​2010–2019
ຢ່າ​ຢ້ານ​ກົວ​ທີ່​ຈະ​ເຮັດ​ຄວາມ​ດີ
ເດືອນ​ຕຸລາ 2017


ຢ່າ​ຢ້ານ​ກົວ​ທີ່​ຈະ​ເຮັດ​ຄວາມ​ດີ

ພຣະ​ຜູ້​ເປັນ​ເຈົ້າບອກ​ເຮົາ​ວ່າ ເມື່ອ​ເຮົາ​ຢືນ​ຢູ່​ດ້ວຍ​ສັດ​ທາ ຢູ່​ເທິງ​ຫີນ​ສີ​ລາ​ຂອງ​ພຣະ​ອົງ, ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ​ຈະ​ສະ​ຫລາຍ​ໄປ; ຈະ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເຮັດ​ຄວາມ​ດີ​ຫລາຍ​ຂຶ້ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າອະ​ທິ​ຖານ​ຢ່າງ​ຖ່ອມ​ຕົວ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈະ​ສະ​ຖິດ​ຢູ່​ກັບເຮົາ ໃນ​ຂະ​ນະ​ທີ່ຂ້າ​ພະ​ເຈົ້າກ່າວ​ກັບ​ທ່ານ. ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູຕໍ່ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງນີ້​ເປັນ​ສາດ​ສະ​ໜາ​ຈັກຂອງ​ພຣະ​ອົງ, ສຳ​ລັບ​ການ​ດົນ​ໃຈ ທີ່​ເຮົາ​ໄດ້​ຮູ້​ສຶກ​ໃນ​ຄຳ​ອະ​ທິ​ຖານ​ທີ່​ແຮງ​ກ້າ, ຄຳ​ເທດ​ສະ​ໜາ​ທີ່​ດົນ​ໃຈ, ແລະ ສຽງ​ເພງ​ຂອງ​ເຫລົ່າ​ທູດ ໃນ​ກອງ​ປະ​ຊຸມນີ້.

ເດືອນ​ເມສາ​ຜ່ານ​ມານີ້, ປະທານ ທອມມັສ ແອັສ ມອນສັນ ໄດ້​ໃຫ້​ຂ່າວ​ສານ ທີ່​ປຸກ​ລະ​ດົມ​ໃຈ ຕະ​ຫລອດ​ທົ່ວ​ໂລກ, ຮ່ວມ​ທັງ​ຂ້າ​ພະ​ເຈົ້າ​ເອງ. ເພິ່ນ​ໄດ້​ກ່າວ​ເຖິງ​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍມອນ. ເພິ່ນ​ໄດ້​ຊັກ​ຊວນ​ເຮົາ​ໃຫ້​ສຶກ​ສາ, ໄຕ່​ຕອງ, ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ. ເພິ່ນ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ໃຊ້​ເວ​ລາ​ໃນ​ແຕ່​ລະ​ວັນ​ເພື່ອ​ສຶກ​ສາ ແລະ ໄຕ່​ຕອງ ແລະ ຮັກ​ສາ​ພຣະ​ບັນ​ຍັດ ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ, ແລ້ວ​ເຮົາ​ຈະ​ມີ​ປະ​ຈັກ​ພະ​ຍານ​ທີ່ສຳ​ຄັນ ເຖິງ​ຄວາມ​ຈິງ​ຂອງ​ມັນ, ປະ​ຈັກ​ພະ​ຍານ​ທີ່​ເຮົາ​ໄດ້​ຮັບ​ເຖິງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ​ຢູ່ ຈະ​ນຳ​ພາ​ເຮົາ​ໄປ​ເຖິງ​ບ່ອນ​ປອດ​ໄພ ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ. (ເບິ່ງ “The Power of the Book of Mormon,” Liahona, May 2017, 86–87.)

ເຊັ່ນ​ດຽວກັບ​ພວກ​ທ່ານຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ວ່າ​ເປັນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕໍ່​ຂ້າ​ພະ​ເຈົ້າ. ແລະ ເຊັ່ນ​ດຽວ​ກັບ​ພວກ​ທ່ານຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ. ບັດ​ນີ້ ນັບ​ແຕ່​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ການ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍມອນເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ບິ​ດາ ແລະ ພຣະ​ບຸດ ໄດ້​ມາ​ປະ​ກົດ ແລະ ກ່າວ​ກັບ ໂຈເຊັບ ສະມິດ, ແລະ ວ່າ​ອັກ​ຄະ​ສາ​ວົກໃນ​ສະ​ໄໝ​ບູ​ຮານ​ໄດ້​ມາ​ຫາ​ສາດ​ສະ​ດາ ໂຈເຊັບ ເພື່ອ​ຟື້ນ​ຟູຂໍ​ກະ​ແຈ​ຂອງຖາ​ນະ​ປະ​ໂລ​ຫິດ ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ດ້ວຍ​ປະ​ຈັກ​ພະ​ຍານນັ້ນ, ຂ້າ​ພະ​ເຈົ້າຈຶ່ງ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍມອນທຸກມື້ ເປັນ​ເວ​ລາຫລາຍກວ່າ 50 ປີ. ສະ​ນັ້ນ ບາງ​ທີຂ້າ​ພະ​ເຈົ້າອາດ​ຄິດ​ວ່າ ຖ້ອຍ​ຄຳ​ຂອງ​ປະທານ​ມອນສັນ ແມ່ນ​ສຳ​ລັບ​ຄົນ​ອື່ນ. ແຕ່, ເຊັ່ນ​ດຽວ​ກັບພວກ​ທ່ານຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຮູ້​ສຶກວ່າ ການ​ໃຫ້​ກຳ​ລັງ​ໃຈ​ຈາກ​ສາດ​ສະ​ດາ ແລະ ຄຳ​ສັນ​ຍາ​ຂອງ​ເພິ່ນ ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ ໃຫ້​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂຶ້ນ. ພວກ​ທ່ານຫລາຍ​ຄົນ ໄດ້​ເຮັດຄື​ກັນ​ກັບຂ້າ​ພະ​ເຈົ້າ: ໄດ້​ອະ​ທິ​ຖານ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ, ໄດ້​ໄຕ່​ຕອງ​ພຣະ​ຄຳ​ພີ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ, ແລະ ໄດ້​ພະ​ຍາ​ຍາມ​ຮັບ​ໃຊ້ພຣະ​ຜູ້​ເປັນ​ເຈົ້າ ແລະ ຄົນ​ອື່ນແທນ​ພຣະ​ອົງ.

