​2010–2019
​ແລ້ວ​ພຣະ​ເຢຊູ​​ໄດ້​ຫລຽວເບິ່ງ​ລາວ​ດ້ວຍ​ຄວາມ​ຮັກ
ເດືອນ​ເມສາ 2017


​ແລ້ວ​ພຣະ​ເຢຊູ​​ໄດ້​ຫລຽວເບິ່ງ​ລາວ​ດ້ວຍ​ຄວາມ​ຮັກ

ທຸກ​ເທື່ອ​ທີ່​ທ່ານ​ຮູ້ສຶກ​ວ່າ ຖືກ​ຂໍ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຍາກ, ໃຫ້​ວາດ​ພາບ​ເຫັນພຣະຜູ້​ເປັນ​ເຈົ້າກຳລັງ​ຫລຽວ​ເບິ່ງ​ທ່ານ, ຮັກ​ທ່ານ, ​ແລະ ​ເຊື້ອ​ເຊີນ​ທ່ານ​ໃຫ້​ຕິດຕາມ​ພຣະອົງ.

​ເມື່ອ​ຫລາຍ​ປີ​ກ່ອນ ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ, ພ້ອມ​ດ້ວຍ ​ແຈ໊ກກີ້ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ໃຫ້​ຄວບ​ຄຸມ​ເຂດ​ເຜີຍ​ແຜ່ ວາ​ຊິງ​ຕັນ ສະ​ໂປກ​ແຄນ. ພວກ​ເຮົາ​ໄດ້​ໄປ​ຮອດ​ສະໜາມ​ເຜີຍ​ແຜ່ ພ້ອມ​ດ້ວຍ​ຄວາມ​ຢ້ານ​ກົວ ​ແລະ ຄວາມ​ຕື່ນ​ເຕັ້ນ ​ໃນ​ໜ້າ​ທີ່​ຮັບຜິດຊອບ ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ຜູ້​ສອນ​ສາດສະໜາ​ໜຸ່ມ​ ຈຳນວນ​ຫລວງຫລາຍ ທີ່​ດີ​ເລີດ. ​ເຂົາ​ເຈົ້າມີ​ພື້ນ​ຖານ​ທີ່​ແຕກ​ຕ່າງ​ກັນ ​ແລະ ບໍ່​ດົນ​ກໍ​ກາຍ​ເປັນ​ເໝືອນ​ດັ່ງ​ລູກ​ຊາຍ ​ແລະ ລູກ​ສາວ​ຂອງ​ພວກ​ເຮົາ​ເອງ.

​ເຖິງ​ແມ່ນ​ວ່າ ​ເກືອບ​ທຸກ​ຄົນ​ກໍ​ປະຕິບັດ​ງານ​ໄດ້​ດີ, ​ແຕ່​ກໍ​ຍັງ​ມີ​ຈຳນວນ​ໜ້ອຍ​ໜຶ່ງ​ທີ່​ດີ້ນ​ລົນ ກັບ​ຄວາມ​ຄາດຫວັງ​ສູງ​ຂອງ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ. ຂ້າພະ​ເຈົ້າຈື່​ໄດ້​ວ່າ ມີ​ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ ບອກ​ຂ້າພະ​ເຈົ້າວ່າ “ປະທານ, ຂ້ານ້ອຍ​ບໍ່​ມັກ​ຜູ້​ຄົນ.” ຫລາຍ​ຄົນ​ກໍ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ​ເຂົາ​ເຈົ້າບໍ່​ຢາກ​ເຮັດ​ຕາມ​ກົດ​ທີ່​ເຄັ່ງ​ຄັດ​ຂອງ​ຜູ້​ສອນ​ສາດສະໜາ. ຂ້າພະ​ເຈົ້າກໍ​ເປັນ​ຫ່ວງ ​ແລະ ຄິດວ່າ ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ສາມາດປ່ຽນ​ໃຈ​ຂອງ​ຜູ້​ສອນ​ສາດສະໜາ​ເຫລົ່ານັ້ນ ທີ່​ຍັງ​ບໍ່​ທັນ​ໄດ້​ຮຽນຮູ້​ເທື່ອ ​ເຖິງ​ຄວາມ​ຊື່ນ​ຊົມ​ກັບ​ການ​ເປັນ​ຄົນ​ເຊື່ອ​ຟັງ.

