​2010–2019
ໃຫ້​ສະ​ແຫວງຫາ​ຈາກ​ໜັງ​ສື​ທີ່​ດີ​ທີ່​ສຸດ
ເດືອນ​ຕຸລາ 2017


ໃຫ້​ສະ​ແຫວງຫາ​ຈາກ​ໜັງ​ສື​ທີ່​ດີ​ທີ່​ສຸດ

ເມື່ອ​ເຮົາ​ສຶກ​ສາ​ຈາກ​ໜັງ​ສືທີ່​ດີ​ທີ່​ສຸດ, ເຮົາ​ໄດ້​ປົກ​ປ້ອງ​ຕົວ​ເອງ​ຈາກ​ຄາງ​ກະ​ໄຕ​ທີ່​ເປັນ​ຕາຢ້ານ ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ແຫ້ນ​ຮາກ​ທາງວິນ​ຍານ​ຂອງ​ເຮົາ.

ໃນ​ເຊົ້າ​ມື້​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ບົ້ງ​ກະເລັນ​ໂຕ​ໜຶ່ງ​ທີ່​ຫິວ​ໂຫຍ ແລະ ປິດ​ບັງ​ຕົວ​ເອງ​ດີ​ສົມ​ຄວນ ຢູ່​ຟຸ່ມ​ຕົ້ນ​ດອກ​ກຸ​ຫລາບ​ທີ່​ສວຍ​ງາມ. ຈາກ​ການ​ເ​ຫັນງ່າອ່ອນ​ທີ່ບໍ່​ມີ​ໃບ, ແມ່ນ​ແຕ່​ໂດຍ​ການ​ສັງ​ເກດ​ແບບ​ທຳ​ມະ​ດາ ກໍເຫັນ​ໄດ້​ວ່າ ບົ້ງກະເລັນ​ໂຕນີ້​ໄດ້​ຄ່ອຍ​ແຫ້ນກິນ​ໃບ​ອ່ອນ​ເທື່ອ​ລະ​ເລັກ​ລະ​ໜ້ອຍ ດ້ວຍ​ຄາງ​ກະ​ໄຕ​ທີ່​ເປັນ​ຕາ​ຢ້ານ​ຂອງ​ມັນ. ໃນ​ການປຽບ​ທຽບ, ມັນເຮັດ​ໃຫ້​ຂ້າ​ພະ​ເຈົ້າອົດຄິດບໍ່​ໄດ້​ວ່າ ມີ​ບາງ​ຄົນ​ທີ່​ເປັນ​ຄື​ກັນ​ກັບບົ້ງກະເລັນ​ຕົວ​ນີ້, ທີ່ມີ​ຢູ່ທົ່ວ​ໄປ​ໃນ​ໂລກ, ແລະ ​ບາງ​ຄົນ​ກໍປິດ​ບັງ​ຕົວ​ດີ​ທີ່​ສຸດ ຈົນ​ເຮົາ​ຫລົງປ່ອຍ​​ໃຫ້ພວກ​ເຂົາ ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ, ກ່ອນ​ເຮົາ​ຮູ້​ສຶກ​ຕົວ, ພວກ​ເຂົາ​ໄດ້​ກິນ​ຮາກ​ທາງວິນ​ຍານ​ຂອງ​ເຮົາ ແລະ ຂອງຄົນ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຮົາໄປ​ແລ້ວ.

ເຮົາ​ມີຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ມີ​ການ​ເຂົ້າ​ໃຈ​ຜິດ​ຫລາຍ ກ່ຽວ​ກັບຄວາມ​ເຊື່ອ​ຖື​ຂອງ​ເຮົາ. ໃນ​ເວ​ລາ​ເຊັ່ນ​ນີ້, ຖ້າ​ຫາກ​ເຮົາ​ບໍ່​ປົກ​ປ້ອງ​ຮາກ​ທາງວິນ​ຍານ​ຂອງ​ເຮົາ​ໄວ້​ໃຫ້​ດີ ມັນ​ອາດ​ຖືກ​ແຫ້ນ​ຈົນ​ຫ້ຽນ ໂດຍຜູ້​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ ແລະ ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະ​ອົງ. ໃນ​ພຣະ​ຄຳ​ພີ​ມໍມອນ, ແມ່ນ​ຊີເອສຣອມ ທີ່ພະ​ຍາ​ຍາມ​ທຳ​ລາຍ​ສັດ​ທາ​ຂອງ​ຜູ້​ທີ່​ເຊື່ອ.