ຜົນ​ດີ​ສຳ​ລັບ​ຂ້າ​ພະ​ເຈົ້າ, ແລະ ສຳ​ລັບ​ພວກ​ທ່ານ​ຫລາຍ​ຄົນ, ກໍ​ໄດ້​ເປັນ​ດັ່ງ​ທີ່​ສາດ​ສະ​ດາ​ໄດ້​ສັນ​ຍາ​ໄວ້. ເຮົາ​ຜູ້​ທີ່​ໄດ້​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ ກໍ​ໄດ້​ຍິນ​ພຣະ​ວິນ​ຍານ​ຢ່າງ​ແຈ່ມ​ແຈ້ງຫລາຍ​ຂຶ້ນ. ເຮົາ​ໄດ້​ພົບ​ເຫັນ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່ ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ແລະ ໄດ້​ມີ​ສັດ​ທາ​ຫລາຍ​ຂຶ້ນ ໃນ​ພຣະ​ເຢຊູ​ຄຣິດທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ໃນພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ໃນ​ສາດ​ສະ​ໜາ​ຈັກທີ່​ດຳ​ລົງ​ຢູ່​ຂອງ​ພຣະ​ອົງ.

ໃນ​ສະ​ໄໝ​ທີ່​ມີ​ຄວາມ​ວຸ້ນ​ວາຍ​ຫລາຍ​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ໂລກ, ປະ​ຈັກ​ພະ​ຍານ​ທີ່​ມີ​ຫລາຍ​ຂຶ້ນ​ເຫລົ່າ​ນັ້ນ ໄດ້​ຂັບ​ໄລ່​ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ​ອອກ​ໄປ ຊຶ່ງ​ນຳ​ຄວາມ​ຮູ້​ສຶກ​ສະ​ຫງົບ​ມາ​ໃຫ້​ເຮົາ. ການ​ເຊື່ອ​ຟັງ​ຕໍ່​ຄຳ​ແນະ​ນຳ​ຂອງ​ປະທານ​ມອນສັນ ມີ​ຜົນ​ສະ​ທ້ອນ​ຢູ່​ສອງ​ຢ່າງ​ທີ່​ດີ ສຳ​ລັບ​ຂ້າ​ພະ​ເຈົ້າ: ທຳ​ອິດ, ພຣະ​ວິນ​ຍານ​ທີ່​ເພິ່ນ​ໄດ້​ສັນ​ຍາ​ໄວ້ ໄດ້​ສ້າງ​ການ​ມອງ​ໂລກ​ໃນ​ແງ່​ດີ ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ຂ້າງ​ໜ້າ, ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ຄວາມ​ສັບ​ສົນ​ວຸ້ນ​ວາຍ​ຢູ່​ໃນ​ໂລກ ມີຫລາຍ​ຂຶ້ນ​ກໍ​ຕາມ. ແລະ ສອງ, ພຣະ​ຜູ້​ເປັນ​ເຈົ້າໄດ້​ປະທານຄວາມ​ຮູ້​ສຶກ​ທີ່​ຍິ່ງ​ໃຫຍ່ກວ່າ​ໃຫ້​ຂ້າ​ພະ​ເຈົ້າ—ແລະ ທ່ານ—ເພື່ອ​ຈະ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ຜູ້​ຄົນ​ທີ່​ມີ​ຄວາມ​ເຈັບ​ປວດ. ເຮົາໄດ້​ຮູ້​ສຶກ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ ທີ່​ຈະ​ໄປ​ຊ່ວຍ​ກູ້​ຄົນ​ອື່ນ. ຄວາມ​ປາດ​ຖະ​ໜານັ້ນ ຄື​ຈຸດ​ປະ​ສົງ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຄຳ​ສອນຂອງ​ປະທານ​ມອນສັນ.

ພຣະ​ຜູ້​ເປັນ​ເຈົ້າໄດ້​ສັນ​ຍາ​ວ່າ ຈະ​ປະທານ​ຄວາມ​ຮັກ​ໃຫ້​ຄົນ​ອື່ນ ແລະ ຄວາມ​ກ້າ​ຫານ​ໃຫ້​ສາດ​ສະ​ດາ ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ເມື່ອ​ວຽກ​ງານ​ໃນ​ພາຍ​ຂ້າງ​ໜ້າ​ຂອງ​ພວກ​ເພິ່ນ ຈະ​ເບິ່ງ​ຄື​ວ່າ ຫຍຸ້ງ​ຍາກ​ເຫລືອ​ເກີນ. ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ ຄວາມ​ກ້າ​ຫານ​ທີ່​ຕ້ອງ​ການ ຈະ​ມາ​ຈາກ​ສັດ​ທາ​ຂອງ​ພວກ​ເພິ່ນ ໃນ​ພຣະ​ອົງ ວ່າ​ເປັນ​ຫີນ​ສີ​ລາ​ຂອງ​ພວກ​ເພິ່ນ ດັ່ງ​ນີ້:

ວ່າ ບໍ່​ໃຫ້​ຢ້ານ​ກົວ​ທີ່​ຈະ​ເຮັດ​ຄວາມ​ດີ, ເພາະ​ພວກ​ເພິ່ນ​ຫວ່ານ​ສິ່ງ​ໃດ, ພວກ​ເພິ່ນ​ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ດຽວ​ກັນ​ນັ້ນ; ສະ​ນັ້ນ ຖ້າ​ຫາກ​ພວກ​ເພິ່ນ​ຫວ່ານ​ຄວາມ​ດີ ພວກ​ເພິ່ນ​ກໍ​ຈະ​ເກັບ​ກ່ຽວ​ຄວາມ​ດີ​ເປັນ​ລາງວັນ​ຂອງ​ພວກ​ເພິ່ນ.

ສະ​ນັ້ນ ພວກ​ເພິ່ນບໍ່​ຕ້ອງ​ຢ້ານ​ກົວ; ໃຫ້​ເຮັດ​ຄວາມ​ດີ; ໃຫ້​ແຜ່ນ​ດິນ​ໂລກ ແລະ ນະ​ລົກ​ຮ່ວມ​ກັນ​ຕໍ່​ຕ້ານ​ພວກ​ເພິ່ນ, ແຕ່​ຖ້າ​ຫາກ​ພວກ​ເພິ່ນ​ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ອົງ, ແລ້ວ​ມັນ​ຈະ​ເອົາ​ຊະ​ນະ​ພວກ​ເພິ່ນບໍ່​ໄດ້.

ພຣະ​ອົງ​ບໍ່​ໄດ້​ກ່າວ​ໂທດ​ພວກ​ເພິ່ນ; ໃຫ້​ພວກ​ເພິ່ນ​ໄປ​ຕາມ​ທາງ​ຂອງ​ພວກ​ເພິ່ນ ແລະ ບໍ່​ໃຫ້​ເຮັດ​ບາບ​ອີກ​ຕໍ່​ໄປ; ໃຫ້​ປະ​ຕິ​ບັດ​ວຽກ​ງານ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເພິ່ນ​ດ້ວຍ​ຄວາມ​ມີ​ສະ​ຕິ.

