​2010–2019
ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ
ເດືອນ​ເມສາ 2018


ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ

ເຮົາ​ຕ້ອງ​ຖືກ​ເຕືອນ​ວ່າ ໃນ​ຊ່ວງ​ເວ​ລາ​ອັນ​ດົນນານ ເລື່ອງ​ເລັກ​ນ້ອຍ ຈະ​ນຳ​ເລື່ອງ​ໃຫຍ່​ມາ.

I.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄື​ກັນ​ກັບ​ທ່ານ, ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ແລະ ໄດ້​ຮັບ​ຄວາມ​ຮູ້ ແລະ ໄດ້​ຮັບ​ການ​ດົນ​ໃຈ ໂດຍ​ຂ່າວ​ສານ ແລະ ເພງ ແລະ ຄວາມ​ຮູ້​ສຶກ​ທີ່​ເຮົາ​ມີ​ນຳ​ກັນ ໃນ​ເວ​ລານີ້. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ຂ້າ​ພະ​ເຈົ້າ​ກ່າວ​ເພື່ອ​ທ່ານ ໃນ​ການ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ ຜູ້​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ໄດ້​ເພີ່ມ​ພະ​ລັງ​ໃຫ້​ເຮົາ​ນຳ​ກັນ ໃນ​ເວ​ລານີ້.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ ທີ່​ຈະ​ໄດ້​ກ່າວ​ກັບ​ທ່ານ ໃນ​ວັນ​ອາ​ທິດ​ຂອງ​ວັນ ອິດ​ສະ​ເຕີ. ມື້ນີ້ ເຮົາ​ໄດ້​​ຮ່ວມ​ກັບ​ຊາວ​ຄຣິດ​ທັງ​ປວງ ໃນ​ການ​ສະ​ເຫລີມ​ສະ​ຫລອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ສຳ​ລັບສະມາຊິກຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ການ​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ສິ່ງ​ຄ້ຳ​ຈູນ​ສັດ​ທາ​ຂອງ​ເຮົາ.

ເພາະ​ເຮົາ​ເຊື່ອ​ເລື່ອງ​ລາວ ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ ກ່ຽວ​ກັບ ການ​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ເຊື່ອ​ຄຳ​ສອນ​ໃນ​ພຣະ​ຄຳ​ພີຫລາຍ​ຢ່າງ ວ່າການ​ຟື້ນ​ຄືນ​ຊີ​ວິດ ທີ່​ຄ້າຍ​ຄື​ກັນ​ນັ້ນ ຈະ​ເກີດ​ກັບ​ມະ​ນຸດ​ທັງ​ປວງ ຜູ້​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ເທິງ​ໂລກນີ້. ການ​ຟື້ນ​ຄືນ​ຊີ​ວິດ ໄດ້​ມອບ​ສິ່ງ​ໜຶ່ງ​ໃຫ້​ເຮົາ ​ທີ່​ອັກ​ຄະ​ສາ​ວົກ​ເປ​ໂຕເອີ້ນ​ວ່າ “ຄວາມ​ຫວັງ​ອັນ​ມີ​ຊີ​ວິດ” (1 ເປ​ໂຕ 1:3). ຄວາມ​ຫວັງ​ອັນ​ມີ​ຊີ​ວິດນັ້ນ ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ຄວາມ​ຕາຍບໍ່​ແມ່ນ​ຈຸດ​ຈົບ​ຂອງ​ເອ​ກະ​ລັກ​ຂອງ​ເຮົາ ແຕ່​ມັນ​ເປັນ​ຂັ້ນ​ຕອນ​ທີ່​ຈຳ​ເປັນ ໃນ​ແຜນ​ທີ່​ມີ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ອົງ. ແຜນນັ້ນຮຽກ​ຮ້ອງ​ການ​ປ່ຽນ​ແປງ​ຈາກ​ຄວາມ​ເປັນ​ມະ​ຕະ ໄປ​ສູ່​ຄວາມ​ເປັນ​ອະ​ມະ​ຕະ. ຫລັກ​ທຳ​ທີ່​ສຳ​ຄັນຂອງ​ການ​ປ່ຽນ​ແປງນັ້ນ ແມ່ນ​ການ​ຕາຍ​ທີ່​​ດັບ​ມືດ ແລະ ແສງ​ອາ​ລຸນ​ໃນ​ຍາມ​ເຊົ້າ ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ​ໂດຍ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ ໃນ​ວັນ​ອາ​ທິດ​ບຸນອິດ​ສະ​ເຕີ ມື້ນີ້.

II.

ໃນ​ເພງ​ສວດ​ທີ່​ດີ​ເດັ່ນ ຊຶ່ງ​ແຕ່ງ​ໂດຍ ອີ​ລາຍ​ຊາ ອາ ສະ​ໂນ, ເຮົາ​ຮ້ອງວ່າ:

ຊ່າງຮຸ່ງໂລດ, ສົມບູນ ແລະ ຍິ່ງໃຫຍ່,

ແຜນງານແຫ່ງການໄຖ່,

ຊຶ່ງຄວາມທ່ຽງທຳ, ຄວາມຮັກ ແລະ ຄວາມເມດຕາ

ປະສານປອງດອງເມືອງຟ້າ!1

ໃນ​ການ​ສົ່ງ​ເສີມ​ແບບ​ແຜນ ແລະ ຄວາມ​ປອງດອງ​ເມືອງ​ຟ້າ​ນັ້ນ, ເຮົາ​ໄດ້​​ເຕົ້າ​ໂຮມ​ກັນ ໃນ​ກອງ​ປະ​ຊຸມ, ຮ່ວມທັງ​ກອງ​ປະ​ຊຸມ​ໃຫຍ່ນີ້, ເພື່ອ​ສິດ​ສອນ ແລະ ຊຸກ​ຍູ້​ຊຶ່ງ​ກັນ​ແລະ​ກັນ.

