​2010–2019
ກຸ່ມແອວເດີ
ເດືອນ​ເມສາ 2018


ກຸ່ມແອວເດີ

ໂດຍ​ທີ່​ມີ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ພຽງ​ກຸ່ມ​ດຽວ​ໃນ​ຫວອດ ຈະ​ຊ່ວຍ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ໃນ​ທຸກ​ດ້ານ.

ບໍ່​ດົນ​ຫລັງ​ຈາກ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ໃນ​ຍຸກ​ສຸດ​ທ້າຍນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຢູ່​ໃນ​ການ​ເປີດ​ເຜີຍ​ວ່າ ​ໂດຍ​ຄຳ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ກົດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້​ວິ​ທີ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ໃຫ້​ທຸກ​ສິ່ງ​ຖືກ​ຕ້ອງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.1 ຫລັກ​ທຳ​ຂໍ້​ນີ້ ແມ່ນ​ໄດ້​ຖືກ​ປະ​ຕິ​ບັດ​ຕາມ ຢູ່​ໃນ​ສາດ​ສະ​ໜາ​ຈັກ—ແລະ ຄຳ​ສັນ​ຍານັ້ນ ໄດ້​ຖືກມອບ​ໃຫ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ—ນັບ​ແຕ່ນັ້ນ​ມາ. ແບບ​ແຜນ​ຂອງ​ການ​ຈັດ​ຕັ້ງ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ຮັບ​ໃຊ້ ໄດ້​ຖືກ​ເປີດ​ເຜີຍ ເປັນ​ບາງ​ຄັ້ງ​ບາງ​ຄາວ ເລີ່ມ​ຕົ້ນ​ຈາກ​ສາ​ດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເມື່ອ​ເຈົ້າ​ໜ້າ​ທີ່ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ ເປັນ​ເທື່ອ​ທຳ​ອິດ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ການ​​ປັບ​ປຸງ​ທີ່​ສຳ​ຄັນ ໄດ້​ຖືກ​ເປີດ​ເຜີຍ ແລະ ໄດ້​ຖືກປະ​ຕິ​ບັດ ລະ​ຫວ່າງ​ການ​ປົກ​ຄອງ​ຂອງ​ປະ​ທານບຣິ​ກຳ ຢັງ, ຈອນ ເທ​ເລີ, ແລະ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ແລະ ຄົນ​ອື່ນໆ, ກ່ຽວ​ກັບ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ສາ​ວົກ​ເຈັດ​ສິບ, ມະ​ຫາ​ປະ​ໂລ​ຫິດ, ແລະ ກຸ່ມ​ເຈົ້າ​ໜ້າ​ທີ່​ອື່ນໆ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ອາ​ໂຣນ.2 ບັດ​ນີ້, ໃນ​ຄຳ​ປາ​ໄສ​ແຫ່ງ​ປະ​ຫວັດ​ສາດ​ ຊຶ່ງຫາ​ກໍ​ໄດ້​ຍິນ​ມາ​ມື້ກີ້ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ ການ​ປັບ​ປຸງທີ່​ສຳ​ຄັນ​​ຕື່ມ​ອີກ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ລຶ້ມ​ຄືນ ​ຖ້ອຍ​ຄຳ​ຂອງ​ເພິ່ນ​ວ່າ: “ໃນຄ່ຳ​ຄືນນີ້, ພວກ​ເຮົາ​ຂໍ​ປະ​ກາດ​ການ​ດັດ​ແປງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​​ຄີ​ເສ​ເດັກ ເພື່ອ​ເຮັດວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ. ໃນ​ລະ​ດັບ​ຫວອດ, ມະ​ຫາ​ປະ​ໂລ​ຫິດ ແລະ ແອວ​ເດີ ຈະ​ລວມ​ເຂົ້າ​ກັນ​ເປັນ​ກຸ່ມ​ແອວ​ເດີ ກຸ່ມ​ດຽວ … [​ແລະ] ການ​ຈັດ​ຕັ້ງ​ຂອງ​ກຸ່ມ [ມະ​ຫາ​ປະ​ໂລ​ຫິດ​ໃນ​ລະ​ດັບ​ສະ​ເຕກ] ຈະ​ອີງ​ຕາມ​ການ​ເອີ້ນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ປະ​ຈຸ​ບັນ.”

