​2010–2019
ຜູ້ດຳລົງຄວາມສະຫວ່າງຈາກສະຫວັນ
ເດືອນ​ຕຸລາ 2017


ຜູ້ດຳລົງຄວາມສະຫວ່າງຈາກສະຫວັນ

ໃນຖານະທີ່​ເປັນຜູ້ດຳລົງ​ຖານະປະໂລຫິດ ແລະ ໃນຖານະສານຸສິດ​ຂອງພຣະເຢຊູຄຣິດ, ທ່ານເປັນຜູ້ດຳລົງ​ຄວາມສະຫວ່າງ.

ຊາຍສູງອາຍຸຄົນໜຶ່ງ​ໄດ້ຢືນຢູ່ໃນແຖວ​ຢູ່ທີ່ຫ້ອງການໄປສະນີ ເພື່ອຈະຊື້ສະແຕມ​ຢູ່ທີ່ໂຕະບໍລິການ. ຍິງສາວຄົນໜຶ່ງ​ໄດ້ສັງເກດເຫັນວ່າ​ລາວຍ່າງຍາກ ແລະ ໄດ້ສະເໝີຈະ​ສອນລາວ ຊື້ສະແຕມຈາກ​ຕູ້ອັດຕະໂນມັດ​ເພື່ອປະຢັດເວລາ. ຊາຍສູງອາຍຸຄົນນັ້ນ​ໄດ້ກ່າວກັບນາງວ່າ, “ຂອບໃຈເດີ້ນາງ, ແຕ່ຂ້ອຍຢາກລໍຖ້າ. ຕູ້ອັດຕະໂນມັດ​ຈະບໍ່ຖາມເຖິງ​ອາການປວດຂໍ້ຂອງຂ້ອຍ.”

ບາງເທື່ອມັນກໍຊ່ວຍ​ເຮົາທີ່ຈະເວົ້າລົມກັບ​ຄົນບາງຄົນ​ທີ່​ເປັນ​ຫ່ວງ​ເປັນ​ໃຍ ກ່ຽວກັບບັນຫາ​ຂອງເຮົາ.

ຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ຄວາມປ່ວຍໂຊ​ເປັນປະສົບການ​ທີ່ເຮົາທຸກຄົນມີ​ດ້ວຍກັນ—ດັ່ງ ຊ່ວງເວລາທີ່​ມີບາດເຈັບ, ຄວາມທຸກໃຈ ແລະ ໂຊກຮ້າຍທີ່​ສາມາດກາຍ​ເປັນຄວາມຊົງຈຳ ຢ່າງຫລວງຫລາຍ​ໃນການສະສົມ​ຄວາມຊົງຈຳຂອງເຮົາ.

ເມື່ອມັນກ່ຽວກັບ​ເລື່ອງສຸຂະພາບ​ທາງຮ່າງກາຍ​ຂອງເຮົາ, ເຮົາຈະຍອມຮັບ​ຄວາມເຖົ້າແກ່ ແລະ ຄວາມເຈັບປ່ວຍວ່າ ເປັນພາກສ່ວນ​ຂອງການເດີນທາງ​ໃນຊີວິດມະຕະຂອງເຮົາ. ເຮົາຈະສະແຫວງຫາ​ຄຳປຶກສາຈາກ​ທ່ານໝໍ​ຜູ້ເປັນມືອາຊີບ ຜູ້ທີ່ເຂົ້າໃຈ​ຮ່າງກາຍຂອງເຮົາ. ເມື່ອເຮົາທົນທຸກຈາກ​ຄວາມຄຽດຕຶງ​ທາງອາລົມ ຫລື ຄວາມເຈັບປ່ວຍ​ທາງຈິດໃຈ, ເຮົາຈະສະແຫວງຫາ​ຄວາມຊ່ວຍເຫລືອ​ຈາກຜູ້ຊ່ຽວຊານ ຜູ້ທີ່ຈະປິ່ນປົວ​ຄວາມເຈັບ​ປ່ວຍປະເພດ​ເຫລົ່ານີ້ໄດ້.

ເໝືອນດັ່ງທີ່ເຮົາອປະເຊີນໜ້າກັບ​ການທົດລອງທາງ​ຮ່າງກາຍ ແລະ ອາລົມ​ໃນຊີວິດມະຕະນີ້, ເຮົາກໍຈະປະເຊີນ​ໜ້າກັບການທ້າທາຍ​ທາງວິນຍານຄືກັນ. ເຮົາສ່ວນຫລາຍ​ກໍໄດ້ມີຊ່ວງເວລາ​ໃນຊີວິດຂອງເຮົາ ຕອນທີ່ປະຈັກພະຍານ​ຂອງເຮົາເຂັ້ມແຂງ​ດີ. ແຕ່ເຮົາກໍໄດ້ມີ​ຊ່ວງເວລາຕອນ​ທີ່ພຣະບິດາເທິງ​ສະຫວັນຂອງເຮົາ​ເບິ່ງຄືວ່າ​ປະທັບຢູ່ໄກ​ແສນໄກ. ຍັງມີຊ່ວງ​ເວລາຕອນທີ່​ເຮົາຖະໜອມ​ເລື່ອງລາວທາງວິນຍານ​ໄວ້ດ້ວຍສຸດຫົວໃຈ​ຂອງເຮົາ. ມັນອາດຈະ​ເປັນຊ່ວງເວລາ​ຕອນທີ່ມັນປະກົດ​ຄືວ່າລ້ຳຄ່າ​ໜ້ອຍລົງ ຫລື ວ່າສູນເສຍ​ຄວາມສຳຄັນ​ໄປແລ້ວ.

