​2010–2019
ເພື່ອ​ວ່່າ​ຄວາມ​ຊົມ​ຊື່ມ​ຍິນ​ດີ​ຂອງ​ທ່ານ​ຈະ​ເຕັມ​ບໍ​ລິ​ບູນ
ເດືອນ​ຕຸລາ 2017


ເພື່ອວ່າ​ຄວາມ​ຊົມ​ຊື່ມ​ຍິນ​ດີ​ຂອງ​ທ່ານ​ຈະ​ເຕັມ​ບໍ​ລິ​ບູນ

ພຣະ​ເຢ​ຊູ​ເປັນ​ແຫລ່ງ​ແຫ່ງ​ການ​ປິ່ນ​ປົວ, ຄວາມ​ສະ​ຫງົບ, ແລະ ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ທັງ​ໝົດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຊ່າງ​ເປັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແທ້ໆ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ. ແລະ ນັ້ນ​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ທ່ານ ໃນ​ເຊົ້າ​ມື້ນີ້—ຄື​ການ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຈົນ​ເຕັມ​ບໍ​ລິ​ບູນ.

ຂ່າວ​ເມື່ອບໍ່​ດົນ​ມານີ້ ອ່ານ​ວ່າ, “ໄພ​ພິ​ບັດ​ຮ້າຍ​ແຮງ​ສັ່ນ​ສະ​ເທືອນ​ທົ່ວ​ປະ​ເທດ [ແລະ] ​ທົ່ວໂລກ.”1 ຈາກ​ລົມ​ພະ​ຍຸ ແລະ ນ້ຳ​ຖ້ວມ ເຖິງ​ອາ​ກາດ​ຮ້ອນ ແລະ ຄວາມ​ແຫ້ງ​ແລ້ງ, ຈາກ​ໄຟ​ເຜົາ​ລາມ​ປ່າ ແລະ ແຜ່ນ​ດິນ​ໄຫວ ເຖິງ​ສົງ​ຄາມ ແລະ ພະ​ຍາດ​ຮ້າຍ​ແຮງ, ເບິ່ງ​ຄື​ວ່າ “ໂລກ​ທັງ​ໂລກ [ກຳ​ລັງ] ວຸ້ນ​ວາຍ​ຢ່າງ​ໃຫຍ່.”2

ຜູ້​ຄົນ​ຫລາຍ​ລ້ານ​ຄົນ ໄດ້ຖືກຍົກ​ຍ້າຍ, ແລະ ຫລາຍຊີ​ວິດ​ໄດ້​ຖືກ​ລົບ​ກວນ ໂດຍ​ການ​ທ້າ​ທາຍນີ້. ການ​ຂັດ​ແຍ້ງ​ໃນ​ຄອບ​ຄົວ ແລະ ຊຸມ​ຊົນ ຕະ​ຫລອດ​ທັງ​ການດີ້ນ​ລົນ​ດ້ວຍ​ຄວາມ​ຢ້ານ​ກົວ, ຄວາມສົງ​ໄສ, ແລະ ຄວາມ​ຄາດ​ໝາຍ​ທີ່ບໍ່​ແນ່ນອນ ໄດ້​ເຮັດ​ໃຫ້​ເຮົາ​ວຸ້ນ​ວາຍ​ຄື​ກັນ. ອາດ​ຍາກ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຊົມ​ຊື່ນ​ຍິນ​ດີ ດັ່ງ ທີ່​ລີ​ໄຮ​ໄດ້​ສອນວ່າ ມັນເປັນ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ.3 ໃນ​ເວ​ລາ​ເຊັ່ນ​ນັ້ນ ເຮົາ​ທຸກ​ຄົນ​ຈະ​ຖາມ​ວ່າ: “ເຮົາ​ຈະ​ຫັນ​ໄປ​ຫາ​ຄວາມ​ສະ​ຫງົບ​ໄດ້​ຢູ່​ໃສ? ຄວາມ​ປອບ​ໂຍນ​ຂອງເຮົາ​ຢູ່​ໃສ … ?”4 ເຮົາ​ສົງ​ໄສວ່າ, ເຮົາ​ຈະ​ຊອກ​ຫາ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໄດ້​ແນວ​ໃດ ໃນ​ຊີ​ວິດ​ມະ​ຕະ​ທີ່​ຫຍຸ້ງ​ຍາກນີ້?

