​2010–2019
ໃຫ້​ພຣະ​ວິນ​ຍານ​ສັກ​ສິດເປັນ​ຜູ້​ນຳ​ພາ​ທ່ານ
ເດືອນ​ເມສາ 2018


ໃຫ້​ພຣະ​ວິນ​ຍານ​ສັກ​ສິດເປັນ​ຜູ້​ນຳ​ພາ​ທ່ານ

ຊ່າງ​ເປັນ​ພອນ​ທີ່​ປຽບ​ທຽບ​ບໍ່​ໄດ້​ແທ້ໆ ທີ່​ມາ​ສູ່​ຜູ້​ທີ່​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຂອງ​ປະ​ທານນັ້ນ​ແມ່ນ ພຣະ​ວິນ​ຍານ​ບໍ​ລິ​ສຸດ

ໃນ​ເຊົ້າ​ຂອງວັນ​ອິດ​ສະ​ເຕີມື້ນີ້, ເຮົາ​ໄດ້​ຫວນ​ຄິດ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ອຸບ​ມຸງ​ທີ່​ວ່າງ​ເປົ່າ ​ຊຶ່ງໃຫ້​ຄວາມ​ຫວັງ​ແກ່​ຜູ້​ທີ່​ເຊື່ອ​ທຸກ​ຄົນ ໃນ​ຄວາມ​ມີ​​ໄຊ​ຂອງ​ພຣະ​ຄຣິດ ຖ້າບໍ່​ດັ່ງ​ນັ້ນ ຄົງ​ປະ​ລາ​ໄຊ​ເປັນ​ແນ່. ຂ້າ​ພະ​ເຈົ້າ​ເຊື່ອ ຄື​ກັນ​ກັບອັກ​ຄະ​ສາ​ວົກ​ໂປ​ໂລ ວ່າດັ່ງ​ທີ່​ພຣະ​ເຈົ້າ “ໄດ້​ບັນ​ດານໃຫ້​ພຣະ​ເຢ​ຊູ​ຟື້ນ​ຄືນ​ພຣະ​ຊົນ [ສະ​ນັ້ນ] [ພຣະ​ອົງ] ກໍ​ຈະ​ບັນ​ດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ [ຂອງພວກ​ເຮົາ] ຄືນ​ມີ​ຊີ​ວິດ​ໃໝ່​ອີກ.”1

ຄຳ​ວ່າ ບັນ​ດານ​ໃຫ້​ຄືນ​ມີຊີ​ວິດ​ ໝາຍ​ເຖິງ​​ການ​ມີ​ຊີ​ວິດ​ຄືນ​​ອີກ. ດັ່ງ​ທີ່​ພຣະ​ຄຣິດ​ ນຳ​ຮ່າງ​ກາຍ​ຂອງ​ເຮົາ​​ກັບ​ຄືນ​ມາ ຫລັງ​ຈາກ​ການ​ຕາຍ​ທາງ​ຮ່າງ​ກາຍ ​ຜ່ານ​ທາງອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ສະ​ນັ້ນ ພຣະ​ອົງ​ກໍ​ຈະ​ບັນ​ດານ​ໃຫ້​ເຮົາຄືນ​ມີ​ຊີ​ວິດ​ໃໝ່, ຫລື ເຮັດ​ໃຫ້​​ເຮົາ​ຄືນ​ມີ​ຊີ​ວິດ​ຈາກ​ຄວາມ​ຕາຍ​ທາງວິນ​ຍານ.2 ໃນ​ໜັງ​ສື​ໂມ​ເຊ, ເຮົາ​ອ່ານ​ກ່ຽວ​ກັບ​ເລື່ອງ​ທີ່​ອາ​ດາມ​ໄດ້​ຖືກ​ບັນ​ດາ​ນໃຫ້​ຄືນ​ມີ​ຊີ​ວິດ​ໃໝ່ ທີ່​ຄ້າຍ​ຄື​ກັນ​ນີ້ວ່າ ອາ​ດາມ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດັ່ງ​ນັ້ນ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ເທິງ​ເພິ່ນ, ແລະ ເພິ່ນ​ໄດ້​ເກີດ​ທາງ​ວິນ​ຍານ​ດັ່ງ​ນັ້ນ, ແລະ ໄດ້​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ໃນ​ຈິດ​ໃຈ.3

