​2010–2019
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດ້ວຍ​ອຳ​ນາດ ແລະ ສິດອຳນາດຂອງພຣະເຈົ້າ
ເດືອນ​ເມສາ 2018


ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດ້ວຍ​ອຳ​ນາດ ແລະ ສິດອຳນາດຂອງພຣະເຈົ້າ

ເຮົາ​ຈະ​ປະ​ຕິ​ບັດສາດ​ສະ​ໜາ​ກິດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ, ແລະ ດ້ວຍ​​ຄວາມ​ຮັກ​ທີ່​ມີ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຂອບ​ໃຈ​ຫລາຍໆ ສຳ​ລັບ​ການ​ອຸ​ທິດ​ຕົນ​ຂອງ​ທ່ານ​ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ຊ່າງ​ເປັນ​ສິ່ງ​ຊື່ນ​ຊົມ​ຫລາຍ ທີ່​ໄດ້​ມາ​ຮ່ວມກັບທ່ານ. ໃນ​ຖາ​ນະ​ທີ່​ເປັນ​ຝ່າຍ​ປະ​ທາງ​ສູງ​ສຸດ​ກຸ່ມ​ໃໝ່, ພວກ​ເຮົາ​ຂໍ​ຂອບ​ໃຈ​ທ່ານ ສຳ​ລັບ​ການ​ອະ​ທິ​ຖານ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຊີ​ວິດ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ການ​ອຸ​ທິດ​ຕົນ​ຕໍ່​ໜ້າ​ທີ່ ແລະ ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ​ຂອງ​ທ່ານ ມີ​ຄວາມ​ສຳ​ຄັນ​ຫລາຍ ໃນ​ການ​ເອີ້ນ​ຂອງ​ທ່ານ ເທົ່າໆ​ກັບ​ການ​ເອີ້ນ​ຂອງ​ພວກ​ເຮົາ. ຕະ​ຫລອດ​ຊົ່ວ​ຊີ​ວິດ​ແຫ່ງ​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ມັນ​ບໍ່​ສຳ​ຄັນ​ວ່າ​ເຮົາ​ຮັບ​ໃຊ້ ຢູ່​ໃສ. ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສົນ​ພຣະ​ໄທ​ແມ່ນ ເຮົາ​ຮັບ​ໃຊ້​ດ້ວຍ ວິ​ທີ​ໃດ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ຊຶ້ງ​ຕໍ່​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ, ຜູ້​ໄດ້​ເປັນ​ຕົວ​ຢ່າງ ແກ່​ຂ້າ​ພະ​ເຈົ້າ ມາ​ຫລາຍກວ່າ 50 ປີ​ແລ້ວ. ແລະ ສຳ​ລັບ​ທີ່​ປຶກ​ສາ​ຂອງ​ເພິ່ນ, ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ແລະ ປະ​ທານ​ດີ​ເດີ ແອັຟ ອຸກດອບ, ທີ່​ຂ້າ​ພະ​ເຈົ້າ​ສັນ​ລະ​ເສີນ​ແທ້ໆ. ຂ້າ​ພະ​ເຈົ້າ​ຂໍ​ຍ້ອງ​ຍໍ​​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ. ຜູ້​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ທັງ​ສອງ​ທ່ານນີ້ ໄດ້​ຮັບ​ການ​ມອບ​ໝາຍ​ໃໝ່. ພວກ​ເພິ່ນ​ໄດ້​ສືບ​ຕໍ່​ຮັບ​ໃຊ້​ດ້ວຍ​ຄວາມ​ຫ້າວ​ຫັນ ແລະ ຄວາມຕັ້ງ​ໃຈ. ຂ້າ​ພະ​ເຈົ້າ​ໃຫ້​ກຽດ ແລະ ຮັກ​ພວກ​ເພິ່ນ​ທັງ​ສອງ.

ມັນ​ເປັນ​ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍ ທີ່​ໄດ້​ຮັບ​ໃຊ້ ໃນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ມີ​ສິດ​ອຳ​ນາດ ແລະ ອຳ​ນາດຂອງ​ພຣະ​ອົງ​ຢູ່​ດ້ວຍ. ການ​ຟື້ນ​ຟູ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ຮ່ວມ​ທັງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ໄດ້​ເປັນ​ພອນ​ທາງວິນ​ຍານອັນ​ຍິ່ງ​ໃຫຍ່​ທີ່​ສຸດ ໃຫ້​ແກ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ມີ​ຄ່າ​ຄວນ. ພວກ​ເຮົາ​ເຫັນ​ພອນ​ເຫລົ່າ​ນັ້ນຫລັ່ງ​ໄຫລ​ມາ​ສູ່​ຜູ້​ຍິງ, ຜູ້​ຊາຍ, ແລະ ເດັກ​ນ້ອຍ ຕະ​ຫລອດ​ທົ່ວ​ໂລກ.

