​2010–2019
ສິ່ງ​ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ທຸກ​ຄົນ ຄວນ​ເຂົ້າ​ໃຈ
ເດືອນ​ເມສາ 2018


ສິ່ງ​ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ທຸກ​ຄົນ ຄວນ​ເຂົ້າ​ໃຈ

ການ​ແຕ່ງ​ຕັ້ງ​ສູ່ຖາ​ນະ​ປະ​ໂລ​ຫິດ​​ແຫ່ງ​ອາ​ໂຣນ​ຂອງ​ພວກ​ເຈົ້າ ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ ໃຫ້​ໄດ້​ຮັບ​ພະ​ລັງ​ແຫ່ງ​ການ​ຊົດ​​ໃຊ້​ຂອງ​ພຣະ​ຄຣິດ.

ອ້າຍ​ນ້ອງ​ທັງ​ຫລາຍ, ມັນ​​ແມ່ນ​ສິດ​ທິ​ພິ​ເສດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ໄດ້​ມາ​ຢູ່​ກັບ​ທ່ານ ໃນ​ກອງ​ປະ​ຊຸມ​ແຫ່ງ​ປະ​ຫວັດ​ສາດນີ້. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ປະ​ທານ​ເຜີຍ​ແຜ່​ໃໝ່ໆ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື່ນ​ເຕັ້ນ​ຫລາຍ ທີ່​ໄດ້​​ຮັບ​ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ ກຸ່ມ​ທຳ​ອິດ. ຜູ້​ສອນ​ສາດ​ສະ​ໜາສອງ​ສາມ​ຄົນ ທີ່​ມີ​ປະ​ສົບ​ການ ກຳ​ລັງ​ຕຽມ​ຕົວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກັບ​ເຂົາ​ເຈົ້າ​ບຶດ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ເຂົາ​ເຈົ້າ​ໄດ້ຈັດ​ຕັ່ງ​ເດັກ​ນ້ອຍລຽນ​ກັນ​ເປັນ​ເຄິ່ງວົງ​ລ້ອມ.

“ຊິໃຊ້​ຕັ່ງ​ເດັກ​ນ້ອຍເຫລົ່າ​ນັ້ນ​ເຮັດ​ຫຍັງນໍ?” ຂ້າ​ພະ​ເຈົ້າ​ໄດ້​ຖາມ.

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຕອບ​ແບບ​ອາຍໆ​ວ່າ, “ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໃ​ໝ່.”

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ​ສິ່ງ​ທີ່ເຮົາ​ຄິດ​ກ່ຽວ​ກັບ​ຄົນ​ອື່ນ ມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່​ຫລວງ​ຕໍ່​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ ທີ່ຄິດ​ວ່າ​ເຂົາ​ເປັນ​ໃຜ ແລະ ເຂົາ​ສາ​ມາດ​ກາຍ​ເປັນຄົນ​ແບບ​ໃດ.1 ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໃໝ່​ຂອງ​ພວກ​ເຮົາ ໄດ້​ນັ່ງ​ຢູ່​ຕັ່ງ​ຜູ້​ໃຫຍ່ ໃນ​ມື້ນັ້ນ.

ບາງ​ເທື່ອ, ຂ້າ​ພະ​ເຈົ້າ​ຢ້ານ​ວ່າ ເຮົາ​​ໃຫ້​ກຸ່ມ​ຊາຍ​ໜຸ່ມ​ຖາ​ນະ​​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ນັ່ງ​ຢູ່​ຕັ່ງ​ເດັກ​ນ້ອຍ ແທນ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ເຫັນ​ວ່າ ພຣະ​ເຈົ້າໄດ້​ມອບ​ຄວາມ​ໄວ້​ວາງ​ໃຈ ທີ່​ສັກ​ສິດ​ໃຫ້​ເຂົາ​ເຈົ້າ ແລະ ມີ​ວຽກ​ງານ​ທີ່​ສຳ​ຄັນ​ໃຫ້​ເຂົາ​ເຈົ້າ​ເຮັດ.

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ແນະ​ນຳ​ເຮົາ​ວ່າ ກຸ່ມ​ຊາຍ​ໜຸ່ມ​ຕ້ອງ​ເຂົ້າ​ໃຈວ່າ “ການ​ເປັນ​ຜູ້​ດຳ​ລົງ … ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ. ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ນຳ​ພາ​ທາງວິນ​ຍານ ໃຫ້​ຮູ້​ຈັກ​ເຖິງ​ຄວາມ​ສັກ​ສິດ ຂອງການ​ເອີ້ນທີ່​ເຂົາ​ເຈົ້າ​ໄດ້​ຮັບ.”2

ມື້ນີ້ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ນຳ​ພາ​ເຮົາ​ ໃຫ້​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ເຖິງ​ອຳ​ນາດ ແລະ ຄວາມ​ສັກ​ສິດ ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງອາ​ໂຣນ​ ແລະ ດົນ​ໃຈ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ ຢ່າງ​ພາກ​ພຽນ. ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ສຳ​ລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແ​ຫ່ງ​ອາ​ໂຣນທຸກ​ຄົນ, ຮ່ວມ​ທັງ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ນຳ​ອີກ.