ການ​ກະ​ທຳ ແລະ ຄຳ​ເວົ້າ​ຂອງ​ລາວ ເປັນ “ບ້ວງ​ຂອງຜູ້​ປໍ​ລະ​ປັກ, ຊຶ່ງວາງ​ໄວ້ … ເພື່ອ​ຫວັງ​ຈະ​ຈັບ [ຜູ້​ຄົນ], ເພື່ອ​ມັນ​ຈະ​ໄດ້​ເອົາ [ພວກ​ເຂົາ] ມາ​ຂຶ້ນ​ຢູ່​ກັບ​ມັນ, ເພື່ອ​ມັນ​ຈະ​ໄດ້​ລ້ອມ [ພວກ​ເຂົາ]​ ໄວ້​ໃຫ້​ຮອບ​ດ້ວຍ​ສາຍ​ໂສ້​ຂອງ​ມັນ” (ແອວມາ 12:6). ບ້ວງ​ເຫລົ່າ​ນັ້ນ ຍັງ​ມີ​ຢູ່​ໃນ​ທຸກວັນ​ນີ້, ແລະ ຖ້າ​ຫາກ​ເຮົາ​ບໍ່​ລະ​ມັດ​ລະ​ວັງ​ທາງວິນ​ຍານ ແລະ ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ແໜ້ນ​ໜາຂອງ​ພຣະ​ຜູ້​ໄຖ່ (ເບິ່ງ ຮີລາມັນ 5:12), ເຮົາ​ອາດ​ພົບ​ເຫັນ​ຕົວ​ເອງ​ຖືກ​ມັດ​ດ້ວຍ​ສາຍ​ໂສ້​ຂອງ​ຊາ​ຕານ ແລະ ຖືກ​ພາ​ໄປ​ຢ່າງ​ລະ​ມັດ​ລະ​ວັງ ລົງ​ໄປ​ໃນ​ເສັ້ນ​ທາງ​ທີ່​ຕ້ອງ​ຫ້າມ ດັ່ງທີ່​ກ່າວ​ເຖິງ​ຢູ່​ໃນ ພຣະ​ຄຳ​ພີ​ມໍມອນ (ເບິ່ງ 1 ນີໄຟ 8:28).

ອັກ​ຄະ​ສາ​ວົກ​ໂປໂລ ໄດ້​ເຕືອນ​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ ຊຶ່ງ​ກ່ຽວ​ພັນ​ກັບ​ວັນ​ເວ​ລາ​ຂອງ​ເຮົາ ທີ່​ວ່າ: “ຂ້າ​ພະ​ເຈົ້າ​ຮູ້​ວ່າ, … ໃນ​ທ່າມ​ກາງ​ພວກ​ທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມ​ຈິງ, ແລະ ຊັກ​ຊວນ​ເອົາ​ຄົນ​ທີ່​ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກ​ເຂົາ” (ກິດຈະການ 20:29–30).

