​2010–2019
ອຳ​ນາດ​ຂອງຖານະປະໂລຫິດ
ເດືອນ​ເມສາ 2018


ອຳ​ນາດ​ຂອງຖານະປະໂລຫິດ

ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ຊຶ່ງ​ທ່ານ​ດຳ​ລົງ​ຢູ່ ແມ່ນ​ຈຳ​ເປັນ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຄອບ​ຄົວ​ ແລະ ໃນ​ການ​ເອີ້ນ​ຂອງ​ທ່ານ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ຫາ​ກໍ​ໄດ້​ຍິນ​ການ​ປະ​ກາດ​ທີ່​ເປັນ​ການ​ເປີດ​ເຜີຍ ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ເຮົາ​​ໄດ້​ຍິນຄຳ​ບັນ​ຍາຍ​ທີ່​ສຳ​ຄັນ​ຢ່າງ​ລະ​ອຽດ​ ຈາກ​ແອວ​ເດີ ຄຣິດ​ໂຕ​ເຟີ​ສັນ ແລະ ແອວ​ເດີ ແຣັສ໌​ແບນ ແລະ ປະ​ທານ​ໄອ​ຣິງ. ສິ່ງ​ທີ່​ຍັງ​ບໍ່​ທັນ​ໄດ້​ຍິນ​ເທື່ອ, ຮ່ວມ​ທັງ​ຈາກປະ​ທານ​ແນວ​ສັນ ຕື່ມ​ອີກ, ຈະ​ບັນ​ຍາຍ​ຢ່າງ​ລະ​ອຽດ ເຖິງ​ສິ່ງ​ທີ່ ຜູ້​ນຳ ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເຮັດ​ໃນ​ເວ​ລານີ້ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ. ເພື່ອ​ຊ່ວຍ​ໃນ​ເລື່ອງນີ້, ຂ້າ​ພະ​ເຈົ້າ​ຈະ​ທົບ​ທວນ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ບາງ​ຢ່າງ ຊຶ່ງ​ປົກ​ຄອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ທ່ານ​ດຳ​ລົງ​ຢູ່.

I. ຖາ​ນະ​ປະ​ໂລ​ຫິດ

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເປັນ​ສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ ຊຶ່ງ​ໄດ້​ມອບ​ໝາຍ​ໃຫ້ ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ ເພື່ອເຮັດ​ໃຫ້​ເກີດ … ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ (ເບິ່ງ Moses 1:39). ໃນ​ປີ 1829, ​ມັນ​ໄດ້​ຖືກມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໂດຍ​ ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ D&C 27:12). ມັນ​​ສັກ​ສິດ ແລະ ມີ​ພະ​ລັງ ເກີນກວ່າ​ທີ່​ເຮົາ​ຈະ​​ບັນ​ຍາຍ​ໄດ້.

ຂໍ​ກະ​ແຈ ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນພະ​ລັງ​ທີ່​ຈະ​ຊີ້​ນຳ​ການ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ດັ່ງ​ນັ້ນ, ເມື່ອ​ອັກ​ຄະ​ສາ​ວົກ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ, ພວກ​ເພິ່ນ​ຍັງ​ໄດ້​ມອບ​ຂໍ​ກະ​ແຈ ເພື່ອ​ຊີ້​ນຳ​ການ​ໃຊ້​ມັນ​ນຳ​ອີກ. (ເບິ່ງ D&C 27:12–13). ແຕ່​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ບໍ່​ໄດ້​ຖືກມອບ​ໃຫ້​ໃນ​ເວ​ລານັ້ນ. ຂໍ​ກະ​ແຈ ແລະ ຄວາມ​ຮູ້ທັງ​ໝົດ ແມ່ນ​ຈຳ​ເປັນ​ສຳ​ລັບ ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ (ເບິ່ງ D&C 128:18) ໄດ້​ຖືກມອບ​ໃຫ້​ເປັນ​ບັນທັດ (ຂໍ້​ທີ 21). ຂໍ​ກະ​ແຈ​ເພີ່ມ​ເຕີມ ໄດ້​ຖືກມອບ​ໃຫ້​ຢູ່​ໃນ​ພຣະ​ວິ​ຫານ​ເຄີດ​ແລນ ເຈັດ​ປີ​ຈາກນັ້ນ (ເບິ່ງ D&C 110:11–16). ຂໍ​ກະ​ແຈ​ເຫລົ່າ​ນີ້ ໄດ້​ຖືກມອບ​ໃຫ້​ ເພື່ອ​ຊີ້​ນຳ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃນ​ການມອບ​ໝາຍ​ເພີ່ມ​ເຕີມ ທີ່ມອບ​ໃຫ້​ໃນ​ເວ​ລານັ້ນ, ດັ່ງ​ເຊັ່ນ​ການ​​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ.