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສອນ​ວ່າ ຈຸດ​ປະ​ສົງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ເພື່ອ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ ສາ​ມາດ​ເຂົ້າ​ເຖິງ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.3 ກ່ອນ​ຈະ​ໄດ້​ຮັບ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້​ນັ້ນ​, ເຮົາ​ຕ້ອງເຊື່ອໃນ​ພຣະ​ອົງ, ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ ຜ່ານ​ທາງ​ພິ​ທີ​ການ, ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.4 ນີ້ບໍ່​ແມ່ນ​ຫລັກ​ທຳ​ທີ່​ເຮົາ​ຈະ​ມີ​ສ່ວນ​ຮ່ວມ​ພຽງ​ແຕ່​ເທື່ອ​ດຽວ; ແຕ່​ມັນທຳ​ງານ​ດ້ວຍ​ກັນ ເພື່ອ​ຄ້ຳ​ຈູນ ແລະ ເສີມ​ສ້າງ​ກັນ​ແລະ​ກັນ ໃນ​ຂັ້ນ​ຕອນ​ທີ່​ກ້າວ​ໄປ​ໜ້າ ເພື່ອ “​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ.”5

ສະ​ນັ້ນ, ແມ່ນ​ຫຍັງ​ຄືບົດ​ບາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ? ມັນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄຳ​ຕອບ​ມີ​ຢູ່​ໃນ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ—​ເປັນ​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​​ຂອງ​ເຫລົ່າ​ທູດ ແລະ ຂອງພຣະ​ກິດ​ຕິ​ຄຸນ​ຂັ້ນ​ຕຽມ.6

ການ​ປະ​ຕິ​ບັດ​​ຂອງ​ເຫລົ່າ​ທູດ

ໃຫ້​ເຮົາ​ມາ​ເລີ່ມ​ຕົ້ນ​ດ້ວຍ​​ພາກ​ສ່ວນ​ໜຶ່ງ​ຂອງການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ. ກ່ອນ​ລູກໆ​ຂອງ​ພຣະ​ເຈົ້າ​ສາ​ມາດ​ມີ​ສັດ​ທາ​ໃນ​ພຣະເຢ​ຊູ​ຄຣິດ​ໄດ້, ເຂົາ​ເຈົ້າ​ຕ້ອງ​ຮູ້​ຈັກ​ພຣະ​ອົງ ແລະ ໄດ້​ຮັບ​ການ​ສິດສອນ​ເຖິງພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງເສຍກ່ອນ. ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ກ່າວ​ວ່າ:

“ຜູ້​ທີ່​ຍັງ​ບໍ່​ໄດ້​ຍິນ​ເລື່ອງ​ຂອງ​ພຣະ​ອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະ​ອົງ​ໄດ້​ຢ່າງ​ໃດ? ແລະ ເມື່ອບໍ່​ມີ​​ຜູ້​ໃດ​ປະ​ກາດ​ໃຫ້​ພວກ​ເຂົາ​ຟັງ ພວກ​ເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ພຣະ​ອົງ​ໄດ້​ຢ່າງ​ໃດ?

“ແລະ ຖ້າບໍ່​ມີ​ຜູ້​ໃດ​ໃຊ້​ພວກ​ເຂົາ​ໄປ, ພວກ​ເຂົາ​ຈະ​ໄປ​ປະ​ກາດ​ໄດ້​ຢ່າງ​ໃດ? …

“ດັ່ງ​ນັ້ນ ສັດ​ທາ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິນ ແລະ ການ​ໄດ້​ຍິນ​ເກີດ​ຂຶ້ນ​ ກໍ​ເພາະ​ການ​ປະ​ກາດ​ເລື່ອງ​ພຣະ​ຄຣິດ.”7

ຕັ້ງ​ແຕ່​ຕົ້ນ​ຂອງ​ເວ​ລາ, ພຣະ​ເຈົ້າ “ໄດ້​ສົ່ງ​ເຫລົ່າ​ທູດ​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະ​ນຸດ, ເພື່ອ​ສະ​ແດງ​ໃຫ້​ປະ​ຈັກ​ … ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.”8 ເຫລົ່າ​ທູດ​ເປັນ​​ຜູ້​ທີ່​ມາ​ຈາກ​ສະ​ຫວັນ​ ເພື່ອ​ນຳ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ມາ​ໃຫ້.9 ໃນ​ພາ​ສາ​ເຮັບ​ເຣີ ແລະ ​ພາ​ສາກຣີກ, ສັບ​ຫລັກ​ຂອງ​ຄຳ​ວ່າ ທູດ ໝາຍ​ເຖິງ “ຜູ້​ສົ່ງ​ຂ່າວສານ.”10

ໃນ​ວິ​ທີ​ ທີ່​ຄື​ກັນ​ກັບ​ເຫລົ່າ​ທູດ ຜູ້​ສົ່ງ​ຂ່າວ​ຢ່າງ​ຖືກ​ຕ້ອງ ໄດ້​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ ເພື່ອ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ດ້ວຍ​ວິ​ທີນັ້ນ ໄດ້ສ້າງສັດ​ທາ, ເຮົາ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ກໍ​ເໝືອນ​ກັນ ໄດ້​ຖືກ​ແຕ່ງ​ຕັ້ງໃຫ້ “ສິດ​ສອນ, ແລະ ເຊື້ອ​ເຊີນ​ທຸກ​ຄົນ ໃຫ້​ມາ​ຫາ​ພຣະ​ຄຣິດ.”11 ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແມ່ນ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ. ແລະ ອຳ​ນາດທີ່​ກ່ຽວ​ຂ້ອງ​ກັບ​ໜ້າ​ທີ່ນີ້ ບໍ່​ແມ່ນ​ສຳ​ລັບ​ພຽງ​ແຕ່​ສາດ​ສະ​ດາ ຫລື ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ. ມັນ​ແມ່ນ​ສຳ​ລັບ​ທ່ານທັງ​ຫລາຍ!12

