​2010–2019
ພຣະອົງມີວຽກງານໃຫ້ເຮົາເຮັດ
ເດືອນ​ຕຸລາ 2017


ພຣະອົງມີວຽກງານ​ໃຫ້ເຮົາເຮັດ

ເຮົາທຸກໆຄົນມີ​ບົດບາດທີ່ສຳຄັນ ໃນການເຮັດ​ໃຫ້ວຽກງານ​ຂອງພຣະເຈົ້າ​ກ້າວໄປໜ້າ.

ພຣະຜູ້ເປັນເຈົ້າ​ໄດ້ກ່າວກັບໂມເຊວ່າ ພຣະອົງມີ​ວຽກງານໃຫ້​ເພິ່ນເຮັດ (ເບິ່ງ Moses 1:6). ທ່ານເຄີຍໄດ້ຄິດບໍ ຖ້າຫາກວ່າ​ພຣະບິດາເທິງ​ສະຫວັນມີ​ວຽກງານ​ໃຫ້ທ່ານເຮັດ? ມີສິ່ງໃດທີ່​ສຳຄັນໆບໍ ທີ່ພຣະອົງໄດ້​ຈັດຕຽນໄວ້​ໃຫ້ທ່ານ—ໂດຍສະເພາະ—ເພື່ອໃຫ້​ສຳເລັດ? ຂ້າພະເຈົ້າ​ເປັນພະຍານວ່າ​ຄຳຕອບນັ້ນຄື ມີແນ່!

ຮູບ​ພາບ
ກີຣິຊ ກີມາຍ

ຂໍໃຫ້ຄິດເຖິງ ກີຣິຊ ກີມາຍ, ຜູ້ທີ່ໄດ້ເກີດ ແລະ ໄດ້ເຕີບໂຕຢູ່ທີ່​ປະເທດເນປານ. ຕອນເປັນ​ໄວລຸ້ນ ລາວໄດ້ສຶກສາ​ຢູ່ປະເທດຈີນ, ບ່ອນທີ່ເພື່ອນ​ຮ່ວມຫ້ອງຄົນໜຶ່ງ ໄດ້ແນະນຳລາວ ໃຫ້ຮູ້ຈັກກັບ​ພຣະກິດຕິຄຸນ​ຂອງພຣະເຢຊູຄຣິດ. ໃນທີ່ສຸດ, ກີຣິຊໄດ້ມາສຶກສາ​ເອົາປະລິນຍາໂທຢູ່ທີ່ມະຫາວິທະຍາໄລ ບຣິກຳ ຢັງ ແລະ ໄດ້ພົບກັບ​ພັນລະຍາ​ໃນອະນາຄົດ​ຂອງລາວ. ເຂົາເຈົ້າໄດ້ພາກັນ​ສ້າງຄອບຄົວຢູ່​ໃນຮ່ອມພູເຊົາເລັກ ແລະ ໄດ້ຮັບເອົາເດັກນ້ອຍ ສອງຄົນຈາກ​ປະເທດເນປານ​ມາ​ລ້ຽງເປັນລູກ​ບຸນທຳ.

ຫລາຍປີຕໍ່ມາ, ເມື່ອອົບພະຍົບ​ຫລາຍກວ່າ 1,500 ຄົນຈາກປະເທດ​ເນປານ ຖືກສົ່ງມາ​ຕັ້ງຖິ່ນຖານໃໝ່​ຢູ່ລັດຢູທາ,1 ກີຣິຊຖືກ​ດົນໃຈໃຫ້​ຊ່ວຍເຫລືອ. ໂດຍທີ່ຮູ້​ຈັກພາສາ ແລະ ເຂົ້າໃຈ​ວັດທະນະທຳ, ກີຣິຊໄດ້ຮັບ​ໃຊ້ເປັນນາຍ​ພາສາ, ຄູສອນ, ແລະ ຜູ້ໃຫ້ຄຳປຶກສາ. ຫລັງຈາກໄດ້​ຕັ້ງຕົວໃໝ່​ຢູ່ໃນຊຸມຊົນ, ອົບພະຍົບ​ຊາວເນປານບາງ​ຄົນ ໄດ້ສະແດງ​ຄວາມສົນໃຈ ພຣະກິດ​ຕິຄຸນ. ສາຂາທີ່ເວົ້າ​ພາສາ​ເນປານ​ກໍຖືກຈັດຕັ້ງຂຶ້ນ, ແລະ ຕໍ່ມາ ກີຣິຊກໍ​ໄດ້ເປັນປະທານ​ສາຂານັ້ນ. ລາວກໍໄດ້ຊ່ວຍເຫລືອ​ໃນການແປ​ພຣະຄຳພີ​ມໍມອນເປັນພາສາ​ເນປານນຳອີກ.

ຮູບ​ພາບ
ກີຣິຊ ກີມາຍ ກັບ​ພຣະ​ຄຳ​ພີ​ມໍ​ມອນ​ພາ​ສາ​ເນ​ປານ

ທ່ານສາມາດ​ເຫັນວິທີທີ່​ພຣະບິດາເທິງສະຫວັນ​ໄດ້ຕຽມ ແລະ ໃຊ້ກີຣິຊບໍ?

ພຣະເຈົ້າມີ​ວຽກງານໃຫ້​ເຮົາແຕ່ລະຄົນເຮັດ

ອ້າຍເອື້ອຍນ້ອງ​ທັງຫລາຍ, ພຣະເຈົ້າມີວຽກງານ​ສຳຄັນໃຫ້ເຮົາ​ແຕ່ລະຄົນເຮັດ. ເມື່ອກ່າວຕໍ່​ບັນດາ​ເອື້ອຍນ້ອງ ແຕ່​ສິດ​ສອນ​ຄວາມ​ຈິງທີ່ກ່ຽວ​ຂ້ອງກັບທຸກໆຄົນ, ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ: “ກ່ອນທີ່ເຮົາ​ໄດ້ມາ​ສູ່​ໂລກນີ້, [ເຮົາ] ໄດ້ຮັບການ​ມອບໝາຍບາງຢ່າງ. … ເຖິງແມ່ນວ່າ​ຕອນນີ້ເຮົາ​ບໍ່ຈື່ສິ່ງເຫລົ່ານັ້ນ, ແຕ່ມັນບໍ່​ໄດ້ປ່ຽນຄວາມຈິງ​ທີ່ຮຸ່ງໂລດ​ກ່ຽວກັບ ສິ່ງທີ່ຄັ້ງໜຶ່ງ​ເຮົາໄດ້ຕົກລົງ​ຈະເຮັດ.”2 ນີ້ຊ່າງເປັນ​ຄວາມຈິງ​ທີ່ເຊີດຊູໃຈ! ພຣະບິດາເທິງ​ສະຫວັນຂອງ​ເຮົາມີສິ່ງສຳຄັນ​ບາງຢ່າງໂດຍ​ສະເພາະ ທີ່ໃຫ້ທ່ານ ແລະ ຂ້າພະເຈົ້າເຮັດ​ໃຫ້ສຳເລັດ (ເບິ່ງ ເອເຟໂຊ 2:10).

