​2010–2019
ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ
ເດືອນ​ຕຸລາ 2017


ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ

ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຮ່ວມ​ດ້ວຍ​ຄຳ​ສອນ, ພິ​ທີ​ການ, ພັນ​ທະ​ສັນ​ຍາ, ແລະ ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ຊຶ່ງ​ດ້ວຍ​ສິ່ງ​ເຫລົ່າ​ນີ້ ເຮົາ​ຈຶ່ງ​ສາ​ມາດ​ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.

ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ ທີ່​ເຮົາ​ແຕ່​ລະ​ຄົນ​ປະ​ເຊີນ​ໃນ​ທຸກ​ມື້ ຄື​ການ​ບໍ່​ປ່ອຍ​ໃຫ້​ບັນ​ຫາ​ຂອງ​ໂລກ​ມາ​ຄວບ​ຄຸມ​ເວ​ລາ ແລະ ພະ​ລັງ​ຂອງ​ເຮົາ ຈົນ​ວ່າ​ເຮົາ​ລະ​ເລີຍ​ຈາກ​ສິ່ງ​ທີ່​ເປັນ​ນິ​ລັນ​ດອນ ຊຶ່ງ​ສຳ​ຄັນ​ກວ່າ​ໝູ່​ໝົດ.1 ອາດ​ເປັນ​ສິ່ງ​ງ່າຍ​ສຳ​ລັບ​ເຮົາ​ທີ່​ຈະ​ບໍ່​ຈື່​ຈຳ ແລະ ເອົາ​ໃຈ​ໃສ່​ຕໍ່ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທາງ​ວິນ​ຍານ ເພາະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລາຍ​ຢ່າງ ແລະ ຕາ​ຕະ​ລາງ​ທີ່​ຫຍຸ້ງ​ເຫຍີງ​ຂອງ​ເຮົາ. ບາງ​ເທື່ອ​ເຮົາ​ພະ​ຍາ​ຍາມ​ແລ່ນ​ໃຫ້​ໄວ ຈົນ​ວ່າ​ເຮົາ​ລືມ​ໄປ​ວ່າ ເຮົາ​ກຳ​ລັງແລ່ນ​ໄປ​ໃສ ແລະ ເປັນ​ຫຍັງ​ເຮົາ​ຈຶ່ງ​ແລ່ນ.

ອັກ​ຄະ​ສາ​ວົກ​ເປໂຕ​ເຕືອນ​ເຮົາ​ວ່າ ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ໄດ້​ປະ​ທານ​ທຸກ​ສິ່ງ​ທີ່​ມີ ຊີ​ວິດ ແລະ ຄວາມ​ເປັນ​ພຣະ​ເຈົ້າ, ໃຫ້​ແກ່​ເຮົາ ຜ່ານ​ທາງ​ຄວາມ​ຮູ້​ຂອງ​ພຣະ​ອົງ ຜູ້​ທີ່​ໄດ້​ເອີ້ນ​ເຮົາ ໃຫ້​ໄປ​ຫາ​ລັດ​ສະ​ໝີ​ພາບ ແລະ ຄຸນ​ນະ​ທຳ ທີ່​ວ່າ:

“ດ້ວຍ​ສິ່ງ​ເຫລົ່າ​ນີ້ ພຣະ​ອົງ ໄດ້​ປະ​ທານ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ແກ່​ເຮົາ​ທັງ​ຫລາຍ: ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫລົ່າ​ນີ້ ພວກ​ເຈົ້າ​ຈຶ່ງ ໄດ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ, ຈຶ່ງ​ໜີ​ພົ້ນ​ຈາກ​ຄວາມ​ເສື່ອມ​ໂຊມ​ທີ່​ມີ​ຢູ່​ໃນ​ໂລກ​ນີ້​ເພາະ​ຕັນ​ຫາ.”2

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ທີ່​ເປ​ໂຕ​ໄດ້​ບັນ​ຍາຍ​ໄວ້ ເພື່ອ​ເຕືອນ​ເຮົາ​ແທ້ໆ ວ່າ​ເຮົາ​ກຳ​ລັງ​ໄປ​ໃສ ໃນ​ເສັ້ນ​ທາງ​ຊີ​ວິດ​ມະ​ຕະ ແລະ ເປັນ​ຫຍັງ. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ວັນ​ຊະ​ບາ​ໂຕ, ພຣະ​ວິ​ຫານ, ແລະ ບ້ານ​ເຮືອນ​ຂອງ​ເຮົາ​ນຳ​ອີກ ໃນ​ການ​ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ຄຳ​ສັນ​ຍາ​ທາງ​ວິນ​ຍານ​ທີ່​ສຳ​ຄັນ​ນີ້.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແນະ​ນຳ​ເຮົາ​ແຕ່​ລະ​ຄົນ ໃນ​ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ຄວາມ​ຈິງ​ທີ່​ສຳ​ຄັນ​ເຫລົ່າ​ນີ້​ນຳ​ກັນ.

ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ

ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນຂອງ​ເຮົາ ຮ່ວມ​ດ້ວຍ​ຄຳ​ສອນ, ພິ​ທີ​ການ, ພັນ​ທະ​ສັນ​ຍາ, ແລະ ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ຊຶ່ງ​ດ້ວຍ​ສິ່ງ​ເຫລົ່າ​ນີ້ ເຮົາ​ຈຶ່ງ​ສາ​ມາດ​ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ. ແຜນ​ຂອງ​ພຣະ​ອົງ​ບອກ​ເຖິງ​ເອ​ກະ​ລັກ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ເສັ້ນ​ທາງ​ທີ່​ເຮົາ​ຕ້ອງ​ຕິດ​ຕາມ ເພື່ອ​ຮຽນ​ຮູ້, ປ່ຽນ​ແປງ, ເຕີບ​ໂຕ, ແລະ ໃນ​ທີ່​ສຸດ ໄດ້​ຢູ່​ກັບ​ພຣະ​ອົງ​ຕະ​ຫລອດ​ການ.

ດັ່ງ​ທີ່​ອະ​ທິ​ບາຍ​ຢູ່​ໃນໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”:

“ມະນຸດ​ທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກ​ສ້າງຂຶ້ນ​ຕາມຮູບຮ່າງ​ລັກສະນະ​ຂອງພຣະເຈົ້າ. ແຕ່​ລະ​ຄົນ​ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ ເມື່ອ​ເປັນ​ເຊັ່ນ​ນັ້ນ, ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ. …

“ໃນ​ໂລກ​ກ່ອນ​ເກີດ, ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ທຸກ​ຄົນ​ຮູ້​ຈັກ ແລະ ນະ​ມັດ​ສະ​ການ​ພຣະ​ເຈົ້າ ວ່າ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ ແລະ ຍອມ​ຮັບ​ເອົາ​ແຜນ​ຂອງ​ພຣະ​ອົງ ຊຶ່ງ​ໃນ​ແຜນ​ນັ້ນ ລູກໆ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຮ່າງ​ກາຍ ແລະ ມີ​ປະ​ສົບ​ການ​ຕ່າງໆ​ຢູ່​ໃນ​ໂລກ ເພື່ອ​ຈະ​ໄດ້​ພັດ​ທະ​ນາ​ຕົນ ຈົນ​ເຖິງ​ຂັ້ນ​ດີ​ພ້ອມ​ທຸກ​ຢ່າງ ແລະ ຮັບ​ເອົາ​ມໍ​ລະ​ດົກ​ຂອງ​ຕົນ​ທີ່​ເປັນ​ຊີ​ວິດ​ນິ​ລັນ​ດອນ.”3

ພຣະ​ເຈົ້າ​ສັນ​ຍາ​ກັບ​ລູກໆ​ຂອງ​ພຣະ​ອົງ​ວ່າ ຖ້າ​ຫາກ​ພວກ​ເຂົາ​ຕິດ​ຕາມ​ກົດ​ເກນ​ຂອງ​ແຜນ​ຂອງ​ພຣະ​ອົງ ແລະ ຕົວ​ຢ່າງ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ຮັກ​ສາ​ພຣະ​ບັນ​ຍັດ, ແລະ ອົດ​ທົນ​ດ້ວຍ​ສັດ​ທາ​ຈົນ​ເຖິງ​ທີ່​ສຸດ, ແລ້ວ​ໂດຍ​ຄຸນ​ນະ​ທຳ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພວກ​ເຂົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.4 ຊີ​ວິດ​ນິ​ລັນ​ດອນ​ເປັນ ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ.

ການ​ເກີດ​ໃໝ່​ທາງ​ວິນ​ຍານ

ເຮົາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ແລະ ເລີ່ມ​ຕົ້ນ​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ໂດຍ​ການ​ຕອບ​ຮັບ​ຢ່າງ​ຈິງ​ໃຈ​ຕໍ່​ການ​ເອີ້ນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໄປ​ຫາ​ລັດ​ສະ​ໝີ​ພາບ ແລະ ຄຸນ​ນະ​ທຳ. ດັ່ງ​ທີ່​ເປໂຕ​ໄດ້​ບັນ​ຍາຍ​ໄວ້, ການ​ເອີ້ນ​ນີ້​ບັນ​ລຸ​ໂດຍ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໜີ​ຈາກ​ຄວາມ​ເສື່ອມ​ໂຊມ​ທີ່​ມີ​ຢູ່​ໃນ​ໂລກ.