ໃນ​ເຊົ້າ​ມື້ນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ ຢາກ​ໃຊ້​ຂໍ້​ຄວາມຂອງ​ແອວ​ມາ​ເປັນ​ຫົວ​ຂໍ້ ທີ່​ເພິ່ນໄດ້​ໃຊ້​ສິດ​ສອນ​ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ, ຊຶ່ງ​ມີ​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ: “ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ຈະ​ນຳ​ເລື່ອງ​ໃຫຍ່​ມາ” (ແອວ​ມາ 37:6).

ເຮົາ​ໄດ້​ຖືກ​ສິດ​ສອນ​ຫລາຍ​ເລື່ອງທີ່​ເລັກ​ນ້ອຍ ແລະ ງ່າຍໆ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ໃນ​ຊ່ວງ​ເວ​ລາ​ອັນ​ດົນນານ ເລື່ອງ​ເລັກ​ນ້ອຍ ຈະ​ນຳ​ເລື່ອງ​ໃຫຍ່​ມາ. ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ ແລະ ຄູ​ສອນ​ທີ່​ໜ້າ​ນັບ​ຖື ເຄີຍກ່າວ​ປາ​ໄສ​ກ່ຽວ​ກັບຫົວ​ຂໍ້​ນີ້ ມາ​ຫລາຍ​ເທື່ອ​ແລ້ວ. ຫົວ​ຂໍ້​ນີ້​ແມ່ນ​ສຳ​ຄັນ​ຫລາຍ ຈົນ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ຕ້ອງ​ໄດ້ ເວົ້າ​ເຖິງ​ມັນອີກ.

ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ໃຈ ເຖິງ​ພະ​ລັງ​ຂອງ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ຈາກ​ບາງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ໃນ​ການ​ໄປ​ຍ່າງ​ໃນ​ຕອນ​ເຊົ້າ. ນີ້​ແມ່ນ​ຮູບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖ່າຍ. ທາງ​ຍ່າງລາດສີ​ມັງ ​ທີ່​ໜາ ແລະ ເຂັ້ມ​ແຂງ ມີ​ຮອຍ​ແຕກ. ມັນ​ເກີດ​ຈາກຄວາມ​ກົດ​ດັນ​ທີ່​ແຮງ​ກ້າ ແລະ ມີ​ພະ​ລັງ​ບໍ? ບໍ່​ແມ່ນ, ຮອຍ​ແຕກນີ້​ເກີດ​ຈາກ ຮາກ​ນ້ອຍໆ ທີ່​ເຕີບ​ໂຕ​ຊ້າໆ ຂອງ​ຕົ້ນ​ໄມ້​ທີ່​ຢູ່​ໃກ້​ຄຽງ. ນີ້​ແມ່ນ​ຕົວ​ຢ່າ​ງ​ທີ່​ຄ້າຍ​ຄື​ກັນ ທີ່​ຂ້າ​ພະ​ເຈົ້າ​ເຫັນ​ຢູ່​ຫົນ​ທາງ​ອີກ​​ບ່ອນ​ໜຶ່ງ.

ຮູບ​ພາບ
ຮອຍ​ແຕກ​ຢູ່​ບ່ອນ​ທາງ​ຍ່າງ
ຮູບ​ພາບ
ຮອຍ​ແຕກ​ຢູ່​ບ່ອນ​ທາງ​ຍ່າງ ອີກ​ບ່ອນ​ໜຶ່ງ

ພະ​ລັງ​ກົດ​ດັນ ທີ່​ເຮັດ​ໃຫ້​ແຜ່ນ​ສີ​ມັງ​ອັນ​ໜັກໆ​ຂອງ​ທາງ​ຍ່າງ ແມ່ນ​ຍາກ​ທີ່​ຈະ​ວັດ​ແທກ​ໄດ້ ໃນ​ແຕ່​ລະ​ວັນ ຫລື ແມ່ນ​ແຕ່​ໃນ​ແຕ່​ລະ​ເດືອນ, ແຕ່​ເມື່ອ​ເວ​ລາ​ຜ່ານ​ໄປ ມັນ​ໄດ້​ກາຍ​ເປັນ​ພະ​ລັງ​ທີ່​ເຫລືອ​ເຊື່ອ.

