​2010–2019
ຄວາມຈິງ​ທີ່​ຈຳ​ເປັນ—ທີ່ເຮົາຕ້ອງ​ປະ​ຕິບັດຕາມ
ເດືອນ​ຕຸລາ 2017


ຄວາມຈິງ​ທີ່​ຈຳ​ເປັນ—ທີ່ເຮົາຕ້ອງ​ປະ​ຕິບັດຕາມ

ພາບທີ່ມາໃຫ້​ເຫັນຄັ້ງທຳອິດ ແລະ ສາດສະດາ​ໂຈເຊັບ ສະມິດ ໄດ້​ນຳຄວາມຮູ້ ແລະ ຄວາມຈິງທີ່ຈຳເປັນ ສຳລັບຄວາມສຸກ​ຂອງພວກເຮົາ​ໃນຊີວິດນີ້ ແລະ ເພື່ອຄວາມສູງສົ່ງມາ​ໃຫ້ເຮົາ.

ເມື່ອຂ້າພະເຈົ້າ​ມີອາຍຸເຈັດປີ, ຂ້າພະເຈົ້າໄດ້​ຖາມແມ່ວ່າ, “ເມື່ອລູກກັບແມ່ຕາຍແລ້ວ ໄປສະຫວັນ, ແມ່ກະຍັງເປັນ​ແມ່ຂອງລູກຢູ່ບໍ? ແມ່ບໍ່ໄດ້ຄິດວ່າ​ລູກຈະຖາມຄຳຖາມແບບນີ້. ແຕ່ແມ່ກໍໄດ້ຕອບ​ຕາມທີ່ແມ່ຮູ້ດີທີ່ສຸດວ່າ, “ບໍ່, ໃນສະຫວັນ ພວກເຮົາຈະເປັນ​ອ້າຍເອື້ອຍນ້ອງກັນ. ແມ່ຈະບໍ່ໄດ້ເປັນ​ແມ່ຂອງລູກ.” ນັ້ນບໍ່ແມ່ນຄຳຕອບ​ທີ່ຕົນຄາດຄິດໄວ້.

ຫລັງຈາກທີ່ເຮົາ​ເວົ້າກັນບໍ່ດົນ, ມີຊາຍໜຸ່ມສອງຄົນ​ມາຢືນຢູ່ປະຕູໜ້າບ້ານ​ຂອງພວກເຮົາ. ມັນເປັນການ​ອັດສະຈັນ ທີ່ພໍ່ຂອງຂ້າພະເຈົ້າ​ໄດ້ໃຫ້ເຂົາເຈົ້າເຂົ້າ​ມາໃນເຮືອນ. ເຂົາເຈົ້າບອກວ່າ ເຂົາເຈົ້າເປັນຜູ້ສອນ​ສາດສະໜາ ຈາກ ສາດສະໜາຈັກ​ຂອງພຣະເຢຊູຄຣິດ ແຫ່ງໄພ່ພົນ​ຍຸກສຸດທ້າຍ.

ພວກເຮົາເອີ້ນ​ເຂົາເຈົ້າວ່າ​ແອວເດີ ເຂົາເຈົ້າໄດ້ເລີ່ມ​ສອນຄອບຄົວພວກເຮົາ. ຂ້າພະເຈົ້າຈື່ດີວ່າ ເມື່ອເຂົາເຈົ້າມາ​ບ້ານພວກເຮົາທຸກເທື່ອ ພວກເຮົາຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫລາຍ. ເຂົາເຈົ້າໄດ້ບອກ​ພວກເຮົາວ່າ ຊາຍໜຸ່ມຄົນໜຶ່ງ​ໄດ້ເຂົ້າໄປໃນປ່າ ແລ້ວທູນຖາມ​ພຣະເຈົ້າວ່າ ສາດສະໜາຈັກໃດ ເປັນສາດສະໜາຈັກ​ທີ່ແທ້ຈິງ ແລະ ລາວໄດ້ເຫັນ​ພຣະເຈົ້າ ແລະ ພຣະເຢຊູຄຣິດ.1 ພວກແອວເດີໄດ້ສະແດງ​ພາບທີ່ມາໃຫ້ເຫັນ​ໃຫ້ພວກເຮົາເບິ່ງ ແລະ ເມື່ອຂ້າພະເຈົ້າເຫັນ, ຂ້າພະເຈົ້າກໍຮູ້ໄດ້ວ່າ ໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າ ຜູ້ເປັນພຣະບິດາ ແລະ ໄດ້ເຫັນພຣະ​ເຢຊູຄຣິດແທ້ໆ. ຜູ້ສອນສາດສະໜາ​ໄດ້ເວົ້າວ່າ ຍ້ອນພາບທີ່ມາ​ໃຫ້ເຫັນນີ້, ເຮົາຈຶ່ງໄດ້ມີ​ສາດສະໜາຈັກ​ທີ່ແທ້ຈິງ ຄື ສາດສະໜາຈັກ​ຂອງພຣະເຢຊູຄຣິດ​ແຫ່ງໄພ່ພົນ​ຍຸກສຸດທ້າຍ ໃນໂລກອີກ2

