​2010–2019
ການ​ແນບ​ສະ​ໜິດ​ຢູ່​ໃນ​ພຣະ​ເຈົ້າ ແລະ ການ​ສ້ອມ​ແປງ​ຮອຍ​ແຕກ​ລ້າວ
ເດືອນ​ຕຸລາ 2017


ການ​ແນບ​ສະ​ໜິດ​ຢູ່​ໃນ​ພຣະ​ເຈົ້າ ແລະ ການ​ສ້ອມ​ແປງ​ຮອຍ​ແຕກ​ລ້າວ

ພຣະ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຳ​ພັນ​ກັບ​ພຣະ​ບິ​ດາ ແລະ ກັບ​ຄົນ​ອື່ນໆ ດ້ວຍ​ຄວາມ​ຮັກ​ໄດ້.

ເຮົາ​ຕ້ອງ​ສືບ​ຕໍ່​ໃຫ້​ມີ​ຄວາມ​ຮູ້​ເຖິງ ແລະ ເຊື່ອ​ຟັງ​ຕໍ່ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຄວາມ​ສຳ​ພັນ​ຂອງ​ເຮົາ​ນຳ​ພຣະ​ອົງ​ແມ່ນ​ຊົ່ວ​ນິ​ລັນ​ດອນ. ເຮົາ​ເປັນ​ລູກ​ທີ່​ຮັກຂອງ​ພຣະ​ອົງ, ແລະ ສິ່ງນັ້ນ​ຈະ​ບໍ່​ປ່ຽນ​ແປງ. ເຮັດ​ແນວ​ໃດ ເຮົາ​ຈຶ່ງ​ຈະ​ຮັບ​ເອົາຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ເຕັມ​ໃຈ ເພື່ອໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຊື່ນ​ຊົມ​ກັບ​ພອນ ທີ່​ພຣະ​ອົງ​ປະ​ສົງ​ທີ່​ຈະ​ມອບ​ໃຫ້​ເຮົາ ໃນ​ຊີ​ວິດ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຊາວ​ອິດ​ສະ​ຣາ​ເອນ,​ ໃນ​ສະ​ໄໝ​ບູ​ຮານ ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ເຮົາ​ວ່າ, “ແທ້​ຈິງ​ແລ້ວ, ເຮົາ​ຮັກ​ແພງ​ເຈົ້າ​ສະ​ເໝີ​ມາ: ດັ່ງ​ນັ້ນ ເຮົາ​ຈຶ່ງ​ສືບ​ຕໍ່​ໃຫ້​ຄວາມ​ຮັກ​ອັນ​ໝັ້ນ​ຄົງ​ແກ່​ເຈົ້າ.”1 ໃນ​ການ​ກ່າວ​ຢ່າງ​ທີ່ພຣະ​ບິ​ດາຈະ​ກ່າວ, ພຣະ​ອົງ​ກ່າວ​ກັບ​ເຮົາ​ວ່າ ໃຫ້​ແນບ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ; ແລະ ໃຫ້​ເຮົາ​ເດີນ​ໄປ​ກັບ​ພຣະ​ອົງ.2 ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ພຽງ​ພໍ​ທີ່​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ພຣະ​ອົງ ແລະ ເດີນ​ໄປ​ກັບ​ພຣະ​ອົງ​ຫລືບໍ່?

ເຮົາ​ມາ​ຢູ່​ໃນ​ໂລກນີ້ ເພື່ອ​ຮຽນ​ຮູ້ ແລະ ເຕີບ​ໂຕ, ແລະ ການ​ຮຽນ​ຮູ້ ແລະ ການ​ເຕີບ​ໂຕທີ່​ສຳ​ຄັນ​ທີ່​ສຸດ ຈະ​ມາ​ຈາກ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ບິດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢຊູ​ຄຣິດ. ຈາກ​ຄວາມ​ສຳ​ພັນ​ທີ່​ຊື່​ສັດ​ຂອງ​ເຮົາ​ກັບ​ພວກ​ພຣະ​ອົງ, ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້ເລື່ອງ​ພຣະ​ເຈົ້າ, ຄວາມ​ຮັກ, ​ພະ​ລັງ, ແລະ ຄວາມ​ສາ​ມາດ ທີ່​ຈະ​ຮັບ​ໃຊ້.