ມື້ໜຶ່ງ ​ໃນ​ຂະນະ​ທີ່​ຂັບ​ລົດ​ຜ່ານ​ທົ່ງ​ເຂົ້າທີ່​ສວຍ​ງາມ​ຢູ່​ທ້າຍ​ລັດ​ວາ​ຊິງ​ຕັນ ທີ່​ຕິດ​ກັບ​ລັດ​ໄອ​ດາ​ໂຮ, ຂ້າພະ​ເຈົ້າ​ກຳລັງ​ຟັງ​ເທັບ​ກ່ຽວ​ກັບ​ພຣະຄຳ​ພີ​ໃໝ່​ຢູ່. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຟັງ​ເລື່ອງ​ລາວ​ທີ່​​ເຄີຍ​ໄດ້​ຍິນ​ມາ​ກ່ອນ ກ່ຽວ​ກັບ​ເສດຖີ​ໜຸ່ມ ທີ່​​​ໄດ້​ເຂົ້າມາ​ຫາ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເພື່ອ​ຖາມ​ວ່າ ລາວ​ຈະ​ເຮັດ​ສິ່ງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ, ຂ້າພະ​​ເຈົ້າຈຶ່ງ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ທີ່​ປະ​ທັບ​ໃຈ ​ແບບ​ບໍ່​ຄາດ​ຄິດ ຊຶ່ງ​ຕອນ​ນີ້ ​ເປັນຄວາມ​ຊົງ​ຈຳ​ທີ່​ສັກສິດ.

ຫລັງ​ຈາກ​ໄດ້​ຍິນ​ພຣະ​ເຢຊູ​ທົບ​ທວນ​ພຣະບັນຍັດ ​ແລະ ຊາຍ​ໜຸ່ມ​ໄດ້​ຕອບ​ວ່າ ລາວ​ກໍ​ຮັກສາ​ທຸກ​ຂໍ້​ນັບ​ແຕ່​ເປັນ​ເດັກນ້ອຍ​ພຸ້ນ​ມາ, ຂ້າພະ​ເຈົ້າ​ໄດ້​ຟັງ​ຄຳ​ຕັກ​ເຕືອນ​ອັນ​ອ່ອນ​ໂຍນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ວ່າ: “ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ: … ຈົ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່, ​ແລະ …. ຈົ່ງ​ຕາມ, … ​ເຮົາ​ມາ.”1 ​ແຕ່​ຕໍ່​ຄວາມ​ປະ​ຫລາດ​ໃຈ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຍິນ​ຫົກ​ຄຳ ທີ່​​ເບິ່ງ​ຄື​ວ່າ ຂ້າພະ​ເຈົ້າບໍ່​ເຄີຍ​ໄດ້​ຍິນ​ ຫລື ອ່ານ​ຖ້ອຍ​ຄຳມາ​ກ່ອນ. ​ເບິ່ງ​ຄື​ກັບ​ວ່າ ມັນ​ໄດ້​ຖືກ​ເອົາ​ມາ​ຕື່ມ​ໃສ່​ພຣະຄຳ​ພີ. ຂ້າພະ​ເຈົ້າປະຫລາດ​ໃຈ​ກັບ​ຄວາມ​ເຂົ້າ​ໃຈ​ທີ່​ໄດ້​ຮັບ​ຈາກການ​ດົນ​ໃຈ ຊຶ່ງ​ຖືກ​ເປີດ​ເຜີຍ​ໃນ​ເວລາ​ນັ້ນ.