ຄຳ​ເຕືອນ​ຂອງ​ເພິ່ນ ແລະ ຄຳ​ເຕືອນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ເຕືອນ​ເຮົາ​ວ່າ ເຮົາ​ຈະ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ ເພື່ອ​ເສີມ​ກຳ​ລັງ​ຕົວ​ເອງ​ທາງວິນ​ຍານ ຕ້ານ​ກັບ​ຖ້ອຍ​ຄຳ​ກົງ​ກັນ​ຂ້າມ ແລະ ຄຳ​ຕົວະ​ຍົວະ. ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ຫວອດ ແລະ ສະ​ເຕກ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ຮັບການ​ເຊີດ​ຊູ​ໃຈ ໂດຍ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ, ໄດ້​ຍິນ, ແລະ ຮູ້​ສຶກ ເມື່ອ​ໄພ່​ພົນ​ໄດ້​ຕອບ​ຮັບ​ໃນ​ທາງບວກ ແລະ ຊື່​ສັດ ຕໍ່​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ ເປັນ​ຕົວ​ຢ່າງ​ໜຶ່ງ​ທີ່​ສະ​ມາ​ຊິກ​ເສີມ​ກຳ​ລັງ​ຕົວ​ເອງ​ທາງວິນ​ຍານ ໂດຍ​ການ​ເຊື່ອ​ຟັງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ. ຄວາມ​ເຂັ້ມ​ແຂງ​ເພີ່ມ​ເຕີມ ແມ່ນ​ເຫັນ​ໄດ້ໃນ​ຈຳ​ນວນ​ຜູ້​ຄົນ​ທີ່​ໄປ​ພຣະ​ວິ​ຫານ ແລະ ​ເຮັດວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ ເມື່ອຄອບ​ຄົວເຕົ້າ​ໂຮມບັນ​ພະ​ບຸ​ລຸດ​ຂອງ​ຕົນ ຜ່ານ​ພິ​ທີ​ການ​ທາງ​ພຣະ​ວິ​ຫານ. ຮາກ​ທາງວິນ​ຍານ​ຂອງ​ເຮົາ ໄດ້​ຢັ່ງ​ລົງ​ເລິກກວ່ານີ້ ເມື່ອ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ ກາຍ​ເປັນ​ປ້ອມ​ຍາມ​ແຫ່ງ​ສັດ​ທາ​ຂອງ​ເຮົາ ແລະ ເມື່ອ​ເຮົາ​ກັບ​ໃຈ​ທຸກວັນ, ສະແຫວງ​ຫາ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ​ຄຸນ​ສົມ​ບັດຂອງ​ພຣະ​ອົງ ແລະ ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ (ເບິ່ງ 3 ນີ​ໄຟ 27:27).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ, ແລະ ພຣະ​ອົງ​ໄດ້​ກວັກ​ໃຫ້​ເຮົາ​ມາ​ຫາ​ພຣະ​ອົງ. ເຮົາ​ຕ້ອງ​ຫລຽວ​ຫາ​ພຣະ​ອົງ​ໃນ​ທຸກ​ເວ​ລາ ແລະ ໂດຍ​ສະ​ເພາະ​ໃນ​ຄວາມ​ມືດ ແລະ ໃນ​ຄືນ​ທີ່ມີ​ຝົນ​ຕົກ​ຟ້າ​ລົມ ເມື່ອ​ມີ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ແຫ່ງ​ຄວາມ​ສົງ​ໄສ ແລະ ຄວາມບໍ່​ແນ່ນອນ​ໃຈ​ເກີດ​ຂຶ້ນ, ດັ່ງໝອກ​ທີ່​ກຳ​ລັງ​ເລື່ອນ​ເຂົ້າ​ມາ​ໃກ້. ຖ້າ​ຫາກນິ້ວມື “ຢູ່​ຟາກ​ແມ່​ນ້ຳ, [ບ່ອນ​ທີ່] ມີ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ [ຕັ້ງ​ຢູ່]” (1 ນີໄຟ 8:26) ເບິ່ງ​ຄື​ວ່າ ຊີ້ຕົງ​ມາ​ໃສ່​ທ່ານ ໃນ​ທ່າ​ທີ​ກຳ​ລັງ​ເຍາະ​ເຍີ້ຍ, ​ດູ​ຖູກ, ແລະ ກວັກເອົາ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຫັນ​ໜ້າ​ໜີ​ຈາກ​ມັນ​ທັນ​ທີ ເພື່ອ​ວ່າ​ທ່ານ​ຈະ​ບໍ່​ຖືກ​ຍົວະ​ຍົງ ດ້ວຍ​ສິ່ງ​ທີ່​ມີ​ເລ່​ຫລ່ຽມ ແລະ ຄົດ​ໂກງ ເພື່ອ​ແຍກ​ທ່ານ​ຈາກ​ຄວາມ​ຈິງ ແລະ ພອນ​ຂອງ​ມັນ.