ໃຫ້​ເບິ່ງ​ທີ່​ພຣະ​ອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້​ສົງ​ໄສ, ບໍ່​ໃຫ້​ຢ້ານ​ກົວ.

ໃຫ້​ເບິ່ງ​ຮອຍ​ແຜ​ທີ່​ຖືກ​ແທງ​ຢູ່​ຂ້າງ​ຂອງ​ພຣະ​ອົງ, ແລະ ຮອຍ​ຕະ​ປູ​ຢູ່​ໃນ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ​ນຳ​ອີກ; ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ພວກ​ເພິ່ນ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ສະ​ຫວັນ​ເປັນ​ມູນ​ມໍ​ລະ​ດົກ (ເບິ່ງ D&C 6:33–37).

ພຣະ​ຜູ້​ເປັນ​ເຈົ້າໄດ້​ບອກ​ຜູ້​ນຳ​ແຫ່ງ​ການ​ຟື້ນ​ຟູ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ບອກ​ເຮົາ, ວ່າເມື່ອ​ເຮົາ​ຢືນ​ຢູ່​ດ້ວຍ​ສັດ​ທາ ຢູ່​ເທິງ​ຫີນ​ສີ​ລາ​ຂອງ​ພຣະ​ອົງ, ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ​ຈະ​ສະ​ຫລາຍ​ໄປ; ຈະ​ມີ​ຄວາມ​ປາດ​ຖະ​ໜາຢາກເຮັດ​ຄວາມ​ດີ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານ​ມອນສັນ ທີ່​ຈະ​ຝັງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢຊູ​ຄຣິດ ໄວ້​ໃນ​ໃຈ​ເຮົາ, ແລ້ວ​ເຮົາ​ຈະ​ມີ​ພະ​ລັງ​ຫລາຍ​ຂຶ້ນ, ມີ​ຄວາມ​ປາດ​ຖະ​ໜາ, ແລະ ກ້າ​ຫານ​ທີ່​ຈະ​ໄປ​ຊ່ວຍ​ກູ້​ຄົນ​ອື່ນ ໂດຍ​ທີ່ບໍ່​ເປັນ​ຫ່ວງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ.

ຂ້າ​ພະ​ເຈົ້າໄດ້​ເຫັນ​ສັດ​ທາ ແລະ ຄວາມ​ກ້າ​ຫານນັ້ນ​ຫລາຍ​ເທື່ອ ເມື່ອ​ໄພ່​ພົນ​ຍຸກ​ສຸດ​ທ້າຍຜູ້​ທີ່​ເຊື່ອ ໄດ້​ປະ​ເຊີນ​ກັບ​ການ​ທົດ​ລອງ​ທີ່​ເປັນ​ຕາ​ຢ້ານ. ຍົກ​ຕົວ​ຢ່າງ​ໜຶ່ງ, ຂ້າ​ພະ​ເຈົ້າໄດ້​ຢູ່​ລັດ ໄອດາໂຮ ຕອນເຄື່ອນ ທີທັນ ແຕກ ໃນ​ວັນທີ 5 ເດືອນ​ມິຖຸນາ, 1976. ນ້ຳ​ຢ່າງ​ຫລວງ​ຫລາຍ​ໄດ້​ໄຫລ​ລົງ​ມາ. ຫລາຍ​ພັນ​ຄົນ​ໄດ້​ຟ້າວ​ໜີ​ຈາກ​ບ້ານ​ເຮືອນ. ເຮືອນ ແລະ ໂຮງການ​ຫລາຍ​ພັນ​ຫລັງ ໄດ້​ຖືກ​ທຳ​ລາຍ. ແຕ່​ມະ​ຫັດ​ສະ​ຈັນ​ທີ່ ໜ້ອຍກວ່າ 15 ຄົນ​ໄດ້​ຕາຍ​ໄປ.

ສິ່ງ​ທີ່ຂ້າ​ພະ​ເຈົ້າໄດ້​ເຫັນ​ຢູ່​ທີ່ນັ້ນ, ຂ້າ​ພະ​ເຈົ້າເຄີຍເຫັນວ່າ ເມື່ອ​ໃດ​ກໍ​ຕາມ ໄພ່​ພົນ​ຍຸກ​ສຸດ​ທ້າຍຈະຢືນ​ຢູ່​ຢ່າງ​ໝັ້ນ​ຄົງ ເທິງ​ຫີນ​ສີ​ລາ​ແຫ່ງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢຊູ​ຄຣິດ. ເພາະ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ສົງ​ໄສວ່າ ພຣະ​ອົງ​ເຝົ້າດູ​ແລເຂົາ​ເຈົ້າ​ຫລືບໍ່, ເຂົາ​ເຈົ້າ​ຈຶ່ງບໍ່​ຢ້ານ​ກົວ. ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ກັບ​ການ​ທົດ​ລອງ​ຂອງ​ຕົນ​ເອງ ແຕ່​ໄດ້​ອອກ​ໄປ​ຊ່ວຍ​ເຫລືອ​ຄົນ​ອື່ນ. ແລະ ເຂົາ​ເຈົ້າ​ໄດ້​ກະ​ທຳ​ໄປ ເພາະ​ຄວາມ​ຮັກ​ທີ່​ມີ​ຕໍ່ພຣະ​ຜູ້​ເປັນ​ເຈົ້າ, ໂດຍບໍ່​ຫວັງ​ສິ່ງ​ໃດຕອບ​ແທນ.

ຍົກ​ຕົວ​ຢ່າງ, ຕອນ​ເຄື່ອນ ທີທັນ ແຕກ, ຜົວ​ເມຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄູ່​ໜຶ່ງ ກຳ​ລັງ​ເດີນ​ທາງ, ໄກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ທັນ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ຂ່າວ​ໃນ​ວິ​ທະ​ຍຸ, ເຂົາ​ເຈົ້າ​ກໍ​ໄດ້​ຟ້າວກັບ​ໄປ​ເມືອງ ແຣັກສະເບີກ ທັນ​ທີ. ແທນ​ທີ່​ເຂົາ​ເຈົ້າ​ຈະ​ໄປ​ຫາ​ເຮືອນ​ຂອງ​ຕົນ​ເອງ ເພື່ອ​ເບິ່ງວ່າ​ມັນ​ຖືກ​ທຳ​ລາຍ​ຫລືບໍ່, ແຕ່​ເຂົາ​ເຈົ້າ​ໄດ້​ໄປ​ຊອກ​ຫາ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ. ເພິ່ນ​ຢູ່​ໃນ​ຕຶກ ທີ່​ໃຊ້​ເປັນ​ສູນ​ກູ້​ໄພ. ເພິ່ນ​ກຳ​ລັງ​ຊ່ວຍ​ຈັດ​ຜູ້​ອາ​ສາ​ສະ​ໝັກ​ຫລາຍ​ພັນ​ຄົນ ທີ່​ຫາ​ກໍ​ມາ​ເຖິງ​ທາງ​ລົດ​ເມ​ສີ​ເຫລືອງ.

