​2010–2019
ພາສາ​ແຫ່ງ​ພຣະກິດຕິ​ຄຸນ
ເດືອນ​ເມສາ 2017


ພາ​ສາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ

ການ​ສອນ​ອັນ​ມີ​ພະ​ລັງ​ນັ້ນ​ສຳ​ຄັນ​ຍິ່ງ ເພື່ອ​ຮັກ​ສາ​ພຣະ​ກິດ​ຕິ​ຄຸນ​ໄວ້​ໃນ​ຄອບຄົວ​ຂອງ​ເຮົາ​, ແລະ ​ເຮົາ​ຕ້ອງ​ມີ​ຄວາມ​ພາກພຽນ ​ແລະ ຄວາມ​ພະຍາ​ຍາມ​ອີກ​ດ້ວຍ.

ເມື່ອ​ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ຂ້າ​ພະ​ເຈົ້າ​ໄດ້​ພາ​ຄອບ​ຄົວ​ຍ້າຍ​ຈາກ​ປະ​ເທດ ຄົດສະຕາ ຣິ​ກ້າ ໄປ​ເມືອງ​ເຊົາເລັກ ເພື່ອ​ເຮັດ​ງານ​ມອບ​ໝາຍ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ປະ​ເທດ​ສະ​ຫະ​ລັດ. ຂ້າ​ພະ​ເຈົ້າ​ໂຊກ​ດີ ທີ່​ໄດ້​ໄປ​ຢ້ຽມ​ຢາມ​ຫລາຍ​ຄົນ​ທີ່​ດີ ທີ່​ມາ​ຈາກຫລາຍ​ປະ​ເທດ ​ແລະ​ ມີ​ວັດ​ທະ​ນະ​ທຳ​ທີ່​ຫລາກ​ຫລາຍ. ມີ​ຫລາຍ​ຄົນ​ກໍ​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ ທີ່​ເຂົາ​ເຈົ້າ​ເກີດ​ໃນ​ກຸ່ມ​ປະເທດ​ລາ​ຕິນ​ອາ​ເມຣິ​ກາ.

ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ວ່າ ຄົນລາ​ຕິນອາ​ເມຣິກາ​ລຸ້ນ​ທຳ​ອິດ​ຢູ່​ນີ້​ ເວົ້າ​ພາ​ສາ​ສະ​ເປນ ເປັນ​ພາ​ສາ​ຫລັກ ແລະ​ ຮູ້​ພາ​ສາ​ອັງ​ກິດ​ພໍ​ຊ່ຳ​ໜຶ່ງ​ ພໍ​ແຕ່​ສື່​ສານ​ກັບ​ຄົນ​ອື່ນ​ໄດ້. ຄົນ​ລຸ້ນ​ທີ​ສອງ ອາດ​ຈະ​ເກີດ​ຢູ່​ໃນ​ສະ​ຫະ​ລັດ ຫລື​ ມາ​ຢູ່​ນີ້​ຕັ້ງ​ແຕ່​ນ້ອຍ ແລະ​ ມາ​ເຂົ້າ​ໂຮງ​ຮຽນ​ຢູ່​ນີ້. ເຂົາ​ເຈົ້າ​ເວົ້າ​ພາ​ສາອັງກິດ​ເກັ່ງ​ຫລາຍ ແລະ​ ບາງ​ທີ​ເວົ້າ​ພາ​ສາ​ສະເປນ​ ​ບໍ່​ຄ່ອງ​ປານ​ໃດ. ແລະ​ ເມື່ອ​ມາ​ຮອດ​ລຸ້ນ​ທີ​ສາມ ພາ​ສາ​ສະ​ເປນ​ຂອງ​ເຂົາ​ເຈົ້າ ຊຶ່ງ​ເປັນ​ພາ​ສາ​ແມ່ ຂອງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ຕົນ​ນັ້ນ​ ໄດ້​ສູນ​ເສຍ​ໄປ.1

ເມື່ອ​ເວົ້າ​ໃນ​ດ້ານ​ພາ​ສາ​ສາດ​ແລ້ວ ສິ່​ງ​ນີ້ຈະ​ເອີ້ນ​ວ່າ “ການ​ສູນ​ເສຍ​ພາ​ສາ.” ຊຶ່ງ​ອາດ​ເກີດ​ຂຶ້ນ​ໄດ້​ ເມື່ອ​ຄອບ​ຄົວ​ຍ້າຍ​ໄປ​ຢູ່​ຕ່າງ​ແດນ ຊຶ່ງ​ພາ​ສາ​ແມ່​ຂອງ​ຕົນ​ບໍ່​ຖືກ​ໃຊ້​ເປັນ​ສ່ວນ​ໃຫຍ່. ສິ່ງ​ນີ້​ບໍ່​ແມ່ນ​ເປັນ​ແຕ່​ຄົນລາ​ຕິນອາ​ເມຣິກາ​ເທົ່າ​ນັ້ນ ແຕ່​ປະ​ຊາ​ກອນ​ໃນ​ທົ່ວ​ໂລກ​ກໍ​ເປັນ​ຄື​ກັນ ຖ້າ​ເຂົາ​ເຈົ້າ​ມັກ​ໃຊ້​ພາ​ສາ​ໃໝ່ ແທນ​ພາ​ສາ​ແມ່.2 ແມ່ນ​ແຕ່​ນີ​ໄຟ ຊຶ່ງ​ເປັນ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ກໍ​ຍັງ​ເປັນ​ຫ່ວງ​ໃນ​ການ​ສູນ​ເສຍ​ພາ​ສາ​ແມ່ ເມື່ອ​ເພິ່ນ​ກຳ​ລັງ​ຕຽມ​ຍ້າຍ​ໄປຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ນີ​ໄຟ​ຂຽນ​ວ່າ, “ຈົ່ງ​ເບິ່ງ ມັນ​ເປັນຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ​ວ່າ ພວກ​ເຮົາ​ຈະ​ໄດ້​ບັນ​ທຶກ​ເຫລົ່າ​ນີ້, ເພື່ອ​ຈະ​ໄດ້​ຮັກ​ສາ​ພາ​ສາ​ຂອງ​ບັນ​ພະ​ບຸ​ລຸດ​ຂອງພວກ​ເຮົາ​ໄວ້​ໃຫ້​​ແກ່ລູກ​ຫລານຂອງ​ພວກ​ເຮົາ.3