ຄຳ​ຕອບ​ອາດ​ເບິ່ງວ່າ​ລຽບ​ງ່າຍ, ແຕ່​ມັນ​ພິ​ສູດ​ໄດ້​ວ່າ​ຈິງ ນັບ​ແຕ່​ວັນ​ເວ​ລາ​ຂອງ​ອາ​ດາມເປັນ​ຕົ້ນ​ມາ. ຄວາມ​ຊົມ​ຊື່ນ​ຍິນ​ດີທີ່​ຍືນ​ຍົງ ແມ່ນ​ການ​ເອົາ​ໃຈ​ໃສ່​ຕໍ່ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ດັ່ງ​ທີ່ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ເຫັນ ແລະ ສິດ​ສອນ. ເມື່ອ​ເຮົາ ຮຽນ​ຮູ້​ກ່ຽວ​ກັບ, ມີ​ສັດ​ທາ​ໃນ, ແລະ ເຮັດ​ຕາມ​ຕົວ​ຢ່າງ​ຂອງ ພຣະ​ເຢຊູ​ຄຣິດ, ເຮົາ​ຈະ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ວ່າພຣະ​ອົງ​ເປັນ​ແຫລ່ງ​ແຫ່ງ​ການປິ່ນ​ປົວ, ຄວາມ​ສະ​ຫງົບ, ແລະ ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ທັງ​ໝົດ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ມາ​ຫາພຣະ​ອົງ,5 ຊຶ່ງ​ເປັນ​ການ​ເຊື້ອ​ເຊີນ​ທີ່​ປະທານ​ເຮັນຣີ ບີ ໄອຣິງ ໄດ້​ອະ​ທິ​ບາຍ​ວ່າເປັນ “ການ​ເຊື້ອ​ເຊີນ​ທີ່​ສຳ​ຄັນ​ທີ່​ສຸດ ທີ່ບຸກ​ຄົນ​ສາ​ມາດ​ໄດ້​ຮັບ.”6

ຮຽນ​ຮູ້​ກ່ຽວ​ກັບພຣະ​ເຢຊູ​ຄຣິດ

ເຮົາ​ຈະ​ມາ​ຫາພຣະ​ອົງ​ໄດ້​ແນວ​ໃດ? ເດືອນ​ເມ​ສາ​ຜ່ານ​ມານີ້, ປະທານ​ຣະໂຊ ເອັມ ແນວສັນ ແລະ ແອວເດີ ເອັມ ຣະໂຊ ບາເລີດ ໄດ້​ຊຸກ​ຍູ້​ເຮົາ​ໃຫ້​ສຶກ​ສາເອ​ກະ​ສານ “The Living Christ”7 ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ຮຽນ​ຮູ້​ກ່ຽວ​ກັບ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຫລາຍ​ຄົນ​ກໍ​ໄດ້​ເຮັດ​ຕາມ ແລະ ໄດ້​ຮັບ​ພອນ. ເມື່ອບໍ່​ດົນ​ມານີ້ ເພື່ອນ​ທີ່​ດີ​ຄົນ​ໜຶ່ງ​ໄດ້​ມອບ​ເອ​ກະ​ສານທີ່​ມີ​ຮູບພຣະ​ກິດ​ຕິ​ຄຸນ ຊຶ່ງ​ອະ​ທິ​ບາຍ​ແຕ່​ລະ​ສຳ​ນວນ ໃຫ້ລູກ​ຜູ້​ໃຫຍ່​ຂອງ​ນາງ​ແຕ່​ລະ​ຄົນ. ນາງ​ໄດ້​ຊຸກ​ຍູ້​ເຂົາ​ເຈົ້າ ໃຫ້​ຊ່ວຍ​ພວກ​ຫລານ​ຂອງ​ນາງ ໃຫ້​ເຂົ້າ​ໃຈ ແລະ ທ່ອງ​ຈຳ. ບໍ່​ດົນ​ຈາກນັ້ນ ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເອົາວິ​ດີ​ໂອ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ເບິ່ງ ກ່ຽວ​ກັບຫລານ​ສາວ​ຂອງ​ນາງ ອາ​ຍຸ ຫົກ​ປີ, ນາງເລນີ, ກ່າວ​ທ່ອງ​ຂຶ້ນ​ໃຈ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ຖ້າ​ຫາກ​ເດັກ​ອາ​ຍຸ​ຫົກ​ປີ​ສາ​ມາດ​ເຮັດ​ໄດ້, ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ເຮັດ​ໄດ້​ຄື​ກັນ!

ຮູບ​ພາບ
ນາງ​ເລນີ, ຜູ້​ໄດ້​ທ່ອງ​ຂຶ້ນ​ໃຈ “The Living Christ”

