​2010–2019
ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ
ເດືອນ​ຕຸລາ 2017


ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ

ເຮົາບໍ່​ສາ​ມາດ ບັງ​ຄັບ ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ, ແຕ່​ເຮົາ​ສາ​ມາດ​ບັງ​ຄັບ ວິ​ທີ​ທີ່​ເຮົາ ຕອບ​ຮັບ ຕໍ່​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​​ຂອງ​ເຮົາໄດ້.

ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1998, ແຄວໂຣ ແລະ ຂ້າ​ພະ​ເຈົ້າ ໄດ້​ຮ່ວມການ​ໄປ​ເຮັດ​ທຸ​ລະ​ກິດ ເຂົ້າ​ກັບ​ການ​ໄປ​ທ່ຽວ​ກັບ​ຄອບ​ຄົວນຳ​ລູກ​ສີ່​ຄົນ, ພ້ອມ​ທັງ​ແມ່​ເຖົ້າ​ທີ່​ຫາ​ກໍເປັນ​ໝ້າຍນຳ​ອີກ, ຕອນ​ໄປ​ເກາະ​ຮາວາຍ ສອງ​ສາມມື້.

ໃນ​ຄ່ຳ​ຄືນ​ກ່ອນ​ອອກ​ເດີນ​ທາງ​ໄປ​ເກາະ​ຮາວາຍ, ທ້າວ​ຈອນນາຕັນ ລູກ​ຊາຍ​ຜູ້​ອາ​ຍຸ ສີ່​ເດືອນ, ເກີດບໍ່​ສະ​ບາຍ​ເປັນ​ຫູ​ອັກ​ເສບ, ແລະ ພວກ​ເຮົາ​ໄດ້​ຖືກບອກວ່າ ບໍ່​ສາ​ມາດ​ເດີນ​ທາງ ຢ່າງ​ໜ້ອຍ​ຕ້ອງ​ລໍ​ຈັກ​ສາມ​ສີ່​ມື້. ພວກ​ເຮົາ​ໄດ້​ຕົກ​​ລົງກັນ​ວ່າ ແຄວໂຣ ຕ້ອງ​ຢູ່​ເຮືອນ​ກັບ​ທ້າວ​ຈອນນາຕັນ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອອກ​ເດີນ​ທາງ​ໄປ​ກັບ​ທຸກ​ຄົນ​ອື່ນໆ.

ສິ່ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ເຫັນ ​ວ່ານີ້​ບໍ່​ໄດ້​ເປັນ​ການ​ເດີນ​ທາງ​ທີ່​ຂ້າ​ພະ​ເຈົ້າ​ວາດ​ພາບ​ໄວ້ ກໍໄດ້​ເກີດ​ຂຶ້ນບໍ່​ດົນ​ຫລັງ​ຈາກ​ພວກ​ເຮົາ​ໄປ​ຮອດ. ໃນ​ຕອນ​ຍ່າງ​ຫລິ້ນ​ເວ​ລາ​ຕາ​ເວັນ​ຕົກ​ດິນ, ຕົ້ນ​ຕານ​ລຽນ​ຕາມ​ທາງ​ຍ່າງ, ພ້ອມ​ດ້ວຍ​ພາບ​ຂອງ​ທະ​ເລ ຢູ່​ຕໍ່​ໜ້າ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ຫັນ​ໄປ​ບອກ​ເຖິງ​ຄວາມ​ສວຍ​ງາມ​ຂອງ​ເກາະ, ແລະ ໃນ​ບັນ​ຍາ​ກາດ​ໂຣແມນຕິກນັ້ນ, ແທນ​ທີ່​ຈະ​ໄດ້​ເຫັນ​ແຄວໂຣ, ຂ້າ​ພະ​ເຈົ້າ​ພັດ​ໄດ້​ສົບ​ຕາ​ກັບ​ແມ່​ເຖົ້າ​ຂອງ​ຂ້າ​ພະ​ເຈົ້າ—ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ໄດ້ ວ່າ​​ຂ້າ​ພະ​ເຈົ້າຮັກ​ເພິ່ນ. ມັນ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຄິດ. ທັງ​ແຄວໂຣ ກໍ​ບໍ່​ໄດ້​ຢາກ​ໃຊ້ເວ​ລາ​ທ່ຽວ​ຂອງ​ນາງ ຢູ່​ບ້ານ​ກັບ​ລູກ​ນ້ອຍ​ທີ່ບໍ່​ສະ​ບາຍ.

ຈະ​ມີ​ບາງ​ເວ​ລາ​ໃນ​ຊີ​ວິດ​ຂອງ​ເຮົາ ເມື່ອ​ເຮົາ​ພົບ​ເຫັນ​ຕົວ​ເອງ ຢູ່​ໃນ​ເສັ້ນ​ທາງ​ທີ່ບໍ່​ຄາດ​ຄິດ, ປະ​ເຊີນ​ກັບ​ບັນ​ຫາ​ທີ່​ໜັກ​ໜ່ວງ​ຫລາຍກວ່າ​ການ​ໄປ​ທ່ຽວ ທີ່​ຖືກກີດ​ກັນ. ເຮົາ​ຈະ​ຕອບ​ຮັບ​ກັບ​ເຫດ​ການ​ທີ່​ເກີນກວ່າ​ເຮົາ​ຈະ​ຄວບ​ຄຸມ​ໄດ້, ຊຶ່ງ​ປ່ຽນ​ຊີ​ວິດ​ທີ່​ເຮົາ​ໄດ້​ວາງ​ແຜນ ຫລື ຫວັງ​ໄວ້ ໄດ້​ແນວ​ໃດ?