ສະ​ນັ້ນ ເຮົາ​ຈະ​ໄດ້​ຮັບ​​ອຳ​ນາດນີ້ ໄດ້​ແນວ​ໃດ? ມັກ​ຄະ​ນາ​ຍົກ ​ອາ​ຍຸ 12 ປີ—ຫລື ພວກ​ເຮົາທຸກ​ຄົນ—ຈະ​ນຳ​ສັດ​ທາ​ໃນ​ພຣະ​ຄຣິດ ເຂົ້າ​ສູ່​ໃຈ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ ໄດ້​ແນວ​ໃດ? ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ການ​ທະ​ນຸ​ຖະ​ໜອມ​ພຣະ​ຄຳ​ຂອງ​ພຣະ​ອົງ ເພື່ອ​ວ່າພະ​ລັງ​ຂອງ​ມັນ ຈະ​ຢູ່​ໃນ​ຕົວ​ເຮົາ.13 ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ແນວນັ້ນ, ເຮົາ​ຈະມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ການ​ໃຫ້​ມະ​ນຸດຍອມ​ຮັບ.14 ມັນ​ອາດ​ເປັນ​ໂອ​ກາດ​ທີ່​ຈະ​ສິດ​ສອນ ຢູ່ໃນ​ການ​ປະ​ຊຸມ​ກຸ່ມ ຫລື ຕອນ​ໄປ​ຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ສະ​ມາ​ຊິກ. ມັນ​ອາດ​ເປັນ​ບາງ​ສິ່ງ​ທີ່​ເປັນ​ແບບ​ກັນ​ເອງ, ເຊັ່ນ​ການ​ສົນ​ທະ​ນາ​ກັບ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ຄອບ​ຄົວ. ໃນ​ສະ​ຖານ​ທີ່​ເຫລົ່າ​ນີ້, ຖ້າ​ຫາກ​ເຮົາ​ຕຽມ​ພ້ອມ, ເຮົາ​ຈະ​ສາ​ມາດ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ໃນ​ວິ​ທີ​ທີ່​ເຫລົ່າ​ທູດ​ກະ​ທຳ: ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.15

ຮູບ​ພາບ
ເຈ​ກັບ ແລະ ບ​ຣາ​ເດີ ໂຮມສ໌

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຍິນ ທ້າວ​ເຈ​ກັບ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຢູ່​ປະ​ເທດ ປາປູ​ອາ ນູ ກີ​ນີ, ກ່າວ​ເປັນ​ພະ​ຍານ​ເຖິງ​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ວິ​ທີ​ທີ່​ມັນ​ໄດ້​ຊ່ວຍ​ລາວ ຕ້ານ​ທານ​ກັບ​ຄວາມ​ຊົ່ວ​ຮ້າຍ ແລະ ໄດ້ເຮັດ​ຕາມ​ພຣະ​ວິ​ຍານ. ຄຳ​ເວົ້າ​ຂອງ​ລາວ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂອງ​ຄົນ​ອື່ນໆ. ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຕີບ​ໂຕ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ສິດ​ສອນ ແລະ ເປັນ​ພະ​ຍານຢູ່​ໃນ​ການ​ປະ​ຊຸມ​ກຸ່ມ​ນຳ​ອີກ.

ຊາຍ​ໜຸ່ມ​ທັງ​ຫລາຍ, ພວກ​ເຈົ້າ​ເປັນ​ຜູ້​ສົ່ງ​ຂ່າວ​​ຢ່າງ​ຖືກ​ຕ້ອງ. ຜ່ານ​ທາງ​ຄຳ​ວາ​ຈາ ແລະ ການ​ກະ​ທຳ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ສາ​ມາດ​ນຳ​ສັດ​ທາ​ໃນ​ພຣະ​ຄຣິດ ມາ​ສູ່​ຈິດ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.16 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າ​​ວ່າ, “ພວກ​ເຈົ້າ​ຈະ​ເປັນ​ເໝືອນທູດ​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຂົາ​ເຈົ້າ.”17

ພຣະ​ກິດ​ຕິ​ຄຸນຂັ້ນ​ຕຽມ

ການ​ເພີ່ມ​ສັດ​ທາ​ໃນ​ພຣະ​ຄຣິດ ຈະ​ນຳ​ພາ​ໄປ​ສູ່​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ປ່ຽນ​ແປງ ແລະ ກັບ​ໃຈ​ສະ​ເໝີ.18 ສະ​ນັ້ນ ມັນ​ຈຶ່ງ​ມີ​ເຫດ​ຜົນ ທີ່​ຂໍ​ກະ​ແຈ​​ແຫ່ງການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ ຈະ​ມາ​ພ້ອມກັບ​ຂໍ​ກະ​ແຈ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ຕຽມ ນັ້ນ​ຄື, ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ບັບ​ຕິ​ສະ​ມາ, ແລະ ການ​ປົດ​ບາບ.19