ເຊັ່ນ​ດຽວ​ກັບ ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ທີ່​ເຮົາ​ໄດ້​ຮັບ​ການ​ສິດ​ສອນ ໃນ​ພຣະ​ຄຳ​ພີ ແລະ ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ຈະ​ມີຜົນ​ກະ​ທົບ​ທີ່​ມີ​ພະ​ລັງ​ທີ່​ສຸດ ເມື່ອ​ເວ​ລາ​ຜ່ານ​ໄປ. ເຊັ່ນ​ດຽວ​ກັບ ການ​ສຶກ​ສາ​ພຣະ​ຄຳ​ພີ ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ ໃຫ້​ລວມ​ມັນ​ເຂົ້າ​ກັບ​​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ. ຫລື ເຊັ່ນ​ດຽວ​ກັບ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ການ​ນັ່ງ​ຄຸ​ເຂົ່າ​ອະ​ທິ​ຖານ​ກັບ​ຄອບ​ຄົວ ທີ່​ປະ​ຕິ​ບັດ​ເປັນ​ປະ​ຈຳ ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ. ເຊັ່ນ​ດຽວ​ກັບ ການ​ໄປ​ຫ້ອງ​ຮຽນ​ສາດ​ສະ​ໜາ​ຂອງ​ຊາວ​ໜຸ່ມ ຫລື ຫ້ອງ​ຮຽນ​ສະ​ຖາ​ບັນ ສຳ​ລັບ​ຜູ້​ໃຫຍ່​ຄົນ​ໜຸ່ມ. ເຖິງ​ແມ່ນ​ການ​ປະ​ຕິ​ບັດ​ໃນ​ແຕ່​ລະ​ຢ່າງນີ້ ອາດ​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ແລະ ງ່າຍໆ, ເມື່ອ​ເວ​ລາ​ຜ່ານ​ໄປ ຜົນ​ຂອງ​ມັນ​ຈະ​ເປັນ​​ສິ່ງເຊີດ​ຊູ ແລະ ໃຫ້ຄວາມ​ເຂັ້ມ​ແຂງ​ແກ່ທາງວິນ​ຍານ. ສິ່ງນີ້​ເກີດ​ຂຶ້ນ ເພາະ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້ ໄດ້ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃຫ້​ມາ​ສະ​ຖິດ​ຢູ່​ນຳ​ເຮົາ, ຜູ້​ເປັນ​ພະ​ຍານ ທີ່​ໃຫ້​ຄວາມ​ຮູ້​ແກ່​ເຮົາ ແລະ ນຳ​ພາ​ເຮົາ ເຂົ້າ​ສູ່​ຄວາມ​ຈິງ.

ອີກ​ແຫລ່ງ​ໜຶ່ງ​ທີ່​ເຊີດ​ຊູ ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​​ທາງວິນ​ຍານ ແມ່ນ​ການ​​ກັບ​ໃຈ​ຕະ​ຫລອດ, ເຖິງ​ແມ່ນ​ອາດ​ເບິ່ງ​ຄືວ່າ ມັນ​ເປັນ​ການ​ລ່ວງ​ລະ​ເມີດ ທີ່​ເລັກ​ນ້ອຍ​ເທົ່າ​ນັ້ນ. ການ​ສຳ​ຫລວດ​ເບິ່ງ​ຕົວ​ເອງ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເຮົາ ແລະ ເຫັນ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເຮັດ​ໃຫ້​ດີກວ່າ​ເກົ່າ. ການ​ກັບ​ໃຈ​ເຊັ່ນ​ນັ້ນ ຄວນ​ມາ​​ກ່ອນ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ. ຫົວ​ຂໍ້​ບາງ​ຢ່າງ​ທີ່​ໃຫ້​ພິ​ຈາ​ລະ​ນາ ໃນ​ຂັ້ນ​ຕອນ​ການ​ກັບ​ໃຈນີ້ ແມ່ນ​ຄຳ​ແນະ​ນຳ​ຢູ່​ໃນ​ເພງ​ສວດ ຊື່​ວ່າ “Have I Done Any Good?” ແປ​ວ່າ ເຮົາ​ໄດ້​ເຮັດ​ຄວາມ​ດີ​ແລ້ວ​ບໍ​ມື້ນີ້?

ເຮົາໄດ້ເຮັດຄວາມດີໃນ​ໂລກແລ້ວບໍມື້ນີ້?

ເຮົາໄດ້ຊ່ວຍເຫລືອໃຜແດ່?

ເຮົາໄດ້ໃຫ້ກຳລັງໃຈຄົນໂສກເສົ້າ ຊ່ວຍເຂົາໃຫ້ຊື່ນບານແລ້ວບໍ?

ຖ້າບໍ່ໄດ້ເຮັດ, ເຮົາກໍພາດໄປແລ້ວ.

ຄວາມໜັກໜ່ວງຂອງຄົນອື່ນໄດ້ຖືກແບ່ງເບົາແລ້ວບໍມື້ນີ້

ເພາະເຮົາເຕັມໃຈທີ່ຈະແບກຫາບ?

ຄົນປ່ວຍໂຊ ແລະ ອ່ອນແອໄດ້ຮັບ​ການຊ່ວຍເຫລືອແລ້ວບໍ?

ເມື່ອເຂົາຕ້ອງການ ເຮົາຢູ່ຫັ້ນແລ້ວບໍ?2

ແນ່ນອນ ສິ່ງ​ເຫລົ່າ​ນີ້​ເປັນເລື່ອງ​ເລັກ​ນ້ອຍ, ແຕ່​ແນ່ນອນ ມັນ​ເປັນ​ຕົວ​ຢ່າງ​ທີ່​ດີ​ຂອງ​ສິ່ງ​ທີ່​ແອວ​ມາ ໄດ້​ສອນ​ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ​ວ່າ: “ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ໂດຍ​ວິ​ທີ​ທີ່​ຈະ​ນຳ​ຈຸດ​ປະ​ສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ, ແລະ ໂດຍ​ວິ​ທີ​ເລັກໆ​ນ້ອຍໆ​ທີ່​ສຸດ ພຣະ​ຜູ້​ເປັນ​ເຈົ້າ … ເຮັດ​ໃຫ້​ຄວາມ​ລອດ​ເກີດ​ກັບ​ຈິດ​ວິນ​ຍານ​ເປັນຈຳ​ນວນ​ຫລວງ​ຫລາຍ” (ແອວ​ມາ 37:7).

