​2010–2019
ການ​ຊຸມ​ນຸມ​ທີ່​ສັກ​ສິດ
ເດືອນ​ເມສາ 2018


ການ​ຊຸມ​ນຸມ​ທີ່​ສັກ​ສິດ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ປະ​ທານ​ແນວ​ສັນ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​​ຈັດ​ການ ກັບ​ທຸ​ລະ​ກິດ​ຂອງ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ​ຊຶ່ງ​ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ໃນ​ມື້ນີ້

ນີ້​ແມ່ນ​ໂອ​ກາດ​ທີ່​ສຳ​ຄັນ​ຫລາຍ​​ທີ່​ສຸດ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຕະ​ຫລອດ​ທົ່ວ​ໂລກ.

ນັບ​ແຕ່​ວັນ​ທີ 10 ເດືອນ​ຕຸ​ລາ, 1880 ເປັນ​ຕົ້ນ​ມາ, ຕອນ ຈອນ ເທ​ເລີ ໄດ້​ຖືກ​ສະໜັບ​ສະ​ໜູນ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແທນ ບຣິ​ກຳ ຢັງ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ໂອ​ກາດ​ແຕ່​ລະ​ເທື່ອ​​ເຫລົ່າ​ນີ້ ໄດ້​ຖືກມອບ​ໝາຍ​ໃຫ້​ຈັດ​ການ​ຮ່ວມ​ຊຸມ​ນຸມ​ທີ່​ສັກ​ສິດ​ເປັນ​ທາງ​ການ ເພື່ອ​ໃຫ້​ສາດ​ສ​ະ​ໜາ​ຈັກ​ອອກ​ສຽງສະ​ໜັບ​ສະ​ໜູນ.

ພວກ​ເຮົາ​ຈະ​ອອກ​ສຽງ​ ໂດຍ​​ແຕ່​ລະ​ກຸ່ມ. ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ, ຂໍ​ໃຫ້​ທ່ານຢືນ​ຂຶ້ນ ເມື່ອ​ທ່ານຖືກ​ຂໍ​ໃຫ້​ຢືນ​ຂຶ້ນ​ເທົ່າ​ນັ້ນ ແລະ ສະ​ແດງ​ໂດຍ​ການ​ຍົກ​ມື​ຂຶ້ນ ເມື່ອ​​ທ່ານ​ເ​ລືອກ​ທີ່​ຈະ​ສະ​ໜັບ​ສະ​ໜູນ ຜູ້​ທີ່​ລາຍ​ຊື່​ຖືກ​ນຳ​ສະ​ເ​ໜີ. ທ່ານ​ຄວນ​ອອກ​ສຽງ ເມື່ອ​ຖືກ​ຂໍ​ໃຫ້​ຢືນຂຶ້ນ​ເທົ່າ​ນັ້ນ.

ສ່ວນເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ທີ່​ໄດ້​ຖືກມອບ​ໝາຍ​ໃຫ້​ມີ​ໜ້າ​ຢູ່​ທີ່ ຕຶກ​ແທ​ໂບ​ແນ​ໂກ ແລະ ຕຶກ​ຊຸມ​ນຸມ ຢູ່​ໃນ​ບໍ​ລິ​ເວນ​ພຣະ​ວິ​ຫານ ຈະ​ສັງ​ເກດ​ເບິ່ງ​ການ​ອອກ​ສຽງ. ໃນ​ຕຶກ​ສະ​ເຕກ, ຜູ້​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຈະ​ເປັນ​ຜູ້​ສັງ​ເກດ​ເບິ່ງ​ການ​ອອກ​ສຽງ. ຖ້າ​ຫາກ​ມີ​ຜູ້ຄົນ​ຂັດ​ຄ້ານ, ບຸກ​ຄົນ​ເຫລົ່າ​ນັ້ນ​ຄວນ​ຕິດ​ຕໍ່​ໄປ​ຍັງ​ປະ​ທານ​ສະ​ເຕກ​ຂອງ​ຕົນ.