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ບໍ່​ແມ່ນ​ສະ​ຖາ​ນະ​ພາບ ຫລື ຕຳ​ແໜ່ງ. ມັນ​ແມ່ນ​​ອຳ​ນາດແຫ່ງ​ສະ​ຫວັນ ຊຶ່ງ​ດຳ​ລົງດ້ວຍ​ຄວາມ​ໄວ້​ວາງ​ໃຈ ເພື່ອ​ໃຫ້​ໃຊ້​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ວຽກ​ງານ​ຂອງ​ພຣະ​ເຈົ້າ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ເຮົາ​ຄວນ​ຈື່​ຈຳ​ສະ​ເໝີ​ວ່າ ມະ​ນຸດ​ຜູ້​ທີ່​ດຳ​ລົງຖາ​ນະ​ປະ​ໂລ​ຫິດ ບໍ່​ແມ່ນ “ຖາ​ນະ​ປະ​ໂລ​ຫິດ.” ມັນ​ບໍ່​ສົມ​ຄວນ​ທີ່​ຈະ​ກ່າວ​ເຖິງ “​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ຍິງ.” ເຮົາ​ຄວນ​ກ່າວ​ເຖິງ “ຜູ້​ດຳ​ລົງ ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ຍິງ.”

II. ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ​ຂອງ​ການຮັບ​ໃຊ້

ບັດ​ນີ້ ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ເບິ່ງ​ສິ່ງ​ທີ່​ອົງ​ພຣະ​ເຢ​ຊູ​ຄຣິດ ຄາດ​​ຫວັງ​ຈາກ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ—ວິ​​ທີ​ທີ່​ເຮົາ​ນຳ​ພາ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ອົງ.

ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ສອນ​ວ່າ: “ມັນ​ເຄີຍ​ມີ​ການ​ເວົ້າ​ວ່າ ສາດ​ສະ​ໜາ​ຈັກ​ໄດ້​ຖືກຈັດ​ຕັ້ງຢ່າງສົມ​ບູນ​ແບບ​ແທ້ໆ. ບັນ​ຫາ​ຢ່າງ​ດຽວ​ທີ່​ມີ​ຢູ່ ​ແມ່ນ​ອົງການ​ຈັດ​ຕັ້ງ​ເຫລົ່າ​ນີ້ ບໍ່​ຮູ້​​ຈັກ​ພັນ​ທະ​​ທີ່​ຕົນ​ໄດ້​ຮັບ​ຢ່າງ​ຄົບ​ຖ້ວນ. ເມື່ອ​ເຂົາ​ເຈົ້າ​ຮູ້​ຈັກ​​ສິ່ງ​ທີ່​ຖືກ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ເຮັດຢ່າງ​ລະ​ອຽດ, ເຂົາ​ເຈົ້າ​ຈະ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລາຍຂຶ້ນ, ແລະ ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະມີ​ພະ​ລັງ​ຫລາຍ​ຂຶ້ນ ແລະ ເປັນ​ອິດ​ທິ​ພົນ​ຢູ່​ໃນ​ໂລກ.”1

ປະ​ທານ​ສະ​ມິດ ຍັງ​ໄດ້​ເຕືອນ​ຄື​ກັນວ່າ:

“ຕຳ​ແໜ່ງ​ທີ່​ມີ​ກຽດ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ … ​ທີ່ກ່ຽວ​ພັນ​ກັບ​ພາ​ລະ​ໜ້າ​ທີ່​ຫລາຍ​ຢ່າງ​ ແລະ ກັບ​ລຳ​ດັບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ, ບໍ່​ແມ່ນ​ເພື່ອ​ໃຫ້​ໃຊ້ ຫລື ເພື່ອ​ຄິດ​ວ່າ ມັນ​ເປັນ​ຕຳ​ແໜ່ງ​ທີ່​ມະ​ນຸດ​ໄດ້​ສ້າງ​ຂຶ້ນ​ມາ; ມັນ​ບໍ່​ແມ່ນເພື່ອ​ການ​ເອ້​ປະ​ດັບ ຫລື ສະ​ແດງວ່າ​ມີ​ອຳ​ນາດ​ເໜືອ, ແຕ່​ມັນ​ໄດ້​ຖືກມອບ​ໃຫ້​​ເພື່ອ​ຮັບ​ໃຊ້​ຢ່າງ​ຖ່ອມ​ຕົວ ໃນ​ວຽກ​ງານ​ຂອງ​ພຣະ​ອາ​ຈານ ຜູ້​ທີ່​ເຮົາ​ປະ​ກາດ​ວ່າ ຈະ​ຮັບ​ໃຊ້. …