ເມື່ອ​ພວກ​ເຈົ້າສຶກ​ສາ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ພວກ​ເຈົ້າຈະ​ເຫັນ​ຢ່າງ​ແຈ່ມ​ແຈ້ງ ທີ່​ຈະ​ເຊື້ອ​ເຊີນ​ຄົນ​ອື່ນ ໃຫ້​ກັບ​ໃຈ ແລະ ພັດ​ທະ​ນາ​ຕົນ.20 ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຈະ​ຢືນ​ຢູ່​​ຂ້າງ​ຖະ​ໜົນ ແລະ ຮ້ອງວ່າ, “ໃຫ້​ກັບ​ໃຈ​ເດີ້!” ສ່ວນ​ຫລາຍ​ແລ້ວ, ມັນ​ໝາຍ​ຄວາມ​ວ່າ ເຮົາ ກັບ​ໃຈ, ເຮົາ​ໃຫ້​ອະ​ໄພ, ແລະ ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ, ເຮົາ​ໄດ້​ສະ​ເໜີ​ໃຫ້​ຄວາມ​ຫວັງ ແລະ ຄວາມ​ສະ​ຫງົບ ທີ່​ການ​ກັບ​ໃຈ​ນຳ​ມາ​ໃຫ້—ເພາະ​ເຮົາ​ໄດ້​ປະ​ສົບ​ກັບ​ມັນ​ແລ້ວ ດ້ວຍ​ຕົວ​ເອງ.

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຢູ່​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຕອນ​ເຂົາ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ເພື່ອນ​ຢູ່​ໃນ​ກຸ່ມ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເປັນພະ​ຍານ​ເຖິງ​ໃຈ​ທີ່​ອ່ອນນ້ອມ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ເຂົາ​ເຈົ້າ ແລະ ຊ່ວຍ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ສະ​ແດງ​ປະ​ຈັກ​ພະ​ຍານ​ຕໍ່​ໝູ່​​ເພື່ອນ ເຖິງ​ພະ​ລັງ​ແຫ່ງ​ການ​ກັບ​ໃຈ. ໃນ​ຂະ​ນະ​ທີ່​ລາວ​ກ່າວ​ປະ​ຈັກ​ພະ​ຍານ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອ່ອນ​ລົງ, ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ, ແລະ ຮູ້​ສຶກ​ເຖິງ​ພະ​ລັງ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຄຣິດ.

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສອນ​ວ່າ: “ການ​ກັບ​ໃຈ​ກໍ​ເປັນ​ສິ່ງ​ໜຶ່ງ. ການ​ໄດ້​ຮັບ​ການ​ປົດ​ບາບ ຫລື ການ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ກໍ​ເປັນ ອີກສິ່ງ​ໜຶ່ງ. ພະ​ລັງ​ທີ່​ຈະ​ນຳ​ສິ່ງນີ້​ມາ ແມ່ນ​ພົບ​ເຫັນ​ຢູ່​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.”21 ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຂອງ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ ເປັນ​ພະ​ຍານ​ ແລະ ເຮັດ​ໃຫ້​ການ​ກັບ​ໃຈ​​ສຳ​ລັບ​ການປົດ​ບາບ​ຂອງ​ເຮົາ ສຳ​ເລັດ​ຄົບ​ຖ້ວນ.22 ປະ​ທານດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ມັນ ໃນ​ວິ​ທີນີ້: “ເຮົາ​ໄດ້​ຖືກ​ບັນ​ຊາ ໃຫ້​ກັບ​ໃຈຈາກ​ບາບ​ຂອງ​ເຮົາ ແລະ ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ໃຈ​ທີ່​ຊອ​ກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ແລະ ຮັບສ່ວນ​ສິນ​ລະ​ລຶກ. … ເມື່ອ​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ໃນ​ທາງນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະຕໍ່​ຜົນ​ສະ​ທ້ອນທີ່​ຊຳ​ລະ​ລ້າງ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ເຮົາ.”23

ອ້າຍ​ນ້ອງ​ທັງ​ຫລາຍ, ມັນ​ເປັນ​ສິດ​ທິ​ພິ​ເສດ​ທີ່​ສັກ​ສິດ ທີ່​ຈະ​ປະຕິ​ບັດ​ພິ​ທີ​ການ ທີ່​ຊ່ວຍ​ນຳ​ການ​ປົດ​ບາບ ມາ​ສູ່​ຫົວ​ໃຈ​ທີ່​ກັບ​ໃຈ ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.24

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ປະ​ໂລ​ຫິດ​ຄົນ​ໜຶ່ງ ຜູ້​ມີ​ບັນ​ຫາ​ເລື່ອງ​ການ​ສະ​ແດງ​ຄວາມ​ຮູ້​ສຶກ​ຕົວ​ເອງ ຜູ້​ໄດ້​ໃຫ້​ພອນ​ສິນ​ລະ​ລຶກ ເປັນ​ເທື່ອ​ທຳ​ອິດ. ໃນ​ຂະ​​ນະ​ທີ່​ລາວ​ກ່າວ, ວິນ​ຍານ​ທີ່​ມີ​ພະ​ລັງ​ໄດ້​ມາ​ສູ່​ລາວ ແລະ ຜູ້​ມາ​ຮ່ວມກອງ​ປະ​ຊຸມ. ຈາກນັ້ນ ໃນ​ລະ​ຫວ່າງກອງ​ປະ​ຊຸມ, ລາວ​ໄດ້​ກ່າວ​ປະ​ຈັກ​ພະ​ຍານ​ທີ່​ສັ້ນໆ ແຕ່​ແຈ່ມ​ແຈ້ງ ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ທີ່​ລາວ​ໄດ້​ຮູ້​ສຶກ ລະ​ຫວ່າງການ​ເຮັດ​ພິ​ທີ​ສິນ​ລະ​ລຶກ.

