​2010–2019
ຈົ່ງ​ເບິ່ງ! ກອງ​ທັບ​ຂອງ​ພຣະ​ເຈົ້າ
ເດືອນ​ເມສາ 2018


ຈົ່ງ​ເບິ່ງ! ກອງ​ທັບ​ຂອງ​ພຣະ​ເຈົ້າ

ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ທຸກ​ຄົນ ຈະ​ໄດ້​ຮັບ​ພອນ​ແຫ່ງ​ການ​ສິດ​ສອນ, ຮຽນ​ຮູ້, ແລະ ຄຽງ​ບ່າ​ຄຽງ​ໄລ່ ຮັບ​ໃຊ້ນຳ​ກັນ.

ອ້າຍ​ນ້ອງ​ໃນ​ຖາ​ນະ​ປະ​ໂລ​ຫິດຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຖ່ອມ​ຕົວ​ຫລາຍ ທີ່​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ທ່ານ ໃນ​ໂອ​ກາດ​ແຫ່ງ​ປະ​ຫວັດ​ສາດນີ້, ພາຍ​ໃຕ້​ການມອບ​ໝາຍ​ຂອງ​ສາດ​ສະ​ດາ ແລະ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ​ຮັກ ແລະ ສະ​ໜັບ​ສະ​ໜູນ​ຊາຍ​ທີ່​ດີ​ເລີດຄົນ​ນີ້​ຂອງ​ພຣະ​ເຈົ້າ ແລະ ​ຝ່າຍ​ປະ​ທານ​ສູງ​ສຸດ​ກຸ່ມໃໝ່. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕື່ມ​ໃສ່​ກັບ ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ແລະ ອ້າຍ​ນ້ອງ​ຄົນ​ອື່ນໆ ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ວ່າ​ການ​ປ່ຽນ​ແປງ ທີ່ໄດ້​ປະ​ກາດ​ໃນ​ຄ່ຳ​ຄືນນີ້ ແມ່ນເປັນ​ໄປ​ຕາມພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ໄປ​ນັ້ນ, ມັນ​ເປັນ​ເລື່ອງ​ທີ່​ໄດ້​ສົນ​ທະ​ນາ ແລະ ພິ​ຈາ​ລະ​ນາ ດ້ວຍ​ການ​ອະ​ທິ​ຖານ ໂດຍ​ບັນ​ດາ​ອ້າຍ​ນ້ອງ​ຜູ້​ໃຫຍ່ ຂອງ​ສາດ​ສະ​ໜາ​ຈັກ ມາ​ເປັນ​ເວ​ລາ​ດົນນານ​ແລ້ວ. ພວກ​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຕາມ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ພວກ​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ ແລະ ໃນ​ຄ່ຳ​ຄືນນີ້ ສາດ​ສະ​ດາ​ຂອງ​ພວກ​ເຮົາ ກໍ​ໄດ້​ແຈ້ງ​ໃຫ້​ຮູ້​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. “ແນ່​ນອນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ໄດ້​ເຮັດ​ສິ່ງ​ໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ສາດ​ສະ​ດາ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ”!1 ເຮົາ​ໄດ້​ຮັບ​ພອນ​ຫລາຍ​ແທ້ໆ ທີ່​ມີ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ໃນ​ທຸກວັນ​ນີ້!

ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຮົາ, ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ ໄດ້​ເດີນ​ທາງ​ໄປ​ທົ່ວ​ໂລກ ເຮັດ​ການມອບ​ໝາຍ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເຮັດ​ພາ​ລະ​ກິດ​ການ​ງານ. ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ເຫັນ​ໂຄງ​ຮ່າງ​ຂອງ​ໜ່ວຍ​ເກືອບ​ທຸກ​​ຮູບແບບ ໃນ​ສາດ​ສະ​ໜາ​ຈັກ: ສາ​ຂາ​ນ້ອຍ​ແຫ່ງ​ໜຶ່ງ​ໃນ​ປະ​ເທດ​ຣັດ​ເຊຍ ບ່ອນ​ທີ່​​ຜູ້​ດຳ​ລົງຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ມີ​ພຽງ​ແຕ່​ສີ່ ຫລື ຫ້າ​ຄົນ, ຫວອດ​ໃໝ່ທີ່​ກຳ​ລັງ​ເຕີບ​​ໂຕຢູ່​ປະ​ເທດ ອາ​ຟຣິ​ກາ ມະ​ຫາ​ປະ​ໂລ​ຫິດ ແລະ ແອວ​ເດີ ໄດ້ມາ​ເຕົ້າ​ໂຮມ​ກັນ​ຮ້ອງ​ເພງ ເປັນ​ກຸ່ມ​ດຽວ ເພາະ​ຈຳ​ນວນ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ມີ​ໜ້ອຍ; ແລະ ຫວອດ​ທີ່​ຖາ​ວອນ​ແລ້ວ ບ່ອນ​ທີ່​ຈຳ​ນວນ​ແອວ​ເດີ​ມີ​ຫລາຍ ຈົນ​ຕ້ອງ​ໄດ້​ແຍກ​ອອກ​ເປັນ​ສອງ​ກຸ່ມ!

