​2010–2019
ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ
ເດືອນ​ເມສາ 2018


ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ

ຄວາມ​ອ່ອນ​ໂຍນ​ຄື​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ໄຖ່ ແລະ ແຕກ​ຕ່າງ​ໂດຍ​ການ​ສະ​ແດງ​ຕອບ​ທີ່​ຊອບ​ທຳ, ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ, ແລະ ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມຕົນ​ເອງ​ໄດ້.

ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ກັບ​ໂອ​ກາດ​ທີ່​ສັກ​ສິດ ທີ່​ໄດ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ດ້ວຍ​ຄວາມ​ຈິງ​ໃຈ ຂ້າ​ພະ​ເຈົ້າ​ກໍ​ຂໍ​ຕ້ອນ​ຮັບ ແອວ​ເດີ ກອງ ແລະ ແອວ​ເດີ ໂຊ​ອາ​ເຣສ໌ ເຂົ້າ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຂອງ​ຊາຍ​ທີ່​ຊື່​ສັດ​ເຫລົ່າ​ນີ້ ຈະ​ເປັນ​ພອນ​ໃຫ້​ແກ່​ຫລາຍໆ​ຄົນ ແລະ ຄອບ​ຄົວ ຕະ​ຫລອດ​ທົ່ວ​ໂລກ, ແລະ ຂ້າ​ພະ​ເຈົ້າ​ກໍ​ຕື່ນ​ເຕັ້ນ ທີ່​ຈະ​ໄດ້​ຮັບ​ໃຊ້ຮ່ວມ​ກັບ​ພວກ​ເພິ່ນ ແລະ ຮຽນ​ຮູ້​ຈາກ​ພວກ​ເພິ່ນ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ ຫວັງ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ມາ​ສິດ​ສອນ ແລະ ໃຫ້​ຄວາມ​ຮູ້​ແກ່​ເຮົາ ໃນ​ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ນຳ​ກັນ ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ1 ຊຶ່ງ​ເຮົາ​ແຕ່​ລະ​ຄົນ ຄວນ​ພະ​ຍາ​ຍາມ​ເອົາ​ເປັນ​ແບບ​ຢ່າງ.

ຂ້າ​ພະ​ເຈົ້າ​ຈະ​ນຳ​ສະ​ເໜີ​ຫລາຍ​ຕົວ​ຢ່າງ ທີ່​ເປັນ​ຈຸດ​ເດັ່ນ​ຂອງ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ ກ່ອນ​ທີ່​ຈະ​ຊີ້ບອກ​ຄຸນ​ລັກ​ສະ​ນະ​ອັນ​ໃດ​ອັນ​ໜຶ່ງ​ໂດຍ​ສະ​ເພາະ ໃນ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ. ຂໍຈົ່ງ​ຮັບ​ຟັງ​ແຕ່​ລະຕົວ​ຢ່າງ ດ້ວຍ​ຄວາມລະ​ມັດ​ລະ​ວັງ ແລະ ພິ​ຈາ​ລະ​ນາ​ຄຳ​ຕອບ​ຕໍ່​ຄຳ​ຖາມນຳ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ຈະ​ຖາມ.

ຕົວ​ຢ່າງ​ທີ 1. ເສດ​ຖີ​ໜຸ່ມ ແລະ ແອມ​ມິວ​ເລັກ

ໃນ​ພຣະ​ຄຳ​ພີ​ໃໝ່, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເສດ​ຖີ​ໜຸ່ມ​ຄົນ​ໜຶ່ງ ຜູ້​ທີ່​ໄດ້ທູນໄດ້​ຖາມ​ພຣະ​ເຢ​ຊູ​ວ່າ, “ອາ​ຈານ​ເອີຍ, ຂ້າ​ນ້ອຍ​ຕ້ອງ​ເຮັດ​ຄວາມ​ດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?”2 ທຳ​ອິດ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ແນະ​ນຳ​ລາວ ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ. ຈາກນັ້ນ ພຣະ​ອາ​ຈານ​ໄດ້​ຂໍ​ຮ້ອງ​ຊາຍ​ໜຸ່ມ​ຕື່ມ​ອີກ ໃຫ້​ປ່ຽນສະ​ຖາ​ນະ​ພາບ​ການ​ເປັນ​ຢູ່​ຂອງ​ລາວ.

“ພຣະເຢຊູຕອບລາວວ່າ, ຖ້າ​ເຈົ້າ​ຢາກເປັນຜູ້ດີຄົບຖ້ວນ, ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກ​ທານ​ໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າ​ຈະມີຊັບສົມບັດໃນສະຫວັນ: ແລ້ວຈົ່ງຕາມເຮົາມາ.

“ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນນັ້ນ, ລາວ​ກໍ​ໜີ​ໄປ​ດ້ວຍ​ຄວາມ​ທຸກ​ໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ.”3