ເມື່ອ​ຂ້າ​ພະ​ເຈົ້າ​ສຶກ​ສາ​ຊີ​ວິດ ແລະ ຄຳ​ສອນ​ຂອງພຣະ​ເຢຊູ​ຄຣິດ ດ້ວຍ​ຄວາມເອົາ​ໃຈ​ໃສ່ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ ຈາກເອ​ກະ​ສານ “The Living Christ” ຫລາຍ​ຂຶ້ນ​ເທົ່າ​ໃດ, ແລ້ວ​ຂ້າ​ພະ​ເຈົ້າ​ກໍມີຄວາມ​ກະ​ຕັນ​ຍູ ແລະ ມີຄວາມ​ຮັກ ຕໍ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາຫລາຍ​ຂຶ້ນ​ເທົ່າ​ນັ້ນ. ແຕ່​ລະ​ປະ​ໂຫຍກ​ຂອງ​ເອ​ກະ​ສານທີ່​ດົນ​ໃຈ​ນັ້ນ ມີຄຳ​ເທດ​ສະ​ໜາ ແລະ ​ໄດ້ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ເຖິງ​ບົດ​ບາດ​ແຫ່ງ​ສະ​ຫວັນ ແລະ ພາ​ລະ​ກິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຂອງພຣະ​ອົງ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້ ແລະ ຮູ້​ສຶກ ຜ່ານ​ການ​ສຶກ​ສາ ແລະ ໄຕ່​ຕອງໃນ​ລະ​ຫວ່າງນີ້ ແມ່ນ​ການ​ຢືນ​ຢັນ​ວ່າ ພຣະ​ເຢ​ຊູ “ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ແທ້ໆ​ຂອງ​ໂລກ.”8 ພຣະ​ຄຳ​ພີ​ຂອງ​ສະ​ໄໝ​ບູ​ຮານ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຂຽນ​ຂຶ້ນ ຫລື ກ່າວ​ເຖິງພຣະ​ອົງ​ດ້ວຍ​ຄຳ​ສັນ​ລະ​ເສີນ ເປັນ​ພະ​ຍານ​ວ່າ “ວິ​ທີ​ຂອງພຣະ​ອົງ ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”9

ການ​ມີ​ສັດ​ທາໃນ ພຣະ​ເຢຊູ​ຄຣິດ

ເມື່ອ​ທ່ານ​ສຶກ​ສາກ່ຽວ​ກັບ​​ພ​ຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງພຣະ​ຄຣິດ ໃນ​ຫລາຍ​ວິ​ທີ​ທາງ, ແລ້ວ​ທ່ານ​ຈະ​ມີສັດ​ທາ​ຫລາຍ​ຂຶ້ນໃນພຣະ​ອົງ. ທ່ານ​ຈະ​ຮູ້​ຈັກ​ວ່າ ພຣະ​ອົງ​ຮັກ​ທ່ານ​ເປັນ​ສ່ວນ​ຕົວ ແລະ ເຂົ້າ​ໃຈ​ທ່ານ​ເປັນ​ຢ່າງ​ດີ. ໃນ​ໄລ​ຍະ 33 ​ພັນ​ສາ ແຫ່ງ​ຄວາມ​ເປັນ​ມະ​ຕະ​ຂອງພຣະ​ອົງ, ພຣະ​ອົງ​ໄດ້​ທົນ​ກັບ​ການ​ປະ​ຕິ​ເສດ; ການ​ຂົ່ມ​ເຫັງ; ຄວາມ​ຫິວ​ໂຫຍ, ຄວາມ​ກະ​ຫາຍ​ນ້ຳ, ແລະ ຄວາມອ່ອນ​ເພຍ;10 ຄວາມ​ເປົ່າ​ປ່ຽວ; ການ​ຂົ່ມ​ເຫັງ​ທາງ​ຄຳ​ເວົ້າ ແລະ ທາງ​ຮ່າງ​ກາຍ; ແລະ ໃນ​ທີ່​ສຸດ, ການ​ຖືກ​ປະ​ຫານ ໂດຍ​ມື​ຂອງ​ຄົນ​ບາບ.11 ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ​ແຫ່ງ​ຄາ​ວາ​ຣີ, ພຣະ​ອົງ​ໄດ້​ຮູ້​ສຶກເຖິງ​ຄວາມ​ເຈັບ​ປວດ, ຄວາມ​ຍາກ​ລຳ​ບາກ, ການ​ລໍ້​ລວງ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ອ່ອນ​ແອ ຂອງ​ເຮົາ.12

ບໍ່​ວ່າ​ເຮົາ​ຈະໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ໃດ, ແຕ່ພຣະ​ອົງ​ກໍ​ເປັນ​ແຫລ່ງ​ແຫ່ງການ ປິ່ນ​ປົວ. ຜູ້​ທີ່​ເຄີຍປະ​ສົບ​ກັບ​ການ​ຖືກ​ຂົ່ມ​ເຫັງ, ການ​ສູນ​ເສຍ​ຈົນ​ໝົດ​ສິ້ນ, ການ​ປ່ວຍ​ໂຊ​ຢ່າງ​ໜັກ ຫລື ຄວາມ​ພິ​ການ, ການຖືກ​ກ່າວ​ຫາ, ການ​ຂົ່ມ​ເຫັງ​ທີ່​ຮ້າຍ​ແຮງ, ຫລື ການ​ຖືກ​ທຳ​ຮ້າຍ​ທາງວິນ​ຍານ​ຈາກ​ບາບ ຫລື ການ​ເຂົ້າ​ໃຈ​ຜິດ, ບໍ່​ວ່າ​ຈະ​ເປັນໃນ​ຮູບ​ແບບ​ໃດ​ກໍ​ຕາມ, ທຸກ​ສິ່ງ​ຈະ​ຖືກ​ເຮັດ​ໃຫ້​ດີ​ຂຶ້ນ ໂດຍພຣະ​ຜູ້​ໄຖ່​ຂອງ​ໂລກ. ແຕ່ພຣະ​ອົງ​ຈະ​ບໍ່​ເຂົ້າ​ມາ​ຊ່ວຍ​ປາດ​ສະ​ຈາກ​ການ​ເຊື້ອ​ເຊີນ. ເຮົາ​ຕ້ອງ​ມາ​ຫາພຣະ​ອົງ ແລະ ອະ​ນຸ​ຍາດ​ໃຫ້ພຣະ​ອົງ​ຊ່ວຍ​ເຫລືອ​ດ້ວຍການ​ມະ​ຫັດ​ສະ​ຈັນ​ຂອງພຣະ​ອົງ.