ຮູບ​ພາບ
ໄຮຣຳ ສະມິດ ຊຳເວ

ໃນ​ວັນ​ທີ 6 ເດືອນ​ມິຖຸນາ, 1944, ໄຮຣຳ ຊຳເວ, ທະ​ຫານ​ໜຸ່ມ​ຮ້ອຍໂທ ໃນ​ກອງ​ທັບ ຂອງ​ສະ​ຫະ​ລັດ ອາ​ເມ​ຣິ​ກາ, ໄດ້​ຂຶ້ນ​ທ່າ​ເຮືອ ໂອມາຮາ ໃນ​ມື້​ທີ່​ບຸກ​ໂຈມ​ຕີ. ລາວ​ໄດ້​ປອດ​ໄພ​ດີ, ແຕ່​ວັນ​ທີ 27 ເດືອນ​ກໍລະກົດ, ໂດຍ​ທີ່​ຢູ່​ໃນ​ກຸ່ມແນວ​ໜ້າ, ລາວ​ຈຶ່ງ​ໄດ້​ຮັບ​ບາດ​ເຈັບ​ໜັກ ຈາກ​ລະ​ເບີດ​ຝັງ​ດັກ​ລົດ​ຖັງ. ທັນ​ໃດ​ນັ້ນ, ຊີ​ວິດ​ແລະ ອາ​ນາ​ຄົດ​ຂອງ​ລາວ ຝ່າຍ​ການ​ແພດ ກໍ​ຖືກ​ກະ​ທົບ​ກະ​ເທືອນ. ຫລັງ​ຈາກ​ໄດ້​ຮັບ​ການ​ຜ່າ​ຕັດ​ຫລາຍ​ເທື່ອ, ຊຶ່ງ​ຊ່ວຍ​ລາວ​ໃຫ້​ດີ​ຂຶ້ນ ຈາກ​ບາດເຈັບ​ທີ່​ຮ້າຍ​ແຮງ​ສ່ວນ​ຫລາຍ, ແຕ່ບຣາເດີ ຊຳເວ ບໍ່​ໄດ້​ຮັບ​ສາຍ​ຕາ​ຄືນ. ລາວ​ຕອບ​ຮັບ​ມັນ​ແນວ​ໃດ?

ຫລັງ​ຈາກ​ສາມ​ປີ ທີ່​ໃຊ້​ເວ​ລາ​ຢູ່​ໂຮງ​ໝໍ​ເພື່ອບຳ​ບັດ, ລາວ​ໄດ້​ກັບ​ຄືນ​ບ້ານ​ທີ່​ເມືອງໂລແວວ, ລັດວາຍໂອມິງ. ລາວ​ຮູ້​ວ່າ ຄວາມ​ຝັນ​ຂອງ​ລາວ​ທີ່​ຢາກ​ເປັນ​ໝໍ ໄດ້​ສະ​ຫລາຍ​ໄປ​ແລ້ວ, ແຕ່​ລາວ​ຍັງ​ຕັ້ງ​ໃຈ ທີ່​ຈະ​ດຳ​ເນີນ​ຊີ​ວິດ​ຕໍ່​ໄປ, ແຕ່ງ​ງານ, ແລະ ຫາ​ລ້ຽງ​ຄອບ​ຄົວ.

ໃນ​ທີ່​ສຸດ ລາວ​ກໍ​ຫາ​ງານ​ທຳ​ໄດ້​ຢູ່​ເມືອງ ບາວຕາມໍ, ລັດ ແມຣີແລນ, ເປັນ​ຜູ້​ປຶກ​ສາ​ຝ່າຍ​ບຳບັດ ແລະ ເປັນ​ຜູ້​ຊ່ຽວ​ຊານ​ຝ່າຍ​ຫາ​ງານ​ທຳ​ໃຫ້ຄົນ​ຕາ​ບອດ. ໃນ​ຂັ້ນ​ຕອນ​ການ​ບຳ​ບັດ​ຂອງ​ລາວ​ເອງ, ລາວ​ໄດ້​ຮຽນ​ຮູ້​ວ່າ ຄົນ​ຕາ​ບອດ​ສາ​ມາດ​ເຮັດ​ໄດ້ຫລາຍ​ສິ່ງ ເກີນກວ່າ​ທີ່​ຄິດ, ແລະ ໃນ​ໄລ​ຍະ​ແປດ​ປີ ໃນ​ຕຳ​ແໜ່ງນີ້, ລາວ​ໄດ້​ຫາ​ງານ​ທຳ​ໃຫ້​ຄົນ​ຕາ​ບອດ​ເຮັດ ຫລາຍກວ່າ​ຜູ້​ປຶກ​ສາ​ຄົນອື່ນໆ ໃນ​ປະ​ເທດ.