ໃຫ້​ປຽບ​ທຽບ​ຄຳ​ຕອບ​ຂອງ​ເສດ​ຖີ​ໜຸ່ມ ໃສ່​ກັບ​ປະ​ສົບ​ການ​ຂອງ​ແອມ​ມິວ​ເລັກ, ດັ່ງ​ທີ່​ຖືກ​ບັນ​ຍາຍ​ໄວ້​ຢູ່​ໃນ ພຣະ​ຄຳ​ພີ​ມໍ​ມອນ. ແອມ​ມິວ​ເລັກ ເປັນ​ຄົນ​ຂະ​ຫຍັນ ແລະ ຮັ່ງ​ມີ​ເປັນ​ດີ ໂດຍ​ມີ​ຍາດ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຢ່າງ​ຫລວງ​ຫລາຍ.4 ລາວ​ໄດ້​​ບັນ​ຍາຍ​ກ່ຽວ​ກັບ​ຕົວ​ເອງວ່າ ເປັນ​ຄົນທີ່​ໄດ້​ຖືກ​ເອີ້ນ​ຫລາຍ​ເທື່ອ ແຕ່ບໍ່​ຍອມ​ຮັບ; ເປັນ​ຄົນ​ທີ່​ຮູ້​ຫລາຍ​ສິ່ງ​ເລື່ອງ​ພຣະ​ເຈົ້າ ແຕ່ບໍ່​ຢາກ​ຮູ້.5 ແທ້​ຈິງ​ແລ້ວ ລາວ​ເປັນ​ຊາຍ​ທີ່​ດີ, ແຕ່​ແອມ​ມິວ​ເລັກ​ໄດ້​ຫຍຸ້ງ​ຢູ່​ກັບບັນ​ຫາ​ທາງ​ໂລກ​ ແບບ​ເສດ​ຖີ​ໜຸ່ມ ດັ່ງ​ທີ່​ຖືກ​ບັນ​ຍາຍ​ໄວ້ ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່.

ເຖິງ​ແມ່ນ​ວ່າ ແຕ່​ກ່ອນ​ລາວ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ, ແຕ່​ແອມ​ມິວ​ເລັກ​ໄດ້​ເຊື່ອ​ຟັງ​ສຽງ​ຂອງ​ທູດ​ອົງ​ໜຶ່ງ, ໄດ້​ຕ້ອນ​ຮັບ​​ສາດ​ສະ​ດາ​ແອວ​ມາ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ, ແລະ ໄດ້​ລ້ຽງ​ດູເພິ່ນ. ລາວໄດ້​ຖືກ​ປຸກ​ໃຫ້​ຕື່ນ​ທາງວິນ​ຍານ ລະ​ຫວ່າງ​ທີ່​ແອວ​ມາ​ພັກ​ຢູ່​​ນຳ​ລາວ ແລະ ໄດ້​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ. ແລ້ວແອມ​ມິວ​ເລັກ ໄດ້​ປະ​ຖິ້ມ “ຄຳ​ຂອງ​ລາວ, ແລະ ເງິນ, ແລະ ສິ່ງ​ທີ່​ມີ​ຄ່າ​ທັງ​ໝົດ​ຂອງ​ລາວ … ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, [ແລະ ໄດ້​ຖືກ] ໝູ່​ເພື່ອນ​ຂອງ​ລາວປະ​ຕິ​ເສດ​ ຕະ​ຫລອດ​ທັງ​ພໍ່ ແລະ ຍາດ​ພີ່​ນ້ອງ​ຂອງ​ລາວ​ດ້ວຍ.”6

ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ ລະ​ຫວ່າງ​ການ​ຕອບ​ຮັບ​ຂອງ​ເສດ​ຖີ​ໜຸ່ມ ແລະ ແອມ​ມິວ​ເລັກ?

ຕົວ​ຢ່າງ​ທີ 2. ເພ​ໂຮ​ຣັນ

ລະ​ຫວ່າງ​ໄລ​ຍະ​ສົງ​ຄາມທີ່​ສ່ຽງ​ໄພ​ຫລາຍ ຊຶ່ງ​ຖືກ​ບັນ​ຍາຍ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ສານ​ໄດ້​ຖືກ​ສົ່ງ​ຫາ​ກັນ​ລະ​ຫວ່າງ​ໂມ​ໂຣ​ໄນ, ຜູ້​ບັນ​ຊາ​ການ​ຂອງກອງ​ທັບ​ຊາວ​ນີ​ໄຟ, ແລະ ເພ​ໂຮ​ຣັນ, ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຜູ້​ປົກ​ຄອງ​ແຜ່ນ​ດິນ. ໂມ​ໂຣ​ໄນ, ໂດຍ​ທີ່ກອງ​ທັບ​ຂອງ​ເພິ່ນ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຫລາຍ ເພາະ​ຂາດ​ສິ່ງ​ເກື້ອ​ກູນ​ຈາກ​ຝ່າຍ​ລັດ​ຖະ​ບານ, ຈຶ່ງ​ໄດ້​ຂຽນ​ເຖິງ​ເພ​ໂຮ​ຣັນ “ເປັນ​ການ​ກ່າວ​ໂທດ”7 ແລະ ກ່າວ​ຫາ​ເພິ່ນ ແລະ ຜູ້​ນຳ​ຂອງ​ເພິ່ນ​ວ່າ ບໍ່​ເອົາ​ໃຈ​ໃສ່, ບໍ່​ເອົາ​​ຫົວ​ຊາ, ປະ​ປ່ອຍ, ແລະ ແມ່ນ​ແຕ່​ທໍ​ລະ​ຍົດ.8

ເພ​ໂຮ​ຣັນ​ສາ​ມາດ​ຄິດບໍ່​ພໍ​ໃຈ​ກັບໂມ​ໂຣ​ໄນ ໄດ້ຢ່າງ​ງ່າຍ​ດາຍ ແລະ ກັບ​ການ​ກ່າວ​ຫາ​ທີ່ບໍ່​ຖືກ​ຕ້ອງ​ຂອງ​ເພິ່ນ, ແຕ່​ເພິ່ນ​ກໍ​ບໍ່ໄດ້​ເຮັດ. ເພິ່ນ​ໄດ້​ຂຽນ​ສານ​ຕອບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ໄດ້​ບັນ​ຍາຍ​ເຖິງ​ການກະ​ບົດ​ຕໍ່​ຕ້ານ​ຝ່າຍ​ລັດ​ຖະ​ບານ ຊຶ່ງ​ໂມ​ໂຣ​ໄນ​ບໍ່​ຮູ້ຈັກ. ແລະ ແລ້ວ​ເພ​ໂຮ​ຣັນ​ໄດ້​ປະ​ກາດ​ວ່າ:

“ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ, ໂມ​ໂຣ​ໄນ, ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຊື່ນ​ຊົມ​ໃນ​ຄວາມ​ທຸກ​ຂອງ​ທ່ານ​ເລີຍ, ແທ້​ຈິງ​ແລ້ວ, ມັນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ຫລາຍ. …

“… ໃນ​ສານ​ຂອງ​ທ່ານນັ້ນ ທ່ານ​ຕຳ​ນິ​ຂ້າ​ພະ​ເຈົ້າ, ແຕ່​ກໍ​ບໍ່​ເປັນ​ຫຍັງ; ຂ້າ​ພະ​ເຈົ້າ​ບໍ່​ໃຈ​ຮ້າຍ​ເລີຍ, ແຕ່​ໄດ້​ປິ​ຕິ​ຍິນ​ດີ​ໃນ​ນ້ຳ​ໃຈ​ອັນ​ປະ​ເສີດ​ຂອງ​ທ່ານ.”9

ທ່ານ​ຄິດ​ວ່າ ​ສິ່ງ​ໃດ​ທີ່​ອະ​ທິ​ບາຍ​ຄຳ​ຕອບ​ຂອງ​ເພ​ໂຮ​ຣັນ ກ່ຽວ​ກັບຂໍ້​ກ່າວ​ຫາ​ຂອງ​ໂມ​ໂຣ​ໄນ?

ຕົວ​ຢ່າງ​ທີ 3. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ປະ​ທານເຮັນ​ຣີ ບີ ໄອ​ຣິງ

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເມື່ອ​ຫົກ​ເດືອນ​ມາ​ຜ່ານ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ບັນ​ຍາຍ​ເຖິງການ​ຕອບ​ຮັບ​ຂອງ​ເພິ່ນ​ ຕໍ່​ຄຳ​ເຊື້ອ​ເຊີນ​ຂອງປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໃຫ້​ສຶກ​ສາ, ໄຕ່​ຕອງ, ແລະ ນຳ​ໃຊ້​ຄວາມ​ຈິງ ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ. ໃນ​ບັນ​ດາ​ຫລາຍໆ​ສິ່ງ, ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ສິ່ງ​ທີ່​ພຣະ​ຄຳ​ພີ​ມໍມອນ ເປັນ, ສິ່ງ​ທີ່​ມັນ ຢືນ​ຢັນ ສິ່ງ​ທີ່ມັນ ພິສູດ, ສິ່ງ​ທີ່​ມັນ ບັນລຸ, ສິ່ງ​ທີ່​ມັນ ເຮັດ​ໃຫ້​ແຈ່ມ​ແຈ້ງ, ແລະ ສິ່ງ​ທີ່​ມັນ ເປີດ​ເຜີຍ. ເມື່ອ​ເຮົາ​ເບິ່ງ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການມອງ​ແບບນີ້ ຈຶ່ງ​ເປັນ​ການ​ເຝິກ​ຝົນ​ທີ່​ໃຫ້​ຄວາມ​ຮູ້ ແລະ ໃຫ້​ການ​ດົນ​ໃຈ​ຫລາຍ! ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ມັນ​ຕໍ່​ທ່ານ​ແຕ່​ລະ​ຄົນ.”10

ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ກໍ​ຄື​ກັນ ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານມອນ​ສັນ ຊຶ່ງມີ​ຄວາມ​ສຳ​ຄັນ​ຫລາຍ ໃນ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ:

“ຂ້າ​ພະ​ເຈົ້າໄດ້​ອ່ານ​ພຣະ​ຄຳ​ພີ​ມໍມອນທຸກ​ວັນ ເປັນ​ເວ​ລາຫລາຍກວ່າ 50 ປີ. ສະ​ນັ້ນ ບາງ​ທີຂ້າ​ພະ​ເຈົ້າອາດ​ຄິດ​ວ່າ ຖ້ອຍ​ຄຳ​ຂອງ​ປະທານ​ມອນສັນ ແມ່ນ​ສຳ​ລັບ​ຄົນ​ອື່ນ. ແຕ່, ເຊັ່ນ​ດຽວ​ກັບພວກ​ທ່ານຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຮູ້​ສຶກວ່າ ການ​ໃຫ້​ກຳ​ລັງ​ໃຈ​ຈາກ​ສາດ​ສະ​ດາ ແລະ ຄຳ​ສັນ​ຍາ​ຂອງ​ເພິ່ນ ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ ໃຫ້​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂຶ້ນ. …

“ຜົນ​ດີ​ສຳ​ລັບ​ຂ້າ​ພະ​ເຈົ້າ, ແລະ ສຳ​ລັບ​ພວກ​ທ່ານ​ຫລາຍ​ຄົນ, ກໍ​ໄດ້​ເປັນ​ດັ່ງ​ທີ່​ສາດ​ສະ​ດາ​ໄດ້​ສັນ​ຍາ​ໄວ້.”11

