​2010–2019
ຄວາມຈິງຂອງທຸກສິ່ງ
ເດືອນ​ຕຸລາ 2017


ຄວາມຈິງຂອງທຸກສິ່ງ

ເຮົາແຕ່ລະຄົນມີ​ຄວາມ​ຮັບຜິດຊອບ​ສ່ວນຕົວ ທີ່ຈະເຮັດສິ່ງທີ່​ຈຳເປັນເພື່ອ​ໃຫ້ມີປະຈັກ​ພະຍານ ແລະ ຮັກສາປະຈັກ​ພະຍານນັ້ນ​ໄວ້ໃຫ້ເຂັ້ມແຂງ.

ພວກເຮົາມາ​ໃນແລງວັນນີ້ ດ້ວຍຄວາມຫວັງ ແລະ ສັດທາ ບໍ່ຫລາຍກໍໜ້ອຍ, ວ່າຈະຈາກ​ບ່ອນນີ້ໄປດ້ວຍຄວາມ​ເຂັ້ມແຂງຂຶ້ນ​ກວ່າເກົ່າ ແລະ ໄດ້ຮັບພອນຈາກ​ພຣະວິນຍານ​ບໍລິສຸດ ຊຶ່ງເປັນຜູ້​ສອນເຮົາ.1 ສິ່ງທີ່ຂ້າພະເຈົ້າ ຢາກເວົ້າເຖິງ ແມ່ນກ່ຽວກັບ​ການສະແຫວງຫາ​ຄວາມຈິງສ່ວນຕົວ.

ເມື່ອຕອນເປັນ​ຊາຍໜຸ່ມ, ຂ້າພະເຈົ້າ​ມີຄຳຖາມຫລາຍຢ່າງ​ກ່ຽວກັບ​ສາດສະໜາຈັກ. ຄຳຖາມບາງອັນ ແມ່ນຈາກໃຈຈິງ. ບາງອັນກໍບໍ່ແມ່ນ ເພາະຍ້ອນມາ​ຈາກຄວາມສົງໄສ​ຂອງຄົນອື່ນ.

ຂ້າພະເຈົ້າມັກລົມ​ກັບແມ່ຕົນເອງ ເລື່ອງຄຳຖາມ​ເຫລົ່ານີ້. ຂ້າພະເຈົ້າແນ່ໃຈວ່າ ແມ່ຄົງຮູ້​ໄດ້ວ່າ ຄຳຖາມບາງອັນ​ແມ່ນຈາກໃຈຈິງ. ຂ້າພະເຈົ້າຄິດວ່າ ແມ່ຄົງຜິດຫວັງ​ໜ້ອຍໜຶ່ງ ໃນຄຳຖາມບາງອັນ​ທີ່ບໍ່ຈິງໃຈ ແລະ ເປັນການຂັດແຍ້ງ​ຫລາຍກວ່າ. ເຖິງຢ່າງໃດກໍດີ, ແມ່ກໍບໍ່ເຄີຍ​ດູຖູກທີ່ຕົນເອງ ມີຂໍ້ຂ້ອງໃຈ. ແມ່ ຈະຟັງ ແລະ ພະຍາຍາມ​ຕອບຄຳຖາມຕ່າງໆ. ເມື່ອແມ່ຮູ້ວ່າ ແມ່ໄດ້ເວົ້າໄປໝົດ​ທຸກຢ່າງແລ້ວ ແຕ່ຂ້າພະເຈົ້າ​ຍັງມີຄຳຖາມຢູ່, ເພິ່ນຈະເວົ້າວ່າ: “ເດວິດ, ນັ້ນເປັນຄຳ​ຖາມທີ່ດີ. ເມື່ອ ລູກ ກຳ​ລັງ​ສະ​ແຫວງ​ຫາ​ທີ່​ຈະ​ອ່ານ ແລະ ອະ​ທິ​ຖານ​ເພື່ອ​ໃຫ້ໄດ້​ຮັບ​ຄຳ​ຕອບນັ້ນ, ເປັນ​ຫຍັງ ລູກ ຈຶ່ງບໍ່​ເຮັດ​ສິ່ງ​ທີ່​ລູກຮູ້​ວ່າ ສິ່ງ​ໃດ​ທີ່ລູກ​ຄວນ​ເຮັດ ແລະ ບໍ່​ຄວນ​ເຮັດ?” ສິ່ງນີ້ກາຍເປັນ​ແບບແຜນ ຂອງການສະແຫວງ​ຫາຄວາມຈິງ​ຂອງຂ້າພະເຈົ້າ. ໂດຍການສຶກສາ, ອະທິຖານ, ແລະ ການຮັກສາ​ພຣະບັນຍັດ, ຂ້າພະເຈົ້າເຫັນວ່າ ມີຄຳຕອບ​ສຳລັບຄຳຖາມ​ສຳຄັນທັງໝົດ. ຂ້າພະເຈົ້າ​ກໍຮູ້ອີກວ່າ ສຳລັບຄຳຖາມ​ບາງອັນ, ມັນຈຳເປັນ ທີ່ເຮົາຕ້ອງ​ມີສັດທາ​ທີ່ຕໍ່ເນື່ອງ, ມີຄວາມອົດທົນ, ແລະ ມີການ​ເປີດເຜີຍແທ້.2