ຮູບ​ພາບ
ຄອບຄົວ​ຊຳເວ

ບັດ​ນີ້ ເມື່ອ​ມີ​ຄວາມ​ໝັ້ນ​ໃຈ​ກັບ​ຄວາມ​ສາ​ມາດ​ຂອງ​ລາວ ໃນ​ການ​ຫາ​ລ້ຽງ​ຄອບ​ຄົວ, ໄຮຣຳ ຈຶ່ງ​ໄດ້​ຂໍ​ແຕ່ງ​ງານ​ກັບ​ຄົນ​ຮັກ​ຂອງ​ລາວ ໂດຍບອກ​ນາງວ່າ, “ຖ້າ​ນ້ອງ​ຈະ​ອ່ານ​ຈົດ​ໝາຍ​ແທນ​ອ້າຍ, ລຽງ​ຖົງ​ຕີນ​ໄວ້​ເປັນ​ລະ​ບຽບ, ແລະ ຂັບ​ລົດໃຫ້​ອ້າຍ, ແລ້ວ​ອ້າຍ​ຊິ​ເຮັດ​ສິ່ງ​ອື່ນໆ.” ບໍ່​ດົນ​ຈາກນັ້ນ ເຂົາ​ເຈົ້າ​ກໍ​ໄດ້​ແຕ່ງ​ງານ​ກັນ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ ແລະ ໃນ​ທີ່​ສຸດ ກໍ​ໄດ້​ຮັບ​ພອນ​ດ້ວຍ​ລູກ​ແປດ​ຄົນ.

ໃນ​ປີ 1954 ຄອບ​ຄົວ​ຊຳເວ ໄດ້​ກັບ​ໄປ​ລັດ​ວາຍໂອມິງ, ບ່ອນ​ທີ່​ບຣາເດີ ຊຳເວ ໄດ້​ທຳ​ງານ ເປັນ​ເວລາ 32 ປີ ໃນ​ຖາ​ນະ​ຜູ້​ອຳ​ນວຍ​ການ​ຝ່າຍ​ສຶກ​ສາ​ປະ​ຈຳ​ລັດ ສຳ​ລັບ​ຄົນ​ຫູ​ໜວກ ແລະ ຕາ​ບອດ. ໃນ​ໄລ​ຍະ​ນັ້ນ, ລາວ​ໄດ້​ຮັບ​ໃຊ້​ເປັນ​ເວ​ລາ​ເຈັດ​ປີ ໃນ​ຕຳ​ແໜ່ງ​ອະ​ທິ​ການ​ຂອງ​ຫວອດ ຊາຍແອນ ທີ​ໜຶ່ງ, ແລະ ຕໍ່​ມາ​ໄດ້​ເປັນ​ປິ​ຕຸ​ປະ​ຈຳ​ສະ​ເຕກ ເປັນ​ເວ​ລາ 17 ປີ. ຫລັງ​ຈາກ​ອອກ​ກິນ​ບຳ​ນານ​ແລ້ວ, ບຣາເດີ ແລະ ຊິດສະເຕີ ຊຳເວ ກໍ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ ຢູ່​ໃນ​ເຂດ​ເຜີຍ​ແຜ່​ລອນດອນ​ອັງກິດ​ພາກໃຕ້.

ໄຮຣຳ ຊຳເວ ໄດ້​ເສຍ​ຊີ​ວິດ​ໄປ ໃນ​ເດືອນ​ມິນາ ປີ 2011, ໄດ້​ປະ​ມໍ​ລະ​ດົກ​ແຫ່ງ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ໃນ​ສະ​ພາບ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ,​ ໄວ້ໃຫ້​ລູກ, ຫລານ, ​ແລະ ເຫລັນຂອງ​ລາວ.1