“… ເຮົາ​ອອກ​ແຮງ​ງານ​ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ, ແລະ ເຮົາ​ຄວນ​ຮູ້​ສຶກວ່າ ນີ້​ແມ່ນ​ໜ້າ​ທີ່ ທີ່​ສຳ​ຄັນ​ທີ່​ສຸດ ທີ່​ຖືກມອບ​ໃຫ້​ແກ່​ເຮົາ. ສະ​ນັ້ນ, ເຮົາ​ຄວນ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ​​ທຸກ​ສິ່ງ, ຖ້າ​ຈຳ​ເປັນ, ເພື່ອ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຄວາມ​ລອດ​ຂອງ​ມະ​ນຸດ, ແລະ ​ຄວາມ​ມີ​ໄຊຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ.”2

III. ພາ​ລະ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພາ​ລະ​ໜ້າ​ທີ່​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ມີ​ວຽກ​ງານ​ທີ່​ແຕກ​ຕ່າງ​ກັນ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ກ່າວ​ເຖິງ​ມະ​ຫາ​ປະ​ໂລ​ຫິດ ວ່າ​ເປັນ​ປະ​​ທານ​ປະ​ຈຳ ຫລື ເປັນ​ຜູ້​ຮັບ​ໃຊ້​ດູ​ແລ​ສະ​ເຕກ​​ຕ່າງໆ​ທີ່​ກະ​ຈາຍ​ກັນ​ໄປ​ທົ່ວ (ເບິ່ງ D&C 124:134). ມັນ​ກ່າວ​ເຖິງແອວ​ເດີ​ ວ່າ​ເປັນຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​​ກິດ​ປະ​ຈຳ​ຢູ່​ກັບ​ສາດ​ສະ​ໜາ​ຈັກ (ເບິ່ງ D&C 124:137). ຕໍ່​ໄປ​ນີ້ ແມ່ນ​ຄຳ​ສອນ​ກ່ຽວ​ກັບ​ວຽກ​ງານ​ທີ່​ແຕກ​ຕ່າງ​ກັນ​ເຫລົ່າ​ນີ້.

ມະ​ຫາ​ປະ​ໂລ​ຫິດປະ​ຕິ​ບັດ​ໜ້າ​ທີ່ ແລະ ບໍ​ລິ​ຫານ ໃນ​ເລື່ອງ​ທີ່​ເປັນ​ທາງວິນ​ຍານ (ເບິ່ງ D&C 107:10, 12). ພ້ອມນີ້, ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ຍັງ​ໄດ້​ສອນ​ວ່າ, “ເມື່ອ​ບຸກ​ຄົນ​ໃດໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະ​ຫາ​ປະ​ໂລ​ຫິດ, [ບຸກ​ຄົນ​ນັ້ນ] ​ຄວນ​ຮູ້​ສຶກວ່າຕົນ​ມີ​ພັນ​ທະ … ທີ່​ຈະ​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ ທັງ​ຄົນ​ສູງ​ອາ​ຍຸ ແລະ ຄົນ​ໜຸ່ມ​ເພື່ອ​ເອົາ​ແບບ​ຢ່າງ, ແລະ ເພື່ອ​ວາງ​ຕົນ​ຢູ່​ໃນ​ຕຳ​ແໜ່ງ ເພື່ອ​ເປັນ​ຄູ​ສອນ​ເລື່ອງ​ຄວາມ​ຊອບ​ທຳ, ບໍ່​ແມ່ນ​ພຽງ​ແຕ່​ໂດຍ​​ເປັນ​ຂໍ້ໆ ແຕ່​ໂດຍ​​ຕົວ​ຢ່າງ​ຫລາຍກວ່າ—ມອບ​ຜົນ​ປະ​ໂຫຍດ​ຂອງ​ປະ​ສົບ​ການ​ໃນ​ຊີ​ວິດ ໃຫ້​ແກ່​ຄົນ​ໜຸ່ມ, ແລະ ດັ່ງ​ນັ້ນ ແຕ່​ລະ​ຄົນຈະ​ກາຍ​ເປັນ​ພະ​ລັງ​ ໃນ​ທ່າມ​ກາງ​ຊຸມ​ຊົນ​ທີ່​​ເຂົາ​ເຈົ້າ​ອາ​ໄສ​ຢູ່.”3

