​2010–2019
ຫົວ​ໃຈ​ຂອງ​ສາດ​ສະ​ດາ
ເດືອນ​ເມສາ 2018


ຫົວ​ໃຈ​ຂອງ​ສາດ​ສະ​ດາ

ເຮົາ​ສາ​ມາດປິ​ຕິ​ຍິນ​ດີ ທີ່​ຜູ້​ເປັນ ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແລ້ວ ແລະ ວ່າ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກຳ​ລັງ​ຖືກ​ກະ​ທຳ ໃນ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້.

ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ​ເຮົາ​ແຕ່​ລະ​ຄົນ​ໃນ​ມື້​ນີ້ ໃນ​ໂອ​ກາດ​ທີ່​ສູງ​ສົ່ງ​ນີ້. ສິ່ງ​ທີ່ເຮົາ​ທຸກ​ຄົນ​ໄດ້​ເປັນ​ພະ​ຍານ ເປັນ​ສິ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ຫລາຍ ເມື່ອ​ສາດ​ສະ​ດາ​ຄົນ​ທີ 17 ຂອງ​ສະ​ໄໝ​ນີ້ ໄດ້​ຖືກ​ສະ​ໜັບ​ສະ​ໜູນ ຢູ່​ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດນີ້.

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ການ​ນຳ​ພາ ເພື່ອ​ຈະ​ໄດ້​ຮູ້​ຈັກ​ຫົວ​ຂໍ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ໃນ​ມື້ນີ້, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຫັນ ຕອນ​ໄດ້​ສົນ​ທະ​ນາ​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ກຸ່ມໃໝ່. ໃນ​ການ​ສົນ​ທະ​ນານີ້, ທີ່​ປຶກ​ສາ​ຄົນ​ໜຶ່ງ ໄດ້​ເວົ້າ​ແນວນີ້: “ຂ້ອຍ​ຫວັງ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ສາ​ມາດ​ເຂົ້າ​ໃຈ​ຄວາມ​ໃຫຍ່​ໂຕ ຂອງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ກັບ​ການ​ເອີ້ນ​ຂອງ​ສາດ​ສະ​ດາ​ຄົນ​ໃໝ່, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ແລະ ເຖິງ​ຄວາມ​ສຳ​ຄັນ ແລະ ​ຄວາມສັກ​ສິດ ຂອງ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ທີ່​ຈະ​ເກີດ​ຂຶ້ນ ຢູ່​ໃນກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.” ເພິ່ນ​ໄດ້​ສັງ​ເກດ​ເຫັນ​ອີກວ່າ, “ມັນ​ເປັນ​ເວ​ລາ 10 ປີແລ້ວ, ແລະ ຫລາຍໆ​ຄົນ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ບໍ່ຈື່ ຫລື ບໍ່​ເຄີຍ​ມີປະ​ສົບ​ການ​ກັບສິ່ງນີ້​ມາ​ກ່ອນ.”

ຮູບ​ພາບ
ປະ​ທານ​ເດ​ວິດ ໂອ ມິກ​ເຄ

ສິ່ງນີ້​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ ຄິດ​ເຫັນ​ປະ​ສົບ​ການ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ມີ. ສາດ​ສະ​ດາ​ຄົນ​ທຳ​ອິດ ທີ່​ຂ້າ​ພະ​ເຈົ້າ​ຈື່​ໄດ້​ແມ່ນ​ປະ​ທານເດ​ວິດ ໂອ ມິກ​ເຄ. ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 14 ປີ ຕອນ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ. ຂ້າ​ພະ​ເຈົ້າ​ຈື່​ເຖິງ​ຄວາມ​ຮູ້​ສຶກ​ທີ່​ໄດ້ສູນ​ເສຍ ​ຊຶ່ງມາ​ກັບ​ການ​ຈາກ​ໄປ​ນັ້ນ, ເຫັນ​ແມ່​ນ້ຳ​ຕາ​ໄຫລ, ແລະ ຄວາມ​ໂສກ​ເສົ້າ​ທີ່​ທຸກ​ຄົນ​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ຮູ້​ສຶກ. ຂ້າ​ພະ​ເຈົ້າ​ຈື່​ຄຳ​ວ່າ “ຈົ່ງ​ປະ​ທານ​ພອນ​ໃຫ້​ປະ​ທານ​ເດ​ວິດ ໂອ ມິກ​ເຄ ດ້ວຍ​ເທີ້ນ” ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ຂ້າ​ພະ​ເຈົ້າ ແບບ​ທຳ​ມະ​ຊາດ ໃນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ແບບບໍ່​ຕ້ອງ​ຄິດ, ແມ່ນ​ແຕ່​ຫລັງ​ຈາກ​ເພິ່ນ​ໄດ້​ຈາກ​ໄປ, ຂ້າ​ພະ​ເຈົ້າ​ຍັງ​ກ່າວ ແບບນັ້ນ​ຢູ່. ຂ້າ​ພະ​ເຈົ້າ ບໍ່​ແນ່​ວ່າ ຈິດ​ໃຈ​ ແລະ ຄວາມ​ນຶກ​ຄິດຂອງ​ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກ​ແບບ​ດຽວ​ກັນ ​ສຳ​ລັບ​ສາດ​ສະ​ດາ​ຄົນ​ອື່ນໆ ຫລັງ​ຈາກ​ເພິ່ນ. ເຊັ່ນ​ດຽວ​ກັບ​ພໍ່​ແມ່​ຜູ້​ຮັກ​ລູກໆ​ທຸກ​ຄົນ​ຂອງ​ຕົນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮັກ, ມີ​ຄວາມ​ຜູກ​ພັນ, ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ປະ​ທານ​ໂຈ​ເຊັບ ຟຽວ​ດິງ ສະ​ມິດ, ຜູ້​ຂຶ້ນ​ແທນ​ປະ​ທານ​ມິກ​ເຄ, ແລະ ສາດ​ສະ​ດາ​ຄົນ​ອື່ນໆ ຫລັງ​ຈາກນັ້ນ: ແຮ​ໂຣນ ບີ ລີ, ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ເອ​ສະ​ຣາ ແທັບ ເບັນ​ສັນ, ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ, ກໍ​ດອນ ບີ ຮິງ​ລີ, ທອມ​ມັສ ແອັສ ມອນ​ສັນ, ແລະ ໃນ​ປະ​ຈຸ​ບັນ​ນີ້ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ ສະ​ໜັບ​ສະ​ໜູນສາດ​ສະ​ດາ​ແຕ່​ລະ​ຄົນແທ້ໆ ດ້ວຍ​ການ​ຍົກ​ມື​ຂຶ້ນ—​ແລະ ຍົກ​ໃຈ​ຂຶ້ນ.