ຊີ​ວິດ​ຂອງໄຮຣຳ ຊຳເວ ອາດ​ປ່ຽນ​ໄປ ເນື່ອງ​ດ້ວຍ​ສົງ​ຄາມ, ແຕ່​ລາວບໍ່​ເຄີຍ​ສົງ​ໄສ​ລັກ​ສະ​ນະ​ຂອງ​ສະ​ຫວັນ ແລະ ສັກ​ກະ​ຍະ​ພາບ​ນິ​ລັນ​ດອນຂອງ​ລາວ. ເຊັ່ນ​ດຽວ​ກັບ​ລາວ, ເຮົາ​ກໍ​ເປັນ​ບຸດ ແລະ ທິ​ດາ​ທາງວິນ​ຍານຂອງ​ພຣະ​ເຈົ້າ, ແລະ ເຮົາ “ຮັບ​ເອົາ​ແຜນ​ຂອງ​ພຣະ​ອົງ ຊຶ່ງ​ໃນ​ແຜນນັ້ນ [ເຮົາ] ຈະ​ໄດ້​ຮັບ​ຮ່າງ​ກາຍ ແລະ ມີ​ປະ​ສົບ​ການ​ຕ່າງໆ​ຢູ່​ໃນ​ໂລກ ເພື່ອ​ຈະ​ໄດ້​ພັດ​ທະ​ນາ​ຕົນ ຈົນ​ເຖິງ​ຂັ້ນ​ດີ​ພ້ອມ​ທຸກ​ຢ່າງ ແລະ ໃນ​ທີ່​ສຸດ ຮັບ​ເອົາ​ມໍ​ລະ​ດົກ [ຂອງ​ເຮົາ] ທີ່​ເປັນ​ຊີ​ວິດ​ນິ​ລັນ​ດອນ.”2 ບໍ່​ມີ​ການ​ປ່ຽນ​ແປງ, ການ​ທົດ​ລອງ, ຫລື ອຸ​ປະ​ສັກ​ໃດໆ ສາ​ມາດ​ປ່ຽນ​ເສັ້ນ​ທາງ​ນິ​ລັນ​ດອນ​ໄດ້—ຍົກ​ເວັ້ນ​ແຕ່​ເພາະການ​ເລືອກ​ຂອງ​ເຮົາ​ເອງ, ຂະ​ນະ​ທີ່​ເຮົາໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ.

ການ​ປ່ຽນ​ແປງ, ແລະ ຜົນ​ຈາກ​ການ​ທ້າ​ທາຍ, ທີ່​ເຮົາ​ປະ​ເຊີນ ໃນ​ຊ່ວງ​ມະ​ຕະ ຈະ​ມີ​ມາ​ໃນ​ຫລາຍ​ຮູບ​ແບບ ແລະ ມີ​ຜົນ​ສະ​ທ້ອນ​ຕໍ່​ເຮົາ​ແຕ່​ລະ​ຄົນ ໃນ​ທາງ​ທີ່​ບໍ່​ຄື​ກັນ. ເຊັ່ນ​ດຽວ​ກັບ​ທ່ານ, ຂ້າ​ພະ​ເ​ຈົ້າ​ເຄີຍ​ໄດ້ເຫັນ​ເພື່ອນ ແລະ ຄອບ​ຄົວ ປະ​ເຊີນ​ກັບ​ການ​ທ້າ​ທາຍ ເນື່ອງ​ດ້ວຍ:

  • ການ​ຕາຍ​ຂອງ​ຄົນ​ຮັກ.

  • ການ​ຢ່າ​ຮ້າງ​ທີ່​ຂົມ​ຂື່ນ.

  • ​ບາງ​ທີບໍ່​ເຄີຍ​ມີ​ໂອ​ກາດ​ໄດ້​ແຕ່ງ​ງານ.

  • ຄວາມ​ປ່ວຍ​ໂຊ ຫລື ບາດ​ເຈັບ​ສາ​ຫັດ.

  • ແລະ ແມ່ນ​ແຕ່​ໄພ​ທຳ​ມະ​ຊາດ, ດັ່ງ​ທີ່​ເຮົາ​ເຫັນ​ເມື່ອບໍ່​ດົນ​ມານີ້ ຕະ​ຫລອດ​ທົ່ວ​ໂລກ.

ແລະ ຫລາຍ​ຢ່າງ​ຕື່ມ​ອີກ. ເຖິງ​ແມ່ນ​ວ່າ “ການ​ປ່ຽນ​ແປງ” ແຕ່​ລະ​ຢ່າງ ອາດ​ບໍ່​ເໝືອນ​ກັນ​ຕໍ່​ສະ​ພາບ​ການ​ສ່ວນ​ຕົວ​ຂອງ​ເຮົາ, ແຕ່​ກໍ​ຍັງ​ມີ​ບາງ​ສິ່ງ​ທີ່​ເໝືອນ​ກັນ ໃນ​ຜົນ​ຂອງ​ການ​ທົດ​ລອງ ຫລື ການ​ທ້າ​ທາຍ—ຄວາມ​ຫວັງ ແລະ ຄວາມ​ສະ​ຫງົບ ຈະ​ມີມາ​ສະ​ເໝີ ຜ່ານ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ມີ​ຫວ້ານ​ຢາ​ເພື່ອ​ຊ່ວຍ​ດັດ​ແປງ ແລະ ປິ່ນ​ປົວ ບາດ​ແຜ​ທຸກ​ຢ່າງ​ໃນ​ຮ່າງ​ກາຍ​ໄດ້, ບໍ່​ວ່າ​ຈະ​ເປັນ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ, ແລະ ຫົວ​ໃຈ​ທີ່​ປວດ​ລ້າວ.