ປະ​ທານ​ສະ​ຕີບ​ເວັນ ຊີ ວຽວ​ວະ​ໄຣ້ ໄດ້​ບັນ​ຍາຍ​ຕໍ່ນັກ​ສຶກ​ສາ ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ–ຮາ​ວາຍ ກ່ຽວ​ກັບ​ຄຳ​ສອນ​ທີ່​ດົນ​ໃຈ​ຂອງ​ແອວ​ມາ ວ່າ: “ແອວ​ມາ​ຢືນ​ຢັນ​ຕໍ່​ລູກ​ຊາຍ​ຂອງ​ເພິ່ນ ວ່າ​ແນ່ນອນ ແບບ​ແຜນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ຕິ​ບັດ​ຕາມ ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ ໃນ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ, ນັ້ນ​ຄື ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ ດ້ວຍ​ການ​ມະ​ຫັດ​ສະ​ຈັນ​ທີ່​ເລັກ​ນ້ອຍ ໃນ​ແຕ່​ລະ​ວັນ, ແລະ ເມື່ອ​ເວ​ລາ​ຜ່ານ​ໄປ, ດ້ວຍ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນໃຈ.”3

ປະ​ທານ ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ ໄດ້​ສອນ​ວ່າ “ສ່ວນ​ຫລາຍ​ແລ້ວ ແມ່ນ​ວຽກ​ງານ​ປະ​ຈຳ​ວັນ … ທີ່​ມີ​ຜົນ​ກະ​ທົບ​​ອັນ​ຍິ່ງ​ໃຫຍ່​ໃນ​ທາງບວກ ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ, ເມື່ອ​ປຽບ​ທຽບ​ໃສ່​ກັບ​ສິ່ງ​ທີ່​ໂລກມັກ​ອ້າງ​ເຖິງ ວ່າ​ເປັນ​ເລື່ອງ​ໃຫຍ່​ໂຕ.”4

ຄຳ​ສອນ​ໃນ​ທາງ​ໂລກ ທີ່​ເປັນ​ການ​ຊັກ​ຊວນ ເຖິງ​ຫລັກ​ທຳ​ອັນ​ດຽວ​ກັນ​ນີ້ ມາ​ຈາກ​ຜູ້​ແທນ ແດນ ໂຄດສ໌ ຂອງ​ລັດ ອິນ​ດີ​ອາ​ນາ, ຜູ້​ໄດ້​ຂຽນ​ວ່າ: “ການ​ຕຽມ​​ຢ່າງ​ດຽວ​ສຳ​ລັບ​ການ​ຕັດ​ສິນ​ໃຈ​ທີ່​ເລິກ​ຊຶ້ງ ຊຶ່ງ​ສາ​ມາດ​ປ່ຽນ​ແປງ​ຊີ​ວິດ, ຫລື ແມ່ນ​ແຕ່​ປະ​ຊາ​ຊາດ, ແມ່ນ​ການ​ຕັດ​ສິນ​ໃຈ​ຫລາຍໆ​ຮ້ອຍ​ເທື່ອ ທີ່​ບໍ່​ຮູ້​​ສຶກຕົວ, ​ທີ່​ຫລໍ່​ຫລອມ​ຕົວ​ເອງ, ຊຶ່ງ​ເບິ່ງ​ຄື​ວ່າ ບໍ່​ສຳ​ຄັນ ທີ່​ເຮັດ​ໃນ​ບ່ອນ​ສ່ວນ​ຕົວ.”5

ການ​ຕັດ​ສິນ​ໃຈ​ເປັນ​ສ່ວນ​ຕົວ ທີ່ “ເບິ່ງ​ຄື​ວ່າ ບໍ່​ສຳ​ຄັນ” ແມ່ນ​ຮ່ວມ​ທັງ​ ວິ​ທີ​ທີ່​ເຮົາ​ໃຊ້​ເວ​ລາ, ສິ່ງ​ທີ່​ເຮົາ​ເບິ່ງ​ຢູ່​ໃນ​ໂທ​ລະ​ທັດ ແລະ ໃນ​ອິນ​ເຕີ​ເນັດ, ສິ່ງ​ທີ່​ເຮົາ​ອ່ານ, ​ສິນ​ລະ​ປະ ແລະ ດົນ​ຕີ ທີ່​ຢູ່​ອ້ອມ​​ຮອບ​ເຮົາ ໃນ​ບ່ອນ​ທຳ​ງານ ແລະ ຢູ່​ທີ່​ບ້ານ, ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ​​ເພື່ອ​ການ​ບັນ​ເທີງ, ແລະ ວິ​ທີ​ທີ່​ເຮົາ​ນຳ​ໃຊ້ ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ ທີ່​ຈະ​ເປັນ​ຄົນ​ຊື່​ສັດ ແລະ ຈິງ​ໃຈ. ສິ່ງ​ທີ່​ເບິ່ງ​ຄື​ວ່າ ບໍ່​ສຳ​ຄັນ ອີກ​ຢ່າງ​ໜຶ່ງ ຄື​ການ​ເປັນ​ຄົນ​ສຸ​ພາບ ແລະ ລ່າ​ເລີງ ໃນ​ການ​ປະ​ຕິ​ບັດ​ຕໍ່​ກັນ.