ແຕ່​ນີ​ໄຟ​ຍັງ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ສູນ​ເສຍ​ພາ​ສາ​ຢ່າງ​ອື່ນ​ນຳ​ອີກ. ໃນ​ຂໍ້​ຕໍ່​ໄປ ເພິ່ນ​ໄດ້ກ່າວ​ວ່າ, “ແລະ​ ເພື່ອ​ພວກເຮົາ​ຈະ​ຮັກ​ສາ​ຖ້ອຍ​ຄຳ​ຊຶ່ງ​ເວົ້າ​ດ້ວຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ​ໄວ້​​ໃຫ້​ພວກ​ເຂົາ​ເໝືອນ​ກັນ, ຊຶ່ງ​ພຣະ​ວິນ​ຍານ​ ແລະ​ ອຳ​ນາດ​ຂອງ​ພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ໄວ້​ກັບ​ພວກ​ເພິ່ນ ນັບ​ແຕ່​ການ​ເລີ່ມ​ຕົ້ນຂອງ​ໂລກ​ລົງ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້.”4

ຂ້າ​ພະ​ເຈົ້າ​ສັງ​ເກດ​ວ່າ ການ​ຮັກ​ສາ​ພາ​ສາ​ແມ່ ແລະ ການ​ຮັກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຊີ​ວິດ​ຂອງ​ເຮົາ ແມ່ນ​ມີ​ຄວາມ​ຄ້າຍ​ຄື​ກັນ.

ໃນ​ການ​ປຽບ​ທຽບ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເນັ້ນ​ໜັກ​ໃສ່​ພາ​ສາ​ສະ​ເພາະ​ໃດ​ໜຶ່ງ​ ຂອງ​ພາ​ສາ​ທາງ​ໂລກ ແຕ່​ເນັ້ນ​ໃສ່​ພາ​ສາ​ນິ​ລັນ​ດອນ​ ທີ່​ພວກ​ເຮົາ​ຕ້ອງ​ຮັກ​ສາ​ໄວ້​ໃນ​ຄອບ​ຄົວ ແລະ​ ຢ່າ​ສູນ​ເສຍ​ພາ​ສາ​ນັ້ນ​ໄປ​ເລີຍ. ຂ້າ​ພະ​ເຈົ້າໝາຍ​ເຖິງ​ພາ​ສາ5 ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ພາ​ສາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ,” ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ຄຳ​​ສອນ​ທັງ​ໝົດ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ, ການ​ທີ່​​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ເຫລົ່າ​ນັ້ນ, ແລະ​ ການ​ເຮັດ​ຕາມຮີດຄອງ​ປະ​ເພ​ນີ​ອັນ​ທ່ຽງທຳ​ຕ່າງໆ.

ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ເຖິງ​ສາມ​ວິ​ທີ ທີ່​ເຮົາ​ສາ​ມາດ​ຮັກ​ສາ​ພາ​ສາ​ນີ້​ໄດ້.

ໜຶ່ງ: ການ​ພາກ​ພຽນ ​ແລະ​ ​ເປັນ​ຫ່ວງ​ເປັນ​ໃຍ​ກັບ​ບ້ານ​ເຮືອນ​ຫລາຍ​ຂຶ້ນ

ໃນ Doctrine and Covenants, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ດີ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ຮ່ວມ​ທັງ ນິວ​ເອັນ ເຄ ວິດ​ນີ ໃຫ້​ຈັດ​ແຈງ​ບ້ານ​​ເຮືອນໃຫ້​​ເປັນ​ລະບຽບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕິ​ຕຽນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ທີ່​ຊື່ ນິວ​ເອັນ ເຄ ວິດ​ນີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ເພິ່ນວ່າ ເພິ່ນ​ຕ້ອງ​ຈັດ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ເປັນ​ລະບຽບ, ​ແລະ ​ເບິ່ງ​ວ່າ​ ເຂົາ​ເຈົ້າພາກ​ພຽນ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ​ກັບ​ບ້ານ​ເຮືອນ​ຫລາຍ​ຂຶ້ນ, ​ແລະ ອະທິຖານ​ສະ​ເໝີ, ຖ້າ​ບໍ່​ດັ່ງນັ້ນ ​ເຂົາ​ເຈົ້າຈະ​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ເຂົາ​ເຈົ້າ.”6