ຮູບ​ພາບ
ກຸ່ມ​ປະ​ໂລ​ຫິດ​ກັບ​ຄອບ​ຄົວ​ບູ​ລອງ​ໂກ

ໃນ​ເມືອງຊິດ​ນີ, ປະ​ເທດ ອົດ​ສະ​ຕາ​ລີ, ສະ​ມາ​ຊິກ​ສີ່​ຄົນ​ຂອງ​ກຸ່ມ​ປະ​ໂລ​ຫິດ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່ສະ​ມາ​ຊິກ​ຂອງຄອບ​ຄົວບູ​ລອງ​ໂກ. ແມ່​ຂອງ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ເຫລົ່າ​ນັ້ນ ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ທີ່​ມີ​ພະ​ລັງຕໍ່​ລູກ​ຊາຍ​ຂອງ​ນາງ. ປະ​ໂລ​ຫິດ​ເຫລົ່າ​ນັ້ນ ໄດ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ໂດຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ພຣະ​ເຢ​ຊູ​ຄຣິດ.”25

ດັ່ງ​ທີ່​ທ່ານ​ຮູ້, ບັດ​ນີ້ ປະໂລ​ຫິດ​ສາ​ມາດເປັນ​ຜູ້ໃຫ້​ບັບ​ຕິ​ສະ​ມາ ຢູ່​ໃນ​ພຣະ​ວິ​ຫານໄດ້. ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ອາ​ຍຸ 17 ປີ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຂ້າ​ພະ​ເຈົ້າ ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຖາ​ນະ​ປະ​ໂລ​ຫິດ ແລະ ສິດ​ທິ​ພິ​ເສດ ທີ່​ໄດ້​ກະ​ທຳ​ເພື່ອ​ຄວາມ​ລອດ ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.

ຊາຍ​ໜຸ່ມ​ທັ​ງ​ຫລາຍ, ເມື່ອ​ພວກ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ ຢ່າງ​ພາກ​ພຽນ, ພວກ​ເຈົ້າ​ກໍ​ມີ​ສ່ວນ​ຮ່ວມ ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ ໃນ​ການກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.26 ປະ​ສົບ​ການ​ແບບນີ້ ຈະ​ເພີ່ມ​ຄວາມ​ປາດ​ຖະ​ໜາ ແລະ ຕຽມ​ພວກ​ເຈົ້າ ທີ່​ຈະ​ສິດ​ສອນ​ເລື່ອງ​ການ​ກັບ​ໃຈ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ຕອນ​ພວກ​ເຈົ້າ​ເປັນ​ຜູ້​ສອນ​ສາ​ດ​ສະ​ໜາ. ມັນ​ຍັງ​ຕຽມ​ພວກ​ເຈົ້າ​ສຳ​ລັບ​ການ​ຮັບ​ໃຊ້​ຕະ​ຫລອດ​ຊີ​ວິດ​ນຳ​ອີກ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ໂຢຮັນບັບຕິສະໂຕ, ຕົວ​ຢ່າງ​ຂອງ​ເຮົາ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນທັງ​ຫລາຍ, ເຮົາ​ມີ​ສິດທິ​ພິ​ເສດ ແລະ ໜ້າ​ທີ່ ທີ່​ຈະ​ເປັນ​ເພື່ອນ​ຮັບ​ໃຊ້ ດັ່ງ​ທີ່​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ເປັນ. ໂຢ​ຮັນ​ໄດ້​ຖືກສົ່ງ​ໄປ​ເປັນ​ຜູ້​ສົ່ງ​ຂ່າວ​ທີ່​ມີ​ສິດ​ອຳ​ນາດ ເພື່ອເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ແລະ ເຊື້ອ​ເຊີນ​ທຸກ​ຄົນ ໃຫ້​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ—ນັ້ນ​ຄື, ເພິ່ນ​ໄດ້​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມານັ້ນ. ແລ້ວໂຢ​ຮັນ ໄດ້​ປະ​ກາດວ່າ, “ຂ້າ​ພະ​ເຈົ້າ​ໃຫ້​ບັບ​ຕິ​ສະ​ມາ​ພວກ​ເຈົ້າ​ດ້ວຍ​ນ້ຳ ໝາຍ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍ​ຫລັງຂ້າ​ພະ​ເຈົ້າ ກໍ​ມີ​​ອຳ​ນາດ​ຫລາຍກວ່າ​ຂ້າ​ພະ​ເຈົ້າ … : ເພິ່ນ​ຈະ​ໃຫ້​ພວກ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ດ້ວຍ​ໄຟ.”27

ດັ່ງ​ນັ້ນ, ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ພ້ອມ​ດ້ວຍ​ຂໍ​ກະ​ແຈ​ຂອງການ​ປະ​ຕິ​ບັດ​​ຂອງ​ເຫລົ່າ​​ທູດ ແລະ ພຣະ​ກິດ​ຕິ​ຄຸນ​ຂັ້ນ​ຕຽມ, ຈະຕຽມ​ທາງ​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ, ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ເພື່ອ​ຈະ​ໄດ້​ຮັບຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ ໃນ​ຊີ​ວິດ​ນີ້.28

ຊ່າງ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເລິກ​ຊຶ້ງ​ແທ້ໆ ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ!

