​2010–2019
ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ: ການ​ຜະ​ນຶກ ແລະ ການ​ປິ່ນ​ປົວ
ເດືອນ​ເມສາ 2018


ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ: ການ​ຜະ​ນຶກ ແລະ ການ​ປິ່ນ​ປົວ

ເມື່ອ​ເຮົາ​ຮວບ​ຮວມ​ປະ​ຫວັດ​ຄອບ​ຄົວ ແລະ ໄປ​ພຣະ​ວິ​ຫານ ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ພຣະ​ເຈົ້າ​ຈະ​ປະ​ທານ​ພອນ​ທີ່​ສັນ​ຍາ​ໄວ້ ໃຫ້​ພ້ອມ​ກັນ ແກ່​ທັງ​ສອງ​ຟາກ​ມ່ານ.

ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ ສາ​ມາດ​ເປັນ​ປະ​ສົບ​ການ​ທີ່​ໜ້າ​ເພິ່ງ​ພໍ​ໃຈ ແຕ່ທ້າ​ທາຍ​ຫລາຍ ທີ່​ເຮົາ​ປະ​ເຊີນ. ພວກ​ເຮົາ​ຫລາຍ​ຄົນ ເຄີຍ​ປະ​ເຊີນ​ກັບ​ການ​ແຕກ​ຫັກບາງ​ຢ່າງ ພາຍ​ໃນ​ຄອບ​ຄົວ​ຂອງ​ເຮົາ. ການ​ແຕກ​ຫັກ​ເຊັ່ນນັ້ນ ເກີດ​ຂຶ້ນ​ລະ​ຫວ່າງວິ​ລະ​ຊົນ​ສອງ​ທ່ານ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຖືກ​ຟື້ນ​ຟູ ໃນ​ຍຸກ​ສຸດ​ທ້າຍນີ້. ພາ​ລີ ແລະ ອໍ​ສັນ ພະ​ແຣັດ ເປັນ​ອ້າຍ​ນ້ອງ​ກັນ, ໄດ້ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນສະ​ໄໝ​ເລີ່ມ​ຕົ້ນ, ແລະ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ. ແຕ່​ລະ​ຄົນ​ກໍ​ປະ​ເຊີນ​ກັບ​ການ​ທົດ​ລອງເລື່ອງ​ສັດ​ທາ ແຕ່​ໄດ້​ຜ່ານ​ຜ່າ​ມາ​ໄດ້ ດ້ວຍ​ປະ​ຈັກ​ພະ​ຍານ​ທີ່ບໍ່​ຫວັ່ນ​ໄຫວ. ທັງ​ສອງ​ໄດ້​ເສຍ​ສະ​ລະ ແລະ ມີ​ສ່ວນ​ຊ່ວຍ​ຢ່າງ​ຫລວງ​ຫລາຍ ສຳ​ລັບ​ອຸ​ດົມ​ການ​ແຫ່ງ​ຄວາມ​ຈິງ.

ຮູບ​ພາບ
ພາ​ລີ ພະ​ແຣັດ

ໃນ​ສະ​ໄໝ​ເມືອງ​ນາ​ວູ, ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ເລີ່ມຕຶງ​ຄຽດ, ເຕັມ​ໄປ​ດ້ວຍ​ຄວາມ​ໂມ​ໂຫ, ໄດ້​ໂຕ້​ຖຽງ​ກັນ ຢູ່​ຕໍ່​ໜ້າ​ຝູງ​ຊົນ ໃນ​ປີ 1846. ຄວາມ​ແຕກ​ແຍກ​​ທີ່​ໜັກ​ໜ່ວງ ແລະ ດົນ​ນານ ໄດ້​ເກີດ​ຂຶ້ນ. ພາ​ລີ ໄດ້​ຂຽນ​ຈົດ​ໝາຍ​ເຖິງ ອໍ​ສັນ ເພື່ອ​ແກ້​ໄຂ​ຄວາມ​ແຕກ​ແຍກ, ແຕ່​ອໍ​ສັນ ບໍ່​ຍອມ​ຕອບ. ພາ​ລີ​ກໍ​ເລີຍ​ເຊົາ​ຂຽນ, ໂດຍ​ທີ່​ຮູ້​ສຶກວ່າ ການ​ຕິດ​​ຕໍ່​ທາງ​ຈົດ​ໝາຍ ຄົງຈົບ​ໄປ​ແລ້ວ, ຍົກ​ເວັ້ນ​ແຕ່ ອໍ​ສັນ​ຈະ​ຕອບ​ຄືນ.1

ຮູບ​ພາບ
ອໍ​ສັນ ພະ​ແຣັດ

ຫລາຍ​ປີ​ຈາກນັ້ນ, ໃນ​ເດືອນ​ມິ​ນາ ປີ 1853, ອໍ​ສັນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ໂຄງ​ການ​ທີ່​ຈະ​ຈັດ​ພິມ​ປຶ້ມ ກ່ຽວ​ກັບ​ລູກ​ຫລານ​ຂອງວິວ​ລຽມ ພະ​ແຣັດ, ​ຜູ້​ເປັນ​ບັນ​ພະ​ບຸ​ລຸດ​ຊາວ​ອາ​ເມ​ຣິ​ກາ ລຸ້ນ​ເກົ່າ​ແກ່ຂອງ​ອ້າຍນ້ອງ​ທັງ​ສອງ. ອໍ​ສັນ​ໄດ້​ຮ້ອງ​ໄຫ້ “ຄື​ກັນ​ກັບ​ເດັກ​ນ້ອຍ” ໃນ​ຂະ​ນະ​ທີ່​ລາວຫລຽວ​ເບິ່ງຊັບ​ສົມ​ບັດ​​ແຫ່ງ​ຄວາມ​ຮັກ ຂອງ​ປະ​ຫວັດ​ຄອບ​ຄົວ ແວບ​ໜຶ່ງ. ຫົວ​ໃຈ​ຂອງ​ລາວ​ອ່ອນ​ລົງ, ແລະ ລາວ​ໄດ້​ຕັ້ງ​ໃຈທີ່​ຈະສ້ອມ​ແປງ​ຮອຍ​ແຕກ​ລ້າວ​ກັບອ້າຍ​ຂອງ​ລາວ.