ສິ່ງໜຶ່ງ​ທີ່​ເປັນ​ເຫດ​ໃຫ້​ມີ​ການ​ສູນ​ເສຍ​ພາ​ສາ ຄື​ພໍ່​ແມ່​ບໍ່​ໃຊ້​ເວ​ລາ​ສອນ​ພາ​ສາ​ແມ່​ ໃຫ້​ລູກ​ຂອງ​ຕົນ. ມັນ​ບໍ່​ພຽງ​ພໍ​ທີ່ພຽງ​ແຕ່ຈະ​ ​ເວົ້າ ພາ​ສາ​ຢູ່​ໃນ​ບ້ານ​ເທົ່າ​ນັ້ນ ຖ້າ​ພໍ່​ແມ່​ຢາກ​ຮັກ​ສາ​ພາ​ສາ​ເຂົາ​ເຈົ້າ​ໄວ້ ເຂົາ​ເຈົ້າ​ຕ້ອງ​ ສອນ ​ພາ​ສາ​ໃຫ້​ລູກ. ມີ​ການ​ພົບ​ເຫັນ​ຈາກ​ການ​ຄົ້ນ​ຄວ້າ​ວ່າ ພໍ່​ແມ່​ທີ່​ຕັ້ງ​ໃຈ​ຮັກ​ສາ​ພາ​ສາ​ແມ່ ຂອງ​ເຂົາ​ເຈົ້າ​ໄວ້ ມີ​ແນວ​ໂນ້ມ​ທີ່​ຈະ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຕາມ​ຄວາມ​ຕັ້ງ​ໃຈ.7 ດັ່ງ​ນັ້ນ ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ພາ​ສາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ມີ​ຫຍັງ​ແດ່?

ແອວ​ເດີ ເດວິດ ເອ ​ແບ໊ດ​ນາ ແຫ່ງ​ກຸ່ມອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ເຕືອນ​ວ່າ “ການ​ສິດສອນ ​ແລະ​ ການ​ເປັນ​ແບບ​ຢ່າງ​ທີ່​ອ່ອນ​ແອ​ໃນ​ບ້ານ​ເຮືອນ” ອາດ​ຈະ​ເປັນ​ເຫດ​ຕັດ​ຂາດ​ຄົນ​ຫລາຍ​ລຸ້ນ ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອອກ.8

ດັ່ງ​ນັ້ນ​ພວກ​ເຮົາ​ສາ​ມາດ​ສະ​ຫລຸບ​ໄດ້​ວ່າ ການ​ສອນ​ອັນ​ມີ​ພະ​ລັງ​ນັ້ນ​ສຳ​ຄັນ​ຍິ່ງ ເພື່ອ​ຮັກ​ສາ​ພຣະ​ກິດ​ຕິ​ຄຸນ​ໄວ້​ໃນ​ຄອບຄົວ​ຂອງ​ເຮົາ, ແລະ ​ເຮົາ​ຕ້ອງ​ມີ​ຄວາມ​ພາກພຽນ ​ແລະ ຄວາມ​ພະຍາຍາມ​ອີກ​ດ້ວຍ.

ມີ​ຫລາຍ​​ເທື່ອ ທີ່​ພວກ​ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ​ ເປັນ​ສ່ວນ​ຕົວ ໃນ​ທຸກໆ​ວັນ​ໃຫ້​ເປັນ​ນິ​ໄສ.9 ຫລາຍ​ຄອບ​ຄົວ​ທີ່​ເຮັດ​ເຊັ່ນ​ນີ້ ກໍ​ໄດ້​ຮັບ​ພອນ​ແຫ່ງ​ຄວາມ​​ເປັນອັນ​ໜຶ່ງ​ດຽວ​ກັນ ແລະ ​ມີ​ຄວາມ​ສຳ​ພັນ​ໃກ້​ຊິດ​ ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດີ​ຍິ່ງ​ຂຶ້ນ.

ຮູບ​ພາບ
ພໍ່​ ​ແລະ ລູກ​ສາວ ສຶກສາ​ພຣະຄຳ​ພີ

ເຮົາ​ຈະ​ສຶກ​ສາ​ພຣະ​ຄຳ​ພີ​ປະຈຳ​ວັນ​ຍາມ​ໃດ? ມັນ​ເກີດ​ຂຶ້ນ ເມື່ອ​ພໍ່​ແມ່​ຖື​ພຣະ​ຄຳ​ພີ​ມາ ແລ້ວ​ຊັກ​ຊວນ​ຄົນ​ໃນ​ຄອບ​ຄົວ​ດ້ວຍ​ຄວາມ​ຮັກ​ໃຫ້​ທຸກ​ຄົນ​ມາ​ສຶກ​ສາ​ນຳ​ກັນ. ມັນ​ຍາກ​ທີ່​ຈະ​ເຮັດ​ໃຫ້​ມີ​ການ​ສຶກ​ສາ​ແບບ​ນີ້​ເກີດ​ຂຶ້ນ​ໄດ້​ໃນ​ທາງ​ອື່ນ.

