​2010–2019
ແຜນ ແລະ ການ​ປະ​ກາດ
ເດືອນ​ຕຸລາ 2017


ແຜນ ແລະ ການ​ປະ​ກາດ

ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ເປັນສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຄືນອີກ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເຮົາ​ຕ້ອງ​ການ ເພື່ອ​ຄ້ຳ​ຈູນ​ເຮົາ ​ຕ້ານກັບ​ການ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ຄອບ​ຄົວ.

ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ໃນ​ໃບ​ປະ​ກາດ​ຂອງ​ເຮົາ​ກ່ຽວ​ກັບ​ຄອບ​ຄົວ​ວ່າ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຮັບ​ພອນ​ດ້ວຍ​ຄຳ​ສອນ​ທີ່​ດີ​ເລີດ ແລະ ການມອງ​ໂລກ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ. ເຮົາ​ມີ​ສ່ວນ​ຮ່ວມ ແລະ ແມ່ນ​ແຕ່​ກ້າວ​ໜ້າ​ໃນ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ໂລກ, ແຕ່​ໃນ​ບາງ​ເລື່ອງ ເຮົາ​ບໍ່​ໄດ້​ມີ​ພາກ​ສ່ວນ​ດ້ວຍ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢຊູ​ຄຣິດ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ໃນ​ສະ​ໄໝ​ບູ​ຮານ ແລະ ໃນ​ສະ​ໄໝ​ໃໝ່.

I.

ໃນ​ຄຳ​ອຸ​ປະ​ມາ, ພຣະ​ເຢຊູ​ໄດ້​ບັນ​ຍາຍ​ກ່ຽວ​ກັບ​ຜູ້​ທີ່ “ໄດ້​ຍິນ​ພຣະຄຳ” ແຕ່ “ບໍ່​ເກີດ​ຜົນ” ເມື່ອ​ພຣະ​ຄຳ​ຖືກ “ຫຸ້ມ​ຮັດ” “ໂດຍ​ຄວາມ​ກັງ​ວົນ​ເຖິງ​ຊີ​ວິດ​ຢູ່​ໃນ​ໂລກນີ້ ແລະ ຄວາມ​ຢາກ​ຮັ່ງ​ຢາກ​ມີ” (ມັດທາຍ 13:22). ຕໍ່​ມາ, ພຣະ​ເຢຊູ​ໄດ້​ຕຳ​ນິ​ເປໂຕ ເພາະ​ການ​ບໍ່ “ຄິດ​ຢ່າງ​ພຣະ​ເຈົ້າ, ແຕ່​ຄິດ​ຢ່າງ​ມະ​ນຸດ,” ໂດຍ​ປະ​ກາດ​ວ່າ, “ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບ​ສົມ​ບັດ​ໝົດ​ທັງ​ໂລກ ແຕ່​ຕ້ອງ​ເສຍ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ ຄົນ​ນັ້ນ​ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ?” (ມັດທາຍ 16:23, 26). ໃນ​ການ​ສິດສອນ​ເທື່ອ​ສຸດ​ທ້າຍໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ບອກ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, “ຖ້າ​ເຈົ້າ​ທັງ​ຫລາຍ​ເປັນ​ຝ່າຍ​ໂລກ, ໂລກ​ກໍ​ຈະ​ຮັກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ: ແຕ່​ເພາະ​ເຈົ້າ​ທັງ​ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ … ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ເຈົ້າ” (ໂຢຮັນ 15:19; ເບິ່ງ ໂຢຮັນ 17:14, 16 ນຳ​ອີກ).

ຄ້າຍ​ຄື​ກັນ​ນີ້, ການ​ຂຽນ​ຂອງອັກ​ຄະ​ສາ​ວົກ​ລຸ້ນດັ້ງ​ເດີມ​ຂອງ​ພຣະ​ເຢຊູ ມັກ​ໃຊ້​ຄຳ​ທີ່​ວ່າ “ໂລກ” ໃນ​ການ​ເປັນ​ຕົວ​ແທນ​ໃຫ້​ແກ່ ສິ່ງ​ທີ່​ກົງ​ກັນ​ຂ້າມ ກັບ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ. “ຢ່າ​ດຳ​ເນີນ​ຊີ​ວິດ​ເໝືອນ​ຢ່າງ​ຊາວ​ໂລກ” (ໂຣມ 12:2), ອັກ​ຄະ​ສາ​ວົກ​ໂປໂລ ໄດ້​ສອນ. “ປັນ​ຍາ​ຂອງ​ໂລກ​ນີ້ ກໍ​ເປັນ​ຄວາມ​ໂງ່​ຕໍ່​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ” (1 ໂກຣິນໂທ 3:19). ແລະ, “ຈົ່ງ​ລະ​ວັງ,” ເພິ່ນ​ໄດ້​ເຕືອນ, “ຢ່າ​ໃຫ້​ຜູ້​ໃດ​ນຳ​ພວກ​ເຈົ້າ​ຕົກ​ໄປ … ເປັນ​ເຫຍື່ອ​ຂອງ​ສະ​ຕິ​ປັນ​ຍາ ຂອງ​ມະ​ນຸດ, ແລະ ຕາມ​ຄວາມ​ຮູ້​ເບື້ອງ​ຕົ້ນ​ຂອງ​ໂລກ, ແລະ ບໍ່​ແມ່ນ​ຕາມ​ພຣະ​ຄຣິດ” (ໂກໂລຊາຍ 2:8). ອັກ​ຄະ​ສາ​ວົກ​ຢາໂກໂບ ໄດ້​ສອນ​ວ່າ “ການ​ເປັນ​ມິດ​ຕໍ່​ໂລກ ຄື​ການ​ເປັນ​ສັດ​ຕູ​ຕໍ່​ພຣະ​ເຈົ້າ … ສະ​ນັ້ນ ຜູ້​ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດ​ຕູ​ຕໍ່​ພຣະ​ເຈົ້າ” (ຢາໂກໂບ 4:4).