ອໍ​ສັນໄດ້​ຂຽນ​ຈົດ​ໝາຍ​ເຖິງພາ​ລີ, “ບັດ​ນີ້ ອ້າຍ​ທີ່​ຮັກ​ແພງ​ຂອງ​ຂ້ອຍ, ບໍ່​ມີ​ຄົນ​ໃດ​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ທີ່​ນາຍ​ພັນ​ໂທ ວິວ​ລຽມ ພະ​ແຣັດ, ຜູ້​ມີ​ຄວາມ​ສົນ​ໃຈ​ເລື່ອງ​ການ​ຄົ້ນ​ຫາ​ລູກ​ຫລານ​ຂອງ​ເພິ່ນ ກ່າວ​ເຖິງຫລາຍ​ເທົ່າ​ກັບ​ພວກ​ເຮົາ.” ອໍ​ສັນ​ເປັນ​ຄົນ​ທຳ​ອິດ ທີ່​ເຂົ້າ​ໃຈ​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີພັນ​ທະ​ທີ່​ຈະ​​ຊອກ​ຫາ ແລະ ຮວບ​ຮວມ​ປະ​ຫວັດ​ຄອບ​ຄົວ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກະ​ທຳພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ. ຈົດ​ໝາຍ​ຂອງ​ລາວບອກ​ຕື່ມ​ວ່າ: “ພວກ​ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ທຸກສິ່ງນີ້. … ຂ້ອຍ​ຂໍ​ໂທດ ທີ່ບໍ່​ໄດ້​ຂຽນ​ຈົດ​ໝາຍ​ຕອບ​ເຈົ້າ. … ຂ້ອຍ​ຫວັງ​ວ່າ ເຈົ້າ​ຈະ​ອະ​ໄພ​ໃຫ້​ຂ້ອຍ.”2 ເຖິງ​ແມ່ນ​ວ່າທັງ​ສອງ​ມີ​ປະ​ຈັກ​ພະ​ຍານ​ທີ່ບໍ່​ຫວັ່ນ​ໄຫວ, ແຕ່​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ຕົນ ໄດ້​ເປັນ​ກາວ​ສ້ອມ​ແປງ​ຄວາມ​ແຕກ​ລ້າວ, ເປັນ​ຢາບັນ​ເທົາ​ຄວາມ​ເຈັບ​ປວດ, ແລະ ໄດ້​ຂໍ​ການ​ໃຫ້​ອະ​ໄພ.3

ເມື່ອ​ພຣະ​ເຈົ້າ​ຊີ້​ນຳ​ເຮົາ​ໃຫ້​ເຮັດ​ບາງ​ສິ່ງ, ສ່ວນ​ຫລາຍ​ແລ້ວ ພຣະ​ອົງ​ມັກ​ຈະ​ມີ​ຈຸດ​ປະ​ສົງ​ຫລາຍ​ຢ່າງ. ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ ບໍ່​ແມ່ນ​ສຳ​ລັບ​ຄົນ​ຕາຍ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ນຳ​ອີກ. ສຳ​ລັບ​ອໍ​ສັນ ແລະ ພາ​ລີ, ມັນ​ໄດ້​ຫັນ​ຫົວ​ໃຈ​​ຂອງ​ຄົນທັງ​ສອງ​ຄືນ​ມາ​ຫາ​ກັນ. ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ ຈະ​ໃຫ້​ພະ​ລັງ ສຳ​ລັບ​ການ​ປິ່ນ​ປົວ ທີ່​ຕ້ອງ​ການ ການ​ປິ່ນ​ປົວ.

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ສະ​ຫວັນ ເພື່ອ​ໃຫ້​ຊອກ​ຫາ​ບັນ​ພະບຸ​ລຸດ​ຂອງ​ເຮົາ ແລະ ຮວບ​ຮວມ​ປະ​ຫວັດ​ຄອບ​ຄົວ. ສິ່ງນີ້​ແມ່ນ​ເກີນກວ່າ​ງານ​ອະ​ດິ​ເລກ ທີ່​ຖືກຊັກຊວນ​ໃຫ້​ເຮັດ ເພາະ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແມ່ນ​ຈຳ​ເປັນ​ສຳ​ລັບ​ລູກໆ​ທັງ​ປວງ​ຂອງ​ພຣະ​ເຈົ້າ.4 ເຮົາ​ຕ້ອງ​ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ເອງ ຜູ້​ໄດ້​ລ່ວງ​ລັບ​ໄປ​ແລ້ວ ທີ່​ປາດ​ສະ​ຈາກ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ. ເຮົາ​ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ແທນ ຢູ່​ໃນ​ພຣະ​ວິ​ຫານ, ແລະ ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ສາ​ມາດ​ເລືອກ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ.5 ເຮົາ​ຖືກ​ຊຸກ​ຍູ້​ໃຫ້​ຊ່ວຍ​ເຫລືອ​​ສະ​ມາ​ຊິກ​ຫວອດ ແລະ ສະ​ເຕກ ເຮັດ​ພິ​ທີ​ແທນ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ມັນ​ເປັນ​ສິ່ງທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ, ຜ່ານ​ທາງ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ຊ່ວຍ​ໄຖ່​ຄົນ​ຕາຍ.

ແຕ່​ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ, ເຮົາ​ກໍ​ຍັງ​ເໝາະ​ສົມ ທີ່​ຈະ​ໄດ້​ຮັບພອນ​ແຫ່ງ “ການ​ປິ່ນ​ປົວ” ທີ່​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທັງ​ຫລາຍ ສັນ​ຍາ​ໄວ້.6 ພອນ​ເຫລົ່າ​ນີ້​ກໍ​ໜ້າ​ອັດ​ສະ​ຈັນ​ໃຈ​ຄື​ກັນ ເພາະ ຂອບ​ເຂດ, ຄວາມ​ເຈາະ​ຈົງ​ສະ​ເພາະ, ແລະ ຜົນ​ສະ​ທ້ອນ ໃນ​ຊ່ວງ​ມະ​ຕະ​ຂອງ​ມັນ. ລາຍ​ການ​ທີ່​ຍືດ​ຍາວນີ້ ແມ່ນ​ຮ່ວມ​ດ້ວຍ​ພອນ​ເຫລົ່າ​ນີ້:

  • ເພີ່ມ​ຄວາມ​ເຂົ້າ​ໃຈ ເລື່ອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ;

