​2010–2019
ພຣະ​ຄຳ​ພີ​ມໍມອນ: ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ຖ້າ​ປາດ​ສະ​ຈາກ​ມັນ?
ເດືອນ​ຕຸລາ 2017


ພຣະ​ຄຳ​ພີ​ມໍມອນ: ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ຖ້າ​ປາດ​ສະ​ຈາກ​ມັນ?

ໃນ​ວິ​ທີ​ທາງ​ທີ່​ມະ​ຫັດ​ສະ​ຈັນ ແລະ ແປກ​ປະ​ຫລາດ, ພຣະ​ຄຳ​ພີ​ມໍ​ມອນ​ສອນ​ເຮົາ​ເຖິງ​ພຣະ​ເຢຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ໃນ​ປີ 1986, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ກ່າວ​ປາ​ໄສ​ພິ​ເສດ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ ໃນ​ເມືອງອາກ​ຣາ, ປະ​ເທດ​ການາ. ຢູ່​ທີ່ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຫລາຍຄົນ​ຜູ້​ມີ​ຍົດ​ສູງ​ສັກ, ຮ່ວມ​ທັງ​ກະ​ສັດ​ເຜົ່າ​ອາຟຣິກາ. ໃນ​ຂະ​ນະ​ທີ່​ພວກ​ເຮົາ​ທັກ​ທາຍ​ກັນ ກ່ອນ​ການ​ປາ​ໄສ, ກະ​ສັດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ ຜ່ານ​ທາງ​ນາຍ​ພາ​ສາ, ຜູ້​ຊຶ່ງ​ໄດ້​ແປໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຕອບ​ນາຍ​ພາ​ສາ, ແລະ ນາຍ​ພາ​ສາ​ໄດ້​ແປໃຫ້​ກະ​ສັດ​ຟັງ.

ຫລັງ​ຈາກ​ການ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ, ກະ​ສັດ​ໄດ້​ຍ່າງ​ມາ​ຫາ​ຂ້າ​ພະ​ເຈົ້າ, ແຕ່​ເທື່ອນີ້ ບໍ່​ໄດ້​ໃຊ້​ນາຍ​ພາ​ສາ. ຕໍ່​ຄວາມ​ປະ​ຫລາດ​ໃຈຂອງ​ຂ້າ​ພະ​ເຈົ້າ, ເພິ່ນ​ເວົ້າ​ພາ​ສາ​ອັງ​ກິດ​ໄດ້​​ຢ່າງຄ່ອງ​ແຄ້ວ—ເປັນ​ສຳ​ນຽງ​ຂອງ​ຊາວ​ອັງ​ກິດ, ຖ້າ​ຈະ​ເວົ້າ​ແລ້ວ!

ກະ​ສັດ​ເບິ່ງ​ແບບ​ງົງ​ງັນ. “ທ່ານ​ເປັນ​ໃຜ?” ເພິ່ນ​ຖາມ.

ຂ້າ​ພະ​ເຈົ້າ​ຕອບ, “ຂ້າ​ນ້ອຍ​ເປັນ​ອັກ​ຄະ​ສາ​ວົກ​​ທີ່​ຖືກ​ແຕ່ງ​ຕັ້ງຄົນ​ໜຶ່ງ​ຂອງ​ພຣະ​ເຢຊູ​ຄຣິດ.”

ກະ​ສັດ​ຖາມ, “ເຈົ້າ​ສາ​ມາດ​ສອນ​ຫຍັງ​ແດ່​ໃຫ້​ຂ້ອຍ ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ?”

ຂ້າ​ພະ​ເຈົ້າ​ຕອບ​ດ້ວຍ​ຄຳ​ຖາມ​ວ່າ: “ຂ້າ​ນ້ອຍ​ຂໍ​ຖາມ​ແດ່​ວ່າ ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ ຕາມ​ການ​ອ່ານ​ຂອງ​ທ່ານ?”

ຄຳ​ຕອບ​ຂອງ​ກະ​ສັດ ບົ່ງ​ບອກວ່າ ເພິ່ນ​ໄດ້​ສຶກ​ສາ​ພຣະ​ຄຣິສ​ຕະ​ທຳ​ທຳ​ພີ​ຢ່າງ​ຈິງ​ຈັງ ແລະ ເປັນ​ຄົນ​ໜຶ່ງ​ທີ່​ຮັກ​ພຣະ​ຜູ້​ເປັນ​ເຈົ້າ.

ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ ເພິ່ນ​ຮູ້​ຫຍັງ​ບໍ່​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂອງ​ພຣະ​ເຢຊູ​ຄຣິດ ຕໍ່​ຜູ້​ຄົນ​ຊາວ​ອາ​ເມ​ຣິ​ກາ ໃນ​ສະ​ໄໝ​ບູ​ຮານ.

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ຄິດ, ເພິ່ນບໍ່​ຮູ້.

ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ຫລັງ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຖືກ​ຄຶງ ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ພຣະ​ອົງ​ໄດ້​ມາ​ຫາ​ຜູ້​ຄົນ​ຊາວ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ, ບ່ອນ​ທີ່​ພຣະ​ອົງ​ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ ແລະ ໄດ້​ຂໍ​ໃຫ້​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ຮັກ​ສາ​ບັນ​ທຶກ​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ ໃນ​ບັນ​ດາ​ພວກ​ເຂົາ.