ໃນ​ເລື່ອງ​ພາ​ລະ​ໜ້າ​ທີ່​ຂອງ​ແອວ​ເດີ, ​ແອວ​ເດີ ບຣູສ ອາ ມິກ​ຄອງ​ກີ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ​ວ່າ: “ແອວ​ເດີ​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. … ລາວ​ໄດ້​ຖືກມອບ​ໝາຍ​ໃຫ້​ຢືນ​ຢູ່​ໃນ​ບ່ອນ ແລະ ເປັນ​ຕົວ​ແທນ​ຂອງ​ພຣະ​ອາ​ຈານ … ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເພື່ອນ​ມະນຸດ. ລາວ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”4

ແອວ​ເດີ ມັກ​ຄອງ​ກີ ໄດ້ວິ​ຈານ​ແນວ​ຄິດ​ທີ່​ວ່າ “ເປັນ​ພຽງ​ແອວ​ເດີ​ເທົ່າ​ນັ້ນ.” “ແອວ​ເດີ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ເທົ່າ​ກັບ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ … ,” ເພິ່ນ​ໄດ້​ກ່າວ. “ແອວ​ເດີ​ຄື​ຫຍັງ? ລາວ​ເປັນ​​ຜູ້​ລ້ຽງ, ຜູ້​ລ້ຽງ​ທີ່​ຮັບ​ໃຊ້​ໃນ​ຝູງ​ຂອງ​​ພຣະຜູ້​ລ້ຽງ​ທີ່​ດີ.”5

ໃນ​ພາ​ລະ​ໜ້າ​ທີ່​ອັນ​ສຳ​ຄັນ​ນີ້ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຝູງ​ຂອງ​ພຣະ​ຜູ້​ລ້ຽງ​ທີ່​ດີ, ມັນ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຕຳ​ແໜ່ງ​ຂອງ​ມະ​ຫາ​ປະ​ໂລ​ຫິດ ແລະ ແອວ​ເດີ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ໃນ ພາກ​ທີ 107 ທີ່​ຍິ່ງ​ໃຫຍ່ ຂອງ​ຄຳ​ສອນ​ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ມະ​ຫາ​ປະ​ໂລ​ຫິດ​ຕາມ​ລະ​ບຽບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ມີ​ສິດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່ງ​ຂອງ​ຕົນ​ເອງ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ, ໃນ​ການ​ປະ​ຕິ​ບັດ​ເລື່ອງ​ທາງວິນ​ຍານ, ແລະ ໃນ​ຕຳ​ແໜ່ງ​ຂອງ​ແອວ​ເດີ [​ຫລື ໃນ​ຕຳ​ແໜ່ງ​ອື່ນໆ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ]” (ເບິ່ງ D&C 107:10; ເບິ່ງ ຂໍ້​ທີ 12 ນຳ​ອີກ).

ຫລັກ​​ທຳ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ ແມ່ນ​ຫລັກ​ທຳ​ທີ່​ຖືກ​ສິດ​ສອນ ໂດຍ​​ສາດ​ສະ​ດາ​ຢາ​ໂຄບ ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຫລັງ​ຈາກ​ລາວ ແລະ ໂຢ​ເຊັບ​ນ້ອງ​ຊາຍ​ຂອງ​ລາວ ໄດ້​ຮັບ​ຕຳ​ແໜ່ງ​ໃຫ້​ເປັນ​ປະ​ໂລ​ຫິດ ແລະ ຜູ້ສອນ​​ຜູ້​ຄົນ​ແລ້ວ, ລາວ​ໄດ້​ປະ​ກາດ​ວ່າ, “ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຮັບ​ເອົາ​ບາບ​ຂອງ​ຜູ້ຄົນ​ໄວ້​ເທິງ​ຫົວ​ຂອງ​ພວກ​ເຮົາ​ເອງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ ໃຫ້​ພວກ​ເຂົາ​ດ້ວຍ​ຄວາມ​ພາກ​ພຽນ​ຢ່າງ​ເຕັມທີ່;” (ຢາ​ໂຄບ 1:19).

