​2010–2019
ຄຸນ​ຄ່າ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້
ເດືອນ​ຕຸລາ 2017


ຄຸນ​ຄ່າ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້

ເຮົາ​ສາ​ມາດ​ໄດ້​ຍິນ​ການ​ກະ​ຊິບ​ອັນ​ຫວານ​ຊື່ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຖິງ​ການ​ມີ​ຄຸນ​ຄ່າ​ທາງ​ວິນ​ຍານ​ຂອງ​ເຮົາ.

ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ປະ​ເທດ ຊີແອຣາ ລີອອນ ໃນ​ອາຟຣິກາ ຕາ​ເວັນ​ຕົກ, ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ ທີ່​ດຳ​ເນີນ​ໂດຍ​ຜູ້​ນຳ​ຂອງ​ອົງ​ການ​ປະ​ຖົມ​ໄວ​ຂອງ​ສະ​ເຕກ. ນາງ​ມາເຣຍມາ ໄດ້​ນຳ​ພາ​ດ້ວຍ​ຄວາມ​ຮັກ, ດ້ວຍ​ພຣະ​ຄຸນ, ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ ຈຶ່ງ​ງ່າຍ​ທີ່​ຈະ​ຕັດ​ສິນ​ລ່ວງ​ໜ້າ​ວ່າ ນາງ​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ. ແຕ່ນາງ​ມາເຣຍມາ, ຫາ​ກໍ​ໄດ້​ເປັນ​ສະ​ມາ​ຊິກ.

ຮູບ​ພາບ
​ນາງມາເຣຍມາ ແລະ ລູກ​ສາວ​ຂອງ​ນາງ

ນ້ອງ​ສາວ​ຂອງ​ນາງ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຊວນ​ນາງ​ມາເຣຍມາ ໄປ​ໂບດ​ກັບ​ນາງ. ນາງ​ມາເຣຍມາ ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຂ່າວ​ສານ. ບົດ​ຮຽນ​ແມ່ນ​ກ່ຽວ​ກັບ​ກົດ​ພົມ​ມະ​ຈັນ. ນາງ​ໄດ້​ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ສອນ​ນາງ​ຕື່ມ​ອີກ ແລະ ບໍ່​ດົນ​ກໍ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ສາດ​ສະ​ດາ​ໂຈເຊັບ ສະມິດ. ນາງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປີ 2014, ແລະ ລູກ​ສາວ​ຂອງ​ນາງ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເດືອນ​ແລ້ວ​ນີ້. ໃຫ້​ເຮົາ​ວາດ​ພາບ​ເບິ່ງ​ດູ, ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ສອງ​ຢ່າງ ທີ່​ນຳ​ພາ​ນາງ​ມາເຣຍມາ ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແມ່ນ​ກົດ​ພົມ​ມະ​ຈັນ ແລະ ສາດ​ສະ​ດາ​ໂຈເຊັບ ສະມິດ, ສອງ​ຈຸດ​ທີ່​ໂລກ​ມັກ​ເບິ່ງ​ວ່າ ບໍ່​ກ່ຽວ​ຂ້ອງ, ລ້າ​ສະ​ໄໝ, ຫລື ບໍ່​ສະ​ດວກ. ແຕ່​ນາງ​ມາເຣຍມາ ໄດ້​ເປັນ​ພະ​ຍານ​ວ່າ ນາງ​ຄື​ກັນ​ກັບ​ແມງ​ເມົ່າ​ທີ່​ບິນ​ໄປ​ຫາ​ແສງ​ໄຟ. ນາງ​ໄດ້​ກ່າວ​ວ່າ, “ຕອນ​ຂ້າ​ພະ​ເຈົ້າ​ພົບ​ເຫັນ​ພຣະ​ກິດ​ຕິ​ຄຸນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຕົວ​ເອງ.” ນາງ​ໄດ້​ຄົ້ນ​ພົບ​ຄຸນ​ຄ່າ​ຂອງ​ນາງ ຜ່ານ​ທາງ​ຫລັກ​ທຳ​ແຫ່ງ​ສະ​ຫວັນ. ຄຸນ​ຄ່າ​ຂອງ​ນາງ ໃນ​ຖາ​ນະ​ທີ່​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ ໄດ້​ຖືກ​ເປີດ​ເຜີຍ​ຕໍ່​ນາງ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ບັດ​ນີ້ ໃຫ້​ເຮົາ​ມາ​ພົບ​ກັບ​ເອື້ອຍ​ນ້ອງ ຊິງ ຈາກ​ປະ​ເທດ​ອິນ​ເດຍ. ນາງເຣນູ, ຢູ່​ທາງ​ຂວາ​ມື, ເປັນ​ເອື້ອຍ​ຄົນ​ທຳ​ອິດ ໃນ​ເອື້ອຍ​ນ້ອງ​ຫ້າ​ຄົນ ທີ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ໄດ້​ແບ່ງ​ປັນ​ແນວ​ຄິດ​ເຫລົ່າ​ນີ້​ວ່າ:

ຮູບ​ພາບ
ເອື້ອຍ​ນ້ອງ​ຊິງ

“ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ສົນ​ໃຈ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ພິ​ເສດ. ຂ້າ​ພະ​ເຈົ້າ​ເປັນ​ພຽງ​ຄົນ​ໜຶ່ງ​ໃນ​ກຸ່ມ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແລະ ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ຂ້າ​ພະ​ເຈົ້າ ບໍ່​ໄດ້​ສອນ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ມີ​​ຄຸນຄ່າ​​ແນວ​ໃດ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ຮຽນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ສິ່ງ​ນັ້ນ​ໄດ້​ປ່ຽນ​ຂ້າ​ພະ​ເຈົ້າ. ທັນ​ໃດ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ຕົວ​ເອງ​ພິ​ເສດ​ແທ້ໆ—ພຣະ​ເຈົ້າ​ໄດ້​ສ້າງ​ຂ້າ​ພະ​ເຈົ້າ​ແທ້ໆ ແລະ ໄດ້​ສ້າງ​ຈິດ​ວິນ​ຍານ ແລະ ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ພ້ອມ​ດ້ວຍ​ຄຸນຄ່າ​ ແລະ ຈຸດ​ປະ​ສົງ.

“ກ່ອນ​ຂ້າ​ພະ​ເຈົ້າ​ມີ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ສະ​ເໝີ​ທີ່​ຈະ​ພິ​ສູດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ພິ​ເສດ​ຄົນ​ໜຶ່ງ. ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ຈິງ, ວ່າ​ຂ້າ​ພະ​ເຈົ້າ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ພິ​ສູດ​ສິ່ງ​ໃດ ຕໍ່​ຄົນ​ໃດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ພິ​ເສດ. … ຢ່າ​ຄິດ​ຈັກ​ເທື່ອ​ວ່າ ທ່ານ​ບໍ່​ມີ​ຄ່າ.”

ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ​ຢ່າງ​ຖືກ​ຕ້ອງ ຕອນ​ເພິ່ນ​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ເຫລົ່າ​ນີ້​ວ່າ: “ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ດວງ​ໜຶ່ງ ແມ່ນ​ຄວາມ​ສາ​ມາດ​ຂອງ​ມັນ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ.”1