“ເຮົາ​ມີ​ໜ້າ​ທີ່ ທີ່​ຈະ​ຮຽນ​ຮູ້​ທຸກ​ສິ່ງ ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ພຣະ​ອົງ​ເອງ.”3 ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ຊີ້​ນຳ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃຫ້​ສ້າງ​ແຜ່ນ​ດິນ​ໂລກ ເພື່ອ​ຄວາມ​ເຕີບ​ໂຕ​ຂອງ​ເຮົາ, ວ່າ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ ໄດ້​ປະ​ທານ​ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ ເພື່ອ​ຈ່າຍ​ຄ່າ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ, ແລະ ວ່າ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ບິ​ດາ ແລະ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ ພ້ອມ​ດ້ວຍ​ພິ​ທີ​ການ​ທີ່​ຈຳ​ເປັນ ໄດ້​ຖືກ​ຟື້ນ​ຟູ ເພື່ອ​ເປັນ​ພອນ​ໃຫ້​ເຮົາ. ທ່ານ​ຮູ້​ສຶກ​ບໍ ເຖິງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງ ທີ່​ມີ​ຢູ່​ໃນ​ການ​ຕຽມ​ຂອງ​ພວກ​ພຣະ​ອົງ ເພື່ອ​ຄວາມ​ສຸກ ແລະ ຄວາມ​ເຕີບ​ໂຕ ຂອງ​ເຮົາ? ເຮົາ​ຕ້ອງ​ຮູ້​ຈັກວ່າ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ນັ້ນ​ຄື ເຮົາ​ຕ້ອງ​ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ເອົາ​ຊີ​ວິດ​ນິ​ລັນ​ດອນ ແລະ ດັ່ງ​ນັ້ນ ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ພຣະ​ເຈົ້າ​ເປັນ.4 ນີ້​ແມ່ນ​ຄວາມ​ສຸກ​ທີ່​ແທ້​ຈິງ ແລະ ຍືນ​ຍົງ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໄດ້​ປະ​ທານ​ໃຫ້​ເຮົາ. ບໍ່​ມີ​ຄວາມ​ສຸກ​ທີ່​ແທ້​ຈິງ ແລະ ຍືນ​ຍົງ ອື່ນ​ໃດ​ອີກ.

ການ​ທ້າ​ທາຍ​ຂອງ​ເຮົາ ສາ​ມາດ​ດຶງ​ເຮົາ​ອອກ​ໄປ​ຈາກ​ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ. ເຮົາ​ສາ​ມາດ​ສູນ​ເສຍ​ຄວາມ​ໄວ້​ວາງ​ໃຈ ທີ່​ເຮົາ​ມີ​ຕໍ່​ພຣະ​ເຈົ້າ​ໄປ​ໄດ້ ຖ້າ​ຫາກ​ການ​ທົດ​ລອງ​ພາ​ເຮົາ​ໄປ​​ຫາ​ສິ່ງ​ກີດ​ກັນ ແທນ​ທີ່​ຈະ​ສົ່ງ​ເຮົາ​ໄປ​ຫາ​ບ່ອນ​ທີ່​ໃຫ້​ຄຸ​ເຂົ່າ​ລົງ.

ຄຳ​ກອນ​ສອງ​ແຖວ​ຕໍ່​ໄປ​ນີ້ ຂໍ​ໃຫ້​ເຮົາ​ສຳ​ຫລວດ​ເບິ່ງ​ລຳ​ດັບ​ຄວາມ​ສຳ​ຄັນ:

ບາງ​ສິ່ງ​ສຳ​ຄັນ; ບາງ​ສິ່ງ​ກໍ​ບໍ່​ສຳ​ຄັນ.