  • ເພີ່ມ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ7 ເພື່ອ​ຈະ​ໄດ້​ຮູ້​ສຶກ​ພະ​ລັງ ແລະ ການ​ຊີ້​ນຳ ສຳ​ລັບ​ຊີ​ວິດ​ຂອງ​ເຮົາ​ເອງ;

  • ເພີ່ມ​ສັດ​ທາ, ເພື່ອ​ວ່າ​ການ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ເລິກ​ຊຶ້ງ ແລະ ແນບ​ສະ​ໜິດ;

  • ເພີ່ມ​ຄວາມ​ສາ​ມາດ ແລະ ຄວາມ​ກະ​ຕື​ລື​ລົ້ນ ທີ່​ຈະ​ຮຽນ​ຮູ້ ແລະ ກັບ​ໃຈ8 ເພາະ​ຄວາມ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ໃຜ, ເຮົາ​ມາ​ຈາກ​ໃສ, ແລະ ພາບ​ທີ່​ແຈ່ມ​ແຈ້ງກວ່າ ຂອງ​ບ່ອນ​ທີ່​ເຮົາ​ຈະ​ໄປ​ຫາ;

  • ເພີ່ມ​ຄວາມ​ບໍ​ລິ​ສຸດ, ຄວາມ​ສະ​ອາດ, ແລະ ອິດ​ທິ​ພົນ​ທີ່​ເໝາະ​ສົມ ໃນ​ໃຈ​ຂອງ​ເຮົາ;

  • ເພີ່ມ​ຄວາມ​ຊື່ນ​ຊົມ ຜ່ານ​ທາງ​ຄວາມ​ສາ​ມາດ​ເພີ່ມ​ເຕີມ ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

  • ເພີ່ມ​ພອນ​ຂອງ​ຄອບ​ຄົວ, ບໍ່​ວ່າ​ສະ​ພາບ​ການ​ຄອບ​ຄົວ​ໃນ​ປະ​ຈຸ​ບັນ, ໃນ​ອະ​ດີດ, ຫລື ໃນ​ອະ​ນາ​ຄົດ ຈະ​ເປັນ​ແນວ​ໃດ​ກໍ​ຕາມ ຫລື ແຜນ​ລຳ​ດັບ​ຄອບ​ຄົວ​ຂອງ​ເຮົາ​ຈະ​ບໍ່​ສົມ​ບູນ​ແບບ ຫລາຍ​ປານ​ໃດ​ກໍ​ຕາມ;

  • ເພີ່ມ​ຄວາມ​ຮັກ ແລະ ຄວາມ​ຮູ້​ບຸນ​ຄຸນ ສຳ​ລັບ​ບັນ​ພະ​ບຸ​ລຸດ ແລະ ຍາດ​ພີ່​ນ້ອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່, ສະ​ນັ້ນ​ເຮົາ​ຈຶ່ງບໍ່​ຮູ້​ສຶກວ່າ ຢູ່​ຕົວ​ຄົນ​ດຽວ​ອີກ​ຕໍ່​ໄປ;

  • ເພີ່ມ​ພະ​ລັງ​ໃຫ້ສາ​ມາດ​ເບິ່ງ​ອອກ ໃນສິ່ງ​ທີ່​ຕ້ອງ​ການ ການ​ປິ່ນ​ປົວ ແລະ ດັ່ງ​ນັ້ນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຮັບ​ໃຊ້​ຄົນ​ອື່ນ;

  • ເພີ່ມ​ການ​ປົກ​ປ້ອງ ຈາກ​ການ​ລໍ້​ລວງ ແລະ ອິດ​ທິ​ພົນ​ທີ່​ຮ້າຍ​ແຮງ ຂອງ​ຜູ້​ປໍ​ລະ​ປັກ; ແລະ

  • ເພີ່ມ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ແກ້​ໄຂ​ບັນ​ຫາ, ຄວາມ​ແຕກລ້າວ, ຫລື ຄວາມ​ກັງ​ວົນ​ໃຈ ແລະ ເຮັດ​ໃຫ້​ບາດ​ແຜ​ຫາຍ​ດີ.9

ຖ້າ​ຫາກ​ທ່ານ​ໄດ້​ອະ​ທິ​ຖານ ຂໍ​ພອນ​ຢ່າງ​ໃດ​ຢ່າງໜຶ່ງທີ່​ກ່າວ​ມານັ້ນ, ຈົ່ງ​ມີ​ສ່ວນ​ຮ່ວມ​ໃນ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ. ເມື່ອ​ທ່ານ​ເຮັດ​ແນວນັ້ນ, ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ. ເມື່ອ​ພິ​ທີ​ການ​ໄດ້​ຖືກ​ກະ​ທຳ​ແທນ​ຜູ້​ຕາຍ, ລູກໆ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ໄດ້​ຮັບ​ການ​ປິ່ນ​ປົວ. ບໍ່​ແປກ​ໃຈ​ເລີຍ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໃນ​ຂ່າວ​ສານ​ເທື່ອ​ທຳ​ອິດ​ຂອງ​ເພິ່ນ ໃນ​ຖາ​ນະ​ທີ່​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ປະ​ກາດ​ວ່າ, “ການ​ນະ​ມັດ​ສະ​ການ​ຂອງ​ທ່ານ ຢູ່​ໃນ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ​ໃນ​ທີ່ນັ້ນ ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ ດ້ວຍ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຫລາຍ​ຂຶ້ນ ແລະ ມີ​ຄວາມ​ສະ​ຫງົບ ແລະ ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ຕັ້ງ​ໃຈ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”10

ສາດ​ສະ​ດາ​ທີ່​ຜ່ານ​ມາ ກໍ​ໄດ້​ຫລິງ​ເຫັນ​ພອນ​ສຳ​ລັບ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ.11 ທູດ​ສະ​ຫວັນ​ອົງ​ໜຶ່ງ ໄດ້​ມາ​ສະ​ແດງ​ພາບ​ນິ​ມິດ​ແກ່​ເອ​ເຊ​ກຽນ ເປັນ​ພາບ​ພຣະ​ວິ​ຫານ​ທີ່​ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ມັນ. ເອ​ເຊ​ກຽນ ໄດ້​ຖືກບອກວ່າ:

“ນ້ຳ​ນີ້​ໄຫລ​ຜ່ານ … ແລະ ລົງ​ໄປ​ສູ່​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໄປ​ສູ່​ທະ​ເລ [ຕາຍ] … , [​ແລະ] ເຮັດ​ໃຫ້​ນ້ຳ​ທະ​ເລ​ກາຍ​ເປັນ​ນ້ຳ​ຈືດ.