ມື້ນີ້ຂ້າພະເຈົ້າ​ຢາກກ່າວເຖິງ​ສຸຂະພາບ​ທີ່ດີທາງວິນຍານ—ວິທີທີ່​ເຮົາຈະສາມາດ​ພົບເຫັນ ການປິ່ນປົວ​ຈາກການ​ຢຸດສະຫງັກ ແລະ ກ້າວໄປໜ້າ​ໃນເສັ້ນທາງ​ທີ່ເບີກບານ ຊຶ່ງເປັນສຸຂະພາບ​ທີ່ແຂງແຮງ​ທາງວິນຍານ.

ຄວາມເຈັບປ່ວຍ​ທາງວິນຍານ

ບາງເທື່ອຄວາມເຈັບປ່ວຍ​ທາງວິນຍານ​ຈະມີມາ ເພາະຜົນທີ່​ຕາມມາ​ຈາກບາບ ຫລື ບາດແຜ​ທາງອາລົມ. ບາງເທື່ອອາການ​ລົ້ມປ່ວຍນັ້ນ​ຈະມີມາ​ເທື່ອລະເລັກ​ເທື່ອລະໜ້ອຍ ຈົນວ່າເຮົາ​ບໍ່ສາມາດ​ສັງເກດເຫັນ​ໄດ້ວ່າ ມີຫຍັງກຳລັງ​ເກີດຂຶ້ນ. ດັ່ງເຊັ່ນຫີນ​ທີ່ສະສົມ​ເປັນຊັ້ນໆ, ຄວາມເຈັບປວດ​ທາງວິນຍານ ແລະ ຄວາມໂສກເສົ້າ​ກໍສາມາດ ສະສົມເຂົ້າກັນ​ເມື່ອເວລາ​ຜ່ານໄປ,ເຮັດໃຫ້ວິນຍານ​ຂອງເຮົາໜັກໜ່ວງ​ຈົນວ່າມັນເກືອບ​ຈະໜັກເກີນກວ່າ​ທີ່ຈະທົນໄດ້. ຍົກຕົວຢ່າງ, ສິ່ງນີ້ສາມາດ​ເກີດຂຶ້ນໄດ້ ເມື່ອຄວາມຮັບຜິດ​ຊອບຂອງເຮົາ​ຢູ່ທີ່​ບ່ອນທຳງານ, ຢູ່ບ້ານ, ແລະ ຢູ່ໃນໂບດ ຫຍຸ້ງ​ຫລາຍຈົນ​ເຮົາ​ບໍ່​ຮູ້​ສຶກ​ຊື່ນ​ຊົມ​ກັບ​ພຣະ​ກິດ​ຕິ​ຄຸນ. ເຮົາ​ອາດ​ຮູ້​ສຶກວ່າ ເຮົາ​ບໍ່​ມີ​ຫຍັງ​ທີ່​ຈະ​ມອບ​ໃຫ້​ອີກ​ແລ້ວ ຫລື ວ່າ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຈົ້າ ແມ່ນ ເກີນກວ່າ​ພະ​ລັງ​ຂອງ​ເຮົາ.

ແຕ່ເຖິງແມ່ນວ່າ​ການທົດລອງ​ທາງວິນຍານ​ຂອງເຮົາເປັນຄວາມຈິງ ມັນກໍບໍ່ໄດ້​ໝາຍຄວາມວ່າ ມັນຈະປິ່ນປົວ​ໃຫ້ຫາຍດີບໍ່ໄດ້.

ເຮົາສາມາດ​ໄດ້ຮັບການປິ່ນປົວ​ທາງວິນຍານ.

ແມ່ນແຕ່ບາດ​ແຜທາງວິນຍານ​ທີ່ເລິກທີ່ສຸດ—ແມ່ນແລ້ວ, ແມ່ນແຕ່ບາດ​ແຜທີ່ປະກົດວ່າ​ຈະປິ່ນປົວບໍ່ຫາຍ—ກໍສາມາດ​ຖືກປິ່ນປົວ​ໃຫ້ຫາຍດີໄດ້.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ອຳນາດທີ່ປິ່ນປົວ​ຂອງພຣະເຢຊູຄຣິດ​ບໍ່ໄດ້ຂາດ ໄປຈາກຊີວິດ​ຂອງເຮົາ.

ການປິ່ນປົວຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ສາມາດປ່ຽນແປງ​ຊີວິດຂອງເຮົາໄດ້ ໃນວັນເວລາ​ຂອງເຮົາ ດັ່ງທີ່ມັນ​ໄດ້ເປັນໃນ​ວັນເວລາ​ຂອງພຣະອົງ. ຖ້າຫາກເຮົາ​ພຽງແຕ່ມີສັດທາ, ພຣະອົງສາມາດ​ຈັບເອົາມືຂອງເຮົາ, ເຮັດໃຫ້ຈິດ​ວິນຍານ​ຂອງເຮົາ ເຕັມໄປດ້ວຍ​ຄວາມສະຫວ່າງ ແລະ ການປິ່ນປົວ​ຈາກສະຫວັນ, ແລະ ກ່າວກັບເຮົາດ້ວຍ ພຣະຄຳອັນເປັນ​ພອນວ່າ, “ຈົ່ງລຸກຂຶ້ນ ແລະ ຍົກເອົາ​ບ່ອນນອນ​ຂອງເຈົ້າ ແລະ ຍ່າງໄປ.”1

ຄວາມມືດ ແລະ ຄວາມສະຫວ່າງ

ບໍ່ວ່າສິ່ງໃດ​ຈະເປັນສາເຫດ​ຂອງຄວາມເຈັບໄຂ້​ໄດ້ປ່ວຍຂອງເຮົາກໍຕາມ, ທັງໝົດນັ້ນມີ​ສິ່ງໜຶ່ງດ້ວຍກັນ: ນັ້ນກໍຄື ການຂາດໄປ​ຂອງຄວາມສະຫວ່າງ​ຈາກສະຫວັນ.

