​2010–2019
ນິ​ລັນ​ດອນ​ໃນ​ແຕ່​ລະ​ວັນ
ເດືອນ​ຕຸລາ 2017


ນິ​ລັນ​ດອນ​ໃນ​ແຕ່​ລະ​ວັນ

ການ​ຖ່ອມ​ຕົວ​ກ່ຽວ​ກັບ​ວ່າ​ເຮົາ​ເປັນ​ໃຜ ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ ເປັນ​ສິ່ງ​ສຳ​ຄັນ.

ນັບ​ແຕ່​ການ​ໄປ​ເຜີຍ​ແຜ່​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ປະ​ເທດ​ອັງ​ກິດ ຕອນ​ເປັນ​ໜຸ່ມ, ຂ້າ​ພະ​ເຈົ້າ​ຍັງ​ມັກ​ຄຳ​ຕະ​ຫລົກ​ຂອງ​ຊາວ​ອັງ​ກິດ​ຢູ່. ບາງ​ເທື່ອ​ມັນ​ບົ່ງ​ບອກ​ເຖິງ​ການຄັດ​ຄ້ານ​ຕົນ​ເອງ, ຄວາມສຸ​ພາບ, ​ການເຂົ້າ​ຫາ​ຊີ​ວິດ​ດ້ວຍ​ຄວາມ​ຖ່ອມ​ຕົວ. ຕົວ​ຢ່າງ​ເຖິງ​ສິ່ງ​ນີ້​ແມ່ນ​ເຫັນ​ຢູ່​ໃນ​ລະ​ດູ​ແລ້ງ. ລະ​ດູ​ແລ້ງ​ຂອງ​ປະ​ເທດ​ອັງ​ກິດ​ແມ່ນ​ສັ້ນໆ ແລະ ອາ​ກາດ​ປ່ຽນ​ແປງ​ກະ​ທັນ​ຫັນ. ນັກ​ຂຽນ​ຄົນ​ໜຶ່ງ​ໄດ້​ກ່າວ​ແບບ​ຕະ​ຫລົກ​ວ່າ, “ຂ້ອຍ​ມັກ​ລະ​ດູ​ແລ້ງ​ໃນ​ປະ​ເທດ​ອັງ​ກິດ, ມັນ​ເປັນ ມື້ ທີ່​ຂ້ອຍ​ມັກ​ຫລາຍ​ພາຍ​ໃນ​ປີ.”1 ຮູບ​ກາຕູນ​ຂອງ​ຄົນ​ອັງ​ກິດ ທີ່​ຂ້າ​ພະ​ເຈົ້າ​ມັກ ແມ່ນ​ຮູບ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ຕື່ນ​ນອນ​ສວຍ ໃນ​ເຊົ້າ​ມື້​ໜຶ່ງ ແລ້ວ​ເວົ້າ​ກັບ​ໝາ​ຂອງ​ນາງວ່າ, “ໂອ້ຍ ຕາຍ​ແລ້ວ! ຂ້ອຍ​ນອນ​ລືມ​ຕື່ນ ແລະ ລະ​ດູ​ແລ້ງ​​ກໍໄດ້​ຜ່ານໄປ​ແລ້ວ.”2

ຄຳ​ຕະ​ຫລົກ​ນີ້​ສາ​ມາດ​ເອົາ​ມາ​ປຽບ​ທຽບ​ໃສ່​ກັບ​ຊີ​ວິດ​ຂອງ​ເຮົາ ຢູ່​ໃນ​ໂລກ​ທີ່​ສວຍ​ງາມ​ນີ້​ໄດ້. ພຣະ​ຄຳ​ພີ​ບອກ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ການ​ເປັນ​ຢູ່​ທີ່​ມີ​ຄ່າ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້ ແມ່ນ​ສັ້ນ​ທີ່​ສຸດ. ສາ​ມາດ​ເວົ້າ​ໄດ້​ວ່າ ເມື່ອ​ປຽບ​ທຽບ​ໃສ່​ກັບ​ນິ​ລັນ​ດອນ​ແລ້ວ, ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ໂລກ ແມ່ນ​ເປັນ​ຄື​ກັນ​ກັບ​ລະ​ດູ​ແລ້ງ​ທີ່​ສັ້ນໆ​ ຂອງ​ປະ​ເທດ​ອັງ​ກິດນັ້ນ​ແຫລະ.3

ບາງ​ເທື່ອ​ຈຸດ​ປະ​ສົງ​ຂອງ​ມະ​ນຸດ ແລະ ການ​ເປັນ​ຢູ່ ກໍ​ໄດ້​ຖືກ​ບັນ​ຍາຍ​ໄວ້ ໃນ​ຄຳ​ທີ່​ຖ່ອມ​ຕົວ​ແທ້ໆ. ຖ້າ​ປຽບ​ທຽບ​ໃສ່​ກັບ​ວັນ​ເວ​ລາ​ຂອງ​ເຮົາ, ສາດ​ສະ​ດາ​ໂມເຊ ໄດ້​ຖືກ​ລ້ຽງ​ດູ ຢ່າງ​ສຸກ​ສະ​ບາຍ. ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ໜັງ​ສື Pearl of Great Price, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ໂມເຊ​ສຳ​ລັບ​ໜ້າ​ທີ່​ເປັນ​ສາດ​ສະ​ດາ​ຂອງ​ເພິ່ນ, ໄດ້​ໃຫ້​ເພິ່ນ​ເຫັນ​ໂລກ ແລະ ລູກ​ຫລານ​ມະ​ນຸດ​ທີ່​ເປັນ​ຢູ່ ແລະ ໄດ້​ຖືກ​ສ້າງ​ຂຶ້ນ​ມາ.4 ໂມເຊ​ໄດ້​ບອກ​ເຖິງ​ຄວາມ​ງົງ​ງັນ​ຂອງ​ເພິ່ນ​ວ່າ, ບັດ​ນີ້ … ເພິ່ນ​ຈຶ່ງ​ຮູ້​ວ່າ ມະ​ນຸດ​ບໍ່​ໄດ້​ເປັນ​ອັນ​ໃດ​ເລີຍ, ຊຶ່ງ​ເລື່ອງ​ນີ້​ເພິ່ນ​ບໍ່​ເຄີຍ​ຄິດ​ມາ​ກ່ອນ.5

ຕໍ່​ມາ, ໃນ​ການ​ຕໍ່​ຕ້ານ​ກັບ​ຄວາມ​ຮູ້​ສຶກ​ໃດໆ​ຂອງ​ໂມເຊ ທີ່​ຄິດ​ວ່າ​ຕົນ​ເອງ​ບໍ່​ສຳ​ຄັນ, ພຣະ​ເຈົ້າ​ໄດ້​ບອກ​ເຖິງ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ​ວ່າ, ນີ້​ຄື​ວຽກ​ງານ​ຂອງ​ພຣະ​ເຈົ້າ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.6