ອ້າຍ​ນ້ອງ​ທັງ​ຫລາຍ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ເປັນເລື່ອງ​ທີ່​ຈິງ​ຈັງ​ແທ້ໆ. ອົງການ​ຈັດ​ຕັ້ງ​ອື່ນ​ໆ ສາ​ມາດ​ພໍ​ໃຈ​ກັບ​ມາດ​ຕະ​ຖານ​ເລື່ອງການ​ປະ​ຕິ​ບັດ​ການ​ຂອງ​ໂລກ ​ໃນ​ການ​ສົ່ງ​​ຂ່າວ​ສານ ແລະ ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຢ່າງ​ອື່ນໆ​ຂອງ​ເຂົາ​ເຈົ້າ. ແຕ່​ເຮົາ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ມີ​ອຳ​ນາດ​ແຫ່ງ​ສະ​ຫວັນ ທີ່​​ດູ​ແລທາງ​ເຂົ້າ​ສູ່​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ. ເຮົາ​ມີ​ຈຸດ​ປະ​ສົງ ແລະ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແປ​ຄວາມ​ໝາຍ​ໄວ້ ​ຊຶ່ງ​ຖືກ​ເປີດ​ເຜີຍຢູ່​ໃນ​ຄຳ​ນຳ​ຕໍ່ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ເຮົາ​ຕ້ອງ​ປະ​ກາດ​ຕໍ່​ໂລກວ່າ:

ມະ​ນຸດ​ທຸກ​ຄົນ ອາດກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.

ພ້ອມນີ້ ເພື່ອ​ສັດ​ທາ​ຈະ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ແຜ່ນ​ດິນ​ໂລກ;

ເພື່ອ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ​ຈະ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ;

ເພື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ຖືກ​ປ່າວ​ປະ​ກາດ ໂດຍ​ຄົນ​ທີ່​ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ (​ເບິ່ງ D&C 1:20–23).

ເພື່ອ​ບັນ​ລຸ​​ການມອບ​ໝາຍ​ແຫ່ງ​ສະ​ຫວັນ​ນີ້, ເຮົາ​ຕ້ອງ​​ຊື່​ສັດ ໃນ​ການ “​ຂະ​ຫຍາຍ” ການ​ເອີ້ນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ ໃນ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ D&C 84:33). ປະ​ທານ ແຮ​ໂຣນ ບີ ລີ ໄດ້​ອະ​ທິ​ບາຍ​​ເຖິງ​ຄວາມ​ໝາຍ​ຂອງ​ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ ດັ່ງ​ນີ້: “ເມື່ອ​ບຸກ​ຄົນ​ກາຍ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ລາວ​ຕ້ອງ​ກາຍ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ລາວ​ຕ້ອງ​ຄິດ​ເຖິງ​ການ​ເອີ້ນ​ຂອງ​ລາວ ຄື​ກັບ​ວ່າ​ລາວ​ເປັນ​ຄົນ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ. ນັ້ນ​ຄື​ຄວາມ​ໝາຍ​ຂອງ​ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ.”6

ສະ​ນັ້ນ, ອ້າຍ​ນ້ອງ​ທັງ​ຫລາຍ, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ເອງ ໄດ້ຂໍ​ໃຫ້​ທ່ານ​ຊ່ວຍ​ເຫລືອ​ບຸດ ຫລື ທິ​ດາ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ—ຊຶ່ງ​ພຣະ​ອົງ​ເຄີຍ​ໄດ້​ເຮັດ​ຜ່ານ​ມາ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ—ທ່ານ​ຈະ​ເຮັດ​ບໍ​? ແລະ ຖ້າ​ຫາກ​ທ່ານ​ເຮັດ, ທ່ານ​ຈະທຳ​ຕົວ​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ​ບໍ, “ເປັນ​ຄົນ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ,” ເພິ່ງ​ອາ​ໄສ​ຄວາມ​ຊ່ວຍ​ເຫລືອ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້?

ປະ​ທານ ລີ ມີ​ຄຳ​ສອນ​ຢ່າງ​ໜຶ່ງ​ອີກ ກ່ຽວ​ກັບ​ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ: “ເມື່ອ​ທ່ານ​ເຍິງ​ແວ່ນ​ຂະ​ຫຍາຍ​​ໃສ່​ສິ່ງ​ໃດ​ສິ່ງ​ໜຶ່ງ ມັນ​ຈະ​ເບິ່ງ​ໃຫຍ່​ຂຶ້ນກວ່າ​ທີ່​ທ່ານ​ສາ​ມາດຫລຽວ​ເຫັນ​ດ້ວຍ​ຕາ​ເປົ່າ; ນັ້ນ​ຄື​​ແວ່ນຂະ​ຫຍາຍ. ບັດ​ນີ້, … ​ຖ້າ​ຫາກ​​ບຸກ​ຄົນ​ໃດ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ຂອງ​​ຕົນ—ນັ້ນ​ຄື, ການເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນກວ່າ ທີ່​ຕົນເຄີຍ​ຄິດ ແລະ ສຳ​ຄັນ​ຫລາຍກວ່າ ທີ່​ຄົນ​ອື່ນໆ​ເຄີຍ​ຄິດ—ນັ້ນ​ຄື​ວິ​ທີ​ທີ່​ທ່ານ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ.”7