ຮູບ​ພາບ
ຄອບຄົວ​ສຶກສາ​ພຣະຄຳ​ພີ

ພໍ່ ແລະ ແມ່​ທັງ​ຫລາຍ, ຢ່າ​ພາດ​ໂອ​ກາດ​ໃນ​ພອນ​ທີ່​ລ້ຳ​ເລີດ​ນີ້. ຢ່າ​ລໍ​ຖ້າ​ຈົນ​ສາຍ​ເກີນ​ໄປ!

ສອງ: ເປັນ​ແບບ​ຢ່າງ​ທີ່​ເຂັ້ມ​ແຂງ ໃນ​ບ້ານ​ເຮືອນ

ນັກ​ຊ່ຽວ​ຊານ​ພາ​ສາ​ສາດ​ໄດ້​ຂຽນ​ໄວ້​ວ່າ ການ​ທີ່​ເຮົາ​ຈະ​ຮັກ​ສາ​ພາ​ສາ​ແມ່​ໄວ້​ໄດ້​ນັ້ນ​ແມ່ນ “ທ່ານ​ຕ້ອງ​ເຮັດ​ໃຫ້​ພາ​ສາ​ນັ້ນ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ ສຳ​ລັບ​ລູກໆຂອງ​ທ່ານ.”10 ເຮົາ “ເຮັດ​ໃຫ້​ພາ​ສາ​ນັ້ນ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ໄດ້” ເມື່ອ​ເຮົາ​ສອນ ແລະ ​ເປັນ​ແບບ​ຢ່າງ​ຄຽງ​ຄູ່​ກັນ​ໄປ.

ເມື່ອ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ຕອນ​ຢຸດ​ພັກ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ໃນ​ໂຮງ​ງານ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ຄຳ​ຖາມ​ທຳ​ອິດ​ທີ່​ພໍ່​ຂ້າ​ພະ​ເຈົ້າ​ມັກ​ຖາມ​ຄື: “ລູກ​ຈະ​ເອົາ​ເງິນ​ໄປ​ໃຊ້​ແນວ​ໃດ?”

ຂ້າ​ພະ​ເຈົ້າ​ຮູ້​ຄຳ​ຕອບ ແລ້ວ​ຕອບ​ພໍ່​ວ່າ: “ຈ່າຍ​ສ່ວນ​ສິບ ແລະ ​ທ້ອນ​ໄວ້​ສຳ​ລັບ​ວຽກງານ​ເຜີຍ​ແຜ່​ສາດ​ສະ​ໜາ​ຂອງ​ລູກ.”

ຫລັງ​ຈາກ​ໄດ້ເຮັດ​ວຽກ​ປະ​ມານ​ແປດ​ປີກັບ​ເພິ່ນ, ແລະ​ ​ໄດ້​ຕອບ​ຄຳ​ຖາມ​ແບບ​ດຽວ​ເລື້ອຍໆ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ເພິ່ນ​ໄດ້​ສອນເລື່ອງ​ການ​ຈ່າຍ​ສ່ວນ​ສິບ​ໃຫ້​ຂ້າພະ​ເຈົ້າ​ແລ້ວ. ແຕ່​ເພິ່ນ​ບໍ່​ຮູ້​ດອກ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຫລັກ​ທຳ​ສຳ​ຄັນ​ນີ້​ ໃນ​ພຽງ​ທ້າຍ​ອາ​ທິດ​ດຽວ​ເທົ່າ​ນັ້ນ. ຂ້າພະ​ເຈົ້າຈະ​ເລົ່າ​ໃຫ້​ທ່ານ​ຟັງ ກ່ຽວ​ກັບ​ວິທີ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຫລັກ​ທຳຂໍ້ນັ້ນ.

ຫລັງ​ຈາກ​ເຫດ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ສົງ​ຄາມ​ກາງ​ເມືອງ​ໃນ​ອາ​ເມຣິ​ກາ​ກາງ, ທຸ​ລະ​ກິດ​ຂອງ​ພໍ່​ກໍ​ເຈັ້ງ. ຄົນ​ງານ​ເຕັມ​ເວ​ລາ​ຂອງ​ເພິ່ນ​ເມື່ອ​ກ່ອນ​ມີ 200 ຄົນ ກໍ​ເຫລືອ​ພຽງ​ແຕ່​ຄົນ​ຫຍິບ​ຈັກ​ ໜ້ອຍ​ກວ່າ ຫ້າ ຄົນ ທີ່​ເຮັດ​ວຽກ​ຈຳ​ເປັນ​ເທົ່າ​ນັ້ນ​ ຢູ່​ກະລ້າ​ລົດ​ຢູ່​ບ້ານ​ຂອງ​ພວກ​ເຮົາ. ມື້​ໜຶ່ງ​ໃນ​ຍາມ​ລຳ​ບາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພໍ່​ກັບ​ແມ່​ລົມ​ກັນ​ວ່າ ພວກ​ເພິ່ນ​ຄວນ​ຈະ​ຈ່າຍ​ສ່ວນ​ສິບ ຫລື​ ເອົາ​ເງິນ​ໄປ​ຊື້​ອາ​ຫານ​ໃຫ້​ລູກ.