ຜົວ​ເມຍ​ຄູ່ນັ້ນ​ໄດ້​ຍ່າງ​ໄປ​ຫາ​ອະ​ທິ​ການ ແລະ ໄດ້​ເວົ້າ​ວ່າ, “​ພວກ​ເຮົາ​ຫາ​ກໍ​ກັບ​ມາ. ອະ​ທິ​ການເອີຍ, ໃຫ້​ພວກ​ເຮົາ​ໄປ​ຊ່ວຍ​ບ່ອນ​ໃດ?” ເພິ່ນ​ໄດ້​ເອົາ​ລາຍຊື່​ຄອບ​ຄົວ​ໃຫ້​ເຂົາ​ເຈົ້າ. ຜົວ​ເມຍ​ຄູ່ນັ້ນ​ໄດ້​ໄປ​ຊ່ວຍ​ຊ້ວນ​ຂີ້​ຕົມ​ ແລະ ຂົນ​ນ້ຳອອກ​ຈາກ​ເຮືອນນີ້​ເຮືອນນັ້ນ. ເຂົາ​ເຈົ້າ​ໄດ້​ທຳ​ງານ​ຈາກ​ເຊົ້າ​ຈົນ​ຄ່ຳ ເປັນ​ເວ​ລາ​ຫລາຍ​ວັນ. ໃນ​ທີ່​ສຸດ ເຂົາ​ເຈົ້າ​ໄດ້​ຢຸດ​ພັກ ແລະ ໄປ​ເບິ່ງ​ເຮືອນ​ຂອງ​ຕົວ​ເອງ. ເຮືອນ​ໄດ້​ຫາຍ​ໄປ​ແລ້ວ, ບໍ່​ມີ​ຫຍັງ​ໃຫ້​ມ້ຽນ​ມັດ. ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ກັບມາ​ທັນ​ທີ ໄປ​ຫາ​ອະ​ທິ​ການ. ເຂົາ​ເຈົ້າ​ໄດ້​ຖາມ​ວ່າ, “ອະ​ທິ​ການ, ມີ​ຄົນ​ໃຫ້​ພວກ​ເຮົາ​ໄປ​ຊ່ວຍ​ບໍ?”

ສິ່ງມະ​ຫັດ​ສະ​ຈັນ​ແຫ່ງ​ຄວາມ​ກ້າ​ຫານ ແລະ ໃຈ​ບຸນ​ທີ່​ງຽບໆ—ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ—ໄດ້​ເກີດ​ຂຶ້ນ​ເທື່ອ​ແລ້ວ​ເທື່ອ​ອີກ ນັບ​ຫລາຍໆ​ປີ ຕະ​ຫລອດ​ທົ່ວ​ໂລກ. ມັນ​ໄດ້​ເກີດ​ຂຶ້ນ​ໃນ​ສະ​ໄໝ​ທີ່​ມີ​ການ​ຂົ່ມ​ເຫັງ ແລະ ການທົດ​ລອງ ທີ່​ໜ້າ​ຢ້ານ​ກົວ ໃນ​ວັນ​ເວ​ລາ​ຂອງ ສາດ​ສະ​ດາ ໂຈເຊັບ ສະມິດ ໃນ​ລັດ ມີເຊີຣີ. ມັນ​ໄດ້​ເກີດ​ຂຶ້ນ​ຕອນ ບຣິກຳ ຢັງ ໄດ້​ນຳ​ພາ​ການ​ອົບ​ພະ​ຍົບ​ຈາກ​ເມືອງ​ນາວູ ແລະ ແລ້ວ​ໄດ້​ເອີ້ນ​ໃຫ້​ໄພ່​ພົນ​ໄປ​ຫາ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ເພື່ອ​ຊ່ວຍ​ກັນ​ສ້າງ​ສາ​ຊີ​ໂອນໃຫ້​ແກ່ພຣະ​ຜູ້​ເປັນ​ເຈົ້າ.

ຖ້າ​ຫາກ​ທ່ານ​ອ່ານ​ບັນ​ທຶກ​ສ່ວນ​ຕົວ​ຂອງຜູ້​ບຸກ​ເບີກ​ເຫລົ່າ​ນັ້ນ, ທ່ານ​ຈະ​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ​ແຫ່ງ​ສັດ​ທາ ທີ່​ຂັບ​ໄລ່​ຄວາມສົງ​ໄສ ແລະ ຄວາມ​ຢ້ານ​ກົວ​ອອກ​ໄປ. ແລະ ທ່ານໄດ້ອ່ານ​ກ່ຽວ​ກັບ​ໄພ່​ພົນ ຜູ້​ໄດ້ປະ​ວຽກ​ງານຂອງ​ຕົນ ແລະ ໄປ​ຊ່ວຍ​ຄົນ​ອື່ນ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ, ກ່ອນ​ກັບ​ໄປ​ຫາ​ຝູງ​ແກະ ຫລື ໄປ​ຫາ​ທົ່ງ​ຂອງ​ຕົນ ທີ່​ຍັງ​ບໍ່​ໄດ້​ໄຖ​ເທື່ອ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ​ແບບ​ດຽວ​ກັນ​ນີ້ ໃນ​ສອງ​ສາມມື້​ກ່ອນ ຫລັງ​ຈາກ​ໄພ​ທຳ​ມະ​ຊາດ ເອີມາ ໃນ ພອດໂຕ ຣິໂກ, ເຊັ້ນ ທອມມັສ, ແລະ ຟໍຣິດາ, ບ່ອນ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຮ່ວມ​ມື​ກັບ​ສາດ​ສະ​ໜາ​ຈັກ​ອື່ນໆ, ຊຸມ​ຊົນ​ໃນ​ທ້ອງ​ຖິ່ນ, ແລະ ອົງ​ການ​ຕ່າງໆ​ແຫ່ງ​ຊາດ ເພື່ອ​ເລີ່ມ​ຕົ້ນ​ການ​ທຳ​ຄວາມ​ສະ​ອາດ.