ເຮົາ​ທຸກ​ຄົນ​ເທົ່າ​ທຽມ​ກັນ ຢູ່​ຕໍ່​ພຣະ​ພັກຂອງ​ພຣະ​ເຈົ້າ. ຄຳ​ສອນ​ຂອງ​ພຣະອົງ​ແມ່ນ​ແຈ່ມ​ແຈ້ງ. ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ອ່ານ​ວ່າ, “ທຸກ​ຄົນ​ເທົ່າ​ທຽມ​ກັນ​ສຳ​ລັບ​ພຣະ​ເຈົ້າ,” ຮ່ວມ​ທັງ “ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ.”7 ຕາມ​ຈິງ​ແລ້ວ, ທຸກ​ຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.8

ບຸກ​ຄົນ​ທີ່​ຄິດ​ວ່າ​ຕົນ​ເອງ​ເໜືອ​ກວ່າ​ແຜນ​ຂອງ​ພຣະ​ບິ​ດາ ເພາະ​ຈຸດ​ພິ​ເສດ​ເຊັ່ນ ເຊື້ອ​ຊາດ, ເພດ, ສັນ​ຊາດ, ພາ​ສາ, ຫລື ຖາ​ນະ​ຄວາມ​ຮັ່ງ​ມີ ໄດ້​ຄິດ​ຜິດ​ແລ້ວ ແລະ ບໍ່​ເຂົ້າ​ໃຈ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ.9

ໜ້າ​ເສຍ​ໃຈ​ທີ່ ໃນ​ວັນ​ເວ​ລາ​ຂອງ​ເຮົາ ເກືອບ​ໃນ​ທຸກ​ພາກ​ສ່ວນ​ຂອງ​ສັງ​ຄົມ, ເຮົາ​ເຫັນ ການ​ນຶກ​ວ່າ​ຕົນ​ເອງ​ສຳ​ຄັນ ແລະ ການ​ອວດ​ດີ ຖືກ​ຍົກ​ຍ້ອງ ແລະ ຄວາມ​ຖ່ອມ​ຕົວ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ຖືກດູ​ຖູກ. ສັງ​ຄົມ​ສ່ວນ​ຫລາຍ​ໄດ້​ສູນ​ເສຍ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານ ແລະ ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ໃນ​ໂລກ​ນີ້. ຄວາມ​ຖ່ອມ​ຕົວ​ທີ່​ແທ້​ຈິງ, ຊຶ່ງ​ສຳ​ຄັນ​ຕໍ່​ການ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ ສ່ວນ​ໜ້ອຍ​ທີ່​ຈະ​ແຈ່ມ​ແຈ້ງ.10

ມັນ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ໃຫຍ່​ໂຕ​ຂອງ​ຄວາມ​ຖ່ອມ​ຕົວ, ຄວາມ​ຊອບ​ທຳ, ບຸກ​ຄະ​ລິກ​ລັກ​ສະ​ນະ, ແລະ ຄວາມ​ຮູ້​ແຈ້ງ​ຂອງ​ພຣະ​ຄຣິດ, ໃນ​ການ​ເປັນ​ຕົວ​ຢ່າງ ຢູ່​ໃນ​ພຣະ​ຄຳ​ພີ. ມັນ​ເປັນ​ສິ່ງ​ໂງ່​ຈ້າ ທີ່​ຈະ​ໝິ່ນ​ປະ​ໝາດ​ຄວາມ​ຈຳ​ເປັນ ທີ່​ຈະ​ພະ​ຍາ​ຍາມ​ໃຫ້​ມີ​ທັດ​ສະ​ນະ ແລະ ມີ​ຄຸນ​ສົມ​ບັດ​ຢ່າງ​ພຣະ​ຄຣິດ ໃນ​ແຕ່​ລະ​ມື້, ໂດຍ​ສະ​ເພາະ ມີ​ຄວາມ​ຖ່ອມ​ຕົວ.11

ພຣະ​ຄຳ​ພີ​ບອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ ເຖິງ​ແມ່ນ​ຊີ​ວິດ​ນີ້​ຈະ​ສັ້ນ​ຫລາຍ, ແຕ່​ມັນ​ກໍ​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ. ແອມມິວເລັກ ຜູ້​ເປັນ​ຄູ່ ສອນ​ສາດ​ສະ​ໜາ​ຂອງ​ແອວມາ ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ກ່າວ​ວ່າ, “ຈົ່ງເບິ່ງ, ຊີ​ວິດ​ນີ້​ເປັນ​ເວ​ລາ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ຕຽມ​ພ້ອມ​ພົບ​ກັບ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ວັນ​ແຫ່ງ​ຊີ​ວິດ​ນີ້ ເປັນ​ວັນ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ສະ​ແດງ​ຜົນ​ງານ​ຂອງ​ຕົນ​ເອງ.”12 ຄື​ກັນ​ກັບ​ຮູບ​ກາຕູນ​ທີ່​ຂ້າ​ພະ​ເຈົ້າ​ມັກ, ເຮົາ​ບໍ່​ຄວນ​ນອນ​ຫລັບ​ໄຫລ​​ຕະ​ຫລອດ​ຊີ​ວິດນີ້.

ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລື່ອງ​ຄວາມ​ຖ່ອມ​ຕົວ ແລະ ການ​ເສຍ​ສະ​ລະ ສຳ​ລັບ​ມວນ​ມະ​ນຸດ ເປັນ​ເຫດ​ການ​ທີ່​ປະ​ທັບ​ໃຈ​ຫລາຍ ໃນ​ປະ​ຫວັດ​ສາດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແມ່ນ​ແຕ່​ສະ​ມາ​ຊິກ​ອົງ​ໜຶ່ງ​ໃນ​ຝ່າຍ​ພຣະ​ເຈົ້າ, ກໍ​ຍັງ​ເຕັມ​ພຣະ​ໄທ​ມາ​ສູ່​ໂລກ ເປັນ​ກຸມ​ມານ​ນ້ອຍ​ທີ່​ຕ່ຳ​ຕ້ອຍ ແລະ ເລີ່ມ​ຕົ້ນ​ການ​ເປັນ​ຢູ່ ທີ່​ຮ່ວມ​ດ້ວຍ​ການ​ສິດ​ສອນ ແລະ ປິ່ນ​ປົວ​ອ້າຍ​ເອື້ອຍ​ນ້ອງ ແລະ ໃນ​ທີ່​ສຸດ ໄດ້​ຮັບ​ທຸກ​ທໍ​ລະ​ມານ ຈົນ​ເກີນ​ກວ່າ​ຈະ​ພັນ​ລະ​ນາ​ໄດ້ ຢູ່​ໃນ​ສວນ​ເຄັດເຊ​ມາເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ ເພື່ອ​ເຮັດ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ສຳ​ເລັດ​ຄົບ​ຖ້ວນ. ການ​ກະ​ທຳ​ດ້ວຍ​ຄວາມ​ຮັກ​ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ​ຂອງ​ພຣະ​ຄຣິດ ຖືກ​ຮູ້​ຈັກ​ກັນ​ວ່າ ພຣະ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ.13 ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ເພື່ອ​ຊາຍ ແລະ ຍິງ ທຸກ​ຄົນ ທີ່​ພຣະ​ເຈົ້າ​ໄດ້​ສ້າງ ຫລື ຈະ​ສ້າງ​ຂຶ້ນ​ມາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ບໍ່​ປະ​ສົງ​ໃຫ້​ລູກໆ​ຂອງ​ພຣະ​ອົງ ຢ້ານ​ກົວ ຫລື ຍອມ​ແພ້ ກັບ​ການ​ສະແຫວງ​ຫາ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ​ຂອງ​ພວກ​ເຂົາ. ເມື່ອ​ເຮົາ​ໄຕ່​ຕອງ​ກ່ຽວ​ກັບ​ພຣະ​ເຈົ້າ ພຣະ​ບິ​ດາ ແລະ ພຣະ​ຄຣິດ ພຣະ​ບຸດ, ວ່າ​ພວກ​ພຣະ​ອົງ​ເປັນ​ໃຜ, ແລະ ເຖິງ​ສິ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ສຳ​ເລັດ ເພື່ອ​ເຮົາ, ມັນ​ໄດ້​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຄາ​ລະ​ວະ, ຄວາມ​ພິ​ສະ​ຫວົງ, ຄວາມ​ກະ​ຕັນ​ຍູ, ແລະ ຄວາມ​ຖ່ອມ​ຕົວ.