ສອງ​ສາມ​ຢ່າງ​ຍຶດ​ໝັ້ນ, ແຕ່​ສ່ວນ​ຫລາຍ​ຜັນ​ແປ.5

ເອື້ອຍ​ນ້ອງ​ທັງ​ຫລາຍ, ແມ່ນ​ຫຍັງ​ທີ່​ສຳ​ຄັນ​ຕໍ່​ທ່ານ? ແມ່ນ​ຫຍັງ​ທີ່​ຍືນ​ຍົງ​ສຳ​ລັບ​ທ່ານ? ຄຸນ​ຄ່າ​ທີ່​ສຳ​ຄັນ ແລະ ມີ​ຄ່າ​ຫລາຍ​ຕໍ່​ພຣະ​ບິ​ດາ ແມ່ນ​ວ່າ​ເຮົາ​ຮຽນ​ຮູ້​ເຖິງ​ພຣະ​ອົງ, ຖ່ອມ​ຕົວ, ແລະ ເຕີບ​ໂຕ ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ອົງ ຜ່ານ​ທາງ​ປະ​ສົບ​ການ​ຢູ່​ໃນ​ໂລກ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ປ່ຽນ​ຄວາມ​ເຫັນ​ແກ່​ຕົວ ເປັນ​ການ​ຮັບ​ໃຊ້, ປ່ຽນ​ຄວາມ​ຢ້ານ​ກົວ​ເປັນ​ສັດ​ທາ. ສິ່ງ​ສຳ​ຄັນ​ທີ່​ຍືນ​ຍົງ​ເຫລົ່າ​ນີ້ ອາດ​ເປັນ​ການ​ທົດ​ສອບ​ທີ່​ຍາກ​ຫລາຍ​ສຳ​ລັບ​ເຮົາ.

ແມ່ນ ເວ​ລາ​ນີ້, ກັບ​ຂອບ​ເຂດ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ຂອງ​ເຮົາ, ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂໍ​ໃຫ້​ເຮົາ​ຮັກ ເມື່ອ​ການ​ຮັກ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ, ໃຫ້​ຮັບ​ໃຊ້ ເມື່ອ​ການ​ຮັບ​ໃຊ້​ເປັນ​ສິ່ງ​ບໍ່​ສະ​ດວກ, ໃຫ້​ອະ​ໄພ ເມື່ອ​ການ​ໃຫ້​ອະ​ໄພ ອາດ​ເກີນ​ກວ່າ​ຈະ​ສາ​ມາດ​ເຮັດ​ໄດ້. ຈະ​ເຮັດ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ມັນ​ໄດ້​ແນວ​ໃດ? ເຮົາ​ເອື້ອມ​ຂຶ້ນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນຢ່າງ​ພາກ​ພຽນ ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ, ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ເຮັດ​ຕາມ​ວິ​ທີ​ຂອງ​ພຣະ​ອົງ ແທນ​ທີ່​ຈະ​ເຮັດ​ດ້ວຍ​ຄວາມ​ທະ​ນົງ​ໃຈ​ຂອງ​ເຮົາ​ເອງ.

ຮູບ​ພາບ
ໂຖ​ນ້ຳ

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ທະ​ນົງ​ໃຈ​ຂອງ​ຕົວ​ເອງ ເມື່ອ​ປະທານ​ເອສະຣາ ແທັບ ເບັນສັນ ໄດ້​ກ່າວ ກ່ຽວ​ກັບ​ການ​ຊຳ​ລະ​ຂ້າງ​ໃນ​ໃຫ້ສະ​ອາດ.6 ຂ້າ​ພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ຕົວ​ເອງ​ເປັນ​ຄື ໂຖ​ນ້ຳ​ອັນ​ໜຶ່ງ. ຂ້າ​ພະ​ເຈົ້າ​ຈະ​ຂັດ​ສີ​ຄວາມ​ທະ​ນົງ​ໃຈ​ທີ່​ຕິດ​ຢູ່​ໃນ​ໂຖ​ນ້ຳ ອອກ​ໄດ້​ແນວ​ໃດ? ການ​ຝືນ​ໃຈ​ຕົນ​ເອງ ໃຫ້​ມີ​ຄວາມ​ຖ່ອມ​ຕົວ ແລະ ການ​ພະ​ຍາ​ຍາມ​ເຮັດ​ໃຫ້​ຕົວ​ເອງ​ຮັກ​ຄົນ​ອື່ນ ເປັນ​ສິ່ງ​ທີ່​ບໍ່​ຈິງ​ໃຈ ແລະ ຕື້ນໆ, ແລະ ກໍ​ບໍ່​ໄດ້​ຜົນ. ບາບ ແລະ ຄວາມ​ທະ​ນົງ​ຕົວ​ຂອງ​ເຮົາ ຈະ​ກໍ່​ໃຫ້​ເກີດ ຮອຍ​ແຕກ​ລ້າວ—ຫລື ຊ່ອງວ່າງ—ລະ​ຫວ່າງ​ເຮົາ ແລະ ແຫລ່ງ​ແຫ່ງ​ຄວາມ​ຮັກ​ທັງ​ໝົດ, ນັ້ນ​ຄື ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ​ທີ່ ສາ​ມາດ​ຊຳ​ລະ​ລ້າງ​ເຮົາ ຈາກ​ບາບ​ຂອງ​ເຮົາ ແລະ ປິດ​ຊ່ອງວ່າງ ຫລື ຮອຍ​ແຕກ​ລ້າວນັ້ນ.

