​2010–2019
ຕ່າງກັນ, ແຕ່ຍັງເປັນນ້ຳໜຶ່ງໃຈດຽວ​ກັນ
ເດືອນ​ຕຸລາ 2017


ຕ່າງກັນ, ແຕ່ຍັງເປັນນ້ຳໜຶ່ງໃຈດຽວ​ກັນ

ຢູ່ໃນສາດສະໜາຈັກ, ເຖິງແມ່ນເຮົາ​ຈະ​ແຕກ​ຕ່າງ​ກັນ, ແຕ່ພຣະຜູ້ເປັນເຈົ້າ​ຍັງຄາດຫວັງ ໃຫ້ເຮົາເປັນນ້ຳ​ໜຶ່ງ​ໃຈ​ດຽວ​ກັນ!

ໃນເດືອນ​ມິຖຸນາ ປີ 1994, ຂ້າພະເຈົ້າກຳລັງ​ຂັບລົດເມືອບ້ານ​ດ້ວຍຄວາມຮ້ອນໃຈ ເພື່ອເບິ່ງທີມ​ຊາດແຂ່ງຂັນ​ເຕະ​ບານ ໃນ ແຊ້ມ​ປ້ຽນ​ໂລກ. ຂ້າພະເຈົ້າເລີ່ມໄປ​ບໍ່ດົນປານໃດ ກໍໄດ້ເຫັນໄກໆ​ຢູ່ທາງເດີນ ມີຊາຍຄົນໜຶ່ງ​ກຳລັງເຂັນຕັ່ງລໍ້​ຂອງລາວ ໄປ​ທາງ​ໜ້າ, ຊຶ່ງເອ້ດ້ວຍທຸງ​ຊາດບຣາຊິນ ຂອງພວກເຮົາ. ທັນໃດນັ້ນ​ຂ້າພະເຈົ້າຮູ້ວ່າ ລາວກຳລັງກັບບ້ານ​ໄປເບິ່ງກິລາຄືກັນ!

ເມື່ອທາງເດີນຂອງພວກເຮົາ​ໄດ້ຕັດກັນ ແລະ ພວກເຮົາໄດ້​ສົບຕາກັນ, ເປັນແຕ່ວິນາທີດຽວ ຂ້າພະເຈົ້າຮູ້ສຶກ​ໄດ້ຮ່ວມສາ​ມັກ​ຄີນຳ​ຊາຍຜູ້ນັ້ນ​ແລ້ວ! ພວກເຮົາກຳລັງໄປ​ຄົນ​ລະ​ທິດ​ລະ​ທາງ, ບໍ່ໄດ້ຮູ້ຈັກກັນ, ແລະ ມີສະພາບການ​ແຕກຕ່າງກັນ ທັງດ້ານສັງ​ຄົມ ແລະ ດ້ານຮ່າງກາຍ, ແຕ່ຄວາມກະຕືລືລົ້ນ​ອັນດຽວກັນສຳລັບກິ​ລາ​ເຕະ​ບານ ແລະ ຄວາມຮັກຊາດ​ຂອງພວກເຮົາ ໄດ້ເຮັດໃຫ້ພວກເຮົາ​ຮູ້ສຶກຄືເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ໃນຕອນນັ້ນ. ຂ້າ​ພະ​ເຈົ້າບໍ່​ໄດ້​ເຫັນ​ຊາຍ​ຄົນ​ນັ້ນອີກ ນັບ​ແຕ່ມື້ນັ້ນ, ແຕ່ມື້ນີ້, ເຖິງແມ່ນຫລາຍກວ່າ​ສິບປີແລ້ວ, ຂ້າພະເຈົ້າຍັງ​ສາມາດເຫັນດວງຕາ​ຄູ່ນັ້ນ ແລະ ຮູ້ສຶກເຖິງຄວາມສາ​ມັກ​ຄີ​ທີ່ແຮງ​ກ້າກັບຊາຍຜູ້ນັ້ນ. ພວກເຮົາໄດ້​ຊະນະເກມ​ແລ້ວ ແລະ ໄດ້ຊະນະ​ເຕະ​ບານ​ແຊ້ມ​ປ້ຽນໂລກໃນປີນັ້ນ!