ເມື່ອ​ເຮົາ​ດຳ​ເນີນ​ຕໍ່​ໄປ​ດ້ວຍ​ຄວາມ​ຍິນ​ຍອມ ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເມື່ອ​ນັ້ນ ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, “ຈຶ່ງ​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ [ເກີດ​ຂຶ້ນ] ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ, ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ.”5 ພວກ​ເຮົາ “ເກີດ​ຈາກ​ພຣະ​ເຈົ້າ,​ເພື່ອ​ປ່ຽນ​ຈາກ​ສະພາບ​ແຫ່ງ​ກາມ​ມະ​ລົມ ແລະ ຕົກຕ່ຳ​[ຂອງ​ພວກ​ເຮົາ], ມາ​ສູ່​ສະພາບ​ແຫ່ງ​ຄວາມ​ຊອບ​ທຳ, ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ.”6 “ເຫດ​ສະ​ນັ້ນ, ຖ້າ​ຜູ້​ໃດ​ຢູ່​ໃນ​ພຣະ​ຄຣິດ, ຜູ້​ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່​ແລ້ວ: ຖາ​ນະ​ເກົ່າ​ເຫລົ່າ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ, ເບິ່ງ​ແມ, ກາຍ​ເປັນ​ສິ່ງ​ໃໝ່​ທັງ​ນັ້ນ.”7

ການ​ປ່ຽນ​ແປງ​ເນື່ອງ​ດ້ວຍ​ຄວາມ​ເຂົ້າ​ໃຈ​ທຳ​ມະ​ຊາດ​ຂອງ​ເຮົາ ຕາມ​ທີ່​ເປັນ​ມາ ຈະ​ບໍ່​ເກີດ​ຂຶ້ນ​ຢ່າງ​ໄວ​ວາ ຫລື ທັງ​ໝົດ​ໃນ​ເທື່ອ​ໜຶ່ງ​ເທື່ອດຽວ. ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ກໍ “ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ໃນ​ຕອນ​ທຳ​ອິດ, ແຕ່ [ໄດ້​ຮັບ] ພຣະ​ຄຸນ​ແທນ​ພຣະ​ຄຸນ.”8 “ເພາະ​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້: ເຮົາ​ຈະ​ໃຫ້​ແກ່​ລູກ​ຫລານ​ມະ​ນຸດ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ; ແລະ ຜູ້​ທີ່​ເຊື່ອ​ຟັງ​ກົດ​ເກນ​ຂອງ​ເຮົາ ແລະ ງ່ຽງ​ຫູ​ຟັງ​ຄຳ​ແນະ​ນຳ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຮຽນ​ຮູ້​ເຖິງ​ປັນ​ຍາ.”9

ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ເປັນ​ສິ່ງ​ສຳ​ຄັນ ໃນ​ຂັ້ນ​ຕອນ​ຂອງ​ການ​ເກີດ​ໃໝ່​ທາງວິນ​ຍານ ທີ່​ດຳ​ເນີນ​ຢູ່​ນີ້, ມັນ​ຍັງ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກຳ​ນົດ​ໄວ້ ຊຶ່ງ​ໂດຍ​ພິ​ທີ​ການ​ນີ້ ເຮົາ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ​ຂອງ​ພຣະ​ອົງ. ພິ​ທີ​ການ​ທີ່​ໄດ້​ຮັບ​ຢ່າງ​ມີ​ຄ່າ​ຄວນ ແລະ ຈື່​ຈຳ​ໄປ​ຕະ​ຫລອດ ຈະ​ເປີດ​ເສັ້ນ​ທາງ​ແຫ່ງ​ສະ​ຫວັນ ຊຶ່ງ​ຜ່ານ​ທາງ​ດັ່ງ​ກ່າວ ພະ​ລັງ​ຂອງ​ຄວາມ​ເປັນ​ພຣະ​ເຈົ້າ ຈະ​ຫລັ່ງ​ໄຫລ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ. ພັນ​ທະ​ສັນ​ຍາ​ທີ່​ໄດ້​ຮັບ​ກຽດ​ຢ່າງ ຈິງ​ຈັງ ແລະ ຈື່​ຈຳ ຈະ​ນຳ​ຈຸດ​ປະ​ສົງ ແລະ ການ​ຮັບ​ຮອງ​ຂອງ​ພອນ​ມາ​ໃຫ້ ທັງ​ໃນ​ຊ່ວງ​ເປັນ​ມະ​ຕະ ແລະ ສຳ​ລັບ​ນິ​ລັນ​ດອນ.