ການມອບໝາຍ​ຈາກສະຫວັນ​ເຫລົ່ານີ້ ບໍ່ໄດ້ຖືກ​ສະຫງວນ​ໄວ້ສຳລັບ​ໜ້ອຍ​ຄົນ ຜູ້ທີ່ມີຖານະ ແຕ່ແມ່ນ​ສຳລັບ​ເຮົາ​ທຸກໆ—ໂດຍບໍ່ຄຳນຶງ​ເຖິງເພດ, ອາ​ຍຸ, ເຊື້ອຊາດ, ສັນຊາດ, ລະດັບລາຍໄດ້, ສະຖານະພາບ​ທາງສັງຄົມ, ຫລື ການເອີ້ນໃນ​ສາດສະໜາຈັກ. ເຮົາທຸກໆ​ຄົນມີບົດບາດ​ທີ່ສຳຄັນ ໃນການເຮັດ​ໃຫ້ວຽກງານ​ຂອງພຣະເຈົ້າ​ກ້າວໄປໜ້າ (ເບິ່ງ Moses 1:39).

ເຮົາບາງຄົນ​ສົງໄສ ຖ້າຫາກວ່າ​ພຣະບິດາເທິງ​ສະຫວັນ​ສາມາດໃຊ້ ເຮົາ ໃຫ້ມີສ່ວນ​ບໍລິຈາກທີ່​ສຳຄັນຫລືບໍ່. ແຕ່ຈົ່ງຈຳ​ໄວ້ວ່າ, ພຣະອົງໄດ້​ໃຊ້ຜູ້ຄົນ​ທຳມະດາ​ມາຕະຫລອດ ເພື່ອໃຫ້ສຳເລັດ​ສິ່ງທີ່ບໍ່​ທຳມະດາ (ເບິ່ງ 1 ໂກຣິນໂທ 1:27–28; ເບິ່ງ D&C 35:13; 124:1). [ເຮົາ] ເປັນຕົວແທນ ແລະ ມີພະລັງຢູ່ໃນຕົວ [ເຮົາ] ທີ່ຈະເຮັດ​ໃຫ້ເກີດ​ຄວາມຊອບທຳ ຢ່າງ​ຫລວງຫລາຍ. (ເບິ່ງ D&C 58:27–28).3

ປະ​ທານຣະໂຊ ເອັມ ແນວສັນ ໄດ້​ອະ​ທິ​ບາຍ​ວ່າ:

“ພຣະຜູ້ເປັນເຈົ້າ​ມີຫລາຍສິ່ງ​ຫລາຍຢ່າງ ໄວ້ໃຫ້ແກ່ທ່ານ ຫລາຍກວ່າ​ທີ່ທ່ານມີສຳລັບ​ຕົວທ່ານເອງ! ທ່ານ​ໄດ້​ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ວັນ​ເວ​ລາ ແລະ ສະ​ຖານ​ທີ່ນີ້. …

“ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ທ່ານ ເພື່ອ​ປ່ຽນ​ແປງ​ໂລກ. ເມື່ອ​ທ່ານ​ຍອມ​ຮັບ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ຕົວ​ເອງ ບັນ​ລຸ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້!”4

ສະນັ້ນເຮົາ​ຈະມາເຂົ້າໃຈ ແລະ ປະຕິບັດ​ວຽກງານທີ່​ພຣະເຈົ້າປະສົງ​ໃຫ້ເຮົາເຮັດ​ແນວໃດ? ຂ້າພະເຈົ້າ​ຂໍແບ່ງປັນ​ຫລັກທຳສີ່​ຂໍ້ທີ່ຈະຊ່ວຍ​ເຮົາໄດ້.

ເອົາໃຈໃສ່ຄົນອື່ນ

ທຳ​ອິດ, ເອົາໃຈໃສ່ຄົນອື່ນ. ເຮົາສາມາດ​ຕິດຕາມ​ພຣະຄຣິດໄດ້, “ພຣະອົງໄດ້​ໄປທຸກແຫ່ງຫົນ ເຮັດຄຸນງາມ​ຄວາມດີ” (ກິດຈະການ 10:38; ເບິ່ງ 2 ນີໄຟ 26:24 ນຳ​ອີກ).

ຫລັງຈາກໄດ້ກັບ​ຈາກການເຜີຍແຜ່ແລ້ວ, ຂ້າພະເຈົ້າ​ຄິດເຖິງຈຸດປະສົງ​ປະຈຳວັນທີ່​ຂ້າພະເຈົ້າ ເຄີຍໄດ້ມີ. ແນ່ນອນວ່າ, ຂ້າພະເຈົ້າຈຳ​ເປັນຕ້ອງຮັກສາ​ພັນທະສັນຍາ, ສຶກສາ, ເລີ່ມສ້າງຄອບຄົວ, ແລະ ມີລາຍໄດ້​ລ້ຽງຊີບ. ແຕ່ຂ້າພະເຈົ້າ​ໄດ້ຄິດ ຖ້າຫາກວ່າ​ມີອັນໃດ​ບາງຢ່າງທີ່​ສຳຄັນກວ່ານັ້ນ, ຫລື ແມ່ນແຕ່ພິເສດ, ທີ່ພຣະຜູ້​ເປັນເຈົ້າປະສົງ​ໃຫ້ຂ້າພະເຈົ້າເຮັດ. ຫລັງ​ຈາກ​ໄດ້​ໄຕ່​ຕອງ​ເປັນ​ເວ​ລາ​ຫລາຍ​ເດືອນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຂໍ້​ນີ້ວ່າ, ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ, ເຈົ້າ​ຈະ​ເປັນ​ທາງ​ແຫ່ງ​ການ​ເຮັດ​ຄວາມ​ດີ​ຢ່າງ​ຫລວງ​ຫລາຍ​ໃນ​ຄົນ​ລຸ້ນນີ້ (ເບິ່ງ D&C 11:8). ພຣະວິນຍານ​ໄດ້ຊ່ວຍຂ້າພະເຈົ້າ​ໃຫ້ເຂົ້າໃຈວ່າ ຈຸດປະສົງ​ຕົ້ນຕໍຂອງ​ການມອບໝາຍ​ຈາກສະຫວັນ​ແມ່ນ ໃຫ້ເປັນພອນແກ່​ຄົນອື່ນໂດຍ “ການເຮັດຄວາມດີ.”