ຢູ່ໃນສາດສະໜາຈັກ, ເຖິງແມ່ນເຮົາ​ຈະ​ແຕກ​ຕ່າງ​ກັນ, ແຕ່ພຣະຜູ້ເປັນເຈົ້າ​ຍັງຄາດຫວັງ ໃຫ້ເຮົາເປັນນ້ຳ​ໜຶ່ງ​ໃຈ​ດຽວ​ກັນ! ພຣະອົງໄດ້ກ່າວໃນ Doctrine and Covenants ວ່າ; ເຮົາຕ້ອງເປັນນ້ຳໜຶ່ງໃຈດຽວ​ກັນ ແລະ ຖ້າຫາກເຮົາບໍ່ເປັນນ້ຳໜຶ່ງໃຈດຽວກັນ ເຮົາບໍ່ແມ່ນຂອງພຣະອົງ.1

ເມື່ອເຮົາ​ທຸກຄົນ​ເຂົ້າ​ໄປ​ໂບດ ເພື່ອນະ​ມັດ​ສະ​ການກັບກຸ່ມ, ເຮົາປະ​ຄວາມແຕກຕ່າງ​ໄວ້ຂ້າງຫລັງ, ແມ່ນແຕ່ເລື່ອງເຊື້ອ​ຊາດ, ລະດັບທາງສັງຄົມ, ເລື່ອງການເມືອງ, ແລະ ລະດັບການສຶກສາ ແລະ ຕຳແໜ່ງ​ການງານ, ແລະ ໃຫ້ເອົາໃຈໃສ່ກັບຈຸດເປົ້າໝາຍ​ທາງວິນຍານແບບດຽວທີ່ພວກເຮົາມີ. ຢູ່ດ້ວຍກັນເຮົາຮ້ອງເພງສວດ, ໄຕ່​ຕອງພັນທະສັນຍາ​ອັນດຽວກັນ ໃນລະຫວ່າງພິທີ​ສິນລະລຶກ, ແລະ ອອກສຽງເວົ້າວ່າ “ອາແມນ” ຫລັງຈາກຄຳປາໄສ, ບົດຮຽນ, ແລະ ການອະທິຖານ—ຊຶ່ງໝາຍຄວາມວ່າ ເຮົາເຫັນດ້ວຍກັບສິ່ງທີ່ໄດ້ແບ່ງປັນ.

ສິ່ງເຫລົ່ານີ້ທີ່ເຮົາເຮັດ​ນຳກັນ ຈະ​ຊ່ວຍສ້າງຄວາມຮູ້ສຶກ​ແຫ່ງຄວາມເປັນນ້ຳໜຶ່ງ​ໃຈດຽວກັນ ຢູ່​ທີ່​ໂບດ.

ແຕ່ສິ່ງທີ່ຈະຊ່ວຍເຮັດ​ໃຫ້ຄວາມ​ເປັນນ້ຳໜຶ່ງໃຈດຽວ​ກັນ ຂອງເຮົາແໜ້ນ​ແຟ້ນ, ເຂັ້ມ​ແຂງ, ຫລື ຖືກທຳລາຍ ແມ່ນຂຶ້ນຢູ່ກັບວິທີທີ່​ເຮົາກະທຳ ຕອນທີ່ເຮົາຢູ່ຫ່າງ​ຈາກສະມາຊິກຂອງ​ສາດສະໜາຈັກຂອງ​ເຮົາ. ດັ່ງ​ທີ່​ເຮົາ​ທຸກ​ຄົນ​ຮູ້, ມັນເປັນເລື່ອງທຳມະດາ ແລະ ຫລີກລ້ຽງບໍ່ໄດ້ ທີ່​ໃນ​ທີ່​ສຸດ ເຮົາຈະເວົ້າກ່ຽວ​ກັບກັນແລະກັນ.

