​2010–2019
ການ​ຕຽມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ
ເດືອນ​ເມສາ 2018


ການ​ຕຽມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ

ການ​ສະ​ແຫວງ​ຫາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ມອບ​ໃຫ້ ໃນ​ຄວາມ​ຊອບ​ທຳ, ການເປັນ​ອັນ​ໜຶ່ງ​ອັນດຽວ​ກັນ, ແລະ ຄວາມ​ສະ​ເໝີ​ພາບ ຈະ​ຕຽມ​ເຮົາ ເພື່ອ​ພົບ​ກັບ​ພຣະ​ເຈົ້າ.

ອີ​ລາຍ​ຊາ ອາ ສະ​ໂນ, ເມື່ອ​ກ່າວ​ເຖິງ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ (ຊຶ່ງ​ນາງ​ໄດ້​ໄປ​ຮ່ວມ), ໄດ້​ກ່າວ​ວ່າ: “ພິ​ທີ​ການ​ອຸ​ທິດນັ້ນ ອາດ​ເຝິກ​ຊ້ອມ​ກັນ​ກ່ອນ, ແຕ່ບໍ່​ມີ​ພາ​ສາ​ໃດ ທີ່​ສາ​ມາດ​ບັນ​ຍາຍ ເຖິງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ສະ​ຫວັນ ໃນ​ວັນ​ທີ່​ໜ້າ​ຊົງ​ຈຳ​ນັ້ນ. ທູດ​ສະ​ຫວັນ​ໄດ້​ມາ​ປະ​ກົດ​ຕໍ່​ບາງ​ຄົນ, ໃນ​ຂະ​ນະ​ທີ່​ທຸກ​ຄົນ​ຮູ້​ສຶກ​ເຖິງ​ຄວາມ​ສູງ​ສົ່ງ, ແລະ ທຸກ​ຫົວ​ໃຈ ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ຢ່າງ​ທີ່ບອກບໍ່​ໄດ້ ແລະ ເຕັມ​ໄປ​ດ້ວຍ​ລັດ​ສະ​ໝີ​ພາບ.”1

ການ​ສະ​ແດງ​ໃຫ້​ປະ​ຈັກ​ຈາກ​ສະ​ຫວັນ ທີ່​ໄດ້​ເກີດ​​ຂຶ້ນ​ໃນ​ພຣະ​ວິ​ຫານ​ເຄີດ​ແລນນັ້ນ ໄດ້​ເປັນ​ພື້ນ​ຖານ​ໃຫ້​ແກ່​ຈຸດ​ປະ​ສົງ​ຂອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ນຳ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມາ​ໃຫ້​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.2 ເມື່ອ​ເຮົາ​ຕຽມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ, ເຮົາ​ຈະ​ສາ​ມາດ​ຮູ້​ໄດ້​ວ່າ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່ສະ​ຫວັນມອບ​ໃຫ້ນັ້ນ ແມ່ນ​ສິ່ງ​ໃດ ໂດຍ​ການ​ທົບ​ທວນ​ຂໍ​ກະ​ແຈ​ທີ່​ສັກ​ສິດ ຊຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດ​ແລນ.

ໃນ​ຄຳ​ອະ​ທິ​ຖານ​ອຸ​ທິດ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ອ້ອນວອນຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຖ່ອມ​ຕົວ “ເພື່ອ​ໃຫ້​ຮັບ​ເອົາ​ບ້ານ​ຂອງ​ພຣະ​ອົງ … ຊຶ່ງ​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ຂ້າ​ນ້ອຍ​ໃຫ້​ສ້າງ.”3

ອາ​ທິດ​ໜຶ່ງ​ຈາກນັ້ນ, ໃນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະ​ກົດ​ໃນ​ພາບ​ນິ​ມິດ​ທີ່ສະຫງ່າ​ງາມ ແລະ ໄດ້​ຮັບ​ເອົາ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ສິ່ງນີ້​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 3 ເດືອນ​ເມ​ສາ, 1836, ເກືອບ​ເຖິງ 182 ປີ ຜ່ານ​ມາ​ແລ້ວ ນັບ​ແຕ່​​ວັນ​ອິດ​ສະ​ເຕີມື້ນີ້. ມັນ​ກໍ​ເປັນ​ຊ່ວງ​ສະ​ຫລອງ​ງານ​ປັດ​ສະ​ຄາ​ນຳ​ອີກ—ເປັນ​ເວ​ລາ​ທີ່​ພິ​ເສດ ເມື່ອ​ວັນ​ອິດ​ສະ​ເຕີ ແລະ ງານ​ປັດ​ສະ​ຄາ ມາ​ຄົບ​ກັນ. ຫລັງ​ຈາກ​ພາບ​ນິ​ມິດ​ໄດ້​ສິ້ນ​ສຸດ​ລົງ, ໂມ​ເຊ, ອີ​ລາຍ, ແລະ ເອ​ລີ​ຢາ ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ໄດ້​ມາ​ປະ​ກົດ ແລະ ໄດ້​ມອບ​ຂໍ​ກະ​ແຈ ຊຶ່ງ​ຈຳ​ເປັນ​ຕໍ່​ການ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ຍຸກ​ສະ​ໄໝ​ນີ້. ຈຸດ​ປະ​ສົງ​ນັ້ນ ແມ່ນລຽບ​ງ່າຍ, ແຕ່​ມີ​ພະ​ລັງ​ຫລາຍ, ຊຶ່ງ​ແປ​ເປັນ​ການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ, ການ​ຜະ​ນຶກ​ເຂົາ​ເຈົ້າ​ເຂົ້າ​ກັບ​ຄອບ​ຄົວ, ແລະ ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.4