ຫົກ​ຄຳ​ເຫລົ່າ​ນີ້​ແມ່ນ​ຫຍັງ ຊຶ່ງ​ມີ​ພະລັງ​ຫລາຍ​ແທ້ໆ? ​ໃຫ້​ເຮົາ​ມາ​ຟັງ​ເບິ່ງ ຖ້າ​ຫາກ​ວ່າ ທ່ານ​ຈື່​ຖ້ອຍ​ຄຳ​ທຳ​ມະ​ດາ​ນີ້​ໄດ້​ຫລື​ບໍ່ ຊຶ່ງ​ບໍ່​ມີ​ຢູ່​ໃນ​ພຣະທຳ​ເຫລັ້ມອື່ນໆ ນອກຈາກ​ຢູ່​ໃນ​ພຣະທຳ ມາຣະ​ໂກ ​ເທົ່າ​ນັ້ນ:

“ມີ​ຊາຍ​ຄົນ​ໜຶ່ງ​​ແລ່ນ​ມາ​ຫາ​ພຣະອົງ … ​ແລະ ຖາມ​ພຣະອົງ​ວ່າ, ພຣະອາຈານ​ຜູ້​ປະ​ເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິລັນ​ດອນ?

“​ແລະ ພຣະ​ເຢຊູ​ໄດ້​ຕອບ​ລາ​ວວ່າ, …

“​ເຈົ້າກໍ​ຮູ້​ກົດ​ບັນຍັດ​ທີ່​ວ່າ, ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້​ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ຕົນ.

“ລາວ​ໄດ້​ຕອບ​ວ່າ … , ອາຈານ​ເອີຍ, ກົດ​ບັນຍັດ​ທັງ​ໝົດ​ເຫລົ່າ​ນີ້ ຂ້ານ້ອຍ​ໄດ້​ຖື​ຮັກສາ​ຕັ້​ງ​ແຕ່​ເປັນ​ເດັກນ້ອຍ​ພຸ້ນ​ມາ.

ແລ້ວ ພຣ​ະ​ເຢຊູ​​ໄດ້​ຫລຽວເບິ່ງ​ລາວດ້ວຍ​ຄວາມ​ຮັກ, ​ແລະ ​ໄດ້​ກ່າວ​ກັບ​ລາວ​ວ່າ, ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ​ຈົ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່ ​ແລະ ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ, ​ແລະ ທ່ານ​ຈະ​ມີ​ຊັບ​ສົມບັດ​ໃນ​ສະຫວັນ: ​ແລະ ມາແບກ​ໄມ້​ກາງ​ແຂນ, ​ແລ້ວຈົ່ງ​ຕາມ​ເຮົາ​ມາ.”2

“​ແລ້ວ​ພຣະ​ເຢຊູ​ໄດ້ຫລຽວ​ເບິ່ງລາວ ​ດ້ວຍ​ຄວາມ​ຮັກ.

​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ຂໍ້ຄວາມ​ເຫລົ່າ​ນີ້, ພາບ​ທີ່​ແຈ່ມ​ແຈ້ງ​ໄດ້​ປະກົດ​ຂຶ້ນຢູ່​ໃນ​ຄວາມ​ນຶກ​ຄິດ​ຂອງ​ຂ້າພະ​ເຈົ້າ ​​ເຫັນ​ພຣະຜູ້​ເປັນ​ເຈົ້າຢຸດ​ເວົ້າ ​ແລະ ຫລຽວ​ເບິ່ງ ຊາຍ​ຄົນ​ນີ້. ​ໄດ້​ຫລຽວ​ເບິ່ງ—​ແບບ​ເລິກໆ ​ແລະ ​ຊຶມ​ເຂົ້າຈິດ​ວິນ​ຍານ​ຂອງ​ລາວ, ຮັບ​ຮູ້​ຄວາມ​ດີ​ຂອງ​ລາວ ​ແລະ ສັກກະ​ຍະ​ພາບ​ຂອງ​ລາວ​ນຳ​ອີກ, ພ້ອມ​ທັງ​ຫລິງ​ເຫັນ​ຄວາມ​ຕ້ອງການ​ອັນ​​ໃຫຍ່​ຫລວງຂອງ​ລາ​ວ.