ມັນ​ຂຶ້ນ​ກັບສິ່ງທີ່ເຮົາ​ເລືອກເວົ້າ​ກ່ຽວ​ກັບກັນແລະກັນ ຄຳຂອງເຮົາອາດເປັນ​ໃນ​ທາງ​ທີ່​ເຮັດ​ໃຫ້ “ໃຈ​ຜູກພັນ​ກັນໄວ້ ໃນຄວາມເປັນອັນໜຶ່ງດຽວ​ກັ​ນ”2 ຕາມ​ທີ່ແອວມາໄດ້​ສອນຜູ້​ຄົນ​ທີ່​ເພິ່ນ​ໄດ້​ໃຫ້​ບັບ​ຕິ​ສະ​ມາຢູ່ນ້ຳມໍມອນ, ຫລື ອາດລົດຄວາມຮັກ, ຄວາມຫວັງ, ແລະ ຄວາມເປັນ​ມິດ​ລົງ ຊຶ່ງຄວນມີລະຫວ່າງພວກເຮົາ.

ມີຄວາມຄິດເຫັນທີ່ທຳລາຍ​ຄວາມເປັນ​ອັນໜຶ່ງ​ດຽວ​ກັນຄື, “ແມ່ນແລ້ວ, ​ລາວເປັນອະທິການ​ທີ່ດີຢູ່; ແຕ່​ເຈົ້າ​ຮູ້​ຈັກ​ລາວ ຕອນ​ລາວ​ຍັງ​ໜຸ່ມ!”

ແບບທີ່ດີກວ່ານີ້​ອາດຈະແມ່ນ, “ອະທິການແສນດີ, ແລະ ເພິ່ນໄດ້ເຕີບໂຕຂຶ້ນຫລາຍ ໃນດ້ານການເປັນຜູ້ໃຫຍ່ ແລະ ດ້ານ​ສະ​ຕິປັນຍາໃນຫລາຍປີ​ທີ່ຜ່ານມາ.”

ຫລາຍເທື່ອເຮົາມັກ​ໃຊ້​ຄຳ​ທີ່ບໍ່​ມ່ວນ​ຫູ ດັ່ງ​ເຊັ່ນ, “ປະທານສະມາຄົມ​ສະຕີສົງເຄາະເປັນ​ຄົນຫົວແຂງ; ລາວດື້ດ້ານ​ຫລາຍຂະໜາດ!” ກົງ​ກັນ​ຂ້າມ, ເຮົາ​ຄວນ​ເວົ້າ​ວ່າ, “ໃນຊ່ວງໄລ​ຍະນີ້ ປະທານສະມາຄົມ​ສະຕີສົງເຄາະບໍ່​ຄ່ອຍ​ມີ​ເວ​ລາປານໃດ; ບາງ​ທີລາວ​ກຳລັງປະສົບ​ຄວາມຫຍຸ້ງຍາກ. ໃຫ້ເຮົາພາ​ກັນ​ຊ່ວຍ​ລາວ ແລະ ສະໜັບສະໜູນລາວເດີ້!”

ອ້າຍເອື້ອຍນ້ອງ​ທັງ​ຫລາຍ, ເຮົາບໍ່ມິສິດທີ່​ຈະ​ກ່າວ​ຫາຜູ້ໃດເລີຍ, ຮ່ວມ​ທັງຄົນໃນໂບດຂອງເຮົາ ວ່າ​ເຂົາ​ເຈົ້າບໍ່​ດີ. ແຕ່ຄຳຂອງເຮົາກ່ຽວກັບ​ເພື່ອນມະນຸດຂອງເຮົາ ຄວນສະແດງເຖິງ​ຄວາມເຊື່ອຂອງເຮົາ ໃນພຣະເຢຊູຄຣິດ ແລະ ການຊົດໃຊ້​ຂອງພຣະອົງ ແລະ ວ່າໃນພຣະອົງ ແລະ ໂດຍທາງຂອງພຣະອົງ ເຮົາ​ຈະສາມາດ ປ່ຽນໄປ​ໃນ​ທາງ​ທີ່ດີກວ່າໄດ້ສະ​ເໝີ.