ບໍ່​ມີ​ສິ່ງ​ໃດ ໃນ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ທີ່​​ເປັນ​ຕາ​ເຮັດ​ເຫລົ່າ​ນີ້ ຈະ​ຍົກ​ເຮົາ​ຂຶ້ນ ​ຍົກ​ເວັ້ນ​ແຕ່​ເຮົາ​ຕ້ອງ​ເຮັດ​ມັນ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ຕະ​ຫລອດ​ໄປ. ປະ​ທານບຣິ​ກຳ ຢັງ ໄດ້​ຖືກ​ລາຍ​ງານ ດັ່ງ​ທີ່​ກ່າວນີ້ວ່າ: “ຊີ​ວິດ​ຂອງ​ເຮົາ ແມ່ນ​ປະ​ກອບ​ດ້ວຍ​ສະ​ພາບ​ການ​ເລັກໆ​ນ້ອຍໆ ແລະ ງ່າຍໆ ທີ່ກອງ​ກັນ​ຂຶ້ນ​ເປັນສິ່ງ​ໃຫຍ່​ໂຕ ເມື່ອ​ມັນ​ຖືກ​ລວມ​ເຂົ້າ​ກັນ, ຊີ​ວິດ​​ທັງ​ໝົດ​ຂອງ​​ຊາຍ ແລະ ຍິງ ກໍ​ມີ​ເທົ່າ​ນັ້ນ​ແລ້ວ.”6

ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ອິດ​ທິ​ພົນ​ຂອງ​ການ​ສື່​ສານ ແລະ ວັດ​ທະ​ນະ​ທຳ​ທີ່​​ເສື່ອມ​ໂຊມ ຊຶ່ງຈະ​ຊຸກ​ເຮົາ​ລົງ​ໄປ​ຕາມ​ກະ​ແສຄື້ນລົງ​ໃຕ້ ຖ້າ​ຫາກ​ເຮົາ​ບໍ່​ຕ້ານ​ທານ​ກັບ​ມັນໄປ​ຕະ​ຫລອດ. ໃນ​ການພາຍ​ຕັດ​ກະ​ແສ​ຂຶ້ນ​ເໜືອ ມຸ້ງ​ໜ້າ​ໄປ​ຫາ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາ​ຕ້ອງໄດ້​ພາຍ​​ຕະ​ຫລອດ​ເວ​ລາ. ມັນ​ຈະ​ຊ່ວຍ​ໄດ້ ຖ້າ​ຫາກ​ເຮົາ​ເປັນ​ພາກ​ສ່ວນ​ໃນ​ທີມ ທີ່​ຊ່ວຍ​ກັນ​ພາຍ, ຄື​ກັນ​ກັບກຸ່ມ ທີ່​ພາ​ກັນ​ພາຍ​ຢູ່ນີ້. ເພື່ອ​ຂະ​ຫຍາຍ​ຕົວ​ຢ່າງ​ໃຫ້​ກວ້າງ​ຂວາງ​ອອກ​ໄປ​ອີກ, ກະ​ແສວັດ​ທະ​ນະ​ທຳ ແມ່ນໄຫລ​ແຮງ​ຂະ​ໜາດ ຖ້າ​ຫາກ​ເຮົາ​ເຊົາ​ພາຍ, ເຮົາ​ຈະ​ຖືກ​ພັດ​ລົງ​ໃຕ້ ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ເຮົາ​ບໍ່​ສະ​ແຫວງ​ຫາ ຊຶ່ງ​ຫລີກ​ລ້ຽງ​ບໍ່​ໄດ້ ​ຖ້າ​ຫາກ​ເຮົາ​ບໍ່​ພະ​ຍາ​ຍາມ​ພາຍ​ຂຶ້ນ​ເໜືອທວນ​ນ້ຳ.

ຫລັງ​ຈາກ​ໄດ້​ບັນ​ຍາຍ​ເຖິງ​ເຫດ​ການ​ທີ່​ເບິ່ງ​ຄື ເລັກ​ນ້ອຍ ແຕ່​ມີ​ຜົນ​ສະ​ທ້ອນ​​ອັນໃຫຍ່​ຫລວງ, ນີ​ໄຟ​ໄດ້​ຂຽນ​ວ່າ, “ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ດ້ວຍ​ວິ​ທີ​ນ້ອຍໆ ແລະ ງ່າຍໆ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເລື່ອງ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້” (1 ນີ​ໄຟ 16:29). ພຣະ​ຄຳ​ພີ​ເດີມ ​ມີ​ຕົວ​ຢ່າງ​ທີ່​ໜ້າ​ຊົງ​ຈຳ ເຖິງ​ເລື່ອງນີ້. ໃນ​ນັ້ນ ເຮົາ​ອ່ານ​ເຖິງວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ ໄດ້​​ຖືກ​ລົບ​ກວນ​ໂດຍ​ງູ​ພິດ. ຫລາຍ​ຄົນ​ໄດ້​ຕາຍ​ໄປ ຫລັງ​ຈາກ​ຖືກ​ງູ​ຕອດ (ເບິ່ງ ຈົດ​ບັນ​ຊີ 21:6). ເມື່ອ​ໂມ​ເຊ​ໄດ້​ອະ​ທິ​ຖານ ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ, ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ ໃຫ້​ເຮັດ “ງູ​ທອງ​ສຳ​ລິດ ຕອກ​ໄວ້​ກັບ​ເສົາ.” ແລ້ວ, “ຖ້າ​ຫາກ​ຜູ້​ໃດ​ຜູ້​ໜຶ່ງຖືກ​ງູ​ຕອດ ເມື່ອ​ແນມ​ເບິ່ງ​ທອງ​ສຳ​ລິດນັ້ນ​ແລ້ວ ​ກໍ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ” (​ຂໍ້​ທີ 9). ເລື່ອງ​ເລັກ​ນ້ອຍນັ້ນ ໄດ້​ນຳ​ຜົນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ມາ​ໃຫ້! ແຕ່, ດັ່ງ​ທີ່​ນີ​ໄຟ​ໄດ້​ອະ​ທິ​ບາຍ ​ຕອນ​ເພິ່ນ​ໄດ້​ສອນ​ຕົວ​ຢ່າງນີ້​ແກ່​ຜູ້​ທີ່​ກະ​ບົດ​ຕ້ານ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕຽມ​ວິ​ທີ​ທີ່​ງ່າຍໆ​ໃຫ້ ໂດຍ​ວິ​ທີນັ້ນ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ, “ເພາະ​ຄວາມ​ລຽບ​ຂອງ​ທາງ, ຫລື ຄວາມ​ງ່າຍ​ດາຍ​ຂອງ​ມັນ, ຈຶ່ງ​ມີ​ຄົນ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ” (1 ນີ​ໄຟ 17:41).