​ແລ້ວ​ມີ​ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ​ວ່າ—ພຣະ​ເຢຊູ ​ຮັກ​ລາວ. ພຣະອົງ​ຮູ້ສຶກ​ວ່າ ຮັກ ​ແລະ ​ເຫັນ​ອົກ​ເຫັນ​ໃຈ ຊາຍ​ໜຸ່ມ​ທີ່​ດີ​ຄົນ​ນີ້, ​ແລະ ເປັນ​ເພາະ ​ຄວາມ​ຮັກ​ນີ້, ​ແລະ ​ດ້ວຍ ​ຄວາມ​ຮັກ​ນີ້, ພຣະ​ເຢຊູ​ຈຶ່ງ​ໄດ້​ຂໍ​ຫລາຍ​ກວ່າ​ນັ້ນຈາກ​ລາວ. ຂ້າພະ​ເຈົ້າວາດ​ພາບ​ເຫັນ​ວ່າ ຊາຍ​ໜຸ່ມຄົນ​ນີ້ ຄົງ​ຮູ້ສຶກ​ແບບ​ໃດ ​ເມື່ອ​ລາວ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ຮັກ​ອັນຍິ່ງ​​ໃຫຍ່​ ​ໃນ​ຂະນະ​ທີ່​ລາວ​ຖືກ​ຂໍ​ຮ້ອງ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຍາກ​ທີ່​ສຸດ ​ນັ້ນຄື ຂໍ​ໃຫ້​ລາວ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ ​ແລ້ວ​ບໍລິຈາກ​​ເງິນ​ຂອງ​ລາວ​ໃຫ້​ຄົນ​ຍາກຈົນ.

​ໃນ​ເວລາ​ນັ້ນ, ຂ້າພະ​ເຈົ້າຮູ້ ບໍ່​ແມ່ນ​ພຽງ​ແຕ່​ໃຈ​ຂອງ​ຜູ້​ສອນ​ສາດສະໜາ​ບາງ​ຈຳນວນຂອງ​ພວກ​ເຮົາ ທີ່​ຈຳ​ເປັນ​ຕ້ອງ​ປ່ຽນ​. ມັນ​ແມ່ນ​ໃຈ​ຂອງ​ຂ້າພະ​ເຈົ້ານຳ​ດ້ວຍ. ຄຳ​ຖາມ​ບໍ່​ແມ່ນ​ກ່ຽວ​ກັບ​ວ່າ “ປະທານ​ເຜີຍ​ແຜ່​ທີ່​ງຸດງິດ​ໃຈ ຈະ​ຊ່ວຍ​ຜູ້​ສອນ​ສາດສະໜາ​ທີ່​ດີ້ນ​ລົນ​ໃຫ້​ປະພຶດ​ຕົວ​ດີ​ຂຶ້ນ ໄດ້​ແນວ​ໃດ?” ​ແຕ່​ມັນ​ເປັນ​ຄຳ​ຖາມ​ທີ່​ວ່າ “​​ຂ້າພະ​ເຈົ້າ​ຈະ​ສາມາດ​​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຢ່າງ​ພຣະຄຣິດ​ໄດ້​ແນວ​ໃດ, ​ເພື່ອ​ວ່າ​ຜູ້​ສອນ​ສາດສະໜາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້ ຜ່ານ​ຕົວ​ຂ້າພະ​​ເຈົ້າ ​ແລະ ຢາກ​ປ່ຽນ? ​ຂ້າພະ​ເຈົ້າຈະ​ສາມາດ​ຫລຽວ​ເບິ່ງ​ ເຂົາ​ເຈົ້າ​ໃນ​ແບບ​ດຽວ​ກັນກັບ​ທີ່​ພຣະຜູ້​​ເປັນ​ເຈົ້າຫລຽວ​ເບິ່ງ​​ເສດຖີ​ໜຸ່ມ​ຄົນ​ນັ້ນ​ໄດ້​ແນວ​ໃດ, ​ໂດຍ​ການ​ຫລຽວ​ເບິ່ງ​ເຂົາ​ເຈົ້າຕາມ​ທີ່​ເຂົາ​ເຈົ້າ​ເປັນຢູ່ ​ແລະ ຕາມ​ທີ່​ຄົນ​ທີ່​ເຂົາ​ເຈົ້າຈະ​ກາຍ​ເປັນ, ​ແທນ​ທີ່​ຈະ​ຫລຽວ​ເບິ່ງ​ແຕ່​ວ່າ​ເຂົາ​ເຈົ້າກຳລັງ​ເຮັດ​ຫຍັງ ຫລື ບໍ່​ເຮັດ​ຫຍັງ? ຂ້າພະ​ເຈົ້າຈະ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ ​ໄດ້​ແນວ​ໃດ?