ທຸກ​ບ່ອນ​ທີ່​ພວກ​ເຮົາ​ໄປ​ຫາ, ພວກ​ເຮົາໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈັດ​ການ​ກ່ອນຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ຕຽມ​ຜູ້​ຄົນ ແລະ ວິ​ທີ​ທາງລ່ວງ​ໜ້າ ເພື່ອ​ວ່າ​ລູກໆ​ຂອງ​ພຣະ​ອົງ ຈະ​ໄດ້​ຮັບ​ພອນ ​ອີງ​ຕາມ​ຄວາມ​ຕ້ອງ​ການ​ແຕ່​ລະ​ຢ່າງ​ຂອງ​ພວກ​ເຂົາ. ພຣະ​ອົງ​ບໍ່​ໄດ້​ສັນ​ຍາ​ບໍ​ວ່າ ພຣະ​ອົງ​ຈະ​ອອກ​ໜ້າ​ເຮົາ ແລະ ຈະ​ຢູ່​ທາງ​ເບື້ອງ​ຂວາ​ມື​ເຮົາ ແລະ ທາງ​ຊ້າຍ​ເຮົາ, ແລະ ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ອ້ອມ​ຮອບ​ເຮົາ​ໄວ້, ເພື່ອ​ຄ້ຳ​ຊູ​ເຮົາ?2

ເມື່ອ​ຄິດ​ກ່ຽວ​ກັບ​ທ່ານ​ທຸກ​ຄົນ​, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ກ່ຽວ​ກັບ​ເພງ​ສວດເພງ​ໜຶ່ງ ຊື່​ວ່າ “ຈົ່ງ​ເບິ່ງ! ກອງ​ທັບ​ຂອງ​ພຣະ​ເຈົ້າ.”

ຈົ່ງ​ເບິ່ງ! ກອງ​ທັບ​ຂອງ​ພຣະ​ເຈົ້າ,

ພ້ອມ​ດາບ​ງ້າວ, ໂລ່, ແລະ ທຸງ,

ເດີນ​ຕົງ​ໄປ​ສູ່​ໄຊ​ຊະ​ນະ

ໃນ​ສະ​ໜາມ​ຮົບ​ຊີ​ວາ.