ເມື່ອ​ສາດ​ສະ​ດາຄົນ​ໃດ​ຂອງ​ເຮົາ ໄດ້ ສິ້ນ​ຊີ​ວິດ​ໄປ, ມັນ​ກໍ​ເປັນ​ເລື່ອງ​ທຳ​ມະ​ດາ ທີ່​ຈະ​ຮູ້​ສຶກ​ໂສກ​ເສົ້າ ແລະ ເສຍ​ໃຈ. ແຕ່​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ ໄດ້​ເບົາ​ບາງ​ລົງ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ​ດ້ວຍຄວາມ​ຫວັງ ທີ່​ມາ​ເຖິງ ເມື່ອ​ເຮົາ​​ມີປະ​ສົບ​​ການ ກັບ​ພອນອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ຟື້ນ​ຟູ: ການ​ເອີ້ນ ແລະ ການສະ​ໜັບ​ສະ​ໜູນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ ຢູ່​ໃນ​ໂລກນີ້.

ເພາະ​ດ້ວຍ​ເຫດນີ້, ຂ້າ​ພະ​ເຈົ້າ​ຈຶ່ງຈະ​ກ່າວ​ກ່ຽວ​ກັບຂັ້ນ​ຕອນ​ທີ່​ສູງ​ສົ່ງ ຊຶ່ງ​ໄດ້​ເຫັນ​ລະ​ຫວ່າງ 90 ມື້ຜ່ານ​ມານີ້. ຂ້າ​ພະ​ເຈົ້າ​ຈະ​ບັນ​ຍາຍ​ມັນ ເປັນ​ສີ່​ຕອນ: ທຳ​ອິດ, ການ​ຈາກ​ໄປ​ຂອງ​ສາດ​ສະ​ດາ ແລະ ການ​ປົດ​ຕຳ​ແໜ່ງ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ; ທີ​ສອງ, ໄລ​ຍະ​ເວ​ລາ​ທີ່​ລໍ​ຖ້າ​ການ​ຈັດ​ຕັ້ງ​ຝ່າຍ​ປະ​ທານສູງ​ສຸດ​ກຸ່ມ​ໃໝ່; ທີ​ສາມ, ການ​ເອີ້ນ​ສາດ​ສະ​ດາ​ຄົນ​ໃໝ່; ແລະ ທີ​ສີ່, ການ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ​ຄົນ​ໃໝ່ ແລະ ຝ່າຍ​ປະ​ທານ​ສູງ​ສຸດ ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ.

ການ​ຈາກ​ໄປ​ຂອງ​ສາດ​ສະ​ດາ

ຮູບ​ພາບ
ງານ​ສົ່ງ​ສະ​ການ​ຂອງປະທານທອມມັສ ແອັສ ມອນສັນ
ຮູບ​ພາບ
ປະທານ​ທອມມັສ ແອັສ ມອນສັນ

ໃນວັນ​ທີ 2 ເດືອນ​ມັງ​ກອນ, 2018, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ ທອມ​ມັສ ແອັສ ມອນ​ສັນ ໄດ້​ຈາກ​ໄປ ສູ່​ຟາກ​ມ່ານ​ເບື້ອງນັ້ນ. ເພິ່ນ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ​ຕະ​ຫລອດ​ໄປ. ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ທີ່​ໄດ້​ກ່າວ​ເຖິງ​ຄວາມ​ຮູ້​ສຶກ ຕອນ​ປະ​ທານມອນ​ສັນ​ໄດ້​ຈາກ​ໄປ ຊຶ່ງກົງ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຮົາ ທີ່​ວ່າ: “ຄວາມ​ດີ​ເດັ່ນ​ຂອງ​ຊີ​ວິດ​ເພິ່ນ, ​ຄື​ກັນ​ກັບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄື​ການ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ຍາກ​ຈົນ, ຄົນ​ເຈັບ​ປ່ວຍ—ແມ່ນ​ແຕ່​ອອກ​ໄປ​ຫາ​ທຸກ​ຄົນ—ຕະ​ຫລອດ​ທົ່ວ​ໂລກ.”1

ປະ​ທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ອະ​ທິ​ບາຍ​ວ່າ:

“ເມື່ອ​ດາວດວງ​ໜຶ່ງ​ຫລຸດ​ພົ້ນ​ຂອບ​ຟ້າ, ດາວ​ອີກດວງ​ໜຶ່ງ​ຈະ​ປະ​ກົດ​ຂຶ້ນມາ, ແລະ ຄວາມ​ຕາຍນຳ​ຊີ​ວິດ​ໃໝ່ມາ​ໃຫ້.