ສຳ​ລັບການ​ມາ​ປະ​ກົດ​ຂອງ​ເອ​ລີ​ຢາ ແລະ ໂມ​ເຊ ແມ່ນ​ເປັນ “ສິ່ງ​ໃກ້​ຄຽງ … ກັບ ປະ​ເພ​ນີ​ຂອງ​ຊາວ​ຢິວ, ທີ່​ວ່າ ໂມ​ເຊ ແລະ ເອ​ລີ​ຢາ ຈະ​ມາ​ປະ​ກົດ​ນຳ​ກັນໃນ ‘ເວ​ລາ​ສຸດ​ທ້າຍ.’”5 ໃນ​ຄຳ​ສອນ​ຂອງ​ເຮົາ, ການ​ມາ​ປະ​ກົດ​ນີ້ ໄດ້​ສຳ​ເລັດພື້ນ​ຖານການ​ຟື້ນ​ຟູຂໍ​ກະ​ແຈ​ບາງ​ຢ່າງ “ຊຶ່ງມອບ​ໃຫ້ … ສຳ​ລັບ​ຍຸກ​ສຸດ​ທ້າຍ ແລະ ສຳ​ລັບ​ເທື່ອສຸດ​ທ້າຍ, ຊຶ່ງ​ໃນ​ນັ້ນ ເປັນ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ.”6

ພຣະ​ວິ​ຫານ​ເຄີດ​ແລນ, ທັງ​ສະ​ຖານ​ທີ່ ແລະ ຂະ​ໜາດ, ແມ່ນບໍ່​ແຈ້ງ​ຊັດ​ປານ​ໃດ. ແຕ່​ຄວາມ​ສຳ​ຄັນ​ຂອງ​ມັນຕໍ່​ມະ​ນຸດນັ້ນ​ແມ່ນ​ຍິ່ງ​ໃຫຍ່, ມັນມີ​ ຜົນ​ກະ​ທົບ​ຕໍ່​ນິ​ລັນ​ດອນ. ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ໄດ້​ມາ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ສຳ​ລັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຊົ່ວ​ນິ​ລັນ​ດອນ ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິ່ງນີ້​ເຮັດ​ໃຫ້​ສະ​ມາ​ຊິກ​ທີ່​ຊື່​ສັດ ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ.

ຂໍ​ກະ​ແຈ​ເຫລົ່າ​ນີ້ ມີ “ອຳ​ນາດ​ຈາກ​ເບື້ອງບົນ”7 ສຳ​ລັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນໄດ້ມອບ​ໃຫ້ ທີ່ລວມ​ກັນ​ເປັນ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ສາດ​ສະ​ໜາ​ຈັກ.8 ໃນ​ວັນ​ອິດ​ສະ​ເຕີ​ທີ່​ປະ​ເສີດ ໃນ​ພຣະ​ວິ​ຫານ​ເຄີດ​ແລນມື້ນັ້ນ, ຂໍ​ກະ​ແຈ​ສາມ​ຢ່າງ​ໄດ້​ຖືກຟື້ນ​ຟູ:

ຢ່າງ​ທີ​ໜຶ່ງ, ໂມ​ເຊໄດ້​ມາ​ປະ​ກົດ ແລະ ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ​ໃຫ້, ຊຶ່ງ​ແມ່ນ​ວຽກ​ງານ​ການ​ເຜີຍ​ແຜ່.9

ຢ່າງ​ທີ​ສອງ, ອີ​ລາຍ​ໄດ້​ມາ​ປະ​ກົດ ແລະ ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຍຸກ​ສະ​ໄໝ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ໃຫ້, ຊຶ່ງ​ຮ່ວມ​ທັງ​ການ​ຟື້ນ​ຟູ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ.10 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສອນ​ວ່າ ຈຸດ​ປະ​ສົງ​ຂອງ​ຂໍ​ກະ​ແຈ​ແຫ່ງ​ພັນ​ທະ​ສັນ​ຍາ ແມ່ນ​ການ​ຕຽມ​ສະ​ມາ​ຊິກ​ສຳ​ລັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ, “ເຮົາ​ຮູ້​ຈັກວ່າ​ເຮົາ​ເປັນ​ໃຜ ແລະ [ເຮົາ​ຮູ້ຈັກ] ສິ່ງ​ທີ່​ພຣະ​ເຈົ້າ​ຄາດ​ຫວັງ​ຈາກ​ເຮົາ.”11

ຢ່າງ​ທີ​ສາມ, ເອ​ລີ​ຢາ​ໄດ້​ມາ​ປະ​ກົດ ແລະ ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ພະ​ລັງ​ຂອງ​ການ​ຜະ​ນຶກ​ໃນ​ຍຸກ​ສະ​ໄໝ​ນີ້​ໃຫ້, ຊຶ່ງແມ່ນ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ພິ​ທີ​ການ​ໃນ​ພຣະ​ວິ​ຫານ ເພື່ອ​ຊ່ວຍ​ນຳ​ຄວາມ​ລອດ​ມາ​ສູ່ ທັງ​ຄົນ​ເປັນ ແລະ ຄົນ​ຕາຍ.12

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ມັນ​ມີ​ສະ​ພາ​ສູງ​ສຸດ​ຢູ່​ດ້ວຍ​ກັນຢູ່​ສາມ​ກຸ່ມ ຢູ່​ທີ່​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ຄວບ​ຄຸມ​ໜ້າ​ທີ່​ສາມ​ຢ່າງ​ທີ່​ສະ​ຫວັນ​ໄດ້ມອບ​ໃຫ້ ອີງ​ຕາມ​ຂໍ​ກະ​ແຈ​ທີ່​ໄດ້​ຖືກ​ຟື້ນ​ຟູ ຢູ່​ໃນ​ພຣະ​ວິ​ຫານ​ເຄີດ​ແລນ. ມັນ​ແມ່ນ ສະ​ພາ​​ສູງ​ສຸດຝ່າຍ​ການ​ສອນ​ສາດ​ສະ​ໜາ, ສະ​ພາ​ສູງ​ສຸດ​ຝ່າຍ​ປະ​ໂລ​ຫິດ ແລະ ຄອບ​ຄົວ, ແລະ ສະ​ພາ​ສູງ​ສຸດ​ຝ່າຍ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ.