ຍົກ​ຕົວ​ຢ່າງ, ພຣະ​ເຈົ້າ​ສັນ​ຍາ​ກັບ​ເຮົາ, ອີງ​ຕາມ​ຄວາມ​ຊື່​ສັດ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ສະ​ມາ​ຊິກ​ຜູ້​ທີ​ສາມ​ຂອງ​ຝ່າຍ​ພຣະ​ເຈົ້າ​ເປັນ​ເພື່ອນ​ໃກ້​ຊິດ, ແມ່ນ​ແຕ່ ພຣະ​ວິນ​ຍານ​ບໍ​ລິ​ສຸດ,10 ວ່າ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ເຮົາ​ສາ​ມາດ​ໄດ້​ຮັບ ແລະ ຮັກ​ສາ​ກົດ​ປົດ​ບາດ​ຂອງ​ເຮົາ​ໄດ້,11 ວ່າ​ເຮົາ​ສາ​ມາດ​ໄດ້​ຮັບ​ສັນ​ຕິ​ສຸກ​ຢູ່​ໃນ​ໂລກ,12 ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ ແລະ ໄດ້​ເອົາ​ຊະ​ນະ​ເໜືອ​ຫລຸມ​ຝັງ​ສົບ​ແລ້ວ,13 ແລະ ວ່າ​ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ສຳ​ລັບ​ການ​ເວ​ລາ ແລະ ສຳ​ລັບ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

ດັ່ງ​ທີ່​ເຂົ້າ​ໃຈ, ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ສະ​ເໜີ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ ບໍ່​ສາ​ມາດ​ນັບ​ໄດ້ ຫລື ບັນ​ຍາຍ​ໄດ້​ຢ່າງ​ກວ້າງ​ຂວາງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແມ່ນ​ແຕ່​ຈຳ​ນວນ​ໜ້ອຍ​ໜຶ່ງ​ຂອງ​ພອນ​ທີ່​ສັນ​ຍາ​ໄວ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຜ່ານ​ມາ ຄວນ​ເຮັດ​ໃຫ້​ເຮົາ​ແຕ່​ລະ​ຄົນ “ຢືນ​ພິ​ສະ​ຫວົງ,”14 ແລະ ກົ້ມ​ຂາບ​ລົງ ແລະ ນະ​ມັດ​ສະ​ການ​ພຣະ​ບິ​ດາ15 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ.

ການ​ຈື່​ຈຳ​ຄຳ​ສັນ​ຍາ

ປະທານ ໂລເຣັນໂຊ ສະໂນ ໄດ້​ເຕືອນ​ວ່າ, “ເຮົາ​ມັກ​ຈະ​ລືມ​ຈຸດ​ປະ​ສົງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊີ​ວິດ, ເຈດ​ຕະ​ນາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໃນ​ການ​ສົ່ງ​ເຮົາ​ມາ​ຢູ່​ນີ້ ເພື່ອ​ຮັບ​ເອົາ​ຄວາມ​ເປັນ​ມະ​ຕະ, ເຊັ່ນ​ດຽວ​ກັບ​ການ​ເອີ້ນ​ທີ່​ສັກ​ສິດ ທີ່​ເຮົາ​ໄດ້​ຮັບ, ແລະ ດ້ວຍ​ເຫດ​ນີ້, ແທນ​ທີ່​ຈະ​ສາ​ມາດ​ຜ່ານ​ຂ້າມ​ສິ່ງ​ຊົ່ວ​ຄາວ​ໄປ​ໄດ້ … , ເຮົາ​ພັດ​ປ່ອຍ​ຕົວ​ເອງ​ໃຫ້​ລົງ​ມາ​ຢູ່​ໃນ​ລະ​ດັບ​ດຽວ​ກັນ​ກັບ​ໂລກ ໂດຍ​ທີ່​ບໍ່​ສວຍ​ໂອ​ກາດ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ຊຶ່ງ​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໄວ້, ຊຶ່ງ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ເອົາ​ຊະ​ນະ [ສິ່ງ​ຊົ່ວ​ຄາວ​ເຫລົ່າ​ນີ້] ໄດ້.”16

ວັນ​ຊະ​ບາ​ໂຕ ແລະ ພຣະ​ວິ​ຫານ​ທີ່​ສັກ​ສິດ ເປັນ​ແຫລ່ງ​ຊ່ວຍ​ເຫລືອ​ຂອງ​ສະ​ຫວັນ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໄວ້ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ຜ່ານ​ກາຍ​ລະ​ດັບ ແລະ ຄວາມ​ເສື່ອມ​ໂຊມ​ຂອງ​ໂລກ. ທຳ​ອິດ ເຮົາ​ອາດ​ຄິດ​ວ່າ ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ ແລະ ການ​ໄປ​ພຣະ​ວິ​ຫານ ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ ແຕ່​ແຕກ​ຕ່າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ,​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທັງ​ສອງ​ຈຸດ​ປະ​ສົງ ແມ່ນ​ຄື​ກັນ ແລະ ໄປ​ດ້ວຍ​ກັນ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ​ທາງ​ວິນ​ຍານ ເປັນ​ສ່ວນ​ຕົວ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ວັນ​ຊະ​ບາ​ໂຕ