“ວຽກ​ງານ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ວັນ​ສິ້ນ​ສຸດ. ເຖິງ​ແມ່ນ​ແຕ່​ເມື່ອ​ຜູ້​ນຳ​ທີ່​ມີ​ອິດ​ທິ​ພົນ​ໄດ້​ເສຍ​ຊີ​ວິດ​ໄປ, ສາດ​ສະ​ໜາ​ຈັກ​ກໍບໍ່​ເຄີຍ​ຂາດ​ຜູ້​ນຳ, ຂໍ​ຂອບ​ພຣະ​ໄທ ພຣະຜູ້​ຈັດ​ແຕ່ງ ທີ່​ໃຫ້ອາ​ນາ​ຈັກ​ຂອງ​ພຣະ​ອົງ​ດຳ​ເນີນ​ໄປໜ້າ ຢ່າງ​ຕໍ່​ເນື່ອງ. ດັ່ງ​ທີ່​ມັນ​ໄດ້​ເປັນ​ມາ​ແລ້ວ … ກ່ອນ​ສະ​ໄໝ​ນີ້, ຜູ້​ຄົນ​ໄດ້ປິດ​ຫລຸມ​ຝັງ​ສົບ​ດ້ວຍ​ຄວາມ​ຄາ​ລະ​ວະ, ເຊັດ​ນ້ຳ​ຕາ, ແລະ ປິ່ນໜ້າ​ໄປ​ຫາ​ອະ​ນາ​ຄົດ.”2

ຊ່ວງ​ໄລ​ຍະ​ທີ່​ອັກ​ຄະ​ສາ​ວົກ​ປົກ​ຄອງ

ລະ​ຫວ່າງ​ໄລ​ຍະການ​ຕາຍ​ຂອງ​ສາດ​ສະ​ດາ ແລະ ການ​ຈັດ​ຕັ້ງ​ຝ່າຍ​ປະ​ທານ​ສູງ​ສຸດ​ຂຶ້ນ​ໃໝ່ ຖືກ​ເອີ້ນ​ວ່າ “ຊ່ວງ​ໄລ​ຍະ​ທີ່​ອັກ​ຄະ​ສາ​ວົກ​ປົກ​ຄອງ.” ລະ​ຫວ່າງ​ໄລ​ຍະ​ນີ້, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທານ​ກຸ່ມ, ໄດ້​ຖືຂໍ​ກະ​ແຈ​ນຳກັນ ເພື່ອ​ບໍ​ລິ​ຫານການ​ນຳ​ພາ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ສອນວ່າ, “ຈະ​ມີຫົວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ​ສະ​ເໝີ​ໄປ, ແລະ ຖ້າ​ຫາກຝ່າຍ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖືກ​ປົດ ເມື່ອ​ຫົວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ເສຍ​ຊີ​ວິດ​ໄປ ຫລື ໃນ​ເຫດ​ຜົນ​ອື່ນ, ແລ້ວ​ຫົວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໃໝ່ ​ຈະ​ເປັນ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຈົນ​ກວ່າ​ຝ່າຍ​ປະ​ທານ​ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ອີກ.”3

ຮູບ​ພາບ
ກຸ່ມອັກຄະສາວົກສິບສອງ

ຊ່ວງ​ໄລ​ຍະ​ທີ່​ອັກ​ຄະ​ສາ​ວົກ​ປົກ​ຄອງ ເທື່ອ​ລ່າ​ສຸດ ໄດ້​ເລີ່ມ​ຕົ້ນ ເມື່ອ​ປະ​ທານມອນ​ສັນ​ໄດ້​ເສຍ​ຊີ​ວິດ​ໄປ ເມື່ອ​ວັນ​ທີ 2 ເດືອນ​ມັງ​ກອນ, 2018, ແລະ ສິ້ນ​ສຸດ​ລົງ 12 ມື້​ຈາກນັ້ນ ​ໃນ​ວັນ​ອາ​ທິດ, ກົງ​ກັບ​ວັນ​ທີ 14 ເດືອນ​ມັງ​ກອນ. ໃນ​ເຊົ້າ​ຂອງ​ວັນຊະ​ບາ​ໂຕມື້ນັ້ນ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ເຂົ້າ​ປະ​ຊຸມ​ຢູ່​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ ໃນ​ວິນ​ຍານ​ແຫ່ງ​ການຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ອັກ​ຄະ​ສາ​ວົກ​ຜູ້​ອາ​ວຸ​ໂສສຸດ ແລະ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.

ການ​ເອີ້ນ​ສາດ​ສະ​ດາ​ຄົນໃໝ່

ໃນ​ການ​ປະ​ຊຸມ​ທີ່​ສັກ​ສິດ ແລະ ໜ້າ​ຊົງ​ຈຳ​ນີ້, ໂດຍ​ການ​ເຮັດ​ຕາມ​ລະ​ບຽບ​ທີ່​ຜ່ານ​ມາ ໃນ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ ເປັນເອ​ກະ​ສັນ, ບັນ​ດາ​ອ້າຍ​ນ້ອງ​ກໍ​ໄດ້​ນັ່ງ​ຢູ່​ຕາມ​ລຳດັບ​ ໃນ​ຕັ່ງ 13 ໜ່ວຍ ທີ່​ຈັດ​​ເປັນ​ແບບ​ເຄິ່ງວົງ, ແລະ ໄດ້​ຍົກ​ມື​ຂຶ້ນ ທຳ​ອິດ​ເພື່ອ​ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ຈາກນັ້ນໄດ້​ສະ​ໜັບ​ສະ​ໜູນ ປະ​ທານ​ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ໃຫ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ການ​ສະ​ໜັບ​ສະ​ໜູນນີ້ ແມ່ນ​ຕິດ​ຕາມ​ດ້ວຍ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ມາ​ຢືນ​ຢູ່​ອ້ອມ​ຮອບ​ເປັນ​ວົງ​ລ້ອມ ແລະ ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ປະ​ທານ​ແນວ​ສັນ ເພື່ອ​ແຕ່ງ​ຕັ້ງເພິ່ນ​ເປັນ​ທາງ​ການ, ໂດຍ​ມີ​ອັກ​ຄະ​ສາ​ວົກ​ຜູ້​ອາ​ວຸ​ໂສ​ກວ່າ​ໝູ່​ຕໍ່​ລົງ​ມາ ເປັນ​ຄົນ​ກ່າວ​ຄຳ​ອະ​ທິ​ຖານ.