ຊ່າງ​ເປັນ​ພອນ​ທີ່​ປຽບ​ທຽບ​ບໍ່​ໄດ້​ແທ້ໆ ທີ່​ມາ​ສູ່​ຜູ້​ທີ່​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຂອງ​ປະ​ທານນັ້ນ​ແມ່ນ​ພຣະ​ວິນ​ຍານ​ສັກ​ສິດ ທີ່ມອບ​​ສິ່ງ​ທີ່​ພຣະ​ຄຳ​ພີ​ເດີມ​ເອີ້ນ​ວ່າ “ຊີ​ວິດ​ໃນ​ພຣະ​ຄຣິດ” ໃຫ້​ເຮົາ4 ແຕ່​ບາງ​ເທື່ອ ເຮົາ​ເຄີຍລົດ​ຄຸນ​ຄ່າ​ຂອງ ຂອງ​ປະ​ທານ​ເຊັ່ນ​ນີ້​ບໍ?

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ເປັນ​ສິດ​ທິ​ພິ​ເສດ​ທີ່​ໜ້າ​ອັດ​ສະ​ຈັນ ທີ່ “ມີ … ພຣະ​ວິນ​ຍານ​ສັກ​ສິດ ເປັນ​ຜູ້​ນຳ​ພາ [ເຮົາ]”5 ດັ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ປະ​ສົບ​ການ ດັ່ງ​ຕໍ່​ໄປ​ນີ້.

ຮູບ​ພາບ
ຈ່າ​ຟະແຣ້ງ ບະແລ

ໃນ​ລະ​ຫວ່າງ​ສົງ​ຄາມ​ເກົາ​ຫລີ, ຈ່າ ຟະແຣ້ງ ບະແລ ໄດ້​ຮັບ​ໃຊ້​ຢູ່​ໃນ​ກຳ​ປັ່ນ​ຂົນ​ສົ່ງ ປະ​ຈຳ​ການ​ຢູ່​ປະ​ເທດ​ຍີ່​ປຸ່ນ.6 ກຳ​ປັ່ນ​ບໍ່​ໃຫຍ່​ພໍ ທີ່​ຈະ​ຕ້ອງ​ມີ​ຄຸນ​​ພໍ່​ປະ​ຈຳ​ເປັນ​ທາງ​ການ, ສະ​ນັ້ນ​ນາຍ​ເຮືອ ຈຶ່ງ​ໄດ້​ຂໍ​ໃຫ້ ບຣາ​ເດີ ບະແລ ເປັນ​ຄຸນ​ພໍ່​ທີ່ບໍ່​ເປັນ​ທາງ​ການ, ໂດຍ​ທີ່​ໄດ້​ສັງ​ເກດ​ເຫັນ​ຊາຍ​ໜຸ່ມ​ເປັນ​ຄົນ​ມີ​ສັດ​ທາ ແລະ ມີ​​ຫລັກ​ການ, ທີ່​ທຸກ​ຄົນ​ໃນ​ເຮືອນັບ​ຖື.

ຮູບ​ພາບ
ຈ່າ​ບະແລ

ຈ່າ ບະແລ ໄດ້​ຂຽນ​ວ່າ: “ກຳ​ປັ່ນ​ຂອງ​ພວກ​ເຮົາ​ໄດ້ປະ​ທະ​ກັບ​ພະ​ຍຸ​ຮ້າຍ. ຄື້ນ​ທະ​ເລ​ສູງ​ເຖິງ 45 ຟີດ [14 ແມັດ]. ມັນ​ເປັນ​ຜຽນ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ຍາມ … ຊຶ່ງ​ໃນ​ເວ​ລານັ້ນ ​ຫົວ​ຈັກ​ສາມ​ໜ່ວຍ​ໄດ້​ຢຸດ​ທຳ​ງານ ແລະ ກໍ​ມີ​ຄົນ​ລາຍ​ງານ​ວ່າ ​ເສັ້ນ​ກາງ​ຂອງ​ເຮືອ​ມີ​ຮອຍ​ແຕກແຫງ. ພວກ​ເຮົາ​ຍັງ​ມີ​ຫົວ​ຈັກ​​ສອງ​ໜ່ວຍ​ທີ່​​ຍັງ​ທຳ​ງານ​ຢູ່, ຊຶ່ງ​ໜ່ວຍ​ໜຶ່ງ​ທຳ​ງານ​ໄດ້​ແຕ່​ພຽງ​ປານ​ກາງ. ພວກ​ເຮົາ​ກຳ​ລັງ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະລາຍ.”