ເຊັ່ນ​ດຽວ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ເມືອງ ແຣັກສະເບີກ, ມີຜົວ​ເມຍ​ຄູ່​ໜຶ່ງ ທີ່ບໍ່​ໄດ້​ເປັນ​ສະ​ມາ​ຊິກ ຢູ່​ລັດ ຟໍຣິດາ ກໍໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຊ່ວຍ​ເຫລືອ​ຊຸມ​ຊົນ ແທນ​ທີ່​ຈະ​ອອກ​ແຮງ​ມ້ຽນ​ມັດ​ບ້ານ​ເຮືອນ​ຂອງ​ຕົນ. ເມື່ອ​ເພື່ອນ​ບ້ານ​ຊາວ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ສະ​ເໜີ​ຊ່ວຍ​ເຫລືອ ຕັດ​ຕົ້ນ​ໄມ້​ສອງ​ຕົ້ນ​ທີ່​ລົ້ມ​ຕັນ​ທາງ​ລົດ​ເຂົ້າ​ເຮືອນຂອງ​ເຂົາ​ເຈົ້າ, ຜົວ​ເມຍ​ຄູ່ນີ້​ໄດ້​ອະ​ທິ​ບາຍ​ວ່າ ເຂົາ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ຫລາຍ ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ອອກ​ໄປ​ຊ່ວຍ​ເຫລືອ​ຄົນ​ອື່ນ, ຊຶ່ງ​ໂດຍ​ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຕອນ​ເຂົາ​ເຈົ້າ​ຕ້ອງ​ການ​ໃຫ້​ຊ່ວຍ. ຜູ້​ເປັນ​ຜົວ​ໄດ້​ບອກວ່າ ກ່ອນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພວກ​ເຮົາ​ໄປ​ສະ​ເໜີ​ຊ່ວຍເຫລືອ, ເຂົາ​ເຈົ້າ​ໄດ້​ອະ​ທິ​ຖານ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ຕອບ​ວ່າ ຈະ​ມີ​ຄົນ​ມາ​ຊ່ວຍ. ຜູ້​ຄົນ​ກໍ​ໄດ້​ມາ​ຊ່ວຍ​ພາຍ​ໃນ​ຊົ່ວ​ໂມງນັ້ນ.

ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ບາງ​ຄົນ​ໄດ້​ເລີ່ມ​ເອີ້ນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ນຸ່ງ​ເສື້ອ​ຍຶດສີ​ເຫລືອງ Helping Hands ວ່າ “ເຫລົ່າ​ທູດ​ສີ​ເຫລືອງ.” ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ໜຶ່ງ ໄດ້​ເອົາ​ລົດ​ໄປ​ແປງ, ແລະ ຄົນ​ທີ່​ຊ່ວຍ​ນາງ​ໄດ້​ເວົ້າ​ວ່າ “​ປະ​ສົບ​ການ​ທາງວິນ​ຍານ” ທີ່​ລາວ​ໄດ້​ມີ ແມ່ນ​ຕອນ​ທີ່​ຜູ້​ຄົນ​ນຸ່ງ​ເສື້ອ​ສີ​ເຫລືອງ ມາ​ຍ້າຍ​ຕົ້ນ​ໄມ້​ອອກ​ຈາກ​ເດີ່ນ​ບ້ານ​ຂອງ​ລາວ ແລະ ແລ້ວ, ລາວ​ໄດ້​ກ່າວ​ວ່າ, ເຂົາ​ເຈົ້າ “ໄດ້​ຮ້ອງ​ເພງ​ໃຫ້​ຂ້ອຍ​ຟັງ ກ່ຽວ​ກັບ ການ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”

ໄທ ຟໍຣິດາ ອີກ​ຄົນ​ໜຶ່ງ—ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຄື​ກັນ—ໄດ້​ບອກວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ມາ​ເຮືອນ​ນາງ ຕອນ​ນາງ​ກຳ​ລັງມ້ຽນ​ມັດ​ໜ້າ​ບ້ານ​ຢູ່ ແລະ ຮູ້​ສຶກ​ເມື່ອຍ​ຫລາຍ, ຮ້ອນ​ຫລາຍ, ແລະ ເກືອບ​ຮ້ອງ​ໄຫ້. ນາງເວົ້າວ່າ ຜູ້​ອາ​ສາ​ສະ​ໝັກ ໄດ້​ສ້າງ, “ຄວາມ​ມະ​ຫັດ​ສະ​ຈັນ​ແທ້ໆ.” ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຊ່ວຍ​ເຫລືອ​ຢ່າງ​ພາກ​ພຽນເທົ່າ​ນັ້ນ ແຕ່​ດ້ວຍ​ສຽງ​ຫົວ ແລະ ຮອຍຍິ້ມ, ບໍ່​ຫວັງ​ຫຍັງ​ຕອບ​ແທນ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ພາກ​ພຽນ ແລະ ໄດ້​ຍິນສຽງ​ຫົວ​ນັ້ນ ໃນຕອນ​ບ່າຍ​ໃກ້​ຄ່ຳ​ຂອງວັນ​ເສົາ​ມື້​ໜຶ່ງ, ຕອນຂ້າ​ພະ​ເຈົ້າໄດ້​ໄປ​ຢ້ຽມ​ຢາມ​ໄພ່​ພົນ​ຍຸກ​ສຸດ​ທ້າຍກຸ່ມ​ໜຶ່ງ​ໃນ​ລັດ ຟໍຣິດາ. ຜູ້​ອາ​ສາ​ສະ​ໝັກ​ໄດ້​ຢຸດ​ພັກ​ບຶດ​ໜຶ່ງ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ທັກ​ທາຍ​ນຳບາງ​ຄົນ. ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ສະ​ມາ​ຊິກ 90 ຄົນຂອງ​ສະ​ເຕກ​ເຂົາ​ເຈົ້າ ຢູ່ລັດ​ຈໍເຈຍ ໄດ້​ວາງ​ແຜນ​ມາ​ຊ່ວຍ​ກູ້​ໄພ ໃນ​ລັດຟໍຣິດາ ພຽງ​ແຕ່ມື້​ຄືນ​ກ່ອນນັ້ນ​ເອງ.

ເຂົາ​ເຈົ້າ​ໄດ້​ອອກ​ຈາກ​ລັດ​ຈໍເຈຍ ເວ​ລາ 4 ໂມງ ເຊົ້າ, ໄດ້​ຂັບ​ລົດ​ຫລາຍ​ຊົ່ວ​ໂມງ, ໄດ້ເຮັດ​ວຽກ​ແຕ່​ເຊົ້າ​ຈົນ​ຄ່ຳ, ແລະ ໄດ້​ວາງ​ແຜນທີ່​ຈະ​ຊ່ວຍ​ອີກ​ໃນ​ມື້​ຕໍ່​ໄປ.

ເຂົາ​ເຈົ້າ​ໄດ້​ບອກກ່າວ​ດ້ວຍ​ຮອຍຍິ້ມ ແລະ ຄຳ​ຕະ​ຫລົກ. ຄວາມ​ກົດ​ດັນ​ສິ່ງ​ດຽວ​ທີ່ຂ້າ​ພະ​ເຈົ້າໄດ້​ເຫັນ​ຄື ເຂົາ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາເຊົາ​ຂອບ​ໃຈໄດ້​ແລ້ວ ເພື່ອ​ວ່າ​ເຂົາ​ເຈົ້າ​ຊິ​ໄດ້​ກັບ​ຄືນໄປ​ເຮັດ​ວຽກ. ປະທານ​ສະ​ເຕກ​ໄດ້​ເປີດ​ຈັກ​ເລື່ອຍ​ຂອງ​ເພິ່ນ​ອີກ ແລະ ເລີ່ມ​ຕັດ​ຕົ້ນ​ໄມ້​ທີ່​ລົ້ມ ແລະ ອະ​ທິ​ການ​ກໍ​ໄດ້​ຍ້າຍ​ງ່າ​ໄມ້ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຂຶ້ນ​ລົດ ເພື່ອ​ໄປ​ຫາ​ທີມ​ກູ້​ໄພ​ກຸ່ມ​ຕໍ່​ໄປ.