“​ແລ້ວ​ພຣະ​ເຢຊູ​ໄດ້ຫລຽວ​ເບິ່ງລາວ​ ດ້ວຍ​ຄວາມ​ຮັກ.”

ນັບ​ຈາກ​ເວລາ​ນັ້ນມາ, ​ເມື່ອ​ຂ້າພະ​ເຈົ້ານັ່ງ​ຢູ່​ຕໍ່ໜ້າ​ຜູ້​ສອນ​ສາດສະໜາ​ໜຸ່ມ ຜູ້​ທີ່​ດີ້ນ​ລົນ​ກັບ​ການ​ເຊື່ອຟັງ​ບາງ​ຢ່າງ, ບັດ​ນີ້ ​ຂ້າພະ​ເຈົ້າຮູ້​ຢູ່​ໃນ​ໃຈ​ວ່າ ຂ້າພະ​ເຈົ້າ​ເຫັນ​ຊາຍ​ໜຸ່ມ ຫລື ຍິງ​ໜຸ່ມ​ທີ່​ຊື່ສັດ ຜູ້​ໄດ້​ມາ​ເຜີຍ​ແຜ່​ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ຕົນ. ​ແລ້ວ​ຂ້າພະ​ເຈົ້າຈຶ່ງ​ສາມາດ​ເວົ້າດ້ວຍ​ສຸດ​ຄວາມ​ຮູ້ສຶກ ດ້ວຍ​ຄວາມ​ຮັກ​ຂອງ​ຜູ້​ເປັນ​ພໍ່​ວ່າ:3 “​ແອວ​ເດີ ຫລື ຊິດ​ສະ​ເຕີ, ຖ້າ​ຫາກ​ຂ້ອຍ​ບໍ່​ຮັກ​ເຈົ້າ, ຂ້ອຍ​ຄົງ​ບໍ່​ສົນ​ໃຈ​ດອກ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ການ​​​ເຜີຍ​ແຜ່​ຂອງ​ເຈົ້າ. ​ແຕ່​ຂ້ອຍ​ຮັກ​ເຈົ້າ, ​ແລະ ​ເພາະວ່າ​ຂ້ອຍ​ຮັກ​ເຈົ້າ, ຂ້ອຍ​ຈຶ່ງ​ເປັນ​ຫ່ວງ​ເປັນ​ໃຍ​ກັບ​ການ​ທີ່​ເຈົ້າຈະ​ກາຍ​ເປັນ. ສະນັ້ນ ຂ້ອຍ​ຈຶ່ງ​ຂໍ​ໃຫ້​ເຈົ້າປ່ຽນສິ່ງ​ເຫລົ່າ​ນີ້ ​ຊຶ່ງ​ຍາກ​ສຳລັບ​ເຈົ້າ ​ແລະ ກາຍ​ເປັນ​ຄົນ​ທີ່​ພຣະຜູ້​ເປັນ​ເຈົ້າຢາກ​ໃຫ້​ເຈົ້າ​ເປັນ.”

​ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄປ​ສຳພາດ​ຜູ້​ສອນສາດສະໜາ, ທຳ​ອິດ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຂໍ​ຂອງ​ປະທານ​ແຫ່ງ​ຄວາມ​ໃຈ​ບຸນ ​ແລະ ວ່າ​ຂໍ​ໃຫ້​ຂ້າພະ​ເຈົ້າ​​​ເບິ່ງ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ແຕ່ລະຄົນ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​​​ເບິ່ງເຂົາ​ເຈົ້າ.