ຫລັງ​ຈາກ​ໝົດ​ເວ​ລາ​ຜຽນ​ຍາມ​ແລ້ວ, ຈ່າ ບະແລ ກໍ​ໄດ້​ຕຽມ​ຕົວ​ເຂົ້າ​ນອນ ເມື່ອ​ນາຍ​ເຮືອ​ໄດ້​ມາ​ເຄາະ​ປະ​ຕູ. ເພິ່ນ​ໄດ້​ເວົ້າວ່າ, “​ຂໍ​ໃຫ້​ເຈົ້າ​ອະ​ທິ​ຖານ​ເພື່ອ​ເຮືອລຳ​ນີ້​ໄດ້ບໍ?” ແນ່ນອນ, ຈ່າ ບະແລ ໄດ້​ຕົກ​ລົງ​ທີ່​ຈະ​ເຮັດ.

ໃນ​ເວ​ລານັ້ນ, ຈ່າ ບະແລ ອາດ​ອະ​ທິ​ຖານ​ພຽງ​ວ່າ, “ໂອ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ​ຂໍ​ຈົ່ງ​ອວຍ​ພອນ​ເຮືອ​ຂອງ​​ພວກ​ຂ້າ​ນ້ອຍ ແລະ ດູ​ແລ​ຄວາມ​ປອດ​ໄພ​ຂອງ​ພວກ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ,” ແລະ ແລ້ວ​ກໍ​ເຂົ້າ​ນອນໂລດ. ແຕ່ລາວ​ໄດ້​ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ວ່າ ມີ​ສິ່ງ​ໃດ​ແດ່ ທີ່​ລາວ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ເຮືອ​ໃຫ້ປອດໄພ. ໃນ​ການຕອບ​ຄຳ​ອະ​ທິ​ຖານ​ຂອງ ບຣາ​ເດີ ບະແລ, ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ກະ​ຕຸ້ນ​ລາວ​ໃຫ້​ໄປ​ຫາ​ຫ້ອງ​ຂັບ​ເຮືອ, ເວົ້າ​ລົມ​ກັບ​ນາຍ​ເຮືອ, ແລະ ຮຽນ​ຮູ້​ຕື່ມ​ອີກ. ລາວ​ໄດ້​ເຫັນ​ວ່າ ນາຍ​ເຮືອ​​ກຳ​ລັງ​​ຄິດ​ຫາ​ທາງ ທີ່​ຈະ​ຂັບ​ເຮືອ​ໄປ​ໄວ ຫລື ຊ້າ​ຫລາຍ​ຂະ​ໜາດ​ໃດ ​ອີງຕາມ​ຫົວ​ຈັກ​ທີ່​ທຳ​ງານ​ໄດ້​ຢູ່ ຈ່າ ບະແລ ໄດ້​ກັບ​ຄືນ​ໄປ​ຫາ​ຫ້ອງນອນ ແລະ ໄດ້​ອະ​ທິ​ຖານ​ຕື່ມ​ອີກ.

ລາວ​ໄດ້​ອະ​ທິ​ຖານ​ວ່າ, “ຂ້າ​ນ້ອຍ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້ຊ່ວຍ​ຈັດ​ການ​ເລື່ອງ​ຫົວ​ຈັກ​ທີ່ມີ​ບັນ​ຫາ?”

ພຣະ​ວິນ​ຍານບໍ​ລິ​ສຸດ​ໄດ້​ຕອບ ດ້ວຍ​ການ​ສື່ມບອກວ່າ ລາວ​ຕ້ອງ​ຍ່າງ​ອ້ອມ​ເບິ່ງ​ເຮືອ ແລະ ສັງ​ເກດເບິ່ງ ເພື່ອ​ຊອກ​ຫາ​ຂໍ້​ມູນ​ເພີ່ມ​ອີກ. ລາວ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ນາຍ​ເຮືອ​ອີກ ແລະ ຂໍ​ອະ​ນຸ​ຍາດ​ຍ່າງ​​ອ້ອມ​ຊານ​ເຮືອ. ແລ້ວ, ຫລັງ​ຈາກ​ໄດ້​ເອົາ​ເຊືອກ​ມັດ​ແອວ​​ຕົວ​ເອງໄວ້, ລາວ​ກໍ​ໄດ້​ອອກ​​ໄປ​ຫາລົມ​ພະ​ຍຸ.