ຄວາມມືດຈະລົດ​ຄວາມສາມາດ​ຂອງເຮົາທີ່ຈະມອງ​ເຫັນໄດ້ຢ່າງແຈ້ງຊັດ. ມັນເຮັດໃຫ້ສາຍຕາ​ຂອງເຮົາມືດມົວລົງ ກ່ຽວກັບສິ່ງທີ່​ຄັ້ງໜຶ່ງນັ້ນຊັດເຈນ ແລະ ແຈ່ມແຈ້ງ. ເມື່ອເຮົາຢູ່ໃນຄວາມມືດ, ເຮົາມັກຈະເລືອກສິ່ງບໍ່ດີ, ເພາະເຮົາບໍ່ສາມາດ​ເຫັນອັນຕະລາຍ ທີ່ຢູ່ໃນເສັ້ນທາງນັ້ນ. ເມື່ອເຮົາຢູ່ໃນຄວາມມືດ, ເຮົາມັກຈະໝົດຫວັງ ເພາະເຮົາບໍ່ສາມາດ​ເຫັນຄວາມສະຫງົບ ແລະ ຄວາມສຸກທີ່​ລໍຖ້າເຮົາຢູ່ ຖ້າຫາກເຮົາ​ພຽງແຕ່ຈະກ້າວ​ໄປໜ້າເລື້ອຍໆ.

ກົງກັນຂ້າມ, ຄວາມສະຫວ່າງ​ອະນຸຍາດໃຫ້ເຮົາ​ເຫັນທຸກສິ່ງດັ່ງ​ທີ່ມັນເປັນຢູ່ແທ້ໆ. ມັນອະນຸຍາດ​ໃຫ້ເຮົາຫລິງເຫັນ​ລະຫວ່າງຄວາມຈິງ ແລະ ຄວາມຜິດ, ລະຫວ່າງສິ່ງ​ທີ່ຈຳເປັນຕໍ່ຊີວິດ ແລະ ສິ່ງທີ່ບໍ່ສຳຄັນ​ຫຍັງເລີຍ. ເມື່ອເຮົາຢູ່ໃນ​ຄວາມສະຫວ່າງ, ເຮົາສາມາດ​ເລືອກສິ່ງທີ່​ຊອບທຳ ອີງຕາມຫລັກທຳ​ທີ່ແທ້ຈິງ. ເມື່ອເຮົາຢູ່ໃນ​ຄວາມສະຫວ່າງ, ເຮົາຈະມີ “ຄວາມສະຫວ່າງ​ຢ່າງບໍລິບູນ ຂອງຄວາມຫວັງ”2 ເພາະວ່າ​ເຮົາສາມາດເຫັນ​ການທົດລອງ ທາງຊີວິດ​ມະຕະຈາກທັດສະນະ​ແຫ່ງສະຫວັນ.

ເຮົາຈະພົບເຫັນ​ການປິ່ນປົວ​ທາງວິນຍານ ເມື່ອເຮົາກ້າວ​ອອກໄປຈາກ​ເງົາຂອງໂລກ ແລະ ເຂົ້າໄປສູ່ຄວາມ​ສະຫວ່າງທີ່ເປັນ​ນິດຂອງພຣະຄຣິດ.

ເມື່ອເຮົາເຂົ້າໃຈ ແລະ ນຳໃຊ້ຫລັກທຳ​ແຫ່ງຄວາມສະຫວ່າງ​ຫລາຍເທົ່າໃດ, ເຮົາແຮ່ງຈະ​ຕໍ່ຕ້ານ ຄວາມເຈັບປ່ວຍ​ທາງວິນຍານທີ່ເຮັດ​ໃຫ້ເຮົາເປັນທຸກ ຫລື ມີຄວາມລຳບາກ​ໃນທຸກໆດ້ານ​ໄດ້ຫລາຍຂຶ້ນ, ເຮົາຈະສາມາດຮັບ​ໃຊ້ເປັນຜູ້ດຳລົງ​ຖານະປະໂລຫິດ​ສັກສິດທີ່ຫ້າວຫັນ, ກ້າຫານ, ຫ່ວງໃຍ ແລະ ຖ່ອມຕົວຫລາຍຂຶ້ນ—ເປັນຜູ້ຮັບໃຊ້ ແລະ ສານຸສິດ​ທີ່ແທ້ຈິງ​ຂອງພຣະກະສັດ​ທີ່ຊົງຮັກ ແລະ ນິລັນດອນ​ຂອງເຮົາ.

ຄວາມສະຫວ່າງຂອງໂລກ

ພຣະເຢຊູຄຣິດ​ໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນຄວາມ​ສະຫວ່າງຂອງໂລກ: ຜູ້ທີ່ຕາມເຮົາ​ມາຈະມີຄວາມສະຫວ່າງ​ແຫ່ງຊີວິດ ແລະ ຈະບໍ່ເດີນ​ຢູ່ໃນຄວາມມືດ​ຈັກເທື່ອ, ແຕ່ຈະມີຄວາມ​ສະຫວ່າງຂອງ​ຊີວິດ.”3

ນີ້ໝາຍຄວາມວ່າແນວໃດ?

ມັນໝາຍຄວາມວ່າ: ຄົນທີ່ຕິດຕາມ​ພຣະເຢຊູຄຣິດ​ຢ່າງຖ່ອມຕົວ​ຈະປະສົບ ແລະ ມີພາກສ່ວນໃນ​ຄວາມສະຫວ່າງ​ຂອງພຣະອົງ. ແລະ ຄວາມສະຫວ່າງນັ້ນ​ຈະສ່ອງແສງອອກ​ໄປຈົນວ່າ ໃນທີ່ສຸດມັນ​ຈະກຳຈັດແມ່ນແຕ່​ຄວາມມືດທີ່ໜາຕຶບ​ອອກໄປ.

