະ ການ​ເປັນ​ເພື່ອນ ຂອງ​ພຣະວິນ​ຍານ​ບໍລິ​ສຸດ.

ພຣະ​ເຈົ້າອົງ​ເປັນ​ພຣະບິດາ

ມັນ​ເລີ່ມຕົ້ນກັບ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ. ​ໂດຍ​ທີ່​ເຮົາຮູ້​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ພຣະອົງ, ສະນັ້ນ ສິ່ງ​ທີ່​ເຮົາ​ຮູ້ຈັກຈຶ່ງ​ສຳຄັນ​ຫລາຍຕໍ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ​ໃນ​ຕຳ​ແໜ່ງອັນ​ສູງ​ສຸດ​ຂອງ​ພຣະ​ອົງ, ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພຣະອົງ, ​ແລະ ບົດບາດ​ຜູ້​ບໍລິຫານ​ໃນ​ແຜນ​ແຫ່ງ​ຄວາມ​ລອດ, ການ​ສ້າງ, ​ແລະ ທຸກ​ສິ່ງ​ຫລັງ​ຈາກ​ນັ້ນ.

ແອວ​ເດີ ບຣູສ໌ ອາ ມັກ​ຄອງ​ກີ ​ໄດ້​ຂຽນ​ ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້ ກ່ອນ​ເພິ່ນ​ເສຍ​ຊີວິດ ວ່າ: “ໃນ​ຄວາມ​ໝາຍ​ສູງ​ສຸດ ​ແລະ ສຳຄັນ​ທີ່​ສຸດ​ຂອງ​ຖ້ອຍ​ຄຳ, ​ແມ່ນ​ ມີ​ພຣະ​ເຈົ້າອົງ​ດຽວທີ່​ແທ້​ຈິງ ​ແລະ ຊົງ​ພຣະຊົນ​ຢູ່. ພຣະອົງ​ເປັນ​ພຣະບິດາ, ​ເປັນ​ເອ​ໂລ​ຮິມ​ທີ່​ຍິ່ງ​ໃຫຍ່​ສຸດ, ​ເປັນ​ອົງ​ສູງ​ສຸດ, ​ເປັນ​ພຣະຜູ້​ສ້າງ ​ແລະ ມະຫາ​ກະສັດ​ຂອງ​ຈັກ​ກະ​ວານ.”4 ພຣະອົງ​ເປັນ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ​ຂອງ​ພຣະ​ເຢຊູ​ຄຣິດ, ​ແລະ ກໍ​ເປັນ​ພຣະບິດາ​ຂອງ​ເຮົາ​ຄື​ກັນ. ປະທານ​ເດ​ວິດ ໂອ ມິກ​ເຄ ​ໄດ້​ສອນ​ວ່າ “ຄວາມ​ຈິງ​ທີ່​ສຳຄັນ​ທີ່​ສຸດ​ຢ່າງທຳ​ອິດ ທີ່​ພຣະ​ເຢຊູ​ຄຣິດ​ໄດ້​ເປັນ​ພະຍານ ​ແມ່ນພຣະ​ເຈົ້າອົງ​ເປັນ​ພຣະບິດາ​ເປັນຜູ້​ຄວບ​ຄຸມ​ທຸກ​ສິ່ງ, ພຣະອົງ​ເປັນ​ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ.”5