ພຣະ​ຄຳ​ພີ​ມໍ​ມອນ ມັກ​ໃຊ້​ຄຳ​ທີ່​ກົງ​ກັນ​ຂ້າມ​ກັບ​ຄຳ​ວ່າ “ໂລກ.” ນີ​ໄຟ​ໄດ້​ທຳ​ນາຍ​ເຖິງ​ຄວາມ​ພິ​ນາດ​ຈົນ​ໝົດ​ສິ້ນ​ຂອງ “ຜູ້​ທີ່​ສ້າງ​ຂຶ້ນ​ເພື່ອ​ເປັນ​ທີ່​ນິ​ຍົມ​ໃນ​ສາຍ​ຕາ​ຂອງ​ໂລກ, ແລະ ຜູ້​ທີ່​ສະ​ແຫວງ​ຫາ … ສິ່ງ​ຂອງ​ທາງ​ໂລກ” (1 ນີໄຟ 22:23; ເບິ່ງ 2 ນີໄຟ 9:30 ນຳ​ອີກ). ແອວມາ ໄດ້​ປະ​ນາມ​ຜູ້​ທີ່ “ອວດ​ອົ່ງ … ​ໃນ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ” (ແອວມາ 31:27). ຄວາມ​ຝັນ​ຂອງ​ລີໄຮ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເດີນ​ໄປ​ຕາມ​ຮາວ​ເຫລັກ, ຊຶ່ງ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຈະ​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ​ຂອງ​ໂລກ. ຜູ້​ຄົນ​ທີ່​ຢູ່​ໃນ “ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ” ຊຶ່ງ​ລີໄຮ​ໄດ້​ເຫັນ ກຳ​ລັງ “ເຍາະ​ເຍີ້ຍ ແລະ ຊີ້​ມື” “ເຍາະ​ເຍີ້ຍ” (1 ນີໄຟ 8:26–27, 33). ໃນ​ພາບ​ນິມິດ ທີ່​ແປ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນີ້, ນີ​ໄຟ ໄດ້​ຮຽນ​ຮູ້​ວ່າ ການ​ເຍາະ​ເຍີ້ຍ ແລະ ການ​ກົງ​ກັນ​ຂ້າມ ມາ​ຈາກ “ຝູງ​ຊົນ​ຂອງ​ແຜ່ນ​ດິນ​ໂລກ, … ໂລກ ແລະ ປັນ​ຍາ​ຂອງ​ມັນ; … ຄວາມ​ຈອງ​ຫອງ​ຂອງ​ໂລກ” (1 ນີໄຟ 11:34–36).

ຮູບ​ພາບ
ຮູບ​ພາບ​ຂອງ ປະທານ​ທອມມັສແອັສ ມອນສັນ

ຄວາມ​ໝາຍ​ຂອງ​ພຣະ​ຄຳ​ພີ​ດັ່ງ​ກ່າວ ເຕືອນ​ຫຍັງ​ແດ່ ແລະ ພຣະ​ບັນ​ຍັດ​ທີ່​ຫ້າມ​ບໍ່​ໃຫ້ ເປັນ​ຂອງ​ໂລກ ຫລື ພຣະ​ບັນ​ຍັດ​ໃນ​ສະ​ໄໝ​ໃໝ່ ບອກ​ໃຫ້ ປະ​ຖິ້ມ​ໂລກ? (ເບິ່ງ D&C 53:2). ປະທານ ທອມມັສ ແອັສ ມອນສັນ ໄດ້​ສະ​ຫລຸບ​ຄຳ​ສອນ​ດັ່ງ​ນີ້: “ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ຢູ່​ໃນ​ໂລກ ຊຶ່ງ​ໄກ ຈາກ​ສິ່ງ​ທີ່​ເປັນ​ທາງວິນ​ຍານ. ມັນ​ສຳ​ຄັນ​ທີ່​ເຮົາ​ຕ້ອງ​ປະ​ຕິ​ເສດ​ສິ່ງ​ໃດ​ກໍ​ຕາມ​ທີ່ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຂອງ​ເຮົາ, ສິ່ງ​ທີ່ ເມື່ອ​ເຮັດ​ລົງ​ໄປ ຈະ​ຕ້ອງ​ສູນ​ເສຍ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ ໄປ ນັ້ນ​ຄື: ຊີ​ວິດ​ນິ​ລັນ​ດອນ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”1