ທຸກວັນ​ນີ້ ເຮົາ​ໄປ​ຮອດ​ໃສ​ແລ້ວ ໃນ​ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ໄດ້ມອບ​ໃຫ້?

ທຳ​ອິດ, ໃນ​ເລື່ອງການ​ມາ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ໂມ​ເຊ ສຳ​ລັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ປະ​ຈຸ​ບັນ​ນີ້ ມີ​ຜູ້​ສອນ​ສາດ​ສະ​ໜາ​ເກືອບ​ເຖິງ 70,000 ຄົນ ຢູ່​ຕະ​ຫລອດ​ທົ່ວ​ໂລກ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໃນ​ການ​ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ໄວ້ຂອງ​ພຣະ​ອົງ. ນີ້​ແມ່ນ​ການ​ເລີ່ມ​ຕົ້ນ​ບັນ​ລຸ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ໃຈ​ ທີ່​ນີ​ໄຟ​ໄດ້​ຫລິງ​ເຫັນ ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ ແລະ ເຊື້ອ​ສາຍ​ຂອງອິດ​ສະ​ຣາ​ເອນ. ນີ​ໄຟ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ ຕອນ​ທີ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈະ​ເຕັມ​ຢູ່​ໃນ​ໂລກ, ແຕ່​ຈຳ​ນວນ​ຈະ​ມີ​ໜ້ອຍ ເພາະ​ຄວາມ​ຊົ່ວ​ຮ້າຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ຍັງ​ໄດ້​ຫລິງ​ເຫັນ​ວ່າ ເຂົາ​ເຈົ້າ “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”13 ເມື່ອ​ທົບ​ທວນ​ເບິ່ງ​ປະ​ຫວັດ​ສາດ ຂອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ແບບ​ຫຍໍ້ໆ, ຄວາມ​ພະ​ຍາ​ຍາມ​ດ້ານ​ການ​ເຜີຍ​ແຜ່ ແມ່ນ​ດີ​ເປັນ​ພິ​ເສດ. ເຮົາ​ເຫັນ​ພາບ​ນິ​ມິດ​ຂອງ​ນີ​ໄຟ ກຳ​ລັງເກີດ​ເປັນ​ຈິງ. ເຖິງ​ແມ່ນ​ສະ​ມາ​ຊິກ​ຂອງ​ເຮົາ​ມີ​ຈຳ​ນວນ​ໜ້ອຍ, ເຮົາ​ຈະ​ພະ​ຍາ​ຍາມ​ຕໍ່​ໄປ ແລະ ເອື້ອມ​ອອກ​ໄປຫາ​ຜູ້​ທີ່ຮັບ​ເອົາ​ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ທີສອງ, ອີ​ລາຍໄດ້​ມາ​ປະ​ກົດ ແລະ ໄດ້​ມອບ​ຍຸກ​ສະ​ໄໝ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຮາ​ຣາມ​ໃຫ້, ປະ​ກາດ​ວ່າ ໃນ​ຕົວ​ເຮົາ ແລະ ໃນ​ເຊັ່ນ​ລູກ​ຫລານ​ຂອງ​ເຮົາ ຄົນ​ທຸກ​ລຸ້ນ​ຫລັງ​ຈາກ​ເຮົາ ຈະ​ໄດ້​ຮັບ​ພອນ. ໃນ​ກອງ​ປະ​ຊຸມ​ໃຫຍ່ນີ້, ການ​ຊີ້​ນຳ​ທີ່​ສຳ​ຄັນໄດ້​ຖືກ​ມອບ​ໃຫ້ ເພື່ອ​ຊ່ວຍ​ໃນ​ການ​ເຮັດ​ໃຫ້​ໄພ່​ພົນ​ດີ​ພ້ອມ ແລະ ຕຽມ​ເຂົາ​ເຈົ້າ​ສຳ​ລັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.14 ການ​ປະ​ກາດ​ໃນ​ພາກ​ຖາ​ນະ​ປະ​ໂລ​ຫິດ ດ້ວຍ​ຄວາມ​ນັບ​ຖື​ຕໍ່​ແອວ​ເດີ ແລະ ມະ​ຫາ​ປະ​ໂລ​ຫິດ ຈະ​ປ່ອຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ອອກ​ໄປ. ການ​ສອນ​ປະ​ຈຳ​ບ້ານ ແລະ ການ​ຢ້ຽມ​ສອນ, ບັດ​ນີ້ ຈະ​ເປັນ “ການປະ​ຕິ​ບັດ​ສາດ​ສະ​ໜາ​ກິດ,” ດັ່ງ​ທີ່​ຖືກ​ສິດ​ສອນ​ຢ່າງ​ລະ​ອຽດ​ໃນ​ພາກນີ້, ຈະ​ຕຽມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພື່ອ​ພົບ​ກັບ​ພຣະ​ເຈົ້າ.