ແມ່ ໄດ້ເຮັດໃຫ້​ຂ້າພະເຈົ້າ​ມີຄວາມຮັບຜິດຊອບ ໃນການພັດ​ທະນາ​ສັດທາ ແລະ ຊອກຫາ​ຄຳຕອບເອງ. ແມ່ຮູ້ວ່າ ຄຳຕອບທີ່​ສຳຄັນຈະມາ​ຈາກການ​ສະແຫວງຫາ​ຄວາມຈິງ​ຂອງຂ້າພະເຈົ້າ ຕາມທີ່ພຣະບິດາ​ເທິງສະຫວັນ​ໄດ້ກຳນົດໄວ້. ແມ່ຮູ້ວ່າ ຂ້າພະເຈົ້າ​ຕ້ອງໄດ້ສະແຫວງ​ຫາຄວາມຈິງ. ແມ່ຮູ້ວ່າ ຂ້າພະເຈົ້າ​ຕ້ອງຈິງໃຈ​ຕໍ່ຄຳຖາມ ແລະ ຕ້ອງເຕັມໃຈ​ເຮັດຕາມສິ່ງທີ່​ຂ້າພະເຈົ້າຮູ້ວ່າ​ເປັນຄວາມຈິງ. ແມ່ຮູ້ແລ້ວວ່າ ຂ້າພະເຈົ້າຕ້ອງ​ສຶກສາ ແລະ ອະທິຖານ​ເພື່ອໃຫ້ມີຄວາມ​ອົດທົນເພີ່ມຂຶ້ນ ຂະນະທີ່ສະແຫວງຫາ​ຄຳຕອບຈາກ​ພຣະຜູ້ເປັນເຈົ້າ. ການເຕັມໃຈ ທີ່ຈະອົດທົນ ເປັນ​ພາກສ່ວນ​ໃນການສະແຫວງ​ຫາຄວາມຈິງ ແລະ ສ່ວນແບບແຜນ​ຂອງພຣະຜູ້ເປັນເຈົ້າ ແຫ່ງການເປີດ​ເຜີຍຄວາມຈິງ.3

ພາຍຫລັງມາ ຂ້າພະເຈົ້າຈຶ່ງຮູ້ວ່າ ແມ່ຂອງຂ້າພະເຈົ້າ​ໄດ້ສອນຂ້າພະເຈົ້າ ກ່ຽວກັບແບບແຜນ​ຂອງພຣະບິດາ​ເທິງສະຫວັນ ໃນການສະແຫວງ​ຫາຄວາມຈິງ. ເມື່ອສັດທາ​ເຂັ້ມແຂງ, ຕົນເອງເລີ່ມ​ໄດ້ຮັບຄຳຕອບ, ແລະ ກໍໄດ້ຕົກລົງຕໍ່​ການເອີ້ນໄປເປັນ​ຜູ້ສອນສາດສະໜາ.