ມີ​ທະ​ຫານ​ເຕັມ​ຢູ່​ທຸກ​ກອງ,

ປອງດອງ, ກ້າ​ຫານ, ຂຶງ​ຂັງ,

ຕ່າງ​ເຊື່ອ​ຟັງ​ຜູ້​ບັນ​ຊາ

ແລະ ຮ້ອງ​ເພງ​ອອກ​ມາ​ຢ່າງ​ສຸກ​ສັນ.3

ແອວ​ເດີ ຄຣິສ​ໂຕ​ເຟີ​ສັນ ໄດ້​ຕອບ​ຄຳ​ຖາມ​ຫລາຍ​ຂໍ້ທີ່​ແນ່ນອນ​ ວ່າຕ້ອງ​ມີ ຈາກ​ການ​ປະ​ກາດ​ວ່າ ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ແລະ ກຸ່ມ​ແອວ​ເດີ, ໃນ​ລະ​ດັບ​ຫວອດ, ຈະ​ຖືກ​ລວມ​ເຂົ້າ​ກັນ ເປັນ​ກຸ່ມ​ດຽວ, ເປັນ​ກອງ​ທັບ​ທີ່​ເຂັ້ມ​ແຂງ​ຂອງ​ບັນ​ດາອ້າຍ​ນ້ອງ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ການ​ດັດ​ແປງ​ເຫລົ່າ​ນີ້ ຈະ​ຊ່ວຍ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະຕີ​ສົງ​ເຄາະ ປອງດອງ​​ກັນໃນ​ວຽກ​ງານ​ຂອງ​ເຂົາ​ເຈົ້າ. ມັນຍັງ​ຈະ​ເຮັດ​ໃຫ້​ການ​ປະ​ສານ​ງານ​​ໃນ​​ກຸ່ມ​ງ່າຍ​​ຂຶ້ນ ນຳຝ່າຍ​ອະ​ທິ​ການ ແລະ ສະ​ພາ​ຫວອດ. ແລະ ມັນຈະ​ອະ​ນຸ​ຍາດ​ໃຫ້​ອະ​ທິ​ການ ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕື່ມ​ອີກ ໃຫ້​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເພື່ອ​ວ່າ​ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ຈະ​ສາ​ມາດ​ເອົາ​ໃຈ​ໃສ່​​ຕໍ່ ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ພວກ​ເພິ່ນ—ໂດຍ​ສະ​ເພາະ​ການ​ດູ​ແລກຸ່ມ​ຍິງ​ໜຸ່ມ, ແລະ ກຸ່ມ​ຊາຍ​ໜຸ່ມ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

ການ​ປ່ຽນ​ແປງ​ຢູ່​ໃນ​ອົງ​ການ ແລະ ພາ​ລະ​ໜ້າ​ທີ່​ຕ່າງ​ໆ ຂອງ​ສາດ​ສະ​ໜາ​ຈັກ ບໍ່​ໄດ້​ເປັນ​ເລື່ອງ​ແປກ. ໃນ​ປີ 1883 ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ປະ​ທານ​ຈອນ ເທ​ເລີ ວ່າ: “ກ່ຽວ​ກັບ​ການບໍ​ລິ​ຫານ ແລະ ການ​ຈັດ​ຕັ້ງ ຂອງ​ສາດ​ສະ​ໜາ​ຈັກ ແລະ ຖາ​ນະ​ປະ​ໂລ​ຫິດ … ເຮົາ​ຈະ​ເປີດ​ເຜີຍ​ມັນ​ແກ່​ເຈົ້າ, ເປັນ​ບາງ​ຄັ້ງ, ຜ່ານ​ທາງວິ​ທີ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້, ທຸກ​ສິ່ງ​ທີ່​ຈຳ​ເປັນສຳ​ລັບ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ ແລະ ການ​ປັບ​ປຸງ​ໃຫ້​ສາດ​ສະ​ໜາຈັກ​ດີ​ພ້ອມ, ສຳ​ລັບ​ການ​ດັດ​ແປງ ແລະ ການ​ນຳ​ພາ​ອາ​ນາ​ຈັກ​ຂອງ​ເຮົາ​ໄປ​ຂ້າງ​ໜ້າ.”4

ບັດ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ຜູ້​ເປັນ​ມະ​ຫາ​ປະ​ໂລ​ຫິດ ຈັກ​ໜ້ອຍ​ໜຶ່ງ—ພວກ​ເຮົາ​ຮັກ​ທ່ານ! ພຣະ​ບິ​ດາ​ເທິງ​ສະ​ຫວັນ​​ກໍຮັກ​ທ່ານ! ທ່ານ​ເປັນ​ພາກ​ສ່ວນທີ່​ສຳ​ຄັນ​ໃນ​ກອງ​ທັບ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ຖາ​ນະ​ປະ​ໂລ​ຫິດຂອງ​ພຣະ​ເຈົ້າ, ແລະ ພວກ​ເຮົາ​ບໍ່​ສາ​ມາດ​ເຄື່ອນ​ຍ້າຍ​ວຽກ​ງານນີ້​ໄປ​ໜ້າ​ໄດ້ ຖ້າ​ປາດ​ສະ​ຈາກ​ຄວາມ​ດີ​ງາມ, ການ​ຮັບ​ໃຊ້, ປະ​ສົບ​ການ, ແລະ ຄວາມ​ຊອບ​ທຳ​ຂອງ​ທ່ານ. ແອວ​ມາ​ໄດ້​ສອນ​ວ່າ ພວກ​ຜູ້​ຊາຍ​ຖືກ​ເອີ້ນ​ຈາກ​ເບື້ອງ​ບົນ​ໃຫ້​ເປັນ​ມະ​ຫາ​ປະ​ໂລ​ຫິດ ຍ້ອນ​ສັດ​ທາ​ອັນ​ຍິ່ງ​ໃຫຍ່ ແລະ ວຽກ​ງານ​ດີ​ຂອງ​ເຂົາ​ເຈົ້າ ເພື່ອ​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.5 ປະ​ສົບ​ການ​ນັ້ນ​ແມ່ນ​ຕ້ອງ​ການ​ຫລາຍ ບາງ​ເທື່ອ​ຫລາຍກວ່ານັ້ນ ໃນ​ເວ​ລານີ້.