ທີ​ສາມ, ເອ​ລີ​ຢາໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ການ​ຜະ​ນຶກ​ຂອງ​ສະ​ໄໝ​ນີ້​ໃຫ້. ສຳ​ລັບ​ເຮົາ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ໃນ​ເວ​ລານີ້, ຈຳ​ນວນ​ພຣະ​ວິ​ຫານ​ທີ່​ມີ​ເພີ່ມ​ຂຶ້ນ ແລະ ວຽກ​ງານການ​ສືບ​ປະ​ຫວັດ​ຄອບ​ຄົວ ແມ່ນ​ເປັນ​ໜ້າ​ອັດ​ສະ​ຈັນ​ໃຈ. ສິ່ງນີ້​ຈະ​ດຳ​ເນີນ​ໄປ​ໜ້າ ແລະ ໄວ​ຂຶ້ນ​ເລື້ອຍໆ ຈົນ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຖ້າບໍ່​ດັ່ງ​ນັ້ນ ທັງ​ແຜ່ນ​ດິນ​ໂລກ “ຈະ​ຖືກ​ທຳ​ລາຍ​ໃຫ້​​ໝົດ​ສິ້ນ ໃນ​ຕອນ​ພຣະ​ອົງ​ສະ​ເດັດ​ມາ.”15

ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ, ​ທີ່ສະ​ຫວັນ​ໄດ້​ໃຫ້​ພອນທາງເທັກ​ໂນ​ໂລ​ຈີ, ໄດ້​ກ້າວໜ້າ​ຫລາຍ​ຂຶ້ນ ເມື່ອ​ສອງ​ສາມ​ປີ​ຜ່ານ​ມາ. ມັນ​ຈະ​ບໍ່​ເປັນ​ສິ່ງ​ສະ​ຫລາດ ຖ້າ​ຫາກ​ເຮົາ​ຄິດ​ວ່າເຮົາ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ມອບ​ໃຫ້​ນີ້​ດີ​ພໍ​ແລ້ວ ແລະ ປ່ອຍ​ໃຫ້​ປ້າ​ເຈນ ຫລື ຍາດ​ພີ່​ນ້ອງ​ຄົນ​ອື່ນໆ ຈັດ​ການ​ຕໍ່​ໄປ. ຂ້າ​ພະ​ເຈົ້າ​ຂໍກ່າວ​ຖ້ອຍ​ຄຳ​ຂອງປະ​ທານ​ໂຈ​ເຊັບ ຟຽວ​ດິງ ສະ​ມິດ ທີ່​ວ່າ: “ບໍ່​ມີ​ຄົນ​ໃດ​ທີ່​ຖືກ​ຍົກ​ເວັ້ນ​ຈາກ​​ພັນ​ທະ​ອັນສຳ​ຄັນ​ນີ້. ອັກ​ຄະ​ສາ​ວົກ ຕະ​ຫລອດ​ທັງ​ແອວ​ເດີ [ຫລື ຊິດ​ສະ​ເຕີ] ທີ່​ຖ່ອມ​ຕົວ ກໍ​ຢູ່​ໃນ​ພັນ​ທະ​ນີ້​ນຳ​ກັນ. ບໍ່​ວ່າ​ຈະ​ອາ​ໄສຢູ່​ບ່ອນ​ໃດ, ມີຊື່​ສຽງ​ແບບ​ໃດ, ຫລື ໄດ້ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ດົນ​ນານ​ປານ​ໃດ … ທຸກ​ຄົນກໍ​ຄວນ​ຫ່ວງ​ໃຍນຳ​ຄວາມ​ລອດ​ຂອງ​ຄົນ​ຕາຍ.”16

ເວ​ລານີ້ເຮົາ​ມີ​ພຣະ​ວິ​ຫານ​ຢູ່​ຕະ​ຫລອດ​ທົ່ວ​ໂລກ ແລະ ມີ​ເງິນ​ທຶນ​ຊ່ວຍ​ເຫລືອ​ຜູ້​ກະ​ທຳ​ພິ​ພີ​ແທນ ທີ່​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ວິ​ຫານ.

ເຮົາ​ແຕ່​ລະ​ຄົນ​ຈະ​ເຮັດ​ໄດ້​ດີ ເມື່ອ​ເຮົາ​ສຳ​ຫລວດ​ຕົວ​ເອງ ເລື່ອງ​ຄວາມ​ພະ​ຍາ​ຍາມ​ເຮັດ​ວຽກ​ງານ​ເຜີຍ​ແຜ່, ວຽກ​ງານ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ, ແລະ ການ​ຕຽມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ.

ຄວາມ​ຊອບ​ທຳ, ​ການເປັນ​ອັນ​ໜຶ່ງ​ອັນດຽວ​ກັນ, ແລະ ຄວາມ​ສະ​ເໝີ​ພາບ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເປັນ​ພື້ນ​ຖານ​ໃຫ້​ແກ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ເຫລົ່າ​ນີ້.

ກ່ຽວ​ກັບ​ຄວາມ​ຊອບ​ທຳ, ຊີ​ວິດນີ້ ເປັນ​ເວ​ລາ​ສຳ​ລັບ​ເຮົາ​ທຸກ​ຄົນ ທີ່​ຈະ​ຕຽມ​ຕົວ ເພື່ອ​ພົບ​ກັບ​ພຣະ​ເຈົ້າ.17 ພຣະ​ຄຳ​ພີ​ມໍ​ມອນ ມີ​ຫລາຍໆ​ຕົວ​ຢ່າງ ກ່ຽວ​ກັບ​ຜົນ​ສະ​ທ້ອນ​ທີ່​ຮ້າຍ​ແຮງ ເມື່ອ​ບຸກ​ຄົນ ຫລື ກຸ່ມ​ຜູ້​ຄົນ ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.18