ຕໍ່​ໄປ​ນີ້ ແມ່ນ​ຕົວ​ຢ່າງຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຄົນ​ໜຶ່ງ ຜູ້​ໄດ້​ຂະ​ຫຍາຍ​ໜ້າ​ທີ່​ຮັບ​​ຜິດ​ຊອບ ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສິ່ງນີ້​ຈາກ​ແອວ​ເດີ ແຈັບ​ຟະ​ຣີ ດີ ແອ​ເຣັກ​ສັນ, ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ກອງ​ປະ​ຊຸມ​ສະ​ເຕກ ຢູ່​ລັດ​ໄອ​ດາ​ໂຮ. ໃນ​ຕອນ​ເປັນ​ແອວ​ເດີ​ໜຸ່ມ ທີ່​ແຕ່ງ​ງານແລ້ວ, ທັງ​ທຸກ​ຍາກ​ຫລາຍ ແລະ ຮູ້​ສຶກບໍ່​ສາ​ມາດ​ທີ່​ຈະ​ຮຽນ​ຈົບວິ​ທະ​ຍາ​ໄລ ປີ​ສຸດ​ທ້າຍ, ແຈັບ​ຟະ​ຣີ ໄດ້​ຕັດ​ສິນ​ໃຈ​ລາ​ອອກ​ຈາກ​ໂຮງ​ຮຽນ ແລະ ຮັບ​ເອົາ​ການ​ງານ​ທີ່​ເປັນ​ໜ້າ​ສົນ​ໃຈ ຊຶ່ງ​ຖືກ​ສະ​ເໜີ​ມອບ​ໃຫ້​ລາວ. ສອງ​ສາມມື້​ຈາກນັ້ນ ປະ​ທານ​ກຸ່ມ​ແອວ​ເດີ ໄດ້​ມາ​ເຮືອນ​ລາວ. “ເຈົ້າ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຂ້ອຍ​ດຳ​ລົງ​ຢູ່​ບໍ? ປະ​ທານກຸ່ມ​ແອວ​ເດີ​ໄດ້​ຖາມ. ເມື່ອ ແຈັບ​ຟະ​ຣີ ໄດ້​ບອກວ່າ ລາວ​ເຂົ້າ​ໃຈ, ປະ​ທານ​ໄດ້​ບອກ​ລາວ​ວ່າ ເມື່ອ​ເພິ່ນ​ໄດ້​ຍິນ​ເຖິງ​​ການຕັດ​ສິນ​ໃຈ​ທີ່​ລາວ​ຈະ​ລາ​ອອກ​ຈາກ​ໂຮງ​ຮຽນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເພິ່ນທໍ​ລະ​ມານ​ໃຈ ຈົນ​ນອນບໍ່​ຫລັບ​ໝົດ​ຄືນ ເພື່ອ​ໃຫ້​ມາ​​ສົ່ງຂ່າວນີ້​​ໃຫ້ ແຈັບ​ຟະ​ລີ ວ່າ: “ໃນ​ຖາ​ນະ​ທີ່​ເປັນ​ປະ​ທານ​ກຸ່ມ​ແອວ​ເດີ​ຂອງ​ເຈົ້າ, ຂ້ອຍ​ຂໍ​ແນະ​ນຳ​ເຈົ້າ​ບໍ່​ໃຫ້​ລາ​ອອກ​ຈາກ​ໂຮງ​ຮຽນ. ນັ້ນ​ຄື​ຂ່າວ​ສານ​ສຳ​ລັບ​ເຈົ້າ ຈາກ​ພຣະ​ຜູ້​ເປັນ​ເຈົ້າ.” ແຈັບ​ຟະ​ຣີ ໄດ້​ຮຽນ​ຕໍ່. ຫລາຍ​ປີ​ຕໍ່​ມາ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ລາວ ​ຕອນ​ລາວ​ເປັນ​ນັກ​ທຸ​ລະ​ກິດ​ທີ່​ເກັ່ງ​ກ້າ ແລະ ໄດ້​ຍິນ​ລາວ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຂອງຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດວ່າ, “[ຄຳ​ແນະ​ນຳ] ນັ້ນ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ເອີ້ນ​ຂອງ​ຕົນ, ແລະ ສິ່ງນັ້ນ ໄດ້​​ສ້າງ “ຄວາມ​ແຕກ​ຕ່າງ​ທັງ​ໝົດ” ໃນ​ຊີ​ວິດ​ຂອງ​ລູກ​ຄົນ​ໜຶ່ງ​ຂອງ​ພຣະ​ເຈົ້າ.