ສິ່ງ​ທີ່​ເຮົາ​ຮູ້​ກ່ຽວ​ກັບ​ຄຸນສົມບັດຂອງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ​ ​ສ່ວນ​ຫລາຍ​ແລ້ວ ​ແມ່ນ​ຈາກ​ການ​ປະຕິ​ບັດ​ສາດສະໜາ​ກິດ ​ແລະ ການ​ສິດສອນ​ຂອງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ດັ່ງ​ທີ່​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ​ໄດ້​ສອນ, ຈຸດປະສົງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ເຢຊູ ​ແມ່ນ​ການ​ເປີດ​ເຜີຍ​ໃຫ້​ມວນ​ມະ​ນຸດ ຮູ້ຈັກ “ວ່າພຣະ​ເຈົ້າອົງ​ເປັນ​ພຣະບິດາ​ນິລັນດອນ​ຂອງ​ເຮົາ ​ເປັນ​ຜູ້​ຈັ່ງ​ໃດ​ແທ້, … ​ໄດ້​ເປີດ​ເຜີຍ ​ແລະ ​ເຮັດ​ໃຫ້​ເຮົາ​ເຫັນ​ຄຸນສົມບັດ​ທີ່​ແທ້​ຈິງ​ຂອງ​ພຣະບິດາ​ຂອງ​ພຣະອົງ, ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ.”6 ພຣະຄຳ​ພີ​ບັນ​ຈຸ​ການ​ເປັນ​ພະຍານ​ຂອງ​ກຸ່ມ​ອັກຄະ​ສາວົກ ວ່າ​ພຣະ​ເຢຊູ​ເປັນ “ແບບ​ພິມ​ດຽວ​ກັນ” ຂອງ​ພຣະບິດາ​ຂອງ​ພຣະອົງ (ເຮັບ​ເຣີ 1:3), ຊຶ່ງ​ໃຫ້​ຄວາມ​ຮູ້​ເພີ່ມ​ເຕີມ ຕື່ມ​ໃສ່​ກັບ​ຄຳ​ສອນ​ຂອງພຣະ​ເຢຊູ ທີ່ວ່າ “ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍ​ໄດ້​ເຫັນ​ພຣະບິດາ” (ໂຢຮັນ 14:9).

ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ເປັນ​ພຣະບິດາ​ຂອງ​ດວງ​ວິນ​ຍານ​ຂອງ​ເຮົາ. ​ເຮົາ​ເປັນ​ລູກ​ຂອງ​ພຣະອົງ. ພຣະອົງ​ຮັກ​ເຮົາ, ​ແລະ ທຸກ​ສິ່ງ​ທີ່​ພຣະອົງ​ມີ ​ແມ່ນ​ສຳລັບ​ຜົນ​ປະ​ໂຫຍດ​ແຫ່ງ​ນິລັນດອນ​ຂອງ​ເຮົາ. ພຣະອົງ​ເປັນ​ພຣະຜູ້​ສ້າງ​ແຜນ​ແຫ່ງ​ຄວາມ​ລອດ, ​ແລະ ​ໂດຍ​ທາງ​ອຳນາດ​ຂອງ​ພຣະອົງ ​ແຜນ​ຂອງ​ພຣະອົງຈຶ່ງ​ບັນລຸ​ຈຸດປະສົງ​ຂອງ​ມັນ ສຳລັບ​ລັດສະໝີ​ພາບສູງ​ສຸດ​ຂອງ​ລູກໆ​ຂອງ​ພຣະອົງ.

ພຣະບຸດ

ຕໍ່​ມວນ​ມະນຸດ, ສະມາຊິກ​ຂອງ​ຝ່າຍ​ພຣະ​ເຈົ້າ ທີ່​ເຫັນ​ໄດ້ ​ແມ່ນ​ພຣະ​ເຢຊູ​ຄຣິດ. ຄຳ​ສອນ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ກ່າວ​ໂດຍ​ຝ່າຍ​ປະທານ​ສູງ​ສຸດ ​ໃນ​ປີ 1909 ປະກາດ​ເຖິງ​ພຣະອົງ ວ່າ​ເປັນ “ບຸດ​ຫົວປີ ຂອງ​ບັນດາ​ບຸດ​ທັງ​ປວງ​ຂອງ​ພຣະ​ເຈົ້າ—​ເປັນ​ພຣະອົງ​ດຽວ​ທີ່​ຖື​ກຳ​ເນີດ ​ໃນ​ວິນ​ຍານ, ​ແລະ ​ເປັນ​ພຣະອົງ​ດຽວ​ທີ່​ຖື​ກຳ​ເນີດ ​ໃນ​ເນື້ອ​ໜັງ.”7 ພຣະບຸດ, ຜູ້​ຍິ່ງ​ໃຫຍ່​ກວ່າ​ທຸກ​ຄົນ, ​ໄດ້​ຖືກ​ເລືອກ​ໂດຍ​ພຣະບິດາ ​ໃຫ້​ດຳ​ເນີນ​ແຜນ​ຂອງ​ພຣະບິດາ—​ໃຫ້​ໃຊ້​ອຳນາດ​ຂອງ​ພຣະບິດາ ​ເພື່ອ​ສ້າງ​ໂລກ ຈົນ​ນັບ​ບໍ່​ຖ້ວນ (ເບິ່ງ Moses 1:33) ແລະ ຊ່ວຍ​ລູກໆ​ຂອງ​ພຣະອົງ​ໃຫ້​ລອດ ຈາກ​ຄວາມ​ຕາຍ ​ໂດຍ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ ​ແລະ ຊ່ວຍ​ໃຫ້​ລອດຈາກ​ບາບ ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ການ​ເສຍ​ສະລະ​ອັນ​ສູງ​ສຸດ​ ນີ້ ​ເອີ້ນ​ວ່າ “ການ​ກະທຳ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ​ໃນ​ປະຫວັດ​ສາດ​ຂອງ​ມວນ​ມະນຸດ​ທັງ​ປວງ.”8