ຄວາມ​ຖ່ອມ​ຕົວ​ແມ່ນ​ສຳ​ຄັນ​ຫລາຍ​ໃນ​ການ​ຊ່ວຍ​ພຣະ​ຜູ້​ເປັນ​ເຈົ້າ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ.

ແອວມາ​ໄດ້​ຖາມ​ຄຳ​ຖາມ ໃນ​ວັນ​ເວ​ລາ​ຂອງ​ເພິ່ນ ທີ່​ກ່ຽວ​ພັນ​ກັບ​ວັນ​ເວ​ລາ​ຂອງ​ເຮົາ ດັ່ງ​ນີ້: “ຖ້າ​ຫາກ​ພວກ​ທ່ານ​ເຄີຍ​ປະສົບ​ກັບ​ການ​ປ່ຽນ​ແປງ​ໃນ​ໃຈ ແລະ ຖ້າ​ຫາກ​ພວກ​ທ່ານ​ຮູ້ສຶກ​ຢາກ​ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າ​ພະ​ເຈົ້າ​ຈະ​ຖາມ​ວ່າ, ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນບໍ​ໃນ​ຂະນະ​ນີ້?”14 ແອວມາ​ໄດ້​ກ່າວ​ຕື່ມ​ວ່າ, “ຖ້າ​ຫາກ​ພວກທ່ານ​ຖືກ​ເອີ້ນ​ໃຫ້​ຕາຍ​ໃນ​ເວ​ລາ​ນີ້, … ພວກ​ທ່ານ​ຖ່ອມ​ຕົວ​ພຽງ​ພໍ​ແລ້ວ​ບໍ?”15

ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ກ່ຽວ​ກັບ​ແອວມາ​ຜູ້​ເປັນ​ລູກ ໄດ້​ສະ​ລະ​ບົດ​ບາດ​ຂອງ​ເພິ່ນ ໃນ​ການ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ເພື່ອ​ໄປ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ,16 ​ມັນເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ແອວມາ​ມີ​ປະ​ຈັກ​ພະ​ຍານ​ທີ່​ເລິກ​ຊຶ້ງ ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ເຖິງ​ພຣະ​ເຢຊູ​ຄຣິດ ແລະ ຮູ້​ສຶກ​ມີ​ຄວາມ​ຮັບ​ຜິດ​ຊອບ​ທັງ​ໝົດ​ຕໍ່​ພວກ​ພຣະ​ອົງ​ແທ້ໆ ແລະ ປາດ​ສະ​ຈາດ​ຄວາມ​ລັ່ງ​ເລ​ໃຈ. ເພິ່ນ​ຮູ້​ຈັກ​ລຳ​ດັບ​ຄວາມ​ສຳ​ຄັນ ແລະ ມີ​ຄວາມ​ຖ່ອມ​ຕົວ​ຫລາຍ ຈົນ​ຍອມ​ລາ​ຈາກ​ຖາ​ນະ ແລະ ຕຳ​ແໜ່ງ ເພາະ​ເພິ່ນ​ຮູ້​ວ່າ ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ສຳ​ຄັນ​ກວ່າ.

ການ​ມີ​ຄວາມ​ຖ່ອມ​ຕົວ​ພຽງ​ພໍ​ໃນ​ຊີ​ວິດ​ຂອງ​ເຮົາ ເພື່ອ​ຊ່ວຍ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ ເປັນ​ສິ່ງ​ມີ​ຄ່າ​ຫລາຍ​ທີ່​ສຸດ. ຕົວ​ຢ່າງ​ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ. ໃນເດືອນ​ມິຖຸນາ ຂອງ​ປີ 1837, ສາດ​ສະ​ດາ​ໂຈເຊັບ ໄດ້​ຮັບ​ການ​ດົນ​ໃຈ ຂະ​ນະ​ທີ່​ຢູ່​ໃນ​ພຣະ​ວິຫານ​ເຄີດແລນ ເພື່ອ​ເອີ້ນ​ອັກ​ຄະ​ສາ​ວົກ​ຮີເບີ ຊີ ຄິມໂບ ໃຫ້ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ໄປ “ປະເທດ​ອັງກິດ … ແລະ ເປີດ​ປະ​ຕູ​ແຫ່ງ​ຄວາມ​ລອດ ໃຫ້​ແກ່​ປະ​ຊາ​ຊາດ​ນັ້ນ.”17 ອັກ​ຄະ​ສາ​ວົກ ອໍສັນ ຮາຍດ໌ ແລະ ຄົນ​ອື່ນ​ສອງ​ສາມ​ຄົນ​ໄດ້​ຖືກ​ມອບ​ໝາຍ ໃຫ້​ໄປ​ນຳ​ເພິ່ນ. ຄຳ​ຕອບ​ຂອງ​ແອວເດີ ຄິມໂບ ແມ່ນ​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ. “​ຄວາມຄິດ​ເຖິງ​ການ​ມອບ​ໝາຍ​ຕໍ່​ພາ​ລະ​ກິດ​ທີ່​ສຳ​ຄັນ​ນີ້ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເກືອບ​ຮັບ​ເອົາ​ມັນ​ບໍ່​ໄດ້. … [ຂ້າ​ພະ​ເຈົ້າ] ເກືອບ​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ພາ​ລະ​ອັນ​ໜັກ​ໜ່ວງ​ນີ້​ແລ້ວ ທີ່​ຖືກ​ມອບ​ໝາຍ​ໃຫ້​ຂ້າ​ພະ​ເຈົ້າ.”18 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ໄດ້​ໄປ​ເຜີຍ​ແຜ່ ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ຕັ້ງ​ໃຈ, ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ​ທີ່​ສຸດ.