ພວກ​ເຮົາ​ເຫັນ​ສະ​ຕີທີ່​ຊື່​ສັດ ຜູ້​ເຂົ້າ​ໃຈ​ອຳ​ນາດ ທີ່​ມາ​ກັບ​ການ​ເອີ້ນ​ຂອງ​ພວກ​ນາງ ແລະ ໃນ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ພວກ​ນາງ ແລະ ໃນ​ພິ​ທີ​ການ​ອື່ນໆ​ໃນ​ພຣະ​ວິ​ຫານ. ສະຕີ​ເຫລົ່າ​ນີ້ ຮູ້ຈັກເອີ້ນຫາອຳນາດຈາກສະຫວັນ ເພື່ອໃຫ້ມາປົກປ້ອງ ແລະ ເພີ່ມພະລັງໃຫ້ສາ​​ມີ, ລູກໆ​ຂອງ​ພວກ​ນາງ ແລະ ຄົນ​ອື່ນໆ ທີ່​ພວກ​ນາງ​ຮັກ. ພວກ​ນາງ​ເປັນ​ສະ​ຕີ​ທີ່​ເຂັ້ມ​ແຂງ​ທາງວິນ​ຍານ ຜູ້​ນຳ​ພາ, ສິດ​ສອນ, ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຢ່າງບໍ່​ຢ້ານ​ກົວ ໃນ​ການ​ເອີ້ນ​ຂອງ​ຕົນ ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ!1 ຂ້າ​ພະ​ເຈົ້າ​ຂໍ​ຂອບ​ພຣະ​ໄທ​ສຳ​ລັບ​ພວກ​ນາງ!

ເຊັ່ນ​ດຽວ​ກັນ​, ພວກ​ເຮົາ​ກໍ​ເຫັນ​ຊາຍ​ທີ່​ຊື່​ສັດ ຜູ້​ດຳ​ລົງ​ຊີ​ວິດ​ຕາມ​ສິດ​ທິ​ພິ​ເສດ ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ. ເຂົາ​ເຈົ້າ​ນຳ​ພາ ແລະ ຮັບ​ໃຊ້ ໂດຍ​ການ​ເສຍ​ສະ​ລະ ໃນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ຮັກ, ດ້ວຍຄວາມ​ເມດ​ຕາ​ກະ​ລຸ​ນາ, ແລະ ​ດ້ວຍ​ຄວາມ​ອົດ​ທົນ. ເຂົາ​ເຈົ້າ​ໃຫ້​ພອນ, ນຳ​ພາ, ປົກ​ປ້ອງ, ເພີ່ມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ຄົນ​ອື່ນ ໂດຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ເຂົາ​ເຈົ້າ​ມີ​ຢູ່. ເຂົາ​ເຈົ້າ​ນຳ​ການ​ມະ​ຫັດ​ສະ​ຈັນ​ມາ​ໃຫ້​ຜູ້​ທີ່ເຂົາ​ເຈົ້າ​ຮັບ​ໃຊ້ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັກ​ສາ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ຂອງ​ຕົນ ໃຫ້​ປອດ​ໄພ. ເຂົາ​ເຈົ້າ​ຫລີກ​ລ້ຽງ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ເປັນ​ແອວ​ເດີ​ທີ່​ເຂັ້ມ​ແຂງໃນ​ອິດ​ສະ​ຣາ​ເອນ.2 ຂ້າ​ພະ​ເຈົ້າ​ຂໍ​ຂອບ​ພຣະ​ໄທ​ສຳ​ລັບ​ເຂົາ​ເຈົ້າ!

ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວກ່ຽວ​ກັບ​​ຄວາມ​ເປັນ​ຫ່ວງ? ແມ່ນ​ແນວນີ້: ມີ​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ຄົນ ທີ່ບໍ່​ເຂົ້າ​ໃຈ​​ຄວາມ​ໝາຍ​ຂອງອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​​ປະ​ໂລ​ຫິດ. ເຂົາ​ເຈົ້າ​ປະ​ພຶດ​ຕົນ​ຄື​ກັບ​ວ່າ ເຂົາ​ເຈົ້າ​ຢາກ​ເຮັດ​ຕາມ​ຄວາມ​ເຫັນ​ແກ່​ຕົວ ແລະ ຄວາມ​ຢາກ​ໄດ້​ຂອງ​ຕົນເອງ ແທນ​ທີ່​ຈະ​ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຢ້ານ​ວ່າ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ຫລາຍ​ຄົນ ຈະ​ບໍ່​ຍຶດ​ເອົາ​ສິດ​ທິ​ພິ​ເສດ ທີ່​ສາ​ມາດ​ເປັນ​ຂອງ​ເຂົາ​ເຈົ້າ​ໄດ້.3 ອ້າຍ​ນ້ອງ​ບາງ​ຄົນ​ຂອງ​ພວກ​ເຮົາ, ຍົກ​ຕົວ​ຢ່າງ, ປະ​ພຶດ​ຕົນ​ຄື​ກັບ​ວ່າ ບໍ່​ເຂົ້າ​ໃຈວ່າ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ຫຍັງ ແລະ ມັນ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ເຮັດ​ຫຍັງ​ໄດ້​ແດ່. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​​ເຖິງສອງ​ສາມ​ຕົວ​ຢ່າງ.

ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ສິນ​ລະ​ລຶກ ຊຶ່ງມື້ນັ້ນ​ຈະມີ​ການ​ໃຫ້​ພອນ ຕັ້ງ​ຊື່​ແກ່​ເດັກ​ນ້ອຍ​ເກີດ​ໃໝ່ ​ແລະ ຮັບ​ພອນ​ຈາກ​ພໍ່. ພໍ່​ໜຸ່ມ​ໄດ້​ຍົກ​ລູກ​ນ້ອຍ​ຂອງ​ລາວ, ຕັ້ງ​ຊື່, ແລະ ກ່າວ ຄຳ​ອະ​ທິ​ຖານ ທີ່​ດີ​ເລີດ. ແຕ່​ລາວ ບໍ່​ໄດ້ ມອບ​ພອນ​ໃຫ້​ລູກ. ນາງ​ນ້ອຍ​ຄົນ​ນັ້ນ ໄດ້​ຮັບ​ຊື່​ ແຕ່​ບໍ່​ໄດ້​ຮັບ​ພອນ! ແອວ​ເດີ​ຄົນ​ນັ້ນ​ບໍ່​ຮູ້​ຄວາມ​ແຕກ​ຕ່າງ​ລະ​ຫວ່າງຄຳ​ອະ​ທິ​ຖານ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ດ້ວຍ​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ, ລາວ​ສາ​ມາດ​ໃຫ້​ພອນ​ແກ່​ລູກ​ນ້ອຍ, ແຕ່​ລາວບໍ່​ໄດ້​ເຮັດ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຢູ່​ໃນ​ໃຈ​ວ່າ, “ເສຍ​ໂອ​ກາດ​ໄປ​ລ້າໆ!”

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ບາງຕົວ​ຢ່າງ​ອື່ນ​ອີກ. ພວກ​ເຮົາ​ຮູ້​ກ່ຽວ​ກັບ​ອ້າຍ​ນ້ອງ​ຜູ້​ແຕ່ງ​ຕັ້ງ​​ເອື້ອຍ​ນ້ອງ​ເປັນ​ທາງ​ການ ໃຫ້​ເປັນ​ຜູ້​ນຳ​ອົງ​ການ​ປະ​ຖົມ​ໄວ, ກຸ່ມ​​ຍິງໜຸ່ມ, ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ເປັນ​ຄູ​ສອນ ແຕ່ບໍ່​ໄດ້​ໃຫ້​ພອນ​ແກ່​ພວກ​ນາງ—ໃຫ້​ພອນດ້ວຍ​ອຳ​ນາດ​ທີ່​ຈະ​ບັນ​ລຸ​ໜ້າ​ທີ່​ຂອງ​ພວກ​ນາງ. ເຂົາ​ເຈົ້າ​ພຽງ​ແຕ່​ໃຫ້​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳ​ເທົ່າ​ນັ້ນ. ພວກເຮົາ​ເຫັນ​ພໍ່​ທີ່​ມີ​ຄ່າ​ຄວນ ທີ່ບໍ່​ໄດ້​ໃຫ້​ພອນ​ຖາ​ນະ​ປະ​ໂລ​ຫິດ​ແກ່​ລູກ​ເມຍ ຊຶ່ງນັ້ນ​ຄື​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ຫລາຍ. ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ສູ່​ໂລກ, ແລະ ມີ​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ຄົນ ຜ່ານ​ຜ່າ​ການ​ທົດ​ລອງ​ທີ່​ຮ້າຍ​ແຮງ​ໃນ​ຊີ​ວິດ ປາດ​ສະ​ຈາກ​ພອນ​​ທີ່​ແທ້​ຈິງຂອງ​ຖາ​ນະ​ປະ​ໂລ​ຫິດ. ຊ່າງ​ເປັນ​ໂຊກ​ຮ້າຍ​ແທ້ໆ! ມັນ​ເປັນ​ໂຊກ​ຮ້າຍ​ທີ່​ເຮົາ​ສາ​ມາດ​ກຳ​ຈັດ​ໄດ້.