ເຮົາ​ຢາກ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໂອບ​ກອດ​ເຮົາ​ດ້ວຍ​ຄວາມ​ຮັກ ແລະ ການ​ຊີ້​ນຳ, ແລະ ສະ​ນັ້ນ ເຮົາ​ຈຶ່ງ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ກ່ອນ ແລະ ດ້ວຍ​ໃຈ​ທີ່​ສຳ​ນຶກ​ຜິດ ອ້ອນ​ວອນ​ຂໍ​ໃຫ້​ພຣະ​ຄຣິດ ຖອກ​ເທ​ນ້ຳ​ລົງ​ມາ ລ້າງ​ສ່ວຍ​ໂຖ​ນ້ຳ​ຂອງ​ເຮົາ. ທຳ​ອິດ ນ້ຳ​ອາດ​ໄຫລ​ລົງ​ມາ​ເທື່ອ​ລະ​ຢົດ, ແຕ່​ເມື່ອ​ເຮົາ​ສະ​ແຫວງ​ຫາ, ທູນ​ຂໍ, ແລະ ເຊື່ອ​ຟັງ, ມັນ​ຈະ​ຫລັ່ງ​ໄຫລ​ລົງ​ມາ​ຢ່າງ​ຫລວງ​ຫລາຍ. ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ ຈະ​ເລີ່ມ​ຕົ້ນ​ເຮັດ​ໃຫ້​ເຮົາ​ເຕັມ, ຈົນ​ເຖິງ​ປາກ​ໂຖ ດ້ວຍ​ຄວາມ​ຮັກຂອງ​ພ​ຣະ​ອົງ, ແລ້ວ​ເຮົາ​ສາ​ມາດ​ຖອກ​ນ້ຳ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ເຮົາ ເພື່ອ​ແບ່ງ​ປັນ​ໃຫ້​ແກ່​ຄົນ​ອື່ນ ຜູ້​ຢາກ​ໄດ້​ຮັບ​ການ​ປິ່ນ​ປົວ, ຄວາມ​ຫວັງ, ແລະ ການ​ເປັນ​ພາກ​ສ່ວນ. ເມື່ອ​ຂ້າງ​ໃນ​ຂອງ​ໂຖ​ນ້ຳ​ຂອງ​ເຮົາ​ສະ​ອາດ​ແລ້ວ, ຄວາມ​ສຳ​ພັນ​ແຫ່ງ​ມະ​ຕະ​ຂອງ​ເຮົາ ຈະ​ເລີ່ມ​ຕົ້ນ​ດີ​ຂຶ້ນ.

ການ​ເສຍ​ສະ​ລະ​ບາງ​ສິ່ງ​ໃນ​ລາຍ​ການ​​ສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ຕ້ອງ​ເຮັດ​ໃນ​ແ​ຕ່ລະ​ວັນ ແມ່ນ​ຮຽກ​ຮ້ອງ​ການ​ຈັດ​ຫາ​ເວ​ລາ​ໃຫ້​ແກ່​ແຜນ​ນິ​ລັນ​ດອນ​ຂອງພ​ຣະ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ກ່າວ​ແທນ​ພຣະ​ບິ​ດາ, ໄດ້​ຂໍ​ໃຫ້​ເຮົາ​ເຂົ້າ​ໃກ້​ພຣະ​ອົງ ແລະ ພຣະ​ອົງ​ຈະ​ເຂົ້າ​ໃກ້​ເຮົາ.7 ການ​ເຂົ້າ​ໃກ້​ພຣະ​ບິ​ດາ ໝາຍ​ເຖິງ​ການ​ຮຽນ​ຮູ້​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ອົງ ຜ່ານ​ພ​ຣະ​ຄຳ​ພີ, ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ, ແລະ ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງພຣະ​ອົງ​ເປັນ​ຢ່າງ​ດີ.