ປະ​ທານ​ແນວ​ສັນ ໄດ້​ກ່າວ​ຕື່ມ​ວ່າ:

“ການ​ປັບ​ປຸງ​ເຫລົ່າ​ນີ້ ແມ່ນ​ໄດ້​ຖືກ​ພິ​ຈາ​ລະ​ນາ ​ມາເປັນ​ເວ​ລາ​ຫລາຍ​ເດືອນແລ້ວ. ພວກ​ເຮົາ​ຮູ້​ສຶກວ່າ ມັນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ພັດ​ທະ​ນາ​ວິ​ທີ​ທີ່​ພວກ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສະ​ມາ​ຊິກ​ຂອງ​ພວກ​ເຮົາ. … ເພື່ອ​ຈະ​ເຮັດ​ສິ່ງນັ້ນ​ໄດ້​ດີ, ພວກ​ເຮົາ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​​ພວກເຮົາ ​ເພື່ອ​ໃຫ້​ການ​ຊີ້​ນຳ​ທີ່​ດີກວ່າ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດ້ວຍ​ຄວາມ​ຮັກ ແລະ ​ດ້ວຍການ​ຊຸກ​ຍູ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ອົງ.

“ການ​ດັດ​ແປງ​ເຫລົ່າ​ນີ້ ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ, ເຮົາ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ທີ່​ເຄີຍ​ເປັນ​ມາ.”3

ຕາມ​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ, ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ແລະ ​ຂ້າ​ພະ​ເຈົ້າ​ຈະ​ຕື່ມ​ລາຍ​ລະ​ອຽດ​ປີກ​ຫຍ່ອຍ​ໃສ່​ນຳ ​ຊຶ່ງພວກ​ເຮົາ​ເຊື່ອ​ວ່າ ມັນຈະ​ຕອບ​ຄຳ​ຖາມ​ທີ່​ທ່ານ​ມີ​ຢູ່.

ກຸ່ມ​ແອວ​ເດີ ແລະ ກຸ່ມມະ​ຫາ​ປະ​ໂລ​ຫິດ

ຢ່າງ​ທຳ​ອິດ, ໃນ​ການ​ກ່າວ​ຊ້ຳ, ຈະ​ມີການ​ດັດ​ແປງ​​ຫຍັງ​ແດ່ສຳ​ລັບ​​ກຸ່ມມະ​ຫາ​ປະ​ໂລ​ຫິດ ແລະ ກຸ່ມ​ແອວ​ເດີ ​ຢູ່​ໃນ​ຫວອດ? ນັບ​ແຕ່ນີ້​ໄປ, ໃນ​ຫວອດ, ສະ​ມາ​ຊິກ​ໃນ​ກຸ່ມ​ແອວ​ເດີ ແລະ ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ຈະ​ລວມ​ເຂົ້າ​ກັບກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແຫ່ງ​ເມນ​ຄີ​ເສ​ເດັກ ໂດຍ​ມີຝ່າຍປະ​ທານ​ພຽງ​ກຸ່ມດຽວ. ກຸ່ມນີ້, ໂດຍ​ທີ່​ມີ​ຈຳ​ນວນ​ຫລາຍ ແລະ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ຈະ​ແຕ່ງ​ຕັ້ງເປັນ “ກຸ່ມ​ແອວ​ເດີ.” ມະ​ຫາ​ປະ​ໂລ​ຫິດ​ກຸ່ມ​ຕ່າງໆ ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ກຸ່ມ​ແອວ​ເດີ ແມ່ນ​ຮ່ວມ​ດ້ວຍ ແອວ​ເດີ​ທຸກ​ຄົນ ແລະ ຜູ້​ທີ່​ສາ​ມາດ​ກາຍ​ເປັນ​ແອວ​ເດີ​ທຸກ​ຄົນ ໃນ​ຫວອດ ຕະ​ຫລອດ​ທັງ​ມະ​ຫາ​ປະ​ໂລ​ຫິດ ຜູ້ ບໍ່​ໄດ້ ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ອະ​ທິ​ການ, ໃນ​ຝ່າຍ​ປະ​ທານ​ສະ​ເຕກ, ໃນສະ​ພາ​ສູງ, ຫລື ເປັນ​ປິ​ຕຸ ໃນ​ປະ​ຈຸ​ບັນ. ໃນ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ໃນ​ສະ​ເຕກ ຈະ​ປະ​ກອບ​ດ້ວຍ​ ຜູ້​ທີ່ ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ປະ​ທານ​ສະ​ເຕກ, ໃນ​ຝ່າຍ​ອະ​ທິ​ການ, ໃນ​​ສະ​ພາ​ສູງ, ແລະ ຜູ້​ເປັນ​ປິ​ຕຸ.