ບັດ​ນີ້ ພວກ​ເຮົາ​ຈະ​ດຳ​ເນີນ​ການ​. ອີກ​ເທື່ອ​ໜຶ່ງ, ກະ​ລຸ​ນາ​ຢືນ​ຂຶ້ນ ​ເມື່ອ​ທ່ານຖືກ​ຂໍ​ໃຫ້​ຢືນ​ຂຶ້ນ​ເທົ່າ​ນັ້ນ.

ພວກ​ເຮົາ​ຂໍ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸ​ດ​ທ້າຍ.

ຜູ້​ທີ່​ຢູ່​ໃນຝ່າຍ​ປະ​ທານ​ສູງ​ສຸດ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດສະ​ໜັບ​ສະ​ໜູນ ດາ​ລິນ ແຮຣິສ ໂອກສ໌ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ ແລະ ເຮັນ​ຣີ ເບັນ​ນຽນ ໄອ​ຣິງ ເປັນ​ທີ່​ປຶກ​ສາ​ທີ​ສອງ ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ສະ​ມາ​ຊິກໃນຝ່າຍ​ປະ​ທານ​ສູງ​ສຸດ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ສະ​ໜັບ​ສະ​ໜູນ ດາ​ລິນ ແຮ​ຣິສ ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ມຽວ​ວິນ ຣະ​ໂຊ ບາ​ເລີດ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ.

ສະ​ມາ​ຊິກໃນ​ຝ່າຍ​ປະ​ທານ​ສູງ​ສຸດ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ຝ່າຍ​ປະ​ທານ​ສູງ​ສຸດສະ​ໜັບ​ສະ​ໜູນ ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ: ເອັມ ຣະ​ໂຊ ບາ​ເລີດ, ແຈັບ​ຟະ​ຣີ ອາ ຮໍ​ແລນ, ດີ​ເດີ ແອັຟ ອຸກດອບ, ເດ​ວິດ ເອ ແບ໊ດ​ນາ, ຄວິນ​ຕິນ ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ແອວ ແອນ​ເດີ​ເຊັນ, ຣອນ​ໂນ ເອ ແຣັສ໌​ແບນ, ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແດວ ຈີ ເຣັນ​ລັນ, ແກ​ຣິດ ວາວ​ເຕີ ກອງ, ແລະ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌.

ສະ​ມາ​ຊິກໃນ​ຝ່າຍ​ປະ​ທານ​ສູງ​ສຸດ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ສະ​ໜັບ​ສະ​ໜູນ ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ສະ​ມາ​ຊິກໃນ​ຝ່າຍ​ປະ​ທານ​ສູງ​ສຸດ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ບັດ​ນີ້ ຂໍ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ ນັ່ງ​ລົງ​ໄດ້.

ພວກ​ເຮົາ​ຂໍ​​ເຊື້ອ​ເຊີນ ແອວ​ເດີ ກອງ ແລະ ແອວ​ເດີ ໂຊ​ອາ​ເຣສ໌ ໃຫ້​​ຂຶ້ນ​ມາ​ນັ່ງ​ຮ່ວມ​ກັບ​ກຸ່ມ​ອັກ​ຄ​ະ​ສາ​ວົກ​ສິບ​ສອງ.

ຂໍ​ໃຫ້ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງເທົ່າ​ນັ້ນ, ຮ່ວມ​ທັງແອວ​ເດີ ກອງ ແລະ ແອວ​ເດີ ໂຊ​ອາ​ເຣສ໌, ​ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນໄປ​ແລ້ວ ໂດຍຝ່າຍ​ປະ​ທານ​ສູງ​ສຸດ.

ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ເຊີນ​ໃຫ້ນັ່ງ​ລົງໄດ້.