ແຕ່ການ​ເຮັດ​ສິ່ງນີ້​ຍັງ​ບໍ່​ພຽງ​ພໍ​ໃນ​​ທຸກວັນນີ້ ເມື່ອຄຳ​ເວົ້າ, ການ​ຂຽນ, ແລະ ຮູບ​ພາບ ບໍ່​ກົງ​ກັບ​ຄວາມ​ຈິງ. ແອວເດີ ຣໍເບີດ ດີ ແຮວສ໌ ໄດ້​ສອນ​ເຮົາ​ວ່າ, “ຍົກ​ເວັ້ນ​ແຕ່​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ແທ້ໆ—ດຳ​ລົງ​ຊີ​ວິດ​ດ້ວຍ ‘ສຸດໃຈ, ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ’—ທ່ານ​ຈະ​ບໍ່​ສາ​ມາດ​ມີ​ຄວາມ​ສະ​ຫວ່າງ​ທາງ​ວິນ​ຍານພຽງ​ພໍ ທີ່​ຈະ​ກຳ​ຈັດ​ຄວາມ​ມືດ​ອອກ​ໄປ​ໄດ້” (“Out of Darkness into His Marvelous Light,” Liahona, July 2002, 78). ແນ່ນອນ, ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ, ຜູ້​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ (ເບິ່ງ ໂຢຮັນ 8:12), ໝາຍ​​ຄວາມ​ວ່າ​ເຮົາ​ຕ້ອງ​ກະ​ທຳ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ເຮົາ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ, ເສີມ​ກຳ​ລັງ, ແລະ ການ​ປົກ​ປ້ອງ​ທາງວິນ​ຍານ ເມື່ອ​ເຮົາ​ກະ​ທຳ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ເມື່ອ​ມີ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ເງົາ​ກໍ​ຈະ​ມີໜ້ອຍ​ລົງ. ເຖິງ​ແມ່ນ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ຫລວງ​ຫລາຍ, ແຕ່ເຮົາ​ຍັງເຫັນ​ຫລາຍ​ຄົນ ແລະ ເຫັນ​ຄຳ​ຕິ​ຊົມ ທີ່​ມີ​ການ​ເຂົ້າ​ໃຈ​ຜິດ​ຫລາຍ​ກ່ຽວ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ເຮົາ ແລະ ທົດ​ລອງ​ສັດ​ທາ​ຂອງ​ເຮົາ. ອັກ​ຄະ​ສາ​ວົກ​​ຢາ​ໂກ​ໂບ​ໄດ້​ຂຽນ​ວ່າ “ເມື່ອ​ສັດ​ທາ [ຂອງ​ເຮົາ] ທົນ​ຕໍ່​ການ​ທົດ​ລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນ​ໃຈ” (ຢາໂກໂບ 1:3). ດ້ວຍ​ຄວາມ​ຮູ້ນີ້, ແອວເດີ ນຽວ ເອ ແມ໊ກສະແວວ ໄດ້​ສອນ​ວ່າ, ”ສາ​ນຸ​ສິດ​ທີ່​ອົດ​ທົນ … ຈະ​ບໍ່​ປະ​ຫລາດ​ໃຈ ຫລື ຫົວ​ຊາ ເມື່ອ​ມີ​ການ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ” (“Patience” [Brigham Young University devotional, Nov. 27, 1979], speeches.byu.edu).

ເຄີຍ​ມີ​ຄຳ​ຂ້ອງ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄວາມ​ເຊື່ອ​ຖື. ​ບ່ອນ​ທີ່​ເຮົາ​ຊອກ​ຫາ​ຄຳ​ຕອບ​ທີ່​ແທ້​ຈິງ ເຮົາ​ຕ້ອງລະ​ມັດ​ລະ​ວັງ​ໃຫ້​ດີ. ບໍ່​ມີ​ປະ​ໂຫຍດ​ຫຍັງ​ເລີຍ ຖ້າ​ເຮົາ​ໄປຊອກ​ຫາ​ຂໍ້​ມູນ​ຕາມ​​ມຸມມອງ ແລະ ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ທີ່ບໍ່​ຮູ້​ຈັກ​ຫຍັງ​ຫລາຍ ຫລື ບໍ່​ສົນ​ໃຈ​ກັບ​ສາດ​ສະ​ໜາ​ຈັກ. ຄຳ​ແນະ​ນຳ​ທີ່​ດີ​ທີ່​ສຸດ ທີ່​ອັກ​ຄະ​ສາ​ວົກ​ຢາໂກໂບ ໄດ້​ໃຫ້​ໄວ້ ແມ່ນ: “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຜູ້ນັ້ນ​ທູນ​ຂໍຈາກ​ພຣະ​ເຈົ້າ” (ຢາໂກໂບ 1:5).