ຈາກນັ້ນ ປະ​ທານ​ແນວ​ສັນ ກໍ​ໄດ້​ບອກ​ຊື່​ຂອງ​ທີ່​​ປຶກ​ສາ​ຂອງ​ເພິ່ນ, ປະ​ທານ​ດາ​ລິນ ແຮ​ຣິສ ໂອກສ໌, ປະ​ທານ​ເຮັນ​ຣີ ເບັນ​ນຽນ ໄອ​ຣິງ, ໂດຍ​ໃຫ້​ປະ​ທານ​ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ປະ​ທານ​ແມວ​ວິນ ຣະ​ໂຊ ບາ​ເລີດ ເປັນປະ​ທານ​​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງແທນ​ຊົ່ວ​ຄາວ. ຫລັງ​ຈາກ​ການ​ສະ​ໜັບ​ສະ​ໜູນ​ທີ່​ຄ້າຍ​ຄື​ກັນ​ນີ້, ອ້າຍ​ນ້ອງ​ແຕ່​ລະ​ຄົນ​ເຫລົ່າ​ນີ້ ກໍໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ຕໍ່​ຕຳ​ແໜ່ງ​ຂອງ​ໃຜ​ລາວ ໂດຍ​ປະ​ທານ​ແນວ​ສັນ. ມັນ​ໄດ້​ເປັນ​ປະ​ສົບ​ການ​ທີ່​ສັກ​ສິດ ແລະ ເລິກ​ຊຶ້ງ​ແທ້ໆ, ຊຶ່ງ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ກັບ​ທ່ານ​ໄດ້ ວ່າ​ມັນ​ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງເປັນ​ຄຳ​ອະ​ທິ​ຖານ​ອັນ​ແຮງ​ກ້າ​ຂອງ​ພວກ​ເຮົາ, ມັນ​ໄດ້​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ມີ​ພະ​ລັງ​ທີ່​ສຸດ ໃນ​ກິດ​ຈະ​ການ ແລະ ເຫດ​ການ​ຂອງວັນ​ນັ້ນ.

ຮູບ​ພາບ
ຝ່າຍປະທານສູງສຸດ

ເມື່ອ​ໄດ້​ແຕ່ງ​ຕັ້ງ​ປະ​ທານ​ແນວ​ສັນ ແລະ ໄດ້​ແຕ່ງ​ຕັ້ງ​ຝ່າຍ​ປະ​ທານ​ສູງ​ສຸດ​ແລ້ວ, ຊ່ວງ​ໄລ​ຍະ​ທີ່ອັກ​ຄະ​ສາ​ວົກ​ປົກ​ຄອງ​ກໍ​ໄດ້​ສິ້ນ​ສຸດ​ລົງ, ແລະ ຝ່າຍ​ປະ​ທານ​ສູງ​ສຸດ​ກຸ່ມ​ໃໝ່ ກໍໄດ້​ເລີ່ມ​ຕົ້ນ​ບໍ​ລິ​ຫານ​ງານ​ທັນ​ທີ ປາດ​ສະ​ຈາກ​ການ​ລົບ​ກວນ​ໃດໆ ໃນ​ການ​ປົກ​ຄອງ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ການ​ຊຸມ​ນຸມ​ທີ່​ສັກ​ສິດ

ເຊົ້າ​ມື້ນີ້, ຂັ້ນ​ຕອນ​​ທີ່​ສູງ​ສົ່ງນີ້ ໄດ້​ບັນ​ລຸ​ຕາມ​ທີ່​ສັ່ງ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີຢູ່​ໃນ​Doctrine and Covenants ເພາະ​ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ, ແລະ ໂດຍ​ການ​ເຫັນ​ຊອບ​ດ້ວຍ​ກັນ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ​ການ​ອະ​ທິ​ຖານ​ດ້ວນ​ສັດ​ທາ,4 ແລະ ມະ​ຫາ​ປະ​ໂລ​ຫິດ​ຜູ້ຄວບ​ຄຸມ​ສາມ​ຄົນ, … ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​​ດ້ວຍ​ຄວາມໝັ້ນ​ໃຈ, ສັດ​ທາ, ແລະ ຄຳ​ອະ​ທິ​ຖານ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ກອບ​ເປັນ​ກຸ່ມ​ຂອງ​ຝ່າຍ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ.5

ແອວ​ເດີ ເດ​ວິດ ບີ ເຮດ ໄດ້​ບັນ​ຍາຍ​ເຖິງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ມາ​ກ່ອນ ຊຶ່ງ​ເຮົາ ມີ​ສ່ວນ​ຮ່ວມ​ໃນມື້ນີ້ວ່າ:

“ເຮົາ​ເປັນ​ພະ​ຍານ ແລະ ມີ​ສ່ວນ​ຮ່ວມ ໃນ​ໂອ​ກາດ​ທີ່​ສັກ​ສິດ​ທີ່​ສຸດ—ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ເພື່ອ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເປັນ​ຂອງ​ສະ​ຫວັນ. ດັ່ງ​ທີ່​ເຄີຍ​ເປັນ​ໃນ​ສະ​ໄໝ​ບູ​ຮານ, ຄົງ​ມີ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຫລາຍ​ສົມ​ຄວນ ໃນ​ບັນ​ດາ​ໄພ່​ພົນ ຕະ​ຫລອດ​ທົ່ວ​ໂລກ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ … ໃນ​ໂອ​ກາດນີ້ ໃນ​ເຊົ້າ​ມື້ນີ້.