“ບັນ​ທຶກນັ້ນ,” ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຕໍ່​ໄປ, “​ເປັນ​ໜັງ​ສື​ທີ່​ພວກ​ເຮົາ​ຮູ້​ຈັກ​ກັນ​ວ່າ ພຣະ​ຄຳ​ພີ​ມໍມອນ. ມັນ​ເປັນ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ. ມັນ​ເປັນ​ພຣະ​ຄຳ​ພີ​ຄຽງ​ຄູ່​ໄປ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.”

ເມື່ອ​ເຖິງ​ຈຸດນັ້ນ, ກະ​ສັດເລີ່ມສົນ​ໃຈ ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ປະ​ທານ​ເຜີຍ​ແຜ່​ທີ່​ໄປ​ກັບ​ຂ້າ​ພະ​ເຈົ້າ ແລະ ໄດ້​ຖາມ​ວ່າ ເພິ່ນ​ໄດ້​ເອົາ​ພຣະ​ຄຳ​ພີ​ມໍມອນ​ມາ​ນຳ​ຕື່ມ​ອີກ​ຈັກ​ເຫລັ້ມບໍ. ເພິ່ນ​ກໍ​ໄດ້​ດຶງ​ເອົາ​ເຫລັ້ມ​ໜຶ່ງ​ອອກ​ມາ​ຈາກ​ກະ​ເປົາ​ຂອງ​ເພິ່ນ.

ຂ້າ​ພະ​ເຈົ້າ​ໄດ້​ເປີດ​ມັນ​ໄປ​ຫາ 3 ນີໄຟ ບົດທີ 11, ແລະ ກະ​ສັດກັບ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ອ່ານ​ນຳ​ກັນ ເຖິງ​ຄຳ​ເທດ​ສະ​ໜາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແກ່​ຊາວ​ນີ​ໄຟ. ແລ້ວ​ກໍ​ໄດ້​ມອບ​ພຣະ​ຄຳ​ພີ​ມໍມອນ​​ເຫລັ້ມ​ນັ້ນໃຫ້​ເພິ່ນ. ຄຳ​ຕອບ​ຂອງ​ເພິ່ນ​ຈະ​ຢູ່​ໃນ​ຄວາມ​ຄິດ ແລະ ຢູ່ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ໄປ ທີ່​ວ່າ: “ຖ້າ​ເຈົ້າ​ເອົາ​ເພັດ​ພອຍ​ໃຫ້​ຂ້ອຍ, ກໍ​ບໍ່​ມີ​ຄ່າ​ເທົ່າ​ກັບ​ການ​ເພີ່ມ​ເຕີມ​ຄວາມ​ຮູ້​ກ່ຽວ​ກັບ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ໃຫ້​ຂ້ອຍ.”

ຫລັງ​ຈາກ​ປະ​ສົບ​ການ​ທີ່​ມີ​ພະ​ລັງ ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີໄຟ ແລ້ວ, ກະ​ສັດ​ໄດ້​ປະ​ກາດ​ວ່າ, “ຖ້າ​ຫາກ​ຂ້ອຍ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ຂ້ອຍ​ຈະ​ນຳ​ທັງ​ເຜົ່າ​ມາ​ເຂົ້າ​ນຳ​ຂ້ອຍ.”

“ໂອ້, ກະ​ສັດ​ເອີຍ,” ຂ້າ​ພະ​ເຈົ້າ​ກ່າວ, “ມັນ​ບໍ່​ເປັນ​ແບບນັ້ນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ເປັນ​ເລື່ອງ​ສ່ວນ​ຕົວ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ຕິ​ບັດ​ຕໍ່​ຊາວ​ນີ​ໄຟ​ເທື່ອ​ລະ​ຄົນ. ແຕ່​ລະ​ຄົນ​ໄດ້​ຮັບພະ​ຍານ ແລະ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.”1

ຮູບ​ພາບ
ພຣະເຢຊູໄດ້​ປະ​ຕິ​ບັດ​ຕໍ່ຊາວນີໄຟ

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ຄຳ​ພີ​ມໍມອນ​ມີ​ຄ່າ​ຫລາຍ ຂະ​ໜາດ​ໃດ ສຳ​ລັບ​ທ່ານ? ຖ້າ​ຫາກ​ມີ​ຄົນ​ມາ​ສະ​ເໜີ​ມອບ​ເພັດ​ພອຍ​ໃຫ້​ທ່ານ ຫລື ສະ​ເໜີ​ມອບ​ພຣະ​ຄຳ​ພີ​ໃຫ້​ທ່ານ, ທ່ານ​ຈະ​ເລືອກ​ເອົາ​ອັນ​ໃດ? ຕາມ​ຄວາມ​ຈິງ​ແລ້ວ, ສິ່ງ​ໃດ ມີ​ຄ່າ​ຫລາຍກວ່າ ສຳ​ລັບ​ທ່ານ?