ເຮົາສາມາດ​ເຂົ້າເຖິງ​ຈຸດການ​ຕັດສິນໃຈ​ໃນຊີວິດຂອງເຮົາ—ດັ່ງເຊັ່ນ​ການສຶກສາ, ສິ່ງທີ່ເຮົາ​ຈະເຮັດເປັນ​ອາຊີບ, ຫລື ຈະອາໄສ​ຢູ່ໃສ—ໃນຂອບເຂດ​ຂອງການຊ່ວຍ​ເຫລືອຄົນອື່ນ.

ຄອບຄົວໜຶ່ງ​ໄດ້ພາກັນ​ຍ້າຍໄປເມືອງໃໝ່. ແທນທີ່ຈະຫາ​ເຮືອນຢູ່ໃນຄຸ້ມ​ທີ່ຮັ່ງມີ, ເຂົາເຈົ້າ​ໄດ້ຖືກ​ດົນ​ໃຈ​ໃຫ້ຍ້າຍໄປເຂດອື່ນ ບ່ອນທີ່​ມີຄວາມຂັດສົນ ທາງສັງຄົມ ແລະ ເສດຖະກິດ. ຕະຫລອດຫລາຍປີ​ທີ່ຜ່ານມາ, ພຣະຜູ້ເປັນເຈົ້າ​ໄດ້ທຳງານ​ຜ່ານເຂົາເຈົ້າ ເພື່ອຊ່ວຍເຫລືອ​ຫລາຍຄົນ ແລະ ສ້າງ​ສາຫວອດ ແລະ ສະເຕກຂອງເຂົາເຈົ້າ.

ທ່ານໝໍມື​ອາຊີບຄົນໜຶ່ງ​ໄດ້ມີຫ້ອງການ​ທຳມະດາແຫ່ງໜຶ່ງ ແຕ່ໄດ້ຖືກ​ນຳພາໃຫ້ເປີດ​ມື້ໜຶ່ງໄວ້​ເພື່ອໃຫ້ ການຮັກສາ​ທີ່ບໍ່ຄິດຄ່າ​ໃຊ້ຈ່າຍໃຫ້​ແກ່ຜູ້ຄົນທີ່​ບໍ່ມີປະກັນໄພ. ເປັນເພາະ​ຄວາມເຕັມໃຈ​ຂອງຊາຍຄົນນີ້ ແລະ ພັນລະຍາ​ຂອງລາວທີ່​ຈະເປັນພອນ​ໃຫ້ແກ່ຄົນອື່ນ, ພຣະຜູ້ເປັນເຈົ້າ​ໄດ້ຈັດຫາ​ວິທີທາງໃຫ້​ເຂົາເຈົ້າ ເພື່ອຈະໄດ້​ຊ່ວຍເຫລືອຄົນ​ໄຂ້ທີ່ຂັດສົນ​ຫລາຍໆຮ້ອຍຄົນ ຂະນະທີ່​ໃນເວລາ​ດຽວກັນນັ້ນ​ກໍໄດ້ລ້ຽງດູ​ຄອບຄົວໃຫຍ່​ຂອງເຂົາເຈົ້າ.

ຄົ້ນຫາ ແລະ ພັດທະນາ​ຂອງປະທານ​ແຫ່ງພຣະວິນຍານ

ສອງ, ຄົ້ນຫາ ແລະ ພັດທະນາ​ຂອງປະທານ​ແຫ່ງພຣະວິນຍານ. ພຣະບິດາ​ເທິງສະຫວັນ​ໄດ້ປະທານ​ຂອງປະທານ​ເຫລົ່ານີ້ໃຫ້ເຮົາ ເພື່ອຊ່ວຍເຮົ​າໃຫ້ຈຳແນກໄດ້, ປະຕິບັດຕາມ ແລະ ຊື່ນ​ຊົມກັບ​ວຽກງານ​ທີ່ພຣະອົງ​ມີໃຫ້ເຮົາເຮັດ.

ເຮົາບາງຄົນ​ຈະຖາມວ່າ, “ເຮົາມີຂອງ​ປະທານ ໃດ ບໍ?” ອີກເທື່ອໜຶ່ງ, ຄຳຕອບນັ້ນ​ກໍຄື ມີແນ່! ພຣະເຈົ້າໄດ້​ກ່າວວ່າ ແກ່ ທຸກ​ຄົນ ຂອງປະທານ​ຖືກມອບໃຫ້ໂດຍ​ພຣະວິນຍານ​ຂອງພຣະເຈົ້າ … ເພື່ອວ່າ​ທຸກຄົນຈະໄດ້​ຮັບຜົນປະໂຫຍດ​ດ້ວຍການນັ້ນ (ເບິ່ງ D&C 46:11–12; ເນັ້ນຄຳເນີ້ງ).5 ຂອງ​ປະ​ທານ​ທາງ​ວິນ​ຍານ​ຫລາຍ​ຢ່າງ ມີ​ຢູ່​ໃນ​ພຣະ​ຄຳ​ພີ (ເບິ່ງ 1 ໂກຣິນໂທ 12:1–11, 31; ໂມໂຣໄນ 10:8–18; ເບິ່ງ D&C 46:8–26), ແຕ່ ຍັງ​ມີ​ຫລາຍ​ຢ່າງ​ອື່ນ​ອີກ.6 ບາງຢ່າງອາດ​ຮ່ວມດ້ວຍການ​ມີຄວາມເຫັນ​ອົກເຫັນໃຈ, ການສະແດງ​ຄວາມຫວັງ, ການເຂົ້າຫາ​ຄົນອື່ນໄດ້ງ່າຍ, ການຈັດລະບຽບ​ທີ່ມີປະສິດ​ທິພາບ, ການກ່າວ ຫລື ຂຽນຂໍ້​ຄວາມທີ່​ຊັກ​ຊວນໃຈ, ການສັ່ງສອນ​ຢ່າງແຈ່ມແຈ້ງ, ແລະ ການເຮັດ​ວຽກໜັກ.

ສະ​ນັ້ນເຮົາ​ຈະມາຮູ້​ຈັກຂອງປະທານ​ຂອງເຮົາໄດ້​ແນວໃດ? ເຮົາສາມາດ​ອ່ານ​ເບິ່ງ​ຢູ່​ໃນປິຕຸພອນ​ຂອງເຮົາ, ສອບຖາມ​ຜູ້ຄົນທີ່​ຮູ້ຈັກເຮົາດີ, ແລະ ຈຳແນກເປັນ​ການສ່ວນຕົວ ສິ່ງທີ່ເຮັດ​ໄດ້ເກັ່ງຕາມ​ທຳມະຊາດ ແລະ ມັກເຮັດ. ສຳຄັນກວ່າ​ທຸກສິ່ງ, ເຮົາສາມາດ​ທູນຖາມ​ພຣະເຈົ້າໄດ້ (ເບິ່ງ ຢາໂກໂບ 1:5; D&C 112:10). ພຣະອົງຮູ້ຂອງ​ປະທານ​ຂອງເຮົາ, ເພາະພຣະອົງ​ເປັນຜູ້ທີ່​ເອົາມັນ​ໃຫ້ເຮົາ (ເບິ່ງ D&C 46:26).