ໃນ​ເຊົ້າ​ມື້ນັ້ນ, ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ຈະອອກ​ຈາກ​ສະ​ຖານ​ທີ່​ໜຶ່ງ​ອີກ, ຊາຍ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ລົດ, ໄດ້​ປົດ​ໝວກ​ອອກ, ແລະ ໄດ້​ຂອບ​ໃຈ​ພວກ​ເຮົາ​ສຳ​ລັບ​ຜູ້​ອາ​ສາ​ສະ​ໝັກ. ລາວ​ໄດ້​ເວົ້າ​ວ່າ, “ຂ້ອຍບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກພວກເຈົ້າ. ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ສຳ​ລັບ​ພວກ​ເຮົາ ເປັນ​ສິ່ງ​ເຫລືອ​ເຊື່ອ. ຂໍ​ໃຫ້​ພຣະ​ເຈົ້າ​ອວຍ​ພອນ.” ຜູ້​ອາ​ສາ​ສະ​ໜັກ ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຢືນ​ຢູ່​ທາງ​ຂ້າງ​ລາວ​ໄດ້ຍິ້ມ ແລະ ຫຍິກ​ໄຫລ່, ຄື​ກັບ​ວ່າ​ລາວບໍ່​ຕ້ອງ​ການ​ຄຳ​ຍ້ອງ​ຍໍ​ແນວ​ໃດ.

ໃນ​ຂະ​ນະ​ທີ່​ຜູ້​ອາ​ສາ​ສະ​ໝັກ​ຈາກ​ລັດ​ຈໍເຈຍ ໄດ້​ມາ​ຊ່ວຍ​ຊາຍ​ຄົນ​ນີ້ ຜູ້​ເຫລືອເຊື່ອ, ສ່ວນ​ໄພ່​ພົນ​ຍຸກ​ສຸດ​ທ້າຍຫລາຍ​ຮ້ອຍ​ຄົນ ຈາກ​ບ່ອນນັ້ນ​ຂອງລັດຟໍຣິດາ ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ​ຫລາຍ ໄດ້​ເດີນ​ທາງ​ໄປ​ບ່ອນ​ອື່ນ​ອີກ ຫລາຍ​ຮ້ອຍ​​ກິ​ໂລ​ແມັດຈາກ​ທີ່ນັ້ນ ໃນ​ລັດຟໍຣິດາ ໄປ​ຫາ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ວ່າໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍກວ່າ.

ມື້ນັ້ນ, ຂ້າ​ພະ​ເຈົ້າໄດ້​ຈື່​ຈຳ ແລະ ໄດ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ, ເຖິງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາໂຈເຊັບ ສະມິດ ທີ່​ວ່າ: “ຄົນ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຈະ​ບໍ່​ພໍ​ໃຈ​ພຽງ​ແຕ່​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຕົນ​ເທົ່າ​ນັ້ນ, ແຕ່​ຈະ​ຂະ​ຫຍາຍ​ຂອບ​ເຂດ​ໄປ​ທົ່ວ​ໂລກ, ເພາະ​ເຂົາ​ປາດ​ຖະ​ໜາ​ຈະ​ເປັນ​ພອນໃຫ້​ແກ່​ມວນ​ມະ​ນຸດທັງ​ປວງ” (Teachings of Presidents of the Church: Joseph Smith [2007], 426).

ເຮົາ​ເຫັນ​ຄວາມ​ຮັກ​ເຊັ່ນ​ນັ້ນ ໃນ​ຊີ​ວິດຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃນ​ທຸກ​ແຫ່ງ​ຫົນ. ທຸກ​ເທື່ອ​ທີ່​ມີ​ເຫດ​ການ​ໂສກ​ເສົ້າ​ເກີດ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ບ່ອນ​ໃດ​ຢູ່​ໃນ​ໂລກ, ໄພ່​ພົນ​ຍຸກ​ສຸດ​ທ້າຍຈະ​ບໍ​ລິ​ຈາກ ແລະ ອາ​ສາ​ສະ​ໝັກ ໃຫ້​ແກ່ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງສາດ​ສະ​ໜາ​ຈັກ. ສ່ວນ​ຫລາຍ ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ຮ້ອງ. ຕາມ​ຈິງ​ແລ້ວ, ບາງ​ເທື່ອ, ພວກ​ເຮົາ​ຕ້ອງ​ໄດ້​ຂໍ​ໃຫ້​ຜູ້​ອາ​ສາ​ສະ​ໝັກ​ລໍ​ກ່ອນ, ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ຫາ​ສະ​ຖານ​ທີ່​ກູ້​ໄພ ໃຫ້​ລໍຈົນ​ກວ່າ​ກຸ່ມ​ຫົວ​ໜ້າ​ກູ້​ໄພ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ເຂົາ​ເຈົ້າ.

ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເປັນ​ພອນ ເປັນ​ຜົນ​ສະ​ທ້ອນ​ທີ່ມາ​ຈາກ​ຜູ້​ຄົນ​ທີ່​ໄດ້​ຮັບປະຈັກ​ພະ​ຍານ​ເຖິງ​ພຣະ​ເຢຊູ​ຄຣິດ, ພຣະ​ກິດ​ຕິ​ຄຸນຂອງ​ພຣະ​ອົງ, ສາດ​ສະ​ໜາ​ຈັກທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ. ດ້ວຍ​ເຫດນີ້ ຜູ້​ຄົນ​ຂອງພຣະ​ຜູ້​ເປັນ​ເຈົ້າ ຈຶ່ງບໍ່​ສົງ​ໄສ ແລະ ບໍ່​ຢ້ານ​ກົວ. ດ້ວຍ​ເຫດນີ້ ຜູ້​ສອນ​ສາດ​ສະ​ໜາ ຈຶ່ງ​ອາ​ສາ​ສະ​ໝັກ​ຮັບ​ໃຊ້​ໃນ​ທຸກ​ມຸມ​ຂອງ​ໂລກ. ດ້ວຍ​ເຫດນີ້ ພໍ່​ແມ່​ຈຶ່ງ​ອະ​ທິ​ຖານ​ກັບ​ລູກໆ​ຂອງ​ຕົນ​ເພື່ອ​ຄົນ​ອື່ນ. ດ້ວຍ​ເຫດນີ້ ຜູ້​ນຳ​ຈຶ່ງ​ທ້າ​ທາຍ​ຊາວ​ໜຸ່ມ​ຂອງ​ເຂົາ​ເຈົ້າ ໃຫ້​ຮັບ​ເອົາ​ຂໍ້​ຮຽກ​ຮ້ອງ​ຂອງ​ປະທານມອນ​ມັນ ໃຫ້​ນຳ​ພຣະ​ຄຳ​ພີ​ມໍມອນ​ເຂົ້າ​ສູ່​ໃຈ​ຂອງ​ພວກ​ເຂົາ. ຜົນ​ທີ່​ຕາມ​ມາ ບໍ່​ແມ່ນ​ພຽງ​ແຕ່​ໂດຍ​ການ​ຊັກ​ຊວນ​ຂອງ​ຜູ້​ນຳ​ເທົ່າ​ນັ້ນ ແຕ່​ໂດຍ​ການ​ກະ​ທຳດ້ວຍ​ສັດ​ທາ​ຂອງ​ຊາວ​ໜຸ່ມ ແລະ ສະ​ມາ​ຊິກ​ນຳ​ອີກ. ສັດ​ທານັ້ນ,​ໄດ້ພາໄປ​ສູ່​ການ​ກະ​ທຳ,​ຊຶ່ງ​ຮຽກ​ຮ້ອງ​ການ​ເສຍ​ສະ​ລະ​ທີ່ບໍ່​ເຫັນ​ແກ່​ຕົວ, ນຳ​ການ​ປ່ຽນ​ໃຈ​ມາ​ໃຫ້ ເພື່ອ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ເຖິງ​ແນວ​ໃດ​ກໍ​ຕາມ, ໃຈ​ຂອງ​ເຮົາ​ຈະ​ປ່ຽນແປງ ພຽງ​ແຕ່​ເມື່ອ​ເຮົາ​ສືບ​ຕໍ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ເທົ່າ​ນັ້ນ. ຖ້າ​ຫາກ​ເຮົາ​ຢຸດ​ຄວາມ​ພະ​ຍາ​ຍາມ​ຫລັງ​ຈາກ​ໄດ້​ລອງ​ເຮັດ​ເທື່ອ​ໜຶ່ງ, ແລ້ວ​ການ​ປ່ຽນ​ແປງ​ຈະ​ຫາຍ​ໄປ.

ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ຊື່​ສັດ ໄດ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອົງ​ພຣະ​ເຢຊູ​ຄຣິດເຈົ້າ, ໃນ​ພຣະ​ຄຳ​ພີ​ມໍມອນ ວ່າ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ໃນ​ການ​ຟື້ນ​ຟູຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃນ​ສາດ​ສະ​ໜາ​ຈັກທີ່​ແທ້​ຈິງ​ຂອງ​ພຣະ​ອົງ. ປະ​ຈັກ​ພະ​ຍານທີ່​ເພີ່ມ​ທະ​ວີ​ຂຶ້ນນັ້ນ ຈະ​ເຮັດ​ໃຫ້ເຮົາ​ມີ​ຄວາມ​ກ້າ​ຫານ ແລະ ມີຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ກັບ​ລູກໆ​ຂອງ​ພຣະ​ເຈົ້າຄົນ​ອື່ນໆ ຫລາຍກວ່າ​ເກົ່າ. ແຕ່​ການ​ທ້າ​ທາຍ ແລະ ໂອ​ກາດ ໃນ​ພາຍ​ຂ້າງ​ໜ້າ ຈະ​ຮຽກ​ຮ້ອງ​ຫລາຍກວ່ານັ້ນ.

ເຮົາ​ບໍ່​ສາ​ມາດ​ຫລິງ​ເຫັນ​ລາຍ​ລະ​ອຽດ​ໄດ້, ແຕ່​ເຮົາ​ຮູ້​ພາບ​ທີ່ກວ້າງ​ໄກ. ເຮົາ​ຮູ້​ວ່າ​ໃນ​ຍຸກ​ສຸດ​ທ້າຍ, ໂລກ​ຈະ​ວຸ້ນ​ວາຍ. ເຮົາຮູ້​ວ່າ ໃນ​ທ່າມ​ກາງ​ບັນ​ຫາ​ທີ່​ເກີດ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າຈະໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ຊື່​ສັດ ນຳ​ພຣະ​ກິດ​ຕິ​ຄຸນຂອງພຣະ​ເຢຊູ​ຄຣິດ​ໄປ​ໃຫ້​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ. ແລະ ເຮົາ​ຮູ້​ວ່າ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງພຣະ​ຜູ້​ເປັນ​ເຈົ້າ ຈະ​ມີ​ຄ່າ​ຄວນ​ພໍ ແລະ ຕຽມ​ພ້ອມ​ທີ່​ຈະ​ຮັບ​ຕ້ອນ​ພຣະ​ອົງ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ອີກ. ເຮົາບໍ່ຕ້ອງຢ້ານ​ກົວ.

ສະ​ນັ້ນ, ເຖິງ​ແມ່ນ​ເຮົາ​ມີ​ສັດ​ທາ ແລະ ຄວາມ​ກ້າ​ຫານ ຢູ່​ໃນ​ໃຈ ຫລາຍ​ເທົ່າ​ນີ້​ແລ້ວ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ ຍັງ​ຄາດ​ໝາຍ​ຫລາຍກວ່ານີ້​ຈາກ​ເຮົາ—ແລະ ຈາກ​ຄົນ​ລຸ້ນ​ຫລັງ. ເຂົາ​ເຈົ້າ​ຈະຕ້ອງມີ​ຄວາມ​ເຂັ້ມ​ແຂງ ແລະ ກ້າ​ຫານ​ຫລາຍ​ຂຶ້ນ ເພາະ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ກວ່າ ແລະ ຍາກກວ່າ ສິ່ງ​ທີ່​ເຮົາ​ໄດ້​ເຮັດ. ແລະ ເຂົາ​ເຈົ້າ​ຈະ​ປະ​ເຊີນ​ກັບ​ສິ່ງ​ຕໍ່​ຕ້ານ​ຫລາຍກວ່າ ຈາກ​ສັດ​ຕູ​ຂອງ​ຈິດ​ວິນ​ຍານ.