ບາງ​ເທື່ອ ຄວາມ​ຖ່ອມ​ຕົວ ຄື​ການ​ຮັບ​ເອົາ​ການ​ເອີ້ນ ທີ່​ເຮົາ​ຮູ້​ສຶກ​ວ່າ ບໍ່​ພຽບ​ພ້ອມ. ບາງ​ເທື່ອ ຄວາມ​ຖ່ອມ​ຕົວ ຄື​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ ຕອນ​ເຮົາ​ຮູ້​ສຶກ​ວ່າ ເຮົາ​ສາ​ມາດ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ທີ່​ສູງ​ກວ່າ​ນັ້ນ​ໄດ້. ຜູ້​ນຳ​ທີ່​ຖ່ອມ​ຕົວໄດ້​ກ່າວ ແລະ ໄດ້​ກະ​ທຳ ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ສຳ​ຄັນ​ວ່າ​ເຮົາ​ຮັບ​ໃຊ້​ຢູ່​ໃສ, ແຕ່​ສິ່ງ​ສຳ​ຄັນ​ແມ່ນ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ.19 ບາງ​ເທື່ອ ຄວາມ​ຖ່ອມ​ຕົວ​ ຄື​ການ​ເອົາ​ຊະ​ນະ​ຄວາມ​ຮູ້​ສຶກ​ທີ່ບໍ່​ດີ​ຕໍ່​ກັນ ເມື່ອ​ຮູ້​ສຶກວ່າ ​ຜູ້​ນຳ ຫລື​ ສະ​ມາ​ຊິກ​ຄົນ​ອື່ນໆ ປະ​ພຶດ​ຕໍ່​ເຮົາໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ.

ໃນ​ວັນທີ 23 ເດືອນ​ກໍລະກົດ, 1837, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ພົບ​ກັບ​ແອວເດີ ທອມມັສ ບີ ມາສ໌, ປະ​ທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ແອວເດີ ມາສ໌ ບໍ່​ພໍ​ໃຈ​ກັບ​ສາດ​ສະ​ດາ ທີ່​ໄດ້​ເອີ້ນ​ໃຫ້​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄປ​ປະ​ເທດ​ອັງ​ກິດ ໂດຍ​ບໍ່​ປຶກ​ສາ​ຫາ​ລື​ກັບ​ເພິ່ນ​ກ່ອນ. ເມື່ອ​ໂຈເຊັບ ໄດ້​ພົບ​ກັບ​ແອວເດີ ມາສ໌, ຄວາມ​ຮູ້​ສຶກ​ທີ່​ບໍ່​ດີ​ຕໍ່​ກັນ ໄດ້​ລົງ​ເອີ່ຍ​ດ້ວຍ​ດີ, ແລະ ສາດ​ສະ​ດາ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ. ບັດ​ນີ້ ມັນ​ບັນ​ຈຸ​ຢູ່​ໃນ ພາກ​ທີ 112 ຂອງ Doctrine and Covenants.20 ມັນ​ໃຫ້​ການ​ຊີ້​ນຳ​ທີ່​ໜ້າ​ເຫລືອ​ເຊື່ອ ຈາກ​ສະ​ຫວັນ ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ ແລະ ວຽກ​ງານ​ເຜີຍ​ແຜ່. ຂໍ້ທີ 10 ອ່ານ​ວ່າ, ຈົ່ງ​ຖ່ອມ​ຕົວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ຈະ​ຈູງ​ມື​ພາ​ເຈົ້າ​ໄປ, ແລະ ໃຫ້​ຄຳ​ຕອບ​ແກ່​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ.”21

ການ​ເປີດ​ເຜີຍ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ກັບ​ທີ່​ແອວເດີ ຄິມໂບ, ແອວເດີ ຮາຍດ໌, ແລະ ແອວເດີ ຈອນ ກູດຊັນ, ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຖ່ອມ​ຕົວ, ໄດ້​ປະ​ກາດ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ໃນ​ຕຶກ​ໂບດ ວ໊ອກສ໌ຮໍ ໃນ​ເມືອງ ເພຣສ໌ຕັນ, ປະ​ເທດ​ອັງກິດ.22 ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຜູ້​ສອນ​ສາດ​ສະ​ໜາ ໄດ້​ປະ​ກາດ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ຢູ່​ນອກ​ອາ​ເມ​ຣິ​ກາ​ເໜືອ ໃນ​ຍຸກ​ສະ​ໄໝ​ນີ້. ວຽກ​ງານ​ເຜີຍ​ແຜ່​ຂອງ​ພວກ​ເພິ່ນ ໄດ້​ເກີດ​ຜົນ​ຢ່າງ​ໄວ ທີ່​ມີ​ຜູ້​ຮັບ​ບັບ​ຕິ​ສະ​ມາ ແລະ ກໍ່​ໃຫ້​ເກີດ​ມີ​ສະ​ມາ​ຊິກ​ທີ່​ຊື່​ສັດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.23

ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເປີດເຜີຍ ທີ່​ຕິດ​ຕາມ​ມາ ຊີ້​ນຳ​ການ​ເຜີຍ​ແຜ່ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ພວກ​ເພິ່ນ​ໄດ້​ອ່ານ​ສ່ວນ​ນີ້ ທີ່​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ສົ່ງ​ໄປ​ໃນ​ນາມ​ຂອງ​ເຮົາ … ຈະ​ມີ​ອຳ​ນາດ​ທີ່​ຈະ​ເປີດ​ປະ​ຕູ​ຂອງ​ອາ​ນາ​ຈັກ​ຂອງ​ເຮົາ … ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຖ່ອມ​ຕົວ ຢູ່​ຕໍ່​ໜ້າ​ເຮົາ, ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ຂອງ​ເຮົາ, ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງພ​ຣະ​ວິນ​ຍານ​ຂອງ​ເຮົາ.24

ຄວາມ​ຖ່ອມ​ຕົວ​ທີ່​ຜູກ​ພັນ​ກັບ​ວຽກ​ງານ​ເຜີຍ​ແຜ່ ທີ່​ໜ້າ​ເຫລືອ​ເຊື່ອ​ນີ້ ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ ໃນ​ວິ​ທີ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ.

ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ, ເຮົາ​ສືບ​ຕໍ່​ເຫັນ​ສິ່ງ​ນີ້ ໃນ​ສາດ​ສະ​ໜາ​ຈັກ ໃນ​ປະ​ຈຸ​ບັນ. ສະ​ມາ​ຊິກ, ຮ່ວມ​ທັງ​ຄົນ​ລຸ້ນ​ໃໝ່, ສະ​ລະ​ເວ​ລາ​ຂອງ​ເຂົາ​ເຈົ້າ ແລະ ໂຈະ​ການ​ສຶກ​ສາ ແລະ ວຽກ​ການ​ຂອງ​ຕົນ ເພື່ອ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ສະ​ມາ​ຊິກ​ຜູ້​ສູງ​ອາ​ຍຸຫລາຍ​ຄົນ ໄດ້​ປະ​ວຽກ​ການ ແລະ ເສຍ​ສະ​ລະ​ຫລາຍ​ຢ່າງ ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ເອີ້ນ ໃຫ້​ໄປ​ຮັບ​ໃຊ້. ເຮົາ​ບໍ່​ປ່ອຍ​ໃຫ້​ບັນ​ຫາ​ສ່ວນ​ຕົວ ມາ​ກີດ​ກັນ ຫລື ປ່ຽນ​ທິດ​ທາງ​ເຮົາ ຈາກ​ການ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.25 ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ. ເຮົາ​ຮັບ​ໃຊ້​ຢ່າງ​ຖ່ອມ​ຕົວ ເມື່ອ​ຖືກ​ເອີ້ນ ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳລັງ. ໃນ​ທຸກ​ລະ​ດັບ​ຂອງ​ສາດ​ສະ​ໜາ​ຈັກ, ມັນ​ສຳ​ຄັນ​ທີ່​ຕ້ອງ​ເຂົ້າ​ໃຈ​ຄຸນ​ສົມ​ບັດ​ທີ່​ຖ່ອມ​ຕົວ ຢ່າງ​ພຣະ​ຄຣິດ.

