​2010–2019
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ
ເດືອນ​ຕຸລາ 2017


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ

ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າສະເໜີເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ຝ່າຍປະທານອົງການຊ່ວຍເຫລືອສາມັນ ຕໍ່ສາດສະໜາຈັກ ເພື່ອການສະໜັບສະໜູນ.

ຂໍສະເໜີໃຫ້ສະໜັບສະໜູນ ທອມມັສ ສະເປັນເຊີ ມອນສັນ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ເປັນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ; ເຮັນຣີ ເບັນນຽນ ໄອຣິງ ເປັນທີ່ປຶກສາທີໜຶ່ງໃນຝ່າຍປະທານສູງສຸດ, ແລະ ດີເດີ ຟະຣີດະຣິກ ອຸກດອບ ເປັນທີ່ປຶກສາທີສອງໃນຝ່າຍປະທານສູງສຸດ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນ ຣະໂຊ ແມຣິອອນ ແນວສັນ ເປັນປະທານກຸ່ມອັກຄະສາວົກສິບສອງ ແລະ ຕໍ່ໄປນີ້ຄື ກຸ່ມອັກຄະສາວົກສິບສອງ: ຣະໂຊ ເອັມ ແນວສັນ, ດາລິນ ເອັຈ ໂອກສ໌, ເອັມ ຣະໂຊ ບາດເລີດ, ຣໍເບີດ ດີ ແຮວສ໌, ແຈັບຟະຣີ ອາ ຮໍແລນ, ເດວິດ ເອ ແບ໊ດນາ, ຄວິນຕິນ ແອວ ຄຸກ, ດີ ທອດ ຄຣິສໂຕເຟີສັນ, ນຽວ ແອວ ແອນເດີເຊັນ, ຣອນໂນ ເອ ແຣັສ໌ແບນ, ແກຣີ ອີ ສະຕີບເວັນສັນ, ແລະ ແດວ ຈີ ເຣັນລັນ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນທີ່ປຶກສາໃນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ແອວເດີ ດາໂນ ແອວ ຮອສ໌ຕຣຳ ແລະ ແອວເດີ ຣິເຈີດ ເຈ ເມນສ໌ ໄດ້​ຖືກ​ປົດ​ອອກ​ຈາກ​ການ​ຮັບ​ໃຊ້​ເປັນ​ຝ່າຍ​ປະ​ທານ​ກຸ່ມ​ສາ​ວົກ​ເຈັດ​ສິບ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ອ້າຍ​ນ້ອງ​ເຫລົ່າ​ນີ້ ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ແອວເດີ ຮວນ ອາ ອູເຊດາ ແລະ ແອວເດີ ແພທຣິກ ຄີໂຣນ, ຜູ້​ຫາ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ສາວົກ​ເຈັດ​ສິບ.

ຜູ້​ທີ່​ຢາກ​ສະ​ໜັບ​ສະ​ໜູນ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຕໍ່​ຕຳ​ແໜ່ງ​ໃໝ່​ຂອງ​ພວກ​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ​ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໝີປົດ ແອວເດີ ສະແຕນລີ ຈີ ແອວລີສ໌, ແອວເດີ ແລຣີ ອາ ລໍແຣນສ໌, ແລະ ແອວເດີ ດັບເບິນຢູ ຄະເຣກ ຊະວິກ ຈາກ​ການ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ ແລະ ມອບ​ຕຳ​ແໜ່ງ​ໃຫ້​ພວກ​ເພິ່ນ ໃນ​ຖາ​ນະ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່.

ຜູ້ທີ່ຢາກ​ສະແດງ​ຄວາມຮູ້​ບຸນຄຸນ​ຮ່ວມກັບ​ພວກເຮົາ ສຳລັບ​ການຮັບໃຊ້​ທີ່ດີເດັ່ນ​ຂອງ​ພວກ​ອ້າຍນ້ອງ​ເຫລົ່ານີ້, ຂໍໃຫ້​ຍົກມືຂຶ້ນ.

ຂໍ​ສະ​ເໜີ​ປົດ​ສາ​ວົກ​ເຈັດ​ສິບ​ດັ່ງ​ຕໍ່​ໄປ​ນີ້: ເປຕະໂຣ ຢູ. ອາດູຣູ, ເດັດ​ແລັບ ເອັຈ ແອດເລີ, ອານຮຽວ ເອັຈ ອາລາຄອນ, ວິນເຊີ ບາເດີຣາມາ, ຣໍເບີດ ເອັມ ຄໍ, ຄຣິສໂຕເຟີ ຊານ, ຈີນ ອາ ຈີ​ແດັສເຕີ, ເຣົາຟ໌ ແອວ ດູສະນັບ, ອານຮຽວ ອາ ດູອາເທ, ພີເຕີ ແອັຟ ແອັບແວນສ໌, ແຟຣນຊິດ​ສະໂກ ດີ ເອັນ ແກຣນຮາ, ຢູຣຸຍ ເອ ກຸດຈິນ, ຄະລິບເຝີດ ທີ ເຮີເບີດສັນ, ອານີຟີໂອກ ອູໂດ ອິງຢອນ, ລູອີສ ເອັມ ລີອອນ, ອາເລຮັນດະໂຣ ໂລເປສ, ແອວ ຈີນ ຄະຫລອດ ມາບາຢາ, ດີແຄລນ ໂອ ມາດູ, ອາເລັກຊານເດີ ທີ ເມທຣີ, ແຈເຣັດ ອາ ໂອກຳໂປ, ແອນດະຣູ ເອັມ ໂອຣີອໍດານ, ເຮຊູ ອາ ອໍທິສ, ອາເບເນຍ ວີ ປາຈາໂຣ, ຊູ ຮົງ ພອນ, ຣໍເບີດ ຊີ ຣຽນ, ໂຮເຮ ລູອິສ ໂຣເມອູ, ໂຮເຮ ແອວ ຊາດິວາ, ຊີໂຣ ສະມາຍ, ອາລິນ ສະແປນນອສ, ໂມໂຣໄນ ບີ ທໍແກນ, ສະຕີບເວັນ ແອວ ໂທຣອນໂທ, ແລະ ຣີກາໂດ ວາຢາດາເຣສ.

ຜູ້ທີ່ຢາກສະແດງຄວາມກະຕັນຍູຮ່ວມກັບພວກເຮົາ ສຳລັບການຮັບໃຊ້ທີ່ດີເດັ່ນຂອງພວກເພິ່ນ, ຂໍໃຫ້ຍົກມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ທໍເບັນ ອິງເບີກ ໃຫ້​ຮັບ​ໃຊ້​ເປັນ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ, ສາວົກເຈັດສິບປະຈຳເຂດ, ແລະ ຝ່າຍປະທານອົງການຊ່ວຍເຫລືອສາມັນຕ່າງໆ ຊຶ່ງຖືກແຕ່ງຕັ້ງໄວ້ແລ້ວຕອນນີ້.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ສ່ວນຜູ້ທີ່ຂັດຄ້ານ ຂໍໃຫ້ຕິດຕໍ່ຫາປະທານສະເຕກຂອງຕົນ.

ອ້າຍເອື້ອຍນ້ອງທັງຫລາຍ, ພວກ​ເຮົາ​ຮູ້​ບຸນ​ຄຸນສຳ​ລັບສັດທາ ແລະ ຄຳອະທິຖານຂອງທ່ານ ເພື່ອຜູ້ນຳຂອງສາດສະໜາຈັກຕະຫລອດມາ.