ຂະ​ນະ​ທີ່​ຢືນ​ຢູ່​ທ້າຍ​ເຮືອ, ລາວ​ໄດ້​ສັງ​ເກດ​ເຫັນໃບ​ພັດ​ໃຫຍ່ ຢູ່ເທິງໜ້າ​ນ້ຳ ຕອນ​ທີ່​ເຮືອ​ຖືກ​ຄື້ນ​ຊຸກ​ຂຶ້ນ​ສູງ. ມີ​ໃບ​ພັດ​​ພຽງ​ແຕ່​ອັນດຽວ​ທີ່​ທຳ​ງານ​ຢູ່, ແລະ ມັນ​ກໍ​ພັດ​ຢູ່​ຢ່າງ​ໄວ. ຫລັງ​ຈາກ​ໄດ້​ສັງ​ເກດ​ແລ້ວ, ຈ່າ ບະແລ ກໍ​ໄດ້​ກັບ​ຄືນ​ໄປ​ອະ​ທິ​ຖານ​ອີກ. ຄຳ​ຕອບ​ທີ່​ແຈ່ມ​ແຈ້ງ​ທີ່​ລາວ​ໄດ້​ຮັບ​ແມ່ນ ຫົວ​ຈັກ​ທີ່​ທຳ​ງານ​ຢູ່ນັ້ນ ໝຸນໄວ​ເກີນ​ໄປ ແລະ ຕ້ອງ​ຜ່ອນ​​ມັນ​ລົງ. ສະ​ນັ້ນ ລາວ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ຫາ​ນາຍ​ເຮືອ ແລະ ໃຫ້​ຄຳແນະ​ນຳ. ນາຍ​ເຮືອ​ກໍ​ແປກ​ໃຈ, ບອກ​ລາວ​ວ່າ ນັກ​ວິ​ສະ​ວະ​ກອນ​ປະ​ຈຳ​ເຮືອ​ ໄດ້ບອກ​ກົງ​ກັນ​ຂ້າມ—ວ່າ​ໃຫ້​ເລັ່ງ​ພະ​ລັງ​​ຫົວ​ຈັກ​ທີ່​ທຳ​ງານ​ເພີ່ມ​ຂຶ້ນ​ອີກ ເພື່ອ​ຈະ​ໄດ້​ຂັບ​ໜີ​ອອກ​​ໄປຈາກ​ລົມ​ພະ​ຍຸ​ຮ້າຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ນາຍ​ເຮືອ​ໄດ້​ເລືອກ​ທີ່​ຈະ​ຟັງ​ຄຳ​ແນະ​ນຳ​ຂອງ ຈ່າ ບະແລ ແລະ ໄດ້​ຜ່ອນ​ຫົວຈັກ​ລົງ. ເຊົ້າ​ຕໍ່​ມາ ເຮືອ​ກໍ​ໄປ​ເຖິງ​ບ່ອນທີ່​ສະ​ຫງົບ ດ້ວຍ​ຄວາມ​ປອດ​ໄພ.

ພຽງ​ແຕ່​ສອງ​ຊົ່ວ​ໂມງ​ຈາກນັ້ນ, ຫົວ​ຈັກ​ທີ່​ໃຊ້​ງານ​ໄດ້​ດີ ກໍ​ເຊົາ​ທຳ​ງານ​ເອົາ​ຊື່ໆ. ໂດຍ​ມີ​ຫົວ​ຈັກ​ທີ່​ທຳ​ງານ​ໄດ້ພໍ​ປານ​ກາງ, ເຮືອ​ກໍ​ຄ່ອຍ​ເດີນ​ໄປ​ຈົນ​ເຖິງ​ທ່າ​ເຮືອ.

ນາຍ​ເຮືອ​ໄດ້​ເວົ້າ​ກັບ ຈ່າ ບະແລ ວ່າ, “ຖ້າ​ຫາກ​ພວກ​ເຮົາ​ບໍ່​ຜ່ອນ​ຫົວ​ຈັກ​ລົງ ໃນ​ເວ​ລານັ້ນ, ພວກ​ເຮົາ​ຄົງ​ຕາຍ​ຢູ່​ໃນ​ລົມ​ພະ​ຍຸ​ຮ້າຍນັ້ນ​ແນ່ນອນ.”

ເມື່ອ​ຫົວ​ຈັກ​ເຊົາ​ທຳ​ງານ, ກໍ​ບໍ່​ສາ​ມາດ​ຂັບ​ເຮືອ​ຕໍ່​ໄປ. ເຮືອ​ກໍ​ຕ້ອງ​ຂວ້ຳ ແລະ ຈົມ​ລົງ​ນ້ຳ. ນາຍ​ເຮືອ​ໄດ້​ຂອບ​ໃຈທະ​ຫານໜຸ່ມ​ຄົນ​ມໍ​ມອນ ແລະ ເວົ້າ​ວ່າ ​ເພິ່ນ​ເຊື່ອ​ວ່າຄຳ​ແນະ​ນຳ​​ທາງວິນ​ຍານທີ່ ຈ່າ ບະແລ ໄດ້​ຮັບນັ້ນ ໄດ້​ຊ່ວຍ​ກູ້​ເຮືອ ແລະ ຄົນ​ຢູ່​ໃນ​ເຮືອ​ໄວ້.