ມັນໝາຍຄວາມວ່າ​ຍັງມີອຳນາດ, ອິດທິພົນທີ່​ເຂັ້ມແຂງ, ທີ່ເກີດຈາກ​ພຣະຜູ້ຊ່ວຍໃຫ້ລອດ. ມັນສ່ອງແສງອອກມາ​ຈາກທີ່ປະທັບ​ຂອງພຣະເຈົ້າ ເພື່ອຂະຫຍາຍ​ອອກໄປທົ່ວ​ທຸກແຫ່ງຫົນ.4 ເພາະວ່າອຳນາດນີ້​ໃຫ້ຄວາມຮູ້, ເຊີດຊູ, ແລະ ສ່ອງແສງໃຫ້​ແກ່ຊີວິດຂອງເຮົາ, ພຣະຄຳພີມັກ​ຈະເອີ້ນມັນວ່າ ຄວາມສະຫວ່າງ, ແຕ່ມັນຍັງຖືກ​ອ້າງເຖິງວ່າ​ເປັນວິນຍານ ແລະ ຄວາມຈິງ.

ໃນພຣະຄຳພີ Doctrine and Covenants ເຮົາອ່ານວ່າ, ພຣະຄຳຂອງ​ພຣະຜູ້ເປັນເຈົ້າ​ເປັນຄວາມຈິງ, ແລະ ສິ່ງໃດກໍຕາມທີ່​ເປັນຄວາມຈິງຄື​ຄວາມສະຫວ່າງ, ແລະ ສິ່ງໃດທີ່ເປັນຄວາມ​ສະຫວ່າງ ຄືພຣະວິນຍານ, ແມ່ນແຕ່​ພຣະວິນຍານ​ຂອງພຣະເຢຊູຄຣິດ.5

ຄວາມຮູ້ທີ່ເລິກຊຶ້ງນີ້—ຄວາມສະຫວ່າງນັ້ນ​ຄືວິນຍານ, ຊຶ່ງເປັນຄວາມຈິງ ແລະ ວ່າຄວາມ​ສະຫວ່າງນີ້ ສ່ອງແສງຢູ່ໃນ​ຈິດວິນຍານ​ທຸກໆດວງທີ່​ໄດ້ລົງມາສູ່ໂລກ—ກໍສຳຄັນ ແລະ ເຕັມໄປດ້ວຍ​ຄວາມຫວັງ. ຄວາມສະຫວ່າງ​ຂອງພຣະຄຣິດ​ຈະ​ສ່ອງ​ແສງ ແລະ ເຕັມຢູ່ໃນ​ຈິດວິນຍານ​ຂອງທຸກຄົນ ທີ່ເຊື່ອຟັງສຸລະສຽງ​ຂອງພຣະວິນຍານ.6

ຄວາມສະຫວ່າງ​ຂອງພຣະຄຣິດ​ເຮັດໃຫ້ຈັກກະວານ​ຮຸ່ງ​ເຫລື້ອມ.

ມັນເຮັດໃຫ້ທັງໂລກ​ສະ​ຫວ່າງ​ສະ​ໄຫວ.

ມັນເຮັດໃຫ້ຫົວໃຈ​ທຸກດວງ​ສົດ​ໄສ.

“ພຣະເຈົ້າເຮັດ​ກັບທຸກຄົນ​ໂດຍບໍ່ເລືອກໜ້າຜູ້ໃດ.”7 ຄວາມສະຫວ່າງຂອງ​ພຣະອົງກໍມີ​ໄວ້ໃຫ້ທຸກຄົນ—ໃຫຍ່ ຫລື ນ້ອຍ, ຮັ່ງມີ ຫລື ຍາກຈົນ, ຜູ້ທີ່ມີຖານະ ຫລື ຜູ້ທີ່ດ້ອຍໂອກາດ.

ຖ້າຫາກທ່ານເປີດ​ຄວາມຄິດ ແລະ ຈິດໃຈຂອງທ່ານ​ໃຫ້ໄດ້ຮັບຄວາມ​ສະຫວ່າງຂອງພຣະຄຣິດ ແລະ ຕິດຕາມ​ພຣະຜູ້ຊ່ວຍໃຫ້ລອດ​ຢ່າງຖ່ອມຕົວ, ແລ້ວທ່ານຈະ​ໄດ້ຮັບຄວາມ​ສະຫວ່າງຫລາຍຂຶ້ນ. ທ່ານຈະໄດ້ຮັບ​ຄວາມສະຫວ່າງ ແລະ ຄວາມຈິງຫລາຍຂຶ້ນ​ຢູ່ໃນຈິດວິນຍານ​ຂອງທ່ານ ເປັນບັນທັດ, ເປັນຂໍ້ເລັກໆ​ໜ້ອຍໆ, ຈົນກວ່າ​ຄວາມມືດມົວ​ໄດ້ຖືກກຳຈັດ ອອກໄປຈາກ​ຊີວິດຂອງທ່ານ.8

ພຣະເຈົ້າຈະເປີດຕາຂອງທ່ານ.

ພຣະເຈົ້າຈະປະທານ​ຫົວໃຈດວງໃໝ່​ໃຫ້ແກ່ທ່ານ.