ຫລັງ​ຈາກ​ພຣະ​ເຈົ້າ​ໄດ້​ສ້າງ​ທຸກ​ສິ່ງ​ແລ້ວ, ພຣະ​ອົງ​ໄດ້​ພັກ​ຜ່ອນ​ໃນ​ມື້​ທີ​ເຈັດ ແລະ ໄດ້​ບັນ​ຊາ​ໃຫ້​ມີ​ມື້​ໜຶ່ງ​ໃນ​ແຕ່​ລະ​ອາ​ທິດ​ໄວ້​ເປັນ​ເວ​ລາ​ພັກ​ຜ່ອນ ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ລະ​ນຶກ​ເຖິງ​ພຣະ​ອົງ.17 ວັນ​ຊະ​ບາ​ໂຕ​ເປັນ​ເວ​ລາ​ຂອງ​ພຣະ​ເຈົ້າ, ເປັນ ເວ​ລາ​ສັກ​ສິດ ທີ່​ຕັ້ງ​ໄວ້​ໂດຍ​ສະ​ເພາະ ເພື່ອ​ໃຫ້​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ເພື່ອ​ໃຫ້​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ຂອງ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ໃນ​ຍຸກ​ສະ​ໄໝ​ນີ້,

ເພື່ອວ່າ​ເຮົາ​ຈະສາມາດ​ຮັກສາ​ຕົນເອງ​ໃຫ້ປາດ​ສະຈາກ​ມົນທິນ​ຂອງໂລກ​ໄດ້ຫລາຍ​ກວ່າເກົ່າ, ​ເຮົາ​ຕ້ອງໄປຍັງ​ບ້ານແຫ່ງ​ການ​ອະທິຖານ ແລະ ຖະຫວາຍ​ສິນລະລຶກ​ຂອງ​ເຮົາ​ໃນວັນ​ສັກສິດ​ຂອງພ​ຣະ​ອົງ;

ເພາະ​ນີ້​ຄື​ມື້​ທີ່​ກຳ​ນົດ​ໄວ້​ໃຫ້​ເຮົາ​ເພື່ອ​ພັກ​ຜ່ອນ​ຈາກ​ວຽກ​ງານ​ຂອງ​ເຮົາ, ແລະ ເພື່ອ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ.18

ດັ່ງ​ນັ້ນ, ໃນ​ວັນ​ຊະ​ບາ​ໂຕ ເຮົາ​ຈຶ່ງ​ນະ​ມັດ​ສະ​ການ​ພຣະ​ບິ​ດາ ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ແລະ ຮຽນ​ຮູ້​ກ່ຽວ​ກັບ, ຮັບ​ເອົາ, ຈື່​ຈຳ, ແລະ ຕໍ່​ພັນ​ທະ​ສັນ​ຍາ. ໃນ​ວັນ​ສັກ​ສິດ​ຂອງ​ພຣະ​ອົງ, ຄວາມ​ຄິດ, ການ​ກະ​ທຳ, ແລະ ການ​ປະ​ພຶດ​ຂອງ​ເຮົາ ເປັນ​ເຄື່ອງ​ໝາຍ ທີ່​ເຮົາ​ໄດ້​ຖວາຍ​ໃຫ້​ແກ່​ພຣະ​ເຈົ້າ ແລະ ເປັນ​ສິ່ງ​ບົ່ງ​ບອກ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ.19

ຈຸດ​ປະ​ສົງ​ເພີ່ມ​ເຕີມ​ຂອງວັນ​ຊະ​ບາ​ໂຕ ແມ່ນ​ການ​ຍົກ​ລະ​ດັບ​ວິ​ໄສ​ທັດຂອງ​ເຮົາ ຈາກ​ສິ່ງ​ທີ່​ເປັນ​ຂອງ​ໂລກ ສູ່​ພອນ​ແຫ່ງ​ນິ​ລັນ​ດອນ. ການ​ກຳ​ຈັດ​ຄວາມ​ຫຍຸ້ງ​ເຫຍີງ​ຂອງ​ຊີ​ວິດ​ປະ​ຈຳ​ວັນ​ອອກ​ໄປ ລະ​ຫວ່າງ​ເວ​ລາ​ທີ່​ສັກ​ສິດ​ນີ້, ເຮົາ​ສາ​ມາດ “ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ”20 ໂດຍ​ການ​ຮັບ​ເອົາ ແລະ ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ ຊຶ່ງ​ໂດຍ​ຄຳ​ສັນ​ຍານີ້ ເຮົາ​ຈະ​ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.