ຈື່​ໄດ້​ຢູ່​ບໍ ໃນ​ວັນ​ເສົາ​ພາກ​ເຊົ້າ ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ ປີ 2017, ປະ​ທານ​ທອມມັສ ແອັສ ມອນສັນ ໄດ້​ຂໍ​ຮ້ອງ “ເຮົາ​ແຕ່​ລະ​ຄົນ​ໃຫ້ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ.”2 ຫລາຍ​ຄົນ​ກໍ​ໄດ້​ເຮັດ​ຕາມ​ທີ່​ສາດ​ສະ​ດາ​ໄດ້​ຂໍ​ຮ້ອງ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ວ່າ ທັງ​ຂ້າ​ພະ​ເຈົ້າ ແລະ ທ້າວຣາຍລີ ອາຍຸ ແປດ​ປີ ບໍ່​ຮູ້​ວ່າ​ມີ​ໃຜ​ຖ່າຍ​ຮູບ​ພວກ​ເຮົາ. ໃຫ້​ສັງ​ເກດ​ເບິ່ງວ່າ ທ້າວຣາຍລີ ກຳ​ລັງ​ອ່ານພຣະ​ຄຳ​ພີ​ມໍ​ມອນ​ຂອງ​ລາວ ໂດຍ​ເອົາສິ່ງ​ຂັ້ນ​ໜ້າ​ເຈ້ຍ ທີ່​ມີ​ຖ້ອຍ​ຄຳ​ຂຽນ​ວ່າ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” ຊ່ວຍ​ອ່ານ.

ຮູບ​ພາບ
ປະທານ​ແນວສັນ ແລະ ທ້າວຣາຍລີ ກຳ​ລັງສຶກສາພຣະຄຳພີ

ບາງ​ສິ່ງ​ທີ່​ມີ​ພະ​ລັງ​ຈະ​ເກີດ​ຂຶ້ນ ເມື່ອ​ລູກ​ຂອງ​ພຣະ​ເຈົ້າ ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ອົງ​ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ຫລາຍກວ່າ​ເກົ່າ. ບໍ່​ມີ​ຢູ່​ໃນບ່ອນ​ໃດ​ອີກ ທີ່​ຄວາມ​ຈິງ​ເຫລົ່າ​ນັ້ນ​ໄດ້​ຖືກ​ສອນ​ຢ່າງ​ແຈ່ມ​ແຈ້ງ ແລະ ມີ​ພະ​ລັງ​ຫລາຍ​ໄປ​ກວ່າ ທີ່​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ.

ນັບ​ຕັ້ງ​ແຕ່​ປະ​ທານມອນສັນ​ໄດ້​ທ້າ​ທາຍ ຫົກ​ເດືອນ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ກໍ​ໄດ້​ພະ​ຍາ​ຍາມ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ. ໃນ​ບັນ​ດາ​ຫລາຍໆ​ສິ່ງ, ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ສິ່ງ​ທີ່​ພຣະ​ຄຳ​ພີ​ມໍມອນ ເປັນ, ສິ່ງ​ທີ່​ມັນ ຢືນ​ຢັນ ສິ່ງ​ທີ່ມັນ ພິສູດ, ສິ່ງ​ທີ່​ມັນ ບັນລຸ, ສິ່ງ​ທີ່​ມັນ ເຮັດ​ໃຫ້​ແຈ່ມ​ແຈ້ງ, ແລະ ສິ່ງ​ທີ່​ມັນ ເປີດ​ເຜີຍ. ເມື່ອ​ເຮົາ​ເບິ່ງ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການມອງ​ແບບນີ້ ຈຶ່ງ​ເປັນ​ການ​ເຝິກ​ຝົນ​ທີ່​ໃຫ້​ຄວາມ​ຮູ້ ແລະ ໃຫ້​ການ​ດົນ​ໃຈ​ຫລາຍ! ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ມັນ​ຕໍ່​ທ່ານ​ແຕ່​ລະ​ຄົນ.

ລະ​ຫວ່າງ​ຫົກ​ເດືອນ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຊື້ອ​ເຊີນ​ກຸ່ມ​ຕ່າງໆ—ຮ່ວມ​ທັງ​ບັນ​ດາ​ອ້າຍ​ນ້ອງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ປະ​ເທດ ຈີເລ, ແລະ ກຸ່ມ​ປະ​ທານ​ເຜີຍ​ແຜ່ ແລະ ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ ໃນ​ປະ​ເທດ ອາກຊັງຕິນ—ໃຫ້​ພິ​ຈາ​ລະ​ນາ ຄຳ​ຖາມ​ສາມ​ຂໍ້ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ ໃນ​ມື້ນີ້:

ທຳ​ອິດ, ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດຖ້າ ປາດ​ສະ​ຈາກ ພຣະ​ຄຳ​ພີ​ມໍມອນ? ສອງ, ທ່ານ​ຄົງ ບໍ່​ຮູ້ ຫຍັງ​ແດ່? ແລະ ສາມ, ທ່ານ​ຄົງ ບໍ່​ມີ ຫຍັງ​ແດ່?