ບາງຄົນເລີ່ມຕິຕຽນ ແລະ ເລີ່ມແຕກແຍກຈາກຜູ້ນຳ ແລະ ສະມາຊິກຂອງ​ສາດສະໜາຈັກ ຍ້ອນເລື່ອງເລັກໆນ້ອຍໆ.

ກໍລະນີເຊັ່ນນີ້​ໄດ້​ເກີດ​ກັບ​ຊາຍຄົນໜຶ່ງຊື່ ໄຊມອນສ໌ ໄຣເດີ, ທີ່ໄດ້ກາຍເປັນ​ສະມາຊິກຂອງ ສາດສະໜາຈັກ​ໃນປີ 1831. ຫລັງ​ຈາກ​ໄດ້​ອ່ານ​ການ​ເປີດ​ເຜີຍກ່ຽວ​ກັບ​ລາວ, ລາວ​ໄດ້​ເກີດ​ຄວາມບໍ່​ພໍ​ໃຈ​ກັບ​ການ​ສະ​ກົດ​ຊື່ຂອງ​ລາວ​ຜິດ​ໃຣເດີ, ດ້ວຍ​ສະ​ລະ ແທນ​ທີ່ ຈະ​ເປັນ ໄ. ການ​ປະ​ພຶດ​ຂອງ​ລາວ​ກ່ຽວ​ກັບ​ເລື່ອງນັ້ນ ໄດ້​ສ້າງ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ສາດ​ສະ​ດາ ແລະ ໃນ​ທີ່​ສຸດ ໄດ້​ນຳ​ໄປ​ສູ່​ການ​ຂົ່ມ​ເຫັງ​ໂຈເຊັບ ແລະ ໄດ້​ໜີ​ຈາກ​ສາດ​ສະ​ໜາ​ຈັກໄປ.3

ກໍເປັນໄປໄດ້ທີ່ເຮົາທຸກຄົນ​ຈະມີໂອກາດໄດ້ຮັບ​ການແກ້ໄຂຈາກຜູ້ນຳ​ທາງສາດສະໜາ​ຈັກ, ຊຶ່ງຈະເປັນການ​ທົດສອບວ່າ ເຮົາເປັນອັນໜຶ່ງດຽວກັນ​ກັບເຂົາເຈົ້າຫລາຍເທົ່າໃດ.

ຂ້າ​ພະ​ເຈົ້າ​ພຽງ​ແຕ່ 11 ປີ, ແຕ່ຂ້າພະເຈົ້າຈື່ໄດ້ 44 ປີມາແລ້ວ, ໂບດທີ່ຄອບຄົວຂອງ​ຂ້າພະເຈົ້າໄປນັ້ນ ກຳລັງຈະມີການສ້ອມ​ແປງຫລາຍ​ຢ່າງ. ກ່ອນເລີ່ມຕົ້ນສ້ອມ​ແປງ, ໄດ້​ມີການປະຊຸມເພື່ອ​ຜູ້ນຳທ້ອງຖິ່ນ ແລະ ຜູ້​ນຳເຂດ ຈະໄດ້ສົນທະນາກັນ ກ່ຽວ​ກັບວິທີທີ່ສະມາຊິກ​ຈະຮ່ວມກັນໃນວຽກນັ້ນ. ພໍ່ຂ້າພະເຈົ້າ ຜູ້ທີ່ເຄີຍເປັນຜູ້ນຳຫລາຍປີ ໄດ້ສະແດງຄວາມຄິດ​ຄວາມເຫັນ​ຢ່າງ​ໜັກ​ແໜ້ນ​ຂອງ​ເພິ່ນ​ວ່າ ວຽກນີ້ຄວນຈະເຮັດ​ໂດຍຊ່າງ ບໍ່ຄວນມີຄົນ​ສະໝັກມາເຮັດ.