ພວກ​ເຮົາ​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ທີ່​ເປັນ​ສາ​ວົກເຈັດ​ສິບ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​​ອະ​ທິ​ການ​ຄວບ​ຄຸມ ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ທີ່​ເປັນ​ສາ​ວົກ​ເຈັດ​ສິບ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ຄວບ​ຄຸມ​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ ​ໂດຍຝ່າຍ​ປະ​ທານ​ສູງ​ສຸດ.

ທຸກ​ຄົນ​ໃນ​ຝ່າຍເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ທີ່​ເປັນ​ສາ​ວົກ​ເຈັດ​ສິບ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ຄວບ​ຄຸມ​ ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ເຊີນ​ໃຫ້ນັ່ງ​ລົງໄດ້.

ພວກ​ເຮົາ​ຂໍ​ໃຫ້​ບຸກ​ຄົນ​ຕໍ່​ໄປ​ນີ້ ຢືນ​ຂຶ້ນ ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ​ ຕະ​ຫລອດ​ທົ່ວ​ໂລກ: ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ປິ​ຕຸ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງແລ້ວ, ມະ​ຫາ​ປະ​ໂລ​ຫິດ, ແລະ ແອວ​ເດີ.

ຂໍ​ສະ​ເໜີ​ໃຫ້ ຣະ​ໂຊ ແມຣິ​ເອິນ ແນວ​ສັນ ຖືກ​ສະ​ໜັບ​ສະ​ໜູນ​ເປັນ ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ ຂໍໃຫ້ຍົກມືຂຶ້ນ.

ຂໍ​ເຊີນ​ນັ່ງ​ລົງ.

ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ—ນັ້ນ​ຄື, ສະ​ຕີ​ທຸກ​ຄົນ ອາ​ຍຸ 18 ປີ ຂຶ້ນ​ໄປ—ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ຖືກ​ສະ​ໜັບ​ສະ​ໜູນ​ເປັນ ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ເຊີນ​ໃຫ້ນັ່ງ​ລົງໄດ້.

ທຸກ​ຄົນ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງອາ​ໂຣນ—ນັ້ນ​ຄື, ປະ​ໂລ​ຫິດ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແລ້ວ—ຂໍ​ເຊີນ​ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ຖືກ​ສະ​ໜັບ​ສະ​ໜູນ​ເປັນ ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ເຊີນ​ໃຫ້ນັ່ງ​ລົງໄດ້.

ຂໍ​ໃຫ້​ຍິງ​ໜຸ່ມ​ອາ​ຍຸ 12 ປີ ເຖິງ 18 ປີ ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ຖືກ​ສະ​ໜັບ​ສະ​ໜູນ​ເປັນ ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ເຊີນ​ໃຫ້ນັ່ງ​ລົງໄດ້.

ບັດ​ນີ້ ພວກ​ເຮົາ​ຂໍ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ, ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ, ​ຮ່ວມ​ທັງ​ຜູ້​ທີ່​ໄດ້​ຢືນ​ຂຶ້ນແລ້ວ, ຢືນ​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້ ຣະ​ໂຊ ແມຣິ​ເອິນ ແນວ​ສັນ ຖືກ​ສະ​ໜັບ​ສະ​ໜູນ​ເປັນ ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ມາ​ຊິກ​ໃນກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ຊຶ່ງ​ໄດ້​ຖືກ​ນຳ​ສະ​ເໜີ ແລະ ໄດ້​ຮັບ​ການ​ສະ​ໜັບ​​ສະ​ໜູນ​ໄປ​ແລ້ວ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ເຊີນໃຫ້​ທຸກ​ຄົນ​ນັ່ງ​ລົງ​ໄດ້.

ຂໍ​ຂອບ​ໃຈ​ຫລາຍໆ, ອ້າຍ​ເອື້ອຍ​ນ້ອງ​ທຸກ​ຄົນ, ສຳ​ລັບ​ຄວາມ​ຮັກ ແລະ ການ​ສະ​ໜັນ​ສະ​ໜູນ​ຂອງ​ທ່ານ.