ໃນໄລຍະທຳອິດ​ຢູ່ສະໜາມເຜີຍແຜ່, ຂ້າ​ພະ​ເຈົ້າ​ຕ້ອງ​ຮູ້​ໃຫ້​ໄດ້​ວ່າ​ສາດສະໜາຈັກ ແທ້ຈິງຫລືບໍ່ ແລະ ສາດສະດາ ໂຈເຊັບ ສະມິດ ແມ່ນສາດສະດາ​ຂອງພຣະເຈົ້າ​ແທ້ໆຫລືບໍ່. ຂ້າພະເຈົ້ານຶກເຖິງ​ຄຳເວົ້າຂອງ​ປະທານທອມມັສ ແອັສ ມອນສັນ ທີ່ກ່າວຢ່າງ​ແຈ່ມແຈ້ງ ໃນກອງປະຊຸມ​ໃຫຍ່ຄັ້ງສຸດ​ທ້າຍວ່າ: “ຖ້າທ່ານຍັງ​ບໍ່ມີປະຈັກພະຍານ ທີ່ໝັ້ນຄົງ​ກ່ຽວກັບເລື່ອງນີ້, ຈົ່ງເຮັດທຸກຢ່າງ ເພື່ອຈະມີປະຈັກ​ພະຍານນັ້ນ. ມັນ​ຈຳ​ເປັນ​ສຳ​ລັບ​ທ່ານ​ທີ່​ຈະ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ນີ້, ເພາະ​ວ່າ​ທ່ານ​ສາ​ມາດ​ເພິ່ງ​ອາ​ໄສ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນ​ໄດ້​ພຽງ​ຊົ່ວ​ຄູ້​ຊົ່ວ​ຄາວ​ເທົ່າ​ນັ້ນ.4 ຂ້າພະເຈົ້າຮູ້ວ່າ ມັນຈຳເປັນແທ້ໆ. ຂ້າພະເຈົ້າ ຕ້ອງອ່ານພຣະຄຳພີ​ມໍມອນ​ດ້ວຍຄວາມຈິງໃຈ, ດ້ວຍຄວາມຕັ້ງໃຈ, ແລະ ຕ້ອງທູນຖາມ​ພຣະເຈົ້າວ່າ​ມັນແທ້ຈິງຫລືບໍ່.

ໃຫ້​ເຮົາ​ມາ​ຟັງ​ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ທີ່​ໄດ້​ປະ​ທານ​ໃຫ້ ຜ່ານ​ທາງ​ສາດ​ສະ​ດາ ໂມໂຣໄນ ດັ່ງ​ນີ້: “ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະກົດ​ແກ່​ທ່ານ, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ.”5

ຖ້າຢາກເຂົ້າໃຈ​ສິ່ງຕ່າງໆ ໃນພຣະຄຳພີ​ມໍມອນ, ຂ້າພະເຈົ້າ​ຕ້ອງອ່ານ​ພຣະຄຳພີນັ້ນ. ຂ້າພະເຈົ້າ​ໄດ້ເລີ່ມອ່ານຈາກ​ຕັ້ງແຕ່ຕົ້ນ​ຂອງປຶ້ມທຸກໆມື້. ບາງຄົນກໍໄດ້​ຮັບພະຍານໄວ. ແຕ່ບາງຄົນ ຕ້ອງໃຊ້ເວລາດົນ ແລະ ຕ້ອງໄດ້​ອະທິຖານ​ຫລາຍໆເທື່ອ ແລະ ມັນອາດຮ່ວມທັງ​ການອ່ານ​ພຣະຄຳພີ​ມໍມອນ​ຫລາຍໆເທື່ອ​ນຳອີກ. ຂ້າພະເຈົ້າຕ້ອງໄດ້​ອ່ານປຶ້ມໝົດຫົວ ກ່ອນທີ່ຈະໄດ້​ຮັບພະຍານ ຕາມທີ່ໄດ້​ສັນຍາໄວ້. ຢ່າງໃດກໍຕາມ, ພຣະເຈົ້າໄດ້​ເປີດເຜີຍ​ຄວາມຈິງ ຕໍ່ຂ້າພະເຈົ້າແທ້ ໂດຍອຳນາດ​ແຫ່ງພຣະວິນຍານ​ບໍລິສຸດ.