ວັນ​ອາ​ທິດ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ຕາມ​ຫລັງ​ພໍ່​ເພື່ອ​ເບິ່ງ​ວ່າ ເພິ່ນ​ຈະ​ເຮັດ​ແນວ​ໃດ. ຫລັງ​ຈາກ​ການ​ປະ​ຊຸມ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພໍ່​ຢິບ​ຊອງ​ມາ​ ແລ້ວ​ຍັດ​ເງິນ​ສ່ວນ​ສິບ​ໃສ່​ໃນ​ຊອງ​ນັ້ນ. ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບົດ​ຮຽນ. ແຕ່​ຕົນ​ເອງ​ຍັງ​ບໍ່​ຮູ້​ວ່າ ພວກ​ເຮົາ​ຈະ​ກິນ​ຫຍັງ.

ໃນ​ຕອນ​ເຊົ້າ​ວັນ​ຈັນ ມີ​ຄົນ​ມາ​ເຄາະ​ປະ​ຕູ​ພວກ​ເຮົາ. ເມື່ອ​ຂ້າ​ພະ​ເຈົ້າ​ເປີດ​ປະ​ຕູ​, ເຂົາ​ເຈົ້າ​ຖາມ​ຫາ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈຶ່ງ​ເອີ້ນ​ພໍ່​ມາ, ເມື່ອ​ພໍ່​ມາ ເຂົາ​ເຈົ້າ​ໄດ້​ບອກ​ພໍ່​ວ່າ​ ມີ​ວຽກ​ຫຍິບ​ເຄື່ອງ​ດ່ວນ ແລະ​ ຕ້ອງ​ການ​ດ່ວນ. ເຂົາ​ເຈົ້າ​ບອກ​ວ່າ​ວຽກ​ນັ້ນ​ດ່ວນ​ຫລາຍ ຈົນ​ເຂົາ​ເຈົ້າ​ຈະ​ຈ່າຍ​ເງິນ​ລ່ວງ​ໜ້າ. ນັ້ນ​ແມ່ນ​ມື້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຫລັກ​ທຳ​ແຫ່ງ​ກົດ​ສ່ວນ​ສິບ ແລະ ພອນ​ຕ່າງໆ​ທີ່​ຕາມ​ມາ.

ໃນ​ພຣະ​ຄຳ​ພີ​ໃໝ່, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເຖິງ​ການ​ເປັນ​ແບບ​ຢ່າງ, ພຣະ​ອົງ​ກ່າວ​ວ່າ: “ເຮົາ​ບອກ​ພວກ​ເຈົ້າຕາມຄວາມ​ຈິງ​ວ່າ ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້ ນອກຈາກ​ໄດ້​ເຫັນ​ພຣະບິດາ​ເຮັດ​: ສິ່ງ​ທີ່​ພຣະບິດາ​ເຮັດ ພຣະບຸດ​ກໍ​ເຮັດ​ເໝືອນ​ກັນ.”11

ຮູບ​ພາບ
ການ​ໄປ​ພຣະວິຫານ

ມັນ​ບໍ່​ພຽງ​ພໍ​ທີ່​ຈະ ລົມ ​ກັບ​ລູກໆ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພຣະ​ວິ​ຫານ, ການ​ແຕ່ງ​ງານ, ການ​ຖື​ສິນ​ອົດ​ເຂົ້າ, ​ແລະ ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ​ເທົ່າ​ນັ້ນ, ແຕ່​ລູກໆ​ຕ້ອງ​ເຫັນ​ເຮົາ​ຫາ​ເວ​ລາ​ໄປ​ພຣະ​ວິ​ຫານ​ເລື້ອຍໆ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ເຂົາ​ເຈົ້າ​ຕ້ອງ​ເຫັນ​ເຮົາ​ມຸ່ງ​ໝັ້ນ​ໃນ​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ປະ​ຈຳ12 ແລະ​ ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ​ທັງ​ວັນ. ຖ້າ​ລູກຜູ້​ໄວ​ລຸ້ນ​ຂອງ​ເຮົາ​ຖື​ສິນ​ອົດ​ເຂົ້າ​ສອງ​ຄາບບໍ່​ໄດ້, ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ປະ​ຈຳ​ບໍ່ໄດ້, ແລະ​ ປິດ​ໂທ​ລະ​ພາບໃນ​ລະຫວ່າງ​ເກມ​ເຕະ​ບານ​ໃນ​ວັນ​ອາ​ທິດ​ບໍ່ໄດ້, ​ແລ້ວເຂົາ​ຈະສາມາດ​ຢັບ​ຢັ້ງ​ໃຈ​ຕົນ​ເອງ​ຈາກ​ການ​ຫລອກ​ລວງ​ອັນ​ມີ​ພະ​ລັງ​ຂອງ​ໂລກ​ທີ່​ທ້າ​ທາຍ ແລະ​ ຈາກ​ການ​ລໍ້ລວງ​ທາງ​ລາ​ມົກ​ໄດ້ບໍ?