“ບ່ອນ​ໃດ​ທີ່​ລຳ​ນ້ຳ​ນີ້​ໄຫລ​ໄປ ບ່ອນນັ້ນ​ກໍ​ຈະ​ມີ​ສັດ ແລະ ປາ​ທຸກ​ຊະ​ນິດ: … ນ້ຳ​ນີ້​ຈະ​ເຮັດ​ໃຫ້​ທະ​ເລ​ຕາຍນັ້ນ​ຈືດ; ແລະ ເມື່ອ​ມັນ​ໄຫລ​ໄປ​ທີ່​ໃດ ມັນ​ກໍ​ຈະ​ນຳ​ຊີ​ວິດ​ໄປ​ສູ່​ທີ່ນັ້ນ.”12

ເຮົາ​ສັງ​ເກດ​ເຫັນ​ໄດ້​ເຖິງ​ລັກ​ສະ​ນະ​ສອງ​ຢ່າງ​ຂອງ​ລຳນ້ຳ. ຢ່າງ​ທຳ​ອິດ, ລຳ​ນ້ຳ​ນ້ອຍໆ​ນີ້ ບໍ່​ມີ​ສາ​ຂາ, ແຕ່​ມັນ​ໄດ້​ຂະ​ຫຍາຍ​ອອກ​ຢ່າງກວ້າງ​ໄກ​ເປັນ​ແມ່​ນ້ຳ, ເມື່ອ​ມັນ​ໄຫລ​ໄປ​ໄກ​ເທົ່າ​ໃດ, ມັນ​ຍິ່ງຂະ​ຫຍາຍກວ້າງ ແລະ ເລິກ​ລົງ​ໄປ​ເທົ່າ​ນັ້ນ. ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ນີ້​ໄດ້​ເກີດ​ຂຶ້ນ ດ້ວຍ​ພອນ​ທີ່​ຫລັ່ງ​ໄຫລ​ອອກ​ມາ​ຈາກ​ພຣະ​ວິ​ຫານ ເມື່ອ​ບຸກ​ຄົນ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ. ການ​ເຕີບ​ໂຕ​ທີ່​ມີ​ຄວາມ​ໝາຍ ໄດ້​ຂະ​ຫຍາຍ​ອອກກວ້າງ​ຢ້ອນຄືນ​ຫລັງ ແລະ ອອກໄປ​ໜ້າ ຜ່ານ​ຄົນ​ຫລາຍ​ລຸ້ນ ເມື່ອ​ພິ​ທີ​ການ​ຜະ​ນຶກ​ເຊື່ອມ​ຕໍ່ຄອບ​ຄົວ​ເຂົ້າ​ກັນ.

ຢ່າງ​ທີ​ສອງ, ລຳ​ນ້ຳ​ໄດ້​ນຳ​ຊີ​ວິດ​ມາ​ສູ່​ທຸກ​ສິ່ງ​ທີ່​ມັນໄຫລ​ໄປ​ເຖິງ. ພອນ​ຂອງ​ພຣະ​ວິ​ຫານ ກໍ​ເໝືອນ​ກັນ ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ປິ່ນ​ປົວ​​ອັນ​ໜ້າ​ງຶດ​ງໍ້. ພອນ​ຂອງ​ພຣະ​ວິ​ຫານ​ສາ​ມາດ​ປິ່ນ​ປົວ​ຫົວ​ໃຈ ແລະ ຊີ​ວິດ ແລະ ຄອບ​ຄົວ.

ຮູບ​ພາບ
ທອດ ລູກ​ຊາຍ​ຂອງ​ນາງ​ເບ​ຕີ

ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ເປັນ​ຕົວ​ຢ່າງ. ໃນ​ປີ 1999 ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ທອດ ໄດ້​ລົ້ມ​ລົງ​ເພາະ​ເສັ້ນ​ເລືອດ​ໃນ​ສະ​ໝອງ​ແຕກ. ເຖິງ​ແມ່ນ​ທ້າວ​ທອດ ແລະ ຄອບ​ຄົວ​ຂອງ​ລາວ ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ກໍ​ບໍ່​ເຂັ້ມ​ແຂງ, ແລະ ບໍ່​ມີ​ຄົນ​ໃດ​ເຄີຍ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ. ໃນ​ຄືນ​ສຸດ​ທ້າຍ​ຂອງ​ທ້າວ​ທອດ ກ່ອນ​ສິ້ນ​ຊີ​ວິດ, ແມ່​ຂອງ​ລາວ ຊື່ ເບ​ຕີ, ໄດ້​ນັ່ງ​ຢູ່​ຂ້າງ​ຕຽງ ຈັບ​ມື​ລາວ​ໄວ້ ແລະ ເວົ້າ​ວ່າ, “ທອດ, ຖ້າ​ຫາກ​ລູກ​ຕ້ອງ​ໄປ, ແມ່​ສັນ​ຍາ​ວ່າ ວຽກ​ງານ​ພຣະ​ວິ​ຫານ​ຂອງ​ລູກ ຈະ​ສຳ​ເລັດ.” ເຊົ້າ​ມື້​ຕໍ່​ມາ, ທ້າວ​ທອດ​ກໍ​ໄດ້​ສິ້ນ​ລົມ​ຫາຍ​ໃຈ. ໝໍ​ຜ່າ​ຕັດ ໄດ້​ເອົາ​ຫົວ​ໃຈ​ຂອງ​ທ້າວ​ທອດ ມາ​ໃສ່​ໃຫ້​ຄົນ​ໄຂ້​ຂອງ​ຂ້າ​ພະ​ເຈົ້າ, ຊື່ ຣອດ ທີ່​ເປັນ​ຄົນ​ດີ​ພິ​ເສດ.