ຕົວ​ຢ່າງນັ້ນ ແລະ ຄຳ​ສອນນັ້ນ ໄດ້​ເຕືອນ​ເຮົາ​ວ່າ ເພາະ​ຄວາມ​ລຽບ​ຂອງ​ທາງ ຫລື ຄວາມ​ງ່າຍ​ດາຍ​ຂອງ​ຄຳ​ສັ່ງ ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ບໍ່​ສຳ​ຄັນ ທີ່​ຈະ​ບັນ​ລຸ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ເຮົາ.

ຄ້າຍ​ຄື​ກັນ​ນີ້, ແມ່ນ​ແຕ່​ການ​ກະ​ທຳ​ອັນ​ເລັກ​ນ້ອຍຂອງ​ການບໍ່​ເຊື່ອ​ຟັງ ຫລື ​ການ​ເຊົາ​ຕິດ​ຕາມ​ການ​ປະ​ຕິ​ບັດ​ທີ່​ຊອບ​ທຳພຽງ​ເລັກໆ​ນ້ອຍໆ ກໍ​ສາ​ມາດ​ດຶງ​ເຮົາ​ລົງ​ໃຕ້ໄດ້ ​ມຸ້ງ​ໄປ​ຫາ​ສິ່ງ​ທີ່​ເຮົາ​ຖືກ​ເຕືອນ​ໃຫ້​ຫລີກ​ເວັ້ນ. ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ໃຫ້​ຕົວ​ຢ່າງ​ເຖິງ​ເລື່ອງນີ້. ຜົນ​ສະ​ທ້ອນ​ຂອງ​ຢາ​ສູບ​ໜຶ່ງກອກ ຫລື ເຫລົ້າ​ໜຶ່ງ​ຈອກ ຫລື ສານ​ເສບ​ຕິດ​ໜຶ່ງ​ເທື່ອ ແມ່ນ​ເກີນກວ່າ ຈະ​ວັດ​ແທກ​ໄດ້. ເມື່ອ​ເວ​ລາ​ຜ່ານ​ໄປ, ຜົນ​ສະ​ທ້ອນ​ຈະ​ມີ​ພະ​ລັງ​ຫລາຍ​ຂຶ້ນ ແລະ ອາດບໍ່​ສາ​ມາດຫວນ​ກັບ​ຄືນ​ໄດ້. ຈື່​ທາງ​ຍ່າງ​ທີ່​ແຕກ​ແຫງ​​ນັ້ນໄດ້​ບໍ ຊຶ່ງ​ຄ່ອຍໆ​ຍະ​ອອກ​ເທື່ອ​​ລະ​ເລັກ​ເທື່ອລະ​ນ້ອຍ ໂດຍ​ຮາກ​ຂອງ​ຕົ້ນ​ໄມ້. ສິ່ງ​ໜຶ່ງ​ທີ່​ແນ່ນອນ​ກໍ​ຄື, ຜົນ​ສະ​ທ້ອນ​ທີ່​ຮ້າຍ​ແຮງ ຂອງ​ການ​ກິນ​ດື່ມ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຕິດ​ແສດ, ເຊັ່ນ​ຢາ​ເສບ​ຕິດ​ຈະ​ໂຈມ​ຕີ​ຮ່າງ​ກາຍ​ຂອງ​ເຮົາ ຫລື ຮູບ​ພາບ​ລາ​ມົກ​ຈະເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ເສື່ອມ​ໂຊມ, ຊຶ່ງ​ຄວນ​ຫລີກ​ເວັ້ນ​ທັງ​ສິ້ນ ຖ້າ​ເຮົາ​ບໍ່​ເຄີຍ​ລອງ​ມັນ​ມາ​ກ່ອນ—ແມ່ນ​ແຕ່​ຄັ້ງ​ດຽວ.