ຮູບ​ພາບ
ພາບທີ່ມາໃຫ້ເຫັນຄັ້ງທຳອິດ

ຜູ້ສອນສາດສະໜາ ຍັງໄດ້ສອນແຜນແຫ່ງ​ຄວາມສຸກຂອງພຣະເຈົ້າ ແລະ ໄດ້ຕອບຄຳຖາມ ຂອງຄອບຄົວຂອງເຮົາ​ກ່ຽວກັບສາດສະໜານຳອີກ. ເຂົາເຈົ້າໄດ້ສອນວ່າ ຄອບຄົວສາມາດ​ຢູ່ດ້ວຍກັນໃນຖານະພໍ່, ແມ່, ລູກຊາຍ ແລະ ລູກສາວ ໄດ້ແທ້ຫລັງຈາກ​ຊີວິດນີ້.

ຄອບຄົວຂອງ​ພວກເຮົາໄດ້​ຮັບ​ບັບ​ຕິ​ສະ​ມາ. ໃນໄລຍະການ​ປ່ຽນແປງນິໄສເກົ່າ, ປະຖິ້ມວັດທະນະທຳ​ດັ້ງເດີມ, ແລະ ກາຍມາເປັນສະມາຊິກ​ທີ່ເຂັ້ມແຂງ ຂອງສາດສະໜາຈັກ ບາງເທື່ອກໍ​ລຳບາກຫລາຍ. ແຕ່ດ້ວຍຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ ແລະ ດ້ວຍຄວາມຊ່ວຍ​ເຫລືອຈາກຜູ້ນຳ ແລະ ສະມາຊິກຫລາຍຄົນ, ພວກເຮົາ​ຈຶ່ງໄດ້ຜ່ານຜ່າ​ປີທີ່ລຳບາກຕອນ​ຕົ້ນໆໄດ້.

ລ້ານໆຄົນທີ່ໄດ້ເຂົ້າ​ຮ່ວມສາດສະໜາຈັກ ແລະ ຜູ້ທີ່ກຳລັງປ່ຽນໃຈ​ເຫລື້ອມໃສ ແລະ ຜູ້ທີ່ໄດ້​ຮັບ​ບັບ​ຕິ​ສະ​ມາ ໃນແຕ່ລະອາທິດ ແມ່ນໄດ້ມີປະຈັກ​ພະຍານກ່ຽວກັບ​ພາບທີ່ມາໃຫ້​ເຫັນຄັ້ງທຳອິດ. ພຣະວິນຍານ​ບໍລິສຸດສາມາດ​ຊ່ວຍເຮົາ​ແຕ່​ລະ​ຄົນໃຫ້ຈື່ຈຳ​ສິ່ງນັ້ນໄດ້ ຕາບໃດທີ່ພວກເຮົາ​ຍັງດຳລົງຊີວິດ ຕາມຄວາມຈິງຂອງ​ພຣະກິດຕິຄຸນ ຂອງພຣະເຢຊູຄຣິດ.