ເມື່ອເຮົາຄົ້ນພົບ​ຂອງປະທານ​ຂອງເຮົາ, ເຮົາມີໜ້າທີ່​ຮັບຜິດຊອບ​ທີ່ຈະພັດທະນາມັນ (ເບິ່ງ ມັດທາຍ 25:14–30). ແມ່ນແຕ່​ພຣະເຢຊູຄຣິດ​ກໍບໍ່ໄດ້ຮັບ​ຄວາມສົມບູນ​ໃນຕອນທຳອິດ, ແຕ່ [ໄດ້ພັດທະນາ] ຈາກພຣະຄຸນ​ໜຶ່ງເຖິງອີກ​ພຣະຄຸນໜຶ່ງ (ເບິ່ງ D&C 93:13).

ຮູບ​ພາບ
ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແຕ້ມ​ໂດຍ ເບັນ ຊາຍ​ມັນ​ເຊັນ

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ວິ​ທີ​ສົ່ງ​ເສີມ​ຄຸນ​ຄ່າ​ຂອງ​ສາດ​ສະ​ໜາ. ສິ່ງທີ່ຂ້າພະເຈົ້າ​ມັກຫລາຍແມ່ນ​ພາບຂອງພຣະ​ຜູ້ຊ່ວຍໃຫ້ລອດ, ຊຶ່ງມີ​ແຜ່ນໜຶ່ງ​ແຂວນຢູ່ໃນບ້ານ ຂອງພວກເຮົາ. ນ້ອງຊາຍຄົນນີ້​ໄດ້ພັດທະນາ ແລະ ນຳໃຊ້ຂອງ​ປະທານທາງ​ສິນລະປະ ການແຕ້ມຂອງລາວ. ໂດຍການເຮັດ​ວຽກງານຜ່ານລາວ, ພຣະບິດາ​ເທິງສະຫວັນ​ໄດ້ດົນ​ໃຈ​ຄົນ​ອື່ນ ໃຫ້ພັດ​ທະ​ນາ​ການ​ເປັນສານຸສິດ​ຂອງ​ເຂົາ​ເຈົ້າ.

ບາງເທື່ອເຮົາ​ຮູ້ສຶກວ່າເຮົາ​ບໍ່ມີຂອງປະທານ​ທີ່ສຳຄັນແນວໃດເລີຍ. ມື້ໜຶ່ງນາງ​ຜູ້​ທໍ້​ຖອຍ​ໃຈ ໄດ້ອ້ອນວອນວ່າ, “ພຣະຜູ້ເປັນເຈົ້າເອີຍ, ແມ່ນຫຍັງຄື​ການປະຕິບັດ​ສາດສະໜາ ກິດສ່ວນຕົວ​ຂອງຂ້ານ້ອຍ?” ພຣະອົງໄດ້​ຕອບນາງວ່າ, “ໃຫ້ສັງເກດ​ເບິ່ງຄົນອື່ນ.” ມັນເປັນຂອງ​ປະທານແຫ່ງ​ວິນຍານ! ນັບ​ແຕ່ນັ້ນ​ມາ, ນາງໄດ້ພົບ​ເຫັນຄວາມ​ປິຕິຍິນດີ​ໃນການສັງເກດ ແລະ ໄດ້​ເຫັນຄົນທີ່​ຖືກລືມເປັນປະຈຳ, ແລະ ພຣະເຈົ້າ​ໄດ້ເຮັດວຽກງານ​ຜ່ານນາງ ເພື່ອເປັນພອນ​ໃຫ້ແກ່ຄົນທັງຫລາຍ. ເຖິງ​ແມ່ນຂອງ​ປະທານແຫ່ງ​ພຣະວິນຍານ​ຂອງເຮົາບາງຢ່າງ ອາດບໍ່ເຮັດ​ໃຫ້ເຮົາມີຊື່ສຽງ ຕາມມາດຕະຖານ​ຂອງໂລກ, ແຕ່ມັນຈຳເປັນ​ຕໍ່ພຣະເຈົ້າ ແລະ ວຽກງານຂອງ​ພຣະອົງ.

ໃຊ້ຄວາມ​ຍາກລຳບາກ​ໃຫ້ມີປະໂຫຍດ

ສາມ, ໃຊ້ຄວາມຍາກ​ລຳບາກໃຫ້​ມີປະໂຫຍດ. ການທົດລອງ​ຂອງເຮົາ​ຊ່ວຍເຮົາ​ໃຫ້ພົບເຫັນ ແລະ ຕຽມຕົວສຳລັບ​ວຽກງານທີ່​ພຣະບິດາ​ເທິງສະຫວັນ​ມີໃຫ້ເຮົາເຮັດ. ແອວມາໄດ້​ອະທິບາຍວ່າ, “ຫລັງຈາກມີຄວາມທຸກຍາກລຳບາກມາຫລາຍແລ້ວ, ພຣະຜູ້ເປັນເຈົ້າ … ໄດ້ເຮັດໃຫ້ຂ້າພະເຈົ້າເປັນເຄື່ອງມືໃນ​ພຣະ​ຫັດ​ຂອງພຣະອົງ” (ໂມໄຊຢາ 23:10).8 ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຊ່ວຍ​ໃຫ້ (ເບິ່ງ ແອວມາ 7:11–12), ເຮົາ​ສາ​ມາດ​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ມາ​ຈາກ​ປະ​ສົບ​ການ​ທີ່​ຍາກ​ລຳ​ບາກ ເພື່ອ​ເຊີດ​ຊູ, ເສີມ​ຄວາມ​ເຂັ້ງ​ແຂງ, ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ຫລັງຈາກໄດ້​ຕົກ​ງານ​ຈາກ​ການ​ເປັນຜູ້ບໍລິຫານ​ຝ່າຍ​ຮັບ​ຈ້າງ​ພະ​ນັກ​ງານ ທີ່ປະ​ສົບ​ຜົນ​ສຳເລັດ, ລາວໄດ້ອ່ານ​ປິຕຸພອນ​ຂອງລາວ ແລະ ໄດ້ຮູ້ສຶກ​ດົນໃຈໃຫ້​ມີ​ບໍລິສັດ​ຂອງ​ຕົວ​ເອງ ເພື່ອຊ່ວຍ​ມືອາຊີບຄົນອື່ນ​ຊອກຫາວຽກເຮັດ. (ລາວກໍໄດ້ຊ່ວຍ​ຂ້າພະເຈົ້າ​ຫາວຽກເຮັດເມື່ອ​ຄອບຄົວຂອງ​ພວກເຮົາໄດ້ກັບ​ມາຈາກການເຜີຍແຜ່.) ພຣະຜູ້ເປັນເຈົ້າ​ໄດ້ໃຊ້ການ​ທົດລອງຂອງລາວ ເພື່ອເປັນພອນ​ໃຫ້ແກ່ຄົນອື່ນ, ໃນຂະນະ​ດຽວກັນ ກໍໄດ້​ໃຫ້ລາວ​ມີອາຊີບ​ທີ່ມີຄວາມໝາຍດ້ວຍ.