ຄວາມຮັກ, ຄວາມສະຫວ່າງ, ແລະ ຄວາມຈິງຂອງພຣະເຈົ້າ​ຈະເຮັດໃຫ້ສິ່ງທີ່​ດັບຊີວິດກັບຄືນມາ​ມີຊີວິດ, ແລະ ທ່ານຈະໄດ້ເກີດ​ໃໝ່ສູ່ຄວາມເປັນໃໝ່​ຂອງຊີວິດໃນ​ພຣະເຢຊູຄຣິດ.9

ພຣະຜູ້ເປັນເຈົ້າ​ໄດ້ສັນຍາວ່າ, ຖ້າຫາກດວງຕາ​ຂອງເຮົາເຫັນແກ່​ລັດສະໝີພາບຂອງ​ພຣະອົງແຕ່ຢ່າງດຽວ, ທັງຮ່າງກາຍ​ຂອງເຮົາຈະເຕັມໄປ​ດ້ວຍຄວາມສະຫວ່າງ, ແລະ ຈະບໍ່ມີຄວາມມືດ​ໃນເຮົາ; ແລະ ຮ່າງກາຍນັ້ນ ຊຶ່ງເຕັມໄປດ້ວຍ​ຄວາມສະຫວ່າງ​ເຂົ້າໃຈທຸກສິ່ງທັງປວງ.10

ນີ້ຄືຫວ້ານ​ຢາທີ່ດີ​ທີ່ສຸດສຳລັບ​ຄວາມເຈັບປ່ວຍ​ທາງວິນຍານ. ຄວາມມືດຈະ​ສາບສູນໄປຕໍ່ໜ້າ​ຄວາມສະຫວ່າງ.

ການປຽບທຽບ​ສຳລັບຄວາມມືດ​ທາງວິນຍານ

ເຖິງຢ່າງໃດກໍຕາມ, ພຣະເຈົ້າຈະ​ບໍ່ບັງຄັບເຮົາໃຫ້​ຍອມຮັບເອົາຄວາມ​ສະຫວ່າງຂອງພຣະອົງ.

ຖ້າຫາກເຮົາ​ສະບາຍໃຈ​ຢູ່ກັບຄວາມມືດ, ມັນກໍຍາກ​ທີ່ຈິດໃຈຂອງເຮົາ​ຈະປ່ຽນແປງ.

ເພື່ອວ່າການ​ປ່ຽນແປງ​ຈະເກີດຂຶ້ນໄດ້, ເຮົາຕ້ອງເຕັມ​ໃຈປ່ອຍໃຫ້​ຄວາມສະຫວ່າງ​ເຂົ້າມາ.

ໃນລະຫວ່າງການບິນ​ຂອງຂ້າພະເຈົ້າ ໃນຖານະ​ນັກບິນອ້ອມ ແຜ່ນດິນໂລກ​ຂອງເຮົາ, ຂ້າພະເຈົ້າ​ອັດສະຈັນໃຈສະເໝີ​ໂດຍຄວາມສວຍງາມ ແລະ ຄວາມ​ສົມບູນແບບ​ຂອງການສ້າງ ຂອງພຣະເຈົ້າ. ຂ້າພະເຈົ້າ​ປະຫລາດໃຈ​ເປັນພິເສດ​ກ່ຽວກັບຄວາມສຳພັນ​ລະຫວ່າງ​ແຜ່ນດິນໂລກ ແລະ ດວງອາທິດ. ຂ້າພະເຈົ້າ​ເຫັນມັນເປັນ​ບົດຮຽນຕົວຢ່າງ​ທີ່ເລິກຊຶ້ງ ເຖິງວິທີ​ທີ່ຄວາມມືດ ແລະ ຄວາມສະຫວ່າງ​ເປັນຢູ່.

ຕາມທີ່ເຮົາທຸກຄົົນ​ຮັບຮູ້, ພາຍ​ໃນ 24 ຊົ່ວໂມງ ກາງຄືນກາຍ​ເປັນກາງເວັນ ແລະ ກາງເວັນກາຍ​ເປັນກາງຄືນ.

ສະນັ້ນ, ກາງຄືນນັ້ນຄືຫຍັງ?

ກາງ​ຄືນ ກໍເປັນພຽງແຕ່ເງົາ.

ແມ່ນແຕ່ກາງຄືນ​ທີ່ມືດມົວທີ່ສຸດ, ດວງອາທິດ​ກໍບໍ່ໄດ້ຢຸດ​ສ່ອງແສງຂອງມັນ. ມັນກໍສ່ອງແສງ​ແຈ້ງເຈີດຈ້າ​ຢູ່ສະເໝີ. ແຕ່ເຄິ່ງໜຶ່ງ​ຂອງແຜ່ນດິນໂລກ​ກໍຢູ່ໃນຄວາມມືດ.

ການຂາດຄວາມ​ສະຫວ່າງກໍ່​ໃຫ້ເກີດຄວາມມືດ.

ເມື່ອຄວາມມືດ​ຂອງກາງຄືນ​ມາເຖິງ, ເຮົາບໍ່ຈຳເປັນ​ຕ້ອງໝົດຫວັງ ແລະ ກັງວົນວ່າ​ດວງອາທິດ​ດັບສູນໄປແລ້ວ. ເຮົາບໍ່ສັນນິຖານວ່າ​ດວງຕາເວັນ​ບໍ່ໄດ້ຢູ່ທີ່ນັ້ນ ຫລື ວ່າດັບໄປແລ້ວ. ເຮົາເຂົ້າໃຈວ່າ​ເຮົາຢູ່ໃນເງົາ, ວ່າແຜ່ນດິນໂລກ​ຈະໝຸນຕໍ່ໄປ, ແລະ ວ່າໃນທີ່ສຸດແສງ​ສະຫວ່າງຂອງ​ດວງອາທິດ​ກໍຈະມາເຖິງເຮົາອີກຄັ້ງ.