“ການ​ຊຸມ​ນຸມ​ທີ່​ສັກ​ສິດ, ຕາມ​ຄວາມ​ໝາຍ​ຂອງ​ຊື່, ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ໂອ​ກາດ​ທີ່ສັກ​ສິດ, ຈິງ​ຈັງ, ແລະ ມີ​ຄວາມຄາ​ລະ​ວະ ເມື່ອ​ໄພ່​ພົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ.”6

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ສາ​ມາດ​ຊື່ນ​ຊົມ—ແມ່ນ​ແຕ່​ສາ​ມາດ, “ຮ້ອງ​ໂຮ​ຊັນນາ!”—ວ່າ​ຜູ້​ເປັນ​ປາກ​ເປັນ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແລ້ວ ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ ພໍ​ພຣະ​ໄທ​ຫລາຍ ທີ່​ວຽກ​ງານ​ຂອງ​ພຣະ​ອົງ ກຳ​ລັງ​ຖືກ​ກະ​ທຳ ໃນ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້.

ປະທານ​ຣະໂຊ ເອັມ ແນວສັນ

ແບບ​ແຜນ​ຂອງ​ການ​ແຕ່ງ​ຕັ້ງ​ອັນ​ສູງ​ສົ່ງນີ້ ໄດ້​ພາ​ໃຫ້​ມີສາດ​ສະ​ດາ​ທີ່​ຖືກ​ເອີ້ນ​ຈາກ​ສະ​ຫວັນອີກ​ທ່ານ​ໜຶ່ງ. ເໝືອນ​ດັ່ງ​ປະ​ທານມອນ​ສັນ ທີ່​ໄດ້​ເປັນ​ຜູ້​ໜຶ່ງ​ທີ່​ດີ​ເດັ່ນ​ທີ່​ສຸດ ຢູ່​ໃນ​ໂລກນີ້, ປະ​ທານ​ແນວ​ສັນ ກໍ​ຄື​ກັນ. ເພິ່ນ​ໄດ້​ຖືກ​ຕຽມ​ໄວ້​ຢ່າງ​ສົມ​ບູນ​ແບບ ແລະ ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ສະ​ເພາະ ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ນຳ​ພາ​ເຮົາ ໃນ​ວັນ​ເວ​ລາ​ນີ້. ມັນ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ຫລາຍ ທີ່​ບັດ​ນີ້ ເຮົາ​ມີ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ຮັກ​ແພງ ແລະ ອຸ​ທິດ​ຕົນຂອງ​ເຮົາ—ເປັນ​ປະ​ທານ​ຄົນ​ທີ 17 ຂອງ​ສາດ​ສະ​ໜາ​ຈັກ, ໃນ​ຍຸກ​ສຸດ​ທ້າຍນີ້.

ຮູບ​ພາບ
ປະທານ​ຣະໂຊ ເອັມ ແນວສັນ

ປະ​ທານ​ແນວ​​ສັນ ເປັນ​ຄົນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ແທ້ໆ. ຂ້າ​ພະ​ເຈົ້າ​ໄດ້​ມີ​ສິດ​ທິ​ພິ​ເສດ ໃນ​ການ​ຮັບ​ໃຊ້​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຮ່ວມ​ກັບ​ເພິ່ນ ແລະ ໃນ​ຖາ​ນະ​ທີ່​ເພິ່ນ​ເປັນ​ປະ​ທານ​ກຸ່ມ​ຂອງ​ຂ້າ​ພະ​ເຈົ້າ ມາ​ເປັນ​ເວ​ລາ 2 ປີ​ກວ່າ​. ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ກັບ​ເພິ່ນ ແລະ ກໍ​ປະ​ຫລາດ​ໃຈ​ຫລາຍ​ກັບ​ກຳ​ລັງ​ວັງ​ຊາ​ຂອງ​ເພິ່ນ, ເພາະ​ຜູ້​ຄົນ​ຕ້ອງ​ໄດ້​ຟ້າວ​ຍ່າງ​ໄປ​ກັບ​ເພິ່ນ! ລວມ​ແລ້ວ ເພິ່ນ​ໄດ້​ໄປ​ຢ້ຽມ​ຢາມ 133 ປະ​ເທດ ໃນ​ຊີ​ວິດ​ຂອງ​ເພິ່ນ.

ເພີ່ມ​ເອື້ອມ​ອອກ​ໄປ​ຫາ​ທຸກ​ຄົນ, ທັງ​ຄົນ​ໜຸ່ມ ແລະ ຄົນ​ເຖົ້າ. ເບິ່ງ​ຄື​ວ່າ ເພິ່ນ​ຮູ້​ທຸກ​ຄົນ ແລະ ໂດຍ​ສະ​ເພາະ​ແລ້ວ ເພິ່ນ​ຈື່​ຊື່ຄົນ​ໄດ້​ດີ. ທຸກ​ຄົນ​ທີ່​ຮູ້​ຈັກເພິ່ນ ຮູ້​ສຶກວ່າ ເຂົາ​ເຈົ້າ​ເປັນ​ຄົນ​ໂປດ​ຂອງ​ເພິ່ນ. ແລະ ມັນກໍ​ເປັນ​ເຊັ່ນ​ນັ້ນ​ກັບພວກ​ເຮົາຄື​ກັນ—ເພາະ ຄວາມ​ຮັກ​ຢ່າງ​ຈິງ​ໃຈ ແລະ ຄວາມ​ເປັນ​ຫ່ວງ​ທີ່​ແທ້​ຈິງ ທີ່​ເພິ່ນ​ມີ​ຕໍ່​ທຸກໆ​ຄົນ.