ຄູ່ສາມີ​ພັນລະຍາ​ໜຸ່ມຄູ່ໜຶ່ງ​ໄດ້ປະສົບ​ການລູກຕາຍ​ຕອນຢູ່ໃນຄັນ. ດ້ວຍຄວາມ​ໂສກເສົ້າໃຈ, ເຂົາເຈົ້າ​ໄດ້ໃຫ້ກຽດ​ລູກສາວນ້ອຍ​ໂດຍການໃຫ້​ຄຳປຶກສາ ແລະ ຈັດ​ຫາເຄື່ອງ​ຂອງ​ໃຫ້ແກ່​ພໍ່ແມ່ຄົນອື່ນ​ທີ່ຕົກຢູ່ໃນ​ສະພາບທີ່​ຄ້າຍຄືກັນນັ້ນ. ພຣະຜູ້ເປັນເຈົ້າ​ໄດ້ເຮັດວຽກງານ​ຜ່ານສາມີພັນ​ລະຍາຄູ່ນີ້ ເພາະຍ້ອນຄວາມ​ເຫັນອົກເຫັນໃຈ, ທີ່ຖືກພັດທະນາ​ຜ່ານຄວາມ​ຍາກລຳບາກ.

ເພິ່ງອາໄສພຣະເຈົ້າ

ແລະ ທີສີ່, ເພິ່ງອາໄສພຣະເຈົ້າ ເມື່ອເຮົາທູນຖາມ​ພຣະອົງໃນ​ສັດທາ ດ້ວຍເຈດຕະນາ​ອັນແທ້ຈິງ, ພຣະອົງຈະ​ເປີດເຜີຍການ​ມອບໝາຍ ຈາກສະຫວັນ​ຂອງເຮົາ ໃຫ້ເຮົາເຫັນ.9 ເມື່ອ​ເຮົາຄົ້ນພົບແລ້ວ, ພຣະອົງຈະ​ຊ່ວຍເຮົາເຮັດ​ໃຫ້ການມອບ​ໝາຍສຳເລັດ. ພຣະອົງໄດ້​ກ່າວວ່າ ທຸກສິ່ງໄດ້​ຢູ່ຕໍ່​ພຣະພັກ [ຂອງພຣະອົງ] (​ເບິ່ງ D&C 38:2; ເບິ່ງ Abraham 2:8 ນຳ​ອີກ), ແລະ ໃນເວລາ​ທີ່ສົມຄວນ, ພຣະອົງ​ຈະໄຂປະຕູທີ່​ຈຳເປັນໄວ້​ສຳລັບເຮົາ (ເບິ່ງ ພຣະນິມິດ 3:8). ພຣະອົງໄດ້​ສົ່ງພຣະບຸດ​ຂອງພຣະອົງ, ພຣະເຢຊູຄຣິດມາ, ເພື່ອວ່າ​ເຮົາຈະສາມາດ​ອາໄສພຣະອົງ ສຳລັບພະລັງ​ທີ່ເກີນຄວາມ​ສາມາດທຳມະຊາດ​ຂອງເຮົາ (ເບິ່ງ ຟີລິບປອຍ 4:13>; ແອວມາ 26:12).

ອ້າຍນ້ອງ​ຄົນໜຶ່ງ, ໂດຍທີ່ກັງວົນ​ເຖິງການຕັດສິນໃຈ​ຂອງລັດຖະບານ​ໃນທ້ອງຖິ່ນ, ໄດ້ຮູ້ສຶກປະທັບໃຈ​ໃຫ້ສະໝັກເປັນ​ຜູ້​ແທນ​ໃນ​ຊຸມ​ຊົນ. ເຖິງແມ່ນວ່າຂັ້ນຕອນ​ການຫາຄະແນນ​ສຽງນັ້ນເປັນ​ຕາໜ້າຢ້ານ, ລາວໄດ້ໃຊ້ສັດທາ ແລະ ໄດ້ເຕົ້າໂຮມ​ຊັບສິນຂອງລາວສຳລັບ​ການຫາຄະແນນສຽງ. ໃນທີ່ສຸດ, ລາວກໍບໍ່ໄດ້​ຊະນະຕຳແໜ່ງ ແຕ່ໄດ້ຮູ້ສຶກວ່າ ພຣະຜູ້ເປັນເຈົ້າ​ໄດ້ໃຫ້ການນຳພາ ແລະ ພະລັງແກ່ລາວ ທີ່ຈະນຳສະເໜີ​ເລື່ອງລາວທີ່ສຳຄັນ​ຢູ່ໃນຊຸມຊົນ.

ແມ່ທີ່ລ້ຽງລູກ​ດ້ວຍ​ຕົວຄົນດຽວ, ລ້ຽງດູລູກໆ​ທີ່ມີຄວາມພິການ​ທາງດ້ານການ​ພັດທະນາ, ໄດ້ສົງໄສຖ້າ​ຫາກວ່ານາງ​ຈະສາມາດສະໜອງ​ຄວາມຕ້ອງການ​ຂອງຄອບຄົວ​ຂອງນາງຢ່າງ​ພຽງພໍຫລືບໍ່. ເຖິງແມ່ນວ່າ​ມັນຍາກລຳບາກ, ນາງຮູ້ສຶກວ່າ​ຖືກເຮັດໃຫ້​ເຂັ້ມແຂງໂດຍ​ພຣະຜູ້ເປັນເຈົ້າ ເພື່ອໃຫ້ນາງ​ບັນລຸພາລະທີ່ສຳຄັນ​ທີ່​ສຸດຂອງນາງ​ຢ່າງສຳເລັດຜົນ.

ຄຳຕັກເຕືອນ

ໃນເວລາດຽວກັນ ພຣະເຈົ້າ​ຊ່ວຍເຮົາເຮັດ​ໃຫ້ການມອບໝາຍ​ຈາກສະຫວັນສຳເລັດ, ຜູ້ປໍລະປັກກໍ​ເຮັດວຽກງານ​ເພື່ອລົບກວນເຮົາ ແລະ ຍຸຍົງເຮົາ​ໃຫ້ໄປຈາກ​ຊີວິດທີ່ມີຄວາມໝາຍ.