ພຣະ​ເຈົ້າ​ໄດ້​ສ້າງ​ໂລກ​ນີ້ ຕາມ​ແຜນ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ມີ​ບ່ອນ​ຢູ່​ອາ​ໄສ​ໃນ​ຊ່ວງ​ມະ​ຕະ ຊຶ່ງ​ຈຳ​ເປັນ​ໃນ​ຂັ້ນ​ຕອນ​ທີ່​ກ້າວ​ໄປ​ສູ່​ລັດ​ສະ​ໝີ​ພາບ ທີ່​ພຣະ​ອົງ​ປະ​ສົງ ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ. ເຖິງ​ແມ່ນ​ຈະ​ມີ​ອາ​ນາ​ຈັກ ແລະ ລັດ​ສະ​ໝີ​ພາບ​ຫລາຍ​ລະ​ດັບ, ແຕ່​ພຣະ​ປະ​ສົງ​ອັນ​ສູງ​ສຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ແມ່ນ​ສິ່ງ​ທີ່​ປະ​ທານ​ມອນສັນ ໄດ້​ເອີ້ນ​ວ່າ “ຊີ​ວິດ​ນິ​ລັນ​ດອນ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ,” ຄື​ຄວາມ​ສູງ​ສົ່ງ​ໃນ​ຄອບ​ຄົວ. ນີ້​ແມ່ນ​ຫລາຍ​ກວ່າ​ຄວາມ​ລອດ. ປະທານ ຣະໂຊ ເອັມ ແນວສັນ ໄດ້​ເຕືອນ​ເຮົາ​ວ່າ, “ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ, ຄວາມ​ລອດ​ເປັນ​ເລື່ອງ​ສ່ວນ​ຕົວ; [ແຕ່] ຄວາມ​ສູງ​ສົ່ງ​ເປັນ​ເລື່ອງ​ສ່ວນ​ຄອບ​ຄົວ.”2

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່ ແລະ ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ທີ່​ດົນ​ໃຈ, ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ໃນ​ພາຍ​ຫລັງ, ແມ່ນ​ເປັນ​ຄຳ​ສອນ​ທີ່​ສຳ​ຄັນ ເພື່ອ​ຊີ້​ນຳ​ມະ​ນຸດ ໃນ​ການ​ຕຽມ​ສຳ​ລັບ​ຄວາມ​ສູງ​ສົ່ງ. ເຖິງ​ແມ່ນ​ເຮົາ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ການ​ແຕ່ງ​ງານ ແລະ ຕາມ​ວັດ​ທະ​ນະ​ທຳ​ອື່ນໆ ຂອງ​ໂລກ​ທີ່​ກຳ​ລັງ​ຊຸດ​ໂຊມ​ລົງ, ຜູ້​ທີ່​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ຄວາມ​ສູງ​ສົ່ງ ຈະ​ຕ້ອງ​ເລືອກ​ດ້ວຍ​ຕົວ​ເອງ ໃນ​ຊີ​ວິດ​ຄອບ​ຄົວ ຕາມ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ແຕກ​ຕ່າງ​ຈາກ​ວິ​ທີ​ທາງ​ຂອງ​ໂລກ.

ໃນ​ຊີ​ວິດ​ມະ​ຕະ​ນີ້, ເຮົາ​ບໍ່​ຈື່​ຫຍັງ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ເກີດ, ແລະ ບັດ​ນີ້ ເຮົາ​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ. ເຮົາ​ເຕີບ​ໂຕ​ຂຶ້ນ ແລະ ບັນ​ລຸ​ວຸດ​ທິ​ພາ​ວະ​ທາງວິນ​ຍານ ໂດຍ​ການ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ໃນ​ການ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ​ໄປ​ເລື້ອຍໆ. ສິ່ງ​ເຫລົ່າ​ນີ້​ແມ່ນຮ່ວມ​ທັງພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ ແລະ ການ​ກັບ​ໃຈ ເມື່ອ​ເຮົາ​ເລືອກ​ເຮັດ​ສິ່ງ​ທີ່​ຜິດ. ກົງ​ກັນ​ຂ້າມ, ຖ້າ​ຫາກ​ເຮົາ​ຂາດ​ສັດ​ທາ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ແລະ ບໍ່​ເຊື່ອ​ຟັງ​ຕໍ່ ຫລື ຫລີກ​ເວັ້ນ​ໂດຍ​ເຈດ​ຕະ​ນາ ຈາກ​ສິ່ງ​ທີ່​ຮຽກ​ຮ້ອງ​ໃຫ້​ກະ​ທຳ, ແລ້ວ​ເຮົາ​ຈະ​ບໍ່​ເຕີບ​ໂຕ ແລະ ບໍ່​ບັນ​ລຸ​​ວຸດ​ທິ​ພາ​ວະ. ພຣະ​ຄຳ​ພີ​ມໍມອນ​ສອນ​ວ່າ, “ຊີ​ວິດ​ນີ້​ເປັນ​ເວ​ລາ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ” (ແອວມາ 34:32).

II.

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ ຈະ​ເບິ່ງ​ໂລກ​ໃນ​ແງ່​ທີ່​ຕ່າງ​ໝູ່ ຊຶ່ງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ເຫດ​ຜົນ​ສຳ​ລັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ໃຫ້​ເຫັນ​ລັກ​ສະ​ນະ​ຂອງ​ພິ​ທີ​ການ​ຈຳ​ເປັນ​ຂອງ​ພຣະ​ອົງ ທີ່​ປ່ຽນ​ແປງບໍ່​ໄດ້, ແລະ ໃຫ້​ເຫັນ​ບົດ​ບາດ​ຂັ້ນ​ພື້ນ​ຖານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ທວງ​ເອົາ​ເຮົາ​ຈາກ​ຄວາມ​ຕາຍ ແລະ, ເງື່ອນ​ໄຂ​ທີ່​ເຮົາ​ຕ້ອງ​ກັບ​ໃຈ, ໄດ້​ຊ່ວຍ​ເຮົາ​ຈາກ​ບາບຂອງ​ເຮົາ. ດ້ວຍ​ການ​ມອງ​ໂລກ​ແບບ​ນັ້ນ, ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈຶ່ງ​ມີ​ລຳ​ດັບ​ຄວາມ​ສຳ​ຄັນ ແລະ ການ​ປະ​ຕິ​ບັດ​ທີ່​ແຕກ​ຕ່າງ ແລະ ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ທີ່​ຈະ​ອົດ​ທົນ​ກັບ​ຄວາມ​ງຸດ​ງິດ​ໃຈ ແລະ ຄວາມ​ເຈັບ​ປວດ​ຂອງ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ​ໄດ້.