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ແບບ​ໃດ? ຝ່າຍ​ປະ​ທານ​ສະ​ເຕກ ຈະ​ປົດ​ຕຳ​ແໜ່ງ​ຂອງ​ຝ່າຍ​ປະ​ທານ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຈະ​ເອີ້ນ​ປະ​ທານ​ກຸ່ມ​ແອວ​ເດີ​ຄົນ​ໃໝ່ ພ້ອມ​ທັງ​ທີ່​ປຶກ​ສາ ໃນ​ແຕ່​ລະ​ຫວອດ. ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ໃໝ່ ອາດ​ຮ່ວມ​ດ້ວຍ​ ແອວ​ເດີ ແລະ ມະ​ຫາ​ປະ​ໂລ​ຫິດ, ທີ່​ມີ​ອາ​ຍຸ​ໄຂ ແລະ ປະ​ສົບ​ການ​ທີ່​ແຕກ​ຕ່າງ​ກັນ, ຮັບ​ໃຊ້​ນຳ​ກັນ ໃນຝ່າຍ​ປະ​ທານ​ກຸ່ມ​ດຽວ. ແອວ​ເດີ ຫລື ມະ​ຫາ​ປະ​ໂລ​ຫິດ ​ກໍອາດ​ຖືກ​ເອີ້ນ​ໃຫ້ຮັບ​ໃຊ້​ເປັນ​ຝ່າຍ​ປະ​ທານ​ກຸ່ມ ຫລື ເປັນ​ທີ່​ປຶກ​ສາ ໃນ​ຝ່າຍ​ປະ​ທານ​ໄດ້ກໍ. ນີ້ບໍ່​ແມ່ນ​ວ່າ​ກຸ່ມ​ແອວ​ເດີ​ຈະ “ຖືກ​ຄວບ​ຄຸມ” ໂດຍ​ມະ​ຫາ​ປະ​ໂລ​ຫິດ. ພວກ​ເຮົາ​ຫວັງ​ໃຫ້​ແອວ​ເດີ ແລະ ມະ​ຫາ​ປະ​ໂລ​ຫິດ​ທຳ​ງານ​ນຳ​ກັນ​ ລວມ​ທັງຢູ່​ໃນ​ກຸ່ມຂອງ​ຝ່ານ​ປະ​ທານ ແລະ ໃນ​ກຸ່ມ​ຮັບ​ໃຊ້. ການ​ປ່ຽນ​ແປງ​ກຸ່ມ​ເຫລົ່າ​ນີ້ ຄວນ​ປະ​ຕິ​ບັດ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​​ໄດ້.

ຕຳ​ແໜ່ງ​ປະ​ໂລ​ຫິດ​ໃນ​ກຸ່ມ​ແອວ​ເດີ

ການ​ປ່ຽນ​ແປງ​ໃນ​ໂຄງ​ຮ່າງ​​ກຸ່ມ ຈະ​ປ່ຽນ​ຕຳ​ແໜ່ງ​ປະ​ໂລ​ຫິດ​ຂອງ​ສະ​ມາ​ຊິກ​ທີ່​ດຳ​ລົງ​ຢູ່​ບໍ? ບໍ່, ການ​ປ່ຽນ​ແປງນີ້ບໍ່​ໄດ້​ລົ​ບ​ລ້າງ​ຕຳ​ແໜ່ງ​ໃດໆ ທີ່​ສະ​ມາ​ຊິກ​ໃນ​ກຸ່ມ​ເຄີຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຜ່ານ​ມາ. ດັ່ງ​ທີ່​ທ່ານ​ຮູ້, ຊາຍ​ຄົນ​ໜຶ່ງ​ອາດ​ຖືກ​ແຕ່ງ​​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ ໃນ​ຫລາຍໆ​ຕຳ​ແໜ່ງ ຕະ​ຫລອດ​ຊີ​ວິດ​ຂອງ​ລາວ, ແລະ ລາວ​ກໍ​ບໍ່​ສູນ​ເສຍ ຫລື ຍົກ​ເລີກ ການ​ແຕ່ງ​ຕັ້ງ​ອັນ​ທີ່​ຜ່ານ​ມາ ຕອນ​ລາວ​ໄດ້​ຮັບ​ຕຳ​ແໜ່ງ​ໃໝ່. ແຕ່​ໃນ​ບາງ​ກໍ​ລະ​ນີ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ອາດ​ຮັບ​ໃຊ້​ຫລາຍກວ່າ​ໜຶ່ງ​ຕຳ​ແໜ່ງ​ໃນ​ເວ​ລາ​ດຽວ​ກັນ, ເມື່ອ​ມະ​ຫາ​ປະ​ໂລ​ຫິດ​​ຮັບ​ໃຊ້​ເປັນ​ປິ​ຕຸ, ເປັນ​ອະ​ທິ​ການ, ໂດຍ​ທົ່ວ​ໄປ​ແລ້ວ, ເພິ່ນ​ຈະ​ບໍ່​ເຮັດ​ໜ້າ​ທີ່ ໃນ​ຕຳ​ແໜ່ງ​ປະ​ໂລ​ຫິດ​ຂອງ​​ເພິ່ນ ໃນ​ເວ​ລາ​ດຽວ​ກັນ. ອະ​ທິ​ການ ແລະ ສາ​ວົກ​ເຈັດ​ສິບ, ຍົກ​ຕົວ​ຢ່າງ, ບໍ່​ໄດ້​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ເຫລົ່າ​ນັ້ນ​ອີກ​​ຕໍ່​ໄປ ຫລັງ​ຈາກ​ພວກ​ເພິ່ນ​ຖືກ​ປົດ ຫລື ​ມີຖາ​ນະ​ເປັນອະ​ດີດ. ດັ່ງ​ນັ້ນ ບໍ່​ວ່າ​ຈະ​ເປັນ​ຕຳ​ແໜ່ງມະ​ຫາ​ປະ​ໂລ​ຫິດ​ໃດ​ໜຶ່ງ ຫລື ອື່ນໆ​ໃດ ທີ່​ຜູ້​ຊາຍ​ຄົນ​ນັ້ນ​ດຳ​ລົງ​ຢູ່, ຊຶ່ງ​ລາວ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ແອວ​ເດີ, ລາວ​ຈະ​ຮັບ​ໃຊ້​ເປັນ​ແອວ​ເດີ.