ສາມ: ຮີດຄອງປະ​ເພ​ນີ​

ທາງ​ອື່ນ​ທີ່​ພາ​ສາ​ຈະ​ຖືກ​ດັດ​ແປງ ຫລື​ ສູນ​ເສຍ​ໄປ ແມ່ນ​ຍ້ອນ​ພາ​ສາ​ອື່ນໆ ​ແລະ​ ຮີດຄອງປະ​ເພ​ນີ​ຕ່າງໆ ​ເຂົ້າ​ມາ​ປົນ​ເປ​ກັບ​ພາ​ສາ​ແມ່.13

ໃນ​ໄລ​ຍະຕອນ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​, ພຣະ​ຜູ້​ເປັນ​ເຈົ້າໄດ້​​ເຊື້​ອເຊີນ​ສະ​ມາ​ຊິກ​ທີ່ດີ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຈັດ​ບ້ານຂອງ​ເຂົາ​ເຈົ້າ​ໃຫ້​​ເປັນ​ລະບຽບ. ພຣະ​ອົງ​ໄດ້​ກ່າວ​ເຖິງ​ສອງ​ທາງ​ທີ່​ເຮົາ​ອາດ​ເສຍ​ຄວາມ​ສະ​ຫວ່າງ​ ແລະ​ ຄວາມ​ຈິງ​ຈາກ​ບ້ານ​ຂອງ​ເຮົາ​ໄປ ຄືຄົນ​ຊົ່ວ​ຄົນ​ນັ້ນ​ໄດ້​ມາ ​ແລະ ​ເອົາ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ​ໄປ,ຜ່ານ​ການ​ບໍ່​ເຊື່ອ​ຟັງ, ຈາກ​ລູກ​ຫລານ​ມະນຸດ, ​ແລະ ​ເປັນ​ເພາະ​ຮີດຄອງ​ປະ​ເພນີ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ.14

ໃນຄອບ​ຄົວ​​ເຮົາ, ເຮົາ​ຕ້ອງ​ຫລີກ​ເວັ້ນ​ຈາກຮີດຄອງ​ປະ​ເພ​ນີ ທີ່​ຈະ​ກີດ​ກັນ​ເຮົາ​ຈາກ​ການຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ຫລື ຈາກ​ການສຶກ​ສາ​ພຣະ​ຄຳ​ພີ​ທຸກ​ວັນ ແລະ​ ຈາກ​ການອະ​ທິ​ຖານ​ຢູ່​ບ້ານ​ອີກ. ເຮົາ​ຕ້ອງ​ປິດ​ເຄື່ອງ​ດິຈິ​ຕອນຕ່າງໆ​ ທີ່​ເປີດ​ເບິ່ງ​ຮູບ​ລາ​ມົກ ແລະ​ ປິດ​ປະຕູ​ກັນອິດ​ທິ​ພົນ​ທີ່ຊົ່ວ​ຮ້າຍຕ່າງໆ. ເພື່ອ​ຮັບ​ມື​ກັບ​ຮີດຄອງປະ​ເພ​ນີ​ທາງ​ໂລກ​ໃນ​ສະ​ໄໝ​ຂອງ​ເຮົາ, ເຮົາ​ຕ້ອງ​ອາ​ໄສ​ພຣະ​ຄຳ​ພີ ແລະ ສຽງ​ຂອງ​ສາດ​ສະ​ດາ​ສະ​ໄໝ​ໃໝ່​ຂອງ​ເຮົາ ເພື່ອສິດ​ສອນ​ລູກ​ໆຂອງ​ເຮົາ​ກ່ຽວ​ກັບ​ເອກ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຂົາ, ເປົ້າ​ໝາຍ​ໃນ​ຊີ​ວິດ​ຂອງ​ເຂົາ, ແລະ ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສະ​ຫລຸບ

ໃນ​ພຣະ​ຄຳ​ພີ, ເຮົາ​ເຫັນ​ຫລາຍ​ຕົວ​ຢ່າງ​ຂອງ​ການ “ສູນ​ເສຍ​ພາ​ສາ.”15 ຍົກຕົວ​ຢ່າງ:

“ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຄົນ​ລຸ້ນ​ໃໝ່​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ ​ຂອງ​ກະ​ສັດ​ເບັນ​ຢາ​ມິນ, ໂດຍ​ທີ່​ຍັງ​​ເປັນ​ເດັກນ້ອຍ​ຢູ່​ໃນ​ເວ​ລາ​ທີ່​ເພິ່ນ​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ; ແລະ​ ພວກ​ເຂົາ​ບໍ່​ເຊື່ອ​ຖື​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ. …

“ແລະ ບັດ​ນີ້​ເປັນ​ຍ້ອນ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ​ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ.”16

ສຳ​ລັບ​ຄົນ​ລຸ້ນ​ໃໝ່​ແລ້ວ, ພຣະ​ກິດ​ຕິ​ຄຸນ​ໄດ້​ກາຍ​ເປັນ​ພາ​ສາ​ແປກໆ. ​ແລະ ​ເຖິງ​ແມ່ນ​ບາງ​ເທື່ອ ຈະ​ມີ​ການ​ໂຕ້​ຖຽງ​ກັນ​ເລື່ອງການ​ຮັກ​ສາ​ພາ​ສາ​ແມ່​ຂອງ​ຕົນ​ໄວ້​ໃຫ້​ເປັນ​ເປັນ​ປະ​ໂຫຍດ, ​ແຕ່​​ໃນ​ກໍລະນີ​​ຂອງແຜນ​ແຫ່ງ​ຄວາມ​ລອດ​ແລ້ວ, ຈະ ​ໂຕ້​ຖຽງ​ກັນ ບໍ່​ໄດ້ ​ເລີຍ ກ່ຽວ​ກັບ​ຜົນ​ສະທ້ອນ​ນິລັນດອນ ​ເລື່ອງ​ການ​ສູນ​ເສຍ​ພາ​ສາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ​ເຮືອນຂອງ​ເຮົາ.