ທ່ານ​ຄິດ​ວ່າ ແມ່ນ​ຫຍັງ​ທີ່​ອະ​ທິ​ບາຍ​ເຖິງ​ການ​ຕອບ​ຮັບ​ທັນ​ທີ ແລະ ດ້ວຍ​ຄວາມ​ຈິງ​ໃຈ ຕໍ່​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານມອນ​ສັນ ໂດຍ​ຜູ້​ນຳ​ສອງ​ຄົນ​ເຫລົ່າ​ນັ້ນ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ຂ້າ​ພະ​ເຈົ້າ​ບໍ່​ໄດ້​ແນະ​ນຳ​ວ່າ ການ​ຕອບ​ຮັບ​ທີ່​ເຂັ້ມ​ແຂງ​ທາງວິນ​ຍານ​ຂອງ ແອມ​ມິວ​ເລັກ, ເພ​ໂຮ​ຣັນ, ປະ​ທານ​ແນວ​ສັນ, ແລະ ປະ​ທານ​ໄອ​ຣິງ ​ຖືກ​ອະ​ທິ​ບາຍ ໂດຍ​ພຽງ​ແຕ່​ຄຸນ​ສົມ​ບັດ​ທີ່​ເປັນ​ເໝືອນ​ພຣະ​ຄຣິດຢ່າງ​ດຽວ​ເທົ່າ​ນັ້ນ. ແນ່ນອນ, ຄຸນ​ລັກ​ສະ​ນະ​​ທີ່​ກ່ຽວ​ພັນ​ ແລະ ປະ​ສົບ​ການຫລາຍ​ຢ່າງ ທີ່​ນຳ​ໄປ​ສູ່​ຄວາມ​ເຕີບ​ໂຕທາງວິນ​ຍານ ແມ່ນ​ເຫັນ​ໄດ້​ຢູ່​ໃນ​ຊີ​ວິດ​ຂອງ​ຜູ້​ຮັບ​ໃຊ້​ທີ່​ມີ​ກຽດ​ທັງ​ສີ່​ຄົນ​ເຫລົ່າ​ນີ້. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງໄດ້​ເນັ້ນ​ຄຸນ​ສົມ​ບັດ​ທີ່​ສຳ​ຄັນ ຊຶ່ງ​ເຮົາ​ທຸກ​ຄົນ​ຕ້ອງ​ການ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຢ່າງ​ເຕັມ​ປ່ຽມ ແລະ ພະ​ຍາ​ຍາມ​ເອົາ​ລວມ​ເຂົ້າ​ໃນ​ຊີ​ວິດ​ຂອງ​ເຮົາ.

ຄວາມ​ອ່ອນໂຍນ

ຂໍ​ໃຫ້​ສັງ​ເກດ​ເບິ່ງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໄດ້​ໃຊ້​ເພື່ອ​ບັນ​ຍາຍ​ພຣະ​ອົງ​ເອງ ໃນ​ຂໍ້​ພຣະ​ຄຳພີ​ດັ່ງ​ຕໍ່​ໄປ​ນີ້: “ຈົ່ງຮັບເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ; ເພາະວ່າເຮົາມີ ໃຈ​ສຸ​ພາບ ແລະ ອ່ອນ​ຫວານ: ແລະ ພວກທ່ານຈະໄດ້ພົບການພັກຜ່ອນ.”12

ໃນ​ຄຳ​ແນະ​ນຳ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລືອກ​ທີ່​ຈະ​ເນັ້ນ​ເຖິງ​ຄວາມ​ອ່ອນ​ໂຍນ ຈາກ​ບັນ​ດາ​ຄຸນ​ລັກ​ສະ​ນະ ແລະ ຄຸນ​ນະ​ທຳທັງ​ໝົດ ທີ່​ພຣະ​ອົງ​ສາ​ມາດ​ເລືອກ.

ແບບ​ແຜນ​ທີ່​ຄ້າຍ​ຄື​ກັນ​ນີ້ ແມ່ນ​ເຫັນ​ໄດ້​​ຢູ່ໃນ​ການ​ເປີດ​ເຜີຍ ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຮັບ ໃນ​ປີ 1829. ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ວ່າ, “ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ພຣະ​ອົງ, ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ; ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ແລະ ເຮົາ​ຈະ​ມີ​ສັນ​ຕິ​ສຸກ​ໃນ​ພຣະ​ອົງ.”13

ຄວາມ​ອ່ອນ​ໂຍນ​ຄື​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ໄຖ່ ແລະ ແຕກ​ຕ່າງ​ໂດຍ​ການ​ສະ​ແດງ​ຕອບ​ທີ່​ຊອບ​ທຳ, ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ, ແລະ ​ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມຕົນ​ເອງ​ໄດ້. ຄຸນ​ສົມ​ບັດ​ນີ້ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ເຖິງ​ປິ​ຕິ​ກິ​ລິ​ຍາ​ຂອງ​ແອມ​ມິວ​ເລັກ, ເພ​ໂຮ​ຣັນ, ປະ​ທານ​ແນວ​ສັນ, ແລະ ປະ​ທານ​ໄອ​ຣິງ.