ໃນ​ມື້​ທີ່​ສວຍ​ງາມ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງ​ມື້​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ເປີດ​ປະ​ຕູ​ຮັບ​ເອົາ​ອາ​ກາດ​ສົດ. ນົກ​ນ້ອຍ​ໂຕ​ໜຶ່ງ​ໄດ້​ບິນ​ເຂົ້າ​ມາ ແລະ ຮູ້​ວ່າມັນ​ຢູ່​ຜິດ​ບ່ອນ. ມັນ​ໄດ້​ບິນ​ຢ່າງ​ສົນ​ລະ​ວົນ​ຢູ່​ໃນ​ຫ້ອງ, ທຽວ​ໄປ​ຕຳ​ແຜ່ນ​ແກ້ວ​ທີ່ປ່ອງ​ຢ້ຽມ ເພື່ອ​ອອກ​ໜີ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ມັນ​ໄປ​ຫາ​ປະ​ຕູ, ແຕ່​ມັນ​ພັດ​ຢ້ານ ແລະ ໄດ້​ບິນ​ໄປ​ທາງ​ອື່ນ. ໃນ​ທີ່​ສຸດ​ມັນ​ໄດ້​ໄປ​ຈັບ​ຢູ່​ຜ້າ​ກັ້ງ​ປ່ອງ​ຢ້ຽມ ດ້ວຍ​ຄວາມ​ອິດ​ເມື່ອຍ. ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຟອຍ​ຍື່ນ​ຂຶ້ນ​ໄປ​ຊ້າໆ ຫາ​ບ່ອນ​ທີ່ນົກ​ຈັບ​ຢູ່. ເມື່ອ​ຂ້າ​ພະ​ເຈົ້າ​ຄ່ອຍ​ຊຸກ​ປາຍ​ຟອຍ​ຂຶ້ນ​ເຖິງ​ໂຕ​ນົກ, ມັນ​ກໍ​ອອກ​ມາ​ຢຽບ​ຢູ່​ປາຍ​ຟອຍ. ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຄ່ອຍ​ຍ່າງ ພາ​ມັນ​ໄປ​ຫາ​ປະ​ຕູ​ທີ່​ເປີດ​ຢູ່, ໂດຍ​ທີ່​ໄດ້​ຈັບ​ກ້ານ​ຟອຍ​ໄວ້​ໃຫ້​ແໜ້ນ. ທັນ​ທີ​ທີ່​ພວກ​ເຮົາ​ໄດ້​ໄປ​ເຖິງ​ປະ​ຕູ, ນົກ​ກໍ​ໄດ້​ບິນ​ໄປ​ຢ່າງ​ມີ​ອິດ​ສະ​ລະ.

ຄື​ກັນ​ກັບ​ນົກ​ໂຕນັ້ນ, ບາງ​ເທື່ອ​ເຮົາ​ກໍ​ຢ້ານ​ທີ່​ຈະ​ໄວ້​ວາງ​ໃຈ ເພາະ​ເຮົາ​ບໍ່​ເຂົ້າ​ໃຈ​ເຖິງຄວາມ​ຮັກ ແລະ ຄວາມ​ປາດ​ຖະ​ໜາ​ຢາກ​ຊ່ວຍ​ເຫລືອ ທີ່​ແທ້​ຈິງ​ຂອງພຣະ​ເຈົ້າ. ແຕ່​ເມື່ອ​ເຮົາ​ສຶກ​ສາ​ແຜນ​ຂອງພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພາ​ລະ​ກິດຂອງພຣະ​ເຢຊູ​ຄຣິດ, ເຮົາ​ຈະ​ເຂົ້າ​ໃຈ​ວ່າ ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ພວກພຣະ​ອົງ ແມ່ນ​ເພື່ອ​ໃຫ້​ເຮົາ​ມີຄວາມ​ສຸກ ແລະ ກ້າວ​ໜ້າ.13 ພວກພຣະ​ອົງ​ພ້ອມ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ ເມື່ອ​ເຮົາໝັ່ນ​ຂໍ, ໝັ່ນ​ຊອກ, ແລະ ໝັ່ນ​ເຄາະ.14 ເມື່ອ​ເຮົາ​ໃຊ້​ສັດ​ທາ ແລະ ຖ່ອມ​ຕົວ ເປີດ​ຕົວ​ເອງ​ຮັບ​ເອົາ​ຄຳ​ຕອບ​ຈາກ​ພວກພຣະ​ອົງ, ແລ້ວ​ເຮົາ​ຈະ​ເປັນ​ອິດ​ສະ​ລະ ຈາກ​ຄວາມ​ເຂົ້າ​ໃຈ​ຜິດ ແລະ ຄວາມ​ສັນ​ນິ​ຖານ, ແລະ ເຮົາ​ຈະ​ສາ​ມາດ​ເຫັນທາງ​ທີ່​ຈະ​ກ້າວ​ເດີນ​ໄປ​ໜ້າ.