ຮູບ​ພາບ
ແມ່​ອະທິຖານ​ກັບ​ລູກ​ຊາຍ​ຂອງ​ນາງ

ໃນ​ຖາ​ນະ​ທີ່​ເປັນລູກຂອງ​ພຣະ​ເຈົ້າ, ເຮົາ​ຍັງ​ຂາດ​ຕົກ​ບົກ​ພ່ອງ​ໃນ​ຄວາມ​ພະ​ຍາ​ຍາມ​ຮຽນ​ພາ​ສາ​ທີ່​ສົມ​ບູນ.17 ເໝືອນ​ດັ່ງ​ແມ່​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈລູກ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກໍ​ມີ​ຄວາມ​ອົດ​ທົນ​ກັບ​ຄວາມ​ບໍ່​ສົມ​ບູນ​​ແບບ ແລະ​ ຄວາມ​ຜິດ​ພາດ​ຂອງ​ເຮົາ. ເຖິງ​​ແມ່ນວ່າ ​ເຮົາ​ຈະ​ອະ​ທິ​ຖານ​ແບບ​ມຸບໆ​ມັບໆ, ເວົ້າ​ພຶມ​ພຳ​ດ້ວຍ​ຄວາມ​ຈິງ​ໃຈ, ປານ​ວ່າ​ມັນ​ເປັນ​ບົດ​ກະ​ວີ​ລ້ຳ​ເລີດ; ​ແຕ່ພຣະ​ອົງ​ຍັງ​ຮັກ​ ແລະ ​ເຂົ້າ​ໃຈ​ເຮົາ​ຢູ່; ພຣະ​ອົງ​ປິ​ຕິ​ຍິນ​ດີ ​ເມື່ອ​ໄດ້​ຍິນ​ຄຳ​ເວົ້າ​ພຣະ​ກິດ​ຕິ​ຄຸນ​ເທື່ອ​ທຳ​ອິດ​ຂອງ​ເຮົາ; ພຣະ​ອົງສິດ​ສອນ​ເຮົາ​ດ້ວຍ​ຄວາມ​ຮັກ​ອັນ​ບໍລິບູນ.

ຮູບ​ພາບ
ຄອບຄົວ​ອະທິຖານ​ນຳ​ກັນ

ບໍ່​ມີ​ຄວາມ​ສຳ​ເລັດ​ໃດ​ໃນ​ຊີ​ວິດ​ນີ້, ​ເຖິງ​ແມ່ນ​ມັນ​ສຳຄັນ, ກໍ​ຈະ​ບໍ່​ສຳຄັນ​ເລີຍ ຖ້າ​ຫາກ​ເຮົາສູນ​ເສຍ​ພຣະ​ກິດ​ຕິ​ຄຸນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ໄປ.18 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ປະ​ທານ​ພອນ​​ໃຫ້ແກ່​ເຮົາ ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້​ພາ​ສາ​ຂອງ​ພຣະ​ອົງ, ຈົນ​ວ່າເຮົາ​ເກັ່ງ​ພາ​ສາ​ສື່​ສານ ໃນ​ລະ​ດັບ​ທີ່​ສູງ​ກວ່າ ຊຶ່ງ​ນັ້ນ​ຄື​ພາ​ສາ​ແມ່​ຂອງ​ເຮົາ​ສະ​ເໝີ. ໃນ​ພຣະ​ນາມພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ໃນ​ກຸ່ມ​ຄົນ​ລາ​ຕິນອາ​ເມຣິກາ, ​ເມື່ອ​ເຖິງ​ຄົນ​ລຸ້ນທີ​ສາມ “ລະດັບ​ພາສາ​ອັງກິດ​ດ່ຽວ​ແມ່ນ ... 72 ​ເປີ​ເຊັນ” (Richard Alba, “Bilingualism Persists, but English Still Dominates,” Migration Policy Institute, Feb. 1, 2005, migrationpolicy.org/article/bilingualism-persists-english-still-dominates).

  2. “Speaking only English is the predominant pattern by the third generation” (Alba, “Bilingualism Persists, but English Still Dominates).

  3. 1 ນີ​ໄຟ 3:19; ​ເນັ້ນຄຳ​ເນີ້ງ.

  4. 1 ນີ​ໄຟ 3:20; ​ເນັ້ນຄຳ​ເນີ້ງ.