ຮູບ​ພາບ
ທາອີອານາ

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ ທີ່​ໄດ້​ພົບ​ກັບ​ຍິງ​ໜຸ່ມ​ຄົນ​ໜຶ່ງ ຜູ້​ເຂົ້າ​ໃຈ​ຄວາມ​ຈິງ​ນີ້. ນາງ​ຊື່​ວ່າ ທາອີອານາ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ນາງ​ຢູ່​ໂຮງ​ໝໍ​ເດັກ​ນ້ອຍ ໃນ​ເມືອງ​ເຊົາ​ເລັກ. ນາງ​ທາອີອານາ ຢູ່​ຊັ້ນ​ມັດ​ທະ​ຍົມ​ປີ​ທີ​ຫ້າ ຕອນ​ນາງ​ຖືກ​ພົບ​ເຫັນ​ວ່າ ເປັນ​ມະ​ເລັງ. ນາງ​ໄດ້​ສູ້​ຊົນ​ກັບ​ມະ​ເລັງ​ຢ່າງ​ກ້າ​ຫານ ເປັນ​ເວ​ລາ 18 ເດືອນ ກ່ອນ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ ສອງ​ສາມ​ອາ​ທິດ​ຜ່ານ​ມາ​ນີ້. ນາງ​ທາອີອານາ ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ. ຜູ້​ຄົນ​ຮູ້​ຈັກ​ນາງ​ດີ ຈາກ​ຮອຍ​ຍິ້ມ​ທີ່​ແສນ​ຫວານ ແລະ ຈາກ​ເຄື່ອງ​ໝາຍ “ການ​ຍົກ​ໂປ້​ສອງ​ຂ້າງ ຂອງ​ນາງ.” ເມື່ອ​ຄົນ​ຖາມ​ວ່າ, “​ເປັນ​ຫຍັງ​ສິ່ງນີ້​ຈຶ່ງ​ເກີດ​ກັບ​ເຈົ້າ, ທາອີອານາ?” ນາງ​ຕອບ​ວ່າ, “ເປັນ​ຫຍັງ​ຈຶ່ງ​​ເກີດ​ກັບຂ້ອຍ​ບໍ່​ໄດ້?” ນາງ​ທາອີອານາ ໄດ້​ສະແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ນາງ, ຜູ້​ຮັກ​ນາງ​ຫລາຍ​ທີ່​ສຸດ. ຕອນ​ພວກ​ເຮົາ​ໄປ​ຢ້ຽມ​ຢາມ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ນາງ​ທາອີອານາ ເຂົ້າ​ໃຈ​ຄຸນ​ຄ່າ​ແຫ່ງ​ສະ​ຫວັນ​ຂອງ​ນາງ. ການ​ທີ່​ຮູ້​ວ່າ ນາງ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ ໄດ້​ນຳ​ຄວາມ​ສະ​ຫງົບ ແລະ ຄວາມ​ກ້າ​ຫານ​ມາ​ສູ່​ໃບ​ໜ້າ​ທີ່​ເຕັມ​ໄປ​ດ້ວຍ​ການ​ທົດ​ລອງ ໃນ​ທາງ​ບວກ.

ນາງ​ມາເຣຍມາ, ນາງ​ເຣນູ, ແລະ ນາງ​ທາອີອານາ ສອນ​ເຮົາ​ວ່າ ພຣະ​ວິນ​ຍານ​ຈະ​ຢືນ​ຢັນຕໍ່​ເຮົາ​ແຕ່​ລະ​ຄົນ​ໃຫ້​ຮູ້​ເຖິງ​ຄຸນ​ຄ່າ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ການ​ຮູ້​ຈັກ​ແທ້ໆວ່າ ທ່ານ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ ຈະເປັນ​ຜົນ​ກະ​ທົບ​ຕໍ່​ທຸກ​ດ້ານ​ຂອງ​ຊີ​ວິດ​ຂອງ​ທ່ານ ແລະ ນຳ​ພາ​ທ່ານ​ໄປ​ສູ່​ການ​ຮັບ​ໃຊ້ ທີ່​ທ່ານ​ເຮັດ​ໃນ​ແຕ່​ລະວັນ. ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້​ອະ​ທິ​ບາຍ ໃນ​ຖ້ອຍ​ຄຳ​ທີ່​ສະ​ຫງ່າ​ງາມ ເຫລົ່າ​ນີ້​ວ່າ:

“ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ທ່ານ. ພຣະ​ອົງ​ຮັກ​ທ່ານ. ພຣະ​ອົງ ແລະ ພຣະ​ມານ​ດາ​ຂອງ​ທ່ານ​ຢູ່​ໃນ​ສະ​ຫວັນ ຖື​ວ່າ​ທ່ານ​ສຳ​ຄັນ ເກີນ​ກວ່າ​ສິ່ງ​ໃດໆ. … ທ່ານ​ພິ​ເສດ​ສຸດ. ບໍ່​ເໝືອນ​ໃຜ, ຖືກ​ສ້າງ​ຂຶ້ນ​ດ້ວຍ​ຄວາມ​ຮູ້​ແຈ້ງ​ນິ​ລັນ​ດອນ ຊຶ່ງ​ໃຫ້​ທ່ານ​ມີ​ສິດ ທີ່​ຈະ​ທວງ​ເອົາ​ຊີ​ວິດ​ນິ​ລັນ​ດອນ​ໄດ້.

“ຢ່າ​ໃຫ້​ມີ​ຄວາມ​ຂ້ອງ​ໃຈ​ເລີຍ​ຢູ່​ໃນ​ຈິດ​ໃຈ​ຂອງ​ທ່ານ ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ທ່ານ. ຈຸດ​ປະ​ສົງ​ທັງ​ໝົດ​ຂອງ​ແຜນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຄື​ການ​ໃຫ້​ໂອ​ກາດ​ແກ່​ທ່ານ​ແຕ່​ລະ​ຄົນ ເພື່ອ​ຈະ​ໄດ້​ເອື້ອມ​ຂຶ້ນ​ເຖິງ​ສັກ​ກະ​ຍະ​ພາບ​ອັນ​​ສູງ​ສຸດ​ຂອງ​ທ່ານ, ຊຶ່ງ​ເປັນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ ແລະ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ເປັນ​ພຣະ​ເຈົ້າ.”2

ຂ້າ​ພະ​ເຈົ້າ​ຂໍ​ຊີ້​ບອກ​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສອງ​ຄຳ ທີ່​ວ່າ: ຄຸນ​ຄ່າ ແລະ ການ​ມີ​ຄຸນ​ຄ່າ. ທັງ​ສອງບໍ່​ຄື​ກັນ. ຄຸນ​ຄ່າ ທາງວິນ​ຍານ ໝາຍ​ເຖິງ​ການ​ນັບ​ຖື​ຕົວ​ເອງ ໃນ​ທາງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ນັບ​ຖື​ເຮົາ, ຊຶ່ງ​ບໍ່​ຄື​ກັນ​ກັບ​ໂລກ​ນັບ​ຖື​ເຮົາ. ຄຸນ​ຄ່າ​ຂອງ​ເຮົາ ໄດ້​ຖືກ​ກຳ​ນົດ​ໄວ້ ກ່ອນ​ເຮົາ​ມາ​ສູ່​ໂລກ​ນີ້. “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ່​ມີ​​ທີ່ສິ້ນ​ສຸດ ແລະ ຈະ​ຄົງ​ຢູ່​ຕໍ່​ໄປ​ຕະ​ຫລອດ​ການ.”3