ບາບອາດເປັນສິ່ງ​ທີ່ກີດຂວາງທີ່​ຍິ່ງໃຫຍ່ຂອງເຮົາ, ເຮັດໃຫ້ເຮົາ​ບໍ່ຮູ້ສຶກໄວຕໍ່​ພຣະວິນຍານບໍລິສຸດ ແລະ ກີດ​ກັນເຮົາ​ບໍ່ໃຫ້ເຂົ້າເຖິງ​ອຳນາດທາງວິນຍານ. ເພື່ອຈະປະຕິບັດ​ວຽກງານທີ່​ພຣະບິດາເທິງ​ສະຫວັນມີ​ໃຫ້ເຮົາເຮັດ, ເຮົາຕ້ອງພະຍາຍາມ ທີ່ຈະເປັນຄົນ​ສະອາດໝົດຈົດ. (ເບິ່ງ 3 ນີໄຟ 8:1). ເຮົາດຳລົງຊີວິດ​ຢູ່ໃນວິທີທາງ​ທີ່ພຣະເຈົ້າ​ຈະສາມາດ​ເຮັດວຽກງານ​ຜ່ານເຮົາໄດ້ບໍ?

ຊາຕານກໍຍັງ​ສະແຫວງຫາ​ທີ່ຈະລົບກວນ​ເຮົາດ້ວຍເລື່ອງ​ທີ່ມີຄວາມສຳຄັນ​ນ້ອຍນຳອີກ. ພຣະຜູ້ເປັນເຈົ້າ​ໄດ້ເຕືອນຜູ້ນຳ​ຂອງສາດ​ສະ​ໜາຈັກ​ໃນລຸ້ນເລີ່ມຕົ້ນວ່າ ຈິດໃຈຂອງເຂົາເຈົ້າ​ໄດ້ຢູ່ນຳເລື່ອງ ທີ່ເປັນຂອງໂລກ​ຫລາຍກວ່າ​ເລື່ອງທີ່ເປັນ​ຂອງພຣະອົງ … ແລະ ການປະຕິບັດ​ສາດສະໜາກິດ ທີ່ເຂົາເຈົ້າຖືກເອີ້ນ (ເບິ່ງ D&C 30:2). ເຮົາຫຍຸ້ງຫລາຍໂພດ​ບໍຢູ່ນຳເລື່ອງທີ່​ເປັນຂອງໂລກ ຈົນວ່າເຮົາຫັນໄປຈາກ​ການມອບໝາຍ​ຈາກສະຫວັນ​ຂອງເຮົາບໍ?

ນອກເໜືອຈາກນີ້, ຊາຕານ​ກໍເຮັດໃຫ້​ເຮົາທໍ້ຖອຍໃຈ ດ້ວຍຄວາມ​ຮູ້ສຶກວ່າ​ບໍ່ພຽບ​ພ້ອມ. ມັນເຮັດໃຫ້​ວຽກງານຂອງ​ເຮົາ​ປະກົດ​ວ່າຍາກ ຫລື ໜ້າຢ້ານກົວເກີນໄປ. ເຖິງຢ່າງໃດກໍຕາມ, ເຮົາສາມາດ​ໄວ້ວາງໃຈໃນພຣະເຈົ້າ. ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ບັນ​ລຸ​ຄວາມ​ສຳ​ເລັດ. “ພຣະ​ອົງ … ນຳພາ [ເຮົາ]; ສະຖິດຢູ່ກັບ [ເຮົາ], ພຣະອົງຈະບໍ່ປະຖິ້ມ [ເຮົາ]” (ພຣະບັນຍັດສອງ 31:8}; ເບິ່ງ ເພງສັນລະເສີນ 32:8>; ສຸພາສິດ 3:5–6; ມັດທາຍ 19:26; D&C 78:18 ນຳ​ອີກ).

ຊາ​ຕານ​ອາດ​ຄ່ອຍໆ​ຍົວະ​ເຮົາ ໃຫ້​ເຫັນ​ວ່າ ວຽກ​ງານ​ຂອງ​ເຮົາ​ມີຄ່າ​ໜ້ອຍກວ່າ​ວຽກ​ງານ​ທີ່​ຖືກ​ມອບ​ໝາຍ​ໃຫ້​ຄົນ​ອື່ນ. ແຕ່​ການມອບ​ໝາຍ​ທັງ​ໝົດ​ຈາກ​ພຣະ​ເຈົ້າ​ແມ່ນ​ສຳ​ຄັນ, ແລະ ເຮົາ​ຈະ​ພົບ​ເຫັນ​ຄວາມ​ສຳ​ເລັດ​ຜົນ ເມື່ອ​ເຮົາ “ປາບ​ປື້ມ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ [ເຮົາ]” (ແອວມາ 29:9).

ເມື່ອພຣະເຈົ້າ​ເຮັດວຽກງານຜ່ານເຮົາ, ຜູ້ປໍລະປັກ​ອາດລໍ້ລວງເຮົາ​ໃຫ້ຮັບເອົາກຽດຕິຍົດ ສຳລັບ​ຄວາມສຳເລັດ​ບາງຢ່າງ. ເຖິງຢ່າງໃດກໍຕາມ, ເຮົາສາມາດ​ເອົາແບບຢ່າງ​ທີ່ຖ່ອມຕົວຂອງ​ພຣະຜູ້ຊ່ວຍໃຫ້ລອດ ໂດຍການປັດ ​ຄຳສັນລະເສີນ​ສ່ວນຕົວນັ້ນໄປ ແລະ ຫັນມາ​ຖວາຍບາລະມີ​ແດ່ພຣະບິດາ (ເບິ່ງ ມັດທາຍ 5:16; Moses 4:2). ເມື່ອນັກຂ່າວ​ຄົນໜຶ່ງ​ພະຍາຍາມຈະ​ຍົກຍ້ອງ Mother Teresa ສຳລັບ​ພາລະກິດໃນ​ຊີວິດຂອງເພິ່ນ ທີ່ຊ່່ວຍເຫລືອ​ຄົນຍາກຈົນ, ເພິ່ນໄດ້ຢ້ອນ​ຕອບວ່າ: “ມັນເປັນວຽກງານຂອງ [ພຣະເຈົ້າ]. ຂ້າພະເຈົ້າກໍ​ເໝືອນດັ່ງ … ສໍດຳກ້ານໜຶ່ງ​ໃນພຣະຫັດ​ຂອງພຣະອົງ. …ພຣະອົງເປັນຜູ້ຄິດ. ຂ້າພະເຈົ້າເປັນຜູ້ຂຽນ. ສໍດຳບໍ່ມີຫຍັງ​ທີ່ກ່ຽວຂ້ອງເລີຍ. ສໍດຳກໍພຽງແຕ່ອະນຸຍາດ​ໃຫ້ຖືກໃຊ້ເທົ່ານັ້ນ.”10