ຍົກ​ຕົວ​ຢ່າງ, ປະ​ທານ​ແນວ​ສັນ ແລະ ປະ​ທານ​ໄອ​ຣິງ ໄດ້​ຕອບ​ຮັບ​ຄຳ​ຊຸກ​ຍູ້​ຂອງ​ປະ​ທານມອນ​ສັນ ໃຫ້​ອ່ານ ແລະ ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ດ້ວຍ​ຄວາມ​ຊອບ​ທຳ ແລະ ​ຢ່າງວ່ອງ​ໄວ. ເຖິງ​ແມ່ນ​ວ່າ ເພິ່ນ​ທັງ​ສອງ​ໄດ້​ຮັບ​ໃຊ້​ຢູ່​ໃນ​ຕຳ​ແໜ່ງ​ທີ່​ສຳ​ຄັນ ແລະ ດັ່ງທີ່​​ເຫັນ ໃນ​ສາດ​ສະ​ໜາ​ຈັກ ​ແລະ ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ເຖິງ​ຖອງ ເປັນ​ເວ​ລາ​ຫລາຍ​ສິບ​ປີ, ແຕ່​ພວກ​ເພິ່ນ​ຍັງ​ສະ​ແດງ​ໃຫ້​ເຫັນ ໃນ​ການ​ຕອບ​ຮັບ​ຂອງ​ພວກ​ເພິ່ນ ທີ່ບໍ່​ລໍ​ຊ້າ ຫລື ​ຮູ້​ສຶກວ່າ​ຕົວ​ເອງ​ສຳ​ຄັນ.

ແອມ​ມິວ​ເລັກ​ກໍ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ໄດ້​ຮັບ​ເອົາ​ການ​ເອີ້ນ​ ທີ່​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ໄດ້​ປະ​ຖິ້ມຊີ​ວິດ​ທີ່​ສະ​ໜຸກ​ສຸກ​ສະ​ບາຍ ແລະ ​ຄວາມ​ສຳ​ພັນ​ກັບ​ຜູ້​ຄົນ​ທີ່​ລາວ​ຮູ້​ຈັກ. ແລະ ເພ​ໂຮ​ຣັນ​ໄດ້​ຮັບ​ພອນ​ດ້ວຍ​ທັດ​ສະ​ນະ ແລະ ​ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມ​ຕົວ​ເອງ ເພື່ອ​ປະ​ພຶດ ແທນ​ທີ່​ຈະ​ສະ​ແດງ​ອາ​ການ ດັ່ງ​ທີ່​ເພິ່ນ​ໄດ້​ອະ​ທິ​ບາຍ​ໃຫ້​ໂມ​ໂຣ​ໄນ​ຟັງ ເຖິງ​ການ​ທ້າ​ທາຍ​ທີ່​ເກີດ​ຂຶ້ນ​ຈາກ​ກຸ່ມ​ຕໍ່​ຕ້ານລັດ​ຖະ​ບານ.

ຄຸນ​ສົມ​ບັດ​ເໝືອນ​ດັ່ງ​ພຣະ​ຄຣິດ ເລື່ອງ​ຄວາມ​ອ່ອນ​ໂຍນ ມັກ​ຈະ​ຖືກ​ເຂົ້າ​ໃຈ​ຜິດ ຢູ່​ໃນ​ໂລກ​ສະ​ໄໝ​ຂອງ​ເຮົາ. ຄວາມ​ອ່ອນ​ໂຍນ​ເປັນ​ຄວາມ​ເຂັ້ມ​ແຂງ, ບໍ່​ແມ່ນ​ອ່ອນ​ແອ; ບໍ່​ຢູ່ບໍ່​ເຊົາ, ບໍ່​ແມ່ນ​ຢູ່​ລ້າໆ; ກ້າ​ຫານ, ບໍ່ແມ່ນຂີ້​ອາຍ; ສະ​ຫງົບ​ສະ​ຫງຽມ, ບໍ່​ແມ່ນເກີນ​ຂອບ​ເຂດ; ຮຽບ​ຮ້ອຍ, ບໍ່​ແມ່ນ​ໂລດ​ໂຜນ; ແລະ ມີ​​ມາ​ລະ​ຍາດ, ບໍ່​ແມ່ນອວດ​ດີ. ຄົນ​ອ່ອນ​ໂຍນ ບໍ່​ເປັນ​ຄົນ​ໃຈ​ຮ້າຍ​ໄວ, ອວດ​ອ້າງ, ຫລື ໂອ້ອວດ ແລະ ພ້ອມ​ທີ່​ຈະຮັບ​ຮູ້​ຄວາມ​ສຳ​ເລັດ​ຜົນ​ຂອງ​ຄົນ​ອື່ນ.

ໃນ​ຂະ​ນະ​ທີ່ ໂດຍ​ທົ່ວ​ໄປ​ແລ້ວ ຄວາມ​ຖ່ອມ​ຕົວ ໝາຍ​ເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ເຈົ້າ ແລະ ຄວາມ​ຕ້ອງ​ການ ການ​ຊີ້​ນຳ ແລະ ການ​ຊຸກ​ຍູ້​ຈາກ​ພຣະ​ອົງ​ສະ​ເໝີ, ແຕ່​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ດີເດັ່ນ​ຂອງ ຄວາມ​ອ່ອນ​ໂຍນ ແມ່ນການ​ຕຽມ​ພ້ອມ​​ທາງວິນ​ຍານ ທີ່​ຈະ​ຮັບ​ຟັງ ເພື່ອ​ຈະ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຈາກ​ຜູ້​ຄົນ ທີ່​ອາດ​ເບິ່ງ​ຄື​ວ່າ ມີ​ຄວາມ​ສາ​ມາດ, ປະ​ສົບ​ການ, ຫລື ການ​ສຶກ​ສາ​ໜ້ອຍກວ່າ​ຕົນ, ຜູ້​ອາດບໍ່​ມີ​ຕຳ​ແໜ່ງ​ທີ່​ສຳ​ຄັນ, ຫລື ຜູ້​ອາດ​ເບິ່ງ​ຄື​ວ່າ ບໍ່​ໄດ້​ມີ​ສ່ວນ​ຊ່ວຍ​ຫລາຍ​ແນວ​ໃດ. ຄື​ກັນ​ກັບ ນາ​ອາ​ມານ, ຜູ້​ບັນ​ຊາ​ການກອງ​ທັບ​ຊີ​ເຣຍ, ໄດ້ເອົາ​ຊະ​ນະ​ຄວາມ​ທະ​ນົງ​ຕົວ ແລະ ໄດ້​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ດ້ວຍ​ຄວາມ​ອ່ອນໂຍນ ແລະ ເຊື່ອ​ຟັງ​ຄຳ​ຂອງ​ສາດ​ສະ​ດາ​ເອ​​ລີ​ຊາ ແລະ ໄດ້ລົງ​ໄປ​ລ້າງ​ຕົວ​ໃນ​ແມ່​ນ້ຳ​ຈໍ​ແດນເຈັດ​ເທື່ອ.14 ຄວາມ​ອ່ອນ​ໂຍນ​ເປັນ​ຫລັກ​ທຳ​ທີ່​ສຳ​ຄັນ ໃນ​ການ​ປ້ອງ​ກັນ​ຕົວ​ບໍ່​ໃຫ້​ທະ​ນົງ​ຕົວ ຊຶ່ງ​ມັກ​ເກີດ​ຈາກ​ຊື່​ສຽງ, ຕຳ​ແໜ່ງ, ອຳ​ນາດ, ຄວາມ​ຮັ່ງ​ມີ, ແລະ ຄຳ​ຍ້ອງ​ຍໍ.