ພຣະ​ວິ​ຫານ​ທີ່​ສັກ​ສິດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ສະ​ເໝີ ໃຫ້​ສ້າງ​ພຣະ​ວິ​ຫານ, ສະ​ຖານ​ທີ່​ສັກ​ສິດ ຊຶ່ງ​ໃນ​ນັ້ນ ໄພ່​ພົນ​ທີ່​ມີ​ຄ່າ​ຄວນ ຈະ​ປະ​ຕິ​ບັດ​ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ສັກ​ສິດ ສຳ​ລັບ​ຕົວ​ເອງ ແລະ ສຳ​ລັບ​ຄົນ​ຕາຍ. ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ນະ​ມັດ​ສະ​ການ​ທີ່​ສັກ​ສິດ​ທີ່​ສຸດ. ແທ້​ຈິງ​ແລ້ວ ພຣະ​ວິ​ຫານ​ເປັນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເປັນ ສະ​ຖານ​ທີ່​ສັກ​ສິດ ໂດຍ​ສະ​ເພາະ ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ເພື່ອ​ໃຫ້​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ເພື່ອ​ການ​ຮັບ​ເອົາ ແລະ ການ​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ຂອງ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ໃນ​ຍຸກ​ສະ​ໄໝ​ນີ້, ວ່າ​ໃຫ້​ເຮົາ​ວາງ​ລະ​ບຽບ​ຕົນ​ເອງ; ຕຽມ​ສິ່ງ​ທີ່​ຈຳ​ເປັນ​ທຸກ​ຢ່າງ; ແລະ ສະ​ຖາ​ປະ​ນາ​ບ້ານ, ແມ່ນ​ແຕ່​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ບ້ານ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ, ບ້ານ​ແຫ່ງ​ສັດ​ທາ, ບ້ານ​ແຫ່ງ​ການ​ຮຽນ​ຮູ້, ບ້ານ​ແຫ່ງ​ລັດ​ສະ​ໝີ​ພາບ, ບ້ານ​ແຫ່ງ​ລະ​ບຽບ, ບ້ານ​ຂອງ​ພຣະ​ເຈົ້າ.21 ການ​ເອົາ​ໃຈ​ໃສ່​ທີ່​ສຳ​ຄັນ​ຕໍ່​ການ​ນະ​ມັດ​ສະ​ການ​ພຣະ​ວິ​ຫານ ແມ່ນ​ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ແລະ ການ​ຮຽນ​ຮູ້​ກ່ຽວ​ກັບ, ການ​ຮັບ​ເອົາ, ແລະ ການ​ລະ​ນຶກ​ເຖິງ​ພັນ​ທະ​ສັນ​ຍາ. ພວກ​ເຮົາ​ຄິດ, ກະ​ທຳ, ແລະ ນຸ່ງ​ຖື ຢູ່​ໃນ​ພຣະ​ວິ​ຫານ ແຕກ​ຕ່າງ​ຈາກ​ບ່ອນ​ອື່ນໆ.

ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ຂອງ​ພຣະ​ວິ​ຫານ ແມ່ນ​ທີ່​ຈະ​ຍົກ​ລະ​ດັບ​ວິ​ໄສ​ທັດ​ຂອງ​ເຮົາ ຈາກ​ສິ່ງ​ທີ່​ເປັນ​ຂອງ​ໂລກ ສູ່​ພອນ​ແຫ່ງ​ນິ​ລັນ​ດອນ. ການ​ໜີ​ອອກ​ຈາກ​ສະ​ຖານ​ທີ່​ຂອງ​ໂລກ​ທີ່​ເຮົາ​ຄຸ້ນ​ເຄີຍ ຈັກ​ບຶດ​ໜຶ່ງ, ເຮົາ​ສາ​ມາດ “ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ”22 ໂດຍ​ການ​ຮັບ​ເອົາ ແລະ ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ ຊຶ່ງ​ໂດຍ​ຄຳ​ສັນ​ຍາ​ນີ້ ເຮົາ​ຈະ​ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.

ຈົ່ງ​ສັງ​ເກດ​ເບິ່ງ​ວ່າ ວັນ​ຊະ​ບາ​ໂຕ ແລະ ພຣະ​ວິ​ຫານ, ຢ່າງ​ໜຶ່ງ​ເປັນ ເວ​ລາ​ທີ່​ສັກ​ສິດ ແລະ ​ອີກ​ຢ່າງ​ເປັນ ສະ​ຖານ​ທີ່​ສັກ​ສິດ ຖືກ​ແຕ່ງ​ຕັ້ງ​ໄວ້​ເປັນ​ທາງ​ການ​ໂດຍ​ສະ​ເພາະ ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ເພື່ອ​ຮັບ​ເອົາ ແລະ ເພື່ອ​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ​ຂອງ​ພຣະ​ອົງ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ດັ່ງ​ທີ່​ໄດ້​ຖືກ​ຈັດ​ຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ, ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ຂອງ​ສອງ​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້​ຂອງ​ສະ​ຫວັນ ແມ່ນ​ຄື​ກັນ: ທີ່​ຈະ​ເອົາ​ໃຈ​ໃສ່​ກັບ​ການ​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ໄປ​ຫາ ພຣະ​ບິ​ດາ​ເທິງ​ສະ​ຫວັນ, ໄປ​ຫາ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ໄປ​ຫາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄຳ​ສັນ​ຍາ​ທີ່​ກ່ຽວ​ພັນ​ກັບ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ພະ​ລັງ ແລະ ຊ້ຳ​ແລ້ວ​ຊ້ຳ​ອີກ.