  5. ພາສາ​ມີ​ຄວາມ​ໝາຍວ່າ “ລະບົບ​ການ​ສື່ສານ​ທີ່​ຄົນ​ໃນ​ປະ​ເທດ​ໃດ​ໜຶ່ງ ຫລື ຄົນ​ໃນ​ຊຸມ​ຊົນ​ໃດ​ໜຶ່ງ ​ໃຊ້​ສື່ສານ” (Oxford Living Dictionaries, “language,” oxforddictionaries.com).

  6. ເບິ່ງ Doctrine and Covenants 93:50; ​ເນັ້ນຄຳ​ເນີ້ງ.

  7. “[ການ​ຮັກສາ​ພາສາ​ແມ່] ​ແມ່ນ​ເ​ປັນ​ໄປ​ໄດ້, ​ແຕ່​ວ່າ​ຕ້ອງ​ມີ​ການມຸ່ງ​ໝັ້ນ ​ແລະ ການວາງ​ແຜນ” (Eowyn Crisfield, “Heritage Languages: Fighting a Losing Battle?” onraisingbilingualchildren.com/2013/03/25/heritage-languages-fighting-a-losing-battle). “For example, German speakers in the Midwest were successful in maintaining their mother tongue across generations” (Alba, “Bilingualism Persists, but English Still Dominates”).

  8. David A. Bednar, “Multigenerational Families,” in General Conference Leadership Meetings, Apr. 2015, broadcasts.lds.org.

  9. ຕົວ​ຢ່າງ​ສະ​ໄໝ​ໃໝ່​ຕົວ​ຢ່າງ​ໜຶ່ງ ຄື​ຄຳ​ແນະນຳ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ​ໃຫ້: “ພວກ​ເຮົາ​ແນະ​ນຳ​ພໍ່​ແມ່ ແລະ​ ລູກໆ​ ໃຫ້​ຍົກ​ລະດັບການ​ອະ​ທິ​ຖານ​​ເປັນຄອບ​ຄົວ, ການ​ສັງ​ສັນ​ກັນ​ໃນ​ຄອບ​ຄົວ, ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ​ແລະ​ ການ​ສິດ​ສອນ, ແລະ​ ການ​ເຮັດກິດ​ຈະ​ກຳ​ທີ່​ດີ​ຂອງ​ຄອບ​ຄົວ ​ມີ​ຄວາມ​ສຳຄັນ​ສູງ​ສຸດ” (ຈົດ​ໝາຍ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ລົງ​ວັນ​ທີ 11 ເດືອນ​ກຸມ​ພາ, 1999).

  10. “ທ່ານ​ຕ້ອງ​ເຮັ​ດ​ໃຫ້ ພາສາ​ມີ​ຊີວິດ​ຊີວາ ສຳລັບ​ລູກໆ, ​ເພື່ອ​ວ່າ​ເຂົາ​ຈະ​ເຂົ້າ​ໃຈ ​ແລະ ສື່ສານ ​ແລະ ຮູ້ສຶກ​ວ່າ ​ເຂົາ​ເປັນ​ພາກສ່ວນ​ຂອງ​ຄົນ​ທີ່​ເວົ້າພາສາ​ດັ່ງກ່າວ” (Crisfield, “Heritage Languages: Fighting a Losing Battle?” emphasis added).

  11. ໂຢຮັນ 5:19.

  12. “ການ​ຖື​ສິນ​ອົດ​ເຂົ້າ​ທີ່​ຖືກ​ຕ້ອງ ທຳ​ມະ​ດາ​ແລ້ວ​ແມ່ນ​ການ​ງົດ​ບໍ່​ກິນ ແລະ​ ດື່ມ ເປັນ​ສອງ​ຄາບ​ພາຍ​ໃນ 24 ຊົ່ວ​ໂມງ, ການໄປ​ຮ່ວມ​ກອງປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ​ແລະ ສະ​ແດງ​ປະຈັກ​ພະຍານ, ແລະ​ ການບໍ​ລິ​ຈາກ​ເງິນ ຈາກ​ການ​ຖື​ສິນ​ອົດ​ເຂົ້າ ດ້ວຍ​ໃຈ​ເພື່ອ​ແຜ່ ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ” (Handbook 2: Administering the Church [2010], 21.1.17).

  13. ເບິ່ງ ອອມ​ໄນ 1:17.

  14. ເບິ່ງ Doctrine and Covenants 93:39; ເນັ້ນຄຳ​ເນີ້ງ.

  15. ໃນ​ເນື້ອ​ໃນ​ຂອງ​ການ​ປາ​ໄສ​ນີ້, “ການ​ສູນ​​ເສຍ​ພາສາ” ໝາຍ​ເຖິງ ພຣະກິດ​ຕິ​ຄຸນ​ສາມາດ​ສູນ​ເສຍ​ໄດ້ ​(ເບິ່ງ ພວກ​ຜູ້​ປົກຄອງ 2:10; ອອມ​ໄນ 1:17; 3 ນີ​ໄຟ 1:30).

  16. ໂມ​ໄຊ​ຢາ 26:1, 3; ​ເນັ້ນຄຳ​ເນີ້ງ.

  17. ເບິ່ງ ມັດ​ທາຍ 5:48; 3 ນີ​ໄຟ 12:48.

  18. ເບິ່ງ ມັດ​ທາຍ 16:24–26.