ຄວາມ​ອ່ອນ​ໂຍນ—ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄິດ ແລະ ຂອງ​ປະ​ທານ​ທາງວິນ​ຍານ

ຄວາມ​ອ່ອນ​ໂຍນ​ແມ່ນ​ຄຸນ​ລັກ​ສະ​ນະ ທີ່​ພັດ​ທະ​ນາ​ຜ່ານ​ທາງ​ຄວາມ​ປາດ​ຖະ​ໜາ, ການ​ໃຊ້​ອຳ​ເພີ​ໃຈ​​ທາງ​ສິນ​ທຳ ຢ່າງ​ຊອບ​ທຳ, ແລະ ຄວາມ​ພະ​ຍາ​ຍາມ​ສະ​ເໝີ ເພື່ອຈະ​ໄດ້​ຮັບ​ການ​ປົດ​ບາບ.15 ມັນ​ກໍ​ຍັງ​ເປັນ​ຂອງ​ປະ​ທານ​ທາງວິນ​ຍານ​ນຳ​ອີກ ອັນ​ທີ່​ເໝາະ​ສົມ ທີ່​ເຮົາ​ສາ​ມາດ​ສະ​ແຫວງ​ຫາ.16 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຄວນ​ຈື່​ຈຳຈຸດ​ປະ​ສົງ ຊຶ່ງ​ພອນ​ໄດ້​ຖືກ​ປະ​ທານ​ໃຫ້, ແມ່ນ​ແຕ່​ເພື່ອ​ເປັນ​ຜົນ​ປະ​ໂຫຍດ ແລະ ເພື່ອ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ.17

ເມື່ອ​ເຮົາ​ມາ​ຫາ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈະກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນເລື້ອຍໆ. ເຮົາ​ມີ​ພຣະ​ວິນ​ຍານ​ທີ່​ມີ​ພະ​ລັງ ພ້ອມ​ດ້ວຍ​ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມ​ຕົວ​ເອງ ແລະ ສາ​ມາດ​ສະ​ຫງົບ​ອາ​ລົມ ແລະ ເຮັດໃຈ​ເຢັນ​ໄດ້. ດັ່ງ​ນັ້ນ, ຄວາມ​ອ່ອນ​ໂຍນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອາ​ຈານ ແລະ ບໍ່​ແມ່ນ​ພຽງ​ແຕ່ສິ່ງ​ທີ່​ເຮົາ​ກະ​ທຳ​ເທົ່າ​ນັ້ນ.

“ໂມ​ເຊ ໄດ້​ຮັບ​ການ​ສິດ​ສອນ​ຮຽນ​ຮູ້ ໃນ​ວິ​ຊາ​ການ​ທຸກ​ຢ່າງ​ຂອງ​ຊາວ​ເອ​ຢິບ ແລະ ກາຍ​ເປັນ​ຜູ້​ມີ​ຄວາມ​ສາ​ມາດ​ໃນ​ຄຳ​ເວົ້າ​ຈາ ແລະ ການ​ກະ​ທຳ.”18 ແຕ່​ເພິ່ນ “ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົວທີ່​ສຸດ, ກວ່າ​ທຸກໆ​ຄົນ​ໃນ​ເທິງ​ແຜ່ນ​ດິນ​ໂລກນີ້.”19 ຄວາມ​ຮູ້ ແລະ ຄວາມ​ຊຳ​ນານຂອງ​ເພິ່ນ ອາດສາ​ມາດ​ເຮັດ​ໃຫ້​ເພິ່ນ​ກາຍ​ເປັນ​ຄົນ​ທະນົງ​ຕົວ​ໄດ້. ແຕ່​ເພາະຄຸນ​ລັກ​ສະ​ນະ ແລະ ຂອງ​ປະ​ທານ​ທາງວິນ​ຍານ ຂອງ​ຄວາມ​ອ່ອນ​ໂຍນ ເພິ່ນ​ຈຶ່ງ​ບໍ່​ອວດ​ດີ ແລະ ໂມ​ເຊ​ໄດ້​ກາຍ​ເປັນ​ເຄື່ອງ​ມື ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ພຣະ​ອາ​ຈານ​ເປັນ​ຕົວ​ຢ່າງ​ຂອງ​ຄວາມ​​ອ່ອນ​ໂຍນ

ຕົວ​ຢ່າງ​ທີ່​ງົດ​ງາມ ແລະ ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ ຂອງ​ຄວາມ​ອ່ອນ​ໂຍນ ແມ່ນ​ພົບ​ເຫັນ​ຢູ່​ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດເອງ.