ບໍ່ພຽງ​ແຕ່ຄວາມເຫັນ​ຂອງ​ເພິ່ນ​ຖືກປະຕິເສດເທົ່ານັ້ນ, ແຕ່ພວກເຮົາໄດ້ຍິນວ່າ ເພິ່ນໄດ້ຮັບການ​ຕີສອນຢ່າງແຮງຕໍ່ໜ້າ​ຄົນອື່ນໃນການ​ປະ​ຊຸມນັ້ນ. ນີ້​ຄື​ຊາຍ​ຜູ້ທີ່ໄດ້​ອຸ​ທິດ​ຕົນ​ຕໍ່ສາດສະໜາຈັກ ແລະ ໄດ້ເປັນທະຫານ​ຜ່ານສົງຄາມໂລກ ຄັ້ງທີສອງຢູ່​ທະວີບເອີຣົບ ຄົນທີ່ລື້ງເຄີຍ​ກັບ​ການຕໍ່ຕ້ານ ແລະ ຕໍ່ສູ້ເພື່ອສິ່ງທີ່ເພິ່ນ​ເຊື່ອ!. ຄົນໄດ້ສົງໄສວ່າ ເພິ່ນຈະຕອບຮັບຢ່າງໃດ​ຫລັງຈາກເຫດກັນດັ່ງກ່າວ. ເພິ່ນຈະເຮັດຕາມ​ຄວາມຄິດເຫັນຂອງຕົນ ແລະ ຕໍ່ຕ້ານການຕັດສິນໃຈ​ທີ່ເຮັດລົງໄປແລ້ວບໍ?

ພວກເຮົາເຄີຍເຫັນຄອບຄົວ​ຢູ່ໃນຫວອດຂອງພວກເຮົາ​ທີ່ອ່ອນແອກວ່າ ໃນພຣະກິຕິຄຸນ ແລະ ໄດ້ຢຸດໄປໂບດ ຍ້ອນວ່າເຂົາ​ເຈົ້າບໍ່ສາມາດ​ເປັນນ້ຳໜຶ່ງໃຈດຽວ​ກັນ​ກັບຄົນທີ່​ນຳ​ພາ. ອີກຢ່າງໜຶ່ງ​ຂ້າ​ພະ​ເຈົ້າ​ເອງ​ໄດ້ມີເພື່ອນໃນ​ຊັ້ນປະຖົມ​ໄວ ທີ່ບໍ່ຊື່ສັດ​ໃນໄວໜຸ່ມ ເພາະວ່າພໍ່ແມ່​ຂອງພວກ​ເຂົາ​ໄດ້ຫາເລື່ອງກັບຄົນໃນ​ສາດສະໜາຈັກຢູ່ຕະຫລອດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄດ້​ຕັດ​ສິນ​ໃຈ​ຢູ່ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວກັນ ກັບໄພ່​ພົນດ້ວຍ​ກັນ. ຫລາຍມື້​ຈາກນັ້ນ ເມື່ອສະມາຊິກຫວອດໄດ້​ໄປ​ຊ່ວຍ​ສ້ອມ​ແປງ​ຕຶກ​ໂບດ, ພໍ່ໄດ້ “ຊວນ” ຄອບຄົວພວກເຮົາ​ໃຫ້ຕິດຕາມ​ພໍ່ໄປໂບດ ເພື່ອພວກເຮົາຈະໄດ້​ຊ່ວຍ​ກັນ ໃນທາງໃດກໍຕາມ.