ພາບທີ່ມາໃຫ້ເຫັນ​ຄັ້ງທຳອິດ ແລະ ສາດສະດາ​ໂຈເຊັບ ສະມິດ ໄດ້​ນຳຄວາມຮູ້​ເພີ່ມເຕີມ ແລະ ຄວາມຈິງທີ່ຈຳເປັນ ສຳລັບຄວາມສຸກ​ຂອງພວກເຮົາໃນຊີວິດນີ້ ແລະ ເພື່ອຄວາມສູງສົ່ງ ໃນທີ່ປະທັບຂອງ​ພຣະເຈົ້າ ມາ​ໃຫ້​ເຮົາ. ຂ້າພະເຈົ້າ ຈະກ່າວເຖິງຄວາມຈິງ​ສາມປະການທີ່​ເຮົາໄດ້ຮັບ ແລະ ຕ້ອງປະຕິບັດຕາມ ເພາະວ່າຊາຍໜຸ່ມຜູ້ນັ້ນ​ໄດ້ຄຸເຂົ່າອະທິຖານ​ດ້ວຍຄວາມຈິງໃຈ.

ພຣະເຈົ້າໄດ້ເອີ້ນ​ສາດສະດາທັງຫລາຍ​ມາເປັນຜູ້ນຳ ແລະ ນຳທາງພວກເຮົາ.

ຄວາມຈິງ​ທີ່​ຈຳ​ເປັນ ທີ່ເຮົາຮຽນຈາກ​ພາບທີ່ມາໃຫ້ເຫັນ​ຄັ້ງທຳອິດ ແລະ ສາດສະດາ ໂຈເຊັບ ສະມິດ ແມ່ນ​ວ່າພຣະເຈົ້າເອີ້ນ ສາດສະດາ,3 ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ເພື່ອສັ່ງສອນ, ນຳທາງ, ເຕືອນ, ແລະ ເປັນຜູ້ນຳພວກເຮົາ.4 ຜູ້​ຊາຍ​ທີ່​ສັກ​ສິດ​ເຫລົ່າ​ນີ້ ເປັນ​ປາກ​ສຽງ​ໃຫ້​ແກ່​ພຣະ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ,5 ດ້ວຍ​ສິດ​ອຳ​ນາດ​ທີ່​ຈະ​ກ່າວ ແລະ ກະ​ທຳ ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.6 ໂດຍການເຮັດຕາມ​ຄຳສັ່ງສອນຂອງພວກເພິ່ນ​ຢ່າງເຄັ່ງຄັດ, ພວກເຮົາຈະໄດ້ຮັບ​ການປົກປ້ອງ ແລະ ຮັບພອນປະເສີດ ໃນການເດີນທາງ​ຂອງພວກເຮົາ ຢູ່ເທິງໂລກນີ້.

ເມື່ອຂ້າພະເຈົ້າ ສຶກສາຢູ່ມະຫາ​ວິທະຍາໄລ ບຣິກຳ ຢັງ ຕອນເປັນໜຸ່ມ, ຍັງໂສດ, ຈົບຈາກການ​ສອນສາດສະໜາ, ຂ້າພະເຈົ້າໄດ້ໄປກອງ​ປະຊຸມໃຫຍ່ສາມັນ ພາກຖານະປະໂລຫິດ ຢູ່ຕຶກແທເບີ​ແນໂກ ໃນ​ບໍ​ລິ​ເວນ​ພຣະ​ວິ​ຫານ. ສະໄໝນັ້ນ​ແມ່ນປະທານ ເອສະຣາ ແທັບ ເບັນສັນ ເປັນປະທານຂອງ​ສາດສະໜາຈັກ, ເພິ່ນໄດ້ຊຸກຍູ້ໃຫ້ ຜູ້ທີ່ຈົບສອນ​ສາດສະໜາທຸກຄົນ ຖືເອົາເລື່ອງແຕ່ງງານ ເປັນເລື່ອງຈິງຈັງ ແລະ ເຮັດໃຫ້ມັນເປັນ​ລຳດັບ ທີ່ສຳຄັນສຸດ​ໃນຊີວິດຂອງຕົນ7 ຫລັງຈາກກອງປະຊຸມນັ້ນ, ຕົນເອງຮູ້ວ່າ ໄດ້ຖືກຮຽກຮ້ອງ​ໃຫ້ກັບໃຈ ແລະ ໃຫ້ເຮັດຕາມຄຳ​ແນະ​ນຳ ຂອງສາດສະດາ.