ບ້ານ​ເຮືອນ​ຂອງ​ເຮົາ

ສິ່ງ​ສຳ​ຄັນ​ຄື, ບ້ານ​ເຮືອນ​ຄວນ​ປະ​ກອບ​ດ້ວຍ ເວ​ລາ ແລະ ສະ​ຖານ​ທີ່ ບ່ອນ​ທີ່​ບຸກ​ຄົນ ແລະ ຄອບ​ຄົວ ຈື່​ຈຳ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ຂອງ​ພຣະ​ເຈົ້າ ໄດ້​ດີ​ທີ່​ສຸດ. ການ​ອອກ​ເຮືອນ​ໄປ​ໃຊ້​ເວ​ລາ​ຮ່ວມ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ ແລະ ການ​ໄປ​ພຣະ​ວິ​ຫານ​ສັກ​ສິດ ກໍ​ສຳ​ຄັນ ແຕ່​ຍັງ​ບໍ່​ພຽງ​ພໍ. ພຽງ​ແຕ່​ເມື່ອ​ເຮົາ​ນຳ​ຄວາມ​ຮູ້​ສຶກ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ກິດ​ຈະ​ກຳ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ ກັບ​ມາ​ເຮືອນ​ນຳ​ເຮົາ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາ​ມາດ​ຊ່ວຍ​ເຮົາ​ຄ້ຳ​ຊູ​ຈຸດ​ປະ​ສົງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊີ​ວິດ​ມະ​ຕະ ແລະ ເອົາ​ຊະ​ນະ​ຄວາມ​ເສື່ອມ​ໂຊມ​ທີ່​ມີ​ຢູ່​ໃນ​ໂລກ​ໄດ້. ປະ​ສົບ​ການ​ໃນ​ວັນ​ຊະ​ບາ​ໂຕ ແລະ ໃນ​ພຣະ​ວິ​ຫານ ຄວນ​ເປັນ​ສິ່ງ​ຊ່ວຍ​ປ່ຽນ​ແປງ​ທາງ​ວິນ​ຍານ ແລະ ເຮັດ​ໃຫ້​ບຸກ​ຄົນ ແລະ ຄອບ​ຄົວ ແລະ ບ້ານ​ເຮືອນ​ສືບ​ຕໍ່​ໄດ້​ຮັບ​ການ​ເຕືອນ​ເຖິງ​ບົດ​ຮຽນ​ທີ່​ສຳ​ຄັນ ທີ່ໄດ້​ຮຽນ​ມາ, ໂດຍ​ມີ​ພະ​ລັງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລະ ພຣະ​ອົງ​ສະ​ຖິດ​ຢູ່​ນຳ, ພ້ອມ​ທັງ​ມີ​ການ​ຕິດ​ຕໍ່​ອັນ​ຕໍ່​ເນື່ອງ ແລະ ເລິກ​ຊຶ້ງ ກັບ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ແລະ ມີ “ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ”23 ໃນ​ຄຳ​ສັນ​ຍາ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.

ວັນ​ຊະ​ບາ​ໂຕ ແລະ ພຣະ​ວິ​ຫານ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຈັດ​ບ້ານ​ເຮືອນ​ຂອງ​ເຮົາ ໃນ “ທາງ​ອັນ​ປະ​ເສີດ​ທີ່​ສຸດ”24 ເມື່ອ​ເຮົາ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ເຂົ້າ​ກັນ ທັງ​ມີ​ຢູ່​ໃນ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ໄວ້​ໃນ​ພຣະ​ຄຣິດ.”25 ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ໃນ ເວ​ລາ​ທີ່​ສັກ​ສິດ ຂອງ​ພຣະ​ອົງ ແລະ ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ ສະ​ຖານ​ທີ່​ສັກ​ສິດ ຂອງ​ພຣະ​ອົງ ເປັນ​ຈຸດ​ສຳ​ຄັນ​ຂອງ​ການ​ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.