ໃນ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ບັນ​ຫາ ແລະ ຄວາມ​ເປັນ​ຫ່ວງ​ຂອງ​ໂລກ ແມ່ນ​ປ່ຽນ​ແປງ​ຢູ່​ຕະ​ຫລອດ—ຈາກການ​ສະ​ແຫວງ​ຫາ​ສິ່ງ​ທຳ​ມະ​ດາ ແລະ ບໍ່​ສຳ​ຄັນ ໄປ​ເຖິງ​ການ​ເຮັດ​ຜິດ​ສິນ​ທຳ​ທີ່​ຮ້າຍ​ແຮງ. ມັນ​ເປັນ​ຕາ​ຍົກ​ຍ້ອງ ທີ່​ການ​ເຮັດ​ຜິດ​ສິນ​ທຳ​ທີ່​ບໍ່​ເຫັນ​ດ້ວຍ ໄດ້​ຖືກ​ເປີດ​ເຜີຍ ແລະ ຖືກ​ປະ​ນາມ.19 ການ​ເຮັດ​ຜິດ​ສິນ​ທຳທີ່ບໍ່​ເຫັນ​ດ້ວຍ​ເຊັ່ນ​ນັ້ນ ແມ່ນ​ຜິດ​ກົດ​ຂອງ​ພຣະ​ເຈົ້າ ແລະ ຜິດ​ກົດໝາຍ​ຂອງ​ບ້ານ​ເມືອງ. ຜູ້​ທີ່​ເຂົ້າ​ໃຈ​ແຜນ​ຂອງ​ພຣະ​ເຈົ້າ ຄວນຕໍ່​ຕ້ານ​ການ​ເຮັດ​ຜິດ​ສິນ​ທຳ​ທີ່​ບໍ່​ເຫັນ​ດ້ວຍ, ຊຶ່ງ​ເປັນ​ບາບ​ຄື​ກັນ. ໃບ​ປະ​ກາດ​ຕໍ່​ໂລກ​ກ່ຽວ​ກັບ​ຄອບ​ຄົວ ເຕືອນ​ວ່າ “ຜູ້​ໃດ​ທີ່​ລະ​ເມີດ​ກົດ​ພົມ​ມະ​ຈັນ, ຜູ້​ໃດ​ທີ່​ທຳ​ຮ້າຍ​ລູກ​ເມຍ [ຫລື ຄົນ​ອື່ນໆ, ບໍ່​ວ່າ​ຈະ​ເປັນ​ຜູ້​ໃດ​ກໍ​ຕາມ] … ຈະ​ຖືກ​ຕັດ​ສິນ​ໃສ່​ໂທດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້​ໜຶ່ງ.”20

ເມື່ອ​ເຮົາ​ຫລຽວ​ເບິ່ງ​ຮອບໆ, ເຮົາ​ຈະ​ເຫັນ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ຕິດ​ແສດ​ທີ່​ຮ້າຍ​ແຮງ ໃນ​ທຸກບ່ອນ. ຖ້າ​ຫາກ​ເຮົາ​ແຕ່​ລະ​ຄົນ ເປັນ​ຫ່ວງ​ນຳ​ການ​​ພິ​ພາກ​ສາ​ອັນ​ສູງ​ສຸດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ເຮົາ​ກໍ​ຄວນ​ສະ​ແຫວງ​ຫາ​ການ​ກັບ​ໃຈ. ຂ້າ​ພະ​ເຈົ້າ​ຢ້ານ​ວ່າ ຫລາຍ​ຄົນຈະ​ບໍ່​ຮູ້​ສຶກ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ແລະ ບໍ່ເປີດ​ອ່ານ​ພຣະ​ຄຳ​ພີ ຫລື ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ. ຖ້າ​ເຮົາໃນ​ຖາ​ນະ​ສັງ​ຄົມ ຈະໄຕ່​ຕອງ​ຜົນ​ສະ​ທ້ອນ​ຂອງ​ບາບ, ຄົງ​ຈະ​ມີ​ການ​ຕໍ່​ຕ້ານ​ໃນ​ສັງ​ຄົມເລື່ອງ​ຮູບ​ພາບ​ລາ​ມົກ ແລະ ຖື​ວ່າ​ຜູ້​ຍິງ​ເປັນ​ວັດ​ຖຸ.21 ດັ່ງ​ທີ່​ແອວ​ມາ​ໄດ້​ບອກ ໂຄ​ຣິ​ອານ​ທັນ ລູກ​ຊາຍ​ຂອງ​ເພິ່ນ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນວ່າ, “ຄວາມ​ຊົ່ວ​ຮ້າຍບໍ່​ເຄີຍ​ເປັນ​ຄວາມ​ສຸກ​ເລີຍ.”22

ກ່ຽວ​ກັບ​ການເປັນອັນ​ໜຶ່ງ​ອັນດຽວ​ກັນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ ຖ້າ​ຫາກ​ເຮົາ​ບໍ່​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເຮົາ​ກໍ່​ບໍ່​ແມ່ນ​ຂອງ​ພຣະ​ອົງ.23 ເຮົາ​ຮູ້​ວ່າ ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ ແມ່ນ​ມາ​ຈາກ​ມານ.24

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ​ຄຳບັນ​ຊາ​ໃນ​ພຣະ​ຄຳ​ພີ ທີ່​ໃຫ້​ເປັນ​ອັນ​ໜຶ່ງ​ອັນດຽວ​ກັນ ແມ່ນ​ຖືກ​ເມີນ​ເສີຍ, ແລະ ສຳ​ລັບຫລາຍ​ຄົນ​ຈະເນັ້ນ​ເລື່ອງ​ເຜົ່າ​ພັນ,25 ສ່ວນ​ຫລາຍ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ, ເພດ, ເຊື້ອ​ຊາດ, ແລະ ຄວາມ​ຮັ່ງ​ມີ. ໃນ​ຫລາຍໆ​ປະ​ເທດ, ຖ້າ​ຫາກບໍ່​ແມ່ນ​ທຸກ​ປະ​ເທດ, ຜູ້​ຄົນ​ຈະ​ແຍກ​ຊົນ​ຊັ້ນ. ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວັດ​ທະ​ນະ​ທຳ​ຢ່າງ​ດຽວ​ທີ່​ເຮົາ​ຍຶດ​ໝັ້ນ ແລະ ສິດ​ສອນ ແມ່ນ​ວັດ​ທະ​ນະ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການເປັນ​ອັນ​ໜຶ່ງ​ອັນດຽວ​ກັນ ທີ່​ເຮົາ​ສະ​ແຫວງ​ຫາ ແມ່ນ​ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ.26