ຮູບ​ພາບ
ອົງພຣະ​ເຢຊູ​ຄຣິດ​ເຈົ້າ

ໃນ​ໂອກາດ​ທີ່​ພິ​ເສດ ​ແລະ ສັກສິດ​ເຫລົ່ານັ້ນ ຕອນ​ທີ່​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ໄດ້​ແນະນຳ​ພຣະບຸດ​ຂອງ​ພຣະອົງ ດ້ວຍ​ຕົວ​ພຣະອົງ​ເອງ, ພຣະອົງ​ໄດ້​ກ່າວ​ວ່າ, “ນີ້​ແຫລະ ບຸດ​ທີ່​ຮັກ​ຂອງ​ເຮົາ: ຈົ່ງ​ເຊື່ອ​ຟັງ​ທ່ານ” (ມາຣະ​ໂກ 9:7; ລູກາ 9:35; ເບິ່ງ 3 ນີ​ໄຟ 11:7; Joseph Smith—History 1:17 ນຳ​ອີກ). ດັ່ງນັ້ນ, ພຣະ​ເຢຊູ​ຈຶ່ງ​ເປັນ ພຣະ​ເຢ​ໂຮ​ວາ ​ເປັນ​ອົງ​ພຣະຜູ້​ເປັນ​ເຈົ້າຂອງ​ອິດສະຣາ​ເອນ, ຜູ້​ກ່າວ​ຕໍ່ ​ແລະ ກ່າວ​ຜ່ານ ສາດສະດາ.9 ສະນັ້ນ​ແລ້ວ, ​ເມື່ອ​ພຣະ​ເຢຊູ​ໄດ້​ມາ​ປະກົດ​ຕໍ່​ຊາວ​ນີ​ໄຟ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ, ພຣະອົງ​ຈຶ່ງ​ໄດ້​ແນະນຳ​ຕົວ​ວ່າ​ເປັນ “ພຣະ​ເຈົ້າຂອງ​ທັງ​ແຜ່ນດິນ​ໂລກ” (3 ນີ​ໄຟ 11:14). ສະນັ້ນ​ແລ້ວ ພຣະ​ເຢຊູ​ຈຶ່ງ​ມັກ​ຖືກ​ກ່າວ​ເຖິງເລື້ອຍໆ​ ໂດຍ​ສາດສະດາ​ຂອງ​ພຣະຄຳ​ພີ​ມໍ​ມອນ ​ແລະ ​ໂດຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ວ່າ​ເປັນ “ພຣະບິດາ ​ແລະ ພຣະບຸດ,” ຊຶ່ງ​ຖືກ​ອະທິບາຍ​ເລັກ​ນ້ອຍ ຢູ່​ໃນ​ຄຳ​ສອນທີ່​ດົນ​ໃຈ ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ​ເມື່ອ 100 ປີ​ກ່ອນ ມາ​ນີ້.10