ໃນປຶ້ມບັນທຶກ​ຂອງຜູ້ສອນ​ສາດສະໜາ​ຂອງຂ້າພະເຈົ້າ, ຂ້າພະເຈົ້າ ໄດ້ບັນລະຍາຍ​ເຖິງຄວາມຊື່ນຊົມ​ໃນການຮູ້ຄວາມຈິງ ຮ່ວມທັງການ​ມີຄວາມຢຶດໝັ້ນ ຕັ້ງໃຈຈິງ ທີ່ຈະກະທຳ​ຕາມຄວາມຈິງ ທີ່ຂ້າພະເຈົ້າໄດ້ຮັບ. ຂ້າພະເຈົ້າໄດ້​ຂຽນວ່າ: “ຂ້າພະເຈົ້າ ໄດ້ສັນຍາ​ກັບພຣະບິດາ​ເທິງສະຫວັນ ແລະ ຕົນເອງ ວ່າຈະເຮັດໃຫ້​ດີທີ່ສຸດ, ປະກອບສ່ວນ 100 ເປີເຊັນ ຕະຫລອດຊີວິດ, ບໍ່ວ່າຈະມີ​ການຂໍຮ້ອງໃດໆ, ຂ້າພະເຈົ້າກໍ​ຈະສະໜອງ, ແຕ່ດຽວນີ້ ຂ້າພະເຈົ້າຕ້ອງ​ເຮັດທຸກຢ່າງ​ໃນສະໜາມເຜີຍແຜ່ກ່ອນ ແລະ ຕົນເອງຈະເຮັດ​ໃຫ້ມັນເປັນ​ສະໜາມເຜີຍແຜ່​ທີ່ດີເລີດ, ເພື່ອຕົນເອງ​ຈະບໍ່ໄດ້ກິນແໜງໃຈ​ພາຍຫລັງ, ແຕ່ບໍ່ແມ່ນ​ສຳລັບຕົນເອງ ແຕ່ແມ່ນເພື່ອ​ພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຮັກ​ພຣະຜູ້ເປັນເຈົ້າ, ແລະ ຮັກ​ວຽກງານ​ຂອງພຣະອົງ, ແລະ ຂ້າພະເຈົ້າ​ອະທິຖານວ່າ ຄວາມຮູ້ສຶກດີໆນັ້ນ​ຈະບໍ່ຈືດຈາງໄປ.

ຂ້າພະເຈົ້າຮູ້ວ່າ​ການບຳລຸງ ແລະ ການກັບໃຈ ແລະ ການຮັກສາ​ພຣະບັນຍັດ​ຢ່າງຕໍ່ເນື່ອງ ເປັນສິ່ງຈຳເປັນ​ທີ່ຈະມີ ເພື່ອປ້ອງກັນ​ບໍ່ໃຫ້ຄວາມຮູ້ສຶກ​ທີ່ດີນັ້ນຈືດຈາງໄປ. ປະທານ​ມອນສັນ ໄດ້​ກ່າວ​ວ່າ, “ປະ​ຈັກ​ພະ​ຍານ​ຕ້ອງ​ຖືກ​ຮັກ​ສາ​ໄວ້​ຢ່າງ​ມີ​ຊີ​ວິດ​ຊີ​ວາ ຜ່ານ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕໍ່​ໄປ ແລະ ຜ່ານ​ການ​ອະ​ທິ​ຖານ ແລະ ການ​ອ່ານ​ພຣະ​ຄຳ​ພີ​ທຸກ​ວັນ.”6