ພຣະ​ຜູ້​ໄຖ່​ທີ່​ຍິ່ງ​ໃຫຍ່, ຜູ້ “ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ”20 ແລະ ຮັບ​ທຸກ​ທໍ​ລະ​ມານ, ຫລັ່ງ​ໂລ​ຫິດ, ແລະ ສິ້ນ​ພຣະ​ຊົນ “ເພື່ອ ຊຳ​ລະ​ລ້າງ ເຮົາ ຈາກການ​ອະ​ທຳ​ຈົນໝົດສິ້ນ,”21 ໄດ້ລ້າງ ຝຸ່ນ​ຈາກ​ຕີນ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ຮັກ.22 ຄວາມ​ອ່ອນ​ໂຍນ​ເຊັ່ນ​ນັ້ນ ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ໂດດ​ເດັ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ທີ່​ເປັນ​ທັງ​ຜູ້​ຮັບ​ໃຊ້ ແລະ ເປັນຜູ້​ນຳ.

ພຣະ​ເຢ​ຊູ​ໄດ້​ຈັດ​ຕັ້ງຕົວ​ຢ່າງ​ອັນ​ສູງ​ສຸດ​ໄວ້ ເຖິງ​ການ​ຕອບ​ຮັບ ແລະ ຄວາມ​ເຕັມ​ໃຈ​ທີ່ຊອບ​ທຳ ດ້ວຍ​ຄວາມ​ຍິນຍອມ ເມື່ອ​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ອັນ​ແສນ​ສາ​ຫັດ ຢູ່​ທີ່​ເຄັດ​ເຊ​ມາ​ເນ.

“ເມື່ອ​ມາ​ເຖິງ​ທີ່ນັ້ນ​ແລ້ວ ພຣະ​ອົງ​ກໍ​ກ່າວ​ກັບ [ສາ​ນຸ​ສິດ​ຂອງ​ພຣະ​ອົງ], ວ່າ​ຈົ່ງ​ອະ​ທິ​ຖານ​ຢູ່ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ຕົກ​ໃນ​ການ​ທົດ​ລອງ.

“ແລ້ວ​ພຣະ​ອົງ … ຄຸ​ເຂົ່າ​ລົງ, ແລະ ອະ​ທິ​ຖານ,

“ກ່າວ​ວ່າ, ພຣະ​ບິ​ດາ​ເອີຍ ຖ້າ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍ​ດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ.”23

ຄວາມ​ອ່ອນ​ໂຍນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ປະ​ສົບ​ການ​​ທີ່​ສຳ​ຄັນ​ອັນ​​ເປັນ​ນິດ ແລະ ເຈັບ​ປວດ​ຫລາຍ​ທີ່​ສຸດນີ້ ສະ​ແດງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ ທີ່​ຈະ​ໃຫ້​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ ເກີນກວ່າ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ເຮົາ.

ຄວາມ​ເຕັມ​ພຣະ​ໄທ​ທີ່​ຈະ​ຍິນຍອມ​ຢູ່​ສະ​ເໝີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມ​ພຣະ​ອົງ​ເອງ ເປັນ​ສິ່ງ​ໃຫ້​ການ​ດົນ​ໃຈ ແລະ ໃຫ້​ຄວາມ​ຮູ້​ແກ່​ເຮົາ​ທັງ​ປວງ. ເມື່ອ​ກຸ່ມ​ເຈົ້າ​ໜ້າ​ທີ່​ຍາມ​ພຣະ​ວິ​ຫານ ແລະ ພວກ​ທະ​ຫານ​ຊາວ​ໂຣມ ໄດ້​ມາ​ທີ່​ເຄັດ​ເຊ​ມາ​ເນ ເພື່ອ​ຈັບ​​ພຣະ​ເຢ​ຊູ, ເປ​ໂຕ​ໄດ້​ຖອດ​ດາບ​ອອກ​ ຟັນ​ຄົນ​ຮັບ​ໃຊ້​ຜູ້​ໜຶ່ງ​ຂອງ​ມະ​ຫາ​ປະ​ໂລ​ຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ.24 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແຕະ​ຫູ​ຂອງ​ຄົນຮັບ​ໃຊ້ ແລະ ລາວ​ໄດ້​ຫາຍ​ດີ.25 ໃຫ້​ເຮົາ​ສັງ​ເກດ​ເຫັນ​ວ່າ ພຣະ​ອົງ​ໄດ້​ເອື້ອມ​ອອກ​ໄປ ແລະ ໃຫ້​ພອນ​ແກ່​ຜູ້​ທີ່​ຈະ​ມາ​ຈັບ​ພຣະ​ອົງ ໂດຍ​ໃຊ້​ອຳ​ນາດ​ແຫ່ງ​ສະ​ຫວັນ​ອັນ​ດຽວ​ກັນ​ນັ້ນ ທີ່​ສາ​ມາດ​​ປົກປ້ອງ​ພຣະ​ອົງ​ຈາກ​ການ​ຖືກ​ຈັບ​ກຸມ ແລະ ຖືກ​ຄຶງ.

ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ອີກ ເຖິງວິ​ທີ​ທີ່​ພຣະ​ອາ​ຈານ​ຖືກ​ກ່າວ​ຫາ ແລະ ຖືກ​ຕັດ​ສິນ ຢູ່​ຕໍ່​ໜ້າ​ປີ​ລາດ ເພື່ອ​ໃຫ້​ນຳ​ໄປ​ຄຶງ.26 ພຣະ​ເຢ​ຊູ​ໄດ້​ປະ​ກາດ ລະ​ຫວ່າງ​ທີ່​ຖືກ​ທໍ​ລະ​ຍົດ​ວ່າ “ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ເອີ້ນ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ​ໃຫ້​ຊ່ວຍ​ເຫລືອ​ໄດ້, ແລະ ໃນ​ທັນ​ທີ​ພຣະ​ອົງ​ຈະ​ໃຊ້​ເຫລົ່າ​ທູດ​ຫລາຍກວ່າ​ສິບ​ສອງກອງ​ທັບ​ມາ​ຊ່ວຍ​ເຮົາ?”27 ແຕ່ກົງ​ກັນ​ຂ້າມ “ຜູ້ພິ​ພາກ​ສານິ​ລັນ​ດອນ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ”28 ໄດ້​ຖືກ​ຕັດ​ສິນ ຢູ່​ຕໍ່​ໜ້າ​ຜູ້​ປົກ​ຄອງ​ຊາວ​ໂຣມ. “ແລະ [ພຣະ​ເຢ​ຊູ] ບໍ່​ຕອບ​ຈັກ​ຄຳ; ຈົນ​ຜູ້​ປົກ​ຄອງ​ປະ​ຫລາດ​ໃຈ​ຫລາຍ.”29 ຄວາມ​ອ່ອນ​ໂຍນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ ເປັນ​ຫລັກ​ຖານ​ເຖິງ​ການ​ຕອບ​ຮັບ​ຢ່າງ​ມີ​ວິ​ໄນ, ຢັບ​ຢັ້ງ​ຕົວ​ໄດ້, ແລະ ບໍ່​ຍອມໃຊ້​ລິດ​ອຳ​ນາດຂອງ​ພຣະ​ອົງ ເພື່ອ​ເປັນ​ຜົນ​ປະ​ໂຫຍດ​ສຳ​ລັບ​ຕົວ​ເອງ.

ຄຳສັນຍາ ແລະ ປະຈັກພະຍານ

ມໍ​ມອນ​ຊີ້ບອກ​ເຖິງ​ຄວາມ​ອ່ອນ​ໂຍນ ວ່າ​ເປັນ​ຮາກ​ຖານ ຊຶ່ງ​ຈາກ​ຮາກ​ຖານ​ດັ່ງ​ກ່າວ ​ຄວາມ​ສາ​ມາດ​ທາງວິນ​ຍານ​ ແລະ ຂອງ​ປະ​ທານ​ທັງ​ໝົດ ໄດ້​ມີ​ມາ.

“ດັ່ງນັ້ນ, ຖ້າ​ຫາກ​ຜູ້​ໃດ​ມີ​ສັດທາ​ກໍ​ຈຳ​ຕ້ອງ​ມີ​ຄວາມ​ຫວັງ; ເພາະວ່າ​ປາດສະ​ຈາກ​ສັດທາ​ຈະ​ມີ​ຄວາມ​ຫວັງ​ບໍ່​ໄດ້​ເລີຍ.

“ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເບິ່ງ​ຂ້າພະ​ເຈົ້າກ່າວ​ກັບ​ທ່ານ​ວ່າ ມະນຸດ​ຈະ​ມີ​ສັດທາ ແລະ ຄວາມຫວັງ​ບໍ່​ໄດ້, ນອກ​ຈາກ​ວ່າ​ເຂົາ​ຈະ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.

“ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ສັດທາ ແລະ ຄວາມ​ຫວັງ​ຂອງ​ເຂົາ​ກໍ​ບໍ່​ມີ​ປະ​ໂຫຍດ ເພາະວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ນອກ​ຈາກ​ຜູ້​ທີ່​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ, ແລະ ຖ້າ​ຫາກ​ຜູ້​ໃດ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ, ແລະ ສາລະພາບ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ວ່າ​ພຣະ​ເຢຊູ​ຄື ພຣະ​ຄຣິດ, ຜູ້​ນັ້ນ​ຕ້ອງ​ມີ​ຄວາມ​ໃຈ​ບຸນ, ເພາະ​ຖ້າ​ຫາກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ເຂົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ; ດັ່ງນັ້ນ ເຂົາ​ຕ້ອງ​ມີ​ຄວາມ​ໃຈ​ບຸນ.”30

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ, “ຄົນທີ່​ອ່ອນ​ໂຍນ​ຍ່ອມເປັນ​ສຸກ: ເພາະວ່າ​ເຂົາຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມູນ​ມໍ​ລະ​ດົກ”31 ຄວາມ​ອ່ອນ​ໂຍນ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ຂອງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ສາ​ມາດ​ໄດ້​ຮັບ ແລະ ພັດ​ທະ​ນາ​ ໃນ​ຊີ​ວິດ​ຂອງ​ເຮົາ ເພາະ ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ຜູ້​ໄຖ່ ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ແລະ ຊົງ​ພຣະ​ຊົນຢູ່​ຂອງ​ເຮົາ. ແລະ ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ນຳ​ພາ, ປົກ​ປ້ອງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ເມື່ອ​ເຮົາ​ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ປະ​ກາດ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ຄຳ​ສັນ​ຍາ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.