ຄວາມ​ສຳ​ພັນ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ປະ​ທານ​ແນວ​ສັນ ຕົ້ນ​ຕໍ​ແລ້ວແມ່ນ​ທາງສາດ​ສະ​ໜາ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຮູ້​ຈັກ​ດີ​ ກ່ຽວ​ກັບ​ວິ​ຊາ​ອາ​ຊີບ​ຂອງ​ປະ​ທານ​ແນວ​ສັນ ກ່ອນ​ເພິ່ນ​ໄດ້ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່. ດັ່ງ​ທີ່​ພວກ​ທ່ານ​ຫລາຍ​​ຄົນ​ຮູ້​ຈັກ, ປະ​ທານ​ແນວ​ສັນ ເຄີຍ​ເປັນ​ໝໍ​ຜ່າ​ຕັດ​ທີ່​ມີ​ຊື່​ສຽງ​​ໄປທົ່ວ​ໂລກ, ຕອນ​ເພິ່ນ​ເລີ່ມ​ຕົ້ນ​ເປັນ​ໝໍ, ​ເພິ່ນ​ໄດ້​ປະ​ດິດ​ເຄື່ອງ​ປັ້ມ​ຫົວ​ໃຈ ແລະ ປອດ. ເພິ່ນ​ໄດ້​ຢູ່​ໃນກຸ່ມ​ນັກ​ຄົ້ນ​ຄວ້າ ທີ່​ສົ່ງ​ເສີມ​ການ​ຜ່າ​ຕັດ​ຫົວ​ໃຈ​ຄົນ ຄັ້ງ​ທຳ​ອິດ, ໃນ​ປີ 1951, ໂດຍ​ການ​ໃຊ້​ທໍ່​ພິ​ເສດຕໍ່​ໃສ່​ຫົວ​ໃຈ ແລະ ປອດ. ປະ​ທານ​ແນວ​ສັນ ຍັງ​ໄດ້​ຜ່າ​ຕັດ​ຫົວ​ໃຈ​ໃຫ້ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ນຳ​ອີກ ບໍ່​ດົນ​ກ່ອນ​ປະ​ທານ​ຄິມ​ໂບ ໄດ້​ກາຍ​ເປັນ​ສາດ​ສະ​ດາ.

ຮູບ​ພາບ
ປະທານແນວສັນ ຕອນ​ເປັນ​ໝໍ​ຜ່າ​ຕັດ

ສິ່ງ​ທີ່​ໜ້າ​ສົນ​ໃຈ, ຄືເມື່ອ​ປະ​ທານ​ແນວ​ສັນ​ໄດ້​ຖືກ​ເອີ້ນ​​ໃຫ້​ເປັນ​ອັກ​ຄະ​ສາ​ວົກ ເມື່ອ 34 ປີ​ກ່ອນ, ​ເພິ່ນ​ກໍ​ໄດ້​ເລີກ​ລາ​ຈາກ ວິ​ຊາ​ອາ​ຊີບ ​ທີ່​ເປັນ​ໝໍ​ຊ່ວຍ​ຊູ ແລະ ສ້ອມ​ແປງ​ຫົວ​ໃຈ, ແຕ່​ໄດ້ ເລີ່ມ​ຕົ້ນ ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ອັກ​ຄະ​ສາ​ວົກ ທີ່​ອຸ​ທິດ​ຕົນ ເພື່ອ​ຊ່ວຍ​ຊູ ແລະ ສ້ອມ​ແປງ​ຫົວ​ໃຈ ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍຕະ​ຫລອດ​ທົ່ວ​ໂລກ, ຜູ້​ໄດ້​ຮັບ​ການ​ເຊີດ​ຊູ ແລະ ປິ່ນ​ປົວ ດ້ວຍ​ຖ້ອຍ​ຄຳ, ການ​ກະ​ທຳ ທີ່​ເຕັມ​ໄປ​ດ້ວຍສະ​ຕິ​ປັນ​ຍາ, ການ​ຮັບ​ໃຊ້, ແລະ ຄວາມ​ຮັກ​ຂອງ​ເພິ່ນ.

ຮູບ​ພາບ
ປະທານແນວສັນ ຕອນ​ເປັນ​ອັກ​ຄະ​ສາ​ວົກ
ຮູບ​ພາບ
ປະທານແນວສັນ ທັກ​ທາຍ​ສະ​ມາ​ຊິກ
ຮູບ​ພາບ
ປະທານແນວສັນ ກັບ​ຫລານ​ຊາຍ

ຫົວໃຈ​ທີ່​ເໝືອນ​ພຣະ​ຄຣິດ

ເມື່ອ​ຂ້າ​ພະ​ເຈົ້າ​ວາດ​ພາບ​ເຫັນ​ຫົວ​ໃຈ​ທີ່​ເໝືອນ​ພຣະ​ຄຣິດ ໃນ​ການ​ກະ​ທຳ​ປະ​ຈຳ​ວັນ, ຂ້າ​ພະ​ເຈົ້າ​ເຫັນ​ປະ​ທານ​ແນວ​ສັນ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ພົບ​ເຫັນ​ຄົນ​ໃດ ທີ່​ເປັນ​ຕົວ​ຢ່າງໃນ​ແບບນີ້ ຫລາຍ​ໄປ​ກວ່າ​ທີ່​ເພິ່ນ​ເປັນ. ມັນ​ເປັນການ​ສິດ​ສອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ສຳ​ລັບ​ຂ້າ​ພະ​ເຈົ້າ ທີ່​ສາ​ມາດສັງ​ເກດ​ເຫັນ​ການ​ສະ​ແດງ ຫົວ​ໃຈ​​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ໃຫ້​ປະ​ຈັກ ຂອງ​ປະ​ທານ​ແນວ​ສັນ.