ເຮົາ​ເຂົ້າ​ໃຈ​ບໍ​ວ່າ ພຣະ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຳ​ພັນ​ກັບ​ພຣະ​ບິ​ດາ ແລະ ກັບ​ຄົນ​ອື່ນໆ ດ້ວຍ​ຄວາມ​ຮັກ​ໄດ້? ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພ​ຣະ​ອົງ​ສາ​ມາດ​ປະ​ທານ​ຄວາມ​ຮູ້​ເລື່ອງ​ຄວາມ​ສຳ​ພັນ​ແກ່​ເຮົາ​ໄດ້.

ຄູ​ຊັ້ນ​ປະ​ຖົມ​ໄວຄົນ​ໜຶ່ງ ໄດ້​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ມີ​ພະ​ລັງ​ຫລາຍ ທີ່​ເກີດ​ຂຶ້ນ​ໃນ​ຫ້ອງ​ຮຽນ​ເດັກ​ອາຍຸ 11 ປີ ຂອງ​ລາວ. ຄົນ​ໜຶ່ງໃນ​ນັ້ນ, ຊຶ່ງຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ລາວ​ວ່າ ຈິມມີ ເປັນ​ຄົນ​ບໍ່​ເຂົ້າ​ກັບ​ໃຜ. ວັນ​ອາ​ທິດມື້​ໜຶ່ງ, ຄູ​ສອນ​ຂອງ​ລາວ ໄດ້​ຮັບ​ການ​ດົນ​ໃຈ ບໍ່​ໃຫ້​ສອນ​ບົດ​ຮຽນ ແຕ່​ໃຫ້​ບອກ​ວ່າ ເປັນ​ຫຍັງ​ລາວ​ຈຶ່ງ​ຮັກ​ທ້າວ​ຈິມມີ. ລາວ​ໄດ້​ກ່າວ​ເຖິງ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ເຊື່ອ​ຂອງ​ລາວ ໃນ​ຊາຍ​ໜຸ່ມ​ຄົນ​ນີ້. ແລ້ວ ຄູ​ສອນ​ໄດ້​ຂໍ​ໃຫ້​​ຄົນ​ໃນ​ຫ້ອງຮຽນ​ບອກ​ບາງ​ສິ່ງ​ທີ່​ພວກ​ເຂົາ​ສຳ​ນຶກ​ບຸນ​ຄຸນ​ຕໍ່​ທ້າວ​ຈິມມີ. ເມື່ອ​ຄົນ​ໃນ​ຫ້ອງ​ຮຽນ​ແຕ່​ລະ​ຄົນ ໄດ້​ບອກ​ທ້າວ​ຈິມມິມ ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ພິ​ເສດ​ສຳ​ລັບ​ພວກ​ເຂົາ, ທ້າວ​ຈິມມີ ໄດ້​ກົ້ມ​ຫົວ​ລົງ ແລະ ນ້ຳ​ຕາ​ເລີ່ມ​ໄຫລ​ອອກ​ມາ. ຄູ​ສອນ ແລະ ຫ້ອງ​ຮຽນ​ນີ້ ໄດ້​ສ້ອມ​ແປງ​ຫົວ​ໃຈ​ອັນ​ເປົ່າ​ປ່ຽວ​ຂອງ​ທ້າວ​ຈິມມີ. ຄວາມ​ຮັກ​ອັນ​ເລັກ​ໜ້ອຍ, ການ​ສະ​ແດງ​ອອກ​ດ້ວຍ​ຄວາມ​ຈິງ​ໃຈ, ສາ​ມາດ​ໃຫ້​ຄວາມ​ຫວັງ ແລະ ຄຸນ​ຄ່າ​ແກ່​ຄົນ​ອື່ນ​ໄດ້. ຂ້າ​ພະ​ເຈົ້າ​ເອີ້ນ​ສິ່ງ​ນີ້​ວ່າ “ການ​ສ້ອມ​ແປງ​ຮອຍ​ແຕກ​ລ້າວ ຫລື ຊ່ອງວ່າງ.”