ພຣະ​ອົງ​ຮູ້, ໃນ​ວິ​ທີ​ທີ່ບໍ່​ມີ​ໃຜ​ສາ​ມາດ​ເຂົ້າ​ໃຈ, ເຖິງສິ່ງ​ທີ່​ເຮົາ​ຕ້ອງ​ການ, ເປັນ​ສ່ວນ​ຕົວ, ເພື່ອ​ຈະ​ກ້າວ​ໄປ​ໜ້າ ໃນ​ທ່າມ​ກາງ ການ​ປ່ຽນ​ແປງ. ບໍ່​ເໝືອນ​ໝູ່​ເພື່ອນ ແລະ ຄົນ​ທີ່​ເຮົາ​ຮັກ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ບໍ່​ພຽງ​ແຕ່​ເຫັນ​ອົກ​ເຫັນ​ໃຈເຂົາ​ເຈົ້າເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ສາ​ມາດ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ ເພາະ​ວ່າ​ພຣະ​ອົງ​ເຄີຍ​ເປັນ​ຄື​ເຮົາ. ນອກ​ເໜືອ​ໄປ​ຈາກ​ການ​ຈ່າຍ​ຄ່າ ແລະ ການ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ​ແລ້ວ, ພຣະ​ເຢຊູ​ຄຣິດ​ຍັງ​ໄດ້​ເດີນ​ໃນທຸກ​ເສັ້ນ​ທາງ, ໄດ້​ປະ​ເຊີນ​ກັບ​ການທ້າ​ທາຍ​ທຸກ​ຢ່າງ, ໄດ້​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ—ທາງ​ຮ່າງ​ກາຍ, ທາງ​ຄວາມ​ຮູ້​ສຶກ, ຫລື ວິນ​ຍານ—ທີ່​ເຮົາ​ຈະ​ບໍ່​ໄດ້​ປະ​ເຊີນ​ໃນ​ຊ່ວງ​ມະ​ຕະ​ນີ້.

ປະ​ທານ​ບອຍ ເຄ ແພ໊ກເກີ ໄດ້​ສອນ​ວ່າ: “ຄວາມ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ບໍ່​ຈຳ​ກັດ​ແຕ່ຕໍ່​ຄົນ​ທີ່​ເຮັດ​ການ​ບາບ​ເທົ່າ​ນັ້ນ … , ແຕ່​ມັນ​ປະ​ກອບ​ດ້ວຍ​ຄຳ​ສັນ​ຍາ ທີ່​ຈະ​ໃຫ້​ຄວາມ​ສະ​ຫງົບ​ອັນ​ເປັນ​ນິດ​ແກ່​ຄົນ​ທີ່​ຮັບ​ເອົາ​ພຣະ​ອົງ ແລະ ຕິດ​ຕາມ​ພຣະ​ອົງ. … ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ເປັນ​ຢາ​ປິ່ນ​ປົວ​ທີ່​ດີ​ເລີດ, ແມ່ນ​ແຕ່​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ຝ່າຍ​ຜິດ.”3

ໃນ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ​ນີ້, ເຮົາບໍ່​ສາ​ມາດ ບັງ​ຄັບ ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ, ແຕ່​ເຮົາ​ສາ​ມາດ​ບັງ​ຄັບ ວິ​ທີ​ທີ່​ເຮົາ ຕອບ​ຮັບ ຕໍ່​ການ​ປ່ຽນ​ແປງໃນ​ຊີ​ວິດ​​ຂອງ​ເຮົາໄດ້. ນີ້ບໍ່ໄດ້​ໝາຍ​ຄວາມ​ວ່າ ການ​ທ້າ​ທາຍ ແລະ ການ​ທົດ​ລອງ ທີ່​ເຮົາ​ປະ​ເຊີນ ບໍ່​ມີ​ຜົນ​ສະ​ທ້ອນ ແລະ ງ່າຍ​ທີ່​ຈະ​ເຮັດ ຫລື ຈັດ​ການ. ນີ້ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເຈັບ​ປວດ ຫລື ເຈັບ​ໃຈ. ແຕ່ມັນ​ໝາຍ​ຄວາມ​ວ່າ ຍັງ​ມີ​ເຫດ​ຜົນ​ສຳ​ລັບ​ຄວາມຫວັງ ແລະ ວ່າເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ດຳ​ເນີນ​ໄປ​ໜ້າ ແລະ ພົບ​ເຫັນ​ມື້​ທີ່​ດີກວ່າ—ແມ່ນ​ແຕ່ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ, ຄວາມ​ສະ​ຫວ່າງ, ແລະ ຄວາມ​ສຸກ.

ໃນ​ໂມໄຊຢາ ເຮົາ​ໄດ້​ອ່ານ​ເລື່ອງ​ລາວ​ຂອງ​ແອວມາ, ປະ​ໂລ​ຫິດ​ເກົ່າ​ຂອງ​ກະ​ສັດ​ໂນອາ, ແລະ ຜູ້​ຄົນ​ຂອງ​ເພິ່ນ, ທີ່, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ … [,] ໃຫ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກ່ອນກອງ​ທັບ​ຂອງ​ກະ​ສັດ​ໂນອາ​ຈະ​ມາ​ເຖິງ.” ຫລັງ​ຈາກ​ແປດມື້, “ພວກ​ເຂົາ​ກໍ​ມາ​ຮອດ … ແຜ່ນ​ດິນ​ທີ່​ສວຍ​ສົດ​ງົດ​ງາມ ແລະ ໜ້າ​ຢູ່” ບ່ອນ​ທີ່ “ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ, ແລະ ເລີ່ມ​ໄຖ​ດິນ ແລະ ສ້າງ​ອາ​ຄານ​ບ້ານ​ເຮືອນ​ຂຶ້ນ.”4