ໃນ​ຫລາຍໆ​ຫວອດ, ເຮົາ​ອາດມີ​ມະ​ຫາ​ປະ​ໂລ​ຫິດ ຜູ້​​ຊຶ່ງ​ບັດ​ນີ້ ຈະ​ຖືກ​ຄວບ​ຄຸມ​ໂດຍ ແອວ​ເດີຜູ້​ກາຍ​ເປັນ​ປະ​ທານ​ກຸ່ມ. ພວກ​ເຮົາ​ກໍ​ເຄີຍ​ມີ​ແອວ​ເດີ​ຄວບ​ຄຸມ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ມາ​ກ່ອນ​ແລ້ວ: ແອວ​ເດີ​ທີ່​ກຳ​ລັງ​ຮັບ​ໃຊ້​ເປັນ​ປະ​ທານ​ສາ​ຂາ ໃນ​ບາງ​ພາກ​ພື້ນ​ຂອງ​ໂລກ ບ່ອນ​ທີ່​ມີ​ມະ​ຫາ​ປະ​ໂລ​ຫິດ​ອາ​ໄສ​ຢູ່​ໃນ​ສາ​ຂາ, ແລະ ກໍ​ມີ​​ຫລາຍ​ສາ​ຂາ ທີ່ຈັດ​ຕັ້ງ​ກຸ່ມ​ແອວ​ເດີ​ຂຶ້ນ​ເທົ່າ​ນັ້ນ ເຖິງ​ແມ່ນ​ມີ​ມະ​ຫາ​ປະ​ໂລ​ຫິດຢູ່​ນຳ​ກໍ​ຕາມ.

ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ທຸກ​ຄົ​ນ ຈະ​ໄດ້​ຮັບ​ພອນ​ແຫ່ງ​ການ​ສິດ​ສອນ, ຮຽນ​ຮູ້, ແລະ ຄຽງ​ບ່າ​ຄຽງ​ໄລ່ ຮັບ​ໃຊ້ນຳ​ກັນ ກັບ​ສະ​ມາ​ຊິກ​ທຸກ​ຄົນໃນ​ຫວອດ. ບໍ່​ວ່າທ່ານ​ຈະ​ອາ​ໄສ​ຢູ່​​ບ່ອນ​ໃດ ຫລື ສະ​ພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ, ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ຮັບ​ເອົາ​ໂອ​ກາດ​ໃໝ່​ນີ້ ດ້ວຍ​ການ​ອະ​ທິ​ຖານ, ດ້ວຍ​ຄວາມ​ຊື່​ສັດ, ແລະ ດ້ວຍ​ຄວາມ​ຊົມ​​ຊື່ນ​ຍິນ​ດີ ເພື່ອ​ນຳ​ພາ ຫລື ເພື່ອ​ຖືກ​ນຳ​ພາ ແລະ ເພື່ອ​ຮັບ​ໃຊ້​ນຳ​ກັນ​ເປັນ​ກຸ່ມ​ດຽວ ໃນ​ຖາ​ນະ​ປະ​ໂລ​ຫິດ.

ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເພີ່ມ​ເຕີມ​ອີກ ຊຶ່ງ​ຕ້ອງ​ເຮັດ​ໃຫ້​ແຈ່ມ​ແຈ້ງ ໃນ​ຂະ​ນະ​ທີ່​ເຮົາ​ດຳ​ເນີນ​ໄປ​ໜ້າ ເພື່ອປະ​ຕິ​ບັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເລື່ອງ​ການ​ຈັດ​ຕັ້ງ​ກຸ່ມ​ຂອງ​ພຣະ​ອົງ ໃນ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ.