ກ່ອນ​ກອງ​ປະຊຸມ​ອະນາ​ເຂດ, ​ໃນ​ຂະນະ​ທີ່​ຊິດ​ສະ​ເຕີ ພາມ​ເມີ ກັບ​ຂ້າພະ​ເຈົ້າ ກຳລັງ​ທັກ​ທາຍ​ຜູ້​ສອນ​ສາດສະໜາ​ແຕ່ລະຄົນ, ຂ້າພະ​ເຈົ້າ​ໄດ້​ຢຸດ​ບຶ​ດໜຶ່ງ ​ແລະ ຈ້ອງ​ໜ້າ​ເຂົາ​ເຈົ້າ, ​ໄດ້​ຫລຽວ​ເບິ່ງ​​ ເຂົາ​ເຈົ້າ—​ເປັນການ​ສຳພາດ​​ທີ່​ປາດ​ສະ​ຈາກ​ຄຳ​ເວົ້າ—​ແລະ ​ແລ້ວ​ບໍ່​ເຄີຍ​ພາດຈັກ​ເທື່ອ, ຂ້າພະ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ ຄວາມ​ຮັກ​ ອັນ​ຍິ່ງ​​ໃຫຍ່ ສຳລັບ​ບຸດ ​ແລະ ທິດາ​ທີ່​ປະ​ເສີດ​​ເຫລົ່ານັ້ນ ຂອງ​ພຣະ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍບົດຮຽນ​ທີ່​ປ່ຽນ​ຊີວິດ ຈາກ​ປະສົບ​ການ​ສ່ວນ​ຕົວ​ທີ່​ເລິກຊຶ້ງນີ້ ຈາກ ມາຣະ​ໂກ ບົດ​ທີ 10. ຕໍ່​ໄປ​ນີ້ ​ແມ່ນ​ 4 ບົດ ທີ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຈະ​ຊ່ວຍ​ເຮົາ​ແຕ່ລະຄົນ​ໄດ້:

  1. ເມື່ອ​ເຮົາ​ຮຽນ​ທີ່​ຈະ​​​​ເບິ່ງຄົນ​ອື່ນ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​​​ເບິ່ງ ​ແທນ​ທີ່​ຈະ​​ເບິ່ງດ້ວຍ​ຕາ​ຂອງ​ເຮົາ​ເອງ, ​ແລ້ວ​ຄວາມ​ຮັກ​ສຳລັບ​ເຂົາ​ເຈົ້າຈະ​ເຕີບ​ໂຕ​ຂຶ້ນ ​ແລະ ​ເຮົາ​ກໍ​ຢາກ​ຊ່ວຍ​ເຂົາ​ເຈົ້າຫລາຍ​ຂຶ້ນ. ​ເຮົາ​ຈະ​​ເຫັນສັກກະ​ຍະ​ພາບ​ຂອງ​ຄົນ​ອື່ນ ຊຶ່ງ​ຕົວ​ເຂົາ​ເຈົ້າ​ເອງ​ຫລຽວ​ເບິ່ງ​ບໍ່​ເຫັນ. ດ້ວຍ​ຄວາມ​ຮັກ​ຢ່າງ​ພຣະຄຣິດ ​ເຮົາ​ຈະ​ບໍ່​ຢ້ານ​ທີ່​ຈະ​ກ່າວ​ອອກ​ມາ​ຢ່າງ​ກ້າຫານ, ​ເພາະ “ຄວາມ​ຮັກ​ອັນ​ຄົບ​ບໍລິບູນ​ກໍ​ຂັບ​ໄລ່ຄວາມ​ຢ້ານກົວ​ອອກ​ໄປ.”4 ​ແລະ ​ເຮົາ​ຈະ​ບໍ່​ຍອມ​ແພ້, ​ໂດຍ​ຈື່​ຈຳ​ວ່າ ຄົນ​ທີ່​​ເຮົາ​​ຮັກຍາກຫລາຍ​ທີ່​ສຸດ, ຄື​ຄົນ​ທີ່​ຕ້ອງການ​ຄວາມ​ຮັກ​ຫລາຍ​ທີ່​ສຸດ.