ການ​ທູນ​ຖາມ​ພຣະ​ເຈົ້າ ຄວນ​ມາ​ກ່ອນ​ການ​ສຶກ​ສາ​ຢ່າງ​ລະ​ມັດ​ລະ​ວັງ, ເພາະ​ພຣະ​ຄຳ​ພີ ສັ່ງ​ເຮົາ​ໃຫ້​​ສະແຫວງ​ຫາປັນ​ຍາ​ຈາກ​ໜັງ​ສື​ທີ່​ດີ ແລະ ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ (ເບິ່ງ D&C 88:118). ມີ​ປຶ້ມ​ທີ່​ດີ​ຢ່າງ​ຫລວງ​ຫລາຍ, ຂຽນ​ຂຶ້ນ​ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ ແລະ ມີ​ຂໍ້​ມູນ​ທີ່​ຖືກ​ຮັບ​ຮູ້, ປອດ​ໄພ, ແລະ ເຊື່ອ​ຖື​ໄດ້ ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄຳ​ສອນ. ຖ້າ​ຈະ​ເວົ້າ​ແລ້ວ, ບໍ່​ມີ​ສິ່ງ​ໃດ​ທີ່​ເໜືອກວ່າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ຖືກ​ເປີດ​ເຜີຍ​ຢູ່​ໃນ​ພຣະ​ຄຳ​ພີ. ຈາກ​ເຈ້ຍ​ໃບ​ບາງໆ​ເຫລົ່າ​ນັ້ນ ທີ່ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ທາງວິນ​ຍານ, ເຮົາ​ຮຽນ​ຮູ້ຄວາມ​ຈິງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດ້ວຍ​ວິ​ທີນີ້ ຈຶ່ງມີ​ຄວາມ​ຮູ້​ຫລາຍ​ຂຶ້ນ.

ປະ​ທານ​ທອມມັສ ແອັສ ມອນສັນ ໄດ້​ຂໍ​ຮ້ອງ​ໃຫ້​ເຮົາ “ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ” (“The Power of the Book of Mormon,” Liahona, May 2017, 87).

ຫລາຍ​ປີ​ມາ​ແລ້ວ, ຕອນ​ຂ້າ​ພະ​ເຈົ້າໄດ້​ຮັບ​ໃຊ້​ເປັນ​ປະ​ທານເຜີຍ​ແຜ່​ເຂດຟີຈີ ຊູວາ, ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ ໄດ້ມີ​ປະ​ສົບ​ການ​ທີ່​ເສີມ​ກຳ​ລັງ​ເຂົາ​ເຈົ້າ ໃນ​ພະ​ລັງ​ຂອງ​ການ​ມີ​ຄວາມ​ເຫລື້ອມ​ໃສ​ຈາກ​ພຣະ​ຄຳ​ພີ​ມໍມອນ. ໃນ​ມື້​ທີ່​ຮ້ອນ ແລະ ອົບ​ເອົ້າ​ມື້​ໜຶ່ງ, ແອວ​ເດີ​ສອງ​ຄົນ​ໄດ້ໄປ​ຫາ​ເຮືອນ​ຫລັງ​ໜຶ່ງ ໃນ​ໝູ່​ບ້ານ​ນ້ອຍຊື່ ລາ​ບາ​ສາ.

ເມື່ອ​ເຂົາ​ເຈົ້າ​ເຄາະ​ປະ​ຕູ ກໍ​ມີ​ຜູ້ຊາຍ​ທີ່​ນຸ່ງ​ເຄື່ອງ​ລຸງ​ລັງ​ມາ​ເປີດ​ປະຕູ ແລະ ໄດ້​​ຮັບຟັງ​ຂະ​ນະ​ທີ່​ຜູ້​ສອນ​ສາດ​ສະ​ໜາ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍມອນ. ເຂົາ​ເຈົ້າ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ລາວ ແລະ ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ອ່ານ ແລະ ໃຫ້ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້ ຄື​ກັນ​ກັບ​ເຂົາ​ເຈົ້າ, ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ລາວ​ຕອບ​ສັ້ນໆ​ວ່າ: “ມື້​ອື່ນ​ຂ້ອຍ​ຊິ​ກັບ​ໄປ​ຫາ​ປາ. ຂ້ອຍ​ຊິ​ອ່ານ​ມັນ ຕອນ​ຢູ່​ທະ​ເລ, ແລະ ຕອນ​ຂ້ອຍ​ກັບ​ມາ, ພວກ​ເຈົ້າ​ມາ​ຢ້ຽມ​ຢາມ​ຂ້ອຍ​ໄດ້.”