ການ​ເຊື້ອ​ເຊີນ ແລະ ຄຳ​ສັນ​ຍາ

ພໍ່​ແມ່ ແລະ ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທັງ​ຫລາຍ, ທ່ານ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຳ​ຄັນ​ ຂອງ​ຄຳ​ແນະ​ນຳ​ຂອງ​ປະ​ທານມອນ​ສັນ ເພື່ອ​ໃຫ້​ຊ່ວຍ​ກຸ່ມ​ຊາຍ​ໜຸ່ມ ໃຫ້​ເຂົ້າ​ໃຈ “ຄວາມ​ໝາຍ​ຂອງ​ການ … ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ”?29 ການ​ເຂົ້າ​ໃຈ ແລະ ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຈະ​ຕຽມ​ເຂົາ​ເຈົ້າ​ໃຫ້ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ຊື່​ສັດ, ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ, ແລະ ເປັນ​ສາ​ມີ ແລະ ເປັນ​ພໍ່​ທີ່​ຊອບ​ທຳ. ຜ່ານ​ທາງ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ ແລະ ຮູ້​ສຶກ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ອຳ​ນາດ​ຂອງຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ທີ່​ຈະ​ກະ​ທຳ ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.

ຊາຍ​ໜຸ່ມ​ທັງ​ຫລາຍ, ພຣະ​ເຈົ້າ​ມີ​ວຽກ​ງານ ທີ່​ຈະໃຫ້​ພວກ​ເຈົ້າ​ເຮັດ.30 ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຂອງ​ພວກ​ເຈົ້າ ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ຊ່ວຍ​ລູກໆ​ຂອງ​ພຣະອົງ ໃຫ້​ໄດ້​ຮັບ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ພວກ​ເຈົ້າ​ເຮັດ​ໃຫ້​ໜ້າ​ທີ່​ເຫລົ່າ​ນີ້​ເປັນ​ສິ່ງ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ດັ່ງ​ທີ່ບໍ່​ເຄີຍ​ເປັນ​ມາ​ກ່ອນ. ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ເອ​ກະ​ລັກ​ຂອງ​ພວກ​ເຈົ້າ ໃນ​ຖາ​ນະ​ທີ່​ເປັນ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້ໄດ້​ຖືກ​ເອີ້ນ​ດ້ວຍ​ການ​ເອີ້ນ​ທີ່​ສັກ​ສິດ ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ. ແລະ ຄື​ກັນ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ພວກ​ເຈົ້າ​ຈະ​ຊ່ວຍ​ຕຽມ​ທາງ​ ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ. ຂ້າພະເຈົ້າເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ນີ້​ຄື​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ໂມ​ເຊ. ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ສົນ​ທະ​ນາ​ກັບ​ພຣະ​ເຈົ້າ​ແລ້ວ, ເພິ່ນ​ໄດ້​ເລີ່ມ​ຕົ້ນ​ເຫັນ​ຕົວ​ເອງວ່າ​ແຕກ​ຕ່າງ—ເປັນ​ບຸດ​ຂອງ​ພຣະ​ເຈົ້າ. ທັດ​ສະ​ນະ​ນີ້ ໄດ້​ຊ່ວຍ​ເພິ່ນ​​ຕ້ານ​ທານ​ກັບ​ຊາ​ຕານ​ໄດ້, ຜູ້​ໄດ້​ເອີ້ນ​ເພິ່ນ​ວ່າ “ບຸດ​ມະ​ນຸດ” (ເບິ່ງ Moses 1:1–20). ເບິ່ງ Thomas S. Monson, “See Others as They May Become,” Liahona, Nov. 2012, 68–71; Dale G. Renlund, “Through God’s Eyes,” Liahona, Nov. 2015, 93–94 ນຳ​ອີກ.

  2. Thomas S. Monson, general conference leadership meeting, Mar. 2011.

  3. ເບິ່ງ Dale G. Renlund, “The Priesthood and the Savior’s Atoning Power,” Liahona, Nov. 2017, 64–67.

  4. ເບິ່ງ 2 ນີ​ໄຟ 31–32; 3 ນີ​ໄຟ 11:30–41; 27:13–21; ອີ​ເທີ 4:18–19; Moses 6:52–68; 8:24.

  5. ໂມ​ໂຣ​ໄນ 10:32; ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 6 ນຳ​ອີກ.

  6. ເບິ່ງ Doctrine and Covenants 13:1; 84:26–27; 107:20.

  7. ໂຣມ 10:14–15, 17. ໂຈ​ເຊັບ ສະ​ມິດ ໄດ້​ສອນ​ຄວາມ​ຈິງອັນ​ດຽວ​ກັນນີ້​ວ່າ: “ສັດ​ທາ​ມີ​ມາ​ໂດຍ​ການ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຜ່ານ​ທາງ​ປະ​ຈັກ​ພະ​ຍານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ; ປະ​ຈັກ​ພະ​ຍານນັ້ນຈະ​ມີ​ມາ ໂດຍ​ພຣະ​ວິນ​ຍານ​ຂອງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ” (Teachings of Presidents of the Church: Joseph Smith [2007], 385).

  8. ໂມ​ໂຣ​ໄນ 7:22; ເບິ່ງ ແອວ​ມາ 12:28–30; 13:21–24; 32:22–23; 39:17–19; ຮີ​ລາ​ມັນ 5:11; ໂມ​ໂຣ​ໄນ 7:21–25, 29–32; Doctrine and Covenants 20:35; 29:41–42; Moses 5:58; ເບິ່ງ ມັດ​ທາຍ 28:19; ໂຣມ 10:13–17 ນຳ​ອີກ.