ເມື່ອ​ຫລາຍ​ປີ​ກ່ອນ, ປະ​ທານ ເອັມ ຣະ​ໂຊ ບາ​ເລີດ ໄດ້​ບັນ​ຍາຍ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເຖິງ “ວິ​ທີ​ທີ່​ເລັກ​ນ້ອຍ ແລະ ງ່າຍໆ ສາ​ມາດ​ເປັນ​ສິ່ງ​ທີ່ບໍ່​ດີ ແລະ ນຳ​ຄວາມ​ພິ​ນາດ​ມາ​ສູ່​ຄວາມ​ລອດ​ຂອງ​ບຸກ​ຄົນ​ໄດ້.” ເພິ່ນ​ໄດ້​ສອນ​ວ່າ: “ຄື​ກັນ​ກັບ​ເສັ້ນ​ຝ້າຍ​ທີ່​ອ່ອນໆ, ເມື່ອ​ຖືກ​ເອົາ​ມາ​ກ້ຽວ​ພັນ​ເຂົ້າ​ກັນ, ມັນ​ຈຶ່ງ​ກາຍ​ເປັນ​ເສັ້ນ​ຍາວ, ແລະ ໃນ​ທີ່​ສຸດ ​ໄດ້​ກາຍເປັນ​ເສັ້ນ​ເຊືອກ​ໃຫຍ່, ເລື່ອງ​ເລັກ​ນ້ອຍ​ເຫລົ່າ​ນີ້ ເມື່ອ​ເອົາ​ມາ​ປະ​ສົມ​ເຂົ້າ​ກັນ ກໍ​ສາ​ມາດ​ກາຍ​ເປັນ​ສິ່ງ​ທີ່​ໝັ້ນ​ແກ່ນ ຈົນ​ດຶງບໍ່​ຂາດ​ໄດ້. ເຮົາ​ຕ້ອງ​ຮູ້​ຈັກ​ເຖິງ​ພະ​ລັງ ທີ່​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ສາ​ມາດ​ມີ ໃນ​ການເສີມ​ສ້າງ​ທາງວິນ​ຍານ,” ເພິ່ນ​ໄດ້​ກ່າວ. “ໃນ​ເວ​ລາ​ດຽວ​ກັນ, ເຮົາ​ຕ້ອງ​ຮູ້​ຈັກ​ວ່າ ຊາ​ຕານ​ຈະ​ໃຊ້​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ເພື່ອ​ນຳ​ພາ​ເຮົາ​ເຂົ້າ​ໄປ​ໃນ​ຄວາມ​ໝົດ​ຫວັງ ແລະ ຄວາມ​ທຸກ​ທໍ​ລະ​ມານ.”7

ປະ​ທານ​ວຽວ​ວະ​ໄຣ້ ໄດ້​ໃຫ້​ຄຳ​ເຕືອນ​ທີ່​ຄ້າຍ​ຄື​ກັນ​ນີ້ ແກ່​ນັກ​​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ​ຢັງ ທີ່​ຮາ​ວາຍ ວ່າ: “ຍ້ອນ​ການບໍ່​ເຮັດ​ສິ່ງ​ທີ່​ເລັກ​ນ້ອຍ ແລະ ງ່າຍໆ ສັດ​ທາ​ຈຶ່ງ​ສັ່ນ​ສະ​ເທືອນ, ການ​ມະ​ຫັດ​ສະ​ຈັນ​ຈຶ່ງ​ໝົດ​ໄປ, ແລະ ຄວາມ​ກ້າວ​ໜ້າ ທີ່​ພາ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ ກໍ​ຢຸດ​ສະ​​ຫງັກ ແລ້ວ​ເລີ່ມ​ຕົ້ນ​ມາຍ​ອອກ​ໄປ ຊຶ່ງ​ການ​ສະ​ແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຖືກ​ປ່ຽນ​ເປັນ​ການ​ສະ​ແຫວງ​ຫາ​ຄວາມ​ທະ​ເຍີ​ທະ​ຍານ​​ຝ່າຍໂລກ.”8

ໃນ​ການ​ປ້ອງ​ກັນ​ຕົວ​ຈາກ​ຜົນ​ສະ​ທ້ອນ​ທີ່​ເປັນ​ທາງ​ລົບ ທີ່​ນຳ​ຄວາມພິ​ນາດ​ມາ​ສູ່ຄວາມ​ກ້າວ​ໜ້າ​ທາງວິນ​ຍານ​ຂອງ​ເຮົາ, ເຮົາ​ຕ້ອງ​ເຮັດ​ຕາມ​ແບບ​ແຜນ​ທາງວິນ​ຍານ ຂອງ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ບັນ​ຍາຍເຖິງ​ຫລັກ​ທຳ​ຂໍ້​ນີ້​​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ຕີ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ວ່າ: “ເຮົາ​ສາ​ມາດ​ຮຽນ​ຮູ້​ຫລາຍ​ຢ່າງ ກ່ຽວ​ກັບລັກ​ສະ​ນະ ແລະ ຄວາມ​ສຳ​ຄັນ​ຂອງ​ແບບ​ແຜນ​ທາງວິນ​ຍານ ຈາກວິ​ທີ … ຢອດ​ນ້ຳ​ລົງ​ໃສ່​ຂີ້​ດິນ ເທື່ອ​ລະ​ເລັກ ເທື່ອ​ລະ​ໜ້ອຍ,” ແທນ​ທີ່​ຈະ​ເທ​ໃສ​ຫລາຍໆ ຫລື ສີດ​ໃສ່​ຫລາຍໆ​ບາດ​ດຽວ ໃນ​ບ່ອນ​ທີ່ບໍ່ຕ້ອງ​ການ.

ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ: “ນ້ຳ​ທີ່​ຄ່ອຍໆ​ຍ້ອຍ​ລົງ ຈະ​ຊຶມ​​ເຂົ້າ​​ເລິກ​ໃນ​ດິນ ແລະ ປັບ​ປຸງ​ດິນ​ໃຫ້​ມີ​ຄຸນ​ນະ​ພາບ​ດີ ຊຶ່ງ​ຊ່ວຍ​ພືດ​ຜົນ​ໃຫ້​ງອກ​ງາມ. ເຊັ່ນ​ດຽວ​ກັນ​ນັ້ນ, ຖ້າ​​ຫາກ​ທ່ານ ແລະ ຂ້າ​ພະ​ເຈົ້າ ເອົາ​ໃຈ​ໃສ່ ແລະ ໄດ້​ຮັບ​ນ້ຳ​ທີ່​​ລໍ່​ລ້ຽງ​​ທາງວິນ​ຍານ ເລື້ອຍໆ, ແລ້ວ​ຮາກ​ພຣະ​ກິດ​ຕິ​ຄຸນ ຈະ​ສາ​ມາດ​ຢັ່ງ​ລົງໄປ​ໃນ​ຈິດ​ວິນ​ຍານ​ເລິກໆ​ຂອງ​ເຮົາ, ສາ​ມາດຍຶດ​ໝັ້ນ ຢູ່​ໄດ້​ຢ່າງ​ໝັ້ນ​ຄົງ, ແລະ ສາ​ມາດ​​ອອກ​ຜົນ​ທີ່​ດີ​ເລີດ ແລະ ຫວານ​ແຊບ​ຊ້ອຍ​ໄດ້.

ເພິ່ນ​ໄດ້​ກ່າວ​ຕື່ມ​ອີກວ່າ, “ແບບ​ແຜນ​ທາງວິນ​ຍານ ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ຈະ​ນຳເລື່ອງ​ໃຫຍ່​ມາ ທີ່​ສ້າງ​ຄວາມໜຽວ​ແໜ້ນ ແລະ ຄວາມ​ໝັ້ນ​ຄົງ, ການ​ອຸ​ທິດ​ຕົນ​ທີ່​ເລິກ​ຊຶ້ງ, ແລະ ມີ​ຄວາມ​ເຫລື້ອມ​ໃສ​ແທ້ໆ ຕໍ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.”9

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສອນ​ຫລັກ​ທຳ​ຂໍ້​ນີ້ ໃນ​ຖ້ອຍ​ຄຳ ຊຶ່ງ​ຕອນນີ້ ໄດ້​ຖືກ​​ລວມໄວ້​ຢູ່​ໃນ Doctrine and Covenants ທີ່​ວ່າ ຢ່າ​ໃຫ້​ຄົນ​ໃດ​ຖື​ວ່າ​ເລື່ອງ​ເຫລົ່າ​ນີ້​ເປັນ​ເລື່ອງ​ເລັກ​ນ້ອຍ; ເພາະ​ມັນ​ມີ​ຢ່າງ​ຫລວງ​ຫລາຍ … ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເພິ່ງ​ອາ​ໄສ​ເລື່ອງ​ເຫລົ່າ​ນີ້ (ເບິ່ງ D&C 123:15).

ໃນ​ຄວາມ​ກ່ຽວ​ພັນກັບ​ຄວາມ​ພະ​ຍາ​ຍາມ​ເທື່ອ​ທຳ​ອິດ ທີ່​ຈະ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ ໃນ​ລັດ​ມີ​ເຊີ​ຣີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ ໃຫ້​ມີ​ຄວາມ​ອົດ​ທົນ​ ວ່າທຸກ​ສິ່ງ​ຕ້ອງ​ເກີດ​ຂຶ້ນ​ໃນ​ເວ​ລາ​ຂອງ​ມັນ​ເອງ (ເບິ່ງ D&C 64:32). ແລ້ວ ພຣະ​ອົງ​ໄດ້​ມອບ​ຄຳ​ສອນ​ທີ່​ຍິ່ງ​ໃຫຍ່ນີ້​ໃຫ້ ວ່າບໍ່​ໃຫ້​ພວກ​ເພິ່ນ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ, ເພາະ​​ພວກ​ເພິ່ນ​ພວມ​ວາງ​ຮາກ​ຖານ​ຂອງວຽກ​ງານ​ອັນ​ຍິ່ງ​ໃຫຍ່. ແລະ ຈາກ ເລື່ອງ​ເລັກ​ນ້ອຍ ຈະ​ນຳ​ເລື່ອງ​ໃຫຍ່ມາ (ເບິ່ງ D&C 64:33).

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ເຮົາ​ທຸກ​ຄົນ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຕາມ​ ການ​ທ້າ​ທາຍ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເພື່ອ​ໃຫ້​ກ້າວ​ເດີນ​ໄປ​ໜ້າ “ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”10 ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ໂດຍ​ການ​ເຮັດ​ຕາມ “ເລື່ອງເລັກ​ນ້ອຍ” ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ ໂດຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ແລະ ຂໍ​ມອບ​ພອນ​ຂອງ​ພຣະ​ອົງ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “How Great the Wisdom and the Love,” Hymns, no. 195.

  2. “Have I Done Any Good?” Hymns, no. 223.

  3. Steven C. Wheelwright, “The Power of Small and Simple Things” (Brigham Young University–Hawaii devotional, Aug. 31, 2007), 2, devotional.byuh.edu.

  4. Teachings of Presidents of the Church: Howard W. Hunter (2015), 165.

  5. Dan Coats, “America’s Youth: A Crisis of Character,” Imprimis, vol. 20, no. 9 (Sept. 1991), 4; see also Elder Wilford Andersen in his column in the Mesa Tribune, May 1996.

  6. Brigham Young, discourse in Ogden Tabernacle, July 19, 1877, as reported in “Discourse,” Deseret News, Oct. 17, 1877, 578.

  7. M. Russell Ballard, “Small and Simple Things,” Ensign, May 1990, 7, 8.

  8. Steven C. Wheelwright, “The Power of Small and Simple Things,” 3.

  9. David A. Bednar, “By Small and Simple Things Are Great Things Brought to Pass” (Brigham Young University Women’s Conference, Apr. 29, 2011), womensconference.byu.edu.

  10. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.