ໃນ​ລະ​ຫວ່າງ​ທີ່​ລາວບໍ່​ຢູ່, ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຖືກ​ປ່ຽນ​ບ່ອນ, ແລະ ສອງ​ສາມ​ອາ​ທິດ​ຈາກນັ້ນ, ແອວ​ເດີ​ໃໝ່​ສອງ​ຄົນ​ໄດ້​ໄປ​ຢ້ຽມ​ຢາມ​ລາວ. ເມື່ອ​ເຖິງ​ຕອນນີ້ ລາວ​ໄດ້​ອ່ານ​ພຣະ​ຄຳ​ພີ​ຈົບ​ທັງ​ເຫລັ້ມ, ໄດ້​ຮັບ​ການ​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ມັນ, ແລະ ຢາກ​ຮຽນ​ຮູ້​ຕື່ມ​ອີກ.

ຊາຍ​ຄົນ​ນີ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ທີ່​ມີ​ຄ່າ ໃນ​ເຫດ​ການຕ່າງໆ​ຢູ່​ໃນ​ທຸກ​ໃບ ແລະ ຄຳ​ສອນ​ທີ່​ໄດ້​ສອນ​ເມື່ອ​ດົນ​ນານ​ມາ​ແລ້ວ ແລະ ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ ໃນ​ພຣະ​ຄຳ​ພີ​ມໍມອນ. ພອນ​ຢ່າງ​ດຽວ​ກັນ​ນັ້ນ ກໍ​ມີ​ໄວ້​ໃຫ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ຄື​ກັນ.

ບ້ານ​ເຮືອນ​ເປັນ​ບ່ອນ​ທີ່​ເໝາະ​ສົມ​ທີ່​ສຸດ ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ສຶກ​ສາ ແລະ ແບ່ງ​ປັນ​ຄວາມ​ຮູ້​ໃຫ້​ກັນ ຈາກ​ພຣະ​ຄຳ​ພີ ແລະ ຈາກ​ຖ້ອຍຄຳ​ຂອງ​ສາດ​ສະ​ດາ ແລະ ການ​ເຂົ້າ​ໄປ​ຊອກ​ຫາ​ວັດ​ຖຸ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ LDS.org. ໃນ​ນັ້ນ ທ່ານ​ຈະ​ພົບ​ເຫັນ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ ດັ່ງ​ເຊັ່ນ ເລື່ອງ​ລາວ​ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ເມື່ອ​ເຮົາ​ສຶກ​ສາ​ຈາກ​ໜັງ​ສືທີ່​ດີ​ທີ່​ສຸດ, ເຮົາ​ໄດ້​ປົກ​ປ້ອງ​ຕົວ​ເອງ​ຈາກ​ຄາງ​ກະ​ໄຕ​ທີ່​ເປັນ​ຕາຢ້ານ ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ແຫ້ນ​ຮາກ​ທາງວິນ​ຍານ​ຂອງ​ເຮົາ.