ເມື່ອ​ເຮົາ​ເບິ່ງ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ສາດ​ສະ​ໜາ​ຈັກ, ທັງ​ໝົດ​ແມ່ນ​ຂຶ້ນຢູ່​ກັບ ຄວາມ​ສະ​ເໝີ​ພາບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 27 ແລະ ການ​ເຮັດ​ຕາມ​ວັດ​ທະ​ນະ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່, ເງື່ອນ​ໄຂ​ຂອງ​ຄວາມ​ເໝາະ​ສົມ​ສຳ​ລັບ​ການຮັບ​ບັບ​ຕິ​ສະ​ມາ ​ຄື​ການ​ຖ່ອມ​ຕົວ​​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ອອກ​ມາ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.28 ການ​ສຶກ​ສາ, ຄວາມ​ຮັ່ງ​ມີ, ເຊື້ອ​ສາດ, ຫລື ສັນ​ຊາດ​ຕະ​ກຸນ ແມ່ນບໍ່​ສຳ​ຄັນ.

ນອກ​ເໜືອ​ຈາກນັ້ນ, ຜູ້​ສອນ​ສາດ​ສະ​ໜາ​ຕ້ອງ​ຮັບ​ໃຊ້​ດ້ວຍ​ຄວາມ​ຖ່ອມ​ຕົວ ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ເອີ້ນ. ເຂົາ​ເຈົ້າ​ຈະ​ບໍ່​ພະ​ຍາ​ຍາມ​ຮັບ​ໃຊ້ ອີງ​ຕາມ​ມາດ​ຕະ​ຖານ​ຂອງ​ໂລກເລື່ອງ​ສະ​ຖາ​ນະ​ພາບ ຫລື ອີງ​ຕາມ​ການ​ຕຽມ​ສຳ​ລັບ​ວິ​ຊາ​ຊີບ​ໃນ​ອະ​ນາ​ຄົດ. ເຂົາ​ເຈົ້າ​ຮັບ​ໃຊ້​ດ້ວຍ​ສຸດ​ໃຈ, ພະ​ລັງ, ແລະ ຄວາມ​ນຶກຄິດ, ແລະ ກຳ​ລັງ ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຖືກມອບ​ໝາຍ. ເຂົາ​ເຈົ້າ​ບໍ່​ໄດ້​ເລືອກ​ຄູ່​ສອນ​ດ້ວຍ​ຕົວ​ເອງ, ແລະ ເຂົາ​ເຈົ້າ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ທີ່​ຈະ​ພັດ​ທະ​ນາ​ຄຸນລັກ​ສະ​ນະທີ່​ເປັນ​ເໝືອນ​ດັ່ງພຣະ​ຄຣິດ,29 ຊຶ່ງ​ເປັນ​ສິ່ງ​ສຳ​ຄັນ​ໃນວັດ​ທະ​ນະ​ທຳ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ຄຳ​ພີ​ໄດ້​ໃຫ້​ການ​ຊີ້​ນຳ ເລື່ອງ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ ພຣະ​ບັນ​ຍັດ​ຂໍ້ໃຫຍ່ ແມ່ນ “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ.” ແລະ ຂໍ້​ທີ​ສອງ​ແມ່ນ “ຈົ່ງ​ຮັກ​ເພື່ອນ​ບ້ານ ເໝືອນ​ຮັກ​ຕົນ​ເອງ.”30