ອ້າຍ​ນ້ອງ​ທັງ​ຫລາຍ, ເຮົາ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ! ເຮົາ​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ອົງ ທີ່​ຈະ​ໃຫ້​ພອນ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ. ໃຫ້​ຄິດ​ເບິ່ງ​ດູ​ວ່າ ເຮົາ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂະ​ໜາດ​ໃດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​​ກ່າວ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ໃຫ້​ພອນ ພຣະ​ອົງ​ຈະ​ໃຫ້​ພອນ.4 ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງເຮົາ ທີ່​ຈະ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູຄຣິດ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ ອີງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສຳ​ລັບ​ເຂົາ​ເຈົ້າ. ປະ​ທານ​ສ​ະ​ເຕກ ແລະ ອະ​ທິ​ການ​ທັງ​ຫລາຍ, ຂໍ​ໃຫ້​ແນ່​ໃຈ​ວ່າ ສະ​ມາ​ຊິກ​ທຸກ​ຄົນໃນ​ກຸ່ມ ພາຍ​​ໃຕ້ການ​ພິ​ທັກ​​ຮັກ​ສາ​ຂອງ​ທ່ານ ເຂົ້າ​ໃຈ​ວິ​ທີ ​ທີ່​ຈະ​ໃຫ້​ພອນ​ຂອງ​​ຖາ​ນະປະ​ໂລ​ຫິດ—ຮ່ວມ​ທັງ​ການ​ມີ​ຄ່າ​ຄວນ ແລະ ການ​ຕຽມ​ທາງວິນ​ຍານ ຊຶ່ງ​ຈຳ​ເປັນ​ຕໍ່​ການອ້ອນວອນ​ຂໍ​ອຳ​ນາດຈາກພຣະ​ເຈົ້າ.5

ຕໍ່​ອ້າຍ​ນ້ອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທຸກ​ຄົນ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານໃຫ້ດົນ​ໃຈ​ສະ​ມາ​ຊິກ ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ, ສຶກ​ສາ​ພຣະ​ຄຳ​ພີ, ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ, ແລະ ຮັບ​ໃຊ້​ດ້ວຍ​ສັດ​ທາ ໃນ​ຖາ​ນະ​ທີ່​ເປັນ​ຊາຍ ແລະ ຍິງ​ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ສາ​ມາດ​ຊ່ວຍ​ທຸກ​ຄົນ ໃຫ້​ເບິ່ງດ້ວຍ​ຕາ​ແຫ່ງ​ສັດ​ທາ ວ່າ​ການ​ເຊື່ອ​ຟັງ ແລະ ຄວາມ​ຊອບ​ທຳ ຈະ​ດຶງ​ດູດ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ເຢ​ຊູ​ຄຣິດ, ອະ​ນຸ​ຍາດ​ໃຫ້​ເຮົາ​ຊື່ນ​ຊົມ​ກັບ​ການ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ, ແລະ ມີ​ຄວາມ​ສຸກ​ໃນ​ຊີ​ວິດ!

ຄວາມ​ດີ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະເປັນ​ລະ​ບຽບ​ສະ​ເໝີ, ມີ​ເປົ້າ​ໝາຍ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າທຸກ​ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.6 ເພາະ​ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເຮົາ​​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຈະ​ປະ​ຕິ​ບັດ​ຕໍ່​ຜູ້ຄົນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ.7 ເຮົາ​ຈະ​ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ, ແລະ ດ້ວຍ​​ຄວາມ​ຮັກ​ທີ່​ມີ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ.