ຄຳ​ຕອບ​ໄດ້​ມາ​ຈາກ​ກຸ່ມ​ເຫລົ່າ​ນີ້ ຢ່າງ​ກະ​ຕື​ລື​ລົ້ນ ຈາກ​ໃຈ​ຂອງ​ເຂົາ​ເຈົ້າ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຕອບ​ສອງ​ສາມ​ຄຳ​ຂອງ​ເຂົາ​ເຈົ້າ:

“ຖ້າ​ປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍມອນ, ຂ້າ​ນ້ອຍ​ຄົງ​ສັບ​ສົນ​ກ່ຽວ​ກັບ​ຄຳ​ສອນ ແລະ ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ ຫລາຍໆ ສິ່ງ. ຂ້າ​ນ້ອຍ​ຄົງ​ເປັນ​ແບບ​ເມື່ອ​ກ່ອນ ຕອນ​ຍັງ​ບໍ່​ໄດ້​ພົບ​ເຫັນ​ສາດ​ສະ​ໜາ​ຈັກ, ຕອນ​ຂ້າ​ນ້ອຍ​ກຳ​ລັງ​ຊອກ​ຫາ​ຄວາມ​ຮູ້, ສັດ​ທາ, ແລະ ຄວາມ​ຫວັງ.”

ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຄົງບໍ່​ຮູ້​ຈັກ​ເຖິງ​ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງຂ້າ​ນ້ອຍ​ໄດ້.”

ຄົນ​ໜຶ່ງ​ອີກ: “ຂ້າ​ນ້ອຍ​ຄົງ​ບໍ່​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ໂລກນີ້!”

ອີກ​ຄົນ​ໜຶ່ງ​ໄດ້​ຕອບ​ວ່າ: “ຂ້າ​ນ້ອຍ​ຄົງ​ບໍ່​ຮູ້​ວ່າ ຊີ​ວິດ​ມີ​ຢູ່​ຕໍ່​ໄປ​ຫລັງ​ຈາກ​ຊີ​ວິດນີ້. ເພາະ​ພຣະ​ຄຳ​ພີ​ມໍມອນ, ຂ້າ​ນ້ອຍ​ຈຶ່ງ​ຮູ້​ເຖິງ​ຄວາມ​ເປັນຈິງ​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ. ນີ້​ຄື​ເປົ້າ​ໝາຍ​ສູງ​ສຸດ​ທີ່​ເຮົາ​ຢາກ​ໄປ​ເຖິງ.”

ຄຳ​ຕອບ​ອັນ​ສຸດ​ທ້າຍ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ຫລາຍ​ສິບ​ປີ​ກ່ອນ ຕອນ​ເປັນ​ໝໍ​ຜ່າ​ຕັດໜຸ່ມ. ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈິງ​ຈັງ​ຂອງ​ໝໍ​ຜ່າ​ຕັດ​ແມ່ນ, ບາງ​ເທື່ອ, ຕ້ອງ​ໄດ້​ບອກ​ໃຫ້​ຄອບ​ຄົວ​ຂອງ​ຜູ້​ປ່ວຍ​ຮູ້​ວ່າ ຄົນ​ທີ່​ເຂົາ​ເຈົ້າ​ຮັກ ໄດ້​ຈາກ​ໄປ​ແລ້ວ. ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ ບ່ອນ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ງານ, ຫ້ອງ​ໜຶ່ງ​ໄດ້​ຖືກ​ສ້າງ​ດ້ວຍ​ຝາ​ປິດ​ສຽງ​ທີ່​ມີ​ນວມ ບ່ອນ​ທີ່​ຄອບ​ຄົວ​ຮັບ​ເອົາ​ຂ່າວ​ແບບນັ້ນ. ຢູ່​ໃນ​ຫ້ອງນັ້ນ, ບາງ​ຄົນ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ຂອງ​ຕົນ​ອອກ​ມາ ໂດຍ​ການ​ເອົາ​ຫົວ​ທຸບ​ໃສ່​ຝາ. ຂ້າ​ພະ​ເຈົ້າ​ກໍ​ຢາກ​ສອນ​ຜູ້​ຄົນ​ເຫລົ່າ​ນັ້ນ​ຫລາຍ​ທີ່​ສຸດ ກ່ຽວ​ກັບ​ຄວາມ​ຕາຍ, ເຖິງ​ແມ່ນ​ມັນ​ເປັນ​ສິ່ງ​ຍາກ​ຫລາຍ​ສຳ​ລັບ​ຜູ້​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ແຕ່​ມັນ​ກໍ​ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ເປັນ​ຢູ່​ໃນຊ່ວງ​ມະ​ຕະ​ຂອງ​ເຮົາ. ​ຄວາມຕາຍ​ອະ​ນຸ​ຍາດ​ເຮົາ​ໃຫ້ໄປ​ສູ່​ໂລກ​ຕໍ່​ໄປ.3

ອີກ​ຄົນ​ໜຶ່ງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: “ຂ້າ​ນ້ອຍບໍ່​ເຄີຍ​ມີ​ຊີ​ວິດ​ດີ ຈົນ​ກວ່າ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍມອນ. ເຖິງ​ແມ່ນ​ວ່າ ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ ແລະ ໄດ້​ໄປ​ໂບດ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ, ແຕ່​ພຣະ​ຄຳ​ພີ​ມໍມອນ ໄດ້​ຊ່ວຍ​ຂ້າ​ນ້ອຍ ໃຫ້​ສື່​ສານແທ້ໆ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເປັນ​ເທື່ອ​ທຳ​ອິດ.”

ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຖ້າ​ປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ, ຂ້າ​ນ້ອຍ​ຄົງ​ບໍ່​ເຂົ້າ​ໃຈ​ວ່າ ບໍ່​ພຽງ​ແຕ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ຂ້າ​ນ້ອຍ, ແຕ່​ພຣະ​ອົງ​ຍັງສາ​ມາດ​ປິ່ນ​ປົວ​ຄວາມ​ເຈັບ​ປວດ ແລະ ຄວາມ​ໂສກ​ເສົ້າ​ຂອງ​ຂ້າ​ນ້ອຍ​ນຳ​ອີກ.”4

ແລະ ກໍ​ມີ​ຄົນ​ໜຶ່ງ​ອີກ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຄົງ​ບໍ່​ຮູ້​ວ່າ ເຮົາ​ມີ​ສາດ​ສະ​ດາ​ທີ່​ນຳ​ພາ​ເຮົາ.”

ການ​ຮັບ​ເອົາ​ຄວາມ​ຈິງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ປະ​ຈຳ ສາ​ມາດ​ເປັນ​ປະ​ສົບ​ການ​ປ່ຽນ​ແປງ​ຊີ​ວິດ​ໄດ້. ຫລານ​ສາວ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາທີ່​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ຊິດສະເຕີ ອໍລີເວຍ ແນວສັນ, ໄດ້​ສັນ​ຍາ​ກັບ​ຜູ້​ສົນ​ໃຈ​ຄົນ​ໜຶ່ງວ່າ ຖ້າ​ຫາກ​ລາວ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍມອນ​ທຸກວັນ, ແລ້ວ​ຄະແນນ​ສອບ​ເສັງ​ຂອງ​ລາວ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈະ​ດີ​ຂຶ້ນ. ລາວ​ກໍ​ໄດ້​ເຮັດ, ແລະ ຄະແນນ​ກໍ​ດີ​ຂຶ້ນ.

ຮູບ​ພາບ
ຊິດສະເຕີ ອໍລີເວຍ ແນວສັນ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແທ້ໆ. ມັນ​ບັນ​ຈຸ​ຄຳ​ຕອບ ຕໍ່​ຄຳ​ຖາມ​ທີ່​ຈຳ​ເປັນເກືອບ​ທັງ​ໝົດ​ຂອງ​ຊີ​ວິດ​ໄດ້. ມັນ​ສອນ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ຄຣິດ.5 ຄວາມ​ຈິງ​ທີ່ “ລຽບ​ງ່າຍ ແລະ ມີ​ຄ່າ”6 ຊຶ່ງ​ໄດ້​ສູນ​ຫາຍ​ໄປ ໃນ​ຫລາຍ​ສັດ​ຕະ​ວັດ ແລະ ໃນ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ຫລາຍ​ເທື່ອ ໄດ້​ຖືກ​ຂະ​ຫຍາຍ ແລະ ເຮັດ​ໃຫ້​ແຈ່ມ​ແຈ້ງຂຶ້ນ.

ພຣະ​ຄຳ​ພີ​ມໍ​ມອນໄດ້​ໃຫ້​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນ ແລະ ເຊື່ອ​ຖື​ໄດ້​ທີ່​ສຸດ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ຫລາຍກວ່າໃນ​ໜັງ​ສື​ເຫລັ້ມ​ອື່ນໆ. ມັນ​ສອນ​ເຖິງຄວາມ​ໝາຍ​ຂອງ​ການ​ເກີດ​ໃໝ່​ຢ່າງ​ແຈ່ມ​ແຈ້ງ. ຈາກ​ພຣະ​ຄຳ​ພີ​ມໍມອນ ເຮົາ​ໄດ້​ຮຽນ​ຮູ້ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ. ເຮົາ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ໃນ​ໂລກນີ້. ຄວາມ​ຈິງ​ເຫລົ່າ​ນີ້ ແລະ ຄວາມ​ຈິງ​ອື່ນໆ ແມ່ນ​ມີ​ພະ​ລັງ ແລະ ຈູງ​ໃຈ​ຫລາຍ ຊຶ່ງ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຫລາຍກວ່າ​ຈາກ​ໜັງ​ສື​ເຫລັ້ມ​ອື່ນໆ. ພະລັງ​ອັນ​ບໍ​ລິ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ຖືກບັນ​ຈຸ​​ໄວ້ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ. ​ໝົດ​ເທົ່າ​ນັ້ນ.