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ອະ​ທິ​ບາຍຕື່ມ​ວ່າ ທຸກ​ຄົນ​ເປັນ​ເພື່ອນ​ບ້ານ.31 ພຣະ​ຄຳ​ພີ​ມໍ​ມອນ​ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ຈະ​ບໍ່​ມີ​ຊາວ​ໃດໆ, ເຜົ່າ​ໃດໆ, ຫລື ຊົນ​ຊັ້ນໃດໆ.32 ເຮົາ​ຈະ​ຕ້ອງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວກັນ ແລະ ສະ​ເໝີ​ພາບຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ພິ​ທີ​ການ​ທີ່​ສັກ​ສິດ ແລະ ໜ້າ​ທີ່​ຮັ​ບ​ຜິດ​ຊອບທີ່​ສະ​ຫວັນ​ໄດ້​ມອບ​ໃຫ້ ແມ່ນ​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານນີ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ປະ​ສົບ​ການ​ຂອງ​ທ່ານ​ໃນ​ພຣະ​ວິ​ຫານ ຈະ​ເປັນ​ເໝືອນ​ດັ່ງ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ໂລກ​ໃນ​ບ່ອນ​ທຳ​ງານ ທີ່​ເມືອງ​ແຊນ​ແຟຣນ​ຊິດ​ສະ​ໂກ ໄປ​ຫາ​ພຣະ​ວິ​ຫານ​ໂອກ​ແລນ, ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ສະ​ຫງົບ. ພາກ​ສ່ວນ​ໃຫຍ່​ແມ່ນ​ຄວາມ​ຮູ້​ສຶກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ອົງ. ພິ​ທີ​ການ​ຊ່ວຍ​ໃຫ້​ລອດ ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ແຕ່​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຄວາມ​ຮູ້​ສຶກ​ດີ​ເຫລົ່າ​ນັ້ນ ແມ່ນ​ຄວາມ​ສະ​ເໝີ​ພາບ ແລະ ການເປັນ​ອັນ​ໜຶ່ງ​ອັນດຽວ​ກັນ ທີ່​ກະ​ຈາຍ​ໄປ​ທົ່ວ​ໃນ​ພຣະ​ວິ​ຫານ. ທຸກ​ຄົນ​ນຸ່ງ​ເຄື່ອງຂາວ. ບໍ່​ມີ​ຫລັກ​ຖານ​ເລື່ອງ​ຄວາມ​ຮັ່ງ​ມີ, ຕຳ​ແໜ່ງ, ຫລື ລະ​ດັບ​ການ​ສຶກ​ສາ; ເຮົາ​ທຸກ​ຄົນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ ທີ່​ຖ່ອມ​ຕົວ​ຢູ່ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ຢູ່​ໃນ​ຫ້ອງ​ຜະ​ນຶກ​ທີ່​ສັກ​ສິດ, ພິ​ທີ​ການການ​ແຕ່ງ​ງານ​ນິ​ລັນ​ດອນ ແມ່ນ​ຄື​ກັນ​ໝົດ​ສຳ​ລັບ​ທຸກ​ຄົນ. ຂ້າ​ພະ​ເຈົ້າ​ມັກ​ເມື່ອໄດ້ເຫັນ​ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່ທຸກ​ຍາກ ແລະ ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່​ຮັ່ງ​ມີ ໄດ້​ມີ​ປະ​ສົບ​ການ​ຄືໆ​ກັນ. ເຂົາ​ເຈົ້າ​ນຸ່ງ​ຖື​ຄື​ກັນ ແລະ ເຮັດ​ພັນ​ທະ​ສັນ​ຍາ​ອັນ​ດຽວ​ກັນ ຢູ່​ທີ່ແທ່ນ​ບູ​ຊາ​ອັນ​ດຽວ​ກັນ. ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພອນ​ແຫ່ງ​ນິ​ລັນ​ດອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ດຽວ​ກັນ. ສິ່ງນີ້ໄດ້​ເຮັດ​ສຳ​ເລັດ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ສວຍ​ງາມ ຊຶ່ງ​ຖືກ​ສ້າງໂດຍ​ເງິນ​ສ່ວນ​ສິບ​ຂອງ​ໄພ່​ພົນ ໃຫ້​ເປັນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ໄດ້​ມອບ​ໃຫ້, ອີງ​ຕາມ​ຄວາມ​ຊອບ​ທຳ, ການເປັນ​ອັນ​ໜຶ່ງ​ອັນດຽວ​ກັນ, ແລະ ຄວາມ​ສະ​ເໝີ​ພາບ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ບຸກ​ຄົນ ຢູ່​ໃນ​ໂລກນີ້ ແລະ ຕຽມ​ເຮົາ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.33 ມັນ​ຕຽມ​ເຮົາ ເພື່ອ​ພົບ​ກັບ​ພຣະ​ເຈົ້າ.34

ພວກ​ເຮົາ​ອະ​ທິ​ຖານ​ວ່າ ທ່ານ​ແຕ່​ລະ​ຄົນ, ບໍ່​ວ່າ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ໃຫ້​ທ່ານໄປ​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ທ່ານ ແລະ ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.35

ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ ທີ່​ສະ​ມາ​ຊິກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ກຳ​ລັງ​ຕຽມ​ຕົວ​ໄປ​ພຣະ​ວິ​ຫານ. ຈຳ​ນວນ​ສະ​ມາ​ຊິກ​ຜູ້​ໃຫຍ່​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ໄດ້​ມີ​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ເປັນ​ເວ​ລາ​ຫລາຍ​ປີ. ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ຈຳ​ກັດ ສຳ​ລັບ​ຊາວໜຸ່ມ ກໍ​ມີ​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມາ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ.

ສຸດ​ທ້າຍນີ້, ໃຫ້​ທ່ານແນ່​ໃຈ​ໄດ້​ວ່າ ຜູ້​ນຳ​ອະ​ວຸ​ໂສ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ຄວບ​ຄຸມ​ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ສະ​ຫວັນ​ໄດ້​ມອບ​ໃຫ້ ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ການ​ຊີ້​ນຳ​ນີ້ ມາ​ຈາກ​ພຣະ​ວິນ​ຍານ ແລະ ບາງ​ເທື່ອ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ກົງ. ການ​ຊີ້​ນຳ​ທາງວິນ​ຍານ​ຈາກ​ທັງ​ສອງຝ່າຍ ໄດ້​ຖືກມອບ​ໃຫ້. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ເຊັ່ນ​ນັ້ນ. ແຕ່​ການ​ຊີ້​ນຳ​ໄດ້​ຖືກມອບ​ໃຫ້​ຕາມ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເທື່ອ​ລະ​ບັນ​ທັດ ແລະ ເທື່ອ​ລະ​ຂໍ້,36 ເມື່ອ “ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຮອບ​ຮູ້​ທຸກ​ຢ່າງ ເລືອກ​ທີ່​ຈະ​ສິດ​ສອນ​ເຮົາ.”37 ການ​ຊີ້​ນຳ​ສຳ​ລັບ​ສາດ​ສະ​ໜາ​ຈັກເປັນ​ກຸ່ມ​ກ້ອນ ແມ່ນ​ມາ​ສູ່​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

ເຮົາ​ທຸກ​ຄົນ​ໄດ້​ມີ​ໂອ​ກາດ​ສະໜັບ​ສະ​ໜູນ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ເປັນ​ສາດ​ສະ​ດາ ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່ນີ້. ອັກ​ຄະ​ສາ​ວົກ​ສິບ​ສອງ, ເປັນ​ກຸ່ມ ແລະ ເປັນ​ສ່ວນຕົວ, ໄດ້​ມີ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ສຳ​ຄັນ ຕອນ​ພວກ​ເຮົາ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ປະ​ທານ​ແນວ​ສັນ ແລະ ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ເປັນ​ຜູ້​ກ່າວ ແຕ່ງ​ຕັ້ງເພິ່ນ​ເປັນ​ທາງ​ການ ໃຫ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ລ່ວງໜ້າ​ແລ້ວ ແລະ ໄດ້​ຖືກ​ຕຽມ​ມາ​ຕະ​ຫລອດ​ຊີ​ວິດ ເພື່ອ​ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Eliza R. Snow, in Janiece Johnson and Jennifer Reeder, The Witness of Women: Firsthand Experiences and Testimonies from the Restoration (2016), 124; see also Eliza R. Snow, in Edward Tullidge, The Women of Mormondom (1877), 65.