ສະ​ພາບ​ການ​ຂອງ​ພວກ​ເຂົາແມ່ນດີ​ຂຶ້ນ. ພວກ​ເຂົາ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ພວກ​ເຂົາ​ໄດ້​ຮັບ​ບັບຕິ​ສະ​ມາ ເພື່ອ​ເປັນ​ພັນ​ທະ​ສັນ​ຍາ ວ່າ​ພວກ​ເຂົາ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ແລະ “ໄດ້​ມີ​ຜູ້​ຄົນ​ເພີ່ມ​ທະ​ວີ​ຂຶ້ນ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ.”5

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນ​ສະ​ພາບ​ການ​ຂອງ​ພວກ​ເຂົາ​ໄດ້​ປ່ຽນ​ໄປ. “ກອງ​ທັບ​ຂອງ​ຊາວ​ເລ​ມັນ​ໄດ້​ມາ​ຕັ້ງ​ຢູ່​ທີ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ.”6 ຈາກນັ້ນ ແອວມາ ແລະ ຜູ້​ຄົນ​ຂອງ​ເພິ່ນ ກໍ​ໄດ້​ຖືກ​ນຳ​ໄປ​ສູ່​ການ​ເປັນຂ້າ​ທາດ, ແລະ “ໄດ້​ຮັບ​ຄວາມ​ທຸກ​ຢ່າງ​ໜັກ​ຈົນ​ເລີ່ມ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຢ່າງ​ສຸດ​ກຳ​ລັງ.” ນອກ​ເໜືອ​ຈາກນັ້ນ, ຜູ້​ຄວບ​ຄຸມພວກ​ເຂົາ​ຍັງ​ສັ່ງ​ພວກ​ເຂົາ​ບໍ່​ໃຫ້​ອະ​ທິ​ຖານ​ອີກ, ໂດຍບອກວ່າ, “ຖ້າ​ເຫັນ​ຜູ້​ໃດ​ກໍ​ຕາມ​ເອີ້ນ​ຫາ​ພຣະ​ເຈົ້າ ຜູ້ນັ້ນ​ຈະ​ຕ້ອງ​ຕາຍ.”7 ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ ບໍ່​ໄດ້​ເຮັດ​ສິ່ງ​ໃດ ທີ່​ເປັນ​ສາ​ເຫດ​ໃຫ້​ພວກ​ຕົນ​ຕົກ​ຢູ່​ໃນ​ສະ​ພາບ​ໃໝ່​ນີ້. ພວກ​ເຂົາ​ຕອບ​ຮັບ​ມັນ​ແນວ​ໃດ?

ແທນ​ທີ່​ຈະ​ກ່າວ​ໂທດ​ພຣະ​ເຈົ້າ, ພວກ​ເຂົາ​ໄດ້​ຫັນ​ໄປ​ຫາ​ພຣະ​ອົງ ແລະ “ໄດ້​ທຸ້ມ​ເທ​ໃຈ​ຂອງ​ພວກ​ເຂົາ​ແດ່​ພຣະ​ອົງ.” ໃນ​ການ​ຕອບ​ຕໍ່​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ: “ຈົ່ງ​ສະ​ບາຍ​ໃຈ​ເຖີດ. … “ເຮົາຈະ​ໃຫ້ພາລະ​ແບກຫາບ​ຢູ່ບ່າ​ຂອງພວກເຈົ້າ​ເບົາບາງ​ລົງ​ຈົນວ່າ​ພວກເຈົ້າ​ບໍ່ຮູ້ສຶກ​ວ່າມີ​ຫຍັງ​ຢູ່ເທິງ​ຫລັງເລີຍ.” ບໍ່​ດົນ​ຫລັງ​ຈາກນັ້ນ, “ພຣະຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາລະ​ແບກ​ຫາບ​ຢ່າງ​ງ່າຍດາຍ, ແລະ ພວກ​ເຂົາ​ໄດ້​ຍອມ​ຮັບ​ຢ່າງ​ເບີກບານ​ມ່ວນ​ຊື່ນ ແລະ ດ້ວຍ​ຄວາມ​ອົດທົນ​ຕໍ່​ພຣະ​ປະສົງ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”8 ເຖິງ​ແມ່ນ​ຍັງ​ບໍ່​ໄດ້​ຖືກ​ປົດ​ປ່ອຍ​ເທື່ອ​ຈາກ​ການ​ເປັນ​ທາດ, ແຕ່​ໂດຍ​ການ​ຫັນ​ໄປ ຫາ ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ແມ່ນ​ໜີ ຈາກ ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ພອນ ອີງ​ຕາມ​ຄວາມ​ຕ້ອງ​ການ ແລະ ອີງ​ຕາມ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ແອວເດີ ດາລິນ ເອັຈ ໂອກສ໌ ໄດ້​ສອນ​ວ່າ “ພອນ​ແຫ່ງ​ການ​ປິ່ນ​ປົວ​ມີ​ມາ​ໃນ​ຫລາຍໆ​ວິ​ທີ, ແຕ່​ລະ​ວິ​ທີ​ກໍ​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຮົາ​ເປັນ​ສ່ວນ​ຕົວ, ​ດັ່ງທີ່​ພຣະ​ອົງ​ຜູ້​ຮັກ​ເຮົາ​ຫລາຍ​ທີ່​ສຸດ​ຮັບ​ຮູ້​ໄດ້​ດີ. ບາງ​ເທື່ອ ‘ການ​ປິ່ນ​ປົວ’ ເຮັດ​ໃຫ້​ການ​ເຈັບ​ປ່ວຍ​ຂອງ​ເຮົາ​ຫາຍ​ດີ ຫລື ຍົກ​ພາ​ລະ​ໜັກ​ຂອງ​ເຮົາ​ອອກ. ແຕ່​ບາງ​ເທື່ອ​ເຮົາ ‘ຫາຍ​ດີ’ ໂດຍ​ໄດ້​ຮັບ​ກຳ​ລັງ ຫລື ຄວາມ​ເຂົ້າ​ໃຈ ຫລື ຄວາມ​ອົດ​ທົນ​ເພື່ອ​ຈະ​ທົນ​ຕໍ່​ພາ​ລະ​ໜັກ​ທີ່​ເຮົາ​ມີ.”9