IV. ຖານະ​ປະ​ໂລຫິດ​ຢູ່​ໃນ​ຄອບຄົວ

ຈົນ​ເຖິງ​ເວ​ລານີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ສາດ​ສະ​ໜາ​ຈັກ. ຕໍ່​ໄປ​ນີ້ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຖານ​ປະ​ໂລ​ຫິດ​ຢູ່ໃນຄອບ​ຄົວ. ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ດ້ວຍ​ຂໍ​ກະ​ແຈ. ຫລັກ​ທຳ​ທີ່​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ພຽງ​ແຕ່​ສາ​ມາດ​ນຳ​ໃຊ້ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ບຸກ​ຄົນ​ທີ່​ດຳ​ລົງ​ຂໍ​ກະ​ແຈ ສຳ​ລັບ​ໜ້າ​ທີ່ນັ້ນ ແມ່ນ​ພື້ນ​ຖານ​ໃນ​ສາດ​ສະ​ໜາ​ຈັກ ແຕ່ບໍ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຄອບ​ຄົວ.8 ພໍ່​​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ປົກ​ຄອງ​ໃນ​ຄອບ​ຄົວ ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຕົນ​ດຳ​ລົງ​ຢູ່. ລາວ​ບໍ່​ຈຳ​ເປັນ​ຕ້ອງໄດ້​ຮັບ​ການ​ຊີ້​ນຳ ຫລື ການ​ອະ​ນຸ​ມັດ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ກ່ອນ​ຈະ​ໃຫ້​ຄຳ​ແນະ​ນຳ​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ລາວ, ການ​​ປະ​ຊຸມ​ຂອງ​ຄອບ​ຄົວ, ການ​ໃຫ້​ພອນ​ຖາ​ນະ​ປະ​ໂລ​ຫິດ​ແກ່​ລູກ​ເມຍ​ຂອງ​ລາວ, ຫລື ໃຫ້​ພອນສຳ​ລັບ​ການ​ປິ່ນ​ປົວ​ ແກ່​ສະ​ມາ​ຊິກໃນ​ຄອບ​ຄົວ ຫລື ຄົນ​ອື່ນໆ

ຮູບ​ພາບ
ຄອບ​ຄົວ​ສຶກ​ສາ​ນຳ​ກັນ

ຖ້າ​ຫາກ​ພໍ່​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ ໃນ​ຄອບ​ຄົວ​ຂອງ​ຕົນ, ຈະ​ເປັນ​ການ​​ຊ່ວຍ​ເຫລືອ​ໃນ​ພາ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຫລາຍ​ເທົ່າໆ​ກັບ​ທີ່​ລາວ​ສາ​ມາດ​ເຮັດ​ສິ່ງ​ອື່ນ. ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​​ຄີ​ເສ​ເດັກ ຄວນ​ຮັກ​ສາ​ພຣະ​ບັນ​ຍັດ ເພື່ອ​ວ່າ​ຕົນ​ຈະ​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ໃຫ້​ພອນ​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຕົນ​ໄດ້. ພໍ່​ກໍ​ຄວນ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ໃນ​ຄອບ​ຄົວ ເພື່ອ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຈະ​ຢາກ​ຂໍ​ໃຫ້​ພໍ່​ຂອງ​ເຂົາ​ໃຫ້​ພອນ​ແກ່​ເຂົາ. ແລະ ພໍ່​ແມ່​ຄວນ​ຊຸກ​ຍູ້​ເລື່ອງ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ຫລາຍກວ່າ​ເກົ່າ ໃນ​ຄອບ​ຄົວ.