ດັ່ງນັ້ນ, ຂ້າພະເຈົ້າຈຶ່ງກັບ​ໄປບ້ານເກີດ​ຂອງຕົນ ທີ່ປະເທດ ບຣາຊິນ ເພື່ອຊອກເມຍ.ກ່ອນຈະເດີນທາງໄປ​ຝຶກງານທີ່ປະເທດ​ບຣາຊິນ ເປັນເວລາ​ສອງເດືອນ, ຂ້າພະເຈົ້າໄດ້​ໂທຫາແມ່ ແລະ ໝູ່ເພື່ອນບາງຄົນ ແລະ ກໍໄດ້ລາຍຊື່​ຜູ້ສາວປະມານ 10 ຄົນ—ຊຶ່ງ​ຜູ້​ໜຶ່ງ ອາດ​ເປັນພັນລະຍາ​ໃນອະນາຄົດ.

ເມື່ອຢູ່ປະເທດ​ບຣາຊິນ ຫລັງຈາກທີ່ໄດ້ໄຕ່ຕອງ ແລະ ອະທິຖານ ຫລາຍ​ພໍ​ສົມຄວນ, ຂ້າພະເຈົ້າໄດ້ພົບ, ໄດ້ໄປທ່ຽວ, ໄດ້ໝັ້ນ ແລະ ຕັ້ງມື້ທີ່ຈະແຕ່ງງານ​ກັບສາວຄົນໜຶ່ງ ໃນ​ຈຳ​ນວນຜູ້​ສາວສິບ​ຄົນນັ້ນ. ມັນບໍ່ແມ່ນການທຳລາຍ​ສະຖິຕິສຳລັບ​ນັກຮຽນໃນເມືອງ​ໂພຣໂວ້, ຣັດຢູທາ ທີ່ຈະນັດທ່ຽວ ແລ້ວໝັ້ນ ໄວວາແບບນັ້ນ, ແຕ່ສຳລັບມາດຕະຖານ​ຂອງປະເທດ​ບຣາຊິນແລ້ວ ແມ່ນໄວແທ້ໆ.

ສອງສາມເດືອນຕໍ່ມາ, ຂ້າພະເຈົ້າ ໄດ້ແຕ່ງງານ​ກັບນາງ ອີເລນ. ນາງເປັນຫົວແກ້ວ​ຫົວແຫວນ ແລະ ຄ້ຳຄູນແທ້ໆ.

ຂ້າພະເຈົ້າ ບໍ່ໄດ້ແນະນຳວ່າ ທຸກຄົນຄວນເຮັດ​ລາຍຊື່ແບບນັ້ນ, ແຕ່ຂ້າພະເຈົ້າ​ຂໍແນະນຳ ຢ່າງໜັກແໜ້ນວ່າ—ເມື່ອສາດສະດາ ຜູ້ມີຊີວິດຢູ່ບອກ​ກ່າວ ເຮົາກໍຄວນເຮັດ​ຕາມສະເໝີ.

ຮູບ​ພາບ
ຮູບ​ພາບ​ຂອງ ປະທານ​ທອມມັສ ແອັສ ມອນສັນ

ສາດສະດາຜູ້​ປະຈຸບັນ​ຂອງພຣະເຈົ້າ ແມ່ນປະທານ ທອມມັສ ແອັສ ມອນສັນ, ພວກເຮົາຈະໄດ້​ຮັບພອນ ຖ້າຫາກພວກເຮົາ​ເຮັດຕາມຄຳສັ່ງສອນ​ຂອງເພິ່ນຢ່າງຄົບຖ້ວນ.