ທາງ​ທີ່​ພາ​ເຮົາໄປ​ສູ່​ການ​ເບິ່ງ​ໂລກໃນ​ແງ່​ດີ ໃນ​ຂະ​ນະ​ທີ່​ເຮົາ​ດຳ​ເນີນ​ຕໍ່​ໄປ ແມ່ນ​ໄດ້​ຖືກບອກ​ໃຫ້​ຮູ້​ແລ້ວ ໂດຍ​ພຣະ​ຜູ້​ເປັນ​ເຈົ້າ, ວ່າໃຫ້​ເບິ່ງ​ໃນ​ພຣະ​ອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້​ສົງ​ໄສ, ບໍ່​ໃຫ້​ຢ້ານ​ກົວ (ເບິ່ງ D&C 6:36). ປະທານ​ມອນສັນ​ໄດ້​ບອກ​ເຮົາ​ເຖິງວິ​ທີ​ທີ່​ຈະ​ເຮັດ​ສິ່ງນີ້. ເຮົາຕ້ອງ​ໄຕ່​ຕອງ ແລະ ນຳ​ໃຊ້​ພຣະ​ຄຳ​ພີ​ມໍມອນ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ອະ​ທິ​ຖານ​ສະ​ເໝີ. ເປັນ​ຄົນ​ເຊື່ອ​ຟັງ. ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ກຳ​ລັງ, ດ້ວຍ​ສຸດ​ຄວາມ​ຄິດ, ແລະ ດ້ວຍ​ສຸດ​ພະ​ລັງ. ເຮົາ​ຕ້ອງ​ອະ​ທິ​ຖານ​ຈົນ​ສຸດ​ພະ​ລັງຂອງ​ໃຈ​ເຮົາ ເພື່ອ​ຂອງ​ປະທານ​ແຫ່ງ​ຄວາມ​ໃຈ​ບຸນ, ເພື່ອ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ (ເບິ່ງ ໂມໂຣໄນ 7:47–48). ແລະ ເໜືອ​ສິ່ງ​ອື່ນ​ໝົດ, ເຮົາ​ຕ້ອງ​ສະ​ໝ່ຳ​ສະ​ເໝີ ແລະ ບໍ່ລົດ​ລະ​ໃນ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ.

ເມື່ອ​ເສັ້ນ​ທາງ​ຫຍຸ້ງ​ຍາກ, ເຮົາ​ສາ​ມາດ​ເພິ່ງ​ອາ​ໄສຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໄດ້—ຄຳ​ສັນ​ຍາ​ທີ່​ປະທານ​ມອນສັນ​ໄດ້​ເຕືອນ​ເຮົາ ເຖິງ​ຕອນ​ທີ່​ເພິ່ນ​ມັກ​ອ້າງ​ເຖິງ​ພຣະ​ຄຳ​ເຫລົ່າ​ນີ້ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ເອົາ​ເຮົາ, ທີ່ນັ້ນ​ພຣະ​ອົງ​ຈະ​ຢູ່​ນຳ​ຄື​ກັນ, ເພາະ​ພຣະ​ອົງ​ຈະ​ອອກ​ໜ້າ​ເຮົາ. ພຣະ​ອົງ​ຈະ​ຢູ່​ທາງ​ຂວາ​ມື​ເຮົາ ແລະ ທາງ​ຊ້າຍ​ມື​ເຮົາ, ແລະ ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ອ້ອມ​ຮອບ​ເຮົາ​ໄວ້, ເພື່ອ​ຄ້ຳ​ຊູ​ເຮົາ (ເບິ່ງ D&C 84:88).

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າຈະ​ນຳ​ໜ້າ​ເຮົາ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ເປັນ​ແລ່ນ​ວຽກ​ໃຫ້​ພຣະ​ອົງ. ບາງ​ເທື່ອ ທ່ານ​ຈະເປັນ​ທູດ ທີ່ພຣະ​ຜູ້​ເປັນ​ເຈົ້າສົ່ງ​ໄປ ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ. ບາງ​ເທື່ອ ທ່ານ​ຈະ​ເປັນ​ຜູ້​ທີ່​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ​ເຫລົ່າ​ທູດ ຜູ້​ມາ​ຊ່ວຍ​ເຫລືອ​ທ່ານ. ແຕ່ທ່ານ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງສະ​ຖິດ​ຢູ່​ນຳ​ສະ​ເໝີໃນ​ໃຈ, ດັ່ງ​ທີ່​ທ່ານ​ໄດ້​ຖືກ​ສັນ​ຍາ ຢູ່​ໃນ​ພິ​ທີ​ສິນ​ລະ​ລຶກທຸກ​ເທື່ອ. ທ່ານ​ພຽງ​ແຕ່​ຕ້ອງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

ວັນ​ທີ່​ດີ​ທີ່​ສຸດ​ຍັງ​ຢູ່​ຂ້າງ​ໜ້າ ສຳ​ລັບ​ອາ​ນາ​ຈັກ​ຂອງພຣະ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ. ການ​ກົງ​ກັນ​ຂ້າມ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ ເຂັ້ມ​ແຂງ​ຂຶ້ນ, ຊຶ່ງ​ມັນເຄີຍ​ເປັນ​ມາ ນັບ​ແຕ່​ວັນ​ເວ​ລາ​ຂອງ​ສາດ​ສະ​ດາ ໂຈເຊັບ ສະມິດ. ສັດ​ທາຈະ​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ​ສະ​ເໝີ. ເມື່ອຢືນ​ຢູ່​ນຳ​ກັນ​ຈະ​ສ້າງ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ. ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ສຳ​ລັບ​ຄົນ​ທີ່​ຂັດ​ສົນ ໄດ້​ຖືກ​ຮັບ​ຟັງ ແລະ ຕອບ​ໂດຍ​ພຣະ​ເຈົ້າ​ທີ່​ຊົງ​ຮັກ. ພຣະ​ອົງ​ບໍ່​ໄດ້​ເຊືອບນອນ​ຫລັບ​ໄປ​ຈັກ​ເທື່ອ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ຊົງ​ພຣະ​ຊົນ​ຢູ່ ແລະ ປະ​ສົງ​ໃຫ້​ທ່ານ​ກັບ​ຄືນ​ບ້ານ​ຫາ​ພຣະ​ອົງ. ນີ້ແມ່ນ​ສາດສະ​ໜາຈັກ​ທີ່ແທ້ຈິງ​ຂອງ​ອົງພຣະ​ເຢຊູ​ຄຣິດ​ເຈົ້າ. ພຣະ​ອົງ​ຮູ້​ຈັກ​ທ່ານ, ພຣະ​ອົງ​ຮັກ​ທ່ານ, ແລະ ພຣະ​ອົງ​ເຝົ້າ​ດູ​ແລ​ທ່ານ. ພຣະ​ອົງ​ໄດ້​ຊົດ​ໃຊ້​ແທນບາບ​ຂອງ​ທ່ານ ແລະ ບາບ​ຂອງ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ການ​ຕິດ​ຕາມ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ​ຕໍ່​ຄົນ​ອື່ນ ເປັນ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ຂ້າ​ພະ​ເຈົ້າເປັນ​ພະ​ຍານ ແລະ ຂໍ​ມອບ​ພອນ ແລະ ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ທ່ານ. ໃນ​ພຣະນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.