ປະ​ສົບ​ການ​ທີ່​ຂ້າ​ພະ​ເຈົ້າ​ມີ ຫລາຍກວ່າ 60 ປີ​ກ່ອນ ຢູ່​ເມືອງບອດ​ສະ​ຕັນ ໄດ້​ສອນ​ຂ້າ​ພະ​ເຈົ້າ ເຖິງ​ສິດ​ທິ​ພິ​ເສດ​ທີ່​ມີ​ພະ​ລັງ​ຂອງ​ການ​ປະ​ຕິ​ບັດ​ຕໍ່​ກັນ​ແບບ​ສອງ​ຕໍ່​ສອງ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ໝໍ​ຜ່າ​ຕັດ​ຢູ່​ໂຮງ​ໝໍ ມາ​ຊາ​ຊູ​ເຊັດ—ຕ້ອງ​ໄປ​ທຳ​ງານ​ທຸກມື້, ກາງ​ຄືນ​ແມ່ນ​​ບາ​ຄືນ​ເຮັດ, ແລະ ເສົາ​ອາ​ທິດ​ເດືອນ​ລະ​ສອງ​ເທື່ອ. ຂ້າ​ພະ​ເຈົ້າ​ມີ​ເວ​ລາ​ໜ້ອຍ​ສຳ​ລັບ​ພັ​ນ​ລະ​ຍາ, ລູກ​ສີ່​ຄົນ, ແລະ ກິດ​ຈະ​ກຳ​ໂບດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ສາ​ຂາ​ຂອງ​ພວ​ກ​ເຮົາ ໄດ້​ມອບ​ໝາຍ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ ວິວ​ເບີ ແລະ ນາງ ລຽວ​ໂນ​ຣາ ຄ໊ອກສ໌ ຫວັງ​ວ່າ ບຣາ​ເດີ ຄ໊ອກສ໌ ຈະ​ກັບ​ມາ​ໂບດ​ອີກ. ລາວ ແລະ ນາງ ລຽວ​ໂນ​ຣາ ເຄີຍ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ.8 ແຕ່ວິວ​ເບີ ບໍ່​ໄດ້​ມາ​ໂບດ​ຫລາຍ​ປີ​ແລ້ວ.

ຄູ່​ສອນ​ກັບ​ຂ້າ​ພະ​ເຈົ້າ ໄດ້​ໄປ​ບ້ານ​ຂອງ​ເຂົາ​ເຈົ້າ. ເມື່ອ​ພວກ​ເຮົາ​ເຂົ້າ​ໄປ​, ຊິດ​ສະ​ເຕີ ຄ໊ອກສ໌ ໄດ້​ຕ້ອນ​ຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ອົບ​ອຸ່ນ,9 ແຕ່ບຣາ​ເດີ ຄ໊ອກສ໌ ໄດ້​​ຍ່າງໜີ​ໄປ​ຫາ​ຫ້ອງ​ອື່ນ ແລະ ປິດ​ຫ້ອງ.

ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ໄປ​ເຄາະ​ປະ​ຕູ. ຫລັງ​ຈາກ​ບຶດ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ “ເຂົ້າ​ມາ.” ຂ້າ​ພະ​ເຈົ້າ​ໄດ້​ເປີດ​ປະ​ຕູ ແລະ ເຫັນ ບຣາ​ເດີ ຄ໊ອກສ໌ ນັ່ງ​ຢູ່​ຂ້າງ​ເຄື່ອງວິ​ທະ​ຍຸ​ ທີ່​ວາງ​ຢູ່​ເປັນ​ແຖວ. ຢູ່​ໃນ​ຫ້ອງ​ນ້ອຍນັ້ນ, ລາວ​ຈູດກອກ​ຢາ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ, ການ​ມາ​ຢ້ຽມ​ຢາມ​ຂອງ​ຂ້າ​ພະ​ເຈົ້າ ບໍ່​ໄດ້​ຖືກຕ້ອນ​ຮັບ​ເລີຍ.

ຂ້າ​ພະ​ເຈົ້າ​ໄດ້​ກວາດ​ສາຍ​ຕາ​ເບິ່ງ​ຮອບໆ ດ້ວຍ​ຄວາມ​ແປກ​ໃຈ ແລະ ເວົ້າ​ວ່າ, “ບຣາ​ເດີ ຄ໊ອກສ໌, ຂ້ອຍ​ກໍ​ຢາກ​ຮຽນ​ຮູ້​ເລື່ອງ​ການ​ສື່​ສານທາງວິ​ທະ​ຍຸ​ຄື​ກັນ. ເຈົ້າ​ສອນ​ຂ້ອຍ​ໄດ້​ບໍ? ຂໍ​ໂທດ ທີ່​ຂ້ອຍ​ຢູ່​ດົນ​ບໍ່​ໄດ້​ມື້​ແລງນີ້, ແຕ່ມື້​ໜ້າ​ຂ້ອຍ​ຊິ​ກັບ​ຄືນ​ມາ​ອີກ?”