ໃນ​ທີ່​ສຸດ, “ສັດ​ທາ ແລະ ຄວາມ​ອົດ​ທົນ​ຂອງ​ພວກ​ເຂົາ​ນັ້ນ​ໃຫຍ່​ຫລວງ,” ຈົນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ປົດ​ປ່ອຍ​ແອວມາ ແລະ ຜູ້​ຄົນ​ຂອງ​ເພິ່ນ, ແລະ ຈະ​ປົດ​ປ່ອຍ​ເຮົາຄື​ກັນ “ແລະ ພວກ​ເຂົາ​ໄດ້​ຂອບ​ພຣະ​ໄທ,” “ເພາະພວກ​ເຂົາ​ເຄີຍ​ເປັນ​ທາດ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ໄດ້​ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.”10

ແຕ່​ເປັນ​ໜ້າ​ເສຍ​ໃຈ​ທີ່, ບຸກ​ຄົນ​ທີ່​ຕ້ອງ​ການ​ຫລາຍ​ແທ້ໆ ໄດ້​ຫັນ​ໜີ​ໄປ​ຈາກ​ແຫລ່ງ​ຊ່ວຍ​ເຫລືອ ທີ່​ສົມ​ບູນ​ແບບ—ນັ້ນ​ຄື ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ມີ​ເລື່ອງ​ໜຶ່ງ​ຈາກ​ພຣະ​ຄຳ​ພີ​ທີ່​ຮູ້​ຈັກ​ດີ ກ່ຽວ​ກັບ ງູທອງ​ສຳ​ລິດ ສອນ​ເຮົາ​ວ່າ ເຮົາ​ມີ​ສິດ​ເລືອກ ຕອນ​ປະ​ເຊີນ​ກັບ​ການ​ທ້າ​ທາຍ. ຫລັງ​ຈາກ​ລູກ​ຫລານ​ຂອງອິດ​ສະ​ຣາ​ເອນ​ຫລາຍ​ຄົນ ໄດ້​ຖືກ​ງູ​ຕອດ “ງູ​ພິດ​ບິນ​ພົ່ນ​ໄຟ,”11 “ແບບ​ສະ​ບັບ​ຖືກ​ຍົກ​ຂຶ້ນ … ​ວ່າ​ຜູ້​ໃດກໍ​ຕາມທີ່​ຫລຽວ​ເບິ່ງ … ຈະ​ມີ​ຊີ​ວິດ. [ແຕ່​ມັນ​ເປັນ​ການ​ເລືອກ.] ແລະ ມີຫລາຍ​ຄົນ​ໄດ້​ຫລຽວ​ເບິ່ງ ແລະ ມີ​ຊີ​ວິດ.

“… ແຕ່​ວ່າ​ມີ​ຫລາຍ​ຄົນ​ທີ່​ໃຈ​ແຂງ​ກະ​ດ້າງ​ຫລາຍ​ຈົນວ່າ​ພວກ​ເຂົາ​ບໍ່​ຫລຽວ​ເບິ່ງ, ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຕາຍ.”12

ຄື​ກັນ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ, ເຮົາ​ກໍ​ຖືກເຊື້ອ​ເຊີນ ແລະ ຖືກ​ຊຸກ​ຍູ້​ໃຫ້​ເບິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມີ​ຊີ​ວິດ​ຄື​ກັນ—ເພາະ​ແອກ​ຂອງ​ພຣະ​ອົງ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ພຣະ​ອົງ​ກໍ​ເບົາ, ແມ່ນ​ແຕ່​ຕອນ​ທີ່​ພາ​ລະ​ຂອງ​ເຮົາ​ນັ້ນ​ອາດໜັກ​ໜ່ວງ.