ໂດຍ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້, ການ​ກະ​ທຳ​ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ເຮັດ​ຕາມ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ ສາ​ມາດ​ກໍ່​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ ຫລື ແມ່ນ​ແຕ່​ການ​ຂັດ​ແຍ້ງ​ກັບ​ຄົນ​ໃນ​ຄອບ​ຄົວ ຫລື ໝູ່​ເພື່ອນ ຜູ້​ບໍ່​ເຊື່ອ​ໃນ​ຫລັກ​ທຳ ກໍ​ເປັນ​ໄດ້. ການ​ຂັດ​ແຍ້ງ​ເຊັ່ນ​ນີ້ ກໍ​ມີ​ຢູ່​ຕະ​ຫລອດ​ຢູ່​ແລ້ວ. ໃນ​ທຸກ​ລຸ້ນ ທີ່​ພະ​ຍາ​ຍາມ​ເຮັດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ. ໃນ​ສະ​ໄໝ​ບູ​ຮານ, ສາດ​ສະ​ດາ​ເອຊາຢາ ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ອິດສະ​ຣາເອນ, ຜູ້​ທີ່​ເພິ່ນ​ໄດ້​ເອີ້ນ​ວ່າ “ພວກ​ທີ່​ຮູ້​ຈັກ​ສິ່ງ​ທີ່​ຖືກ​ຕ້ອງ, … ພວກ​ທີ່​ມີ​ຄຳ​ສັ່ງ​ສອນ​ຂອງ​ເຮົາ​ຝັງ​ທີ່​ຫົວ​ໃຈ.” ເພິ່ນ​ໄດ້​ປະກາດ​ວ່າ, “ຢ່າ​ສູ່​ຢ້ານ​ກົວ​ແຕ່​ປະ​ການ​ໃດໆ​ເລີຍ ເມື່ອ​ຄົນ​ກ່າວ​ຫຍໍ້​ຫຍັນ​ນິນ​ທາ​ພວກ​ເຈົ້າ” (ເອຊາຢາ 51:7; ເບິ່ງ 2 ນີໄຟ 8:7 ນຳ​ອີກ). ແຕ່ບໍ່​ວ່າ​ການ​ຂັດ​ແຍ້ງ​ກັນ​ນັ້ນ​ເປັນ​ເພາະ​ດ້ວຍ​ເຫດ​ໃດ​ກໍ​ຕາມ ກັບ​ຄົນ​ທີ່​ບໍ່​ເຂົ້າ​ໃຈ ຫລື ບໍ່​ເຊື່ອ​ໃນ​ແຜນ​ຂອງ​ພຣະ​ເຈົ້າ, ຄົນ​ທີ່​ເຂົ້າ​ໃຈ​ຈະ​ຖືກ​ບັນ​ຊາ​ໃຫ້​ເລືອກ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໝີ ແທນ​ທີ່​ຈະ​ເລືອກ​ວິ​ທີ​ທາງ​ຂອງ​ໂລກ.

III.

ແຜນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ແຕ່​ລະ​ຄອບ​ຄົວ​ຄວນ​ເຮັດ​ຕາມ ເພື່ອ​ຕຽມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສູງ​ສົ່ງ ໄດ້​ຖືກ​ລະ​ບຸ​ໄວ້​ແລ້ວ ຢູ່​ໃນ​ເອ​ກະ​ສານ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປີ 1995 ທີ່​ເອີ້ນ​ວ່າ ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.”3 ຂໍ້​ປະ​ກາດ​ເຫລົ່າ​ນັ້ນ, ແນ່ນອນ, ເຫັນ​ໄດ້​ວ່າ​ແຕກ​ຕ່າງ​ຈາກ​ກົດ​ບາງ​ຂໍ້, ການ​ປະ​ຕິ​ບັດ, ແລະ ການ​ສົ່ງ​ເສີມ​ຂອງ​ໂລກ ໃນ​ປະ​ຈຸ​ບັນ ຊຶ່ງ​ເຮົາ​ໃຊ້​ຊີ​ວິດ​ຢູ່. ໃນ​ວັນ​ເວ​ລາ​ຂອງ​ເຮົາ, ຄວາມ​ແຕກ​ຕ່າງ​ຫລາຍ​ທີ່​ສຸດ ທີ່​ເຫັນ​ຢ່າງ​ແຈ້ງ​ຊັດ ແມ່ນ​ການ​ຢູ່​ກິນ​ນຳ​ກັນ​ໂດຍ​ບໍ່​ຕ້ອງແຕ່ງ​ງານ, ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ, ແລະ ເດັກ​ນ້ອຍ​ທີ່​ເຕີບ​ໃຫຍ່​ຂຶ້ນ ໃນ​ຄອບ​ຄົວ​ເຊັ່ນ​ນັ້ນ. ຄົນ​ທີ່​ບໍ່​ເຊື່ອ ຫລື ບໍ່​ສະ​ແຫວງ​ຫາ​ຄວາມ​ສູງ​ສົ່ງ ມັກ​ຈະ​ໂນ້ມ​ອ່ຽງ ໄປ​ທາງ​ຂອງ​ໂລກ ແລະ ຄິດ​ວ່າ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນີ້ ເປັນ​ນະ​ໂຍ​ບາຍ​ທີ່​ຄວນ​ດັດ​ແປງ​ໃໝ່. ກົງ​ກັນ​ຂ້າມ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ວ່າ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ແຈ້ງ​ບອກ​ເຖິງ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ແບບ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ຕໍ່​ຄວາມ​ຈະ​ເລີນ​ເຕີບ​ໂຕ​ນິ​ລັນ​ດອນ​ຂອງ​ເຮົາ.