  9. ເບິ່ງ George Q. Cannon, Gospel Truth, sel. Jerreld L. Newquist (1987), 54.

  10. ເບິ່ງ James Strong, The New Strong’s Exhaustive Concordance of the Bible (1984), Hebrew and Chaldee dictionary section, 66, Greek dictionary section, 7.

  11. ເບິ່ງ Doctrine and Covenants 20:59.

  12. ເບິ່ງ Henry B. Eyring, “That He May Become Strong Also,” Liahona, Nov. 2016, 75–78; ແອວ​ມາ 17:3; ຮີ​ລາ​ມັນ 5:18; 6:4–5; Doctrine and Covenants 28:3.

  13. ເບິ່ງ 1 ໂຢ​ຮັນ 2:14; ແອວ​ມາ 17:2; 26:13; 32:42. Fulfilling My Duty to God: For Aaronic Priesthood Holders ເປັນເຄື່ອງ​ມື​ທີ່​ມີ​ຄ່າ ເພື່ອຊ່ວຍບັນ​ລຸ​ສິ່ງນີ້.

  14. ເບິ່ງ Doctrine and Covenants 11:21; ເບິ່ງ Doctrine and Covenants 84:85 ນຳ​ອີກ.

  15. ເບິ່ງ 2 ນີ​ໄຟ 32:3; Doctrine and Covenants 42:14; 50:17–22.

  16. ເບິ່ງ ໂມ​ໂຣ​ໄນ 7:25.

  17. Russell M. Nelson, “Honoring the Priesthood,” Ensign, May 1993, 40; ເບິ່ງ ແອວ​ມາ 27:4 ນຳ​ອີກ.

  18. ເບິ່ງ ແອວ​ມາ 34:17; ຮີ​ລາ​ມັນ 14:13.

  19. ເບິ່ງ Doctrine and Covenants 84:27.

  20. ເບິ່ງ Doctrine and Covenants 20:46, 51–59, 73–79. Fulfilling My Duty to God: For Aaronic Priesthood Holders ເປັນ​ເຄື່ອງ​ມື​ທີ່​ມີ​ຄ່າ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ໜ້າ​ທີ່​ຂອງ​ເຮົາ.

  21. Gordon B. Hinckley, “The Aaronic Priesthood—a Gift from God,” Ensign, May 1988, 46.

  22. ແອວ​ດີ ດີ ທອດ ຄຣິສໂຕ​ເຟີ​ສັນ ໄດ້​ອະ​ທິ​ບາຍ​ວ່າ: “ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ເປັນ​ຂັ້ນ​ຕອນ​ສຸດ​ທ້າຍ ຫລື ສູງ​ສຸດ ໃນ​ຂັ້ນ​ຕອນ​ຂອງການ​ກັບ​ໃຈ. ການ​ປະ​ຖິ້ມ​ບາບ, ຮ່ວມ​ທັງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ເຊື່ອ​ຟັງ​ຂອງ​ເຮົາ, ການ​ກັບ​ໃຈ; ແນ່ນອນ, ເຮັດ​ໃຫ້ການ​ກັບ​ໃຈຂອງ​ເຮົາ​ສຳ​ເລັດ​ຄົບ​ຖ້ວນ;​ຈະ​ບໍ່​ສຳ​ເລັດຄົບ​ຖ້ວນ ຖ້າ​ປາດ​ສະ​ຈາກ​ພັນ​ທະ​ສັນ​ຍາ” (“Building Faith in Christ,” Liahona, Sept. Sept. 2012, 14–15). ເບິ່ງ D. Todd Christofferson, “The Divine Gift of Repentance,” Liahona, Nov. 2011, 38–41; Joseph Smith Translation, Matthew 26:24 (in the Bible appendix) ນຳ​ອີກ.

    ພິ​ທີ​ການ​ສິນ​ລະ​ລຶກ ໃຫ້ “ໂອ​ກາດ​ເຮົາ ໃນ​ແຕ່​ລະ​ອາ​ທິດ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ຊຶ່ງ​ອະ​ນຸ​ຍາດ​ເຮົາ​ໃຫ້​ເປັນ​ຜູ້​ຮັບ​​ສ່ວນ​ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ການ​ຊຳ​ລະ​ລ້າງ​ທາງວິນ​ຍານ ໃນ​ແບບ​ດຽວ​ກັນ​ກັບ​ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ” (“Understanding Our Covenants with God,” Liahona, July 2012, 21). ເບິ່ງ Dallin H. Oaks, “Always Have His Spirit,” Ensign, Nov. 1996, 59–61 ນຳ​ອີກ.