ພຣະ​ຄຳ​ພີ​ມໍມອນ ອະ​ທິ​ບາຍ​ຄຳ​ສອນ​ຂອງ​ພຣະ​ອາ​ຈານ ທັງ​ສະ​ແດງ​ໃຫ້​ເຫັນ​ຍຸດ​ທະ​ວິ​ທີ​ຂອງ​ຜູ້​ປໍ​ລະ​ປັກ​ນຳ​ອີກ.7 ພຣະ​ຄຳ​ພີ​ມໍ​ມອນ​ສອນ​ຄຳ​ສອນ​ທີ່​ແທ້​ຈິງ ເພື່ອກຳ​ຈັດ​ປະ​ເພ​ນີ​ທາງ​ສາດ​ສະ​ໜາ​ທີ່​ຜິດ—ດັ່ງ​ເຊັ່ນ ການ​ບັບ​ຕິ​ສະ​ມາ​ໃຫ້​ເດັກ​ແດງ​ທາ​ລົກ.8 ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຈຸດ​ປະ​ສົງ​ແກ່​ຊີ​ວິດ ໂດຍ​ການ​ຊັກ​ຊວນ​ເຮົາ​ໃຫ້​ໄຕ່​ຕອງ​ເຖິງ​ສັກ​ກະ​ຍະ​ພາບ​ຂອງ​ຊີ​ວິດ​ນິ​ລັນ​ດອນ ແລະ “ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”9 ພຣະ​ຄຳ​ພີ​ມໍມອນ ທຳ​ລາຍ​ຄວາມ​ເຊື່ອຖື​ທີ່​ຜິດ ທີ່​ວ່າ​ຄວາມ​ສຸກ​ມີ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ10 ແລະ ທີ່ວ່າ​ຄວາມ​ດີ​ຂອງ​ບຸກ​ຄົນ ກໍ​ພຽງ​ພໍ​ແລ້ວ ສຳ​ລັບ​ການ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.11 ມັນ​ລົບ​ລ້າງຄວາມ​ຄິດ​ຜິດ​ຕະ​ຫລອດ​ໄປ ທີ່​ວ່າ​ການ​ເປີດ​ເຜີຍ​ໝົດ​ໄປ​ແລ້ວກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ວ່າ​ຟ້າ​ສະ​ຫວັນ​ປິດ​ແລ້ວ ໃນ​ທຸກວັນ​ນີ້.

ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ຄຳ​ວ່າ ພະ​ລັງ. ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍມອນ​ມີ ພະ​ລັງ ທີ່​ຈະ​ປິ່ນ​ປົວ, ປອບ​ໂຍນ, ຟື້ນ​ຟູ, ຊ່ວຍ​ເຫລືອ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ເຮັດ​ໃຫ້​ສະ​ບາຍ​ໃຈ​ຂຶ້ນ, ແລະ ເປັນ​ກຳ​ລັງ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີກວ່າ​ເກົ່າ—ໃນ​ທຸກວັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກວັນ, ໂຣກ​ລະ​ບາດ​ຂອງ​ຮູບ​ພາບ​ລາ​ມົກ ແລະ ການ​ຕິດ​ແສດ​ທາງ​ຈິດ​ໃຈ​ອື່ນໆ.

ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ບາງ​ຄົນ, ຮ່ວມ​ທັງ​ຕົວ​ຂ້າ​ພະ​ເຈົ້າ​ເອງ​ເວົ້າ​ວ່າ, “ຂ້າ​ນ້ອຍຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ,” ​ຂ້າ​ພະ​ເຈົ້າ​ຢາກ​ຮ້ອງ​ອອກ​ມາ​ວ່າ, “ດີ​ແລ້ວ, ແຕ່​ຍັງ​ບໍ່​ພຽງ​ພໍ!” ເຮົາ​ຕ້ອງ​ຮູ້​ສຶກ, ຢ່າງ​ເລິກ​ຊຶ້ງ “ໃນ​ສ່ວນ​ເລິກ​ທີ່​ສຸດ” ຂອງ​ໃຈ​ເຮົາ,12 ວ່າ​ພຣະ​ຄຳ​ພີ​ມໍ​ມອນ ເປັນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ຫາ​ອັນ​ປຽບ​ບໍ່​ໄດ້. ເຮົາ​ຕ້ອງ​ຮູ້​ສຶກ​ມັນ​ຢ່າງ​ເລິກ​ຊຶ້ງວ່າ ເຮົາ​ຈະ​ບໍ່​ຢາກ​ມີ​ຊີ​ວິດ ແມ່ນ​ແຕ່ມື້​ດຽວ ປາດ​ສະ​ຈາກ​ມັນ. ຂ້າ​ພະ​ເຈົ້າ​ຂໍ​ຖອດ​ຄວາມ ຂອງ​ປະທານ​ບຣິກຳ ຢັງ ທີ່​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຢາກ​ມີ​ສຽງ​ຂອງ​ຟ້າ​ຮ້ອງ​ເຈັດ​ສາຍ ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ຕື່ນ​ຂຶ້ນ​ມາ”13 ຫາຄວາມ​ຈິງ ແລະ ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍມອນ.