ເຮົາ​ເຫັນ​ວ່າ ສັງ​ຄົມ​ຮັບ​ຮູ້​ຫລາຍ​ຂຶ້ນ​ເລື້ອຍໆ ກ່ຽວ​ກັບ​ການຢູ່​ກິນ​ນຳ​ກັນ​ໂດຍ​ບໍ່​ຕ້ອງແຕ່ງ​ງານ ແລະ ຮັບ​ຮູ້​ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ. ການຍອມ​ຮັບ​ຂອງ​ຝ່າຍ​ສື່​ສານ, ຝ່າຍ​ການ​ສຶກ​ສາ, ແລະ ແມ່ນ​ແຕ່​ໃນ​ຝ່າຍ​ທຸ​ລະ​ກິດ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ຫລາຍ ໃຫ້​ແກ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ຕ້ອງ​ພະ​ຍາ​ຍາມ​ດຸນ​ດ່ຽງ​ກັບ​ຄຳ​ສັ່ງ​ຫລາຍໆ​ຢ່າງ ເລື່ອງ​ການ​ເຮັດ​ຕາມ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຮົາ ແລະ ການ​ສິດ​ສອນ ແມ່ນ​ແຕ່​ຕອນ​ທີ່​ເຮົາ​ພະ​ຍາ​ຍາມ​ສະ​ແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ.4 ເມື່ອ​ເຮັດ​ເຊັ່ນ​ນັ້ນ ບາງ​ເທື່ອ​ເຮົາ​ຈະ​ປະ​ເຊີນ​ກັບ​ສິ່ງ​ທີ່​ເອຊາຢາ ເອີ້ນ​ວ່າ “ຄຳ​ກ່າວ​ຫຍໍ້​ຫຍັນ​ຂອງ​ມະ​ນຸດ” ແຕ່ ຢ່າ​ສູ່​ຢ້ານ.

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ເຫລື້ອມ​ໃສ ເຊື່ອວ່າ​ຄຳ​ສອນ​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ຊຶ່ງ​ໄດ້​ພິມ​ອອກ​ມາ ເກືອບ​ເຖິງ ຊາວ​ຫ້າ​ປີ​ແລ້ວ, ເປັນສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຄືນອີກ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເຮົາ​ຕ້ອງ​ການ ເພື່ອ​ຄ້ຳ​ຈູນ​ເຮົາ​ຕ້ານ ກັບ​ການ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ຄອບ​ຄົວ. ສອງ​ຕົວ​ຢ່າງ​ແມ່ນ ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ ແລະ ການ​ຢູ່​ກິນ​ນຳ​ກັນ​ໂດຍ​ບໍ່​ຕ້ອງແຕ່ງ​ງານ. ພຽງ​ແຕ່ 20 ປີ ຫລັງ​ຈາກ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ມີ​ມາ, ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ອະ​ນຸ​ຍາດ​ໃຫ້​ຄົນ​ເພດ​ດຽວ​ກັນ ແຕ່ງ​ງານ, ຊຶ່ງ​ໄດ້​ລົບ​ລ້າງ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ຊຶ່ງ​ເປັນ​ມາ​ນັບ​ຫລາຍ​ພັນ​ປີ. ຈຳ​ນວນ​ເປີ​ເຊັນ​ທີ່​ໜ້າ​ຕົກ​ໃຈ ຂອງ​ເດັກ​ນ້ອຍ​ທີ່​ເກີດ​ກັບ​ແມ່​ຜູ້ບໍ່​ໄດ້​ແຕ່ງ​ງານ ເລີ່ມ​ນັບ​ມື້​ນັບມີ​ຫລາຍ​ຂຶ້ນ: 5 ເປີ​ເຊັນ ໃນ​ປີ 1960,5 32 ເປີ​ເຊັນ ໃນ​ປີ 1995,6 ແລະ ບັດ​ນີ້ 40 ເປີ​ເຊັນ.7

IV.

ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເລີ່ມ​ຕົ້ນ ໂດຍ​ການ​ປະ​ກາດ​ວ່າ “ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ​ແລະ ຍິງ ເປັນ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ແລະ ວ່າ​ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ ສຳ​ລັບ​ວິ​ຖີ​ຊີ​ວິດ​ອັນ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ.” ມັນ​ຍັງ​ຢືນ​ຢັນ​ວ່າ “ເພດ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ ຕໍ່​ການ​ຈຳ​ແນກ​ບອກ​ໃຫ້​ຮູ້​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ແຕ່​ລະ​ຄົນ ໃນ​ໂລກ​ກ່ອນ​ເກີດ, ໃນ​ໂລກ​ນີ້, ແລະ ໃນ​ນິ​ລັນ​ດອນ ແລະ ເຖິງ​ຈຸດ​ມຸ້ງ​ໝາຍ.” ມັນ​ຍັງ​ປະ​ກາດ​ຕື່ມ “ວ່າ ພຣະ​ເຈົ້າ​ໄດ້​ບັນ​ຊາ​ວ່າ ອຳ​ນາດ​ຂອງ​ການ​ສ້າງ​ມະ​ນຸດ​ແມ່ນ​ຕ້ອງ​ເກີດ​ຂຶ້ນ ລະ​ຫວ່າງ​ຊາຍ ແລະ ຍິງ ຜູ້​ແຕ່ງ​ງານ​ກັນ​ຢ່າງ​ຖືກ​ຕ້ອງ ຕາມ​ກົດ​ໝາຍ​ໃນ​ຖາ​ນະ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ​ເທົ່າ​ນັ້ນ.

ໃບ​ປະ​ກາດ​ຢືນ​ຢັນ​ໜ້າ​ທີ່​ອັນ​ຕໍ່​ເນື່ອງ ຂອງ​ສາມີ ແລະ ພັນ​ລະ​ຍາ ເພື່ອ​ໃຫ້​ຂະ​ຫຍາຍ​ພົງ​ພັນ ແລະ ມີ​ຫລາຍ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ ແລະ “ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ ແມ່ນ​ທີ່​ຈະ​ຮັກ​ແພງ​ເອົາ​ກັນ ແລະ ດູ​ແລ​ກັນ ແລະ ດູ​ແລ​ລູກໆ​ຂອງ​ຕົນ ດັ່ງ​ນີ້”: “ເດັກ​ນ້ອຍ​ມີ​ສິດ​ທີ່​ຈະ​ມາ​ເກີດ​ນຳ​ພໍ່​ແມ່​ທີ່​ແຕ່ງ​ງານ​ກັນ, ແລະ ທີ່​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ພໍ່​ແມ່​ຜູ້​ນັບ​ຖືກ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ກະ​ທຳ​ໄວ້​ຕໍ່​ກັນ ແລະ ຊື່​ສັດ​ບໍ​ລິ​ສຸດ​ຕໍ່​ກັນ.” ມັນ​ໄດ້​ເຕືອນ​ຢ່າງ​ໜັກ​ແໜ້ນ ຕ້ານ​ກັບ​ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ລູກ​ເຕົ້າ, ແລະ ມັນ​ຢືນ​ຢັນ​ວ່າ “ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.” ສຸດ​ທ້າຍ, ມັນ​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ​ລັດ​ຖະ​ບານ ທີ່​ວ່າ “ຈົ່ງ​ຊ່ວຍ​ກັນ​ຊຸກ​ຍູ້​ຜູ້​ຄົນ​ໃຫ້​ເຮັດ​ຕາມ​ນີ້ ເພື່ອ​ຈະ​ໄດ້​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ເປັນ​ໜ່ວຍ​ສຳ​ຄັນ​ຍິ່ງ​ຂອງ​ສັງ​ຄົມ.”

ໃນ​ປີ 1995 ປະ​ທານ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອັກ​ຄະ​ສາ​ວົກ 14 ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ລະ​ບຸ​ຂໍ້​ຄວາມ ທີ່​ບັນ​ຈຸ​ຄຳ​ສອນ​ທີ່​ສຳ​ຄັນ​ເຫລົ່າ​ນີ້. ໃນ​ຖາ​ນະ​ທີ່​ເປັນ​ຜູ້​ໜຶ່ງ ໃນ​ຈຳ​ນວນ​ອັກ​ຄະ​ສາ​ວົກ​ເຈັດ​ຄົນເຫລົ່າ​ນັ້ນ ທີ່​ຍັງ​ມີ​ຊີ​ວິດ​ຢູ່, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ຄວນ​ບອກ​ເຖິງ ທີ່​ມາ​ຂອງ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ສຳ​ລັບ​ຜູ້​ທີ່​ສົນ​ໃຈ​ຢາກ​ຮູ້.

ເມື່ອ 23 ປີ​ກ່ອນ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຮັບການ​ດົນ​ໃຈ ໃຫ້​ປະ​ກາດ​ເລື່ອງ​ຄອບ​ຄົວ. ບາງ​ຄົນ​ກໍ​ຕົກ​ຕະ​ລຶງ ໂດຍ​ຄິດ​ວ່າ​ຄວາມ​ຈິງ​ຂອງ​ຄຳ​ສອນ​ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ກໍ​ເຂົ້າ​ໃຈ​ກັນ​ດີ​ຢູ່​ແລ້ວ ແລະ ບໍ່​ຈຳ​ເປັນ​ຕ້ອງ​ປະ​ກາດ​ອີກ.8 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຮູ້​ສຶກ​ເຖິງ​ການ​ຢືນ​ຢັນ ແລະ ພວກ​ເຮົາ​ກໍ​ໄດ້​ລົງ​ມື. ຫົວ​ຂໍ້​ໄດ້​ຖືກ​ແຈ້ງ​ບອກ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ປຶກ​ສາ​ຫາ​ລື​ກັນ ເກືອບ​ເຖິງ​ໜຶ່ງ​ປີ. ຖ້ອຍ​ຄຳໄດ້​ຖືກ​ນຳ​ສະ​ເໜີ, ໄດ້​ຖືກ​ທົບ​ທວນ, ແລະ ດັດ​ແປງ. ພວກ​ເຮົາ​ໄດ້​ອະ​ທິ​ຖານ ອ້ອນ​ວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ດົນ​ໃຈ ໃນ​ສິ່ງ​ທີ່​ພວກ​ເຮົາ​ຄວນ​ກ່າວ ແລະ ໃນ​ວິ​ທີ​ທີ່​ພວກ​ເຮົາ​ຄວນ​ກ່າວ. ເຮົາ​ທຸກ​ຄົນ​ໄດ້​ຮຽນ​ຮູ້ ເທື່ອ​ລະ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ (ເບິ່ງ D&C 98:12).