ບໍ່​ພໍ​ເທົ່າ​ໃດ​ອາ​ທິດ ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ ໃນ​ເດືອນ​ຕຸ​ລາ ປີ 2015, ຂ້າ​ພະ​ເຈົ້າ​ຮູ້​ໄດ້​ດ້ວຍ​ຕົວ​ເອງ ​ກ່ຽວ​ກັບ​ວິ​ຊາ​ອາ​​ຊີບ​ເດີມຂອງ​ປະ​ທານ​ແນວ​ສັນ ກ່ອນ​ເພິ່ນ​ຖືກ​ເອີ້ນ​ໃຫ້ເປັນ​ອັກ​ຄະ​ສາ​ວົກ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ຮ່ວມ​ງານ ບ່ອນ​ທີ່ ເພິ່ນໄດ້​ຮັບ​ການຍ້ອງ​ຍໍ​ ໃນ​ຖາ​ນະ​ທີ່​ເປັນ​ຜູ້​ບຸກ​ເບີກ ເລື່ອງການ​ຜ່າ​ຕັດ​ຫົວ​ໃຈ. ເມື່ອ​ຂ້າ​ພະ​ເຈົ້າ​ຍ່າງ​ເຂົ້າ​ໄປ​ໃນງານ, ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ທີ່​ໄດ້​ເຫັນ​ຜູ້​ຊ່ຽວ​ຊານຢ່າງ​ຫລວງ​ຫລາຍ ຜູ້​ມາ​ໃຫ້​ກຽດ​ແກ່​ວຽກ​ງານ​ຂອງ​ປະ​ທານ​ແນວ​ສັນ ທີ່​ໄດ້​ເຮັດ​ເປັນ​ເວ​ລາ​ຫລາຍ​ປີ.

ໃນ​ຄ່ຳ​ຄືນນັ້ນ ຜູ້​ຊ່ຽວ​ຊານ​ຫລາຍ​ຄົນ ໄດ້​ຢືນ​ຂຶ້ນ​ສະ​ແດງ​ຄວາມ​ນັບ​ຖື ແລະ ຍ້ອງ​ຍໍ ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ອັນ​ດີ​ເດັ່ນ ຂອງ​ປະ​ທານ​ແນວ​ສັນ ໃນ​ການ​ເປັນ​ໝໍ​ຂອງ​ເພິ່ນ. ເຖິງ​ແມ່ນທຸກ​ຄົນ​ທີ່​ມີ​ໜ້າ​ຢູ່​ທີ່ນັ້ນ ຕ່າງ​ກໍ​ປະ​ທັບ​ໃຈ​ກັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ປະ​ທານ​ແນວ​ສັນ, ແຕ່​ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ເມື່ອ​ໄດ້​​ສົນ​ທະ​ນາ​ກັບ​ຊາຍ​ຄົນ​ໜຶ່ງ ທີ່​ນັ່ງ​ຢູ່​ທາງ​ຂ້າງ. ເພິ່ນບໍ່​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ແມ່ນ​ໃຜ, ແຕ່​ເພິ່ນ​ຮູ້​ປະ​ທານ​ແນວ​ສັນ, ເປັນ ດຣ ແນວ​ສັນ, ຖາ​ນະຜູ້​ອຳ​ນວຍ​ການ​ຝ່າຍ​ການຜ່າ​ຕັດ​ຫົວ​ໃຈ ຢູ່​ໂຮງ​ຮຽນ​ການ​ແພດ ໃນ​ປີ 1955.

ຊາຍ​ຄົນ​ນັ້ນ ເຄີຍເປັນ​ນັກ​ຮຽນ​ຂອງ​ປະ​ທານ​ແນວ​ສັນ. ເພິ່ນ​ໄດ້​ເລົ່າ​ຫລາຍ​ເລື່ອງ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ ວິ​ທີ​ທີ່​ປະ​ທານ​ແນວ​ສັນ ໄດ້​ສິດ​ສອນ, ຊຶ່ງ​ເຮັດ​ໃຫ້​ເພິ່ນ​ກາຍ​ເປັນ​ໝໍ​ທີ່​ໂດ່ງ​ດັງ​ທີ່​ສຸດ. ຊາຍ​ຄົນ​ນັ້ນ​ໄດ້​ອະ​ທິ​ບາຍ​ວ່າ ສ່ວນ​ຫລາຍ​ແລ້ວ ການ​ສິດ​ສອນ​ເລື່ອງ​ການ​ຜ່າ​ຕັດ​ຫົວ​ໃຈ ເກີດ​ຂຶ້ນ​ຢູ່​ຫ້ອງ​ຜ່າ​ຕັດ. ຢູ່​ທີ່ນັ້ນ, ນັກ​ຮຽນ​ຈະ​ສັງ​ເກດ​ເບິ່ງ ແລະ ກະ​ທຳ​ການ​ຜ່າ​ຕັດ ພາຍ​ໃຕ້​ການ​ດູ​ແລ​ຂອງ​ໝໍ, ຄື​ກັນ​ກັບ​ຢູ່​ໃນ​ຫ້ອງ​ທົດ​ລອງ. ເພິ່ນ​ໄດ້​ບອກ​ຕື່ມ​ວ່າ ສະ​ພາບ​ແວດ​ລ້ອມ​ຢູ່​ໃນ​ຫ້ອງ​ຜ່າ​ຕັດ​ໃນບາງ​ບ່ອນ ແມ່ນສັບ​ສົນ, ແຂ່ງ​ຂັນ, ເຕັມ​ໄປ​ດ້ວຍ​ຄວາມ​ກົດ​ດັນ, ແລະ ແມ່ນ​ແຕ່​ເຫັນ​ແກ່​ຕົວ. ຊາຍ​ຄົນ​ນັ້ນ​ໄດ້ບອກວ່າ ມັນ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​ຫຍຸ້ງ​ຍາກ, ບາງ​ເທື່ອ​ກໍ​ເສຍ​ກຽດ. ດ້ວຍ​ເຫດນັ້ນ, ຈຶ່ງເຮັດ​ໃຫ້ນັກ​ຮຽນ​ຄິດ​ເປັນ​ຫ່ວງ​ນຳວິ​ຊາ​ອາ​ຊີບ​ຂອງ​ຕົນ.