  23. Dallin H. Oaks, “The Aaronic Priesthood and the Sacrament,” Liahona, Jan. 1999, 44.

  24. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ອະ​ທິ​ບາຍ​ວ່າ: “ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ທີ່​ຖືກ​ປະ​ຕິ​ບັດ ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ເກີນກວ່າ​ພິ​ທີ​ຕ່າງໆ ຫລື ການ​ປະ​ຕິ​ບັດ​ໃນ​ທາງ​ເປັນ​ສັນ​ຍາ​ລັກ​ເທົ່າ​ນັ້ນ. ແຕ່​ມັນ​ປະ​ກອບ​​ດ້ວຍ​ແບບ​ແຜນ​ທີ່​ຖືກ​ອະ​ນຸ​ມັດ ຊຶ່ງ​ຜ່ານ​ແບບ​ແຜນ​ເຫລົ່າ​ນີ້ ພອນ ແລະ ອຳ​ນາດ​ຈາກ​ສະ​ຫວັນ ຈະ​ຫລັ່ງ​ໄຫລ​ລົງ​ມາ​ສູ່​ຊີ​ວິດ​ຂອງ​ບຸກ​ຄົນ” (“Always Retain a Remission of Your Sins,” Liahona, May 2016, 60).

  25. ເບິ່ງ Doctrine and Covenants 20:73.

  26. ເບິ່ງ Moses 1:39.

  27. ມັດ​ທາຍ 3:11.

  28. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ ໄດ້​ຮູ້​ຈັກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າ​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່ທີ່​ສຸດ ສຳ​ລັບ​ຊ່ວງ​ມະ​ຕະ.

    ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ, “ການ​ທີ່​ມີ​​ພຣະ​ວິນ​ຍານ​​ບໍ​ລິ​ສຸດ​ເປັນ​ເພື່ອນ ເປັນ​ຊັບ​ສົມ​ບັດ​ທີ່ປະ​ເສີດ​ລ້ຳ ທີ່​ເຮົາ​ສາ​ມາດ​ມີ ໃນ​ຊ່ວງ​ມະ​ຕະ” (“The Aaronic Priesthood and the Sacrament,” Liahona, Jan. 1999, 44).

    ແອວ​ເດີ ບຣູສ ອາ ມັກ​ຄອງ​ກີ ໄດ້​ສອນ​ວ່າ: “ເມື່ອ​ກ່າວ​ເຖິງ​ທັດ​ສະ​ນະ​ຂອງ​ນິ​ລັນ​ດອນ, ຊີ​ວິດ​ນິ​ລັນ​ດອນ​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ. ເມື່ອ​ເບິ່ງ​ທັດ​ສະ​ນະ​ໃນ​ຊີ​ວິດນີ້​ເທົ່າ​ນັ້ນ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ສຳ​ລັບ​ມະ​ນຸດ​​ທີ່​ຈະ​ສາ​ມາດ​ຊື່ນ​ຊົມ” (“What Is Meant by ‘The Holy Spirit’?” Instructor, Feb. 1965, 57).

    ປະ​ທານວິວ​ເຝີດ ວູດຣັບ ໄດ້​ເປັນ​ພະ​ຍານ​ວ່າ: “ຖ້າ​ຫາກ​ທ່ານ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດສະ​ຖິດ​ຢູ່​ກັບ​ທ່ານ—ແລະ ທຸກ​ຄົນ​ຄວນ​ມີ—ຂ້າ​ພະ​ເ​ຈົ້າ​ສາ​ມາດ​ກ່າວ​ກັບ​ທ່ານ​ວ່າ ບໍ່​ມີ​ຂອງ​ປະ​ທານ​ໃດ, ບໍ່​ມີ​ພອນ​ໃດ, ບໍ່​ມີ​ປະ​ຈັກ​ພະ​ຍານ​ໃດ ທີ່​ເຄີຍ​ຖືກມອບ​ໃຫ້​ມະ​ນຸດ​ຢູ່​ໃນ​ໂລກ ທີ່​ຍິ່ງ​ໃຫຍ່​ໄປ​ກວ່ານີ້. ທ່ານ​ອາດ​ເຄີຍ​ມີ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ; ທ່ານ​ອາດ​ເຄີຍ​ເຫັນການ​ມະ​ຫັດ​ສະ​ຈັນ; ທ່ານ​ອາດ​ເຄີຍ​ເປັນ​ສິ່ງ​ອັດ​ສະ​ຈັນ​ຢູ່​ໃນ​ໂລກ; ແຕ່​ຂ້າ​ພະ​ເຈົ້າ​ບອກ​ໄດ້​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ຖືກມອບ​ໃຫ້​ແກ່​ມະ​ນຸດ” (Teachings of Presidents of the Church: Wilford Woodruff [2004], 49).

    ແລະ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​​ຕື່ມ​ໃສ່​ວ່າ: “ພຣະ​ບັນ​ຍັດ​ຈາກ​ພຣະ​ເຈົ້າ ທີ່​ເຮົາ​​ຮັກ​ສາ ແລະ ຄຳ​ແນະ​ນຳ​ທີ່​ໃຫ້​ການ​ດົນ​ໃຈ ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເຮົາ​ເຮັດ​ຕາມ ເຈາະ​ຈົງໂດຍ​ສະ​ເພາະ​ ກັບ​ການ​ໄດ້​ຮັບ​ພຣະ​ວິນ​ຍານ​ເປັນ​ເພື່ອນ. ແທ້​ຈິງ​ແລ້ວ, ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ກິດ​ຈະ​ກຳ​ທັງ​​ໝົດ ສຸມ​ໃສ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ໂດຍ​ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຂົ້າ​ໃນ​ຊີ​ວິດ​ຂອງ​ເຮົາ.” (“Receive the Holy Ghost,” Liahona, Nov. 2010, 97).

  29. ທອມມັສ ແອັສ ມອນສັນ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ສຳ​ລັບ​ຜູ້​ນຳ, ເດືອນ​ມິ​ນາ 2011.

  30. ເບິ່ງ Moses 1:6.