ຮູບ​ພາບ
ຮູບ​ພາບ​ຂອງປະທານກໍດອນບີ ຮິງລີ

ໃນ​ໄລ​ຍະ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ຂໍ້​ຄວາມ​ໄດ້​ຖືກ​ນຳ​ສະ​ເໜີ ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ, ຜູ້​ດູ​ແລ ແລະ ປະ​ກາດ​ການ​ສິດ​ສອນ ແລະ ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ. ຫລັງ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ດັດ​ແປງ​ເພີ່ມ​ເຕີມ, ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ຈຶ່ງ​ໄດ້​ຖືກ​ປະ​ກາດ ໂດຍ​ປະທານ​ກໍດອນ ບີ ຮິງລີ. ໃນ​ກອງ​ປະ​ຊຸມ​ສະ​ຕີ ເມື່ອ​ວັນທີ 23 ເດືອນ​ກັນຍາ, 1995, ເພິ່ນ​ໄດ້​ນຳ​ສະ​ເໜີ​ໃບ​ປະ​ກາດ​ດ້ວຍ​ຖ້ອຍ​ຄຳ​ນີ້​ວ່າ: “ໂດຍ​ທີ່​ມີ​ການ​ເວົ້າ​ໂຕ້​ແຍ້ງ​ກັນ​ຫລາຍ​ເລື່ອງ​ຄວາມ​ຈິງ, ໂດຍ​ທີ່​ມີ​ການ​ຫລອກ​ລວງ​ຫລາຍ ເລື່ອງ​ມາດ​ຕະ​ຖານ ແລະ ຄຸນ​ຄ່າ, ໂດຍ​ທີ່​ມີ​ສິ່ງ​ດຶງ​ດູດ​ໃຈ ແລະ ລໍ້​ໃຈ​ຢ່າງ​ຫລວງ​ຫລາຍ ເພື່ອ​ໃຫ້​ຮັບ​ເອົາ​ຄວາມ​ດ່າງ​ພ້ອຍ​ຂອງ​ໂລກ ຢ່າງ​ຊ້າໆ, ພວກ​ເຮົາ​ຈຶ່ງ​ຮູ້​ສຶກ​ວ່າ ຕ້ອງ​ໄດ້​ເຕືອນ ແລະ ເຕືອນ​ລ່ວງ​ໜ້າ.”9

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເປັນ​ເອ​ກະ​ສານ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ, ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ຜູ້​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ. ມັນ​ເປັນ​ຄຳ​ສອນ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເປັນ​ສິ່ງ​ທີ່​ປະ​ຕິ​ບັດ​ກັນ​ມາ​ເປັນ​ເວ​ລາ 22 ປີ ແລະ ຈະ​ປະ​ຕິ​ບັດ​ຕໍ່​ໄປ ໃນ​ອະ​ນາ​ຄົດ. ໃຫ້​ນັບ​ຖື​ມັນ​ແນວ​ນັ້ນ, ໃຫ້​ສອນ​ມັນ, ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ມັນ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ພອນ ໃນ​ຂະ​ນະ​ທີ່​ທ່ານມຸ້ງໜ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ເມື່ອ​ສີ່​ສິບ​ປີ​ກ່ອນ, ປະທານ​ເອສະຣາ ແທັບ ເບັນສັນ ໄດ້​ສອນ​ວ່າ “​ຄົນ​ທຸກ​ລຸ້ນ ມີ​ການ​ທົດ​ສອບ​ຂອງ​ຕົນ​ເອງ ແລະ ມີ​ໂອ​ກາດ​ທີ່​ຈະ​ປະ​ເຊີນ ແລະ ພິ​ສູດ.”10 ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່າ​ທີ​ຂອງ​ເຮົາ​ທີ່​ມີ​ຕໍ່ ແລະ ການ​ໃຊ້​ຄຳ​ທີ່​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເປັນ​ການ​ທົດ​ສອບ​ສຳ​ລັບ​ລຸ້ນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈົ່ງ​ໝັ້ນ​ຄົງ ໃນ​ການ​ທົດ​ສອບ​ນີ້.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ຄຳ​ສອນ​ຂອງ​ປະທານ​ກໍດອນ ບີ ຮິງລີ ຊຶ່ງ​ໄດ້​ກ່າວ​ຫລັງ​ຈາກ​ສອງ​ປີ ທີ່​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ໄດ້​ຖືກ​ປະ​ກາດ. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ອະ​ນາ​ຄົດ​ທີ່​ດີ​ເລີດ ຢູ່​ໃນ​ໂລກ​ທີ່​ບໍ່​ແນ່​ນອນ. ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຍຶດ​ໝັ້ນ​ຢູ່​ກັບ​ຄຸນ​ຄ່າ​ຂອງ​ເຮົາ, ຖ້າ​ຫາກ​ເຮົາ​ຈະ​ສ້າງ​ສາ​ໃສ່​ເທິງ​ມູນ​ມໍ​ລະ​ດົກ​ຂອງ​ເຮົາ, ຖ້າ​ຫາກ​ເຮົາ​ຈະ​ເດີນ​ໄປ​ໃນ​ຄວາມ​ເຊື່ອ​ຟັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ຖ້າ​ຫາກ​ເຮົາ​ພຽງ​ແຕ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພອນ ໃນ​ວິ​ທີ​ທາງ​ທີ່​ວິ​ເສດ​ສຸດ ແລະ ເລີດ​ລ້ຳ. ຜູ້​ຄົນ​ຈະ​ເບິ່ງ​ເຮົາ​ວ່າ​ເປັນ​ຄົນ​ທີ່​ພິ​ເສດ ຜູ້​ໄດ້​ພົບ​ເຫັນ​ກະ​ແຈ​ສຳ​ລັບ​ຄວາມ​ສຸກ​ທີ່​ພິ​ເສດ.”11