ບາງ​ທີຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ​ກ່ອນ​ເກີດ​ທີ່​ເຮົາ​ຮັກ ໄດ້​ເຮັດ​ໃຫ້​ເຮົາ​ຢາກ​ຮູ້​ຄວາມ​ຈິງ, ຢາກ​ມີ​ຄວາມ​ຮັກ​ທີ່​ຍືນ​ຍົງ ຢູ່​ໃນ​ໂລກ​ນີ້.ເຮົາ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ສະ​ຫວັນ ເພື່ອ​ໃຫ້​ຄວາມ​ຮັກ ແລະ ໄດ້​ຮັບ​ຄວາມ​ຮັກ, ແລະ ຄວາມ​ຮັກ​ທີ່​ເລິກ​ຊຶ້ງ​ທີ່​ສຸດ ມາ​ຈາກ​ຕອນ​ທີ່​ເຮົາ​ໄດ້​ເປັນ​ໜຶ່ງ​ກັບ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ມໍ​ມອນ​ເຊື້ອ​ເຊີນ​ເຮົາ​ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ] ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.”8

ເອ​ຊາ​ຢາ​ໄດ້​ກ່າວ​ກັບ​ຜູ້​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ ຕາມ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ກາຍ ເປັນ​ຜູ້​ສ້ອມ​ແປງ​ຮອຍ​ແຕກ​ລ້າວ ຂອງ​ລູກ​ຫລານ​ຂອງ​ພວກ​ເຂົາ​ເອງ. ເຂົາ​ເຈົ້າ​ເປັນ​ບຸກ​ຄົນ​ທີ່​ເອຊາຢາ​ສັນ​ຍາ​ວ່າ ຈະ “ສ້າງ​ສິ່ງ​ທີ່​ຮົກ​ຮ້າງ​ເພພັງ​ຂຶ້ນ​ໃໝ່.”9 ໃນ​ວິ​ທີ​ທີ່​ເໝືອນ​ກັນ​ນັ້ນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ສ້ອມ​ແປງ​ຮອຍ​ແຕກ​ລ້າວ, ຫລື ໄລ​ຍະ ໄກ, ລະ​ຫວ່າງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຜ່ານ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເປີດ​ທາງ​ໃຫ້​ເຮົາ ທີ່​ຈະ​ໄດ້​ຮັບ​ເອົາ​ຄວາມ​ຮັກ ແລະ ພະ​ລັງ​ຂອງ​ພຣະ​ເຈົ້າ ແລະ ຈາກນັ້ນ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ສ້ອມ​ແປງ “ສິ່ງ​ທີ່​ຮົກ​ຮ້າງ​ເພ​ພັງ” ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຮົາ. ການ​ປິ່ນ​ປົວ​ຄວາມ​ຮູ້​ສຶກ​ທາງ​ຈິດ​ໃຈ​ທີ່​ຫ່າງ​ເຫີນ​ລະ​ຫວ່າງ​ກັນ​ແລະ​ກັນ ຈະ​ຮຽກ​ຮ້ອງການຍອມ​ຮັບ​ເອົາ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ, ພ້ອມ​ທັງ​ການ​ເສຍ​ສະ​ລະ​ຄວາມ​ເຫັນ​ແກ່​ຕົວ​ໂດຍ​ທຳ​ມະ​ຊາດ ແລະ ຄວາມ​ມັກ​ຢ້ານ​ຂອງ​ເຮົາ.