ສອງ​ສາມ​ເດືອນ​ຫລັງ​ຈາກ​ການ​ປ່ຽນ​ຫົວ​ໃຈ, ທ້າວ​ຣອດ ໄດ້​ຮູ້​ເຖິງ​ຄອບ​ຄົວ​ທີ່​ບໍ​ລິ​ຈາກ​ຫົວ​ໃຈ​ໃຫ້​ລາວ ແລະ ໄດ້​ເລີ່ມ​ຕົ້ນ​ຕິດ​ຕໍ່​ຫາ​ກັນ. ປະ​ມານ​ສອງ​ປີ​ຈາກນັ້ນ, ນາງ​ເບ​ຕີ ແມ່​ຂອງ​ທ້າວ​ທອດ, ໄດ້​ເຊື້ອ​ເຊີນ​ທ້າວ​ຣອດ ໃຫ້​ມາມີ​ໜ້າ​ຢູ່​ນຳ ຕອນ​ນາງ​ໄປ​ພຣະ​ວິ​ຫານ ເປັນ​ເທື່ອ​ທຳ​ອິດ. ທ້າວ​ຣອດ ແລະ ນາງ​ເບ​ຕີ ໄດ້​ພົບ​ກັນ​ເປັນ​ເທື່ອ​ທຳ​ອິດ ຢູ່​ໃນ​ຫ້ອງ​ຊັ້ນ​ສູງ ຂອງ​ພຣະ​ວິ​ຫານ​ເຊັ້ນ​ໂຈດ ຢູ​ທາ.

ຕໍ່​ມາ, ພໍ່​ຂອງ​ທ້າວ​ທອດ—ສາ​ມີ​ຂອງ​ນາງ​ເບ​ຕີ—ໄດ້​ເສຍ​ຊີ​ວິດ​ໄປ. ສອງ​ສາມ​ປີ​ຈາກນັ້ນ, ນາງ​ເບ​ຕີ ໄດ້​ເຊື້ອ​ເຊີນ​ທ້າວ​ຣອດ ໃຫ້​ມາ​ເປັນ​ຕົວ​ແທນ​ໃຫ້​ແກ່​ລູກ​ຊາຍ​ຂອງ​ນາງ ຜູ້​ທີ່​ໄດ້​ຕາຍ​ໄປ ໃນ​ການ​ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ. ທ້າວ​​ຣອດ​ກໍ​ໄດ້​ເຮັດ​ຕາມ​ດ້ວຍ​ຄວາມ​ກະ​ຕັນ​ຍູ, ແລະ ​ວຽກ​ງານ​ການ​ກະ​ທຳ​ແທນ ໄດ້​​ມີ​ຫລາຍ​ຂຶ້ນ ຈົນ​​ໄປເຖິງ​ຫ້ອງ​ຜະ​ນຶກ ຢູ່​ໃນ​ພຣະ​ວິ​ຫານ​ເຊັ້ນ​ໂຈດ ຢູທາ. ນາງ​ເບ​ຕີ ໄດ້​ຜະ​ນຶກ​ເຂົ້າ​ກັບ​ສາ​ມີ​ທີ່​ໄດ້​ຕາຍ​ໄປ, ຄຸ​ເຂົ່າ​ຢູ່​ຟາກ​ແທ່ນ​ບູ​ຊາ ​ຕໍ່​ໜ້າ​ຫລານ​ຊາຍ​ຂອງ​ນາງ ຜູ້​ເປັນ​ຕົວ​ແທນ. ແລ້ວ, ດ້ວຍ​ນ້ຳ​ຕາ​ໄຫລ​ອາບ​ແກ້ມ, ນາງ​ໄດ້​ກວັກ​ມື​ເອົາ​ທ້າວ​ຣອດ​ໃຫ້​ມາ​ຮ່ວມ ທີ່​ແທ່ນ​ບູ​ຊາ. ທ້າວ​ຣອດ​ໄດ້​ຄຸ​ເຂົ່າ​ລົງ ຢູ່​ກັບ​ເຂົາ​ເຈົ້າ, ເປັນ​ຕົວ​ແທນ​ໃຫ້​ທ້າວ​ທອດ ລູກ​ຊາຍ​ຂອງ​ນາງ, ຜູ້​ຊຶ່ງ​ຫົວ​ໃຈ ຍັງ​ເຕັ້ນ​ຢູ່​ໃນເອິກ​ຂອງ​ທ້າວ​ຣອດ. ແລ້ວທ້າວ​ທອດ ຜູ້​ໄດ້​ບໍ​ລິ​ຈາກ​ຫົວ​ໃຈ​ໃຫ້​ທ້າວ​ຣອດ ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ລາວ ຊົ່ວ​ນິ​ລັນ​ດອນ. ແມ່​ຂອງ​ທ້າວ​ທອດ ໄດ້​ຮັກ​ສາ​ຄຳ​ສັນ​ຍາ ທີ່​ນາງ​ໄດ້​ເຮັດ​ໄວ້​ກັບ​ລູກ​ຊາຍ​ຜູ້​ກຳ​ລັງ​ຈະ​ສິ້ນ​ລົມ​ຫາຍ​ໃຈ ເມື່ອ​ຫລາຍ​ປີກ່ອນ.

ຮູບ​ພາບ
ທ້າວ​ຣອດ ແລະ ນາງ​ຄິມ ໃນ​ວັນ​ສົມຣົດ

ແຕ່​ເລື່ອງນີ້ ບໍ່​ໄດ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນັ້ນ. ສິບ​ຫ້າ​ປີ ຫລັງ​ຈາກ​ການ​ຜ່າ​ຕັດ​ຫົວ​ໃຈ, ທ້າວຣອດ​ໄດ້​ໝັ້ນ​ ແລະ ຈະ​ແຕ່ງ​ງານ ແລະ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຜະ​ນຶກ​ໃຫ້ເຂົາ​ເຈົ້າ ຢູ່​ໃນ​ພຣະ​ວິ​ຫານ​ໂພຣ​ໂວ. ໃນ​ວັນ​ແຕ່ງ​ງານ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ທ້າວ​ຣອດ ແລະ ນາງ​ຄິມ ເຈົ້າ​ສາວ​ທີ່​ໜ້າ​ຮັກ​ຂອງ​ລາວ, ຢູ່​ໃນ​ຫ້ອງ​ທີ່​ຖັດ​ໄປ​ຈາກຫ້ອງ​ຜະ​ນຶກ, ບ່ອນ​ທີ່ຄອບ​ຄົວ ແລະ ໝູ່​ເພື່ອນ​ທີ່​ໃກ້​ຊິດ ໄດ້​ໄປ​ລໍ​ຖ້າ. ຫລັງ​ຈາກ​ໄດ້​ເວົ້າ​ລົມ​ກັບ​ທ້າວ​ຣອດ ແລະ ນາງ​ຄິມ​ບຶດ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ຖາມວ່າ ເຂົາ​ເຈົ້າ​ມີ​ຄຳ​ຖາມ​ຫຍັງ​ບໍ.