ເປັນເວລາຫລາຍປີ ທີ່ຂ້າພະເຈົ້າ​ໄດ້ຖາມຜູ້ສອນ​ສາດສະໜາ ແລະ ຄົນໜຸ່ມທັງຫລາຍ​ທົ່ວໂລກວ່າ ເຂົາເຈົ້າໄດ້ເລີ່ມ​ສະແຫວງຫາຄວາມຈິງ ແລະ ມີປະຈັກພະຍານ​ຂອງເຂົາເຈົ້າແນວໃດ. ເກືອບໝົດທຸກຄົນ ຈະຕອບວ່າ ເຂົາເຈົ້າເລີ່ມ​ສະແຫວງຫາ​ປະຈັກພະຍານ​ສ່ວນຕົວ ດ້ວຍການຕັດສິນໃຈ​ອ່ານພຣະຄຳພີ​ມໍມອນ​ແຕ່ທຳອິດມາ ແລ້ວທູນຖາມ​ພຣະເຈົ້າ​ວ່າມັນແທ້ຈິງບໍ່. ໃນການເຮັດ​ເຊັ່ນນີ້, ເຂົາເຈົ້າເລືອກ​ທີ່ຈະ “ເຮັດ” ເອງ ແທນທີ່ຈະ “ເຮັດຕາມ”7 ຄວາມສົງໄສ​ຂອງຄົນອື່ນ.

ເພື່ອຮູ້ຈັກ​ຄວາມຈິງ, ພວກເຮົາຕ້ອງ​ດຳລົງຊີວິດ​ໃນພຣະກິດຕິຄຸນ8 ແລະ “ທົດລອງ”9 ພຣະຄຳ. ພວກເຮົາຖືກ​ເຕືອນວ່າ ຢ່າຝືນພຣະວິນຍານ​ຂອງພຣະຜູ້ເປັນເຈົ້າ.10 ການກັບໃຈ, ປະກອບກັບ​ຄວາມຕັ້ງໃຈ ທີ່ຈະຮັກສາ​ພຣະບັນຍັດ, ແມ່ນສ່ວນສຳຄັນ ຂອງການ​ສະແຫວງຫາ​ຄວາມຈິງສ່ວນບຸກຄົນ.11 ຕາມຈິງແລ້ວ, ພວກເຮົາຕ້ອງ​ເຕັມໃຈ ທີ່ຈະປະຖິ້ມບາບ “ທັງໝົດ” ເພື່ອຈະ​ໄດ້ຮູ້ຈັກຄວາມຈິງ.12

ພວກເຮົາຖືກສັ່ງວ່າ “ເຈົ້າຈົ່ງສະແຫວງຫາ​ການຮຽນຮູ້ ຈົນເຖິງການສຶກສາ ແລະ ໂດຍສັດທາ​ນຳອີກ” ແລະ “ຈົ່ງສະແຫວງຫາ … ຄຳແຫ່ງປັນຍາ​ຈາກໜັງສື​ທີ່ດີທີ່ສຸດ.”13 ການສະແຫວງຫາ​ຄວາມຈິງນັ້ນ ເຮົາຕ້ອງເນັ້ນໃສ່ “ໜັງສືທີ່ດີທີ່ສຸດ” ແລະ ແຫລ່ງທີ່ດີທີ່ສຸດ. ໃນຈຳນວນສິ່ງ​ທີ່ດີທີ່ສຸດນັ້ນ ແມ່ນພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່.

ປະທານມອນສັນ ໄດ້ຂໍຮ້ອງໃຫ້ເຮົາ​ແຕ່ລະຄົນ “ເຮັດ [ສິ່ງທີ່] ຈຳເປັນ” ເພື່ອເຮົາຈະມີ​ປະຈັກພະຍານ ແລະ ເຮັດໃຫ້ມັນເຂັ້ມແຂງ​ຕະຫລອດ.14 ແມ່ນ​ຫຍັງ​ທີ່​ຈຳ​ເປັນ​ຕໍ່ການເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເລິກ​ຊຶ້ງ ແລະ ເຂັ້ມ​ແຂງ​ຂຶ້ນ? ເຮົາແຕ່ລະຄົນມີ​ຄວາມ​ຮັບຜິດຊອບ​ສ່ວນຕົວ ທີ່ຈະເຮັດສິ່ງທີ່​ຈຳເປັນເພື່ອ​ໃຫ້ມີປະຈັກ​ພະຍານ ແລະ ຮັກສາປະຈັກ​ພະຍານນັ້ນ​ໄວ້ໃຫ້ເຂັ້ມແຂງ.