ພຣະວິນ​ຍານ​ບໍລິສຸດ

ສະມາຊິກ​ອົງທີ​ສາມ ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ ​ແມ່ນ​ພຣະວິນ​ຍານ​ບໍລິສຸດ, ຊຶ່ງ​ຖືກ​ກ່າວ​ເຖິງອີກ​ວ່າ​ເປັນ ພຣະວິນ​ຍານ​ສັກສິດ, ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ພຣະຜູ້​ປອບ​ໂຍນ. ພຣະອົງ​ເປັນ​ສະມາຊິກ​ໃນ​ຝ່າຍ​ພຣະ​ເຈົ້າ ເປັນຕົວ​ແທນ​ຂອງ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ​ໂດຍ​ທີ່​ເປັນ​ພຣະວິນ​ຍານ (ເບິ່ງ D&C 130:22), ພຣະອົງສາ​ມາດ​ສະຖິດ​ຢູ່​ໃນ​ເຮົາ ​ແລະ ກະທຳ​ບົດບາດ​ອັນສຳຄັນ ​ເປັນ​ຜູ້​ສື່ສານ​ລະຫວ່າງ​ພຣະ​ເຈົ້າ ​ແລະ ພຣະບຸດ ກັບ​ລູກໆ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ແຜ່ນດິນ​ໂລກ. ພຣະຄຳ​ພີ​ຫລາຍ​ຂໍ້ ສອນ​ເຮົາ​ວ່າ ພາລະກິດ​ຂອງ​ພຣະອົງ ຄື​ການ​ເປັນ​ພະຍານ​ເຖິງ​ພຣະບິດາ ​ແລະ ພຣະບຸດ (ເບິ່ງ ​ໂຢຮັນ 15:26; 3 ນີ​ໄຟ 28:11; D&C 42:17). ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນຍາ​ວ່າ ພຣະຜູ້​ປອບ​ໂຍນ ຈະ​ສິດສອນ​ທຸກ​ຢ່າງ, ຈະ​ນຳ​ທຸກ​ສິ່ງ​ມາສູ່​ຄວາມ​ຊົງຈຳ​ຂອງ​ເຮົາ, ​ແລະ ນຳພາ​ເຮົາ​ໄປ​ສູ່​ຄວາມ​ຈິງ​ທັງ​ໝົດ (ເບິ່ງ ໂຢຮັນ 14:26; 16:13). ດັ່ງນັ້ນ ພຣະວິນ​ຍານ​ບໍລິສຸດ ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ສາມາດ​ຫລິງ​ເຫັນ ລະຫວ່າງ​ຄວາມ​ຈິງ ​ແລະ ຄວາມ​ຜິດ, ນຳພາ​ເຮົາ​ໃນ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ທຸກ​ຢ່າງ, ​ແລະ ຊ່ວຍ​ເຮົາ​ຜ່ານ​ຜ່າ​ການ​ທ້າ​ທາຍ ຂອງ​ຄວາມ​ເປັນ​ມະຕະ.11 ພຣະອົງ​ກໍ​ຍັງ​ເປັນ​ຜູ້​ຊ່ວຍ​ຊຳລະ​ລ້າງ​​ເຮົາໃຫ້​ສະອາດ ​ແລະ ບໍລິສຸດ​ຈາກ​ບາບ​ ນຳ​ອີກ (ເບິ່ງ 2 ນີ​ໄຟ 31:17; 3 ນີ​ໄຟ 27:20; ໂມ​ໂຣ​ໄນ 6:4).

IV.

ສະນັ້ນ, ການ​ເຂົ້າ​ໃຈ​ຄຳ​ສອນ​ນີ້ ທີ່​ເປີດ​ເຜີຍ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ ​ແລະ ​ແຜນ​ແຫ່ງ​ຄວາມ​ລອດ​ ຊ່ວຍ​ເຮົາ​ກັບ​ການ​ທ້າ​ທາຍ​ໃນ​ທຸກ​ວັນ​ນີ້​ ​ໄດ້ແນວ​ໃດ?