ບັດ​ນີ້, ເລື່ອງ​ລາວນີ້​ແມ່ນ​ເປັນ​ຕາ​ຢ້ານ​ຫລາຍ. ເຖິງ​ແມ່ນບາງ​ທີ​ເຮົາ​ອາດ​ຈະ​ບໍ່​ເຄີຍ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ, ​ແຕ່ເລື່ອງ​ລາວນີ້ ບັນ​ຈຸຄຳ​ຊີ້​ນຳ​ທີ່​ສຳ​ຄັນ ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ ສາ​ມາດ ໄດ້​ຮັບ​ການ​ນຳ​ພາ​ທາງວິນ​ຍານເລື້ອຍໆ.

ສິ່ງ​ທຳ​​ອິດ, ກ່ຽວ​ກັບ​ການ​ເປີດ​ເຜີຍ, ເຮົາ​ຕ້ອງ​ໝຸນ​ຄື້ນ​ຈິດ​ໃຈ​ຂອງ​ເຮົາ ເພື່ອ​​ໄດ້​ຍິນສຸ​ລະ​ສຽງຈາກ​ສະ​ຫວັນ. ຈ່າ ບະແລ ໄດ້​ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ສະ​ອາດ ແລະ ຊື່​ສັດ. ຖ້າ​ຫາກ​ລາວບໍ່​ເຊື່ອ​ຟັງ, ລາວ​​ຄົງຈະ ບໍ່ ມີ​ຄວາມ​ໝັ້ນ​ໃຈ​ທາງວິນ​ຍານ ຊຶ່ງ​ຈຳ​ເປັນ​ຕໍ່​ການ​ອະ​ທິ​ຖານ ດັ່ງ​ທີ່​ລາວ​ໄດ້​ເຮັດ ເພື່ອ​ຄວາມ​ປອດ​ໄພ​ຂອງ​ເຮືອ​ລາວ ແລະ ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ໃດ​ໜຶ່ງ​ໂດຍສະ​ເພາະ​ເຊັ່ນ​ນັ້ນ. ເຮົາ​ແຕ່​ລະ​ຄົນ​ຄວນ​ພະ​ຍາ​ຍາມເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ອົງ.

ບາງ​ເທື່ອ​ເຮົາ​ບໍ່​ສາ​ມາດ​ໄດ້​ຍິນ​ສຽງ​ສັນ​ຍານ​ຈາກ​ສະ​ຫວັນ ເພາະ​ເຮົາ​ບໍ່​ມີ​ຄ່າ​ຄວນ​​ພໍ. ການ​ກັບ​ໃຈ ແລະ ການ​ເຊື່ອ​ຟັງ ເປັນ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ການສື່​ສານ​ທີ່​ແຈ່ມ​ແຈ້ງ​ຄືນ​ອີກ. ຄຳ​ວ່າ ການ​ກັບ​ໃຈ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ໝາຍ​ຄວາມ​ວ່າ “ເພື່ອ​ກັບ​ຄືນ” ຫລື “ຫັນ​ຄືນ.”7 ເມື່ອ​ທ່ານ​ຮູ້​ສຶກວ່າ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ, ທ່ານ​ຕ້ອງ​ຕັດ​ສິນ​ໃຈ​​ຫັນ​ໜີ​ຈາກ​ບາບ, ແລະ ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ທ່ານ​ຈະ​ພົບ​ພຣະ​ອົງ​ກຳ​ລັງ​ລໍ​ຖ້າ​ທ່ານ​ຢູ່, ເດ່ພຣະ​ຫັດ​ອອກ​ມາ​ຫາ​ທ່ານ. ພຣະ​ອົງ​ພ້ອມ​ແລ້ວ​ທີ່​ຈະ​ນຳ​ພາ​ທ່ານ, ​ແລະ ທ່ານ​ກໍ​ຢູ່​ໄກ​ພຽງ​ແຕ່​ຄຳ​ອະ​ທິ​ຖານເທື່ອ​ດຽວ​ເທົ່າ​ນັ້ນ ຈາກ​ການ​ໄດ້​ຮັບ​ການ​ນຳ​ພາ​ຄືນ​ອີກ.8