ການຮັກສາ​ພຣະບັນຍັດຂອງເຮົາ​ຢ່າງອົດທົນ ຂະນະທີ່ເຮົາ “ເຮັດ [ສິ່ງທີ່] ຈຳເປັນ” ເພື່ອຈະໄດ້ຮັບ​ຄຳຕອບຈາກ​ພຣະຜູ້ເປັນເຈົ້າ ສິ່ງນັ້ນເປັນພາກສ່ວນ​ໃນແບບແຜນ ຂອງພຣະເຈົ້າໃນ​ການຮຽນຮູ້ຄວາມຈິງ. ໂດຍສະເພາະ ເມື່ອມີຄວາມລຳບາກ, ເຮົາອາດຖືກ​ກຳນົດໃຫ້ “ຍອມຮັບຢ່າງເບີກບານ​ມ່ວນຊື່ນ ແລະ ໃຫ້ອົດທົນຕໍ່​ພຣະປະສົງ​ຂອງພຣະຜູ້ເປັນເຈົ້າ.”15 ເມື່ອເຮົາຮັກສາ​ພັນທະສັນຍາ​ດ້ວຍຄວາມອົດທົນ ຄວາມຖ່ອມຕົວ ແລະ ຄວາມປາດຖະໜາ​ທີ່ຈະຮູ້ຄວາມຈິງ ກໍເພີ່ມຂຶ້ນ, ແລະ ໄວ້ວາງໃຈ​ໃນການໃຫ້​ພຣະວິນຍານ​ບໍລິສຸດ ມາເປັນ “ຜູ້ນຳທາງ [ເຮົາ] ໃນເສັ້ນທາງ​ແຫ່ງປັນຍາ ເພື່ອ [ເຮົາ] ອາດຈະ​ໄດ້ຮັບພອນ, ມີຄວາມຈະເລີນ, ແລະ ຄົງຢູ່ໄດ້.”16

ແມຣີ ພັນລະຍາຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ຮັກແພງຄົນໜຶ່ງ ຊຶ່ງນາງຄົນນັ້ນ​ມີຄວາມຫຍຸ້ງຍາກ​ໃນຊີວິດຫລາຍ ຍ້ອນເລື່ອງຕ່າງໆ​ຂອງສາດສະໜາຈັກ. ນາງຮັກພຣະກິດຕິຄຸນ ແລະ ຮັກສາດສະໜາຈັກ ແຕ່ຍັງມີຄວາມ​ຂ້ອງໃຈຢູ່. ນາງໄດ້ຜະນຶກ​ໃນພຣະວິຫານ, ເຂັ້ມແຂງໃນໂບດ, ເຮັດການເອີ້ນ​ເຕັມສ່ວນ, ແລະ ນາງເປັນແມ່ ແລະ ພັນລະຍາທີ່ດີ. ຕະຫລອດເວລາ​ຫລາຍປີ ນາງໄດ້ພະຍາຍາມ​ເຮັດສິ່ງຕ່າງໆ ທີ່ນາງຄິດວ່າ ມັນຖືກຕ້ອງ ແລະ ຫລີກລ້ຽງເຮັດສິ່ງ​ຕ່າງໆທີ່ນາງຮູ້ວ່າຜິດ. ນາງໄດ້ຮັກສາ​ພັນທະສັນຍາ ແລະ ສືບຕໍ່ສະແຫວງ​ຫາຄວາມຈິງ. ມີຫລາຍເທື່ອ ນາງຂອບຄຸນ​ທີ່ສາມາດເພິ່ງ​ພາສັດທາຂອງ​ຄົນອື່ນໄດ້.