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ເຖິງ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ຂອງ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນີ້, ຊຶ່ງ​ໄດ້​ເປີດ​ເຜີຍ​ໂດຍ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ຕໍ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ສູງ​ສົ່ງ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ (ເບິ່ງ Doctrine and Covenants 131:1–4), ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “Stand in Holy Places,” Liahona, Nov. 2011, 83.

  2. Russell M. Nelson, “Salvation and Exaltation,” Liahona, May 2008, 10.

  3. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  4. ເບິ່ງ Dallin H. Oaks, “Love and Law,” Liahona, Nov. 2009, 26–29.

  5. ເບິ່ງ “‘Disastrous’ Illegitimacy Trends,” Washington Times, Dec. 1, 2006, washingtontimes.com.

  6. ເບິ່ງ Stephanie J. Ventura and others, “Report of Final Natality Statistics, 1996,” Monthly Vital Statistics Report, June 30, 1998, 9.

  7. ເບິ່ງ Brady E. Hamilton and others, “Births: Provisional Data for 2016,” Vital Statistics Rapid Release, June 2017, 10.

  8. ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນຂອງ​ເຮົາ ໄດ້​ກ່າວ​ຢ່າງ​ເລິກ​ຊຶ້ງ ຫລັງ​ຈາກ 20 ປີ​ຕໍ່​ມາ ທີ່​ວ່າ: “ເຮົາ​ບໍ່​ເຂົ້າ​ໃຈ​ຄັກ​ໃນ​ເວ​ລາ​ນັ້ນ ວ່າ​ເຮົາ​ຈະ​ຕ້ອງ​ການ ການ​ປະ​ກາດ​ຂັ້ນ​ພື້ນ​ຖານ​ເຫລົ່າ​ນີ້ ຫລາຍ​ຂະ​ໜາດ​ໃດ ໃນ​ໂລກ​ທຸກ​ວັນ​ນີ້ ເພື່ອ​ເປັນ​ມາດ​ຕະ​ຖານ ຊຶ່ງ​ເຮົາ​ສາ​ມາດ​ຕັດ​ສິນຄຳ​ສອນ​ໃໝ່ ແລະ ທິດ​ສະ​ດີ​ໃໝ່​ຂອງ​ໂລກ ທີ່ຖືກ​ນຳ​ສະ​ເໜີ​ແກ່​ເຮົາ ຜ່ານ​ສື່​ສານ​ມວນ​ຊົນ, ອິນ​ເຕີ​ເນັດ, ນັກ​ປາດ​ອາ​ຈານ, ໂທ​ລະ​ພາບ ແລະ ຮູບ​ເງົາ, ແລະ ແມ່ນ​ແຕ່​ຜູ້​ອອກ​ກົດ​ໝາຍ​ໄດ້. ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ໄດ້​ກາຍ​ເປັນ​ມາດ​ຕະ​ຖານ​ສຳ​ລັບ​ການ​ຕັດ​ສິນ​ປັດ​ຊະ​ຍາ​ຂອງ​ໂລກ, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຫລັກ​ທຳ​ທີ່​ລະ​ບຸ​ໄວ້​ຢູ່​ໃນ​ໃບ​ປະ​ກາດ​ສະ​ບັບ​ນີ້ ເປັນ​ຄວາມ​ຈິງ​ໃນ​ທຸກວັນ​ນີ້ ເຊັ່ນ​ດຽວ​ກັບ​ຕອນ​ທີ່​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໄດ້​ມອບ​ໃຫ້​ເຮົາ​ເກືອບ 20 ປີ​ກ່ອນ” (Bonnie L. Oscarson, “Defenders of the Family Proclamation,” Liahona, May 2015, 14–15).

  9. Gordon B. Hinckley, “Stand Strong against the Wiles of the World,” Ensign, Nov. 1995, 100.

  10. Ezra Taft Benson, “Our Obligation and Challenge” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ທີ່​ການ​ປະ​ຊຸມ​ຜູ້​ແທນ​ອາ​ນາ​ເຂດ, ວັນ​ທີ 30 ເດືອນ​ກັນ​ຍາ, 1977), 2; in David A. Bednar, “On the Lord’s Side: Lessons from Zion’s Camp,” Liahona, July 2017, 19.

  11. Teachings of Presidents of the Church: Gordon B. Hinckley (2016), 186; see also Gordon B. Hinckley, “Look to the Future,” Ensign, Nov. 1997, 69.