ຄວາມມືດບໍ່ໄດ້​ບົ່ງບອກວ່າ​ບໍ່ມີຄວາມສະຫວ່າງ. ສ່ວນຫລາຍແລ້ວ, ມັນກໍພຽງແຕ່​ໝາຍຄວາມວ່າ​ເຮົາບໍ່ໄດ້ຢູ່ໃນບ່ອນທີ່​ຈະໄດ້ຮັບຄວາມສະຫວ່າງ​ເທົ່ານັ້ນ. ລະ​ຫວ່າງ​ສຸ​ລິ​ຍະ​ຄາດ​ເມື່ອບໍ່​ດົນ​ມານີ້, ຫລາຍ​ຄົນ​ໄດ້​ພະ​ຍາ​ຍາມ​ໄປ​ຫາ​ຈຸດໃຈ​ກາງ​ຂອງ​ເງົາ​ທີ່​ສ້າງ​ຂຶ້ນ​ໂດຍດວງ​ເດືອນ ໃນ​ຕອນ​ການ​ເວັນ​ຂອງວັນ​ທີ່​ແດດ​ອອກ.

ໃນວິທີທີ່​ຄ້າຍຄືກັນນັ້ນ, ຄວາມສະຫວ່າງ​ທາງວິນຍານ​ກໍສ່ອງແສງໃສ່​ທຸກໆສິ່ງທີ່​ມີຊີວິດຢູ່ຕໍ່ໄປ. ຊາຕານຈະ​ພະຍາຍາມເຮັດ​ທຸກສິ່ງເພື່ອ​ສ້າງ​ເງົາ ຫລື ໃຫ້ເຮົາຢູ່ໃນເງົາ​ທີ່ເຮົາສ້າງຂຶ້ນມາເອງ. ມັນຈະບັງຄັບເຮົາ​ໃຫ້ສ້າງສຸ​ລິ​ຍະ​ຄາດ​ທີ່ປິດບັງເຮົາເອງ; ມັນຈະຍູ້ເຮົາ​ເຂົ້າໄປຢູ່ໃນ​ຄວາມມືດ ຂອງເຫວຂອງມັນ.

ຄວາມມືດທາງ​ວິນຍານ ສາມາດດຶງ​ເອົາມ່ານແຫ່ງ​ຄວາມຫລົງລືມ ມາອ້ອມຮອບ​ແມ່ນແຕ່ ຜູ້ຄົນທີ່ຄັ້ງໜຶ່ງ​ໄດ້ຍ່າງຢູ່ໃນຄວາມ​ສະຫວ່າງ ແລະ ຊື່ນຊົມຢູ່ໃນ​ພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ແມ່ນ​ແຕ່ໃນເວລາ​ແຫ່ງຄວາມມືດທີ່ສຸດ, ພຣະເຈົ້າຍັງໄດ້​ຍິນຄຳອ້ອນວອນ​ທີ່ຖ່ອມຕົວຂອງເຮົາ, ເມື່ອເຮົາອະທິຖານວ່າ, “ໂຜດຊ່ວຍຂ້ານ້ອຍ​ໃຫ້ມີຄວາມເຊື່ອ ຫລາຍກວ່ານີ້​ແດ່ທ້ອນ.”11

ໃນວັນເວລາ​ຂອງແອວມາ ໄດ້ມີຄົນເປັນ​ຈຳນວນຫລວງຫລາຍ​ທີ່ໄດ້ດີ້ນລົນ ທີ່ຈະຍອມຮັບ​ສິ່ງທີ່ເປັນທາງວິນຍານ ແລະ “ເປັນຍ້ອນຄວາມ​ບໍ່ເຊື່ອຖືຂອງພວກເຂົາ,” ຄວາມສະຫວ່າງ ແລະ ຄວາມຈິງຂອງພຣະເຈົ້າ​ຈຶ່ງບໍ່ສາມາດເຂົ້າໄປ​ສູ່ຈິດວິນຍານ​ຂອງພວກເຂົາ; “ແລະ ໃຈຂອງພວກເຂົາ​ແຂງກະດ້າງ.”12

ເຮົາເປັນຜູ້ດຳລົງຄວາມສະຫວ່າງ

ອ້າຍນ້ອງທັງຫລາຍ, ມັນຂຶ້ນຢູ່ກັບຕົວເຮົາ​ເອງທີ່ຈະຄົງຢູ່​ໃນບ່ອນທີ່ຖືກຕ້ອງ ເພື່ອຈະເຫັນ​ຄວາມສະຫວ່າງ ແລະ ຄວາມຈິງແຫ່ງສະຫວັນ ຂອງພຣະກິດຕິຄຸນ​ຂອງພຣະເຢຊູຄຣິດ. ເມື່ອ​ຕອນກາງຄືນ​ໄດ້ມາເຖິງ ແລະ ໂລກເບິ່ງຄືວ່າ​ມືດມົວ, ເຮົາຍັງສາມາດ​ເລືອກທີ່ຈະ ຍ່າງໄປໃນ​ຄວາມສະຫວ່າງ​ຂອງພຣະຄຣິດ, ຮັກສາ​ພຣະບັນຍັດ​ຂອງພຣະອົງ, ແລະ ເປັນພະຍານ​ທີ່ກ້າຫານເຖິງ​ຄວາມເປັນຈິງ ແລະ ຄວາມຍິ່ງໃຫຍ່​ຂອງພຣະອົງໄດ້.