ເມື່ອບໍ່ດົນມານີ້ ອະທິການ​ຂອງນາງ ໄດ້ຂໍພົບນາງ ແລະ ສາມີຂອງນາງ. ເພິ່ນໄດ້ຂໍໃຫ້​ເຂົາເຈົ້າ ຮັບງານມອບໝາຍ​ຢູ່ພຣະວິຫານ ໃນການເຮັດໜ້າທີ່​ແທນຜູ້​ຕາຍ ທີ່ຕ້ອງການ​ຮັບພິ​ທີ​ການ​ທາງພຣະວິຫານ. ການເອີ້ນນີ້ ເຮັດໃຫ້ເຂົາເຈົ້າ​ແປກໃຈ, ແຕ່ເຂົາເຈົ້າກໍ​ຕົກລົງເຮັດ ແລະ ໄດ້ເລີ່ມການຮັບໃຊ້​ຂອງເຂົາເຈົ້າ​ໃນບ້ານຂອງ​ພຣະຜູ້ເປັນເຈົ້າ. ເມື່ອບໍ່​ດົນມານີ້ ລູກຊາຍໄວລຸ້ນ​ຂອງເຂົາເຈົ້າ ໄດ້ຄົ້ນຄວ້າ​ປະຫວັດຄອບຄົວ ແລະ ລາວໄດ້ພົບຊື່ຄົນ​ໃນຄອບຄົວ ທີ່ຍັງບໍ່ທັນໄດ້ມີ​ການເຮັດພິທີການ​ທາງພຣະວິຫານເທື່ອ. ແລ້ວບໍ່​ດົນເຂົາເຈົ້າ​ກໍໄດ້ເຮັດ​ພິທີການທາງ​ພຣະວິຫານ​ແທນຜູ້ນັ້ນ ແລະ ຄອບຄົວຂອງຜູ້ນັ້ນ. ເມື່ອເຂົາເຈົ້າຄຸເຂົ່າ​ເຮັດພິທີຜະນຶກຢູ່ແທ່ນ ແລະ ພິທີການ​ຜະນຶກໄດ້​ຖືກປະຕິບັດ, ຜູ້ຍິງທີ່ອົດທົນ ແລະ ສະແຫວງຫາ​ຄວາມຈິງນັ້ນ ໄດ້ພົບວ່າ​ພຣະວິຫານ ແລະ ພິທີການຕ່າງໆ​ທີ່ເຮັດໃນພຣະວິຫານ ເປັນຄວາມຈິງແນ່ແທ້. ນາງໄດ້ໂທຫາແມ່ ແລະ ບອກແມ່ກ່ຽວກັບ​ປະສົບການ ແລະ ເລົ່າເຖິງຄວາມສົງໄສ​ທີ່ຕົນມີ ກ່ຽວກັບ​ສາດສະໜາຈັກ, ບັດນີ້ນາງຮູ້ແລ້ວວ່າ ພຣະວິຫານ​ແມ່ນແທ້ຈິງ, ພິທີການ​ທາງພຣະວິຫານ​ແທ້ຈິງ ແລະ ສາດສະໜາຈັກ​ກໍແທ້ຈິງ. ແມ່ຂອງນາງ​ຮ້ອງໄຫ້ ດ້ວຍຄວາມຂອບຄຸນ​ສຳລັບຄວາມຮັກ ແລະ ຄວາມອົດທົນຂອງ​ພຣະບິດາ​ເທິງສະຫວັນ ແລະ ດີໃຈທີ່ມີ​ລູກສາວທີ່​ສະແຫວງຫາ ຄວາມຈິງ​ຢ່າງອົດທົນ​ມາຕະຫລອດ.