ສະຫລຸບ

ອ້າຍເອື້ອຍນ້ອງ​ທີ່ຮັກແພງ​ຂອງຂ້າພະເຈົ້າ, ຂ້າພະເຈົ້າ​ຂໍເຊື້ອເຊີນ​ເຮົາແຕ່ລະຄົນໃຫ້ “ມອບ [ຕົວເຮົາເອງ] ຖວາຍແກ່​ພຣະເຈົ້າ … ເພື່ອເປັນເຄື່ອງ​ໃຊ້ແຫ່ງ​ຄວາມຊອບທຳ” (ໂຣມ 6:13). ການມອບ​ຕົວ​ເຮົາ​ເອງ ແມ່ນກ່ຽວພັນກັບ​ການຍອມປ່ອຍໃຫ້​ພຣະອົງຮັບຮູ້ວ່າເຮົາ​ຢາກໃຫ້ພຣະອົງ​ໃຊ້ເຮົາ, ສະແຫວງ​ຫາການຊີ້ນຳ​ຂອງພຣະອົງ, ແລະ ເຂົ້າເຖິງ​ພະລັງຂອງພຣະອົງ.

ເຮົາສາມາດ​ຫລຽວເບິ່ງ​ພຣະເຢຊູຄຣິດ, ຕົວຢ່າງທີ່ດີ​ພ້ອມຂອງເຮົາສະເໝີ. ຢູ່ໃນຊີວິດ​ກ່ອນເກີດ, ພຣະບິດາ​ເທິງສະຫວັນ​ໄດ້ຖາມວ່າ, ພຣະອົງຄວນ​ສົ່ງຜູ້ໃດໄປ?

ແລະ ພຣະເຢຊູໄດ້​ຕອບວ່າ, ພຣະອົງຢູ່​ທີ່ນັ້ນ, ຂໍຈົ່ງສົ່ງ​ພຣະອົງ​ໄປເຖີດ (​ເບິ່ງ Abraham 3:27; ເບິ່ງ ເອຊາຢາ 6:8 ນຳອີກ).

ພຣະເຢຊູຄຣິດ​ໄດ້ຍອມຮັບ, ໄດ້ຕຽມພ້ອມ, ແລະ ໄດ້ປະຕິບັດ​ບົດບາດ​ຂອງພຣະອົງ ທີ່ຖືກມອບໝາຍ​ໄວ້ລ່ວງໜ້າ ໃນຖານະ​ພຣະຜູ້ຊ່ວຍ​ໃຫ້ລອດ ແລະ ພຣະຜູ້ໄຖ່​ຂອງເຮົາ. ພຣະອົງໄດ້ເຮັດ​ຕາມພຣະປະສົງ​ຂອງພຣະບິດາ (ເບິ່ງ ໂຢຮັນ 5:30; 6:38; 3 ນີໄຟ 27:13) ແລະ ໄດ້ສຳເລັດ​ການມອບໝາຍ​ຈາກສະຫວັນ​ຂອງພຣະອົງ.

ເມື່ອເຮົາຕິດຕາມ​ຕົວຢ່າງຂອງ​ພຣະຄຣິດ ແລະ ມອບຕົວເຮົາ​ເອງຕໍ່ພຣະເຈົ້າ, ຂ້າພະເຈົ້າເປັນ​ພະຍານວ່າ ພຣະອົງຈະ​ໃຊ້ເຮົານຳອີກ ເພື່ອເຮັດ​ໃຫ້ວຽກງານ​ຂອງພຣະອົງ​ກ້າວໄປໜ້າ ແລະ ໃຫ້ເປັນພອນ​ແກ່ຄົນອື່ນ. ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Refugee Processing Center, “Admissions and Arrivals,” ireports.wrapsnet.org/Interactive-Reporting.

  2. Spencer W. Kimball, “The Role of Righteous Women,” Ensign, Nov. 1979, 102.

  3. ປະທານ ກໍດອນ ບິ ຮິງລີ ໄດ້ຊຸກຍູ້ວ່າ: “ໃຫ້ເຊື່ອໃນຕົວທ່ານເອງ.ໃຫ້ເຊື່ອໃນຄວາມສາມາດ​ຂອງທ່ານ ທີ່ຈະເຮັດສິ່ງ … ຍິ່ງໃຫຍ່ບາງຢ່າງ. … ທ່ານເປັນລູກ​ຂອງພຣະເຈົ້າ, ດ້ວຍຄວາມ​ສາມາດທີ່ບໍ່ມີຂອບເຂດ” (Teachings of Presidents of the Church: Gordon B. Hinckley [2016], 77).

  4. Russell M. Nelson, Accomplishing the Impossible: What God Does, What We Can Do (2015), 147.

  5. ປະທານດີເດີ ແອັຟ ອຸກດອບ ໄດ້ສອນວ່າ:

    “ພຣະບິດາເທິງສະຫວັນ​ຂອງເຮົາ ເຫັນສັກກະຍະພາບ​ຂອງເຮົາ. ພຣະອົງຮູ້ສິ່ງໃດບາງຢ່າງ​ກ່ຽວກັບຕົວເຮົາ ທີ່ເຮົາບໍ່ຮູ້ກ່ຽວກັບ​ຕົວເຮົາເອງ. ພຣະອົງກະຕຸ້ນເຮົາ​ລະຫວ່າງຊີວິດ​ຂອງເຮົາ ເພື່ອເຮັດໃຫ້ຄວາມ​ຍິ່ງໃຫຍ່ຂອງການສ້າງ​ຂອງເຮົາສຳເລັດ. …

    “ຂໍໃຫ້ເຮົາຈົ່ງຕັ້ງ​ໃຈຕິດຕາມ​ພຣະຜູ້ຊ່ວຍໃຫ້ລອດ ແລະ ເຮັດວຽກງານດ້ວຍ​ຄວາມຂະຫຍັນໝັ່ນພຽນ ເພື່ອຈະກາຍເປັນຜູ້ຄົ​ນທີ່ເຮົາຖືກແຕ່ງ​ຕັ້ງໄວ້ໃຫ້ເປັນ. ຂໍໃຫ້ເຮົາຮັບຟັງ ແລະ ເຊື່ອຟັງການກະຕຸ້ນ​ຂອງພຣະວິນຍານສັກສິດ. ເມື່ອເຮົາເຮັດດັ່ງນີ້, ພຣະບິດາເທິງ​ສະຫວັນຈະເປີດເຜີຍ​ໃຫ້ເຮົາເຫັນສິ່ງ​ທີ່ເຮົາບໍ່ເຄີຍຮູ້ຈັກ ກ່ຽວກັບຕົວເຮົາເອງ. ພຣະອົງຈະສ່ອງແສງ​ໃຫ້ເສັ້ນທາງທີ່ຢູ່ຕໍ່ໜ້າເຮົາ ແລະ ເປີດຕາຂອງເຮົາ​ເພື່ອໃຫ້ເຫັນພອນ​ສະຫວັນທີ່ເຮົາຍັງບໍ່ຮູ້​ວ່າຕົວ​ເອງມີ ແລະ ບາງ​ທີແມ່ນ​ແຕ່ພອນສະຫວັນ​ທີ່ບໍ່ໄດ້ຄາດຄິດເຖິງຊ້ຳໄປ (“Of Regrets and Resolutions,”> Liahona, Nov. 2012, 22, 23).