ແລ້ວ​ເພິ່ນ​ໄດ້​ອະ​ທິ​ບາຍ​ເຖິງ​ສະ​ພາບ​ແວດ​ລ້ອມ​ທີ່​ພິ​ເສດ ຢູ່​ໃນ​ຫ້ອງ​ຜ່າ​ຕັດ​ຂອງ​ປະ​ທານ​ແນວ​ສັນ. ມັນ​ສະ​ຫງົບ, ບໍ່​ວຸ້ນ​ວາຍ, ແລະ ສະ​ຫງ່າ​ຜ່າ​ເຜີຍ. ນັກ​ຮຽນ​ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງ​ມີ​ກຽດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ໄດ້​ສັງ​ເກດເບິ່ງ​ການ​ຜ່າ​ຕັດ​ແລ້ວ, ດຣ ແນວ​ສັນ ໄດ້​ຄາດ​ຫວັງ​ໃຫ້​ນັກ​ຮຽນ​ທຸກ​ຄົນ ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍມາດ​ຕະ​ຖານ​ສູງ. ຊາຍ​ຄົນນັ້ນ​ໄດ້​ບອກ​ຕື່ມ​ອີກ ກ່ຽວ​ກັບ​ຄົນ​ໄຂ້​ຢ່າງ​ຫລວງ​ຫລາຍ​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ນັກ​ຮຽນ​ຢ່າງ​ຫລວງ​ຫລາຍ ທີ່ປະ​ສົບ​ຄວາມ​ສຳ​ເລັດ ເພາະ ດຣ ແນວ​ສັນ.

ຂ້າ​ພະ​ເຈົ້າ​ບໍ່​ແປກ​ໃຈ​ເລີຍ​ກ່ຽວ​ກັບ​ເລື່ອງນີ້. ນີ້​ແມ່ນ​ສິ່ງທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກັບ​ຕາ, ແລະ ໄດ້​ຮັບ​ພອນ​ຫລາຍ​ແທ້ໆ ທີ່​ໄດ້ຢູ່ໃນ​ກຸ່ມ​ອັກ​ຄະສາ​ວົກສິບ​ສອງ. ເມື່ອ​ຄິດ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຕົວ​ເອງ​ກໍ​ເປັນ “ນັກ​ຮຽນ ຄົນ​ໜຶ່ງ​ຄື​ກັນ.”

ປະ​ທານ​ແນວ​ສັນ ມີ​ວິ​ທີ​ພິ​ເສດ ໃນ​ການ​ສິດ​ສອນ​ຜູ້​ຄົນ ແລະ ແນະ​ນຳ​ການ​ແກ້​ໄຂ​ຄວາມ​ຜິດ​ພາດ ໃນ​ທາງບວກ, ດ້ວຍ​ຄວາມ​ນັບ​ຖື, ແລະ ໃຫ້​ກຳ​ລັງ​ໃຈ. ເພິ່ນ​ມີ​ຫົວ​ໃຈ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ ແລະ ເປັນ​ຕົວ​ຢ່າງ​ສຳ​ລັບ​ເຮົາ​ທຸກ​ຄົນ. ຈາກ​ເພິ່ນ ເຮົາ​ຮຽນ​ຮູ້​ວ່າ ໃນ​ທຸກ​ສະ​ພາບ​ການ ທີ່​ເຮົາ​ປະ​ເຊີນ, ເຮົາ​ຕ້ອງ​ໃຫ້ການ​ກະ​ທຳ ແລະ ໃຈ​ຂອງ​ເຮົາ ສອດ​ຄ່ອງ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ບັດ​ນີ້ ເຮົາ​ມີ​ພອນ​ອັນ​ຍິ່ງ​ໃຫຍ່ ທີ່​ຈະ​ສະ​ໜັບ​ສະ​ໜູນສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ, ເພິ່ນ​ໄດ້​ຂະ​ຫຍາຍ​ບົດ​ບາດ​ຫລາຍ​ຢ່າງ​ຂອງ​ເພິ່ນ, ໃນ​ຖາ​ນະ​ເປັນ​ນັກ​ສຶກ​ສາ, ເປັນ​ພໍ່, ເປັນ​ອາ​ຈານ, ເປັນ​ສາ​ມີ, ເປັນ​ໝໍ, ເປັນ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ, ເປັນ​ພໍ່​ຕູ້, ເປັນພໍ່ຕູ້ປູ່, ແລະ ເປັນ​ອັກ​ຄະ​ສາ​ວົກ. ເພິ່ນ​ໄດ້​ເຮັດບົດ​ບາດ​ເຫລົ່າ​ນີ້—ແລະ ກໍ​ສືບ​ຕໍ່ ເຮັດ​ຕໍ່​ໄປ—ດ້ວຍ​ຫົວ​ໃຈຂອງ​ສາດ​ສະ​ດາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ສິ່ງ​ທີ່​ເຮົາ​ໄດ້​ເປັນ​ພະ​ຍານ ແລະ ມີ​ສ່ວນ​ຮ່ວມ​ໃນ​ມື້ນີ້, ການ​ຊຸມ​ນຸມ​ທີ່​ສັກ​ສິດ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໄດ້​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ປາກ​ເປັນ​ສຽງທີ່​ມີ​ຊີ​ວິດ​ຢູ່ ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ ສຳ​ລັບ​ມວນ​ມະ​ນຸດ​ທັງ​ປວງ. ຂ້າ​ພະ​ເຈົ້າ​ຂໍ​ຕື່ມປະຈັກພະຍານອີກ ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ບົດບາດຂອງພຣະອົງ ໃນການເປັນ ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່​ຂອງ​ເຮົາ? ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.