ກົງ​ກັນ​ຂ້າມ, ການ​ມີ​ຄຸນ​ຄ່າ ແມ່ນ​ໄດ້​ຮັບ​ຜ່ານ​ການ​ເຊື່ອ​ຟັງ. ຖ້າ​ຫາກ​ເຮົາ​ເຮັດ​ບາບ, ເຮົາ​ບໍ່​ມີ​ຄຸນ​ຄ່າ, ແຕ່​ເຮົາ​ກໍ​ບໍ່​ໄດ້​ເປັນ​ຄົນ​ທີ່​ບໍ່​ມີ​ຄ່າ​ເລີຍ! ເຮົາ​ສືບ​ຕໍ່​ໃນ​ການ​ກັບ​ໃຈ ແລະ ພະ​ຍາ​ຍາມ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ ພ້ອມ​ດ້ວຍ​ຄຸນ​ຄ່າ​ທີ່​ບໍ່​ເສຍ​ຫາຍ​ຂອງ​ເຮົາ. ດັ່ງ​ທີ່​ປະທານ​ບຣິກຳ ຢັງ ໄດ້​ສອນ​ວ່າ: “ຄົນ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ, ດວງ​ວິນ​ຍານ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ ຊຶ່ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້ … ມີ​ຄຸນ​ຄ່າ​​ຫລາຍ.”4 ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ເຮົາ​ຈະ​ມີ​ຄຸນ​ຄ່າ​ສະ​ເໝີ​ຕໍ່​ພຣະ​ເນດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ເຖິງ​ແມ່ນ​ຮູ້​ເຖິງ​ຄວາມ​ຈິງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ນີ້, ແຕ່​ມີ​ຈັກ​ຄົນ​ໃນ​ພວກ​ເຮົາ​ທີ່​ຍັງ​ດີ້ນ​ລົນ​ຢູ່, ເປັນ​ບາງ​ຄັ້ງ, ດ້ວຍ​ຄວາມ​ຄິດ​ ຫລື ມີ​ຄວາມ​ຮູ້​ສຶກ ໃນ​ທາງ​ລົບ ກ່ຽວ​ກັບ​ຕົວ​ເອງ? ຂ້າ​ພະ​ເຈົ້າ​ກໍ​ເປັນ​ຜູ້​ໜຶ່ງ. ມັນ​ເປັນ​ກັບ​ດັກ​ທີ່​ເຂົ້າ​ຫາ​ງ່າຍ. ຊາ​ຕານ​ເປັນ​ບິ​ດາ​ຂອງ​ຄວາມ​ຕົວະ​ທັງ​ໝົດ, ໂດຍ​ສະ​ເພາະ​ຕອນ​ທີ່​ບິດ​ເບືອນ​ກ່ຽວ​ກັບ​ທຳ​ມະ​ຊາດ​ ແລະ ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ເອງ. ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ຈະ​ຊ່ວຍ​ຫຍັງ​ເຮົາ​ບໍ່​ໄດ້​ເລີຍ. ມີ​ແຕ່​ມັນ​ຈະ​ກີດ​ກັນ​ເຮົາ​ໄວ້. ດັ່ງ​ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ​ເລື້ອຍໆ​ວ່າ, “ບໍ່​ມີ​ຄົນ​ໃດ​ສາ​ມາດ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ຕ່ຳ​ຕ້ອຍ ປາດ​ສະ​ຈາກ​ການ​ຍອມ​ຮັບຂອງ​ທ່ານ.”5 ເຮົາ​ສາ​ມາດ​ເຊົາ​ປຽບ​ທຽບ​​ຈຸດ​ອ່ອນ​ຂອງ​ເຮົາ​ເອງ ໃສ່​ກັບ​ຈຸດ​ເດັ່ນ​ທີ່​ສຸດ​ຂອງ​ຄົນ​ອື່ນ. “ການ​ປຽບ​ທຽບ ຄື​ຂະ​ໂມຍ​ຂອງ​ຄວາມ​ສຸກ.”6

ກົງ​ກັນ​ຂ້າມ, ພຣະ​ຜູ້​ເປັນ​ເຈົ້າຮັບ​ຮອງ​ເຮົາ​ວ່າ ເມື່ອ​ເຮົາ​ມີ​ຄວາມ​ຄິດ​ທີ່​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ຄວາມ​ໝັ້ນ​ໃຈ, ແມ່ນ​ແຕ່​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ຮູ້​ວ່າ ເຮົາ​ເປັນ​ໃຜ​ແທ້. ບໍ່​ເຄີຍ​ມີ​ເວລາ​ໃດ ທີ່​ສຳ​ຄັນ​ໄປ​ກວ່າ​ເວລາ​ນີ້ ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ. ພຣະ​ອົງ​​ບອກ​ເຮົາ​ວ່າ ເຮົາ​ຕ້ອງ​ໃຫ້​ຄຸນ​ນະ​ທຳ​ປະ​ດັບ​ຄວາມ​ຄິດ​ຂອງ​ເຮົາ​ຢ່າງບໍ່​ເສື່ອມ​ຄາຍ. ເມື່ອ​ນັ້ນ ຄວາມ​ໝັ້ນ​ໃຈ​ຂອງ​ເຮົາຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ … ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ເຮົາສະ​ເໝີ.7