ຄວາມ​ຖ່ອມ​ຕົວ​ໃນ​ແຕ່​ລະ​ວັນ ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ຊ່ວຍ​ຕຽມ​ບຸກ​ຄົນ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ.

ເປົ້າ​ໝາຍ​ຂອງ​ການ​ໃຫ້​ກຽດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ26 ບໍ່​ມີ​ຄ່າ​ໃນ​ສັງ​ຄົມ​ປະ​ຈຸ​ບັນ ເທົ່າ​ກັບ​ດັ່ງ​ທີ່​ມັນ​ເຄີຍ​ເປັນ​ມາ​ໃນ​ອະດີດ. ຜູ້​ນຳ​ຊາວ​ຄຣິດ​ບາງ​ຄົນ ຂອງ​ສາດ​ສະ​ໜາ​ອື່ນ ເຊື່ອ​ວ່າ ເຮົາ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ ທີ່​ບໍ່​ກ່ຽວ​ພັນ​ກັບ​ຊາວ​ຄຣິດ.27

ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ, ຄຸນ​ນະ​ທຳ​ເລື່ອງ​ຄວາມ​ຖ່ອມ​ຕົວ ຂອງ ສາດ​ສະ​ໜາ ແລະ ຄຸນ​ນະ​ທຳ​ເລື່ອງ​ຄວາມ​ສຸ​ພາບ​ຂອງ​ສັງ​ຄົມ ແລະ ຄຳ​ເວົ້າ​ທີ່ບໍ່​ຮຸນ​ແຮງ ໄດ້​ເປັນ​ມາດ​ຕະ​ຖານ​ທີ່​ມີ​ອຳ​ນາດ​ຫລາຍ.

ໃນ​ໂລກ​ປະ​ຈຸ​ບັນ, ມີ​ການ​ເວົ້າ​ເນັ້ນ​ໜັກ​ຫລາຍ​ຂຶ້ນ​ເລື່ອງ​ຄວາມ​ທະ​ນົງ​ຕົວ, ມີ​ການ​ເຮັດ​ໃຫ້​ຕົວ​ເອງ​ສຳ​ຄັນ, ແລະ ມີ​ຄຳ​ທີ່​ວ່າ “ເຊື່ອ​ຖື​ໄດ້” ຊຶ່ງ​ບາງ​ເທື່ອ ພາ​ໄປ​ຫາ​ການ​ຂາດ​ຄວາມ​ຖ່ອມ​ຕົວ​ທີ່​ແທ້​ຈິງ. ບາງ​ຄົນ​ແນະ​ນຳ​ຄຸນ​ຄ່າ​ທາງ​ສິນ​ທຳ ສຳ​ລັບ​ຄວາມ​ສຸກ​ໃນ​ປະ​ຈຸ​ບັນ ຮ່ວມ​ດ້ວຍ “ເປັນ​ຈິງ, ເຂັ້ມ​ແຂງ, ເປັນ​ປະໂຫຍດ—ແລະ ສຳ​ຄັນ​ທີ່​ສຸດ, ຢ່າ​ເພິ່ງ​ຄົນ​ອື່ນ … ເພາະ​ພົມ​ລິ​ຂິດ​ຂອງ​ທ່ານ​ແມ່ນ … ​ຢູ່​ໃນ​ມື​ຂອງ​ທ່ານ​ເອງ.”28

ພຣະ​ຄຳ​ພີ​ໄດ້​ສົ່ງ​ເສີມ​ການ​ເຂົ້າ​ຫາ​ແບບ​ໃໝ່. ມັນ​ແນະ​ນຳ​ວ່າ ເຮົາ​ຄວນ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ. ສິ່ງນີ້​ກ່ຽວ​ພັນ​ກັບ​ການ​ສ້າງ​ຄວາມ​ຮູ້​ສຶກ​ທີ່​ມີ​ພະ​ລັງ ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ແລະ ເຂົ້າ​ຫາ​ຊີ​ວິດ​ຢ່າງ​ຖ່ອມ​ຕົວ. ກະ​ສັດ​ເບັນຢາມິນ​ໄດ້​ສອນ​ວ່າ ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ເປັນ​ສັດ​ຕູ​ຂອງ​ພຣະ​ເຈົ້າ ແລະ ສົ່ງ​ເສີມ​ເຮົາ​ໃຫ້​ຍອມ​ຕົວ​ຕໍ່ “ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ.” ເພິ່ນ​ໄດ້​ອະ​ທິ​ບາຍ, ພ້ອມ​ກັບ​ຫລາຍໆ​ສິ່ງ, ວ່າ​ສິ່ງ​ນີ້​ຮຽກ​ຮ້ອງ​ການ​ກາຍ​ເປັນ​ຄົນ​ທີ່ “ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, ຖ່ອມ​ຕົວ, ອົດ​ທົນ, [ແລະ] ເຕັມ​ໄປ​ດ້ວຍ​ຄວາມ​ຮັກ.”29