ລາວ​ຄິດ​ຢູ່​ບຶດ​ໜຶ່ງ ແລ້ວ​ເວົ້າ​ວ່າ ເອີ​ມາ​ໄດ້. ນັ້ນ​ຄື​ການ​ເລີ່ມ​ຕົ້ນ ມິດ​ຕະ​ພາບ​ທີ່​ດີຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ກັບ​ໄປ ແລະ ລາວ​ກໍ​ໄດ້​ສອນ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ຮັກ​ແພງ ແລະ ນັບ​ຖື​ລາວ. ຜ່ານ​ການ​ຢ້ຽມ​ຢາມ​ຫລາຍ​ເທື່ອຂອງ​ພວກ​ເຮົາ, ຄວາມ​ດີ​ເດັ່ນ​ຂອງ​ຊາຍ​ຄົນ​ນີ້ ໄດ້​ປະ​ກົດ​ອອກ​ມາ. ພວກ​ເຮົາ​ໄດ້​ກາຍ​ເປັນ​ເພື່ອນ​ທີ່​ດີ, ພັນ​ລະ​ຍາ​ຂອງ​ພວກ​ເຮົາ​ກໍ​ຄື​ກັນ. ແລ້ວ, ເມື່ອ​ເວ​ລາ​ຜ່ານ​ໄປ, ຄອບ​ຄົວ​ຂອງ​ພວກ​ເຮົາ​ກໍ​ໄດ້​ຍ້າຍ​ໜີ. ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໄດ້​ສືບ​ຕໍ່​ບຳ​ລຸງ​ລ້ຽງ​ຄອບ​ຄົວຄ໊ອກສ໌.10

ປະ​ມານ​ແປດ​ປີ ​ຫລັງ​ຈາກ​ການ​ໄປ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດນັ້ນ, ສະ​ເຕກບອດ​ສະ​ຕັນ ໄດ້​ຖືກ​​ຈັດ​ຕັ້ງ​ຂຶ້ນ.11 ທ່ານ​ເດົາ​ໄດ້​ບໍ​ວ່າ ແມ່ນ​ໃຜ​ເປັນ​ປະ​ທານ​ສະ​ເຕກ​ຄົນ​ທຳ​ອິດ? ແມ່ນ​ແລ້ວ! ບຣາ​ເດີ ຄ໊ອກສ໌ ນັ້ນ​ລະ! ຫລາຍ​ປີ​ຕໍ່​ມາ, ລາວ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່ ແລະ ປະ​ທານ​ພຣະ​ວິ​ຫານ.

ຫລາຍ​ປີ​ຕໍ່​ມາ, ຕອນ​ຂ້າ​ພະ​ເຈົ້າ​ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຂ້າ​ພະ​ເຈົ້າ​ໄດ້​ຖືກມອບ​ໝາຍ​ໃ​ຫ້​ໄປ​ຈັດ​ຕັ້ງ​ສະ​ເຕກ​ແຫ່ງ​ໃໝ່ ຢູ່​ເຂດ ແຊນ​ພີດ, ລັດ​ຢູ​ທາ. ລະ​ຫວ່າງ​ການ​ສຳ​ພາດ, ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ເມື່ອ​ໄດ້​ເຫັນ​ບຣາ​ເດີ ຄ໊ອກສ໌ ເພື່ອນ​ທີ່​ດີ​ຂອງ​ຂ້າ​ພະ​ເຈົ້າ​ອີກ! ຂ້າ​ພະ​ເຈົ້າ​ໄດ້​ຮັບ​​ການ​ດົນ​ໃຈ ໃຫ້​ເອີ້ນ​ລາວ​ເປັນ​​ປິ​ຕຸ​ປະ​ຈຳ​ສະ​ເຕກ. ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ລາວ, ພວກ​ເຮົາ​ໄດ້​ໂອບກອດ​ກັນ ແລະ ນ້ຳ​ຕາ​ໄຫລ. ຜູ້​ຄົນ​ຢູ່​ໃນ​ຫ້ອງ​ສົງ​ໄສວ່າ ເປັນ​​ຫຍັງ​ຜູ້​ຊາຍ​​ໃຫຍ່​ສອງ​ຄົນ​​ພາ​ກັນຮ້ອງ​ໄຫ້. ແຕ່​ພວກ​ເຮົາ​ຮູ້. ແລະ ຊິດ​ສະ​ເຕີ ຄ໊ອກສ໌ ກໍຮູ້. ນ້ຳ​ຕາ​ຂອງ​ພວກ​ເຮົາ ເປັນ​ຕ້ຳ​ຕາ​ທີ່​ມີ​ຄວາມ​ສຸກ! ພວກ​ເຮົາ​ໄດ້​ຈື່​ຈຳ​ການ​ເດີນ​ທາງ​ແຫ່ງ​ຄວາມ​ຮັກ ແລະ ການ​ກັບ​ໃຈ ຫລາຍກວ່າ 30 ປີ​ຜ່ານ​ມາ, ໃນ​ຄືນ​ໜຶ່ງ​ຢູ່​ໃນເຮືອນ​ຂອງ​ເຂົາ​ເຈົ້າ.