ແອວ​ມາ​ຜູ້​ເປັນ​ລູກ ໄດ້​ສອນ​ເຖິງ​ຄວາມ​ຈິງ​ທີ່​ສັກ​ສິດນີ້ ເມື່ອ​ເພິ່ນ​ກ່າວ​ວ່າ, “ເພາະ​ພໍ່​ຮູ້​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ອູ້ມຊູ​ໃນ​ເວລາ​ຂັດ​ສົນ​ຂອງ​ພວກ​ເຂົາ, ແລະ ຄວາມ​ຫຍຸ້ງຍາກ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ທໍລະມານ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.”13

ໃນ​ຍຸກ​ສຸດ​ທ້າຍນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ແຫລ່ງ​ຫລາຍ​ຢ່າງ​ໄວ້​ໃຫ້​ເຮົາ, ທັງ “ງູ​ທອງສຳ​ລິດ,” ທັງ​ໝົດ​ແມ່ນ​ໄດ້​ຖືກ​ອອກ​ແບບ​ໄວ້ ເພື່ອ​ຊ່ວຍ​ເຮົາ​ໃຫ້ຫລຽວ​ເບິ່ງ ທີ່​ພຣະ​ຄຣິດ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ໃນ​ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ ມັນ​ບໍ່​ແມ່ນ​ການ​ເມີນ​ເສີຍ​ຈາກ​ຄວາມ​ເປັນ​ຈິງ ແຕ່​ເປັນ​ການເລືອກ​ບ່ອນທີ່​ເຮົາ​ຈະ​ເອົາ​ໃຈ​ໃສ່​ຕໍ່ ແລະ ພື້ນ​ຖານ​ທີ່​ເຮົາ​ຈະ​ສ້າງ.

ແຫລ່ງ​ດັ່ງ​ກ່າວ​ແມ່ນຮ່ວມ​ດ້ວຍ, ແຕ່ບໍ່​ຈຳ​ກັດ​ພຽງ​ແຕ່​ເທົ່າ​ນີ້:

  • ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ເປັນ​ປະ​ຈຳ.

  • ການ​ອະ​ທິ​ຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ​ເລື້ອຍໆ​ຢ່າງ​ຈິງ​ໃຈ.

  • ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ.

  • ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ.

  • ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

  • ຮັບ​ຄຳ​ແນະ​ນຳ​ຈາກ​ຜູ້​ຊ່ຽວ​ຊານ.

  • ແລະ ແມ່ນ​ແຕ່​ການ​ກິນ​ຢາ, ເມື່ອ​ສົມ​ຄວນ ຕາມ​ທີ່​ໝໍ​ສັ່ງ.

ບໍ່​ວ່າ​ສະ​ພາບ​ການ​ໃນ​ຊີ​ວິດ​ຈະ​ປ່ຽນ​ແປງ​ແນວ​ໃດ​ກໍ​ຕາມ, ແລະ ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໂດຍບໍ່​ຄາດ​ຄິດ​ຢູ່​ໃນ​ເສັ້ນ​ທາງ​ເດີນ, ວິ​ທີ​ທີ່​ເຮົາ​ຕອບ​ຮັບ​ກັບ​ມັນ ແມ່ນການ​ເລືອກ​ຂອງ​ເຮົາ. ການ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເກາະ​ແຂນ​ຂອງ​ພຣະ​ອົງ​ໄວ້ ເປັນການ​ເລືອກ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຮົາ.

ແອວເດີ ຣິເຈີດ ຈີ ສະກາດ ໄດ້​ສອນ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ນີ້​ວ່າ: “ຄວາມ​ສຸກ​ທີ່​ແທ້​ຈິງ ແລະ​ຍືນ​ຍົງ ພ້ອມ​ດ້ວຍ​ພະ​ລັງ, ຄວາມ​ກ້າ​ຫານ, ແລະ ຄວາມ​ສາ​ມາດ​ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ໄດ້ ມາ​ຈາກ​ຊີ​ວິດ​ທີ່​ໃຫ້​ພຣະ​ເຢຊູ​ຄຣິດ​ຢູ່​ໃນຈຸດ​ໃຈ​ກາງ. … ບໍ່​ສາ​ມາດ​ຮັບ​ປະ​ກັນ​ໄດ້​ວ່າ ຜົນ​ຈະ​ເກີດ​ຂຶ້ນ​ໃນ​ມື້​ໜຶ່ງ​ຄືນ​ດຽວ, ແຕ່​ທ່ານ​ສາ​ມາດ​ແນ່ນອນ​ໃຈ​ໄດ້​ວ່າ, ຕາມ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ, ໄດ້​ຮັບ​ຄວາມສະ​ຫງົບ, ແລະ ບໍ່​ອ້າງວ້າງ​ອີກ​ຕໍ່​ໄປ.”14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງເຫລົ່າ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.