ໃນຖານະທີ່​ເປັນຜູ້ດຳລົງ​ຖານະປະໂລຫິດ ແລະ ໃນຖານະສານຸສິດ​ຂອງພຣະເຢຊູຄຣິດ, ທ່ານເປັນຜູ້ດຳລົງ​ຄວາມສະຫວ່າງ. ຂໍໃຫ້ເຮັດທຸກສິ່ງທີ່​ຈະບຳລຸງລ້ຽງ​ຄວາມສະຫວ່າງ​ແຫ່ງສະຫວັນ​ຂອງພຣະອົງຕໍ່ໄປ. “ຈົ່ງຍົກຄວາມ​ສະຫວ່າງ​ຂອງທ່ານ​ຂຶ້ນ”13 ແລະ “ຈົ່ງໃຫ້ [ມັນ] ສ່ອງແຈ້ງຕໍ່ໜ້າ​ຄົນທັງຫລາຍ”—​ບໍ່​ແມ່ນເພື່ອ​ວ່າພວກ​ເຂົາຈະເຫັນ ແລະ ຊົມເຊີຍທ່ານ, ແຕ່ “ເພື່ອວ່າພວກເຂົາ​ຈະໄດ້ເຫັນ​ຄຸນງາມຄວາມດີ​ທີ່ພວກທ່ານເຮັດ, ແລະ ພວກເຂົາຈະສັນ​ລະເສີນພຣະບິດາ​ຂອງພວກ​ທ່ານ ທີ່ສະຖິດ​ຢູ່ໃນສະຫວັນ.”14

ອ້າຍນ້ອງທີ່ຮັກແພງ​ຂອງຂ້າພະເຈົ້າ, ທ່ານເປັນເຄື່ອງມື​ໃນພຣະຫັດ​ຂອງພຣະຜູ້ເປັນເຈົ້າ ພ້ອມດ້ວຍຈຸດປະສົງ​ທີ່ຈະນຳຄວາມ​ສະຫວ່າງ ແລະ ການປິ່ນປົວ​ມາສູ່ຈິດວິນຍານ​ຂອງລູກໆ ຂອງພຣະບິດາ​ເທິງສະຫວັນ. ບາງທີທ່ານອາດ​ຮູ້ສຶກວ່າບໍ່ມີ​ຄວາມສາມາດທີ່​ຈະປິ່ນປົວຜູ້ຄົນທີ່​ເຈັບປ່ວຍທາງວິນຍານ—ແນ່ນອນວ່າ​ທ່ານບໍ່ມີຄວາມ​ສາມາດຫລາຍໄປກວ່າ​ພະນັກງານ​ໄປສະນີທີ່​ມີຄວາມສາມາດ ທີ່ຈະຊ່່ວຍເລື່ອງ​ອາການປວດຂໍ້. ບາງທີທ່ານ​ປະເຊີນໜ້າກັບ​ການທ້າທາຍ​ທາງວິນຍານ​ຂອງທ່ານເອງ. ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າ​ໄດ້ເອີ້ນທ່ານແລ້ວ. ພຣະອົງໄດ້​ປະທານສິດອຳນາດ ແລະ ຄວາມຮັບຜິດຊອບ​ໃຫ້ແກ່ທ່ານແລ້ວ ໃຫ້ເອື້ອມອອກ​ໄປຫາຜູ້ຄົນທີ່ຂັດສົນ. ພຣະອົງໄດ້ປະທານ​ອຳນາດແຫ່ງຖານະ​ປະໂລຫິດທີ່ສັກສິດ​ຂອງພຣະອົງ​ໃຫ້ແກ່ທ່ານແລ້ວ ເພື່ອຈະນຳ​ຄວາມສະຫວ່າງ​ເຂົ້າສູ່ຄວາມມືດ ແລະ ໃຫ້ເຊີດຊູ ແລະ ເປັນພອນໃຫ້​ແກ່ລູກໆ​ຂອງພຣະອົງ. ພຣະເຈົ້າໄດ້ຟື້ນຟູ​ສາດສະໜາຈັກ ແລະ ພຣະກິດຕິຄຸນ​ທີ່ລ້ຳຄ່າຂອງພຣະອົງແລ້ວ, “ຊຶ່ງປິ່ນປົວ​ຈິດວິນຍານ ທີ່ຖືກບາດເຈັບ.”15 ພຣະອົງໄດ້ຈັດ​ຕຽມເສັ້ນທາງ​ທີ່ນຳໄປສູ່​ສຸຂະພາບດີ​ທາງວິນຍານ​ໄວ້ໃຫ້ແລ້ວ ເພື່ອຈະພົບ​ເຫັນການປິ່ນປົວ ຈາກການຢຸດສະຫງັກ ແລະ ກ້າວໄປສູ່​ສຸຂະພາບທີ່ມີ​ຊີວິດຊີວາ ແລະ ແຂງແຮງທາງວິນຍານ.

ທຸກໆເທື່ອທີ່ທ່ານ​ຫັນ ຈິດໃຈຂອງທ່ານ​ໄປຫາພຣະເຈົ້າ​ໃນການອະທິຖານ​ທີ່ຖ່ອມຕົວ, ທ່ານຈະປະສົບ​ຄວາມສະຫວ່າງ​ຂອງພຣະອົງ. ທຸກໆເທື່ອທີ່ທ່ານ​ສະແຫວງຫາ​ພຣະຄຳ ແລະ ພຣະປະສົງ​ຂອງພຣະອົງ​ຢູ່ໃນພຣະຄຳພີ, ຄວາມສະຫວ່າງ​ຈະຮຸ່ງ​ເຫລື້ອມ​ຫລາຍ​ຂຶ້ນ. ທຸກໆເທື່ອທີ່​ທ່ານສັງເກດ​ເຫັນຄົນບາງຄົນ​ທີ່ມີຄວາມຕ້ອງການ ແລະ ສະລະຄວາມ​ສະດວກສະບາຍ ຂອງທ່ານ ເພື່ອຈະເອື້ອມ​ອອກໄປໃນ​ຄວາມຮັກ, ແລ້ວຄວາມສະຫວ່າງ​ຈະຂະຫຍາຍ ແລະ ຮຸ່ງເຮືອງອອກໄປ. ທຸກໆເທື່ອທີ່ທ່ານ​ປະຕິເສດການລໍ້ລວງ ແລະ ເລືອກຄວາມບໍລິສຸດ, ທຸກໆເທື່ອທີ່​ທ່ານສະແຫວງຫາ ຫລື ໃຫ້ອະໄພ, ທຸກໆເທື່ອທີ່ທ່ານ​ເປັນພະຍານທີ່ກ້າຫານ​ເຖິງຄວາມຈິງ, ຄວາມສະຫວ່າງ​ຈະກຳຈັດ ຄວາມມືດອອກໄປ ແລະ ຈະດຶງເອົາຄົນອື່ນ​ທີ່ສະແຫວງຫາ​ຄວາມສະຫວ່າງ ແລະ ຄວາມ​ຈິງຄືກັນເຂົ້າມາ.