ເລື່ອງ​ລາວບໍ່​ໄດ້​ຈົບ​ລົງ​ເທົ່າ​ນັ້ນ. ຄອບ​ຄົວ​ຂອງ ບຣາ​ເດີ ແລະ ຊິດ​ສະ​ເຕີ ຄ໊ອກສ໌ ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ​ໂດຍ​ມີ​ລູກ 3 ຄົນ, ມີ​ຫລານ 20 ຄົນ, ແລະ ເຫລັນ 54 ຄົນ. ພ້ອມ​ທັງ​ມີ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຮ້ອຍ​ຄົນ, ເປັນ​ພັນໆ​ຕື່ມ​ອີກ ໃນ​ພຣະ​ວິ​ຫານ, ແລະ ເປັນ​ຮ້ອຍໆ​ຕື່ມ​ອີກ ທີ່​ໄດ້​ມາ​ຮັບ​ປິ​ຕຸ​ພອນ ຈາກ​ມື​ຂອງວິວ​ເບີ ຄ໊ອກສ໌. ອິດ​ທິ​ພົນ​ຂອງ​ລາວ ແລະ ນາງ ລຽວ​ໂນ​ຣາ ຈະ​ສືບ​ຕໍ່​ໄປ​ສູ່ຫລາຍ​ລຸ້ນ​ຄົນ ຕະ​ຫລອດ​ທົ່ວ​ໂລກ.

ປະ​ສົບ​ການ​ດັ່ງ​ເຊັ່ນ​ກັບ ວິວ​ເບີ ແລະ ນາງ ລຽວ​ໂນ​ຣາ ຄ໊ອກສ໌ ເກີດ​ຂຶ້ນ​ໃນ​ທຸກວັນ—​ຫວັງ​ວ່າ, ທຸກໆ​ອາ​ທິດ—ພາຍ​ໃນ​ສາດ​ສະ​ໜາ​ຈັກ​ນີ້. ຜູ້​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ ຂອງ​ອົງ​ພຣະ​ເຢ​ຊູຄຣິດ​ເຈົ້າ ຈະນຳ​ພາ​ວຽກ​ງານ​ຂອງ​ພຣະ​ອົງ​ໃຫ້​ສຳ​ເລັດ, ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ.

ອ້າຍ​ນ້ອງ​ທັງ​ຫລາຍ, ມັນ​ມີ​ປະ​ຕູ​ທີ່​ເຮົາ​ເປີດ​ໄດ້, ​ມີພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເຮົາ​ສາ​ມາດມອບ​ໃຫ້, ມີ​ໃຈ​ທີ່​ສາ​ມາດ​ປິ່ນ​ປົວ, ມີ​ພາ​ລະ​ທີ່​ເຮົາ​ສາ​ມາດ​ແບ່ງ​ເບົາ, ມີ​ປະ​ຈັກ​ພະ​ຍານ​ທີ່​ເຮົາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ມີ​ຊີ​ວິດ​ທີ່​ເຮົາ​ສາ​ມາດ​ຊ່ວຍ​ກູ້, ແລະ ມີ​ຄວາມ​ຊື່ນ​ຊົມ​ທີ່​ເຮົາ​ສາ​ມາດ​ນຳ​ໄປ​ໃຫ້​ບ້ານ​ເຮືອນ ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ—​ທັງ​ໝົດ​ນີ້ ເພາະ​ເຮົາ​ເປັນ​ຜູ້ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ. ເຮົາ​ເປັນ​ຊາຍ​ຜູ້​ໄດ້​ຖືກ “ເອີ້ນ ແລະ ຖືກຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ ຕາມ​ຄວາມ​ຮູ້​ລ່ວງ​ໜ້າ​ຂອງ​ພຣະ​ເຈົ້າ, ອັນ​ເນື່ອງ​ມາ​ຈາກ​ສັດ​ທາ​ອັນ​ແຮງ​ກ້າ ແລະ ວຽກ​ງານ​ດີ [ຂອງ​ເຮົາ],” ເພື່ອ​ເຮັດ​ວຽກ​ງານນີ້.12

ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ລຸກຢືນ​ຂຶ້ນ ກັບ​ຂ້າ​ພະ​ເຈົ້າ ໃນ​ການ​ເປັນ​ອ້າຍ​ນ້ອງ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ນິ​ລັນດອນ​ນຳ​ກັນ. ເມື່ອ​ຂ້າ​ພະ​ເຈົ້າ​ເອີ້ນ​ຕຳ​ແໜ່ງ​ຂອງ​ທ່ານ, ຂໍ​ໃຫ້​ທ່ານ​ຢືນ​​ຂຶ້ນ ແລະ ຢືນ​ຢູ່ຕໍ່​ໄປ. ມັກ​ຄະ​ນາ​ຍົກ, ຂໍຈົ່ງຢືນ​ຂຶ້ນ! ຄູ​ສອນ, ຈົ່ງ​ຢືນ​ຂຶ້ນ! ປະ​ໂລ​ຫິດ! ອະ​ທິ​ການ! ແອວ​ເດີ! ມະ​ຫາ​ປະ​ໂລ​ຫິດ! ປິ​ຕຸ! ສາ​ວົກ​ເຈັດ​ສິບ! ອັກຄະສາວົກ!