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ຕື່ມ​ອີກ ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ດັ່ງ​ນີ້: ຄົນ​ທີ່​ໄດ້​ຮັບ​ຈາກ​ພຣະ​ເຈົ້າ, ກໍ​ໃຫ້​ເຂົາ​ພິ​ຈາ​ລະ​ນາ​ວ່າ​ມັນ​ມາ​ຈາກ​ພຣະ​ເຈົ້າ; ແລະ ໃຫ້​ເຂົາ​ປິ​ຕິ​ຍິນ​ດີ​ທີ່​ເຂົາ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຈາກ​ພຣະ​ເຈົ້າ​ວ່າ ເຂົາ​ມີ​ຄຸນ​ຄ່າ​ທີ່​ຈະ​ໄດ້​ຮັບ​ມັນ.8 ເມື່ອ​ເຮົາ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ, ດັ່ງ​ທີ່​ຂໍ້​ນີ້​ອະ​ທິ​ບາຍ, ເຮົາ​ຈະ​ຮັບ​ຮູ້​ວ່າ ສິ່ງ​ທີ່​ເຮົາ​ຮູ້​ສຶກ ມາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເຮົາ​ຮັບ​ຮູ້ພຣະ​ອົງ ແລະ ສັນ​ລະ​ເສີນ​ພຣະ​ອົງ​ທີ່​ອວຍ​ພອນ​ເຮົາ. ແລ້ວ​ເຮົາ​ປິ​ຕິ​ຍິນ​ດີ ທີ່​ເຮົາ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ວ່າ​ມີ​ຄຸນ​ຄ່າ​ທີ່​ຈະ​ໄດ້​ຮັບ​ມັນ.

ໃຫ້​ວາດ​ພາບ​ວ່າ ທ່ານ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ໃນ​ເຊົ້າ​ມື້​ໜຶ່ງ ແລະ ພຣະ​ວິນ​ຍານ​ໄດ້​ກະ​ຊິບ​ເບົາໆ​ວ່າ ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່​ນັ້ນ​ເປັນ​ຄວາມ​ຈິງ. ທ່ານ​ຈະ​ຮູ້​ຈັກ​ພຣະ​ວິນ​ຍານ​ບໍ ແລະ ມີ​ຄວາມ​ສຸກ ທີ່​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ມີ​ຄຸນ​ຄ່າ​ທີ່​ຈະ​ໄດ້​ຮັບ​ມັນ?

ແມ່​ທັງ​ຫລາຍ, ທ່ານ​ອາດ​ຄຸ​ເຂົ່າ​ຢູ່​ຂ້າງ​ລູກ​ຊາຍ​ຜູ້​ອາ​ຍຸ​ສີ່​ປີ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ກ່າວ​ຄຳ​ອະ​ທິ​ຖານ​ກ່ອນ​ເຂົ້າ​ນອນ. ຄວາມ​ຮູ້​ສຶກ​ໄດ້​ຫລັ່ງ​ໄຫລ​ມາ​ສູ່​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ຮັບ​ຟັງ. ທ່ານ​ຮູ້​ສຶກ​ອົບ​ອຸ່ນ ແລະ ສະ​ຫງົບ​ສຸກ. ຄວາມ​ຮູ້​ສຶກ​ນັ້ນ​ມີ​ຢູ່​ບຶດ​ໜຶ່ງ, ແຕ່​ທ່ານ​ຮູ້​ຈັກ​ວ່າ, ໃນ​ເວ​ລາ​ນັ້ນ​ເອງ, ທ່ານ​ຖືກ​ພິ​ຈາ​ລະ​ນາ​ວ່າ​ມີ​ຄຸນ​ຄ່າ​ທີ່​ຈະ​ໄດ້​ຮັບ​ມັນ. ໜ້ອຍ​ເທື່ອ​ທີ່​ເຮົາ​ອາດ, ​ຖ້າ​ເຄີຍ​ມີ, ໄດ້​ຮັບ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​​ຍິ່ງ​ໃຫຍ່ ໃນ​ຊີ​ວິດ​ຂອງ​ເຮົາ, ແຕ່​ສ່ວນ​ຫລາຍ​ແລ້ວ ເຮົາ​ຈະ​ໄດ້​ຍິນ​ການ​ກະ​ຊິບ​ອັນ​ຫວານ​ຊື່ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ, ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຖິງ​ການ​ມີ​ຄຸນ​ຄ່າ​ທາງ​ວິນ​ຍານ​ຂອງ​ເຮົາ.