ຂໍໃຫ້ຄິດກ່ຽວກັບ​ປະສົບການ​ສ່ວນຕົວຂອງທ່ານ, ເວລາທີ່ໄດ້​ຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດ ຕອນທີ່ຄວາມ​ສະຫວ່າງແຫ່ງ​ສະຫວັນໄດ້​ສ່ອງແສງຢູ່​ໃນຊີວິດຂອງທ່ານຢູ່ໃນພຣະວິຫານ​ສັກສິດ, ຢູ່ທີ່ໂຕະສິນລະລຶກ, ຢູ່ໃນເວລາ​ງຽບໆຂອງການຄິດ​ໄຕ່ຕອງດ້ວຍ​ການອະທິຖານ, ໃນການເຕົ້າ​ໂຮມຂອງຄອບຄົວ​ຂອງທ່ານ, ຫລື ໃນລະຫວ່າງ​ການກະທຳທີ່​ຮັບໃຊ້ໃນຖານະ​ປະໂລຫິດ. ຂໍໃຫ້ແບ່ງປັນ​ເວລາເຫລົ່ານັ້ນ​ກັບຄອບຄົວ, ກັບໝູ່ເພື່ອນ, ແລະ ໂດຍສະເພາະ ໃຫ້ແບ່ງປັນ​ກັບຊາວໜຸ່ມ​ຂອງເຮົາ, ຜູ້ທີ່ສະແຫວງຫາ​ຄວາມສະຫວ່າງ. ເຂົາເຈົ້າຕ້ອງການ​ຈະໄດ້ຍິນຈາກ​ທ່ານວ່າ ດ້ວຍຄວາມ​ສະຫວ່າງນີ້ ຄວາມຫວັງ ແລະ ການປິ່ນປົວ​ຈະມີມາ, ເຖິງ​ແມ່ນ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມືດ.

ຄວາມສະຫວ່າງຂອງ​ພຣະຄຣິດ​ນຳຄວາມຫວັງ, ຄວາມສຸກ, ແລະ ການປິ່ນປົວບາດແຜ ຫລື ຄວາມເຈັບປ່ວຍ​ທາງວິນຍານ​ມາໃຫ້.16 ຜູ້ຄົນທີ່​ປະສົບອິດທິພົນ​ທີ່ປັບປຸງນີ້ ຈະກາຍເປັນເຄື່ອງມື​ໃນພຣະຫັດ​ຂອງຄວາມສະຫວ່າງ​ຂອງໂລກ ແລະ ຈະມອບ​ຄວາມສະຫວ່າງນັ້ນ​ໃຫ້ແກ່ຄົນອື່ນ.17 ເຂົາເຈົ້າຈະຮູ້ສຶກ​ສິ່ງທີ່ກະສັດ​ລາໂມໄນ​ໄດ້ຮູ້ສຶກທີ່ວ່າ: “ແສງສະຫວ່າງນີ້​ໄດ້ນຳຄວາມສຸກ​ເຂົ້າໄປໃນ ຈິດວິນຍານຂອງເພິ່ນ, ໂດຍທີ່ເມກ​ແຫ່ງຄວາມມືດມົວ​ຖືກປັດອອກໄປແລ້ວ, ແລະ ຄວາມສະຫວ່າງ​ແຫ່ງຊີວິດອັນເປັນນິດ​ໄດ້ຮຸ່ງເຮືອງຢູ່ໃນ​ຈິດວິນຍານຂອງເພິ່ນ.”18

ອ້າຍນ້ອງທີ່ຮັກແພງ, ໝູ່​ເພື່ອນຂອງຂ້າພະເຈົ້າ, ມັນເປັນການ​ສະແຫວງຫາຂອງເຮົາ ທີ່ຈະສະແຫວງຫາ​ພຣະຜູ້ເປັນເຈົ້າ ຈົນວ່າຄວາມສະຫວ່າງ​ຂອງຊີວິດອັນເປັນນິດ​ສ່ອງແຈ້ງຢູ່ໃນຕົວເຮົາ ແລະ ປະຈັກພະຍານ​ຂອງເຮົາກາຍເປັນ​ຄວາມໝັ້ນໃຈ ແລະ ເຂັ້ມແຂງ ແມ່ນແຕ່ໃນທ່າມກາງ​ໝອກແຫ່ງຄວາມມືດ.

ຂ້າພະເຈົ້າອະທິຖານ ແລະ ອວຍພອນວ່າ ທ່ານຈະໄດ້ຮັບ​ຜົນສຳເລັດ ໃນການບັນລຸ​ຈຸດໝາຍປາຍທາງ​ຂອງທ່ານ ໃນຖານະຜູ້ດຳລົງ​ຖານະປະໂລຫິດ​ຂອງພຣະເຈົ້າ ອົງຊົງລິດ​ອຳນາດ ແລະ ຜູ້ດຳລົງ​ຄວາມສະຫວ່າງ​ແຫ່ງສະຫວັນ ຂອງພຣະອົງ​ທີ່ເຕັມໄປ​ດ້ວຍຄວາມ​ຊື່ນ​ຊົມ​ເລື້ອຍ​ໄປ. ໃນພຣະນາມ​ອັນສັກສິດ​ຂອງພຣະເຢຊູຄິດ, ພຣະ​ອາ​ຈານຂອງເຮົາ, ອາແມນ.