ພຣະ​ເຢຊູ​ຄຣິດ ກໍ​ເປັນ​ແຫລ່ງ​ໃຫ້ ຄວາມ​ສະ​ຫງົບ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້ “ເພິ່ງ​ພາ​ຄວາມ​ຊ່ວຍ​ເຫລືອ​ທີ່​ພຽງ​ພໍ​ຂອງ [ພຣະ​ອົງ]”15 ແລະ ສັນ​ຍາ​ທີ່​ຈະ​ປະ​ທານ “ຄວາມ​ສະ​ຫງົບ … ຊຶ່ງ​ເກີນກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ,”16 ໃຫ້​ເຮົາ ຊຶ່ງ​ເປັນຄວາມ​ຮູ້​ສຶກ​ທີ່ມີ​ມາ ເມື່ອພຣະ​ວິນ​ຍານຂອງພຣະ​ອົງ “ກ່າວຄວາມ​ສະ​ຫງົບ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ”17 ບໍ່​ວ່າ​ການ​ທ້າ​ທາຍ​ທີ່​ອ້ອມ​ຮອບ​ເຮົາ​ຢູ່ ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ. ບໍ່​ວ່າ​ຈະ​ເປັນ​ການດີ້ນ​ລົນເປັນ​ສ່ວນ​ຕົວ, ເປັນ​ຄອບ​ຄົວ, ຫລື ເປັນ​ວິ​ກິດການ​ຂອງ​ຊຸມ​ຊົນກໍ​ຕາມ, ຄວາມ​ສະ​ຫງົບ​ຈະ​ມີ​ມາ ເມື່ອ​ເຮົາ​ໄວ້​ວາງ​ໃຈ​ວ່າ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງພຣະ​ເຈົ້າ ເທົ່າ​ນັ້ນ​ທີ່​ມີ​ອຳ​ນາດ​ທີ່​ຈະ​ບັນ​ເທົາ​ຈິດ​ວິນ​ຍານ​ທີ່​ເຈັບ​ປວດ​ຂອງ​ເຮົາ​ໄດ້.

ຮູບ​ພາບ
ສະເຈສະໜາ ໂພວິນສກີ, ສະ​ມາ​ຊິກ​ໃນ​ປະ​ເທດ​ໂຄຣເອເຊຍ

ສະເຈສະໜາ ໂພວິນສກີ, ເປັນ​ຄົນ​ໜຶ່ງ​ໃນ​ໄພ່​ພົນ​ກຸ່ມ​ນ້ອຍ​ໜຶ່ງ​ໃນ​ເມືອງ ຄາໂລແວັກ, ປະ​ເທດ ໂຄຣເອເຊຍ, ໄດ້​​ເພິ່ງ​ພາພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕອນ​ສາ​ມີ​ຂອງ​ນາງ ແລະ ພໍ່​ແມ່​ຂອງ​ນາງ ໄດ້​ເສຍ​ຊີ​ວິດ​ໄປ​ປີ​ກາຍນີ້ ຫ່າງ​ກັນ​ພຽງ​ຫົກ​ເດືອນ​ເທົ່າ​ນັ້ນ. ດ້ວຍ​ຄວາມ​ໂສກ​ເສົ້າ​ຫລາຍ, ແຕ່​ຍັງ​ມີ​ປະ​ຈັກ​ພະ​ຍານວ່າ​ຄອບ​ຄົວ​ຈະ​ຢູ່​ນຳ​ກັນ​ຕະ​ຫລອດ​ການ, ນາງ​ຈຶ່ງ​ໄດ້​ໃຊ້​ເງິນ​ທີ່​ທ້ອນ​ໄວ້ ເພື່ອ​ເດີນ​ທາງ​ໄປພຣະ​ວິ​ຫານ, ບ່ອນ​ທີ່​ນາງ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ສາ​ມີ ແລະ ພໍ່​ແມ່. ນາງ​ໄດ້​ບອກວ່າ ໃນ​ມື້​ເຫລົ່າ​ນັ້ນ ທີ່ພຣະ​ວິ​ຫານ ເປັນ​ມື້​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ຊີ​ວິດ​ຂອງ​ນາງ. ເປັນ​ເພາະປະ​ຈັກ​ພະ​ຍານ​ທີ່​ໝັ້ນ​ຄົງ​ຂອງ​ນາງ​ເຖິງພຣະ​ເຢຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງພຣະ​ອົງ, ນາງ​ຈຶ່ງ​ຮູ້​ສຶກ​ສະ​ຫງົບໃຈ ແລະ ໄດ້​ຮັບ​ການ​ປິ່ນ​ປົວ ແລະ ກໍ​ຍັງ​ໄດ້​ເປັນ​ພະ​ລັງ​ໃຫ້​ແກ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ນາງ​ນຳ​ອີກ.