ການ​​ປ່ຽນ​ແປງ​ສຳ​ລັບ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​​ລະ​ດັບ​ສະ​ເຕກ​ ມີ​ຫຍັງ​ແດ່? ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ ຈະ​ດຳ​ເນີນ​ການ​ຕໍ່​ໄປເໝືອນ​ເດີມ. ຝ່າຍ​ປະ​ທານ​ສະ​ເຕກ ຈະ​ສືບ​ຕໍ່​ຮັບ​ໃຊ້​ເປັນ​ຝ່າຍ​ປະ​ທານ​ຂອງ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່ ແອວ​ເດີ ຄຣິສ​ໂຕ​ເຟີ​ສັນ ໄດ້​ກ່າວ​ມານັ້ນ, ບັດ​ນີ້ ສະ​ມາ​ຊິກ​ໃນ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ ຈະ​ຮ່ວມ​ດ້ວຍມະ​ຫາ​ປະ​ໂລ​ຫິດ​ທີ່​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ໃນ​ເວ​ລານີ້, ໃນ​ຖາ​ນະສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ປະຈຳ​ຫວອດ, ສະ​ມາ​ຊິກ​ໃນ​ສະ​ພາ​ສູງ​ຂອງ​ສະ​ເຕກ, ແລະ ປິ​ຕຸ​ໃນ​ປະ​ຈຸ​ບັນ. ສະໝຽນ​ປະ​ຈຳ​ຫວອດ ແລະ ສະ​ເຕກ ແລະ ເລ​ຂາ​​ຜູ້​ບໍ​ລິ​ຫານ ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ. ເມື່ອ​ບຸກ​ຄົນ​ໃດ​ທີ່​ກຳ​ລັງ​ຮັບ​ໃຊ້​ໃນ​ຖາ​ນະ​ເປັນ​ມະ​ຫາ​ປະ​ໂລ​ຫິດ, ປິ​ຕຸ, ​ສາ​ວົກ​ເຈັດ​ສິບ, ຫລື ອັກ​ຄະ​ສາ​ວົກ ​ທີ່​ໄດ້​ໄປ​ຢ້ຽມ​ຢາມ​ຫວອດ ແລະ ຢາກ​ໄປ​ຮ່ວມ​ການ​ປະ​ຊຸມ​ຂອງຖາ​ນະ​ປະ​ໂລ​ຫິດ, ເພິ່ນ​ຕ້ອງໄປ​​ຮ່ວມ​ການ​ປະ​ຊຸມ​ນຳ​ກຸ່ມ​ແອວ​ເດີ.

ເມື່ອ​ອ້າຍ​ນ້ອງ​ເຫລົ່າ​ນີ້​​ຖືກ​ປົດ​ຈາກ​ການ​ເອີ້ນ ເມື່ອ​ໝົດກຳ​ນົດ, ພວກ​ເພິ່ນ​ຈະ​ກັບ​ຄືນ​ໄປຫາ​ໜ່ວຍ​ຂອງ​ຕົນ ​ເຂົ້າ​ຮ່ວມ​ຢູ່ໃນ​ກຸ່ມ​ແອວ​ເດີ.

ບົດ​ບາດ ຂອງ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ ມີຫຍັງ​ແດ່? ຝ່າຍ​ປະ​ທານ​ສະ​ເຕກ ຈະ​ພົບ​ກັບ​ສະ​ມາ​ຊິກ​ຂອງ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ເພື່ອ​ປຶກ​ສາ​ຫາ​ລື​ນຳ​ກັນ, ເພື່ອ​ເປັນ​ພະ​ຍານ, ແລະ ເພື່ອ​ຈັດ​ການ​ອົບ​ຮົມ. ການ​ປະ​ຊຸມ​ສະ​ເຕກ ທີ່​ມີ​ລະ​ບຸ​ໄວ້ຢູ່​ໃນ​ຄູ່​ມື​ຂອງ​ເຮົາ ຈະ​ດຳ​ເນີນ​ຕໍ່​ໄປ​ຕາມ​ປົກ​ກະ​ຕິ ພ້ອມ​ດ້ວຍ​ການ​​ດັດ​ແປງ​​ສອງ​ຢ່າງ:

ຢ່າງ​ທີ​ໜຶ່ງ, ຫວອດ ແລະ ສະ​ເຕກ ຈະ​ບໍ່​ມີ​ການ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ຂອງ​ຖາ​ນະ​ປະ​ໂລ​ຫິດ ອີກ​ຕໍ່​ໄປ. ຖ້າ​ຫາກ​ມີ​ບັນ​ຫາ​ໃດ​ໜຶ່ງ​ເກີດ​ຂຶ້ນ​ໃນ​ຫວອດ, ດັ່ງ​ເຊັ່ນ ເລື່ອງ​ຄອບ​ຄົວ​ທີ່​ລະ​ອຽດ​ອ່ອນ ຫລື ມີ​ການ​ທ້າ​ທາຍ​ເລື່ອງ​ສະ​ຫວັດ​ດີ​ການ, ສິ່ງ​ດັ່ງ​ກ່າວ​ສາ​ມາດ​ຖືກ​ນຳ​ໄປ​ພິ​ຈາ​ລະ​ນາ​ ໃນ​ການ​ປະຊຸມ​ຂອງ​ຝ່າຍ​ອະ​ທິ​ການ. ສ່ວນບັນ​ຫາ​ທີ່ບໍ່​ລະ​ອຽດ​ອ່ອນ​ປານ​ໃດ​ນັ້ນ ໃຫ້​ນຳ​ໄປ​ພິ​ຈາ​ລະ​ນາ​ ໃນ​ການ​ປະ​ຊຸມຂອງ​ສະ​ພາ​ຫວອດ. ສິ່ງ​ທີ່​ເຄີຍ​ຮູ້​ກັນ​ວ່າ ການ​ປະ​ຊຸມ​ຄະນະ​ກຳ​ມະ​ການ​ບໍ​ລິ​ຫານ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຕໍ່​ໄປ​ນີ້ ຈະ​ຖືກ​ເອີ້ນ​ວ່າ “ການ​ປະ​ຊຸມ​ຂອງ​ສະ​ພາ​ສູງ.”

ຢ່າງ​ທີ​ສອງ, ກອງປະ​ຊຸມ​ປະ​ຈຳ​ປີ ຂອງ​ມະ​ຫາ​ປະ​ໂລ​ຫິດ​​ທັງ​ຫລາຍ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃນ​ສະ​ເຕກ ຈະ​ບໍ່​ມີ​ອີກຕໍ່​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ​ປະ​ທານ​ສະ​ເຕກ ຈະ​ສືບ​ຕໍ່​ຈັດ​ການ​ປະ​ຊຸມ​​ປະ​ຈຳ​ປີ ສຳ​ລັບ​ກຸ່ມມະ​ຫາ​ປະ​ໂລ​ຫິດ​ລະ​ດັບ​ສະ​ເຕກ ດັ່ງ​ທີ່​ໄດ້​ປະ​ກາດ​ໄປ​ແລ້ວ ໃນ​ມື້ນີ້.

ຫວອດ​ສາ​ມາດ​ມີ​ກຸ່ມ​ແອວ​ເດີ ໄດ້​ຫລາຍກວ່າ​ໜຶ່ງ​ກຸ່ມ​ບໍ? ຄຳຕອບນັ້ນ​ກໍຄື ມີ​ໄດ້. ໃນ​ພຣະ​ຄຳ​ພີ Doctrine and Covenants ພາກ​ທີ 107, ຂໍ້​ທີ 89ມັນບອກວ່າ, ເມື່ອ​ຫວອດ​ໃດ​ໜຶ່ງ​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ ທີ່​ເຂັ້ມ​ແຂງຢ່າງ​ຫລວງ​ຫລາຍ, ຜູ້​ນຳ​ສາ​ມາດ​ຈັດ​ຕັັ້ງ​ກຸ່ມ​ແອວ​ເດີ ຫລາຍກວ່າ​ໜຶ່ງ​ກຸ່ມ. ໃນ​ກໍ​ລະ​ນີ​ດັ່ງ​ກ່າວ, ແຕ່​ລະ​ກຸ່ມ​ຄວນ​ມີ​ຈຳ​ນວນ​ທີ່​ເໝາະ​ສົມ ເລື່ອງ​ອະ​ຍຸ​ໄຂ, ປະ​ສົບ​ການ, ຕຳ​ແໜ່ງ, ແລະ ​ພະ​ລັງ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ນຳ​ພາ​ການ​ຈັດ​ຕັ້ງ​ກຸ່ມ​ໃໝ່ ທີ່​ໄດ້​ຮັບ​ການ​ດົນ​ໃຈ​ນີ້ ໃນ​ຫວອດ ແລະ ໃນ​ສະ​ເຕກ​ຂອງ​ເຮົາ ໄປ​ຂ້າງ​ໜ້າ, ແລ້ວ​ເຮົາ​ຈະ​ເຫັນ​ພອນ​ຢ່າງ​ຫລວງ​ຫລາຍ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ຈັກ​ສອງ​ສາມ​ຕົວ​ຢ່າງ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ແຫລ່ງ​ຊ່ວຍ​ເຫລືອ​ຖານະ​ປະ​ໂລ​ຫິດຫລາຍໆ​ຢ່າງ​ຕື່ມ​ອີກ ​ອາດ​ຈະ​ຊ່ວຍ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດນີ້​ໄດ້. ສິ່ງ​ນີ້​ແມ່ນ​ຮ່ວມ​ດ້ວຍ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຜ່ານ​ທາງ​ວຽກ​ງານ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ, ທຳ​ງານ​ຮ່ວມ​ກັບ​ຄອບ​ຄົວ ແລະ ບຸກ​ຄົນ ທີ່ຂັດ​ສົນ, ແລະ ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ ນຳ​ພາ​ຈິດ​ວິນ​ຍານ​​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຜູ້​ນຳ​ທີ່​ເຄີຍ​ຄວບ​ຄຸມ ກັບ​ຄືນ​ມາ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ກຸ່ມ​ແອວ​ເດີ, ສະ​ມາ​ຊິກ​ໃນ​ກຸ່ມ​ຈະ​ເຂັ້ມ​ແຂງ​ຂຶ້ນ​ຫລາຍກວ່າ​ເກົ່າ.