ເມື່ອ​ຫລາຍ​ປີ​ກ່ອນ, ປະ​ທານບອຍ ເຄ ແພ໊ກ​ເກີ ໄດ້​ສັງ​ເກດ​ເຫັນ​ວ່າ “ຖາ​ນະ​ປະ​ໂລ​ຫິດ ແມ່ນ​ຍິ່ງ​ໃຫຍ່ກວ່າ ຕຳ​ແໜ່ງ​ໃດໆ​ທັງ​ສິ້ນ. … ຖາ​ນະ​ປະ​ໂລ​ຫິດແມ່ນເທົ່າ​ກັນ. ແອວ​ເດີ​ຄົນ​ໜຶ່ງ ກໍ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ເທົ່າ​ກັບ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ. (ເບິ່ງ D&C 20:38.) ເມື່ອ​ຊາຍ​ຄົນ​ໜຶ່ງ [ໄດ້​​ຖືກມອບ​ຖາ​ນະ​ປະ​ໂລ​ຫິດ​ໃຫ້], ລາວ​ກໍ​ໄດ້​ຮັບ​ມັນ​ທັງ​ໝົດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ມີ​ຕຳ​ແໜ່ງ​​ຢູ່​ພາຍ​ໃນ​ຖາ​ນະ​ປະ​ໂລ​ຫິດ—ມີ​ຂະ​ແໜງ​ຂອງ​ສິດ​ອຳ​ນາດ ແລະ ໜ້າ​ທີ່​ຮັບ​​ຜິດ​ຊອບ. … ບາງ​ເທື່ອ​ຕຳ​ແໜ່ງ ອາດຖືກກ່າວ​ເຖິງວ່າ​ເປັນ​ຕຳ​ແໜ່ງ​ທີ່ ‘ສຳ​ຄັນກວ່າ’ ຫລື ‘ຕ່ຳ​ຕ້ອຍກວ່າ’. ແທນ​ທີ່​ຈະ​ເອີ້ນ​ວ່າ ‘ສູງກວ່າ’ ຫລື ‘ຕ່ຳກວ່າ,’ ຕຳ​ແໜ່ງໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໝາຍ​ເຖິງຄວາມ​ແຕກ​ຕ່າງ​ຂອງ​ການ​ຮັບ​ໃຊ້​ໃນ​ຂອບ​ເຂດ​ຕ່າງໆ.”4 ອ້າຍ​ນ້ອງ​ທັງ​ຫລາຍ, ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເຮົາ​ຈະ​ບໍ່​ເວົ້າ​ອີກວ່າ ເຮົາ​ຖືກ​ “ເລື່ອນ” ຕຳ​ແໜ່ງ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີເສ​ເດັກ.

ແອວ​ເດີ​ຈະ​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະ​ຫາ​ປະ​ໂລ​ຫິດ ເມື່ອ​ເຂົາ​ເຈົ້າ​ຖືກ​ເອີ້ນ​ໃຫ້​ເປັນ​ຝ່າຍ​ປະ​ທານ​ສະ​ເຕກ, ສະ​ຊິກ​ສະ​ພາ​ສູງ, ຫລື ຝ່າຍ​​ອະ​ທິ​ການ—ຫລື ໃນ​ເວ​ລາ​ອື່ນ ທີ່​ຖືກ​ກຳ​ນົດ ໂດຍ​ປະ​ທານ​ສະ​ເຕກ ຜ່ານ​ທາງ​ການ​ອະ​ທິ​ຖານ ເພື່ອ​ຮັບ​ການ​ພິ​ຈາ​ລະ​ນາ ແລະ ຮັບ​ການ​ດົນ​ໃຈ. ເມື່ອ​​ຖືກ​ປົດ​ຈາກ​ການ​ເປັນ​ຝ່າຍ​ປະ​ທານ​ສະ​ເຕກ, ເປັນ​ສະ​ມາ​ຊິກ​ໃນ​ສະ​ພາ​ສູງ, ຫລື ເປັນ​ຝ່າຍ​ອະ​ທິ​ການ, ມະ​ຫາ​ປະ​ໂລ​ຫິດ ຈະ​ກັບ​ຄືນ​ເຂົ້າ​ຮ່ວມ​ກຸ່ມ​ແອວ​ເດີ ຢູ່​ໃນ​ຫວອດ​ຂອງ​​ຕົນ​ເອງ.