ຄຳສັນຍາ ແລະ ປະຈັກພະຍານ

ມັນ​ງ່າຍ​ສຳ​ລັບ​ເຮົາ​ທີ່​ຈະ​ປ່ອຍ​ຕົວ​ໃຫ້​ອ່ອນ​ແຮງ​ໄປ​ກັບ​ວຽກ​ງານ​ປະ​ຈຳວັນ ແລະ ສິ່ງ​ທຳ​ມະ​ດາ​ຂອງ​ຄວາມ​ເປັນ​ມະ​ຕະ. ການ​ນອນ, ການ​ກິນ, ການ​ນຸ່ງ​ຖື, ວຽກ​ງານ, ການ​ຫລິ້ນ, ການ​ອອກ​ກຳ​ລັງ​ກາຍ, ແລະ ກິດ​ຈະ​ກຳ​ອື່ນໆ​ຕາມ​ປະ​ເພ​ນີ ເປັນ​ສິ່ງ​ຈຳ​ເປັນ ແລະ ສຳ​ຄັນ. ແຕ່​ໃນ​ທີ່​ສຸດ, ສິ່ງ​ທີ່​ເຮົາ​ກາຍ​ເປັນ ຄື​ຜົນ​ຂອງ​ຄວາມ​ຮູ້​ຂອງ​ເຮົາ ແລະ ຄວາມ​ເຕັມ​ໃຈ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ບິ​ດາ, ຈາກ​ພຣະ​ບຸດ, ແລະ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ມັນ​ບໍ່​ໄດ້​ເປັນ​ພຽງ​ຈຳ​ນວນ​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ​ທຸກ​ວັນ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ເທົ່າ​ນັ້ນ.

ພຣະ​ກິດ​ຕິ​ຄຸນ​ແມ່ນ​ເກີນ​ກວ່າ​ການ​ພຽງ​ແຕ່​ເຮັດ​ພາ​ລະ​ຫລາຍໆ​ຢ່າງ ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ໃນ​ແຕ່​ລະ​ວັນ​ເທົ່າ​ນັ້ນ; ແຕ່​ມັນ​ເປັນ​ຜ້າ​ມ່ານ​ແຫ່ງ​ຄວາມ​ຈິງ​ທີ່​ສວຍ​ງາມ “ເຊື່ອມ​ສະ​ໜິດ​ກັນ​ໂດຍ​ດີ”26 ແລະ ປະສານ​ເຂົ້າ​ກັນ, ຖືກ​ອອກ​ແບບ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແມ່ນ​ແຕ່​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ. ແທ້​ຈິງ​ແລ້ວ, ເຮົາ​ຫລຽວ​ບໍ່​ເຫັນ ເພາະ​ໄດ້​ເບິ່ງ​ຂ້າມ​ເຄື່ອງ​ໝາຍ27 ເມື່ອ​ຄວາມ​ເປັນ​ຈິງ​ທາງ​ວິນ​ຍານ​ທີ່​ສຳ​ຄັນ​ນີ້​ຖືກ​ປົກ​ຄຸມ​ດ້ວຍ​ຄວາມ​ສົນ​ໃຈ, ບັນ​ຫາ, ແລະ ຄວາມ​ບໍ່​ເອົາ​ໃຈ​ໃສ່​ຂອງ​ໂລກ.

ເມື່ອ​ເຮົາ​ສະ​ຫລາດ ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃຫ້​ນຳ​ພາ​ເຮົາ,28 ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ສອນ​ເຮົາ​ເຖິງ​ສິ່ງ​ທີ່​ເປັນ​ຄວາມ​ຈິງ. “ພຣະ​ອົງ​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ, [ແລະ] ໃຫ້​ດວງ​ຈິດ​ຂອງ​ເຮົາ​ເຫັນ​ສະ​ຫວັນ”29 ເມື່ອ​ເຮົາ​ພະ​ຍາ​ຍາມ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ກາຍ​ເປັນ​ຜູ້​ຮັບ​ເອົາ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ ຊຶ່ງ​ກ່ຽວ​ພັນ​ກັບ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ເຮົາ ເປັນ​ສິ່ງ​ແນ່​ນອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

ພຣະ​ອົງ​ໄດ້​ໃຫ້​ການ​ຊີ້​ນຳ​ແກ່​ພວກ​ເຮົາ ເຖິງ​ວິ​ທີ​ທີ່​ພວກ​ເຮົາ​ຈະ​ປະ​ພຶດ​ຢູ່ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ມັນ​ຈະ​ກັບ​ຄືນ​ມາ​ຫາ​ພວກ​ເຮົາ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຮົາ.

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ຕາມ​ຄຳສັນ​ຍາ​ເມື່ອ​ພວກ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ກ່າວ; ແຕ່​ເມື່ອ​ພວກ​ເຮົາ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ກ່າວ, ແລ້ວ​ພວກ​ເຮົາ​ກໍ​ບໍ່​ມີ​ຄຳ​ສັນ​ຍາ.30

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ຊົງ​ພຣະ​ຊົນ​ຢູ່ ແລະ ເປັນ​ພຣະ​ຜູ້​ສ້າງ​ແຜນ​ແຫ່ງ​ຄວາມ​ລອດ. ພຣະ​ເຢຊູ​ຄຣິດ ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແຜນ​ແລະ​ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ, ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ສັນ​ຕິ​ສຸກ​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.31 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.