ເພາະ​ເຮົາ​ມີ​ຄວາມ​ຈິງ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ ​ແລະ ມີ​ຄວາມ​ສຳພັນ​ຕໍ່​ພວກ​ພຣະອົງ, ຈຸດປະສົງ​ຂອງ​ຊີວິດ, ​ແລະ ຄວາມ​ຈິງ​ຂອງ​ຈຸດໝາຍ​ປາຍທາງ​ນິລັນດອນ​, ​ເຮົາ​ຈຶ່ງ​ມີ​​ແຜນ​ທີ່​ບອກ​ທາງ ທີ່​ດີ​ທີ່​ສຸດ ​ແລະ ມີ​ຄວາມ​ແນ່ນອນ​ໃຈ​ໃນ​ການ​ເດີນທາງ​ຂອງ​ເຮົາ ຜ່ານ​ກາຍ​ຊ່ວງ​ມະຕະ​ນີ້​ໄປ. ​ເຮົາ​ຮູ້​ວ່າ​ເຮົາ​ນະມັດ​ສະການ​ຜູ້​ໃດ ​ແລະ ​ເປັນ​ຫຍັງ​ຈຶ່ງ​ນະມັດ​ສະການ. ​ເຮົາ​ຮູ້​ວ່າ ​ເຮົາ​​ແມ່ນ​ໃຜ ​ແລະ ​ສາມາດ​ກາຍ​ເປັນ​ຄົນ​ແບບ​ໃດ, (ເບິ່ງ D&C 93:19). ​ເຮົາ​ຮູ້​ວ່າ ຜູ້​ໃດ​ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້, ​ແລະ ​ເຮົາ​ຮູ້​ວ່າ ​ເຮົາ​ຕ້ອງ​ເຮັດ​ສິ່ງ​ໃດ ​ເພື່ອ​ຈະ​ໄດ້​ຊື່ນ​ຊົມ​ກັບ​ພອນ​ອັນ​ຍິ່ງ​ໃຫຍ່​ສຸດ ທີ່​ມາ​ເຖິງ​ຜ່ານ​ທາງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ. ​ເຮົາ​ຮູ້​ທັງ​ໝົດ​ນີ້​ຈາກ​ໃສ? ​ເຮົາ​ຮູ້​ໂດຍ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ ຕໍ່​ສາດສະດາ​ຂອງ​ພຣະອົງ ​ແລະ ຕໍ່​ເຮົາ​ແຕ່ລະຄົນ​ເປັນ​ສ່ວນ​ຕົວ.

ການ​ມີ​ສິ່ງ​ທີ່​ອັກຄະ​ສາວົກ ​ໂປ​ໂລ ​ໄດ້​ບັນຍາຍ ວ່າ​ເປັນ “ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ” (ເອ​ເຟ​ໂຊ 4:13) ຮຽກຮ້ອງ​ຫລາຍ​ກວ່າ ການ​ມີ​ແຕ່​ຄວາມ​ຮູ້​ເທົ່າ​ນັ້ນ. ການ​ທີ່​ພຽງ​ແຕ່ ຮັບ​ເອົາ ພຣະກິດ​ຕິ​ຄຸນ​ເທົ່າ​ນັ້ນ ​ແມ່ນ​ບໍ່​ພຽງພໍ​ສຳລັບ​ເຮົາ; ​ເຮົາ​ຕ້ອງ​ປະຕິບັດ ​ແລະ ຄິດ ​ເພື່ອ​ວ່າ ​ເຮົາ​ຈະ​ມີ​ ຄວາມ​ເຫລື້ອມ​ໃສ ​ກັບ​ມັນ. ກົງກັນຂ້າມກັບ​ລະບົບ​ຂອງໂລກ, ຊຶ່ງ​ສອນ​ເຮົາ​ໃຫ້​ ຮູ້ຈັກ​ ບາງ​ສິ່ງ, ​ແຕ່​ແຜນ​ແຫ່ງ​ຄວາມ​ລອດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ທ້າ​ທາຍ​ເຮົາ​ໃຫ້​ ກາຍ​ເປັນ ​ບາງ​ສິ່ງ.

ຮູບ​ພາບ
ປະທານ​ທອມ​ມັສ​ແອັສ ມອນ​ສັນ

ດັ່ງ​ທີ່​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ເຮົາ ​ຢູ່​ໃນ​ກອງ​ປະຊຸມ​ເທື່ອ​ແລ້ວ​ນີ້​ວ່າ:

“ສິ່ງ​ສຳຄັນ​ຕໍ່​ແຜນ​ນີ້ [ແຜນ​ແຫ່ງ​ຄວາມ​ລອດ] ແມ່ນ​ພຣະຜູ້​ຊ່ວຍ​ໃຫ້ລອດ, ພຣະ​ເຢຊູ​ຄຣິດ. ປາດ​ສະ​ຈາກ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ທຸກ​ຄົນ​ຈະບໍ່​ສາມາດ​ກັບ​ບ້ານ. ​ເຖິງ​ຢ່າງ​ໃດ​ຕາມ, ການ​ພຽງ​ແຕ່​ເຊື່ອ​ໃນ​ພຣະອົງ ​ແລະ ​ເຊື່ອ​ໃນ​ພາລະ​ກິດ​ຂອງ​ພຣະອົງ​ເທົ່າ​ນັ້ນ ​ແມ່ນ​ບໍ່​ພຽງພໍ. ​ເຮົາ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ ​ແລະ ຮຽນ​ຮູ້, ສະ​ແຫວງຫາ ​ແລະ ອະທິຖານ, ກັບ​ໃຈ ​ແລະ ພັດທະນາ​ຕົນ. ​ເຮົາ​ຕ້ອງ​ຮູ້ຈັກ​ກົດ​ຂອງ​ພຣະ​ເຈົ້າ ​ແລະ ດຳລົງ​ຊີວິດ​ຕາມ​ນັ້ນ. ​ເຮົາ​ຕ້ອງ​ໄດ້​ຮັບ​ພິທີການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະອົງ. ພຽງ​ແຕ່​ໂດຍ​ການ​ເຮັດ​​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ​ເຮົາ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມສຸກ​​ນິລັນດອນ ທີ່​ແທ້​ຈິງ. …

ປະທານ​ມອນສັນ ​ໄດ້​ປະກາດ​ວ່າ, “ຈາກ​ສ່ວນ​ເລິກ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ ​ແລະ ດ້ວຍ​ຄວາມ​ຖ່ອມຕົວທີ່​ສຸດ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ແຜນ​ຂອງ​ພຣະບິດາ​ສຳລັບ​ເຮົາ. ມັນ​ເປັນ​ເສັ້ນທາງ​ທີ່​ບໍລິບູນ ​ເສັ້ນ​ດຽວທີ່​ຈະ​ພາ​ໄປ​ຫາ​ຄວາມ​ສະຫງົບ ​ແລະ ຄວາມສຸກ ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນໂລກ​ໜ້າ.”12

ຂ້າພະ​ເຈົ້າຂໍ​ຕື່ມ​ປະ​ຈັກ​ພະຍານ​ຂອງຂ້າພະ​ເຈົ້າ​ ໃສ່​ກັບ​ປະຈັກ​ພະຍານຂອງ​ສາດສະດາ-ປະທານ​ທີ່​ຮັກ​ແພງຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ມີ​ພຣະບິດາ​ເທິງ​ສະຫວັນ, ຜູ້​ທີ່​ຮັກ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ມີ​ພຣະວິນ​ຍານ​ບໍລິສຸດ, ຜູ້ນຳ​ພາ​ເຮົາ. ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຜູ້​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ແຫລ່ງອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 268.

  2. Teachings: Joseph Smith, 42.

  3. ນີ້​ແມ່ນ​ຄວາມ​ໝາຍ​ທີ່​ໃຜໆ​ກໍ​ຮູ້ ​ຂອງ​ຄຳ​ວ່າ ຄວາມສາ​ມັກຄີທຳ ​ເມື່ອ​ຄຳ​ນີ້​ໄດ້​ຖືກ​ເລືອກ​ໃຊ້ ​ໂດຍ​ຜູ້​ແປ​ ສະບັບ​ກະສັດ​ເຈມສ໌ (ເບິ່ງ The Oxford Universal Dictionary, 3rd ed., rev. [1955], 352).

  4. Bruce R. McConkie, A New Witness for the Articles of Faith (1985), 51.

  5. David O. McKay, in Conference Report, Oct. 1935, 100.

  6. Jeffrey R. Holland, “The Grandeur of God,” Liahona, Nov. 2003, 70.

  7. First Presidency, “The Origin of Man,” Ensign, Feb. 2002, 26, 29.

  8. ເບິ່ງ, ຍົກຕົວຢ່າງ, Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 40; “The Living Christ: The Testimony of the Apostles,” Liahona, Apr. 2000, 2.

  9. ເບິ່ງ Joseph Fielding Smith, Doctrines of Salvation, comp. Bruce R. McConkie (1954), 1:27.

  10. ເບິ່ງ First Presidency and Quorum of the Twelve Apostles, “The Father and the Son,” Ensign, Apr. 2002, 13–18.

  11. ເບິ່ງ Robert D. Hales, “The Holy Ghost,” Liahona, May 2016, 105–7.

  12. Thomas S. Monson, “The Perfect Path to Happiness,” Liahona, Nov. 2016, 80–81.