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ເຖິງຄວາມ​ສຳ​ພັນ​ລະ​ຫວ່າງ​ຄຸນ​ຄ່າ​ຂອງ​ເຮົາ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄດ້​ກ່າວດັ່ງ​ນີ້:

ຄ່າ​ຂອງ​ຈິດ​ວິນ​ຍານ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ;

ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ເຮົາ ໄດ້​ສິ້ນ​ພຣະ​ຊົນ​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ເພື່ອ​ວ່າ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.9

ເອື້ອຍ​ນ້ອງ​ທັງ​ຫລາຍ, ເປັນ​ເພາະ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ, “ເຮົາ​ຈຶ່ງ​ຖືກ​ຜູກ​ພັນ​ເຂົ້າ​ກັນ​ດ້ວຍ​ສາຍ​ຮັດ​ແຫ່ງ​ຄວາມ​ຮັກ.”10 ພຣະ​ອົງ​ໄດ້​ກ່າວ​ວ່າ “ແລະ ພຣະ​ບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ.”11

ກະ​ສັດ​ເບັນ​ຢາ​ມິນ​ກໍ​ໄດ້​ອະ​ທິ​ບາຍ​ຄວາມ​ຜູກ​ພັນ​ນີ້ ຊຶ່ງ​ກ່ຽວ​ຂ້ອງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ວ່າ: “ແລະ ແລ້ວ​ພຣະ​ອົງ​ຈະ​ອົດ​ທົນ​ຕໍ່​ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ, ແລະ ອົດ​ທົນ​ຕໍ່​ຄວາມ​ຫິວ​ເຂົ້າ, ຄວາມ​ກະ​ຫາຍ​ນ້ຳ, ແລະ ຄວາມ​ອິດ​ເມື່ອຍ​ຫລາຍ​ກວ່າ​ມະ​ນຸດ​ຈະ​ທົນ​ໄດ້, ນອກ​ຈາກ​ຈະ​ເຖິງ​ແກ່​ຄວາມ​ຕາຍ; ເພາະ​ຈົ່ງ​ເບິ່ງ, ຄວາມ​ເຈັບ​ປວດ​ຂອງ​ພຣະ​ອົງ​ຈະ​ໃຫຍ່​ຫລວງ​ທີ່​ສຸດ​ຈົນ​ໂລ​ຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ.”12 ການ​ຮັບ​ທຸກ​ທໍ​ລະ​ມາ​ນນັ້ນ ແລະ ຜົນ​ຂອງ​ການ​ຮັບ​ທຸກ​ທໍ​ລະ​ມານ​ນັ້ນ ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ. ແອວເດີ ພອລ໌ ອີ ໂຄລິເຄີ ໄດ້​ສອນ​ວ່າ, “ເມື່ອ​ເຮົາ​ກຳ​ຈັດ​ສິ່ງ​ກີດ​ກັນ​ທີ່​ດຶງ​ດູດ​ເຮົາ​ໄປ​ຫາ​ໂລກ ແລະ ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ເປີດ​ໃຈ​ຂອງ​ເຮົາ​ຕໍ່​ອິດ​ທິ​ພົນ​ແຫ່ງ​ຊັ້ນ​ສູງ ຊຶ່ງ​ດຶງ​ດູດ​ເຮົາ​ໄປ​ຫາ​ພຣະ​ອົງ.”13 ຖ້າ​ຫາກ​ຄວາມ​ຮັກ​ທີ່​ເຮົາ​ຮູ້​ສຶກ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ​ມີ​ພະ​ລັງ​ຫລາຍ​ກວ່າ​ພະ​ລັງ​ທີ່​ເຮົາ​ມອບ​ໃຫ້​ແກ່​ຄວາມ​ອ່ອນ​ແອ, ຄວາມ​ສົງ​ໄສ​ຕົນ​ເອງ, ຫລື ນິ​ໄສ​ທີ່​ບໍ່​ດີ, ແລ້ວ​ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ສິ່ງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ ໃນ​ຊີ​ວິດ​ຂອງ​ເຮົາ. ພຣະ​ອົງ​ໂຜດ​ເຮົາ​ໃຫ້​ລອດ​ຈາກ​ຕົວ​ເຮົາ​ເອງ.

ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເນັ້ນ​ຄືນ​ອີກ: ຖ້າ​ຫາກ​ພະ​ລັງ​ຂອງ​ໂລກ​ມີ​ຫລາຍ​ກວ່າ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ທີ່​ເຮົາ​ມີ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ການ​ຖ່ວງ​ດຶງ​ຂອງ​ໂລກ ຈະ​ຊະ​ນະ​ທຸກ​ເທື່ອ. ຖ້າ​ຫາກ​ເຮົາ​ເລືອກ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ​ທີ່​ເປັນ​ທາງ​ລົບ ແລະ ສົງ​ໄສ​ຄຸນ​ຄ່າ​ຂອງ​ເຮົາ ແທນ​ທີ່​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ ທີ່​ຈະ​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຢ່າ​ສັບ​ສົນ​ກ່ຽວ​ກັບ​ວ່າ​ເຮົາ​ເປັນ​ໃຜ! ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ເຮັດ​ຫຍັງ​ກັບ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ ອາດ​ເປັນ​ສິ່ງ​ງ່າຍ​ກວ່າ​ການ​ພະ​ຍາ​ຍາມ​ຈື່​ຈຳ ແລະ ຮັບ​ເອົາ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນຂອງ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາ​ມາດ​ຕາມ​ໃຈ​ຕົນ​ເອງ​ໄດ້ ໃນ​ຍຸກ​ສຸດ​ທ້າຍ​ນີ້. ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ, “ຈົ່ງ​ຊື່​ສັດ​ໃນພຣະ​ຄຣິດ; … ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ [ເຮົາ] ​ຂຶ້ນ, ແລະ ຂໍ​ໃຫ້​ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, … ແລະ ຄວາມ​ເມດ​ຕາ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ, ແລະ ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ, ຈົ່ງ​ມີ​ຢູ່​ໃນ [ຈິດ​ໃຈ​ຂອງ​ເຮົາ] ຕະ​ຫລອດ​ການ​ດ້ວຍ​ເທີ້ນ.”14 ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຍົກ​ເຮົາ​ຂຶ້ນ​ສູ່​ບ່ອນ​ສູງ, ເຮົາ​ຈຶ່ງ​ເຫັນ​ຢ່າງ​ແຈ່ມ​ແຈ້ງ ບໍ່​ພຽງ​ແຕ່​ເຫັນ​ຜູ້​ທີ່​ເຮົາ​ເປັນ​ຢູ່ ແຕ່​ເຮົາ​ໄດ້​ເຂົ້າ​ໃກ້​ພຣະ​ອົງ​ເກີນ​ກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ຄາດ​ຄິດ​ໄດ້ນຳ​ອີກ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.