ຄວາມຮູ້ກ່ຽວກັບ​ລັກສະນະທີ່ແທ້ຈິງ​ຂອງພຣະເຈົ້າ

ຄວາມຈິງອີກຢ່າງໜຶ່ງ ທີ່ພວກເຮົາໄດ້ຮຽນຮູ້​ແມ່ນມາຈາກພາບທີ່ມາ​ໃຫ້ເຫັນຄັ້ງທຳອິດ ແລະ ສາດສະດາ ໂຈເຊັບ ສະມິດ ແມ່ນລັກສະນະ​ທີ່ແທ້ຈິງຂອງພຣະເຈົ້າ. ຄິດເບິ່ງດູວ່າ ພວກເຮົາໂຊກດີ​ຂະ​ໜາດໃດ ທີ່ຮູ້ວ່າພຣະເຈົ້າ​ມີພຣະ​ກາຍທີ່ມີເນື້ອໜັງ ແລະ ກະດູກ ແລະ ມີລັກສະນະ​ເໝືອນເຮົາ,8 ເພື່ອໃຫ້ເຮົາສາມາດ​ນະມັດສະການພຣະເຈົ້າ ຜູ້ຊົງເປັນຈິງ, ຜູ້ຊຶ່ງເຮົາສາມາດ​ເຂົ້າໃຈໄດ້, ແລະ ໄດ້ສະແດງຕົວ ແລະ ເປີດເຜີຍພຣະອົງ ແລະ ພຣະບຸດຂອງພຣະອົງ ແກ່ສາດສະດາທັງ​ຫລາຍ—ທັງສາດ​ສະ​ດາໃນສະໄໝ​ບູ​ຮານ ແລະ ສາດ​ສະ​ດາໃນ​ປະຈຸບັນ.9 ພຣະອົງເປັນພຣະເຈົ້າ ທີ່​ຮັບຟັງ ແລະ ຕອບຄຳອະທິຖານ​ຂອງເຮົາ;10 ຊຶ່ງພຣະອົງ​ຫລຽວເບິ່ງ​ເຮົາຈາກສະຫວັນ11 ແລະ ຄອຍຫ່ວງໃຍກັບຄວາມທຸກສຸກ​ທາງວິນຍານ ແລະ ທາງຮ່າງກາຍຂອງ​ເຮົາສະເໝີ​ມາ; ພຣະເຈົ້າອະນຸຍາດ​ໃຫ້ເຮົາ​ເຮັດ​ຕາມ​ອຳ​ເພີ​ໃຈ ໃນການຕັດສິນໃຈ​ທີ່ຈະເຮັດຕາມພຣະອົງ ແລະ ເຊື່ອຟັງພຣະບັນຍັດ​ຂອງພຣະອົງ ໂດຍບໍ່ມີການ​ບັງຄັບເຮົາ;12 ພຣະອົງປະທານພອນ ແລະ ປ່ອຍໃຫ້ເຮົາປະເຊີນ ກັບຄວາມ​ລຳບາກຕ່າງໆ ເພື່ອເຮົາຈະໄດ້​ພັດທະນາ​ຕົນ ແລະ ກາຍ​ເປັນເໝືອນ​ດັ່ງພຣະອົງ.

ພຣະອົງເປັນພຣະເຈົ້າ​ທີ່ເມດຕາ ຜູ້ຊຶ່ງປະທານ​ແຜນໃຫ້ເຮົາ ເພື່ອເຮົາຈະມີຄວາມສຸກ​ໃນຊີວິດນີ້ ແລະ ໃນນິລັນດອນ.

ພຣະເຢຊູເປັນພຣະຜູ້ຊ່ວຍ​ໃຫ້ລອດຂອງເຮົາ

ຈາກພາບທີ່ມາໃຫ້​ເຫັນຄັ້ງທຳອິດ ແລະ ຈາກສາດສະດາ ໂຈເຊັບ ສະມິດ, ເຮົາໄດ້ຮັບຄວາມຮູ້​ເຖິງຄວາມຈິງ ແລະ ພາລະກິດທີ່ສັກສິດ​ຂອງ​ອົງພຣະເຢຊູຄຣິດເຈົ້າ, ຜູ້ຊຶ່ງເປັນສີລາເອກ ຂອງສາດສະໜາ​ຂອງເຮົາ.

ເພາະວ່າຄວາມຕາຍ​ຖືກນຳເຂົ້າມາສູ່ໂລກ, ຕາບໃດທີ່ເຮົາ​ມີຊີວິດຢູ່ ເຮົາກໍຈະຕາຍ​ໃນວັນໃດວັນໜຶ່ງ​ແນ່ນອນ. ຜົນທີ່ຕາມມາ​ຢ່າງໜຶ່ງຂອງການຕາຍ ແມ່ນການສູນເສຍ​ຮ່າງກາຍໂດຍຖາວອນ; ເຮົາຈະບໍ່ສາມາດ​ເອົາມັນກັບມາໄດ້ອີກ. ນອກຈາກນີ້ແລ້ວ, ເຮົາຈະບໍ່ມີວັນກັບຄືນ​ໄປຫາທີ່ປະທັບ​ຂອງພຣະເຈົ້າໄດ້ ເພາະວ່າເຮົາທຸກຄົນ​ເຮັດບາບ ຕອນເຮົາຢູ່ໃນໂລກ.