ທີ​ສອງ, ຈ່າ ບະແລ ບໍ່​ພຽງ​ແຕ່​ທູນ​ຂໍ​ໃຫ້​ພຣະ​ເຈົ້າ ແກ້ໄຂ ບັນ​ຫາ​ໃຫ້​ລາວ​ເທົ່າ​ນັ້ນ. ລາວ​ໄດ້ທູນ​ຂໍ ເພື່ອ​ຈະ​ໄດ້​ຮູ້​ວ່າ ລາວ​ຄວນ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​​ມີ​ພາກ​ສ່ວນ​ໃນ​ການ​ແກ້​ບັນ​ຫາ. ເຮົາ​ອາດ​ຖາມ​ຄື​ກັນ​ວ່າ, “ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ຄວນ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ມີ​ພາກ​ສ່ວນ​ໃນ​ການ​ແກ້​ບັນ​ຫາ?” ແທນ​ທີ່ ພຽງ​ແຕ່​ຈະ​ບອກ​ເຖິງ​ບັນ​ຫາ​ຂອງ​ເຮົາ​ຢູ່​ໃນ​ຄຳ​ອະ​ທິ​ຖານ ແລະ ອ້ອນວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ແກ້​ບັນ​ຫາ, ເຮົາ​ຄວນຄິດ​ຫາ​ວິ​ທີ ທີ່​ເປັນ​ການ​ລິ​ເລີ່ມ ເພື່ອ​ໃຫ້ ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ ແລະ ສັນ​ຍາ​ທີ່​ຈະເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ.

ມັນ​ມີ​ບົດ​ຮຽນ​​ຢ່າງທີ​ສາມ ທີ່​ສຳ​​ຄັນ​ຢູ່​ໃນ​ເລື່ອງ​ລາວ ຂອງ ຈ່າ ບະແລ. ລາວ ຈະ​ສາ​ມາດອະ​ທິ​ຖານ​ດ້ວຍ​ຄວາມ​ໝັ້ນ​ໃຈທີ່​ສະ​ຫງົບ​ງຽບເຊັ່ນ​ນັ້ນ​ບໍ ຖ້າ​ຫາກ​ລາວບໍ່​ເຄີຍ​ໄດ້​ຮັບ​ການ​ນຳ​ພາ ຈາກ​ພຣະ​ວິນ​ຍານມາ​ກ່ອນ? ບໍ່​ແມ່ນ​ວ່າ ເມື່ອ​ເຫັນ​ລົມພະ​​ຍຸ​ຮ້າຍເກີດ​ຂຶ້ນ ຈຶ່ງ​ຄິດ​​ເຫັນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ​ຫາ​ວິ​ທີ​ທາງ​ທີ່​ຈະ​ໃຊ້​ມັນ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ​ຊາຍໜຸ່ມ​ຄົນນີ້ ໄດ້​ເຮັດ​ຕາມ​ແບບ​ແຜນ​ທີ່​ລາວ​ເຄີຍ​ໃຊ້​ຫລາຍໆ​ເທື່ອ​ມາ​ກ່ອນ, ຮ່ວມ​ທັງ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ເຮົາ​ຕ້ອງ​ການ​ໃຫ້​ພຣະ​ວິນ​ຍານ​ສັກ​ສິດ​ນຳ​ພາ ໃນ​ຊ່ວງ​ເວ​ລາ​ທີ່​​ສະ​ຫງົບ​ສຸກ ເພື່ອ​ວ່າ ​ເຮົາ​ຈະ​ຈື່ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ໄດ້ ໃນ ຍາມ​ທີ່​​ມີລົມ​ພະ​ຍຸ​ຮ້າຍ.