ໃນ​ຄ່ຳ​ຄືນ​ໜຶ່ງ​ທີ່​ໜ້າ​ຊົງ​ຈຳ, ຍາດ​ພີ່​ນ້ອງ​ຄົນ​ໜຶ່ງ ກັບ​ຂ້າ​ພະ​ເຈົ້າ ໄດ້​ໂຕ້​ຖຽງ​ກັນ​ເລື່ອງ​ການ​ເມືອງ. ນາງ​ບໍ່​ເຫັນ​ດ້ວຍ​ກັບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ເວົ້າ​ຕ້ານ​ຢ່າງ​ຮຸນ​ແຮງ ຈົນ​ຄົນ​ອື່ນ​ໃນ​ຄອບ​ຄົວ​ໄດ້​ຍິນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ​ຕົວ​ເອງ​ໂງ່ ແລະ ບໍ່​ຮູ້​ຫຍັງ—ແລະ ຂ້າ​ພະ​ເຈົ້າ​ອາດ​ເປັນ​ແນວ​ນັ້ນ​ແທ້ໆ. ຄືນ​ນັ້ນ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຄຸ​ເຂົ່າ​ອະ​ທິ​ຖານ, ຂ້າ​ພະ​ເຈົ້າໄດ້​ຟ້າວ​ອະ​ທິ​ບາຍ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທັນ​ທີ ເຖິງ​ຍາດ​ຜູ້ນີ້ ທີ່​ເຂົ້າ​ໃຈ​ຍາກ! ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຢ່າງ​ຍືດ​ຍາວ. ບາງ​ທີ​ຂ້າ​ພະ​ເຈົ້າ​ໄດ້​ຢຸດ​ໜ້ອຍ​ໜຶ່ງ​ຕອນ​ຈົ່ມ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ມີ​ໂອ​ກາດ​ກະ​ຕຸ້ນ​ຂ້າ​ພະ​ເຈົ້າ, ເພາະ, ຂ້າ​ພະ​ເຈົ້າ​ຕົກ​ໃຈ, ເມື່ອ​ໄດ້​ຍິນ​ຄຳ​​ເວົ້າ​ຂອງ​ຕົວ​ເອງວ່າ, “ບາງ​ທີ ​ພ​ຣ​ະ​ອົງຢາກ​ໃຫ້​ຂ້າ​ນ້ອຍ​ຮັກ​ນາງ ແມ່ນ​ບໍ.” ຮັກ​ນາງ? ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຕໍ່, ເວົ້າ​ວ່າ, “ຂ້າ​ນ້ອຍ​ຊິ​ຮັກ​ນາງ​ໄດ້​ແນວ​ໃດ? ຂ້າ​ນ້ອຍ​ບໍ່​ມັກ​ນາງ​ຊ້ຳ. ຫົວ​ໃຈ​ຂອງ​ຂ້າ​ນ້ອຍ​ເຈັບ​ປວດ, ຄວາມ​ຮູ້​ສຶກ​ຂອງ​ຂ້າ​ນ້ອຍ​ບວມ​ຊ້ຳ. ຂ້າ​ນ້ອຍ​ເຮັດ​ບໍ່​ໄດ້.”

ແລ້ວ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ, ຂ້າ​ພະ​ເຈົ້າ​ມີ​ແນວ​ຄິດ​ໃໝ່ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ, “ແຕ່​ພຣະ​ອົງ​ຮັກ​ນາງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ແບ່ງ​ປັນ​ຄວາມ​ຮັກ​ສ່ວນ​ໜຶ່ງ​ທີ່​ພຣະ​ອົງ​ມີ​ຕໍ່​ນາງ ໃຫ້​ຂ້າ​ນ້ອຍ​ແດ່​ທ້ອນ—ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ສາ​ມາດ​ຮັກ​ນາງ​ໄດ້​ຄື​ກັນ?” ຄວາມ​ຮູ້​ສຶກ​ທີ່​ແຂງ​ກະ​ດ້າງຂອງ​ຂ້າ​ພະ​ເຈົ້າ​ໄດ້​ອ່ອນ​ລົງ, ເລີ່ມ​ປ່ຽນ​ໃຈ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຫັນ​ຍາດ​ຄົນ​ນີ້​ໃນ​ທາງ​ທີ່​ແຕກ​ຕ່າງ. ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນເຫັນ​ຄຸນຄ່າ​ທີ່​ແທ້​ຈິງ​ຂອງ​ນາງ ດັ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຫັນ. ເອຊາຢາ ຂຽນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ຜ້າ​ພັນ​ບາດ ແລະ ປິ່ນ​ປົວ​ແຜ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ເກີດ​ຂຶ້ນ​ໃນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ.”10

ເມື່ອ​ເວ​ລາ​ຜ່ານ​ໄປ ຊ່ອງວ່າງ​ລະ​ຫວ່າງ​ພວກ​ເຮົາ​ກໍ​ຫຍັບ​ເຂົ້າໃກ້​ກັນ​ຄືນ. ແຕ່ເຖິງ​ແມ່ນ​ວ່າ ຖ້າ​ຫາກ​ນາງ​ບໍ່​ຍອມ​ຮັບ​ເອົາ​ໃຈ​ທີ່​ປ່ຽນ​ແປງ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮຽນ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງຈະ​ຊ່ວຍ​ເຮົາ​ໃຫ້​ຮັກ ແມ່ນ​ແຕ່​ຄົນ​ທີ່​ເຮົາ​ຄິດ​ວ່າ ເຮົາ​ບໍ່​ສາ​ມາດ​ຮັກ​ໄດ້. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ທໍ່ ທີ່​ໃຫ້​ຄວາມ​ໃຈ​ບຸນ ໄຫລ​ລົງ​ມາ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ ໃນ​ສະ​ຫວັນ. ເຮົາ​ຕ້ອງ​ເລືອກ​ທີ່​ຈະ ແນບ​ສະ​ໜິດ​ຢູ່​ໃນ​ຄວາມ​ຮັກ​ນີ້ ​ກ່ອນ​ຈະ​ມີ​ຄວາມ​ໃຈ​ບຸນ​ສຳ​ລັບ​ທຸກ​ຄົນ.