ຂ້າ​ພະ​ເຈົ້າ​ໃຈ​ຮ້າຍ. ຂ້າພະເຈົ້າ​ກໍ​ຄິດ​ຢາກຖາມພໍ່ວ່າ, “ພໍ່ເອີຍ, ເປັນຫຍັງພວກເຮົາ​ຈຶ່ງຊິໄປຊ່ວຍ​ສ້ອມ​ແປງ​ຕຶກ​ໂບດ ຖ້າ​ຫາກ​ພໍ່ບໍ່ເຫັນດ້ວຍ​ທີ່ສະມາຊິກຈະເຮັດ​ເອງ?” ແຕ່​ສີ​ໜ້າ​ຂອງ​ເພິ່ນ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ບໍ່​ກ້າ​ເວົ້າ​ອອກ​ມາ. ຂ້າ​ພະ​ເຈົ້າ​ຢາກ​ມີ​ຊີ​ວິດ​ຢູ່​ສຳ​ລັບ​ການ​ອຸ​ທິດ​ຕຶກ​ໂບດ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ເລີຍ​ຕັດ​ສິນ​ໃຈ​ມິດ​ງຽບ​ຢູ່ ແລະ ພຽງ​ແຕ່​ໄປ​ຊ່ວຍ​ສ້ອມ​ແປງ​ໂບດ​ກັບ​ເພິ່ນ!

ພໍ່ບໍ່ໄດ້ເຫັນ​ຕຶກໂບດໃໝ່, ເພາະພໍ່ໄດ້​ເສຍຊີວິດໄປ​ກ່ອນສຳ​ເລັດການສ້ອມ​ແປງ. ແຕ່ພວກເຮົາໃນຄອບຄົວ, ຊຶ່ງ​ແມ່​ເປັນ​ຜູ້​ນຳ​ພາ ໃນ​ຕອນນັ້ນ, ໄດ້ສືບ​ຕໍ່​ສ້ອມ​ແປງ​ຕຶກ​ໂບດ ຈົນ​ມັນສຳ​ເລັດ, ແລະ ສິ່ງນັ້ນ ໄດ້​ເຮັດ​ໃຫ້​ພວກ​ເຮົາເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ພໍ່, ກັບ​ສະ​ມາ​ຊິກໂບດ, ກັບ​ຜູ້​ນຳ​ຂອງ​ພວກ​ເຮົາ, ແລະ ສຳ​ຄັນ​ກວ່າ​ໝູ່​ໝົດ ກັບ​ພຣະ​ຜູ້​ເປັນ​ເຈົ້າ!

ບໍ່​ດົນກ່ອນປະ​ສົບ​ການ​ອັນ​ແສນເຈັບ​ປວດ​ຂອງ​ພຣະອົງ​ທີ່ເຄັດເຊມາເນ, ພຣະເຢຊູໄດ້ ອ້ອນວອນຫາ ພຣະບິດາ ເພື່ອພວກສາວົກຂອງພຣະອົງ ແລະ ເພື່ອເຮົາທຸກ​ຄົນ, ພຣະອົງໄດ້ກ່າວວ່າ, “ໃຫ້ພວກເຂົາຮ່ວມເຂົ້າ​ໃນໝູ່ເຮົາດ້ວຍເທີ້ນ, ດັ່ງພຣະອົງຢູ່ໃນລູກ ແລະ ລູກຢູ່ໃນພຣະອົງ.”4

ອ້າຍເອື້ອຍນ້ອງທັງ​ຫລາຍ, ຂ້າພະເຈົ້າ​ເປັນພະຍານວ່າ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເປັນນ້ຳໜຶ່ງໃຈດຽວ ກັນ​ກັບສະມາຊິກ ແລະ ກັບຜູ້ນຳຂອງ​ສາດສະໜາຈັກ—ທັງຕອນທີ່ພວກເຮົາ​ມາ​ເຕົ້າ​ໂຮມ​ກັນ, ແລະ ໂດຍ​ສະ​ເພາະ ຕອນທີ່ພວກເຮົາ​ຢູ່ຫ່າງກັນ—ແລ້ວເຮົາຈະຮູ້ສຶກ​ເປັນອັນໜຶ່ງອັນດຽວ​ກັນ ຢ່າງສົມບູນນຳ​ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.