ມັນ​ຈະ​ມີ​ຂອງ​ປະ​ທານ ແລະ ຄວາມ​ສາ​ມາດ​ທີ່​ແຕກ​ຕ່າງ​ກັນ ແລະ ​ຄວາມດີ​ເດັ່ນ ຢູ່​ໃນ​ກຸ່ມ.

ມັນ​ຈະ​ມີ​ເວ​ລາທີ່​​ປ່ຽນ​ໄດ້ ແລະ ເວ​ລາວ່າງ​ຫລາຍ​ຂຶ້ນ ເພື່ອ​ຊ່ວຍ​ເຫລືອ​ໃນ​ຍາມ​ສຸກ​ເສີນ ພາຍ​ໃນ​ຫວອດ ແລະ ​ໃນກຸ່ມ ແລະ ເຮັດ​ການມອບ​ໝາຍ​ຕ່າງ​ໆໄດ້​ຫລາຍກວ່າ​ເກົ່າ​.

ມັນ​ຈະ​ມີ​ການ​ໃຫ້​ຄຳ​ແນະ​ນຳ​ ແລະ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ເພີ່ມ​ຂຶ້ນ ເມື່ອ​ແອວ​ເດີ​ຄົນໃໝ່ ແລະ ​ມະ​ຫາ​ປະ​ໂລ​ຫິດ​ທີ່​ມີ​ປະ​ສົບ​ການ​ຫລາຍ ແບ່ງ​ປັນ​ປະ​ສົບ​ການ, ຢູ່​ຄຽງ​ຂ້າງ​ກັນ, ໃນ​ການ​ປະ​ຊຸມ​​ຂອງ​ກຸ່ມ ແລະ ໃນ​ໜ້າ​ທີ່ມອບ​ໝາຍ.

ອະ​ທິ​ການ ແລະ ປະ​ທານ​ສາ​ຂາ ຈະ​ມີ​ເວ​ລາ​ເພີ່ມຂຶ້ນ​ອີກ ເພື່ອ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ພວກ​ເພິ່ນ ໃນ​ການ​ດູ​ແລ​ຝູງ​ຂອງ​ພວກ​ເພິ່ນ ແລະ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ທີ່​ຂັດ​ສົນ.

ພວກ​ເຮົາ​ເຂົ້າ​ໃຈ​ວ່າ ແຕ່​ລະ​ຫວອດ ແລະ ແຕ່​ລະ​ສະ​ເຕກ ມີ​ຄວາມແຕກ​ຕ່າງ​ກັນ. ເມື່ອ​ເຂົ້າ​ໃຈ​​ຄວາມ​ແຕກ​ຕ່າງ​ເຫລົ່າ​ນີ້​ແລ້ວ, ພວກ​ເຮົາ​ຫວັງ​ວ່າ ທ່ານ​ຈະ​ລົງ​ມື​ປະ​ຕິ​ບັດຕາມ​ການ​ປ່ຽນ​ແປງ ຢ່າງ​ຮີບ​ດ່ວນ ຫລັງ​ຈາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ພວກ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສາ​ດ​ສະ​ດາ​ຂອງ​ພຣະ​ເຈົ້າ! ຊ່າງ​ເປັນ​ພອນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຍິ່ງ​ໃຫຍ່​ແທ້ໆ. ຂໍ​ໃຫ້​ເຮົາ​ຈົ່ງ​ບັນ​ລຸ​ມັນດ້ວຍ​ຄວາມ​ຊອບ​ທຳ ແລະ ພາກ​ພຽນ!