ທ່ານ​ນຶກ​ອອກ​ໄດ້​ບໍວ່າ ຜົນທີ່ຕາມມາ​ຈະເປັນແນວໃດ ຖ້າທ່ານຖືກກີດກັນ​ຈາກທີ່ປະທັບຂອງພຣະເຈົ້າ ແລະ ບໍ່ມີວັນທີ່ຈະມີ​ຮ່າງກາຍເລີຍ?

ເຮົາຈຳເປັນຕ້ອງມີ​ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ ເພື່ອຊ່ວຍກູ້ເຮົາ​ຈາກຄວາມຕາຍ ແລະ ການບາບ. ພາຍໃຕ້ການ​ຊີ້​ນຳ​ຂອງພຣະບິດາເທິງສະຫວັນ, ພຣະເຢຊູຄຣິດ​ໄດ້ສະເດັດມາສູ່ໂລກ, ໄດ້ຮັບ​ເອົາຄວາມ​ທຸກທໍລະມານ, ສິ້ນ​ພຣະ​ຊົນເທິງໄມ້ກາງແຂນ, ແລະ ຟື້ນ​ຄືນພຣະຊົນ ເພື່ອໃຫ້ເຮົາສາມາດ​ຟື້ນຄືນຊີວິດ​ໄດ້ເໝືອນກັນ, ແລະ ດ້ວຍການກັບໃຈ​ຢ່າງແທ້ຈິງ ແລະ ການເຮັດ ແລະ ຮັກສາພັນທະສັນຍາ, ເຮົາຈະສາມາດໄປເຖິງ​ທີ່ປະທັບຂອງພຣະ​ຜູ້ເປັນເຈົ້າໄດ້ອີກ.

ຢາໂຄບ​ໄດ້ອະທິບາຍວ່າ, “ໂອ້ ພຣະກະລຸນາທິຄຸນ​ຂອງພຣະເຈົ້າຂອງພວກເຮົາ​ຍິ່ງໃຫຍ່ພຽງໃດ ຜູ້ໄດ້ຕຽມທາງ​ເພື່ອການໜີຂອງ​ພວກເຮົາ ໃຫ້ພົ້ນຈາກເງື້ອມມື​ຂອງມານຮ້າຍທີ່ເປັນ​ຕາຢ້ານຜູ້ນັ້ນ; ແທ້ຈິງແລ້ວ, ມານຮ້າຍຜູ້ນັ້ນ​ແມ່ນຄວາມຕາຍ ແລະ ນະລົກ ຊຶ່ງຂ້າພະເຈົ້າເອີ້ນວ່າ ຄວາມຕາຍທາງ​ຮ່າງກາຍ ແລະ ຄວາມຕາຍທາງ​ວິນຍານນຳອີກ.”13

ຮູບ​ພາບ
ພຣະ​ເຢຊູ ແລະ ນາງ​ມາຣີ ທີ່​ອຸບ​ມຸງ

ພຣະເຢຊູ ເປັນພຣະເມຊີອາ ທີ່ໄດ້ສັນຍາໄວ້, ເປັນຜູ້ອອກກົດ, ເປັນຜູ້ສັກສິດແຫ່ງ​ອິດສະຣາເອນ, ເປັນພຣະຜູ້ຊ່ວຍໃຫ້ລອດ, ພຣະຜູ້ໄຖ່, ອົງກະສັດ, ແລະ ເປັນໝົດທຸກ​ຢ່າງສຳລັບເຮົາ.

ຂໍໃຫ້ເຮົາ​ຈົ່ງສືບຕໍ່ເຮັດ​ຕາມຄວາມຈິງທີ່​ຈຳ​ເປັນ ແລະ ຄວາມຮູ້ເຫລົ່ານີ້, ເຊື່ອຟັງພຣະເຈົ້າ ແລະ ພຣະບຸດອົງດຽວ​ຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.