ການ​ຊີ້​ນຳ​ສຳ​ລັບ​ປະ​ທານ​ກຸ່ມ​ແອວ​ເດີ

ແມ່ນ​ໃຜ​ເປັນ​ຜູ້​ຊີ້ນຳວຽກ​ງານ​ຂອງ​ປະ​ທານ​ກຸ່ມ​ແອວ​ເດີ? ປະ​ທານ​ສະ​ເຕກ​ເປັນ​ຜູ້​ຄວບ​ຄຸມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຢູ່​ໃນ​ສະ​ເຕກ​ຂອງ​ເພິ່ນ. ສະ​ນັ້ນ, ປະ​ທານ​ກຸ່ມ​ແອວ​ເດີ ຈຶ່ງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ ຕໍ່​ປະ​ທານ​ສະ​ເຕກ, ຜູ້​ຈັດ​ການ​ອົບ​ຮົມ ແລະ ຊີ້​ນຳ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ ແລະ ຜ່ານ​ທາງ​ສະ​ພາ​ສູງ. ອະ​ທິ​ການ, ໃນ​ຖາ​ນະ​ທີ່​ເປັນ​ມະ​ຫາ​ປະ​ໂລ​ຫິດ​ຜູ້​ຄວບ​ຄຸມຢູ່​ໃນ​ຫວອດ, ກໍ​ຈະ​ໄປ​ຮ່ວມ​ປະ​ຊຸມ​ນຳ​ປະ​ທານ​ກຸ່ມ​ແອວ​ເດີ​ເປັນ​ປະ​ຈຳ. ອະ​ທິ​ການ​ຈະ​​ປຶກ​ສາ​ຫາ​ລື​ກັບ​ເພິ່ນ ແລະ ຊີ້​ນຳ​ດ້ວຍ​ຄວາມ​ເໝາະ​ສົມ ກ່ຽວ​ກັບ​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຮັບ​ໃຊ້ ແລະ ເປັນ​ພອນ​ໃຫ້​ແກ່​ສະ​ມາ​ຊິກ​ຫວອດ, ທຳ​ງານ​​ດ້ວຍ​ຄວາມ​ສອດ​ຄ່ອງ​ກັບ​ອົງ​ການ​ທັງ​ໝົດ​ໃນ​ຫວອດ.5

ຈຸດ​ປະ​ສົງ​ຂອງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້

ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງການປັບ​ປຸງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ? ໂດຍ​ທີ່​ມີ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ພຽງ​ກຸ່ມ​ດຽວ​ໃນ​ຫວອດ ຈະ​ຊ່ວຍ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ໃນ​ທຸກ​ດ້ານ, ລວມ​​ທັງ​ວຽກ​ງານ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ ຊຶ່ງ​ແຕ່​ຜ່ານ​ມາ ແມ່ນ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ເປັນ​ຜູ້​ປະ​ສານ​ງານ. ມັນ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ໃນ​ກຸ່ມ ​ທຸກ​ໄວ ແລະ ​ທຸກ​ພື້ນ​ຖານ ໄດ້​ຮັບ​ຜົນ​ປະ​ໂຫຍດ ຈາກ​ທັດ​ສະ​ນະ ແລະ ປະ​ສົບ​ການ ຂອງ​​ກັນ​ແລະ​ກັນ ແລະ ຂອງ​ຄົນ​ທີ່​ມີ​ຊີ​ວິດ​ທີ່​ແຕກ​ຕ່າງ​ກັນ. ມັນ​ຍັງ​ໃຫ້​ໂອ​ກາດ​ເພີ່ມ​ເຕີມ ສຳ​ລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ປະ​ສົບ​ການ​ຫລາຍ ທີ່​ຈະ​ໄດ້​ເປັນ​​ຜູ້​ສອນ​ຄົນ​ອື່ນ, ຮ່ວມ​ທັງ​ຜູ້​ທີ່​ສາ​ມາດ​ກາຍ​ເປັນ​ແອວ​ເດີ, ສະ​ມາ​ຊິກ​ໃໝ່, ຜູ້​ໃຫຍ່​ໜຸ່ມ, ແລະ ຜູ້​ທີ່​​ກັບ​ມາ​ໂບດ. ຂ້າ​ພະ​ເຈົ້າ​​ຕື່ນ​ເຕັ້ນ​ຈົນ​ບອກບໍ່​ໄດ້ ເມື່ອ​ຂ້າ​ພະ​ເ​ຈົ້າ​ຄິດ​ໄຕ່​ຕອງ​ກ່ຽວ​ກັບ​​ບົດ​ບາດ​ທີ່​ສຳ​ຄັນ​ຢ່າງ​ຫລວງ​ຫລາຍ ຂອງ​ກຸ່ມ​ແອວ​ເດີ ​ໃນ​ອະ​ນາ​ຄົດ. ສະ​ຕິ​ປັນ​ຍາ, ປະ​ສົບ​ການ, ຄວາມ​ສາ​ມາດ, ແລະ ພະ​ລັງ ທີ່​ຈະ​ພົບ​ເຫັນ​ຢູ່​ໃນ​ກຸ່ມ​ເຫລົ່າ​ນີ້ ບອກ​ລ່ວງ​ໜ້າ​ເຖິງວັນ​ໃໝ່ ແລະ ມາດ​ຕະ​ຖານ​ໃໝ່ ຂອງ​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ

ເມື່ອ​ຊາວ​ປີ​ກ່ອນ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ໜຶ່ງ ຊຶ່ງ​​ໄດ້​ຍິນ​ຈາກ ແອວ​ເດີ ວອນ ເຈ ແຟ​ເດີ​ສະ​ໂຕນ ​ແຫ່ງ​ສາ​ວົກ​ເຈັດ​ສິບ ຊຶ່ງ​​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ເໝາະ​ສົມ​ທີ່​ຈະ​ເອົາ​ມາ​ກ່າວ​ອີກ.

ໃນ​ປີ 1918 ບຣາ​ເດີ ໂຈດ ໂກດສ໌ ໄດ້​ເປັນຊາວ​ສວນ ຜູ້​ປູກ​ຫົວ​ນ້ຳ​ຕານ ຢູ່​ເມືອງລີ​ໄຮ, ລັດ​ຢູ​ທາ. ລະ​ດູ​ໜາວ​ໄດ້​ມາ​ເຖິງ​ໄວໃນ​ປີນັ້ນ ແລະ ຫົວ​ນ້ຳ​ຕານ​​ຢ່າງ​ຫລວງ​ຫລາຍ​ໄດ້​ແຂງ​ກະ​ດ້າງ​ຢູ່​ໃນສວນ. ສຳ​ລັບໂຈດ ແລະ ທ້າວແຟຣນ​ຊິສ໌ ລູກ​ຊາຍ​​ໜຸ່ມ​ຂອງ​ລາວ, ການ​ເກັບ​ກ່ຽວນັ້ນ ແມ່ນ​ຊ້າຫລາຍ ແລະ ຍາກ​​ທີ່​ສຸດ. ໃນ​ເວ​ລາ​ດຽວ​ກັນ, ໄຂ້​ຫວັດ​ໃຫຍ່​ກໍ​ກຳ​ລັງ​ແຜ່​ລາມ​ໄປ​ທົ່ວ. ໂຈດໄດ້​ສູນ​ເສຍ ທ້າວ​ຊາ​ລີ ລູກ​ຊາຍ​ຂອງ​ລາວ ແລະ ລູກ​ນ້ອຍສາມຄົນ ຂອງ​ທ້າວຊາ​ລີ ນຳ​ອີກ—ລູກ​ສາວ​ສອງ​ຄົນ ແລະ ລູກ​ຊາຍ​ຄົນ​ໜຶ່ງ. ພາຍ​ໃນ​ຫົກ​ມື້ນັ້ນ, ໂຈດ ໂກດສ໌ ຜູ້​ໂສກ​ເສົ້າ ໄດ້​ເດີນ​ທາງ​ໄປ​ເມືອງອອກເດັນ, ລັດຢູ​ທາ, ສາມ​ເທື່ອ ເພື່ອ​ພາ​ສົບ​ມາ​ຝັງ​ຢູ່​ບ້ານ. ຫລັງ​ຈາກ​ໄດ້​ຝັງ​ລູກ​ຫລານ​ແລ້ວ, ໂຈດ ແລະ ທ້າວແຟຣນ​ຊິສ໌ ໄດ້​ຂັບ​ກວຽນ​ຄືນ​ໄປ​ຫາ​ສວນ​ຫົວ​ນ້ຳ​ຕານ.

“[ຕອນ​​ກຳ​ລັງ​ເດີນ​ທາງ​ໄປ​ນັ້ນ] ເຂົາ​ເຈົ້າ​ໄດ້​ເຫັນ​ກວຽນ​​ຂອງ​ເພື່ອນ​ບ້ານຫລາຍໆ​​ລຳ ລາກ​ຫົວ​ນ້ຳ​ຕານ ເອົາ​ໄປ​ສົ່ງ​ບໍ​ລິ​ສັດ. ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສວນ​ທາງ​ກັນ, ຜູ້​ຂັບ​ກວຽນ​ກໍ​ໄດ້​ໂບກ​ມື​ທັກ​ທາຍ: ‘ສະ​ບາຍ​ດີ, ລູງໂຈດ,’ ‘ເສຍ​ໃຈ​ນຳ​ເດີ້, ໂຈດ,’ ‘ເຂັ້ມ​ແຂງ​ເດີ້, ໂຈດ,’ ‘ເຈົ້າ​ມີ​ໝູ່​ເພື່ອນຢ່າງ​ຫລວງ​ຫລາຍ​ເດີ້, ໂຈດ.’