  2. ເບິ່ງ Handbook 2: Administering the Church (2010), 2.2.

  3. ເບິ່ງ Doctrine and Covenants 109:4.

  4. ເບິ່ງ Russell M. Nelson, “Epistles of the Lord” (address given at the seminar for new mission presidents, June 25, 2015), 1–2.

  5. Stephen D. Ricks, “The Appearance of Elijah and Moses in the Kirtland Temple and the Jewish Passover,” BYU Studies, vol. 23, no. 4 (Fall 1983), 485.

  6. ເບິ່ງ Doctrine and Covenants 112:30.

  7. ເບິ່ງ Doctrine and Covenants 38:38; ເບິ່ງ Doctrine and Covenants 43:16; 84:20–21 ນຳ​ອີກ.

  8. ເບິ່ງ Handbook 2, 2.2. ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ທີ​ສີ່, ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ຂໍ​ກະ​ແຈ​ທີ່​ຖືກ​ຟື້ນ​ຟູ ແຕ່​ຕ້ອງ​ເພິ່ງ​ອາ​ໄສ​ການ​ດົນ​ໃຈ​ຈາກ​ສະ​ຫວັນ ຈາກການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ.

  9. ສະ​ພາ​ສູງ​ສຸດ​ຝ່າຍ​ການ​ເຜີຍ​ແຜ່ ເປັນ​ຜູ້​ດູ​ແລ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ໄດ້​ມອບ​ໃຫ້​ນີ້. ເບິ່ງ Doctrine and Covenants 110:11.

  10. ສະ​ພາ​ສູງ​ສຸດ​ຝ່າຍ​ຖາ​ນະ​ປະ​ໂລ​ຫິດ ແລະ ຄອບ​ຄົວ ເປັນ​ຜູ້​ດູ​ແລ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ໄດ້​ມອບ​ໃຫ້​ນີ້. ເບິ່ງ Doctrine and Covenants 110:12.

  11. Russell M. Nelson, “Covenants,” Liahona, Nov. 2011, 88.

  12. ສະ​ພາ​ສູງ​ສຸດ​ຝ່າຍ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ ເປັນ​ຜູ້​ດູ​ແລ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສະ​ຫວັນ​ໄດ້​ມອບ​ໃຫ້​ນີ້. ເບິ່ງ Doctrine and Covenants 110:13–16.

  13. 1 ນີ​ໄຟ 14:14; ເບິ່ງ 1 ນີ​ໄຟ 14:5, 7, 12 ນຳ​ອີກ.

  14. ເບິ່ງ ໂມ​ໄຊ​ຢາ 18:9; ແອວ​ມາ 6:1; 32:37; ເບິ່ງ Jeffrey R. Holland, “Emissaries to the Church,” Liahona, Nov. 2016, 61–62, 67 ນຳ​ອີກ.

  15. ເບິ່ງ Doctrine and Covenants 2:3.

  16. Joseph Fielding Smith, Doctrines of Salvation, comp. Bruce R. McConkie (1955), 2:148–49.

  17. ເບິ່ງ ແອວ​ມາ 34:32.

  18. ຫົວ​ຂໍ້​ທີ່​ປະ​ກົດ​ເລື້ອຍໆ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ວ່າ​ຖ້າ​ຫາກ​ຜູ້​ຄົນ​ຮັກ​ສາ​ພຣະ​ບັນ​ຍັດ, ພວກ​ເຂົາ​ຈະ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ແຜ່ນ​ດິນ, ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ, ແລ້ວ​ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເບິ່ງ, ໃນ​ບັນ​ດາ​ຂໍ້​ອື່ນໆ, 2 ນີ​ໄຟ 1:9; 4:4; ແອວ​ມາ 9:13.

  19. ສິ່ງນີ້​ເກີດ​ຂຶ້ນ​ໃນ #MeToo movement.

  20. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  21. ເບິ່ງ Ross Douthat, “Let’s Ban Porn,” New York Times, Feb. 11, 2018, SR11.

  22. ແອວ​ມາ 41:10.

  23. ເບິ່ງ Doctrine and Covenants 38:27.

  24. ເບິ່ງ 3 ນີ​ໄຟ 11:29.

  25. ເບິ່ງ David Brooks, “The Retreat to Tribalism,” New York Times, Jan. 2, 2018, A15.

  26. ເບິ່ງ ໂຢ​ຮັນ 17:21–22.

  27. ເບິ່ງ 2 ນີ​ໄຟ 26:33: “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ,” ຮ່ວມ​ທັງ “ຄົນ​ດຳ, ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ.”

  28. ເບິ່ງ Doctrine and Covenants 20:37.

  29. ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), ບົດ​ທີ 6.

  30. ເບິ່ງ ມັດ​ທາຍ 22:36–39.

  31. ເບິ່ງ ລູ​ກາ 10:29–37.

  32. ເບິ່ງ 4 ນີ​ໄຟ 1:17.

  33. ເບິ່ງ Doctrine and Covenants 59:23.

  34. ເບິ່ງ ແອວ​ມາ 34:32.

  35. ຄຳ​ຖາມ​ທີ່​ໃຊ້​ສຳ​ພາດ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເປັນ​ການ​ປະ​ເມີນ​ທີ່​ດີ ວ່າ​ເຮົາ​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ຫລືບໍ່.

  36. ເບິ່ງ 2 ນີ​ໄຟ 28:30; Doctrine and Covenants 98:12; 128:21.

  37. Neal A. Maxwell, All These Things Shall Give Thee Experience (2007), 31.