ບາງ​ຄົນ​ໃຊ້​ຄຳ​ວ່າ ເຊື່ອ​ຖື​ໄດ້ ໃນ​ທາງ​ທີ່​ຜິດ ເພື່ອ​ສະ​ເຫລີມ​ສະ​ຫລອງ​ການ​ເປັນ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ຄຸນ​ນະ​ພາບ​ທີ່​ກົງ​ກັນ​ຂ້າມ​ກັບ ຄວາມ​ຖ່ອມ​ຕົວ, ຄວາມ​ກະ​ລຸ​ນາ, ຄວາມ​ເມດ​ຕາ, ການ​ໃຫ້​ອະ​ໄພ, ແລະ ຄວາມ​ສຸ​ພາບ. ເຮົາ​ສາ​ມາດ​ສະ​ເຫລີມ​ສະ​ຫລອງ​ຄວາມ​ໂດດ​ເດັ່ນ​ຂອງ​ເຮົາ ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ໄດ້ ໂດຍ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ ເຊື່ອ​ຖື​ໄດ້ ເປັນ​ຄຳ​ແກ້​ຕົວ ສຳ​ລັບ​ການ​ປະ​ພຶດ​ທີ່​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ໃນ​ການ​ສະ​ແຫວງ​ຄວາມ​ຖ່ອມ​ຕົວ​ຂອງ​ເຮົາ, ອິນ​ເຕີ​ເນັດ​ສະ​ໄໝ​ໃໝ່ ​ມັນເຮັດ​​ໃຫ້​ຍາກ ທີ່​ຈະ​ຫລີກ​ເວັ້ນ​ຈາກ​ຄວາມ​ທະ​ນົງ​ຕົວ. ສອງ​ຕົວ​ຢ່າງ​ແມ່ນ ຫລົງ​ໄຫລ​ກັບ​ຕົວ​ເອງ “ເບິ່ງ​ຂ້ອຍ​ນີ້​ແມ” ຫລື ໂຈມ​ຕີ​ຄົນ​ອື່ນ ໂດຍ​ເວົ້າ​ແບບ​ຮຸນ​ແຮງ​ໃນ​ສັງ​ຄົມ​ສື່​ສານ. ອີກ​ຕົວ​ຢ່າງ​ໜຶ່ງ ແມ່ນ​“ການ​ເວົ້າ​​ຂີ້ຄຸຍ​ທີ່​ຖ່ອມ​ຕົວ.” ຄຳ​ບັນ​ຍາຍ​ສຳ​ລັບ​ຕົວ​ຢ່າງ​ນີ້​ແມ່ນ “ການອວດ​ແບບ​ສຸ​ພາບ ຫລື ຂໍ້​ຄວາມ​ທີ່​ກ່າວ​ຄັດ​ຄ້ານ​ຕົວ​ເອງ [ຫລື ຮູບ​ພາບ] ຊຶ່ງ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ ແມ່ນ​ເພື່ອ​ສ້າງ​ຄວາມ​ສົນ​ໃຈ ໃຫ້​ແກ່​ບາງ​ສິ່ງ​ທີ່​ເຂົາ​ພູມ​ໃຈ.”30 ສາດ​ສະ​ດາ​ໄດ້​ເຕືອນ​ສະ​ເໝີ​ມາ​ກ່ຽວ​ກັບ​ຄວາມ​ທະ​ນົງ​ຕົວ ແລະ ໄດ້​ເນັ້ນ​ເຖິງ ສິ່ງ​ທີ່ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ.31

ຄວາມ​ເສື່ອມ​ໂຊມ​ເລື່ອງ​ການ​ເວົ້າ​ຈາ​ໃນ​ສັງ​ຄົມ ກໍ​ໜ້າ​ເປັນ​ຫ່ວງ​ຄື​ກັນ. ຫລັກ​ທຳ​ນິ​ລັນ​ດອນ​ຂອງ​ອຳ​ເພີ​ໃຈ ຮຽກ​ຮ້ອງ​ວ່າ ເຮົາ​ຕ້ອງ​ນັບ​ຖື​ການ​ເລືອກ​ຫລາຍ​ຢ່າງ ທີ່​ເຮົາ​ບໍ່​ເຫັນ​ດ້ວຍ. ການ​ຂັດ​ແຍ້ງ ແລະ ການ​ຜິດ​ຖຽງ​ກັນ ໃນ​ປະ​ຈຸ​ບັນ​ນີ້ ມັກ​ຈະ​ລະ​ເມີດ “ເຂດ​ຂອງ​ຄວາມ​ມີ​ມາ​ລະ​ຍາດ​ໂດຍ​ທົ່ວ​ໄປ.”32 ເຮົາ​ຕ້ອງ​ການ​ຄວາມ​ສຸ​ພາບ ແລະ ຄວາມ​ຖ່ອມ​ຕົວ​ຫລາຍ​ກວ່າ​ເກົ່າ.

ແອວມາ ໄດ້​ເຕືອນ​ຕໍ່​ຕ້ານ​ການ​ເປັນ​ຄົນ “ອວດ​ອົ່ງ​ໃນ​ຄວາມ​ທະ​ນົງ​ໃຈ,” “ການ​ຝືນ​ຄິດວ່າ ຕົນ​ເປັນ​ຄົນ​ດີ​ກວ່າ​ຄົນ​ອື່ນ,” ແລະ ຂົ່ມ​ເຫັງ​ຄົນ​ຖ່ອມ​ຕົວ ຜູ້ “ເດີນ​ໄປ​ຕາມ​ລະ​ບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ.”33

ຂ້າ​ພະ​ເຈົ້າ​ເຄີຍ​ພົບ​ເຫັນ​ຄວາມ​ດີ​ທີ່​ແທ້​ຈິງ ໃນ​ບັນ​ດາ​ຜູ້​ຄົນ ຈາກ​ທຸກ​ສາດ​ສະ​ໜາ ຜູ້​ຖ່ອມ​ຕົວ ແລະ ຮູ້​ສຶກ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ. ຫລາຍ​ຄົນ​ກໍ​ເຫັນ​ດ້ວຍ​ກັບ​ສາດ​ສະ​ດາ​ມີກາ ໃນ​ພຣະ​ຄຳ​ພີ​ເດີມ, ຜູ້​ໄດ້​ປະ​ກາດ​ວ່າ, “ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ຈາກ​ພວກ​ເຮົາ​ນັ້ນ​ແມ່ນ ໃຫ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ສະ​ແດງ​ຄວາມ​ຮັກ​ອັນ​ໝັ້ນ​ຄົງ ແລະ ໃຊ້​ຊີ​ວິດ​ໃນ​ຄວາມ​ສາ​ມັກ​ຄີ​ທຳ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ.”34

ເມື່ອ​ເຮົາ​ຖ່ອມ​ຕົວ​ແທ້ໆ, ເຮົາ​ຈະ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ໃຫ້​ອະ​ໄພ ແລະ ໃຫ້​ອະ​ໄພ​ຄົນ​ອື່ນ. ເມື່ອ​ເຮົາ​ອ່ານ​ໃນ​ໂມໄຊຢາ, ແອວມາ ໄດ້​ສອນ​ວ່າ ເມື່ອ​ເຮົາ​ກັບ​ໃຈ​ເລື້ອຍ​ເທົ່າ​ໃດ, ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອະ​ໄພ​ໃຫ້​ແກ່​ການ​ລ່ວງ​ລະ​ເມີດ​ຂອງ​ເຮົາ.35 ກົງ​ກັນ​ຂ້າມ, ດັ່ງ​ທີ່​ມີ​ຢູ່​ໃນ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,36 ເມື່ອ​ເຮົາ​ບໍ່​ອະ​ໄພ​ໃຫ້​ຄົນ​ອື່ນ​ທີ່​ເຮັດ​ຜິດ​ຕໍ່​ເຮົາ, ແລ້ວ​ເຮົາ​ຈະ​ຖືກ​ນຳ​ລົງ​ມາ​ຫາ​ການ​ກ່າວ​ໂທດ.37 ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ຜ່ານ​ການ​ກັບ​ໃຈ, ບາບ​ຂອງ​ເຮົາ​ຈຶ່ງ​ຖືກ​ອະ​ໄພ​ໃຫ້. ເມື່ອ​ເຮົາ​ບໍ່​ໃຫ້​ອະ​ໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຮົາ, ເຮົາ​ກໍ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ເອົາ​ຜົນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ບໍ່​ຫາຍ​ແຄ້ນ ແລະ ການ​ບໍ່​ຍອມ​ໃຫ້​ອະ​ໄພ ແລະ ການ​ບໍ່​ຍອມ​ຖ່ອມ​ຕົວ ຕໍ່​ຄວາມ​ສຳ​ພັນ ໃນ​ທາງ​ທີ່​ເປັນ​ແບບ​ພຣະ​ຄຣິດ ຈະ​ນຳ​ເຮົາ​ລົງ​ມາ​ຫາ​ການ​ກ່າວ​ໂທດ. ການບໍ່​ຫາຍ​ແຄ້ນ ເປັນ​ຢາ​ເບື່ອ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ.38

ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ກ່ຽວ​ກັບ​ຄວາມ​ອວດ​ດີ​ໃນ​ທຸກ​ຮູບ​ແບບ​ນຳ​ອີກ. ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ສາດ​ສະ​ດາ​ໂມໂຣໄນ, ໄດ້​ປຽບ​ທຽບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ ຄວາມ​ອວດ​ດີ ກັບ​ຄວາມ​ຖ່ອມ​ຕົວ ດັ່ງ​ນີ້: “ຄົນ​ໂງ່​ຈະ​ເຍາະ​ເຍີ້ຍ, ແຕ່​ວ່າ​ເຂົາ​ຈະ​ເປັນ​ທຸກ; ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທີ່​ອ່ອນ​ໂຍນ.” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ອີກ​ວ່າ, “ເຮົາ​ຈະ​ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະນຸດ ເພື່ອ​ເຂົາ​ຈະ​ໄດ້ ຖ່ອມ​ຕົວ; ແລະ ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ​ທີ່​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ; ເພາະ​ຖ້າ​ຫາກ​ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ, ແລະ ມີ​ສັດ​ທາ​ໃນ​ເຮົາ, ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ​ເຂົາ.”39

ຄວາມ​ຖ່ອມ​ຕົວ​ກໍ​ຮ່ວມ​ດ້ວຍ​ການ​ເປັນ​ຄົນ​ຮູ້​ບຸນ​ຄຸນ​ຕໍ່​ພອນ​ຢ່າງ​ຫລວງ​ຫລາຍ ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ທີ່​ເຮົາ​ໄດ້​ຮັບ. ຄວາມ​ຖ່ອມ​ຕົວ​ບໍ່​ໄດ້​ເປັນ​ຄວາມ​ສຳ​ເລັດ​ຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ພິ​ສູດ​ໄດ້ ຫລື ການ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ບາງ​ຢ່າງ​ທີ່​ໃຫຍ່​ໂຕ. ມັນ​ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ. ມັນ​ເປັນ​ຄວາມ​ໝັ້ນ​ໃຈ​ທີ່​ມິດ​ງຽບ ໃນ​ແຕ່​ລະ​ວັນ ໃນ​ແຕ່​ລະ​ຊົ່ວ​ໂມງ ວ່າ​ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ, ຮັບ​ໃຊ້​ພຣະ​ອົງ, ແລະ ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ​ໄດ້. ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ວ່າ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຂັດ​ແຍ້ງ​ນີ້ ເຮົາ​ຈະ​ພະ​ຍາ​ຍາມ​ເປັນ​ຄົນ​ຖ່ອມ​ຕົວ​ໃນ​ແຕ່​ລະ​ວັນ. ບົດ​ກະ​ວີ​ທີ່​ຂ້າ​ພະ​ເຈົ້າ​ມັກ ກ່າວໃນ​ທາງ​ນີ້:

ການ​ທົດ​ສອບ​ຄວາມ​ຍິ່ງ​ໃຫຍ່​ແມ່ນ​ວິ​ທີ

ທີ່​ບຸກ​ຄົນ​ພົບ​ເຫັນ​ນິ​ລັນ​ດອນ​ໃນ​ທຸກ​ວັນ.40

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ເຖິງ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ ຂອງ​ຄວາມ​ຖ່ອມ​ຕົວ ໃນ​ແຕ່​ລະ​ວັນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Kathy Lette, in “Town and Country Notebook,” ed. Victoria Marston, Country Life, June 7, 2017, 32; emphasis added.

  2. Annie Tempest, “Tottering-by-Gently,” Country Life, Oct. 3, 2012, 128.

  3. ເບິ່ງ ເພງ​ສັນລະເສີນ 90:4. ເຖິງ​ແມ່ນ​ວັນ​ເດືອນ​ປີ​ຂອງ​ໂລກ ຈະ​ສັ້ນ ຫລື ຍາວ, ແຕ່​ຊີ​ວິດ​ຂອງ​ເຮົາ​ແມ່ນ​ສັ້ນ​ຫລາຍ ເມື່ອ​ປຽບ​ທຽບ​ໃສ່​ກັບ​ການ​ຄິດ​ໄລ່​ຂອງ​ນິ​ລັນ​ດອນ. “ທັງ​ໝົດ​ນີ້​ເປັນ​ຄື​ກັນ​ກັບ​ໜຶ່ງມື້​ສຳ​ລັບ​ພຣະ​ເຈົ້າ, ແລະ ເປັນ​ພຽງ​ເວລາ​ທີ່​ມະນຸດ​ໃຊ້​ນັບ​ກັນ​ເທົ່າ​ນັ້ນ”(ແອວມາ 40:8). ອັກ​ຄະ​ສາ​ວົກ​ເປ​ໂຕ ໄດ້​ປະ​ກາດ​ວ່າ, “ແຕ່​ພວກ​ທີ່​ຮັກ​ເອີຍ, ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ” (2 ເປໂຕ 3:8).

  4. ເບິ່ງ ໂມເຊ 1:6–9. ນີ້​ຄື​ພຣະ​ຄຣິດ ກ່າວ​ດ້ວຍ​ສິດ​ອຳ​ນາດ​ທີ່​ຖືກ​ແຕ່ງ​ຕັ້ງ (ເບິ່ງ Teachings of Presidents of the Church: Joseph Fielding Smith [2013], 47, footnote 11).

  5. ເບິ່ງ Moses 1:10.

  6. ເບິ່ງ Moses 1:39.

  7. 2 ນີໄຟ 26:33; ເບິ່ງ Doctrine and Covenants 1:34–35; 38:16; Official Declaration 2 ນຳ​ອີກ.

  8. ເບິ່ງ Doctrine and Covenants 20:37 ເລີ່ມຈາກ, “ທຸກ​ຄົນ​ທີ່​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.” ແລ້ວ ເງື່ອນ​ໄຂ​ຂອງ​ການ​ບັບ​ຕິ​ສະ​ມາ​ໄດ້​ຖືກ​ຕັ້ງ​ຂຶ້ນ. ເບິ່ງ ມັດທາຍ 11:28 ນຳ​ອີກ.

  9. ເບິ່ງ Doctrine and Covenants 20:37.

  10. ເຮົາ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ບໍ່​ກັບ​ໃຈ, ຮັບ​ເອົາ​ພິ​ທີ​ການ, ແລະ ເຮັດ​ຕາມ​ພັນ​ທະ​ສັນ​ຍາ ທີ່​ໄດ້​ຕຽມ​ໄວ້​ໃຫ້​ເຮົາ​ສຳ​ລັບ​ນິ​ລັນ​ດອນ, ແລ້ວ “ຄືນ​ແຫ່ງ​ຄວາມ​ມືດ​ຈະ​ມາ​ເຖິງ, ໃນ​ນັ້ນ​ຈະ​ມີ​ການ​ທຳ​ງານ​ບໍ່​ໄດ້​ເລີຍ” (ແອວມາ 34:33).