  6. ແອວເດີ ບຣູສ໌ ອາ ມັກຄອງກີ ໄດ້ອະທິບາຍວ່າ: “ຂອງປະທານແຫ່ງພຣະວິນຍານບໍ່ມີທີ່ສິ້ນສຸດ ໃນຕົວເລກ ແລະ ບໍ່ມີຂອບເຂດໃນຄວາມແຕກຕ່າງຫລາກຫລາຍຂອງມັນ. ພອນສະຫວັນທີ່ຖືກລະບຸ​ລົງໄວ້ໃນຖ້ອຍຄຳ​ທີ່ຖືກເປີດເຜີຍ ກໍພຽງແຕ່ພາບ​ສະແດງໃຫ້ເຫັນ​ຕົວຢ່າງ ຂອງການບໍ່ມີ​ຂອບເຂດໃນ​ຄວາມຫລວງ​ຫລາຍ​ຂອງພຣະຄຸນ​ຈາກສະຫວັນ ທີ່ພຣະເຈົ້າ​ອົງທີ່ມີພຣະຄຸນ​ປະທານໃຫ້​ຜູ້ທີ່ຮັກ ແລະ ຮັບໃຊ້ພຣະອົງ”(A New Witness for the Articles of Faith [1985], 371).

  7. ແອວເດີ ມາວິນ ເຈ ແອສະຕັນ ໄດ້ສອນວ່າ:

    “ໂດຍທີ່ບໍ່ໄດ້​ຈັດໄວ້ກ່ອນ, ຂ້າພະເຈົ້າຂໍກ່າວ​ເຖິງຂອງປະທານບາງ​ຢ່າງທີ່ເຫັນບໍ່ໄດ້ສະເໝີ ຫລື ຖືວ່າມີຄຸນຄ່າ ແຕ່ກໍຍັງ​ສຳຄັນຫລາຍ. ໃນບັນດາຂອງປະທານ​ເຫລົ່ານັ້ນອາດ​ເປັນຂອງປະທານ​ຂອງທ່ານ—ຂອງປະທານ​ທີ່ເຫັນບໍ່ໄດ້ ແຕ່ຍັງເປັນຈິງ ແລະ ມີຄຸນຄ່າຫລາຍ.

    “ຂໍໃຫ້ເຮົາມາທົບ​ທວນຂອງປະທານ​ທີ່ເຫັນໄດ້ຍາກເຫລົ່ານີ້: ຂອງປະທານ​ແຫ່ງການທູນຂໍ; ຂອງປະທານ​ແຫ່ງການຮັບຟັງ; ຂອງປະທານ​ແຫ່ງການໄດ້ຍິນ ແລະ ການນຳໃຊ້​ສຽງແຜ່ວເບົາ; ຂອງປະທານ​ແຫ່ງການສາມາດ​ໂສກເສົ້າ; ຂອງປະທານ​ແຫ່ງການຫລີກລ້ຽງ​ການຂັດແຍ້ງ; ຂອງປະທານ​ແຫ່ງການ​ຍອມຮັບ; ຂອງປະທານ​ແຫ່ງການຫລີກລ້ຽງ​ການກ່າວຊ້ຳຊາກ; ຂອງປະທານ​ແຫ່ງການສະແຫວງຫາ​ສິ່ງທີ່ຊອບທຳ; ຂອງປະທານ​ແຫ່ງການບໍ່ຕັດສິນ​ຄົນອື່ນ; ຂອງປະທານ​ແຫ່ງການມອງ​ຫາພຣະເຈົ້າ​ສຳລັບການຊີ້ນຳ; ຂອງປະທານ​ແຫ່ງການ​ເປັນສານຸສິດ; ຂອງປະທານ​ແຫ່ງການດູແລ​ຄົນອື່ນ; ຂອງປະທານແຫ່ງ​ການສາມາດ​ຄິດໄຕ່ຕອງ; ຂອງປະທານແຫ່ງ​ການອະທິຖານ; ຂອງປະທານ​ແຫ່ງການສະແດງ​ປະຈັກພະຍານ; ແລະ ຂອງປະທານແຫ່ງ​ການຮັບເອົາ​ພຣະວິນຍານບໍລິສຸດ” (“There Are Many Gifts,” Ensign, Nov. 1987, 20).

  8. ໂປໂລ ໄດ້ສອນ​ອີກວ່າ, “[ພຣະເຈົ້າ] ໄດ້ປອບໂຍນເຮົາ ໃນຄວາມ​ທຸກທໍລະມານ​ທັງໝົດຂອງເຮົາ, ເພື່ອວ່າເຮົາອາດ​ຈະສາມາດປອບໂຍນ​ຜູ້ຄົນທີ່ຕົກຢູ່ໃນ​ຄວາມລຳບາກໃດໆ, ໂດຍການປອບ​ໂຍນນັ້ນ ເຮົາເອງກໍໄດ້​ຮັບການປອບໂຍນ​ຈາກພຣະເຈົ້າ” (2 ໂກຣິນໂທ 1:4).

  9. ແອວເດີ ຣິເຈີດ ຈີ ສະກາດ ໄດ້ອະທິບາຍວ່າ: “ພຣະເຈົ້າມີ​ແຜນໂດຍສະເພາະ​ສຳລັບຊີວິດຂອງທ່ານ. ພຣະອົງຈະ​ເປີດເຜີຍພາກສ່ວນ​ຂອງແຜນນັ້ນໃຫ້​ແກ່ທ່ານ ຂະນະທີ່ທ່ານ​ຊອກຫາມັນ​ດ້ວຍສັດທາ ແລະ ການເຊື່ອຟັງ​ທີ່ສະໝ່ຳສະເໝີ” (“How to Live Well amid Increasing Evil,”Liahona, May 2004, 102).

  10. Mother Teresa, in Edward W. Desmond, “Interview with Mother Teresa: A Pencil in the Hand of God,” Time, Dec. 4, 1989, time.com.