ເຮົາ​ຕ້ອງ​ເປັນ​ຄື​ກັນ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄົນ​ໜຶ່ງ ທີ່​ຮັບ​ໃຊ້​ຢູ່​ເອີ​ຣົບ ຜູ້​ຮູ້​ສຶກ​ຢ່າງ​ເລິກ​ຊຶ້ງ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍມອນ ຈົນ​ວ່າ​ລາວ​ໄດ້​ແລ່ນ​ໄປ​ກັບ​ພຣະ​ຄຳ​ພີ​ມໍມອນ ເອົາ​ໄປ​ໃຫ້​ຊາຍ​ຄົນ​ໜຶ່ງ​ຢູ່​ສວນ​ສາ​ທາ​ລະ​ນະ ທີ່​ລາວ​ກັບ​ຄູ່​ສອນ​ຂອງ​ລາວ ຫາ​ກໍ​ພົບ​ເຈິ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ແລ່ນ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈເຊັບ ສະມິດ ໄດ້​ເປັນ ແລະ ເປັນ ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍນີ້. ແມ່ນ​ເພິ່ນ ຜູ້​ຊຶ່ງ​ຜ່ານ​ທາງ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ, ໄດ້​ແປ​ໜັງ​ສື​ທີ່​ສັກສິດ​ນີ້. ນີ້ ຄື ໜັງ​ສື ທີ່​ຈະ​ຊ່ວຍ​ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢຊູ​ຄຣິດ ເປັນ​ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ທີ່​ຊົງ​ພຣະ​ຊົນ​ຢູ່​ແທ້ໆ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່, ແລະ ເປັນຕົວ​ຢ່າງ​ທີ່​ຍິ່ງ​ໃຫຍ່ຂອງ​ເຮົາ, ແລະ ເປັນ​ຜູ້​ກ່າວ​ແທນ​ເຮົາ​ກັບ​ພຣະ​ບິ​ດາ. ພຣະ​ອົງ​ເປັນ​ພຣະ​ເມຊີອາ​ທີ່​ໄດ້​ຖືກ​ສັນ​ຍາ​ໄວ້, ເປັນ​ພຣະ​ເມຊີອາ​ໃນ​ຄວາມ​ເປັນ​ມະ​ຕະ, ແລະ ຈະ​ເປັນ​ພຣະ​ເມຊີອາ​ໃນ​ຊ່ວງ​ພັນ​ປີ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ໃນ​ວິ​ທີ​ທາງ​ທີ່​ມະ​ຫັດ​ສະ​ຈັນ ແລະ ແປກ​ປະ​ຫລາດ, ພຣະ​ຄຳ​ພີ​ມໍມອນ​ສອນ​ເຮົາ​ເຖິງ​ພຣະ​ເຢຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ປະທານ​ທອມມັສ ແອັສ ມອນສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ​ທຸກວັນ​ນີ້. ຂ້າ​ພະ​ເຈົ້າ​ຮັກ​ເພິ່ນ ແລະ ສະ​ໜັບ​ສະ​ໜູນ​ເພິ່ນ ດ້ວຍ​ສຸດ​ໃຈ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ສິ່ງ​ທີ່​ປະທານ​ແນວສັນ​ໄດ້​ຂຽນ​ໄວ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍມອນ

ພຣະ​ຄຳ​ພີ​ມໍມອນ ເປັນ:

  • ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ ຜູ້​ຂຽນ​ຄົນ​ສຳ​ຄັນ​ຂອງ​ມັນ​ແມ່ນ—ນີໄຟ, ຢາໂຄບ, ມໍມອນ, ໂມໂຣໄນ—ແລະ ຜູ້​ແປ​ຂອງ​ມັນ​ແມ່ນ, ໂຈເຊັບ ສະມິດ, ທຸກ​ຄົນ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ.

  • ບັນ​ທຶກ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຕໍ່​ຜູ້​ຄົນຊາວ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ.

  • ເປັນ​ຄວາມ​ຈິງ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ເປັນ​ພະ​ຍານ.

ພຣະ​ຄຳ​ພີ​ມໍມອນ ຢືນ​ຢັນ:

  • ເຖິງບຸກ​ຄົນ​ທີ່ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ.

  • ເຖິງຄວາມ​ຈຳ​ເປັນ​ຂອງ​ການ​ຕົກ​ຂອງ​ອາດາມ ແລະ ປັນ​ຍາ​ຂອງ​ເອວາ, ເພື່ອ​ວ່າ​ມະ​ນຸດ​ຈະ​ມີ​ຄວາມ​ສຸກ.

ພຣະ​ຄຳ​ພີ​ມໍມອນ ພິ​ສູດ ຄວາມ​ຄິດ​ທີ່​ວ່າ:

  • ການ​ເປີດ​ເຜີຍ​ໄດ້​​ສິ້ນ​ສຸດ​ໄປ​ແລ້ວ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

  • ເດັກ​ແດງ​ທາ​ລົກ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ.

  • ຄວາມ​ສຸກ​ມີ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ.

  • ຄວາມ​ດີ​ຂອງ​ບຸກ​ຄົນ​​ກໍພຽງ​ພໍ​ສຳ​ລັບ​ຄວາມ​ສູງ​ສົ່ງ (ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ເປັນ​ສິ່ງ​ຈຳ​ເປັນ).

  • ການ​ຕົກ​ຂອງ​ອາ​ດາມ ນຳ​ມົນ​ທິນມາ​ໃຫ້​ມະ​ນຸດ​ດ້ວຍ “ບາບດັ້ງ​ເດີມ.”

ພຣະ​ຄຳ​ພີ​ມໍມອນ ເຮັດ​ໃຫ້​ຄຳ​ທຳ​ນາຍ​ສຳ​ເລັດ​ຄົບ​ຖ້ວນ​ທີ່​ວ່າ:

  • “ຝູງ​ແກະ​ອື່ນ” ຈະ​ໄດ້​ຍິນ​ສຸ​ລະສຽງ​ຂອງ​ພຣະ​ອົງ.

  • ພຣະ​ເຈົ້າ​ຈະ “ເຮັດ​ການ​ງຶດ​ງໍ້,” ກ່າວ “ຈາກ​ຂີ້​ຝຸ່ນ​ດິນ.”