  2. ບໍ່​ມີ​ການ​ສິດສອນ ຫລື ການ​ຮ່ຳຮຽນ​ໃດໆ ຈະ​ເກີດ​ຂຶ້ນ​ໄດ້ ​ຖ້າເຮັດ​​ຕອນງຸດງິດ​ໃຈ ຫລື ​ໃນຕອນ​ໃຈ​ຮ້າຍ, ​ແລະ ຫົວ​ໃຈ​ຈະ​ບໍ່​ປ່ຽນ ຖ້າ​ຫາກ​ບໍ່​ມີ​ຄວາມ​ຮັກ​ຢູ່​ນຳ. ​ບໍ່​ວ່າ​ເຮົາ​ຈະ​ປະຕິບັດ​ບົດບາດ​ຂອງ​ເຮົາ​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່, ຄູ​ສອນ ຫລື ຜູ້ນຳ ກໍ​ຕາມ, ການ​ສິດສອນ​ທີ່​ແທ້​ຈິງ ຈະ​ເກີດ​ຂຶ້ນພຽງ​ແຕ່​ໃນ​ບັນຍາກາດ​​ແຫ່ງ​ຄວາມ​ໄວ້​ວາງ​ໃຈ​ເທົ່າ​ນັ້ນ ​ແທນ​ທີ່​ຈະ​ກ່າວ​ໂທດ. ບ້ານ​ເຮືອນ​ຂອງ​ເຮົາ​ຄວນ​ເປັນບ່ອນ​ພັກ​ອາ​ໄສ​ທີ່​ປອດ​ໄພ​ສຳລັບ​ລູກໆ​ຂອງ​ເຮົາ—ບໍ່​ແມ່ນສະພາບ​ແວດ​ລ້ອມ​ທີ່​ບໍ່​ເປັນ​ມິດ.

  3. ບໍ່​ຄວນ​ຖອນ​ຄວາມ​ຮັກ​ເມື່ອ​ລູກ, ໝູ່​ເພື່ອນ, ຫລື ສະມາຊິກ​ໃນ​ຄອບຄົວ ບໍ່​ໄດ້​ດຳລົງ​ຊີວິດ​ຕາມ​ຄວາມ​ຄາດຫວັງຂອງ​ເຮົາ. ​ເຮົາ​ບໍ່​ຮູ້​ວ່າ ​ໄດ້ມີ​ຫຍັງ​ເກີດ​ຂຶ້ນກັບ​ຊີວິດ​ຂອງ​ເສດຖີ​ໜຸ່ມ​ຄົນ​ນັ້ນ ຫລັງ​ຈາກ​ລາວ​ໄດ້​ອອກ​ໄປ​ດ້ວຍ​​ຄວາມ​ໂສກ​ເສົ້າ, ​ແຕ່​ຂ້າພະ​ເຈົ້າໝັ້ນ​ໃຈ​ວ່າ ພຣະ​ເຢຊູ​ຍັງ​ຮັກ​ລາວ​ຄື​ເກົ່າ ​ເຖິງ​ແມ່ນ​ຖ້າ​ຫາກ​ລາວ​ເລືອກ​​ເສັ້ນທາງ​ທີ່​ງ່າຍກວ່າ. ບາງທີ ຕໍ່​ໄປ, ​ເມື່ອ​ລາວ​ເຫັນ​ວ່າ ຊັບ​ສົມບັດ​ຂອງ​ລາວ​ບໍ່​ມີ​ຄຸນຄ່າຫຍັງ​ເລີຍ, ​ແລ້ວ​ລາວອາດ​ສຳນຶກ​ໄດ້ ​ແລະ ​ເຮັດ​ຕາມ​ປະສົບ​ການ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ລາວ, ຮັກ​ລາວ, ​ແລະ ​ເຊື້ອ​ເຊີນ​ລາວ​ໃຫ້​ມາ​ຕິດຕາມ​ພຣະອົງ.