“ກວຽນ​ລຳ​ສຸດ​ທ້າຍ … ແມ່ນ​ທ້າວແຈດ​ສະ​ເປີ ຣາວຟ໌ ຜູ້​ໜ້າ​ເປັນ​ເມິກ. ລາວ​ໄດ້​ໂບກ​ມື​ທັກ​ທາຍ ແລະ ຮ້ອງ​ອອກ​ມາ​ວ່າ: ‘ໝົດ​ເທົ່າ​ນີ້​ເດີ້, ລຸງໂຈດ.’

“[ບຣາ​ເດີ ໂກດສ໌] ໄດ້​ຫັນ​ໄປ​ຫາ​ ທ້າວແຟຣນ​ຊິສ໌ ແລະ ເວົ້າ​ວ່າ: ‘ຢາກ​ໃຫ້​ເປັນ​ຂອງ​ພວກ​ເຮົາ​ເດ້​ນໍ.’

“ເມື່ອ​ເຂົາ​ເຈົ້າ​ໄປ​ເຖິງ​​ປະ​ຕູ​​ຮົ້ວ​ເຂົ້າ​ສວນ, ທ້າວແຟຣນ​ຊິສ໌ ໄດ້​ໂດດ​ລົງ​ຈາກກວຽນ​ລຳ​ໃຫຍ່ ແລະ ໄດ້​ເປີດ​ປະ​​ຕູ​ຮົ້ວ ໃຫ້ [ພໍ່​ຂອງ​ລາວ] ຂັບ​ກວຽນ​ເຂົ້າ​ໄປຫາ​ສວນ. [ໂຈດ] ​ໄດ້​ຂັບ​ໄປ​ເຖິງ, ຢຸດ​​ງົວ … ​ແລະ ໄດ້​ຫລຽວ​ເບິ່ງສວນ. … ບໍ່​ມີ​ຫົວ​ນ້ຳ​ຕານ​ເຫລືອ​ຢູ່​ໃນ​ສວນ​ເລີຍ. ແລ້ວ​ລາວ​​ຈຶ່ງ​ເຂົ້າ​ໃຈ ​ຄຳ​ທີ່​ທ້າວແຈດ​ສະ​ເປີ ຣາວ​ຟ໌ ​ໄດ້ຮ້ອງ​ໃສ່​ລາວ​ວ່າ ‘ໝົດ​ເທົ່າ​ນີ້​ເດີ້, ລຸງໂຈດ!’

“[ໂຈດ] ໄດ້​ລົງ​ຈາກກວຽນ, ຈັບ​ຂີ້​​ດິນງາມສີ​ນ້ຳ​ຕານ ​ທີ່ລາວ​ຮັກ​ຂຶ້ນ​ມາ, ແລະ ແລ້ວ​ກໍ​ຈັບ … ຍອດ​ຫົວ​ນ້ຳ​ຕານ​ຂຶ້ນ​ມາ, ແລະ ລາວ​ໄດ້​ຫລຽວ​ເບິ່ງ​ມັນ​ບຶດ​ໜຶ່ງ ຊຶ່ງ​ເປັນສິ່ງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​​ເຫື່ອ​ແຮງ​ຂອງ​ລາວ, ຄື​ກັບ​ວ່າ ລາວບໍ່​ເຊື່ອ​ສາຍຕາ​ຂອງ​ຕົວເອງ.

“ແລ້ວ [ລາວ] ໄດ້​ນັ່ງ​ລົງ​ຢູ່ກອງຍອດ​ຫົວ​ນ້ຳ​ຕານ—ຊາຍ​ຄົນ​ນີ້ ຜູ້​ໄດ້​ພາ​​ຄົນ​ທີ່​ລາວ​ຮັກ​ສີ່​ຄົນ ກັບ​ໄປ​ຝັງ​ຢູ່​ບ້ານ ໃນ​ໄລ​ຍະ​ຫົກ​ມື້; ໄດ້​ເຮັດ​ໂລງ​ສົບ, ໄດ້ຂຸດ​ຫລຸມ​ສົບ, ແລະ ແມ່ນ​ແຕ່​ໄດ້​ຊ່ວຍ​ຈັດ​ຫາ​ເຄື່ອງ​ນຸ່ງ​ສຳ​ລັບ​​ການຝັງ—ຊາຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຄົນ​ນີ້ ຜູ້ບໍ່​ເຄີຍ​ຫວັ່ນ​ໄຫວ, ບໍ່​ເຄີຍ​ທໍ້​ຖອຍ, ແລະ ບໍ່​ເຄີຍ​​ເອ່ນ​ອຽງ ໃນ​ເຫດ​ການ​ທີ່​ເຈັບ​ປວດນັ້ນ—ໄດ້​ນັ່ງ​ລົງ​ຢູ່​ເທິງກອງຍອດ​ຫົວ​ນ້ຳ​ຕານ ແລະ ຮ້ອງ​ໄຫ້​ຄື​ກັນ​ກັບ​ເດັກ​ນ້ອຍ.