  • “ກິ່ງ​ງ່າ​ຂອງ​ຢູດາ” ແລະ “ກິ່ງ​ງ່າ​ຂອງ​ໂຢເຊັບ” ຈະ​ກາຍ​ເປັນ​ອັນ​ດຽວ​ກັນ.

  • ຊາວ​ອິດສະ​ຣາເອນ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ ຈະ​ຖືກ​ເຕົ້າ​ໂຮມ “ໃນ​ຍຸກ​ສຸດ​ທ້າຍ” ແລະ ວິ​ທີ​ທີ່​ມັນ​ຈະ​ເກີດ​ຂຶ້ນ.

  • ແຜ່ນ​ດິນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ສຳ​ລັບ​ເຊື້ອ​ສາຍ​ຂອງ​ໂຢເຊັບ ແມ່ນ​ຢູ່​ໃນ​ຊີກ​ໂລກ​​ເບື້ອງຕາ​ເວັນ​ຕົກ.

ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຄວາມ​ເຂົ້າ​ໃຈ ທີ່​ແຈ່ມ​ແຈ້ງ ກ່ຽວ​ກັບ:

  • ຊີ​ວິດ​ກ່ອນ​ຊ່ວງ​ມະ​ຕະຂອງ​ເຮົາ.

  • ​ຄວາມ​ຕາຍ. ມັນ​ເປັນ​ພາກ​ສ່ວນ​​ທີ່ຈຳ​ເປັນ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ.

  • ຊີ​ວິດ​ຫລັງ​ຈາກ​ຊ່ວງ​ມະ​ຕະ ເລີ່ມ​ຕົ້ນ​ໃນ​ທີ່​ສຸ​ຂະ​ເສີມ.

  • ການ​ຟື້ນ​ຄືນ​ຂອງ​ຮ່າງ​ກາຍ, ການ​ກັບ​ເຂົ້າ​ຄືນ​ຫາ​ວິນ​ຍານ​ຂອງ​ມັນ, ກາຍ​ເປັນ​ຈິດ​ວິນ​ຍານ​ທີ່​ອະ​ມະ​ຕະ.

  • ການ​ພິ​ພາກ​ສາ​ຂອງ​ເຮົາ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເປັນ​ໄປ​ຕາມ​ການ​ກະ​ທຳ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ.

  • ວິ​ທີ​ທີ່​ພິ​ທີ​ການຖືກ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ: ຍົກ​ຕົວ​ຢ່າງ, ບັບ​ຕິ​ສະ​ມາ, ສິນ​ລະ​ລຶກ, ການມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.

  • ການ​ຟື້ນ​ຄືນ​ພຣະ​ຊົນ.

  • ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ເຫລົ່າ​ທູດ.

  • ລັກ​ສະ​ນະ​ນິ​ລັນ​ດອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

  • ວິ​ທີ​ທີ່​ພະ​ລັງ​ຂອງ​ພຣະ​ຄຳ ມີ​ອິດ​ທິ​ພົນ​ຕໍ່​ການ​ປະ​ພຶດ​ຂອງ​ມະ​ນຸດ​ຫລາຍກວ່າ ພະ​ລັງ​ຂອງ​ດາບ.

ພຣະ​ຄຳ​ພີ​ມໍ​ມອນ ເປີດ​ເຜີຍ​ຂໍ້​ມູນ​ທີ່ບໍ່​ເຄີຍ​ຮູ້​ມາ​ກ່ອນ:

  • ການ​ບັບ​ຕິ​ສະ​ມາ​ໄດ້​ຖືກ​ກະ​ທຳ​ກ່ອນ​ພຣະ​ເຢຊູ​ຄຣິດ ໄດ້​ມາ​ກຳ​ເນີດ.

  • ພຣະ​ວິ​ຫານ​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ຖືກ​ໃຊ້​ໂດຍ​ຜູ້​ຄົນ​ຊາວ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ.

  • ໂຢເຊັບ, ລູກ​ຊາຍ​ຄົນ​ທີ 11 ຂອງ​ອິດສະ​ຣາເອນ, ໄດ້​ເຫັນ​ບົດ​ບາດ​ການ​ເປັນ​ສາດ​ສະ​ດາ​ຂອງ​ໂຈເຊັບ ສະມິດ.

  • ນີໄຟ (ໃນ 600–592 ປີ ກ່ອນ ຄ.ສ.) ໄດ້​ເຫັນ​ການ​ພົບ​ພໍ້ ແລະ ການ​ມາຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ອາ​ເມ​ຣິ​ກາ.

  • ພາກ​ສ່ວນ​ທີ່​ລຽບ​ງ່າຍ ແລະ ມີ​ຄ່າ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ໄດ້​ສູນ​ຫາຍ​ໄປ.

  • ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໄດ້​ຖືກມອບ​ໃຫ້​ແຕ່​ລະ​ຄົນ.

  • ຄວາມ​ສຳ​ຄັນ​ຂອງອຳ​ເພີ​ໃຈ​ຂອງ​ແຕ່​ລະ​ຄົນ ແລະ ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ສິ່ງ.

  • ຄຳ​ເຕືອນ​ກ່ຽວ​ກັບ “ການມົ້ວ​ສຸມ​ລັບ.”