ບາງ​ຄົນ​ອາດຄິດວ່າ ເຮົາ​ບໍ່​ຄວນ​ຫວັງໃຫ້​ພຣະ​ວິນ​ຍານນຳ​ພາ​ໃນ​ທຸກມື້ ເພາະ “ບໍ່​ຈຳ​ເປັນ​ທີ່​ຈະ​ໃຫ້ [ພຣະ​ເຈົ້າ] ບັນ​ຊາ​ໃນ​ທຸກ​ເລື່ອງ,” ຢ້ານ​ວ່າ​ເຮົາ​ຈະ​ກາຍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກຽດ​ຄ້ານ.9 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ​ຂໍ້​ນີ້ ໄດ້​ຖືກມອບ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​​ບາງ​ຄົນ ໃນ​ຍຸກ​ສະ​ໄໝ​ເລີ່ມ​​ຕົ້ນ ຜູ້​ຢາກ​ໃຫ້ ໂຈ​ເຊັບ ສະ​ມິດ ຮັບ ການ​ເປີດ​ເຜີຍ ທີ່​ເຂົາ​ເຈົ້າ​ສາ​ມາດ​ຮັບ​ໄດ້​ເພື່ອ​ຕົວ​ເອງ. ໃນ ຂໍ້​ກ່ອນ​ໜ້ານັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ ເຂົາ​ເຈົ້າ ໃຫ້​ອອກ​ໄປ​ສະ​ໜາມ​ເຜີຍແຜ່ “ດັ່ງ​ທີ່ພວກ​ເຂົາ​ຈະ​ປຶກ​ສາ​ລະ​ຫວ່າງ​ພວກ​ເຂົາ​ເອງ ແລະ ກັບ​ເຮົາ.” 10

ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້ ​ຢາກ​ໄດ້​ຮັບ​ການ​ເປີດ​ເຜີຍ ກ່ຽວ​ກັບ​ແຜນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ ໂດຍ​ສະ​ເພາະ. ເຂົາ​ເຈົ້າ​ຍັງ​ບໍ່​ເຄີຍ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ດ້ວຍ​ຕົວ​ເອງ ໃນ​ເລື່ອງ​ສ່ວນ​ຕົວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຄຸນ​ສົມ​ບັດ​​ເຊັ່ນນັ້ນ​ວ່າ ເປັນ: ຄວາມ​ກຽດ​ຄ້ານ. ສະ​ມາ​ຊິກ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ ອາດ​ຮູ້​ສຶກດີ​ໃຈ​ຫລາຍ ກັບ​ການ​ມີ​ສາດ​ສະ​ດາ​ທີ່​ແທ້​ຈິງ ແຕ່​ເຂົາ​ເຈົ້າ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ ທີ່ບໍ່​ໄດ້​ຮຽນ​ຮູ້ວິ​ທີ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ດ້ວຍຕົວ​ເອງ. ການ​ກຸ້ມ​ຕົນ​ເອງ​ເລື່ອງ​ທາງວິນ​ຍານ ຄື​ການໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ສຳ​ລັບ​ຊີ​ວິດ​ຂອງ​ຕົນ​ເອງ.

ແອວ​ມາ​ໄດ້​ແນະ​ນຳ​ລູກ​ຊາຍ​ຂອງ​ເພິ່ນ​ວ່າ “ຈົ່ງປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ.11 ໃນ​ການ​ດຳ​ລົງ​ຊີ​ວິດ​ໃນ​ວິ​ທີນີ້—ສິ່ງ​ທີ່​ເຮົາ​ມັກ​ເອີ້ນ​ວ່າ “ການ​ດຳ​ລົງ​​ຊີ​ວິດ​ໂດຍ​ພຣະ​ວິນ​ຍານ”—ເປັນ​ສິດ​ທິ​ພິ​ເສດ​ທີ່​ສູງ​ສົ່ງ. ມັນ​ຈະ​ນຳ​ຄວາມ​ສະ​ຫງົບ ແລະ ຄວາມ​ແນ່ນອນ​ໃຈ​ມາ​ໃຫ້ ຕະ​ຫລອດ​ທັງ​​ໝາກຜົນ​ຂອງ​ພຣະ​ວິນ​ຍານ, ດັ່ງ​ເຊັ່ນ ຄວາມ​ຮັກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສະ​ຫງົບ.12

ຄວາມ​ສາ​ມາດ​ໄດ້ຮັບ​ການ​ເປີດ​ເຜີຍ ຂອງ ຈ່າ ບະແລ ໄດ້​ຊ່ວຍ​ຊີ​ວິດ​ລາວ​ໄວ້ ແລະ ໝູ່ເພື່ອນ​ໃນ​ເຮືອ ຈາກ​ພະ​ຍຸ​ທີ່​ຮ້າຍ​ແຮງ. ພະ​ຍຸ​​ທີ່ຮ້າຍ​​ແຮງຢ່າງ​ອື່ນ​​ກໍ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ທຸກວັນ​ນີ້. ຄຳ​ອຸ​ປະ​ມາ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ13 ຊ່ວຍ​ໃຫ້​ເຮົາ​ເຫັນ​ພາບ​ທີ່​ມີ​ພະ​ລັງ ເຖິງວິ​ທີ​ທີ່​​ທາງວິນ​ຍານ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ຢູ່​ໃນ​ໂລກ​​ເຊັ່ນ​ນັ້ນ. ຄວາມ​ຝັນ​ຂອງ​ເພິ່ນ​ ບອກ​ເຖິງ​ໝອກ​ແຫ່ງ​ຄວາມ​ມືດ​ໄດ້​ບັງ​ເກີດ​ຂຶ້ນ ເພື່ອ​ນຳ​ຄວາມ​ພິ​ນາດ​ທາງວິນ​ຍານ​ມາ​ສູ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ກຳ​ລັງ​ຍ່າງ​ຢູ່​ໃນ​​ເສັ້ນ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.14