ເມື່ອເຮົາຮັກສາ​ພັນທະສັນຍາ​ຢ່າງອົດທົນ ເຮົາກໍຈະໄດ້​ຮັບພອນ​ຈາກສະຫວັນ.17

ຂ້າພະເຈົ້າ​ໄດ້ຮັບການ​ປອບໂຍນ ໃນຄຳສັນຍາ​ຂອງພຣະຜູ້ເປັນເຈົ້າ ທີ່ວ່າ “ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”18 ການບໍ່ຮູ້ທຸກສິ່ງ​ທຸກຢ່າງ ກໍສາມາດ​ຮູ້ຄວາມຈິງໄດ້. ເຮົາ​ສາ​ມາດ​ຮູ້​ໄດ້​ວ່າ ພຣະ​ຄຳ​ພີ​ມໍມອນ​ແທ້ຈິງ. ຕາມ​ຈິງ​ແລ້ວ, ດັ່ງ​ທີ່​ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສອນ​ໃນ​ມື້​ເຊົ້າ​ນີ້, ເຮົາສາ​ມາດ “ຮູ້​ສຶກ, ຢ່າງ​ເລິກ​ຊຶ້ງ ‘ໃນ​ສ່ວນ​ເລິກ​ທີ່​ສຸດ’ ຂອງ​ໃຈ​ເຮົາ, [ເບິ່ງ ແອວມາ 13:27], ວ່າ​ພຣະ​ຄຳ​ພີ​ມໍມອນ ເປັນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ຫາ​ອັນ​ປຽບ​ບໍ່​ໄດ້.” ແລະ ເຮົາ​ຕ້ອງ​“ຮູ້​ສຶກ​ມັນ​ຢ່າງ​ເລິກ​ຊຶ້ງວ່າ ເຮົາ​ຈະ​ບໍ່​ຢາກ​ມີ​ຊີ​ວິດ ແມ່ນ​ແຕ່ມື້​ດຽວ ປາດ​ສະ​ຈາກ​ມັນ.”19

ເຮົາສາມາດຮູ້ວ່າ ພຣະເຈົ້າຄື​ພຣະບິດາຂອງເຮົາ, ຊຶ່ງຮັກເຮົາ, ແລະ ພຣະບຸດ​ຂອງພຣະອົງ ຄືພຣະເຢຊູຄຣິດ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ເຮົາສາມາດຮູ້ວ່າ ການເປັນສະມາຊິກ​ໃນສາດສະໜາຈັກ ແມ່ນເພື່ອຊື່ນຊົມ ແລະ ການຮັບສ່ວນ​ໃນພິທີສິນລະລຶກ​ແຕ່ລະອາທິດ ຈະຊ່ວຍເຮົາ ແລະ ຄອບຄົວຂອງເຮົາ​ໃຫ້ປອດໄພ. ເຮົາສາມາດຮູ້ວ່າ ໂດຍການເຮັດພິ​ທີ​ການທາງພຣະວິຫານ, ຄອບຄົວຂອງເຮົາ​ຈະສາມາດຢູ່​ດ້ວຍກັນ ຊົ່ວນິລັນດອນ. ເຮົາສາມາດຮູ້ວ່າ ການຊົດໃຊ້ຂອງ​ພຣະເຢຊູຄຣິດ ແລະ ພອນແຫ່ງ​ການກັບໃຈ ແລະ ການໃຫ້ອະໄພ ນັ້ນ​ແທ້ຈິງ ແລະ ມີແທ້. ເຮົາສາມາດຮູ້ວ່າ ສາດສະດາ, ປະ​ທານທອມມັສ ແອັສ ມອນສັນ, ທີ່ຮັກຍິ່ງຂອງເຮົາ ເປັນສາດສະດາ​ຂອງພຣະຜູ້ເປັນເຈົ້າ, ວ່າ​ທີ່ປຶກສາ​ຂອງ​ເພິ່ນ, ສະມາຊິກໃນ​ກຸ່ມອັກຄະສາວົກ​ສິບສອງ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ອີກດ້ວຍ.

ຂ້າພະເຈົ້າຮູ້ວ່າ​ສິ່ງທັງໝົດນີ້ຈິງ ແລະ ຂ້າພະເຈົ້າ​ກ່າວເປັນພະຍານ​ໃນພຣະນາມ​ຂອງ​ພຣະເຢຊູຄຣິດ, ອາແມນ.