ຮູບ​ພາບ
ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ພໍ່​ທັງ​ຫລາຍ, ຈົ່ງ​ປະ​ຕິ​ບັດ​ໜ້າ​ທີ່ ເປັນ “ຫຸ້ນ​ສ່ວນທີ່ເທົ່າ​ທຽມ​ກັນ” ກັບ​ພັນ​ລະ​ຍາ​ຂອງ​ທ່ານ, ດັ່ງ​ທີ່​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ສິດ​ສອນ.9 ແລະ, ພໍ່​ທັງ​ຫລາຍ, ເມື່ອ​ທ່ານ​ມີ​ໂອ​ກາດ​ໃຊ້​ອຳ​ນາດ ແລະ ອິດ​ທິ​ພົນ​ຂອງ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ, ຈົ່ງ​ເຮັດ​ “ໂດຍ​ການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນ​ໂຍນ ແລະ ໂດຍ​ຄວາມ​ອ່ອນ​ນ້ອມ, ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ” (ເບິ່ງ D&C 121:41). ມາດ​ຕະ​ຖານ​ສູງ​ນັ້ນ ສຳ​ລັບ​ການ​ໃຊ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ໃນ​ຄອບ​ຄົວ. ປະ​ທານ ແຮ​ໂຣນ ບີ ລີ ໄດ້​ໃຫ້​ຄຳ​ສັນ​ຍານີ້ ບໍ່ດົນ​ຫລັງ​ຈາກເພິ່ນ​ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ: “ບໍ່​ເຄີຍ​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ທ່ານ​ດຳ​ລົງ​ຢູ່, ຈະ​ປະ​ເສີດ​ໄປ​ກວ່າ ຕອນ​ມີວິ​ກິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ, ຕອນ​ມີ​ການ​ເຈັບ​ປ່ວຍ​ໜັກ, ຫລື ຕອນ​​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ເຮັດ​ບາງ​ສິ່ງ​ທີ່​ສຳ​ຄັນ. … ໂດຍ​ທີ່​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງເປັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ເປັນ​ອຳ​ນາດ​ທີ່​ຈະ​ເຮັດ​ການ​ມະ​ຫັດ​ສະ​ຈັນ ຖ້າ​ຫາກ​​ມັນ​ແມ່ນ​ພຣະ​ປະ​ສົງ​ຂອງພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ໃຫ້​ເຮັດ, ແຕ່​ສຳ​ລັບ​ເຮົາ​ທີ່​ຈະ​ໃຊ້​ຖາ​ນະ​ປະ​ໂລ​ຫິດນັ້ນ, ເຮົາ​ຕ້ອງ​ມີ​ຄ່າ​ຄວນທີ່​ຈະໃຊ້​ມັນ. ການບໍ່​ເຂົ້າ​ໃຈ​ຫລັກ​ທຳ​ຂໍ້​ນີ້ ເປັນ​ການບໍ່​ເໝາະ​ສົມທີ່​ຈະ​ໄດ້​ຮັບ​ພອນຂອງ​ການ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຍິ່ງ​ໃຫຍ່ນັ້ນ.”10

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ ຊຶ່ງ​ທ່ານ​ດຳ​ລົງ​ຢູ່ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຄອບ​ຄົວ ແລະ ໃນ​ການ​ເອີ້ນ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ ຂອງຖາ​ນະ​ປະ​ໂລ​ຫິດ​ເຫລົ່າ​ນັ້ນ. ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ຊາຍ ແລະ ຍິງ​ທັງ​ປວງ ຈຶ່ງ​ແນ່​ໃຈ​ໄດ້ວ່າ ຈະ​ໄດ້​ຮັບ​ຄວາມ​ເປັນ​ມະ​ຕະ ແລະ ໂອ​ກາດ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. ເຮົາ​ແຕ່​ລະ​ຄົນ​ຄວນ​ຊື່​ສັດ ແລະ ພາກ​ພຽນ​ໃນ​ການ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ອົງ​ເປັນພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph F. Smith (1998), 343.

  2. Teachings: Joseph F. Smith, 340, 343.

  3. Joseph F. Smith, Gospel Doctrine, 5th ed. (1939), 182.

  4. Bruce R. McConkie, “Only an Elder,” Ensign, June 1975, 66; emphasis in original not preserved.

  5. Bruce R. McConkie, “Only an Elder,” Ensign, June 1975, 66; emphasis in original not preserved.

  6. Teachings of Presidents of the Church: Harold B. Lee (2000), 93.

  7. The Teachings of Harold B. Lee, ed. Clyde J. Williams (1996), 499.

  8. ເບິ່ງ Dallin H. Oaks, “Priesthood Authority in the Family and the Church,” Liahona, Nov. 2005, 24–27.

  9. ເບິ່ງ “The Family: A Proclamation to the World,” Liahona, May 2017, 145.

  10. Teachings: Harold B. Lee, 97.