ຂ້າ​ພະ​ເ​ຈົ້າ​ຂໍ​ເຕືອນ​ທ່ານ​ວ່າ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ມາ​ເຖິງ​ໂດຍ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ, ແຕ່​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ແທ້​ຈິງ, ອຳ​ນາດ​ຂອງ​ການ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດເຈົ້າ, ມາ​ເຖິງ​ພຽງ​ແຕ່​ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ​ເທົ່າ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ຕໍ່​ສາດ​ສະ​ດາໂຈ​ເຊັບ ສະ​ມິດ, ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ​ວ່າ:

ພຣະ​ອົງ​ຈະ​ດູ​ແລ​ຜູ້​ຄົນ​ຂອງ​​ເພິ່ນ, ແລະ ຈະ​ຍົກ​ພວກ​ແອວ​ເດີ​ຂຶ້ນ ແລະ ສົ່ງ​ໄປ​ໃຫ້​ພວກ​ເຂົາ.

ພຣະ​ອົງ​ຈະ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.6

ແນ່ນອນ, ນີ້​ແມ່ນ​ເວ​ລາທີ່​ພຣະ​ຜູ້​ເປັນ​ເຈົ້າ ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ.

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ ຈົ່ງ​ໃຊ້​ໂອ​ກາດນີ້ ເພື່ອ​ຄິດ​ໄຕ່​ຕອງ ແລະ ພັດ​ທະ​ນາ​​ຊີ​ວິດ ໃຫ້​ດີ​ຂຶ້ນ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ເໝາະ​ສົມ​ກັບ​ພອນ ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້ ກັບ​ຄົນ​ທີ່​ຈິງ​ໃຈ ແລະ ຊື່​ສັດ.

ອ້າຍ​ນ້ອງ​ທັງ​ຫລາຍ, ຂໍ​ຂອບ​ໃຈ​ທ່ານ​ຫລາຍ​ໆ ສຳ​ລັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່ ເພື່ອ​ເປັນ​ພາກ​ສ່ວນ​ໃນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່. ຂໍ​ໃຫ້​ເຮົາ​​ຈົ່ງດຳ​ເນີນ​ໄປ​ໜ້າ ໃນ​ຈຸດ​ປະ​ສົງ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ກຽດ​ນີ້.

ເມື່ອ​ສົງ​ຄາມ​ຢຸດ​ສຸດ​ສິ້ນ​ໄປ,

ເມື່ອບໍ່​ມີ​ການ​ຂັດ​ແຍ້ງ​ຕໍ່​ສູ້,

ເມື່ອ​ຕ່າງ​ຢູ່​ຮ່ວມ​ກັນ​ປອດ​ໄພ

ພາຍ​ໃນ​ຫຸບ​ເຂົາ​ສັນ​ຕິ,

ຕໍ່​ພຣະ​ພັກ​ກະ​ສັດນິ​ລັນ​ດອນ,

ພົງ​ພັນ​ໄພ​ສານ​ສັກ​ດາ

ຈະ​ຊ້ອງ​ພຣະ​ນາມ​ຊົ່ວ​ການ,

ແລະ ຂັນ​ຂານ​ບັນ​ເລງ​ເພງນີ້:

ໄຊ​ຊະ​ນະ, ໄຊ​ຊະ​ນະ,

ທາງ​ອົງ​ພຣະ​ຜູ້​ໄຖ່​ເຮົາ!

ໄຊ​ຊະ​ນະ, ໄຊ​ຊະ​ນະ,

ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ!

ໄຊ​ຊະ​ນະ, ໄຊ​ຊະ​ນະ, ໄຊ​ຊະ​ນະ,

ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ!7

ມື້ນີ້ ເຮົາ​ທຸກ​ຄົນ​ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເພິ່ນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ໂລກ ໃນ​ເວ​ລານີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຜູ້​ເປັນ​ພຣະ​ຜູ້​ໄຖ່ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ. ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ອົງ; ແລະ ນີ້​ແມ່ນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ໜັກ​ແໜ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.