ດ້ວຍ​ການ​ອະ​ທິ​ຖານ, ​ການສຶກ​ສາ, ແລະ ​ການໄຕ່​ຕອງ​ທັງ​ໝົດ, ອາດ​ຍັງ​ມີ​ຄຳ​ຖາມ​ທີ່​ຊອກ​ຫາ​ຄຳ​ຕອບບໍ່​ໄດ້​ເທື່ອ, ແຕ່​ເຮົາ​ບໍ່​ຕ້ອງ​ໃຫ້​ມັນ​ມາ​ມອດ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ​ໃຫ້​ດັບ​ໄປ. ຄຳ​ຖາມ​ເຊັ່ນນັ້ນ ເປັນ​ສິ່ງ​ທີ່​ເຊື້ອ​ເຊີນ​ເຮົາ​ໃຫ້​ສ້າງ​ສັດ​ທາ ແລະ ບໍ່​ຄວນ​ໃຫ້​ສັດ​ທາ​ຖືກ​ທຳ​ລາຍ​ໄປ​ດ້ວຍ​ຄວາມ​ສົງ​ໄສ. ມັນ​ແມ່ນ​ແກ່ນ​ສານ​ຂອງ​ສາດ​ສະ​ໜາ​ ທີ່​ຈະ​ບໍ່​ມີ​ຄຳ​ຕອບ​ໃຫ້​ແກ່​ທຸກຄຳ​ຖາມ​, ເພາະ​ນີ້ຄື​ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ສັດ​ທາ. ກ່ຽວ​ກັບ​ເລື່ອງນີ້, ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ສອນ​ເຮົາ​ວ່າ “ເມື່ອ​ສິ່ງ​ດັ່ງ​ກ່າວ​ປະ​ກົດ ແລະ ມີ​ບັນ​ຫາ, ແລະ ການ​ແກ້​ບັນ​ຫາບໍ່​ໄດ້​ມາ​ເຖິງ​ທັນ​ທີ, ຈົ່ງ​ຍຶດ​ໝັ້ນ​ໃນ​ສິ່ງ​ທີ່​ທ່ານ​ຮູ້​ຈັກ ແລະ ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ຈົນ​ກວ່າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ” (“Lord, I Believe,” Liahona, May 2013, 94).

ຢູ່​ອ້ອມ​ຮອບ​ເຮົາ, ເຮົາ​ເຫັນ​ຫລາຍ​ຄົນ​ທີ່​ມີ​ຄວາມ​ສຸກ ຜູ້​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ໂດຍ​ການ​ສືບ​ຕໍ່​ບຳ​ລຸງ​ລ້ຽງ​ຮາກ​ທາງວິນ​ຍານ​ຂອງ​ເຂົາ​ເຈົ້າ. ສັດ​ທາ​ ແລະ ການ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ ແມ່ນ​ພຽງ​ພໍ​ທີ່​ຈະ​ໃຫ້​ມີ​ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່ ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ຈາກ​ກິ່ງງ່າ​ນັ້ນ ຄວາມ​ສຸກ​ຢ່າງ​ຫລວງ​ຫລາຍ​ໄດ້​ມີ​ມາ. ເຂົາ​ເຈົ້າ​ບໍ່​​ໄດ້​ປະ​ກາດ​ວ່າ​ຮູ້​ທຸກ​ສິ່ງ, ແຕ່​ເຂົາ​ເຈົ້າ​ໄດ້​ສະ​ລະ​ຫລາຍ​ຢ່າງ ເພື່ອ​ຈະ​ໄດ້​ຮູ້​ພຽງ​ພໍ ທີ່​ຈະ​ມີ​ສັນ​ຕິ​ສຸກ ແລະ ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ອົດ​ທົນ ໃນ​ຂະ​ນະ​ທີ່ເຂົາ​ເຈົ້າ​ສະ​ແຫວງ​ຫາ​ຄວາມ​ຮູ້​ເພີ່ມ​ເຕີມ. ເທື່ອ​ລະ​ບັນ​ທັດ, ສັດ​ທາ​ຂອງ​ເຂົາ​ເຈົ້າ​ໄດ້​ຝັງ​ແໜ້ນ​ຢູ່​ໃນ​ພຣະ​ຄຣິດ, ແລະ ເຂົາ​ເຈົ້າ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ຮ່ວມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຈົ່ງ​ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ຄາງ​ກະ​ໄຕ​ທີ່​ເປັນ​ຕາ​ຢ້ານ​ຂອງບົ້ງກະເລັນ​​ຈະບໍ່​ສາ​ມາດ​ຊອກ​ຫາ​ບ່ອນ​ແຫ້ນ​ໄດ້, ບໍ່​ວ່າ​ຈະ​ເປັນ​ໃນ​ເວ​ລາ​ໃດ​ກໍ​ຕາມ, ໃນ​ຊີ​ວິດ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສືບ​ຕໍ່ “ມີ​ສັດ​ທາ​ຢ່າງ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ແມ່ນ​ແຕ່​ເຖິງວັນ​ຕາຍ” (ແອວມາ 27:27). ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.