ທ້າວ​​ຣອດ ໄດ້​ເວົ້າວ່າ, “ມີ. ຄອບ​ຄົວ​ຜູ້​ບໍ​ລິ​ຈາກ​ຂອງ​ຂ້າ​ນ້ອຍ​ກໍ​ຢູ່ນີ້ ແລະ ຢາກ​ພົບ​ກັບ​​ທ່ານ.”

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ແລະ ໄດ້​ຖາມ​ວ່າ, “ເຈົ້າ​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ຢູ່ນີ້​ບໍ? ດຽວນີ້?”

ທ້າວ​ຣອດ ຕອບວ່າ, “ແມ່ນ​ແລ້ວ.”

ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ອອກ​ໄປ ແລະ ໄດ້​ເອີ້ນ​ໃຫ້​ຄອບ​ຄົວ​ອອກ​ມາ​ຈາກ​ຫ້ອງ​ຜະ​ນຶກ. ນາງ​ເບ​ຕີ, ລູກ​ສາວ, ​ແລະ ລູກ​ເຂີຍ ໄດ້​ມາ​ຫາ​ພວກ​ເຮົາ. ທ້າວ​ຣອດ​ໄດ້​ທັກ​ທາຍ​ນາງ​ເບ​ຕີ ​ດ້ວຍ​ການ​ໂອບກອດ, ຂອບ​ໃຈ​ນາງ​ທີ່​ມາ, ແລະ ແລ້ວ​ໄດ້​ແນະ​ນຳ​ຕົວຂ້າ​ພະ​ເຈົ້າ​ໃຫ້​ນາງ​ຮູ້ຈັກ. ທ້າວ​ຣອດ ໄດ້​ເວົ້າ​ວ່າ, “ປ້າ​ເບ​ຕີ, ນີ້​ແມ່ນ​ແອວ​ເດີ ເຣັນ​ລັນ. ເພິ່ນ​ເປັນ​ທ່ານ​ໝໍ ຜູ້​ດູ​ແລ​ຫົວ​ໃຈ​ຂອງ​ລູກ​ຊາຍ​ຂອງ​ປ້າ ມາ​ເປັນ​ເວ​ລາ​ດົນ​ນານ.” ນາງ​ໄດ້​ຍ່າງ​ຜ່ານຫ້ອງ​ມາ ແລະ ໄດ້​ໂອບກອດ​ຂ້າ​ພະ​ເຈົ້າ. ແລະ ໃນ​ຫລາຍ​ນາ​ທີ​ຈາກນັ້ນ, ໄດ້​ມີ​ການ​ໂອບກອດ ແລະ ນ້ຳ​ຕາ​ໄຫລ ດ້ວຍ​ຄວາມ​ສຸກ.

ຫລັງ​ຈາກ​ພວກ​ເຮົາ​ຕັ້ງ​ໃຈ​ໄດ້, ພວກ​ເຮົາ​ກໍ​ໄດ້​​ກັບ​ເຂົ້າ​ໄປ​ໃນ​ຫ້ອງ​ຜະ​ນຶກ, ບ່ອນ​ທີ່​ທ້າວ​ຣອດ ແລະ ນາງ​ຄິມ ໄດ້​ຜະ​ນຶກ​ເຂົ້າ​ກັນ ​ຊົ່ວ​ການ​ເວ​ລາ ແລະ ຊົ່ວນິ​ລັນ​ດອນ. ທ້າວ​ຣອດ, ນາງ​ຄິມ, ນາງ​ເບ​ຕີ, ແລະ ຂ້າ​ພະ​ເຈົ້າ ສາ​ມາດ​ເປັນ​ພະ​ຍານ​ໄດ້ວ່າ ສະ​ຫວັນ​ແມ່ນ​ຢູ່​ໃກ້ໆ, ວ່າ​ຄົນ​ຢູ່​ເບື້ອງນັ້ນ​ໄດ້​ມາ​ຮ່ວມ​ກັບ​ພວກ​ເຮົາ ໃນ​ມື້ນັ້ນ ຜູ້​ທີ່​ໄດ້​ຜ່ານ​ມ່ານ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ໄປ​ແລ້ວ.

ພຣະ​ເຈົ້າ, ໃນ​ຄວາມ​ສາ​ມາດ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ໄດ້​ຜະ​ນຶກ ແລະ ປິ່ນ​ປົວ​ບຸກ​ຄົນ ແລະ ຄອບ​ຄົວ ບໍ່​ວ່າເລື່ອງ​ໂສກ​ເສົ້າ, ການ​ສູນ​ເສຍ, ແລະ ຄວາມ​ລຳ​ບາກ ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ບາງ​ເທື່ອ ເຮົາ​ປຽບ​ທຽບ​ຄວາມ​ຮູ້​ສຶກ​ທີ່​ເຮົາ​ມີ ໃນ​ພຣະ​ວິ​ຫານ ກັບ​ການ​ໄດ້​ເຫັນ​ສະ​ຫວັນ​ແປບ​ໜຶ່ງ.13 ມື້ນັ້ນ ໃນ​ພຣະ​ວິ​ຫານ​ໂພຣ​ໂວ, ຂໍ້​ຄວາມ​ຂອງ​ທ່ານ ຊີ ແອັສ ຫລຸຍ ໄດ້​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ຊຶ້ງ​ຕໍ່​ຂ້າ​ພະ​ເຈົ້າ ທີ່​ວ່າ: “[ມະ​ນຸດ] ເວົ້າ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ໃນ​ທາງ​ໂລກ ວ່າ, ‘ບໍ່​ມີ​ຄວາມ​ສຸກ​ໃດ ທີ່​ຈະ​ມາ​ຊົດ​ເຊີຍ​ມັນ​ໄດ້,’ ໂດຍ​ທີ່ບໍ່​ຮູ້​ວ່າ​ສະ​ຫວັນ, ​ຊຶ່ງຄັ້ງ​ໜຶ່ງ​ເຄີຍ​ໄປ​ເຖິງ, ຈະ​ປ່ຽນ​ແປງ​ຄວາມ​ເຈັບ​ປວດ​ທີ່​ເຮົາ​ຮູ້​ສຶກ ລະ​ຫວ່າງ​ຊີ​ວິດ​ມະ​ຕະ ໃຫ້​ກາຍ​ເປັນ​ລັດ​ສະ​ໝີ​ພາບ. … ຜູ້​ທີ່​ໄດ້​ຮັບ​ພອນ​ຈະ​ກ່າວ​ວ່າ, ‘ພວກ​ເຮົາ​ບໍ່​ເຄີຍ​ອາ​ໄສ​ຢູ່​ບ່ອນ​ໃດ​ເລີຍ ນອກ​ຈາກ​ຢູ່​ໃນ​ສະ​ຫວັນ.’”14