ສັດ​ທາ​ໃນພຣະ​ເຢຊູ​ຄຣິດ ໄດ້​ນຳ​ຂອງ​ປະທານ​ທີ່​ເກີນກວ່າ​ການ​ປິ່ນ​ປົວ ແລະ ຄວາມ​ສະ​ຫງົບ ມາ​ໃຫ້​ນຳ​ອີກ. ດັ່ງ​ທີ່​ປະທານ ເຮັນຣີ ບີ ໄອຣິງ ໄດ້​ບອກ ທີ່​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຂອບພຣະ​ໄທ ສຳ​ລັບ​ຫລາຍ​ວິ​ທີ​ທາງ​ທີ່ພຣະ​ຜູ້​ເປັນ​ເຈົ້າ ໄດ້​ມາ​ຢ້ຽມ​ຢາມ​ຂ້າ​ພະ​ເຈົ້າ ເວ​ລາ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄວາມ​ສະ​ຫງົບ. ແຕ່ພຣະ​ບິ​ດາ​ໃນ​ສະ​ຫວັນຂອງ​ເຮົາ ບໍ່​ໄດ້​ເປັນ​ຫ່ວງພຽງ​ແຕ່​ກັບ​ຄວາມ​ສຸກ​ສະ​ບາຍ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ອີກ​ດ້ວຍ.”18

ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ຮ່ວມ​ດ້ວຍ​ຂອງ​ປະທານ​ແຫ່ງ​ການ​ໄຖ່ ແລະ ການ​ຟື້ນ​ຄືນ​ຊີ​ວິດ, ເຮົາ​ຈຶ່ງ​ສາ​ມາດ​ກັບ​ໃຈ, ປ່ຽນ​ແປງ, ແລະ ກ້າວ​ໜ້າ​ຊົ່ວ​ນິ​ລັນ​ດອນ. ເພາະ​ພະ​ລັງ​ທີ່ພຣະ​ອົງ​ໄດ້​ປະທານ​ໃຫ້​ເຮົາ, ເມື່ອ​ເຮົາ​ເຊື່ອ​ຟັງ, ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ຫລາຍກວ່າ​ທີ່​ເຮົາ​ສາ​ມາດ ດ້ວຍ​ຕົວ​ເອງ. ເຮົາ​ອາດບໍ່​ເຂົ້າ​ໃຈ​ຄັກ ວ່າດ້ວຍ​ວິ​ທີ​ໃດ, ແຕ່ເຮົາ​ທຸກ​ຄົນ​ໄດ້​ຮູ້​ສຶກ​ມີ​ສັດ​ທາຫລາຍ​ຂຶ້ນ​ໃນພຣະ​ຄຣິດ ແລະ ກໍ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ເຖິງ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ ແລະ ຈຸດ​ປະ​ສົງ​ຂອງ​ເຮົາ, ຊຶ່ງນຳ​ພາ​ເຮົາ​ໃຫ້​ເລືອກສິ່ງ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຮູ້ນັ້ນ.

ເຖິງ​ແມ່ນ​ໂລກ​ຈະ​ພະ​ຍາ​ຍາມ​ໂຄ່ນ​ລົ້ມ​ເຮົາ​ລົງ ໄປ​ຫາ​ລະ​ດັບ​ຂອງ​ການ “​ພຽງ​ແຕ່​ເປັນ​ສັດ,”19 ໂດຍ​ທີ່​ຮູ້​ວ່າ ພຣະ​ເຈົ້າ​ເປັນພຣະ​ບິ​ດາ​ຂອງ​ເຮົາ ຈຶ່ງ​ເຮັດ​ໃຫ້​ເຮົາ​ແນ່​ໃຈ​ວ່າ ເຮົາ​ມີ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ ແລະ ມີຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່. ເຖິງ​ແມ່ນ​ໂລກບອກ​ເຮົາ​ວ່າ ເມື່ອ​ຕາຍ​ໄປ ຊີ​ວິດ​ກໍ​ສິ້ນ​ສຸດ​ລົງ, ໂດຍ​ທີ່​ຮູ້​ວ່າ ພຽງ​ແຕ່ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງພຣະ​ເຈົ້າ ເທົ່າ​ນັ້ນ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້ໄດ້​ຮັບ​ການ​ໄຖ່ ແລະ ຟື້ນ​ຄືນ​ຊີ​ວິດ ກໍ​ໃຫ້​ຄວາມ​ຫວັງ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ແກ່​ເຮົາ​ແລ້ວ.