ເມື່ອ​ເຮົາ​ມອບ​ໃຈ​ຂອງ​ເຮົາ​ໃຫ້​ແກ່​ພຣະ​ບິດາ ແລະ ພຣະ​ບຸດ, ເຮົາ​ໄດ້​ປ່ຽນ​ແປງ​ໂລກ​ຂອງ​ເຮົາ—ແມ່ນ​ແຕ່ ຖ້າ​ຫາກ​ສະ​ພາບ​ການ​ອ້ອມ​ຮອບ​ເຮົາ ບໍ່​ປ່ຽນ​ແປງ​ກໍ​ຕາມ. ເຮົາ​ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮູ້​ສຶກ​ວ່າ ພຣະ​ອົງ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ຄ​ຣິດ. ຄວາມ​ສາ​ມາດ​ເບິ່ງ​ອອກ, ຄວາມ​ໝັ້ນ​ໃຈ, ແລະ ສັດ​ທາ​ຂອງ​ເຮົາ ຈະ​ເພີ່ມ​ທະ​ວີ​ຂຶ້ນ.

ມໍ​ມອນ​ບອກ​ເຮົາ​ໃຫ້​ອະ​ທິ​ຖານ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ ສຳ​ລັບ​ຄວາມ​ຮັກ​ນີ້ ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ເຮົາ​ຈາກ​ແຫລ່ງ​ຂອງ​ມັນ—ນັ້ນ​ຄື ພຣະ​ບິ​ດາ​ເທິງ​ສະ​ຫວັນ.11 ພຽງ​ແຕ່​ເມື່ອ​ນັ້ນ​ເອງ ທີ່​ເຮົາ​ຈະ​ກາຍ​ເປັນ​ຜູ້​ສ້ອມ​ແປງ​ຮອຍ​ແຕກ​ລ້າວ​ໄດ້ ໃນ​ຄວາມ​ສຳ​ພັນ​ຢູ່​ໃນ​ໂລກນີ້.

ຄວາມ​ຮັກ​ທີ່​ບໍ່​ມີ​ທີ່​ສຸດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ຈະ​ຫລັ່ງ​ໄຫລ​ມາ​ຫາ​ເຮົາ, ເພື່ອ​ນຳ​ເຮົາ​ກັບ​ໄປ​ສູ່​ລັດ​ສະ​ໝີ​ພາບ ແລະ ຄວາມ​ສຸກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ເພື່ອ​ສ້ອມ​ແປງ​ຮອຍ​ແຕກ​ລ້າວ ທີ່​ເປັນ​ຊ່ອງ​ວ່າງ​ອັນ​ກວ້າງ​ໄກ ລະຫວ່າງ​ເຮົາ​ກັບ​ພຣະ​ອົງ. ການ​ກັບ​ຄືນ​ຫາ​ພຣະ​ບິ​ດາ​ຢູ່​ໃນ​ສະ​ຫວັນ ເປັນ​ແກ່ນ​ສານ​ຂອງ​ຄວາມ​ຮັກ​ອັນ​ເປັນ​ນິດ ແລະ ເປັນ​ຈຸດ​ປະ​ສົງ​ນິ​ລັນ​ດອນ. ເຮົາ​ຕ້ອງ​ຕິດ​ຕໍ່​ກັບ​ພຣະ​ອົງ ໃນ​ເວ​ລາ​ນີ້ ເພື່ອ​ຈະ​ໄດ້​ຮູ້​ວ່າ ອັນ​ໃດ​ສຳ​ຄັນ​ແທ້ໆ, ທີ່​ຈະ​ຮັກ​ດັ່ງ​ທີ່​ພຣະ​ອົງ​ຮັກ ແລະ ທີ່​ຈະ​ເຕີບ​ໂຕ​ໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ສຳ​ພັນ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ ຕໍ່​ພວກ​ພຣະ​ອົງ ແລະ ຕໍ່​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.