ພຣະ​ເຈົ້າ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ຊ່ວຍ​ເຫລືອ, ແລະ ​ຍົກ​ເຮົາ​ຂຶ້ນ;15 ແລະ ພຣະ​ອົງ​ຈະ​ຊຳ​ລະ​ເຮົາ​ໃຫ້​ສະ​ອາດ ແລະ ພຣະ​ອົງ​ຈະ​ກຳ​ຈັດ​ຄວາມ​ທຸກ​ໃຈ​ຂອງ​ເຮົາ.16 ເມື່ອ​ເຮົາ​ຮວບ​ຮວມ​ປະ​ຫວັດ​ຄອບ​ຄົວ ແລະ ໄປ​ພຣະ​ວິ​ຫານ ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ພຣະ​ເຈົ້າ​ຈະ​ປະ​ທານ​ພອນ​ທີ່​ສັນ​ຍາ​ໄວ້ ໃຫ້​ທັນ​ທີແກ່​ທັງ​ສອງ​ຟາກ​ມ່ານ. ເໝືອນ​ກັນ​ນີ້, ເຮົາ​ໄດ້​ຮັບ​ພອນ ເມື່ອ​ເຮົາ​ຊ່ວຍ​ເຫລືອ​ຄົນ​ອື່ນ ໃນ​ຫວອດ ແລະ ໃນ​ສະ​ເຕກ​ຂອງ​ເຮົາ ໃຫ້​ເຮັດ​ຄື​ກັນ. ສະ​ມາ​ຊິກ​ຜູ້​ທີ່ບໍ່​ໄດ້​ອາ​ໄສ​ຢູ່​ໃກ້​ພຣະ​ວິ​ຫານ ກໍ​ສາ​ມາດ​ໄດ້​ຮັບ​ພອນ ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ, ການ​ຮວບ​ຮວມ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​​ຕົນ ສຳ​ລັບ​​ການ​ເຮັດພິ​ທີ​ການ ໃນ​ພຣະ​ວິ​ຫານ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຕືອນ​ວ່າ: “ເຮົາ​ອາດ​ໄດ້​ຮັບ​ການ​ດົນ​ໃຈ​ທຸກວັນ ຈາກ​ປະ​ສົບ​ການ​ຂອງ​ຄົນ​ອື່ນ ເລື່ອງ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ ທີ່​ເຂົາ​ເຈົ້າ​ມີ. ແຕ່​ເຮົາ​ຕ້ອງ​ເຮັດ​ບາງ​ສິ່ງ ​ເພື່ອ​ຈະ​ໄດ້​ມີ​ປະ​ສົບ​ການ​ທີ່​ຊື່ນ​ຊົມ​ ດ້ວຍ​ຕົວ​ເຮົາ​ເອງ.” ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນທ່ານ​ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ວ່າ​ຈະ​ເສຍ​ສະ​ລະ​ຫຍັງ​ແດ່, ແລະ—ສິ່ງ​ທີ່​ດີ​ແທ້​ຄື ການ​ເສຍ​ສະ​ລະ​ເວ​ລາ—ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ [ເພື່ອ] ເຮັດ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ ຫລາຍກວ່າ​ເກົ່າ.”17 ເມື່ອ​ທ່ານ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ, ທ່ານ​ຈະ​ຄົ້ນ​ພົບ, ຮວບ​ຮວມ, ແລະ ເຊື່ອມ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ເຂົ້າ​ກັນ. ນອກ​ເໜືອ​ຈາກນັ້ນ, ພອນ​ຈະ​ຫລັ່ງ​ໄຫລ​ມາ​ສູ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ ຄື​ກັນ​ກັບ​ແມ່​ນ້ຳ ທີ່​ເອ​ເຊ​ກຽນ​ໄດ້​ກ່າວ​ເຖິງ. ທ່ານ​ຈະ​ໄດ້​ຮັບການ​ປິ່ນ​ປົວ ສຳ​ລັບ​ສິ່ງ​ທີ່​ຕ້ອງ​ການ ການ​ປິ່ນ​ປົວ.

ອໍ​ສັນ ແລະ ພາ​ລີ ພະ​ແຣັດ ໄດ້​ປະ​ສົບ​​ກັບ​ການ​ປິ່ນ​ປົວ ແລະ ການ​ຜະ​ນຶກ ​ຊຶ່ງ​ມີ​ຜົນ​ກະ​ທົບ​ຕໍ່​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານຢ່າງ​ໄວ ໃນ​ຍຸກ​ສະ​ໄໝ​ນີ້. ນາງ​ເບ​ຕີ, ຄອບ​ຄົວ​ຂອງ​ນາງ, ແລະ ທ້າວ​​ຣອດ ໄດ້​ມີ​ປະ​ສົບ​ການ​ກັບ​​ສິ່ງນັ້ນ. ທ່ານ​ກໍ​ສາ​ມາດ​ມີ​ໄດ້ຄື​ກັນ. ຜ່ານ​ທາງ​ການ​​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ໄດ້​ສະ​ເໜີ​ທີ່​ຈະ​ປະ​ທານ​ພອນ​ໃຫ້​ທຸກ​ຄົນ, ທັງ​ຄົນ​ຕາຍ ແລະ ຄົນ​ເປັນ. ເພາະ​ພອນ​ເຫລົ່າ​ນີ້, ເຮົາ​ຈຶ່ງ​ພົບ​ເຫັນ​ວ່າ ເຮົາ, ໃນ​ການ​ປຽບ​ທຽບ, “ຈະ​ບໍ່​ເຄີຍ​ອາ​ໄສ​ຢູ່​ບ່ອນ​ໃດ​ເລີຍ ນອກ​ຈາກ … ຢູ່​ໃນ​ສະ​ຫວັນ.”18 ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Parley P. Pratt to Orson Pratt, May 25, 1853, Orson Pratt Family Collection, Church History Library, Salt Lake City; in Terryl L. Givens and Matthew J. Grow, Parley P. Pratt: The Apostle Paul of Mormonism (2011), 319.