“ແລ້ວ​ລາວ​ໄດ້​ລຸກ​ຢືນ​ຂຶ້ນ, ເຊັດ​ນ້ຳ​ຕາ, … ຫລຽວ​ຂຶ້ນ​ເທິງ​ຟ້າ, ແລະ ເວົ້າ​ວ່າ: ‘ຂໍ​ຂອບ​ພຣະ​ໄທ​, ພຣະ​ບິ​ດາ, ສຳ​ລັບກຸ່ມ​ແອວ​ເດີ​ຂອງ​ຫວອດ​ພວກ​ເຮົາ.’”6

ແມ່ນ​ແລ້ວ, ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ ສຳ​ລັບ​ຜູ້​ຊາຍ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ ໃນການ​ເຊີດ​ຊູບາງ​ຄົນ ແລະ ບາງ​ຄອບ​ຄົວ ແລະ ໃນ​ການ​ສະ​ຖາ​ປະ​ນາ​ຊີ​ໂອນ.

ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ ໄດ້​ພິ​ຈາ​ລະ​ນາ​ເລື່ອງ​ການ​ດັດ​ແປງນີ້ ມາ​ດົນ​ເຕີບ​ແລ້ວ. ດ້ວຍ​ການ​ອະ​ທິ​ຖານ​ຢ່າງ​ຫລວງ​ຫລາຍ, ດ້ວຍ​ການ​ສຶກ​ສາ​​ພື້ນ​ຖານ​ໃນ​ພຣະ​ຄຳ​ພີ​ຢ່າງ​ລະ​ມັດ​ລະ​ວັງ ກ່ຽວ​ກັບ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ແລະ ດ້ວຍ​ການ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ນີ້​ແມ່ນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຮົາ​ຈຶ່ງຈະ​ດຳ​ເນີນ​ໄປ​ໜ້າຢ່າງ​ເປັນ​ເອ​ກະ​ສັນ ໃນ​ສິ່ງ​ທີ່ເປັນບາດ​ກ້າວ​ໜຶ່ງ​ອີກ ​ໃນ​ການ​ເປີດ​ເຜີຍ​ການ​ຟື້ນ​ຟູ. ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ, ແລະ ຂ້າ​ພະ​ເຈົ້າ​ກໍ​ຊື່ນ​ຊົມ​ຫລາຍ, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ, ເຖິງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ແລະ ການ​ແຕ່ງ​ຕັ້ງ​ຂອງ​ທ່ານ​ໃນ​ຖາ​ນະ​ປະ​ໂລ​ຫິດນັ້ນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Doctrine and Covenants 41:3.

  2. ເບິ່ງ, ຍົກ​ຕົວ​ຢ່າງ, William G. Hartley, “The Priesthood Reorganization of 1877: Brigham Young’s Last Achievement,” in My Fellow Servants: Essays on the History of the Priesthood (2010), 227–64; “To the Seventies,” in James R. Clark, comp., Messages of the First Presidency of The Church of Jesus Christ of Latter-day Saints (1965), 352–54; Hartley, “The Seventies in the 1880s: Revelations and Reorganizing,” in My Fellow Servants, 265–300; Edward L. Kimball, Lengthen Your Stride: The Presidency of Spencer W. Kimball (2005), 254–58; Susan Easton Black, “Early Quorums of the Seventies,” in David J. Whittaker and Arnold K. Garr, eds., A Firm Foundation: Church Organization and Administration (2011), 139–60; Richard O. Cowan, “The Seventies’ Role in the Worldwide Church Administration,” in A Firm Foundation, 573–93.

  3. Russell M. Nelson, “Introductory Remarks,” Liahona, May 2018, 54.

  4. Boyd K. Packer, “What Every Elder Should Know—and Every Sister as Well: A Primer on Principles of Priesthood Government,” Tambuli, Nov. 1994, 17, 19.

  5. ເບິ່ງ Handbook 2: Administering the Church (2010), 7.3.1.

  6. D. Todd Christofferson, “The Priesthood Quorum,” Liahona, Jan. 1999, 47; ເບິ່ງ Vaughn J. Featherstone, “Now Abideth Faith, Hope, and Charity,” Ensign, July 1973, 36–37 ນຳ​ອີກ.