ຮູບ​ພາບ
ຄວາມຝັນຂອງລີໄຮ

ໃນ​ການ​ຄິດ​ໄຕ່​ຕອງ​ກ່ຽວ​ກັບ​ພາບນີ້, ຂ້າ​ພະ​ເຈົ້າ​ເຫັນ​ພາບ​ຢູ່​ໃນ​ຕາ ວ່າ​ຜູ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ກຳ​ລັງ​ຍ່າງ​ຢູ່​ໃນ​ເສັ້ນ​ທາງ, ບາງ​ຄົນ​ໄດ້​ຈັບ​ຮາວ​ເຫລັກໄວ້​ແໜ້ນໆ, ແຕ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ພຽງ​ແຕ່​ເດີນ​ໄປ​ຕາມ​ຮອຍ​ຕີນ​ຂອງ​ຄົນ​ອື່ນ ທີ່​ຢູ່​ຂ້າງ​ໜ້າ​ພວກ​ເຂົາ. ການ​ກະ​ທຳ​ແບບນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄວາມ​ຄິດ ຫລື ຄວາມ​ພະ​ຍາ​ຍາມ​ເລີຍ. ທ່ານ​ພຽງ​ແຕ່​ເຮັດ ແລະ ເຮັດ​ຕາມ​ສິ່ງທີ່ຄົນ​ອື່ນ​ເຮັດ ແລະ ຄິດ. ສິ່ງນີ້​ໃຊ້​ການ​ໄດ້ ໃນ​ມື້​ທີ່ອາ​ກາດສົດ​ໃສ. ແຕ່​ພະ​ຍຸ​ແຫ່ງ​ການ​ລໍ້​ລວງ ແລະ ໝອກ​ແຫ່ງ​ຄວາມ​ຕົວະ​ຍົວະ ຈະ​ເກີດ​ຂຶ້ນ​ແບບບໍ່ໃຫ້​ສັນ​ຍານ. ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນີ້, ການທີ່​ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ​ແມ່ນ​ສຳ​ຄັນ​ຫລາຍຕໍ່​ການ​ມີ​ຊີ​ວິດ​ຢູ່ທາງວິນ​ຍານ.

ຄຳ​ສັນ​ຍາ​ທີ່​ມີ​ພະ​ລັງ​ຂອງ​ນີ​ໄຟ ແມ່ນ “ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ … ຈະ​ຍຶດ​ໝັ້ນ​ແລ້ວ … ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ​ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຄູ່​ຕໍ່​ສູ້​ກໍ​ຈະ​ບໍ່​ເອົາ​ຊະ​ນະ ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ, ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິ​ນາດ​ໄດ້.”15

ການ​ພຽງ​ແຕ່​ເດີນ​ຕາມ​ຮອຍ​ຕີນ​ຂອງ​ຄົນ​ທີ່​ຢູ່​ຂ້າງ​ໜ້າ​ທ່ານ​ເທົ່າ​ນັ້ນ ແມ່ນບໍ່​ພຽງ​ພໍ. ເຮົາ​ບໍ່​ສາ​ມາດ​ພຽງ​ແຕ່​ເຮັດ ແລະ ຄິດ ຕາມ​ທີ່​ຄົນ​ອື່ນ​ເຮັດ ແລະ ຄິດ; ເຮົາ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕາມ​ການ​ນຳ​ພາ. ເຮົາແຕ່​ລະ​ຄົນ​ຕ້ອງ​ຈັບຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ. ແລ້ວ​ເຮົາ​ຈະ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ທີ່​ຖ່ອມ​ຕົວ, ໂດຍ​ທີ່ຮູ້​ວ່າ​ພຣະ​ອົງ “ຈະ​ຈູງ​ມືພາ [ເຮົາ] ໄປ, ແລະ ໃຫ້​ຄຳ​ຕອບ​ແກ່​ຄຳ​ອະ​ທິ​ຖານ​ຂອງ [ເຮົາ].”16 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.