  2. Orson Pratt to Parley P. Pratt, Mar. 10, 1853, Parley P. Pratt Collection, Church History Library, Salt Lake City; in Givens and Grow, Parley P. Pratt, 319.

  3. ດ້ວຍ​ກຽດ, ອໍ​ສັນ ພະ​ແຣັດ ບໍ່​ພຽງ​ແຕ່​ໄດ້​ຊ່ວຍ​ຈັດ​ພິມ​ປຶ້ມ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງວິວ​ລຽມ ພະ​ແຣັດ​ເທົ່າ​ນັ້ນ, ແຕ່ຫລາຍ​ປີ​ຈາກນັ້ນ, ໃນ​ປີ 1870, ອໍ​ສັນ ພະ​ແຣັດ ແລະ ຄອບ​ຄົວ​ຂອງ​ລາວ ຍັງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແທນ​ຜູ້​ຕາຍ​ຫລາຍກວ່າ 2,600 ຄົນ ຈາກ​ປຶ້ມນັ້ນ ຢູ່​ໃນ​ບ້ານຮັບ​ຂອງ​ປະ​ທານ​ສັກ​ສິດ ໃນ​ເມືອງ​ເຊົາ​ເລັກ (ເບິ່ງ Breck England, The Life and Thought of Orson Pratt [1985], 247).

  4. ເບິ່ງ Joseph Smith, History of the Church, 6:312–13.

  5. ເບິ່ງ “Names Submitted for Temple Ordinances,” First Presidency letter, Feb. 29, 2012. ບັນ​ພະ​ບຸ​ລຸດ ຊຶ່ງ​ລາຍ​ຊື່​ໄດ້​ຖືກ​ສົ່ງໄປ​ເພື່ອ​ໃຫ້​ຄົນ​ອື່ນເຮັດ​ພິ​ທີ​ແທນ​ຢູ່​ໃນ​ພຣະ​ວິ​ຫານ ຄວນ​ກ່ຽວ​ຂ້ອງ​ກັບ​ຜູ້​ສົ່ງ​ລາຍ​ຊື່​ໄປ. ໂດຍບໍ່​ມີການ​ຍົກ​ເວັ້ນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຄວນ​ສົ່ງ​ລາຍ​ຊື່​ຂອງ​ກຸ່ມ​ໃດ ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ, ດັ່ງ​ເຊັ່ນ​ຄົນ​ທີ່​ມີ​ຊື່​ສຽງ ແລະ ຊາວ​ຢິວ​ທີ່​ຖືກ​ທຳ​ລາຍ​ລ້າງ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

  6. ເບິ່ງ Dallin H. Oaks, “In Wisdom and Order,” Tambuli, Dec. 1989, 18–23; D. Todd Christofferson, “The Redemption of the Dead and the Testimony of Jesus,” Liahona, Jan. 2001, 10–13; Boyd K. Packer, “Your Family History: Getting Started,” Liahona, Aug. 2003, 12–17; Thomas S. Monson, “Constant Truths for Changing Times,” Liahona, May 2005, 19–22; Henry B. Eyring, “Hearts Bound Together,” Liahona, May 2005, 77–80; M. Russell Ballard, “Faith, Family, Facts, and Fruits,” Liahona, Nov. 2007, 25–27; Russell M. Nelson, “Salvation and Exaltation,” Liahona, May 2008, 7–10; Russell M. Nelson, “Generations Linked in Love,” Liahona, May 2010, 91–94; David A. Bednar, “The Hearts of the Children Shall Turn,” Liahona, Nov. 2011, 24–27; Richard G. Scott, “The Joy of Redeeming the Dead,” Liahona, Nov. 2012, 93–95; Quentin L. Cook, “Roots and Branches,” Liahona, May 2014, 44–48; Thomas S. Monson, “Hastening the Work,” Liahona, June 2014, 4–5; Henry B. Eyring, “The Promise of Hearts Turning,” Liahona, July 2014, 4–5; David A. Bednar, “Missionary, Family History, and Temple Work,” Liahona, Oct. 2014, 14–19; Neil L. Andersen, “‘My Days’ of Temples and Technology,” Liahona, Feb. 2015, 26–33; Neil L. Andersen, “Sharing the Temple Challenge,” Family Discovery Day, Feb. 2015, LDS.org; Quentin L. Cook, “The Joy of Family History Work,” Liahona, Feb. 2016, 22–27; Gary E. Stevenson, “Where Are the Keys and Authority of the Priesthood? Liahona, May 2016, 29–32; Dieter F. Uchtdorf, “In Praise of Those Who Save,” Liahona, May 2016, 77–80; Quentin L. Cook, “See Yourself in the Temple,” Liahona, May 2016, 97–101; Dale G. Renlund, Ruth L. Renlund, and Ashley R. Renlund, “Family History and Temple Blessings,” Liahona, Feb. 2017, 34–39; Dallin H. Oaks and Kristen M. Oaks, “Connected to Eternal Families,” Family Discovery Day, Mar. 2018, LDS.org.

  7. ເບິ່ງ Doctrine and Covenants 109:15.

  8. ເບິ່ງ Doctrine and Covenants 109:21.

  9. ເບິ່ງ Boyd K. Packer, “Balm of Gilead,” Ensign, Nov. 1987, 16–18; ເຢ​ເຣ​ມີ​ຢາ 8:22; 51:8.

  10. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.

  11. ເບິ່ງ ເອ​ເຊ​ກຽນ 40–47; Bible Dictionary, “ເອ​ເຊ​ກຽນ.”

  12. ເອ​ເຊ​ກຽນ 47:8–9.

  13. ເບິ່ງ Spencer W. Kimball, “Glimpses of Heaven,” Ensign, Dec. 1971, 36–37.

  14. C. S. Lewis, The Great Divorce: A Dream (2001), 69.

  15. ເບິ່ງ ເອ​ຊາ​ຢາ 41:10.

  16. ເບິ່ງ “How Firm a Foundation,” Hymns, no. 85.

  17. Russell M. Nelson and Wendy W. Nelson, “Open the Heavens through Temple and Family History Work,” Liahona, Oct. 2017, 19.

  18. Lewis, The Great Divorce, 69.