  4. ເປັນ​ເພາະ​ພຣະອົງ​ຮັກ​ເຮົາ, ພຣະຜູ້​ເປັນ​ເຈົ້າຈຶ່ງ​ຄາດ​ຫວັງສູງ​ຈາກ​ເຮົາ. ຖ້າ​ຫາກ​ເຮົາ​ຖ່ອມຕົວ, ​ແລ້ວ​ເຮົາ​ຈະ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃຫ້​ກັບ​ໃຈ, ​ເສຍ​ສະລະ, ​ແລະ ຮັບ​ໃຊ້ ຊຶ່ງ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ທີ່​ບໍລິບູນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ. ​ເພາະ​ຕາມ​ຄວາມ​ຈິງ​ແລ້ວ, ການ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ ກໍ​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ຮັບ​ເອົາ​ຂອງ​ປະທານ​ທີ່​ປະ​ເສີດ ​ແຫ່ງ​ການ​ໃຫ້​ອະ​ໄພ ​ແລະ ສັນຕິ​ສຸກ. ສະນັ້ນ, “ຢ່າ​ປະໝາດ​ຕໍ່ … ການ​ຕີ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຢ່າ​ນ້ອຍ​ໃຈ​ເມື່ອ​ພຣະອົງ​ຕີ​ສອນ​ເຈົ້າ: ​ເພາະວ່າ​ພຣະອົງ​ຈະ​ຕີ​ສອນ​ຜູ້​ທີ່​ພຣະອົງ​ຮັກ.”5

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ, ບັດ​ນີ້ ທຸກ​ເທື່ອ​ທີ່​ທ່ານ​ຮູ້ສຶກ​ວ່າ ຖືກ​ຂໍ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຍາກ—​ເຊັ່ນ​ການ​ເຊົາ​ຈາກ​ນິ​ໄສ​ທີ່​ບໍ່​ດີ ຫລື ຈາກ​ການ​ຕິດ​ແສດ, ຈົ່ງ​ເຊົາ​ສະ​ແຫວ​ງຫາ​ທາງ​ໂລກ, ​ສະລະ​ກິດຈະກຳ​ທີ່​ມັກ ​ເພາະ​ມັນ​ເປັນ​ວັນ​ຊະບາ​ໂຕ, ​ໃຫ້​ອະ​ໄພ​ບາງ​ຄົນ​ທີ່​ເຮັດ​ຜິດ​ກັບ​ທ່ານ—ວາດ​ພາບ​ເຫັນພຣະຜູ້​ເປັນ​ເຈົ້າກຳລັງ ຫລຽວ​ເບິ່ງ​ ​​ທ່ານ, ຮັກ ​ທ່ານ, ​ແລະ ​ເຊື້ອ​ເຊີນ​ທ່ານ​ໃຫ້​ປ່ອຍ​ມັນ​ໄປ ​ແລະ ​ໃຫ້ຕິດຕາມ​ພຣະອົງ. ​ແລະ ຂອບ​ພຣະ​ໄທ​ພຣະອົງທີ່​ຮັກ​ທ່ານຫລາຍ​ພໍ ທີ່​ຈະ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ຫລາຍ​ກວ່າ​ເກົ່າ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ແລະ ຄອຍ​ຖ້າ​ວັນ​ທີ່​ພຣະອົງ​ຈະ​ໂອບ​ກອດ​ເຮົາ​ແຕ່ລະຄົນ, ຫລຽວ​ເບິ່ງ ​ເຮົາ ​ແລະ ອ້ອມ​ຮອບ​ເຮົາ​ດ້ວຍ​ ຄວາມ​ຮັກ ​ອັນ​ບໍລິບູນ​ຂອງ​ພຣະອົງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.