ເຮັດ​ຕາມ​ຕົວ​ຢ່າງ​ຂອງພຣະ​ເຢຊູ​ຄຣິດ

ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບພຣະ​ເຢຊູ​ຄຣິດ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ພັດ​ທະ​ນາ​ສັດ​ທາ​ຂອງ​ເຮົາ​ໃນພຣະ​ອົງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ແລະ ເຮົາ​ກໍ​ຢາກ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ. ເຮົາ​ກໍຢາກ​ຮັກ​ສາພຣະ​ບັນ​ຍັດ​ຂອງພຣະ​ອົງຫລາຍກວ່າ​ເກົ່າ. ເຮົາ​ກໍ​ຢາກ​ຊ່ວຍ​ບັນ​ເທົາ​ຄົນ​ອື່ນ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ, ດັ່ງ​ທີ່ພຣະ​ອົງ​ໄດ້​ກະ​ທຳ, ແລະ ເຮົາ​ກໍຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສະ​ຫງົບ ແລະ ມີຄວາມ​ສຸກ ດັ່ງທີ່​ເຮົາ​ມີ.

ເປັນ​ຫຍັງ​ການ​ພະ​ຍາ​ຍາມ​ເຮັດ​ຕາມພຣະ​ອົງ ຈຶ່ງ​ມີ​ພະ​ລັງ​ຫລາຍ​ແທ້? ເພາະ​ວ່າ​ເມື່ອ​ເຮົາມີສັດ​ທາ​ໃນ​ການ​ກະ​ທຳ, ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ນິ​ລັນ​ດອນ.20 ພຣະ​ເຢ​ຊູ​ແນະ​ນຳ​ສາ​ນຸ​ສິດ​ຂອງພຣະ​ອົງ​ໃຫ້​ຮັກ​ສາພຣະ​ບັນ​ຍັດ​ຂອງພຣະ​ອົງ ເພາະ​ວ່າ ເມື່ອ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງພຣະ​ອົງ, ເຮົາ​ຈະ​ເລີ່ມປະ​ສົບ​ກັບ​ຄວາມ​ຊົມ​ຊື່ນ​ຍິນ​ດີ, ແລະ ເມື່ອ​ເຮົາ​ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ຂອງພຣະ​ອົງ, ເຮົາ​ຈະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີຄົບ​ເຕັມ​ບໍ​ລິ​ບູນ. ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ, “ເຮົາ​ໄດ້​ບອກ​ຂໍ້​ຄວາມ​ເຫລົ່າ​ນີ້​ແກ່​ພວກ​ເຈົ້າ, ເພື່ອ​ຄວາມ​ຊົມ​ຊື່ນ​ຍິນ​ດີຂອງ​ພວກ​ເຈົ້າ​ຈະ​ຄົບ​ເຕັມ​ບໍ​ລິ​ບູນ.”21

ປະ​ຈັກ​ພະ​ຍານ​ຂອງ​ເຮົາ ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງພຣະ​ເຢຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງພຣະ​ອົງ​ບໍ? ເມື່ອ​ມໍ​ລະ​ສຸມ​ຊີ​ວິດ​ມາ​ເຖິງ, ເຮົາ​ຈະ​ຟ້າວ​ຟັ່ງ​ຊອກ​ຫາ​ປຶ້ມ​ແນະ​ນຳ ຫລື ຕິດ​ຂໍ້​ຄວາມ​ໃນ​ອິນ​ເຕີ​ເນັດ ຂໍ​ຄວາມ​ຊ່ວຍ​ເຫລືອ​ບໍ? ການ​ໃຊ້​ເວ​ລາ​ສ້າງ​ສັນ ແລະ ເພີ່ມ​ຄວາມ​ຮູ້ ແລະ ເພີ່ມ​ພະ​ລັງ​ໃຫ້​ແກ່ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງພຣະ​ເຢຊູ​ຄຣິດ ຈະ​ມີ​ປະ​ໂຫຍດ​ຫລາຍກວ່າ ໃນ​ເວ​ລາ​ມີ​ການ​ທົດ​ລອງ ແລະ ໃນ​ຄວາມ​ຍາກ​ລຳ​ບາກ. ການ​ອ່ານພຣະ​ຄຳ​ພີ ແລະ ໄຕ່​ຕອງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ທຸກວັນ, ການ​ມີ​ພາກ​ສ່ວນ​ໃນ​ການ​ອະ​ທິ​ຖານ​ຢ່າງ​ມີ​ຄວາມ​ໝາຍ, ການ​ເອົາ​ໃຈ​ໃສ່​ຕໍ່​ການ​ຮັບ​ສ່ວນ​ສິນ​ລະ​ລຶກທຸກ​ອາ​ທິດ, ການ​ຮັບ​ໃຊ້ຢ່າງ​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ກະ​ທຳ—ກິດ​ຈະ​ກຳ​ທີ່​ງ່າຍໆ​ເຫລົ່າ​ນີ້ ຈະ​ກາຍ​ເປັນ​ສິ່ງສ້າງຊີ​ວິດ​ທີ່​ມີ​ຄວາມ​ສຸກ​ໃຫ້​ເຮົາ​ໄດ້.