  11. ເບິ່ງ 3 ນີໄຟ 27:27.

  12. ແອວມາ 34:32.

  13. ເບິ່ງ 1 ນີໄຟ 11:26–33; 2 ນີໄຟ 9:53; ຢາໂຄບ 4:7; Doctrine and Covenants 122:8.

  14. ແອວມາ 5:26.

  15. ແອວມາ 5:27.

  16. ເບິ່ງ ແອວມາ 4:19.

  17. Joseph Smith, in Heber C. Kimball, “History of Heber Chase Kimball by His Own Dictation,” ca. 1842–1856, Heber C. Kimball Papers, 54, Church History Library; see also Orson F. Whitney, Life of Heber C. Kimball, an Apostle; the Father and Founder of the British Mission (1888), 116.

  18. Heber C. Kimball, “History of Heber Chase Kimball by His Own Dictation,” 54; see also Orson F. Whitney, Life of Heber C. Kimball, 116.

  19. ປະທານ ເຈ ຣູເບັນ ຄະລາກ ໄດ້​ສອນ​ວ່າ: “ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ສຳ​ຄັນ​ວ່າ ທ່ານ​ຮັບ​ໃຊ້​ຢູ່​ໃສ, ແຕ່​ດ້ວຍ​ວິ​ທີ​ໃດ. ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ບຸກ​ຄົນ​ຈະ​ຮັບ​ເອົາ​ການ​ເອີ້ນ​ທີ່​ຕົນ​ຖືກ​ເອີ້ນ​ໃຫ້​ຮັບ, ຊຶ່ງ​ເປັນ​ການ​ເອີ້ນ​ທີ່​ຕົນ​ບໍ່​ໄດ້​ສະ​ແຫວງ​ຫາ ຫລື ປະ​ຕິ​ເສດ” (in Conference Report, Apr. 1951, 154).

  20. ເບິ່ງ The Joseph Smith Papers, Documents, Volume 5: October 1835–January 1838, ed. Brent M. Rogers and others (2017), 412–17. ວິເລດ ຄິມໂບ ໄດ້​ລາຍ​ງານ ຢູ່​ໃນ​ຈົດ​ໝາຍ ເຖິງ​ຮີເບີ ຊີ ຄິມໂບ ສາ​ມີ​ຂອງ​ນາງ, ວ່ານາງ​ໄດ້​ກ່າຍ​ເອົາ​ການ​ເປີດ​ເຜີຍ​ຈາກ “ແອວເດີ ມາສ໌ ໃນ​ຂະ​ນະ​ທີ່​ລາວ​ໄດ້​ຂຽນ​ມັນ​ໄວ້​ໃນ​ປຶ້ມ ຈາກ​ປາກ​ຂອງ​ໂຈເຊັບ” (Vilate Murray Kimball to Heber C. Kimball, Sept. 6, 1837, in The Joseph Smith Papers, Documents, Volume 5: October 1835–January 1838, 412).

  21. ເບິ່ງ Doctrine and Covenants 112:10; ເນັ້ນ​ຄຳ​ເນີ້ງ.

  22. ເບິ່ງ Orson F. Whitney, Life of Heber C. Kimball, 136–37.

  23. ເບິ່ງ Orson F. Whitney, Life of Heber C. Kimball, 149.

  24. ເບິ່ງ Doctrine and Covenants 112:21–22; ເນັ້ນ​ຄຳ​ເນີ້ງ.

  25. “ເຖິງ​ແມ່ນ​ເຮົາ​ບໍ່​ຄວນ​ຂໍໃຫ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ, ຖ້າ​ຫາກ​ສະ​ພາບ​ການ​ປ່ຽນ​ແປງ ເຮົາ​ກໍ​ຄວນ​ເວົ້າ​ລົມ​ກັບ​ຜູ້​ທີ່​ເອີ້ນ​ເຮົາ ແລະ ແລ້ວ​ຂໍ​ໃຫ້​ພວກ​ເພິ່ນ​ຕັດ​ສິນ​ໃຈ​ເອົາເອງ” (Boyd K. Packer, “Called to Serve,” Ensign, Nov. 1997, 8).

  26. ເບິ່ງ “ຄວາມ​ຖ່ອມ​ຕົວ,” ໃນ​ບົດ​ທີ 6 ຂອງ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 141.

  27. ເບິ່ງ Charles J. Chaput, Strangers in a Strange Land (2017), 14–15; ເບິ່ງ Rod Dreher, The Benedict Option (2017) ນຳ​ອີກ.

  28. Carl Cederstrom, “The Dangers of Happiness,” New York Times, July 19, 2015, SR8.

  29. ໂມໄຊຢາ 3:19.

  30. English Oxford Living Dictionaries, “humblebrag,” oxforddictionaries.com.

  31. ບາງ​ຄັ້ງ ເຮົາ​ຈະ​ໄດ້​ຍິນ​ຄຳ​ທີ່​ໜັງ​ສືແອວ​ມາ ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ຜູ້​ທີ່​ສະ​ແຫວງ​ຫາ “ສິ່ງ​ຂອງ​ມີ​ຄ່າ​ນາໆ​ຊະ​ນິດ​ຊຶ່ງ​ພວກ​ເຂົາ​ໄດ້​ມາ​ຈາກ​ການ​ອຸດ​ຫາ​ຫະ​ກຳ​ຂອງ​ພວກ​ເຂົາ; … [ແຕ່] ໄດ້ … ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ” (ແອວມາ 4:6). ເຮົາ​ເຄີຍ​ໄດ້​ຍິນ​ວ່າ “ເວົ້າ​ຂີ້​ຄຸຍ​ແບບ​ຖ່ອມ​ຕົວ” ກໍ​ຍັງ​ເປັນ​ການ​ເວົ້າ​ຂີ້ຄຸຍ​ຢູ່​ດີ.

  32. David Brooks, “Finding a Way to Roll Back Fanaticism,” New York Times, Aug. 15, 2017, A23.

  33. ແອວມາ 5:53, 54.

  34. ມີກາ 6:8.

  35. ເບິ່ງ ໂມໄຊຢາ 26:30.

  36. ເບິ່ງ ມັດທາຍ 6:12, 15.

  37. ເບິ່ງ ໂມໄຊຢາ 26:31.

  38. ດັ່ງ​ທີ່ ແນວສັນ ແມນເດລາ ໄດ້​ກ່າວ​ວ່າ, “ຄວາມ​ແຄ້ນ​ໃຈ ຄື​ກັນ​ກັບ​ການ​ກິນ​ຢາ​ເບື່ອ ແລ້ວ​ຫວັງວ່າ ມັນ​ຈະ​ຂ້າ​ສັດ​ຕູ​ຂອງ​ທ່ານ” (in Jessica Durando, “15 of Nelson Mandela’s Best Quotes,” USA Today, Dec. 5, 2013, usatoday.com).

  39. ອີເທີ 12:26, 27; ເນັ້ນ​ຄຳ​ເນີ້ງ.

  40. Edmund Vance Cooke, “The Eternal Everyday,” Impertinent Poems (1907), 21.