ບັດ​ນີ້, ອ້າຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ທ່ານ​ຢືນ​ຢູ່​ ແລະ ຮ້ອງ​ເພງ​ນຳ​ກັນ ທັງ​ສາມ​ວັກ ໃນ​ເພງຊື່​ວ່າ “Rise Up, O Men of God.”13 ໃນ​ຂະ​ນະ​ທີ່​ທ່ານ​ຮ້ອງ​ເພງ, ຈົ່ງ​ຄິດ​ເຖິງ​ໜ້າ​ທີ່​ຂອງ​ທ່ານ ໃນ​ການ​ເປັນ​ກອງ​ທັບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ຕຽມ​ໂລກ ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ຄື​ໜ້າ​ທີ່​ຂອງ​ເຮົາ. ນີ້​ຄື​ສິດ​ທິ​ພິ​ເສດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, “A Plea to My Sisters,” Liahona, Nov. 2015, 96.

  2. ເບິ່ງ Russell M. Nelson, “The Price of Priesthood Power,” Liahona, May 2016, 66–69; ເບິ່ງ ແອວ​ມາ 13:7–8; Doctrine and Covenants 84:17–20, 35–38 ນຳ​ອີກ.

  3. ເບິ່ງ Doctrine and Covenants 84:19–22; 107:18–19; Joseph Smith Translation, Genesis 14:30–31 (in the Bible appendix).

  4. ເບິ່ງ Doctrine and Covenants 132:47.

  5. ຄວາມ​ສຳ​ພັນ​ລະ​ຫວ່າງອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ຄວາມ​ຊອບ​ທຳ​ສ່ວນ​ຕົວ ຖືກ​ພັດ​ທະ​ນາ​ຢ່າງ​ເຕັມ​ສ່ວນ ໃນ Russell M. Nelson, “The Price of Priesthood Power,” 66–69; ເບິ່ງ Doctrine and Covenants 121:34–37, 41–44 ນຳ​ອີກ.

  6. ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ເປັນ​ລະ​ບຽບ ແລະ ໂດຍ​ກົງ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກຄົນ ແລະ ຄອບ​ຄົວ ແມ່ນ​ເຫັນ​ໄດ້​ຢູ່​ໃນ​ບ່ອນ​ທີ່ ແລະ ເວ​ລາ​ທີ່ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ເບິ່ງ, ຍົກ​ຕົວ​ຢ່າງ, ລູ​ກາ 10:1–20; ກິດ​ຈະ​ການ 6:1–6; ເອ​ເຟ​ໂຊ 4:11–14; ໂມ​ໄຊ​ຢາ 18:9, 18–19, 27–29; Doctrine and Covenants 20:42, 51, 57.

  7. ເບິ່ງ 3 ນີ​ໄຟ 17:9–10, 20–21.

  8. ພຣະ​ວິ​ຫານ​ແມນ​ທາຍ, ວັນ​ທີ 15 ເດືອນມິ​ຖຸ​ນາ, 1937.

  9. ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ​ຂອງນາງ​ລຽວ​ໂນ​ຣາ ​ໃນ​ທຸກວັນ​ຈັນ ເປັນ​ເວ​ລາ​ຫລາຍ​ປີ ໄດ້​ເປັນ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ໃນ​ທາງ​ດີ.

  10. ໃນ​ປີ 1954, ປະ​ທານ​ສາ​ຂາ​ຊື່ ໄອ​ຣາ ແທ​ຣີ ໄດ້​ເອີ້ນ ວິວ​ເບີ ໃຫ້​ເປັນ​ຜູ້​ຄວບ​ຄຸມ​ຫ້ອງ​ຮຽນ​ວັນ​ອາ​ທິດ​ຂອງ​ສາ​ຂາ. ວິວ​ເບີ ໄດ້​ຮັບ​ເອົາ​ການ​ເອີ້ນ ແລະ ໄດ້​ປະ​​ຖິ້ມ​ການ​ປະ​ພຶດ​ເກົ່າ ທີ່​ຂັດ​ກັບ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ. ຫລັງ​ຈາກນັ້ນ ລາວ​ໄດ້​ອຸ​ທິດ​ຊີ​ວິດໃນ​ການ​ຮັບ​ໃຊ້​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  11. ໃນ​ປີ 1962.

  12. ແອວ​ມາ 13:3.

  13. “Rise Up, O Men of God,” Hymns, no. 324.