ແມ່ນ​ຫຍັງ​ນຳຄວາມ​ຊົມ​ຊື່ນ​ຍິນ​ດີມາ​ໃຫ້​ທ່ານ? ເມື່ອ​ເຫັນ​ຄົນ​ທີ່​ທ່ານ​ຮັກ​ຫລັງ​ກັບ​ຈາກ​ທຳ​ງານ? ​ຄວາມພໍ​ໃຈ​ກັບ​ວຽກ​ງານ​ທີ່​ສຳ​ເລັດ​ໄປ​ດ້ວຍ​ດີ? ແວວ​ຕາ​ທີ່​ສົດ​ໃສ​ຂອງ​ບາງ​ຄົນ ເມື່ອ​ທ່ານຊ່ວຍ​ແບ່ງ​ເບົາ​ພາ​ລາ​ຂອງ​ເຂົາ​ເຈົ້າ? ເນື້ອ​ເພງ​ສວດ ທີ່​ປະ​ທັບ​ໃຈ? ມິດ​ຕະ​ພາບ​ຂອງ​ເພື່ອນ​ໃກ້​ຊິດ? ຈົ່ງໃຊ້​ເວ​ລາ​ງຽບໆ ເພື່ອ​ຄິດ​ເຖິງ​ພອນ​ຂອງ​ທ່ານ, ແລະ ແລ້ວ​ໃຫ້​ຫາ​ວິ​ທີ​ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ອື່ນ. ເມື່ອ​ທ່ານ​ເອື້ອມ​ອອກ​ໄປ​ຮັບ​ໃຊ້ ແລະ ເຊີດ​ຊູ​ອ້າຍ​ເອື້ອຍ​ນ້ອງ​ຢູ່​ໃນ​ໝູ່​ບ້ານ ຫລື ຕະ​ຫລອດ​ທົ່ວ​ໂລກ ຊຶ່ງ​ກຳ​ລັງຢູ່​ໃນ​ຄວາມ​ວຸ້ນ​ວາຍ, ແລ້ວ​ທ່ານ​ຈະ​ຮູ້​ສຶກ​ໄດ້​ຮັບ​ຄວາມ​ສະ​ຫງົບ ແລະ ການ​ປິ່ນ​ປົວ ແລະ ແມ່ນ​ແຕ່ມີ​ຄວາມ​ກ້າວ​ໜ້າ ຫລາຍກວ່າ​ເກົ່າ.

ຈົ່ງມາຫາພຣະອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ທ່ານ​ໃຫ້ພຣະ​ເຢຊູ​ຄຣິດ​ເປັນຈຸດ​ໃຈ​ກາງ​ໃນ​ຊີ​ວິດ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ພົບ​ຄວາມ​ຊົມ​ຊື່ນ​ຍິນ​ດີ ໃນ​ສະ​ພາບ​ການ​ຂອງ​ທ່ານ, ບໍ່​ວ່າ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ. ແນ່ນອນ “ພຣະ​ອົງ, ເທົ່າ​ນັ້ນ,”22 ທີ່​ເປັນ​ຄຳ​ຕອບ. ໃຫ້​ຫາ​ເວ​ລາ ແລະ ໃຊ້​ເວ​ລາ​ທີ່​ຈະ​ຮູ້​ຈັກພຣະ​ເຢຊູ​ຄຣິດ ຜ່ານ​ການ​ສຶກ​ສາ​ຢ່າງ​ພາກ​ພຽນ, ພັດ​ທະ​ນາ​ສັດ​ທາ​ໃນພຣະ​ອົງ, ແລະ ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງພຣະ​ອົງ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາຈະ​ເວົ້າ​ອອກ​ມາ​ໄດ້, ກັບ​ນາງ​ນ້ອຍ​ເລນາ​ວ່າ “ຂໍ​ຂອບພຣະ​ໄທ​ພຣະ​ອົງ​ເຈົ້າ ສຳ​ລັບ​ຂອງ​ປະທານ ທີ່​ເປັນພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງພຣະ​ອົງ.”23 ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ເປັນ​ພອນ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.